lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 01/08/2023 xtgmf]k; ຂົງເຂດວັດທະນະທຳ... ກະຊວງສຶກສາທິການ... ສປປ ລາວ ສະຫລອງ... ກະຊວງການເງິນ... ຍົກສູງຄວາມສາມາດ... ລາວ-ຫວຽດນາມ... ຂອງພັກ ແລະ ແຜນພັດທະນາເສດ ຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງ ທີ IX ກາງສະໄໝຜ່ານມາ ຕໍ່ກັບແຕ່ ລະຂົງເຂດວຽກງານ ເປັນຕົ້ນວຽກ ງານ ປກຊ, ປກສ, ວຽກງານພົວ ພັນຕ່າງປະເທດ, ວຽກງານພັດທະ ນາ ເສດຖະກິດ-ສັງຄົມ, ການປັບປຸງ ລະບົບການເມືອງ, ວຽກງານກໍ່ ສ້າງພັກພະນັກງານ, ວຽກງານຕິດ ຕາມກວດກາ ແລະ ອື່ນໆ ໂດຍຍົກ ໃຫ້ເຫັນດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ຫລື ຈຸດອ່ອນຂໍ້ຄົງຄ້າງ, ສາເຫດທີ່ ພາໃຫ້ມີຂໍ້ຄົງຄ້າງ ເພື່ອປັບປຸງແກ້ ໄຂໃນຕໍ່ໜ້າ. ໂອກາດດັ່ງກ່າວ, ສະຫາຍ ຄຳ ພັນ ພົມມະທັດ ໄດ້ມີຄຳເຫັນວ່າ: ການຈັດໃຫ້ມີການທາບທາມ ຫລື ປະກອບຄໍາເຫັນຕໍ່ຄະນະບໍລິຫານ ງານສູນກາງພັກ ໃນຄັ້ງນີ້, ເປັນ ການເປີດກວ້າງປະຊາທິປະໄຕ ພາຍໃນພັກຂອງພວກເຮົາ ເພື່ອໃຫ້ ປະກອບຄວາມເຫັນຕໍ່ຄວາມຮັບ ຜິດຊອບລວມ ຂອງຄະນະບໍລິຫານ ງານສູນກາງພັກ ແລະ ຄວາມຮັບ ຜິດຊອບໜ້າທີ່ການເມືອງຂອງ ແຕ່ລະສະຫາຍຄະນະບໍລິຫານງານ ສູນກາງພັກ ແນໃສ່ປັບປຸງພັກ ໃຫ້ ມີຄວາມປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ແລະ ມີຄວາມເປັນເອກະ ພາບສູງ ເພື່ອສືບຕໍ່ເປັນຫລັກແຫລ່ງ ນຳພາປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ IX ໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້. ພ້ອມນີ້, ສະ ຫາຍຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມທັງ ໝົດ ພ້ອມກັນຄົ້ນຄວ້າ, ມີຄໍາເຫັນຕີ ລາຄາບັນຫາຕ່າງໆ ທີ່ພົວພັນເຖິງ ຄຸນລັກສະນະ, ມາດຖານຂອງພະ ນັກງານນຳພາຄຸ້ມຄອງ(ມາດຖານ ຂອງສູນກາງພັກ) ເປັນຕົ້ນ ຄຸນທາດ ການເມືອງ, ຄຸນສົມບັດສິນທຳປະ ຕິວັດ, ຈັນຍາບັນ, ຄວາມຮັບຜິດ ຊອບການເມືອງ, ແບບແຜນນຳພາ ວິທີເຮັດວຽກ, ຄວາມຮູ້ຄວາມສາ ມາດໃນການປະຕິບັດໜ້າທີ່, ແບບ ແຜນການດຳລົງຊີວິດ, ຄວາມສັດ ຊື່ບໍລິສຸດ ຫລື ການສວຍໃຊ້ໜ້າ ທີ່ຕໍາແໜ່ງບໍ່ຖືກຕ້ອງ, ການພົວພັນ ໃນສັງຄົມ, ທັດສະນະມະຫາຊົນ, ຄວາມຈິງໃຈຮັບເອົາຄຳຄິດຄຳ ເຫັນ, ຄຳສະເໜີສົ່ງຂ່າວຂອງໝູ່ຄະ ນະ,ຂອງສະມາຊິກພັກ, ພະນັກງານ ລັດຖະກອນ ໃນໄລຍະຜ່ານມາ ແລະ ອື່ນໆ ເຊິ່ງທັງໝົດນັ້ນ ເພື່ອເປັນຂໍ້ ມູນໃຫ້ແຕ່ລະສະຫາຍໃນຄະນະບໍລິ ຫານງານສູນກາງພັກນຳໄປຄົ້ນ ຄວ້າອັນໃດດີແມ່ນສືບຕໍ່ເສີມຂະ ຫຍາຍ, ອັນໃດຍັງອ່ອນ ແລະ ຄົງ ຄ້າງ ກໍສືບຕໍ່ປັບປຸງແກ້ໄຂໃຫ້ໝົດ ໄປເທື່ອລະກ້າວ. ສະຫາຍ ຄຳພັນ ພົມມະທັດ ຍັງໄດ້ເນັ້ນຕື່ມວ່າ: ການປະກອບ ຄໍາເຫັນຂອງແຕ່ລະສະຫາຍໃນຄະ ນະບໍລິຫານງານສູນກາງພັກໃຫ້ ເບິ່ງ ແລະ ຕີລາຄາຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງລວມຂອງສູນກາງພັກກໍຄື ຄວາມຮັບຜິດຊອບໜ້າທີ່ການ ເມືອງ ທີ່ແຕ່ລະສະຫາຍ ໄດ້ຮັບມອບ ໝາຍ, ເບິ່ງຄວາມຮູ້ຄວາມສາມາດ ກໍຄື ຜົນສຳເລັດ ຫລື ບໍ່ສຳເລັດໃນ ການປະຕິບັດໜ້າທີ່ ທີ່ໄດ້ຮັບມອບ ໝາຍ (ບໍ່ໄປບໍ່ມາ ຫລື ບໍ່ເຂັ້ມແຂງ, ຊັກຊ້າ, ປະສິດທິຜົນບໍ່ສູງ); ໃຫ້ ເບິ່ງແບບແຜນນໍາພາ ແລະ ວິທີເຮັດ ວຽກ, ການເຄົາລົບ ແລະ ປະຕິບັດ ຫລັກການນໍາພາຂອງພັກ ເປັນຕົ້ນ ຫລັກການລວມສູນປະຊາທິປະໄຕ ຄົ້ນຄວ້າຕົກລົງບັນຫາສຳຄັນຫລໍ່ ແຫລມຕ່າງໆເປັນໝູ່ຄະນະ, ໃຫ້ ຄວາມສຳຄັນຕໍ່ຄຳເຫັນຂອງໝູ່ຄະ ນະ, ນັບຖືສຽງສ່ວນຫລາຍ ແລະ ອື່ນໆ; ໃຫ້ເບິ່ງແນວຄິດ ແລະ ທັດ ສະນະ ໃນການຄົ້ນຄວ້າເບິ່ງບັນຫາ ຕ່າງໆມີຄວາມຮອບຄອບ, ເລິກ ເຊິ່ງ, ພາວະວິໄສ, ແທດເຖິງຕົວຈິງ ແນວໃດ ຫລື ຜິວເພີນລວມໆ, ບໍ່ແທດ ກັບຕົວຈິງ, ເບິ່ງທັດສະນະມະຫາ ຊົນ, ແບບແຜນການດຳລົງຊີວິດ, ການຫລິ້ນກິນຟູມເຟືອຍ, ການພົວ ພັນໃນຄອບຄົວ ແລະ ສັງຄົມ, ການ ສໍ້ລາດບັງຫລວງ, ການສວຍໃຊ້ໜ້າ ທີ່, ສິດອຳນາດ ເພື່ອຜົນປະໂຫຍດ ສ່ວນຕົວດ້ວຍທາງກົງ ຫລື ທາງ ອ້ອມ, ຄວາມເປັນແບບຢ່າງທີ່ດີ, ການຝຶກຝົນຫລໍ່ຫລອມຕົນເອງ ເພື່ອ ພັດທະນາ ໃຫ້ສົມຄູ່ກັບໜ້າທີ່ການ ເມືອງທີ່ໄດ້ຮັບການມອບໝາຍ ແລະ ໃຫ້ເບິ່ງຄວາມເອົາໃຈໃສ່ ແລະ ຖື ສໍາຄັນຕໍ່ວຽກງານກໍ່ສ້າງພັກ,ພະ ນັກງານ, ວຽກງານຕິດຕາມ, ກວດ ກາ, ສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫລວງ ໃນຂະແໜງການ ແລະ ທ້ອງຖິ່ນ ທີ່ຕົນຮັບຜິດຊອບ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ເພື່ອຍົກສູງບົດບາດຂອງວຽກງານ ໂພຊະນາການ ໃຫ້ນັບມື້ນັບມີປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນ ເລັ່ງໃສ່ປະຊາຊົນບັນດາເຜົ່າໃຫ້ມີ ສຸຂະພາບທີ່ແຂງແຮງທາງດ້ານ ຮ່າງກາຍ ແລະ ມັນສະໝອງ. ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມ ສຸຂະພາບ ກ່າວວ່າ: ໂພຊະນາການ ມີຄວາມໝາຍທີ່ກ້ວາງກວ່າ ແລະ ແຕກຕ່າງຈາກຄໍາວ່າ ອາຫານ, ອາຫານທີ່ເຮົາບໍລິໂພກກັນຢູ່ທຸກໆມື້ ນີ້ມີຄຸນປະໂຫຍດ ແລະ ບໍ່ມີຄຸນປະ ໂຫຍດແຕກຕ່າງກັນໄປ, ມີອາຫານ ຫລາຍຊະນິດທີ່ບໍລິໂພກແລ້ວ ຮູ້ສຶກ ພຽງແຕ່ອີ່ມແຕ່ບໍ່ມີຄຸນປະໂຫຍດ ແຕ່ອາດຈະໃຫ້ໂທດຕໍ່ຮ່າງກາຍຄົນ ເຮົາໄດ້. ການໄດ້ຮັບສານອາຫານ ທີ່ຫລາກຫລາຍພຽງພໍ ແລະ ຖືກ ຊັດສ່ວນເປັນສິ່ງທີ່ຈຳເປັນທີ່ສຸດ ສໍາລັບຮ່າງກາຍຄົນເຮົາ ເພື່ອໃຫ້ ມີສຸຂະພາບທີ່ແຂງແຮງ ປາສະຈາກ ໂລກໄພໄຂ້ເຈັບ ປະຊາຊົນທີ່ກິນດີ ຍ່ອມມີພາວະໂພຊະນາການທີ່ສົມ ບູນມີຄຸນນະພາບຊີວິດທີ່ດີ ເປັນ ຊັບພະຍາກອນອັນລ້ຳຄ່າໃນການ ພັດທະນາປະເທດຊາດ. ຖ້າປະຊາ ຊົນມີຄວາມສົນໃຈ ແລະ ມີຄວາມ ເຂົ້າໃຈໃຫ້ຄວາມສຳຄັນໃນເລື່ອງ ໂພຊະນາການ ສາມາດນຳເອົາ ຄວາມຮູ້ນຳໄປໃຊ້ໃຫ້ເປັນປະໂຫຍດ ໃນຊີວິດປະຈໍາວັນຂອງຕົນ ແລະ ຄອບຄົວແລ້ວຈະເປັນກຳລັງສຳຄັນ ໃນການແກ້ ແລະ ຫລຸດບັນຫາທາງ ດ້ານໂພຊະນາການທີ່ບໍ່ດີລົງໄດ້. ລັດຖະບານ ພ້ອມດ້ວຍຄູ່ຮ່ວມ ງານ ທັງພາຍໃນ ແລະ ສາກົນ ກໍຄື ສະຫະພາບເອີຣົບ ໄດ້ສືບຕໍ່ຄົ້ນຄວ້າ ການເຊື່ອມໂຍງລະຫວ່າງການລົງ ທຶນດ້ານໂພຊະນາການ ໃສ່ການຈະ ເລີນເຕີບໃຫຍ່ຂອງເດັກໃນຊຸມຊົນ ແລະ ທາງດ້ານການພັດທະນາວຽກ ງານໂພຊະນາການ ເພາະວ່າໂພຊະ ນາການແມ່ນຈຸດສຸມຫລັກໃນການ ບັນລຸເປົ້າໝາຍວຽກງານການພັດ ທະນາເສດຖະກິດ-ສັງຄົມ ຂອງ ຊາດ ກໍຄືເປົ້າໝາຍການພັດທະນາ ແບບຍືນຍົງ(SDGs), ຮອດປີ 2030 ແມ່ນປີທີ່ພວກເຮົາຕ້ອງບັນ ລຸເປົ້າໝາຍທີ່ລະບຸໄວ້ໃນການພັດ ທະນາແບບຍືນຍົງ, ວຽກງານໂພຊະ ນາການຍັງເປັນບູລິມະສິດອັນດັບ ໜຶ່ງຂອງ ສປປ ລາວ ຍ້ອນວ່າມີ ຄວາມສໍາຄັນຕໍ່ກັບຊີວິດການເປັນຢູ່, ການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາການຂອງເດັກ, ຊຸມຊົນ ແລະ ປະເທດຊາດ. ລັດຖະບານແຫ່ງ ສປປ ລາວ ໄດ້ກໍານົດໃຫ້ວັນທີ 31 ກໍລະກົດ ເປັນວັນໂພຊະນາການແຫ່ງຊາດ ມີເປົ້າໝາຍເພື່ອສ້າງຄວາມຮູ້ ຄວາມເຂົ້າໃຈກ່ຽວກັບວິທີການກິນ ອາຫານ ແລະ ການດຳລົງຊີວິດ ເພື່ອສຸຂະພາບທີ່ດີ, ການຂາດສານ ອາຫານແມ່ນໜຶ່ງໃນບັນຫາທີ່ເປັນ ສິ່ງທ້າທາຍ ແລະ ຕ້ອງການແກ້ໄຂ ຢ່າງຮີບດ່ວນ. 1 ໃນ 3 ຂອງເດັກ ນ້ອຍໃນ ສປປ ລາວ ບໍ່ໄດ້ຮັບສານອາ ຫານທີ່ຈຳເປັນຕໍ່ການຈະເລີນເຕີບ ໂຕ ແລະ ສຸຂະພາບທີ່ແຂງແຮງ, ພ້ອມກັນນີ້ ຍັງເຫັນວ່າຈຳນວນແມ່ ຍິງໄວເລີນພັນ ແມ່ນມີຄວາມສ່ຽງ ອ້ວນຫລາຍຂຶ້ນ ເຊິ່ງບັນຫາດັ່ງກ່າວ ພວກເຮົາສາມາດແກ້ໄຂໄດ້ ໂດຍ ການຊ່ວຍກັນປັບປຸງປ່ຽນແປງພຶດ ຕິກໍາໃນການດໍາລົງຊີວິດ, ທຸກໆຄົນ ມີບົດບາດທີ່ສຳຄັນໃນການເຮັດ ໃຫ້ຕົນ ແລະ ສະມາຊິກໃນຄອບຄົວ ມີສຸຂະພາບແຂງແຮງເຊັ່ນ ວ່າ: ເຮົາ ສາມາດປູກຜັກ ແລະ ໝາກໄມ້ກິນ ເອງ, ອອກກຳລັງກາຍເປັນປະຈຳ; ຫລຸດຜ່ອນອາຫານທີ່ບໍ່ມີປະໂຫຍດ ແລະ ບໍ່ສະອາດທີ່ສາມາດກໍ່ໃຫ້ເກີດ ພະຍາດຕ່າງໆໄດ້ ເຊັ່ນ: ພະຍາດ ຫົວໃຈ, ຫລອດເລືອດໃນສະໝອງ ຕີບ, ເບົາຫວານ ແລະ ອື່ນໆ. ທ່ານ ນາງ ອະສຸນຕາ ເທສຕາ ຜູ້ຮັບຜິດຊອບແຜນງານຄໍ້າປະກັນ ສະບຽງອາຫານ ປະຈຳ ສປປ ລາວ ໄດ້ກ່າວວ່າ: ກິດຈະກໍາຄັ້ງນີ້, ຈັດຂຶ້ນ ໃນຮູບແບບຂອງການໃຫ້ຄວາມຮູ້, ຄວາມບັນເທີງ ແລະ ອັດແໜ້ນ ດ້ວຍຂໍ້ມູນຂ່າວສານທີ່ຈຳເປັນ, ສະ ຫະພາບເອີຣົບຂໍຢືນຢັນຄຳໝັ້ນສັນ ຍາຈະສະໜັບສະໜູນການປະຕິບັດ ແຜນງານແຫ່ງຊາດ ດ້ານໂພຊະນາ ການ ປີ 2021- 2025 ຢ່າງແນ່ ນອນ, ຈະສືບຕໍ່ຮ່ວມມືວຽກງານ ດັ່ງກ່າວໃຫ້ຫລາຍຂຶ້ນໃນການວາງ ແຜນ ແລະ ການປະຕິບັດ ເພື່ອປັບປຸງ ວຽກງານໂພຊະນາການໃນພາກ ພື້ນໃຫ້ສຳເລັດ. ສົ່ງເສີມຄວາມສະເໝີພາບລະ ຫວ່າງຍິງ-ຊາຍ, ການປ້ອງ ກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍພາຍໃນກົມກອງ ຂອງຕົນເອງ ແລະ ສະຖາບັນອື່ນໆ ນອກຈາກກະຊວງສຶກສາທິການ ແລະ ກິລາ. ທ່ານນາງ ວາແນັດຊາ ເຮກາຕີ ໄດ້ຊີ້ໃຫ້ເຫັນຄວາມສຳຄັນ ແລະ ການກຳນົດວຽກງານສົ່ງເສີມບົດ ບາດຍິງ-ຊາຍ ແລະ ການສຶກສາ ຮຽນຮ່ວມເປັນຂົງເຂດບຸລິມະສິດ ແລະ ພ້ອມໃຫ້ຄຳໝັ້ນສັນຍາທີ່ຈະ ແກ້ໄຂບັນຫາຄວາມບໍ່ສະເໝີພາບ ແລະ ຄວາມບໍ່ເປັນທຳ ໂດຍຜ່ານ ທຸກວຽກງານທີ່ສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ. ພ້ອມທັງ ມີຄວາມພູມໃຈເປັນຢ່າງຍິ່ງທີ່ໄດ້ ເປັນຄູ່ຮ່ວມພັດທະນາກັບກະຊວງ ສຶກສາທິການ ແລະ ກິລາ ໂດຍຜ່ານ ແຜນງານບີຄວາ ເພື່ອສ້າງທີມງານ ຄູຝຶກ ແລະ ສ້າງຂີດຄວາມສາມາດ ໃຫ້ແກ່ທີມດັ່ງກ່າວ ເຊິ່ງຈະເປັນ ທີມຄູຝຶກຫລັກດ້ານວຽກງານບົດ ບາດຍິງ-ຊາຍ ຂອງບັນດາກົມຂອງ ກະຊວງສຶກສາທິການ ແລະ ກິລາ. ຫວັງຢ່າງຍິ່ງວ່າ ທີມຄູຝຶກທີ່ສ້າງ ຂຶ້ນໃໝ່ນີ້ ຈະນຳໃຊ້ຄວາມຮູ້ຄວາມ ສາມາດ ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ໝູນໃຊ້ເຂົ້າໃນການປະຕິບັດຕົວຈິງ ແລະ ຖ່າຍຖອດຄວາມຮູ້ ທີ່ໄດ້ຮຽນ ມາຈາກຂັ້ນສູນກາງລົງໄປສູ່ຂັ້ນ ທ້ອງຖິ່ນຢ່າງມີປະສິດທິຜົນ. ຜູ້ເຂົ້າຮ່ວມຝຶກອົບຮົມຈໍານວນ 34 ທ່ານ ຈາກ 16 ພາກສ່ວນທີ່ໄດ້ ຖືກຄັດເລືອກເປັນຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ ແລະ ສູນ ເຊິ່ງຈະເປັນຜູ້ປະສານງານທີ່ສໍາຄັນ ແລະ ຈະຮັບຜິດຊອບຕໍ່ວຽກງານສົ່ງ ເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໃນຕໍ່ໜ້າ, ບັນດາຄູ ຝຶກ ດັັ່ງກ່າວນີ້ ຈະໄດ້ຝຶກອົບຮົມຕໍ່ໃຫ້ ແກ່ວິຊາການທ່ານອື່ນໆ ທີ່ຢູ່ພາຍ ໃນກົມກອງຂອງຕົນ ກ້າວໄປເຖິງ ສາມາດຝຶກອົບຮົມ ໃຫ້ແກ່ພະແນກ ການອື່ນໃນຂັ້ນທ້ອງຖິ່ນ. ການຝຶກ ອົບຮົມຄັ້ງນີ້ ໄດ້ຖືກອອກແບບໂດຍ ສົ່ງເສີມການມີສ່ວນຮ່ວມລວມມີ ທັງພາກທິດສະດີ ແລະ ພາກປະຕິ ຊາດ, ກະຊວງການຕ່າງປະເທດ ແຫ່ງສປປ ລາວ ແລະ ຝ່າຍຫວຽດ ນາມນໍາໂດຍສະຫາຍ ຫງວ້ຽນ ແອງ ຢຸ້ງ ຮອງປະທານຄະນະກຳ ມະການຊາຍແດນແຫ່ງຊາດ, ກະ ຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ພ້ອມນີ້ຍັງມີຜູ້ຕາງໜ້າ ຈາກຂະແໜງການທີ່ກ່ຽວຂ້ອງຈາກ ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ກອງປະຊຸມໄດ້ສັງເກດຕີລາຄາ ຄືນຜົນການຈັດຕັ້ງປະຕິບັດວຽກ ງານ 6 ເດືອນຕົ້ນປີ 2023 ຂອງ ກອງປະຊຸມຄັ້ງທີ XXXII ຄະນະ ຜູ້ແທນຊາຍແດນ ລາວ-ຫວຽດ ນາມ ສະບັບ ລົງວັນທີ 20 ທັນວາ 2022, ການຈັດຕັ້ງປະຕິບັດອະນຸ ສັນຍາວ່າດ້ວຍລະບຽບການຄຸ້ມ ຄອງຊາຍແດນ ແລະ ດ່ານຊາຍ ແດນ ລາວ-ຫວຽດນາມ ເຊິ່ງໄລຍະ ຜ່ານມາແມ່ນຮັກສາໄດ້ສະຖຽນ ລະພາບຂອງເສັ້ນຊາຍແດນ ແລະ ຫລັກໝາຍຊາຍແດນ. ຜ່ານມາຄະ ນະກຳມະການຊາຍແດນຮ່ວມສອງ ຝ່າຍ ກໍໄດ້ຈັດກອງປະຊຸມແບບທາງ ໄກ ແລະ ເຊິ່ງໜ້າ, ລົງສຳຫລວດ ສອງຝ່າຍຂັ້ນຄະນະວິຊາການເພື່ອ ແກ້ໄຂບັນຫາປາກົດການຫຍໍ້ທໍ້ ຕ່າງໆຢູ່ບໍລິເວນຊາຍແດນບົນຈິດ ໃຈມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານ ລາວ-ຫວຽດ ນາມເວົ້າລວມ, ເວົ້າສະເພາະກໍຄື ຄະນະວິຊາການຊາຍແດນ ລາວຫວຽດນາມ ສົມທົບກັບທ້ອງ ຖິ່ນ ລົງສໍາຫລວດ, ເຮັດວຽກຢູ່ພື້ນທີ່ຕົວ ຈິງຮ່ວມກັນ ເພື່ອແກ້ໄຂບັນຫາທີ່ ເກີດຂຶ້ນໃນບໍລິເວນຊາຍແດນຢ່າງ ທັນການ; ນອກນັ້ນ, ທັງສອງຝ່າຍ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ວຽກ ງານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ, ກວດກາລາດຕະເວນຝ່າຍ ດຽວ ແລະ ສອງຝ່າຍຕາມບໍລິເວນ ຊາຍແດນເປັນປົກກະຕິ. ກຳລັງເຈົ້າ ໜ້າທີ່ປ້ອງກັນຊາຍແດນສອງຝ່າຍ ໄດ້ຈັດຕັ້ງການລາດຕະເວນຮ່ວມ ກັນຈໍານວນ 146 ຄັ້ງ, ສົມທົບສະ ກັດກັ້ນປະກົດການຫຍໍ້ທໍ້ທີ່ມີການ ລະເມີດສັນຍາວ່າດ້ວຍລະບຽບ ການ ຄຸ້ມຄອງຊາຍແດນ ແລະ ດ່ານ ຊາຍແດນ ລາວ-ຫວຽດນາມ ໄດ້ ຢ່າງມີປະສິດທິຜົນ ແລະ ທັນການ. ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງ ໄປກົງມາ ແລະ ມີບາງບັນຫາທີ່ຈະ ຕ້ອງໄດ້ເອົາໃຈໃສ່ ເຊັ່ນ: ການບູລະ ນະສ້ອມແປງຫລັກໝາຍຊາຍແດນ ທີ່ເປ່ເພ, ຫລັກໝາຍຊາຍແດນທີ່ມີ ຄວາມສ່ຽງໃນການເຊາະເຈື່ອນ, ການຄຸ້ມຄອງບັນດາໂຄງການກິດ ຈະການກໍ່ສ້າງຕາມບໍລິເວນຊາຍ ແດນ ແລະ ການກໍ່ສ້າງພັດທະນາ ພື້ນຖານໂຄງລ່າງ ເພື່ອເປີດ ແລະ ຍົກລະດັບດ່ານ, ວາງແຜນການຄົ້ນ ຄວ້າວິທີການຈັດຕັ້ງປະຕິບັດຮູບ ແບບກວດກາ “ປະຕູດຽວຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ(ສະ ຫວັນນະເຂດ)-ລາວ ບາວ (ກວາງ ຈິ) ໃຫ້ເປັນຮູບປະທໍາໃນເວລາອັນ ຄວນ, ແນໃສ່ສ້າງເງື່ອນໄຂອໍານວຍ ຄວາມສະດວກການໄປມາ-ຫາສູ່ ແລະ ຂົນສົ່ງສິນຄ້າຢ່າງສະດວກ ສະບາຍ. ນອກຈາກນີ້, ຍັງໄດ້ເນັ້ນ ໃສ່ວຽກງານການຕ້ານ ແລະ ສະກັດ ກັ້ນ ບັນຫາປາກົດການຫຍໍ້ທໍ້ທີ່ເກີດ ຂື້ນຢູ່ຕາມບໍລິເວນຊາຍແດນເປັນ ຕົ້ນແມ່ນ: ການຄ້າຂາຍສິ່ງເສບຕິດ, ຄ້າຂາຍເຖື່ອນ, ລັກລອບເຂົ້າເມືອງ ຜິດກົດໝາຍ ແລະ ການຄ້າມະນຸດ ຂ້າມຊາດ ແນໃສ່ເຮັດໃຫ້ບໍລິເວນ ຊາຍແດນສອງປະເທດ ເປັນຊາຍ ແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອອຳນວຍ ຄວາມສະດວກໃຫ້ປະຊາຊົນທີ່ອາ ໄສຢູ່ສອງຟາກຊາຍແດນມີຊີວິດດີ ຂຶ້ນເລື້ອຍໆ. ກອງປະຊຸມໄດ້ສໍາເລັດຜົນຢ່າງ ຈົບງາມ ພາຍໃຕ້ບັນຍາກາດແຫ່ງ ໄມຕີຈິດມິດຕະພາບ, ສະໜິດສະ ໜົມບົນຈິດໃຈ ແຫ່ງສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີແບບພິເສດ ແລະ ຮ່ວມມືຮອບ ດ້ານດ້ວຍຄວາມເຊື່ອໝັ້ນ ຊຶ່ງກັນ ແລະ ກັນ. ຂ່າວ: ກະຊວງການຕ່າງປະເທດ ທໍາ ແລະ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສະພາປະຊາຊົນ ຂັ້ນແຂວງ ແລະ ກົງຈັກເສນາທິ ການຊ່ວຍວຽກທີ່ຮັບຜິດຊອບວຽກ ງານຮັບ ແລະ ພິຈາລະນາຄໍາຮ້ອງ ຂໍຄວາມເປັນທໍາຂອງສະພາປະຊາ ຊົນຂັ້ນແຂວງ ແລະ ສະພາແຫ່ງ ຊາດ ໄດ້ຮັບການຍົກລະດັບຄວາມ ຮູ້, ຄວາມສາມາດກ່ຽວກັບບົດຮຽນ ການຮັບຕ້ອນ ແລະ ໃຫ້ຄໍາປຶກສາ ແກ່ປະຊາຊົນ ແລະ ວິທີການຄົ້ນ ຄວ້າ, ວິເຄາະ, ວິໄຈຄໍາຮ້ອງຂໍ ຄວາມເປັນທໍາລວມທັງຂັ້ນຕອນ ການພິຈາລະນາຄໍາຮ້ອງຂໍຄວາມ ເປັນທໍາໃຫ້ມີປະສິດທິພາບ ແນໃສ່ ເຮັດໃຫ້ການປະຕິບັດພາລະບົດ ບາດຕິດຕາມກວດກາ ຂອງສະພາ ປະຊາຊົນຂັ້ນແຂວງ ແລະ ສະພາ ແຫ່ງຊາດ ໃນຖາເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນມີຜົນສັກສິດຢ່າງເຕັມສ່ວນ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ສຸມໃສ່ປະກອບຄຳເຫັນແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການເຜີຍແຜ່ກົດໝາຍວ່າ ດ້ວຍການແກ້ໄຂຄຳຮ້ອງທຸກ (ສະ ບັບປັບປຸງ ປີ 2022) ແລະ ມະຕິ ວ່າດ້ວຍການຮັບ ແລະ ພິຈາລະນາ ຄຳຮ້ອງຂໍຄວາມເປັນທຳ ສະບັບ ເລກທີ 07/ຄປຈ, ລົງວັນທີ 9 ມັງ ກອນ 2023; ກົນໄກການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນ ທໍາຂອງສະພາແຫ່ງຊາດ ແລະ ສະ ພາປະຊາຊົນຂັ້ນແຂວງ; ບົດຮຽນ ການຮັບຕ້ອນ ແລະ ໃຫ້ຄໍາປຶກສາຜູ້ ທີ່ມາຍື່ນຄຳຮ້ອງຂໍຄວາມເປັນທຳ. ຂ່າວ-ພາບ: ປາກລັກ ພົມມີໄຊ ນໍາໃຊ້ລະບົບ RTMS ແລະ LTMS ຢ່າງລະອຽດ ເປັນແຕ່ລະຂັ້ນຕອນ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິ ບັດເຂົ້າໃນວຽກງານຕົວຈິງ ໄດ້ ຢ່າງຖືກຕ້ອງ ແລະ ມີຄວາມຄ່ອງ ແຄ້ວທັງສາມາດນໍາເອົາຄວາມຮູ້ ໄປເຜີຍແຜ່, ແນະນໍາການນໍາໃຊ້ ລະ ບົບດັ່ງກ່າວ ໃຫ້ບັນດາພະນັກງານ ໃນບ່ອນທີ່ຕົນສັງກັດຢູ່ ໃຫ້ແຕ່ລະ ຄົນໄດ້ມີຄວາມຮູ້ຄວາມສາມາດ, ທັງມີຄວາມເຂົ້າໃຈໃນລະບົບ ແລະ ຈັດຕັ້ງປະຕິບັດວຽກງານໄດ້ຖືກ ຕ້ອງຕາມລະບຽບກົດໝາຍທີ່ໄດ້ ກໍານົດໄວ້ ໂດຍສະເພາະແມ່ນການ ປະຕິບັດຕາມແຜນພັດທະນາຂະ ແໜງສ່ວຍສາອາກອນໃນໄລຍະ 2021-2025 ຕາມ 5 ເປົ້າໝາຍພັດ ທະນາຕົ້ນຕໍ ແລະ 17 ແຜນວຽກຈຸດ ສຸມຍ່ອຍ; ການຝຶກອົບຮົມຍົກລະ ດັບ, ເສີມຂະຫຍາຍຂີດຄວາມສາ ມາດ ແລະ ທັກສະຂອງພະນັກງານ ສ່ວຍສາອາກອນແມ່ນນອນຢູ່ ໃນ ແຜນພັດທະນາທີ 5 ຂອງການພັດ ທະນາຂີດຄວາມສາມາດຂອງພະ ນັກງານ ແລະ ອົງກອນ. ໂອກາດດັ່ງກ່າວ, ທ່ານ ສຸພັນ ວິລະວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ຊຸດ ຝຶກອົບຮົມໂດຍເນົ້ນ ໃຫ້ບັນດາຄູຝຶກ ນໍາໃຊ້ທັງສອງລະບົບນີ້ ໃຫ້ພະນັກ ງານ-ລັດຖະກອນສ່ວຍສາອາກອນ ເພື່ອສ້າງຄູຝຶກໃຫ້ບັນດາແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດ ໄດ້ມີຄວາມຮູ້ຄວາມສາມາດໃນ ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ ແລະ ເຜີຍແຜ່, ແນະນໍາໃຫ້ພະ ນັກງານດ້ວຍກັນ, ລວມທັງພາກ ສ່ວນທີ່ກ່ຽວຂ້ອງ ໄດ້ມີຄວາມຮັບຮູ້ ເຂົ້າໃຈໃນການນໍາໃຊ້ສອງລະບົບ ເພື່ອໃຫ້ຫັນມາເສຍຄ່າ ທໍານຽມທາງ ແລະ ພາສີທີ່ດິນໃຫ້ຫລາຍຂຶ້ນເພາະ ການຫັນເປັນທັນສະໄໝ ໃນການ ຈັດເກັບລາຍຮັບເຂົ້າງົບປະມານ ແຫ່ງລັດ ກໍເພື່ອໃຫ້ສາມາດຈັດເກັບ ລາຍຮັບໃຫ້ຄົບຖ້ວນໂປ່ງໄສ, ສາ ມາດກວດສອບໄດ້. ແຫລ່ງຂ່າວ: ກະຊວງການເງິນ ບັດຕົວຈິງ ເຊິ່ງປະກອບດ້ວຍຫລາຍ ເນື້ອໃນ ແລະ ກິດຈະກຳທີ່ສອດ ຄ່ອງກັນ ໂດຍຜູ້ເຂົ້າຮ່ວມໄດ້ຮຽນຮູ້ ກ່ຽວກັບແນວຄວາມຄິດ ທີ່ວ່າການ ຮຽນຮູ້ແມ່ນບໍ່ມີວັນສິ້ນສຸດ ຫລື ການຮຽນຮູ້ຕະຫລອດຊີວິດ, ຄວາມ ສະເໝີພາບລະຫວ່າງຍິງ-ຊາຍ, ການວິເຄາະບົດບາດຍິງ-ຊາຍ, ບັນ ດາກົດໝາຍທີ່ກ່ຽວຂ້ອງ ແລະ ເຕັກ ນິກການສອນ. ການສະເຫລີມສະຫລອງວັນ ສ້າງຕັ້ງອົງການຈັດຕັ້ງສະຫະພັນ ແມ່ຍິງລາວ ຄົບຮອບ 68 ປີ, ບັນດາ ຄູຊັ້ນປະຖົມສຶກສາ ແລະ ຊັ້ນມັດທະ ຍົມສຶກສາ ພ້ອມດ້ວຍພະແນກການ ອ້ອມຂ້າງຈາກແຂວງວຽງຈັນ ຈຳ ນວນ 66 ທ່ານ ໄດ້ຮ່ວມກັບຄູຝຶກ ວຽກງານບົດບາດຍິງ ຊາຍຂອງບັນ ດາກົມຂອງກະຊວງສຶກສາທິການ ແລະ ກິລາ ກຳນົດຂໍ້ຄວາມສຳຄັນ ເພື່ອຍົກໃຫ້ເຫັນບັນຫາຂອງການ ໃຊ້ຄວາມຮຸນແຮງຕໍ່ເດັກ ແລະການ ສົ່ງເສີມບົດບາດຍິງ-ຊາຍ ຢູ່ໃນ ໂຮງຮຽນ. ຕາມຜົນການສຶກສາທີ່ ຜ່ານມາສະແດງໃຫ້ເຫັນວ່າເກືອບ 1 ໃນ 3 ແມ່ຍິງ ລາວ (30,3%) ເຄີຍໄດ້ປະສົບກັບຄວາມຮຸນແຮງ ບາງຮູບແບບ (ທາງກາຍ, ທາງ ເພດ ຫລື ຈິດໃຈ) ໃນຊີວິດຂອງ ເຂົາເຈົ້າ. ອັດຕາການໃຊ້ຄວາມຮຸນ ແຮງທີ່ຄ້າຍຄືກັນກັບເດັກໄດ້ຖືກ ລາຍງານໃນການສໍາຫລວດຄວາມ ຮຸນແຮງ ໃນໄວເດັກແຫ່ງຊາດໄດ້ ພົບວ່າ ຫລາຍກວ່າໜຶ່ງສ່ວນສາມ ຂອງເດັກຍິງ ແລະ ເດັກຊາຍ ໄດ້ຮັບ ການໃຊ້ຄວາມຮຸນແຮງໃນໄວເດັກ ເຊິ່ງພະແນກສົ່ງເສີມຄວາມຄວາມ ກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ເນັ້ນໜັກເຖິງບົດບາດຂອງ ຄູອາຈານໃນການປ້ອງກັນຄວາມ ຮຸນແຮງຕໍ່ເດັກ ແລະ ການສົ່ງເສີມ ບົດບາດຍິງ-ຊາຍ ຢູ່ໃນໂຮງຮຽນ . ພາຍຫລັງການຝຶກອົບຮົມຄັ້ງ ນີ້, ພະແນກສົ່ງເສີມຄວາມກ້າວ ໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ມີແຜນຈະພັດ ທະນາປຶ້ມຄູ່ມືການຝຶກອົບຮົມວຽກ ງານບົດບາດຍິງ-ຊາຍ ຂອງຂະ ແໜງສຶກສາທິການ ແລະ ກິລາ.
RkJQdWJsaXNoZXIy MTc3MTYxMQ==