xtgmf]k; 3 28/07/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ໂດຍ: ໄໝຄຳຍ້ອມສິນ ໂດຍ: ສຸພາສະຫວັນ ສີຊະນະມຸງຄຸນ gru,j mt;du ko75,h 7v'dkovtop5 kf oe.-h c]t lextmkog0ffyoxjkw,hh ໂດຍ: ມາລີດາ rkd]afgvqk.9.ljcdh[aosk glf4tdyf1jk'.dh-yf ]t;a'K d5j,7qo[+fu 8;q t.s3h vog'oy .olnlj 'a 7,q vvo]kp * ທ່ານ ລີເບີ ລີບົວປາວ, ປະ ທານກໍາມາທິການແຜນການ, ການ ເງິນ ແລະ ການກວດສອບໄດ້ໃຫ້ສໍາ ພາດຕໍ່ສື່ມວນຊົນຫວ່າງບໍ່ດົນມານີ້ ວ່າ: ດັ່ງທີ່ຮູ້ນໍາກັນວ່າ ປັດຈຸບັນ ປະ ເທດລາວກໍແມ່ນໜຶ່ງໃນຫລາຍໆປະ ເທດທີ່ກໍາລັງພົບກັບບັນຫາຄວາມ ຫຍຸ້ງຍາກດ້ານເສດຖະກິດຢ່າງໜັກ ໜ່ວງເຊິ່ງໄດ້ສ້າງຄວາມເດືອດຮ້ອນ ໃຫ້ພະນັກງານ, ທະຫານ, ຕໍາຫລວດ ລວມເຖິງປະຊາຊົນໃນທົ່ວປະເທດ. ສະນັ້ນ, ຈຶ່ງເຮັດໃຫ້ການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ທີ່ຈະສິ້ນສຸດ ໃນທ້າຍປີ 2023 ນີ້ ຍັງເປັນສິ່ງທ້າ ທາຍທີ່ຈະບໍ່ບັນລຸຕາມແຜນ ໂດຍສະ ເພາະ ການປະຕິບັດຄາດໝາຍແກ້ໄຂ ໜີ້ສິນສາທາລະນະ ຮອດປີ 2023 ໃຫ້ຍັງເຫລືອບໍ່ເກີນ 64,5% ຂອງ GDP ແລະ ການປະຕິບັດຄາດໝາຍ ຮັກສາສະຖຽນລະພາບດ້ານເງິນ ຕາ, ຊຶ່ງຈະສົ່ງຜົົນກະທົບຕໍ່ການປະ ຕິບັດແຜນພັດທະນາເສດຖະກິດສັງຄົມ ໃນ 6 ເດືອນທ້າຍປີ 2023 ໃຫ້ບັນລຸຕາມແຜນ; ບັນຫາເງິນ ເຟີ້ ໃນເດືອນມິຖຸນາ ເພີ່ມຂຶ້ນເຖິງ 38,06%, ຊຶ່ງໄດ້ສົ່ງຜົນກະທົບ ໂດຍກົງຕໍ່ຄວາມສາມາດຊື້ຂອງປະ ຊາຊົນ, ພະນັກງານ, ທະຫານ-ຕໍາ ຫລວດຫລຸດລົງໃນລະດັບເທົ່າກັບ ການເພີ່ມຂຶ້ນຂອງອັດຕາເງິນເຟີ້ ໂດຍສະເພາະອັດຕາເງິນເຟີ້ໃນ ໝວດສະບຽງອາຫານ ທີ່ຈໍາເປັນຕໍ່ ຄ່າຄອງຊີບຂອງປະຊາຊົນ ເພີ່ມ ຂຶ້ນ ເຖິງ 49,07%; ບັນຫາອັດຕາແລກ ປ່ຽນເງິນກີບອ່ອນຄ່າທຽບກັບເງິນ ຕາຕ່າງປະເທດເປັນຕົ້ນ ເງິນໂດລາ ແລະ ເງິນບາດ ເຮັດໃຫ້ລາຄາສິນ ຄ້ານໍາເຂົ້າແພງຂຶ້ນ ແລະ ໜີ້ສິນຕ່າງ ປະເທດຄິດໄລ່ເປັນເງິນກີບມີມູນຄ່າ ເພີ່ມຂຶ້ນສູງ. ຕໍ່ກັບບັນຫາເຄັ່ງຮ້ອນທີ 1 ກ່ຽວ ກັບການປະຕິບັດຄາດໝາຍຂອງ ວາລະແຫ່ງຊາດ, ສະເໜີໃຫ້ລັດຖະ ບານສືບຕໍ່ສຸມໃສ່ປະຕິບັດ 5 ແຜນ ວຽກຈຸດສຸມ ແລະ 14 ມາດຕະການ ຈັດຕັ້ງປະຕິບັດ ໃຫ້ບັນລຸຕາມທີ່ໄດ້ ກໍານົດໃນມະຕິສະພາແຫ່ງຊາດ ວ່າ ດ້ວຍການຮັບຮອງເອົາວາລະແຫ່ງ ຊາດ ກ່ຽວກັບການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ, ສະບັບເລກທີ 03/ສພຊ, ລົງ ວັນທີ 10.08.2021; ຕໍ່ກັບບັນຫາ ເຄັ່ງຮ້ອນ ທີ 2 ກ່ຽວກັບການແກ້ໄຂ ບັນຫາເງິນເຟີ້, ສະເໜີໃຫ້ລັດຖະ ບານຄົ້ນຄວ້າ ແລະ ກໍານົດລະບົບ ມາດຕະການທີ່ຄົບຊຸດຕິດພັນກັບ ທຸກຂະແໜງການ ຄື: ມາດຕະການ ທາງດ້ານເງິນຕາເປັນຕົ້ນ ການ ຄວບຄຸມປະລິມານເງິນ M2 ໃຫ້ຢູ່ ໃນລະດັບທີ່ສົມຄູ່ກັບການເຕີບໂຕ ເສດຖະກິດ ແລະ ບໍ່ກະທົບຕໍ່ການ ເພີ່ມຂຶ້ນຂອງຄວາມຕ້ອງການທີ່ກະ ທົບຕໍ່ການເພີ່ມຂື້ນຂອງເງິນເຟີ້, ປະ ຕິບັດມາດຕະການຄຸ້ມຄອງອັດຕາ ແລກປ່ຽນໃຫ້ເໜັງຕີງໃນລະດັບທີ່ ຄວບຄຸມໄດ້ບໍ່ກະທົບຕໍ່ຕົ້ນທຶນນໍາ ເຂົ້າສິນຄ້າເພິ່ມຂື້ນສູງຫລາຍ; ມາດ ຕະການດ້ານການເງິນ-ງົບປະມານ ເປັນຕົ້ນ ນະໂຍບາຍພາສີ-ອາກອນ ເພື່ອຜ່ອນຜັນຕົ້ນທຶນການຜະລິດ ແລະ ນະໂຍບາຍງົບປະມານລົງທຶນ ແນໃສ່ສົ່ງເສີມການຜະລິດສິນຄ້າ ເພື່ອຕອບສະໜອງຄວາມຕ້ອງການ ຂອງຕະຫລາດພາຍໃນເພີ່ມຫລາຍ ຂື້ນ; ມາດຕະການດ້ານການຜະລິດ ເປັນຕົ້ນ ຊຸກຍູ້ສົ່ງເສີມການຜະລິດ ເພື່ອຕອບສະໜອງຄວາມຕ້ອງການ ຂອງຕະຫລາດພາຍໃນໃຫ້ພຽງພໍ; ມາດຕະການດ້ານການຄ້າ ເປັນຕົ້ນ ມາດຕະການດັດສົມການສະໜອງ ແລະ ຄວາມຕ້ອງການສິນຄ້າ, ດັດ ສົມລາຄາສິນຄ້າຍຸດທະສາດ ແລະ ສິນຄ້າທີ່ມີຄວາມຈໍາເປັນສໍາລັບຊີ ວິດປະຈໍາວັນ; ມາດຕະການດ້ານຈິດ ຕະສາດສັງຄົມເປັນຕົ້ນ ມາດຕະ ການໂຄສະນາຊວນເຊື່ອໃຫ້ປະຊາ ຊົນຊົມໃຊ້ສິນຄ້າພາຍໃນ ແລະ ນໍາ ໃຊ້ເງິນກີບ ໃຫ້ຫລາຍຂຶ້ນຕໍ່ກັບບັນ ຫາເຄັ່ງຮ້ອນ ທີ 3 ກ່ຽວກັບບັນຫາ ອັດຕາແລກປ່ຽນ, ສະເໜີໃຫ້ລັດຖະ ບານເອົາໃຈໃສ່ປະຕິບັດກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງ ປະເທດ ໂດຍສະເພາະການຊໍາລະ ຢູ່ພາຍໃນປະເທດດ້ວຍສະກຸນເງິນ ກີບ, ການຄຸ້ມຄອງກະແສເງິນຕາ ເຂົ້າ-ອອກ ແລະ ການຄຸ້ມຄອງອັດ ຕາແລກປ່ຽນ ທີ່ຢູ່ນອກລະບົບໃຫ້ ເຂົ້າສູ່ໃນລະບົບໃຫ້ຫລາຍຂຶ້ນ. ສຸດ ທ້າຍໃນນາມຕາງໜ້າກຳມາທິການ ແຜນການ, ການເງິນ ແລະ ການ ກວດສອບ ແລະ ທັງເປັນສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ສະແດງຄວາມ ຂອບໃຈຢ່າງສູງມາຍັງບັນດາ ທ່ານພະນັກງານ-ລັດຖະກອນ, ທະ ຫານ-ຕຳຫລວດ, ນັກຮຽນ, ນັກສຶກ ສາ, ປັນຍາຊົນ, ກຳມະກອນ, ຊາວ ຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະ ຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ໃນຂອບເຂດທົ່ວປະເທດ ແລະ ພີ່ ນ້ອງຊາວລາວທີ່ອາໄສຢູ່ຕ່າງປະ ເທດ, ສື່ມວນຊົນທຸກພາກສ່ວນ ລວມທັງໂທລະພາບແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດ, ສື່ ສິ່ງພິມປະເພດຕ່າງໆ ທີ່ໄດ້ຕິດຕາມ ຂ້າພະເຈົ້າໃນມື້ນີ້, ຂ້າພະເຈົ້າຂໍອະ ນຸຍາດ ສະເໜີໃຫ້ພໍ່ແມ່ປະຊາຊົນ ຜູ້ໃຊ້ສິດເຂດເລືອກຕັ້ງຜູ້ແທນຂອງ ບັນດາທ່ານເອົາໃຈໃສ່ປະຕິບັດໜ້າ ທີ່ຂອງຕົນເອງ ຕາມພາລະບົດບາດ, ໜ້າທີ່, ວິຊາຊີບ ແລະ ສະພາບຈຸດພິ ເສດຂອງຕົນເອງໃຫ້ມີຜົນສໍາເລັດ ເພື່ອພ້ອມກັນສູ້ຊົນຜ່ານຜ່າສະພາບ ຄວາມຫຍຸ້ງຍາກຂອງປະເທດຊາດ ແລະ ການແກ້ໄຂຊີວິດການເປັນຢູ່ ພາຍໃນຄອບຄົວ ແລະ ຂອງຕົນເອງ ໃຫ້ດີຂຶ້ນ. ຂໍອວຍພອນໃຫ້ບັນດາ ທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີ ຄວາມຜາສຸກ ແລະ ປະສົບຜົນສໍາ ເລັດໃນທຸກໜ້າທີ່ວຽກງານອັນມີ ກຽດສະຫງ່າຂອງພວກທ່ານ. (Facebook) ຂອງຜູ້ໃຊ້ ເພື່ອສົ່ງ ຂໍ້ຄວາມຕົວະໃຫ້ຄົນໃນຄອບຄົວ ແລະ ໝູ່ເພື່ອນຄົນສະໜິດ ເປັນຕົ້ນ ແມ່ນ: ການຂໍຢືມເງິນ, ການຂໍຢືມ ບັນຊີ BCEL One ຂອງທະນາຄານ ການຄ້າຕ່າງປະເທດລາວ ແລະ ອື່ນໆ...ຖ້າທ່ານໄດ້ຕິດຕາມທາງ ສື່ສັງຄົມອອນລາຍທ່ານຈະເຫັນ ວ່າ: ການຫລອກລວງໃນປັດຈຸບັນ ແມ່ນມີຫລາກຫລາຍຮູບແບບ ແລະ ຫລາຍທາງ ທີ່ເປັນສື່ທາງສື່ສັງ ຄົມອອນລາຍ ບໍ່ວ່າຈະເປັນອີເມວ (Email), ເຟສບຸກ,ວອດແອັບ (WhatsApp), ວີແຊັດ (Wechat), ລາຍ (Line), ເມັດເຊັນເຈີ (Messenger), ອິນຕຣາແກຣມ (Instagram), ຕິກຕ໋ອກ (TikTok) ແລະ ທະວິດເຕີ (Twitter) ແລະ ອື່ນໆ. ສະນັ້ນແລ້ວ, ທຸກທ່ານຈະຕ້ອງ ມີສະຕິລະວັງຕົວໃນການນໍາໃຊ້ສື່ ສັງຄົມອອນລາຍດັ່ງກ່າວ ເພື່ອບໍ່ ໃຫ້ຕົນເອງຕົກເປັນເຫຍື່ອຂອງຜູ້ບໍ່ ຫວັງດີທາງໄຊເບີ ແລະ ເມື່ອບໍ່ດົນນີ້ ທາງສູນສະກັດກັ້ນ ແລະ ແກ້ໄຂເຫດ ສຸກເສີນທາງຄອມພິວເຕີ ໄດ້ເຜີຍແຜ່ ຂໍ້ແນະນໍາໃນການປ້ອງກັນ ແລະ ແກ້ ໄຂບັນຫາດັ່ງກ່າວ ດ້ວຍການປ້ອງ ກັນຕັ້ງແຕ່ຕົ້ນເຫດກໍຄືການປ້ອງ ກັນບັນຊີ Facebook ຂອງເຮົາບໍ່ ໃຫ້ຖືກແຮັກນັ້ນເອງ. ດ້ວຍວິທີການ ປ້ອງກັນໃນເບື້ອງຕົ້ນມີດັ່ງນີ້: ໜຶ່ງ ຕັ້ງລະຫັດຜ່ານເຂົ້ານໍາໃຊ້ Facebook ໃຫ້ຄາດເດົາໄດ້ຍາກ ແລະ ປະສົມປະສານລະຫວ່າງຕົວເລກ, ຕົວອັກສອນ ແລະ ສັນຍະລັກຕ່າງໆ ທີ່ມີຄວາມຍາວຢ່າງໜ້ອຍ 8 ຫລັກ ຍິ່ງຫລາຍເທົ່າໃດຍິ່ງດີ; ສອງໝັ່ນ ປ່ຽນລະຫັດຜ່ານບັນຊີໃນທຸກໆ ເດືອນ; ສາມ ບໍ່ຄວນບັນທຶກລະຫັດ ຜ່ານໄວ້ກັບບຣາວເຊີ (Browser) ເພາະອາດຈະມີຄົນສວມຮອຍ ໃຊ້ ເຄື່ອງ ຄອມພິວເຕີດຽວກັນກັບເຮົາ ໄດ້; ສີ່ ຕັ້ງຄ່າການເຂົ້າລະບົບສອງ ຂັ້ນຕອນ (Two-Factor Authentication); ຫ້າ ເພີ່ມເບີໂທ ລະສັບບຸກຄົນອື່ນທີ່ເຮົາໄວ້ໃຈໄດ້ ໃນບັນຊີ Facebook ເພື່ອໄວ້ໃຊ້ ໃນກໍລະນີລືມລະຫັດຜ່ານ; ຫົກ ໃນ ກໍລະນີມືຖືສູນຫາຍ ໃຫ້ຮີບເຂົ້າບັນ ຊີ Facebook ຂອງຕົນເອງຈາກ ເຄື່ອງອື່ນ ເພື່ອອອກຈາກລະບົບບັນ ຊີ Facebook ຂອງມືຖືທີ່ສູນຫາຍ ນັ້ນ; ເຈັດ ບໍ່ຄວນແບ່ງປັນບັນຊີ Facebook ຂອງຕົນເອງໃຫ້ກັບ ບຸກຄົນ ອື່ນນໍາໃຊ້ບໍ່ວ່າຈະສະໜິດ ສະໜົມກັນພຽງໃດກໍ່ຕາມ. ນີ້ແມ່ນວິທີປ້ອງກັນໃນເບື້ອງ ຕົ້ນ. ແຕ່ສິ່ງທີ່ສຳຄັນແມ່ນຕ້ອງມີ ສະຕິໃນການນຳໃຊ້ສື່ອອນລາຍ ຕ່າງໆ, ບໍ່ຄວນຫລົງເຊື່ອຄົນງ່າຍ, ບໍ່ຫວັງນຳຜົນປະໂຫຍດທີ່ໄດ້ແບບ ງ່າຍດາຍ ແລະ ອື່ນໆ. * ໃນປັດຈຸບັນທີ່ສື່ອອນລາຍ ພວມມີອິດທິພົນຕໍ່ການດຳລົງຊີວິດ ຂອງຄົນເຮົາ ບັນດາມິດສາຊີບກໍໄດ້ ສວຍໂອກາດນີ້ກໍ່ອາຊະຍາກຳທາງ ລະບົບຄອມພິວເຕີ ໃນຮູບແບບສະ ແກຣມເມີ “Scammer”. ຄຳ ວ່າ: ສະແກມເມີ (Scammer) ແມ່ນການຫລອກລວງທາງອິນເຕີ ເນັດອີກຮູບແບບໝຶ່ງ ເຊັ່ນ: ການ ຫລອກລວງໃຫ້ຮ່ວມທຸລະກິດນຳ ກັນ, ການຫລອກລວງໃຫ້ກູ້ຢືມເງີນ ດອກເບ້ຍຕຳ, ການຫລອກລວງວ່າ ເປັນຜູ້ໂຊກດີຖືກລາງວັນ, ການ ຫລອກລວງໃຫ້ຊ່ວຍເຫລືອແລ້ວຈະ ໄດ້ຮັບຄ່າຕອບແທນດ້ວຍເງິນຈຳ ນວນຫລາຍ, ການຫລອກລວງ ຄວາມຮັກ ໂດຍຄຳເວົ້າກ້ຽວເປັນ ຊູ້ເປັນແຟນ, ຫລອກລວງເປັນທາ ຍາດຂອງມະຫາເສດຖີທີ່ຫາກໍ່ເສຍ ຊິວິດ ຊຶ່ງພາຍຫລັງສ້າງຄວາມສະ ໜິດສະໜົມໃຊ້ຄຳເວົ້າຊວນເຊື່ອໄດ້ ແລ້ວ ກໍຫລອກລວງເຫຍື່ອໂອນເງິນ ໃຫ້ແຕ່ມີເງື່ອນໄຂວ່າ: ໃຫ້ເຫຍື່ອໂອນ ເງິນຄ່າທຳນຽມ ຫລື ຄ່າພາສີຕ່າງໆ ໃນການຮັບເງິນຈຳນວນດັ່ງກ່າວ. ໃນກໍລະນີຍົກຕົວຢ່າງ, ຈາກ ການຕິດຕາມທາງສື່ສັງຄົມ ອອນ ລາຍ ຢູ່ ສປປ ລາວ ໃນປັດຈຸບັນແມ່ນ ພົບວ່າມີການແຮັກບັນຊີເຟສບຸກ * ພາຍຫລັງເຫັນວ່າບັນຫາການ ນໍາໃຊ້ ແລະ ສໍາປະທານທີ່ດິນ ທີ່ບໍ່ຖືກ ຕ້ອງພວມຂະຫຍາຍເປັນວົງກວ້າງ ແລະ ສົ່ງຜົນກະທົບເດືອດຮ້ອນຫລາຍ ດ້ານໃຫ້ແກ່ປະຊາຊົນນັບມື້ເພີ່ມຂຶ້ນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ ມີຄໍາສັ່ງໃຫ້ພາກສ່ວນກ່ຽວຂ້ອງພາກ ລັດ ເປັນເຈົ້າການດໍາເນີນການກວດກາ ຄືນນັບແຕ່ຂັ້ນຕອນດ້ານເອກະສານ ແລະ ຂອດຂອງການອະນຸຍາດໃຫ້ສໍາ ປະທານ ທີ່ດິນເຂດປ່າໄມ້ຂອງໂຄງການ ຕ່າງໆໃນທົ່ວປະເທດ, ຖ້າຫາກພົບວ່າ ໄດ້ຮັບອະນຸຍາດມາແບບບໍ່ຖືກຕ້ອງ ແມ່ນໃຫ້ດໍາເນີນຄະດີຕາມກົດໝາຍ. ການສັ່ງໃຫ້ປະຕິບັດວຽກງານດັ່ງ ກ່າວ, ໄດ້ກໍານົດຢູ່ໃນຄໍາສັ່ງວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດໃນການ ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທໍາລາຍ ປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມ ປ່າ ສະບັບເລກທີ 11/ນຍ ລົງວັນທີ 21 ກໍລະກົດ 2023 ຂອງນາຍົກລັດ ຖະມົນຕີແຫ່ງ ສປປ ລາວ. ໂດຍໃນຄໍາ ສັ່ງດັ່ງກ່າວ, ນອກຈາກໄດ້ແນະນໍາໃຫ້ ບັນດາກະຊວງ, ອົງການທຽບເທົ່າ ກະຊວງ ແລະ ອົງການປົກຄອງທ້ອງ ຖິ່ນທຸກຂັ້ນ ເພີ່ມທະວີຄວາມເຂັ້ມງວດ ແລະ ເອົາໃຈໃສ່ປະຕິບັດໜ້າທີ່, ຂອບ ເຂດສິດ ແລະ ຄວາມຮັບຜິດຊອບຂອງ ຕົນ ໃນການຄຸ້ມຄອງ, ປົກປັກຮັກສາປ່າ ໄມ້ ແລະ ທີ່ດິນປ່າໄມ້ບໍ່ໃຫ້ຖືກທໍາລາຍ ແລ້ວ ຍັງໄດ້ຊີ້ນໍາໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບຂະແໜງກ່ຽວ ຂ້ອງ, ອົງການປົກຄອງທ້ອງຖິ່ນກວດ ກາຄືນເຂດແດນປ່າໄມ້ ແລະ ທີ່ດິນປ່າ ໄມ້ ແຕ່ລະປະເພດໃຫ້ລະອຽດພ້ອມ ທັງຮີບຮ້ອນດໍາເນີນການສໍາຫລວດ ແລະ ວາງແຜນຄຸ້ມຄອງໃຫ້ຖືກຕ້ອງ. ຂະນະດຽວກັນ ກໍຊີ້ນໍາໃຫ້ກະຊວງຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເປັນເຈົ້າການສົມທົບກັບກະຊວງ ກະສິກໍາ ແລະ ປ່າໄມ້, ຂະແໜງການ ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງ ຖິ່ນກວດກາຄືນ ການອອກໃບຕາດິນ, ໃບຢັ້ງຢືນການນໍາໃຊ້ທີ່ດິນ ຫລື ໃບຢັ້ງ ຢືນການພັດທະນາທີ່ດິນ ແລະ ເອກະ ສານກ່ຽວກັບການຄອບຄອງນໍາໃຊ້ ທີ່ດິນ, ການເຊົ່າ ຫລື ສໍາປະທານທີ່ ດິນໃນເຂດທີ່ດິນປ່າໄມ້, ຫາກເຫັນວ່າ ການອະນຸຍາດ ຫລື ການໄດ້ມາໂດຍບໍ່ ຖືກຕ້ອງແມ່ນໃຫ້ລົບລ້າງ ແລະ ດໍາເນີນ ຄະດີຕາມລະບຽບກົດໝາຍ. ນອກນີ້ຄໍາ ສັ່ງດັ່ງກ່າວຍັງໄດ້ຫ້າມບຸກຄົນ, ນິຕິບຸກ ຄົນ ຫລື ການຈັດຕັ້ງເປັນຜູ້ກະທໍາໂດຍ ກົງ ຫລື ຢູ່ເບື້ອງຫລັງຂອງການບຸກລຸກ, ຈັບຈອງ, ຊື້-ຂາຍ, ບຸກເບີກ, ຖາກຖາງ, ຈູດ, ຕັດໄມ້, ຂະຫຍາຍເນື້ອທີ່ທໍາການ ຜະລິດ ແລະ ດໍາເນີນກິດຈະການຕ່າງໆ ທີ່ບໍ່ຖືກຕ້ອງຕາມກົດໝາຍໃນເຂດປ່າ ໄມ້ ແລະ ທີ່ດິນ ປ່າໄມ້ ເປັນຕົ້ນ ຢູ່ໃນເຂດ ອຸທິຍານແຫ່ງຊາດ, ປ່າປ້ອງກັນ, ປ່າ ສະຫງວນ ແລະ ປ່າຜະລິດ ຢ່າງເດັດ ຂາດ ແລະ ຜູ້ລະເມີດຈະຖືກດໍາເນີນຄະ ດີຕາມກົດໝາຍຢ່າງເຂັ້ມງວດ. ແນວໃດກໍຕາມ, ບັນຫາການບຸກ ລຸກດິນ ຫລື ສໍາປະທານທີ່ດິນໂດຍບໍ່ ຖືກຕ້ອງ ໄດ້ເກີດຂຶ້ນມາຫລາຍປີ ແລະ ເກີດມີຢູ່ທຸກແຂວງໃນທົ່ວປະເທດ, ໂດຍສະເພາະໃນກອງປະຊຸມສະພາ ແຫ່ງຊາດ ແຕ່ລະຄັ້ງ ກໍມີສະມາຊິກສະ ພາແຫ່ງຊາດຢູ່ຫລາຍເຂດເລືອກຕັ້ງ ໄດ້ສະເໜີລັດຖະບານໃຫ້ເອົາໃຈໃສ່ ການກວດກາ ແລະ ແກ້ໄຂບັນຫາດັ່ງ ກ່າວ, ເຊິ່ງກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 9 ທີ່ຫາກໍສໍາເລັດລົງເມື່ອກາງເດືອນ ກໍລະກົດ 2023 ນີ້, ທ່ານ ຄໍາຜັນ ຄູນ ສະຫວັນ ຮອງປະທານຄະນະສະມາຊິກ ສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ກໍໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໂດຍ ໄດ້ຍົກບັນຫາທີ່ໜ້າເປັນຫ່ວງຢູ່ພາຍໃນ ແຂວງສະຫວັນນະເຂດ ກໍແມ່ນການ ບຸກລຸກປ່າໄມ້ໃນ 3 ປະເພດປ່າ, ການ ລັກລອບຕັດໄມ້ທໍາລາຍປ່າ, ການອະ ນຸຍາດໃຫ້ສໍາປະທານທີ່ດິນຂອງບໍລິ ກອງປະຊຸມດັ່ງກ່າວວ່າ: ດິນແມ່ນຂອງ ວົງຄະນະຍາດແຫ່ງຊາດ, ຖ້າຈະມີການ ຫັນປ່ຽນນໍາໃຊ້ ໃນໂຄງການກໍຕ້ອງ ໄດ້ຮັບອະນຸຍາດຈາກສະພາແຫ່ງຊາດ ແລະ ໃນກົດໝາຍສົ່ງເສີມການລົງທຶນ ມາດຕາ 50 ກໍໄດ້ກໍານົດ ໄວ້ວ່າ ເຂດ ດິນສະຫງວນ ແມ່ນຕ້ອງໄດ້ຮັບອະນຸ ຍາດຈາກສະພາແຫ່ງຊາດ, ຖ້າເປັນດິນ ປອກໂລ້ນເກີນ 100 ເຮັກຕາ ກໍຕ້ອງ ໄດ້ຜ່ານສະພາປະຊາຊົນແຂວງ. ແຕ່ ຜ່ານມາ ເຄີຍສອບຖາມພະແນກແຜນ ການຂອງແຂວງ ກໍໄດ້ຄໍາຕອບວ່າກະ ຊວງແຜນການ ບໍ່ໄດ້ມີບົດແນະນໍາ ກໍເລີຍບ່ໍໄດ້ຜ່ານກັນ. ສະນັ້ນ ດີທີ່ສຸດ ແມ່ນຕ້ອງດໍາເນີນໃຫ້ຖືກຕາມລະບຽບ ກົດໝາຍ ແລະ ໃນແຜນປີ 2024 ຈະ ມານີ້ ກໍຢາກໃຫ້ກໍານົດແຈ້ງວ່າໂຄງ ການໃດບໍ່ຜ່ານການປືກສາຫາລືນັບ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມກົດ ໝາຍກໍບໍ່ໃຫ້ຟ້າວປະຕິບັດ, ເຊິ່ງຜ່ານ ມາສັງເກດເຫັນວ່າ ພໍແຕ່ມີຂໍ້ຕົກລົງ ຂອງເຈົ້າ ແຂວງ ນັກລົງທຶນກໍເອົາລົດ ຈົກໄປບຸກລຸກໂລດ ເປັນແບບນີ້ມັນກໍສົ່ງ ຜົນກະທົບຕໍ່ປະຊາຊົນ, ບາງຄັ້ງປະຊາ ຊົນມ້າງຫລັກຮົ້ວ ຫລື ມ້າງຖຽງນາ ກໍບໍ່ທັນ, ມີບາງບ່ອນປະຊາຊົນທໍາການ ຜະລິດ ເຮັດເປັນສວນມັນຕົ້ນ, ໄຮ່ນາ ກໍປະຕິບັດໄປເລີຍ ສະນັ້ນຂໍໃຫ້ມີການ ກວດກາບັນຫານີ້ຢ່າງເຂັ້ມງວດ. ສັດຕ່າງໆໃນທົ່ວແຂວງ ທີ່ສົ່ງຜົນກະ ທົບຕໍ່ການຜະລິດຂອງປະຊາຊົນ. ໂດຍ ສະເໜີລັດຖະບານເອົາໃຈໃສ່ກວດກາ ຫລື ເປັນເອກະພາບກັບອຳນາດການ ປົກຄອງທ້ອງຖິ່ນ ກ່ອນຈະອະນຸຍາດ ໃຫ້ສໍາປະທານທີ່ດິນ ເພື່ອແນໃສ່ເຮັດ ໃຫ້ການຈັດຕັ້ງປະຕິບັດການສຳປະ ທານມີໝາກຜົນ, ເຊິ່ງຈະຮັບປະກັນໃຫ້ ລັດເຮົາໄດ້ຮັບໝາກຜົນຈາກການສຳ ປະທານທີ່ດິນແທ້, ສ່ວນປະຊາຊົນກໍ ໄດ້ຮັບການປະຕິບັດນະໂຍບາຍທີ່ຖືກ ຕ້ອງຕາມລະບຽບກົດໝາຍ. ຂະນະທີ່, ທ່ານ ສີເຮັ່ງ ຫອມສົມບັດ ສະມາຊິກສະພາແຫ່ງຊາດເຂດ 14 ແຂວງສາລະວັນ ກໍໄດ້ມີຄໍາເຫັນໃນ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==