xtgmf]k; 6 01/08/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ ,qoltg|j4Edv']= mujoadmjv'mjP;7;owxlezaf g7nvj 'cr/kh ps];'rt[k' 7v'.9]d6 7kh 8ts]vfdko ໂດຍ: ສຸພາສະຫວັນ * ເມື່ອກ່ອນແພຝ້າຍ ໄດ້ນໍາໃຊ້ ເປັນເຄື່ອງນຸ່ງຫົ່ມ ແລະ ເປັນແພ ບ່ຽງ ເທົ່ານັ້ນແຕ່ປັດຈຸບັນ ຄວາມ ນິຍົມໃນການນໍາໃຊ້ແພຝ້າຍລາວ ນັບມື້ນັບເພີ່ມຂຶ້ນ ສະນັ້ ນ, ແພຝ້າຍ ລາວ ຈຶ່ງນໍາມາປະຍຸກເປັນຜະລິດ ຕະພັນທີ່ ຫລາກຫ ລາຍ ຕາມຄວາມ ຕ້ອງການຂອງຜູ້ບໍລິໂພກ ໂດຍສະ ເພາະ ແມ່ນກະເປົາແພຝ້າຍ ກໍເປັນ ອີກຜະລິດຕະພັນໜຶ່ງທີ່ກໍາລັງໄດ້ ຮັບຄ ວາມນິຍົມຈາກສັງຄົມ. ເພາະ ປັດຈຸບັນສັງຄົມຫັນມາຊົມໃຊ້ຜະ ລິດຕະພັນລາວຫລາຍຂຶ້ນເພື່ອເປັນ ການຊຸກຍູ້ສົ່ງເສີມຜະລິດຕະພັນ ລາວໃຫ້ມີຄວາມຍືນຍົງ ເຊິ່ງຈຸດນີ້ ໄດ້ກາຍເປັນທ່າແຮງສໍາຄັນທີ່ເຮັດ ໃຫ້ຜູ້ຜະກອບການລາວຍິ້ມໄດ້ທີ່ ຜະລິດຕ ະພັນລ າວໄ ດ້ຮັ ບຄ ວາມສົນ ໃຈຫ ລາຍຂຶ້ນ. ນາງ ວັດສຸລິນທອນ ມິດທິຍາ ພອນ ເຈົ້າຂ ອງກ ະເປົາແ ພຝ້າຍຈ າກ ແຂວງຫ ລວງພ ະບ າງ ເວົ້າສູ່ຟັງວ່າ: ກ່ອນຈະມາເຮັດອາຊີບຂາຍກະເປົາ ແພຝ້າຍ ແມ່ນຂາຍແຂບເສື້ອປັກ ດິ້ງເອກະລັກຂອງແຂວງຫລວງພະ ບາງນ້ຳຜູ້ເປັນແມ່ ແ ຕ່ວ່າປີຜ່ານມາ ຄອບຄົວໄດ້ສູນເສຍຜູ້ເປັນແມ່ໄປ. ສະນັ້ນຈຶ່ງສານຕໍ່ຄວາມຝັນຂອງ ແມ່ ຄືການຮັກສາອາຊີບທີ່ເຮັດມາ ແຕ່ດົນນານ ຄືການຂາຍແຂບເສື້ອ ປັກດິ້ງ ໃ ນຂ ະນະດ ຽວກັນ ກໍເຮັດກະ ເປົ່າແພຝ້າຍທໍາມະຊາດຄຽງຄູ່ກັນ ໄປ ເພາະເຫັນວ່າປັດຈຸບັນຄົນນິຍົມ ນໍາໃຊ້ກະເປົາແພຝ້າຍຫລາຍກວ່າ ເມື່ອກ່ອນ ມັນຈຶ່ ງກ າຍເປັນທ່ າແຮງ ສໍາຄັນທີ່ເຮັດໃຫ້ຕັດສິນໃຈ ຜະລິດ ກະເປົາແພຝ້າຍຂາຍຄຽງຄູ່ກັນ ໄປ ເພາະຖ້າເຮົາມີສິນຄ້າທີ່ຫລາກ ຫ ລາຍ ແ ລະ ໜ້າສົນໃນກໍຈະດຶງດູດ ລູກຄ້ າໃຫ້ເຂົ້າຮ້ ານຫລາຍ ຂຶ້ ນ ໂດຍ ການເຮັດກະເປົາເບື້ອງຕົນແມ່ນ ເຮັດເອງຂາຍເອງຢູ່ໜ້າເຮືອນເລີຍ ແລະ ຂາຍຕາມການວາງສະແດງ ໃນທັງພາຍໃນ ແລະ ຕ່າງປະເທດ ຈຶ່ງ ມີຄົນຮູ້ຈັກກະເປົາແ ພຝ້າຍຈ າກ ຫລວງພ ະບ າງຫລາຍຂຶ້ນ ຍອດຂາຍ ກໍ່ເພີ່ມຂຶ້ນ ເພາະມີ ໂຕແທນໜ່າຍໃນ ຫລາຍໆແຂວງທົ່ວປະເທດ ແນວ ໃດກໍດີ ເມື່ອຄວາມຕ້ອງການສິນຄ້າ ເພີ່ມຂຶ້ນ ຜະລິດສິ ນບໍ່ ທັນຈຶ່ງກະຈາຍ ໜ້າວຽກໃຫ້ປະຊາຊົນ ທີ່ມີຄວາມ ຮູ້ກ່ຽວກັບກ ານຜ ະລິດແ ພຝ້າຍລາວ ໂດຍຈະເອົາແບບ, ລາຍທີ່ມັກລົງໄປ ໃຫ້ເຂົາເຈົ້າຜະລິດແລ້ວລົງເກັບຊື້ ໃນລາຄາສົ່ງ ເຊິ່ງປັດຈຸບັນນີ້, ກໍມີ ຫລາຍຄອບຄົບທີ່ຜະລິດກະເປົາ ໃຫ້ ຈຸດນີ້ກໍເປັນອີກໜຶ່ງຄວາມພູມໃຈ ທີ່ອາຊີບຂອງຕົນເອງໄດ້ສ້າງປະ ໂຫຍດສ້າງວຽກເຮັດງານທຳໃຫ້ ຄົນອື່ນອີກດ້ວຍ. ນາງ ວັດສຸລິນທອນເວົ້າຕື່ມ ວ່າ: ປັດຈຸບັນ ສາມາດຜະລິດ ແ ລະ ຈໍາໜ່າຍ ກະເປົາໄດ້ຫລາຍຮ້ອຍ ໜ່ວຍຕໍ່ມື້ ໂດຍລາຄາຂາຍແມ່ນ 20 ພັນກີບຂຶ້ນໄປ ຂຶ້ນຢູ່ກັບແບບ ແລະ ຂະໜາດຂອງກະເປົາແຕ່ລະ ແບບ ເຊິ່ງແຕ່ລະແບບແມ່ນໄດ້ຮັບ ຄວາມສົນໃຈຈາກນັກທ່ອງທ່ຽວ ທັງພ າຍໃ ນ ແ ລະ ຕ່າງປະເທດ ເຫັນ ໄດ້ຈ າກການນໍ າເອົາສິ ນຄ້າໄປວາງ ສະແ ດງໃ ນແ ຕ່ລ ະຄັ້ ງກໍ ໄ ດ້ຮັ ບຄ ວາມ ສົນໃຈຢູ່ ສະເໝີ. ລາວຜະລິດ ລາວໃຊ້ ລາວຈະ ເຈີນຄໍາເວົ້ານີ້ຈະເປັນຈິງຖ້າຄົນ ລາວ ເຮົາເອງຫັນມາຊົມໃຊ້ຜະລິດ ຕະພັນລາວຫລາຍຂຶ້ນ ເພື່ອເປັນ ການຊຸກຍູ້ສົ່ງເສີມ ເຮັດໃຫ້ຜະລິດ ຕະພັນລາວມີການພັດທະນາຫລາຍ ຂຶ້ນ ເອົາເປັນວ່ າ ຖ້າທ່ ານໃດສົນໃຈ ກະເປົາແພຝ້າຍງາມໆ ເອກະລັກ ຈາກແຂວງຫລວງພະບາງ ກໍສາ ມາດຕິດຕໍ່ໄດ້ທີ່ເບີ 020 2862 4011. * ພາຍຫລັງຫງຽບເຫງົາມານັບ ເປັນເວລາເກືອບ 3 ປີເຕັມ ອັນສືບເນື່ອງ ຈາກການລະບາດພະຍາດໂຄວິດ-19 ໃນທ້າຍປີ 2019 ແລະ ຕໍ່ມາຕົ້ນປີ 2022 ກໍໄດ້ເປີດປະເທດຄືນໃໝ່ ເຊິ່ງ ໄດ້ເຮັດໃຫ້ສະຖານທີ່ທ່ອງທ່ຽວທາງ ທໍາມະຊາດອັນລືຊື່ລະດັບໂລກໄດ້ກັບ ມາຄຶກຄັກຂຶ້ນກວ່າເກົ່າ ແລະ ໄດ້ສ້າງ ກາລະໂອກາດເຮັດໃຫ້ການເດີນທາງ ໄປມາສະດວກສະບາຍ, ການຄ້າຂາຍ ດີຂຶ້ນ, ການສ້າງວຽກເຮັດງານທໍາມີ ທ່າອ່ຽງສົດໃສຂຶ້ນຕາມລໍາດັບ. ດັ່ງທີ່ຮູ້ ຖໍ້າກອງລໍ ຕັ້ງຢູ່ເມືອງຄູນ ຄໍາ, ແຂວງຄໍາມ່ວນ ໄດ້ກາຍເປັນຈຸດໝາຍ ປາຍທາງໜຶ່ງສໍາລັບນັກທ່ອງທ່ຽວ ທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມ ສົນໃຈມາຢ້ຽມຢາມສໍາຜັດກັບທໍາມະ ຊາດ, ວິຖີຊີວິດ ແລະ ແຫລ່ງມໍລະດົກ ອື່ນໆພາຍໃນແຂວງຢ່າງກວ້າງຂວາງ. ທ່ານ ສາລີ ທອງສະຫວັນ ປະທານ ສະມາຄົມພັດທະນາການທ່ອງທ່ຽວ ອານຸລັກຖໍ້າກອງລໍ-ນາຕານ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ 2023 ມານີ້, ແຫ່ງທ່ອງ ທ່ຽວຖໍ້າກອງລໍ ໄດ້ເລີ່ມມີນັກທ່ອງທ່ຽວ ທັງຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເພີ່ມຂຶ້ນຕາມລຳດັບ ໂດຍສະເພາະໃນ ວັນສຸກ, ວັນເສົາ ແລະ ວັນອາທິດ ຈະມີນັກທ່ອງທ່ຽວ ສະເລ່ຍ ຢູ່ ປະມານ 50-70 ຄົນ ຫລື ໃນບາງ ອາທິດ ກໍຈະມີນັກທ່ອງທ່ຽວມາແບບ ເປັນຄະນະຈໍານວນຫລາຍ, ເຊິ່ງກິດ ຈະກໍາຫລັກຢູ່ສະຖານທີ່ແຫ່ງນີ້ ກໍແມ່ນ ການຂີ່ເຮືອເຂົ້າໃນຖໍ້າ ເພື່ອຊົມປະຕິ ມາກໍາຫີນຍ້ອຍ ທີ່ມີຫລາກຫລາຍຮູບ ແບບທີ່ທໍາມະຊາດສ້າງຂຶ້ນຢ່າງໜ້າ ງຶດງໍ້ອັດສະຈັນ, ຈາກນັ້ນ ສືບຕໍ່ນັ່ງເຮືອ ລອດຸຖໍ້າໄປອີກຝາກໜຶ່ງ ເພື່ອແວ່ພັກ ເຊົາຢ້ຽມຊົມເບິ່ງວິຖີຊີວິດຂອງປະຊາ ຊົນໃນເຂດນັ້ນ, ຫລັງຈາກນັ້ນ ກໍນັ່ງ ເຮືອກັບຄືນ. ສ່ວນໃນຈຸດພັກເຊົາໃກ້ ກັບທາງລົງປາກຖໍ້າ ກໍຈະມີປະຊາຊົນ ໄດ້ນໍາເອົາສີນຄ້າກະສິກໍາ, ຂາຍອາ ຫານ ແລະ ເຄື່ອງຫັດຖະກໍາທີ່ເປັນເອກະ ລັກຂອງທ້ອງຖິ່ນ ມາໄວ້ບໍລິການໃຫ້ ແກ່ນັກທ່ອງທ່ຽວ ເພື່ອເປັນຂອງຝາກ ຂອງຕ້ອນ. ທ່ານປະທານສະມາຄົມດັ່ງ ກ່າວ ໄດ້ອະທິບາຍວ່າ: ຖໍ້າກອງລໍ ເປັນ ຖໍ້າທີ່ມີສາຍນໍ້າຫີນບູນ ໄຫລຜ່ານອຸ ໂມງຂອງພູຫີນບູນເຂົ້າໄປແລ້ວປ່ອງ ໃສ່ແມ່ນໍ້າຂອງ. ຖໍ້າແຫ່ງນີ້ ຕັ້ງຢູ່ລະ ຫວ່າງບ້ານນາຕານ ແລະ ບ້ານກອງລໍ ເຊິ່ງຫ່າງຈາກຕົວເມືອງ 46 ກິໂລແມັດ. ນັກທ່ອງທ່ຽວສາມາດເດີນທາງ ຈາກ ເສັ້ນທາງເລກທີ 13 ເຂົ້າໄປຕາມເສັ້ນ ທາງເລກ 8 ກໍຈະຮອດບ້ານຄູນຄຳ ເຊິ່ງ ຫ່າງຈາກຖ້ຳກອງລໍປະມານ 40 ກິໂລ ແມັດ. ສຳລັບທາງເລືອກອື່ນທີ່ເໝາະ ສົມກັບຜູ້ມັກການປະຈົນໄພ ແມ່ນຂີ່ເຮືອ ຈັກຫາງຍາວ ລ່ອງໄປຕາມສາຍນ້ຳ ຫີນບູນຈາກບ້ານນາຕານ. ບັນດານັກ ທ່ອງທ່ຽວສາມາດພັກແຮມຄືນນຳ ເຮືອນປະຊາຊົນຢູ່ບ້ານນາຫີນ, ນາ ຕານ ແລະ ບ້ານກອງລໍໄດ້ນໍາດ້ວຍ. ຖໍ້າ ກອງລໍ ມີຄວາມຍາວປະມານ 7.500 ແມັດ ແລະ ມີຄວາມກ້ວາງປະມານ 30 ແມັດ ແລະ ສູງນັບແຕ່ 20 ແມັດຫາ 100 ແມັດ ເປັນຖໍ້າທີ່ສວຍງາມ ແລະ ມີສະເໜ່ດຶງດູດທີ່ສຸດ ເພາະທາງໃນຖໍ້າ ມີແກ້ງ, ຫີນຍ້ອຍ, ຫາດຊາຍ ທີ່ສວຍ ງາມຈຳນວນ 20 ກວ່າຈຸດ ເພື່ອໃຫ້ນັກ ທ່ອງທ່ຽວໄດ້ຊົມ. ໃນລະດູແລ້ງເປັນ ໄລຍະເໝາະສົມທີ່ສຸດ ເພື່ອຊົມຮູບໂສມ ສີສັນຂອງຖ້ຳ ໂດຍການຂີ່ເຮືອເຂົ້າ ໄປ ພາຍໃນຖ້ຳ ແລ້ວກໍສາມາດລົງຈາກເຮືອ ແວ່ທ່ຽວຊົມທິວທັດ ແລະ ຍ່າງເລາະ ຫລິ້ນຕາມຫາດຊາຍຂາວ ດ້ວຍການ ສຳພັດກັບອາກາດທີ່ເຢັນສະບາຍ ແລະ ມີຄວາມສຸກ. ສໍາລັບຄ່າບໍລິການຂີ່ ເຮືອ ແມ່ນມີລາຄາ 110.000 ກີບຕໍ່ຄົນ ເທົ່າ ນັ້ນ. ທ່ານປະທານສະມາຄົມດັ່ງກ່າວ ໃຫ້ຮູ້ຕື່ມວ່າ: ເພື່ອເປັນການຮອງຮັບນັກ ທ່ອງທ່ຽວທີ່ຈະມາ ຢ້ຽມຊົມຖໍ້າກອງ ລໍຫລາຍຂຶ້ນໃນອະນາຄົດ, ໃນກາງ ເດືອນກໍລະກົດ 2023 ຜ່ານມານີ້, ສະ ມາຄົມພັດທະນາການທ່ອງແບບອະນຸ ລັກປະຊາຊົນມີສ່ວນຮ່ວມ (AEKN) ກໍໄດ້ຈັດຝຶກອົບຮົມຫົວຂໍ້“ການນຳໃຊ້ ພາສາອັງກິດ ໃນການບໍລິການ ແລະ ການນຳສະເໜີ ເມນູອາຫານພື້ນບ້ານ” ໃຫ້ແກ່ກຸ່ມ ຊາວບ້ານ ແລະ ຜູ້ປະກອບ ການບໍລິການ ຂຶ້ນທີ່ບ້ານກອງລໍ, ໂດຍ ຊຸດອົບຮົມນີ້ໄດ້ຮັບທຶນຊ່ວຍເຫລືອ ຈາກສະຖານທູດຝຣັ່ງປະຈຳລາວ (PISCCA). ໃນໂອກາດນີ້, ທ່ານ ສາລີ ທອງສະຫວັນ ກໍໄດ້ຝາກເຊີນ ຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ໄປທ່ຽວຊົມຖໍ້າກອງລໍ ເພື່ອສໍາຜັດກັບຄວາມສວຍງາມ ແລະ ໜ້າອັດສະຈັນຂອງທໍາມະຊາດ ສ້າງ ຂຶ້ນ, ທັງເປັນການຊ່ວຍສະໜັບສະໜູນ ປະຊາຊົນທ້ອງຖິ່ນໃຫ້ມີລາຍຮັບຈາກ ການ ບໍລິການ ກໍຄືການທ່ອງທ່ຽວໃນ ລາວ ເພື່ອຊຸກຍູ້ເສດຖະກິດຂອງຊາດ ໃຫ້ນັບມື້ເຂັ້ມແຂງຂຶ້ນ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==