ຂປລ. ຕາມການລາຍງານຂອງ ທ່ານ ສຸວັນ ໄຊຍະມັງດາລາ ຮອງຫົວ ໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ ໄຊພູທອງ ແຂວງສະຫວັນນະເຂດ ວັນທີ 2 ສິງຫາ 2023 ນີ້ວ່າ: ເນື່ອງ ຈາກສະພາບຝົນຕົກໜັກຕິດຕໍ່ຫລາຍ ວັນ ແຕ່ວັນທີ 29-31 ກໍລະກົດ 2023 ເຮັດໃຫ້ນ້ຳຖ້ວມເນື້ອທີ່ນາປະຊາຊົນ 7 ບ້ານຢູ່ເມືອງໄຊພູທອງ ນວນ 214,82 ເຮັກຕາ, ມີ 2 ກຸ່ມບ້ານ, 128 ຄອບຄົວ ໄດ້ຮັບຜົນກະທົບ. ສຳລັບ 7 ບ້ານທີ່ໄດ້ຮັບຜົນກະທົບ ປະກອບມີ: ບ້ານນາໝາກເກືອ ເນື້ອທີ່ ນາຖືກຖ້ວມ 16 ເຮັກຕາ, ມີ 12 ຄອບ ຄົວ; ບ້ານໂພນສົ້ມໂຮງ ເນື້ອທີ່ນາຖືກ ຖ້ວມ 136,32 ເຮັກຕາ, ມີ 55 ຄອບ ຄົວ; ບ້ານໂພນທາດ ເນື້ອທີ່ນາຖືກ ຖ້ວມ 45,5 ເຮັກຕາ, ມີ 25 ຄອບຄົວ; ບ້ານພູມມະເຈດີ ເນື້ອທີ່ນາຖືກຖ້ວມ 12,5 ເຮັກຕາ, ມີ 10 ຄອບຄົວ; ບ້ານ ນາຄຳ ເນື້ອທີ່ນາຖືກຖ້ວມ 10 ເຮັກຕາ, ມີ 7 ຄອບຄົວ; ບ້ານຕາກແດດ ເນື້ອ ທີ່ນາຖືກຖ້ວມ 12 ເຮັກຕາ, ມີ15 ຄອບ ຄົວ ແລະ ບ້ານໂພນທັນ ເນື້ອທີ່ນາ ຖືກຖ້ວມ 3 ເຮັກຕາ, ມີ 4 ຄອບຄົວ. ທ່ານ ສຸວັນ ໄຊຍະມັງດາລາຍັງ ໃຫ້ຮູ້ອີກວ່າ: ເນື້ອທີ່ແຜນການຜະ ລິດລະດູຝົນ ຢູ່ເມືອງໄຊພູທອງປີນີ້, ມີທັງໝົດ 13.885,5 ເຮັກຕາ, ການປັກດໍາເຂົ້ານາປີຂອງປະຊາຊົນ ພາຍໃນເມືອງ ປະຕິບັດໄດ້ແລ້ວ 97,55% ຂອງເນື້ອທີ່ແຜນການ. ຂປລ. ແຫລ່ງຂ່າວຈາກ ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງ ອຸດົມໄຊ ຈັດເຜີຍແຜ່ກົດໝາຍ ວ່າ ດ້ວຍການຄຸ້ມຄອງເງິນຕາຕ່າງປະ ເທດສະບັບປັບປຸງ ໃນວັນທີ 1 ສິງ ຫາ 2023 ທີ່ແຂວງຜົ້ງສາລີ ເພື່ອ ໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບເນື້ອໃນກົດໝາຍດັ່ງ ກ່າວຢ່າງຈະແຈ້ງ ແນໃສ່ຊຸກຍູ້ສົ່ງ ເສີມການຈໍລະຈອນເງິນຕາ, ຄຸ້ມ ຄອງເງິນຕາຕ່າງປະເທດ ຖືກຕ້ອງ ສອດຄ່ອງຕາມລະບຽບ-ກົດໝາຍ, ຫັນເຂົ້າສູ່ລະບົບເທື່ອລະກ້າວ ແລະ ຫລຸດຜ່ອນການນຳໃຊ້ເງິນຕາຕ່າງ ປະເທດແບບຊະຊາຍໃນສັງຄົມ. ທ່ານ ວັນໄຊ ສຸກສັນ ຫົວໜ້າ ພະແນກການເງິນແຂວງ ໄດ້ໃຫ້ຮູ້ ວ່າ: ການເຜີຍແຜ່ກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມ ສຳຄັນ ເນື່ອງຈາກບັນຫາການຄຸ້ມ ຄອງເງິນຕາຕ່າງປະເທດ ແມ່ນບັນ ຫາເລັ່ງດ່ວນຂອງພັກ-ລັດຖະບານ ໃນການແກ້ໄຂບັນຫາທີ່ຕິດພັນ ຕ່າງໆ ວຽກງານຄຸ້ມຄອງເງິນຕາ ຕ່າງປະເທດ, ແມ່ນວຽກໜຶ່ງ ທີ່ ຕິດພັນສະນິດແໜ້ນກັບທຸກຂົງເຂດ ວຽກງານນັບທັງສູນກາງຮອດທ້ອງ ຖິ່ນ ເປັນເຄື່ອງມືໃນການຄຸ້ມຄອງ ແລະ ດັດສົມເງິນຕາຕ່າງປະເທດໃນ ສັງຄົມ, ຄຸ້ມຄອງການນຳເງິນເຂົ້າອອກ ຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດ, ຜູ້ປະກອບການນຳ 07 xtgmf]k; gsfdko{dkorfaa mtok 04/08/2023 gzupczjdqf\kp75h,7v'g'yo8k 8jk'xtgmf lt[a[xa[x5' 16jzQ'lk]u c0;'7e,j;o ]tobd;aolkdqo grnjv8hkodko7hk,to5f xt9exu 2023 goNvmujokxt-k-qo 7 [hko 16jg,nv' w-r6mv' 4ndoE4h;, 214 d;jkgIad8k ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດພິທີລະນຶກວັນສາກົນ ເພື່ອຕ້ານ ການຄ້າມະນຸດປະຈໍາປີ 2023 ໃນ ວັນທີ 2 ສິງຫາ 2023 ໂດຍການ ເປັນປະທານຂອງ ທ່ານ ແກ້ວອຸ ດອນ ບຸດສິງຂອນ ຮອງເຈົ້າແຂວງ ຄໍາມ່ວນ, ປະທານຄະນະກໍາມະການ ຕ້ານການຄ້າມະນຸດຂັ້ນແຂວງ, ມີ ຄະນະກຳມະການຕ້ານການຄ້າມະ ນຸດ, ຕາງໜ້າພະແນກການ, ອົງການ ຈັດຕັ້ງອ້ອມຂ້າງແຂວງ, ຕະຫລອດ ຮອດຂົງເຂດ ກໍາລັງ ປກຊ-ປກສ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພັນເອກ ຄໍາສິງ ນົນທະສອນ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງ ໄດ້ຍົກໃຫ້ເຫັນ ວ່າ: ບັນຫາການຄ້າມະນຸດ ແມ່ນບັນ ຫາອາຊະຍາກຳຂ້າມຊາດ ທີ່ມີການ ຈັດຕັ້ງທີ່ຮ້າຍແຮງ ເຊິ່ງໄດ້ເກີດຂຶ້ນ, ກຳລັງເກີດ ແລະ ຍັງຈະສືບຕໍ່ເກີດ ຂຶ້ນ ດ້ວຍຫລາຍຮູບການ, ຫລາຍ ວິທີການ, ມີລັກສະນະເປັນເຄື່ອຂ່າຍ, ສັບສົນ, ທຸກຄົນ ທຸກເພດ ທຸກໄວ ສາມາດຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດໄດ້ ຖ້າບໍ່ມີສະຕິ ລະວັງຕົວ, ຈຸດປະສົງຕົ້ນຕໍຂອງການ ຄ້າມະນຸດ ແມ່ນການຂູດຮີດແຮງ ງານ, ຂູດຮີດທາງເພດ ເພື່ອຫາຜົນ ປະໂຫຍດທີ່ຜິດກົດໝາຍ, ແຕ່ລະ ປີໃນທົ່ວໂລກມີຜູ້ຖືກເຄາະຮ້າຍຈາກ ການຄ້າມະນຸດ ຈຳນວນຫລາຍລ້ານ ຄົນ, ໃນນີ້ລວມມີເດັກ ແລະ ຫລາຍ ລ້ານຄົນຖືກບັບຄັບໃຫ້ແຕ່ງງານ ແລະ ຖືກຂູດຮີດທາງເພດ. ສປປ ລາວ ກໍເປັນປະເທດໜຶ່ງໃນ ບັນດາປະເທດ ທີ່ໄດ້ຮັບຜົນກະທົບ ຈາກການຄ້າມະນຸດ ເນື່ອງຈາກທີ່ຕັ້ງ ພູມສັນຖານຂອງປະເທດ ມີຄວາມ ສະດວກໃນການເດີນທາງເຂົ້າ- ອອກຂອງພົນລະເມືອງລາວ ແລະ ຕ່າງປະເທດ, ພ້ອມທັງເປັນປະເທດ ທີ່ກໍາລັງພັດທະນາທາງດ້ານເສດຖະ ກິດຢ່າງກ້ວາງຂວາງ ເຊິ່ງມີຄວາມ ຮຽກຮ້ອງຕ້ອງການກຳລັງແຮງ ງານນັບມື້ນັບສູງຂຶ້ນ, ໃນໄລຍະ ຜ່ານມາເຈົ້າໜ້າທີ່ໄດ້ພົບເຫັນການ ຄ້າມະນຸດ ເກີດຂຶ້ນຢູ່ປະເທດເຮົາ ໃນຫລາຍຮູບແບບ ເປັນຕົ້ນການ ຫລອກລວງຜູ້ຖືກເຄາະຮ້າຍໄປຂາຍ ແຮງງານ ຫລື ບັງຄັບແຮງງານ, ບັງຄັບບໍລິການທາງເພດ, ການຮັບ ຈ້າງຖືພາຜິດກົດໝາຍ ແລະ ການ ຖ່າຍທອດສົດການເປືອຍກາຍ ຈົນ ໄປຮອດການຮ່ວມເພດຂອງຍິງຊາຍ ອອກຜ່ານທາງສື່ສັງຄົມອອນ ລາຍ. ນອກນັ້ນ, ຍັງມີຂະບວນການ ໂຄສະນາ, ຊັກຊວນຜ່ານທາງສື່ອອນ ລາຍ ແລະ ຜ່ານນາຍໜ້າໂດຍກົງໄດ້ ຕົວະຍົວະຊາວໜຸ່ມ-ໄວໜຸ່ມໄປອອກ ແຮງງານເຮັດວຽກ ແລະ ຕົກເປັນ ຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງຂອງ ການຄ້າມະນຸດຈຳນວນຫລາຍ ແຕ່ ເຖິງຢ່າງໃດກໍຕາມ ການຄ້າມະນຸດ ນັບວ່າເປັນບັນຫາທີ່ທຸກປະເທດໃນ ໂລກ ແລະ ສາກົນ ຖືເປັນສໍາຄັນຢ່າງ ຍິ່ງ ເພາະມັນເປັນໄພຂົ່ມຂູ່ຕໍ່ຄວາມ ສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ. ໃນໂອກາດດຽວກັນນີ້, ທ່ານ ແກ້ວອຸດອນ ບຸດສິງຂອນ ຍັງໄດ້ຕີ ລາຄາໃຫ້ເຫັນຕໍ່ຄວາມເອົາໃຈໃສ່ ຂອງບັນດາຂະແໜງການທີ່ກ່ຽວ ຂ້ອງ ທີ່ຮັບຜິດຊອບວຽກງານຕ້ານ ການຄ້າມະນຸດຂັ້ນແຂວງ ແລະ ຂັ້ນ ເມືອງທີ່ໄດ້ມີຄວາມພະຍາຍາມໃນ ການຈັດຕັ້ງປະຕິບັດແຜນງານແຫ່ງ ຊາດ ວ່າດ້ວຍການຕ້ານການຄ້າ ມະນຸດດ້ວຍຫລາຍຮູບການ ເປັນຕົ້ນ ການປັບປຸງນິຕິກຳທີ່ກ່ຽວຂ້ອງເຊັ່ນ: ນິຕິກຳວ່າດ້ວຍການຄຸ້ມຄອງວິສາ ຫະກິດບໍລິການຈັດຫາງານ, ການ ເພີ່ມຄ່າແຮງງານຂັ້ນຕໍ່າຂອງພາກ ວິສາຫະກິດ ແລະ ແຮງງານນອກ ລະບົບ, ການແກ້ໄຂຂໍ້ຂັດແຍ່ງແຮງ ງານ, ການໄກ່ເກ່ຍການກະທຳຜິດ ຂອງເດັກ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກນ້ອຍ ກໍຄື ການໂຄສະນາປູກຈິດສໍານຶກກ່ຽວ ກັບບັນຫາດັ່ງກ່າວ ຢ່າງກວ້າງ ຂວາງໃນທົ່ວສັງຄົມ, ທັງນຳໃຊ້ມາດ ຕະການທີ່ເດັດຂາດທາງດ້ານກົດ ໝາຍຕໍ່ຜູ້ກະທຳຜິດ. ພ້ອມນີ້, ທ່ານ ຍັງໄດ້ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນ ບັນດາເຜົ່າທຸກຊັ້ນຄົນ ຈົ່ງພ້ອມກັນ ຮ່ວມແຮງ, ຮ່ວມໃຈຕ້ານໄພຄ້າມະ ນຸດ ແລະ ເປັນເຈົ້າການປະກອບ ສ່ວນເຮັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າມະນຸດ ໃຫ້ ກວ້າງຂວາງ, ແຂງແຮງ ເພື່ອເຮັດ ໃຫ້ການຄ້າມະນຸດຫລຸດລົງ ແລະ ໝົດໄປຈາກ ສປປ ລາວ. ຂ່າວ: ມະນີວັນ ຂປລ. ແຫລ່ງຂ່າວຈາກ ແຂວງ ຫົວພັນ ໃຫ້ຮູ້ວ່າ: ກອງປະຊຸມສະ ໄໝສາມັນເທື່ອທີ 5 ຂອງສະພາ ປະຊາຊົນ ແຂວງຫົວພັນ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 2 ສິງຫາ 2023 ພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ປະທານສະພາປະ ຊາຊົນແຂວງຫົວພັນຊຸດທີ II ໂດຍມີ ທ່ານ ວັນໄຊ ແພງຊຸມມາ ກຳມະ ການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ, ມີບັນດາການນຳ ແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 8, ສະມາຊິກສະພາປະຊາຊົນແຂວງ (ສສຂ), ເຈົ້າເມືອງ 10 ເມືອງ, ຜູ້ ຕ່າງໜ້າອົງການຈັດຕັ້ງແນວລາວ ສ້າງຊາດ, ອົງການຈັດຕັ້ງມະຫາ ຊົນ, ພະແນກການ, ອົງການທຽບ ເທົ່າ, ສອງກອງບັນຊາການ ແລະ ພາກສ່ວນທຸລະກິດ ເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ນາງ ອໍາ ໄພວອນ ລ້ອມບຸນແພງ ໄດ້ກ່ວວ່າ: ກອງປະຊຸມຄັ້ງນີ້, ສະມາຊິກສະ ພາປະຊາຊົນ ຈະໄດ້ພິຈາລະນາຮັບ ຮອງເອົາຫລາຍບັນຫາສຳຄັນຂອງ ແຂວງຄື: ພິຈາລະນາ ແລະ ຮັບຟັງ ການລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການເຄື່ອນໄຫວວຽກງານ ທີ່ພົ້ນເດັ່ນ ຂອງອົງການປົກຄອງ ແຂວງກາງສະໄໝ(2021-2023); ທິດທາງທ້າຍສະໄໝ (2023w0dv'xt-5,ltw\lk,aogmnjvmu 5 0v'ltrkxt-k-qoc0;'sq;rao -5fmu II 2025), ວຽກງານທີ່ພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2023; ບົດລາຍ ງານການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມກາງສະ ໄໝ, ທິດທາງທ້າຍສະໄໝ ແລະ ການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2023 ຂອງອົງການປົກຄອງ ແຂວງ; ລາຍງານການຈັດຕັ້ງປະຕິ ບັດ ແຜນງົບປະມານແຫ່ງລັດ ກາງ ສະໄໝ, ທິດທາງທ້າຍສະໄໝ ແລະ ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ2023 ຂອງອົງການປົກຄອງ ແຂວງ; ລາຍງານການຈັດຕັ້ງປະຕິ ບັດສອງວາລະແຫ່ງຊາດ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງພະແນກພະລັງງານ ແລະ ບໍ່ ແຮ່ ກ່ຽວກັບການຄຸ້ມຄອງ, ສຳ ຫລວດ, ຂຸດຄົ້ນສົ່ງອອກແຮ່ທາດ ຂອງແຂວງ; ບົດລາຍງານ ຂອງພະ ແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບບັນດາ ກິດຈະການລົງທຶນເຊົ່າ, ສໍາປະທານ ທີ່ດິນເພື່ອດຳເນີນການລົງທຶນ ແລະ ກິດຈະການການຂຸດຄົ້ນແຮ່ທາດ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ ຢູ່ແຂວງ ຫົວພັນ; ບົດລາຍງານການເຄື່ອນ ໄຫວວຽກງານກາງສະໄໝ, ທິດ ທາງທ້າຍສະໄໝ ແລະ ການເຄື່ອນ ໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2023 ຂອງອົງການໄອຍະການ ປະຊາຊົນ ແລະ ສານປະຊາຊົນ ແຂວງ; ບົດລາຍງານການເຄື່ອນ ໄຫວວຽກງານກາງສະໄໝ(2021- 2023) ທິດທາງ ທ້າຍສະໄໝ (2023-2025) ແລະ ການເຄື່ອນ ໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງສະພາປະຊາຊົນແຂວງ ແລະ ຈະໄດ້ຮັບຟັງການຊັກຖາມ ຂອງສະມາຊິກສະພາປະຊາຊົນ ແຂວງ ແລະ ການອະທິບາຍຊີ້ແຈງ ຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ຕໍ່ຄໍາຊັກຖາມຂອງສະມາຊິກສະພາ ປະຊາຊົນແຂວງ. ກອງປະຊຸມຄັ້ງນີ້, ຈະດໍາເນີນ ເປັນເວລາ 3 ວັນຈຶ່ງສໍາເລັດ. ເຂົ້າ-ສົ່ງອອກ, ບຸກຄົນ, ນິຕິບຸກຄົນ ທີ່ຖືຄອງເງິນຕາຕ່າງປະເທດ ໃຫ້ ເຂົ້າສູ່ລະບົບ ແລະ ລະບຽບກົດໝາຍ ເທື່ອລະກ້າວ. ທ່ານ ນາງ ແສງສຸລີ ອຸ່ນອາລີ ຮອງຫົວໜ້າ ສາຂາທະນາຄານ ແຫ່ງ ສປປ ລາວ ພາກເໜືອແຂວງ ອຸດົມໄຊ ໄດ້ໃຫ້ຮູ້ອີກວ່າ: ປັດຈຸບັນ, ກົດໝາຍ ວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ ສະບັບປັບປຸງ ເລກທີ 15/ສພຊ ລົງວັນທີ 7 ກໍລະ ກົດ 2022 ໄດ້ອອກມາປ່ຽນແທນ ກົດໝາຍວ່າດ້ວຍການຄຸ້ມຄອງເງິນ ຕາຕ່າງປະເທດສະບັບເລກທີ 55/ ສພຊ ລົງວັນທີ 22 ທັນວາ 2014 ໂດຍມີຈຸດປະສົງເພື່ອຊຸກຍູ້ສົ່ງເສີມ ການຈໍລະຈອນເງິນຕາ, ການຄ້າ ການບໍລິການ, ການລົງທຶນໃຫ້ມີ ປະສິດທິພາບສ້າງຄວາມເຂັ້ມແຂງ ຖານະການຊໍາລະກັບຕ່າງປະເທດ ແລະ ຄັງສໍາຮອງເງິນຕາ ແນໃສ່ຍົກ ສູງຄຸນຄ່າ ແລະ ຮັກສາສະຖານນະ ພາບຂອງເງິນຕາແຫ່ງຊາດ. ກົດໝາຍ ວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ ສະບັບປັບປຸງ ປະກອບມີ 9 ພາກ, 8 ໝວດ ແລະ 60 ມາດຕາ ໂດຍໄດ້ກໍານົດຫລັກ ການ, ລະບຽບ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງເງິນຕາ, ການ ຄ້າ, ການບໍລິການ, ການລົງທຶນ ໃຫ້ ມີປະສິດທິພາບ, ປະສິດທິຜົນ, ສ້າງ ຄວາມເຂັ້ມແຂງຖານະການຊໍາລະ ກັບຕ່າງປະເທດ ແລະ ຄັງສຳຮອງ ເງິນຕາຕ່າງປະເທດ ແນໃສ່ຍົກສູງ ຄຸນຄ່າ ແລະ ຮັກສາສະຖຽນລະພາບ ຂອງເງິນຕາແຫ່ງຊາດ, ເປີດກວ້າງ ການພົວພັນຮ່ວມມືເສດຖະກິດກັບ ຕ່າງປະ ເທດ, ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ນອກນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບ ຟັງການເຜີຍແຜ່ຂໍ້ຕົກລົງ ສະບັບ ເລກທີ 1026 ຂອງທະນາຄານ ແຫ່ງ ສປປ ລາວ ວ່າດ້ວຍການບໍລິ ການແລກປ່ຽນເງິນຕາ ເພື່ອເຮັດ ໃຫ້ການບໍລິການແລກປ່ຽນເງິນຕາ ເຄື່ອນໄຫວມີປະສິດທິຜົນໃນການ ດຸ່ນດ່ຽງ ລະຫວ່າງ ຄວາມຕ້ອງການ ແລະ ການຕອບສະໜອງເງິນຕາ ຕ່າງປະເທດໃຫ້ສັງຄົມ, ແທດເໝາະ ກັບສະພາບເສດຖະກິດໃນແຕ່ລະ ໄລຍະ ແລະ ສາມາດປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການຮັກສາສະ ຖຽນລະພາບເງິນຕາແຫ່ງຊາດ.
RkJQdWJsaXNoZXIy MTc3MTYxMQ==