gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 04/08/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ເຈົ້າແຂວງສະຫວັນນະເຂດ... ຫລາຍບ້ານຢູ່ເມືອງຄູນຄຳ... ລັດຖະບານລາວ ບໍ່ສະໜັບ... ]a f4t,q o8u dt-;'p5 8y me -U oe ;Pd'kop5 8y meIkd4ko16 j c0;';P'9a o dt-;'lkmk]totl5 d wfh Ia [g7j n v'.-h 9egxa o grn j v-j ;pz6 h ]vf-u ;y f9kd7;k,I5 ocI' ຂປລ. ເມື່ອບໍ່ດົນມານີ້, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງ ຍຸຕິທຳ ພ້ອມດ້ວຍຄະນະໄດ້ເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງວຽງຈັນ ເພື່ອຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານຍຸຕິທໍາ ໂດຍ ສະເພາະ ແມ່ນການຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານຍຸຕິທໍາຮາກ ຖານ ປະຈໍາປີ 2023 ແລະ ການຈັດ ຕັ້ງປະຕິບັດຄໍາຕັດສິນຂອງສານ. ພ້ອມທັງໄດ້ເຂົ້າພົບປະກັບທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງ ວຽງຈັນ ເພື່ອແຈ້ງໃຫ້ຊາບເຖິງຈຸດ ປະສົງການມາເຄື່ອນໄຫວວຽກ ງານຢູ່ແຂວງວຽງຈັນ ໃນຄັ້ງນີ້. ໂອກາດນີ້, ທ່ານ ໄພວີ ສີບົວລິ ພາ ກໍໄດ້ເນັ້ນໃຫ້ຄະນະພັກ-ຄະນະ ນໍາຂອງພະແນກຍຸຕິທໍາເຊີດຊູບົດ ບາດການນໍາພາຂອງພັກ, ເອົາໃຈ ໃສ່ເພີ່ມທະວີສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ກວ້າງ ຂວາງ, ເລິກເຊິ່ງ, ຄົ້ນຄວ້າ, ເຊື່ອມ ຊຶມ, ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງ ລັດໃນແຕ່ລະໄລຍະໃຫ້ແກ່ສະມາ ຊິກພັກ, ພະນັກງານພາຍໃນພະ ແນກໃຫ້ເປັນປົກກະຕິ, ເອົາໃຈໃສ່ ເຄື່ອນໄຫວຈັດຕັ້ງປະຕິບັດຄຳແນະ ນໍາຂອງລັດຖະມົນຕີກ່ຽວກັບການ ຈັດຕັ້ງປະຕິບັດວຽກງານຍຸຕິທຳ ຮາກຖານ ປະຈຳປີ 2023 ຢ່າງ ແຂງແຮງ ແລະ ເປັນຂະບວນການ ຟົດຟື້ນ, ຍົກສູງຄວາມເປັນແບບ ຢ່າງນຳໜ້າໃນການປະຕິບັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບ ໝາຍໃຫ້ເປັນຢ່າງດີມີຜົນສຳເລັດ ໃໝ່ໃຫຍ່ຫລວງກວ່າເກົ່າ. ໂອກາດນີ້, ທ່ານ ນາງ ຈັນສອນ ກົງດາລາ ຮັກສາການຫົວໜ້າພະ ແນກຍຸຕິທຳແຂວງວຽງຈັນ ກໍໄດ້ ລາຍງານສະພາບການເຄື່ອນໄຫວ ວຽກງານຍຸຕິທຳຮາກຖານໃນໄລ ຍະ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2023 ເປັນຕົ້ນ ການເຮັດວຽກງານການ ເມືອງ-ແນວຄິດ, ວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານສ້າງ ແລະ ປັບປຸງນິຕິກຳ, ວຽກງານໂຄ ສະນາເຜີຍແຜ່ກົດໝາຍ, ວຽກງານ ການສ້າງບ້ານ ແລະ ຄອບຄົວແບບ ຢ່າງປະຕິບັດກົດໝາຍ, ວຽກງານ ໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ວຽກ ງານຍຸຕິທຳເດັກ, ວຽກງານສ້າງບຸກ ຄະລາກອນທາງດ້ານກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງ ສານ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບັນດາຂໍ້ຄົງຄ້າງທີ່ ຈະ ຕ້ອງໄດ້ເອົາໃຈໃສ່ ປັບປຸງແກ້ໄຂ ໃນຕໍ່ໜ້າ. ໂອກາດລົງເຄື່ອນໄຫວຊຸກຍູ້ ວຽກງານຍຸຕິທຳຮາກຖານໃນຄັ້ງ ນີ້, ທ່ານລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມອບເງິນ ໃຫ້ພະແນກຍຸຕິທໍາ ແຂວງວຽງຈັນ 15 ລ້ານກີບ ແລະ ມອບໃຫ້ຫ້ອງການຍຸຕິທໍາ 11 ເມືອງ, ເມືອງລະ 15 ລ້ານກີບ ລວມ ທັງໝົດ 180 ລ້ານກີບ ເພື່ອຊຸກຍູ້ໃນ ການເຄື່ອນໄຫວວຽກງານຍຸຕິທໍາ ຮາກຖານ. ຂ່າວ-ພາບ: ໄຊຍະສິດ ບັນຍາວົງ ຂປລ. ເມື່ອບໍ່ດົນມານີ້, ສະຖານ ທູດອົດສະຕຣາລີ ແລະ ອົງການສະ ຫະປະຊາຊາດ ກອງທຶນສຳລັບປະ ຊາກອນ (UNFPA) ໄດ້ມອບອຸ ປະກອນ ແລະ ເຄື່ອງໃຊ້ ທີ່ຈຳເປັນ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫລືອ ຜູ້ລອດຊີວິດ ຈາກຄວາມຮຸນແຮງ, ລວມມູນຄ່າ 1 ຕື້ກວ່າກີບ ໃຫ້ກະ ຊວງສາທາລະນະສຸກ ແລະ ສູນ ກາງສະຫະພັນແມ່ຍິງລາວ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ: ອຸປະກອນການແພດສະ ເພາະທາງເຊັ່ນ: ຕູ້ເຢັນສຳລັບການ ກວດນິຕິວິທະຍາ, ໂຄມໄຟສຳລັບ ການກວດພະຍາດຍິງ, ເຟີນິເຈີ ແລະ ອຸປະກອນ ເອເລັກໂຕຣນິກ(ICT) ເພື່ອເພີ່ມຄວາມປອດໄພ ໃຫ້ຜູ້ລອດ ຊີວິດທີ່ຕ້ອງການທີ່ພັກຊົ່ວຄາວທີ່ ປອດໄພ ເຊິ່ງອຸປະກອນເຫລົ່ານີ້ ໄດ້ຖືກຈັດຊື້ພາຍໃຕ້ການສະໜອງ ທຶນຂອງກະຊວງການຕ່າງປະ ເທດ ແລະ ການຄ້າ ອົດສະຕຣາລີ (DFAT) ຜ່ານໂຄງການ ປັບປຸງ ການບໍລິການສັງຄົມ ແລະ ສາທາ ລະນະສຸກ ເພື່ອໂຕ້ຕອບກັບຄວາມ ຮຸນແຮງບົນພື້ນຖານທາງເພດແຕ່ ປີ 2021-2023, ການສະໜັບສະ ໜູນດັ່ງກ່າວ ແມ່ນມີຄວາມຈຳເປັນ ຕໍ່ການດໍາເນີນງານຂອງສູນບໍລິ ການປະຕູດຽວ (OSSC) ແຫ່ງ ທຳອິດຂອງປະເທດ ທີ່ຈະເປີດໃຫ້ ບໍລິການຢູ່ໂຮງໝໍມະໂຫສົດໃນ ໄວໆນີ້, ລວມທັງສູນປົກປ້ອງຜູ້ລອດ ຊີວິດ ຈາກຄວາມຮຸນແຮງທີ່ຫາກໍ່ ສ້າງຂຶ້ນເມື່ອບໍ່ດົນມານີ້ຢູ່ແຂວງ ສະຫວັນນະເຂດ, ບໍ່ແກ້ວ ແລະ ແຂວງອັດຕະປື. ສ່ວນຢູ່ແຂວງຈໍາ ປາສັກ ແລະ ບໍລິຄໍາໄຊແມ່ນໃກ້ ຈະສຳເລັດແລ້ວ ໂດຍພາຍໃຕ້ການ ຊີ້ນໍາຂອງສະຫະພັນແມ່ຍິງແຂວງ. ທ່ານ ດຣ ໄຄສີ ລາດສະວົງ ຮອງ ຜູ້ອຳນວຍການ ໂຮງໝໍມະໂຫສົດ ກະຊວງສາທາລະນະສຸກ ໄດ້ສະ ແດງຄວາມຂອບໃຈມາຍັງລັດຖະ ບານອົດສະຕຣາລີ ແລະ ອົງການ UNFPA ປະຈຳ ສປປ ລາວ ທີ່ໄດ້ ໃຫ້ການສະໜັບສະໜູນຄັ້ງນີ້ ໂດຍ ສະເພາະການສ້າງສູນບໍລິການ ຜ່ານປະຕູດຽວ ເພື່ອຊ່ວຍຜູ້ລອດຊີ ວິດຈາກຄວາມຮຸນແຮງແຫ່ງທຳ ອິດໃນໂຮງໝໍຂອງ ສປປ ລາວ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະ ສະໜອງການບໍລິການດ້ານສຸຂະ ພາບທີ່ມີຄຸນະພາບໃຫ້ແກ່ຜູ້ລອດ ຊີວິດ ທີ່ເຂົ້າມາໃຊ້ບໍລິການ, ພ້ອມທັງ ຈະຊ່ວຍເຊື່ອມໂຍງ ສົ່ງຕໍ່ໃຫ້ສາມາດ ເຂົ້າເຖິງການບໍລິການທາງດ້ານ ສັງຄົມ, ຍຸຕິທໍາ ແລະ ຕໍາຫລວດ. ໃນໂອກາດນີ້, ທ່ານນາງ ອິນ ລາວັນ ແກ້ວບຸນພັນ ປະທານຄະນະ ບໍລິຫານສູນກາງສະຫະພັນແມ່ຍິງ ລາວ ໄດ້ກ່າວວ່າ: ສູນກາງສະຫະ ພັນແມ່ຍິງລາວ ໄດ້ຂະຫຍາຍສູນ ໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ ຍິງ-ເດັກນ້ອຍ ຢູ່ 5 ແຂວງ ເຊິ່ງການ ຊ່ວຍເຫລືອຄັ້ງນີ້, ຈະເຮັດໃຫ້ສູນບໍ ລິການປະຕູດຽວ ແລະ ສູນປົກປ້ອງ ຜູ້ລອດຊີວິດຈາກຄວາມຮຸນແຮງ ສາມາດດໍາເນີນງານ, ພະນັກງານ ຂອງສະຫະພັນແມ່ຍິງ ຈະສາມາດ ສະໜອງການບໍລິການປະສານ ງານ ແລະ ການເຊື່ອມສານໃຫ້ແກ່ ຜູ້ລອດຊີວິດ ຈາກຄວາມຮຸນແຮງ ໄດ້ຢ່າງມີປະສິດທິພາບຫລາຍຂຶ້ນ. ທ່ານ ນາງ ວາເນັດຊາ ເຮກາ ຕີ ຮັກສາການ ຮອງເອກອັກຄະລັດ ຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ລັດຖະບານອົດ ສະຕຣາລີ ຈະເພີ່ມທະວີການຊ່ວຍ ເຫລືອຕໍ່ຜູ້ລອດຊີວິດຈາກຄວາມ ຮຸນແຮງ ບົນພື້ນຖານທາງເພດ ເຊິ່ງຜູ້ລອດຊີວິດທຸກຄົນຄວນໄດ້ຮັບ ການປະຕິບັດຢ່າງເອົາໃຈໃສ່ ແລະ ໄດ້ຮັບການປົກປ້ອງກຽດສັກສີ ຢ່າງຈິງຈັງ; ການປະກອບສ່ວນ ທາງດ້ານອຸປະກອນ ແລະ ເຄື່ອງ ໃຊ້ທີ່ຈໍາເປັນໃຫ້ແກ່ກະຊວງສາ ທາ ລະນະສຸກ ແມ່ນບາດກ້າວໜຶ່ງໄປ ສູ່ການສ້າງສະພາບແວດລ້ອມທີ່ດີ ແລະ ປອດໄພ. ບ້ານ, ມີ 23 ບ້ານທີ່ບໍ່ສາມາດສັນ ຈອນຫາເມືອງ ໄດ້ປົກກະຕິ ແລະ ບ້ານທີ່ຖືກຖ້ວມເນື້ອທີ່ນາ ມີ 12 ບ້ານ; ເມືອງຈໍາພອນ ຖືກນ້ຳຖ້ວມ 5 ບ້ານ ແລະ 11 ບ້ານ ມີຄວາມ ສ່ຽງຖືກຖ້ວມ, ມີ 270 ຫລັງຄາ, ເນື້ອທີ່ນາຖືກຖ້ວມ 48 ບ້ານ, ມີ 3.498 ຄອບຄົວ, ຊົນລະປະທານ ຝາຍສຸຍຖືກນໍ້າເຊາະ 1 ຈຸດ (ໄດ້ລົງ ສ້ອມແປງແລ້ວ). ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ສະແດງຄວາມ ເປັນຫ່ວງເປັນໃຍ ພ້ອມທັງໃຫ້ທິດ ຊີ້ນໍາວ່າ: ສໍາລັບຈຸດທີ່ຖືກນ້ຳຖ້ວມ ໜັກ ແລະ ບໍ່ສາມາດສັນຈອນໄປ ມາໄດ້ແມ່ນໃຫ້ຄະນະຄວບຄຸມໄພ ພິບັດຂັ້ນເມືອງ ກໍຄືການນໍາຂອງ ແຕ່ລະເມືອງຈົ່ງຕິດຕາມເຝົ້າລະວັງ ແລະ ກຽມພ້ອມຕະຫລອດເວລາ, ໂຄສະນາປຸກລະດົມ ພໍ່ແມ່ປະຊາຊົນ ໃຫ້ພາກັນອົບພະຍົບໄປຢູ່ໃນເຂດ ທີ່ປອດໄພ, ກະກຽມເຮືອໄວ້ໃນແຕ່ ລະຈຸດທີ່ປະຊາຊົນຕ້ອງໄດ້ເຄື່ອນ ຍ້າຍ ຫລື ເດີນທາງ, ທັງນີ້ກໍເພື່ອອໍາ ນວຍຄວາມສະດວກໃຫ້ປະຊາຊົນ. ສໍາລັບເມືອງໃດທີ່ເກີດມີຂົວຂາດ ຫາກຄໍານວນແລ້ວວ່າ ຖ້າສ້ອມ ແປງແລ້ວມີຫລາຍບ້ານສາມາດ ໄດ້ຮັບຜົນປະໂຫຍດກໍໃຫ້ຟ້າວເລັ່ງ ແກ້ໄຂກ່ອນ. ໂອກາດລົງຕິດຕາມຊຸກຍູ້ວຽກ ງານຕ້ານໄພພິບັດນໍ້າຖ້ວມຄັ້ງນີ້, ການນໍາຂັ້ນແຂວງ ກໍໄດ້ນໍາເອົາ ນໍາດື່ມ, ມີ່ເຄິ່ງສໍາເລັດຮູບ, ປາກະ ປ໋ອງ ແລະ ເງິນຈໍານວນໜຶ່ງມອບ ໃຫ້ການນໍາຂອງແຕ່ລະເມືອງ ເພື່ອ ນໍາໄປແຈກຢາຍໃຫ້ປະຊາຊົນ ເພື່ອ ແກ້ໄຂສຸກເສີນຜົນກະທົບທີ່ເກີດ ຈາກໄພນໍ້າຖ້ວມ. ຂປລ. ແຫລ່ງຂ່າວຈາກເມືອງ ຄູນຄຳ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ຝົນຕົກໜັກຕິດຕໍ່ກັນຫລາຍວັນເຮັດ ໃຫ້ລະດັບນໍ້າຕາມຫ້ວຍຮ່ອງຄອງ ບຶງຕ່າງໆເຊັ່ນ: ນໍ້າຫີນບູນ, ນໍ້າໄຮ ທີ່ເປັນນໍ້າສາຍຫລັກພາຍໃນເມືອງ ຄູນຄໍາ ເກີດມີນໍ້າປ່າໄຫລຊຸ ແລະ ຍື່ງຂຶ້ນຖ້ວມ ໄຮ່, ນາຮົ້ວສວນ, ເຮືອນ ຊານບ້ານຊ່ອງຂອງປະຊາຊົນພາຍ ໃນເມືອງຈຳນວນໜຶ່ງ, ເສັ້ນທາງ ສັນຈອນທາງບົກ, ສາຍທາງເລກ 8A, ສາຍທາງຄູນຄໍາ-ກອງລໍບາງ ຈຸດພົບຄວາມຫຍຸ້ງຍາກບໍ່ສາມາດ ສັນຈອນໄປ-ມາໄດ້ ເປັນຕົ້ນຈຸດພູ ຜາມ່ານເກີດມີດິນເຈື່ອນ, ຫີນສະ ໄລ້ລົງມາໃສ່ທາງ ແລະ ຈຸດທາງ ເຂົ້າບ້ານນາເມືອງ ຫາ ບ້ານນາຄໍາ ເຊື່ອມຕໍ່ຫາບ້ານນາກາງ ແລະ ຈຸດ ບ້ານແກ້ງ (ຄຸ້ມນໍ້ານອນ) ຫາ ບ້ານ ໂພນແຍງ ເກີດມີນໍ້າຖ້ວມທາງ. ຕໍ່ກັບສະພາບການດັ່ງກ່າວ, ຄະ ນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງ ໄດ້ອອກແຈ້ງການສະບັບ ເລກທີ 001/ຄພມລົງວັນທີ 3 ສິງ ຫາ 2023 ວ່າດ້ວຍການເຝົ້າລະ ວັງ ເພື່ອຮັບມືກັບໄພນໍ້າຖ້ວມ, ປັດຈຸ ບັນການນໍາຂອງເມືອງ ແລະ ພາກ ສ່ວນກ່ຽວຂ້ອງ ກຳລັງເລັ່ງໃຫ້ການ ຊ່ວຍເຫລືອພໍ່ແມ່ປະຊາຊົນ ແລະ ກຽນແຜນຮັບມືໃນເບື້ອງຕົ້ນ. ສ່ວນ ມູນຄ່າຄວາມເສຍຫາຍ, ພາກສ່ວນ ກ່ຽວຂ້ອງກຳລັງເກັບກຳຂໍ້ມູນ. ຂ່າວ: ລັດສະໝີ ຈູມໂພຄໍາ ຊຸກຍູ້ໃຫ້ຝ່າຍໃດຝ່າຍໜຶ່ງເຮັດສິ່ງ ດັ່ງກ່າວ. ໃນໄລຍະສົງຄາມອິນດູຈີນ ຈັກ ກະພັດອາເມລິກາ ໄດ້ຖິ້ມລະເບີດໃສ່ ສປປ ລາວ ນັບແຕ່ປີ 1964-1973 ລວມແລ້ວ ເກືອບ 3 ລ້ານໂຕນ ເຊິ່ງ ໃນນັ້ນ ມີລະເບີດລູກຫວ່ານ 270 ລ້ານໜ່ວຍ. ນັກວິຊາການດ້ານລະ ເບີດໄດ້ຄາດຄະເນວ່າ 30% (ປະ ມານ 80 ລ້ານໜ່ວຍ) ຂອງລະເບີດ ລູກຫວ່ານທີ່ຖິ້ມໃນແຜ່ນດິນລາວ ແມ່ນຍັງບໍ່ທັນແຕກ. ຕະຫລອດໄລຍະຫລາຍກວ່າຫ້າ ທົດສະວັດຜ່ານມາ, ລະເບີດລູກ ຫວ່ານທີ່ຕົກຄ້າງເຫລົ່ານີ້ໄດ້ກາຍ ເປັນອຸປະສັກ ຕໍ່ການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ, ເປັນ ໄພຂົ່ມຂູ່ຕໍ່ຊີວິດຂອງພໍ່ແມ່ປະຊາ ຊົນ. ສະຖິຕິຂອງຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນ ຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຊີ້ໃຫ້ເຫັນວ່າ: ປະຊາ ຊົນລາວຫລາຍກວ່າ 50.000 ຄົນ ໄດ້ເສຍຊີວິດ, ໄດ້ຮັບບາດເຈັບ ແລະ ກາຍເປັນຄົນພິການຍ້ອນລະເບີດ ບໍ່ທັນແຕກ ນັບແຕ່ສົງຄາມໄດ້ສິ້ນ ສຸດລົງເມື່ອ 50 ກວ່າປີກ່ອນ. ໂດຍ: ແສງທອງ ພາບຈາກເຟດບຸກ: Power Parb
RkJQdWJsaXNoZXIy MTc3MTYxMQ==