lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 28/07/2023 xtgmf]k; ຮອງປະທານປະເທດ ຢ້້ຽມ... ເລຂາທິການສະພາແຫ່ງຊາດ... ອອປສ ເຊ່ືອມຊຶມ.. ລັດຖະມົນຕີກະຊວງ... ສຳນັກຂ່າວສານ... ນາຍົກລັດຖະມົນຕີ... ປະທານປະເທດ ຢ້ຽມ... ຮອງປະທານປະເທດ ຕ້ອນ... ຂປລ. ໂອກາດຄື່ອນໄຫວເຮັດ ວຽກຢູ່ແຂວງສາລະວັນ ໃນວັນ ທີ 24 ກໍລະກົດ ຜ່ານມາ, ທ່ານ ບຸນທອງ ຈິດມະນີ ຮອງປະທານປະ ເທດ ພ້ອມຄະນະໄດ້ຢ້ຽມຢາມພໍ່ ແມ່ປະຊາຊົນບ້ານໜອງຈົວ ເມືອງ ເລົ່າງາມ ເພື່ອຢ້ຽມຊົມການຜະລິດ ກາເຟຄຸນນະພາບ ໂດຍການນຳພາ ຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ພ້ອມດ້ວຍ ການນຳຂອງແຂວງ ແລະ ໄດ້ຮັບ ການຕ້ອນຮັບຈາກ ທ່ານ ສົມສັກ ທົງຄຳຫານ ເຈົ້າເມືອງເລົ່າງາມ ພ້ອມດ້ວຍການນຳຂອງເມືອງ, ບ້ານ ແລະ ປະຊາຊົນບ້ານໜອງຈົວ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານຮອງ ປະທານປະເທດ ກໍໄດ້ຮັບຟັງການ ລາຍງານໂດຍຫຍໍ້ຈາກນາຍບ້ານໆ ໜອງຈົວ ກ່ຽວກັບທຳການຜະ ລິດ, ການປູກພຶດອຸດສາຫະກຳໂດຍ ສະເພາະແມ່ນການປູກກາເຟຖືເປັນ ອາຊີບຫລັກຂອງປະຊາຊົນພາຍໃນ ບ້ານ ມີທັງໝົດ 316 ຄອບຄົວ ເຊິ່ງ ທັງໝົດນັ້ນ ແມ່ນໄດ້ຢຶດຖືອາຊີບ ການປູກກາເຟ ມາຢ່າງຍາວນານ ແລະ ເປັນທ່າແຮງທີ່ສໍາຄັນໃນການ ສ້າງເສດຖະກິດຄອບຄົວ, ເສດຖະ ກິດບ້ານ ກໍຄື ການແກ້ໄຂຄວາມທຸກ ຍາກ, ພາຍໃນບ້ານມີເນື້ອທີ່ທຳການ ຜະລິດທັງໝົດ 1.313 ເຮັກຕາ, ເນື້ອທີ່ປູກກາເຟ 1.101 ເຮັກຕາ. ໃນນັ້ນ, ປູກກາເຟກາງ 450 ເຮັກ ຕາ, ກາເຟນ້ອຍ 651 ເຮັກຕາ, ສະ ມັດຕະພາບສະເລ່ຍ 4 ໂຕນຕໍ່ເຮັກ ຕາ ຫລື ກາເຟກາງ 3-5 ໂຕນຕໍ່ເຮັກ ງານໃຫ້ຮູ້ວ່າ: ຟາມຂອງຕົນມີເນື້ອ ທີ່ທັງໝົດ 27 ເຮັກຕາ; ໃນນັ້ນ,ປູກ ຫຍ້າປະດັບ 5 ເຮັກຕາ, ປູກຫຍ້າ ລ້ຽງງົວ 12 ເຮັກຕາ, ປູກໄມ້ກິນ ໝາກ 10 ໄລ່, ສ່ວນທີ່ເຫລືອແມ່ນ ຄອກງົວ ທີ່ຢູ່ອາໄສ, ສາງ,ໂຮງງານ ປະສົມອາຫານຫົນທາງ ແລະ ໜອງ ເກັບນໍ້າ. ຈຸດເລີ່ມຕົ້ນໄດ້ເຮັດກະສິ ກຳປູກຫຍ້າປະດັບແຕ່ປີ 2015 ມາຮອດທ້າຍປີ 2019 ໄດ້ບຸກເບີກ ເຮັດຟາມງົວ ແລະ ໄດ້ເລີ່ມລ້ຽງງົວ ໃນກາງປີ 2020 ເປັນຕົ້ນມາ; ປັດ ຈຸບັນໃນຟາມມີງົວ 264 ໂຕ, ເປັນ ງົວແມ່ລາດ 45 ໂຕ, ງົວແມ່ປະສົມ ພັນບຣາມັນ 145 ໂຕ, ງົວແມ່ບຣາ ມັນເລືອດ 7 ໂຕ, ງົວພໍ່ພັນບຣາມັນ 3 ໂຕ ແລະ ລູກງົວຈໍານວນໜຶ່ງ. ນອກນັ້ນ ໃນຟາມມີຄອກງົວມາດ ຕະຖານ 2 ໂຮງເຮືອນ ທີ່ສາມາດ ບັນຈຸແມ່ພັນໄດ້ 150 ໂຕຕໍ່ໂຮງ ເຮືອນ. ການປະສົມພັນງົວໃຊ້ 2 ວິ ທີຄື:ປະສົມໂຕໂດຍໃຊ້ພໍ່ພັນຄຸມຝູງ ແລະ ປະສົມທຽມ ໂດຍໄດ້ນໍາເຂົ້າ ນໍ້າເຊື້ອພໍ່ພັນຈາກຕ່າງປະເທດ,ໃນ ຟາມໄດ້ນໍາໃຊ້ຫຍ້າ, ຂີ້ເບຍ, ເຟືອງ ແຫ້ງ ແລະ ອາຫານຂຸ້ນຈໍານວນໜຶ່ງ ເປັນອາຫານສໍາລັບງົວ. ນອກນັ້ນ, ໄດ້ປູກຫຍ້າ 2 ປະເພດ ຄື: ຫຍ້າ ແພງໂກລາ ແລະ ຫຍ້າເນເປຍ. ໃນຕໍ່ໜ້າຈິດປັນຍາຟາມ ຈະສຸມ ໃສ່ການລົງທຶນເພີ່ມ ແລະ ເພີ່ມຈໍາ ນວນງົວ, ເພີ່ມພື້ນທີ່ປູກຫຍ້າ, ລົງ ທຶນໃສ່ໂຮງເຮືອນເປົ້າໝາຍຈະໃຫ້ ມີງົວແມ່ພັນ 500 ໂຕ ໃນທ້າຍປີ 2024 ແລະ ມີ 5.000 ໂຕ ໃນປີ 2029. ສຳລັບໃນປີ 2023 ຟາມ ຈະສາມາດຜະລິດລູກງົວໄດ້ 135 ໂຕ ຈຶ່ງໄດ້ຖືໂອກາດນີ້ສະເໜີຂັ້ນ ເທິງ ໃຫ້ພິຈາລະນາກ່ຽວກັບຂໍ້ຫຍຸ້ງ ຍາກ ໂດຍສະເພາະຂີ້ເບຍທີ່ນໍາມາ ເປັນວັດຖຸດິບໃນການປຸງແຕ່ງເປັນ ອາຫານສັດ ເຊິ່ງມີຄວາມຕ້ອງການ ເປັນຈໍານວນຫລາຍ ແລະ ບັນຫາ ຄ່າໄຟທີ່ມີລາຄາສູງ ແລະ ບັນຫາ ອື່ນໆຈໍານວນໜຶ່ງ. ໂອກາດນີ້, ປະທານປະເທດກໍ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມ ພະຍາຍາມຂອງເຈົ້າຂອງຟາມ, ທັງ ມີຫົວຄິດປະດິດສ້າງໃນການຕັດ ສິນໃຈລ້ຽງສັດໃຫ້ເປັນສິນຄ້າ, ພ້ອມທັງໄດ້ຊີ້ນໍາໃຫ້ຟາມຂະຫຍາຍ ເນື້ອທີ່ປູກຫຍ້າອອກຕື່ມສິ່ງສໍາຄັນ ຕ້ອງຮ່ວມມືກັບປະຊາຊົນ ແລະພະ ແນກກະສິກຳ ແລະ ປ່າ ໄມ້ ນວ ເພື່ອ ປູກຫຍ້າໃຫ້ພຽງພໍຕໍ່ຄວາມຕ້ອງ ການຂອງສັດ. ສ່ວນຂໍ້ສະເໜີທີ່ທາງ ຟາມສະເໜີນັ້ນ ໄດ້ມອບໃຫ້ຂະແໜງ ການກໍຄືພາກສ່ວນກ່ຽວຂ້ອງນໍາ ໄປປຶກສາຫາລື ແລະ ຊອກຫາວິທີ ແກ້ໄຂຊ່ວຍຕື່ມ. ນອກຈາກນີ້, ປະທານປະເທດ ໄດ້ສືບຕໍ່ຢ້ຽມຢາມການປູກສາລີ ເປັນສິນຄ້າຂອງປະຊາຊົນບ້ານ ໂນນຊາຍ ໂດຍມີການໝູນວຽນສັບ ປ່ຽນໄປຕາມລະດູການ ເຊັ່ນ: ປູກ ສາລີ, ປູກໃບຢາສູບ ແລະ ມັນເພົາ; ຢ້ຽມຢາມສະຖານທີ່ທ່ອງທ່ຽວນໍ້າ ປ່ຽນຢໍລະປ່າ ບ້ານຊຽງແລທ່າ ເມືອງປາກງື່ມ; ຢ້ຽມຢາມໂຮງງານ ຜະລິດເຫລັກ ວີເຄເຄ ບ້ານໂພຄໍາ ແລະ ບໍລິສັດ ຜະລິດທໍ່ນໍ້າລາວ ບ້ານ ນາແຄ ເມືອງໄຊທານີ ຕື່ມອີກ. ຂ່າວ-ພາບ: ວຽງຈັນໃໝ່ ໂອກາດດັ່ງກ່າວ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມ ເຊີຍຕໍ່ທ່ານ ຈ່ຽງ ຈ້າຍຕຸ່ງ ທີ່ໄດ້ສຳ ເລັດການປະຕິບັດໜ້າທີ່ການທູດ ຢ່າງຈົບງາມ ເຊິ່ງໄດ້ປະກອບສ່ວນ ເຂົ້າໃນການຮັດແໜ້ນສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ງາມ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ທັງໄດ້ປະກອບສ່ວນເຂົ້າໃນ ການສົ່ງເສີມການພົວພັນຮ່ວມມືລະ ຫວ່າງສອງປະເທດ ກໍຄື ການພັດ ທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ພ້ອມນີ້, ທ່ານຮອງປະທານ ປະເທດຍັງໄດ້ອວຍພອນໃຫ້ທ່ານ ທູດ ຈົ່ງກັບຄືນປະເທດດ້ວຍຄວາມ ສະຫວັດດີພາບ ແລະ ປະສົບຜົນສຳ ເລັດໃນໜ້າທີ່ໃໝ່ຂອງຕົນ. ທ່ານ ຈ່ຽງ ຈ້າຍຕຸ່ງ ກໍໄດ້ສະ ແດງຄວາມຂອບໃຈຕໍ່ທ່ານຮອງປະ ທານປະເທດ ທີ່ໄດ້ຕ້ອນຮັບຢ່າງ ອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງ ຄວາມຂອບໃຈຕໍ່ລັດຖະບານ ກໍຄື ບັນດາການນຳຂອງພັກ, ລັດຂອງ ສປປ ລາວ, ຕະຫລອດຮອດປະຊາ ຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການ ສະໜັບສະໜູນ, ຮ່ວມມືທີ່ດີ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ ວຽກງານຂອງຕົນຈົນໄດ້ຮັບຜົນ ສຳເລັດເປັນຢ່າງດີ. ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າທ່ານທູດ ສປ ຈີນ ຄົນໃໝ່ ຈະສືບຕໍ່ສຸມທຸກ ເຫື່ອແຮງ, ສະຕິປັນຍາຂອງຕົນເພື່ອ ປະກອບສ່ວນເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນ ສ້າງຂະຫຍາຍຕົວຂຶ້ນໄປເລື້ອຍໆ. ຂ່າວ: ທະນູທອງ ພາບ: ຊຳນານ ຕາ, ການເຟນ້ອຍ 5-7 ໂຕນຕໍ່ເຮັກ ຕາ, ສະເລ່ຍແຕ່ລະປີຂອງຜົນຜະ ລິດທັງໝົດພາຍ ໃນບ້ານ 4.000 ກວ່າໂຕນຕໍ່ປີ ຫລື ເປັນໝາກຊອມ ປະມານ 700 ກວ່າໂຕນຕໍ່ປີ, ສະ ເລ່ຍລາຍຮັບປະມານ 10 ລ້ານກວ່າ ກີບຕໍ່ຄົນຕໍ່ປີ. ນອກຈາກນັ້ນ, ແຕ່ ລະຄອບຄົວ ຍັງໄດ້ເຂົ້າເປັນສະມາ ຊິກກຸ່ມຜະລິດກາເຟ ທີ່ເປັນໝໍ່ແໜງ ຜະລິດເປັນສິນຄ້າ 2 ກຸ່ມຄື: ກຸ່ມຜະ ລິດກາເຟຄຸນນະພາບປອດສານ ພິດ ຫລື ອໍແກນນິກ (CPC) ມີ 38 ຄອບຄົວ ແລະ ກຸ່ມຜະລິດກາເຟສະ ອາດ (GAP) ມີ 25 ຄອບຄົວທີ່ ເປັນກຸ່ມຊຸກຍູ້, ສົ່ງເສີມການປູກກາ ເຟ, ທາງດ້ານບົດຮຽນ, ເຕັກນິກ, ວິ ຊາການ ແລະ ການເກັບຊື້ໝາກກາ ເຟ, ການສະໜອງແຫລ່ງທຶນຕ່າງໆ ເຮັດໃຫ້ຂະບວນການປູກກາເຟກາຍ ເປັນເສດຖະກິດຫລັກຂອງບ້ານ, ຍືນ ຍົງ ແລະ ຍາວນານອີກດ້ວຍ. ຈາກນັ້ນ, ທ່ານຮອງປະທານປະ ທານກໍໄດ້ສະແດງຄວາມຢື້ຢາມ ຖາມຂ່າວຕໍ່ກັບພໍ່ແມ່ປະຊາຊົນ ແລະ ຍ້ອງຍໍຕໍ່ກັບຜົນສຳເລັດຂອງແຕ່ ລະຄອບຄົວ ກໍຄື ບ້ານ ທີ່ໄດ້ຫັນເອົາ ແນວທາງນະໂຍບາຍຂອງພັກ ຂອງລັດ ຈັດຕັ້ງປະຕິບັດໃຫ້ເກີດ ດອກອອກຜົນຢູ່ຂັ້ນຮາກຖານ, ເປັນ ການຊອກຄົ້ນທ່າແຮງທີ່ສຳຄັນ ຂອງບ້ານ ກາຍເປັນອາຊີບມູນເຊື້ອ ຂອງປະຊາຊົນຢ່າງແທ້ຈິງ. ພ້ອມ ນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ອົງ ການປົກຄອງແຂວງ, ເມືອງ ແລະ ບ້ານເອົາໃຈໃສ່ຊຸກຍູ້, ສົ່ງເສີມຕິດ ຕາມຢ່າງໃກ້ຊິດ, ສ້າງໃຫ້ມີຕົວ ແບບຫລາຍຂຶ້ນ, ສ້າງເງື່ອນໄຂທີ່ຈະ ເພີ່ມມູນຄ່າການຜະລິດໃຫ້ຫລາຍ ກວ່າເກົ່າ ເພື່ອເຮັດໃຫ້ປະຊາຊົນມີ ລາຍຮັບໝັ້ນຄົງ ແລະ ມີອາຊີບທີ່ຖາ ວອນ, ມີການຫັນປ່ຽນຈາກການ ຜະລິດໃນຮູບແບບເດີມສູ່ການຜະ ລິດທີ່ມີວິທະຍາສາດ, ທັນສະໄໝ, ນັບມື້ນັບຂະຫຍາຍຕົວ, ມີປະສິດທິ ພາບສູງກວ່າເກົ່າ. ຫລັງຈາກນັ້ນ, ກໍຢ້ຽມຊົມເບິ່ງ ສວນກາເຟ ທີ່ນຳໃຊ້ບົດຮຽນ ແລະ ເຕັກນິກໃໝ່ໆເຂົ້າໃສ່ການຜະລິດ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ຢ້ຽມຢາມ ແລະ ພົບປະເຮັດວຽກ ຮ່ວມກັບກົມສື່ມວນຊົນ ຄະນະເລຂາ ທິການ ສະພາແຫ່ງຊາດລາວ ໃນ ລະຫວ່າງວັນທີ 24-26 ກໍລະກົດ 2023. ໂອກາດນີ້, ສະຫາຍ ນາງ ປິ່ງຄຳ ລາຊະສິມມາ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ສະຫາຍ ເລ ກວ່າງ ມິ່ງ ພ້ອມດ້ວຍຄະນະ, ພ້ອມທັງຕີລາ ຄາສູງຕໍ່ການຢ້ຽມຢາມໃນຄັ້ງນີ້ ເພາະເປັນການປະກອບສ່ວນສຳ ຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ໂດຍ ສະເພາະລະຫວ່າງສອງສະພາ ແຫ່ງຊາດ ກໍຄື ຄະນະເລຂາທິການ ສະພາແຫ່ງຊາດລາວ ແລະ ຫ້ອງ ວ່າການສະພາແຫ່ງຊາດ ຫວຽດ ນາມ ພິເສດ ກໍແມ່ນວຽກງານສື່ມວນ ຊົນ ໃຫ້ມີການພັດທະນາຍິ່ງໆຂຶ້ນ; ສະແດງຄວາມຊົມເຊີຍ ຕໍ່ຜົນການ ພົບປະເຮັດວຽກ ລະຫວ່າງ ສະຫາຍ ເລ ກວ່າງ ມິ່ງ ແລະ ຄະນະກັບສະ ຫາຍ ສິງຄຳ ວົງພະຈັນ ພ້ອມດ້ວຍ ຄະນະກົມສື່ມວນຊົນ ຄະນະເລຂາ ທິການສະພາແຫ່ງຊາດທີ່ໄດ້ຮັບ ຜົນສໍາເລັດເປັນຢ່າງດີ ແລະ ໄດ້ ແຈ້ງໃຫ້ຮູ້ ກ່ຽວກັບຜົນສໍາເລັດການ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະເໜີຝ່າຍຫວຽດ ນາມໃຫ້ການຊ່ວຍເຫລືອວຽກງານ ສື່ມວນຊົນຂອງສະພາແຫ່ງຊາດ ລາວ ໂດຍສະເພາະການແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວ ກັບວຽກງານໂທລະພາບ ແລະ ສື່ ອອນລາຍ. ໂອກາດດຽວກັນນີ້, ສະຫາຍ ເລ ກວ່າງ ມິ່ງ ກໍໄດ້ສະແດງຄວາມ ຂອບໃຈຕໍ່ສະຫາຍ ນາງ ປິ່ງຄໍາ ລາ ຊະສິມມາ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ພ້ອມທັງແຈ້ງໃຫ້ຮູ້ ກ່ຽວກັບການພົບປະເຮັດວຽກກັບ ສະຫາຍ ສິງຄຳ ວົງພະຈັນ ພ້ອມຄະ ນະກົມສື່ມວນຊົນ ຄະນະເລຂາທິ ການສະພາແຫ່ງຊາດ, ການພົບປະ ເຮັດວຽກຮ່ວມກັບຄະນະອໍານວຍ ການໂທລະພາບແຫ່ງຊາດລາວ ແລະ ການເຂົ້າພົບປະ ຢ້ຽມຢາມສະ ຫາຍ ໂພສີ ແກ້ວມະນີວົງ ຮອງລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໂດຍ ສັງເຂບ ແລະ ເຫັນດີຕໍ່ຂໍ້ສະເໜີ ຕ່າງໆ ທີ່ສະຫາຍເລຂາທິການສະ ພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສະເໜີມານັ້ນ ແລະ ພ້ອມທີ່ຈະນໍາ ໄປພິຈາລະນາ ແລະ ສືບຕໍ່ປະຕິບັດ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ຂ່າວ-ພາບ: ສອນສັກ ວັນວິໄຊ ຂອງລັດ, ແຕ່ພາຍໃຕ້ການຊີ້ນໍາ- ນໍາພາຂອງສູນກາງພັກ, ຄວາມພະ ຍາຍາມບຸກບືນບໍລິຫານຄຸ້ມຄອງ ຂອງລັດຖະບານ ແລະ ອົງການປົກ ຄອງທ້ອງຖິ່ນທຸກຂັ້ນ, ການຊຸກຍູ້ ຕິດຕາມ, ກວດກາຢ່າງໃກ້ຊິດຂອງ ສະພາແຫ່ງຊາດ ກໍຄືການເຂົ້າຮ່ວມ ຂອງທຸກກຳລັງແຮງຢູ່ພາຍໃນ ແລະ ພາກນອກ ໄດ້ເຮັດໃຫ້ປະເທດ ເຮົາສາມາດຜ່ານຜ່າ ແລະ ແກ້ໄຂ ບັນຫາໄດ້ໂດຍພື້ນຖານ. ພ້ອມນີ້, ສະຫາຍຍັງຍົກໃຫ້ ເຫັນກ່ຽວກັບການຕີລາຄາການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ,ແຜນ ງົບປະມານ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ຄາດຄະເນທິດ ທາງແຜນວຽກຈຸດສຸມ 6 ເດືອນ ທ້າຍປີ 2023 ຕິດພັນກັບການຕີລາ ຄາການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ; ສືບຕໍ່ ສູ້ຊົນຈັດຕັ້ງປະຕິບັດຕາມທິດທາງ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ໂດຍຫັນເປັນແຜນປະຕິບັດ ງານຕົວຈິງໃຫ້ລະອຽດ, ຊັດເຈນມີ ການບັນຊາຊີ້ນໍາ, ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດຢ່າງແທດເຖິງ ແລະ ແກ້ໄຂໃຫ້ໄດ້ບັນຫາຫຍຸ້ງ ຍາກ, ຈຸດອັດຕັນໃຫ້ໄວ ແລະ ທັນກັບ ສະພາບການ. ສ່ວນບັນຫາການ ເຕີບໂຕຂອງເສດຖະກິດ(GDP) ບັນລຸຕາມແຜນການປີທີ່ກຳນົດໄວ້ ບໍ່ຫລຸດ 4,5%, ຕັ້ງໜ້າຂຸດຄົ້ນ ແລະ ເພີ່ມລາຍວັນ, ອັດຊ່ອງຫວ່າງ ການຮົ່ວໄຫລ ແລະ ແກ້ບັນຫາການ ສວຍໂອກາດຂອງຜູ້ປະກອບການ ແລະ ພະນັກງານລັດ, ຄຸ້ມຄອງລາຍ ຈ່າຍບົນຈິດໃຈປະຢັດ ແລະ ບໍ່ສ້າງ ໜີ້ສິນເພີ່ມຂຶ້ນ, ເພີ່ມຄວາມເຂັ້ມ ງວດດ້ານວິໄນແຜນການ ແລະ ວິໄນ ການເງິນ, ເດັດຂາດແກ້ໄຂກົນໄກ ການຄຸ້ມຄອງ-ບໍລິຫານລັດທີ່ຫຍຸ້ງ ຍາກໃນຮາກຖານການເງິນ. ຂ່າວ: ອອປສ ຂອງຕອນລຸ່ມຂອງ ສປປ ລາວ ເຊິ່ງ ມີຈຸດເດັ່ນທີ່ແຕກຕ່າງຈາກເຂື່ອນ ຫລາຍແຫ່ງຄື: ມີທີ່ຕັ້ງອ້ອມຮອບ ໄປດ້ວຍສາຍນໍ້າຂອງຍ່ອຍຫລາຍ ສາຍທີ່ແຍກອອກຈາກສາຍນໍ້າ ຫລັກເປັນໂຄງການແບບຝາຍນ້ຳ ລົ້ນ (run-of-river). ໂຄງການ ເຂື່ອນໄຟຟ້າດອນສະໂຮງນີ້ບໍລິ ສັດຜະລິດ-ໄຟຟ້າລາວມະຫາຊົນ (EDL-GEN) ຖືຫຸ້ນ 20% ຫລື ທຽບເທົ່າ 52 MW ຕາມສັດສ່ວນ ການຖືຫຸ້ນນັບຕັ້ງແຕ່ເລີ່ມດຳເນີນ ການຜະລິດໄຟຟ້າຢ່າງເປັນທາງ ການໃນປີ 2019. ສ່ວນໂຄງການທີ 2 ກໍຄື ໂຄງ ການມະຫານະທີສີທັນດອນ,ເປັນ ໂຄງການເຂດພັດທະນາເສດຖະ ກິດໃໝ່ສີທັນດອນ ເຊິ່ງໄດ້ເຊັນສັນ ຍາກັບລັດຖະບານລາວ ໃນຄັ້ງວັນ ທີ 30 ມີຖຸນາ 2018 ເພື່ອພັດທະ ນາເຂດດັ່ງກ່າວ ໃຫ້ເປັນເມືອງໃໝ່ ທັນສະໄໝທີ່ພຽບພ້ອມໄປດ້ວຍສິ່ງ ອຳນວຍຄວາມສະດວກ, ຮອງຮັບ ໃຫ້ແກ່ການລົງທຶນຂອງບຸກຄົນ ແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງ ປະເທດ, ພັດທະນາຕົວເມືອງ ແລະ ແຄມນ້ຳ ໃຫ້ເປັນເຂດທ່ອງທ່ຽວທີ່ ສະຫງົບປອດໄພ, ເປັນຕົວເມືອງ ສີຂຽວທີ່ມີພື້ນທີ່ເຂັ້ມແຂງ, ມີອະລິ ຍະທຳ, ສ້າງສັງຄົມທີ່ມີຄວາມສາ ມັກຄີ ແລະ ເປັນທຳ, ສົ່ງເສີມອະລິ ຍະທຳ ແລະ ວັດທະນະທຳຂອງຊາດ ແລະ ຮັບປະກັນການພັດທະນາແບບ ຍືນຍົງ. ການພັດທະນາໂຄງການດັ່ງ ກ່າວ ແມ່ນໄດ້ກຳນົດບັນດາໂຄງ ການ ແລະ ອະນຸຍາດໃຫ້ເຄື່ອນໄຫວ ປະກອບມີ: ການບໍລິການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ສະຖານ ທີ່ພັກ, ສະໜາມກິລາ, ສະໜາມກ໊ອບ, ຫ້າງຊັບພະສິນຄ້າ, ສາງສິນຄ້າ, ສະ ຖານີຂົ່ນສົ່ງ ໂດຍສານ ແລະ ໂຮງ ງານອຸດສາຫະກຳປຸງ ແຕ່ງເປັນຕົ້ນ. ພ້ອມກັນນັ້ນ, ຍັງໄດ້ສຳຫລວດສະ ຖານທີ່ສ້າງໂຄງການສາງຄຽນ ຖ່າຍສິນຄ້າປອດພາສີ, ມີເນື້ອທີ່ປຸກ ສ້າງ 15 ເຮັກຕາ ຢູ່ທາງທິດໃຕ້ຂອງ ໂຄງການມະຫານະທີສີທັນດອນໃກ້ ກັບດ່ານສາກົນໜອງນົກຂຽນໃນ ອະນາຄົດຈະພັດທະນາໃຫ້ເປັນເຂດ ການຄ້າປອດພາສີລາວ-ຈຳປູເຈຍ ນໍາດ້ວຍ. ແຫລ່ງຂ່າວ: ກະຊວງການເງິນ ລະຫວ່າງ ສອງສຳນັກຂ່າວສານຫວຽດ ນາມ ແລະ ຂ່າວສານປະເທດລາວ ແມ່ນໄດ້ມີການຊຸກຍູ້ ແລະ ຮັດແໜ້ນ ຢ່າງມີປະສິດທິພາບຢູ່ຕະຫລອດເວລາ ແລະ ນັບມື້ເພີ່ມທະວີຂຶ້ນ. ພ້ອມນີ້,ສະ ຫາຍ ຫວູ ຫວຽດຈາງ ຍັງໄດ້ສະເໜີວ່າ ໃນຕໍ່ໜ້າສອງຝ່າຍຄວນເປີດກວ້າງ ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ໃນທຸກໆຂົງເຂດ ເພື່ອປະກອບສ່ວນເຂົ້າ ໃນການເພີ່ມທະວີສາຍພົວພັນແບບ ພິເສດ ລະຫວ່າງຫວຽດນາມ-ລາວ. ພ້ອມທັງ ສະແດງຄວາມຫວັງວ່າ KPL ຈະສືບຕໍ່ຊ່ວຍເຫລືອບັນດານັກຂ່າວ ຂອງ ສຳນັກຂ່າວສານຫວຽດນາມທີ່ ປະຈຳການຢູ່ ສປປ ລາວ ກໍຄື ບັນດານັກ ຂ່າວ, ບັນນາທິການ ທີ່ຈະສົ່ງໄປລາວ ເພື່ອເຄື່ອນໄຫວເຮັດຂ່າວເຫດການສຳ ຄັນ ໃນປີ 2024 ເມື່ອລາວໄດ້ຮັບຕຳ ແໜ່ງເປັນປະທານອາຊຽນ. ປັດຈຸບັນ, ບໍລິສັດສະຕຣາໂທລະຄົມ ຈຳກັດ ເປັນບໍລິສັດຮ່ວມທຸລະກິດ Viettel ປະຈຳລາວ ໄດ້ສະເໜີໃຫ້ ສືບ ຕໍ່ສົ່ງສັນຍານຊ່ອງສື່ສານຂອງສຳນັກ ຂ່າວ ເພື່ອຖ່າຍທອດໃນຊ່ອງ Lao TV. ສະຫາຍ ຫວູ ຫວຽດ ຈາງ ຢາກໃຫ້ຝ່າຍ KPL ສະໜັບສະໜູນຊ່ວຍເຫລືອ ເພື່ອ ຜັນຂະຫຍາຍໂຄງການນີ້, ປະກອບ ສ່ວນເຂົ້າໃນການສະໜອງແຫລ່ງຂໍ້ມູນ ຂ່າວສານ ເປັນພາສາຫວຽດນາມຢ່າງ ເປັນທາງການ ເພື່ອສົ່ງເຖິງຊາວຫວຽດ ນາມ ທີ່ອາໄສຢູ່ໃນລາວ. ສ່ວນວາລະ ສານຂ່າວພາບຫວຽດນາມ ຈະສືບຕໍ່ ພິມຈຳໜ່າຍວາລະສານ ແລະ ເວັບໄຊ ພາສາລາວ ເພື່ອປະກອບສ່ວນເຂົ້າໃນ ການເພີ່ມພູນຄູນສ້າງ ສາຍພົວພັນມິດ ຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄື ແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ແລະ ໃນ ໂອກາດນີ້, ສະຫາຍ ນາງ ຫວູ ຫວຽດ ຈາງ ໄດ້ສະແດງຄວາມຂອບໃຈມາຍັງ ສຳນັກຂ່າວສານປະເທດລາວ ທີ່ສະ ໜັບສະໜູນຊ່ວຍເຫລືອ ໃນການແຈກ ຢາຍວາລະສານ ຂ່າວພາບຫວຽດນາມ ຢູ່ໃນລາວ. ໃນໂອກາດດຽວກັນນີ້, ສະຫາຍ ຄຳເຜີຍ ພິລາພາ ໄດ້ຕີລາຄາສູງຕໍ່ການ ພົວພັນຮ່ວມມືລະຫວ່າງສອງສໍານັກ ຂ່າວພວກເຮົາ ເຊິ່ງຢູ່ບົນພື້ນຖານສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງປະເທດ ລາວຫວຽດນາມທີ່ນັບມື້ຈະເລີນງອກງາມ. ພ້ອມທັງແຈ້ງໃຫ້ຊາບກ່ຽວກັບການປັບ ປຸງ ກົງຈັກການຈັດຕັ້ງພາຍໃນສຳນັກ ໂດຍອີງໃສ່ສະພາບເງື່ອນໄຂຕົວຈິງ ແລະ ໄດ້ພະຍາຍາມ ຮັກສາມູນເຊື້ອອັນ ດີງາມໃນການພັດທະນາ ຂປລ ໃຫ້ທັນ ກັບການພັດທະນາ ໃນການສືບຕໍ່ໂຄສະ ນາຜ່ານສື່ແບບເກົ່າ: ໜັງສືພິມ, ໃບຂ່າວ ແລະ ສື່ໃໝ່: ເວັບໄຊ, ເຟສບຸກ ແລະ ຢູ ທູບ ເຊິ່ງສາມາດເຂົ້າເຖິງບັນດາກຸ່ມ ເປົ້າໝາຍໄດ້ກວ້າງພໍສົມຄວນ ໂດຍສະ ເພາະແມ່ນໄດ້ນໍາ ໃຊ້ເຄື່ອງມື-ອຸປະກອນ ແລະ ຫ້ອງສະຕູດີໂອ ທີ່ VNA ຊ່ວຍ ເຫລືອ ເຫັນວ່າມີປະສິດທິຜົນຫລາຍ. ຕາມການສະຫລຸບຕີລາຄາຂອງ ຂປລ ເຫັນວ່າການຮ່ວມມືທາງດ້ານວິຊາ ການ ຂອງສອງສຳນັກພວກເຮົາ ໃນປີ ຜ່ານມາເຫັນວ່າໄດ້ມີໝາກຜົນທີ່ຕັ້ງໜ້າ. ໄລຍະຜ່ານມາ ສຳນັກຂ່າວສານ ປະເທດລາວ ກໍໄດ້ນຳໃຊ້ຂໍ້ມູນຈາກ ແຫລ່ງຂ່າວສໍານັກຂ່າວສານຫວຽດ ນາມ (VNA) ເພື່ອເຮັດຂ່າວ,ບົດທົ່ວ ໄປ, ຂ່າວຄົ້ນຄວ້າ ແລະ ບົດຄົ້ນຄວ້າ, ພ້ອມນີ້ ກໍໄດ້ສົ່ງບົດໃຫ້ຫ້ອງການສຳ ນັກງານຜູ້ຕາງໜ້າ VNA ປະຈຳລາວ ແລະ ໄດ້ເຜີຍແຜ່ບັນດາບົດທີ່ສ່ອງແສງ ເຖິງການພົວພັນ-ຮ່ວມມື ລະຫວ່າງ ລາວ-ຫວຽດນາມ ແລະ ບົດບາດ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ທີ່ຫ້ອງການສຳນັກງານ ຜູ້ຕາງໜ້າ VNA. ພິເສດ ໃນໂອກາດປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ 2022, ສອງສໍານັກຂ່າວພວກເຮົາ ກໍໄດ້ຮ່ວມ ມືໂຄສະນາເຜີຍແຜ່ສະພາບການສ້າງ ສາພັດທະນາ ຂອງສອງປະເທດ ລາວຫວຽດນາມ, ລວມທັງບັນດາບັນຍາ ກາດແຫ່ງການຈັດຕັ້ງສະເຫລີມສະ ຫລອງວັນປະຫວັດສາດສຳຄັນດັ່ງ ກ່າວຢ່າງຟົດຟື້ນ ແລະ ເຕັມໄປດ້ວຍ ຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ໂດຍສະເພາະໄດ້ມີການຮ່ວມມືກັນ ໃນ ການວາງສະແດງຮູບພາບ ຢູ່ທີ່ນະ ຄອນຫລວງວຽງຈັນ ແລະ ນະຄອນ ຫລວງຮ່າໂນ້ຍ. ສະຫາຍ ຄຳເຜີຍ ພິລາພາ ໄດ້ເຊື້ອ ເຊີນ ສະຫາຍ ນາງ ຫວູ ຫວຽດ ຈາງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນປີ 2024, ພ້ອມທັງສະເໜີໃຫ້ສອງ ຝ່າຍສືບຕໍ່ຮ່ວມມືກັນທາງດ້ານວິຊາ ການເຕັກນິກ ກໍຄື ການສື່ສານດ້ວຍຮູບ ແບບໃໝ່, ໃນໂອກາດທີ່ ສປປ ລາວ ກຽມເປັນປະທານອາຊຽນປີ 2024 ສປປ ລາວ ສະເໜີໃຫ້ສຳນັກຂ່າວສານ ຫວຽດນາມສະໜັບສະໜູນ, ປະກອບ ສ່ວນເຂົ້າໃນການໂຄສະນາເຜີຍແຜ່ ກ່ຽວກັບເຫດການສຳຄັນໃນໄລຍະດັ່ງ ກ່າວ ແລະ ຖືໂອກາດນີ້, ສະແດງຄວາມ ຂອບໃຈຢ່າງເລິກເຊິ່ງ ມາຍັງ VNA ທີ່ ໄດ້ໃຫ້ການສ ະໜັບສະໜູນຊ່ວຍເຫລືອ ຂປລ ບົນຈິດໃຈສະຫາຍອ້າຍນ້ອງທີ່ສະ ໜິດສະໜົມ ເຊິ່ງໄດ້ເປັນການປະກອບ ສ່ວນອັນສໍາຄັນ ເຂົ້າໃນພາລະກິດຕໍ່ສູ້ກູ້ ຊາດ ແລະ ປົກປັກຮັກສາ-ພັດທະນາປະ ເທດຊາດ ຕະຫລອດມາ ແລະ ອວຍພອນ ໃຫ້ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະ ຂປລ ແລະ VNA ຈົ່ງ ໝັ້ນຄົງຂະໜົງແກ່ນຕະຫລອດໄປ. ຈາກນັ້ນ, ສອງຝ່າຍກໍໄດ້ລົງນາມ ໃນບົດບັນທຶກຊ່ວຍຈຳກ່ຽວກັບການ ຮ່ວມມື ໃນໄລຍະໃໝ່. ຂ່າວ: ສົມປະສົງ, ພາບ: ເກດສະໜາ ປະກັບສະຫາຍ ນາງ ຫວູ ຫວຽດ ຈາງ ຜູ້ອໍານວຍການໃຫຍ່ ສຳນັກຂ່າວສານ ຫວຽດນາມ (VNA) ພ້ອມຄະນະ ເພື່ອ ສືບຕໍ່ເສີມຂະຫຍາຍມູນເຊື້ອການພົວ ພັນຮ່ວມມືສອງຝ່າຍ ທີ່ມີມາແຕ່ດົນ ນານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີ ປະສິດທິຜົນຂຶ້ນໄປເລື້ອງໆ. ໂອກາດນີ້, ສະຫາຍ ນາງ ຫວູ ຫວຽດ ຈາງ ໄດ້ສະແດງຄວາມຍິນດີຕ້ອນ ຮັບສະຫາຍ ຄຳເຜີຍ ພິລາພາ ແລະ ຄະນະ, ພ້ອມທັງລາຍໃຫ້ຊາບກ່ຽວກັບ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກ ງານ ຂອງ VNA ໃນໄລຍະຜ່ານມາ, ລວມທັງການພົວພັນຮ່ວມມືດ້ານວິ ຊາສະເພາະກັບ 40 ສຳນັກຂ່າວ, ອົງ ການຂ່າວຕ່າງປະເທດ, ການຮ່ວມມື ກັບຫລາຍຝ່າຍ ໃນຂອບເຂດບັນດາອົງ ການສາກົນ. ສະເພະການພົວພັນຮ່ວມມື ດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການຂອງ ທ່ານ ດາໂຕ ສິຣິ ຊິເຕຍ ຮາຈິ ອັບດູນ ມານາມ ບິນ ຮາຈີ ມາຕູຊິນ ພ້ອມຄະນະໃນຄັ້ງນີ້,ເປັນປະ ກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ຄວາມສາມັກຄີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ລະຫວ່າງ ສປປ ລາວ ແລະ ບຣູ ໄນ ດາຣູຊາລາມ ໂດຍສະເພາະການ ຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນ ທຶກການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ບຣູໄນ ດາຣູຊາລາມ ໃນຂົງເຂດ ກະສິກຳ ທີ່ເນັ້ນໃສ່ການຜະລິດສະບຽງ ອາຫານ; ເຕັກໂນໂລຊີກະສິກໍາ; ສະມັດ ຕະພາບການຜະລິດ, ມາດຕະຖານແລະ ຄຸນນະພາບ ໂດຍຈະໄດ້ຈະສຸມໃສ່ໂຄງ ການການຜະລິດເຂົ້າຈາກ ສປປ ລາວ ເພື່ອສົ່ງອອກໄປ ປະເທດ ບຣູໄນ ດາຣູ ຊາ ລາມ. ພ້ອມນີ້, ກໍຍັງສະເໜີສອງຝ່າຍ ສືບຕໍ່ເຮັດວຽກຮ່ວມກັນໃນຕໍ່ໜ້າກໍຄື ການກະກຽມໂຄງການທີ່ໄດ້ວາງແຜນ ຮ່ວມກັນ ໃຫ້ປະກົດຜົນເປັນຈິງ ແລະ ມີ ປະສິດທີຜົນສູງ ໂດຍສະເພາະການຜະ ລິດ ແລະ ສົ່ງອອກເຂົ້າ ລວມທັງຜະລິດ ຕະພັນກະສິກໍາອື່ນໆທີ່ມີທ່າແຮງ. ໃນໂອກາດດຽວກັນ, ທ່ານລັດຖະ ມົນຕີ ກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ແຫ່ງ ບຣູໄນ ດາຣູຊາລາມ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາ ຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ ໄດ້ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ເຊິ່ງ ເປັນມິດໝາຍອັນດີ ໃນການຮັດແໜ້ນ ພົວພັນຮ່ວມມືລະຫວ່າງ ບຣູໄນ ດາຣູ ຊາລາມ ແລະ ສປປ ລາວ, ພ້ອມທັງໄດ້ ແຈ້ງຈຸດປະສົງໃນເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ລາວ ໃຫ້ທ່ານ ນາຍົກລັດຖະມົນຕີ ຮັບຊາບ. ຂ່າວ:ກິດຕາ, ພາບ:ອ່າຍຄຳ
RkJQdWJsaXNoZXIy MTc3MTYxMQ==