5673

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 03/08/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ປະລິມານນ້ຳ... Iv']a f4t,q o8u dt-;'dko8j k'xtgmf 8h voIa [ z6 h 8k'|h kvq 'dkovksko3]d pn j o9q f\kpc8j '8A ' gru j ,mt;u 7;[75 ,dko37ltok zt]y f8tra omq fcmooEoq ,c,j ຂປລ. ໃນວັນທີ 1 ສິງຫາ2023 ນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຮອງ ລັດຖະມົນຕີ ກະຊວງການຕ່າງປະ ເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບ ແລະ ຍື່ນຈົດໝາຍ ແຕ່ງຕັ້ງຂອງ ທ່ານ ມາກ ແອນເດຣ ພລັອດ (Mr. Marc Andre Prost) ເພື່ອມາເປັນ ຜູ້ຕາງໜ້າອົງການອາຫານໂລກ (World Food Programme ຫລື WFP) ປະຈໍາ ສປປ ລາວ ຄົນໃໝ່. ໂອກາດນີ້, ທ່ານ ໂພໄຊ ໄຂຄໍາພິ ທູນ ໄດ້ສະແດງຄວາມຍິນດີຕ້ອນ ຮັບຜູ້ຕາງໜ້າອົງການ WFP ປະ ຈໍາ ສປປ ລາວ ຄົນໃໝ່, ພ້ອມທັງ ສະແດງຄວາມຂອບໃຈ ແລະ ຕີລາ ຄາສູງຕໍ່ສາຍພົວພັນທີ່ດີ ແລະ ການຮ່ວມມືຊ່ວຍເຫລືອຂອງອົງ ການ WFP ຢູ່ ສປປ ລາວ ໃນໄລຍະ ຜ່ານມາ. ໃນນັ້ນ, ທ່ານຮອງລັດຖະ ມົນຕີກະຊວງການຕ່າງປະເທດຍັງ ໄດ້ສະແດງຄວາມເຊື່ອໝັ້ນວ່າພາຍ ໃຕ້ການນໍາພາຂອງຜູ້ຕາງໜ້າຄົນ ໃໝ່, ອົງການ WFP ປະຈໍາ ສປປ ລາວ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະ ນາ ທີ່ສອດຄ່ອງກັບວຽກງານບຸລິ ມະສິດຕ່າງໆຂອງລັດຖະບານດັ່ງ ທີ່ໄດ້ກໍານົດໄວ້ຢູ່ໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຫ່ງຊາດ ໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະ ຕິບັດບັນດາກິດຈະກໍາ ແລະ ໂຄງ ການຕ່າງໆ ກໍຄືແຜນຍຸດທະສາດ ການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ WFP (2022-2026) ເຊິ່ງມີມູນຄ່າປະ ມານ 79 ລ້ານໂດລາສະຫະລັດ. ໃນນັ້ນ, ອົງການ WFP ກໍໄດ້ໃຫ້ ການຊ່ວຍເຫລືອດ້ານວຽກໂພຊະ ນາການ, ການຄໍ້າປະກັນສະບຽງ ອາຫານ, ລວມເຖິງການຮັບມືກັບ ໄພພິບັດ ແລະ ວິກິດການຕ່າງໆ. ພ້ອມນີ້, ທ່ານຮອງລັດຖະມົນຕີ ກໍໄດ້ຮຽກຮ້ອງໃຫ້ອົງການ WFP ປະຈໍາ ສປປ ລາວ ສືບຕໍ່ປະກອບ ສ່ວນ ແລະ ສະໜັບສະໜູນຄວາມ ພະຍາຍາມຂອງລັດຖະບານ ໃນ ການຈັດຕັ້ງປະຕິບັດບຸລິມະສິດການ ພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍການພັດທະນາແບບຍືນ ຍົງ ແລະ ວາລະການພັດທະນາ ອື່ນໆ ຂອງສາກົນລວມເຖິງຊຸກຍູ້ຄວາມ ໝາຍໝັ້ນຂອງລັດຖະບານ ໃນຂະ ບວນການກະກຽມເພື່ອຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາໃນອະນາຄົດ. ພ້ອມນີ້, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດຍັງໄດ້ ແຈ້ງໃຫ້ຜູ້ຕາງໜ້າຄົນໃໝ່ອົງການ WFP ຊາບວ່າ: ລັດຖະບານ ສປປ ລາວຈະສືບຕໍ່ໃຫ້ການສະໜັບສະ ໜູນ ແລະ ຮ່ວມມືກັບອົງການດັ່ງ ກ່າວ ໃນການຈັດຕັ້ງປະຕິບັດບັນດາ ແຜນວຽກຢູ່ ສປປ ລາວ, ພ້ອມທັງ ອວຍພອນໃຫ້ຜູ້ຕາງໜ້າຄົນໃໝ່ ຈົ່ງປະສົບຜົນສໍາເລັດໃນການປະ ຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້. ທ່ານ ມາກ ແອນເດຣ ພລັອດ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນຂອງທ່ານຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ສະແດງຄວາມປິຕິທີ່ ລັດຖະບານແຫ່ງ ສປປ ລາວ ໄດ້ອະ ນຸມັດຮັບເອົາທ່ານເພື່ອມາປະຕິບັດ ໜ້າທີ່ອັນສູງສົ່ງຂອງຕົນຢູ່ ສປປ ລາວ. ພ້ອມນັ້ນ, ທ່ານຍັງໄດ້ໃຫ້ຄໍາ ໝັ້ນສັນຍາວ່າຕົນເອງ ກໍຄືອົງການ WFP ປະຈໍາ ສປປ ລາວ ຈະສືບຕໍ່ ເພີ່ມທະວີການຮ່ວມມືກັບລັດຖະ ບານ ແຫ່ງ ສປປ ລາວ ໃນການຈັດ ຕັ້ງປະຕິບັດແຜນງານຕ່າງໆທີ່ສະ ໜັບສະໜູນໃຫ້ແກ່ການບັນລຸບັນ ດາບຸລິມະສິດດ້ານການພັດທະນາ ຂອງ ສປປ ລາວ ຢ່າງຕັ້ງໜ້າ. ອົງການ WFP ແມ່ນອົງການ ຈັດຕັ້ງສາກົນ ທີ່ເປັນເຄືອຂ່າຍໜຶ່ງ ຂອງອົງການ ສປຊ ທີ່ມີໜ້າທີ່ໃຫ້ ການຊ່ວຍເຫລືອດ້ານສະບຽງອາ ຫານ ໃຫ້ແກ່ບັນດາປະເທດໃນທົ່ວ ໂລກ ແລະ ຖືເປັນອົງການຈັດຕັ້ງ ສາກົນດ້ານມະນຸດສະທຳທີ່ໃຫຍ່ທີ່ ສຸດໃນໂລກ ໂດຍໄດ້ໃຫ້ການຊ່ວຍ ເຫລືອປະຊາຊົນຫລາຍລ້ານຄົນໃນ 120 ກວ່າປະເທດ. ຂ່າວ-ພາບ: ກຕທ ຂປລ. ໃນວັນທີ 1 ສິງຫາ 2023 ນີ້, ກະຊວງສາທາລະນະສຸກໄດ້ຢືນ ຢັນຄໍາໝັ້ນສັນຍາ ໃນການປົກປ້ອງ ແລະ ສົ່ງເສີມການລ້ຽງລູກດ້ວຍ ນົມແມ່ ໂດຍການເພີ່ມທະວີຄວບຄຸມ ການໂຄສະນາຜະລິດຕະພັນທົດ ແທນນໍ້ານົມແມ່ທີ່ກອງປະຊຸມລະ ດັບໂລກ ວ່າດ້ວຍການຈັດຕັ້ງປະຕິ ບັດກົດໝາຍສາກົນວ່າດ້ວຍການ ຄວບຄຸມການໂຄສະນາຜະລິດຕະ ພັນທົດແທນນໍ້ານົມແມ່ ທີ່ໄດ້ຈັດຂຶ້ນ ທີ່ປະເທດສະວິດ. ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະ ນະສຸກ ແຫ່ງ ສປປ ລາວ, ໄດ້ກ່າວ ໃນ ກອງປະຊຸມດັ່ງກ່າວ ໂດຍໄດ້ຍົກໃຫ້ ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການຄວບຄຸມການໂຄສະ ນາຜະລິດຕະພັນທົດແທນນໍ້ານົມ ແມ່. ທັງນີ້, ກໍເພື່ອສົ່ງເສີມໃຫ້ແມ່ທຸກ ຄົນໃນລາວ ສາມາດລ້ຽງລູກຂອງ ຕົນດ້ວຍນົມແມ່ໄດ້ຢ່າງເຕັມທີ່. ນອກນັ້ນຍັງໄດ້ຍົກໃຫ້ເຫັນເຖິງ ຄວາມມຸ່ງໝັ້ນຂອງລັດຖະບານ ລາວ ໃນການປົກປ້ອງການລ້ຽງລູກ ດ້ວຍນົມແມ່ໃນປະເທດ ເຊິ່ງສອດ ຄ່ອງກັບກົດໝາຍສາກົນວ່າດ້ວຍ ການໂຄສະນາຜະລິດຕະພັນທົດ ແທນນໍ້ານົມແມ່ ໂດຍການລົງມືປະຕິ ບັດດຳລັດວ່າດ້ວຍຜະລິດຕະພັນ ອາຫານ ແລະ ອຸປະກອນກ່ຽວກັບອາ ຫານສຳລັບເດັກອ່ອນ ແລະ ເດັກ ນ້ອຍ ໂດຍເພີ່ມທະວີຄວາມ ສາມາດ ໃນການສົ່ງເສີມການລ້ຽງລູກດ້ວຍ ນົມແມ່ ແລະ ຕິດຕາມການລະເມີດ ດຳລັດດັ່ງກ່າວ. ພ້ອມທັງສະແດງ ຄວາມຂອບໃຈຕໍ່ສະຫະພາບເອີຣົບ ແລະ ອົງການອຸຍນີເຊບ ທີ່ໄດ້ໃຫ້ ການສະໜັບສະໜູນຢ່າງຕໍ່ເນື່ອງ ເພື່ອປົກປ້ອງ ແລະ ສົ່ງເສີມການ ລ້ຽງລູກດ້ວຍນົມແມ່ໃນ ສປປ ລາວ, ດ້ວຍການຊ່ວຍເຫລືອຈາກສະຫະ ພາບເອີຣົບ ແລະ ອົງການອຸຍນີເຊບ, ປັດຈຸບັນໄດ້ສໍາເລັດການຝຶກອົບຮົມ ຜູ້ກວດກາ 18 ແຂວງ ເພື່ອຕິດຕາມ ການລະເມີດດຳລັດໃນລະດັບຮ້ານ ຂາຍຍ່ອຍຕ່າງໆ. ເຖິງວ່າລັດຖະບານລາວ ໄດ້ ເອົາໃຈໃສ່ໃນການສົ່ງເສີມໃຫ້ເດັກ ນ້ອຍກິນນົມແມ່ພຽງຢ່າງດຽວແຕ່ ມື້ເກີດຈົນຮອດ 6 ເດືອນທຳອິດ ແລະ ໃຫ້ລູກກິນອາຫານອື່ນໆ ທີ່ປອດໄພ ແລະ ມີສານອາຫານທີ່ດີເມື່ອເດັກ 6 ເດືອນຂຶ້ນໄ, ພ້ອມທັງສືບຕໍ່ກິນນົມ ແມ່ຈົນຮອດອາຍຸ 2 ປີ ຫລື ຫລາຍ ກວ່ານັ້ນ, ແຕ່ໃນຕົວຈິງແລ້ວຈຳ ນວນເດັກນ້ອຍລາວທັ້ງໝົດທີ່ໄດ້ ກິນເເຕ່ນົມແມ່ສະເພາະ 6 ເດືອນ ທຳອິດ ແມ່ນມີໜ້ອຍກວ່າເຄິ່ງ ເເລະ ມີເເຕ່ 1 ຄົນ ໃນເດັກນ້ອຍ 4 ຄົນ ເທົ່າ ນັ້ນ ທີ່ໄດ້ກິນນົມແມ່ຢ່າງຕໍ່ເນື່ອງຈົນ ຮອດອາຍຸ 2 ປີ. ການປົກປ້ອງ, ສົ່ງເສີມ ແລະ ສະໜັບສະໜຸນການລ້ຽງລູກດ້ວຍ ນົມແມ່ ແມ່ນອົງປະກອບຫລັກຂອງ ຄໍາໝັ້ນສັນຍາຂອງລັດຖະບານ ເເຫ່ງ ສປປ ລາວ ພາຍໃຕ້ຍຸດ ທະສາດ ດ້ານໂພຊະນາການແຫ່ງຊາດ ແລະ ແຜນປະຕິບັດງານແຫ່ງຊາດວ່າ ດ້ວຍໂພຊະນາການ (NPAN) 2021-2025. ນອກຈາກນັ້ນ, ລັດ ຖະບານລາວ ຍັງໄດ້ພັດທະນານິຕິ ກຳສຳລັບການຄວບຄຸມການໂຄສະ ນາຜະລິດຕະພັນທົດແທນນໍ້ານົມ ແມ່ ເຊັ່ນ: ດຳລັດວ່າດ້ວຍຜະລິດຕະ ພັນ ອາຫານ ແລະ ອຸປະກອນສຳລັບ ເດັກອ່ອນ ເພື່ອປ້ອງກັນການລະ ເມີດດຳລັດວ່າດ້ວຍການໂຄສະນາ ຜະລິດຕະພັນທົດແທນນໍ້ານົມແມ່ ໃນ ສປປ ລາວ. ທ່ານ ນາງ ອີນາ ມາຈູລໍນິແຕ ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ, ກ່າວ: ສະ ຫະພາບເອີຣົບ ໃຫ້ຄຳໝັ້ນສັນຍາ ໃນການສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມ ພັດທະນາ ໃນການປະຕິບັດ ແລະ ຕິດ ຕາມການລະເມີດດຳລັດວ່າດ້ວຍ ການຄວບຄຸມການໂຄສະນາຜະລິດ ຕະພັນທົດແທນນໍ້ານົມແມ່ ຜ່ານຊ່ອງ ທາງຕ່າງໆ. ພວກເຮົາເຊື່ອໝັ້ນວ່າ ດ້ວຍການຈັດຕັ້ງປະຕິບັດດຳລັດດັ່ງ ກ່າວຢ່າງເຂັ້ມງວດຈະສາມາດນຳ ໄປສູ່ການປ່ຽນແປງທີ່ສຳຄັນໃນ ການລ້ຽງລູກດ້ວຍນົມແມ່ ແລະຈະ ຊ່ວຍລັດຖະບານລາວໃນການຈະ ບັນລຸເປົ້າໝາຍການລ້ຽງລູກດ້ວຍ ນົມແມ່ໃນລະດັບຊາດ. ທ່ານນາງ ເພຍ ເຣເບວໂລ ບີຣໂຕ (Pia Rebello Britto) ຜູ້ຕາງ ໜ້າອົງການອຸຍນີເຊບ ປະຈຳລາວ ກ່າວວ່າ: ນ້ຳນົມແມ່ ບໍ່ພຽງແຕ່ເປັນ ອາຫານທີ່ສົມບູນເເບບແຕ່ມັນຍັງ ເປັນສ່ວນໜຶ່ງຂອງຈຸດເລີ່ມຕົ້ນ ຂອງ ຄວາມຜູກພັນລະຫວ່າງ ແມ່ກັບລູກ. ໃນໂອກາດຄົບຮອບ 50 ປີ ຂອງ ອົງການຢູນີອົງການ ອຸຍນີເຊບ ໃນ ສປປ ລາວ, ພວກເຮົາຂໍຢືນຢັນເຖິງ ຄໍາໝັ້ນສັນຍາ ທີ່ຈະເຮັດວຽກຮ່ວມ ກັນກັບລັດຖະບານລາວ ແລະ ບັນ ດາຄູ່ຮ່ວມພັດທະນາ ເພື່ອທະວີຄູນ ການສະໜັບສະໜູນ ເພື່ອສົ່ງເສີມ ການລ້ຽງລູກດ້ວຍນົມແມ່, ເພື່ອຜົນ ປະໂຫຍດຂອງເດັກນ້ອຍທຸກຄົນ ແລະ ເພື່ອບັນລຸເປົ້າໝາຍພາລະກິດ ຂອງອົງການອຸຍນີເຊບ ເພື່ອຮັບປະ ກັນວ່າເດັກນ້ອຍທຸກຄົນ ສາມາດມີ ຈຸດເລີ່ມຕົ້ນໃນຊີວິດທີ່ດີທີ່ສຸດ. ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໄດ້ລາຍງານ ຄວາມຄືບໜ້າສະພາບນ້ຳຖ້ວມຢູ່ ຫລາຍບ້ານພາຍໃນເມືອງອາດ ສະພັງທອງ ມາຮອດວັນທີ 2 ສິງ ຫາ 2023 ເຫັນວ່ານໍ້າຍັງສືບຕໍ່ຖ້ວມ ແລະ ເພີ່ມທະວີຂຶ້ນເລື້ອຍໆ ໂດຍ ສົ່ງຜົນກະທົບໃຫ້ຫລາຍບ້ານທີ່ຢູ່ ລຽບສາຍນໍ້າເຊຈໍາພອນ ໄດ້ໄຫລ ເຂົ້າຖ້ວມບ້ານເຮືອນພໍ່-ແມ່ປະຊາ ຊົນ, ສິ່ງຂອງເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງປູກຂອງຝັງເຊັ່ນ: ເຂົ້າ, ສວນ ຜັກ, ໜອງປາ ແລະ ສັດລ້ຽງ ເຊັ່ນ: ຄວາຍ, ງົວ, ໝູ, ແບ້, ເປັດ ແລະ ໄກ່ສ້າງຄວາມ ເສຍຫາຍຢ່າງໜັກ. ປັດຈຸບັນ, ປະລິມານນໍ້າຍັງ ໄຫລຖ້ວມເປັນວົງກວ້າງອອກໄປ ເລື້ອຍໆ, ປັດຈຸບັນ ປະຊາຊົນ ທີ່ໄດ້ ຮັບຜົນກະທົບຈາກອຸທົກກະໄພຄັ້ງ ນີ້, ພວມຂຸ້ນຂ້ຽວຍ້າຍສິ່ງຂອງຮັບ ໃຊ້ ແລະ ສັດລ້ຽງ ໄປໄວ້ຢູ່ບ່ອນສູງ ເຊິ່ງຕົວເລກລາຍງານຫລ້າສຸດ ພົບ ວ່າ ບ້ານທີ່ໄດ້ຮັບຜົນກະທົບຈາກ ນໍ້າຖ້ວມໄດ້ເພີ່ມຂຶ້ນຈາກມື້ວານນີ້ ( 1 ສິງຫາ 2023) ມີ: ບ້ານນານໍ້າ ທ່ຽງ, ສີວິໄລ, ພັງໂຮ, ນາໄລ່ໂຄກ, ດົງກຶມ, ດົງນາຂາມ ແລະ ບ້ານນາ ຄໍາໃຕ້. ສ່ວນລະດັບນໍ້າເຊຈໍາພອນ ຕອນເຊົ້າວັນທີ 2 ສິງຫາ 2023 ເວລາ 6:25 ແທກໄດ້ 11 ແມັດ. ຕໍ່ສະພາບການດັ່ງກ່າວ, ການ ນໍາຂັ້ນເມືອງ ໄດ້ແຈ້ງເຕືອນໃຫ້ແກ່ ປະຊາຊົນ ເປັນແຕ່ໄລຍະ, ປະຊາຊົນ ທີ່ຕັ້ງບ້ານເຮືອນໃກ້ແຄມສາຍເຊ ຈໍາພອນ ແລະ ສາຍຫ້ວຍຕ່າງໆ ບ່ອນທີ່ມີຄວາມສ່ຽງ ຈົ່ງມີສະຕິລະ ວັງຕົວ, ຮີບຮ້ອນຍ້າຍສິ່ງຂອງວັດ ຖຸທີ່ມີຄ່າ, ສັດລ້ຽງ ແລະ ໃຫ້ກະກຽມ ຄວາມພ້ອມຮັບມືຈາກໄພທໍາມະ ຊາດນໍ້າຖ້ວມ ໃນຄັ້ງນີ້ດ້ວຍ. ຂ່າວ-ພາບ: ໂຢດນ້ອຍ ວັນທະຍາ ຊ່ວຍກັນແກ້ໄຂ... ພາກສ່ວນກໍໃຫ້ຄວາມຮ່ວມມືເປັນ ຢ່າງດີ. ແຕ່ເຖິງຢ່າງໃດກໍຕາມ ຍັງ ມີບາງບຸກຄົນທີ່ຍັງບໍ່ທັນຍົກສູງສະ ຕິໃນການເຄົາລົບກົດໝາຍເທົ່າທີ່ ຄວນເປັນຕົ້ນ ຍັງແຈ້ງລາຄາສິນຄ້າ ເປັນເງິນຕາຕ່າງປະເທດ ໂດຍສະ ເພາະສິນຄ້າທີ່ຈຳໜ່າຍທາງເຟສ ບຸກ ແລະ ການຊື້ຂາຍຊັບສິນທີ່ມີມູນ ຄ່າສູງເຊັ່ນດິນ, ເຮືອນ, ລົດໃຫຍ່. ດັ່ງທີ່ປາກົດເຫັນໃນປ້າຍໂຄສະນາ ຂາຍດິນຕາມເສັ້ນທາງ 450 ປີ ທີ່ ໄດ້ຕິດປະກາດມາໄລຍະໜຶ່ງແລ້ວ ແຕ່ມາຮອດປັດຈຸບັນຍັງບໍ່ມີການ ປ່ຽນແປງໃດໆ ຕໍ່ເນື້ອໃນທີ່ແຈ້ງ ລາຄາເປັນເງິນບາດ. ຂໍໃຫ້ພາກ ສ່ວນກ່ຽວຂ້ອງກວດກາຕາມລະ ບຽບຫລັກການດ້ວຍ. ໃນເດືອນກໍລະກົດຜ່ານມານາ ຍົກລັດຖະມົນຕີໄດ້ອອກຄຳສັ່ງເລກ ທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕາຕ່າງປະເທດ ໂດຍຄຳສັ່ງດັ່ງກ່າວໄດ້ມອບໃຫ້ກະ ຊວງອຸດສາຫະກຳ ແລະ ການຄ້າຕິດ ຕາມ ແລະ ກວດກາການກຳນົດລາ ຄາ, ການຊຳລະ ແລະ ຮັບຊຳລະ ລວມທັງການຊື້-ຂາຍ, ຄ່າບໍລິການ ເປັນເງິນກີບ, ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມ ຄຸ້ມຄອງການຊື້-ຂາຍສິດນຳ ໃຊ້ທີ່ດິນ, ສິ່ງປຸກສ້າງເປັນເງິນກີບ, ກະຊວງໂຍທາທິການ ແລະ ຂົນສົ່ງ ກວດກາການຮັບເໝົາກໍ່ສ້າງ, ຄ່າ ຂົນສົ່ງທາງບົກ, ທາງນ້ຳ ແລະ ທາງ ອາກາດເປັນເງິນກີບ, ກະຊວງສຶກ ສາທິການ ແລະ ກິລາຕິດຕາມຄ່າ ບໍລິການດ້ານການສຶກສາຕ້ອງໃຊ້ ເປັນເງິນກີບ. ນອກຈາກນີ້ຍັງຊີ້ນຳ ໃຫ້ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມຕິດຕາມການ ຄິດ ໄລ່ເງິນເດືອນ ຫລື ຄ່າແຮງງານ ເປັນເງິນກີບ. ຕໍ່ກັບປາກົດການທີ່ກ່າວມາ ຂ້າງເທິງຫວັງວ່າທາງພາກສ່ວນ ກ່ຽວຂ້ອງ ຈະປະສານສົມທົບກັບຜູ້ ຮັບຜິດຊອບປ້າຍໂຄສະນາດັ່ງກ່າວ ແກ້ໄຂໃຫ້ຖືກຕ້ອງຕາມລະບຽບ ການໃນໄວໆນີ້.

RkJQdWJsaXNoZXIy MTc3MTYxMQ==