xtgmf]k; 6 25/07/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ [=joEIhvo cs]j'mjv'mjP;mujg-njv'-hvomjkcI'9kdme,t-kf xU'wdjmkxkcfd l6ffA'gfu,3oo0Ugs]adlqj'g4y'[hko ໂດຍ: ເກີດຂວັນໃຈ ມາລີຈັນສີ * ເມື່ອເວົ້າປີ້ງໄກ່ທາປາແດກ ບ້ານໂນນຂີ້ເຫລັກ ຫລາຍທ່ານຕ້ອງ ຮູ້ຈັກແນ່ນອນ ເພາະເປັນອີກຮ້ານ ໜຶ່ງທີ່ກໍາລັງໄດ້ຮັບຄວາມນິຍົມ ຫລາຍໃນສື່ອອນລາຍ ເພາະວ່າ ເພສປີ້ງໄກ່ແຊບທາປາແດກໂນນຂີ້ ເຫລັກ ມີຄົນຕິດຕາມເຖິງ 80 ພັນ ກວ່າຄົນ. ສ ະນັ້ ນ, ຈຶ່ງເຮັດໃ ຫ້ ຍອດ ຂາຍປີ້ງໄກ່ຫລາຍຮ້ອຍໂຕຕໍ່ມື້ ກໍ ຍ້ອນຜູ້ປະກອບການຮູ້ປັບໂຕເຂົ້າ ກັນ ຢ່າງລົງຕົວລະຫວ່າງສີມືປຸງ ແຕງທີ່ແຊບຊ້ອຍກັບການຂາຍແບບ ໃໝ່ຜ່ານສື່ ອ ອນລ າຍ. ດ້ວຍເຫດນັ້ນ ທ່ານຈະເຫັນໄດ້ວ່າເມື່ອເຈົ້າຂອງ ຮ້ານປີ້ງໄກ່ເປີດຂາຍໄລ້ສົດຜ່ານສື່ ອອນລາຍນັ້ນຈະມີຄົນແຫ່ມາຈັບ ຈ່ອງ ແລະ ສັ່ງຢ່າງໜາແໜ້ນໂດຍສ ະ ເພາະການຂາຍປີ້ງໄກ່ທາປາແດກ ໄຊຊະນະ ເວົ້າສູ່ຟັງວ່າ: ກ່ອນຈະ ມາເຮັດອາຊີບນີ້ແມ່ນຂາຍເຄື່ອງ ແຫ້ງມາກ່ອນ ແຕ່ກໍຍັງບໍ່ປະສົບຜົນ ສໍາເລັດ ໄດ້ຈຶ່ງຊອກຫາອາຊີບໃໝ່ ເຮັດຈົນຕໍ່ມາໄດ້ມີໂອກາດໄປຂາຍ ປີ້ງໄກ່ໃນບຸນນະມັດສະການພະ ທາດຫລວງວຽງຈັນ ກໍ່ໄດ້ຂາຍດີ ຫລາຍ. ສະນັ້ ນ, ຈຶ່ງຕັ ດສິນໃຈຂາຍ ປີ້ງໄກ່ທາປາແດກ ແລະ ຕົ້ມໄກ່ ແຕ່ປີ 2016 ເປັນຕົ້ນມາກໍເປັນເວ ລາ 7 ປີແລ້ວທີ່ເຮັດອາຊີບນີ້ແນວ ໃດກໍດີ ເຖິງວ່າປັດຈຸບັນຈະໄດ້ຂາຍ ດີ ແຕ່ຈຸດເລີ່ມຕົ້ນກໍ່ບໍ່ໄດ້ສວຍງາມ ເພາະມື້ທໍາອິດທີ່ຂາຍ ໄດ້ຂາຍໄກ່ 3 ໂຕ, ບາງມື້ບໍ່ໄດ້ຂາຍເລີຍແຕ່ ຕົນເອງກໍ່ບໍ່ລະຄວາມພະຍາຍາມ ປັບປຸງລົດຊາດມາເລື້ອຍໆຈົນໄດ້ ລົດຊາດທີ່ເປັນສູດສະເພາະຂອງ ທາງຮ້ານທີ່ບໍ່ຊໍ້າໃຜ ຈຶ່ງເຮັດໃຫ້ ຮ້ານເລີ່ມເປັນທີ່ຮູ້ຈັກຫລາຍຂຶ້ນ ຜ່ານການບອກປາກຕໍ່ປາກ ແລະ ການໂຄສະນາຜ່ານສື່ອອນລາຍ ເຟສບຸກ ໂດຍໃສ່ຊື້ວ່າ ປີ້ງໄກ່ແຊບ ທາປາແດກໂນນຂີ້ເຫລັກ ມີຄົນ ຕິດຕາມ 80 ພັນກວ່າຄົນແ ລ້ວ ໂດຍ ຈຸດນີ້ ກໍຮູ້ ສຶກດີ ໃຈຫ ລາຍ ທີ່ສັ ງຄົມ ໃຫ້ຄວາມສົນໃຈຍ້ອນຄວາມແຊບ ທີ່ມີເອກະລັກບໍ່ຊໍ້າໃຜ ເພາະໄກ່ທີ່ ເອົາມາປີ້ງນັ້ນ ໄດ້ເລືອກເອົາໄກ່ ໂຕລ ະໂລປ າຍ ບໍ່ອ່ ອນບໍ່ແ ກ່ຈົ ນເກີນ ໄປກໍາລັງພໍ່ດີ. ບໍ່ພຽງເທົ່ານີ້ສິ່ງທີ່ ເຮັດໃຫ້ລູກຄ້າປະທັບໃຈອີກຢ່າງ ໜຶ່ງກໍຄືການບໍລິການສົ່່ງຟີແຕ່ມີ ຂອບເຂດໝາຍຄວາມວ່ າ: ຖ້າທ່ານ ສັງໄກ່ ໂຕ 1 ກໍສົ່ງຟີ ໃນຂອບເຂດ ໃຫ້ຄຽງແຕ່ຖ້າ ເຂດໃດໄກເກີນໄປ ກໍ່ເກັບເພີ່ມແຕ່ 10 ພັນກີ ບເທົ່ານັ້ນ. ນອກນີ້ແລ້ວຍັງ ມີບໍລິການອອກ ງານ ໃນລາຄາ 75 ພັນກີບຕໍ່ໂຕ ແລະ ຕ້ອງສັ່ງ 50ໂຕຂຶ້ນໄປຈຶ່ ງ ສາມາດອອກໄດ້ ເພາະເສດຖະກິດ ໃນປັດຈຸບັນ ໄດ້ສ້າງຄວາມເດືອດ ຮ້ອນໃຫ້ປະຊາຊົນກໍຄືຜູ້ປະກອບ ການຫລາຍທຸກມື້ນີ້ ແມ່ນເຮັດທຸ ລະກິດແບບກໍາໄລພໍ່ຢູ່ໄດ້, ບາງ ເດືອນກໍ່ພໍຈ່າຍແຕ່ພະນັກງານເທົ່າ ນັ້ນ ແຕ່ກໍໄດ້ປະຄັບປະຄອງໄປ ເພາະວ່າໄດ້ຍຶດອາຊີບນີ້ແລ້ວກໍ່ ຈະເຮັດໃຫ້ດີທີ່ສຸດ ເພື່ອສ້າງເສດ ຖະກິດຄ ອ ບຄົວ ແ ລະ ເພື່ອເບິ່ງແຍງ ພະນັກງານທຸກຄົນທີ່ມາເຮັດວຽກ ໃນຮ້ ານຂ ອງພ ວກເຮົາ. ທ່ານ ນາງ ລັດຕະນະພ ອນ ເວົ້າຕື່ມວ່າ: ສໍາລັບ ສູດຄວາມແຊບຂອງຮ້ານແມ່ນ ເລືອກໄກ່ ໂຕລະໂລປາຍການໝັກ ຕ້ອງໝັກຂ້າມຄືນ ເພື່ອໃຫ້ລົດຊາດ ທີ່ແ ຊບນົວ ຖືກໃຈລູ ກຄ້ າ. ເອົາເປັນ ວ່າ ຖ້າທ່ານໃດຢາກກິນປີ້ງໄກ່ທາ ປາແດກແຊບກໍ່ບໍ່ຄວນ ກໍສາມາດ ຕິດຕໍ່ຜ່ານເບີ 020 55077775 ຮັບຮອງວ່າທ່ານຈະບໍ່ຜິດຫວັງຮັບ ປະກັນໄ ດ້ເພາະຜູ້ ຂ ຽນກໍໄ ດ້ກິນມ າ ແລ້ວແຊບຫລາຍລົດຊາດ ກໍາລັງ ພໍດີແຊບສົມຄໍາເລົ່າລືແນ່ນອນ. ກໍ່ຈະມີສ່ວນຫລຸດ ທີ່ຫລາກຫລາຍ ເພື່ອດຶງດູດລູກຄ້າໃຫ້ເຂົ້າມາເບິ່ງ ແລະ ສັ່ງຊື້ປີ້ງໄກ່ຈໍານວນຫລາຍ ພ້ອມດ ຽວກັນກໍຂາຍໜ້າຮ້ານຄຽງ ຄູ່ກັນໄປ. ທ່ານນາງ ລັດຕະນະພອນ * ປະເທດລາວເຮົາຂຶ້ນຊື່ລືນາມ “ໃນນໍ້າມີປາ ໃນນາມີເຂົ້າ” ເຊິ່ງໄດ້ສະ ທ້ອນໃຫ້ເຫັນຄວາມອຸດົມສົມບູນເຕັມ ໄປດ້ວຍຊັບພະຍາກອນທໍາມະຊາດ ຢ່າງຫລວງຫລາຍເປັນຕົ້ນບໍ່ແຮ່, ແຫລ່ງນໍ້າຈືດຫລາຍກວ່າໝູ່ໃນອາ ຊຽນ, ຄຸນນະພາບດິນດີ, ປ່າໄມ້ຂຽວ ສົດງົດງາມ. ຕະຫລອດ 40 ກວ່າປີຜ່ານ ມາແຫລ່ງຊັບພະຍາກອນທໍາມະຊາດ ເຫລົ່ານັ້ນບໍ່ພຽງປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດສົງຄົມ ເທົ່ານັ້ນຫາກຍັງຍູ້ແຮງຕໍ່ການ ຈັດຕັ້ງປະຕິບັດແຜນແກ້ໄຂຄວາມທຸກ ຍາກຂອງລັດຖະບານຢ່າງຮອບດ້ານ ທັງເປັນທ່າແຮງດ້ານການທ່ອງທ່ຽວ ນຳອີກ. ໃຕ້ດິນໄດ້ກວມເອົາອັດຕາສ່ວນພໍສົມ ຄວນ ຂອງພະລັງງານໄຟຟ້າທີ່ໃຊ້ໃນ ປະເທດ ແລະ ລັດຖະບານຍີ່ປຸ່ນ ໄດ້ຕັ້ງ ເປົ້າຈະເພີ່ມການຜະລິດ ໃນປີ 2030. ແຕ່ເຖິງແນວໃດກໍດີ ລັດຖະບານຍີ່ປຸ່ນ ບໍ່ເບິ່ງພຽງນໍາເອົາພະລັງງານຄວາມ ຮ້ອນຈາກໃຕ້ດິນມາຜະລິດເປັນໄຟຟ້າ ຮັບໃຊ້ໃນຄົວເຮືອນເທົ່ານັ້ນ ຫາກຍັງ ເຊື່ອມໂຍງກັບວຽກງານອຸດສາຫະກໍາ ທ່ອງທ່ຽວທີ່ຍືນຍົງສີຂຽວອີກດ້ວຍ ໂດຍສະເພາະບໍ່ນໍ້າຮ້ອນໃນປະເທດ ຍີ່ປຸ່ນ ໄດ້ພັດທະນາເປັນແຫລ່ງທ່ອງ ທ່ຽວທີ່ໂດ່ງດັງ ອັນດັບຕົ້ນໆຂອງໂລກ ທີ່ນັກທ່ອງທ່ຽວນິຍົມກັນໄປແຮມຄືນ, ຕາກອາກາດ ແລະ ແຊຄີງໃນອ່າງນໍ້າ ຮ້ອນຈາກທໍາມະຊາດ ກັບຄວາມເຊື່ອ ຜ່ານການໂຄສະນາທີ່ມີວິທະຍາສາດ ອ້າງອີງວ່າ: ຄົນທີ່ອາບນໍ້າຮ້ອນ ຫລື ແຊນໍ້າຮ້ອນຈາກບໍ່ນໍ້າຮ້ອນໃຕ້ດິນຈະ ເຮັດໃຫ້ອາຍຸຍືນຍາວ, ແຂງແຮງ, ຜີວ ງາມ, ບໍ່ມີພະຍາດຜີວໜັງ ແລະ ອື່ນໆ. ການທີ່ຜູ້ຂຽນຍົກເອົາເລື່ອງຈາກ ປະເທດຍີ່ປຸ່ນຂຶ້ນມາ ເພື່ອເປັນຂໍ້ມູນສຶກ ສາໄປນໍາກັນກັບບັນດາທ່ານຜູ້ອ່ານ ແລະ ຖ້າຫລາຍທ່ານໄດ້ມີໂອກາດໄປ ຢ້ຽມບັນດາແຂວງພາກເໜືອຂອງ ສປປ ລາວ ອາດພົບເຫັນບໍ່ນໍ້າຮ້ອນໃນ ບ້ານເຮົາມີຢັ່ງຢາຍຢ່າງຫລວງຫລາຍ ພວມໄດ້ຮັບການພັດທະນາ ແລະ ຍັງບໍ່ ໄດ້ຮັບການພັດທະນາເຕັມເມັດເຕັມ ໜ່ວຍ ຄືທີ່ເຫັນເປັນຕົ້ນ: ບໍ່ນໍ້າຮ້ອນໃນ ແຂວງຊຽງຂວາງ, ຫົວພັນ, ບໍ່ແກ້ວ, ຜົ້ງສາລີ, ຫລວງພະບາງ ແລະ ອື່ນໆ. ໂດຍມື້ນີ້ຜູ້ຂຽນຈະພາທ່ານໄປຮູ້ຈັກ ແຫລ່ງທ່ອງທ່ຽວອີກແຫ່ງໜຶ່ງທີ່ຫລາຍ ທ່ານອາດຮູ້ ແລະ ບໍ່ຮູ້ຄື: ບໍ່ນ້ຳຮ້ອນ ບ້ານນໍ້າເກິ່ງຕັ້ງຢູ່ບ້ານນ້ຳເກິ່ງເກົ່າ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຄວາມ ຈິງບໍ່ນ້ຳຮ້ອນແຫ່ງນີ້ໄດ້ຄົ້ນພົບ ປີ 1960 ມີໄລຍະຫ່າງຈາກເທສະບານ ແຂວງ ໄປທາງທິດເໜືອປະມານ 29 ກິໂລແມັດ ແລະ ຫ່າງຈາກບ້ານນ້ຳເກິ່ງ ເກົ່າ ປະມານ 4 ກິໂລແມັດ, ບໍ່ນ້ຳຮ້ອ ນແຫ່ງນີ້ເປັນອີກບ່ອນໜຶ່ງທີ່ເປັນບໍ່ນ້ຳ ຮ້ອນທຳມະຊາດ ມີຄວາມຮ້ອນປະ ມານ 75 - 80 ອົງສາ. ທ່ານ ຄຳຜິວ ອຸ່ນປະເສີດ ນາຍບ້ານ ບ້ານນໍ້າເກິ່ງເກົ່າ ໄດ້ເວົ້າວ່າ: ແຕ່ກ່ອນ ຜູ້ເຖົ້າຜູ້ແກ່ຢູ່ບ້ານນ້ຳເກິ່ງ (ບ້ານນາ) ໃນສະໄໝນັ້ນ ຊາວບ້ານຫລາຍຄົນ ກໍພາກັນຊອກບ່ອນທໍາມາຫາກິນ ເປັນ ຕົ້ນແມ່ນ ຊອກຫາດິນນາ ເຊິ່ງມີຊາວ ບ້ານຫລາຍຄົນພາກັນຂຸດເບິ່ງໄປເປັນ ຈຸດ ເປັນບ່ອນໆທີ່ບໍ່ມີໝາກຫີນຈຶ່ງເອົາ ບ່ອນນັ້ນເຮັດດິນນາປູກເຂົ້າ ສຸດທ້າຍ ເລາະຂຸດຈົນໄປຮອດບ່ອນນີ້ເຫັນວ່າ ມີຫີນຫລາຍຕ່າງຈາກບ່ອນອື່ນ ແລະ ຫີນທີ່ຢູ່ທີ່ນັ້ນກໍ່ຮ້ອນ, ນ້ຳກໍ່ຮ້ອນ ແລະ ອອກອາຍຄືກັນກັບເພິ່ນຈູດໄຮ່, ໃນເວ ລານັ້ນຊາວບ້ານກໍ່ໄດ້ສັງເກດເຫັນວ່າ ມີສັດປ່າຫລາຍຊະນິດມາກິນນ້ຳປຸ່ງ ຮ້ອນຢູ່ຈຸດນີ້ເປັນຕົ້ນ: ກວາງ, ຟານ ແລະ ນົກ, ເມື່ອຂັ້ນເທິງຮູ້ແນວນັ້ນຈຶ່ງປະ ສານສົມທົບກັບອຳນາດການປົກຄອງ ບ້ານ ໃຫ້ອະນຸລັກຮັກສາໄວ້ເປັນແຫລ່ງ ທ່ອງທ່ຽວແລ້ວ ຫ້າມຊາວບ້ານບໍ່ໃຫ້ ຂຸດຄົ້ນ ຈົນມາຮອດ ປີ ຄສ 2006 - 2007 ຈຶ່ງໄດ້ສ້າງເປັນແຫລ່ງທ່ອງ ທ່ຽວຂອງບ້ານຈົນເຖິງປັດຈຸບັນ. ຜູ້ຂຽນຂໍຍົກຕົວຢ່າງການພັດທະ ນາຕິດພັນກັບທ່າແຮງທຳມະຊາດ ໂດຍສະເພາະການພັດທະນາພະລັງ ງານໄຟຟ້າ ຂອງປະເທດຍີ່ປຸ່ນ ມານຳ ສະເໜີ ຊຶ່ງກັນພັດທະນາພັດທະນາ ຂອງເຂົາເຈົ້າແມ່ນຕິດພັນກັບການ ທ່ອງທ່ຽວທີ່ໜ້າສົນໃຈບໍ່ໜ້ອຍ. ໃນປີ 2015 ຜູ້ຂຽນໄດ້ມີໂອກາດໄປຢ້ຽມ ຢາມປະເທດຍີ່ປຸ່ນ ແລະ ໄດ້ໄປທັດສະ ນະສຶກສາຕິດຕາມຊົມໂຮງງານໄຟຟ້າ ທີ່ໄດ້ນໍາເອົາພະລັງງານຈາກໃຕ້ດິນ ມາຜະລິດເປັນໄຟຟ້າຄື “ບໍ່ນໍ້າຮ້ອນ ຫລື ເອີ້ນວ່າ hot spring ”. ຜູ້ຊ່ຽວຊານຍີ່ ປຸ່ນອະທິບາຍໃຫ້ຟັງວ່າ: ປະເທດຍີ່ປຸ່ນ ໄດ້ເລີ່ມເອົາບໍ່ນໍ້າຮ້ອນທີ່ເກີດຈາກ ພູໄຟໃຕ້ດິນມາຜະລິດ ເປັນໄຟຟ້າ ໃນປີ 1966 ນັ້ນຊື່ວ່າ “ ໂຮງງານໄຟຟ້າມະ ຊຶກາວາ, ສາມາດຜະລິດພະລັງງານ ໄຟຟ້າ ໄດ້ເຖິງ 23.500 ກິໂລວັດ” ເຖິງປັດຈຸບັນ ພະລັງງານຄວາມຮ້ອນ ຄັ້ງໜຶ່ງ ຜູ້ຂຽນໄດ້ມີໂອກາດລົມ ກັບນັກທ່ອງທ່ຽວຕ່າງປະເທດ ໂດຍ ກຸ່ມນັກທ່ອງທ່ຽວດັ່ງກ່າວເວົ້າວ່າ: ສປປ ລາວ ມີຄວາມເປັນໄປໄດ້ສູງໃນ ການຍົກລະດັບການພັດທະນາບໍ່ນໍ້າ ຮ້ອນ ໃຫ້ເປັນທັງແຫລ່ງທ່ອງທ່ຽວ ຄ້າຍຄືກັບຍີ່ປຸ່ນ ເພາະແຫລ່ງບໍ່ນໍ້າ ຮ້ອນສ່ວນໃຫຍ່ມີຢູ່ບັນດາແຂວງພາ ກເໜືອຂອງລາວ ທີ່ມີອາກາດເຢັນດີ ເໝາະແກ່ໄປພັກຜ່ອນຕາກອາກາດ ແລະ ແຊ່ນໍ້າຮ້ອນ ເພື່ອສຸຂະພາບທີ່ດີ. ແຕ່ການພັດທະນາ ໃຫ້ໄປເຖິງຈຸດນັ້ນ ບໍ່ແມ່ນເລື່ອງງ່າຍ ເພາະຕອ້ງໄດ້ລົງທຶນ ມະຫາສານ ໃນການສ້າງອ່າງນໍ້າຮ້ອນ ແບບ “ອອນເຊັນ”, ສ້າງເຮືອນພັກຕາ ກອາກາດ, ສ້າງສິ່ງແບບແວດລ້ອມປ່າ ໄມ້, ສ້າງພື້ນຖານໂຄງລ່າງໃຫ້ສະດວກ ສະບາຍ, ສ້າງບຸກຄະລາກອນ, ສ້າງ ເຄື່ອຂ່າຍເຊື່ອມໂຍງທຸລະກິດທ່ອງ ທ່ຽວລະຫວ່າງປະເທດ. ນອກຈາກ ນັ້ນພາກລັດ ບໍ່ຄວນເບິ່ງບໍ່ນໍ້າຮ້ອນຈາກ ໃຕ້ດິນ ເປັນພຽງແຫລ່ງທ່ອງທ່ຽວ ເທົ່ານັ້ນ ຫາກຍັງຕ້ອງເບິ່ງໃນເລື່ອງ ຂອງການພັດທະນາເປັນແຫລ່ງຜະ ລິດໄຟຟ້າໃນອະນາຄົດອີກດ້ວຍ ເພາະ ແຫລ່ງພະລັງງານໃຕ້ດິນເປັນການພັດ ທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ.
RkJQdWJsaXNoZXIy MTc3MTYxMQ==