xtgmf]k; 6 26/07/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d dko75h,7v' c]t d;fdk lafoE c]t lafxjk -qogzqjk lj;p.o]k; ໂດຍ:ເກີດຂວັນໃຈ ມາລີຈັນສີ xuoU wm8A'gxQk fb'f6foadmjv'mjP; .shwfh 25 ]hko7qo * ຄໍລຳ “ຊີວິດວັດທະນະທຳ” ຂອງພວກເຮົາໃນມື້ນີ້,ຈະພາທ່ານຜູ້ ອ່ານໄປຮູ້ກ່ຽວກັບການເອີ້ນຊື່ຂອງ ເຜົ່າຊົນໜຶ່ງຢູ່ ສປປ ລາວ ພວກເຮົາ ຊຶ່ງທັງນີ້ທັງນັ້ນ ຍັງມີຫລາຍໆທ່ານ ໂດຍສະເພາະຜູ້ທີ່ເກີດໃໝ່ໃຫຍ່ລຸນ ບໍ່ທັນຮູ້ພໍປານໃດ ແລະ ກໍເນື່ອງຈາກ ປະເທດລາວຂອງພວກເຮົາປະກອບ ມີຫລາຍຊົນເຜົ່າທີ່ດຳລົງຊີວິດ, ທຳມາຫາກິນຕາມວິຖີຊີວິດທັງດັ່ງ ເດີມ ແລະ ປ່ຽນແປງໃໝ່ໄປຕາມຍຸກ ຕາມສະໄໝລວມທັງໄປຕາມທິດ ແຫ່ງການພັດທະນາວັດທະນະທຳ ໃຫ້ມີລັກສະນະຊາດ, ມະຫາຊົນ * ລັດຖະບານ ຄຸ້ມຄອງວຽກ ງານສັດນ້ຳ ແລະ ສັດປ່າ ຢ່າງ ລວມສູນ ແລະ ເປັນເອກະພາບໃນ ຂອບເຂດທົ່ວປະເທດ ໂດຍມອບ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງປະສານສົມທົບກັບ ຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄົ້ນຄວ້າ, ກຳນົດນະໂຍ ບາຍ, ວາງແຜນຍຸດທະສາດ, ລະ ບຽບການ ແລະ ມາດຕະການ ໃນການປົກປັກຮັກສາ ແລະ ພັດ ທະນາ ສັດນ້ຳ ແລະ ສັດປ່າ ໃຫ້ ອຸດົມສົມບູນ ແລະ ຍືນຍົງ. ອົງການຄຸ້ມຄອງ ສັດນ້ຳ ແລະ ສັດປ່າ ແມ່ນອົງການດຽວ ກັນກັບ ອົງການຄຸ້ມຄອງ ປ່າໄມ້ ແລະ ທີ່ດດິນ ປ່າໄມ້ຊຶ່ງປະກອບ ດ້ວຍ: ກະຊວງ ກະສິກຳ ແລະ * ເຖິງແນວໃດກໍດີ ມື້ນີ້ຜູ້ຂຽນ ຈະພາທ່ານໄປຮູ້ຈັກ ກັບພາກອຸດສາ ກໍາທ່ອງທ່ຽວຂອງໄທວ່າເຂົາເຈົ້າ ໄດ້ມີການວາງແຜນແນວໃດ? ແລະ ຕັ້ງເປົ້າໝາຍຫຍັງແດ່? ເຊິ່ງລັດຖະ ບານໄທຖືເອົາພາກອຸດສາຫະກໍາ ທ່ອງທ່ຽວເປັນຍຸດທະສາດຫລັກໆ ໃນການປະກອບສ່ວນຍູ້ແຮງການ ພັດທະນາເສດຖະກິດ-ສັງຄົມ ແລະ ເປັນຖານລາຍຮັບອັນດັບຕົ້ນຂອງ ປະເທດ. ຈາກຂໍ້ເວັບໄຊທ່ອງທ່ຽວທົ່ວ ໄທໄດ້ເປີດເຜີຍຫວ່າງບໍ່ດົນມານີ້ ວ່າ: ລັດຖະບານໄທ ໄດ້ຕັ້ງເປົ້າ ໝາຍຈະດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 25 ລ້ານຄົນພາຍໃນປີ 2023, ສະເລ່ຍບໍ່ຕໍ່າກວ່າ 2 ລ້ານ ຄົນຕໍ່ເດືອນ. ທ່ານ ອະນຸຊາ ບູຣະໄຊສີ ຮອງ ເລຂາທິການນາຍົກລັດຖະມົນຕີ, ຝ່າຍການເມືອງ ປະຕິບັດໜ້າທີ່ໂຄ ສົກປະຈໍາ ສໍານັກງານຍົກລັດຖະມົນ ຕີຂອງໄທ ເປີດເຜີຍວ່າ: ດີໃຈທີ່ເຫັນ ພາບລວມເສດຖະກິດ ຂອງໄທສືບ ຕໍ່ຟື້ນຕົວດີຂຶ້ນເປັນກ້າວໆຍ້ອນເປີດ ປະເທດເຮັດໃຫ້ທ່ອງທ່ຽວເຂົ້າມາ ຢ່າງຫລວງຫລາຍອັນສ້າງພື້ນ ຖານເສດຖະກິດ, ສ້າງວຽກເຮັດ ງານທໍາ ແລະ ເພີ່ມລາຍໄດ້ໃຫ້ຄົນ ພາຍ ໃນປະເທດຢ່າງໝັ້ນຄົນ. ທ່ານ ອະນຸຊາ ບູຣະໄຊສີ ຍັງ ກ່າວວ່ານັບແຕ່ການເປີດ ປະເທດ ມາເຖິງປັດຈຸບັນນີ້ມີນັກທ່ອງທ່ຽວ ຕ່າງປະເທດເຂົ້າມາໄທເຖິງ 9 ລ້ານ ກວ່າຄົນແລ້ວ ເຊິ່ງສາມາດສ້າງ ລາຍໄດ້ເຖິງ 391.000 ລ້ານບາດ ແລະ ຄາດວ່າໝົດປີ 2023 ຈະມີ ນັກທ່ອງທ່ຽວເຂົ້າມາໄທເຖິງ 25 ລ້ານຄົນ ເຊິ່ງຊ່ວຍເຮັດໃຫ້ຈີດີພີໄທ ຂະຫຍາຍຕົວເຖິງ 2,7%-3,7%. ເຖິງແນວໃດກໍດີ ໄທກໍຍັງຕັ້ງ ຄວາມຫວັງໄວ້ວ່າ: ເສັ້ນທາງລົດໄຟ ລາວ- ຈີນ ຈະບໍ່ພຽງສົ່ງຜົນດີຕໍ່ພາກ ອຸດສາຫະກໍາການຄ້າ, ບໍລິການຂົນ ສົ່ງ ແລະ ການລົງທຶນເທົ່ານັ້ນຫາກ ຍັງເປັນຊ່ອງທາງສໍາຄັນເຊັ່ນກັນ ຈະຊ່ວຍເຮັດໃຫ້ນັກທ່ອງທ່ຽວ ຈີນ ເລືອກເສັ້ນທາງນີ້ຜ່ານລາວເຂົ້າ ເບື້ອງຈັງຫວັດໜອງຄາຍແລ້ວໄປ ເຂດຕ່າງໆຂອງໄທ. ໃນໄລຍະຜ່ານ ມານັ້ນນັກທ່ອງທ່ຽວຈີນ ເຂົ້າໄທ ຖືວ່າເປັນອັບດັບຕົ້ນໆໂດຍຜ່ານ ເສັ້ນທາງອາກາດ (ເຮືອບິນ) ແລະ ກຸ່ມນັກທ່ອງທ່ຽວຈີນກໍມີ ກໍາລັງ ຊັບຫລາຍໃນການຈັບຈ່າຍໃຊ້ສອຍ ເງິນຄໍາ. -;u fy {;fa mtotme ຮຽບຮຽງໂດຍ: ໄໝຄຳຍ້ອມສິນ ແລະ ກ້າວໜ້າ ຊຶ່ງທັງຫລາຍທັງປວງ ນີ້ ກໍເພື່ອເຮັດແນວໃດໃຫ້ບັນດາ ທ່ານໄດ້ຮັບຮູ້ເຖິງທີ່ໄປທີ່ມາຂອງ ເຜົ່ານັ້ນ, ຮູ້ເຖິງວິຖີການດຳລົງຊີວິດ ແລະ ວັດທະນະທຳທີ່ໜ້າສົນໃຈ ຂອງກັນ ແລະ ກັນຢ່າງເລິກເຊິ່ງນໍ ! ດັ່ງໄດ້ພາດຫົວຂໍ້ວ່າ ຊົນເຜົ່າ ສ່ວຍໃນລາວ, ແຕ່ເປັນຫຍັງຈຶ່ງເອີ້ນ ວ່າ ສ່ວຍ ? ທັງນີ້ທັງນັ້ນ ການທີ່ ເອີ້ນກັນວ່າ: ຊົນເຜົ່າສ່ວຍນັ້ນ, ຜູ້ ໃຫ້ຂໍ້ມູນໄດ້ເວົ້າວ່າ: ນີ້ແມ່ນການ ເອີ້ນຂອງພວກມອນຂະແມ ຊຶ່ງ ກ່ອນໜ້ານີ້ ເຂົາເຈົ້າຖືກເກັບຊັບ ແລະ ແຮງງານຢ່າງໜັກໜ່ວງຂະ ນະທີ່ຊຸມຊົນເຜົ່ານີ້ ເອງກໍເຫັນວ່າ ການເຮັດການສ້າງ, ການຮ່ຳຮຽນ ໃນສະໄໝກ່ອນນັ້ນບໍ່ມີຫຍັງກ້າວ ໜ້າກ້າວຕາເລີຍ. ສຳລັບເຜົ່າສ່ວຍ ຢູ່ທາງເມືອງທ່າແຕງ ແຂວງເຊ ກອງ ໃນປັດຈຸບັນນີ້ ແມ່ນມາຈາກ ເຜົ່າສ່ວຍຢູ່ເມືອງເລົ່າງາມ, ເມືອງ ສາລະວັນ ແຂວງສາລະວັນ ຊຶ່ງໄດ້ ຕັ້ງຫລັກປັກຖານຢູ່ “ທົ່ງທ່າແຕງ ຫວ່າງກາງບ້ານຕົງກັບບຶງໄຊ” ແລະ ນອກຈາກນີ້ກໍມາຈາກສ່ວນ ໜຶ່ງຂອງເຜົ່າກະຕູ ຢູ່ບ້ານຕັຣຍຸ “ອາຣັງ ເມືອງກະລຶມ” . ການຍົກ ຍ້າຍຈາກທົ່ງທ່າແຕງ ສາລະວັນ ມາຢູ່ເຂດ ເມືອງທ່າແຕງ ແຂວງເຊ ກອງປັດຈຸບັນ ອາດຈະປະມານກວ່າ 500 ປີມາແລ້ວ ແລະ ການຍົກຍ້າຍ ຈາກບ້ານຍຸ “ອາຣັງ” ອາດກວ່າ 600 ປີແລ້ວ ຊຶ່ງໃນເບື້ອງຕົ້ນແມ່ນ ການພາມາຂອງຜູ້ເປັນນາຍພານ ລາວ ທີ່ເຄີຍເຄື່ອນໄຫວລ່າສັດໂຄກ ດ້ວຍໜ້າໜ້ອງໄປເຖິງເຂດດົງໜາ ປ່າກວ້າງ ຫ່າງບ້ານຄົນຕັ້ງຫລາຍ ວັນ, ເມື່ອລາວເຫັນສະຖານທີ່ນັ້ນ ກໍເລີຍປຶກສາຫາລືກັບທຸກຄົນພາຍ ໃນບ້ານ ເພື່ອພາກັນຍ້າຍຈາກບ້ານ ທົ່ງທ່າແຕງເມືອງສາລະວັນ ມາ ຕັ້ງບ້ານຢູ່ຖ້ຳງາຕີນພູຈວມ ຕໍ່ມາກໍ ຍ້າຍມາຕັ້ງຢູ່ລຳດາຍ ດອນດັບ ຫວາຍແລ້ວຫຍັບຍ້າຍ ມາຕັ້ງຢູ່ “ທ່າແຕງປັດຈຸບັນ”. ການຍົກຍ້າຍ ຈາກຖິ່ນເດີມໄປຫາບ້ານຖ້ຳງາໄດ້ ຜ່ານທົ່ງ, ຜ່ານໂຄກ 3 ວັນ, ຕໍ່ມາ ມີການຫຍັບຍ້າຍຕາມຜືນໄຮ່, ສວນ ທີ່ເໝາະສົມແກ່ການປູກຝັງ, ມີ ຫ້ວຍນ້ຳໃສໄຫລເຢັນຕະຫລອດປີ. ສະພາບການຍົກຍ້າຍໃນສະໄໝ ນັ້ນມີບາງບ່ອນຕ້ອງລັດປ່າຜ່າທົ່ງ ຂ້າມຮ່ອງຕາມຜູ້ນາຍພານເຄີຍ ລັດລ່າເນື້ອ, ເມື່ອຮອດຈຸດທີ່ຕັ້ງ ບ້ານພັດຫ່າງໄກບ້ານອື່ນ ສະບຽງ ອາຫານທີ່ຖືໄປກໍບໍ່ກຸ້ມພໍເທົ່າໃດວັນ ຈຶ່ງເກີດຄວາມອຶດຫິວ ບວກກັບປະ ເຊີນກັບໜາວເຢັນກວ່າທົ່ງພຽງ ສົ່ງຜົນໃຫ້ເກີດມີສະພາບການເຈັບ ປ່ວຍລົ້ມຕາຍເກືອບບໍ່ຫວ່າງເດືອນ ປີ ແລະ ພວກເຂົາກໍພາກັນເຊື່ອວ່າ ເຂດນີ້ແມ່ນບ້ານເຂັດດິນຂວາງ ຕ້ອງໄດ້ຫຍັບຍ້າຍອອກຈາກກັນ ຕາມກຸ່ມໄຮ່ ສວນໃຜມັນຈົນກາຍ ເປັນບ້ານ. ການຕັ້ງຊື່ເຜົ່າສ່ວຍ ແມ່ນມີແຕ່ ດັ່ງເດີມ ຊຶ່ງເປັນຊື່ທີ່ເຂົາເຈົ້າເອີ້ນ ຕົນເອງຍ້ອນວ່າ: ເຮັດຫຍັງສ້າງ ຫຍັງ ກໍບໍ່ເກີດ ບໍ່ລ້ຳບໍ່ລວຍ ຊ້ຳບໍ່ໜໍາ ຍັງຖືກເຈົ້າກະສັດ ແລະ ເຈົ້າຂຸນມຸນ ນາຍຂູດຮີດ. ຕໍ່ມາກໍມີຊາວຕ່າງ ດ້າວມາປົກຄອງ ແລະ ຮຸກຮານຢ່າງ ຕໍ່ເນື່ອງ.ເຜົ່າສ່ວຍນອກຈາກ 4 ບ້ານຢູ່ເມືອງທ່າແຕງແລ້ວ ຍັງ ມີຢູ່ ເມືອງເລົ່າງາມ, ສາລະວັນ ແຂວງສາລະວັນ ຢູ່ເມືອງບາງ ຈຽງຈະເລີນສຸກ, ສຸຂຸມາ ແຂວງ ຈຳປາສັກ ແລະ ບາງເມືອງ ຂອງ ແຂວງສະຫວັນນະເຂດ ອີກດ້ວຍ. ເອົາລະກ່ຽວກັບຄວາມເປັນມາ ແລະ ຊື່ເອີ້ນຂອງຊົນເຜົ່າສ່ວຍ ກໍມີ ພຽງແຕ່ເທົ່ານີ້, ໃນສະບັບໜ້າມາ ຕິດຕາມເບິ່ງກັນກໍແລ້ວກັນວ່າ: ຄໍລຳວັດທະນະທຳຂອງພວກເຮົາ ຈະນຳສະເໜີໃຫ້ເພື່ອນຜູ້ອ່ານໄດ້ຮູ້ ຈັກກັບວິຖີການດຳລົງຊີວິດຂອງ ຄົນລາວໃນດ້ານໃດນັ້ນ ຂໍໃຫ້ຕິດ ຕາມອ່ານຕໍ່ໄປເລື້ອຍໆ. ປ່າໄມ້ ໂດຍແມ່ນ ກົມປ່າໄມ້ ເປັນ ເສນາທິການ; ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ; ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທສະບານ; ໜ່ວຍງານ ປ່າໄມ້ບ້ານ. ສຳລັບ ກະຊວງກະສິກຳ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ໃນ ການຄຸ້ມຄອງ ສັດນ້ຳ ແລະ ສັດ ປ່າ ດັ່ງນີ້: ເປັນເສນາທິການ ໃຫ້ ລັດຖະບານ ໃນການຄົ້ນຄວ້າ, ຜັນຂະຫຍາຍ ແນວທາງ ແຜນຍຸດ ທະສາດ, ແຜນນະໂຍບາຍ ແລະ ນະໂຍບາຍຕ່າງໆ ໃຫ້ກາຍເປັນ ແຜນງານ, ໂຄງການລະອຽດ ແລະ ລະບຽບກົດໝາຍ ເພື່ອຄຸ້ມ ຄອງວຽກງານສັດນ້ຳ ແລະ ສັດ ປ່າ ໃນຂອບເຂດທົ່ວປະເທດ; ໂຄສະນາເຜີຍແຜ່ລະບຽບກົດ ໝາຍ ກ່ຽວກັບວຽກງານສັດນ້ຳ ແລະ ສັດປ່າ ໃຫ້ທົ່ວປວງຊົນ ແນໃສ່ປູກຈິດສຳນຶກ, ເຊີດຊູສະ ຕິ ຮັກ, ຫວງແຫນ ແລະ ຖະໜອມ ສັດນ້ຳ ແລະ ສັດປ່າ ແລະ ສະ ກັດກັ້ນການໂຄສະນາກ່ຽວກັບ ການບໍລິໂພກ ສັດນ້ຳ ແລະ ສັດ ປ່າ ຕາມສະຖານທີ່ຕ່າງໆ; ຊີ້ນຳ, ຕິດຕາມ ແລະ ປະເມີນຜົນການ ຈັດຕັ້ງປະຕິບັດວຽກງານສັດນ້ຳ ແລະ ສັດປ່າ ຂອງຂະແໜງການ ສາຍຕັ້ງໃນຂອບເຂດທົ່ວປະ ເທດ; ສ້າງຕັ້ງສະຖາບັນຄົ້ນ ຄວ້າ ວິທະຍາສາດເຕັກນິກ ກ່ຽວ ກັບສັດນ້ຳ ແລະ ສັດປ່າ, ບຳລຸງ ແລະ ຍົກລະດັບວິຊາການດ້ານ ສັດນ້ຳ ແລະ ສັດປ່າ; ຄົ້ນຄວ້າ ແລະ ມີຄຳເຫັນກ່ຽວກັບການ ລົງທຶນດ້ານກິດຈະການສັດນ້ຳ ແລະ ສັດປ່າ; ປຸກລະດົມຂົນ ຂວາຍ, ຍາດແຍ່ງຄຸ້ມຄອງທຶນ ຮອນທັງພາຍໃນ ແລະ ຕ່າງປະ ເທດ ເພື່ອອະນຸລັກປົກປັກຮັກສາ ແລະ ພັດທະນາສັດນ້ຳ ແລະ ສັດ ປ່າ; ປະສານສົມທົບກັບພາກ ສ່ວນອື່ນ ແລະ ທ້ອງຖິ່ນທີ່ກ່ຽວ ຂ້ອງ ໃນການຈັດຕັ້ງປະຕິບັດ ວຽກງານສັດນ້ຳ ແລະ ສັດປ່າ ເປັນຕົ້ນ ການສຳຫລວດເກັບ ກຳຂໍ້ມູນກ່ຽວກັບ ສັດນ້ຳ ແລະ ສັດປ່າ, ທ່າແຮງທາງດ້ານທຳມະ ຊາດ ເພື່ອກຳນົດເຂດອະນຸລັກ ຊີວະນາໆພັນ ແລະ ເຂດພັດທະ ນາ ສັດນ້ຳ ແລະ ສັດປ່າ; ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບກິດຈະການ ສັດນ້ຳ ແລະ ສັດປ່າ; ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກ ງານ ສັດນ້ຳ ແລະ ສັດປ່າ ໃຫ້ ລັດຖະບານ ຢ່າງເປັນປົກກະຕິ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==