xtgmf]k; 3 01/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ໂດຍ: ວັນນາ ]hP'\6 lhk']kpIa[ l6j7v[7q; 250 ]hkodu[8+xu ໂດຍ: ມາລີດາ ;Pd'ko ;afmtotme{la'7q, pa',u0=h7q'7hk'9tln[8+cdhw0.o8+|hk I6hmao vao8t]kp dko7hk,to5f ໂດຍ: ຄ້ອງໃໝ່ * ວັນສາກົນເພື່ອຕ້ານການຄ້າ ມະນຸດ ວັນທີ 30 ກໍລະກົດ 2023 ຫາກໍ່ຜ່ານມາ, ບັນດາປະເທດໄດ້ໃຫ້ ຄວາມສໍາຄັນໃນການຕ້ານ ແລະ ສະ ກັດກັ້ນບັນຫາດັ່ງກ່າວ, ເຖິງປານ ນັ້ນກໍ່ຍັງຄົງເປັນເລື່ອງໃຫຍ່, ເຮັດ ໃຫ້ສັງຄົມບໍ່ສະຫງົບ. ຄວາມພະຍາ ຍາມຂອງຫລາຍປະເທດ ເຮັດໄດ້ດີ ກໍ່ແມ່ນການບັນເທົາ ເພາະບັນຫາມັນ ຕິດພັນ-ສອດຫ້ອຍຫລາຍອັັນ, ຂະ ບວນການນັບມື້ເລິກແລບແນບນຽນ, ມາໃນຮູບການ-ວິທີການຕ່າງໆ ເຊິ່ງ ເປັນສິ່ງທ້າທາຍສໍາລັບພາກສ່ວນ ກ່ຽວຂ້ອງ ແລະ ທົ່ວສັງຄົມ. ບັນຫາການຄ້າມະນຸດ ເປັນອາຊະ ຍາກຳທີ່ຮ້າຍແຮງ, ມັນໄດ້ລະເມີດ ສິດທິພື້ນຖານຂອງພົນລະເມືອງ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳ ມະນູນ ແລະ ກົດໝາຍ ກໍ່ຄື ສົນທິສັນ ຍາສາກົນ ເຊິ່ງໄດ້ສົ່ງຜົນກະທົບ ໂດຍກົງຕໍ່ຮ່າງກາຍ, ຊີວິດ, ກຽດສັກ ສີ, ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ ຄອບຄົວ, ຕໍ່ການພັດທະນາເສດຖະ ກິດ-ສັງຄົມ ແລະ ຄວາມໝັ້ນຄົງ ຂອງຊາດ. ສໍາລັບລາວເຮົາ ກໍ່ເປັນປະເທດ ໜຶ່ງທີ່ມີບັນຫາການຄ້າມະນຸດ, ເນື່ອງ ຈາກທີ່ຕັ້ງພູມສັນຖານຂອງ ປະເທດ ມີຄວາມສະດວກໃນການເດີນທາງ ເຂົ້າ-ອອກ ຂອງພົນລະເມືອງ ແລະ ການຂະຫຍາຍຕົວຢ່າງວ່ອງໄວທາງ ດ້ານການສ້າງສາພັດທະນາ ຂອງ ປະເທດຊາດ; ຜ່ານມາພວກຄ້າມະ ນຸດໄດ້ເຄື່ອນໄຫວຊອກຫາ, ເຄື່ອນ ຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ລີ້ຊ່ອນ, ຕົວະຍົວະ, ຫລອກລວງ ເພື່ອ ໃຫ້ຜູ້ຖືກເຄາະຮ້າຍກະທໍາຜິດ ຖານຖືພາບໍ່ຖືກຕ້ອງ, ການຄ້າໂສ ເພນີ, ການບັງຄັບໃຫ້ເປັນໂສເພນີ, ການຂູດຮີດແຮງງານ ແລະ ອື່ນໆ. ການກະທໍາດັ່ງກ່າວ ເປັນການກະທໍາ ຜິດຕໍ່ກົດໝາຍ ແລະ ວັດທະນະທຳ ອັນດີງາມຂອງຊາດ; ບັນຫາທີ່ໜ້າ ເປັນຫ່ວງທີ່ສຸດ ແມ່ນພົນລະເມືອງ ລາວຈໍານວນບໍ່ໜ້ອຍຖືກນາຍໜ້າ ຕົວະຍົວະຫລອກລວງໄປອອກແຮງ ງານ ແລ້ວຖືກຂູດຮີດແຮງງານ ຢູ່ ບາງປະເທດໃກ້ຄຽງ ເຊິ່ງໄດ້ຕົກ ເປັນຜູ້ຖືກເຄາະຮ້າຍຈາກການຄ້າ ມະນຸດເປັນຈຳນວນບໍ່ໜ້ອຍ. ຕໍ່ບັນຫາດັ່ງ, ລັດຖະບານ ຈຶ່ງໄດ້ ນຳພາ-ຊີ້ນຳຈັດຕັ້ງປະຕິບັດວຽກ ງານຕ້ານການຄ້າມະນຸດຢ່າງຈິງ ຈັງເປັນຕົ້ນ ເອົາໃຈໃສ່ໃນການສ້າງ ກົນໄກວຽກງານຕ້ານການຄ້າມະ ນຸດໃຫ້ເປັນລະບົບ, ມີຄວາມເຂັ້ມ ແຂງແຕ່ສູນກາງ ລົງຮອດທ້ອງຖິ່ນ; ສ້າງ- ປັບປຸງບັນດາປຶ້ມຄູ່ມື, ນິຕິກຳ ທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນ ການຈັດຕັ້ງປະຕິບັດແຜນງານແຫ່ງ ຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ 3 (ແຕ່ ປີ 2021-2025) ໃຫ້ເປັນຮູບປະ ທໍາເທື່ອລະກ້າວ, ສ້າງຄວາມເຂັ້ມ ແຂງໃຫ້ພະນັກງານຜູ້ເຮັດວຽກຕົວ ຈິງເປັນຕົ້ນ ການຝຶກອົບຮົມວຽກ ງານຕ້ານການຄ້າມະນຸດໃຫ້ແກ່ເຈົ້າ ໜ້າທີ່ຕຳຫລວດ ແລະ ພະນັກງານທີ່ ກ່ຽວຂ້ອງ, ສະໜອງງົບປະມານ, ເອົາໃຈໃສ່ໂຄສະນາປູກຈິດສຳນຶກ ໃຫ້ແກ່ສັງຄົມດ້ວຍການເຜີຍແຜ່, ໂຄສະນາ ຜ່ານທາງສື່ສັງຄົມອອນ ລາຍ, ວິທະຍຸກະຈາຍສຽງ, ໂທລະ ພາບ, ໜັງສືພິມ ແລະ ວາລະສານ ປ້ອງກັນຄວາມສະຫງົບ ເພື່ອໃຫ້ປະ ຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກ ຕ້ອງຕໍ່ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ; ເອົາໃຈໃສ່ໃນການປະຕິບັດມາດຕະ ການທາງດ້ານກົດໝາຍຕໍ່ຜູ້ກະທຳ ຜິດຢ່າງເຂັ້ມງວດ ແລະ ປົກປ້ອງ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ກຸ່ມ ສ່ຽງຈາກການຄ້າມະນຸດທັງພາຍ ໃນ ແລະ ມາຈາກຕ່າງປະເທດ; ພ້ອມ ນັ້ນ, ຍັງໄດ້ມີການພົວພັນຮ່ວມມື ຢ່າງ ໃກ້ຊິດກັບບັນດາປະເທດ ເພື່ອນ ມິດ, ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນ ຕ່າງໆຕະຫລອດມາ. ຜົນສໍາເລັດຕະຫລອດໄລຍະຜ່ານ ມາ ແມ່ນຍ້ອນຄະນະກຳມະການ ການຄ້າມະນຸດລະດັບຊາດ, ນະ ຄອນຫລວງ, ແຂວງ, ເມືອງ, ນະ ຄອນ ແລະ ບັນດາຂະແໜງການທີ່ ກ່ຽວຂ້ອງ ຕະຫລອດຮອດປະຊາ ຊົນລາວບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມວຽກງານ ຕ້ານການຄ້າມະນຸດຢ່າງຈິງຈັງ. ຕໍ່ໄປຈະເຮັດແນວໃດ? ນັ້ນແມ່ນ ບັນຫາສໍາຄັນ ໃນທ່າມກາງສະພາບ ແວດລ້ອມພາຍນອກ ແລະ ພາຍໃນ ທີ່ມີສິ່ງທ້າທາຍຫລາຍອັນ. ປະເດັ່ນ ສໍາຄັນອັນພື້ນຖານແມ່ນ: - ພ້ອມກັນຍົກສູງຄວາມຮັບຜິດ ຊອບຂອງຕົນ ແລະ ເພີ່ມທະວີອອກ ແຮງຈັດຕັ້ງປະຕິບັດວຽກງານຕ້ານ ການຄ້າມະນຸດ, ສຸມຄວາມເອົາໃຈ ໃສ່ເຮັດວຽກໂຄສະນາ ເພື່ອປະຊາ ຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການຄ້າມະ ນຸດ; ມີສະຕິປ້ອງກັນຕົວເອງ ແລະ ມີຄວາມຕື່ນຕົວປະກອບສ່ວນເຂົ້າ ໃນວຽກງານຕ້ານການຄ້າມະນຸດ ໃຫ້ຫລາຍຂຶ້ນ. - ເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກ ປະເທດຢູ່ບັນດາດ່ານຊາຍແດນ, ກຸ່ມສ່ຽງຢູ່ພື້ນທີ່ຫລໍ່ແຫລມ, ເຂດ ອຸດສາຫະກຳ, ກະສິກຳ, ບໍລິການບັນ ເທີງ ແລະ ພາກສ່ວນອື່ນໆ ທີ່ນຳໃຊ້ ແຮງງານ. - ເອົາໃຈໃສ່ສ້າງ ແລະ ພັດທະ ນາສີມືແຮງງານ, ສ້າງວຽກເຮັດ ງານທຳ ແລະ ຕະຫລາດແຮງງານ ໃຫ້ມີຄວາມສອດຄ່ອງ. - ເພີ່ມທະວີສ້າງຄວາມເຂັ້ມ ແຂງໃຫ້ບຸກຄະລາກອນຢູ່ບັນດາຂະ ແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ຂະ ແໜງການທີ່ຮັບຜິດຊອບວຽກງານ ຕ້ານການຄ້າມະນຸດ, ເຈົ້າໜ້າທີ່ປະ ຈຳດ່ານຊາຍແດນ, ພະນັກງານ ການທູດ ປະຈຳຢູ່ຕ່າງປະເທດ ໃຫ້ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. - ສືບຕໍ່ພົວພັນຮ່ວມມືສອງຝ່າຍ, ຫລາຍຝ່າຍ ກັບອົງການຈັດຕັ້ງສາ ກົນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທາງສັງຄົມ ດຶງດູດ ເອົາການສະໜັບສະໜູນປະກອບ ສ່ວນ ເພື່ອເຮັດວຽກງານຕ້ານການ ຄ້າມະນຸດມີປະສິດທິຜົນດີຂຶ້ນ ແລະ ຄວນຕອບສະໜອງງົບປະມານເຂົ້າ ໃນວຽກງານດັ່ງກ່າວຢ່າງເໝາະສົມ. ໄພການຄ້າມະນຸດ ອັນຕະຫລາຍ, ທຸກຄອບຄົວຫົວເຮືອນຕ້ອງເຂົ້າໃຈ ໃຫ້ເລິກເຊິ່ງ ຈຶ່ງຈະບໍ່ຕົກເປັນເຫຍື່ອ ຂອງຂະບວນການທີ່ມາໃນຫລາຍ ຮູບແບບ-ວິທີ ທີ່ເລິກແລບແນບ ນຽນ. ບໍ່ຄວນເຫັນແກ່ເງິນຄໍາ-ວັດ ຖຸສິ່ງຂອງ...ຄໍາເວົ້າໂອບໂລມຕົວະ ຍົວະຈອບອອຍໂດຍເດັດຂາດ. * ໂດຍປະຕິບັດຕາມທິດຊີ້ນຳ ຂອງ ພັກ-ລັດ ເວົ້າລວມ, ເວົ້າສະ ເພາະ ກໍ່ຄືຄະນະນຳເມືອງໝື່ນ ແຂວງວຽງຈັນ ຍາມໃດກໍໃດ້ເອົາ ໃຈໃສ່ຊຸກຍູ້ ສົ່ງເສີມວຽກງານການ ປູກຝັງ-ລ້ຽງສັດ ຕິດພັນກັບມູນ ເຊື້ອດຸໝັ່ນຂະຫຍັນພຽນໃຫ້ປະຊາ ຊົນ ເປັນເຈົ້າການຜະລິດສີນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ເພື່ອແກ້ໄຂຄວາມທຸກຍາກ ພ້ອມທັງ ພັດທະນາຄອບຄົວໃຫ້ຮັ່ງມີເຂັ້ມ ແຂງ ກາຍເປັນຄອບຄົວແບບຢ່າງ ໃຫ້ແກ່ຄອບຄົວອື່ນ ຄືຄອບຄົວຂອງ ທ່ານນາງ ແສງມະນີ ພົນທະລາຊາ * ທ່ານ ນາງ ທຸມມາລີ ວົງພະຈັນ, ກໍາມະການຄະນະປະຈໍາສະພາແຫ່ງ ຊາດ, ປະທານກໍາມາທິການວັດທະ ນະທໍາ-ສັງຄົມ ສະພາແຫ່ງຊາດ ໃຫ້ ສໍາພາດວ່າ: ໃນນາມເປັນໂຕແທນ ປະຊາຊົນ ທີ່ເຮັດວຽກກ່ຽວກັບຂົງ ເຂດ ວັດທະທະທໍາສັງຄົມ ຂໍສະເໜີ ບັນຫາທີ່ພົ້ນເດັ່ນ ໃນໄລຍະ 6 ເດືອນ ຜ່ານມາ ກໍຫລາຍບັນຫາທີ່ພົ້ນເດັ່ນ ໂດຍສະເພາະແມ່ນບັນຫາຂາດແຄນ ຄູ, ສະພາບແຮງງານລາວຫລັ່ງ ໄຫລໄປເຮັດວຽກຢູ່ປະເທດໃກ້ຄຽງ ແບບຜິດກົດໝາຍເປັນຈຳນວນບໍ່ ໜ້ອຍ ເຊິ່ງສາ ເຫດແມ່ນ ເກີດຈາກ ຫລາຍ ປັດ ໄຈ ໂດ ຍສະ ເພາະ ແມ່ນ ບັນຫາ ທາງ ດ້ານ ເສດຖະກິດ ທີ່ປະ ເທດ ເຮົາກໍາລັງຜະ ເຊີນຢູ່ມັນໄດ້ ສ້າງ ຄວາມ ເດືອດຮ້ອນ ໃຫ້ ປະຊາ ຊົ ນລາວ ທີ່ ຫາ ເຊົ້າ ກິນ ຄໍ່າຕໍ່ບັນຫາ ດັ່ງກ່າວກຳມາທິການວັດທະນະ ທຳ-ສັງຄົມ ໄດ້ປະສານສົມທົບກັບ ຂະແໜງການກ່ຽວຂ້ອງເພື່ອປຶກສາ ຫາລືແກ້ໄຂບັນຫາດັ່ງກ່າວ. ສຳລັບສະພາບການປະລະການ ຮຽນຂອງນັກຮຽນ ກຳມາທິການ ຈະໄດ້ສົມທົບກັບຂະແໜງການກ່ຽວ ຂ້ອງຂອງລັດຖະບານໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ ກົດໝາຍ ໂດຍສະເພາະແມ່ນກົດ ໝາຍວ່າດ້ວຍສາມັນສຶກສາ ຈະໄດ້ ກຳນົດເປັນມາດຕະການກ່ຽວກັບ ພັນທະ ແລະ ໜ້າທີ່ຂອງພໍ່ແມ່ຜູ້ປົກ ຄອງເດັກໃນການສົ່ງເສີມການສຶກ ສາຂອງລູກຫລານເປັນຕົ້ນ ແມ່ນ ການສຶກສາພາກບັງຄັບ ແລະ ໃນ ການລົງພົບປະກັບຜູ້ມີສິດເລືອກຕັ້ງ ຈະໄດ້ໂຄສະນາສຶກສາອົບຮົມໃຫ້ ຜູ້ມີສິດເລືອກຕັ້ງ, ອົງການປົກຄອງ ແຕ່ລະຂັ້ນ ແລະ ທຸກພາກສ່ວນໃນສັງ ຄົມໃຫ້ມີສ່ວນຮ່ວມ ເພື່ອປຸກລະດົມ ຊຸກຍູ້ໃຫ້ລູກຫລານເຂົ້າຮຽນຕາມ ເກນອາຍຸ ລວມທັງການປະກອບ ສ່ວນດ້ານວັດຖຸ, ທຶນຮອນເຂົ້າໃນ ການພັດທະນາວຽກງານການສຶກ ສາເປັນຕົ້ນ ພື້ນຖານໂຄງລ່າງ, ປຶ້ມ ແບບຮຽນ, ອຸປະກອນການຮຽນການສອນ, ສະພາບແວດລ້ອມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອດຶງດູດໃຫ້ນັກຮຽນມາເຂົ້າ ຮຽນເປັນປົກກະຕິ ແລະ ຈະໄດ້ເພີ່ມ ການຕິດຕາມກວດກາຕື່ມອີກຕໍ່ບັນ ຫາດັ່ງກ່າວເພື່ອຊອກຫາສາເຫດ ຂອງການປະລະການຮຽນຂອງ ນັກຮຽນ ແລະ ເພື່ອສະເໜີວິທີການ ແກ້ໄຂຕໍ່ລັດຖະບານ, ຊຶ່ງໄລຍະຜ່ານ ມາ ລັດຖະບານ ໂດຍສະເພາະ ແມ່ນ ກະຊວງສຶກສາທິການ ແລະ ກິລາ ກໍ່ໄດ້ຄົ້ນຄວ້າ ແລະ ມີມາດຕະການ ແກ້ໄຂແລ້ວ ເພາະບັນຫາດັ່ງກ່າວ ແມ່ນໄດ້ເກີດຂຶ້ນມາຫລາຍປີແລ້ວ ແຕ່ເພີ່ມຂຶ້ນຫລາຍແມ່ນນັບແຕ່ປີ 2021 ເປັນຕົ້ນມາຍ້ອນການແຜ່ລະ ບາດຂອງພະຍາດໂຄວິດ-19 ສະ ນັ້ນ ພວກເຮົາຈະໄດ້ສືບຕໍ່ແກ້ໄຂ ຢ່າງເປັນລະບົບຕໍ່ເນື່ອງ. ສຳລັບການລາອອກຂອງ ຄູອາ ສາສະໝັກ ແລະ ການຂາດແຄນຄູ ແມ່ນຈະໄດ້ສົມທົບກັບລັດຖະບານ ໃນການຄົ້ນຄວ້າສະໜອງຕົວເລກ (ໂກຕາ) ຄູໃນແຕ່ລະຊັ້ນ ຊຶ່ງລາຍ ລະອຽດລັດຖະບານ, ກະຊວງສຶກສາ ທິການ ແລະ ກິລາ ກໍ່ໄດ້ມີທິດທາງ ແກ້ໄຂບັນຫາດັ່ງກ່າວແລ້ວ ໂດຍ ສະເພາະ ແມ່ນດຳລັດວ່າດ້ວຍລັດ ຖະກອນຄູ ສະບັບເລກທີ 202/ລບ, ລົງວັນທີ 12 ພຶດສະພາ 2023; ສຳລັບສະພາບການ ຫລັງໄຫລ ໄປອອກແຮງງານແບບບໍ່ຖືກຕ້ອງ ຕາມກົດ ໝາຍຢູ່ປະເທດໃກ້ຄຽງນັ້ນ ຈະໄດ້ສົມທົບກັບລັດຖະບານ ໂດຍ ສະເພາະແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຕິດ ຕາມກວດກາຊອກຫາສາເຫດ ແລະ ຊອກຫາວິທີແກ້ໄຂ. ພ້ອມນັ້ນ ກໍ່ໄດ້ ສະເໜີຕໍ່ລັດຖະບານແລ້ວກ່ຽວກັບ ການປັບປຸງຄ່າແຮງງານຂັ້ນຕ່ຳໃຫ້ ແຮງງານລາວ ກໍ່ຄືການອຸດໜູນຄ່າ ຄອງຊີບໃຫ້ແກ່ພະນັກງານ-ລັດຖະ ກອນ, ທະຫານ, ຕຳຫລວດ ເພື່ອໃຫ້ ສາມາດດຳລົງຊີວິດໄດ້ໃນເງື່ອນ ໄຂທີ່ປະເທດເຮົາມີຄວາມຫຍຸ້ງຍາ ກທາງດ້ານເສດຖະກິດ-ການເງິນ. ຕໍ່ກັບບັນຫາດັ່ງກ່າວມານັ້ນ ຂ້າ ພະເຈົ້າເຫັນວ່າທຸກພາກສ່ວນນັບ ທັງການຈັດຕັ້ງຂອງພັກ-ລັດ, ພາກ ເອກະຊົນຕະຫລອດຮອດປະຊາຊົນ ລາວບັນດາເຜົ່າໄດ້ມີຄວາມອົດທົນ ພະຍາຍາມແກ້ໄຂບັນຫາຕ່າງໆ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ພວກເຮົາກຳລັງຜະ ເຊີນຢູ່ດ້ວຍຄວາມຮັບຜິດຊອບສູງ ດ້ວຍມູນເຊື້ອແຫ່ງຄວາມດຸໝັ່ນຂະ ຫຍັນພຽນ, ຄວາມສາມັກຄີເປັນປຶກ ແຜ່ນຂອງປວງຊົນລາວທັງຊາດ ຂ້າ ພະເຈົ້າເຊື່ອໝັ້ນວ່າທຸກພາກສ່ວນ ໃນສັງຄົມ ແລະ ພໍ່ແມ່ປະຊາຊົນລາວ ບັນດາເຜົ່າຈະສືບຕໍ່ເປັນເຈົ້າການ ສ້າງຄວາມເຂັ້ມແຂງດ້ວຍຕົເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສືບຕໍ່ ຮ່ວມແຮງຮ່ວມໃຈ, ສາມັກຄີຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ເພື່ອພ້ອມ ກັນຜ່ານຜ່າຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນປັດຈຸ ບັນໃຫ້ມີຜົນສຳເລັດ. ຊາ ໃດ້ໃຫ້ສຳພາດວ່າ: ຕົນເອງພ້ອມ ກັບຄອບຄົວໃດ້ປະກອບອາຊີບລ້ຽງ ໝູ ມາໃນປີ 2011 ໃນເບື້ອງຕົ້ນໄດ້ ລົງທຶນທັງໝົດ 30 ລ້ານກີບ ເພື່ອ ສ້າງຄອກໝູ 1 ຄອກ, ທັງຊື້ພໍ່ພັນ ແລະ ແມ່ພັນໝູຈຳນວນ 15 ໂຕ, ໂດຍມີແຮງງານຕົ້ນຕໍ ແມ່ນອາໄສ ຄົນ ໃນຄອບຄົວ 3 ຄົນ, ພາຍຫລັງ ໄດ້ເອົາມາລ້ຽງແລ້ວຖືວ່າໄດ້ຮັບ ຜົນດີ ແລ້ວກໍນຳໄປຂາຍສົ່ງໃຫ້ຕະ ຫລາດທ້ອງຖິ່ນ, ການລ້ຽງໝູແມ່ນ ມີຄວາມຫຍຸ້ງຍາກຫລາຍ ພ້ອມທັງ ໄດ້ຮັບກຳໄລດີ ແລະ ຕະຫລາດກໍ່ມີ ສູງ ສະນັ້ນຈຶ່ງໄດ້ສືບຕໍ່ລ້ຽງມາຕະ ຫລອດ ໂດຍການຂະຫຍາຍທຶນ ແລະ ເນື້ອທີ່ລ້ຽງໝູເພີ່ມ, ສ່ວນວິທີ ການລ້ຽງໝູ ແມ່ນໃຊ້ເວລາ 5 ເດືອນ ຂາຍອອກຄັ້ງໝຶ່ງ, ຂໍ້ສຳຄັນແມ່ນ ຕ້ອງໄດ້ເອົາໃຈໃສ່ດ້ານຄວາມສະ ອາດ, ການບົວລະບັດເປັນຢາງດີ ແລະ ໃຫ້ອາຫານໝູຢ່າງເປັນປົກ ກະຕິ ສຳລັບໝູໃຫ່ຍແມ່ນກິນຕະ ຫລອດ 24 ຊົ່ວໂມງ ໂດຍສະເລ່ຍ ເກືອຫົວອາຫານ 10 ເປົາຕໍ່ມື້, ສ່ວນ ໝູແມ່ພັນ ແມ່ນເກືອມື້ລະ 2 ຄັ້ງ ເຊົ້າ-ແລງ ໂດຍໃຊ້ຮຳປະສົມກັບ ຫົວອາຫານບຳລງໃຫ້ໝູເຕີບໂຕຕຸ້ຍ ພີດີງາມ, ພ້ອມທັງໃດ້ຕິດຕາມເຝົ້າ ລະວັງເບິ່ງແຍງໃຫ້ດີ, ປະຕິບັດຕາມ ເຕັກນິກຂັ້ນຕອນ, ຕ້ອງໄດ້ສັກຢາ ກັນພະຍາດຢາງຄົບຖ້ວນ, ເອົາ ໃຈໃສ່ອະນາໄມຄອກໝູໃຫ້ສະອາດ ຢູ່ຕະຫລອດເວລາ. ມາຮອດປັດຈຸ ບັນມີໝູແມ່ພັນ 22 ໂຕ, ໝູພໍ່ພັນ 3 ໂຕ ແລະ ລູກໝູຈຳນວນ 160 ໂຕ. ທ່ານ ນາງ ແສງມະນີ ພົນທະລາ ຊາ ໃຫ້ຮູ້ຕື່ມອີກວ່າ: ນອກຈາກການ ລ້ຽງໝູແລ້ວ ຍັງໄດ້ລ້ຽງງົວອີກຈຳ ນວນ 10 ໂຕ, ຄວາຍ 5 ໂຕ, ສະເລ່ຍ ລາຍຮັບປີໝຶ່ງຈາກການຂາຍໝູ ແມ່ນ 250.000.000. ປັດຈຸບັນ ຄອບຄົວຂອງທ່ານ ນາງ ແສງມະນີ ພົນທະລາຊາ ມີເຮືອນຢູ່ຖາວອນ 1 ຫລັງ, ລົດໄຖນາ 1 ຄັນ, ລົດລີ ໂວ 1 ຄັນ, ດິນ 1 ຕອນ ມີທຶນຮອນສົ່ງລູກ ຮຽນ ແລະ ມີເງິນເກັບຈຳນວນໝຶ່ງ ໄວ້ແຮ່ເປັນທຶນຂະຫຍາຍຄອກໝູ ຕື່ມອີກ, ດັ່ງທີຮູ້ນຳກັນຄອບຄົວ ຂອງ ທ່ານ ນາງ ແສງມະນີ ພົນທະ ລາຊາ ການສ້າງເສດຖະກິດຄອບ ຄົວ ກວ່າຈະປະສົບຜົນສຳເລັດ ກ້າວ ສູ່ຄວາມຮັ່ງມີໄດ້ກໍ່ຕ້ອງມີຄວາມ ອົດທົນສູງ, ດຸໝັ່ນໃຊ້ເວລາພໍສົມ ຄວນໃນການລົງມືເຮັດແທ້ທຳຈິງ ບຸກບືນສູ້ຊົນຜ່ານຜ່າອຸປະສັກຕ່າງໆ ບໍ່ຍອມຖອຍຈຶ່ສາມາດປະສົບຜົນ ສຳເລັດໄດ້. ໄດ້ຍຶດຖືການລ້ຽງໝູ ເປັນສິນນຄ້າ ຈົນກາຍເປັນຄອບຄົວຕົວແບບໃນ ການສ້າງເສດຖະກິດຄອບຄົວ ຂອງ ບ້ານໂພນແສນ ເມືອງໝື່ນ ແຂວງວຽງຈັນ, ທ່ານນາງ ແສງມະນີ ພົນທະລາ
RkJQdWJsaXNoZXIy MTc3MTYxMQ==