5675

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 07/08/2023 xtgmf]k; 4 3]d c]t gsfdko ຫລາຍພາກສ່ວນ... ]a f4t,q o8u dt-;'dtly de{xj kw,h -5 dp6 h dkora fmtokdtly de16 j g,n v'[k9P'9tg]u ol5 d pq dl6 '7;k,lk,kffh koma dlt .sh lt,k-y d lr0 3 c0;' 2 [= ]y la f ,v[g7n j v'-j ;pgs]n v z6 h xtlq [wroE4h ;,16 j c0;'7e,j ;o dkooec0;'[= ]y 7ew- ,v[g7n j v' [a ogmq km5 dcdj xt-k-q omu j xtlq [wroE4h ;, ຂປລ. ທ່ານ ເພັດ ພົມພິພັກ ລັດ ຖະມົນຕີກະຊວງກະສິກໍາ ແລະ ປ່າ ໄມ້ ໄດ້ລົງຊຸກຍູ້ການພັດທະນາກະ ສິກຳຕິດພັນກັບການມີສ່ວນຮ່ວມ ຂອງປະຊາຊົນ ທີ່ເຂດບ້ານແກ້ງ ເກ່ຍ-ຂັນລາຍ ເມືອງບາຈຽງຈະ ເລີນສຸກ ແຂວງຈຳປາສັກ ໃນວັນ ທີ 3 ສິງຫາ 2023 ຜ່ານມານີ້, ໂດຍມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ພ້ອມດ້ວຍ ການນຳພະແນກການ-ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມລິດ ປັນທະບົວສີ ເຈົ້າເມືອງບາຈຽງຈະເລີນສຸກ ໄດ້ ລາຍງານການຜັນຂະຫຍາຍ,ການ ຈັດຕັ້ງປະຕິບັດການພັດທະນາເສດ ຖະກິດ-ສັງຄົມ ໂດຍສະເພາະຄວາມ ຄືບໜ້າໃນການປະກອບສ່ວນທີ່ດິນ ເພື່ອພັດທະນາຂອງປະຊາຊົນ 2 ບ້ານຄື: ບ້ານແກ້ງເກ່ຍຄຸ້ມເພຍລາດ ແລະ ບ້ານຂັນລາຍ ໃນການສ້າງ ຕັ້ງໂຮງງານຜະລິດ, ປຸ້ງແຕ່ງແປ້ງ ມັນ ຕົ້ນ ຂອງບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ ຫລື AIDC ຈຳນວຍ 80 ເຮັກຕາ, ໃນລາຄາຊົດເຊີຍ 150 ລ້ານກີບ/ ເຮັກຕາ, ຜົນລະປູກ 30 ລ້ານກີບ/ ເຮັກຕາ. ການເຄື່ອນໄຫວມາຮອດ ປັດຈຸບັນການຊົດເຊີຍປະຕິບັດໄດ້ ຈຳນວນ 10 ຄອບຄົວ, ເນື້ອທີ່ທັງ ໝົດ 13,5 ເຮັກຕາ. ພ້ອມນັ້ນຂະ ແໜງການກ່ຽວຂ້ອງ ໄດ້ຜ່ານນິຕິ ກຳ ແລະ ລາຍງານກ່ຽວກັບການຈັດ ຕັ້ງປະຕິບັດວຽກງານການຄຸ້ມຄອງ ປ່າຜະລິດ, ເພື່ອເພີ່ມທະວີຄວາມຮັບ ຜິດຊອບ ແລະ ເຂັ້ມງວດໃນການ ຄຸ້ມຄອງປົກປັກຮັກສາ ແລະ ພັດ ທະນາທີ່ດິນປ່າໄມ້ໃນ 3 ປະເພດປ່າ ນຳອີກ. ໂອກາດນີ້, ທ່ານລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານເຈົ້າແຂວງຈຳປາສັກ ກໍໄດ້ສະ ແດງຄວາມຊົມເຊີຍຕໍ່ການຕັດສິນ ໃຈສູງຂອງພໍ່-ແມ່ປະຊາຊົນ ທັງ 2 ບ້ານທີ່ໄດ້ປະກອບສ່ວນເຂົ້າໃນ ການພັດທະນາ, ຊົມເຊີຍການຈັດ ຕັ້ງ, ອົງການປົກຄອງທ້ອງຖິ່ນທີ່ ໄດ້ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ເຮັດການຜະລິດ ໂດຍສະເພາະແມ່ນ ການຜະລິດກະສິກຳ ເປັນສິນຄ້າສົ່ງ ອອກ ແລະ ຂໍໃຫ້ສືບຕໍ່ຍູ້ແຮງການຜະ ລິດໃຫ້ຫລາຍຂຶ້ນ. ພ້ອມກັນນັ້ນ, ກໍ ເນັ້ນໃຫ້ຂະແໜງການ- ພາກສ່ວນທີ່ ກ່ຽວຂ້ອງຕ້ອງໄດ້ເພີ່ມທະວີຄວາມ ຮັບຜິດຊອບ ແລະ ເຂັ້ມງວດໃນການ ຄຸ້ມຄອງປົກປັກຮັກສາ ແລະ ພັດທະ ນາທີ່ດິນປ່າໄມ້ ໃນ 3 ປະເພດປ່າ, ການຈັດສັນເຂດຄຸ້ມຄອງ ແລະ ນຳ ໃຊ້ປ່າຜະລິດ ໃຫ້ມີປະສິດທິຜົນຕາມ ກົດໝາຍ ແລະ ລະບຽບການ ຕ່າງໆ ໃຫ້ມີຄວາມຍືນຍົງ. ຂ່າວ: ທັດຊະນະ ຂປລ. ສະພາແຫ່ງຊາດ ຈັດຝຶກ ອົບຮົມການຍົກສູງຄວາມສາມາດ ດ້ານທັກສະການຕິດຕາມກວດກາ, ທັກສະການປະເມີນຜົນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານ, ການຊັກຖາມ ແລະ ການປະກອບຄຳ ເຫັນ ແລະ ການລົງພົບປະຜູ້ມີສິດ ເລືອກຕັ້ງໃຫ້ແກ່ສະມາຊິກສະພາ ປະຊາຊົນຂັ້ນແຂວງ (ສພຂ) 3 ແຂວງຄື: ແຂວງຫລວງພະບາງ, ໄຊຍະບູລີ ແລະ ແຂວງຜົ້າສາລີ ໃນ ລະຫວ່າງວັນທີ 3-4 ສິງຫາ 2023 ທີ່ສະພາ ປະຊາຊົນແຂວງຫລວງພະ ບາງ ໂດຍການເປັນປະທານຂອງ ທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ, ມີປະ ທານກຳມາທິການວຽກງານສະມາ ຊິກສະພາແຫ່ງຊາດ, ຮອງຫົວໜ້າ ສະຖາບັນຄົ້ນຄວ້ານິຕິກຳສະພາ ແຫ່ງຊາດ, ສະມາຊິກສະພາປະຊາ ຊົນຂັ້ນແຂວງ 3 ແຂວງ ແລະ ພະນັກ ງານວິຊາການກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບ ຟັງການສະເໜີຫົວຂໍ້ກ່ຽວກັບທັກສະ ການຕິດຕາມກວດກາຂອງສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ; ທັກສະການປະເມີນການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແລະ ແຜນງົບປະ ມານ; ການຊັກຖາມ, ການປະກອບ ຄໍາເຫັນ ແລະ ທັກສະການລົງພົບ ປະຜູ້ມີສິດເລືອກຕັ້ງ. ຈາກນັ້ນ, ຜູ້ເຂົ້າ ຮ່ວມໄດ້ສຸມໃສ່ຄົ້ນຄວ້າ, ສົນທະນາ ແລກປ່ຽນບົດຮຽນກັບວິທະຍາກອນ ຢ່າງກົງໄປກົງມາ. ຊຸດອົບຮົມຄັ້ງນີ້, ໄດ້ຮັບການສະ ໜັບສະໜູນງົບປະມານສົມທົບຈາກ ຄະນະເລຂາທິການສະ ພາແຫ່ງຊາດ ຮ່ວມກັບໂຄງການສ້າງຄວາມເຂັ້ມ ແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ຂ່າວ-ພາບ: ສພຊ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 5 ສິງ ຫາ 2023 ຢູ່ຫ້ອງວ່າການແຂວງ ຄໍາມ່ວນ, ບໍລິສັດ ຂົນສົ່ງສາກົນ ແມ່ ຂອງ ( Mitco) ໄດ້ນໍາເອົາເຄື່ອງ ຊ່ວຍເຫລືອປະກອບມີ ໜີ່ 300 ແກັດ ແລະ ນໍ້າດື່ມ 200 ແພັກ ລວມມູຄ່າ 37 ລ້ານກວ່າກີບ ມາມອບໃຫ້ກອງ ເລຂາຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ເພື່ອນຳໄປຊ່ວຍ ເຫລືອປະຊາຊົນຜູ້ໄດ້ຮັບຜົນກະ ທົບຈາກໄພນໍ້າຖ້ວມ ຢູ່ບັນດາເມືອງ ພາຍໃນແຂວງຄໍາມ່ວນ. ນອກຈາກນີ້, ບໍລິສັດ CS ຄໍາ ມ່ວນ ກໍໄດ້ນໍາເອົາເຄື່ອງອຸປະໂພກບໍລິໂພກ ປະກອບມີ: ໝີ່ໄວໆ, ນົມ ແລັກຕາຊອຍ, ປ໋ອງປາ ແລະ ນໍ້າ ດື່ມ ລວມມູນຄ່າ 14 ລ້ານກີບ ມອບ ໂດຍ ທ່ານ ເອກະໄຊ ສອນເລີຍ ປະ ທານບໍລິສັດ CS ຄໍາມ່ວນ. ທັງນີ້, ຂປລ.ເນື່ອງຈາກເມືອງຄໍາ ເກີດ ແຂວງບໍລິຄຳໄຊ ໄດ້ມີຝົນຕົກ ໜັກຕິດຕໍ່ກັນເປັນເວລາຫລາຍວັນ ເຮັດໃຫ້ບັນດາສາຍນໍ້າຫ້ວຍໜອງ ຄອງບຶງ ມີລະດັບເພີ່ມຂຶ້ນຢ່າງໄວວາ ແລະ ໄດ້ລົ້ນຕາຝັ່ງໄຫລລົງເຂດ ພື້ນ ທີດິນຕໍ່າ ເຊິ່ງໄດ້ສົງຜົນກະທົບໂດຍ ກົງຕໍ່ກັບພໍ່ແມ່ປະຊາຊົນເປັນຕົ້ນ ແມ່ນ ໄຮ່ນາ-ຮົ້ວສວນ ພື້ນທີ່ທໍາ ການ ຜະລິດສັດລ້ຽງ ຕະຫລອດຮອດຊີ ວິດການເປັນຢູ່ຂອງປະຊາຊົນ. ຍ້ອນເຫັນໄດ້ສະພາບຄວາມ ຫຍຸ້ງຍາກດັ່ງກ່າວ ໃນຕອນເຊົ້າວັນ ທີ 5 ສິງຫາ 2023 ນີ້, ທ່ານ ພົຈວ ຈວງຈັນ ລາດສະວົງ ຄະນະປະຈໍາ ພັກແຂວງຫົວໜ້າກອງບັນຊາການ ທະຫານ ແຂວງບໍລິຄໍາ ໄຊ, ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າ ເມືອງຄໍາເກີດ ພ້ອມດ້ວຍຄະນະໄດ້ ມອບເຄື່ອງບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ປະຊາຊົນ ບ້ານໂພນສະອາດ ຄຸ້ມປາກກະຕານ ໂດຍມີການຈັດຕັ້ງ ບ້ານ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ. ເຄື່ອງທີ່ນໍາມາມອບປະກອບມີ ນໍ້າດື່ມ, ໝີ່ສໍາເລັດຮູບ, ໄຂ່ ມອບໃຫ້ ພໍ່ແມ່ປະຊາຊົນ ທີ່ໄດ້ຜົນຜົນກະ ທົບຈາກໄພນໍ້າຖ້ວມໃນຄັ້ງນີ້ລວມ ມູນຄ່າ 3 ລ້ານກວ່າກີບ. ຈາກນັ້ນຍັງ ໄດ້ລົງຕິດຕາມສະພາບນໍ້າຖ້ວມຢູ່ ບ້ານປຸ່ງປ່າຕາວ ແລະ ເຂດນໍ້າຖ້ວມ ອີກຫລາຍຈຸດຕາມແຄມເສັ້ນທາງ ເລກ 8 ເອ. ໃນໄລຍະທີ່ມີສະພາບຝົນຕົກ ໜັກ ແລະ ເກີດມີນ້ຳຖ້ວມຫລາຍ ບ້ານຢູ່ບາງເມືອງ ໃນແຂວງພາກ ກາງ ແລະ ພາກເໜືອ ເຊິ່ງປະຊາຊົນ ຕ້ອງມີສະຕິລະວັງຕົວ ແລະ ຕິດ ຕາມ ຂໍ້ມູນຂ່າວສານ ຈາກທາງການເພື່ອ ໃຫ້ມີຄວາມກຽມພ້ອມຮັບມືກັບ ສະພາບດັ່ງກ່າວຢ່າງທັນການ. ຂ່າວ-ພາບ: ນ.ທິນ ເມືອງຄຳເກີດ ສະໂມສອນເມືອງຄູນຄໍາ, ມີບັນດາ ຕາງໜ້າທະນາຄານຄູ່ຮ່ວມທຸລະ ກິດຕ່າງໆ ແລະ ມີຫລາຍພາກສ່ວນ ທີ່ໄດ້ມາໃຫ້ການຊ່ວຍເຫລືອໃນ ເບື້ອງຕົ້ນ. ສຳລັບບັນຫາທີ່ເລັ່ງດ່ວນຕ້ອງ ແກ້ໄຂຕໍ່ກັບເຫດການໄພພິບັດໃນ ປັດຈຸບັນ ແມ່ນເລັ່ງໃສ່ຈັດຕັ້ງປະຕິ ບັດການຊອກຄົ້ນ ຜູ້ຕົກຄ້າງ ແລະ ສືບຕໍ່ແກ້ໄຂບັນຫາດິນເຈື່ອນທັບຖົມ ທາງ ໂດຍນໍາໃຊ້ລົດຈົກສ້ອມແປງ ຈົກດິນທີ່ເຈື່ອນອອກຈາກທາງ ເພື່ອຊ່ວຍເຫລືອຜູ້ປະສົບໄພ ແລະ *** ຕໍ່ຈາກໜ້າ 1 *** ພາຫະນະ ທີ່ຍັງຕົກຄ້າງໃຫ້ສໍາເລັດ ໂດຍໄວ, ນໍາເອົາເຄື່ອງອຸປະໂພກບໍລິໂພກ, ນໍ້າດື່ມ ໄປຊ່ວຍເຫລືອຜູ້ ປະສົມໄພ. ໃນວັນທີ 5 ສິງຫາ 2023 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ ພ້ອມດ້ວຍບັນດາການນໍາ ຂອງແຂວງ ໄດ້ລົງເຄື່ອນໄຫວຕິດ ຕາມສະພາບນໍ້າຖ້ວມຢູ່ເມືອງຄູນ ຄຳ ເນື່ອງຈາກຝົນຕົກຕິດຕໍ່ກັນ ຫລາຍວັນ ນັບແຕ່ວັນທີ 30 ກໍລະ ກົດ2023 ເຮັດໃຫ້ເກີດມີສະພາບໄພ ພິບັດເກີດຂຶ້ນ ຄືສະພາບນໍ້າຖ້ວມ 14 ບ້ານ, ມີ 2.575 ຫລັງຄາເຮືອນ, 2.812 ຄອບຄົວ, ພົນລະເມືອງ 12.767 ຄົນ ແລະ ສະພາບພູເຈື່ອນ ຖົມເສັ້ນທາງເລກທີ 8A ຫລາຍ ຈຸດຢູ່ຂອບເຂດພູຜາມ່ານໄປເຖິງ ຂອບເຂດພູໄຮ ເຊິ່ງເປັນເຂດເຊື່ອມ ຕໍ່ລະຫວ່າງເມືອງຄູນຄໍາ ແຂວງ ຄໍາມ່ວນ ກັບ ເມືອງຄໍາເກີດ ແຂວງ ບໍລິຄຳໄຊ. ຂ່າວ-ພາບ: ກອງຄຳ ກໍເພື່ອເປັນການແບ່ງເບົາ ແລະ ເປັນ ກຳລັງໃຈແກ່ຜູ້ທີ່ໄດ້ຮັບຜົນກະທົບ ໄດ້ຜ່ານວິກິດນີ້ໄປດ້ວຍດີ. ສະເພາະ ເມືອງຄູນຄຳ ປັດຈຸບັນ ມີປະຊາຊົນຈຳນວນ 12.767 ຄົນ, ກວມເອົາເກືອບເຄິ່ງໜຶ່ງຂອງປະ ຊາກອນໃນທົ່ວເມືອງ ທີ່ໄດ້ຮັບຜົນ ກະທົບຈາກໄພນໍ້າຖ້ວມຢ່າງໜັກ ໃນນີ້, ມີ 14 ບ້ານຄື: ບ້ານກອງລໍ, ນາກາງ, ນາຄໍາ, ບ້ານອໍ້, ບ້ານ ແກ້ງ, ໂພນແຍງ, ບ້ານກູບ, ຄູນມະນີ (ຄຸ້ມໂພນທອງ, ໜອງຫ້າງເກົ່າ), ມ່ວງນໍ້າສາງ, ນໍ້າມະຮາງ, ນໍ້າສະ ນາມ, ນາຂາມ, ນາເມືອງ ແລະ ບ້ານນາຄໍາ. ຕໍ່ສະພາບການດັ່ງ ກ່າວປັດຈຸບັນການນໍາຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ພວມເລັ່ງໃຫ້ການຊ່ວຍເຫລືອຢ່າງ ເຕັມທີ່. ສ່ວນການຮັບບໍລິຈາກ ແມ່ນຍັງ ສືບຕໍ່ໄປເລື້ອຍໆ ສຳລັບຜູ້ທີ່ສົນ ໃຈ ຢາກຈະປະກອບສ່ວນສາມາດ ເຂົ້າຮ່ວມການບໍລິຈາກໄດ້ທີ່ຫ້ອງ ວ່າ ການແຂວງຄຳມ່ວນ ຫລື ຕິດຕໍ່ ທາງກອງເລຂາ ເບີໂທລະສັບ 020 22157273 ແລະ ເບີ 02052223499.

RkJQdWJsaXNoZXIy MTc3MTYxMQ==