5674

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 04/08/2023 xtgmf]k; ກຽມ ສືບຕໍ່ໂຄງການ.... ສປປ ລາວ ສະຫລອງ... ລາວ-ຟີລິບປິນ... ໂທລະເລກ... ການນຳໃຊ້... ສູນວັດທະນະທຳຈີນ... ຂປລ. ສູນວັດທະນະທໍາຈີນ ປະ ຈຳລາວ ໄດ້ຈັດປາຖະກະຖາເລື່ອງ ລາວປະເທດຈີນ ໃນຫົວຂໍ້ “ຂ້າມ ພູເຂົາ ແລະ ແມ່ນໍ້າ ເພື່ອປິ່ນປົວ ແລະ ຊ່ວຍຊີວິດຄົນເຈັບ, ການແບ່ງ ປັນເລື່ອງລາວການປະຕິບັດໜ້າທີ່ ຢູ່ປະເທດລາວ ຂອງຜູ້ຊ່ຽວຊານ ທາງການແພດ ຈາກກອງທັບປົດ ປ່ອຍປະຊາຊົນຈີນ ໄດ້ຈັດຂຶ້ນໃນ ວັນທີ 3 ສິງຫາ 2023 ທີ່ນະຄອນ ຫລວງວຽງຈັນ. ການປະຖະກະຖາ ຄັ້ງນີ້, ສູນວັດ ທະນະທໍາຈີນ ໄດ້ເຊື້ອເຊີນຄະນະ ຊ່ຽວຊານແພດ ຊຸດທີ 9 ຈາກກອງ ທັບປົດປ່ອຍປະຊາຊົນຈີນ(ຖືກ ແຕ່ງຕັ້ງມາຈາກໂຮງໝໍສີຈິ່ງ ມະຫາ ວິທະຍະໄລແພດສາດ ກອງທັບ ອາກາດຈີນ) ເຊິ່ງທ່ານ ສ້າຍເຢ້ ຫົວໜ້າຄະນະຊ່ຽວຊານແພດ ໄດ້ຍົກ ໃຫ້ເຫັນເຖິງການປະຕິບັດໜ້າທີ່ ແຕ່ປີ 2018 ຂອງບັນດາຄະນະ ຊ່ຽວຊານແພດຈີນ ໃນການປິ່ນປົວ ຄົນເຈັບຢູ່ ສປປ ລາວ, ລວມທັງຂໍ້ ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃນການປິ່ນປົວຄົນເຈັບ ເຊິ່ງເຫັນວ່າ ສ່ວນໃຫຍ່ແມ່ນສາມາດຮັກ ແລະ ປິ່ນປົວຄົນເຊົາດີ. ທັງນີ້ ກໍແນໃສ່ ຊ່ວຍເຫລືອ ຄະນະຊ່ຽວຊານແພດ ລາວ ໃນການປິ່ນປົວຄົນເຈັບ, ປະ ກອບສ່ວນເຂົ້າໃນການສ້າງຄູ່ຮ່ວມ ຊະຕາກຳ ລາວ-ຈີນ ພາຍໃຕ້ຄວາມ ຄິດລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ເຊິ່ງເປັນເລື່ອງລາວທີ່ໜ້າປະ ທັບໃຈ ໃນການເຮັດວຽກຢ່າງໃກ້ ຊິດຕິດແທດກັບແພດໝໍລາວ ໃນ ການປິ່ນປົວຄົນເຈັບອັນໄດ້ສ້າງ ຄວາມຊາບຊຶ້ງແລະ ສຽງຕົບມືຈາກ ຄົນພາຍໃນງານຢ່າງອົບອຸ່ນ. ນອກ ຈາກນີ້, ພາຍໃນງານບັນດາຊ່ຽວ ຊານແພດ ຍັງໄດ້ໃຫ້ຄໍາປຶກສາ ແລະ ປິ່ນປົວໂດຍບໍ່ເສຍຄ່າ ເຊິ່ງຜູ້ເຂົ້າ ຮ່ວມໄດ້ປຶກສາບັນຫາສຸຂະພາບທີ່ ມີຄວາມກັງວົນ ເພື່ອໃຫ້ຊ່ຽວຊານ ແພດໃຫ້ຄໍາແນະນໍາ. ໃນໂອກາດນີ້, ທ່ານນາງ ຫລີ ຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈຳລາວ ໄດ້ກ່າວວ່າ: ການປາຖະ ກະຖາຄັ້ງນີ້, ແມ່ນກິດຈະກໍາໜຶ່ງ ທີ່ສໍາຄັນ ໃນປີນີ້ຂອງສູນວັດທະນະ ທໍາຈີນ ປະຈໍາສປປ ລາວ ໂດຍຈະ ປິ່ນອ້ອມສາມຫົວຂໍ້ຫລັກຄື “ຄວາມ ທັນສະໄໝໃນຮູບແບບປະເທດຈີນ, ການແລກປ່ຽນຮຽນຮູ້ອະລິຍະທຳ ເຊິ່ງກັນ ແລະ ກັນ, ນັບທັງວັດທະ ນະທຳດັ້ງເດີມ ທີ່ດີເລີດຂອງຈີນ ເຊິ່ງໃນອະນາຄົດທາງສູນຈະຈັດ ກິດຈະກໍາອອນລາຍ ອັອບລາຍ ຮູບ ແບບຕ່າງໆ ເພື່ອຈັດງານປາຖະກະ ຖາໃຫ້ຫລາຍຂຶ້ນຕື່ມ. ຂ່າວ: ກິດຕາ, ພາບ:ໄອ່ຄຳ ຂປລ.