5675

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 07/08/2023 xtgmf]k; ອົງການໄອຍະການ... ຮອງລັດຖະມົນຕີ... ປະທານ ສນຊ ພົບປະ... ນາຍົກລັດຖະມົນຕີ... ຂປລ. ໃນຕອນບ່າຍວັນທີ 3 ສິງຫາ 2023, ທ່ານນາງ ສວນ ສະຫວັນ ວິຍະເກດ ລັດຖະມົນຕີກະ ຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນ ຮັບການເຂົ້າຢ້ຽມຢາມຂອງທ່ານ ປຣາຊານຕ໌ ອາເກີວາລ (Pras hant Agrawal) ເອກອັກຄະລັດ ຖະທູດອິນເດຍ ຄົນໃໝ່ ປະຈຳ ສປປ ລາວ. ໂອກາດນີ້, ທ່ານນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ, ຊົມເຊີຍພ້ອມທັງ ຕີລາຄາສູງຕໍ່ທ່ານ Prashant Agrawal ທີ່ຖືກແຕ່ງຕັ້ງໃຫ້ມາດຳ ລົງຕຳແໜ່ງເປັນເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ, ພ້ອມທັງຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລະ ຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນໄລຍະຜ່ານມາ. ພ້ອມທັງສະເໜີ ໃຫ້ທ່ານທູດສືບຕໍ່ປະກອບສ່ວນ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ລາວ-ອິນເດຍ ໃຫ້ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ, ລວມທັງ ຂົງເຂດ ຖວທ. ຈາກນັ້ນ, ທ່ານ ທູດອິນເດຍ ປະ ຈຳລາວ ກໍໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ພ້ອມທັງຢືນຢັນວ່າຕົນເອງຈະ ສຸມທຸກຄວາມສາມາດ ເພື່ອປະກອບ ສ່ວນເຂົ້າໃນການເພີ່ມທະວີການ ພົວພັນຮ່ວມມືລະຫວ່າງ ອິນເດຍ ແລະ ລາວ ໃຫ້ກວ້າງຂວາງຍິ່ງຂຶ້ນ. ຂ່າວ: ສຸກສະຫວັດ,ພາບ: ເກດສະໜາ ]a f4t,q o8u dt-;' 4;m 8h voIa [m6 fvy ogfp xt9e]k; ສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2, ໃນລະຫວ່າງວັນທີ 3-5 ສິງຫາ 2023. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານ ແອນຣິເກ ເອ. ມານາ ໂລ ພ້ອມ ດ້ວຍພັນລະຍາ ແລະ ຄະນະໃນຄັ້ງ ນີ້, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີງາມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ເສີມ ຂະຫຍາຍຍິ່ງໆຂຶ້ນ ຕະຫລອດໄລຍະ 6 ທົດສະວັດຜ່ານມາ, ນັບຕັ້ງແຕ່ ສອງປະເທດໄດ້ສ້າງຕັ້ງສາຍພົວ ພັນການທູດນໍາກັນ ໃນວັນທີ 4 ມັງກອນ 1955 ເຊິ່ງສະແດງອອກ ຄື ສອງຝ່າຍໄດ້ມີການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ການພົວພັນ ຮ່ວມມືໃນ ຫລາຍໆດ້ານທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍໄດ້ຮັບ ການພັດທະນາຂຶ້ນເປັນກ້າວໆ. ພ້ອມນີ້, ດ້ານປ້ອງກັນຊາດ, ສອງ ຝ່າຍໄດ້ມີການຮ່ວມມືໃນການຝຶກ ອົບຮົມຕ່າງໆໃຫ້ແກ່ກໍາລັງປ້ອງ ກັນຊາດ ໂດຍສະເພາະແມ່ນການຝຶກ ອົບຮົມກ່ຽວກັບການຊ່ວຍເຫລືອ ໄພພິບັດ, ການເກັບກູ້ລະເບີດບໍ່ທັນ ແຕກ ແລະ ອື່ນໆ; ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກໍມີການ ຮ່ວມມືກັນຢ່າງເປັນປົກກະຕິ, ການ ຄ້າສອງຝ່າຍຂອງສອງປະເທດໃນ 6 ເດືອນຕົ້ນປີ 2023 ບັນລຸໄດ້ເຖິງ 29, 8 ລ້ານໂດລາສະຫະລັດ, ການລົງ ທຶນ ຂອງຟິລິບປິນ ແມ່ນຈັດຢູ່ໃນ ອັນດັບທີ 47 ຂອງການລົງທຶນ ໂດຍກົງຈາກຕ່າງປະເທດ ຢູ່ ສປປ ລາວ; ການຮ່ວມດ້ານອື່ນໆເປັນ ຕົ້ນ ດ້ານວັດທະນະທໍາ-ສັງຄົມ, ການສຶກ ສາ, ກະສິກໍາ ແລະ ການທ່ອງທ່ຽວ ກໍໄດ້ຮັບການຮັດແໜ້ນ ເປັນກ້າວໆ. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຝ່າຍຟິລິບປິນ ຊາບເຖິງ ການກະກຽມເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ແລະ ການກະກຽມເປີດປີທ່ອງທ່ຽວລາວ ໃນປີ 2024 ທີ່ຈະມາເຖິງນີ້ ແລະ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະ ບານຟິລິບປິນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການ ສະໜັບສະໜູນ ສປປ ລາວ ໃນການ ເປັນປະທານອາຊຽນຄັ້ງຜ່ານມາ, ລວມເຖິງການຈະເປັນປະທານອາ ຊຽນໃນປີ 2024 ນີ້. ທ່ານ ແອນຣິເກ ເອ. ມານາໂລ ໄດ້ສະແດງຄວາມຂອບໃຈຢ່າງຈິງ ໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມ ທັງໄດ້ແຈ້ງຈຸດປະສົງໃນການຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ແລະ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນຂອງກອງປະຊຸມຄະ ນະກຳມາທິການຮ່ວມວ່າດ້ວຍການ ຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບ ງາມ. ພ້ອມນີ້, ທ່ານ ແອນ ຣິເກ ເອ. ມານາໂລ ກໍໄດ້ສະແດງຄວາມເຫັນດີ ເປັນເອກະພາບ ຕໍ່ການຕີລາຄາສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີງາມ ລະຫວ່າງ ຟິລິບປິນ ແລະ ສປປ ລາວ ໃນໄລຍະຜ່ານມາ ແລະ ເຫັນດີໃຫ້ມີການສືບຕໍ່ເສີມຂະ ຫຍາຍການພົວພັນຮ່ວມມືໃນດ້ານ ຕ່າງໆ, ພ້ອມທັງໄດ້ສະແດງຄວາມ ຍິນດີໃນການສະໜັບສະໜູນ ສປປ ລາວ ໃນການກະກຽມເປັນປະທານ ອາຊຽນ ໃນປີ 2024 ທີ່ຈະມາເຖິງ ນີ້. ພ້ອມດຽວກັນນັ້ນ,ທ່ານ ແອນຣິ ເກ ເອ. ມານາໂລ ກໍໄດ້ນໍາເອົາຄວມຢື້ ຢາມຖາມຂ່າວ ຂອງທ່ານ ເຟີດີນານ ມາກອດ ຈູເນຍ (H.E. Ferdinand Marcos Jr),ປະທານາທິບໍດີ ແຫ່ງ ສ ຟິລິບປິນ ສົ່ງເຖິງທ່ານ ສອນໄຊ ສີພັນດອນ ພ້ອມທັງຄໍາເຊື້ອ ເຊີນໄປຢ້ຽມຢາມ ຟິລິບປິນ ໃນເວ ລາອັນເໝາະສົມ. ໃນຕອນທ້າຍ, ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມ ຂອບໃຈຕໍ່ຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ທ່ານ ເຟີດີນານ ມາກອດ ຈູເນຍ ແລະ ຍັງຝາກຄວາມ ຢື້ຢາມຖາມຂ່າວ ຂອງທ່ານປະທານ ປະເທດ ທອງລຸນ ສີສຸລິດ ແລະ ຂອງຕົນໄປຍັງ ທ່ານ ເຟີດີນານ ມາ ກອດ ຈູເນຍ ແລະ ຫວັງວ່າຈະໄດ້ພົບ ປະກັບທ່ານ ໃນໂອກາດທີ່ຈະເດີນ ທາງຢ້ຽມຢາມທາງການ ທີ່ຟິລິບປິນ ຫລື ໃນໂອກາດເຂົ້າຮ່ວມກອງປະ ຊຸມອາຊຽນ ແລະ ສາກົນອື່ນໆ ເພື່ອ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ເສີມຂະຫຍາຍການຮ່ວມ ມືລະຫວ່າງສອງປະເທດ ໃຫ້ໃກ້ຊິດ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ພາບ: ທະນູທອງ ເມືອງປາກກະດິງ ແຂວງບໍລິຄໍາໄຊ ແລະ ໂຄງການສິນເຊື່ອກາກບອນ ຈາກສວນຢາງ ຂອງບໍລິສັດລາວ ໄທຮົວ ຢາງພາລາ ຈໍາກັດ. ໃນໂອກາດພົບປະ, ທ່ານປະ ທານແນວລາວສ້າງຊາດເມືອງ ປາກກະດິງ ໄດ້ລາຍງານໂດຍຫຍໍ້ ການຈັດຕັ້ງປະຕິບັດວຽກງານແນວ ລາວສ້າງຊາດ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ,ຂໍ້ ຫຍຸ້ງຍາກ ແລະ ຜົນສໍາເລັດໃນດ້ານ ຕ່າງໆ. ພ້ອມທັງໄດ້ຮັບຟັງການ ລາຍງານສະພາບການເຄື່ອນໄຫວ ທີ່ພົ້ນເດັ່ນ ໂດຍສະເພາະໄດ້ຍົກໃຫ້ ເຫັນເຖິງຄວາມເປັນມາຂອງໂຄງ ການປູກຢາງພາລາ, ທີ່ຕັ້ງ, ຮູບ ແບບ, ເນື້ອທີ່ປູກຢາງພາລາມີ660,8 ເຮັກຕາ ແລະ ຂະບວນການຕ່າງໆ ໂດຍສະເພາະການຊື້-ຂາຍສິນເຊື່ອ ກາກບອນ. ອັນພົ້ນເດັ່ນໄລຍະ 2 ປີຜ່ານມາ (2019-2020) ໄດ້ ສໍາ ເລັດການຂາຍສິນເຊື່ອກາກບອນ ແລ້ວ ຈໍານວນ 83,099 ໂຕນ ມູນຄ່າ 249.297 ໂດລາສະຫະລັດ. ໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນສໍາເລັດດັ່ງກ່າວ ທີ່ຄະນະກຳມະການແນວລາວສ້າງ ຊາດເມືອງ ກໍຄື ບໍລິສັດຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ ຄະນະກຳມະການແນວລາວສ້າງ ຊາດ ແຕ່ລະຂັ້ນ ຈົ່ງເອົາໃຈໃສ່ຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ, ສືບຕໍ່ ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ 4 ການຫັນປ່ຽນຂອງວຽກງານ ແນວລາວສ້າງຊາດ (ສ້າງຄວາມ ຮັບຮູ້ເຂົ້າໃຈ ຕໍ່ວຽກງານແນວໂຮມ ໃນໄລຍະໃໝ່ໃຫ້ເລິກເຊິ່ງ, ສ້າງ ຄວາມເຂັ້ມແຂງໃນວຽກງານແນວ ລາວສ້າງຊາດ ເປັນຕົ້ນແມ່ນດ້ານ ການເງິນ, ປຸກລະດົມຂົນຂວາຍປະ ຊາຊົນຊັ້ນຄົນຕ່າງໆ ໃຫ້ເຂົ້າຮ່ວມ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ແທດເໝາະຕົວຈິງ ແລະ ຮ່ວມກັບອົງການຈັດຕັ້ງມະ ຫາຊົນຕິດຕາມ ແລະ ໃຫ້ຄໍາປຶກສາ ຕໍ່ການເຄື່ອນໄຫວຂອງສະພາ) ແລະ ເອົາໃຈໃສ່ຈັດການຝຶກອົບຮົມ ວຽກງານແນວລາວສ້າງຊາດໃຫ້ ພະນັກງານຫລັກແຫລ່ງ, ກໍາມະ ແນວລາວສ້າງຊາດແບບເຊິ່ງໜ້າ ຫລື ທາງໄກໃຫ້ທົ່ວເຖິງໂດຍໄວ. ຂ່າວ: ສນຊ ຢູ່ອົງການໄອຍະການສູງສຸດ ສ ເກົາ ຫລີ ເພື່ອປຶກສາຫາລື, ເສີມຂະຫຍາຍ ຮັດແໜ້ນການຮ່ວມມືລະຫວ່າງ ສອງອົງການໄອຍະການ ຂອງ ສປປ ລາວ ແລະ ສ ເກົາຫລີ ໃຫ້ໄດ້ຮັບ ການພັດທະນາຂຶ້ນໄປເລື້ອຍໆ. ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມ ຂອບໃຈຕໍ່ທ່ານ ລີ ວັນ ຊົກ ກໍຄືອົງ ການໄອຍະການສູງສຸດ ແຫ່ງ ສ ເກົາຫລີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງ ອັນອົບອຸ່ນ ໃນຄັ້ງນີ້ ເຊິ່ງເປັນການ ເສີມສ້າງ, ເສີມຂະຫຍາຍການພົວ ພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ສ ເກົາຫລີ ໂດຍສະເພາະສອງ ອົງການໄອຍະການ ລາວ-ສ ເກົາຫລີ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມທັງໄດ້ນຳສະເໜີໃຫ້ສອງຝ່າຍ ຮ່ວມມືກັນໃນຫລາຍບັນຫາເປັນ ຕົ້ນການຝຶກອົບຮົມ ເເລະ ພັດທະນາ ທັກສະໃຫ້ເເກ່ພະນັກງານໄອຍະ ການປະຊາຊົນຂອງ ສປປ ລາວ ໂດຍອີງໃສ່ວຽກຕົວຈິງ ເເລະ ພາ ລະບົດບາດ ເຊິ່ງເຫັນວ່າພວກເຮົາ ຍັງມີດ້ານຄົງຄ້າງຈໍານວນບໍ່ໜ້ອຍ ໂດຍສະເພາະການພັດທະນາບຸກຄະ ລາກອນ ເພື່ອໃຫ້ມີຄວາມຮູ້ຄວາມ ສາມາດວຽກງານໄອຍະການ. ພ້ອມນັ້ນ, ກໍໃຫ້ມີການຈັດສໍາ ມະນາ ເເລະ ກອງປະຊຸມ ເພື່ອເເລກ ປ່ຽນຄຳຄິດເຫັນທາງດ້ານຂໍ້ມູນ ຂ່າວສານກ່ຽວກັບກົດໝາຍ, ບົດ ຮຽນປະສົບການ ຖອດຖອນບົດ ຮຽນໃນພາກປະຕິບັດມີລັກສະນະ ທີ່ດີ ເເລະ ບັນຫາທາງດ້ານ ກົດໝາຍ ໃນການຕ້ານອາຊະຍາກໍາຂ້າມ ຊາດ ທີ່ມີການຈັດຕັ້ງໃນປັດຈຸບັນ ແລະ ໃຫ້ມີການເເລກປ່ຽນຄະນະຜູ້ ເເທນຂັ້ນສູງ, ຂັ້ນວິຊາການຈົນໄປ ເຖິງການເຊັນບົດບັນທຶກຄວາມເຂົ້າ ໃຈ (MOU) ລະຫວ່າງສອງອົງ ການໄອຍະການເພື່ອສ້າງຄວາມ ເຂັ້ມແຂງວຽກງານໄອຍະການໃຫ້ ມີການພັດທະນາໃນຕໍ່ໜ້າ. ທ່ານ ໄຊຊະນະ ໂຄດພູທອນ ຍັງຖືໂອກາດນີ້, ເຊີນທ່ານຫົວໜ້າ ອົງການໄອຍະການສູງສຸດແຫ່ງ ສ ເກົາຫລີ ພ້ອມດ້ວຍຄະນະໄປຢ້ຽມ ຢາມ ເເລະ ເຮັດວຽກ ຢູ່ ສປປ ລາວ ເພື່ອເສີມສ້າງສາຍພົວພັນຮ່ວມ ລະຫວ່າງ ສອງອົງການໄອຍະການ ລາວ-ສ ເກົາຫລີ ໃຫ້ໄດ້ຮັບການ ເສີມຂະຫຍາຍນັບມື້ແໜ້ນແຟ້ນ ຢ່າງບໍ່ຢຸດຢັ້ງ. ຂ່າວ: ຄຳປະເສີດ ວິຈິດຕະວົງ ລາວ-ຟີລິບປິນ.... ປີນ, ບັນດາທູຕານຸທູດຕ່າງປະເທດ ປະຈໍາ ສປປ ລາວ, ບັນດາຫົວໜ້າ ກົມ, ຮອງກົມຄະນະກົມ, ຈາກກະ ຊວງການຕ່າງປະເທດ, ຄະນະພົວ ພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງ, ຂະແໜງການອ້ອມ ຂ້າງສູນກາງລວມທັງສະມາຄົມມິດ ຕະພາບລາວ-ຟິລີບປິນ ເຂົ້າຮ່ວມ. ການຈັດປາຖະກະຖາໃນຄັ້ງນີ້, ເພື່ອເປັນການເຜີຍແຜ່ນະໂຍບາຍ ການຕ່າງປະເທດຂອງ ຟີລິບປິນ ແລະ ຕີລາຄາທົບທວນການພົວພັນ ຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຟິລິບປິນ ຕະຫລອດໄລ ຍະ 68 ປີ ໂດຍຖືເອົາຜົນປະໂຫຍດ ຂອງປະຊາຊົນສອງຊາດເປັນສໍາ ຄັນ. ນອກນັ້ນ, ຍັງເປັນໜຶ່ງໃນກິດ ຈະກໍາການເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອ ເຂົ້າຮ່ວມກອງປະຊຸມຄະນະກໍາມະທິ ການວ່າດ້ວຍການຮ່ວມມື ລາວຟີລິບປິນ, ຄັ້ງທີ II ໃນລະຫວ່າງ ວັນ ທີ 03-05 ສິງຫາ 2023. ໂອກາດນີ້, ທ່ານ ແອນຣິເກ ເອ. ມານາໂລ ໄດ້ຕີລາຄາສູງຕໍ່ການພົວ ພັນຮ່ວມມືການສະໜັບສະໜູນ ເຊິ່ງ ກັນ ແລະກັນໃນເວທີພາກພື້ນ-ສາກົນ ແລະ ມິດຕະພາບອັນຍາວນານລະ ຫວ່າງ ສອງປະເທດ ລາວ-ຟີລິບ ປິນ ທີ່ໄດ້ຮັບການພັດທະນາ ແລະ ຮັດແໜ້ນໃຫ້ມີຄວາມແໜ້ນແຟ້ນຂຶ້ນ ຕາມລໍາດັບ ເຊິ່ງເຫັນໄດ້ຈາກການ ແລກປ່ຽນ-ຢ້ຽມຢາມຂອງການ ນຳຂັ້ນສູງ ລະຫວ່າງສອງປະເທດ ຢ່າງເປັນປົກກະຕິ, ການສົ່ງເສີມ ການຮ່ວມມື ລະຫວ່າງສອງກະຊວງ ການຕ່າງປະເທດ ແລະ ບັນດາຂະ ແໜງການຕ່າງໆອ້ອມຂ້າງສູນກາງ ຢ່າງຮອບດ້ານເຊັ່ນ: ການຮ່ວມມື ປ້ອງການຊາດ-ປ້ອງກັນຄວາມສະ ຫງົບ, ເສດຖະກິດການຄ້າ-ລົງທຶນ, ການສຶກສາ ແລະ ພັດທະນາຊັບພະ ຍາກອນມະນຸດ, ວັດທະນະທຳ-ສັງ ຄົມ ແລະ ທ່ອງທ່ຽວ, ການຕ້ານ ການ ຄ້າຢາເສບຕິດ ແລະ ອື່ນໆ ເພື່ອ ເຮັດໃຫ້ບັນດາປະເທດພາຍໃນພາກ ພື້ນ ກໍຄື ປະຊາຊົນຂອງທັງສອງປະ ເທດ ມີຄວາມປອດໄພ ແລະ ພັດທະ ນາຢ່າງໝັ້ນທ່ຽງເຂັ້ມແຂງ. ພ້ອມກັນນີ້, ລາວ-ຟີລິບປິນ ຍັງ ໄດ້ປຶກສາຫາລືແຜນວຽກໃນຕໍ່ໜ້າ ຮ່ວມກັນ ເພື່ອກະກຽມໃຫ້ແກ່ການ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ກະກຽມ ການສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນທາງການທູດ ລາວຟີລິບປິນ ຄົບຮອບ 70 ປີ ໃນປີ 2025 ທີ່ຈະມາເຖິງ. ໃນໂອກາດດຽວກັນ, ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການ ຕ່າງປະເທດ, ໄດ້ຕາງໜ້າໃຫ້ກະ ຊວງການຕ່າງປະເທດສະແດງ ຄວາມຂອບໃຈມາຍັງລັດຖະມົນຕີ ກະຊວງການຕ່າງປະເທດ ຟິລິບປິນ ພ້ອມດ້ວຍຄະນະທີ່ໄດ້ເສຍເວລາ ອັນມີຄ່າໃຫ້ກຽດບັນຍາຍທີ່ມີ ຄວາມໝາຍສໍາຄັນໃນຄັ້ງນີ້ ແລະ ບັນດາຄະນະນໍາກະຊວງ, ບັນດາ ແຂກທັງໝົດທີ່ເຂົ້າຮ່ວມພິທີໃນ 5 ປີຜ່ານມາ... 20 ກິໂລ/ຄົນ/ເດືອນ, ເງິນອັດຕາກິນ ແລະ ເງິນແຮຖົງ 250.000 ກີບ/ ຄົນ/ເດືອນ ໂດຍປະຕິບັດຕາມດຳ ລັດ 169/ລບ ແລະ ການປະເມີນຊີ ວິດການເປັນຢູ່ຂອງປະຊາຊົນສ່ວນ ຫລາຍແມ່ນກຸ້ມຕົນເອງໄດ້ແລ້ວ. ການຟື້ນຟູຊີວິດການເປັນຢູ່ຂອງ ປະຊາຊົນປະກອບມີ: ວຽກຟື້ນຟູທີ່ ພັກອາໄສ ແມ່ນໄດ້ສຳເລັດການ ມອບ-ຮັບເຮືອນພັກຖາວອນທັງ ໝົດ 811 ຫລັງ ໃຫ້ແກ່ປະຊາຊົນຜູ້ ປະສົບໄພ. ໃນນີ້, ມີທຶນຊ່ວຍເຫລືອ ຈາກລັດຖະບານໄທ 45 ຫລັງ, ທຶນ ຊ່ວຍເຫລືອຈາກລັດຖະບານ ຍີ່ປຸ່ນ 66 ຫລັງ ແລະ ທຶນຂອງຜູ້ພັດທະ ນາເຂື່ອນໄຟຟ້າເຊປຽນ-ເຊນໍ້າ ນ້ອຍ(SK&PNPC) 700 ຫລັງ ແລະ ວຽກຟື້ນຟູພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ໃຫ້ປະຊາຊົນແມ່ນໄດ້ກໍ່ສ້າງເສັ້ນ ທາງປູຢາງສອງຊັ້ນທາງ 18 A (ໄລຍະທາງແຕ່ບ້ານປີນດົງຫາ ຂົວຫ້ວຍອຸກ) ມີຄວາມຍາວ 27 ກິ ໂລແມັດ, ປະຕິບັດໄດ້ 91% ຮັບປະ ກັນການສັນຈອນໄປ-ມາສະດວກ; ກໍ່ສ້າງນໍ້າປະປາ 3 ພື້ນທີ່, ປະຕິບັດ ໄດ້ຫລາຍກວ່າ 80%,ໂຄງການກໍ່ ສ້າງຊົນລະປະທານ 4 ແຫ່ງ ມູນ ຄ່າ 59 ຕື້ກວ່າກີບ, ສະໜອງນໍ້າໄດ້ ທັງລະດູແລ້ງ-ລະດູຝົນທັງໝົດ 1.070 ເຮັກຕາ; ມີສູນບໍລິການເຕັກ ນິກດ້ານກະສິກຳ 2 ແຫ່ງ; ໂຄງການ ກໍ່ສ້າງສູນປະສານງານປະຕິບັດສຳ ເລັດ 100%; ກໍ່ສ້າງລະບົບຕາຂ່າຍ ໄຟຟ້າ 22/0,4 ກິໂລໂວນ(kv) ແລະ ຕິດຕັ້ງໝໍ້ແປງ 250 kva ເຂົ້າ ເຂດຈັດສັນທີ່ພັກຖາວອນ 4 ບ້ານ ສຳເລັດ100%; ກໍ່ສ້າງຫ້ອງການ ບ້ານ 4 ບ້ານ ສຳເລັດ 100%, ສ້າງ ວັດ 2 ບ້ານ ສຳເລັດ 100%; ຟື້ນຟູ ສະພາບແວດລ້ອມຂອງໂຮງຮຽນ 4 ຈຸດ, ມີ 6 ໂຄງການປະຕິບັດໄດ້ 100%; ກໍ່ສ້າງຕະຫລາດ ແລະ ຄິວ ລົດ 3 ແຫ່ງ ຢູ່ 3 ບ້ານ ສຳເລັດ 100%; ກໍ່ສ້າງສະໜາມຂີ້ເຫຍື້ອ 1 ຈຸດ ຢູ່ບ້ານດົງບາກ ໃຫຍ່ຫີນຄຳ ສຳ ເລັດ 100%; ກໍ່ສ້າງໂຮງໝໍຊຸມຊົນ 4 ແຫ່ງ ຢູ່ 4 ບ້ານ ສຳເລັດ 100%, ປັດຈຸບັນໄດ້ນໍາໃຊ້ແລ້ວ. ສ່ວນການຈັດສັນເນື້ອທີ່ທຳ ການຜະລິດ: ປະຕິບັດໄດ້ 2.125 ເຮັກຕາ ໄດ້ຈັດສັນໃຫ້ປະຊາຊົນ ແລ້ວ 811 ຄອບຄົວ/ເນື້ອນທີ 1.474 ເຮັກຕາ ໂດຍປະຊາຊົນໄດ້ເຂົ້າ ໄປເຮັດການຜະລິດໄດ້ 3 ປີແລ້ວ; ຟື້ນຟູດິນນາເດີມໃຫ້ປະຊາຊົນໃນ ເນື້ອ ທີ່ 2.263 ເຮັກຕາ; ສະໜອງ ກົນຈັກ ແລະ ອຸປະກອນການກະເສດ ປ້ອງກັນປະເທດ ພ້ອມດ້ວຍຮອງ ປະທານຄະນະກໍາມະການຄຸ້ມຄອງ ໄພພິບັດກະຊວງປ້ອງກັນປະເທດ, ຜູ້ປະຈໍາການ ແລະ ຄະນະກອງເສ ນາຄະນະຄຸ້ມຄອງໄພພິບັດກອງທັບ ລົງກວດກາເຂດພູເຈື່ອນທັບທາງ ເລກ 8 ຢູ່ເຂດພູຜາມານ, ພູໄຮເມືອງ ຄູນຄໍາ ແລະ ສູນພັກຊົ່ວຄາວຂອງ ຜູ້ປະສົບໄພນໍ້າຖ້ວມຢູ່ບ້ານພູຊາດ ເມືອງຄູນຄໍາ. ສະພາບໄພພິບັດທີ່ເກີດຂຶ້ນ ຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ມີ 2 ເຫດການໃຫຍ່ຄື: ເຫດການນໍ້າ ຖ້ວມ 14 ບ້ານ ຂອງເມືອງຄູນຄໍາ, ມີ 2.575 ຫລັງຄາເຮືອນ, ມີ 2.812 ຄອບຄົວ, ມີພົນລະເມືອງ ໄດ້ຮັບຜົນກະທົບ 12.767 ຄົນ, ຍິງ 6.320 ຄົນ ແລະ ເຫດການພູເຈື່ອນ ທັບເສັ້ນທາງເລກທີ 8A ຫລາຍ ຈຸດຢູ່ເຂດພູຜາມານ ໄປເຖິງຂອບ ເຂດພູໄຮ (ກິໂລແມັດທີ 46-65) ມີລົດຕົກຄ້າງອອກບໍ່ໄດ້ຢູ່ເຂດດັ່ງ ກ່າວປະມານ 50 ຄັນ, ມີລົດທີ່ຖືກ ດິນເຈື່ອນທັບຖົມລົດປະມານ 10 ຄັນລົງພູ ແລະ ຍັງມີຄົນຕົກຄ້າງຢູ່ ປະມານ 70 ກວ່າຄົນ.