okpq d]a f4t,q o8u -5 dp6 h dkozt]y f16 j c0;';P'9a o w0dv'xt-5 ,]a f4t[ko ltw\lk,a o xt9egfn vod= ]tdq f [+ oEIh vo cs]j 'mj v'mj P; mu j g-n j v'-h vomj kcI'9kdme,t-kf ]k;{vy o3fgog-p Ia fc|h o dkoIj ;,,n fh kom5 ]tdy f 7totz6 h cmoltrkcsj '-kf]k; c]dxj Po [q fIPo;Pd]a f4tltrk 16 j ltst]a fvkg,]y dk ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 25.07.2023 ປີທີ 22 ສະບັບທີ 5.726 rda xt-k-oq xt8;y fa]k; mu,j du Pflts'k \oA pon K j ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 6 lxx ]k; Ij ;,c0j '0a olu ,n cI''ko vk-Po 7A 'mu 13 s;a 'pkf 1 s]Po 7totz6 h cmo leoa d0j k;lkoxtgmf]k; 1h P,1k, c]t gIa f;Pd16 j c0;'cma 'I;k rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme ຂປລ. ການແຂ່ງຂັນສີມືແຮງ ງານ ອາຊຽນ ຄັ້ງທີ 13 (13th WorldSkills ASEAN) ໄດ້ ຈັດຂຶ້ນທີ່ສູນວາງສະແດງສິນຄ້າ ຊັນເທັກ (Suntec Singapore Convention & Exhibition Centre) ທີ່ປະເທດ ສິງກະໂປ ໃນລະຫວ່າງວັນທີ 22-27 ກໍລະ ກົດ 2023 ໂດຍມີທັງໝົດ 22 ສາ ຂາຊ່າງ, ມີນັກແຂ່ງຂັນສີມືແຮງ ງານທີ່ມາຈາກບັນດາປະເທດສະ ຂປລ. ໃນລະຫວ່າງວັນ ທີ1821 ກໍລະກົດ 2023 ຜ່ານມານີ້, ຄະນະນັກທຸລະກິດ ຈາກປະເທດ ອິນໂດເນເຊຍ ນຳໂດຍ ທ່ານ ມັງ ກູອາຣາມທູ ປະທານກຳມະການ ບໍລິຫານໂຮງໝໍ ລູລີດາ ຮາຊານາ ຕາມາ (LuridaHasana Tama Hospital), ປະທານກຳມະການ ບໍລິຫານມູນນິທິມັງກູພາເລດ (Mangku Palace) ປະເທດອິນ ໂດເນເຊຍ, ພ້ອມຄະນະໄດ້ເດີນ ທາງມາຮ່ວມປະຊຸມແລກປ່ຽນວິ ໄສທັດທາງທຸລະກິດ ກັບບັນດາ ນັກທຸລະກິດຂອງ ສປປ ລາວ ນະ ຄອນຫລວງວຽງຈັນ ໂດຍໄດ້ຮັບ ການຕ້ອນຮັບຈາກ ກຸ່ມບໍລິສັດ ເອັສ ຂປລ. ຄະນະຜູ້ແທນສະພາ ແຫ່ງຊາດ ແຫ່ງ ສປປ ລາວ ນຳ ໂດຍ ທ່ານ ສັນຍາ ປຣະເສີດ ກຳມະ ການຄະນະ ປະຈຳສະພາແຫ່ງຊາດ, ປະທານກຳມາທິການການຕ່າງປະ ເທດ ພ້ອມຄະນະກຳມາທິການ, ຄະ ນະເລຂາທິການ, ສະຖາບັນຄົ້ນຄວ້າ ນິຕິກຳ ແລະ ຄະນະເລຂາທິການສະ ພາປະຊາຊົນແຂວງ ຈຳນວນໜຶ່ງ ໄດ້ເດີນທາງໄປຢ້ຽມຢາມ, ທັດສະ ນະສຶກສາ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານລັດຖະສະພາ ກັບລັດຖະສະພາຂອງສະຫະລັດ ທີ ແລະ ບໍລິສັດ ໂຢມາດາ. ໃນໂອກາດເດີນທາງມາຮ່ວມ ປະຊຸມແລກປ່ຽນວິໄສທັດທາງທຸ ລະກິດ ໃນຄັ້ງນີ້, ຄະນະນັກທຸລະກິດ ຈາກອິນໂດເນເຊຍ ໄດ້ໄປຢ້ຽມຊົມ ກິດຈະການຂອງກຸ່ມບໍລິສັດ ເອັສທີ ທີ່ດຳເນີນຮ່ວມກັບ ບໍລິສັດ ໂຢມາ ດາ ເຊິ່ງປະກອບມີ: ເອັສທີຄັບ (ST CLUB), ເອັສທີ ເດມາກ (ST DAY MART) ແລະ ເອັສທີຄ໋ອບ ຟີ (ST COFFEE) ຢູ່ໂຮງແຮມ ເອັສທີເວກັສ ບ້ານດົງໂພສີ ເມືອງ ຫາດຊາຍຟອງ, ນະຄອນຫລວງ ວຽງຈັນ. ພິເສດ ໃນຕອນແລງຂອງວັນທີ [= ]y la fpvf', lextmkody f9tdko 9e|j kpoE,a og-N vw2 16 j c0;'-P'0;k' n j ອາເມລິກາ ຢູ່ນະຄອນຫລວງ ວໍຊິງ ຕັນ ດີຊີ, ສະຫະລັດອາເມລິກາ ໃນ ລະຫວ່າງວັນທີ 16-22 ກໍລະກົດ 2023 ຕາມການສະໜັບສະໜູນ ຂອງມູນນິທິອາຊີ. ການເຄື່ອນໄຫວເຮັດວຽກໃນ ຄັ້ງນີ້, ຄະນະຜູ້ແທນສະພາແຫ່ງ ຊາດລາວ ໄດ້ພົບປະເຮັດວຽກກັບ ທ່ານ ໂດໂນ ສ. ເບເຢີ ສະມາຊິກສະ ພາຜູ້ແທນປະຊາຊົນ ຂອງສະຫະລັດ ອາເມລິກາ ເຊິ່ງສອງຝ່າຍໄດ້ປຶກສາ ຫາລືກ່ຽວກັບການຊຸກຍູ້ ແລະ ສົ່ງ ພາບປະກອບ ຂປລ. ຄະນະຜູ້ແທນສໍານັກຂ່າວ ສານປະເທດລາວນໍາໂດຍສະຫາຍ ຄໍາເຜີຍ ພິລາພາ ຜູ້ອຳນວຍການ ໃຫຍ່ ສຳນັກຂ່າວສານປະເທດລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງແທັງ ຮວາ ສສ ຫວຽດນາມ ໂດຍໄດ້ຮັບ ຂປລ. ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກໍລະກົດ 2023 ໄດ້ໄຂຂຶ້ນ ໃນວັນທີ 24-25 ກໍລະກົດ 2023 ທີ່ສຳນັກງານ ນາຍົກລັດຖະມົນຕີ, ພາຍໃຕ້ການ ເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະ ມົນຕີ, ສະມາຊິກລັດຖະບານ, ຜູ້ຕາງ ໜ້າກະຊວງ, ອົງການທຽບເທົ່າເຂົ້າ ຮ່ວມແບບເຊິ່ງໜ້າ, ຜູ້ຕາງໜ້າຈາກ ບັັນດາແຂວງ ແລະ ນະຄອນຫລວງ ວຽງຈັນ ເຂົ້າຮ່ວມຜ່ານລະບົບກອງ ປະຊຸມທາງໄກ ເພື່ອຮັບຟັງການ ຂປລ.ໃນວັນທີ 22 ກໍລະກົດ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນ ດາທ່ານລັດຖະມົນຕີ, ຮອງລັດຖະ ມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ ວຽກງານຢູ່ແຂວງວຽງຈັນ ໂດຍ ການຕ້ອນຮັບ ແລະ ຮ່ວມເຄື່ອນ ອ່ານຕໍ່ໜ້າ 2
lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 25/07/2023 xtgmf]k; ສປປ ລາວ ຮ່ວມແຂ່ງຂັນ... ໄຂກອງປະຊຸມ... ບໍລິສັດ ຍອດງື່ມ... ຄະນະຜູ້ແທນ ສຳນັກ... ນາຍົກລັດຖະມົນຕີ... ]a f4t,q o8u dt-;' 4;m 8h voIa [z6 h 8k'|h k vq 'dko lx- grn j vdkora fmtokxt9e]k; 7q o.\j ຂປລ.ໂດຍປະຕິບັດຕາມແຈ້ງ ການຂອງຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີສະບັບເລກ ທີ 1220/ຫສນຍ, ລົງວັນທີ 03 ກໍລະກົດ 2023 ທີ່ໄດ້ຕົກລົງອະນຸ ມັດ ໃຫ້ບໍລິສັດ ຍອດງື່ມພາວເວີມະ ຫາຊົນສຳປະທານກິດຈະການຈໍາ ໜ່າຍພາຍໃນຂອງລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ(ລນລ) ສາ ຂາແຂວງຊຽງຂວາງກຳນົດ 10 ປີ ແລະ ປະຕິບັດຕາມຂໍ້ຕົກລົງຂອງ ທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 2170/ກງ, ລົງວັນທີ 20 ກໍລະກົດ 2023 ທີ່ອະນຸມັດໃຫ້ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ເຊັນສັນຍາສຳປະທານຮ່ວມກັບບໍ ລິສັດ ຍອດງື່ມ ພາວເວີມະຫາຊົນ. ໃນວັນທີ 21 ກໍລະກົດ 2023 ຜ່ານມາ, ໄດ້ມີພິທີເຊັນສັນຍາສໍາປະ ທານກິດຈະການຈໍາໜ່າຍພາຍໃນ ຂອງ ລນລ ສາຂາແຂວງຊຽງ ຂວາງ ລະຫວ່າງລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ກັບບໍລິສັດຍອດ ງື່ມ ພາວເວີ ມະຫາຊົນ ໂດຍການ ເຂົ້າຮ່ວມເຊັນເປັນພະຍານຂອງ ທ່ານ ປະສົມເພັດ ຄຳຕັນ ວ່າການ ຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ(ປລປ) ກະ ຊວງການເງິນ; ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະ ຖານ ແລະ ວັດແທກກະຊວງອຸດສາ ຫະກໍາ ແລະ ການຄ້າ; ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ລນລ ແລະ ທ່ານ ສົມຫວັງ ຄຸຣຸລັດ ຜູ້ອຳ ນວຍການ, ພ້ອດ້ວຍຄະນະອຳນວຍ ການ ຂອງບໍລິສັດ ຍອດງື່ມ ພາວເວີ ມະຫາຊົນ. ໃຫ້ກຽດເຂົ້າຮ່ວມເປັນ ສັກຂີພິຍານໂດຍ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະ ຊວງການເງິນ, ຫົວໜ້າຄະນະປະຕິ ຮູບ ລນລ ແລະ ທ່ານ ນາງ ຈັນສຸກ ຂປລ. ໃນວັນທີ 24 ກໍລະກົດ 2023 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ມາຕິເນີ ເທີເຣີ (Ms. Martine Therer) ເພື່ອມາເປັນຜູ້ຕາງໜ້າ ອົງການສະຫະປະຊາຊາດເພື່ອ ການພັດທະນາ (United Nations Development Programme ຫລື UNDP) ປະຈໍາ ສປປ ລາວ ຄົນໃໝ່. ໂອກາດນີ້, ທ່ານນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາ ຄາສູງຕໍ່ສາຍພົວພັນ, ການຮ່ວມມື ແລະ ສະໜັບສະໜູນຊ່ວຍຂອງອົງ ການ UNDP ຢູ່ ສປປ ລາວ ໃນ ໄລຍະຜ່ານມາ ໂດຍສະເພາະກະ ຊວງ ຖວທ ທີ່ໄດ້ໃຫ້ການສະໜັບສະ ໜູນຊ່ວຍເຫລືອ ເປັນຕົ້ນໄດ້ສ້າງ ສະຖານີວິທະຍຸຊຸມຊົນ, ປັບປຸງສະ ຖານທີ່ທ່ອງທ່ຽວ ແລະ ສິ່ງອຳນວຍ ຄວາມສະດວກຢູ່ສະຖານທີ່ທ່ອງ ທ່ຽວ ທີ່ໄດ້ຮັບຜົນກະທົບຈາກໂຄ ວິດ-19 ແລະ ອື່ນໆ. ພ້ອມນີ້, ຍັງໄດ້ ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ ການນໍາພາຂອງຜູ້ຕາງໜ້າອົງການ UNDP ປະຈໍາ ສປປ ລາວ ຄົນໃໝ່ ຈະເພີ່ມທະວີການຮ່ວມມື ແລະ ສືບ ຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ທີ່ ສອດຄ່ອງກັບວຽກງານບຸລິມະສິດ ຕ່າງໆຂອງລັດຖະບານ. ໃນໂອກາດດຽວກັນ, ທ່ານນາງ ມາຕິເນີ ເທີເຣີ ກໍໄດ້ສະແດງຄວາມ ຂອບໃຈຕໍ່ມາຍັງທ່ານລັດຖະມົນຕີ ທີ່ໃຫ້ການຕ້ອນຮັບອົບອຸ່ນໃນຄັ້ງ ນີ້, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຕົນ ເອງ ກໍຄືອົງການ UNDP ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການ ຮ່ວມມືກັບລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນ ງານຕ່າງໆ ທີ່ສະໜັບສະໜູນໃຫ້ແກ່ ການບັນລຸບັນດາບຸລິມະສິດດ້ານ ການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ. ຂ່າວ: ກິດຕາ, ພາບ: ຂັນໄຊ ໄຫວເຮັດວຽກຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ. ການເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ ໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ໂຮງງານຜະລິດໝາກໄມ້ ແລະ ນ້ຳ ຫວານສາລີ ຂອງບໍລິສັດ ລາວອຸດ ສະຫະກຳ-ກະສິກຳ ຈໍາກັດທີ່ບ້ານ ເກິນ, ພົບປະໂອ້ລົມປະຊາຊົນກຸ່ມ ບ້ານແຈ້ງ, ຢ້ຽມຢາມຟາມລ້ຽງງົວ ພັນໃຫຍ່ ເພື່ອສົ່ງອອກຂອງຟາມນ້ຳ ເພັດຈະເລີນຊັບ ທີ່ບ້ານຕານປ່ຽວ, ເມືອງທຸລະຄົມ ແລະ ໂຄງການປັບ ປຸງເສັ້ນທາງ ແລະ ສິ່ງອຳນວຍ ຄວາມສະດວກ ເພື່ອການທ່ອງທ່ຽວ ເຂດໜ້າເຂື່ອນໄຟຟ້ານ້ຳງື່ມ, ເມືອງ ແກ້ວອຸດົມ, ແຂວງວຽງຈັນ. ໃນການໄປເຄື່ອນໄຫວຢ້ຽມ ຢາມແຕ່ລະສະຖານທີ່, ທ່ານນາຍົກ ລັດຖະມົນຕີ ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຄວາມເອົາໃຈໃສ່ ໃນການພັດທະນາກິດຈະການຂອງ ຕົນ ເຮັດໃຫ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດຕາມແຜນການທີ່ກຳ ນົດໄວ້. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ຊີ້ນໍາໃຫ້ຂະ ແໜງການ, ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ເອົາໃຈ ໃສ່ຕື່ມບາງດ້ານ ເປັນຕົ້ນ: ໃຫ້ກະ ຊວງກະສິກຳ ແລະ ປ່າໄມ້, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທະນາ ຄານແຫ່ງ ສປປ ລາວ, ແຂວງວຽງ ຈັນ ແລະ ພາກສ່ວນກ່ຽວຂ້ອງຊີ້ນຳ ພະນັກງານຂອງຕົນຕິດຕາມ, ຊຸກ ຍູ້ ແລະ ສ້າງເງື່ອນໄຂສະດວກດ້ານ ຕ່າງໆໃຫ້ແກ່ການຜະລິດ, ປຸງແຕ່ງ ສິນຄ້າກະສິກໍາ, ຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດຂອງ ບໍລິສັດ ລາວອຸດສະຫະກຳ ແລະ ກະ ສິກຳ ຈໍາກັດ; ໃຫ້ກະຊວງອຸດສະຫະ ກຳ ແລະ ການຄ້າ, ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຄົ້ນຄວ້າຮູບແບບການ ໂຄສະນາປະຊາສຳພັນການຕະ ຫລາດສິນຄ້າພາຍໃນ ດ້ວຍຫລາຍ ຮູບແບບ, ຫລາຍຊ່ອງທາງ ແລະ ເປັນປົກກະຕິ ເພື່ອໃຫ້ສັງຄົມລາວ ເຮົາຮັບຮູ້ຢ່າງກວ້າງຂວາງ. ພ້ອມ ນີ້ ໃຫ້ບໍລິສັດ ດັ່ງກ່າວ ປັບປຸງການ ຜະລິດສິນຄ້າຂອງຕົນ ໃຫ້ມີຄວາມ ຫລາກຫລາຍຮູບແບບ ແລະ ສ້າງ ແຜນຄວາມຕ້ອງການວັດຖຸດິບ, ຄວາມຕ້ອງການນໍາໃຊ້ທີ່ດິນປູກ ຝັງ, ການນໍາເຂົ້າວັດຖຸ, ອຸປະກອນ, ແນວພັນ, ປຸ໋ຍ ແລະ ອື່ນໆ ເພື່ອເປັນ ຂໍ້ມູນສະໜອງໃຫ້ແກ່ຂະແໜງການ ກ່ຽວຂ້ອງ. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກະຊວງພະລັງ ງານ ແລະ ບໍ່ແຮ່, ອົງການປົກຄອງ ແຂວງວຽງຈັນ ກວດກາຄືນລະບົບ ຊົນລະປະທານ, ການນຳໃຊ້ກະແສ ໄຟຟ້າໃນວຽກງານຊົນລະປະທານ ເພື່ອສ້າງເງື່ອນໄຂອຳນວຍຄວາມ ສະດວກໃຫ້ແກ່ການຜະລິດປູກຝັງ, ລ້ຽງສັດ, ລວມທັງເຕັກນິກ, ວິຊາ ການ, ແນວພັນພືດ-ສັດລົງຊ່ວຍກຸ່ມ ການປູກ-ການລ້ຽງ ຂອງປະຊາຊົນ ໃນເຂດດັ່ງກ່າວ. ພ້ອມນີ້ໃຫ້ຄົ້ນຄວ້າ ມາດຕະການຕ່າງໆ ເພື່ອເຮັດໃຫ້ ຕົ້ນທຶນການຜະລິດ, ການປຸງແຕ່ງ ຂອງຊາວກະສິກອນຕໍ່າລົງ, ສິນ ຄ້າມີຄຸນນະພາບ ແລະ ສາມາດແຂ່ງ ຂັນໄດ້, ທັງໃຫ້ອົງການປົກຄອງ ແຂວງ ສົມທົບກັບພາກສ່ວນກ່ຽວ ຂ້ອງຄົ້ນຄວ້າແຫລ່ງທຶນ ຈາກພາກ ສ່ວນຕ່າງໆ ລວມທັງການປະກອບ ສ່ວນ ກໍຄືການມີສ່ວນຮ່ວມຂອງ ປະຊາຊົນ ໃນການກໍ່ສ້າງເສັ້ນທາງ ເຊື່ອມຕໍ່ລະຫວ່າງບ້ານແຈ້ງ ຫາ ບ້ານຫາດສ້ຽວ ໃຫ້ສຳເລັດ. ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງສົມທົບກະຊວງຖະ ແຫງຂ່າວ, ວັດທະນະທຳ ແລະທ່ອງ ທ່ຽວ, ອົງການປົກຄອງແຂວງວຽງ ຈັນ ສືບຕໍ່ຕິດຕາມ ແລະ ຊຸກຍູ້ຜູ້ພັດ ທະນາໂຄງການພັດທະນາແຫລ່ງ ທ່ອງທ່ຽວເຂດໜ້າເຂື່ອນໄຟຟ້າ ນໍ້າງື່ມ ໃຫ້ສຳເລັດຕາມແຜນການ ທີ່ວາງໄວ້ ແລະ ຖືກຕ້ອງຕາມເຕັກ ນິກ, ມາດຕະຖານ. ພ້ອມນັ້ນ ໃຫ້ອົງ ການປົກຄອງແຂວງວຽງຈັນ ສົມ ທົບຂະແໜງການທີ່ກ່ຽວຂ້ອງຄົ້ນ ຄວ້າຍ້າຍທ່າເຮືອຂົນສົ່ງໄມ້ຈາກ ການອະນາໄມໜ້າເຂື່ອນ, ກຳນົດ ເສັ້ນທາງເວັ້ນສຳລັບການຂົນສົ່ງ ໄມ້; ຮີບຮ້ອນສຳຫລວດເນື້ອທີ່ດິນ ລັດ, ອອກແຜນທີ່ດິນລັດສະຫງວນ ໄວ້ພັດທະນາໂຄງການຂອງລັດຖະ ບານໃນຕໍ່ໜ້າ, ຫລີກລ່ຽງການບຸກ ລຸກຈັບຈອງຂອງປະຊາຊົນ; ໃຫ້ບໍລິ ສັດຜູ້ພັດທະນາໂຄງການນຳໃຊ້ ສະກຸນເງິນກີບ ສຳລັບການຊື້-ຂາຍ ແລກປ່ຽນພາຍໃນ, ຄ່າແຮງງານ ແລະ ອື່ນໆໃຫ້ເຂັ້ມງວດຕາມກົດ ໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ການຢ້ຽມຢາມປະຊາຊົນກຸ່ມ ບ້ານແຈ້ງ ຄັ້ງນີ້, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງ ໃຫ້ກຸ່ມສະຫະກອນບ້ານແຈ້ງ ເພື່ອ ເປັນທຶນ ໃນການພັດທະນາກຸ່ມ ຕື່ມອີກ. ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ ທ່ານ ນາງ ສວນສະຫວັນ ວິຍະເກດ (ຂວາ) ແສງພະຈັນ ຮອງລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າຄະນະປະຕິຮູບ ລນລ. ໂອກາດນີ້, ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອໍານວຍການ ລນລ ກ່າວວ່າ: ໂຄງການດັ່ງກ່າວຖືເປັນ ໂຄງການຕົວແບບທີ່ທາງຄະນະ ປະຕິຮູບ ລນລ ໄດ້ຄົ້ນຄວ້າທົດລອງ ມອບໃຫ້ເອກະຊົນເຂົ້າມາ ສໍາປະ ທານກິດຈະການໃນກຳນົດ 10 ປີ ໂດຍຈະມີການຕິດຕາມ ແລະ ປະ ເມີນຜົນຕົວຈິງຢ່າງໃກ້ຊິດ ຊຶ່ງນອກ ຈາກການໄດ້ຮັບຄ່າສຳປະທານ ດັ່ງກ່າວແລ້ວ. ຈຸດປະສົງຫລັກຂອງ ໂຄງການຍັງແມ່ນເພື່ອສົ່ງເສີມພັດ ທະນາ ແລະ ຍົກລະດັບການໃຫ້ ບໍລິການຂອງ ລນລ ໃຫ້ມີຄວາມ ທັນສະໄໝ, ໂປ່ງໄສ ແລະ ສາມາດ ແຂ່ງຂັນກັບປໍ້າເອກະຊົນອື່ນໄດ້ ໃນອະນາຄົດ ແລະ ທີ່ສໍາຄັນທີ່ສຸດ ແມ່ນຜູ້ສຳປະທານ ຈະມອບອາຄານ ສິ່ງປຸກສ້າງທີ່ໄດ້ລົງທຶນປຸກສ້າງ ຂຶ້ນໃໝ່ທັງໝົດໃຫ້ເປັນກຳມະສິດ ຂອງ ລນລ ພາຍຫລັງໄດ້ສຳປະ ທານຄົບກຳນົດ. ການຂົນຂວາຍໃຫ້ ເອກະຊົນເຂົ້າມາລົງທຶນ ກໍແມ່ນ ເພື່ອດຶງເອົາທຶນຮອນ ແລະ ກົນໄກ ການບໍລິຫານທີ່ໂປ່ງໄສເຂັ້ມງວດ ເພື່ອສ້າງການປ່ຽນແປງ ແລະ ປ່ຽນ ຖ່າຍວັດທະນະອົງກອນໃຫ້ໄປສູ່ ຄວາມເປັນມືອາຊີບໃນອະນາຄົດ. ຂະນະດຽວກັນ, ທ່ານ ສົມຫວັງ ຄຸຣຸລັດ ໄດ້ມີຄໍາເຫັນວ່າ: ຂອບໃຈທີ່ ໄດ້ເປັນສ່ວນໜຶ່ງໃນການປັບປຸງ ລນລ ທີ່ມີຢູ່ແລ້ວ ໃຫ້ທັນສະໄໝຍິ່ງ ຂຶ້ນ ຊຶ່ງພວກເຮົາໄດ້ມີແຜນການ ດຳເນີນທຸລະກິດດັ່ງນີ້: ຈະເຂົ້າມາ ປັບປຸງປໍ້ານໍ້າມັນຕົວແບບ (ປໍ້າ ໂພນງາມ) ຢູ່ເມືອງແປກ, ແຂວງ ຊຽງຂວາງ ໃຫ້ມີຄວາມທັນສະໄໝ ຄົບວົງຈອນ ຊຶ່ງຈະເລີ່ມລົງມືຈັດຕັ້ງ ປະຕິບັດໃນເດືອນຕຸລາ 2023 ເປັນຕົ້ນໄປຄາດວ່າປໍ້ານ້ຳມັນໂພນ ງາມຈະເປັນປໍ້າ 1 ໃນ 3 ປໍ້າທີ່ງາມ ທີ່ສຸດໃນປະເທດລາວ; ຈະສືບຕໍ່ປັບ ປຸງປໍ້ານໍ້າມັນຕົວແທນໃນແຂວງ ຊຽງຂວາງ ແລະ ແຂວງຫົວພັນ ໃຫ້ ມີຄວາມທັນສະໄໝເປັນຕົ້ນແມ່ນ: ການປັບປຸງພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ລັກສະນະສີສັນຂອງປໍ້າ, ອຸປະກອນ ແລະ ເຄື່ອງມືທັນສະໄໝລວມເຖິງ ລະບົບການບໍລິການຕ່າງໆໃຫ້ມີ ຄຸນນະພາບ. ສິ່ງສຳຄັນແມ່ນບັນດາ ປໍ້າຕົວແທນ ຈະຕ້ອງຊື້ນໍ້າມັນ ຈາກ ລນລ ທີ່ຈໍາໜ່າຍພາຍໃນ ເພື່ອປ້ອງ ກັນການນໍາເອົານໍ້າມັນມາຈາກ ບ່ອນອື່ນ, ປ້ອງກັນປັນຫາເລື່ອງຄຸນ ນະພາບນໍ້າມັນ ຊຶ່ງທາງບໍລິສັດ ມີ ໂຮງງານຜະລິດ ແລະ ໄດ້ຈໍາໜ່າຍ ໃຫ້ກັບ ລນລ; ຫລັງຈາກນັ້ນ ລນລ ຈະຈໍາໜ່າຍໃຫ້ກັບບັນດາປໍ້ານໍ້າມັນ ຕົວແທນທີ່ເປັນລູກຄ້າໃນແຕ່ລະຂົງ ເຂດ; ສ່ວນການເຂົ້າມາບໍລິຫານ ໃນ ຄັ້ງນີ້ ແມ່ນຈະເລິ່ມຈາກການເພີ່ມ ເງິນເດືອນພື້ນຖານ ຂອງພະນັກງານ 10% ເລີ່ມຈາກເດືອນຕຸລາ 2023 ເປັນຕົ້ນໄປ. ນອກນັ້ນ, ຍັງມີສະ ຫວັດດີການທີ່ດີ ເຊັ່ນ ຄ່າອາຫານ, ປະກັນສັງຄົມ ແລະ ເງິນຊ່ວຍເຫລືອ ຕ່າງໆພ້ອມ. ແຫລ່ງຂ່າວ: ກະຊວງການເງິນ ສືພິມ ແທັງຮວາ ເຂົ້າຮ່ວມໃນພິທີ ຕ້ອນຮັບ. ໂອກາດນີ້, ສະຫາຍ ເດົ່າ ຖັນ ຕຸ່ງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງໄດ້ລາຍງານໂດຍຫຍໍ້ກ່ຽວ ກັບສະພາບ, ຈຸດພິເສດ, ທ່າແຮງ, ມູນເຊື້ອທາງດ້ານປະຫວັດສາດ ອັນຍາວນານ, ວັດທະນະທຳ ແລະ ປະຊາຊົນແຂວງແທັງຮວາ; ຍົກ ໃຫ້ເຫັນໝາກຜົນອັນພົ້ນເດັ່ນໃນ ການພັດທະນາເສດຖະກິດ-ສັງຄົມ, ວຽກງານການກໍ່ສ້າງພັກ ແລະ ລະ ບົບການເມືອງໃນປີ 2022 ແລະ ໄລຍະ 6 ເດືອນຕົ້ນປີ 2023 ຂອງ ແຂວງ. ພ້ອມນີ້, ສະຫາຍຍັງໄດ້ ເນັ້ນອີກວ່າ ໃນໄລຍະ 55 ປີ ແຫ່ງ ການຮ່ວມມືມິດຕະພາບ ລະຫວ່າງ 2 ແຂວງແທັງຮວາ ສສ ຫວຽດ ນາມ ແລະ ແຂວງຫົວພັນ ສປປ ລາວ ເຮັດໃຫ້ສາຍພົວພັນມິດຕະ ພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໄດ້ແໜ້ນ ແຟ້ນຂຶ້ນຕື່ມ ໂດຍໄດ້ມີການຈັດຕັ້ງ ການພົບປະກັນຢ່າງຕໍ່ເນື່ອງ, ເປີດ ຊຸດຝຶກອົບຮົມ, ການແລກປ່ຽນບົດ ຮຽນ, ການຜັນຂະຫຍາຍບັນດາ ເນື້ອໃນຂໍ້ຕົກລົງ ແລະ ປະສານສົມ ທົບເພື່ອແກ້ໄຂບັນຫາຕ່າງໆທີ່ ເກີດຂຶ້ນ. ໃນໂອກາດດຽວກັນ, ສະຫາຍ ຄໍາເຜີຍ ພິລາພາ ກໍໄດ້ສະແດງ ຄວາມຂອບໃຈຢ່າງສູງຕໍ່ການຕ້ອນ ຮັບອັນອົບອຸ່ນຂອງ ສະຫາຍ ເດົ່າ ຖັນ ຕຸ່ງ ແລະ ໄດ້ແຈ້ງໃຫ້ຊາບເຖິງ ຈຸດປະສົງໃນການມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທັງຮວາ ໃນຄັ້ງນີ້, ພ້ອມທັງສະ ແດງຄວາມເຊື່ອໝັ້ນວ່າບົນຈິດໃຈ ສາຍພົວພັນການຮ່ວມມືລະຫວ່າງ ສຳນັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານຫວຽດນາມ ຈະ ໄດ້ຮັບການເອົາໃຈໃສ່ ເພື່ອສ້າງ ເງື່ອນໄຂໃຫ້ແກ່ການນຳລະດັບສູງ, ນັກຂ່າວປະເທດລາວ ໄດ້ມາຢ້ຽມ ຢາມ ແທັງຮວາ ເພື່ອໂຄສະນາໃຫ້ ແກ່ແຂວງແທັງຮວາ ແລະ ບັນດາ ໝາກຜົນອັນພົ້ນເດັ່ນກ່ຽວກັບເສດ ຖະກິດ, ວັນທະນະທຳ-ສັງຄົມ ຂອງ ແຂວງ ເພື່ອໃຫ້ປະຊາຊົນລາວອ້າຍ ນ້ອງໄດ້ຮັບຮູ້. ໃນໂອກາດນີ້, ສະຫາຍ ຄໍາເຜີຍ ພິລາພາ ພ້ອມດ້ວຍຄະນະຍັງໄດ້ ໄປຢ້ຽມຢາມແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງໜັງສືພິມ, ຢ້ຽມຢາມເຮັດວຽກກັບໜັງສືພິມ ແທັງຮວາ ເພື່ອແລກປ່ຽນບົດຮຽນ ໃນຂົງເຂດຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນກັບ ພະແນກຖະ ແຫລງຂ່າວ ແລະ ສື່ສານແຂວງ ແທັງຮວາ ໂດຍໄດ້ຮັບການຕ້ອນຮັບ ຈາກ ທ່ານ ໂດ້ ຫຶວກວຽດ ຫົວໜ້າ ພະແນກຖະແຫລງຂ່າວ ແລະ ສື່ ສານແຂວງແທັງຮວາ, ພ້ອມທັງ ລາຍງານໂດຍຫຍໍ້ກ່ຽວກັບສະພາບ ການເຄື່ອນໄຫວວຽກງານຂອງພະ ແນກ ໂດຍສະເພາະແມ່ນບົດບາດ ໃນ ການຄຸ້ມຄອງກ່ຽວກັບຖະແຫລງ ຂ່າວ ແລະ ສື່ສານ, ການເອົາໃຈໃສ່ ໃນການໂຄສະນາ, ເພີ່ມທະວີການ ພົວພັນຮ່ວມມື, ປະສານສົມທົບກັບ ອົງການວາລະສານສູນກາງ ໂດຍ ຜ່ານຫລາກຫລາຍຮູບແບບກ່ຽວ ກັບວັດທະນະທຳທີ່ພິມລົງຜະລິດຕະ ພັນໜັງສືພິມ ຢ່າງເປັນປະຈຳ ເພື່ອ ສະທ້ອນໃຫ້ເຫັັນສັງຄົມອັນດີງາມ ແລະ ໝູ່ເພື່ອນພາຍໃນ ແລະ ຕ່າງປະ ເທດກ່ຽວກັບຄວາມສາມາດແລະ ການພັດທະນາຢ່າງຫລວງຫລາຍ. ນອກຈາກນັ້ນ, 2 ຝ່າຍຍັງໄດ້ ແລກປ່ຽນບົດຮຽນກ່ຽວກັບການ ຄຸ້ມຄອງໜັງສືພິມ ເພື່ອໃຫ້ການ ເຄື່ອນໄຫວວຽກງານດຳເນີນໄປ ຢ່າງມີປະສິດທິພາບ ແລະ ປະສິດ ທິຜົນດີຂຶ້ນ, ຮັບປະກັນຂໍ້ມູນຂ່າວ ສານຜ່ານອິນເຕີເນັດ ໃຫ້ມີຄວາມ ປອດໄພ. ຂ່າວ: ສົມປະສົງ, ພາບ: ເກດສະໜາ ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການ ສະຫລຸບ ແລະ ການປະເມີນການ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ການກະກຽມແນະນຳການສ້າງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030); ການຄົ້ນຄວ້ານະໂຍບາຍ ອຸດໜູນເງິນເດືອນຂັ້ນຕ່ຳແກ່ພະນັກ ງານ-ລັດຖະກອນ ແລະ ຄ່າແຮງ ງານຂັ້ນຕ່ຳແກ່ແຮງງານ-ກຳມະ ກອນ; ຮ່າງຂໍ້ຕົກລົງວ່າດ້ວຍການສະ ສາງ ແລະ ຖອນຄືນລົດຂອງລັດ; ຮ່າງດຳລັດວ່າດ້ວຍນະໂຍບາຍຕໍ່ຜູ້ມີ ຜົນງານຕ້ານ ແລະ ສະກັດກັ້ນການ ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບງົບປະມານຂອງລັດ;ຮ່າງ ດຳລັດວ່າດ້ວຍຄ້າຍຄຸມຂັງ-ດັດ ສ້າງ; ຮ່າງດຳລັດວ່າດ້ວຍກອງທຶນ ຊ່ວຍເຫລືອສຸກເສີນ ແລະ ດຳລັດວ່າ ດ້ວຍກອງທຶນເລືອດ. ໃນໂອກາດກ່າວເປີດກອງປະ ຊຸມ, ທ່ານປະທານກອງປະຊຸມໄດ້ ຮຽກຮ້ອງບັນດາສະມາຊິກລັດຖະ ບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກ ເຊິ່ງຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະ ນາ ໃນກອງປະຊຸມຄັ້ງນີ້ດ້ວຍການ ສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະມີຈຸດສຸມ ເພື່ອເຮັດ ໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ລາຍງານສະພາບພົ້ນເດັ່ນປະຈຳ ເດືອນກໍລະກົດ ແລະ ທິດທາງແຜນ ການ ປະຈຳເດືອນສິງຫາ 2023. ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມ ກັນຄົ້ນຄວ້າ ແລະ ປຶກສາຫາລື 8 ຫົວຂໍ້ສໍາຄັນ ຄື: ບົດສະຫລຸບການ ເຄື່ອນໄຫວວຽກງານພົ້ນເດັ່ນປະ ຈໍາເດືອນກໍລະກົດ ແລະ ທິດທາງ ແຜນການປະຈໍາເດືອນສິງຫາ 2023 ຂອງລັດຖະບານ ເປັນຕົ້ນວຽກງານ ຂົງເຂດເສດຖະກິດ-ສັງຄົມ, ປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ຜົນກອງ ປະຊຸມປະຈຳປີ ຂອງຄະນະຊີ້ນຳລະ ດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ; ການກະກຽມສະຫລຸບ ລາຍງານກາງສະໄໝການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດມາຊິກອາຊຽນຈຳນວນ 187 ທ່ານ; ໃນນັ້ນ ສປປ ລາວ ໄດ້ສົ່ງເຂົ້າ 5 ສາຂາຊ່າງ ຄື: ສາຂາກຣາບຟິກ ດີຊາຍ(Graphics Design), ສາຂາເວັບເຕັກໂນໂລຊີ (Web Technology), ສາຂາອອກແບບ ແລະ ຕັດຫຍິບເຄື່ອງນຸ່ງ(Fashion Technology), ສາຂາຕິດຕັ້ງໄຟ ຟ້າ (Electrical Installation) ແລະ ສາຂາປຸງແຕ່ງອາຫານ (Cooking) ໂດຍມີນັກເເຂ່ງຂັນ ຈຳນວນ 10 