5669

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 28/07/2023 xtgmf]k; 4 3]d c]t gsfdko xtgmfgrnjvo,yflkdqo 45 xu (1978-2023) csj 'dkog8u [.spj 0tspkp8q ;0v'ot7vo g-y og9U o xtgmf [i6 wo *ເຂດເສດຖະກິດພິເສດ ເຊິນ ເຈີ້ນ ຂອງ ສປ ຈີນ ເປັນສູນກາງທາງ ດ້ານເສດຖະກິດ, ນະວັດຕະກຳ ແລະ ການເງິນຊັ້ນນຳຂອງ ສປ ຈີນ. ເສດຖະກິດທີ່ຈະເລີນເຕີບໂຕຢ່າງ ໄວວາຂອງ ເຊິນເຈີ້ນ ປະກອບມີ ສາມອຸດສາຫະກຳຫລັກຄື: ການຂົນ ສົ່ງສິນຄ້າທາງເຮືອ ແລະ ການບໍລິ ການທາງດ້ານໂລຈິສຕິກ, ເຕັກໂນ ໂລຊີຂັ້ນສູງ ແລະ ການເງິນ. ເຊິນ ເຈີ້ນ ເປັນຜູ້ນຳລະດັບໂລກໃນ ດ້ານ ການຂົນສົ່ງ ແລະ ທັງເປັນຕ່ອງໂສ້ ອຸປະທານ ເຊິ່ງມີທ່າທຽບເຮືອຄອນ ເທນເນີທີ່ໜາແໜ້ນເປັນອັນດັບສີ່ ຂອງໂລກໃນປີ 2019. ເຂດເສດຖະກິດພິເສດ ເຊິນ ເຈີ້ນ ແມ່ນເປັນທີ່ຮູ້ຈັກກັນດີທາງ ດ້ານນິຄົມອຸດສາຫະກຳຂະໜາດ ໃຫຍ່ ເຊັ່ນ: Huawei Tech City, ເປັນສະຖານທີ່ ທີ່ມີການລົງທຶນ ດ້ານການວິໄຈ ແລະ ພັດທະນາຫລື (R&D-Research and Develop ment) ໃນການສ້າງຄວາມ ຮູ້ໃໝ່ຈໍານວນຫລາຍ. ໃນບໍລິບົດ ທາງທຸລະກິດ, ທີ່ບັນດາບໍລິສັດດຳ ເນີນການ ເພື່ອພັດທະນາຜະລິດຕະ ພັນໃໝ່, ສ້າງສູນກາງດ້ານນະວັດ ຕະກຳລະດັບໂລກ ເພື່ອຮອງຮັບ ຄວາມຕ້ອງການທີ່ເພີ່ມຂຶ້ນຂອງ ອຸດ ສາຫະກຳທາງເຮືອ ແລະ ເຕັກໂນໂລ ຊີຂັ້ນສູງ. ເຊິນເຈີ້ນ ໃນຖານະເປັນຈຸດ ເຊື່ອມຕໍ່ທີ່ສຳຄັນຫລັກສຳລັບການ ລົງທຶນຈາກຕ່າງປະເທດເຂົ້າໄປສູ່ ຈີນແຜ່ນດິນໃຫຍ່ຈາກ ຮົງກົງ, ເຊິນເຈີ້ນ ໄດ້ເຕີບໂຕຂຶ້ນເປັນໜຶ່ງ ໃນ ສູນກາງທາງການເງິນຊັ້ນນຳໃນ ສປ ຈີນ. ເຊິນເຈີ້ນ ຄັ້ງໜຶ່ງທີ່ເຄີຍເປັນໝູ່ ບ້ານຊາວປະມົງບູຮານນ້ອຍໆທີ່ມີ ປະຊາກອນ 30.000 ຄົນ ໃນຊຸມ ປີ 1970, ເມືອງ ເຊິນເຈີ້ນ ທີ່ທັນສະ ໄໝ ໄດ້ພັດທະນາເປັນສູນກາງເຕັກ ໂນໂລຊີທີ່ລໍ້າຍຸກລໍ້າສະໄໝ ແລະ ເປັນສູນກາງທາງການເງິນລະດັບ ໂລກ. ໃນປີ 1980, ທ່ານ ເຕີ້ງ ສຽວ ຜີງ (Deng Xiaoping), ປະທານ ພັກ ກອມມູນິດ ແຫ່ງ ສປ ຈີນ ໃນເວ ລານັ້ນ ໄດ້ກຳນົດໃຫ້ເມືອງທາງ ພາກໃຕ້ເປັນໜຶ່ງໃນສີ່ເຂດເສດຖະ ກິດພິເສດ. ເຂດເສດຖະກິດພິເສດ ໄດ້ຮັບສິດທິປະໂຫຍດທາງພາສີພິ ເສດ ແລະ ສິດທິພິເສດສຳລັບການ ລົງທຶນຈາກຕ່າງປະເທດ. ເສດຖະ wei, BYD, SKYWORTH, FOXCONN, KONKA, ZTE, Artron, ຜູ້ຜະລິດ drone DJI ແລະ ອື່ນໆ. ເຊິນເຈີ້ນ ຍັງເປັນທີ່ຕັ້ງຂອງ ຕະຫລາດຫລັກຊັບເຊິນເຈີ້ນ ແລະ ເປັນໜຶ່ງໃນສູນກາງທາງການເງິນ ທີ່ຄຶກຄັກທີ່ສຸດໃນໂລກ. ຈີນ ເປັນຜູ້ນຳການແຂ່ງຂັນ ດ້ານນະວັດຕະກຳເຕັກໂນໂລຊີ ດ້ວຍ ການລົງທຶນຢ່າງມະຫາສານເຂົ້າ ໃນການຄົ້ນຄວ້າວິໄຈ ແລະ ພັດທະ ນາເຕັກໂນໂລຊີ. The China Daily ໄດ້ລາຍງານວ່າ ຫລາຍກວ່າ 4.2% ຂອງ GDP ຂອງ ເຊິນເຈີ້ນ ຖືກໃຊ້ໄປກັບການຄົ້ນຄວ້າວິໄຈ ແລະ ພັດທະນາ ໃນປີ 2020. ໃນເດືອນ ເມສາ 2017, ທ່ານ ສີ ຈີ້ນຜີງ (Xi Jinping), ປະທານ ປະເທດ ແຫ່ງ ສປ ຈີນ ໄດ້ປະກາດ ວ່າ ພື້ນທີ່ກະສິກຳຂະໜາດນ້ອຍທີ່ ເອີ້ນວ່າ Xiongan ຈະເປັນເຂດ ເສດຖະກິດພິເສດ ແລະ ຄາດວ່າຈະ ກາຍເປັນສູນກາງເຕັກໂນໂລຊີ ແລະ ນະວັດຕະກຳອີກແຫ່ງໜຶ່ງທີ່ເຕັມ ໄປດ້ວຍ tech startups, ບັນດາ ສະຖາບັນການຮຽນຮູ້ ແລະ ການ ຂົນສົ່ງທີ່ທັນສະໄໝທີ່ສຸດ. ຄະນະກຳມະການສູນກາງພັກ ກອມມູນິດ ຈີນ ແລະ ສະພາແຫ່ງ ລັດ ກ່າວວ່າ ເຊິນເຈີ້ນ ຈະຖືກສ້າງໃຫ້ ເປັນເມືອງສາທິດນໍາໜ້າໃນການລິ ເລີ້ມ ແລະ ເຮັດໜ້າທີ່ເປັນເມືອງຕົ້ນ ແບບສຳລັບປະເທດສັງຄົມນິຍົມທີ່ ເຂັ້ມແຂງໃນລັກສະນະຮູບແບບສີ ສັນຂອງຈີນ, ເພື່ອສ້າງເປັນ “ເມືອງ ທີ່ດີເລີດ (ideal city)”. ພາຍໃຕ້ການຊີ້ນໍາ ນໍາພາອັນສະ ຫລາດສ່ອງໃສ ຂອງ ທ່ານ ສີ ຈິ້ນ ຜີງ, ປະທານປະເທດ ແຫ່ງ ສປ ຈີນ, ທ່ານໄດ້ກ່າວສູນທອນພົດທີ່ສຳ ຄັນ ໃນໂອກາດເຂົ້າຮ່ວມງານມະໂຫ ລານ ເພື່ອສະເຫລີມສະຫລອງຄົບ ຮອບ 40 ປີ ຂອງການສ້າງຕັ້ງເຂດ ເສດຖະກິດພິເສດ ເຊິນເຈີ້ນ ແຂວງ ກວາງຕຸ້ງ ສປ ຈີນ ໃນວັນທີ 14 ຕຸລາ 2020 ໂດຍທ່ານໄດ້ເນັ້ນຢໍ້າ ເຖິງການສືບຕໍ່ປະຕິຮູບ ແລະ ການ ເປີດປະເທດ ຄື: 1: ເຊິນເຈີ້ນ ຄວນ ກ້າວໜ້າຕໍ່ໄປຕາມການເວລາ ແລະ ປະຕິຮູບທຸກດ້ານຢ່າງເລິກເຊີ່ງ; 2: ເຊິນເຈີ້ນ ຄວນເດີນໜ້າຕໍ່ໄປ ເພື່ອ ຂະຫຍາຍການເປີດປະເທດທາງ ເສດຖະກິດຢ່າງຮອບດ້ານ; 3: ເປີດ ການຄ້າຂາຍກັບຕ່າງປະເທດຫລາຍ ຂຶ້ນ ໃນການປະຕິຮູບ ແລະ ການພັດ ທະນາເຂດເສດຖະກິດພິເສດຂອງ ຈີນ; 4: ການປະຕິຮູບ ແລະ ການ ເປີດປະເທດ ເປັນວຽກງານຕໍ່ເນື່ອງ ແລະ ບໍ່ມີມື້ສິ້ນສຸດ, ຖ້າປາສະຈາກ ການປະຕິຮູບ ແລະ ການເປີດປະ ເທດ, ຈີນ ຈະຍັງບໍ່ເປັນຄືຢ່າງທີ່ ເປັນໃນທຸກມື້ນີ້ ແລະ ຍັງຈະບໍ່ມີໂອ ກາດໃນອະນາຄົດທີ່ສົດໃສກວ່ານີ້; 5: ການເຜີຍແຜ່ຂະຫຍາຍຄວາມ ກ້າວໜ້າຂອງການເປີດປະເທດ, ຕະຫລອດເຖິງການສົ່ງເສີມການ ປະຕິຮູບ ແລະ ການພັດທະນາຜ່ານ ການເປີດປະເທດ ແມ່ນເປັນເຄື່ອງ ມືອັນເປັນພະລັງທີ່ຈີນສາມາດບັນ ລຸຄວາມກ້າວໜ້າຢ່າງຕໍ່ເນື່ອງ; 6: ຄວາມໃຈກວ້າງນໍາມາເຊິ່ງຄວາມ ກ້າວໜ້າ ໃນຂະນະທີ່ຄວາມໂດດ ດ່ຽວນໍາມາເຊິ່ງຄວາມຫລ້າຫລັງ. ຈີນ ບໍ່ສາມາດພັດທະນາໂລກໄດ້ ຢ່າງໂດດດ່ຽວໄດ້ ແລະ ໂລກກໍ່ຕ້ອງ ການຈີນ ເພື່ອຄວາມຈະເລີນຮຸ່ງ ເຮືອງ ຂອງໂລກ. 7: ພວກເຮົາເດີນ ໜ້າປະຕິຮູບຫລາຍເທົ່າໃດ, ພວກ ເຮົາແຮງຄວນໃຫ້ຄວາມສໍາຄັນ ກັບການປະສານງານກັນຂອງການ ວາງແຜນ, ການຈັດຕັ້ງປະຕິບັດ ແລະ ຜົນໄດ້ຮັບ; 8: ຈີນ ມຸ່ງໝັ້ນທີ່ຈະສົ່ງ ເສີມການເປີດເສລີທີ່ມີມາດຕະຖານ ສູງຂຶ້ນ, ສະໜັບສະໜູນລະບົບການ ຄ້າພະຫຸພາຄີຢ່າງໝັ້ນຄົງ ແລະ ຈະ ຂະຫຍາຍການເຂົ້າເຖິງຕະຫລາດ ສຳລັບເງິນທຶນຕ່າງປະເທດໃຫ້ ກວ້າງອອກ ແລະ ສ້າງສະພາບແວດ ລ້ອມທາງທຸລະກິດລະດັບໜຶ່ງ. ຂປລ.ໃນວັນວັນທີ 26 ກໍລະກົດ 2023 ນີ້, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງ ການເງິນ, ພ້ອມຄະນະໄດ້ເຄື່ອນ ໄຫວຕິດຕາມ-ຊຸກຍູ້ການຈັດຕັ້ງປະ ຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ແລະ ການເຄື່ອນ ໄຫວວຽກງານບັນດາຂອງດ່ານ ພາສີສາກົນ ຢູ່ແຂວງບໍ່ແກ້ວ, ພ້ອມ ທັງໄດ້ພົບປະໂອ້ລົມພະນັກງານ ການເງິນແຂວງ ທີ່ຫ້ອງປະຊຸມພະ ແນກການເງິນແຂວງບໍ່ແກ້ວ. ໂດຍ ການຕ້ອນຮັບຂອງ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ, ຜູ້ ຊີ້ນໍາວຽກງານເສດຖະກິດພ້ອມ ດ້ວຍຄະນະ ແລະ ພະນັກງານຫລັກ ແຫລ່ງພາຍ ໃນພະແນກການເງິນ ແຂວງບໍ່ແກ້ວ ເຂົ້າຮ່ວມ. ທ່ານ ສົມຫວັງ ລໍຫວັນໄຊ ຫົວ ໜ້າພະແນກການເງິນແຂວງບໍ່ແກ້ວ Iv']a f4t,q o8u dt-;'dkog'o -5 dp6 h dkoxt8y [a fczo'[xt,ko16 j c0;'[+ cdh ; y q *ປະເທດບຣູໄນ (Brunei) ຫລື ເນກາຣາບຣູໄນ ດາຣູຊາລາມ (Negara Brunei Darussalam), ເປັນປະເທດທີ່ມີເນື້ອທີ່ ຂະໜາດນ້ອຍ ຢູ່ເກາະບໍໜຽວ ໃນ ພາກພື້ນອາຊີຕາເວັນອອກສ່ຽງ ໃຕ້, ມີອານາເຂດອ້ອມຮອບດ້ວຍ ປະເທດມາເລເຊຍ ເກືອບທັງໝົດ ໂດຍທິດຕາເວັນອອກ, ທິດຕາເວັນ ຕົກ ແລະ ທິດໃຕ້ຕິດກັບລັດຊາຣາ ວັກຂອງປະເທດມາເລເຊຍ, ສ່ວນ ທິດເໜືອຕິດກັບທະເລຈີນໃຕ້. ເກາະ ບໍໜຽວ, ເປັນເກາະທີ່ມີຂະໜາດ ໃຫຍ່ອັນດັບ 3 ຂອງໂລກ ເຊິ່ງເປັນ ດິນແດນຂອງທັງ 3 ປະເທດ ຄື: ມາເລເຊຍ, ອິນໂດເນເຊຍ ແລະ ບຣູໄນ. ບຣູໄນ ມີນະຄອນຫລວງຊື່ວ່າ ບັນດາ ເຊຣິ ເບກາວັນ (Bandar Seri Begawan), ມີເນື້ອທີ່ທັງ ໝົດ 5.765 ກິໂລຕາແມັດ, ມີປະ ຊາກອນ 471.103 ຄົນ, (ໃນປີ 2022); ໃຊ້ພາສາ ມາລາຢູເປັນ ພາສາທາງການ, ຖັດມາແມ່ນພາ ສາອັງກິດ; ໃຊ້ສະກຸນເງິນໂດລາ ບຣູໄນ (Brunei dollar, BND); ປະຊາຊົນສ່ວນໃຫຍ່ຖືສາສະໜາ ອິສລາມ (67%), ສາສະໜາພຸດ (13%), ສາສະໜາຄຣິສ (10%) ແລະ ສາສະໜາຮິນດູ. ສ່ວນວັນ ຊາດຂອງບຣູໄນ ແມ່ນວັນທີ 23 ກຸມພາ. ບຣູໄນ ເປັນປະເທດທີ່ມີລະບົບ ເສດຖະກິດແບບຕະຫລາດເສລີ ພາຍໃຕ້ການດູແລຂອງລັດ ແລະ ເປັນປະເທດທີ່ອຸດົມສົມບູນ, ຮັ່ງ ມີໄປດ້ວຍນ້ຳມັນ ແລະ ແກັສ ທຳ ໂດຍ: ດາວັນ ມະຊາດ ເປັນລາຍໄດ້ຫລັກຊຶ່ງກວມ ເອົາ 90% ຂອງການສົ່ງອອກ ທັງໝົດຂອງປະເທດ ໂດຍມີລວມ ຍອດຜະລິດຕະພັນພາຍໃນປະເທດ (ຈີດີພີ) 16,6 ຕື້ ໂດລາສະ ຫະລັດ (ໃນປີ 2022); ໂດຍລາຍໄດ້ສະ ເລ່ຍຕໍ່ຫົວຄົນ 37.667 ໂດລາສະ ຫະລັດຕໍ່ປີ; ອັດຕາການເຕີບໂຕທາງ ດ້ານເສດຖະກິດ ຄິດເປັນ 1,2% ຕໍ່ປີ. ສ່ວນຊັບພະຍາກອນທີ່ສຳຄັນ ແມ່ນນໍ້າມັນດີບ ແລະ ແກັດທຳມະ ຊາດ; ອຸດສາຫະກຳຫລັກໄດ້ແກ່: ນໍ້າມັນ, ອາຫານ ແລະ ເສື້ອຜ້າ. ສິນ ຄ້າທີ່ສົ່ງອອກສຳຄັນເຊັ່ນ: ນໍ້າມັນ ດິບ ແລະແກັດທຳມະຊາດ. ສ່ວນສິນຄ້າທີ່ນຳເຂົ້າປະກອບ ມີ ເຄື່ອງຈັກອຸດສາຫະກຳ, ຍານພາ ຫະນະ,ເຄື່ອງໃຊ້ໄຟຟ້າ, ສິນຄ້າກະ ສິກຳ (ເຂົ້າ ແລະໝາກໄມ້); ສ່ວນ ຕະຫລາດຄູ່ການຄ້າທີ່ສຳຄັນໄດ້ ແກ່: ຍີ່ປຸ່ນ, ອາຊຽນ, ສ ເກົາຫລີ, ອົດສະຕຣາລີ, ອິນເດຍ, ສະຫະ ພາບເອີຣົບ, ສ ອາເມລິກາ ແລະ ຈີນ ຕາມລຳດັບ. ນອກຈາກນີ້, ບຣູໄນ ຍັງມີສະ ຖານທີ່ທ່ອງທ່ຽວທີ່ເປັນເອກະລັກ ກ່ຽວກັບສະຖາປັດຕະຍະກຳທີ່ມີ ການກໍ່ສ້າງ ແລະຕົບແຕ່ງຢ່າງສວຍ ງາມ ເປັນຕົ້ນ: ມັສະຍິດຄຳ ແລະ ພະຣາຊະວັງ ລ້ວນແຕ່ປະດັບໄປ ດ້ວຍຄຳແທ້ ແລະເພັດພອຍຢ່າງ ສວ ຍງາມລ້ຳຄ່າ. ພ້ອມທັງມີທຳມະ ຊາດທີ່ສວຍງາມ ເປັນຕົ້ນ: ຊາຍ ຫາດຕ່າງໆທີ່ ຕິດກັບທະເລຈີນໃຕ້, ອຸທະຍານແຫ່ງຊາດ, ສວນສະນຸກ, ອະນຸສາວະລີນ້ຳມັນ ແລະ ແຫ່ງ ອື່ນໆອີກດ້ວຍ. ປະເທດບຣູໄນ ແລະ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນທາງການ ທູດຮ່ວມກັນ ຄົບຮອບ 30 ປີ ນັບ ແຕ່ວັນທີ (27/7/1993-27/7/ 2023) ເປັນຕົ້ນມາ ຊຶ່ງ ສປປ ລາວ ແລະບຣູໄນ ໄດ້ຕົກລົງສືບຕໍ່ຮັດ ແໜ້ນສາຍພົວພັນຂອງສອງປະ ເທດ ຊຶ່ງກວມເອົາຂົງເຂດການພັດ ທະນາຊັບພະຍາກອນມະນຸດ, ການ ຂົນສົ່ງທາງອາກາດ, ການຄວບຄຸມ ຢາເສບຕິດ, ແຮງງານ, ການແລກ ປ່ຽນວັດທະນະທຳ, ການພັດທະນາ ແມ່ຍິງ, ການທ່ອງທ່ຽວ ແລະອື່ນໆ. ມາຮອດປັດຈຸບັນ, ທັງສອງປະ ເທດໄດ້ພັດທະນາ, ສົ່ງເສີມສາຍພົວ ພັນມິດຕະພາບແລະການຮ່ວມມື ທີ່ດີ ແລະ ໄດ້ຮັບການເສີມຂະຫຍາຍ ສາຍພົວພັນໃຫ້ນັບມື້ຂະຫຍາຍ ຂຶ້ນເລື້ອຍໆ. ຕະຫລອດໄລຍະຜ່ານ ມາ, ທັງສອງຝ່າຍໄດ້ສະແດງໃຫ້ ເຫັນເຖິງການຮ່ວມມືໃນຂະແໜງ ການຕ່າງໆ ລວມທັງການແລກ ປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນຳຂັ້ນສູງຂອງທັງ ສອງປະເທດຢ່າງເປັນປົກກະຕິ. ໂດຍ: ສະຖາບັັນການຕ່າງປະເທດ ໜ່ວຍງານຄົ້ນຄວ້າຮ່ວມ ລາວ-ຈີນ ກິດຂອງ ເຊິນເຈີ້ນ ໄດ້ເຕີບໂຕຢ່າງ ກ້າວກະໂດດ ແລະ ມີຜະລິດຕະພັນ ມວນລວມພາຍໃນຕໍ່ຫົວຄົນ ຫລື (GDP) ເພີ່ມຂຶ້ນ 33,479% ຈາກ ປີ 1979 ເຖິງປີ 2019. GDP ຂອງ ເຊິນເຈີ້ນ ບັນລຸ 2,69 ພັນລ້ານຢວນ ໃນປີ 2019 ແລະ 3 ພັນລ້ານຢວນ ປີ 2021 ເນື່ອງຈາກຄວາມສໍາເລັດ ຂອງຂະແໜງການເຕັກໂນໂລຊີ ແລະ ການເຕີບໂຕນີ້ສູງກວ່າ ຮົງກົງ ແລະ ສິງກະໂປ. ຕັ້ງແຕ່ນັ້ນມາ, ເມືອງກໍໄດ້ເຕີບ ໂຕຂຶ້ນ ແລະ ປັດຈຸບັນມີຜູ້ຢູ່ອາໄສ ຫລາຍກວ່າ 17.68 ລ້ານຄົນ. ພາ ສາຈີນກາງ (Mandarin) ເປັນພາ ສາທາງການຂອງເຂດນີ້, ແຕ່ພາ ສາຈີນກວາງຕຸ້ງ (Cantonese) ແລະ ພາສາອັງກິດ ເປັນພາສາເວົ້າ ທີ່ແຜ່ຫລາຍ. ເຊິນເຈີ້ນ ຕັ້ງຢູ່ກາງ ທຳເລຍຸດທະສາດ ໃນແຂວງກວາງ ຕຸ້ງ, ໃນພາກພື້ນແມ່ນໍ້າເພີນ (the Pearl River region), ແລະ ຕິດກັບ ມາເກົ໊າ ແລະ ຮົງກົງ. ເຊິນ ເຈີ້ນ ເປັນປະຕູຫລັກໄປສູ່ຈີນແຜ່ນ ດິນໃຫຍ່. ເຊິນເຈີ້ນ ເຊິ່ງຄັ້ງໜຶ່ງ ເຄີຍຖືກເບິ່ງວ່າເປັນເມືອງທີ່ຂຶ້ນຊື່ ວ່າເປັນ (sweatshop mecca), ປັດຈຸບັນ ເຊິນເຈີ້ນ ເປັນບ້ານໄຮ ເທັກຂອງບໍລິສັດເທັກໂນໂລຍີຊັ້ນ ນໍາຂອງ ຈີນ ເຊັ່ນ: the internet giant Tencent, telco Huaໄດ້ລາຍງານສະພາບການຈັດຕັ້ງ ປະຕິບັດແຜນງົບປະມານ 6 ເດືອນ ຕົ້ນປີຜ່ານມາ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2023, ການ ປະຕິບັດລາຍຮັບປີ 2023 ລວມ ທັງສູນກາງ ແລະ ທ້ອງຖິ່ນ ຂອງ ແຂວງບໍ່ແກ້ວ ເຊິ່ງແຜນການປີແມ່ນ 466,43 ຕື້ກວ່າກີບ. ຜ່ານການຈັດ ຕັ້ງປະຕິບັດໃນໄລຍະຜ່ານມາ ຄະ ນະພັກ ຄະນະນໍາຂະແໜງການເງິນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ໃນວຽກ ງານງົບປະມານ 7 ເດືອນຕົ້ນປີ ເຫັນ ວ່າມີຜົນສໍາເລັດຫລາຍດ້ານເຮັດ ໃຫ້ຮອດເດືອນກໍລະກົດ 2023 ສາ ມາດປະຕິບັດໄດ້ 291,88 ຕື້ກີບ, ເທົ່າກັບ 62,58% ຂອງແຜນການ ປີ, ທຽບໃສ່ໄລຍະດຽວຂອງປີຜ່ານ ມາເພີ່່ມຂຶ້ນ 32%. ໃນນີ້, ລາຍຮັບ ພູດຂອງສູນ ກາງແຜນການປີ 310 ຕື້ກວ່າກີບ, ປະຕິບັດໄດ້ 192,84 ຕື້ ກີບເທົ່າກັບ 62,21% ຂອງແຜນ ການປີ, ທຽບໃສ່ໄລຍະດຽວຂອງປີ ຜ່ານມາເພີ່ມຂຶ້ນ 28%. ສ່ວນລາຍ ຮັບທ້ອງຖິ່ນແຜນການປີ 156,43 ຕື້ກີບ, ປະຕິບັດໄດ້ 99,03 ຕື້ກີບ, ເທົ່າກັບ 63,31% ຂອງແຜນການ ປີ, ທຽບໃສ່ໄລຍະດຽວຂອງປີຜ່ານ ມາເພີ່ມຂຶ້ນ 39%. ໃນນີ້, ລາຍຮັບ ສ່ວຍສາອາກອນ ແລະ ຊັບສິນປະ ຕິບັດໄດ້ 97,45 ຕື້ກີບ, ເທົ່າກັບ 63,68% ຂອງແຜນການປີ; ລາຍ ຮັບບໍ່ແມ່ນພາສີ ແລະ ສ່ວຍສາອາ ກອນ(ບ້ວງທ້ອງຖິ່ນ), ປະຕິບັດ ໄດ້ 1,58 ຕື້ກີບ, ເທົ່າກັບ 46,64% ຂອງແຜນການປີ. ໂອກາດດັ່ງກ່າວ, ທ່ານ ພູທະນູ ເພັດ ໄຊສົມບັດ ໃຫ້ຮູ້ວ່າ: ການມາ ເຮັດວຽກຂອງຄະນະຈາກກະຊວງ ການເງິນເທື່ອນີ້ເປັນວຽກທີ່ຈໍາ ເປັນເພື່ອສຶກສາ-ເກັບກໍາຂໍ້ມູນທີ່ ເປັນທ່າແຮງໃນການປະຕິບັດແຜນ ງົບປະມານແຫ່ງລັດໃນປີ 2024 ແຕ່ຫົວທີ, ຕິດຕາມ-ຊຸກຍູ້ມາດຕະ ການຈຸດສຸມ ໂດຍສະເພາະຕາມ ການຈັດຕັ້ງປະຕິບັດວຽກງານທີ່ ພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ມາດ ຕະການ 6 ເດືອນທ້າຍປີ2023 ແລະ ການຈັດຕັ້ງປະຕິບັດການຄຸ້ມ ຄອງດ່ານຕິດພັນກັບການນໍາເຂົ້າ- ສົ່ງອອກ ຂອງບໍລິສັດ ແລະ ຜູ້ປະ ກອບການຜ່ານດ່ານ, ສິນຄ້າເຂົ້າ- ອອກ, ການເກັບເປັນເງິນຕາຕ່າງ ປະເທດ, ການເກັບຄ່າທໍານຽມ-ຄ່າ ບໍລິການ, ປະເພດລາຍຈ່າຍຕ່າງໆ ທີ່ເກີດຂຶ້ນຢູ່ໃນດ່ານສາກົນ ແລະ ຂໍ້ມູນກ່ຽວກັບການສ້າງແຜນງົບ ປະມານຂອງດ່ານ ເພື່ອກະກຽມ ແຜນງົບປະມານປີ 2024. ສະນັ້ນ, ເພື່ອເປັນການສ້າງທ່າ ຫັນປ່ຽນໃໝ່ໃນປີ 2024 ຈຶ່ງມີ ຄວາມຈໍາເປັນຕ້ອງໄດ້ຄົ້ນຄວ້າກົນ ໄກ ແລະ ວິທີການ ໃນການສ້າງແຜນ ງົບປະມາ ນແຫ່ງລັດ ໃຫ້ມີທ່າຫັນ ປ່ຽນ ແລະ ບຸກທະລຸຂຶ້ນຕື່ມເພື່ອປະ ຕິບັດແຜນຄາດໝາຍລາຍຮັບງົບ ປະມານ 6 ເດືອນທ້າຍປີ 2023 ຮັບປະກັນໄດ້ຕາມແຜນການ ຫລື ລື່ນແຜນການ. ພ້ອມນັ້ນ ໄດ້ເນັ້ນໃຫ້ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມທາງ ດ້ານການເມືອງ-ແນວຄິດໃຫ້ສະ ມາຊິກພັກ-ພະນັກງານພາຍ ໃນ ຄວາມຮັບຜິດຊອບຂອງຕົນ, ຕິດ ຕາມ-ກວດກາ ການປະຕິບັດໜ້າທີ່ ຂອງພະນັກງານ-ລັດຖະກອນຢ່າງ ເປັນປະຈໍາ, ຍົກສູງຄວາມຮັບຜິດ ຊອບໜ້າທີ່ການເມືອງ ໃນການຈັດ ຕັ້ງປະຕິບັດວຽກວຽກງານຄຸ້ມ ຄອງລາຍຮັບ, ຈັດລຽງບຸລິມະສິດ, ຊຸກຍູ້-ຕິດຕາມການເກັບລາຍຮັບ ປີ 2023 ໃຫ້ໄດ້ຕາມແຜນ ຫລື ລື່ນ ແຜນການ, ຮີບຮ້ອນສ້າງແຜນລາຍ ຮັບປະຈໍາປີ 2024 ໃຫ້ສອດຄ່ອງ ແນໃສ່ສ້າງແຜນລາຍຮັບໃຫ້ແທດ ເໝາະກັບແຜນພັດທະນາເສດຖະ ກິດ-ສັງຄົມໃນແຕ່ລະໄລຍະໂດຍສະ ເພາະເກັບລາຍຮັບ ແລະ ຄຸ້ມຄອງ ລາຍຈ່າຍ ໃຫ້ໄດ້ຕາມແຜນການທີ່ ໄດ້ວາງໄວ້, ພ້ອມກັນສ້າງທ່າຫັນ ປ່ຽນໃໝ່ໃຫ້ມີຜົນສໍາເລັດ. ແຫລ່ງຂ່າວ:ກະຊວງການເງິນ

RkJQdWJsaXNoZXIy MTc3MTYxMQ==