5675

ສະເພາະສະພາບນໍ້າຖ້ວມ ຢູ່ ແຂວງຜົ້ງສາລີ ປະລິມານແມ່ນ້ຳ ປ່າ ເພີ່ມສູງຂຶ້ນ ເຮັດໃຫ້ເກີດນ້ຳ ຖ້ວມ ບ້ານໂພນໄຊ ເມືອງໃໝ່ ແຂວງ ຜົ້ງສາລີ ໃນຕອນເຊົ້າວັນທີ 4 ສິງຫາ 2023 ນີ້ ເຮັດໃຫ້ເນື້ອທີ່ນາ, ສວນ, ສັດລ້ຽງ ແລະ ໂຄງລ່າງໄດ້ ຮັບຄວາມເສຍຫາຍ ສ່ວນຜົນເສຍ ຫາຍ ຍັງບໍ່ສາມາດປະເມີນມູນຄ່າ ໄດ້.ແນວໃດກໍຕາມ ທາງພະນັກງານ ປະຈຳກຸ່ມບ້ານ, ອົງການປົກຄອງ ບ້ານ, ອ້າຍນ້ອງ ກອງ ຂ 116 ທະ ຫານຊາຍແດນ ແລະ ປະຊາຊົນ ບ້ານດັ່ງກ່າວ ໄດ້ລະດົມສາມັກຄີ ກັນ ຍົກຍ້າຍປະຊາຊົນ ໂດຍສະ ເພາະຄົນເຖົ້າ ແລະ ເດັກນ້ອຍ, ເຄື່ອງ ຂອງ, ສັດລ້ຽງ ແລະ ເຄື່ອງປູກ ໄປໄວ້ຈຸດສູງທີ່ປອດໄພ. ລາຍງານ ເບື້ອງຕົ້ນຫ້ອງການກຸ່ມບ້ານ ແມ່ນ ໄດ້ຮັບຜົນກະທົບ ເປ່ເພເສຍຫາຍ. ສ່ວນຢູ່ ເມືອງຮ້ຽມ ແຂວງຫົວພັນ ໄດ້ເກີດມີຝົນຕົກໜັກແກ່ຍາວເປັນ ເວລາຫລາຍຊົ່ວໂມງ ເຮັດໃຫ້ມີນ້ຳ ປ່າໄຫລຊຸ, ນ້ຳຫລາຍສາຍໄດ້ໄຫລ ນອງ ອັນສົ່ງຜົນເຮັດໃຫ້ສາຍນ້ຳ 07 xtgmf]k; gsfdko{dkorfaa mtok 07/08/2023 *** ຕໍ່ຈາກໜ້າ1 *** s]kpc0;'mqj;xtgmfwfhIa[zqodtmq[9kdwroE4h;, ຄານນອງເພີ່ມຂຶ້ນຢ່າງໄວວາ ເຊິ່ງ ໄດ້ສົ່ງຜົນກະທົບຕໍ່ຖະໜົນຫົນທາງ, ເສົາໄຟຟ້າ, ນ້ຳຖ້ວມເຮືອນຊານ ບ້ານຊ່ອງ, ໄຮ່ນາຮົ້ວສວນ ແລະ ໜອງປາຂອງປະຊາຊົນ ໂດຍສະ ເພາະເຂດບ້ານສຳພັນທອງ ມີເຮືອນ ປະຊາຊົນຖືກນ້ຳພັດໄຫລຈຳນວນ 3 ຫລັງ ແລະບ້ານອື່ນໆທີ່ຕັ້ງຢູ່ແລບ ຕາມສາຍນ້ຳຄານ ກໍໄດ້ຮັບຜົນກະ ທົບເຊັ່ນດຽວກັນ.ຕໍ່ກັບສະພາບ ການດັ່ງກ່າວໃນເບື້ອງຕົ້ນການນຳ ຂອງເມືອງໄດ້ສົບທົບກັບກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ພະນັກງານ-ລັດຖະກອນ ພ້ອມດ້ວຍພໍ່ແມ່ປະຊາຊົນລົງຊ່ວຍ ເຫລືອຍົກຍ້າຍສັດລ້ຽງ, ເຄື່ອງ ຂອງຕ່າງໆຂຶ້ນໄວ້ບ່ອນທີ່ປອດໄພ. ສ່ວນຜົນເສຍຫາຍແມ່ນຍັງບໍ່ສາ ມາດເກັບກຳລາຍລະອຽດໄດ້ເທື່ອ. ພ້ອມນີ້ຍັງມີລາຍງານວ່າ: ໃນ ວັນທີ6 ສິງຫາ 2023 