lxx ]k; lts]v' ;ao3r-tokdkocsj'-kf 0q 'g0f;a fmtotme{la '7q , mk[mk,7;k,w;h ;k'.9 8+dkooerk0v'7tot[=]ysko'kol6odk'rad dk'ltw\ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 01.08.2023 ປີທີ 22 ສະບັບທີ 5.731 rda xt-k-oq xt8;y fa]k; mu,j du Pflts'k \oA pon K j ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme g-a ola opkdkogxa o8q ;cmo 9e|j kp]q fw22h k[u ;kpfu ]k; pq dl6 '7;k,lk,kf.odkoIa [ c]t ry 9k]tok7eIh v'0= 7;k,gxa ome dtly dvog,n v'w-r6 mv' xa dfeg0Q kokxu leg]a fc]h ; 97,55% ຂປລ. ກົມອະນາໄມ ແລະ ສົ່ງ ເສີມສຸຂະພາບ ກະຊວງສາທາລະນະ ສຸກ ໄດ້ຈັດພິທີສະເຫລີມສະຫລອງ ວັນໂພຊະນາການແຫ່ງຊາດ ປະ ຂປລ.ໃນວັນທີ 31 ກໍລະກົດ 2023 ນີ້, ກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ເປີດຊຸດຝຶກ ອົບຮົມການເປັນຄູຝຶກການນໍາໃຊ້ ລະບົບຄຸ້ມຄອງການຈັດເກັບລາຍ ຮັບຄ່າທຳນຽມທາງແບບເອເລັກ ໂຕຣນິກ(RTMS) ແລະ ລະບົບ ຄຸ້ມຄອງເກັບລາຍຮັບພາສີທີ່ດິນ ແບບເອເລັກໂຕຣນິກ (LTMS) ໂດຍການເປັນປະທານຂອງທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍ ສາອາກອນກະຊວງການເງິນ,ມີຄະ ນະຮັບຜິດຊອບການຝຶກອົບຮົມ, ວິທະຍາກອນຈາກກົມສ່ວຍສາອາ ກອນ ແລະ ນັກສໍາມະນາກອນ ຈາກ ກົມເຕັກໂນໂລຊີຂໍ້ມູນຂ່າວສານ ຂປລ. ຄະນະກໍາມະການຍຸຕິ ທໍາ ແລະ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສະພາປະຊາຊົນຂັ້ນ ແຂວງ ແລະ ພະນັກງານເສນາທິ ການຊ່ວຍວຽກໃນການຮັບ ແລະ ພິ ຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຂອງສະພາແຫ່ງຊາດ 13 ແຂວງ ໃນທົ່ວປະເທດ ເຂົ້າຮ່ວມສໍາມະນາ ຍົກສູງຂີດຄວາມສາມາດ ໃນການ ຮັບ ແລະ ພິຈາລະນາຄໍາຮ້ອງຂໍ ຄວາມເປັນທໍາລະຫວ່າງວັນທີ 2728 ກໍລະກົດ 2023 ຢູ່ເມືອງວັງ ວຽງ ແຂວງວຽງຈັນ ພາຍໃຕ້ການ ເປັນປະທານຂອງທ່ານ ຄຳແພງ ວິລະພັນ ປະທານກຳມາທິການຍຸຕິ ທຳສະພາແຫ່ງຊາດ ໂດຍໄດ້ຮັບ ເຂດວັດທະນະທຳ-ສັງຄົມ ໄດ້ຈັດຂຶ້ນໃນວັນທີ 28 ກໍລະ ກົດ 2023 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລ ຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຄະນະກວດກາສູນກາງພັກ, ປະທານຄະນະກວດກາສູນ ກາງພັກ, ປະທານອົງການກວດກາແຫ່ງລັດ, ທັງເປັນ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນ ກາງ ໂດຍມີສະຫາຍ ສອນໄຊ ສີພັນດອນ ກຳມະການກົມ ການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາ ສະຫາຍຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດ ຖະມົນຕີ, ພ້ອມດ້ວຍຄະນະພັກ, ຄະນະນຳ ຈາກ 8 ກະ ຊວງທີ່ກ່ຽວຂ້ອງເຂົ້າຮ່ວມເພື່ອ ພ້ອມກັນເບິ່ງ ແລະ ຕີລາ ຄາຄືນການນໍາພາລວມຂອງຄະນະບໍລິຫານງານສູນ ກາງພັກ ໃນການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ສະຫາຍ ຄຳພັນ ພົມມະທັດ ຂປລ. ກອງປະຊຸມ ຄັ້ງທີ III ລະ ຫວ່າງ ຄະນະວິຊາການປະສົມຊາຍ ແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ເມືອງຮາຍເຈົາ, ນະຄອນດານັງ, ສາທາລະນະລັດ ຂປລ. ກອງປະຊຸມທາບທາມຄວາມເຊື່ອໝັ້ນ ໄວ້ວາງໃຈຕໍ່ການນຳພາຂອງຄະນະບໍລິຫານງານ ສູນກາງພັກກາງສະໄໝທີ XI ຈຸດທາບທາມຂົງ ອ່ານຕໍ່ໜ້າ 2 ຈໍາປີ 2023 ໃນວັນທີ 30 ກໍລະກົດ 2023, ໃຕ້ຄໍາຂັວນ: “ກິນດີ, ມີ ສຸກ” (EatWellLiveWell) ທັງນີ້ dt-;'lbdlkmydko c]t dy]k lhk'mu,76/bdfhko[qf[kfpy'{-kp ຂປລ.ທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີກະ ຊວງສຶກສາທິການ ແລະ ກິລາ ແລະ ທ່ານນາງ ວາແນັດຊາ ເຮກາຕີ ຮັກ ສາການຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ ເປັນປະທານຮ່ວມໃນພິທີສະເຫລີມ ສະຫລອງວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງລາວ ຄົບ ຮອບ 68 ປີ(20/07/195520/07/2023) ໃນວັນທີ 28 ກໍລະ ກົດ 2023 ເຊິ່ງເປັນມື້ສຸດທ້າຍຂອງ ການຝຶກອົບຮົມໄລຍະ 5 ວັນ ເພື່ອ ສ້າງຂີດຄວາມສາມາດສໍາລັບທີມ ງານຄູຝຶກ ທີ່ສ້າງຂຶ້ນໃໝ່ ກໍຄືທີມຄູ ຝຶກດ້ານບົດບາດຍິງ-ຊາຍ ແລະ ອ່ານຕໍ່ໜ້າ 2 ການປ້ອງກັນການໃຊ້ຄວາມຮຸນ ແຮງຕໍ່ເດັກໃນໂຮງຮຽນ ຂອງບັນ ດາກົມຂອງກະຊວງສຶກສາທິການ ແລະ ກິລາ. ທ່ານ ນາງ ຂັນທະລີ ໄດ້ກ່າວວ່າ “ຄູຝຶກດ້ານບົດບາດຍິງ-ຊາຍຂອງ ບັນດາກົມຂອງກະຊວງສຶກສາທິ ການ ແລະ ກິລາ ຈະມີບົດບາດສຳຄັນ ໃນການຍົກສູງຄວາມຮັບຮູ້ກ່ຽວ ກັບຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ. ພາລະ ບົດບາດຂອງທີມງານຄູຝຶກທີ່ສ້າງ ຂຶ້ນໃໝ່ນີ້ ແມ່ນຈະໄດ້ຜັນຂະຫຍາຍ ຜົນການຈັດການຝຶກອົບຮົມ, ສໍາມະ ນາ ແລະ ກອງປະຊຸມກ່ຽວກັບການ ]k;{s;Pfok, 8u ]k7k7n odko75 h ,7v' Ia dlk7;k,lts'[ -kpcfo q ສັງຄົມນິຍົມຫວຽດນາມ ເຊິ່ງຝ່າຍ ລາວນໍາໂດຍ ສະຫາຍ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການ ຄະນະກໍາມະການຊາຍແດນແຫ່ງ ການສະໜັບສະໜູນຈາກໂຄງການ ສ້າງຄວາມອາດສາມາດໃຫ້ແກ່ ສະພາແຫ່ງຊາດ (WFD). ການຈັດສຳມະນາຄັ້ງນີ້, ກໍເພື່ອ ເປັນການຍົກສູງຂີດຄວາມສາມາດ ໃຫ້ແກ່ກໍາມະການຂອງກໍາມາທິ ການຍຸຕິທໍາ, ຄະນະກໍາມະການຍຸຕິ dt-;'dkog'o lhk'76/bd75h,7v']kpIa[ 7jkmeoP,mk' c]t rklumujfyo y ການເງິນ, ສ່ວຍສາອາກອນ ປະຈໍາ ນວ, ແຂວງ, ນະຄອນ, ເມືອງ ແລະ ເທສະບານທົ່ວປະເທດເຂົ້າຮ່ວມ. ໃນຊຸດຝຶກອົບຮົມຄັ້ງນີ້, ນັກສໍາ ມະນາກອນໄດ້ຮຽນຮູ້ເຖິງວິທີການ ຂປລ. ຕາມການລາຍງານຈາກ ທ່ານ ສຸວັນ ໄຊຍະມັງດາລາ ຮອງ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ ເມືອງໄຊພູທອງ ແຂວງສະຫວັນ ນະເຂດ ໄດ້ໃຫ້ຮູ້ໃນວັນທີ 31 ກໍລະ ກົດ 2023 ນີ້ວ່າ: ປັດຈຸບັນ, ກະສິ ກອນເມືອງໄຊພູທອງ ມີແຜນຜະລິດ ເຂົ້ານາປີ 13.000 ກວ່າເຮັກຕາ, ຕົກກ້າໄດ້ 712.290 ກິໂລເທົ່າກັບ 85,43% ຂອງແນວປູກທັງໝົດ 833.730 ກິໂລ. ໃນນີ້, ນາຫວ່ານ ໄດ້ 1.371ເຮັກຕາ, ແນວປູກ 82.260 ກິໂລ; ນາຢອດ 653 ເຮັກ ຕາ, ແນວປູກ 39.180 ກິໂລລວມ ໝົດ 833.730 ກິໂລ ເທົ່າກັບ 100% ຂອງແນວປູກທັງໝົດ
lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 01/08/2023 xtgmf]k; ຂົງເຂດວັດທະນະທຳ... ກະຊວງສຶກສາທິການ... ສປປ ລາວ ສະຫລອງ... ກະຊວງການເງິນ... ຍົກສູງຄວາມສາມາດ... ລາວ-ຫວຽດນາມ... ຂອງພັກ ແລະ ແຜນພັດທະນາເສດ ຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງ ທີ IX ກາງສະໄໝຜ່ານມາ ຕໍ່ກັບແຕ່ ລະຂົງເຂດວຽກງານ ເປັນຕົ້ນວຽກ ງານ ປກຊ, ປກສ, ວຽກງານພົວ ພັນຕ່າງປະເທດ, ວຽກງານພັດທະ ນາ ເສດຖະກິດ-ສັງຄົມ, ການປັບປຸງ ລະບົບການເມືອງ, ວຽກງານກໍ່ ສ້າງພັກພະນັກງານ, ວຽກງານຕິດ ຕາມກວດກາ ແລະ ອື່ນໆ ໂດຍຍົກ ໃຫ້ເຫັນດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ຫລື ຈຸດອ່ອນຂໍ້ຄົງຄ້າງ, ສາເຫດທີ່ ພາໃຫ້ມີຂໍ້ຄົງຄ້າງ ເພື່ອປັບປຸງແກ້ ໄຂໃນຕໍ່ໜ້າ. ໂອກາດດັ່ງກ່າວ, ສະຫາຍ ຄຳ ພັນ ພົມມະທັດ ໄດ້ມີຄຳເຫັນວ່າ: ການຈັດໃຫ້ມີການທາບທາມ ຫລື ປະກອບຄໍາເຫັນຕໍ່ຄະນະບໍລິຫານ ງານສູນກາງພັກ ໃນຄັ້ງນີ້, ເປັນ ການເປີດກວ້າງປະຊາທິປະໄຕ ພາຍໃນພັກຂອງພວກເຮົາ ເພື່ອໃຫ້ ປະກອບຄວາມເຫັນຕໍ່ຄວາມຮັບ ຜິດຊອບລວມ ຂອງຄະນະບໍລິຫານ ງານສູນກາງພັກ ແລະ ຄວາມຮັບ ຜິດຊອບໜ້າທີ່ການເມືອງຂອງ ແຕ່ລະສະຫາຍຄະນະບໍລິຫານງານ ສູນກາງພັກ ແນໃສ່ປັບປຸງພັກ ໃຫ້ ມີຄວາມປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ແລະ ມີຄວາມເປັນເອກະ ພາບສູງ ເພື່ອສືບຕໍ່ເປັນຫລັກແຫລ່ງ ນຳພາປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ IX ໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້. ພ້ອມນີ້, ສະ ຫາຍຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມທັງ ໝົດ ພ້ອມກັນຄົ້ນຄວ້າ, ມີຄໍາເຫັນຕີ ລາຄາບັນຫາຕ່າງໆ ທີ່ພົວພັນເຖິງ ຄຸນລັກສະນະ, ມາດຖານຂອງພະ ນັກງານນຳພາຄຸ້ມຄອງ(ມາດຖານ ຂອງສູນກາງພັກ) ເປັນຕົ້ນ ຄຸນທາດ ການເມືອງ, ຄຸນສົມບັດສິນທຳປະ ຕິວັດ, ຈັນຍາບັນ, ຄວາມຮັບຜິດ ຊອບການເມືອງ, ແບບແຜນນຳພາ ວິທີເຮັດວຽກ, ຄວາມຮູ້ຄວາມສາ ມາດໃນການປະຕິບັດໜ້າທີ່, ແບບ ແຜນການດຳລົງຊີວິດ, ຄວາມສັດ ຊື່ບໍລິສຸດ ຫລື ການສວຍໃຊ້ໜ້າ ທີ່ຕໍາແໜ່ງບໍ່ຖືກຕ້ອງ, ການພົວພັນ ໃນສັງຄົມ, ທັດສະນະມະຫາຊົນ, ຄວາມຈິງໃຈຮັບເອົາຄຳຄິດຄຳ ເຫັນ, ຄຳສະເໜີສົ່ງຂ່າວຂອງໝູ່ຄະ ນະ,ຂອງສະມາຊິກພັກ, ພະນັກງານ ລັດຖະກອນ ໃນໄລຍະຜ່ານມາ ແລະ ອື່ນໆ ເຊິ່ງທັງໝົດນັ້ນ ເພື່ອເປັນຂໍ້ ມູນໃຫ້ແຕ່ລະສະຫາຍໃນຄະນະບໍລິ ຫານງານສູນກາງພັກນຳໄປຄົ້ນ ຄວ້າອັນໃດດີແມ່ນສືບຕໍ່ເສີມຂະ ຫຍາຍ, ອັນໃດຍັງອ່ອນ ແລະ ຄົງ ຄ້າງ ກໍສືບຕໍ່ປັບປຸງແກ້ໄຂໃຫ້ໝົດ ໄປເທື່ອລະກ້າວ. ສະຫາຍ ຄຳພັນ ພົມມະທັດ ຍັງໄດ້ເນັ້ນຕື່ມວ່າ: ການປະກອບ ຄໍາເຫັນຂອງແຕ່ລະສະຫາຍໃນຄະ ນະບໍລິຫານງານສູນກາງພັກໃຫ້ ເບິ່ງ ແລະ ຕີລາຄາຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງລວມຂອງສູນກາງພັກກໍຄື ຄວາມຮັບຜິດຊອບໜ້າທີ່ການ ເມືອງ ທີ່ແຕ່ລະສະຫາຍ ໄດ້ຮັບມອບ ໝາຍ, ເບິ່ງຄວາມຮູ້ຄວາມສາມາດ ກໍຄື ຜົນສຳເລັດ ຫລື ບໍ່ສຳເລັດໃນ ການປະຕິບັດໜ້າທີ່ ທີ່ໄດ້ຮັບມອບ ໝາຍ (ບໍ່ໄປບໍ່ມາ ຫລື ບໍ່ເຂັ້ມແຂງ, ຊັກຊ້າ, ປະສິດທິຜົນບໍ່ສູງ); ໃຫ້ ເບິ່ງແບບແຜນນໍາພາ ແລະ ວິທີເຮັດ ວຽກ, ການເຄົາລົບ ແລະ ປະຕິບັດ ຫລັກການນໍາພາຂອງພັກ ເປັນຕົ້ນ ຫລັກການລວມສູນປະຊາທິປະໄຕ ຄົ້ນຄວ້າຕົກລົງບັນຫາສຳຄັນຫລໍ່ ແຫລມຕ່າງໆເປັນໝູ່ຄະນະ, ໃຫ້ ຄວາມສຳຄັນຕໍ່ຄຳເຫັນຂອງໝູ່ຄະ ນະ, ນັບຖືສຽງສ່ວນຫລາຍ ແລະ ອື່ນໆ; ໃຫ້ເບິ່ງແນວຄິດ ແລະ ທັດ ສະນະ ໃນການຄົ້ນຄວ້າເບິ່ງບັນຫາ ຕ່າງໆມີຄວາມຮອບຄອບ, ເລິກ ເຊິ່ງ, ພາວະວິໄສ, ແທດເຖິງຕົວຈິງ ແນວໃດ ຫລື ຜິວເພີນລວມໆ, ບໍ່ແທດ ກັບຕົວຈິງ, ເບິ່ງທັດສະນະມະຫາ ຊົນ, ແບບແຜນການດຳລົງຊີວິດ, ການຫລິ້ນກິນຟູມເຟືອຍ, ການພົວ ພັນໃນຄອບຄົວ ແລະ ສັງຄົມ, ການ ສໍ້ລາດບັງຫລວງ, ການສວຍໃຊ້ໜ້າ ທີ່, ສິດອຳນາດ ເພື່ອຜົນປະໂຫຍດ ສ່ວນຕົວດ້ວຍທາງກົງ ຫລື ທາງ ອ້ອມ, ຄວາມເປັນແບບຢ່າງທີ່ດີ, ການຝຶກຝົນຫລໍ່ຫລອມຕົນເອງ ເພື່ອ ພັດທະນາ ໃຫ້ສົມຄູ່ກັບໜ້າທີ່ການ ເມືອງທີ່ໄດ້ຮັບການມອບໝາຍ ແລະ ໃຫ້ເບິ່ງຄວາມເອົາໃຈໃສ່ ແລະ ຖື ສໍາຄັນຕໍ່ວຽກງານກໍ່ສ້າງພັກ,ພະ ນັກງານ, ວຽກງານຕິດຕາມ, ກວດ ກາ, ສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫລວງ ໃນຂະແໜງການ ແລະ ທ້ອງຖິ່ນ ທີ່ຕົນຮັບຜິດຊອບ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ເພື່ອຍົກສູງບົດບາດຂອງວຽກງານ ໂພຊະນາການ ໃຫ້ນັບມື້ນັບມີປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນ ເລັ່ງໃສ່ປະຊາຊົນບັນດາເຜົ່າໃຫ້ມີ ສຸຂະພາບທີ່ແຂງແຮງທາງດ້ານ ຮ່າງກາຍ ແລະ ມັນສະໝອງ. ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມ ສຸຂະພາບ ກ່າວວ່າ: ໂພຊະນາການ ມີຄວາມໝາຍທີ່ກ້ວາງກວ່າ ແລະ ແຕກຕ່າງຈາກຄໍາວ່າ ອາຫານ, ອາຫານທີ່ເຮົາບໍລິໂພກກັນຢູ່ທຸກໆມື້ ນີ້ມີຄຸນປະໂຫຍດ ແລະ ບໍ່ມີຄຸນປະ ໂຫຍດແຕກຕ່າງກັນໄປ, ມີອາຫານ ຫລາຍຊະນິດທີ່ບໍລິໂພກແລ້ວ ຮູ້ສຶກ ພຽງແຕ່ອີ່ມແຕ່ບໍ່ມີຄຸນປະໂຫຍດ ແຕ່ອາດຈະໃຫ້ໂທດຕໍ່ຮ່າງກາຍຄົນ ເຮົາໄດ້. ການໄດ້ຮັບສານອາຫານ ທີ່ຫລາກຫລາຍພຽງພໍ ແລະ ຖືກ ຊັດສ່ວນເປັນສິ່ງທີ່ຈຳເປັນທີ່ສຸດ ສໍາລັບຮ່າງກາຍຄົນເຮົາ ເພື່ອໃຫ້ ມີສຸຂະພາບທີ່ແຂງແຮງ ປາສະຈາກ ໂລກໄພໄຂ້ເຈັບ ປະຊາຊົນທີ່ກິນດີ ຍ່ອມມີພາວະໂພຊະນາການທີ່ສົມ ບູນມີຄຸນນະພາບຊີວິດທີ່ດີ ເປັນ ຊັບພະຍາກອນອັນລ້ຳຄ່າໃນການ ພັດທະນາປະເທດຊາດ. ຖ້າປະຊາ ຊົນມີຄວາມສົນໃຈ ແລະ ມີຄວາມ ເຂົ້າໃຈໃຫ້ຄວາມສຳຄັນໃນເລື່ອງ ໂພຊະນາການ ສາມາດນຳເອົາ ຄວາມຮູ້ນຳໄປໃຊ້ໃຫ້ເປັນປະໂຫຍດ ໃນຊີວິດປະຈໍາວັນຂອງຕົນ ແລະ ຄອບຄົວແລ້ວຈະເປັນກຳລັງສຳຄັນ ໃນການແກ້ ແລະ ຫລຸດບັນຫາທາງ ດ້ານໂພຊະນາການທີ່ບໍ່ດີລົງໄດ້. ລັດຖະບານ ພ້ອມດ້ວຍຄູ່ຮ່ວມ ງານ ທັງພາຍໃນ ແລະ ສາກົນ ກໍຄື ສະຫະພາບເອີຣົບ ໄດ້ສືບຕໍ່ຄົ້ນຄວ້າ ການເຊື່ອມໂຍງລະຫວ່າງການລົງ ທຶນດ້ານໂພຊະນາການ ໃສ່ການຈະ ເລີນເຕີບໃຫຍ່ຂອງເດັກໃນຊຸມຊົນ ແລະ ທາງດ້ານການພັດທະນາວຽກ ງານໂພຊະນາການ ເພາະວ່າໂພຊະ ນາການແມ່ນຈຸດສຸມຫລັກໃນການ ບັນລຸເປົ້າໝາຍວຽກງານການພັດ ທະນາເສດຖະກິດ-ສັງຄົມ ຂອງ ຊາດ ກໍຄືເປົ້າໝາຍການພັດທະນາ ແບບຍືນຍົງ(SDGs), ຮອດປີ 2030 ແມ່ນປີທີ່ພວກເຮົາຕ້ອງບັນ ລຸເປົ້າໝາຍທີ່ລະບຸໄວ້ໃນການພັດ ທະນາແບບຍືນຍົງ, ວຽກງານໂພຊະ ນາການຍັງເປັນບູລິມະສິດອັນດັບ ໜຶ່ງຂອງ ສປປ ລາວ ຍ້ອນວ່າມີ ຄວາມສໍາຄັນຕໍ່ກັບຊີວິດການເປັນຢູ່, ການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາການຂອງເດັກ, ຊຸມຊົນ ແລະ ປະເທດຊາດ. ລັດຖະບານແຫ່ງ ສປປ ລາວ ໄດ້ກໍານົດໃຫ້ວັນທີ 31 ກໍລະກົດ ເປັນວັນໂພຊະນາການແຫ່ງຊາດ ມີເປົ້າໝາຍເພື່ອສ້າງຄວາມຮູ້ ຄວາມເຂົ້າໃຈກ່ຽວກັບວິທີການກິນ ອາຫານ ແລະ ການດຳລົງຊີວິດ ເພື່ອສຸຂະພາບທີ່ດີ, ການຂາດສານ ອາຫານແມ່ນໜຶ່ງໃນບັນຫາທີ່ເປັນ ສິ່ງທ້າທາຍ ແລະ ຕ້ອງການແກ້ໄຂ ຢ່າງຮີບດ່ວນ. 1 ໃນ 3 ຂອງເດັກ ນ້ອຍໃນ ສປປ ລາວ ບໍ່ໄດ້ຮັບສານອາ ຫານທີ່ຈຳເປັນຕໍ່ການຈະເລີນເຕີບ ໂຕ ແລະ ສຸຂະພາບທີ່ແຂງແຮງ, ພ້ອມກັນນີ້ ຍັງເຫັນວ່າຈຳນວນແມ່ ຍິງໄວເລີນພັນ ແມ່ນມີຄວາມສ່ຽງ ອ້ວນຫລາຍຂຶ້ນ ເຊິ່ງບັນຫາດັ່ງກ່າວ ພວກເຮົາສາມາດແກ້ໄຂໄດ້ ໂດຍ ການຊ່ວຍກັນປັບປຸງປ່ຽນແປງພຶດ ຕິກໍາໃນການດໍາລົງຊີວິດ, ທຸກໆຄົນ ມີບົດບາດທີ່ສຳຄັນໃນການເຮັດ ໃຫ້ຕົນ ແລະ ສະມາຊິກໃນຄອບຄົວ ມີສຸຂະພາບແຂງແຮງເຊັ່ນ ວ່າ: ເຮົາ ສາມາດປູກຜັກ ແລະ ໝາກໄມ້ກິນ ເອງ, ອອກກຳລັງກາຍເປັນປະຈຳ; ຫລຸດຜ່ອນອາຫານທີ່ບໍ່ມີປະໂຫຍດ ແລະ ບໍ່ສະອາດທີ່ສາມາດກໍ່ໃຫ້ເກີດ ພະຍາດຕ່າງໆໄດ້ ເຊັ່ນ: ພະຍາດ ຫົວໃຈ, ຫລອດເລືອດໃນສະໝອງ ຕີບ, ເບົາຫວານ ແລະ ອື່ນໆ. ທ່ານ ນາງ ອະສຸນຕາ ເທສຕາ ຜູ້ຮັບຜິດຊອບແຜນງານຄໍ້າປະກັນ ສະບຽງອາຫານ ປະຈຳ ສປປ ລາວ ໄດ້ກ່າວວ່າ: ກິດຈະກໍາຄັ້ງນີ້, ຈັດຂຶ້ນ ໃນຮູບແບບຂອງການໃຫ້ຄວາມຮູ້, ຄວາມບັນເທີງ ແລະ ອັດແໜ້ນ ດ້ວຍຂໍ້ມູນຂ່າວສານທີ່ຈຳເປັນ, ສະ ຫະພາບເອີຣົບຂໍຢືນຢັນຄຳໝັ້ນສັນ ຍາຈະສະໜັບສະໜູນການປະຕິບັດ ແຜນງານແຫ່ງຊາດ ດ້ານໂພຊະນາ ການ ປີ 2021- 2025 ຢ່າງແນ່ ນອນ, ຈະສືບຕໍ່ຮ່ວມມືວຽກງານ ດັ່ງກ່າວໃຫ້ຫລາຍຂຶ້ນໃນການວາງ ແຜນ ແລະ ການປະຕິບັດ ເພື່ອປັບປຸງ ວຽກງານໂພຊະນາການໃນພາກ ພື້ນໃຫ້ສຳເລັດ. ສົ່ງເສີມຄວາມສະເໝີພາບລະ ຫວ່າງຍິງ-ຊາຍ, ການປ້ອງ ກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍພາຍໃນກົມກອງ ຂອງຕົນເອງ ແລະ ສະຖາບັນອື່ນໆ ນອກຈາກກະຊວງສຶກສາທິການ ແລະ ກິລາ. ທ່ານນາງ ວາແນັດຊາ ເຮກາຕີ ໄດ້ຊີ້ໃຫ້ເຫັນຄວາມສຳຄັນ ແລະ ການກຳນົດວຽກງານສົ່ງເສີມບົດ ບາດຍິງ-ຊາຍ ແລະ ການສຶກສາ ຮຽນຮ່ວມເປັນຂົງເຂດບຸລິມະສິດ ແລະ ພ້ອມໃຫ້ຄຳໝັ້ນສັນຍາທີ່ຈະ ແກ້ໄຂບັນຫາຄວາມບໍ່ສະເໝີພາບ ແລະ ຄວາມບໍ່ເປັນທຳ ໂດຍຜ່ານ ທຸກວຽກງານທີ່ສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ. ພ້ອມທັງ ມີຄວາມພູມໃຈເປັນຢ່າງຍິ່ງທີ່ໄດ້ ເປັນຄູ່ຮ່ວມພັດທະນາກັບກະຊວງ ສຶກສາທິການ ແລະ ກິລາ ໂດຍຜ່ານ ແຜນງານບີຄວາ ເພື່ອສ້າງທີມງານ ຄູຝຶກ ແລະ ສ້າງຂີດຄວາມສາມາດ ໃຫ້ແກ່ທີມດັ່ງກ່າວ ເຊິ່ງຈະເປັນ ທີມຄູຝຶກຫລັກດ້ານວຽກງານບົດ ບາດຍິງ-ຊາຍ ຂອງບັນດາກົມຂອງ ກະຊວງສຶກສາທິການ ແລະ ກິລາ. ຫວັງຢ່າງຍິ່ງວ່າ ທີມຄູຝຶກທີ່ສ້າງ ຂຶ້ນໃໝ່ນີ້ ຈະນຳໃຊ້ຄວາມຮູ້ຄວາມ ສາມາດ ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ໝູນໃຊ້ເຂົ້າໃນການປະຕິບັດຕົວຈິງ ແລະ ຖ່າຍຖອດຄວາມຮູ້ ທີ່ໄດ້ຮຽນ ມາຈາກຂັ້ນສູນກາງລົງໄປສູ່ຂັ້ນ ທ້ອງຖິ່ນຢ່າງມີປະສິດທິຜົນ. ຜູ້ເຂົ້າຮ່ວມຝຶກອົບຮົມຈໍານວນ 34 ທ່ານ ຈາກ 16 ພາກສ່ວນທີ່ໄດ້ ຖືກຄັດເລືອກເປັນຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ ແລະ ສູນ ເຊິ່ງຈະເປັນຜູ້ປະສານງານທີ່ສໍາຄັນ ແລະ ຈະຮັບຜິດຊອບຕໍ່ວຽກງານສົ່ງ ເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໃນຕໍ່ໜ້າ, ບັນດາຄູ ຝຶກ ດັັ່ງກ່າວນີ້ ຈະໄດ້ຝຶກອົບຮົມຕໍ່ໃຫ້ ແກ່ວິຊາການທ່ານອື່ນໆ ທີ່ຢູ່ພາຍ ໃນກົມກອງຂອງຕົນ ກ້າວໄປເຖິງ ສາມາດຝຶກອົບຮົມ ໃຫ້ແກ່ພະແນກ ການອື່ນໃນຂັ້ນທ້ອງຖິ່ນ. ການຝຶກ ອົບຮົມຄັ້ງນີ້ ໄດ້ຖືກອອກແບບໂດຍ ສົ່ງເສີມການມີສ່ວນຮ່ວມລວມມີ ທັງພາກທິດສະດີ ແລະ ພາກປະຕິ ຊາດ, ກະຊວງການຕ່າງປະເທດ ແຫ່ງສປປ ລາວ ແລະ ຝ່າຍຫວຽດ ນາມນໍາໂດຍສະຫາຍ ຫງວ້ຽນ ແອງ ຢຸ້ງ ຮອງປະທານຄະນະກຳ ມະການຊາຍແດນແຫ່ງຊາດ, ກະ ຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ພ້ອມນີ້ຍັງມີຜູ້ຕາງໜ້າ ຈາກຂະແໜງການທີ່ກ່ຽວຂ້ອງຈາກ ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ກອງປະຊຸມໄດ້ສັງເກດຕີລາຄາ ຄືນຜົນການຈັດຕັ້ງປະຕິບັດວຽກ ງານ 6 ເດືອນຕົ້ນປີ 2023 ຂອງ ກອງປະຊຸມຄັ້ງທີ XXXII ຄະນະ ຜູ້ແທນຊາຍແດນ ລາວ-ຫວຽດ ນາມ ສະບັບ ລົງວັນທີ 20 ທັນວາ 2022, ການຈັດຕັ້ງປະຕິບັດອະນຸ ສັນຍາວ່າດ້ວຍລະບຽບການຄຸ້ມ ຄອງຊາຍແດນ ແລະ ດ່ານຊາຍ ແດນ ລາວ-ຫວຽດນາມ ເຊິ່ງໄລຍະ ຜ່ານມາແມ່ນຮັກສາໄດ້ສະຖຽນ ລະພາບຂອງເສັ້ນຊາຍແດນ ແລະ ຫລັກໝາຍຊາຍແດນ. ຜ່ານມາຄະ ນະກຳມະການຊາຍແດນຮ່ວມສອງ ຝ່າຍ ກໍໄດ້ຈັດກອງປະຊຸມແບບທາງ ໄກ ແລະ ເຊິ່ງໜ້າ, ລົງສຳຫລວດ ສອງຝ່າຍຂັ້ນຄະນະວິຊາການເພື່ອ ແກ້ໄຂບັນຫາປາກົດການຫຍໍ້ທໍ້ ຕ່າງໆຢູ່ບໍລິເວນຊາຍແດນບົນຈິດ ໃຈມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານ ລາວ-ຫວຽດ ນາມເວົ້າລວມ, ເວົ້າສະເພາະກໍຄື ຄະນະວິຊາການຊາຍແດນ ລາວຫວຽດນາມ ສົມທົບກັບທ້ອງ ຖິ່ນ ລົງສໍາຫລວດ, ເຮັດວຽກຢູ່ພື້ນທີ່ຕົວ ຈິງຮ່ວມກັນ ເພື່ອແກ້ໄຂບັນຫາທີ່ ເກີດຂຶ້ນໃນບໍລິເວນຊາຍແດນຢ່າງ ທັນການ; ນອກນັ້ນ, ທັງສອງຝ່າຍ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ວຽກ ງານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ, ກວດກາລາດຕະເວນຝ່າຍ ດຽວ ແລະ ສອງຝ່າຍຕາມບໍລິເວນ ຊາຍແດນເປັນປົກກະຕິ. ກຳລັງເຈົ້າ ໜ້າທີ່ປ້ອງກັນຊາຍແດນສອງຝ່າຍ ໄດ້ຈັດຕັ້ງການລາດຕະເວນຮ່ວມ ກັນຈໍານວນ 146 ຄັ້ງ, ສົມທົບສະ ກັດກັ້ນປະກົດການຫຍໍ້ທໍ້ທີ່ມີການ ລະເມີດສັນຍາວ່າດ້ວຍລະບຽບ ການ ຄຸ້ມຄອງຊາຍແດນ ແລະ ດ່ານ ຊາຍແດນ ລາວ-ຫວຽດນາມ ໄດ້ ຢ່າງມີປະສິດທິຜົນ ແລະ ທັນການ. ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງ ໄປກົງມາ ແລະ ມີບາງບັນຫາທີ່ຈະ ຕ້ອງໄດ້ເອົາໃຈໃສ່ ເຊັ່ນ: ການບູລະ ນະສ້ອມແປງຫລັກໝາຍຊາຍແດນ ທີ່ເປ່ເພ, ຫລັກໝາຍຊາຍແດນທີ່ມີ ຄວາມສ່ຽງໃນການເຊາະເຈື່ອນ, ການຄຸ້ມຄອງບັນດາໂຄງການກິດ ຈະການກໍ່ສ້າງຕາມບໍລິເວນຊາຍ ແດນ ແລະ ການກໍ່ສ້າງພັດທະນາ ພື້ນຖານໂຄງລ່າງ ເພື່ອເປີດ ແລະ ຍົກລະດັບດ່ານ, ວາງແຜນການຄົ້ນ ຄວ້າວິທີການຈັດຕັ້ງປະຕິບັດຮູບ ແບບກວດກາ “ປະຕູດຽວຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ(ສະ ຫວັນນະເຂດ)-ລາວ ບາວ (ກວາງ ຈິ) ໃຫ້ເປັນຮູບປະທໍາໃນເວລາອັນ ຄວນ, ແນໃສ່ສ້າງເງື່ອນໄຂອໍານວຍ ຄວາມສະດວກການໄປມາ-ຫາສູ່ ແລະ ຂົນສົ່ງສິນຄ້າຢ່າງສະດວກ ສະບາຍ. ນອກຈາກນີ້, ຍັງໄດ້ເນັ້ນ ໃສ່ວຽກງານການຕ້ານ ແລະ ສະກັດ ກັ້ນ ບັນຫາປາກົດການຫຍໍ້ທໍ້ທີ່ເກີດ ຂື້ນຢູ່ຕາມບໍລິເວນຊາຍແດນເປັນ ຕົ້ນແມ່ນ: ການຄ້າຂາຍສິ່ງເສບຕິດ, ຄ້າຂາຍເຖື່ອນ, ລັກລອບເຂົ້າເມືອງ ຜິດກົດໝາຍ ແລະ ການຄ້າມະນຸດ ຂ້າມຊາດ ແນໃສ່ເຮັດໃຫ້ບໍລິເວນ ຊາຍແດນສອງປະເທດ ເປັນຊາຍ ແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອອຳນວຍ ຄວາມສະດວກໃຫ້ປະຊາຊົນທີ່ອາ ໄສຢູ່ສອງຟາກຊາຍແດນມີຊີວິດດີ ຂຶ້ນເລື້ອຍໆ. ກອງປະຊຸມໄດ້ສໍາເລັດຜົນຢ່າງ ຈົບງາມ ພາຍໃຕ້ບັນຍາກາດແຫ່ງ ໄມຕີຈິດມິດຕະພາບ, ສະໜິດສະ ໜົມບົນຈິດໃຈ ແຫ່ງສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີແບບພິເສດ ແລະ ຮ່ວມມືຮອບ ດ້ານດ້ວຍຄວາມເຊື່ອໝັ້ນ ຊຶ່ງກັນ ແລະ ກັນ. ຂ່າວ: ກະຊວງການຕ່າງປະເທດ ທໍາ ແລະ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສະພາປະຊາຊົນ ຂັ້ນແຂວງ ແລະ ກົງຈັກເສນາທິ ການຊ່ວຍວຽກທີ່ຮັບຜິດຊອບວຽກ ງານຮັບ ແລະ ພິຈາລະນາຄໍາຮ້ອງ ຂໍຄວາມເປັນທໍາຂອງສະພາປະຊາ ຊົນຂັ້ນແຂວງ ແລະ ສະພາແຫ່ງ ຊາດ ໄດ້ຮັບການຍົກລະດັບຄວາມ ຮູ້, ຄວາມສາມາດກ່ຽວກັບບົດຮຽນ ການຮັບຕ້ອນ ແລະ ໃຫ້ຄໍາປຶກສາ ແກ່ປະຊາຊົນ ແລະ ວິທີການຄົ້ນ ຄວ້າ, ວິເຄາະ, ວິໄຈຄໍາຮ້ອງຂໍ ຄວາມເປັນທໍາລວມທັງຂັ້ນຕອນ ການພິຈາລະນາຄໍາຮ້ອງຂໍຄວາມ ເປັນທໍາໃຫ້ມີປະສິດທິພາບ ແນໃສ່ ເຮັດໃຫ້ການປະຕິບັດພາລະບົດ ບາດຕິດຕາມກວດກາ ຂອງສະພາ ປະຊາຊົນຂັ້ນແຂວງ ແລະ ສະພາ ແຫ່ງຊາດ ໃນຖາເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນມີຜົນສັກສິດຢ່າງເຕັມສ່ວນ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ສຸມໃສ່ປະກອບຄຳເຫັນແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການເຜີຍແຜ່ກົດໝາຍວ່າ ດ້ວຍການແກ້ໄຂຄຳຮ້ອງທຸກ (ສະ ບັບປັບປຸງ ປີ 2022) ແລະ ມະຕິ ວ່າດ້ວຍການຮັບ ແລະ ພິຈາລະນາ ຄຳຮ້ອງຂໍຄວາມເປັນທຳ ສະບັບ ເລກທີ 07/ຄປຈ, ລົງວັນທີ 9 ມັງ ກອນ 2023; ກົນໄກການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນ ທໍາຂອງສະພາແຫ່ງຊາດ ແລະ ສະ ພາປະຊາຊົນຂັ້ນແຂວງ; ບົດຮຽນ ການຮັບຕ້ອນ ແລະ ໃຫ້ຄໍາປຶກສາຜູ້ ທີ່ມາຍື່ນຄຳຮ້ອງຂໍຄວາມເປັນທຳ. ຂ່າວ-ພາບ: ປາກລັກ ພົມມີໄຊ ນໍາໃຊ້ລະບົບ RTMS ແລະ LTMS ຢ່າງລະອຽດ ເປັນແຕ່ລະຂັ້ນຕອນ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິ ບັດເຂົ້າໃນວຽກງານຕົວຈິງ ໄດ້ ຢ່າງຖືກຕ້ອງ ແລະ ມີຄວາມຄ່ອງ ແຄ້ວທັງສາມາດນໍາເອົາຄວາມຮູ້ ໄປເຜີຍແຜ່, ແນະນໍາການນໍາໃຊ້ ລະ ບົບດັ່ງກ່າວ ໃຫ້ບັນດາພະນັກງານ ໃນບ່ອນທີ່ຕົນສັງກັດຢູ່ ໃຫ້ແຕ່ລະ ຄົນໄດ້ມີຄວາມຮູ້ຄວາມສາມາດ, ທັງມີຄວາມເຂົ້າໃຈໃນລະບົບ ແລະ ຈັດຕັ້ງປະຕິບັດວຽກງານໄດ້ຖືກ ຕ້ອງຕາມລະບຽບກົດໝາຍທີ່ໄດ້ ກໍານົດໄວ້ ໂດຍສະເພາະແມ່ນການ ປະຕິບັດຕາມແຜນພັດທະນາຂະ ແໜງສ່ວຍສາອາກອນໃນໄລຍະ 2021-2025 ຕາມ 5 ເປົ້າໝາຍພັດ ທະນາຕົ້ນຕໍ ແລະ 17 ແຜນວຽກຈຸດ ສຸມຍ່ອຍ; ການຝຶກອົບຮົມຍົກລະ ດັບ, ເສີມຂະຫຍາຍຂີດຄວາມສາ ມາດ ແລະ ທັກສະຂອງພະນັກງານ ສ່ວຍສາອາກອນແມ່ນນອນຢູ່ ໃນ ແຜນພັດທະນາທີ 5 ຂອງການພັດ ທະນາຂີດຄວາມສາມາດຂອງພະ ນັກງານ ແລະ ອົງກອນ. ໂອກາດດັ່ງກ່າວ, ທ່ານ ສຸພັນ ວິລະວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ຊຸດ ຝຶກອົບຮົມໂດຍເນົ້ນ ໃຫ້ບັນດາຄູຝຶກ ນໍາໃຊ້ທັງສອງລະບົບນີ້ ໃຫ້ພະນັກ ງານ-ລັດຖະກອນສ່ວຍສາອາກອນ ເພື່ອສ້າງຄູຝຶກໃຫ້ບັນດາແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດ ໄດ້ມີຄວາມຮູ້ຄວາມສາມາດໃນ ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ ແລະ ເຜີຍແຜ່, ແນະນໍາໃຫ້ພະ ນັກງານດ້ວຍກັນ, ລວມທັງພາກ ສ່ວນທີ່ກ່ຽວຂ້ອງ ໄດ້ມີຄວາມຮັບຮູ້ ເຂົ້າໃຈໃນການນໍາໃຊ້ສອງລະບົບ ເພື່ອໃຫ້ຫັນມາເສຍຄ່າ ທໍານຽມທາງ ແລະ ພາສີທີ່ດິນໃຫ້ຫລາຍຂຶ້ນເພາະ ການຫັນເປັນທັນສະໄໝ ໃນການ ຈັດເກັບລາຍຮັບເຂົ້າງົບປະມານ ແຫ່ງລັດ ກໍເພື່ອໃຫ້ສາມາດຈັດເກັບ ລາຍຮັບໃຫ້ຄົບຖ້ວນໂປ່ງໄສ, ສາ ມາດກວດສອບໄດ້. ແຫລ່ງຂ່າວ: ກະຊວງການເງິນ ບັດຕົວຈິງ ເຊິ່ງປະກອບດ້ວຍຫລາຍ ເນື້ອໃນ ແລະ ກິດຈະກຳທີ່ສອດ ຄ່ອງກັນ ໂດຍຜູ້ເຂົ້າຮ່ວມໄດ້ຮຽນຮູ້ ກ່ຽວກັບແນວຄວາມຄິດ ທີ່ວ່າການ ຮຽນຮູ້ແມ່ນບໍ່ມີວັນສິ້ນສຸດ ຫລື ການຮຽນຮູ້ຕະຫລອດຊີວິດ, ຄວາມ ສະເໝີພາບລະຫວ່າງຍິງ-ຊາຍ, ການວິເຄາະບົດບາດຍິງ-ຊາຍ, ບັນ ດາກົດໝາຍທີ່ກ່ຽວຂ້ອງ ແລະ ເຕັກ ນິກການສອນ. ການສະເຫລີມສະຫລອງວັນ ສ້າງຕັ້ງອົງການຈັດຕັ້ງສະຫະພັນ ແມ່ຍິງລາວ ຄົບຮອບ 68 ປີ, ບັນດາ ຄູຊັ້ນປະຖົມສຶກສາ ແລະ ຊັ້ນມັດທະ ຍົມສຶກສາ ພ້ອມດ້ວຍພະແນກການ ອ້ອມຂ້າງຈາກແຂວງວຽງຈັນ ຈຳ ນວນ 66 ທ່ານ ໄດ້ຮ່ວມກັບຄູຝຶກ ວຽກງານບົດບາດຍິງ ຊາຍຂອງບັນ ດາກົມຂອງກະຊວງສຶກສາທິການ ແລະ ກິລາ ກຳນົດຂໍ້ຄວາມສຳຄັນ ເພື່ອຍົກໃຫ້ເຫັນບັນຫາຂອງການ ໃຊ້ຄວາມຮຸນແຮງຕໍ່ເດັກ ແລະການ ສົ່ງເສີມບົດບາດຍິງ-ຊາຍ ຢູ່ໃນ ໂຮງຮຽນ. ຕາມຜົນການສຶກສາທີ່ ຜ່ານມາສະແດງໃຫ້ເຫັນວ່າເກືອບ 1 ໃນ 3 ແມ່ຍິງ ລາວ (30,3%) ເຄີຍໄດ້ປະສົບກັບຄວາມຮຸນແຮງ ບາງຮູບແບບ (ທາງກາຍ, ທາງ ເພດ ຫລື ຈິດໃຈ) ໃນຊີວິດຂອງ ເຂົາເຈົ້າ. ອັດຕາການໃຊ້ຄວາມຮຸນ ແຮງທີ່ຄ້າຍຄືກັນກັບເດັກໄດ້ຖືກ ລາຍງານໃນການສໍາຫລວດຄວາມ ຮຸນແຮງ ໃນໄວເດັກແຫ່ງຊາດໄດ້ ພົບວ່າ ຫລາຍກວ່າໜຶ່ງສ່ວນສາມ ຂອງເດັກຍິງ ແລະ ເດັກຊາຍ ໄດ້ຮັບ ການໃຊ້ຄວາມຮຸນແຮງໃນໄວເດັກ ເຊິ່ງພະແນກສົ່ງເສີມຄວາມຄວາມ ກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ເນັ້ນໜັກເຖິງບົດບາດຂອງ ຄູອາຈານໃນການປ້ອງກັນຄວາມ ຮຸນແຮງຕໍ່ເດັກ ແລະ ການສົ່ງເສີມ ບົດບາດຍິງ-ຊາຍ ຢູ່ໃນໂຮງຮຽນ . ພາຍຫລັງການຝຶກອົບຮົມຄັ້ງ ນີ້, ພະແນກສົ່ງເສີມຄວາມກ້າວ ໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ມີແຜນຈະພັດ ທະນາປຶ້ມຄູ່ມືການຝຶກອົບຮົມວຽກ ງານບົດບາດຍິງ-ຊາຍ ຂອງຂະ ແໜງສຶກສາທິການ ແລະ ກິລາ.
xtgmf]k; 3 01/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ໂດຍ: ວັນນາ ]hP'\6 lhk']kpIa[ l6j7v[7q; 250 ]hkodu[8+xu ໂດຍ: ມາລີດາ ;Pd'ko ;afmtotme{la'7q, pa',u0=h7q'7hk'9tln[8+cdhw0.o8+|hk I6hmao vao8t]kp dko7hk,to5f ໂດຍ: ຄ້ອງໃໝ່ * ວັນສາກົນເພື່ອຕ້ານການຄ້າ ມະນຸດ ວັນທີ 30 ກໍລະກົດ 2023 ຫາກໍ່ຜ່ານມາ, ບັນດາປະເທດໄດ້ໃຫ້ ຄວາມສໍາຄັນໃນການຕ້ານ ແລະ ສະ ກັດກັ້ນບັນຫາດັ່ງກ່າວ, ເຖິງປານ ນັ້ນກໍ່ຍັງຄົງເປັນເລື່ອງໃຫຍ່, ເຮັດ ໃຫ້ສັງຄົມບໍ່ສະຫງົບ. ຄວາມພະຍາ ຍາມຂອງຫລາຍປະເທດ ເຮັດໄດ້ດີ ກໍ່ແມ່ນການບັນເທົາ ເພາະບັນຫາມັນ ຕິດພັນ-ສອດຫ້ອຍຫລາຍອັັນ, ຂະ ບວນການນັບມື້ເລິກແລບແນບນຽນ, ມາໃນຮູບການ-ວິທີການຕ່າງໆ ເຊິ່ງ ເປັນສິ່ງທ້າທາຍສໍາລັບພາກສ່ວນ ກ່ຽວຂ້ອງ ແລະ ທົ່ວສັງຄົມ. ບັນຫາການຄ້າມະນຸດ ເປັນອາຊະ ຍາກຳທີ່ຮ້າຍແຮງ, ມັນໄດ້ລະເມີດ ສິດທິພື້ນຖານຂອງພົນລະເມືອງ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳ ມະນູນ ແລະ ກົດໝາຍ ກໍ່ຄື ສົນທິສັນ ຍາສາກົນ ເຊິ່ງໄດ້ສົ່ງຜົນກະທົບ ໂດຍກົງຕໍ່ຮ່າງກາຍ, ຊີວິດ, ກຽດສັກ ສີ, ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ ຄອບຄົວ, ຕໍ່ການພັດທະນາເສດຖະ ກິດ-ສັງຄົມ ແລະ ຄວາມໝັ້ນຄົງ ຂອງຊາດ. ສໍາລັບລາວເຮົາ ກໍ່ເປັນປະເທດ ໜຶ່ງທີ່ມີບັນຫາການຄ້າມະນຸດ, ເນື່ອງ ຈາກທີ່ຕັ້ງພູມສັນຖານຂອງ ປະເທດ ມີຄວາມສະດວກໃນການເດີນທາງ ເຂົ້າ-ອອກ ຂອງພົນລະເມືອງ ແລະ ການຂະຫຍາຍຕົວຢ່າງວ່ອງໄວທາງ ດ້ານການສ້າງສາພັດທະນາ ຂອງ ປະເທດຊາດ; ຜ່ານມາພວກຄ້າມະ ນຸດໄດ້ເຄື່ອນໄຫວຊອກຫາ, ເຄື່ອນ ຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ລີ້ຊ່ອນ, ຕົວະຍົວະ, ຫລອກລວງ ເພື່ອ ໃຫ້ຜູ້ຖືກເຄາະຮ້າຍກະທໍາຜິດ ຖານຖືພາບໍ່ຖືກຕ້ອງ, ການຄ້າໂສ ເພນີ, ການບັງຄັບໃຫ້ເປັນໂສເພນີ, ການຂູດຮີດແຮງງານ ແລະ ອື່ນໆ. ການກະທໍາດັ່ງກ່າວ ເປັນການກະທໍາ ຜິດຕໍ່ກົດໝາຍ ແລະ ວັດທະນະທຳ ອັນດີງາມຂອງຊາດ; ບັນຫາທີ່ໜ້າ ເປັນຫ່ວງທີ່ສຸດ ແມ່ນພົນລະເມືອງ ລາວຈໍານວນບໍ່ໜ້ອຍຖືກນາຍໜ້າ ຕົວະຍົວະຫລອກລວງໄປອອກແຮງ ງານ ແລ້ວຖືກຂູດຮີດແຮງງານ ຢູ່ ບາງປະເທດໃກ້ຄຽງ ເຊິ່ງໄດ້ຕົກ ເປັນຜູ້ຖືກເຄາະຮ້າຍຈາກການຄ້າ ມະນຸດເປັນຈຳນວນບໍ່ໜ້ອຍ. ຕໍ່ບັນຫາດັ່ງ, ລັດຖະບານ ຈຶ່ງໄດ້ ນຳພາ-ຊີ້ນຳຈັດຕັ້ງປະຕິບັດວຽກ ງານຕ້ານການຄ້າມະນຸດຢ່າງຈິງ ຈັງເປັນຕົ້ນ ເອົາໃຈໃສ່ໃນການສ້າງ ກົນໄກວຽກງານຕ້ານການຄ້າມະ ນຸດໃຫ້ເປັນລະບົບ, ມີຄວາມເຂັ້ມ ແຂງແຕ່ສູນກາງ ລົງຮອດທ້ອງຖິ່ນ; ສ້າງ- ປັບປຸງບັນດາປຶ້ມຄູ່ມື, ນິຕິກຳ ທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນ ການຈັດຕັ້ງປະຕິບັດແຜນງານແຫ່ງ ຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄລຍະ 3 (ແຕ່ ປີ 2021-2025) ໃຫ້ເປັນຮູບປະ ທໍາເທື່ອລະກ້າວ, ສ້າງຄວາມເຂັ້ມ ແຂງໃຫ້ພະນັກງານຜູ້ເຮັດວຽກຕົວ ຈິງເປັນຕົ້ນ ການຝຶກອົບຮົມວຽກ ງານຕ້ານການຄ້າມະນຸດໃຫ້ແກ່ເຈົ້າ ໜ້າທີ່ຕຳຫລວດ ແລະ ພະນັກງານທີ່ ກ່ຽວຂ້ອງ, ສະໜອງງົບປະມານ, ເອົາໃຈໃສ່ໂຄສະນາປູກຈິດສຳນຶກ ໃຫ້ແກ່ສັງຄົມດ້ວຍການເຜີຍແຜ່, ໂຄສະນາ ຜ່ານທາງສື່ສັງຄົມອອນ ລາຍ, ວິທະຍຸກະຈາຍສຽງ, ໂທລະ ພາບ, ໜັງສືພິມ ແລະ ວາລະສານ ປ້ອງກັນຄວາມສະຫງົບ ເພື່ອໃຫ້ປະ ຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກ ຕ້ອງຕໍ່ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ; ເອົາໃຈໃສ່ໃນການປະຕິບັດມາດຕະ ການທາງດ້ານກົດໝາຍຕໍ່ຜູ້ກະທຳ ຜິດຢ່າງເຂັ້ມງວດ ແລະ ປົກປ້ອງ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ກຸ່ມ ສ່ຽງຈາກການຄ້າມະນຸດທັງພາຍ ໃນ ແລະ ມາຈາກຕ່າງປະເທດ; ພ້ອມ ນັ້ນ, ຍັງໄດ້ມີການພົວພັນຮ່ວມມື ຢ່າງ ໃກ້ຊິດກັບບັນດາປະເທດ ເພື່ອນ ມິດ, ປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາອົງການຈັດຕັ້ງສາກົນ ຕ່າງໆຕະຫລອດມາ. ຜົນສໍາເລັດຕະຫລອດໄລຍະຜ່ານ ມາ ແມ່ນຍ້ອນຄະນະກຳມະການ ການຄ້າມະນຸດລະດັບຊາດ, ນະ ຄອນຫລວງ, ແຂວງ, ເມືອງ, ນະ ຄອນ ແລະ ບັນດາຂະແໜງການທີ່ ກ່ຽວຂ້ອງ ຕະຫລອດຮອດປະຊາ ຊົນລາວບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມວຽກງານ ຕ້ານການຄ້າມະນຸດຢ່າງຈິງຈັງ. ຕໍ່ໄປຈະເຮັດແນວໃດ? ນັ້ນແມ່ນ ບັນຫາສໍາຄັນ ໃນທ່າມກາງສະພາບ ແວດລ້ອມພາຍນອກ ແລະ ພາຍໃນ ທີ່ມີສິ່ງທ້າທາຍຫລາຍອັນ. ປະເດັ່ນ ສໍາຄັນອັນພື້ນຖານແມ່ນ: - ພ້ອມກັນຍົກສູງຄວາມຮັບຜິດ ຊອບຂອງຕົນ ແລະ ເພີ່ມທະວີອອກ ແຮງຈັດຕັ້ງປະຕິບັດວຽກງານຕ້ານ ການຄ້າມະນຸດ, ສຸມຄວາມເອົາໃຈ ໃສ່ເຮັດວຽກໂຄສະນາ ເພື່ອປະຊາ ຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການຄ້າມະ ນຸດ; ມີສະຕິປ້ອງກັນຕົວເອງ ແລະ ມີຄວາມຕື່ນຕົວປະກອບສ່ວນເຂົ້າ ໃນວຽກງານຕ້ານການຄ້າມະນຸດ ໃຫ້ຫລາຍຂຶ້ນ. - ເພີ່ມທະວີວຽກງານກວດກາ, ຕິດຕາມ, ຄຸ້ມຄອງການເຂົ້າ-ອອກ ປະເທດຢູ່ບັນດາດ່ານຊາຍແດນ, ກຸ່ມສ່ຽງຢູ່ພື້ນທີ່ຫລໍ່ແຫລມ, ເຂດ ອຸດສາຫະກຳ, ກະສິກຳ, ບໍລິການບັນ ເທີງ ແລະ ພາກສ່ວນອື່ນໆ ທີ່ນຳໃຊ້ ແຮງງານ. - ເອົາໃຈໃສ່ສ້າງ ແລະ ພັດທະ ນາສີມືແຮງງານ, ສ້າງວຽກເຮັດ ງານທຳ ແລະ ຕະຫລາດແຮງງານ ໃຫ້ມີຄວາມສອດຄ່ອງ. - ເພີ່ມທະວີສ້າງຄວາມເຂັ້ມ ແຂງໃຫ້ບຸກຄະລາກອນຢູ່ບັນດາຂະ ແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ຂະ ແໜງການທີ່ຮັບຜິດຊອບວຽກງານ ຕ້ານການຄ້າມະນຸດ, ເຈົ້າໜ້າທີ່ປະ ຈຳດ່ານຊາຍແດນ, ພະນັກງານ ການທູດ ປະຈຳຢູ່ຕ່າງປະເທດ ໃຫ້ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. - ສືບຕໍ່ພົວພັນຮ່ວມມືສອງຝ່າຍ, ຫລາຍຝ່າຍ ກັບອົງການຈັດຕັ້ງສາ ກົນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທາງສັງຄົມ ດຶງດູດ ເອົາການສະໜັບສະໜູນປະກອບ ສ່ວນ ເພື່ອເຮັດວຽກງານຕ້ານການ ຄ້າມະນຸດມີປະສິດທິຜົນດີຂຶ້ນ ແລະ ຄວນຕອບສະໜອງງົບປະມານເຂົ້າ ໃນວຽກງານດັ່ງກ່າວຢ່າງເໝາະສົມ. ໄພການຄ້າມະນຸດ ອັນຕະຫລາຍ, ທຸກຄອບຄົວຫົວເຮືອນຕ້ອງເຂົ້າໃຈ ໃຫ້ເລິກເຊິ່ງ ຈຶ່ງຈະບໍ່ຕົກເປັນເຫຍື່ອ ຂອງຂະບວນການທີ່ມາໃນຫລາຍ ຮູບແບບ-ວິທີ ທີ່ເລິກແລບແນບ ນຽນ. ບໍ່ຄວນເຫັນແກ່ເງິນຄໍາ-ວັດ ຖຸສິ່ງຂອງ...ຄໍາເວົ້າໂອບໂລມຕົວະ ຍົວະຈອບອອຍໂດຍເດັດຂາດ. * ໂດຍປະຕິບັດຕາມທິດຊີ້ນຳ ຂອງ ພັກ-ລັດ ເວົ້າລວມ, ເວົ້າສະ ເພາະ ກໍ່ຄືຄະນະນຳເມືອງໝື່ນ ແຂວງວຽງຈັນ ຍາມໃດກໍໃດ້ເອົາ ໃຈໃສ່ຊຸກຍູ້ ສົ່ງເສີມວຽກງານການ ປູກຝັງ-ລ້ຽງສັດ ຕິດພັນກັບມູນ ເຊື້ອດຸໝັ່ນຂະຫຍັນພຽນໃຫ້ປະຊາ ຊົນ ເປັນເຈົ້າການຜະລິດສີນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ເພື່ອແກ້ໄຂຄວາມທຸກຍາກ ພ້ອມທັງ ພັດທະນາຄອບຄົວໃຫ້ຮັ່ງມີເຂັ້ມ ແຂງ ກາຍເປັນຄອບຄົວແບບຢ່າງ ໃຫ້ແກ່ຄອບຄົວອື່ນ ຄືຄອບຄົວຂອງ ທ່ານນາງ ແສງມະນີ ພົນທະລາຊາ * ທ່ານ ນາງ ທຸມມາລີ ວົງພະຈັນ, ກໍາມະການຄະນະປະຈໍາສະພາແຫ່ງ ຊາດ, ປະທານກໍາມາທິການວັດທະ ນະທໍາ-ສັງຄົມ ສະພາແຫ່ງຊາດ ໃຫ້ ສໍາພາດວ່າ: ໃນນາມເປັນໂຕແທນ ປະຊາຊົນ ທີ່ເຮັດວຽກກ່ຽວກັບຂົງ ເຂດ ວັດທະທະທໍາສັງຄົມ ຂໍສະເໜີ ບັນຫາທີ່ພົ້ນເດັ່ນ ໃນໄລຍະ 6 ເດືອນ ຜ່ານມາ ກໍຫລາຍບັນຫາທີ່ພົ້ນເດັ່ນ ໂດຍສະເພາະແມ່ນບັນຫາຂາດແຄນ ຄູ, ສະພາບແຮງງານລາວຫລັ່ງ ໄຫລໄປເຮັດວຽກຢູ່ປະເທດໃກ້ຄຽງ ແບບຜິດກົດໝາຍເປັນຈຳນວນບໍ່ ໜ້ອຍ ເຊິ່ງສາ ເຫດແມ່ນ ເກີດຈາກ ຫລາຍ ປັດ ໄຈ ໂດ ຍສະ ເພາະ ແມ່ນ ບັນຫາ ທາງ ດ້ານ ເສດຖະກິດ ທີ່ປະ ເທດ ເຮົາກໍາລັງຜະ ເຊີນຢູ່ມັນໄດ້ ສ້າງ ຄວາມ ເດືອດຮ້ອນ ໃຫ້ ປະຊາ ຊົ ນລາວ ທີ່ ຫາ ເຊົ້າ ກິນ ຄໍ່າຕໍ່ບັນຫາ ດັ່ງກ່າວກຳມາທິການວັດທະນະ ທຳ-ສັງຄົມ ໄດ້ປະສານສົມທົບກັບ ຂະແໜງການກ່ຽວຂ້ອງເພື່ອປຶກສາ ຫາລືແກ້ໄຂບັນຫາດັ່ງກ່າວ. ສຳລັບສະພາບການປະລະການ ຮຽນຂອງນັກຮຽນ ກຳມາທິການ ຈະໄດ້ສົມທົບກັບຂະແໜງການກ່ຽວ ຂ້ອງຂອງລັດຖະບານໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ ກົດໝາຍ ໂດຍສະເພາະແມ່ນກົດ ໝາຍວ່າດ້ວຍສາມັນສຶກສາ ຈະໄດ້ ກຳນົດເປັນມາດຕະການກ່ຽວກັບ ພັນທະ ແລະ ໜ້າທີ່ຂອງພໍ່ແມ່ຜູ້ປົກ ຄອງເດັກໃນການສົ່ງເສີມການສຶກ ສາຂອງລູກຫລານເປັນຕົ້ນ ແມ່ນ ການສຶກສາພາກບັງຄັບ ແລະ ໃນ ການລົງພົບປະກັບຜູ້ມີສິດເລືອກຕັ້ງ ຈະໄດ້ໂຄສະນາສຶກສາອົບຮົມໃຫ້ ຜູ້ມີສິດເລືອກຕັ້ງ, ອົງການປົກຄອງ ແຕ່ລະຂັ້ນ ແລະ ທຸກພາກສ່ວນໃນສັງ ຄົມໃຫ້ມີສ່ວນຮ່ວມ ເພື່ອປຸກລະດົມ ຊຸກຍູ້ໃຫ້ລູກຫລານເຂົ້າຮຽນຕາມ ເກນອາຍຸ ລວມທັງການປະກອບ ສ່ວນດ້ານວັດຖຸ, ທຶນຮອນເຂົ້າໃນ ການພັດທະນາວຽກງານການສຶກ ສາເປັນຕົ້ນ ພື້ນຖານໂຄງລ່າງ, ປຶ້ມ ແບບຮຽນ, ອຸປະກອນການຮຽນການສອນ, ສະພາບແວດລ້ອມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອດຶງດູດໃຫ້ນັກຮຽນມາເຂົ້າ ຮຽນເປັນປົກກະຕິ ແລະ ຈະໄດ້ເພີ່ມ ການຕິດຕາມກວດກາຕື່ມອີກຕໍ່ບັນ ຫາດັ່ງກ່າວເພື່ອຊອກຫາສາເຫດ ຂອງການປະລະການຮຽນຂອງ ນັກຮຽນ ແລະ ເພື່ອສະເໜີວິທີການ ແກ້ໄຂຕໍ່ລັດຖະບານ, ຊຶ່ງໄລຍະຜ່ານ ມາ ລັດຖະບານ ໂດຍສະເພາະ ແມ່ນ ກະຊວງສຶກສາທິການ ແລະ ກິລາ ກໍ່ໄດ້ຄົ້ນຄວ້າ ແລະ ມີມາດຕະການ ແກ້ໄຂແລ້ວ ເພາະບັນຫາດັ່ງກ່າວ ແມ່ນໄດ້ເກີດຂຶ້ນມາຫລາຍປີແລ້ວ ແຕ່ເພີ່ມຂຶ້ນຫລາຍແມ່ນນັບແຕ່ປີ 2021 ເປັນຕົ້ນມາຍ້ອນການແຜ່ລະ ບາດຂອງພະຍາດໂຄວິດ-19 ສະ ນັ້ນ ພວກເຮົາຈະໄດ້ສືບຕໍ່ແກ້ໄຂ ຢ່າງເປັນລະບົບຕໍ່ເນື່ອງ. ສຳລັບການລາອອກຂອງ ຄູອາ ສາສະໝັກ ແລະ ການຂາດແຄນຄູ ແມ່ນຈະໄດ້ສົມທົບກັບລັດຖະບານ ໃນການຄົ້ນຄວ້າສະໜອງຕົວເລກ (ໂກຕາ) ຄູໃນແຕ່ລະຊັ້ນ ຊຶ່ງລາຍ ລະອຽດລັດຖະບານ, ກະຊວງສຶກສາ ທິການ ແລະ ກິລາ ກໍ່ໄດ້ມີທິດທາງ ແກ້ໄຂບັນຫາດັ່ງກ່າວແລ້ວ ໂດຍ ສະເພາະ ແມ່ນດຳລັດວ່າດ້ວຍລັດ ຖະກອນຄູ ສະບັບເລກທີ 202/ລບ, ລົງວັນທີ 12 ພຶດສະພາ 2023; ສຳລັບສະພາບການ ຫລັງໄຫລ ໄປອອກແຮງງານແບບບໍ່ຖືກຕ້ອງ ຕາມກົດ ໝາຍຢູ່ປະເທດໃກ້ຄຽງນັ້ນ ຈະໄດ້ສົມທົບກັບລັດຖະບານ ໂດຍ ສະເພາະແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຕິດ ຕາມກວດກາຊອກຫາສາເຫດ ແລະ ຊອກຫາວິທີແກ້ໄຂ. ພ້ອມນັ້ນ ກໍ່ໄດ້ ສະເໜີຕໍ່ລັດຖະບານແລ້ວກ່ຽວກັບ ການປັບປຸງຄ່າແຮງງານຂັ້ນຕ່ຳໃຫ້ ແຮງງານລາວ ກໍ່ຄືການອຸດໜູນຄ່າ ຄອງຊີບໃຫ້ແກ່ພະນັກງານ-ລັດຖະ ກອນ, ທະຫານ, ຕຳຫລວດ ເພື່ອໃຫ້ ສາມາດດຳລົງຊີວິດໄດ້ໃນເງື່ອນ ໄຂທີ່ປະເທດເຮົາມີຄວາມຫຍຸ້ງຍາ ກທາງດ້ານເສດຖະກິດ-ການເງິນ. ຕໍ່ກັບບັນຫາດັ່ງກ່າວມານັ້ນ ຂ້າ ພະເຈົ້າເຫັນວ່າທຸກພາກສ່ວນນັບ ທັງການຈັດຕັ້ງຂອງພັກ-ລັດ, ພາກ ເອກະຊົນຕະຫລອດຮອດປະຊາຊົນ ລາວບັນດາເຜົ່າໄດ້ມີຄວາມອົດທົນ ພະຍາຍາມແກ້ໄຂບັນຫາຕ່າງໆ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ພວກເຮົາກຳລັງຜະ ເຊີນຢູ່ດ້ວຍຄວາມຮັບຜິດຊອບສູງ ດ້ວຍມູນເຊື້ອແຫ່ງຄວາມດຸໝັ່ນຂະ ຫຍັນພຽນ, ຄວາມສາມັກຄີເປັນປຶກ ແຜ່ນຂອງປວງຊົນລາວທັງຊາດ ຂ້າ ພະເຈົ້າເຊື່ອໝັ້ນວ່າທຸກພາກສ່ວນ ໃນສັງຄົມ ແລະ ພໍ່ແມ່ປະຊາຊົນລາວ ບັນດາເຜົ່າຈະສືບຕໍ່ເປັນເຈົ້າການ ສ້າງຄວາມເຂັ້ມແຂງດ້ວຍຕົເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສືບຕໍ່ ຮ່ວມແຮງຮ່ວມໃຈ, ສາມັກຄີຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ເພື່ອພ້ອມ ກັນຜ່ານຜ່າຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນປັດຈຸ ບັນໃຫ້ມີຜົນສຳເລັດ. ຊາ ໃດ້ໃຫ້ສຳພາດວ່າ: ຕົນເອງພ້ອມ ກັບຄອບຄົວໃດ້ປະກອບອາຊີບລ້ຽງ ໝູ ມາໃນປີ 2011 ໃນເບື້ອງຕົ້ນໄດ້ ລົງທຶນທັງໝົດ 30 ລ້ານກີບ ເພື່ອ ສ້າງຄອກໝູ 1 ຄອກ, ທັງຊື້ພໍ່ພັນ ແລະ ແມ່ພັນໝູຈຳນວນ 15 ໂຕ, ໂດຍມີແຮງງານຕົ້ນຕໍ ແມ່ນອາໄສ ຄົນ ໃນຄອບຄົວ 3 ຄົນ, ພາຍຫລັງ ໄດ້ເອົາມາລ້ຽງແລ້ວຖືວ່າໄດ້ຮັບ ຜົນດີ ແລ້ວກໍນຳໄປຂາຍສົ່ງໃຫ້ຕະ ຫລາດທ້ອງຖິ່ນ, ການລ້ຽງໝູແມ່ນ ມີຄວາມຫຍຸ້ງຍາກຫລາຍ ພ້ອມທັງ ໄດ້ຮັບກຳໄລດີ ແລະ ຕະຫລາດກໍ່ມີ ສູງ ສະນັ້ນຈຶ່ງໄດ້ສືບຕໍ່ລ້ຽງມາຕະ ຫລອດ ໂດຍການຂະຫຍາຍທຶນ ແລະ ເນື້ອທີ່ລ້ຽງໝູເພີ່ມ, ສ່ວນວິທີ ການລ້ຽງໝູ ແມ່ນໃຊ້ເວລາ 5 ເດືອນ ຂາຍອອກຄັ້ງໝຶ່ງ, ຂໍ້ສຳຄັນແມ່ນ ຕ້ອງໄດ້ເອົາໃຈໃສ່ດ້ານຄວາມສະ ອາດ, ການບົວລະບັດເປັນຢາງດີ ແລະ ໃຫ້ອາຫານໝູຢ່າງເປັນປົກ ກະຕິ ສຳລັບໝູໃຫ່ຍແມ່ນກິນຕະ ຫລອດ 24 ຊົ່ວໂມງ ໂດຍສະເລ່ຍ ເກືອຫົວອາຫານ 10 ເປົາຕໍ່ມື້, ສ່ວນ ໝູແມ່ພັນ ແມ່ນເກືອມື້ລະ 2 ຄັ້ງ ເຊົ້າ-ແລງ ໂດຍໃຊ້ຮຳປະສົມກັບ ຫົວອາຫານບຳລງໃຫ້ໝູເຕີບໂຕຕຸ້ຍ ພີດີງາມ, ພ້ອມທັງໃດ້ຕິດຕາມເຝົ້າ ລະວັງເບິ່ງແຍງໃຫ້ດີ, ປະຕິບັດຕາມ ເຕັກນິກຂັ້ນຕອນ, ຕ້ອງໄດ້ສັກຢາ ກັນພະຍາດຢາງຄົບຖ້ວນ, ເອົາ ໃຈໃສ່ອະນາໄມຄອກໝູໃຫ້ສະອາດ ຢູ່ຕະຫລອດເວລາ. ມາຮອດປັດຈຸ ບັນມີໝູແມ່ພັນ 22 ໂຕ, ໝູພໍ່ພັນ 3 ໂຕ ແລະ ລູກໝູຈຳນວນ 160 ໂຕ. ທ່ານ ນາງ ແສງມະນີ ພົນທະລາ ຊາ ໃຫ້ຮູ້ຕື່ມອີກວ່າ: ນອກຈາກການ ລ້ຽງໝູແລ້ວ ຍັງໄດ້ລ້ຽງງົວອີກຈຳ ນວນ 10 ໂຕ, ຄວາຍ 5 ໂຕ, ສະເລ່ຍ ລາຍຮັບປີໝຶ່ງຈາກການຂາຍໝູ ແມ່ນ 250.000.000. ປັດຈຸບັນ ຄອບຄົວຂອງທ່ານ ນາງ ແສງມະນີ ພົນທະລາຊາ ມີເຮືອນຢູ່ຖາວອນ 1 ຫລັງ, ລົດໄຖນາ 1 ຄັນ, ລົດລີ ໂວ 1 ຄັນ, ດິນ 1 ຕອນ ມີທຶນຮອນສົ່ງລູກ ຮຽນ ແລະ ມີເງິນເກັບຈຳນວນໝຶ່ງ ໄວ້ແຮ່ເປັນທຶນຂະຫຍາຍຄອກໝູ ຕື່ມອີກ, ດັ່ງທີຮູ້ນຳກັນຄອບຄົວ ຂອງ ທ່ານ ນາງ ແສງມະນີ ພົນທະ ລາຊາ ການສ້າງເສດຖະກິດຄອບ ຄົວ ກວ່າຈະປະສົບຜົນສຳເລັດ ກ້າວ ສູ່ຄວາມຮັ່ງມີໄດ້ກໍ່ຕ້ອງມີຄວາມ ອົດທົນສູງ, ດຸໝັ່ນໃຊ້ເວລາພໍສົມ ຄວນໃນການລົງມືເຮັດແທ້ທຳຈິງ ບຸກບືນສູ້ຊົນຜ່ານຜ່າອຸປະສັກຕ່າງໆ ບໍ່ຍອມຖອຍຈຶ່ສາມາດປະສົບຜົນ ສຳເລັດໄດ້. ໄດ້ຍຶດຖືການລ້ຽງໝູ ເປັນສິນນຄ້າ ຈົນກາຍເປັນຄອບຄົວຕົວແບບໃນ ການສ້າງເສດຖະກິດຄອບຄົວ ຂອງ ບ້ານໂພນແສນ ເມືອງໝື່ນ ແຂວງວຽງຈັນ, ທ່ານນາງ ແສງມະນີ ພົນທະລາ
RkJQdWJsaXNoZXIy MTc3MTYxMQ==