xtgmf]k; 3 25/07/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ໂດຍ: ວິໄລວອນ ສິດທິໄຊ ]hP'dq[ gxaovk-u[glu, gruj,]kpIa[\Ao7q' ໂດຍ: ຢ່າຕົ່ງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ln[8+xa[x5';Pd'korafmtok-qoot[qf{ cdhw07;k,m5dpkd0v'xt-k-qo 7egsaoc]dxjPo lqj'glu, dkozt]fy {m]5 tdfy ovh p{dk' ໂດຍ: ຄ້ອງໃໝ່ ປະຊຸມສະພາແຕ່ລະເທື່ອ ໄດ້ມີການ ສະຫລຸບໃຫ້ເຫັນໝາກຜົນ ແລະ ຂອດທີ່ຍັງຄົງຄ້າງການສົ່ງເສີມ ຜະລິດພາຍໃນ, ທຸລະກິດຂະໜາດ ນ້ອຍ-ກາງ. ຂະນະດຽວກັນບັນດາ ຜູ້ແທນ ແລະ ຫາງສຽງສັງຄົມ ກໍ່ມີ ຄວາມເປັນຫ່ວງເປັນໄຍໃນວຽກ ງານດັ່ງກ່າວ, ມີຄວາມມຸ່ງຫວັງຢາກ ໃຫ້ດີຂຶ້ນ, ທັງສະເໜີຫລາກຫລາຍ ວິທີໃນຫລາຍແງ່ມູມ. ນະໂຍບາຍສົ່ງເສີມ ຜ່ານມາໄດ້ ຮັບການຈັດຕັ້ງປະຕິບັດຖືກທິດດີ ພໍສົມຄວນ, ເຫັນໄດ້ໝາກຜົນເປັນ ຮູບປະທໍາ. ເຖິງແນວນັ້ນກໍ່ດີ, ຕາມ ທັດສະນະອັນຫລາກຫລາຍ ເຫັນວ່າ ພວກເຮົາຍັງຈະຕ້ອງໄດ້ເພີ່ມທະວີ ຍິ່ງຂຶ້ນ ໃນການປະຕິບັດຕົວຈິງ ເພື່ອ ສ້າງໃຫ້ເກີດຕົວແບບຜະລິດພາຍ ໃນ, ກໍ່ຄືທຸລະກິດນ້ອຍ-ກາງ ທີ່ມີ ຜົນ ສໍາເລັດມີລັກສະນະຍືນຍົງ, ຫາກ ບໍ່ແມ່ນມາບໍ່ພໍຄາວແລ້ວກໍ່ມະຫັບ ມະຫາຍໄປ. ມີຄໍາເຫັນໜ້າສຶກ ສາ ມາແລກປ່ຽນ ກ່ຽວກັບການສົ່ງເສີມ ຜະລິດທຸລະກິດ, ນອກຈາກດ້ານ ນະໂຍບາຍລວມແລ້ວ ອາດພິຈາລະ ນາບາງດ້ານຄືດັ່ງນີ້: - ການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍ - ການເຂົ້າເຖິງແຫລ່ງທຶນ - ນະໂຍບາຍດ້ານການຄ້າ-ພາ ສີ-ອາກອນ - ການສ້າງ ແລະພັດທະນາ ຜູ້ປະກອບອາຊີບ-ຜູ້ປະກອບການ - ການບໍລິຫານໃຫ້ຄໍາປຶກສາ ພັດທະນາທຸລະກິດ - ການຮ່ວມມືລະຫວ່າງທຸລະ ກິດ, ວິສາຫະກິດຂະໜາດນ້ອຍກາງ ກັບ ຂະໜາດໃຫຍ່ ແລະ ວິສາ ຫະກິດລົງທຶນຂອງຕ່າງ ປະເທດ - ການເພີ່ມສະມັດຖະພາບການ ຜະລິດ - ການເຂົ້າເຖິງ ແລະ ຂະຫຍາຍ ຕະຫລາດ - ການຮວມກຸ່ມທຸລະກິດ - ສະຖານທີ່ປະກອບກິດຈະການ ການຜະລິດ... - ການສົ່ງເສີມນໍາໃຊ້ເຕັກໂນ ໂລຊີທີ່ກ້າວໜ້າ - ການນໍາໃຊ້ ແລະ ຄຸ້ມຄອງຊັບ ສິນທາງປັນຍາ - ການສະໜອງ ແລະ ເຂົ້າເຖິງ ຂໍ້ມູນຂ່າວສານ. ບັນຫາທີ່ຍົກຂຶ້ນ, ແນ່ນອນພົວ ພັນຫລາຍປັດໄຈ ທີ່ຈະເຮັດໃຫ້ວຽກ ງານສົ່ງເສີມໄດ້ຮັບໝາກຜົນຢ່າງ ພໍໃຈ, ມີຫລາຍວຽກ ແຕ່ລ້ວນແຕ່ ເປັນຕ່ອງໂຕ້, ຖືເບົາດ້ານໃດກໍ່ບໍ່ໄດ້ ເພາະມັນສົ່ງຜົນຕໍ່ກັນ. ໃນສະພາບ ຫຍຸ້ງຍາກຊົ່ວຄາວດ້ານເສດຖະ ກິດ-ການເງິນ...ຫລືບໍ່ວ່າເວລາໃດ ກໍ່ຄວນໃຫ້ການຜະລິດພາຍໃນແຂງ ແຮງ ເພື່ອສ້າງພູມຕ້ານທານໃຫ້ເສດ ຖະກິດຂອງປະເທດບໍ່ໃຫ້ຖືກແຊກ ຊຶມໂດຍງ່າຍ. ປະການສໍາຄັນໜຶ່ງ ກໍ່ຍັງມີການສົ່ງເສີມປະຕິບັດຄ່າ ນິຍົມຊົມໃຊ້ຜົນຜະລິດພາຍໃນ, ຄວາມເປັນເຈົ້າຂອງປະເທດຊາດ, ແມ່ນພັນທະໜ້າທີ່ຂອງທຸກຄົນ. * ເປັນບັ້ງເລກທີ່ບໍ່ງ່າຍ ໃຫ້ແກ້ ມາຕະຫລອດສໍາລັບທຸກພາກສ່ວນ ກ່ຽວຂ້ອງ, ມັນແມ່ນຄວາມຮຽກ ຮ້ອງຕ້ອງການຈໍາເປັນໃນການພັດ ທະນາໃນໄລຍະໃໝ່, ກະແສ ແລະ ທ່າອ່ຽງໂລກ ທຸກປະເທດເຫັນຄວາມ ສໍາຄັນການສົ່ງເສີມທຸລະກິດຂະ ໜາດນ້ອຍ-ກາງ ສ້າງທ່າແຮງພື້ນ ຖານແຂງແຮງຍູ້ດັນການພັດທະນາ ອຸດສາຫະກໍາ ຂັບເຄື່ອນເສດຖະກິດ. ຕະຫລອດໄລຍະຜ່ານມາ, ພາກ ລັດໄດ້ມີນະໂຍບາຍຈະແຈ້ງການ ສົ່ງເສີມການຜະລິດ ແລະ ທຸລະກິດ ຂະໜາດນ້ອຍ-ກາງ ຢ່າງໄດ້ຮັບ ໝາກຜົນ. ເຖິງຢ່າງໃດກໍ່ດີຄວາມ ຮຽກຮ້ອງຕ້ອງການຂອງການພັດ ທະນາ ແມ່ນບໍ່ໄດ້ຢໍ່າເທົ້າ ຫລື ເໜັງ ຕີງແບບຈຶ້ງບ່ອນເກົ່າ. ຜ່ານມາໄດ້ ມີການສະຫລຸບພຶດຕິກໍາແຫ່ງການ ສົ່ງເສີມຜະລິດພາຍໃນ ເຊິ່ງໄດ້ໄປ ຄຽງຄູ່ກັນການສົ່ງເສີມທຸລະກິດ ຂະໜາດ ນ້ອຍ-ກາງ ຍັງເຫັນວ່າມີ ສິ່ງທ້າທາຍຫລາຍຢ່າງພໍສົມຄວນ. ໜຶ່ງໃນບັນຫາທີ່ຖືກຕັ້ງຂຶ້ນແມ່ນ ເລື່ອງຕົ້ນທຶນ ທີ່ເຮັດໃຫ້ສິນຄ້າທີ່ ຜະລິດພາຍໃນຫລາຍອັນບໍ່ສາ ມາດແຂ່ງຂັນດ້ານລາຄາບັນດາ ສິນຄ້ານໍາເຂົ້າປະເພດດຽວກັນ ຫລື ສິນຄ້າທາງເລືອກອື່ນໆ. ຄວາມ ພະຍາຍາມຂອງພາກລັດ ແມ່ນບໍ່ລົດ ລະຕໍ່ບັນຫານີ້, ສະແດງອອກການ * ການລ້ຽງກົບ ກໍເປັນເງື່ອນໄຂ ແລະ ທ່າແຮງທີ່ສຳຄັນໜຶ່ງ ໃຫ້ກັບ ຫລາຍໆຄອບຄົວຈາກການລ້ຽງ ແບບກຸ້ມກິນສູ່ການຈຳໜ່າຍເປັນ ສິນຄ້າ ແລະ ຍັງໄດ້ສ້າງວຽກເຮັດ ງານທຳທີ່ໝັ້ນຄົງອີກດ້ວຍ. ເຊັ່ນ ດຽວກັນກັບ ຄອບຄົວຂອງ ທ່ານ ສຸລິຍາ ຄ່ຽມມະນີຂັນໄຊ ທີ່ໄດ້ຫັນ ມາລ້ຽງກົບ ຈາກການທົດລອງເປັນ ບົດຮຽນສູ່ອາຊີບເສີມທີ່ສ້າງລາຍ ໄດ້ໃຫ້ກັບຄອບຄົວຕື່ມອີກ. ທ່ານ ສຸລິຍາ ຄ່ຽມມະນີຂັນໄຊ ອາຍຸ 43 ປີ, ອາຊີບພະນັກງານ (ຕຳຫລວດ) ປະຈຳການຢູ່ໂຮງ ຮຽນ ປກສ ຊັ້ນຕົ້ນເລກ 6 ແຂວງ ສາລະວັນ, ປັດຈຸບັນຢູ່ບ້ານບຶງໄຊ ເມືອງສາລະວັນ ໄດ້ເລົ່າສູ່ສື່ມວນ ຊົນແຂວງວ່າ: ກ່ອນຈະມາລ້ຽງ ກົບຂາຍ ກໍ່ໄດ້ເຄີຍເຮັດກິດຈະການ ຫລາຍດ້ານ ເຊັ່ນ: ຄ້າຂາຍ, ຮ້ານອາ ຫານ ແລະ ອື່ນໆ ແຕ່ບໍ່ປະສົບຜົນ ສໍາເລັດ ຍິ່ງໄປກວ່ານັ້ນຍັງມີບັນ ຫາໄລຍະພະຍາດໂຄວິດ-19 ແພ່ລະ ບາດ, ຕົນເອງ ແລະຄອບຄົວ ຈຶ່ງໄດ້ ຕັດສິນໃຈຫັນມາລ້ຽງກົບ ເພື່ອກິນ ໃນຄອບຄົວ ໂດຍໃຊ້ເວລາວ່າງຫລັງ ເລີກການນຳພາເມຍ, ລູກຊ່ວຍກັນ ເຮັດ ຊຶ່ງໃນເບື້ອງຕົ້ນໄດ້ໃຊ້ທຶນຕົນ ເອງພຽງ 5 ລ້ານກວ່າກີບ ຊື້ລູກ ຮວກ ຈຳນວນ 5 ແສນໂຕ, ຊື້ຫົວ ອາຫານ ແລະ ອື່ນໆ ຊຶ່ງໄດ້ອະນຸບານ ໃສ່ກະຊັງ ແລະເຮັດຕາມຂັ້ນຕອນ, ບົດຮຽນທີ່ມີ ເພື່ອຈະຄັດພໍ່ແມ່ພັນ. ຫລັງຈາກເຮັດມາໄດ້ໄລຍະໜຶ່ງ ເຫັນໄດ້ວ່າຕົນເອງ, ຄອບຄົວມີ ຄວາມພູມໃຈ, ສາມາດລ້ຽງຄອບ ຄົວ ໄດ້, ໂດຍບໍ່ໄດ້ໃຊ້ແຮງ ງານໜັກ. ຕໍ່ມາຈິ່ງໄດ້ຕັດສິນໃຈບຸກເບີກເນື້ອ ທີ່ ເພີ່ມຂຶ້ນ ຂຸດໜອງນ້ອຍ 2 ໜອງ ເພື່ອລ້ຽງໃຫ້ຫລາຍກວ່າເກົ່າ, ຄັດ ພໍ່ແມ່ພັນໄວ້ ແລະ ສາມາດຂາຍລູກ ກົບ, ກົບນ້ອຍ ໃຫ້ກັບຜູ້ທີ່ຕ້ອງການ, ແມ່ຄ້າຊື້ໄປເຮັດອາຫານ. ຜ່ານການ ຂາຍຫລາຍຊຸດ ຍິ່ງໄດ້ຮັບຄວາມ ຕອບຮັບຈາກສັງຄົມດີຂຶ້ນເລື້ອຍໆ ຍິ່ງເຮັດຫລາຍ ກໍ່ຍິ່ງມີລາຍຮັບ ຫລາຍ, ມີບົດຮຽນ, ປະສົບການໃນ ການເບິ່ງແຍງ, ຮັກສານັບແຕ່ການ ປະສົມພັນ, ອະນຸບານ, ຮັກສາລູກ ຮວກ, ລູກກົບ, ໃຫ້ອາຫານ ແລະ ອື່ນໆ. ປັດຈຸບັນມີແມ່ພັນພໍ່ພັນກົບ 150 ໂຕ, ໃນນັ້ນ: ແມ່ພັນ 100 ໂຕ, ພໍ່ພັນ 50 ໂຕ ການເພາະພັນໄດ້ເລີ່ມ ແຕ່ເດືອນມັງກອນຂອງທຸກໆປີເປັນ ຕົ້ນມາ ແລະ ປີນີ້ຂາຍໄດ້ທັງໝົດ 5 ຊຸດ, ຊຸດໜຶ່ງປະມານ 10.000 ໂຕ ຂາຍໃນລາຄາ ໂຕໜຶ່ງປະມານ 700-1.000 ກີບ ສ້າງລາຍຮັບ ຫລາຍກວ່າ 10 ລ້ານກີບ, ເຖິງວ່າ ລາຍຮັບບໍ່ທັນສູງຕໍ່ກັບການຜະ ລິດຂອງຕົນ, ແຕ່ເຮັດໃຫ້ຄອບຄົວ ມີຫລັກໝັ້ນ, ມີວຽກເຮັດງານທຳ, ມາໃນໄລຍະນີ້ ກໍ່ມີແມ່ຄ້າມາສັ່ງ ຈອງເປັນຈຳນວນຫລາຍ ບໍ່ທັນສາ ມາດສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການ. ນອກຈາກລ້ຽງ ກົບແລ້ວ ຍັງໄດ້ລ້ຽງປາ, ເປັດ, ໄກ່ ແບບປະສົມປະສານໄປຕື່ມອີກ ເພື່ອ ໝູນວຽນ, ສະຫລັບກັນໄປມາສະ ເລ່ຍລາຍຮັບໝົດປີ ປະມານ 40 ລ້ານກວ່າກີບ. ສຳລັບການບົວລະບັດຮັກສາ ແມ່ນໄດ້ເອົາໃຈໃສ່ຕໍ່ກັບການໃຫ້ ອາຫານ, ໂດຍໄດ້ນຳໃຊ້ວັດຖຸດິບ ພາຍໃນທ້ອງຖິ່ນ ເຊັ່ນ: ຜັກຕົບ, ຮຳ, ເຂົ້າປຽນ ແລະ ອື່ນໆ ປະສົມປະ ສານເຂົ້າກັນ, ເພື່ອເປັນການປະຢັດ ຕົ້ນທຶນ, ຈິ່ງເຮັດໃຫ້ຄອບຄົວຂອງ ຕົນ, ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ກາຍເປັນແບບຢ່າງໃຫ້ກັບຄອບ ຄົວອື່ນໆທີ່ຍັງບໍ່ມີອາຊີບທີ່ໝັ້ນ ຄົງ, ກາຍເປັນຄອບຄົວພັດທະນາ ຂອງບ້ານ, ເຮັດໃຫ້ຊີວິດການເປັນ ຢູ່ຂອງຄອບຄົວດີຂຶ້ນເທື່ອລະກ້າວ. * ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ແມ່ນວຽກງານຕົ້ນຕໍ ຂອງພັກ-ລັດຖະບານ ໄດ້ເອົາໃຈໃສ່ ສຸມທຸກທ່າແຮງ ລວມທັງງົບປະ ມານຢ່າງຫລວງຫລາຍເຂົ້າໃນ ການສ້າງສາພັດທະນາເສດຖະ ກິດ-ສັງຄົມ. ພົ້ນເດັ່ນອັນໜຶ່ງກໍ່ ແມ່ນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະ ຊາຊົນບັນດາເຜົ່າໃນຂອບ ເຂດທົ່ວ ປະເທດ ອັນໄດ້ເຮັດໃຫ້ດ້ານຊີວິດ ການເປັນຢູ່ ໄດ້ຮັບການປັບປຸງດີຂຶ້ນ ເປັນ ກ້າວໆ. ຕາມບົດສະຫລຸບຕີລາຄາການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດໄລຍະ 6 ເດືອນຕົ້ນ ແລະ ທິດທາງແຜນ ວຽກຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະບານທີ່ລາຍງານ ໃນ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໄດ້ຊີ້ໃຫ້ເຫັນວ່າ: ລັດຖະບານໄດ້ ເອົາໃຈໃສ່ສືບຕໍ່ປັບປຸງພື້ນຖານ ໂຄງລ່າງທີ່ຈຳເປັນຕິດພັນກັບການ ສົ່ງເສີມ ແລະ ຊຸກຍູ້ການຜະລິດ ເພື່ອ ສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ ເຂດຈຸດສຸມພັດທະນາຕ່າງໆ ລວມ ທັງເຂດຊົນນະບົດ ແລະ ຫ່າງໄກ ສອກຫລີກຈາກແຫລ່ງທຶນຕ່າງໆ ເພື່ອໃຫ້ບັນລຸຄາດໝາຍທີ່ສະພາຮັບ ຮອງໃນ 9 ຕົວຊີ້ບອກ. ໃນນັ້ນ, ມີ 4 ຕົວຊີ້ບອກມີຄວາມຄືບໜ້າດີ, ມີ 2 ຕົວຊີ້ບອກມີຄວາມຄືບໜ້າເປີເຊັນ ຕ່ຳ ແລະ 3 ຕົວຊີ້ບອກບໍ່ທັນມີຂໍ້ ມູນທີ່ຊັດເຈນ. ຢ່າງໃດກໍ່ດີ ຢູ່ໃນ 4 ຕົວຊີ້ບອກມີຄວາມຄືບໜ້າດີ; ໄດ້ສ້າງບ້ານພົ້ນທຸກ 62 ບ້ານ; ສ້າງບ້ານພັດທະນາໄດ້ 77 ບ້ານ; ສ້າງບ້ານໃຫຍ່ເປັນຕົວເມືອງໃນ ຊົນນະບົດໄດ້ 2 ບ້ານ ແລະ ໄດ້ຈັດ ສັນພູມລຳເນົາ ແລະ ບ່ອນຢູ່ອາໄສ ໃຫ້ໝັ້ນຄົງຖາວອນໃຫ້ປະຊາຊົນ ໄດ້ເກືອບ 50 ຄອບຄົວ. ສຳລັບ 2 ຕົວຊີ້ບອກມີຄວາມຄືບໜ້າເປີ ເຊັນຕ່ຳ ໄດ້ສ້າງເມືອງພົ້ນທຸກໄດ້ 4 ເມືອງ ແລະ ສ້າງເມືອງເຂັ້ມແຂງ ຮອບດ້ານໄດ້ 1 ເມືອງ. ຂະນະທີ່ 3 ຕົວຊີ້ບອກບໍ່ມີຂໍ້ມູນຊັດເຈນ, ຄາດ ວ່າທ້າຍປີ ຈະສາມາດລາຍງານ ໄດ້ຄື: ສ້າງຄອບຄົວພົ້ນທຸກ (ມະ ຕິສະພາ 16 ພັນຄອບຄົວ); ສ້າງ ຄອບຄົວພັດທະນາ (ມະຕິສະພາ 20 ພັນຄອບຄົວ) ແລະ ຂະຫຍາຍ ກອງທຶນພັດທະນາບ້ານ ບ້ວງ 500 ລ້ານກີບ ຕໍ່ເມືອງທຸກຍາກຕາມເປົ້າ ໝາຍທີ່ກຳນົດ 12 ບ້ານ. ແນວໃດກໍ່ດີ ສຳລັບໃນຕໍ່ໜ້າ ໂດຍສະເພາະແມ່ນ 6 ເດືອນ ທ້າຍ ປີນີ້, ລັດຖະບານກໍ່ຈະສືບຕໍ່ຍຶດໝັ້ນ ແລະ ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມ ແຕ່ລະດ້ານທີ່ໄດ້ກຳນົດໃນແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ ຕິດພັນກັບການຈັດຕັ້ງປະຕິ ບັດດຳລັດເລກທີ 90\ນຍ ແລະ ບັນ ດາມະຕິຕ່າງໆຂອງພັກ ເພື່ອເຮັດ ໃຫ້ບັນດາຄາດໝາຍບັນລຸຕາມ ແຜນການທີ່ວາງໄວ້ ໂດຍສະເພາະ ແມ່ນດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນທ້າຍ ປີນີ້, ຈະເຮັດໃຫ້ບ້ານພົ້ນທຸກ, ບ້ານ ພັດທະນາ, ເມືອງພົ້ນທຸກ ແລະ ຄອບ ຄົວພັດທະນາມີການເພີ່ມຫລາຍ ຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==