ເສັ້ນທາງ ເລກທີ 13 ເໜືອ ເຂດບ້ານໂພນໄຊ ເມືອງພູຄູນ ແຂວງຫລວງພະບາງ ແມ່ນບໍ່ສາມາດນໍາໃຊ້ໄດ້ ເພາະມີດິນ ເຈື່ອນຖົມທາງ, ພ້ອມທັງມີເຮືອນ ປະຊາຊົນເຈື່ອນ 1 ຫລັງ ຢູ່ເຂດບ້ານ ຜາເກັ່ງນ້ອຍ ຊຶ່ງປັດຈຸບັນພາກສ່ວນ ກ່ຽວຂ້ອງພວມເລັ່ງແກ້ໄຂ ແລະ ຊ່ວຍເຫລືອປະຊາຊົນຜູ້ໄດ້ຮັບຜົນ ກະທົບ. ຂະນະທີ່ ຢູ່ເມືອງຢູ່ ເມືອງວັງ ວຽງ ແຂວງວຽງຈັນ ຈາກສະພາບ ຝົນຕົກຕິດຕໍ່ກັນຫລາຍວັນ ເຮັດໃຫ້ ນໍ້າຊອງ ມີປະລິມານສູງຂຶ້ນ ໄຫລ ເຂົ້າຖ້ວມບາງສ່ວນໃນເຂດແຄມ ແມ່ນໍ້າຊອງ. ສຳລັບຢູ່ແຂວງບໍລິຄໍາ ໄຊ ມາຮອດປັດຈຸບັນ ເກີດມີສະພາບ ນໍ້າຖ້ວມ-ດິນເຊາະເຈື່ອນ ແລະ ເສັ້ນ ທາງຖືກຕັດຂາດແລ້ວ3 ເມືອງຄື: ເມືອງ ປາກກະດິງ ເມືອງ ຄໍາເກີດ ແລະ ເມືອງ ວຽງທອງ ເຊິ່ງຍັງບໍ່ສາ ມາດປະເມີນມູນຄ່າຄວາມເສຍ ຫາຍໄດ້.ສ່ວນຢູ່ແຂວງຄຳມ່ວນ ມີ 2 ເມືອງທີ່ໄດ້ຮັບຜົນກະທົບໜັກ ຈາກໄພນໍ້າຖ້ວມຄື: ເມືອງ ຄູນຄຳ ແລະ ເມືອງ ຫີນບູນ. ສະເພາະຢູ່ ເມືອງຄູນຄຳ ຖືກນໍ້າຖ້ວມໜັກ ປະ ຊາຊົນເກືອບເຄິ່ງໜຶ່ງຂອງເມືອງ ໄດ້ຮັບຜົນກະທົບໄດ້ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ ຈຳນວນ 12.767 ຄົນ ກວມເອົາເກືອບເຄິ່ງໜຶ່ງ ຂອງ ປະຊາກອນໃນທົ່ວເມືອງ ທີ່ໄດ້ຮັບ ຜົນກະທົບ (ພົນລະເມືອງທັງໝົດ 25.729 ຄົນ), ມີ 14 ບ້ານ (ໃນຈຳ ນວນບ້ານທັງໝົດ 22 ບ້ານທົ່ວ ເມືອງ) ປະກອບມີ: ບ້ານກອງລໍ, ນາ ກາງ, ນາຄໍາ, ບ້ານອໍ້, ບ້ານແກ້ງ, ໂພນແຍງ, ບ້ານກູບ, ຄູນມະນີ (ຄຸ້ມ ໂພນທອງ, ໜອງຫ້າງເກົ່າ), ມ່ວງ ນໍ້າສາງ, ນໍ້າມະຮາງ, ນໍ້າສະນາມ, ນາຂາມ, ນາເມືອງ ແລະ ບ້ານນາ ຄໍາ. ນອກນີ້ ຍັງມີເຫດການພູເຈື່ອນ ຖັບຖົມເສັ້ນທາງ ເລກທີ 8A ຈໍາ ນວນຫລາຍຈຸດ ຢູ່ເຂດພູຜາມ່ານ ໄປເຖິງຂອບເຂດພູໄຮ ເມືອງຄູນຄໍາ (ກິໂລແມັດທີ 46-65) ເຊິ່ງມີລົດ ຕົກຄ້າງອອກບໍ່ໄດ້ ຢູ່ໃນຂອບເຂດ ດັ່ງກ່າວ ປະມານ 50 ຄັນ. ໃນນີ້ລົດ ທີ່ຖືກດິນເຈື່ອນທັບປະມານ 10 