5673

-j ;pda ocdh w0[a osk c9h ']k7kgxa og'o8k8j y k'xtgmf xt]y ,kooE pa 'ln [8+ ws]4h ;, g,n v'vkfltra 'mv' gxa o;q 'd;h k' 6 gfn vo8Q oxu o; lq j 'vvdly o7h k dtly dewfh 26 ]h kod;j k3f]k lts]v';a o3r-tokdkocsj '-kf c]t ;a ola [xtfklkdq o]h P']6 dfh ;poq ,c,j xu 2023 [+ 7e{mv'g-3xo 9tzt]y f7e.sh wfh s]kpd;j k 6 38o c]t mv' 7 ra o38 lkov;prvo;ao-kf lt;yf 7q[Iv[ 732 xu lkov;prvo;ao-kf ,kofy; 7q[Iv[ 58 xu ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 03.08.2023 ປີທີ 22 ສະບັບທີ 5.733 rda xt-k-oq xt8;y fa]k; mu,j du Pflts'k \oA pon K j  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme d;fdk7;k,4n d8h v'Ij k'dq f\kpdko[a o-u dj voltg|u 8+ ]a f4t[ko c]t ltrkcsj '-kf ]tfa [oEsu o[6 o c]t oExtda o dkpg0f g8n vowr 0= .sh xt-k-q odP,7;k,rh v,Ia [,n pm0 g-njv,-b,,t8ydv'xt-5,7q[7tot [=]ysko'kol6odk'rad 7A'mu 6 ltw\mu XI ຂປລ. ໃນວັນທີ 2 ສິງຫາ 2023 ນີ້, ສປປ ລາວ ສະເຫລີມສະຫລອງ ວັນໂພຊະນາການແຫ່ງຊາດ ແລະ ວັນສັບປະດາສາກົນລ້ຽງລູກດ້ວຍ ນົມແມ່ ປະຈໍາປີ 2023 ໂດຍຍົກ ໃຫ້ເຫັນເຖິງຄວາມເປັນມາ ຂອງ ວັນສັບປະດາສາກົນ ການລ້ຽງລູກ ດ້ວຍນໍ້ານົມແມ່, ພ້ອມທັງສົນທະ ນາຫົວຂໍ້ “ການປະຕິບັດການເປັນ ສະຖານທີ່ເຮັດວຽກ ທີ່ເປັນມິດກັບ ຂປລ. ຄະນະຮັບຜິດຊອບປັບປຸງ ຮ່າງກົດໝາຍວ່າດ້ວຍການບັນຊີ ຈາກກົມຄຸ້ມຄອງການບັນຊີກະ ຊວງການເງິນຮ່ວມກັບກົມກົດໝາຍ ກະຊວງຍຸຕິທໍາ ຈັດກອງປະຊຸມປຶກ ສາຫາລື ແລະ ກວດກາຄວາມສອດ ຄ່ອງທາງດ້ານກົດໝາຍຂອງຮ່າງ ກົດໝາຍວ່າດ້ວຍການບັນຊີ (ສະ ບັບ ປັບປຸງ) ໃນລະຫວ່າງ ວັນທີ 31 ກໍລະກົດ ຫາວັນທີ 3 ສິງຫາ 2023 ຂປລ. ປັັັັັດຈຸບັນ ພັກ-ລັດ ໄດ້ ເພີ່ມທະວີຄວາມເອົາໃຈໃສ່ໃນການ ຄຸ້ມຄອງການໃຊ້ເງິນຕາຕ່າງປະ ເທດໃຫ້ມີຄວາມເຂັ້ມງວດຫລາຍ ຂຶ້ນ ເຊິ່ງເຫັນໄດ້ຈາກການອອກຂໍ້ ກຳນົດ, ນະໂຍບາຍຕ່າງໆເພື່ອເພີ່ມ ທະວີຄວາມສັກສິດ ກໍຄືການບັງຄັບ ໃຊ້ກົດໝາຍທີ່ເປັນຮູບປະທຳຫລາຍ ຂຶ້ນ ແລະ ຫລາຍບຸກຄົນ ກໍຄືຫລາຍ ຂປລ. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ແຈ້ງເຕືອນລະດັບນໍ້າຫີນບູນ ແລະ ນໍ້າປະກັນ ຂຶ້ນກາຍ ເຂດເຕືອນໄພ ຂໍໃຫ້ພໍ່ແມ່ປະຊາຊົນ ກຽມຄວາມພ້ອມຮັບມືພ້ອມທັງຕິດ ຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ. ເນື່ອງຈາກວ່າ ໄດ້ມີຝົນຕົກຕິດ ຕໍ່ກັນຫລາຍວັນ ຢູ່ເຂດແຂວງພາກ ກາງລົງຫາພາກໃຕ້ ເຮັດໃຫ້ແມ່ນໍ້າ ສາຂາໄດ້ເພີ່ມຂຶ້ນຢ່າງວ່ອງໄວ ໂດຍສະເພາະແມ່ນລະດັບນໍ້າຢູ່ສະຖານີວັດແທກ ບ້ານທ່າແຄນ (ນໍ້າປະ ກັນ) ນໍ້າໄດ້ຂຶ້ນກາຍເຂດເຕືອນໄພແລ້ວ, ເຂດເຕືອນໄພແມ່ນ 10.00 ແມັດ, ເຂດອັນຕະລາຍແມ່ນ 11.00 ແມັດ ແລະ ນໍ້າຫີນບູນ ເຂດເຕືອນ ໄພ ແມ່ນ 9.00 ແມັດ, ເຂດອັນຕະລາຍແມ່ນ 10.00 ແມັດ ແລະ ຍັງຈະ ມີຝົນຕົກໃນລະດັບປານກາງ ຫາຕົກໜັກ ຢູ່ທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ຕື່ມອີກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາ ເຜົ່າທີ່ອາໄສຢູ່ ໃນແຂວງຄຳມ່ວນ ໂດຍສະເພາະ ຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ, ເຂດ ທີ່ມີຄວາມສ່ຽງໄພ, ເຂດຍອດນໍ້າ, ທ່ານ ດຣ ສະໜອງ ທອງຊະນະ ຂປລ. ຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດເຊື່ອມຊຶມມະຕິກອງປະ ຊຸມຄົບຄະນະຂອງຄະນະບໍລິຫານ ງານສູນກາງພັກຄັ້ງທີ 6 ສະໄໝ ທີ XI ໃນວັນທີ 2 ສິງຫາ 2023 ໂດຍການເຜີຍແຜ່ຂອງ ທ່ານ ງາມ ປະສົງ ເມືອງມະນີ ລັດຖະມົນຕີກະ ຊວງ ຍທຂ ເພື່ອເຮັດໃຫ້ຄະນະພັກ ທຸກຂັ້ນ, ສະມາຊິກພັກ, ພະນັກງານ ຂປລ. ໃນປີ 2023 ນີ້, ບໍລິ ສັດລ້ານຊ້າງມິເນໂຣນສ໌ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ວາງຄາດໝາຍຈະຜະລິດຄຳໃຫ້ໄດ້ ຫລາຍວ່າ 6 ໂຕນ ແລະ ທອງ ໃຫ້ ໄດ້ 7 ພັນໂຕນ, ໃນຂະນະທີ່ປີ 2022 ຜ່ານມາ ສາມາດຜະລິດຄຳ ໄດ້ ຫລາຍກວ່າ 6,7 ໂຕນ ແລະ ທອງ 6.600 ໂຕນ ເຊິ່ງໄດ້ປະກອບສ່ວນ ສະໜັບສະໜູນລາຍຮັບ ຈາກການ ສົ່ງອອກ ແລະ ການພັດທະນາເສດ ຖະກິດ-ສັງຄົມ ຢູ່ ສປປ ລາວ. ຕາມຂໍ້ມູນຈາກໜັງສືຂ່າວຂອງ ບໍລິສັດ LXML ໃຫ້ຮູ້ວ່າ: ໃນປີ 2022 ບໍລິສັດ LXML ໄດ້ເປີດບໍ່ແຮ່ໃຕ້ ດິນທີ່ທັນສະໄໝແຫ່ງທຳອິດ ຂອງ ສປປ ລາວ ຢູ່ ບໍ່ຄຳ-ທອງ ເຊໂປນ ເຊິ່ງໄດ້ເປັນແບບຢ່າງ ແລະ ບັນທັດ ຂປລ. ໃນວັນທີ 1 ສິງຫາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ທ່ານ ອາແລັງ ແບກເຊ ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ ເນື່ອງໃນໂອກາດວັນຊາດ ແຫ່ງສະມາພັນທະ ລັດ ສະວິດ ຄົບຮອບ 732 ປີ. ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສະມາ ພັນທະລັດ ສະວິດ ຄົບຮອບ 732 ປີ, ໃນນາມປະຊາຊົນລາວ ແລະ ໃນ ທ່ານ ງາມປະສົງ ເມືອງມະນີ ຖານໃຫ້ແກ່ໂຄງການບໍ່ແຮ່ອື່ນໆ ກໍຄື ການຂະຫຍາຍອາຍຸການບໍ່ແຮ່ ຄຳ-ທອງເຊໂປນ ໄປເຖິງປີ 2033. ພ້ອມກັນນີ້, ບໍລິສັດ LXML ຍັງ ໄດ້ສະໜອງທຶນ 5 ລ້ານໂດລາ ໃຫ້ ແຂວງສະຫວັນນະເຂດ ເພື່ອຍົກລະ ດັບສະພາບເສັ້ນທາງຫລວງ 28A ຍາວ 41,56 ກມ ຈາກນາບໍ່ເຖິງ ເມືອງວິລະບູລີ. ທັງນີ້, ເພື່ອສະໜອງ ການເຂົ້າເຖິງຕະຫລາດ ທີ່ດີກວ່າ ສຳລັບປະຊາຊົນກວ່າ 40.000 ຄົນ, ເສັ້ນທາງ 28A ເປັນເສັ້ນທາງ ສໍາຄັນທີ່ເຊື່ອມຕໍ່ແລວທາງເສດ ຖະກິດຕາເວັນອອກ-ຕາເວັນຕົກທີ່ ເຊື່ອມຈອດ ສປປ ລາວ ກັບ ສສ ຫວຽດນາມ ແລະ ໄທ. ພ້ອມນັ້ນ, ບໍລິສັດ LXML ໄດ້ລົງທຶນປະມານ ຂປລ. ວັນທີ 2 ສິງຫາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ໄດ້ສົ່ງສານອວຍພອນ ເຖິງທ່ານ ອິບຣາຮິມ ໂມຮາເມັດ ໂຊລີ ປະທານາທິບໍດີ ແຫ່ງ ສາທາລະນະລັດ ມານດິວ ເນື່ອງໃນໂອກາດວັນ ຊາດ ຄົບຮອບ 58 ປີ. ເນື້ອໃນສານໄດ້ລະບຸວ່າ: ພາບປະກອບ

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 03/08/2023 xtgmf]k; ສານອວຍພອນວັນຊາດສະວິດ... ສະຫລອງວັນໂພຊະນາການ... ປີ 2023 ບໍ່ຄຳ... ລະດັບນ້ຳຫີນບູນ... 6 ເດືອນຕົ້ນປີ... ຍທຂ ເຊື່ອມຊຶມ... ກວດກາຄວາມຖືກຕ້ອງ.... ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2023 ຜ່ານມານີ້, ນະຄອນຫລວງ ວຽງຈັນ(ນວ) ສາມາດສົ່ງອອກສິນ ຄ້າກະສິກໍາ ໄດ້ທັງໝົດ 26,36 ລ້ານໂດລາສະຫະລັດ, ທຽບໃສ່ໄລ ນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາ ຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນ ປະເສີດ ມາຍັງທ່ານ ແລະ ຜ່ານ ທ່ານໄປຍັງປະຊາຊົນສະວິດ ເພື່ອນ ມິດທຸກຖ້ວນໜ້າ. ພິເສດປີນີ້ ແມ່ນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວ ພັນການທູດ ລະຫວ່າງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ສະມາພັນທະລັດ ສະ ວິດ, ຂ້າພະເຈົ້າມີຄວາມປິຕິຍິນດີ ເປັນຢ່າງຍິ່ງ ທີ່ເຫັນວ່າໃນຕະຫລອດ 60 ປີ ທີ່ຜ່ານມາ, ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ ແລະ ການ ຮ່ວມມືອັນດີ ລະຫວ່າງ ສອງປະ ເທດພວກເຮົາສືບຕໍ່ ໄດ້ຮັບການເສີມ ຂະຫຍາຍຢ່າງຕໍ່ເນື່ອງ. ການຊ່ວຍ ເຫລືອອັນລ້ຳຄ່າຂອງ ສະວິດ ໄດ້ ປະກອບສ່ວນອັນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະໃນ ຂົງເຂດອາຊີວະສຶກສາ, ການພັດ ທະນາຊົນນະບົດ, ການປົກປັກຮັກ ສາສິ່ງແວດລ້ອມ ແລະ ການຄຸ້ມ ຄອງປ່າໄມ້ ແລະ ທີ່ດິນ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ຂອງພວກເຮົາ, ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນມີໝາກ ຜົນ ລະຫວ່າງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ແລະ ສະມາພັນທະລັດ ສະວິດ ຈະໄດ້ຮັບ ການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ທັງໃນ ຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິ ພາບ, ສະຖຽນລະພາບ ແລະ ການ ຮ່ວມມື ເພື່ອການພັດທະນາແບບ ຍືນຍົງໃນພາກພື້ນ ແລະ ໃນໂລກ. ເນື່ອງໃນໂອກາດອັນສະຫງ່າ ລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ທ່ານຈົ່ງມີພະລານາໄມສົມບູນ, ມີ ຄວາມຜາສຸກ, ປະສົບຜົນສຳເລັດ ທຸກປະການໃນໜ້າທີ່ອັນສູງສົ່ງ ຂອງທ່ານ ແລະ ປະຊາຊົນ ສະວິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດ ທະນະຖາວອນ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງສາທາລະນະລັດປະ ຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງ ສານອວຍພອນວັນຊາດ ເຖິງທ່ານ ອິກນາຊິໂອ ກາດຊິສ໌ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງສະ ມາພັນທະລັດ ສະວິດ ເນື່ອງໃນໂອ ກາດວັນຊາດ ແຫ່ງສະມາພັນທະ ລັດ ສະວິດ ຄົບຮອບ 732 ປີ ເຊັ່ນ ດຽວກັນ. ສານອວຍພອນວັນຊາດ ມານດິວ... ເນື່ອງໃນໂອກາດວັນຊາດຄົບ ຮອບ 58 ປີ ແຫ່ງ ສາທາລະນະລັດ ມານດິວ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າ ພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈ ແລະ ອວຍພອນໄຊອັນ ປະເສີດ ມາຍັງທ່ານ ແລະ ປະຊາຊົນ ມານດິວ ເພື່ອນມິດ ທຸກຖ້ວນໜ້າ. ຂ້າພະເຈົ້າ ມີຄວາມປິຕິຍິນດີ ເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສາ ທາລະນະລັດ ມານດິວ ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງໃນຊຸມປີທີ່ ຜ່ານມາ ແລະ ຫວັງຢ່າງຍິ່ງວ່າສາຍ ພົວພັນທີ່ດີດັ່ງກ່າວ ຈະສືບຕໍ່ໄດ້ຮັບ ການເສີມຂະຫຍາຍໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະ ນາໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນໄຊໃຫ້ ທ່ານຈົ່ງມີສຸຂະພາບ ເຂັ້ມແຂງ, ມີຄວາມຜາສຸກ ແລະ ປະ ສົບຜົນສຳເລັດໃນໜ້າທີ່ວຽກງານ ອັນສູງສົ່ງຂອງທ່ານ ແລະ ຂໍອວຍ ພອນໃຫ້ ປະຊາຊົນ ມານດິວ ເພື່ອນ ມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ. ພ້ອມກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ອັບດຸນລາ ຊາຮິດ ລັດຖະມົນ ຕີ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ມານດິວ ເນື່ອງ ໃນໂອກາດວັນຊາດ ຄົບຮອບ 58 ປີ ແຫ່ງ ສາທາລະນະລັດ ມານດິວ ເຊັ່ນດຽວກັນ. ລັດຖະກອນເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນມະຕິກອງປະຊຸມ ດັ່ງກ່າວຢ່າງກວ້າງຂວາງ ທົ່ວເຖິງ ເລິກເຊິ່ງ, ເປັນເຈົ້າການຍົກສູງ ຄວາມຮັບຜິດຊອບການເມືອງ ໃນ ການປະຕິບັດມະຕິດັ່ງກ່າວໃຫ້ປະ ກົດຜົນເປັນຈິງ ແລະ ທັນກຳນົດເວ ລາທີ່ສູນກາງກຳນົດໄວ້. ພ້ອມນີ້ ຍັງເປັນບ່ອນອີງໃຫ້ບັນ ດາຮາກຖານພັກ ໃນການຜັນຂະ ຫຍາຍມະຕິດັ່ງກ່າວ ໃຫ້ເປັນແຜນ ງານ, ໂຄງການລະອຽດຕິດພັນກັບ ວຽກງານຕົວຈິງຂອງຂະແໜງ ຍທຂ, ຍູ້ແຮງການຈັດຕັ້ງຜັນຂະ ຫຍາຍເຂົ້າສູ່ຊີວິດຕົວຈິງໃຫ້ເປັນ ຂະບວນການຟົດຟື້ນກວ້າງຂວາງ ແລະ ແຂງແຮງຂອງມະຫາຊົນ, ສ້າງການຫັນປ່ຽນທາງດ້ານຄວາມ ຮັບຮູ້, ທັດສະນະ, ແນວຄິດ ແລະ ການກະທຳ ແນໃສ່ສົ່ງເສີມດ້ານດີ, ແກ້ໄຂຂໍ້ບົກຜ່ອງ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆໃນໄລຍະຜ່ານ ມາ, ສ້າງຄວາມເຊື່ອໝັ້ນຂອງພະ ນັກງານຕໍ່ການນຳພາຂອງພັກ ແລະ ການບໍລິຫານຄຸ້ມຄອງຂອງລັດ. ໃນໂອກາດດຽວກັນ, ທ່ານ ງາມ ປະສົງ ເມືອງມະນີ ກໍໄດ້ໃຫ້ກຽດ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ໃຫ້ 10 ໜ່ວຍພັກ, ພ້ອມທັງໄດ້ຊີ້ນໍາ ບັນດາໜ່ວຍພັກທີ່ໄດ້ຮັບຮອງເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນໃນຄັ້ງນີ້, ຕັ້ງໜ້າເອົາໃຈໃສ່ ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກ ງານ-ລັດຖະກອນພາຍໃນຮາກ ຖານພັກຂອງຕົນດໍາເນີນການກໍ່ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕາມ 5 ເນື້ອໃນ, ຕີລາຄາ ຄຸນນະພາບ ແລະ ແບ່ງປະເພດສະ ມາຊິກພັກ ແລະ ໜ່ວຍພັກໃຫ້ໄດ້ ຕາມມາດຕະຖານເງື່ອນໄຂທີ່ໄດ້ ຮັບຮອງເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022; ພ້ອມກັນສືບຕໍ່ຈັດຕັ້ງປະຕິ ບັດແຜນການກໍ່ສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ ຮາກຖານພັກພວກສະຫາຍໃຫ້ສຳ ເລັດຕາມຄາດໝາຍທີ່ວາງໄວ້ ກໍຄື ການຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຂອງບັນດາສະຫາຍ ໃຫ້ຖືກ ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ. ສິ່ງສຳຄັນຕ້ອງສືບຕໍ່ເຊື່ອມຊຶມແນວ ທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ຂອງລັດໃຫ້ເລິກເຊິ່ງ, ເຂົ້າໃຈ ແລະ ປະຕິບັດຢ່າງເຂັ້ມງວດ; ຕ້ອງກໍາ ແໜ້ນສະພາບຄວາມເປັນຈິງຂອງ ສະມາຊິກພັກຢູ່ຮາກຖານຕົນ ເພື່ອ ສຶກສາອົບຮົມນຳພາແນວຄິດໃຫ້ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງ ພັກ, ມະຕິຄຳສັ່ງ, ຄໍາແນະນໍາ ຂອງ ພັກມາຈັດຕັ້ງຜັນຂະຫຍາຍເຂົ້າໃນ ຮາກຖານພັກຕົນ, ສ້າງສະມາຊິກ ພັກໃຫ້ມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການ ຂອງພັກ-ຂອງຊາດຢ່າງແທ້ຈິງ. ຂ່າວ-ພາບ: ບຸນອູ້ມ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີຫົວໜ້າກົມຮອງກົມຄຸ້ມຄອງການບັນຊີກະ ຊວງການເງິນ, ກົມກົດໝາຍກະ ຊວງຍຸຕິທໍາ; ກົມນິຕິກໍາ ຈາກຫ້ອງ ວ່າການສໍານັກງານນາຍົກລັດຖະ ມົນຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ໄດ້ກວດ ກາຄວາມສອດຄ່ອງທາງດ້ານກົດ ໝາຍຂອງຮ່າງກົດໝາຍວ່າດ້ວຍ ການບັນຊີສະບັບປັບປຸງ ເປັນຕົ້ນ ການໃສ່ຊື່, ໂຄງປະກອບ, ການຈັດ ວາງໝວດ, ມາດຕາຂອງຮ່າງກົດ ໝາຍສະບັບດັ່ງກ່າວໃຫ້ມີຄວາມ ຖືກຕ້ອງ ແລະ ເໝາະສົມ, ເຮັດໃຫ້ ເນື້ອໃນທາງດ້ານກົດໝາຍມີຄວາມ ຄົບຖ້ວນ, ຊັດເຈນ, ຊຶ່ງຜູ້ເຂົ້າຮ່ວມ ທັງໝົດໄດ້ເອົາໃຈໃສ່ແລກປ່ຽນ ຄໍາຄິດຄໍາເຫັນກັນຢ່າງກົງໄປກົງ ມາເພື່ອເປັນການກະກຽມຄວາມ ພ້ອມສະເໜີຕໍ່ລັດຖະບານ ແລະ ສະ ພາແຫ່ງຊາດໃນຂັ້ນຕໍ່ໄປ. ຮ່າງກົດໝາຍວ່າດ້ວຍການ ບັນຊີກໍແມ່ນນິຕິກໍາໜຶ່ງໃນການຈັດ ຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນໂດຍສະເພາະແມ່ນການຈັດຕັ້ງ ປະຕິບັດຄໍາສັ່ງເລກທີ 18 ຂອງ ນາຍົກລັດຖະມົນຕີ ວ່າດ້ວຍການ ເພີ່ມທະວີການຄຸ້ມຄອງ ແລະ ຕ້ານ ການຮົ່ວໄຫລຂອງລາຍຮັບງົບປະ ມານແຫ່ງລັດ ໂດຍສະເພາະແມ່ນ ການສ້າງ ແລະ ປັບປຸງກົນໄກການ ຊຸກຍູ້ ແລະ ສົ່ງເສີມຈຸນລະວິສາຫະ ກິດ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ໃຫຍ່ ຖືບັນຊີໃຫ້ຖືກຕ້ອງ, ຄົບຖ້ວນຕາມກົດໝາຍ ແລະ ລະ ບຽບການທີ່ກ່ຽວຂ້ອງ. ຜ່ານການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍການບັນຊີມາຮອດ ປັດຈຸບັນເຫັນວ່າ ກົດໝາຍສະບັບນີ້, ໄດ້ເປັນເຄື່ອງມືທີ່ສຳຄັນ ແລະ ຈຳເປັນໃນການຄຸ້ມຄອງການເງິນ ແຫ່ງລັດ ໂດຍສະເພາະການຄຸ້ມ ຄອງ, ຕິດຕາມ ແລະ ກວດກາການ ຈັດຕັ້ງປະຕິບັດວຽກງານບັນຊີຢ່າງ ລວມສູນ ແລະ ເປັນເອກະພາບໃນ ຂອບເຂດທົ່ວປະເທດ ໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນ, ເພື່ອເປັນ ພື້ນຖານໃນການຄຸ້ມຄອງຈັດເກັບ ລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ຄຸ້ມຄອງລາຍຈ່າຍງົບ ປະມານ ແຫ່ງລັດ ໃຫ້ມີຄວາມຖືກຕ້ອງ,ໂປ່ງ ໄສ, ທັນເວລາ ແລະ ສາມາດກວດ ສອບໄດ້, ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ຊາດ ໃຫ້ເຂັ້ມແຂງ. ຂ່າວ-ພາບ: ກະຊວງການເງິນ ການລ້ຽງລູກດ້ວຍນໍ້ານົມແມ່” ສ້າງສະພາບແວດລ້ອມທ ເອື້ອອຳ ນວຍໃນສະຖານທີ່ເຮັດວຽກ ເພື່ອ ໃຫ້ການລ້ຽງລູກດ້ວຍນໍ້ານົມແມ່ ເປັນໄປໄດ້. ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະ ນະສຸກ, ຮອງປະທານຄະນະກໍາມະ ການແຫ່ງຊາດດ້ານໂພຊະນາການ ໄດ້ໃຫ້ຮູ້ວ່າ: ເພື່ອຜັນຂະຫຍາຍເນື້ອ ໃນຈິດໃຈຂອງການສະຫລອງຄັ້ງ ນີ້ໃຫ້ປາກົດເປັນຈິງ, ພາກສ່ວນທີ່ ກ່ຽວຂ້ອງ ຈະຕ້ອງສືບຕໍ່ຍົກສູງ ຄວາມຮັບຜິດຊອບ ແລະ ເອົາໃຈ ໃສ່ ຊີ້ນຳ-ນຳພາການຈັດຕັ້ງປະຕິບັດ ບາງວຽກງານທີ່ສຳຄັນ ໂດຍສະ ເພາະເອົາໃຈໃສ່ສົ່ງເສີມສຸຂະພາບ ຂອງແມ່ຍິງ, ເດັກອ່ອນ ແລະ ເດັກ ນ້ອຍ ເພື່ອໃຫ້ເຂົາເຈົ້າມີໂພຊະນາ ການທີ່ດີ ໂດຍການສົ່ງເສີມການ ລ້ຽງລູກດ້ວຍນໍ້ານົມແມ່ພຽງຢ່າງ ດຽວ ແຕ່ມ້ືເກີດຈົນຮອດອາຍຸ 6 ເດືອນ, ໃຫ້ອາຫານເສີມຕາມໄວ ແລະ ສົມທົບກັບກິນນົມແມ່ຈົນຮອດ ອາຍຸ 2 ປີ ແລະ ສືບຕໍ່ຫລາຍກວ່າ ນັ້ນ; ສະໜັບສະໜູນສົ່ງເສີມການ ລ້ຽງລູກດ້ວຍນໍ້ານົມແມ່ ແລະ ຊ່ວຍ ເຫລືອແມ່ ທີ່ເຮັດວຽກຢູ່ສໍານັກ ງານ ອົງການ ຫລື ໂຮງຈັກໂຮງງານລວມ ທັງແມ່ທີ່ຢູ່ຊົນນະບົດທີ່ເຮັດວຽກ ອອກແຮງງານ; ສືບຕໍ່ເພີ່ມທະວີ ການໃຫ້ຄວາມຮູ້ແກ່ແມ່ ແລະ ຄອບ ຄົວເຂົາເຈົ້າມີສ່ວນຮ່ວມຫລາຍຂຶ້ນ; ສືບຕໍ່ຄົ້ນຄວ້ານະໂຍບາຍ ແລະ ກົດ ໝາຍແຮງງານ ທີ່ຈະສົ່ງເສີມການ ລ້ຽງລູກດ້ວຍນໍ້ານົມແມ່ ເຊິ່ງໂອ ກາດໃນການປັບກົດໝາຍມື້ລາພັກ ໄລຍະເກີດລູກ ຂອງແມ່ຍິງພາກ ເອກະຊົນ ແລະ ແມ່ຍິງພາກລັດຄວນ ມີນະໂຍບາຍ ແລະ ກົດໝາຍທີ່ເປັນ ເອກະພາບເທົ່າທຽມກັນທົ່ວປະ ເທດ; ຄວນໂຄສະນາໃຫ້ສຳນັກ ງານ, ອົງການທັງພາກລັດ ແລະ ເອກະຊົນໃຫ້ສ້າງຫ້ອງ ຫລື ມຸມທີ່ ແມ່ລ້ຽງລູກດ້ວຍນໍ້ານົມ ສາມາດ ປໍ້ານົມແມ່ ຫລື ໃຫ້ນົມແມ່ກັບລູກ ນ້ອຍ ໄດ້ສະດວກ ເປັນສ່ວນຕົວ ແລະ ຄວນມີນະໂຍບາຍຍືດຍຸ່ນໂມງເຮັດ ວຽກສຳລັບແມ່ທີ່ກຳລັງລ້ຽງລູກ ດ້ວຍນໍ້ານົມແມ່ ແລະ ຄວນສົ່ງເສີມ ໃຫ້ມີມື້ພັກທີ່ສົມຄວນກັບພໍ່ຂອງ ເດັກ ທີ່ເກີດໃໝ່ເພື່ອໄດ້ຊ່ວຍເມຍ ລ້ຽງລູກ ເພື່ອບັນລຸຕົວຊີ້ບອກແຜນປະ ຕິບັດງານແຫ່ງຊາດດ້ານໂພຊະນາ ການ ປີ 2021-2025 ໃຫ້ໄດ້ 60% ຮຽກຮ້ອງມາຍັງທຸກຂະແໜງການ, ທຸກພາກສ່ວນ, ຄູ່ຮ່ວມພັດທະນາ ແລະ ທຸກໆຄົນໃນສັງຄົມໃຫ້ມີຄວາມ ຮັບຜິດຊອບຮ່ວມກັນໃນການເອົາ ໃຈໃສ່ຕໍ່ການປົກປ້ອງ, ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍ ນໍ້ານົມແມ່ເຖິງແມ່ນວ່າ ຈະຢູ່ໃນສະ ພາບປົກກະຕິ ຫລື ຢູ່ໃນສະພາບສຸກ ເສີນຂອງການເກີດໄພພິບັດທໍາມະ ຊາດ ຈາກການປ່ຽນແປງຂອງ ດິນ ຟ້າອາກາດ ຫລື ໃນສະພາບຍັງມີ ການແພ່ລະບາດຂອງພະຍາດນໍ້າ ນົມແມ່ກໍ່ຍັງເປັນອາຫານທີ່ດີເລີດ ສຸດສໍາລັບເດັກອ່ອນ ແລະ ເດັກນ້ອຍ. ຂ່າວ-ພາບ: ຄໍາກອງ 34 ລ້ານໂດລາສະຫະລັດ ໃສ່ໂຄງ ລ່າງພື້ນຖານ ເພື່ອຂະຫຍາຍຕາຂ່າຍ ໄຟຟ້າ ຈາກເມືອງທ່າແຂກ ເຖິງ ເມືອງມະຫາໄຊ ໂດຍການຮ່ວມມືກັບ ລັດວິສາຫະກິດໄຟຟ້າລາວ ໂດຍໄດ້ ຂະຫຍາຍໂອກາດດ້ານເສດຖະກິດ ໃຫ້ແກ່ຊຸມຊົນຢູ່ເຂດຊົນນະບົດ. ນັບແຕ່ເລີ່ມດຳເນີນງານໃນປີ 2003, ບໍລິສັດ LXML ໄດ້ປະກອບ ສ່ວນຫລາຍກວ່າ 1,6 ຕື້ໂດລາ ສະ ຫະລັດ ທີ່ເປັນລາຍຮັບໂດຍກົງໃຫ້ ແກ່ລັດຖະບານລາວ ຜ່ານການ ຈ່າຍພາສີອາກອນ, ຄ່າຊັບພະຍາ ກອນແຮ່ທາດ ແລະ ເງິນປັນຜົນ. ນອກ ຈາກນີ້, ກໍໄດ້ປະກອບສ່ວນຫລາຍ ຮ້ອຍລ້ານໂດລາສະຫະລັດ ເຂົ້າໃນ ການສ້າງວຽກ ເຮັດງານທຳ, ການ ຝຶກອົບຮົມ, ການພັດທະນາຊຸມຊົນ ແລະ ທຸລະກິດທ້ອງຖິ່ນ. ຂ່າວ: ທະນູທອງ ຂໍ້ມູນຈາກ: ໜັງສືຂ່າວຂອງ ບໍລິສັດ LXML ເຂດທີ່ຢູ່ອາໄສຕາມລຽບຕີນພູ ຫລື ເຂດທີ່ມີຄວາມສ່ຽງເກີດນໍ້າຖ້ວມ ອ່າງຮັບນໍ້າເຊບັ້ງໄຟ, ອ່າງຮັບນໍ້າ ຫີນບູນ ແລະ ແມ່ນໍ້າສາຂາອື່ນໆ ໃຫ້ ມີສະຕິລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີນໍ້າຖ້ວມອັ່ງ ແລະ ນໍ້າ ຖ້ວມຊຸ ທີ່ຈະເກີດຂຶ້ນໃນໄລຍະ 1-2 ວັນຂ້າງໜ້ານີ້, ພ້ອມນີ້ກໍຂໍໃຫ້ຕິດ ຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ. ຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 4,41 ລ້ານໂດລາ, ເທົ່າກັບ 20,14%. ຂໍ້ມູນດັ່ງກ່າວ ໄດ້ຮັບການລາຍ ງານຈາກ ທ່ານນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນ ການ ແລະ ການລົງທຶນນະຄອນ ຫລວງວຽງຈັນ (ນວ) ໃນກອງປະ ຊຸມສະໄໝສາມັນ ເທື່ອທີ 5 ຂອງສະ ພາປະຊາຊົນ ນວ ຊຸດທີ II ໃນວັນທີ 31 ກໍລະກົດຜ່ານມາ. ພ້ອມນີ້, ຍັງໄດ້ອອກໃບຢັ້ງຢືນ ສຸຂະອານາໄມພືດ ເພື່ອສົ່ງອອກທັງ ໝົດ 348 ຄັ້ງ, ຈໍານວນ 48 ພັນ ກວ່າໂຕນ, ລວມມູນຄ່າທັງໝົດ 16 ລ້ານກວ່າໂດລາສະຫະລັດ, ທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມ ຂຶ້ນ 21%, ການສົ່ງອອກສັດ ແລະ ຜະລິດຕະພັນສັດ ໄປຕ່າງແຂວງ ລວມມູນຄ່າເກືອບ 6 ລ້ານໂດລາ. ໃນນັ້ນ, ຜູ້ປະກອບມີ ຄວາຍ 38 ໂຕ, ງົວ 249 ໂຕ, ໝູແມ່ພັນ 315 ໂຕ, ໝູນ້ອຍ 35.503 ໂຕ, ໝູຊີ້ນ 2.331 ໂຕ, ໄກ່ແມ່ສາວພັນໄຂ່ 15.860 ໂຕ, ໄກ່ນ້ອຍສາມສາຍເລືອດ 146.750 ໂຕ, ໄກ່ລາດນ້ອຍ 524.700 ໂຕ, ໄກ່ຊີ້ນ 19.800 ໂຕນ, ໄຂ່ໄກ່ 842 ໂຕນ, ປາ1.440 ໂຕນ, ຜະລິດ ຕະພັນສັດ 50 ກວ່າໂຕນ. ນອກນັ້ນ, ຍັງໄດ້ສົ່ງອອກໄມ້, ຜະລິດຕະພັນ ໄມ້ ແລະ ເຄື່ອງປ່າຂອງດົງອອກ ໄປຕ່າງປະເທດລວມມູນຄ່າທັງໝົດ 4,11 ລ້ານໂດລາສະຫະລັດ. ພ້ອມກັນນັ້ນ, ໄລຍະ 6 ເດືອນຕົ້ນ ປີ 2023, ນະຄອນຫລວງວຽງຈັນ ຍັງໄດ້ຊົດເຊີຍທີ່ດິນໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກແລວທາງລົດ ໄຟ ລາວ-ຈີນ ໄດ້ຈຳນວນ 12 ຕອນ(ຕອນດິນຖືກກະທົບທັງໝົດ 1.738 ຕອນ). ມາຮອດປັດຈຸບັນຊົດ ເຊີຍແລ້ວ ຈໍານວນ 1.430 ຕອນ ເທົ່າກັບ 82,27%, ຍັງເຫລືອ 308 ຕອນ. ນອກຈາກນີ້, ຍັງໄດ້ສັງຮວມ ເອົາໃບຕາດິນທີ່ຍັງເຫລືອຈາກການ ຊົດເຊີຍ ໂດຍມອບໃຫ້ຂະແໜງຊັບ ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ນຳໄປດັດແກ້ໃຫ້ປະຊາ ຊົນຈໍານວນ 883 ໃບຕາດິນ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ປະຊາຊົນ

I=jkIPogvqkoe75olq,[af lyomext8y;af xtmko 7ew8 luraofvo xtgmf]k; 3 03/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ (ໂອກາດວັນເກີດຄົບຮອບ 100 ປີ, 8 ກຸມພາ 1924-8 ກຸມພາ 2024) I6hmao vao8t]kp dko7hk,to5f s]eoedoa [k'7el[a ,8u ;q cdo gxaovadlvol6' c]t 8=jkDDD ໂດຍ: ຄ້ອງໃໝ່ * ເຄີຍຮິບໂຮມນໍາມາສະເໜີກ່ຽວ ກັບຄໍາສັບທີ່ປະກອບດ້ວຍພະຍັນຊະ ນະສຽງສູງ ຫລື ເອີ້ນວ່າອັກສອນ ສູງ ແລະ ຕໍ່າ ເປັນຕົວແກນ ເຊິ່ງປະ ກອບໃສ່ສະຫລະດຽວກັນ, ຄ້າຍ ກັນ ໂດຍສະເພາະບັນດາຄໍາສັບທີ່ມີ ໄມ້ເອກ ມັກພົບກໍລະນີການຂຽນຜິດ ຫລາຍພໍສົມຄວນໃນພຶດຕິກໍາຕົວ ຈິງຂອງສັງຄົມ, ສັງເກດການໃຊ້ ທົ່ວໄປໃນສື່ສັງຄົມ ກໍ່ຄືສື່ອອນລາຍ. ບົດນີ້ ຈຶ່ງນໍາເອົາມາຫລໍາຄືນອີກ ເທື່ອໜຶ່ງ ບາງຄໍາສັບ ນອນຢູ່ໃນກໍ ລະນີທີ່ຍົກຂຶ້ນໃນເບື້ອງຕົ້ນ, ມີຈໍາ ນວນໜຶ່ງຄື ດັ່ງລຸ່ມນີ້: ແສ່ງ: ຕົບແສ່ງ, ແຊ່ງ: ສາບ ແຊ່ງ, ແສ່ວ: ຫຍິບແສ່ວ, ແສ່ວ ໝອນ..., ແຊ່ວ: ເຈີດແຊ່ວ, ບິນແຊ່ວ, ສົ່ງ:ນໍາສົ່ງ, ສົ່ງໄປ..., ຊົ່ງ:ກົ່ງຊົ່ງ, ສໍ່ : ສັບສໍ່, ຊໍ່:ຊໍ່ດອກ ໄມ້, ຊ້ອງຊໍ່..., ສ່ອງ: ແດດສ່ອງ, ສ່ອງໃສ, ສ່ອງ ເບິ່ງ..., ຊ່ອງ: ຊ່ອງທາງ, ສ່ອນ: ຕາສ່ອນ, ຊ່ອນ:ຊ່ອນໄວ/ເຊື່ອງ, ສ່ອຍ:ໜາມສ່ອຍ, ຊ່ອຍ:ຊ່ອຍ ກັນ, ສ່ວນ:ສ່ວນໜຶ່ງ, ສ່ວນຫລາຍ..., ຊ່ວນ:ຊ່ວນເຊື່ອງ, ສ່ວຍ:ສ່ວຍ ລ້າງລ້າງສ່ວຍ, ເງິນສ່ວຍ..., ຊ່ວຍ: ຊ່ວຍເຫລືອ, ສວ່າຍ:ສວ່າຍເຂົ້າ, ຊວ່າຍ:ເຂົ້າຊວ່າຍ, ເສື່ອ:ເສື່ອນອນ, ເຊື່ອ:ເຊື່ອໃຈ, ເສື່ອຍ:ເຢັນເສື່ອຍໆ, ເຊື່ອຍ:ເຂົ້າເຊື່ອຍ, ສ່ຽວ:ສ່ຽວ ສະຫາຍ, ຊ່ຽວ:ຊ່ຽວຊານ. ຖັ່ງ:ເຫລັກໜ້າຖັ່ງ,ທັ່ງ:ໄມ້ທັ່ງ, ຖ່າງ:ຖ່າງຂາ, ທ່າງ:ຍຸທ່າງ, ຖ່ານ: ຖ່ານໄຟ, ທ່ານ: ທ່ານເຈົ້າເມືອງ, ທ່ານ ສີສອນສັກ..., ຖ່າຍ:ຖ່າຍ ເສື້ອ, ປ່ຽນຖ່າຍ, ຖ່າຍເທ..., ທ່າຍ: ລາຍທໍ່າທ່າຍ, ຖ່າວ:ເດັກຖ່າວນ້ອຍ, ທ່າວ:ລົ້ມທ່າວ, ຖີ່:ດໍານາຖີ່, ຂີ້ ຖີ່...,ທີ່:ເນື້ອທີ່, ທີ່ເກີດ..., ຖຸ່ມ:ຖຸ່ມ ນອງ, ທຸ່ມ:ທຸ່ມເທ, ໝາກທຸ່ມ..., ຖຸ່ຍ:ຖຸ່ຍ ຖົ່ມນໍ້າລາຍ, ທຸ່ຍ:ສີກຸ່ຍ ທຸ່ຍ, ຖູ່:ໄມ້ຖູ່), ທູ່(ບໍ່ມີ), ຖົ່ວ: ໝາກຖົ່ວ, ທົ່ວ: ທົ່ວໄປ, ທົ່ວທີບ, ໂຖ່: ເຈົ້າໂຖ່(ເຈົ້າມືການພະນັນ), ໂທ່:ປະໂທ່ເອີຍ! ຖໍ່: ໄມ້ຖໍ່, ທໍ່: ທໍ່ໃດ, ທໍ່ນໍ້າ, ຖ່ອງ: ຖ່ອງແທ້, ທ່ອງ: ທ່ອງຂຶ້ນໃຈ, ຖ່ອນ: ຖ່ອນ (ຫລຸດອອກ), ທ່ອນ: ທ່ອນໄມ້, ຖ່ອມ: ຖ່ອມຕົວ, ທ່ອມ: ກະທ່ອມ ນ້ອຍ, ຖ່ວງ: ສຸດຖ່ວງ, ທ່ວງ: ທ່ວງທີ, ເຖື່ອນ: ປ່າເຖື່ອນ, ເທື່ອນ: ເຈື່ອນເທື່ອນ, ຖ່ຽວ: ນໍ້າຖ່ຽວ (ນໍ້າ ໄຫລແຮງ), ທ່ຽວ: ທ່ອງທ່ຽວ... ໄຜ່: ໄມ້ໄຜ່, ໄພ່: ໄພ່ພົນ, ຜ່າ: ຜ່າໄມ້, ຜ່າຕັດ, ຜ່ານຜ່າ, ພ່າ (ບໍ່ໃຊ້), ຜ່ານ: ຜ່ານມາ, ຜ່ານຟ້າ, ພ່ານ: ເພັ່ນພ່ານ, ຜີ່: ຜີ່ເບິ່ງ, ພີ່: ພີ່ ນ້ອງ, ຜຸ່ງ: ຜຸ່ງຜາຍ, ພຸ່ງ: ພຸ່ງຂຶ້ນ, ຜຸ່ຍ: ຜຸຜຸ່ຍ (ດິນຜຸຜຸ່ຍ), ພຸ່ຍ (ບໍ່ມີ), ຜູ່: ພຸ່ມຜູ່, ພູ່: ແມງພູ່, ເຜັ່ນ: ເຜັ່ນ ຂຶ້ນ, ເພັ່ນ: ເພັ່ນພ່ານ, ແຜ່: ແຜ່ຜາຍ, ເຜີຍແຜ່, ແພ່: ແພ່ລູກ, ໂຜ່ງ: ຜ່າ ໂຜງ, ໂພ່ງ: ໂພ່ງພ່າງ, ຜໍ່: ຜອມຜໍ່, ຜໍ່ດູ, ພໍ່: ພໍ່ແມ່, ຜ່ອງ: ຜ່ອງໃສ, ພ່ອງ: ລາງພ່ອງ, ບົກພ່ອງ, ເຜື່ອ: ເຜື່ອແຜ່, ເພື່ອ: ເພື່ອຊາດ, ຝ່າ: ຝ່າ ຝືນ, ຟ່າ:ໝາກຟ່າ... ໄຫ່: ຄ້ອນໄຫ່ຄ້ອງ, ໄຮ່: ໄຮ່ ເຂົ້າ, ເຫົ່າ: ໝາກເຫົ່າ, ເຮົ່າ: ນາເຮົ່າ, ຫ່າ: ຫ່າຝົນ, ຮ່າ: ຜີຮ່າ, ຮ່າພິດ, ຫ່າງ: ຫ່າງໄກ, ຮ່າງ: ຮູບຮ່າງ, ຮ່າງ ຄີງ, ຫ່າຍ: ແດງຫ່າຍໆ, ຮ່າຍ: ທະນີຮ່າຍໄມ້, ກອນຮ່າຍ, ຫ່າວ: ໃສ່ ຫ່າວ,ຮ່າວ: ຮ່າວເຮັດ, ຮ່າວເວົ້າ, ຫີ່: ຫຸ້ມຫີ່, ຮີ່: ໄຟຮຸ່ງພໍຮິບຮີ່, ຫຸ່ງ: ໝາກຫຸ່ງ, ຮຸ່ງ: ຮຸ່ງແຈ້ງ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ປີ 2024 ແມ່ນປີທີ່ປະທານ ຄໍາໄຕ ສີພັນດອນ ມີອາຍຸຄົບຮອບ 100 ປີ (8 ກຸມພາ 1924- 8 ກຸມ ພາ 2024), ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ວັນເກີດເພິ່ນໃຫ້ເຕັມໄປດ້ວຍບັນ ຍາກາດທີ່ມີຄວາມໝາຍເລິກເຊິ່ງ ຕິດພັນກັບການຍູ້ແຮງຂະບວນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກ ຊາດ ແລະ ພັດທະນາ, ສໍານັກຂ່າວ ສານປະເທດລາວ (ຂປລ) ໄດ້ມີບົດ ຈໍານວນໜຶ່ງ ຊຶ່ງເປັນຜົນງານການ ຮິບໂຮມຂຽນຂອງບັນນາທິການ, ນັກຂ່າວ ພາຍໃນ ຂປລ ແລະ ບັນດາ ທ່ານນັກຂີດນັກຂຽນປະຕິວັດອາວຸ ໂສ, ຄວາມຊົງຈໍາຂອງບັນດາທ່ານ ຜູ້ທີ່ໄດ້ໃກ້ຊິດ ປະທານ ຄໍາໄຕ ສີພັນ ດອນ, ນໍາມາສະເໜີຜ່ານບັນດາ ຜະລິດຕະພັນສື່ຂອງ ຂປລ, ທັງ ເວັບໄຊ.... , ໜັງສືພິມປະເທດ ລາວ, ເຟສບຸກ ...