(ຂໍ້ມູນໄດ້ຮັບ ຈາກການລາຍງານທາງໂທລະສັບ ຂອງຜູ້ຕົກຄ້າງ). ຕໍ່ກັບສະພາບການດັ່ງກ່າວ, ມາຮອດຕອນແລງວັນທີ 4 ສິງຫາ 2023 ຄະນະກໍາມະການຄຸ້ມຄອງ ໄພພິບັດເມືອງຄູນຄໍາ ໄດ້ລະດົມກໍາ ລັງທຸກພາກສ່ວນພາຍໃນເມືອງ ເຂົ້າໄປຊ່ວຍເຫລືອຍົກຍ້າຍພົນລະ ເມືອງ ຢູ່ເຂດດັ່ງກ່າວອອກມາພັກຢູ່ ສູນຊົ່ວຄາວສອງແຫ່ງ (ຢູ່ສະໂມ ສອນບ້ານພູຊາດ ແລະ ບ້ານຄູນມະ ນີ ເມືອງຄູນຄໍາ) ແລະ ເຮືອນຍາດ ພີ່ນ້ອງ ສໍາເລັດປະມານ 70% ສ່ວນ ທີ່ຍັງບໍ່ທັນຍົກຍ້າຍອອກມາແມ່ນ ພາກສ່ວນທີ່ເຝົ້າເຮືອນ ແລະ ສັດ ລ້ຽງ. ຈາກນັ້ນຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນເມືອງຄູນຄໍາ ໄດ້ຈັດຕັ້ງກໍາລັງຂອງກອງບັນຊາ ການທະຫານເມືອງ ແລະ ປກສ ເມືອງ ໄປຊ່ວຍເອົາເດັກນ້ອຍ, ຜູ້ ຍິງ, ຜູ້ເຖົ້າຈໍານວນ 20 ກວ່າຄົນ ອອກມາຈາກເມືອງຄູນຄໍາ. ໃນ ຕອນແລງວັນດຽວກັນ, ກໍໄດ້ລະດົມ ອາຫານແຫ້ງ, ເຂົ້າໝົມ ແລະ ນໍ້າ ດື່ມຈໍານວນໜຶ່ງ ຢູ່ພາຍໃນເມືອງ ເພື່ອກະກຽມນໍາສົ່ງໄປໃຫ້ພາກ ສ່ວນຕິດຄ້າງ. ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມອບໝາຍໃຫ້ບັນດາບໍລິ ສັດກໍ່ສ້າງຂົວ-ທາງ ທັງ 2 ທິດຄື: ຈາກທາງສໍານັກງານປົກຄອງ ເມືອງຄູນຄໍາ ຂຶ້ນໄປຫາພູໄຮແລະ ຈາກບ້ານໜອງກອງ ເມືອງຄໍາເກີດ ຂຶ້ນມາຫາພູໄຮ ເພື່ອດໍາເນີນການ ແກ້ໄຂດິນເຈື່ອນອອກຈາກເສັ້ນ ທາງ. ຂໍ້ມູນ-ພາບ: ໜັງສືພິມກອງທັບ ໃຫ້ແກ່ກຸ່ມກົນຈັກກະສິກຳເມືອງ ສະໜາມໄຊ ເພື່ອຮັບໃຊ້ໃຫ້ແກ່ກຸ່ມ ການຜະລິດ ມູນຄ່າ 4,8 ຕື້ກວ່າກີບ ເຊິ່ງປະກອບມີ: ລົດໄຖນາ, ລົດ ກ່ຽວເຂົ້າ, ລົດດຳນາ ແລະ ເຄື່ອງປັ່ນ ເຂົ້າ-ອົບເຂົ້າ. ມາຮອດປັດຈຸບັນ, ເຫັນໄດ້ວ່າຊີວິດການເປັນຢູ່ຂອງ ປະຊາຊົນດີຂຶ້ນຫລາຍ, ປະຊາຊົນມີ ຄວາມສະຫງົບ ໂດຍພື້ນຖານຖ້າ ທຽບໃສ່ເມື່ອກ່ອນ. ຄັ້ງນີ້ ເຮັດໃຫ້ການຮັບຟັງປາຖະກະ ຖາໃນຄັ້ງນີ້ ມີບັນຍາກາດ ແລະ ເນື້ອ ໃນຄົບຖ້ວນສົມບູນ, ພ້ອມທັງເປັນ ການເນັ້ນໃຫ້ເຫັນເຖິງການພົວພັນ ການທູດ ແລະ ການຮ່ວມມືລະຫວ່າງ ລາວ-ຟີລິບປິນ ຈະສືບຕໍ່ຮັດແໜ້ນ ແລະ ຜັນຂະຫຍາຍໃຫ້ເປັນຮູບປະ ທໍາຂຶ້ນເທື່ອລະກ້າວ. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==