ຄັນ ແລະ ມີຄົນຕົກຄ້າງຢູ່ປະມານ70 ກວ່າຄົນ (ຂໍ້ມູນໄດ້ຮັບຈາກການ ລາຍງານທາງໂທລະສັບ ຂອງຜູ້ຕົກ ຄ້າງ) ເຊິ່ງຄະນະກຳມະການຄຸ້ມ ຄອງໄພພິບັດຂັ້ນເມືອງຄູນຄໍາພ້ອມ ກຳລັງ ປກຊ-ປກສ ໄດ້ເຂົ້າໄປຊ່ວຍ ເອົາເດັກນ້ອຍ ແລະ ຜູ້ອາຍຸສູງ ອອກ ມາໄດ້ແລ້ວ 20 ກວ່າຄົນ, ພ້ອມທັງ ໄດ້ນໍາເອົາອາຫານແຫ້ງ, ເຂົ້າໜົມ ແລະ ນໍ້າດື່ມຈຳນວນໜຶ່ງໄປຊ່ວຍ ເຫລືອແກ່ຜູ້ຕົກຄ້າງ.ສ່ວນຢູ່ເມືອງ ຫີນບູນ ມີ ປະຊາຊົນ 4 ບ້ານ 186 ຫລັງຄາເຮືອນໄດ້ຮັບຜົນກະທົບ. ໃນນັ້ນຈຸດທີ່ຖືກຖ້ວມຫລາຍ ກວ່າໝູ່ ແມ່ນເຂດບໍ່ໂພນຕິ້ວ ໂດຍສະ ເພາະ ຈຳນວນບ້ານທີ່ຕັ້ງຢູ່ແຄມ ຫ້ວຍນໍ້າປະແທນ ເຊິ່ງເຂດດັ່ງກ່າວ ມີຈຳນວນ 186 ຫລັງຄາເຮືອນໃນ 4 ບ້ານ ທີ່ໄດ້ຮັບຜົນກະທົບປະກອບ ມີ: ບ້ານນາຄຳ 135 ຫລັງ, ບ້ານ ມ່ວງໄຂ່ 20 ຫລັງ, ບ້ານນ້ອຍ 17 ຫລັງ ແລະ ບ້ານບົງ 14 ຫລັງ. ນອກຈາກນີ້, ເສັ້ນທາງກໍຖືກຕັດ ຂາດ ບໍ່ສາມາດສັນຈອນໄປ-ມາ ລະຫວ່າງບ້ານຕໍ່ບ້ານໄດ້ ລວມເຖິງ ລະບົບໄຟຟ້າ ແລະ ໂທລະຄົມມະ ນາຄົມກໍຖືກຕັດຂາດ.ນອກນີ້, ເຂດ ທີ່ມີຄວາມສ່ຽງສູງ ທີ່ອາດຈະຖືກ ນໍ້າຖ້ວມຄືເຂດນໍ້າຫີນບູນຕອນລຸ່ມ ໂດຍສະເພາະຈຸດຂົວນໍ້າຫີນບູນ (ບ້ານຄຳແກ້ວ) ລະດັບນໍ້າຫີນບູນ ໄດ້ຂຶ້ນກາຍເຂດອັນຕະລາຍ. ພ້ອມ ນີ້, ຢູ່ເມືອງວິລະບູລີ ແຂວງສະຫວັນ ນະເຂດ ນໍ້າໄດ້ຖ້ວມໄຮ່ນາຮົ້ວສວນ, ໜອງປາ ພື້ນທີ່ທໍາການຜະລິດ ຂອງປະຊາຊົນເປັນຫລາຍບ້ານ ເປັນຕົ້ນ ແມ່ນເຂດບ້ານປ່າຜັກເນົ່າ, ບ້ານນາສະເລາະ, ບ້ານນາແກ ແລະ ບ້ານອື່ນໆ, ເຂດຈຸດສຸມເມືອງວັງ ແມ່ນໄດ້ຖືກນໍ້າຖ້ວມໄດ້ 2-3 ວັນ ແລ້ວ. ພ້ອມນີ້, ບັນດາເສັ້ນທາງ ສາຍຫລັກ, ສາຍນ້ອຍ ລະຫວ່າງ ບ້ານຫາບ້ານ, ບ້ານຫາເມືອງກໍ່ໄດ້ ຖືກນໍ້າຖ້ວມໃນຫລາຍຈຸດເຊັ່ນ: ຈຸດ ຂົວນໍ້າລົ້ນຫ້ວຍນໍ້າແມງ ເສັ້ນທາງ ບ້ານດົງບັງຫາບ້ານທາດ, ຈຸດຂົວ ຫ້ວຍເດື່ອ ຫລື ຫ້ວຍຂົວແປ້ນເສັ້ນ ທາງບ້ານໄຊຍະລາດ ຫາບ້ານແກ້ວ ວິໄລ, ຈຸດຂົວຫ້ວຍອີຮູ້ບ້ານນາແກ, ມີດິນເຊາະເຈື່ອນຕາມເສັ້ນທາງ ບາງຈຸດ, ມີເສົາໄຟຟ້າຫັກກົ່ນ ເສັ້ນ ທາງໄປບ້ານນໍ້າປະເຄນ ແລະ ອື່ນໆ. ສ່ວນຢູ່ແຂວງໄຊສົມບູນ ຈາກສະ ພາບຝົນຕົກຕິດຕໍ່ກັນຫລາຍວັນ ນັບ ແຕ່ວັນທີ 1 ສິງຫາ 2023 ເປັນຕົ້ນ ມາ ເຮັດໃຫ້ມີດິນເຊາະເຈື່ອນລົງມາ ຈາກເທິງພູ ຊຶ່ງສ້າງຄວາມຫຍຸ້ງ ຍາກໃຫ້ແກ່ການສັນຈອນໄປມາ ຢູ່ ບັນດາເສັ້ນທາງຈຳນວນໜຶ່ງຂອງ ແຂວງ ເນື່ອງຈາກວ່າມີດິນເຊາະ ເຈື່ອນ ເຮັດໃຫ້ເສັ້ນທາງເກີດການເປ່ ເພຢູ່ບາງບ່ອນ ໂດຍສະເພາະແມ່ນ ເສັ້ນທາງຈາກເທສະບານ ແຂວງ ໄຊສົມບູນ ຫາ ເມືອງລ້ອງຊານ ທີ່ມີການເຊາະເຈື່ອນຢູ່ຈຸດພູຍ່າເຖົ້າ ໃກ້ກັບບ້ານຜາແດງ. ປັດຈຸບັນ, ພາກ ສ່ວນທີ່ກ່ຽວຂ້ອງກຳລັງເລັ່ງມື ປັບປຸງເສັ້ນທາງດັ່ງກ່າວ ເພື່ອເຮັດ ໃຫ້ບັນຫາການສັນຈອນເບື້ອງຕົ້ນ ໄດ້ຮັບການແກ້ໄຂໃນຂັ້ນພື້ນຖານ, ນອກຈາກນີ້, ຍັງມີເສັ້ນທາງໄປ ບ້ານອອມ ເກີດການເປ່ເພ ຢູ່ຈຸດພູກິ້ວ ລົມ ແລະ ເສັ້ນທາງໄປບ້ານອ່າວ ເໜືອ ໄດ້ຮັບຜົນກະທົບ ຕື່ມອີກ, ປັດຈຸບັນ ເສັ້ນທາງບ້ານອ່າວ ໄດ້ ຮັບການສ້ອມແປງ ແລະ ສາມາດ ນໍາໃຊ້ໄດ້ແລ້ວ. ສຳລັບເສັ້ນທາງ ໄປບ້ານອອມ ຈຸດພູກິ້ວລົມ ແມ່ນຢູ່ ໃນແຜນການສ້ອມແປງ ຄາດວ່າ ຈະໄດ້ຮັບການແກ້ໄຂໃນໄວໆນີ້. ປັດຈຸບັນ, ລະດັບນໍ້າໃນບາງ ເຂດແຂວງ ກໍຍັງເພີ່ມລະດັບຂຶ້ນຢູ່, ໃນບາງບ້ານກໍໄດ້ຫລຸດລົງແດ່ແລ້ວ, ແຕ່ຝົນກໍຍັງສືບຕໍ່ຕົກລິນຢູ່. ສະນັ້ນ ຂໍໃຫ້ອໍານາດການປົກຄອງທຸກພາກ ສ່ວນ ພ້ອມດ້ວຍພໍ່ແມ່ປະຊາຊົນຈົ່ງ ໄດ້ມີສະຕິກຽມພ້ອມຢູ່ຕະຫລອດ ເວລາ, ຍົກຍ້າຍສິ່ງຂອງມີຄ່າ, ສັດ ລ້ຽງໄປໄວ້ໃນເຂດທີ່ປອດໄພໄວ້ ກ່ອນ ເພື່ອປ້ອງກັນຜົນເສຍຫາຍ ທີ່ອາດຈະເກີດຂຶ້ນ ເຊິ່ງຜົນເສຍຫາຍ ຍັງບໍ່ສາມາດປະເມີນໄດ້./. ແຂວງ ຜົ້ງສາລີ ແຂວງ ໄຊສົມບູນ ແຂວງບໍລິຄຳໄຊ ແຂວງ ຄຳມ່ວນ ແຂວງ ຄຳມ່ວນ ແຂວງ ຫົວພັນ ແຂວງ ຫົວພັນ ແຂວງ ໄຊສົມບູນ ແຂວງ ບໍລິຄຳໄຊ

RkJQdWJsaXNoZXIy MTc3MTYxMQ==