ພິທີປະກາດ ໃຫ້ພະນັກ ງານທີ່ຄົບເງື່ອນໄຂອອກພັກການ ເພື່ອຮັບອຸດໜູນບຳນານ ຂອງພາ ສີປະຈຳ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໃຫ້ກຽດ ເປັນປະທານຂອງທ່ານ ພົມມະຈັກ ສີພັນດອນ ຫົວໜ້າພາສີປະຈຳ ແຂວງສະຫວັນນະເຂດ, ພ້ອມຄະ ນະ, ມີຮອງຫົວໜ້າຄະນະຈັດຕັ້ງ ແຂວງ, ຮອງຫົວໜ້າພະແນກພາຍ ໃນແຂວງ ຕະຫລອດເຖິງການຈັດ ຕັ້ງກ່ຽວຂ້ອງ ແລະ ພະນັກງານລັດຖະກອນພາຍ ໃນພາສີ ປະຈຳ ແຂວງເຂົ້າຮ່ວມ. ທ່ານ ສົມວິຈິດ ລາດສະວົງ ຮອງຫົວໜ້າພາສີປະຈຳ ແຂວງ ສະຫວັນນະເຂດ ໄດ້ຜ່ານບົດລາຍ ງານໂດຍຫຍໍ້ການຈັດຕັ້ງປະຕິບັດ ວຽກງານ ຂອງພາສີປະຈຳແຂວງ ໃນໄລຍະຜ່ານມາ; ຈາກນັ້ນ, ໄດ້ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະ ຊວງການເງິນວ່າດ້ວຍການອະນຸ ມັດ ລັດຖະກອນອອກຮັບອຸດໜູນບຳ ນານຈຳນວນ 8 ສະບັບ. ໃນນີ້ໄດ້ຕົກ ລົງອະນຸມັດໃຫ້ທ່ານຄຳ ສອນແສນ ພິມມະຈັກ ກະສຽນ ອາຍຸ 60 ປີ, ລວມປີການ 34 ປີ; ທ່ານ ແສງ ດາວ ວົງພະຈັນ ກະສຽນອາຍຸ 60 ປີ ລວມປີການ 36 ປີ; ທ່ານນາງ ມະນິນິນ ກະສຽນອາຍຸ 60 ປີ, ລວມ ປີການ 36 ປີ; ທ່ານນາງ ວັງແກ້ວ ທຽງຈັນໄຊ ກະສຽນ ອາຍຸ 60 ປີ, ລວມປີການ 39 ປີ; ທ່ານ ສົມຈິດ ລັງສີ ກະສຽນອາຍຸ 60 ປີ, ລວມປີການ 39 ປີ; ທ່ານ ອຸດອນ ຍັນທິລາດ ກະສຽນ ອາຍຸ 60 ປີ, ລວມປີການ 40 ປີ; ທ່ານ ນາງ ບົວສົມພອນ ແສງລັດ ກະ ສຽນອາຍຸ 60 ປີ, ລວມປີການ 38 ປີ; ທ່ານ ບຸນສວນ ກະສຽນ ອາຍຸ 60, ລວມປີການ 37 ປີ ອອກພັກ ການເຂົ້າຮັບອຸດໜູນບຳນານນັບ ແຕ່ວັນທີ 1 ກໍລະກົດ 2023 ເປັນ ຕົ້ນໄປ. ໂອກາດນີ້, ທ່ານ ພົມມະຈັກ ສີພັນດອນ ໄດ້ມີຄຳເຫັນໂອ້ລົມຕໍ່ພະ ນັກງານທີ່ໄດ້ຮັບອຸດໜູນບຳນານ ໃນຄັ້ງນີ້. ພ້ອມນີ້, ຍັງໄດ້ມີການມອບ ກະຕ່າຂອງຂວັນ ແລະ ເງິນນະໂຍ ບາຍ ໃຫ້ແກ່ພະນັກງານທີ່ອອກພັກ ການ-ເຂົ້າຮັບອຸດໜູນບຳນານຈຳ ນວນ 8 ທ່ານ, ທັງນີ້ ກໍເພື່ອສະແດງ ຄວາມຍ້ອງຍໍຕໍ່ຜົນງານການປະ ກອບສ່ວນທາງດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການພັດທະນາ ວຽກງານ. ແຫລ່ງຂ່າວ:ກະຊວງການເງິນ rklu xt9ec0;'lts;a ootg0f xtdkfrtoa d'koIa [v5 f|6 o[eoko ຊົນທຸກຄົນມີສ່ວນຮັບຜິດຊອບ. ປັດຈຸບັນລະດັບການຂາດສານອາ ຫານທີ່ຈໍາເປັນຂອງປະຊາຊົນບັນ ດາເຜົ່າ ຢູ່ເຂດຊົນນະບົດຫ່າງໄກ ສອກຫລີກ ກໍຄືການຂາດໂພຊະນາ ການ ເຮັດໃຫ້ການຈະເລີນເຕີບໂຕ ຊ້າ ຍັງກວມອັດຕາສ່ວນສູງ,ເດັກ ນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ຢູ່ທ້ອງ ຖິ່ນຍັງຂາດໂພຊະນາການ,ມີ ນໍ້າ ໜັກຕໍ່າກວ່າ ເກນມາດຕະຖານ,ສຸ ຂະພາບບໍ່ແຂງແຮງ ແລະ ມີການ ສູນເສຍຊີວິດຈໍານວນໜຶ່ງການ ຂາດໂພຊະນາການ ມີຜົນກະທົບຕໍ່ ຫລາຍກຸ່ມຄົນ ບໍ່ວ່າຈະເປັນຜູ້ທຸກ ຍາກ, ເດັກນ້ອຍຊົນນະບົດຫ່າງໄກ ສອກຫລີກ ແລະ ຜູ້ອາໄສໃນເຂດພູ ດອຍພື້ນທີ່ຮາບພຽງຂອງປະເທດ ແລະ ການຂາດໂພຊະນາການທີ່ ເຮັດໃຫ້ຈະເລີນເຕີບໂຕຊ້າ ແລະ ມີ ນໍ້າໜັກຕໍ່ານັ້ນ ແມ່ນມີໃນບັນດາເດັກ ນ້ອຍທີ່ມີຖານະທຸກຍາກທີ່ສຸດ ຊຶ່ງ ສ່ວນຫລາຍ ແມ່ນຢູ່ເຂດຊົນນະບົດ ຫ່າງໄກສອກຫລີກ, ມີອັດຕາສູງ ກວ່າ 3 ເທົ່າ ຂອງກຸ່ມເດັກນ້ອຍໃນ ກຸ່ມຮັ່ງມີ. ດ້ວຍເຫດນັ້ນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຄົ້ນຄວ້າສະເໜີຕໍ່ ລັດຖະບານ ເພື່ອຂໍກູ້ຢືມເງິນນໍາທະ ນາຄານໂລກ ເພື່ອມາຈັດຕັ້ງປະຕິ ບັດໂຄງການຫລຸດຜ່ອນຄວາມທຸກ ຍາກ ແລະ ການຂາດໂພຊະນາການ ໃນເຂດຊົນນະບົດ (ລພຊ) ຊຶ່ງການ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄລຍະທີ I ໄດ້ຮັບອະນຸມັດ ແລະ ດຳເນີນການ ແຕ່ປີ 2019-ຕົ້ນປີ 2024 ຢູ່ 4 ແຂວງ, 12 ເມືອງ, 879 ບ້ານ, ໃນງົບປະມານ 27 ລ້ານ ໂດລາສະຫະລັດ. ຜ່ານການຈັດຕັ້ງ ປະຕິບັດໂຄງການ ໄລຍະທີ I ຜ່ານ ມາ ແລະ ອີງໃສ່ຄວາມຕ້ອງການ ອັນຈໍາເປັນໃນການແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ໃນເຂດ ຊົນນະບົດ ໂດຍສະເພາະແມ່ນອັດ ຕາການຂາດໂພຊະນາການຂອງ ປະຊາຊົນທີ່ຍັງທຸກຍາກ, ລັດຖະ ບານ ແລະ ທະນາຄານໂລກ ໄດ້ເຫັນ ດີໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ໂດຍແມ່ນກົມພັດທະນາຊົນນະບົດ ເປັນເຈົ້າການ ສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ ເພື່ອກະກຽມສືບຕໍ່ຈັດ ຕັ້ງປະຕິບັດ ໄລຍະທີ II ຊຶ່ງອີງຕາມ ການເອກະພາບໃນເບື້ອງຕົ້ນໃນ ວົງເງິນ 37 ລ້ານໂດລາສະຫະລັດ ໂດຍມີພື້ນທີ່ເປົ້າໝາຍຈັດຕັ້ງປະຕິ ບັດໂຄງການຢູ່ 7 ແຂວງ, 25 ເມືອງ, 1.665 ບ້ານ. ໜູນ ແລະ ເລັ່ງລັດການຈັດຕັ້ງປະ ຕິບັດນະໂຍບາຍປະຊາກອນ ແລະ ການພັດທະນາແຫ່ງຊາດ(NPDP 2019-2030), ການຈັດຕັ້ງປະຕິ ບັດແຜນດຳເນີນງານ ຂອງກອງປະ ຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ຢູ່ ສປປ ລາວ. ສຳລັບ ຫົວຂໍ້ຂອງວັນປະຊາ ກອນໂລກປີນີ້ “ມີປະຊາກອນ 8 ລ້ານຄົນ: ສິດທິ ແລະ ທາງເລືອກ ສຳລັບ ສປປ ລາວ ເພື່ອຮັບຮູ້ທຶນມະ ນຸດ ແລະ ຜົນປະໂຫຍດດ້ານປະຊາ ກອນ” ເຊິ່ງໄດ້ສື່ໃຫ້ເຫັນວ່າເຖິງ ເວລາອັນຄວນແລ້ວ ທີ່ຈະຕ້ອງມີ ການລິເລີ່ມປຶກສາຫາລື ແລະ ສຸມໃສ່ ຜັນຂະຫຍາຍນະໂຍບາຍດ້ານປະ ຊາກອນ ເພື່ອກຽມຄວາມພ້ອມໃຫ້ ກັບ ສປປ ລາວ ທີ່ຈະມີປະຊາກອນ 8 ລ້ານຄົນ ໃນປີ 2027. ໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ: ປັດຈຸບັນ ສປປ ລາວ ກໍາລັງຢູ່ໃນໄລຍະຂອງການ ປ່ຽນແປງດ້ານປະຊາກອນ ເຊິ່ງ ການປັບປຸງທາງດ້ານສາທາລະນະ ສຸກທີ່ກວມເອົາວຽກງານສຸຂະ ພາບທາງເພດ ແລະ ສຸຂະພາບຈະ ເລີນພັນ ຈະຊ່ວຍຫລຸດອັດຕາການ ເສຍຊີວິດ ແລະ ການເກີດ, ສົ່ງ ຜົນໃຫ້ມີການປ່ຽນແປງດ້ານໂຄງ ສ້າງປະຊາກອນ ຕາມກຸ່ມອາຍຸຢ່າງ ໄວວາ. ທ່າອ່ຽງຂອງຫລາຍໂຕຊີ້ ວັດທີ່ສຳຄັນມີທິດທາງທີ່ດີຂຶ້ນ ໂດຍ ສະເພາະອັດຕາການໃຊ້ຄຸມກຳເນີດ ເປັນຕົ້ນ. ອີງໃສ່ການສຳຫລວດດັດ ສະນີໝາຍສັງຄົມລາວ, ການຊົມໃຊ້ ວິທີການວາງແຜນຄອບຄົວແບບ ທັນສະໄໝໃນກຸ່ມແມ່ຍິງ 15-49 ປີ ທີ່ແຕ່ງງານ ຫລື ຢູ່ຮ່ວມກັນແມ່ນ ເພີ່ມຂຶ້ນ ຈາກ 42% ໃນປີ 2012 ມາເປັນ 49% ໃນປີ 2017. ອັດ ຕາ ເກີດລູກໃນໄວໜຸ່ມຍິງຫລຸດລົງ ຈາກ 94 ຕໍ່ແມ່ຍິງ 1.000 ຄົນ ໃນ ປີ 2012 ມາເປັນ 83 ຕໍ່ 1.000 ຄົນ ໃນປີ 2017. ດັ່ງນັ້ນ, ສປປ ລາວ ຈຶ່ງໄດ້ຮັບຜົນປະໂຫຍດຈາກປະ ຊາກອນໜຸ່ມ ເຊິ່ງເປັນທ່າແຮງ ແລະ ຊ່ອງທາງ ສໍາລັບກາລະໂອກາດ ເຮັດໃຫ້ເກີດການປັນຜົນດ້ານປະຊາ ກອນ ເພື່ອຊຸກຍູ້ການຂະຫຍາຍຕົວ ຂອງເສດຖະກິດຫາກມີການລົງ ທຶນຢ່າງພຽງພໍ ແລະ ມີຍຸດທະສາດ ໃນການພ ດທະນາທຶນມະນຸດ. ເຖິງຢ່າງໃດກໍຕາມ ໃນສະພາບ ຂອງການປ່ຽນແປງທາງດ້ານປະ ຊາກອນ, ສປປ ລາວ ຍັງຜະເຊີນກັບ ສິ່ງທ້າທາຍຫລາຍຢ່າງ ໂດຍສະ ເພາະບັນຫາການຂະຫຍາຍຕົວ ຂອງເສດຖະກິດທີ່ຊ້າລົງ ເຊິ່ງອາດ ສົ່ງຜົນກະທົບຕໍ່ການສະໜອງທຶນ ມະນຸດ ແລະ ເປັນອຸປະສັກ ໃນການ ຮັບຮູ້ເຖິງຜົນປະໂຫຍດທາງດ້ານ ປະ ຊາ ກອນ. ບັນຫາດັ່ງກ່າວເຮັດໃຫ້ ສປປ ລາວ ມີຄວາມສ່ຽງເພີ່ມຂຶ້ນ ທີ່ຈະສູນເສຍກາລະໂອກາດດ້ານ ປະຊາກອນ. ສະນັ້ນ, ການຮ່ວມມື ເພື່ອສົ່ງເສີມສິດທິ, ສຸຂະພາບທາງ ເພດ ແລະ ສຸຂະພາບຈະເລີນພັນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ ແມ່ຍິງ ແລະ ໄວໜຸ່ມຍິງ, ການລົງທຶນ ໃນການສຶກສາ, ການພັດທະນາທັກ ສະ ແລະ ຄວາມຮູ້ກ່ຽວກັບເພດສຶກ ສາ, ລວມທັງການສ້າງຄວາມອາດ ສາມາດ ໃນການປັບຕົວຕໍ່ການປ່ຽນ ແປງດ້ານປະຊາກອນນັ້ນ ແມ່ນມີ ຄວາມສຳຄັນທີ່ສຸດ. ໃນໂອກາດສະເຫລີມສະຫລອງ ວັນປະຊາກອນໂລກຄັ້ງນີ້, ກະຊວງ ແຜນການ ແລະ ການລົງທຶນ ແລະ ອົງການ UNFPA ຍັງໄດ້ເຜີຍແຜ່ “ບົດລາຍງານສະຖານະພາບປະ ຊາກອນໂລກ ປີ 2023 ຈຳນວນ 8 ຕື້ຄົນ, ຄວາມເປັນໄປໄດ້ທີ່ບໍ່ມີຂອບ ເຂດ ກໍລະນີສໍາລັບສິດທິ ແລະທາງ ເລືອກ” ເຊິ່ງສະທ້ອນໃຫ້ເຫັນຂີດ ໝາຍອັນສໍາຄັນ ທີ່ຈໍານວນປະຊາ ກອນໂລກບັນລຸໄດ້ 8 ຕື້ຄົນ ເມື່ອບໍ່ ດົນມານີ້, ລວມທັງຕົວແປຕ່າງໆປິ່ນ ອ້ອມຕໍ່ກັບການປ່ຽນແປງດ້ານປະ ຊາກອນ ໂດຍສະເພາະຍົກໃຫ້ເຫັນ ເຖິງການສົນທະນາຕໍ່ແນວຄວາມ ຄິດທີ່ວ່າ “ມີປະຊາກອນຫລາຍເກີນ ໄປ” ຫລື “ມີປະຊາກອນໜ້ອຍເກີນ ໄປ” ເຊິ່ງສາມາດສົ່ງຜົນກະທົບຕໍ່ ສິດ ແລະ ທາງເລືອກດ້ານສຸຂະ ພາບຈະເລີນພັນຂອງແມ່ຍິງ ແລະ ໄວໜຸ່ມຍິງ. ຂ່າວ:ວຽງສະຫວັນ, ພາບ:ຂັນໄຊ ອອກມາຈຳໜ່າຍຫລາກຫລາຍຜະ ລິດຕະພັນ ບໍ່ວ່າຈະເປັນ ແປ້ງນົວ ປອດສານພິດ ທີ່ຜະລິດຈາກຕົ້ນ ແປ້ງນົວ, ຢາສະຜົມໝາກຂີ້ຫູດ, ສະ ບູທີ່ສະກັດຈາກໝາກໄມ້, ນ້ຳຢາ ລ້າງຈານ ແລະ ອື່ນໆອີກຫລາຍ ຢ່າງ. ແຕ່ຜົນຕອບຮັບຈາກສັງຄົມ ຍັງບໍ່ດີເທົ່າທີ່ຄວນ ເຊິ່ງຍັງມີຄ່ານິ ຍົມໃນການນຳໃຊ້ສິນຄ້າຕ່າງປະ ເທດຢູ່ ທັງໆທີ່ຜະລິດຕະພັນທີ່ກ່າວ ມາເປັນຜະລິດຕະພັນທີ່ດີ, ມີຄຸນນະ ພາບ, ສາມາດກວດສອບແຫລ່ງທີ່ ມາຂອງການຜະລິດໄດ້. ນອກຈາກ ນີ້, ສິນຄ້າທຸກອັນລ້ວນແລ້ວແຕ່ໄດ້ ຮັບການຮັບຮອງຈາກ ກົມອາຫານ ແລະ ຢາ(ກອຢ) ກະຊວງສາທາລະ ນະສຸກວ່າເປັນຜະລິດຕະພັນທີ່ໄດ້ ມາດຕະຖານ ແລະ ມີກາໝາຍໂອ ດັອບຮັບຮອງຕື່ມອີກ. ພ້ອມກັນນີ້, ກໍຢາກໃຫ້ພາກລັດ ຊ່ວຍສົ່ງເສີມໃນເລື່ອງຂອງການ ຕະຫລາດ ເພື່ອໃຫ້ຜະລິດຕະພັນສິນ ຄ້າຂອງລາວເຮົາກະຈາຍໄປໃນ ທົ່ວປະເທດ ໃຫ້ກົງກັບຄຳຂວັນທີ່ ວ່າ “ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ”. ສະນັ້ນ ຢາກຮຽກ ຮ້ອງໃຫ້ຄົນລາວ ເປີດໃຈກັບຜະ ລິດຕະພັນຂອງຄົນລາວເຮົາຜະລິດ ເອງພາຍໃນໃຫ້ຫລາຍກວ່ານີ້ ເພື່ອ ໃຫ້ຜູ້ຜະລິດມີແຮງກຳລັງໃຈໃນ ການສານຕໍ່ ແລະ ພັດທະນາສິນຄ້າ ໃຫ້ມີມາດຕະຖານຍິ່ງຂຶ້ນທຽບເທົ່າ ສິນຄ້າຕ່າງປະເທດ. ຂປລ. ໂດຍຕອບສະໜອງຕາມ ຄໍາເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ, ທ່ານ ແອນ ຣິເກ ເອ. ມານາໂລ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສ ຟີລິບປິນ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາ ທິການຮ່ວມວ່າດ້ວຍການຮ່ວມມື ສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2, ໃນລະຫວ່າງວັນທີ 3-5 ສິງຫາ 2023 ເພື່ອເປັນການຮັດແໜ້ນສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ. ໃນວັນທີ 3 ສິງຫາ 2023 ທ່ານ ແອນຣິເກ ເອ. ມານາໂລ ໄດ້ພົບປະກັບ ທ່ານ ສະເຫລີມໄຊ ກົມມະສິດ ແລະ ໄດ້ເປັນປະທານ ຮ່ວມກອງປະຊຸມຄະນະກໍາມາທິ ການຮ່ວມວ່າດ້ວຍການຮ່ວມມືສອງ ແຂງ ແລະ ທັນການຂອງສູນກາງ ພັກກອມມູນິດຈີນ, ລັດຖະບານ ສປ ຈີນ ກໍຄື ຄະນະພັກ-ອໍານາດການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງ, ປະຊາ ຊົນຈີນອ້າຍນ້ອງຈະສາມາດຜ່ານ ຜ່າ ແລະ ແກ້ໄຂຜົນກະທົບທີ່ເກີດ ຈາກໄພທຳມະຊາດຄັ້ງນີ້ຢ່າງມີປະ ສິດທິຜົນ, ຊີວິດການເປັນຢູ່ຂອງປະ ຊາຊົນໃນເຂດປະສົບໄພດັ່ງກ່າວ ຈະໄດ້ຮັບການຟື້ນຟູ ແລະ ກັບຄືນສູ່ ສະພາບປົກກະຕິໂດຍໄວ. ຝ່າຍ (JCBC) ລາວ-ຟີລິບປິນ ຄັ້ງທີ 2 ເຊິ່ງສອງຝ່າຍໄດ້ຮ່ວມ ກັນທົບທວນຄືນການພົວພັນຮ່ວມ ມືສອງຝ່າຍໃນໄລຍະ 6 ປີຜ່ານ ມາພາຍຫລັງກອງປະຊຸມ JCBC ລາວ- ຟີລິບປິນ ຄັ້ງທີ 1 ທີ່ໄດ້ຈັດຂຶ້ນ ຢູ່ປະເທດຟີລິບປິນ ໃນປີ 2017, ພ້ອມທັງໄດ້ຮ່ວມກັນກໍານົດທິດທາງ ແຜນການຮ່ວມມືໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວໄດ້ປຶກສາ ຫາລືກ່ຽວກັບການພົວພັນຮ່ວມມື ສອງຝ່າຍໃນດ້ານຕ່າງໆເປັນຕົ້ນ ດ້ານການເມືອງ, ດ້ານປ້ອງກັນ ຊາດ, ຄວາມໝັ້ນຄົງ, ດ້ານເສດຖະ ກິດ, ການຄ້າ-ການລົງທຶນ, ດ້ານພະ ລັງງານ, ເຕັກໂນໂລຊີ, ການສື່ສານ, ໂຍທາທິການ, ຂົນສົ່ງ, ດ້ານວັດທະ ນະທໍາ-ສັງຄົມ, ການພັດທະນາ, ການສຶກສາ, ກິລາ, ການທ່ອງທ່ຽວ, ແຮງງານ, ກະສິກໍາ ແລະ ການຮ່ວມ ມືລະຫວ່າງສອງກະຊວງການຕ່າງ ປະເທດ. ພ້ອມນີ້, ສອງຝ່າຍໄດ້ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງ ປະເທດ ໃນຕະຫລອດໄລຍະ 68 ປີ ນັບແຕ່ສ້າງຕັ້ງສາຍພົວພັນການ ທູດນໍາກັນ ເຊິ່ງໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ເຫັນໄດ້ຈາກມີການແລກປ່ຽນການ ຢ້ຽມຢາມຂອງການນໍາຂັ້ນສູງຂອງ ສອງປະເທດຢ່າງເປັນປົກກະຕິ, ຫລ້າສຸດ ແມ່ນການພົບປະສອງຝ່າຍ ລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ປະທານາທິບໍດີ ແຫ່ງ ສ ຟີລິບປິນ ໃນໄລຍະການເຂົ້າ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ ລາບວນ ບາໂຈ, ປະເທດ ອິນໂດເນເຊຍ ໃນເດືອນພຶດສະພາ 2023. ພ້ອມນີ້, ການຄ້າສອງຝ່າຍ ແມ່ນມີມູນຄ່າເພີ່ມຂຶ້ນ ພາຍຫລັງ ການຢຸດເຊົາການລະບາດຂອງພະ ຍາດໂຄວິດ-19 ໂດຍບັນລຸຫລາຍ ກວ່າ 10 ລ້ານໂດລາສະຫະລັດໃນ ປີ 2022 ແລະ ຫລາຍກວ່າ 29 ລ້ານໂດລາສະຫະລັດ ໃນ 6 ເດືອນ ຕົ້ນປີ 2023. ການລົງທຶນຂອງ ຟີລິບປິນຢູ່ລາວ ຖືກຈັດຢູ່ໃນອັນດັບ ທີ 47 ຂອງການລົງທຶນຕ່າງປະເທດ ປະກອບມີ 4 ໂຄງການລວມມູນຄ່າ 325.439 ໂດລາສະຫະລັດ. ສໍາລັບແຜນການຮ່ວມມືໃນຕໍ່ ໜ້າ, ສອງຝ່າຍຈະສືບຕໍ່ສົ່ງເສີມ ການແລກປ່ຽນການຢ້ຽມຢາມ ເຊິ່ງ ກັນ ແລະ ກັນ ຂອງການນໍາຂັ້ນສູງ ສອງປະເທດ, ສືບຕໍ່ສົ່ງເສີມການ ຄ້າ-ການລົງທຶນສອງຝ່າຍ ໂດຍ ການຊຸກຍູ້ນັກທຸລະກິດ ແລະ ນັກລົງ ທຶນຂອງສອງປະເທດ ເຂົ້າມາດໍາ ເນີນທຸລະກິດ ແລະ ລົງທຶນໃນຂົງເຂດ ທີ່ສອງຝ່າຍມີທ່າແຮງໃຫ້ຫລາຍຂຶ້ນ ແລະ ຈະສືບຕໍ່ຊຸກຍູ້ການຈັດຕັ້ງປະ ຕິບັດບັນດາບົດບັນທຶກຄວາມເຂົ້າ ໃຈ (MOU) ທີ່ສອງປະເທດໄດ້ລົງ ນາມຮ່ວມກັນ, ທັງຊຸກຍູ້ການລົງ ນາມ MOU ໃນຕໍ່ໜ້າໃນຂະແໜງ ການສຶກສາ, ການລົງທຶນ, ການປ້ອງ ກັນຊາດ, ດ້ານກະສິກໍາ ແລະ ອື່ນໆ, ພ້ອມທັງຈະສືບຕໍ່ຮັກສາການຮ່ວມມື ທີ່ດີ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາ ກົນ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນ ດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທໍາອິດຂອງ ທ່ານລັດຖະມົນຕີກະຊວງການຕ່າງ ປະເທດ ຟີລິບປິນ ແລະ ຄະນະນັບ ຕັ້ງແຕ່ດໍາລົງຕໍາແໜ່ງເປັນລັດຖະ ມົນຕີກະຊວງການຕ່າງປະເທດ ຟີລິບປິນ ເຊິ່ງເປັນການປະກອບ ສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສອງປະ ເທດ. ພ້ອມທັງໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ສະແດງ ຄວາມຂອບໃຈຕໍ່ການຊ່ວຍເຫລືອ ແລະ ສະໜັບສະໜູນອັນລໍ້າຄ່າຂອງ ລັດຖະບານ ແລະ ປະຊາຊົນ ຟີລິບ ປິນ ໃນຫລາຍຂົງເຂດໂດຍສະເພາະ ແມ່ນການພັດທະນາຊັບພະຍາກອນ ມະນຸດ, ການພັດທະນາແມ່ຍິງ, ການ ຝຶກອົບຮົມພາສາອັງກິດ, ການສ້າງ ສູນບໍາບັດ ແລະ ຟື້ນຟູແຫ່ງຊາດ ລາວ, ໂຮງຮຽນ, ສະໜາມກິລາໃນ ຮົ່ມ ແລະ ອື່ນໆ. ພ້ອມທັງໄດ້ແຈ້ງໃຫ້ ຊາບກ່ຽວກັບຄວາມຄືບໜ້າຂອງ ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ ຈະມາເຖິງນີ້. ທ່ານ ແອນຣິເກ ເອ ມານາໂລ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ກໍຄືການສະໜັບ ສະໜູນ ແລະ ຊ່ວຍເຫລືອຈາກຝ່າຍ ລາວ ທີ່ມີຕໍ່ຝ່າຍຟີລິບປິນ ໃນໄລຍະ ຜ່ານມາ, ພ້ອມທັງຢືນຢັນຈະສືບ ຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ຟີລິບປິນ-ລາວ ໃຫ້ນັບ ມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງປະເທດ. ພາຍຫລັງສໍາເລັດກອງປະຊຸມ, ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ແອນຣິເກ ເອ ມານາໂລ ກໍໄດ້ ຮ່ວມກັນລົງນາມຮັບຮອງເອົາບົດ ບັນທຶກກອງປະຊຸມຄະນະກໍາມາທິ ການຮ່ວມວ່າດ້ວຍການຮ່ວມມືສອງ ຝ່າຍ ລາວ-ຟີລິບປິນ ຄັ້ງທີ 2 ເພື່ອ ເປັນພື້ນຖານ ແລະ ທິດທາງໃນການ ເພີ່ມທະວີການຮ່ວມມືໃນອະນາຄົດ. ໃນໂອກາດດຽວກັນ, ທ່ານ ແອນຣິເກ ເອ ມານາໂລ ກໍໄດ້ນຳເອົາ ຄອມພິວເຕີແທັບເລັດ ຈໍານວນ 10 ໜ່ວຍ ມາມອບໃຫ້ແກ່ ສປປ ລາວ ເພື່ອປະກອບສ່ວນຊ່ວຍໃນການ ເປັນປະທານອາຊຽນ ປີ 2024 ຂອງລາວ, ຕາງໜ້າຮັບໂດຍທ່ານ ສະເຫລີມໄຊ ກົມມະສິດ. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==