5669

xtgmf]k; 6 28/07/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ,=]tfqd3]d 3 csj'0v']k; pa'7q'75o7jkmk'vt]yptme cI''ko]k; g0QkwxgIaf;Pd16j l gdqks]u gruj,0Bo1jk'8+gonjv' ຮຽບຮຽງໂດຍ: ຄົນເມືອງໃຕ້ ໂດຍ: ເກີດຂວັນໃຈ ມາລີຈັນສີ * ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນທີ່ໄດ້ຮັບ ການຍົກຍ້ອງ ແລະ ຮັບຮອງເປັນມໍລະ ດົກໂລກທີ່ຄົງຄຸນຄ່າກິນບໍ່ບົກແຫ້ງ ທີ່ ເຕັມໄປດ້ວຍຮີດຄອງປະເພນີວັດທະ ນະທໍາດີງາມ; ມີຄວາມຫລາກຫລາຍ ດ້ານຊົນເຜົ່າ ກັບຂະນົບທໍານຽມ ແລະ ວິຖີດໍາລົງຊີວິດເປັນເອກະລັກດັ້ງເດີມ; ມີວັດວາອາຮາມ, ມີສະຖາປັດຕະຍະກໍາ ເກົ່າແກ່, ທໍາມະຊາດອຸດົມສົມບູນ ແລະ ອື່ນໆ ຍັງຄົງຫລົງເຫລືອຢູ່ຈົນເຖິງປັດ ຈຸບັນນີ້ ເຮັດໃຫ້ອົງການອຸຍແນັສໂກ ໄດ້ຮັບຮອງເອົາ 3 ສະຖານທີ່ສໍາຄັນທີ່ ສຸດຂອງ ສປປ ລາວ ເປັນມໍລະດົກໂລກ ເຊັ່ນ: ມໍລະດົກໂລກຫລວງພະບາງ ໃນ * ສ.ເກົາຫລີ ມີຄວາມຕ້ອງແຮງ ງານລາວ ໃນແຕ່ລະປີຫລາຍກວ່າ 1.500 ຄົນ ແຕ່ປຽບທຽບກັບ ສ ເກົາ ຫລີ ນໍາເຂົ້າແຮງງານຈາກຫວຽດ ນາມ, ໄທ, ກໍາປູເຈຍ ຖືວ່າຕົວເລກ ຍັງຫລຸດໂຕນກັນຫລາຍ ເນື່ອງຈາກວ່າ ແຮງງານຈາກ ຫວຽດນາມ, ໄທ ແລະ ກໍາປູເຈຍ ມີທັກສະໂດດເດັ່ນ ແລະ ມີ ຄວາມອົດທົນສູງ. ອີງຕາມແຈ້ງການຂອງກະຊວງ ການຈ້າງງານ ແລະ ແຮງງານຂອງ ສ ເກົາຫລີ ໄດ້ປະກາດນັບແຕ່ທ້າຍປີ 2022 ເປັນຕົ້ນມາວ່າ: ລັດຖະບານ ສ ເກົາຫລີ ໄດ້ເປີດໂອກາດດີໃຫ້ແຮງ ງານລາວ ທີ່ຕ້ອງການໄປເຮັດວຽກຢູ່ ສເກົາຫລີ ສຳລັບປີ 2022-2023 ມີ ຄວາມຕ້ອງການແຮງງານລາວ ໃນລະ ບົບໄລຍະຍາວ 3-5 ປີ (EPS) ຈຳ ນວນ 500-1.000 ຄົນຕໍ່ປີ ແລະ ລະ ບົບໄລຍະສັ້ນ 3-6 ເດືອນ (SW) ມີ ຄວາມຕ້ອງການໃນແຕ່ລະເດືອນຫລາຍ ກວ່າ 1.000 ຄົນ. ຫວ່າງບໍ່ດົນມານີ້, ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ເປີດເຜີຍວ່າ: ພາຍໃຕ້ການ ປີ 1995, ມໍລະດົກໂລກຜາສາດຫີນ ວັດພູຈໍາປາສັກໃນປີ 2001 ແລະ ມໍລະ ດົກໂລກທົ່ງໄຫຫີນໃນປີ 2019 ເຊິ່ງມໍ ລະດົກທັງ 3 ແຫ່ງດັ່ງກ່າວໄດ້ປະກອບ ສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ແລະ ຍູ້ແຮງວຽກງານທ່ອງ ທ່ຽວຕິດພັນກັບການສ້າງວຽກເຮັດ ງານທໍາ ລວມທັງສ້າງລາຍໄດ້ໃຫ້ປະ ຊາຊົນໃນທ້ອງຖິ່ນໝັ້ນຄົງໜັກແໜ້ນ. ຈາກຂໍ້ມູນຂອງກະຊວງຖະແຫລງ ຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມີການລາຍງານວ່າ: ແຕ່ລະປີມີນັກ ທ່ອງທ່ຽວເຂົ້າມາຢ້ຽມຢາມ ແລະ ສໍາ ຜັດຕາມສະຖານທີ່ມໍລະດົກໂລກ 3 ແຫ່ງ ໂດຍສະເລ່ຍບໍ່ຫລຸດ 1 ລ້ານຄົນ ໃນ ນັ້ນ ແຫລ່ງທ່ອງທ່ຽວມໍລະດົກທີ່ໄດ້ຮັບ ຄວາມນິຍົມເປັນພິເສດຄື: ເມືອງມໍລະ ດົກຫລວງພະບາງ ອັນສືບເນື່ອງມາ ຈາກຫລວງພະບາງ ມີຫລາຍປັດໄຈ ເປັນແຮງດຶງດູດ ໂດຍສະເພາະສະຖາ ປັດຕະຍະກໍາເຮືອນຊານ ແລະ ສິ່ງປຸກ ນໍ້າຄານ ໂອບອ້ອມເທສະບານເມືອງ ໄວ້ຢ່າງໜ້າສົນໃຈ ແລະ ປະຊາຊົນ ຊາວຫລວງພະບາງ ຍັງໃຊ້ຊີວິດແບບ ວິຖີດັ້ງເດີມ ບໍ່ໄປຕາມກະແສວັດຖຸນິຍົມ ໄວເກີນໄປ. ນອກຈາກນັ້ນ ເມືອງມໍລະ ດົກໂລກຫລວງພະບາງ ຍັງມີເສັ້ນທາງ ລົດໄຟ ລາວ-ຈີນ ທີ່ໃຊ້ພະລັງງານໄຟ ຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມພາດຜ່ານ ຕົວເມືອງດັ່ງກ່າວ ອັນສ້າງສິ່ງອໍານວຍ ຄວາມສະດວກ ແລະ ຫຍໍ້ເວລາໃຫ້ນັກ ທ່ອງທ່ຽວໄດ້ໄປມາຫາສູ່ກັນໄດ້ວ່ອງ ໄວ ແລະ ປອດໄພອີກດ້ວຍ. ຫລ້າສຸດລະຫວ່າງບໍ່ດົນມານີ້, ທີ່ ແຂວງນິງບິ່ງ, ທ່ານ ແສງເພັດ ຮຸ່ງບຸນ ຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະ ຈຳ ສສ ຫວຽດນາມ ໄດ້ຮັບ ກຽດເຂົ້າ ຮ່ວມກອງປະຊຸມສາກົນກ່ຽວກັບການ ເສີມຂະຫຍາຍຄຸນຄ່າ ບັນດານາມມະ ຍົດຂອງອົງການອຸຍແນັສໂກ ເພື່ອ ການພັດທະນາແບບຍືນຍົງຂຶ້ນຢູ່ ສສ ຫວຽດນາມ ຊຶ່ງຈັດໂດຍ ກະຊວງການ ຕ່າງປະເທດ ຫວຽດນາມ ສົມທົບກັບ ອຳນາດການປົກຄອງແຂວງນິງ ບິ່ງ ແລະ ຄະນະກຳມະການແຫ່ງຊາດ ອຸຍ ແນັສໂກ ຫວຽດນາມ ຊຶ່ງມີບັນດາທູດ ຈາກປະເທດສະມາຊິກອາຊຽນເຂົ້າ ຮ່ວມ. ໃນກອງປະຊຸມຄັ້ງນີ້ໄດ້ພ້ອມກັນ ປຶກສາຫາລືຮ່ວມກັນກ່ຽວກັບບົດ ຮຽນ, ປະສົບການ ໃນການຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າຂອງບັນ ດານາມມະຍົດ ທາງດ້ານສະຖານທີ່, ປະຫວັດສາດ, ວັດທະນະທຳ, ທຳມະ ຊາດ, ນາມມະທຳ ທີ່ໄດ້ຮັບການຮັບ ຮອງເປັນມຳລະດົກໂລກ ຈາກອົງການ ອຸຍແນັສໂກ ເພື່ອເຮັດແນວໃດເຮັດໃຫ້ ການພັດທະນາເສດຖະກິດ-ສັງຄົມ ບໍ່ ສົ່ງຜົນຜົນກະທົບຕໍ່ສະພາບແວດລ້ອມ ກໍຄື ການຕິດພັນຢ່າງແໜ້ນແຟ້ນ ແລະ ກົມກຽວ ລະຫວ່າງ ການພັດທະນາ ເສດຖະກິດ, ວັດທະນະທຳ, ຮີດຄອງປະ ເພນີອັນດີງາມ ຂອງປະຊາຊົນ, ຮັກສາ ໄດ້ຄວາມເປັນເອກະລັກຄວາມດຸ່ນ ດ່ຽງທາງດ້ານສັງຄົມ ແລະ ການຮັກ ສາສິ່ງແວດລ້ອມໄປຄຽງຄູ່ກັນ ຊຶ່ງນີ້ ຖືວ່າເປັນໂອກາດດີທີ່ບັນດາປະເທດ ສະມາຊິກອາຊຽນ ຈະໄດ້ພ້ອມກັນຖອດ ຖອນບົດຮຽນກັນກ່ຽວກັບການພັດ ທະນາ ເຂດມໍລະດົກໂລກ ແຕ່ຍັງສາ ມາດຮັກສາໄດ້ເອກະລັກອັນຄົງຄຸນຄ່າ ຕະຫລອດໄປ. ດັ່ງທີ່ຮູ້ນໍາກັນ ປັດຈຸບັນນີ້ ຫລາຍ ປະ ເທດສະມາຊິກອາຊຽນ ຍັງເພີ່ງພາພາກ ອຸດສາຫະກໍາທ່ອງທ່ຽວເປັນຫົວຈັກ ຂັບເຄື່ອນເສດຖະກິດຂອງປະເທດໂດຍ ສະເພາະ ສປປ ລາວ ເຮົານັ້ນຖືວ່າລາຍ ໄດ້ຕົ້ນຕໍມາຈາກພາກອຸດສາຫະກໍາ ທ່ອງທ່ຽວ ໃນອະດີດຜ່ານມາສົກປີ 2018-2019 ສປປ ລາວ ມີນັກທ່ອງ ທ່ຽວເຂົ້າ ສປປ ລາວເກືອບ 5 ລ້ານຄົນ, ສ້າງລາຍໄດ້ເຂົ້າປະເທດປະມານ 700 ລ້ານໂດລາ ແລະ ຄາດວ່າປີ 2023 ສປປ ລາວ ຈະດຶງດູດນັກທ່ອງທ່ຽວໃຫ້ ໄດ້ບໍ່ຫລຸດ 2 ລ້ານຄົນ. ສ້າງໃນອະດີດຍັງບໍ່ຖືກທໍາລາຍ ເຊິ່ງ ຄົງຄວາມງາມ ແລະ ຮູບຊົງດັ້ງເດີມໄວ້ ໄດ້; ທໍາມະຊາດທີ່ອຸດົມສົມບູນກັບນໍ້າ ຕົກຕາດກວາງຊີ, ແມ່ນໍ້າຂອງ ແລະ ຮ່ວມມື ລະຫວ່າງກະຊວງ ຮສສ ແຫ່ງ ສປປ ລາວ ແລະ ກະຊວງການຈ້າງງານ ແລະ ແຮງງານ ແຫ່ງ ສເກົາຫລີ ໂດຍ ໄດ້ຮ່ວມກັນລົງນາມໃນບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຈັດສົ່ງ ແຮງງານລາວ ໄປເຮັດວຽກຢູ່ ສ ເກົາ ຫລີ ຕາມລະບົບການອະນຸຍາດການ ຈ້າງງານ (EPS) ໃນວັນທີ 09 ກັນຍາ 2016 ມາເຖິງປັດຈຸບັນ, ການຈັດສົ່ງ ຜູ້ອອກແຮງງງານລາວໄປເຮັດວຽກ ຢູ່ ສ ເກົາຫລີ ແມ່ນຈັດຕັ້ງປະຕິບັດ ໂດຍຜ່ານ 2 ລະບົບຄື: 1). ລະບົບ Employment permission system (EPS) ເປັນລະບົບໄລຍະຍາວ 3-5 ປີ ແມ່ນເຮັດວຽກໃນຂະແໜງອຸດ ສາຫະກຳ ຂະໜາດນ້ອຍ ແລະ ກາງ (ໂຮງງານຕ່າງໆ) ມີຄວາມຕ້ອງການ 500-1.000 ຄົນຕ່ໍປີ ແລະ 2). ລະບົບ Seasonal Worker (SW) ເປັນລະບົບໄລຍະສັ້ນ ເຮັດວຽກຕາມ ລະດູການ 3-6 ເດືອນ ສ່ວນໃຫຍ່ແລ້ວ ແມ່ນເຮັດວຽກດ້ານກະສິກຳ ຊຶ່ງພາຍ ໃນເດືອນມິຖຸນານີ້ ແມ່ນມີຄວາມ ຕ້ອງການຫລາຍກວ່າ 1.000 ຄົນ. ໃນບັດຈຸບັນ, ສາມາດຈັດສົ່ງແຮງງານ ໄປເຮັດວຽກຢູ່ ສ ເກົາຫລີ ແລ້ວຈຳນວນ ທັງໝົດ 632 ຄົນ, ຍິງ 19 ຄົນ. ສຳ ລັບການໄປເຮັດວຽກຢູ່ ສ ເກົາຫລີ ທັງສອງລະບົບນັ້ນ ແມ່ນຢູ່ພາຍໃຕ້ ການອະນຸຍາດຂອງພາກສ່ວນກະຊວງ ຮສສ ເທົ່ານັ້ນ. ທ່ານ ນາງ ອານຸສອນ ຄຳສິງສະ ຫວັດ ໄດ້ກ່າວຕື່ມວ່າ: ການໄປເຮັດ ວຽກຢູ່ ສ ເກົາຫລີ ຕາມລະບົບ EPS ແມ່ນຈະໄດ້ຮັບເງິນເດືອນປະມານ 1.500 ໂດລາ/ເດືອນ (ບໍ່ລວມເຮັດ ວຽກເພີ່ມໂມງ), ສຳລັບຄ່າໃຊ້ຈ່າຍ ແມ່ນຜູ້ອອກແຮງງານຮັບຜິດຊອບເອງ ລວມທັງໝົດປະມານ 1.100 ໂດລາ ຊຶ່ງປະກອບມີ ຄ່າຮຽນພາສາເກົາຫລີ, ຄ່າລົງທະບຽນສອບເສັງ, ຄ່າວີຊາ ແຮງງານ, ຄ່າກວດພະຍາດ, ຄ່າປະກັນ ໄພ, ຄ່າປີ້ຍົນໄປ (ບໍ່ລວມປີ້ຍົນກັບ ເພາະໄລຍະຍາວບໍ່ສາມາ ດຄາດຄະເນ່ ໄດ້) ແລະ ຄ່າເອກະສານອື່ນໆ. ການ ໄປເຮັດວຽກຕາມລະດູການ ແມ່ນຈະ ໄດ້ຮັບເງິນເດືອນປະມານ 1.570 ໂດລາ/ເດືອນ (ບໍ່ລວມເຮັດວຽກເພີ່ມ ໂມງ), ຖ້າໄລຍະ 5 ເດືອນ ກໍຈະໄດ້ທັງ ໝົດ ປະມານ 7.850 ໂດລາ, ສໍາລັບ ຄ່າໃຊ້ຈ່າຍທັງໝົດແມ່ນຜູ້ອອກແຮງ ງານ ເປັນຜູ້ຮັບຜິດຊອບເອງຊຶ່ງມີປະ ມານ 2.780 ໂດລາ ເປັນຕົ້ນແມ່ນຄ່າ ໂຄສະນາ ແລະ ບໍລິຫານແຮງງານ, ຄ່າປີ້ຍົນໄປ-ກັບ, ຄ່າຝຶກອົບຮົມກ່ອນ ການຈັດສົ່ງ ລວມທັງທີ່ພັກ ແລະ ອາ ຫານ, ກວດສຸຂະພາບກ່ອນການເດີນ ທາງ, ກວດໂຄວິດ, ວີຊ່າແຮງງານ, ປະກັນໄພ, ຄ່າເອກະສານອື່ນໆ. ມາຮອດປັດຈຸບັນເຫັນວ່າແຮງ ງານງານລາວ ທີ່ໄປເຮັດວຽກຢູ່ຕ່າງ ປະເທດ ມີຈຳນວນ 3 ແສນກວ່າຄົນ (ໃນນີ້, ແຮງງານຜ່ານລະບົບການ ຈັດຫາງານ 100.230 ຄົນ ແລະ ແຮງ ງານທີ່ໄປເຮັດວຽກຢູ່ປະເທດອ້ອມ ຂ້າງແບບບໍ່ຖືກຕ້ອງ 203.161 ຄົນ) ເທົ່າກັບ 11,6% ຂອງກຳລັງແຮງງານ ( 2,5 ລ້ານຄົນ). ຖ້າເບິ່ງໂຄງສ້າງກຳ ລັງແຮງງານຕາມຜົນການສຳຫລວດ ກຳລັງແຮງງານ ຄັ້ງທີ 3 ໃນປີ 2022 ພົນລະເມືອງມີປະມານ 7,4 ລ້ານຄົນ, ເປັນກຳລັງແຮງງານ ປະມານ 2,5 ລ້ານຄົນ ຫລື 47,1%, ຊາວໜຸ່ມທີ່ຈະ ເຂົ້າສູ່ຕະຫລາດແຮງງານໃໝ່ ຈຳນວນ 24.100 ຄົນ. ແຮງງານລາວຢູ່ຕ່າງ ປະເທດນຳເອົາເງິນຕາຕ່າງປະເທດ ກັບຄືນມາໃຫ້ປະເທດ ໂດຍສະເລ່ຍບໍ່ ຕໍ່າກວ່າ 35,5 ລ້ານໂດລາສະຫະລັດ ຕໍ່ເດືອນ ຫລື ເທົ່າກັບ 426 ລ້ານໂດລາ ສະຫະລັດຕໍ່ປີ. ຜ່ານມາ ສປປ ລາວ ໄດ້ ສ້າງຕັ້ງຈຸດບໍລິການຈັດຫາງານຢູ່ຂັ້ນ ແຂວງ 18 ຈຸດ, ຢູ່ຂັ້ນເມືອງ 36 ຈຸດ, ມີ ວິສາຫະກິດບໍລິການຈັດຫາງານພາຍ ໃນ ແລະ ຕ່າງປະເທດ 46 ບໍລິສັດ.

RkJQdWJsaXNoZXIy MTc3MTYxMQ==