ບັນດາເນື້ອໃນ ແມ່ນຕິດພັນກັບ ຊີວິດ ແລະ ການ ເຄື່ອນໄຫວປະຕິວັດຂອງເພິ່ນ. ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນທໍາ ເມືອງ ແລະ ການຂະຫຍາຍຕົວຢ່າງ ວ່ອງໄວທາງດ້ານການສ້າງສາພັດ ທະນາຂອງປະເທດຊາດ; ຜ່ານມາ ພວກຄ້າມະນຸດ ໄດ້ເຄື່ອນໄຫວຊອກ ຫາ, ເຄື່ອນຍ້າຍ, ຂົນສົ່ງ, ໃຫ້ບ່ອນ ພັກເຊົາ, ລີ້ຊ່ອນ, ຕົວະຍົວະ, ຫລອກ ລວງ ເພື່ອໃຫ້ຜູ້ຖືກເຄາະຮ້າຍກະ ທໍາຜິດຖານຖືພາບໍ່ຖືກຕ້ອງ, ການ ຄ້າໂສເພນີ, ການບັງຄັບໃຫ້ເປັນໂສ ເພນີ, ການຂູດຮີດແຮງງານ ແລະ ອື່ນໆ. ການກະທໍາດັ່ງກ່າວເປັນການ ກະທໍາຜິດຕໍ່ກົດໝາຍ ແລະ ວັດທະ ນະທຳອັນດີງາມຂອງຊາດ; ບັນຫາ ທີ່ໜ້າເປັນຫ່ວງທີ່ສຸດ ແມ່ນພົນລະ ເມືອງລາວຈໍານວນບໍ່ໜ້ອຍຖືກນາຍ ໜ້າ ຕົວະຍົວະຫລອກລວງ ໄປອອກ ແຮງງານ ແລ້ວຖືກຂູດຮີດແຮງ ງານຢູ່ບາງປະເທດໃກ້ຄຽງ ເຊິ່ງໄດ້ ຕົກເປັນຜູ້ຖືກເຄາະຮ້າຍຈາກການ ຄ້າມະນຸດເປັນຈຳນວນບໍ່ໜ້ອຍ. ຕໍ່ບັນຫາດັ່ງ, ລັດຖະບານ ຈຶ່ງ ໄດ້ ນຳພາ-ຊີ້ນຳຈັດຕັ້ງປະຕິບັດວຽກ ງານຕ້ານການຄ້າມະນຸດຢ່າງຈິງ ຈັງເປັນຕົ້ນ ເອົາໃຈໃສ່ໃນການ ສ້າງກົນໄກວຽກງານຕ້ານການຄ້າ ມະນຸດໃຫ້ເປັນລະບົບ, ມີຄວາມເຂັ້ມ ແຂງແຕ່ສູນກາງ ລົງຮອດທ້ອງຖິ່ນ; ສ້າງ- ປັບປຸງບັນດາປຶ້ມຄູ່ມື, ນິຕິ ກຳທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດແຜນງານ ແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ 3 (ແຕ່ປີ 2021-2025) ໃຫ້ເປັນ ຮູບປະທໍາເທື່ອລະກ້າວ, ສ້າງຄວາມ ເຂັ້ມແຂງໃຫ້ພະນັກງານຜູ້ເຮັດ ວຽກຕົວຈິງເປັນຕົ້ນ ການຝຶກອົບ ຮົມວຽກງານຕ້ານການຄ້າມະນຸດ ໃຫ້ແກ່ເຈົ້າໜ້າທີ່ຕຳຫລວດ ແລະ ພະນັກງານທີ່ກ່ຽວຂ້ອງ, ສະໜອງ ງົບປະມານ, ເອົາໃຈໃສ່ໂຄສະນາ ປູກຈິດສຳນຶກໃຫ້ແກ່ສັງຄົມດ້ວຍ ການເຜີຍແຜ່, ໂຄສະນາຜ່ານທາງ ສື່ສັງຄົມອອນລາຍ, ວິທະຍຸກະຈາຍ ສຽງ, ໂທລະພາບ, ໜັງສືພິມ ແລະ ວາລະສານ ປ້ອງກັນຄວາມສະຫງົບ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າ ໃຈຢ່າງຖືກຕ້ອງ ຕໍ່ຄວາມເປັນອັນ ຕະລາຍ ແລະ ຜົນກະທົບຂອງການ ຄ້າມະນຸດ; ເອົາໃຈໃສ່ໃນການປະ ຕິ ບັດມາດຕະການ ທາງດ້ານກົດໝາຍ ຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ ແລະ ປົກປ້ອງຊ່ວຍເຫລືອຜູ້ຖືກເຄາະ ຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດ ທັງພາຍໃນ ແລະ ມາຈາກຕ່າງປະ ເທດ; ພ້ອມນັ້ນ, ຍັງໄດ້ມີການພົວ ພັນຮ່ວມມືຢ່າງໃກ້ຊິດກັບບັນດາ ປະເທດເພື່ອນມິດ, ປະເທດບ້ານໃກ້ ເຮືອນຄຽງ ແລະ ບັນດາອົງການຈັດ ຕັ້ງສາກົນຕ່າງໆຕະຫລອດມາ. ຜົນສໍາເລັດ ຕະຫລອດໄລຍະ ຜ່ານມາ ແມ່ນຍ້ອນຄະນະກຳມະ ການການຄ້າມະນຸດລະດັບຊາດ, ນະຄອນຫລວງ, ແຂວງ, ເມືອງ, ນະ ຄອນ ແລະ ບັນດາຂະແໜງການທີ່ ກ່ຽວຂ້ອງ ຕະຫລອດຮອດປະຊາ ຊົນລາວບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມວຽກງານ ຕ້ານການຄ້າມະນຸດຢ່າງຈິງຈັງ. ຕໍ່ໄປຈະເຮັດແນວໃດ? ນັ້ນ ແມ່ນບັນຫາສໍາຄັນ ໃນທ່າມກາງ ສະພາບແວດ ລ້ອມພາຍນອກ ແລະ ພາຍໃນ ທີ່ມີສິ່ງທ້າທາຍຫລາຍອັນ. ປະເດັ່ນສໍາຄັນອັນພື້ນຖານແມ່ນ: - ພ້ອມກັນຍົກສູງຄວາມຮັບຜິດ ຊອບຂອງຕົນ ແລະ ເພີ່ມທະວີອອກ ແຮງຈັດຕັ້ງປະຕິບັດວຽກງານຕ້ານ ການຄ້າມະນຸດ, ສຸມຄວາມເອົາໃຈ ໃສ່ເຮັດ ວຽກໂຄສະນາ ເພື່ອປະຊາ ຊົນລາວບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການຄ້າມະ ນຸດ; ມີສະຕິປ້ອງກັນຕົວເອງ ແລະ ມີຄວາມຕື່ນຕົວປະກອບສ່ວນເຂົ້າ ໃນວຽກງານຕ້ານການຄ້າມະນຸດ ໃຫ້ຫລາຍຂຶ້ນ. - ເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກ ປະເທດຢູ່ບັນດາດ່ານຊາຍແດນ, ກຸ່ມ ສ່ຽງຢູ່ພື້ນທີ່ຫລໍ່ແຫລມ, ເຂດອຸດ ສາຫະກຳ, ກະສິກຳ, ບໍລິການບັນ ເທີງ ແລະ ພາກສ່ວນອື່ນໆ ທີ່ນຳໃຊ້ ແຮງງານ. - ເອົາໃຈໃສ່ສ້າງ ແລະ ພັດທະ ນາສີມືແຮງງານ, ສ້າງວຽກເຮັດ ງານທຳ ແລະ ຕະຫລາດແຮງງານ ໃຫ້ມີຄວາມສອດຄ່ອງ. - ເພີ່ມທະວີສ້າງຄວາມເຂັ້ມ ແຂງໃຫ້ບຸກຄະລາກອນຢູ່ບັນດາຂະ ແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ຂະ ແໜງການທີ່ຮັບຜິດຊອບວຽກງານ ຕ້ານການຄ້າມະນຸດ, ເຈົ້າໜ້າທີ່ປະ ຈຳດ່ານຊາຍແດນ, ພະນັກງານ ການທູດປະຈຳຢູ່ຕ່າງປະເທດ ໃຫ້ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. - ສືບຕໍ່ພົວພັນຮ່ວມມືສອງຝ່າຍ, ຫລາຍຝ່າຍ ກັບອົງການຈັດຕັ້ງສາ * ວັນສາກົນເພື່ອຕ້ານການຄ້າ ມະນຸດ ວັນທີ 30 ກໍລະກົດ 2023 ຫາກໍ່ຜ່ານມາ, ບັນດາປະເທດໄດ້ໃຫ້ ຄວາມສໍາຄັນໃນການຕ້ານ ແລະ ສະ ກັດກັ້ນບັນຫາດັ່ງກ່າວ, ເຖິງປານ ນັ້ນ ກໍ່ຍັງຄົງເປັນເລື່ອງໃຫຍ່, ເຮັດ ໃຫ້ສັງຄົມບໍ່ສະຫງົບ. ຄວາມພະຍາ ຍາມຂອງຫລາຍປະເທດ ເຮັດໄດ້ດີ ກໍ່ແມ່ນການບັນເທົາ ເພາະບັນຫາ ມັນຕິດພັນ-ສອດຫ້ອຍຫລາຍອັັນ, ຂະບວນການນັບມື້ເລິກແລບແນບ ນຽນ, ມາໃນຮູບການ-ວິທີການ ຕ່າງໆ ເຊິ່ງເປັນສິ່ງທ້າທາຍສໍາ ລັບພາກສ່ວນກ່ຽວຂ້ອງ ແລະ ທົ່ວ ສັງຄົມ. ບັນຫາການຄ້າມະນຸດ ເປັນອາ ຊະຍາກຳທີ່ຮ້າຍແຮງ, ມັນໄດ້ລະ ເມີດສິດທິພື້ນຖານຂອງພົນລະ ເມືອງ ຕາມທີ່ໄດ້ກຳນົດໄວ້ໃນລັດ ຖະທຳມະນູນ ແລະ ກົດໝາຍ ກໍ່ຄື ສົນທິສັນຍາສາກົນ ເຊິ່ງໄດ້ສົ່ງຜົນ ກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ກຽດສັກສີ, ຈິດໃຈຂອງຜູ້ຖືກເຄາະ ຮ້າຍ, ຕໍ່ຄອບຄົວ, ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ຄວາມໝັ້ນ ຄົງຂອງຊາດ. ສໍາລັບລາວເຮົາ ກໍ່ເປັນປະເທດ ໜຶ່ງທີ່ມີບັນຫາການຄ້າມະນຸດ, ເນື່ອງຈາກທີ່ຕັ້ງພູມສັນຖານຂອງ ປະເທດ ມີຄວາມສະດວກໃນການ ເດີນທາງເຂົ້າ-ອອກ ຂອງພົນລະ ກົນທັງພາຍໃນແລະຕ່າງປະເທດ,ອົງ ການຈັດຕັ້ງທາງສັງຄົມ ດຶງດູດເອົາ ການສະໜັບສະໜູນປະກອບສ່ວນ ເພື່ອເຮັດວຽກງານຕ້ານການຄ້າມະ ນຸດມີປະສິດທິຜົນດີຂຶ້ນ ແລະ ຄວນ ຕອບສະໜອງງົບປະມານເຂົ້າໃນ ວຽກງານດັ່ງກ່າວຢ່າງເໝາະສົມ. ໄພການຄ້າມະນຸດ ອັນຕະຫລາຍ, ທຸກຄອບຄົວຫົວເຮືອນຕ້ອງເຂົ້າໃຈ ໃຫ້ເລິກເຊິ່ງ ຈຶ່ງຈະບໍ່ຕົກເປັນເຫຍື່ອ ຂອງຂະບວນການທີ່ມາໃນຫລາຍ ຮູບແບບ-ວິທີ ທີ່ເລິກແລບແນບ ນຽນ. ບໍ່ຄວນເຫັນແກ່ເງິນຄໍາ-ວັດ ຖຸສິ່ງຂອງ...ຄໍາເວົ້າໂອບໂລມຕົວະ ຍົວະຈອບອອຍໂດຍເດັດຂາດ. ອິດຂອງພັກ ປະຊາຊົນ ປະຕິວັດລາວ ພວກເຮົາ ທີ່ມີຄວາມປີຊາສາມາດ ແລະ ອົງອາດກ້າແກ່ນ; ຮອບຄອບ ແລະ ໜັກແໜ້ນໃນທຸກສະຖານະ ການ. ເພິ່ນທັງແມ່ນນັກຍຸດທະສາດ, ຍຸດໂທບາຍ ທີ່ເຫັນການໄກຄ່ອງ ແຄ້ວວ່ອງໄວ ແລະ ມີຄວາມປະດິດ ສ້າງສູງ; ແມ່ນຜູ້ນໍາທີ່ມີແບບແຜນ ຊີ້ນໍາ-ບັນຊາ ແທດກັບຕົວຈິງ, ຍາມ ໃດ ກໍ່ມີຄວາມຈົ່ງຮັກພັກດີ, ບໍລິສຸດ ຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ; ມີຄວາມເປັນຫ່ວງ ເປັນໄຍ ແລະ ເອົາໃຈໃສ່ຕິດຕາມ ຢ່າງຈົດຈໍ່ຕໍ່ທຸກບາດກ້າວເດີນຂອງ ປະເທດຊາດ. ການນໍາສະເໜີກ່ຽວກັບ ຊີວິດຜົນງານການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ ແມ່ນເພື່ອປະກອບສ່ວນສໍາຄັນສັນ ລະເສີນຄຸນງາມຄວາມດີ, ຄວາມ ເສຍສະລະ ອຸທິດຕົນ ແລະ ຜົນງານ ອັນໃຫຍ່ຫລວງຂອງເພິ່ນ ຕໍ່ພາລະ ກິດປະຕິວັດຊາດ ປະຊາທິປະໄຕ ກໍ່ຄື ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃນ ໂອກາດວັນເກີດຄົບຮອບ 100 ປີ ຂອງເພິ່ນ ທີ່ຈະມາເຖິງໃນເວລາ ບໍ່ດົນນີ້. ທັງນີ້ ກໍ່ເພື່ອເປັນການປະ ກອບສ່ວນໂຄສະນາສຶກສາອົບຮົມ ແລະ ປຸກລະດົມ ບັນດາສະມາຊິກ ພັກ, ພະນັກງານ, ກໍາລັງປະກອບ ອາວຸດ, ມະຫາຊົນ ແລະ ຄົນຮຸ່ນຫລັງ ໄດ້ສຶກສາຮໍ່າຮຽນເອົາແບບຢ່າງ ນໍ້າໃຈເສຍສະລະ, ຄຸນສົມບັດສິນ ທໍາປະຕິວັດ, ແບບແຜນນໍາພາ, ແບບ ແຜນວິທີເຮັດວຽກ ແລະ ແບບແຜນ ດໍາລົງຊີວິດຕະຫລອດຮອດແນວ ຄິດຊີ້ນໍາຂອງເພິ່ນ ໄປເປັນແວ່ນ ແຍງ ແລະ ຜັນຂະຫຍາຍ ເຂົ້າໃນພາ ລະກິດຂອງແຕ່ລະຄົນ ເພື່ອປະເທດ ຊາດ ແລະ ປະຊາຊົນ. ໃນໂອກາດສໍາຄັນນີ້, ຈຶ່ງຂໍເຊີນ ຊວນບັນດາທ່ານຜູ້ອ່ານ ຈົ່ງຊ່ວຍ ຕິດຕາມ, ໃຫ້ຄໍາຄິດເຫັນຢ່າງສ້າງ ສັນ ຕໍ່ບັນດາເນື້ອໃນທີ່ພວກເຮົາໄດ້ ນໍາສະເໜີ, ຊ່ວຍໃຫ້ແງ່ຄິດ-ຄົ້ນຄວ້າ ເພື່ອໃຫ້ການເຮັດໜ້າທີ່ໂຄສະນາ ເຜີຍແຜ່ມູນເຊື້ອອັນດີງາມບັນລຸ ຕາມຈຸດປະສົງ ແລະ ເປົ້າໝາຍແທ້ ຈິງ. ປະກອບສ່ວນເຮັດໃຫ້ບັນຍາ ກາດແຫ່ງການສະເຫລີມສະຫລອງ ວັນ ເກີດ ປະທານ ຄໍາໄຕ ສີພັນດອນ ຜູ້ນໍາອັນແສນເຄົາລົບຮັກຂອງປວງ ຊົນລາວທັງຊາດ ຄົບຮອບ 100 ປີ ເຕັມໄປດ້ວຍເນື້ອໃນ ແລະ ຄວາມ ໝາຍ ຄວາມສໍາຄັນອັນເລິກເຊິ່ງ. ບົດສະເໜີ ກອງບັນນາທິການ ໜັງສືພິມ-ວາລະສານ ປະທານ ຄຳໄຕ ສີພັນດອນ (ຜູ້ທີ 2 ແຖວທີ 2 ນັບຈາກຊ້າຍຫາຂວາ)

RkJQdWJsaXNoZXIy MTc3MTYxMQ==