5666

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 25/07/2023 xtgmf]k; ສປປ ລາວ ຮ່ວມແຂ່ງຂັນ... ໄຂກອງປະຊຸມ... ບໍລິສັດ ຍອດງື່ມ... ຄະນະຜູ້ແທນ ສຳນັກ... ນາຍົກລັດຖະມົນຕີ... ]a f4t,q o8u dt-;' 4;m 8h voIa [z6 h 8k'|h k vq 'dko lx- grn j vdkora fmtokxt9e]k; 7q o.\j ຂປລ.ໂດຍປະຕິບັດຕາມແຈ້ງ ການຂອງຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີສະບັບເລກ ທີ 1220/ຫສນຍ, ລົງວັນທີ 03 ກໍລະກົດ 2023 ທີ່ໄດ້ຕົກລົງອະນຸ ມັດ ໃຫ້ບໍລິສັດ ຍອດງື່ມພາວເວີມະ ຫາຊົນສຳປະທານກິດຈະການຈໍາ ໜ່າຍພາຍໃນຂອງລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ(ລນລ) ສາ ຂາແຂວງຊຽງຂວາງກຳນົດ 10 ປີ ແລະ ປະຕິບັດຕາມຂໍ້ຕົກລົງຂອງ ທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 2170/ກງ, ລົງວັນທີ 20 ກໍລະກົດ 2023 ທີ່ອະນຸມັດໃຫ້ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ເຊັນສັນຍາສຳປະທານຮ່ວມກັບບໍ ລິສັດ ຍອດງື່ມ ພາວເວີມະຫາຊົນ. ໃນວັນທີ 21 ກໍລະກົດ 2023 ຜ່ານມາ, ໄດ້ມີພິທີເຊັນສັນຍາສໍາປະ ທານກິດຈະການຈໍາໜ່າຍພາຍໃນ ຂອງ ລນລ ສາຂາແຂວງຊຽງ ຂວາງ ລະຫວ່າງລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ກັບບໍລິສັດຍອດ ງື່ມ ພາວເວີ ມະຫາຊົນ ໂດຍການ ເຂົ້າຮ່ວມເຊັນເປັນພະຍານຂອງ ທ່ານ ປະສົມເພັດ ຄຳຕັນ ວ່າການ ຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ(ປລປ) ກະ ຊວງການເງິນ; ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະ ຖານ ແລະ ວັດແທກກະຊວງອຸດສາ ຫະກໍາ ແລະ ການຄ້າ; ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ລນລ ແລະ ທ່ານ ສົມຫວັງ ຄຸຣຸລັດ ຜູ້ອຳ ນວຍການ, ພ້ອດ້ວຍຄະນະອຳນວຍ ການ ຂອງບໍລິສັດ ຍອດງື່ມ ພາວເວີ ມະຫາຊົນ. ໃຫ້ກຽດເຂົ້າຮ່ວມເປັນ ສັກຂີພິຍານໂດຍ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະ ຊວງການເງິນ, ຫົວໜ້າຄະນະປະຕິ ຮູບ ລນລ ແລະ ທ່ານ ນາງ ຈັນສຸກ ຂປລ. ໃນວັນທີ 24 ກໍລະກົດ 2023 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ມາຕິເນີ ເທີເຣີ (Ms. Martine Therer) ເພື່ອມາເປັນຜູ້ຕາງໜ້າ ອົງການສະຫະປະຊາຊາດເພື່ອ ການພັດທະນາ (United Nations Development Programme ຫລື UNDP) ປະຈໍາ ສປປ ລາວ ຄົນໃໝ່. ໂອກາດນີ້, ທ່ານນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາ ຄາສູງຕໍ່ສາຍພົວພັນ, ການຮ່ວມມື ແລະ ສະໜັບສະໜູນຊ່ວຍຂອງອົງ ການ UNDP ຢູ່ ສປປ ລາວ ໃນ ໄລຍະຜ່ານມາ ໂດຍສະເພາະກະ ຊວງ ຖວທ ທີ່ໄດ້ໃຫ້ການສະໜັບສະ ໜູນຊ່ວຍເຫລືອ ເປັນຕົ້ນໄດ້ສ້າງ ສະຖານີວິທະຍຸຊຸມຊົນ, ປັບປຸງສະ ຖານທີ່ທ່ອງທ່ຽວ ແລະ ສິ່ງອຳນວຍ ຄວາມສະດວກຢູ່ສະຖານທີ່ທ່ອງ ທ່ຽວ ທີ່ໄດ້ຮັບຜົນກະທົບຈາກໂຄ ວິດ-19 ແລະ ອື່ນໆ. ພ້ອມນີ້, ຍັງໄດ້ ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ ການນໍາພາຂອງຜູ້ຕາງໜ້າອົງການ UNDP ປະຈໍາ ສປປ ລາວ ຄົນໃໝ່ ຈະເພີ່ມທະວີການຮ່ວມມື ແລະ ສືບ ຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ທີ່ ສອດຄ່ອງກັບວຽກງານບຸລິມະສິດ ຕ່າງໆຂອງລັດຖະບານ. ໃນໂອກາດດຽວກັນ, ທ່ານນາງ ມາຕິເນີ ເທີເຣີ ກໍໄດ້ສະແດງຄວາມ ຂອບໃຈຕໍ່ມາຍັງທ່ານລັດຖະມົນຕີ ທີ່ໃຫ້ການຕ້ອນຮັບອົບອຸ່ນໃນຄັ້ງ ນີ້, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຕົນ ເອງ ກໍຄືອົງການ UNDP ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການ ຮ່ວມມືກັບລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນ ງານຕ່າງໆ ທີ່ສະໜັບສະໜູນໃຫ້ແກ່ ການບັນລຸບັນດາບຸລິມະສິດດ້ານ ການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ. ຂ່າວ: ກິດຕາ, ພາບ: ຂັນໄຊ ໄຫວເຮັດວຽກຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ. ການເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ ໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ໂຮງງານຜະລິດໝາກໄມ້ ແລະ ນ້ຳ ຫວານສາລີ ຂອງບໍລິສັດ ລາວອຸດ ສະຫະກຳ-ກະສິກຳ ຈໍາກັດທີ່ບ້ານ ເກິນ, ພົບປະໂອ້ລົມປະຊາຊົນກຸ່ມ ບ້ານແຈ້ງ, ຢ້ຽມຢາມຟາມລ້ຽງງົວ ພັນໃຫຍ່ ເພື່ອສົ່ງອອກຂອງຟາມນ້ຳ ເພັດຈະເລີນຊັບ ທີ່ບ້ານຕານປ່ຽວ, ເມືອງທຸລະຄົມ ແລະ ໂຄງການປັບ ປຸງເສັ້ນທາງ ແລະ ສິ່ງອຳນວຍ ຄວາມສະດວກ ເພື່ອການທ່ອງທ່ຽວ ເຂດໜ້າເຂື່ອນໄຟຟ້ານ້ຳງື່ມ, ເມືອງ ແກ້ວອຸດົມ, ແຂວງວຽງຈັນ. ໃນການໄປເຄື່ອນໄຫວຢ້ຽມ ຢາມແຕ່ລະສະຖານທີ່, ທ່ານນາຍົກ ລັດຖະມົນຕີ ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຄວາມເອົາໃຈໃສ່ ໃນການພັດທະນາກິດຈະການຂອງ ຕົນ ເຮັດໃຫ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດຕາມແຜນການທີ່ກຳ ນົດໄວ້. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ຊີ້ນໍາໃຫ້ຂະ ແໜງການ, ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ເອົາໃຈ ໃສ່ຕື່ມບາງດ້ານ ເປັນຕົ້ນ: ໃຫ້ກະ ຊວງກະສິກຳ ແລະ ປ່າໄມ້, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທະນາ ຄານແຫ່ງ ສປປ ລາວ, ແຂວງວຽງ ຈັນ ແລະ ພາກສ່ວນກ່ຽວຂ້ອງຊີ້ນຳ ພະນັກງານຂອງຕົນຕິດຕາມ, ຊຸກ ຍູ້ ແລະ ສ້າງເງື່ອນໄຂສະດວກດ້ານ ຕ່າງໆໃຫ້ແກ່ການຜະລິດ, ປຸງແຕ່ງ ສິນຄ້າກະສິກໍາ, ຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດຂອງ ບໍລິສັດ ລາວອຸດສະຫະກຳ ແລະ ກະ ສິກຳ ຈໍາກັດ; ໃຫ້ກະຊວງອຸດສະຫະ ກຳ ແລະ ການຄ້າ, ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຄົ້ນຄວ້າຮູບແບບການ ໂຄສະນາປະຊາສຳພັນການຕະ ຫລາດສິນຄ້າພາຍໃນ ດ້ວຍຫລາຍ ຮູບແບບ, ຫລາຍຊ່ອງທາງ ແລະ ເປັນປົກກະຕິ ເພື່ອໃຫ້ສັງຄົມລາວ ເຮົາຮັບຮູ້ຢ່າງກວ້າງຂວາງ. ພ້ອມ ນີ້ ໃຫ້ບໍລິສັດ ດັ່ງກ່າວ ປັບປຸງການ ຜະລິດສິນຄ້າຂອງຕົນ ໃຫ້ມີຄວາມ ຫລາກຫລາຍຮູບແບບ ແລະ ສ້າງ ແຜນຄວາມຕ້ອງການວັດຖຸດິບ, ຄວາມຕ້ອງການນໍາໃຊ້ທີ່ດິນປູກ ຝັງ, ການນໍາເຂົ້າວັດຖຸ, ອຸປະກອນ, ແນວພັນ, ປຸ໋ຍ ແລະ ອື່ນໆ ເພື່ອເປັນ ຂໍ້ມູນສະໜອງໃຫ້ແກ່ຂະແໜງການ ກ່ຽວຂ້ອງ. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກະຊວງພະລັງ ງານ ແລະ ບໍ່ແຮ່, ອົງການປົກຄອງ ແຂວງວຽງຈັນ ກວດກາຄືນລະບົບ ຊົນລະປະທານ, ການນຳໃຊ້ກະແສ ໄຟຟ້າໃນວຽກງານຊົນລະປະທານ ເພື່ອສ້າງເງື່ອນໄຂອຳນວຍຄວາມ ສະດວກໃຫ້ແກ່ການຜະລິດປູກຝັງ, ລ້ຽງສັດ, ລວມທັງເຕັກນິກ, ວິຊາ ການ, ແນວພັນພືດ-ສັດລົງຊ່ວຍກຸ່ມ ການປູກ-ການລ້ຽງ ຂອງປະຊາຊົນ ໃນເຂດດັ່ງກ່າວ. ພ້ອມນີ້ໃຫ້ຄົ້ນຄວ້າ ມາດຕະການຕ່າງໆ ເພື່ອເຮັດໃຫ້ ຕົ້ນທຶນການຜະລິດ, ການປຸງແຕ່ງ ຂອງຊາວກະສິກອນຕໍ່າລົງ, ສິນ ຄ້າມີຄຸນນະພາບ ແລະ ສາມາດແຂ່ງ ຂັນໄດ້, ທັງໃຫ້ອົງການປົກຄອງ ແຂວງ ສົມທົບກັບພາກສ່ວນກ່ຽວ ຂ້ອງຄົ້ນຄວ້າແຫລ່ງທຶນ ຈາກພາກ ສ່ວນຕ່າງໆ ລວມທັງການປະກອບ ສ່ວນ ກໍຄືການມີສ່ວນຮ່ວມຂອງ ປະຊາຊົນ ໃນການກໍ່ສ້າງເສັ້ນທາງ ເຊື່ອມຕໍ່ລະຫວ່າງບ້ານແຈ້ງ ຫາ ບ້ານຫາດສ້ຽວ ໃຫ້ສຳເລັດ. ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງສົມທົບກະຊວງຖະ ແຫງຂ່າວ, ວັດທະນະທຳ ແລະທ່ອງ ທ່ຽວ, ອົງການປົກຄອງແຂວງວຽງ ຈັນ ສືບຕໍ່ຕິດຕາມ ແລະ ຊຸກຍູ້ຜູ້ພັດ ທະນາໂຄງການພັດທະນາແຫລ່ງ ທ່ອງທ່ຽວເຂດໜ້າເຂື່ອນໄຟຟ້າ ນໍ້າງື່ມ ໃຫ້ສຳເລັດຕາມແຜນການ ທີ່ວາງໄວ້ ແລະ ຖືກຕ້ອງຕາມເຕັກ ນິກ, ມາດຕະຖານ. ພ້ອມນັ້ນ ໃຫ້ອົງ ການປົກຄອງແຂວງວຽງຈັນ ສົມ ທົບຂະແໜງການທີ່ກ່ຽວຂ້ອງຄົ້ນ ຄວ້າຍ້າຍທ່າເຮືອຂົນສົ່ງໄມ້ຈາກ ການອະນາໄມໜ້າເຂື່ອນ, ກຳນົດ ເສັ້ນທາງເວັ້ນສຳລັບການຂົນສົ່ງ ໄມ້; ຮີບຮ້ອນສຳຫລວດເນື້ອທີ່ດິນ ລັດ, ອອກແຜນທີ່ດິນລັດສະຫງວນ ໄວ້ພັດທະນາໂຄງການຂອງລັດຖະ ບານໃນຕໍ່ໜ້າ, ຫລີກລ່ຽງການບຸກ ລຸກຈັບຈອງຂອງປະຊາຊົນ; ໃຫ້ບໍລິ ສັດຜູ້ພັດທະນາໂຄງການນຳໃຊ້ ສະກຸນເງິນກີບ ສຳລັບການຊື້-ຂາຍ ແລກປ່ຽນພາຍໃນ, ຄ່າແຮງງານ ແລະ ອື່ນໆໃຫ້ເຂັ້ມງວດຕາມກົດ ໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ການຢ້ຽມຢາມປະຊາຊົນກຸ່ມ ບ້ານແຈ້ງ ຄັ້ງນີ້, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງ ໃຫ້ກຸ່ມສະຫະກອນບ້ານແຈ້ງ ເພື່ອ ເປັນທຶນ ໃນການພັດທະນາກຸ່ມ ຕື່ມອີກ. ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ ທ່ານ ນາງ ສວນສະຫວັນ ວິຍະເກດ (ຂວາ) ແສງພະຈັນ ຮອງລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າຄະນະປະຕິຮູບ ລນລ. ໂອກາດນີ້, ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ລນລ ກ່າວວ່າ: ໂຄງການດັ່ງກ່າວຖືເປັນ ໂຄງການຕົວແບບທີ່ທາງຄະນະ ປະຕິຮູບ ລນລ ໄດ້ຄົ້ນຄວ້າທົດລອງ ມອບໃຫ້ເອກະຊົນເຂົ້າມາ ສໍາປະ ທານກິດຈະການໃນກຳນົດ 10 ປີ ໂດຍຈະມີການຕິດຕາມ ແລະ ປະ ເມີນຜົນຕົວຈິງຢ່າງໃກ້ຊິດ ຊຶ່ງນອກ ຈາກການໄດ້ຮັບຄ່າສຳປະທານ ດັ່ງກ່າວແລ້ວ. ຈຸດປະສົງຫລັກຂອງ ໂຄງການຍັງແມ່ນເພື່ອສົ່ງເສີມພັດ ທະນາ ແລະ ຍົກລະດັບການໃຫ້ ບໍລິການຂອງ ລນລ ໃຫ້ມີຄວາມ ທັນສະໄໝ, ໂປ່ງໄສ ແລະ ສາມາດ ແຂ່ງຂັນກັບປໍ້າເອກະຊົນອື່ນໄດ້ ໃນອະນາຄົດ ແລະ ທີ່ສໍາຄັນທີ່ສຸດ ແມ່ນຜູ້ສຳປະທານ ຈະມອບອາຄານ ສິ່ງປຸກສ້າງທີ່ໄດ້ລົງທຶນປຸກສ້າງ ຂຶ້ນໃໝ່ທັງໝົດໃຫ້ເປັນກຳມະສິດ ຂອງ ລນລ ພາຍຫລັງໄດ້ສຳປະ ທານຄົບກຳນົດ. ການຂົນຂວາຍໃຫ້ ເອກະຊົນເຂົ້າມາລົງທຶນ ກໍແມ່ນ ເພື່ອດຶງເອົາທຶນຮອນ ແລະ ກົນໄກ ການບໍລິຫານທີ່ໂປ່ງໄສເຂັ້ມງວດ ເພື່ອສ້າງການປ່ຽນແປງ ແລະ ປ່ຽນ ຖ່າຍວັດທະນະອົງກອນໃຫ້ໄປສູ່ ຄວາມເປັນມືອາຊີບໃນອະນາຄົດ. ຂະນະດຽວກັນ, ທ່ານ ສົມຫວັງ ຄຸຣຸລັດ ໄດ້ມີຄໍາເຫັນວ່າ: ຂອບໃຈທີ່ ໄດ້ເປັນສ່ວນໜຶ່ງໃນການປັບປຸງ ລນລ ທີ່ມີຢູ່ແລ້ວ ໃຫ້ທັນສະໄໝຍິ່ງ ຂຶ້ນ ຊຶ່ງພວກເຮົາໄດ້ມີແຜນການ ດຳເນີນທຸລະກິດດັ່ງນີ້: ຈະເຂົ້າມາ ປັບປຸງປໍ້ານໍ້າມັນຕົວແບບ (ປໍ້າ ໂພນງາມ) ຢູ່ເມືອງແປກ, ແຂວງ ຊຽງຂວາງ ໃຫ້ມີຄວາມທັນສະໄໝ ຄົບວົງຈອນ ຊຶ່ງຈະເລີ່ມລົງມືຈັດຕັ້ງ ປະຕິບັດໃນເດືອນຕຸລາ 2023 ເປັນຕົ້ນໄປຄາດວ່າປໍ້ານ້ຳມັນໂພນ ງາມຈະເປັນປໍ້າ 1 ໃນ 3 ປໍ້າທີ່ງາມ ທີ່ສຸດໃນປະເທດລາວ; ຈະສືບຕໍ່ປັບ ປຸງປໍ້ານໍ້າມັນຕົວແທນໃນແຂວງ ຊຽງຂວາງ ແລະ ແຂວງຫົວພັນ ໃຫ້ ມີຄວາມທັນສະໄໝເປັນຕົ້ນແມ່ນ: ການປັບປຸງພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ລັກສະນະສີສັນຂອງປໍ້າ, ອຸປະກອນ ແລະ ເຄື່ອງມືທັນສະໄໝລວມເຖິງ ລະບົບການບໍລິການຕ່າງໆໃຫ້ມີ ຄຸນນະພາບ. ສິ່ງສຳຄັນແມ່ນບັນດາ ປໍ້າຕົວແທນ ຈະຕ້ອງຊື້ນໍ້າມັນ ຈາກ ລນລ ທີ່ຈໍາໜ່າຍພາຍໃນ ເພື່ອປ້ອງ ກັນການນໍາເອົານໍ້າມັນມາຈາກ ບ່ອນອື່ນ, ປ້ອງກັນປັນຫາເລື່ອງຄຸນ ນະພາບນໍ້າມັນ ຊຶ່ງທາງບໍລິສັດ ມີ ໂຮງງານຜະລິດ ແລະ ໄດ້ຈໍາໜ່າຍ ໃຫ້ກັບ ລນລ; ຫລັງຈາກນັ້ນ ລນລ ຈະຈໍາໜ່າຍໃຫ້ກັບບັນດາປໍ້ານໍ້າມັນ ຕົວແທນທີ່ເປັນລູກຄ້າໃນແຕ່ລະຂົງ ເຂດ; ສ່ວນການເຂົ້າມາບໍລິຫານ ໃນ ຄັ້ງນີ້ ແມ່ນຈະເລິ່ມຈາກການເພີ່ມ ເງິນເດືອນພື້ນຖານ ຂອງພະນັກງານ 10% ເລີ່ມຈາກເດືອນຕຸລາ 2023 ເປັນຕົ້ນໄປ. ນອກນັ້ນ, ຍັງມີສະ ຫວັດດີການທີ່ດີ ເຊັ່ນ ຄ່າອາຫານ, ປະກັນສັງຄົມ ແລະ ເງິນຊ່ວຍເຫລືອ ຕ່າງໆພ້ອມ. ແຫລ່ງຂ່າວ: ກະຊວງການເງິນ ສືພິມ ແທັງຮວາ ເຂົ້າຮ່ວມໃນພິທີ ຕ້ອນຮັບ. ໂອກາດນີ້, ສະຫາຍ ເດົ່າ ຖັນ ຕຸ່ງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງໄດ້ລາຍງານໂດຍຫຍໍ້ກ່ຽວ ກັບສະພາບ, ຈຸດພິເສດ, ທ່າແຮງ, ມູນເຊື້ອທາງດ້ານປະຫວັດສາດ ອັນຍາວນານ, ວັດທະນະທຳ ແລະ ປະຊາຊົນແຂວງແທັງຮວາ; ຍົກ ໃຫ້ເຫັນໝາກຜົນອັນພົ້ນເດັ່ນໃນ ການພັດທະນາເສດຖະກິດ-ສັງຄົມ, ວຽກງານການກໍ່ສ້າງພັກ ແລະ ລະ ບົບການເມືອງໃນປີ 2022 ແລະ ໄລຍະ 6 ເດືອນຕົ້ນປີ 2023 ຂອງ ແຂວງ. ພ້ອມນີ້, ສະຫາຍຍັງໄດ້ ເນັ້ນອີກວ່າ ໃນໄລຍະ 55 ປີ ແຫ່ງ ການຮ່ວມມືມິດຕະພາບ ລະຫວ່າງ 2 ແຂວງແທັງຮວາ ສສ ຫວຽດ ນາມ ແລະ ແຂວງຫົວພັນ ສປປ ລາວ ເຮັດໃຫ້ສາຍພົວພັນມິດຕະ ພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໄດ້ແໜ້ນ ແຟ້ນຂຶ້ນຕື່ມ ໂດຍໄດ້ມີການຈັດຕັ້ງ ການພົບປະກັນຢ່າງຕໍ່ເນື່ອງ, ເປີດ ຊຸດຝຶກອົບຮົມ, ການແລກປ່ຽນບົດ ຮຽນ, ການຜັນຂະຫຍາຍບັນດາ ເນື້ອໃນຂໍ້ຕົກລົງ ແລະ ປະສານສົມ ທົບເພື່ອແກ້ໄຂບັນຫາຕ່າງໆທີ່ ເກີດຂຶ້ນ. ໃນໂອກາດດຽວກັນ, ສະຫາຍ ຄໍາເຜີຍ ພິລາພາ ກໍໄດ້ສະແດງ ຄວາມຂອບໃຈຢ່າງສູງຕໍ່ການຕ້ອນ ຮັບອັນອົບອຸ່ນຂອງ ສະຫາຍ ເດົ່າ ຖັນ ຕຸ່ງ ແລະ ໄດ້ແຈ້ງໃຫ້ຊາບເຖິງ ຈຸດປະສົງໃນການມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທັງຮວາ ໃນຄັ້ງນີ້, ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າບົນຈິດໃຈ ສາຍພົວພັນການຮ່ວມມືລະຫວ່າງ ສຳນັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານຫວຽດນາມ ຈະ ໄດ້ຮັບການເອົາໃຈໃສ່ ເພື່ອສ້າງ ເງື່ອນໄຂໃຫ້ແກ່ການນຳລະດັບສູງ, ນັກຂ່າວປະເທດລາວ ໄດ້ມາຢ້ຽມ ຢາມ ແທັງຮວາ ເພື່ອໂຄສະນາໃຫ້ ແກ່ແຂວງແທັງຮວາ ແລະ ບັນດາ ໝາກຜົນອັນພົ້ນເດັ່ນກ່ຽວກັບເສດ ຖະກິດ, ວັນທະນະທຳ-ສັງຄົມ ຂອງ ແຂວງ ເພື່ອໃຫ້ປະຊາຊົນລາວອ້າຍ ນ້ອງໄດ້ຮັບຮູ້. ໃນໂອກາດນີ້, ສະຫາຍ ຄໍາເຜີຍ ພິລາພາ ພ້ອມດ້ວຍຄະນະຍັງໄດ້ ໄປຢ້ຽມຢາມແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງໜັງສືພິມ, ຢ້ຽມຢາມເຮັດວຽກກັບໜັງສືພິມ ແທັງຮວາ ເພື່ອແລກປ່ຽນບົດຮຽນ ໃນຂົງເຂດຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນກັບ ພະແນກຖະ ແຫລງຂ່າວ ແລະ ສື່ສານແຂວງ ແທັງຮວາ ໂດຍໄດ້ຮັບການຕ້ອນຮັບ ຈາກ ທ່ານ ໂດ້ ຫຶວກວຽດ ຫົວໜ້າ ພະແນກຖະແຫລງຂ່າວ ແລະ ສື່ ສານແຂວງແທັງຮວາ, ພ້ອມທັງ ລາຍງານໂດຍຫຍໍ້ກ່ຽວກັບສະພາບ ການເຄື່ອນໄຫວວຽກງານຂອງພະ ແນກ ໂດຍສະເພາະແມ່ນບົດບາດ ໃນ ການຄຸ້ມຄອງກ່ຽວກັບຖະແຫລງ ຂ່າວ ແລະ ສື່ສານ, ການເອົາໃຈໃສ່ ໃນການໂຄສະນາ, ເພີ່ມທະວີການ ພົວພັນຮ່ວມມື, ປະສານສົມທົບກັບ ອົງການວາລະສານສູນກາງ ໂດຍ ຜ່ານຫລາກຫລາຍຮູບແບບກ່ຽວ ກັບວັດທະນະທຳທີ່ພິມລົງຜະລິດຕະ ພັນໜັງສືພິມ ຢ່າງເປັນປະຈຳ ເພື່ອ ສະທ້ອນໃຫ້ເຫັັນສັງຄົມອັນດີງາມ ແລະ ໝູ່ເພື່ອນພາຍໃນ ແລະ ຕ່າງປະ ເທດກ່ຽວກັບຄວາມສາມາດແລະ ການພັດທະນາຢ່າງຫລວງຫລາຍ. ນອກຈາກນັ້ນ, 2 ຝ່າຍຍັງໄດ້ ແລກປ່ຽນບົດຮຽນກ່ຽວກັບການ ຄຸ້ມຄອງໜັງສືພິມ ເພື່ອໃຫ້ການ ເຄື່ອນໄຫວວຽກງານດຳເນີນໄປ ຢ່າງມີປະສິດທິພາບ ແລະ ປະສິດ ທິຜົນດີຂຶ້ນ, ຮັບປະກັນຂໍ້ມູນຂ່າວ ສານຜ່ານອິນເຕີເນັດ ໃຫ້ມີຄວາມ ປອດໄພ. ຂ່າວ: ສົມປະສົງ, ພາບ: ເກດສະໜາ ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການ ສະຫລຸບ ແລະ ການປະເມີນການ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ການກະກຽມແນະນຳການສ້າງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030); ການຄົ້ນຄວ້ານະໂຍບາຍ ອຸດໜູນເງິນເດືອນຂັ້ນຕ່ຳແກ່ພະນັກ ງານ-ລັດຖະກອນ ແລະ ຄ່າແຮງ ງານຂັ້ນຕ່ຳແກ່ແຮງງານ-ກຳມະ ກອນ; ຮ່າງຂໍ້ຕົກລົງວ່າດ້ວຍການສະ ສາງ ແລະ ຖອນຄືນລົດຂອງລັດ; ຮ່າງດຳລັດວ່າດ້ວຍນະໂຍບາຍຕໍ່ຜູ້ມີ ຜົນງານຕ້ານ ແລະ ສະກັດກັ້ນການ ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບງົບປະມານຂອງລັດ;ຮ່າງ ດຳລັດວ່າດ້ວຍຄ້າຍຄຸມຂັງ-ດັດ ສ້າງ; ຮ່າງດຳລັດວ່າດ້ວຍກອງທຶນ ຊ່ວຍເຫລືອສຸກເສີນ ແລະ ດຳລັດວ່າ ດ້ວຍກອງທຶນເລືອດ. ໃນໂອກາດກ່າວເປີດກອງປະ ຊຸມ, ທ່ານປະທານກອງປະຊຸມໄດ້ ຮຽກຮ້ອງບັນດາສະມາຊິກລັດຖະ ບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກ ເຊິ່ງຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະ ນາ ໃນກອງປະຊຸມຄັ້ງນີ້ດ້ວຍການ ສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະມີຈຸດສຸມ ເພື່ອເຮັດ ໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ລາຍງານສະພາບພົ້ນເດັ່ນປະຈຳ ເດືອນກໍລະກົດ ແລະ ທິດທາງແຜນ ການ ປະຈຳເດືອນສິງຫາ 2023. ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມ ກັນຄົ້ນຄວ້າ ແລະ ປຶກສາຫາລື 8 ຫົວຂໍ້ສໍາຄັນ ຄື: ບົດສະຫລຸບການ ເຄື່ອນໄຫວວຽກງານພົ້ນເດັ່ນປະ ຈໍາເດືອນກໍລະກົດ ແລະ ທິດທາງ ແຜນການປະຈໍາເດືອນສິງຫາ 2023 ຂອງລັດຖະບານ ເປັນຕົ້ນວຽກງານ ຂົງເຂດເສດຖະກິດ-ສັງຄົມ, ປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ຜົນກອງ ປະຊຸມປະຈຳປີ ຂອງຄະນະຊີ້ນຳລະ ດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ; ການກະກຽມສະຫລຸບ ລາຍງານກາງສະໄໝການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດມາຊິກອາຊຽນຈຳນວນ 187 ທ່ານ; ໃນນັ້ນ ສປປ ລາວ ໄດ້ສົ່ງເຂົ້າ 5 ສາຂາຊ່າງ ຄື: ສາຂາກຣາບຟິກ ດີຊາຍ(Graphics Design), ສາຂາເວັບເຕັກໂນໂລຊີ (Web Technology), ສາຂາອອກແບບ ແລະ ຕັດຫຍິບເຄື່ອງນຸ່ງ(Fashion Technology), ສາຂາຕິດຕັ້ງໄຟ ຟ້າ (Electrical Installation) ແລະ ສາຂາປຸງແຕ່ງອາຫານ (Cooking) ໂດຍມີນັກເເຂ່ງຂັນ ຈຳນວນ 10 ທ່ານ, ຜູ້ຊ່ຽວຊານ 11 ທ່ານ, ຄູຝຶກ 5 ທ່ານ, ແປພາສາ 5 ທ່ານ, ຄະນະນໍາພາ 7 ທ່ານ, ລວມ ມີທັງໝົດ 38 ທ່ານ, ຍິງ 12 ທ່ານ ເຂົ້າຮ່ວມ. ຜ່ານມາ ສປປ ລາວ ໄດ້ ເຂົ້າຮ່ວມການແຂ່ງຂັນສີມືແຮງ ງານລະດັບອາຊຽນ 10 ຄັ້ງ, ໃນ ນີ້ ເປັນຜູ້ສັງເກດການ 1 ຄັ້ງ, ເຂົ້າ ຮ່ວມແຂ່ງຂັນ 9 ຄັ້ງ ແລະ ສາມາດ ຍາດມາໄດ້ 1 ຫລຽນເງິນ ຈາກສາ ຂາຊ່າງຕິດຕັ້ງໄຟຟ້າ ໃນການແຂ່ງ ຂັນສີມືແຮງງານອາຊຽນ ຄັ້ງທີ 10 (2014)ທີ່ ສສ ຫວຽດນາມ ເປັນ ເຈົ້າພາບ ແລະ ໄດ້ຮັບໃບຢັ້ງຢືນ ມາດຕະຖານສີມືແຮງງານ ໃນການ ແຂ່ງຂັນສີມືແຮງງານອາຊຽນ ຈໍາ ນວນ 24 ໃບ, ສ່ວນຄັ້ງນີ້ຄາດວ່າ ຈະຍາດໄດ້ 1 ຫລຽນ. ພິທີເປີດການແຂ່ງຂັນສີມືແຮງ ງານ ອາຊຽນ ຄັ້ງທີ 13 ຈັດຂຶ້ນຢ່າງ ເປັນທາງການໃນຕອນແລງຂອງ ວັນທີ 22 ກໍລະກົດ 2023 ທີ່ ສູນການສະແດງສິນຄ້າສິງກະໂປ (Singapore EXPO), ໃຫ້ ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີໂດຍແມ່ນທ່ານນາງ MdmHalimahYacob ປະທານ ປະເທດແຫ່ງສາທາລະນະລັດ ສິງ ກະໂປ, ມີບັນດາທູດ, ທູຕານຸທູດ, ຄະນະຜູ້ແທນ, ຜູ້ຊ່ຽວຊານ, ຄູຝຶກ ແລະ ຄະນະນັກແຂ່ງຂັນຈາກບັນດາ ປະເທດສະມາຊິກອາຊຽນ, ພາກ ສ່ວນໃຫ້ການສະໜັບສະໜູນ, ອົງ ການຈັດຕັ້ງສາກົນ ແລະ ບັນດາ ພາກສ່ວນຕ່າງທີ່ກ່ຽວຂ້ອງ, ເຂົ້າ ຮ່ວມຢ່າງພ້ອມພຽງ. ສໍາລັບ ສປປ ລາວ ນໍາພາຄະນະ ຜູ້ແທນ ແລະ ຄະນະນັກແຂ່ງຂັນເຂົ້າ ຮ່ວມການແຂ່ງຂັນສີມືແຮງງານ ອາຊຽນຄັ້ງນີ້ ໂດຍແມ່ນທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນ ພັດທະນາສີມືແຮງງານກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ, ທ່ານ ຄອນສີ ມະຫາວົງ ຮອງ ຫົວໜ້າສະຖາບັນພັດທະນາສີມື ແຮງ ງານຜູ້ຊີ້ນໍາວຽກ ງານ ແຂ່ງຂັນ ສີມືແຮງງານ ແລະ ທ່ານ ແສງແກ້ວ ປວງປະດິດ ເອກອັກຄະລັດຖະທູດ ສປປ ລາວ ປະຈຳສິງກະໂປ ກໍໄດ້ໃຫ້ ກຽດເຂົ້າຮ່ວມໃນພິທີເປີດດ້ວຍ. ການແຂ່ງຂັນສີມືແຮງງານ ອາຊຽນ ເປັນກິດຈະກຳໜື່ງທີ່ຖືກ ຈັດຂື້ນ 2 ປີ ຕໍ່ຄັ້ງ ເຊິ່ງບັນດາປະ ເທດສະມາຊິກອາຊຽນ ໄດ້ຜັດປ່ຽນ ໝູນວຽນກັນເປັນເຈົ້າພາບ ແລະ ເຂົ້າຮ່ວມຕາມພັນທະຂອງປະເທດ ສະມາຊິກອາຊຽນ ເພື່ອສົ່ງເສີມ ການພັດທະນາສີມືແຮງງານ ໃຫ້ ແກ່ບັນດາຊາວໜຸ່ມ, ນັກຮຽນ ແລະ ການຕ້ອນຮັບຈາກສະຫາຍ ເດົ່າ ຖັນ ຕຸ່ງ ກໍາມະການຄະນະພັກແຂວງ, ຮອງປະທານກຳມະການປະຊາຊົນ ແຂວງແທັງຮວາ, ມີຄະນະຖະ ແຫລງຂ່າວ ແລະ ສື່ສານ ແລະ ໜັງ ນັກສຶກສາທີ່ເປັນກຳລັງແຮງຂອງ ຊາດ ໃນບັນດາປະເທດພາກພື້ນອາ ຊຽນ ໂດຍມີການຄັດເລືອກ ແລະ ມອບຫລຽນລາງວັນໃຫ້ນັກແຂ່ງ ຂັນສີມືແຮງງານຜູ້ທີ່ຊະນະເລີດອັນ ດັບ 1, 2 ແລະ 3. ການແຂ່ງຂັນສີມື ແຮງງານຍັງເປັນເວທີແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນລະ ກັນທາງດ້ານບົດຮຽນອັນພົ້ນເດັ່ນ, ນະວັດຕະກຳ ແລະ ເຕັກໂນໂລຊີ ຕ່າງໆ ທີ່ມີການປ່ຽນແປງໄປຕາມ ຍຸກການຫັນເປັນອຸດສາຫະກຳ 4.0.

RkJQdWJsaXNoZXIy MTc3MTYxMQ==