ທ່ານ, ຜູ້ຊ່ຽວຊານ 11 ທ່ານ, ຄູຝຶກ 5 ທ່ານ, ແປພາສາ 5 ທ່ານ, ຄະນະນໍາພາ 7 ທ່ານ, ລວມ ມີທັງໝົດ 38 ທ່ານ, ຍິງ 12 ທ່ານ ເຂົ້າຮ່ວມ. ຜ່ານມາ ສປປ ລາວ ໄດ້ ເຂົ້າຮ່ວມການແຂ່ງຂັນສີມືແຮງ ງານລະດັບອາຊຽນ 10 ຄັ້ງ, ໃນ ນີ້ ເປັນຜູ້ສັງເກດການ 1 ຄັ້ງ, ເຂົ້າ ຮ່ວມແຂ່ງຂັນ 9 ຄັ້ງ ແລະ ສາມາດ ຍາດມາໄດ້ 1 ຫລຽນເງິນ ຈາກສາ ຂາຊ່າງຕິດຕັ້ງໄຟຟ້າ ໃນການແຂ່ງ ຂັນສີມືແຮງງານອາຊຽນ ຄັ້ງທີ 10 (2014)ທີ່ ສສ ຫວຽດນາມ ເປັນ ເຈົ້າພາບ ແລະ ໄດ້ຮັບໃບຢັ້ງຢືນ ມາດຕະຖານສີມືແຮງງານ ໃນການ ແຂ່ງຂັນສີມືແຮງງານອາຊຽນ ຈໍາ ນວນ 24 ໃບ, ສ່ວນຄັ້ງນີ້ຄາດວ່າ ຈະຍາດໄດ້ 1 ຫລຽນ. ພິທີເປີດການແຂ່ງຂັນສີມືແຮງ ງານ ອາຊຽນ ຄັ້ງທີ 13 ຈັດຂຶ້ນຢ່າງ ເປັນທາງການໃນຕອນແລງຂອງ ວັນທີ 22 ກໍລະກົດ 2023 ທີ່ ສູນການສະແດງສິນຄ້າສິງກະໂປ (Singapore EXPO), ໃຫ້ ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີໂດຍແມ່ນທ່ານນາງ MdmHalimahYacob ປະທານ ປະເທດແຫ່ງສາທາລະນະລັດ ສິງ ກະໂປ, ມີບັນດາທູດ, ທູຕານຸທູດ, ຄະນະຜູ້ແທນ, ຜູ້ຊ່ຽວຊານ, ຄູຝຶກ ແລະ ຄະນະນັກແຂ່ງຂັນຈາກບັນດາ ປະເທດສະມາຊິກອາຊຽນ, ພາກ ສ່ວນໃຫ້ການສະໜັບສະໜູນ, ອົງ ການຈັດຕັ້ງສາກົນ ແລະ ບັນດາ ພາກສ່ວນຕ່າງທີ່ກ່ຽວຂ້ອງ, ເຂົ້າ ຮ່ວມຢ່າງພ້ອມພຽງ. ສໍາລັບ ສປປ ລາວ ນໍາພາຄະນະ ຜູ້ແທນ ແລະ ຄະນະນັກແຂ່ງຂັນເຂົ້າ ຮ່ວມການແຂ່ງຂັນສີມືແຮງງານ ອາຊຽນຄັ້ງນີ້ ໂດຍແມ່ນທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນ ພັດທະນາສີມືແຮງງານກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ, ທ່ານ ຄອນສີ ມະຫາວົງ ຮອງ ຫົວໜ້າສະຖາບັນພັດທະນາສີມື ແຮງ ງານຜູ້ຊີ້ນໍາວຽກ ງານ ແຂ່ງຂັນ ສີມືແຮງງານ ແລະ ທ່ານ ແສງແກ້ວ ປວງປະດິດ ເອກອັກຄະລັດຖະທູດ ສປປ ລາວ ປະຈຳສິງກະໂປ ກໍໄດ້ໃຫ້ ກຽດເຂົ້າຮ່ວມໃນພິທີເປີດດ້ວຍ. ການແຂ່ງຂັນສີມືແຮງງານ ອາຊຽນ ເປັນກິດຈະກຳໜື່ງທີ່ຖືກ ຈັດຂື້ນ 2 ປີ ຕໍ່ຄັ້ງ ເຊິ່ງບັນດາປະ ເທດສະມາຊິກອາຊຽນ ໄດ້ຜັດປ່ຽນ ໝູນວຽນກັນເປັນເຈົ້າພາບ ແລະ ເຂົ້າຮ່ວມຕາມພັນທະຂອງປະເທດ ສະມາຊິກອາຊຽນ ເພື່ອສົ່ງເສີມ ການພັດທະນາສີມືແຮງງານ ໃຫ້ ແກ່ບັນດາຊາວໜຸ່ມ, ນັກຮຽນ ແລະ ການຕ້ອນຮັບຈາກສະຫາຍ ເດົ່າ ຖັນ ຕຸ່ງ ກໍາມະການຄະນະພັກແຂວງ, ຮອງປະທານກຳມະການປະຊາຊົນ ແຂວງແທັງຮວາ, ມີຄະນະຖະ ແຫລງຂ່າວ ແລະ ສື່ສານ ແລະ ໜັງ ນັກສຶກສາທີ່ເປັນກຳລັງແຮງຂອງ ຊາດ ໃນບັນດາປະເທດພາກພື້ນອາ ຊຽນ ໂດຍມີການຄັດເລືອກ ແລະ ມອບຫລຽນລາງວັນໃຫ້ນັກແຂ່ງ ຂັນສີມືແຮງງານຜູ້ທີ່ຊະນະເລີດອັນ ດັບ 1, 2 ແລະ 3. ການແຂ່ງຂັນສີມື ແຮງງານຍັງເປັນເວທີແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນລະ ກັນທາງດ້ານບົດຮຽນອັນພົ້ນເດັ່ນ, ນະວັດຕະກຳ ແລະ ເຕັກໂນໂລຊີ ຕ່າງໆ ທີ່ມີການປ່ຽນແປງໄປຕາມ ຍຸກການຫັນເປັນອຸດສາຫະກຳ 4.0.
xtgmf]k; 3 25/07/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ໂດຍ: ວິໄລວອນ ສິດທິໄຊ ]hP'dq[ gxaovk-u[glu, gruj,]kpIa[\Ao7q' ໂດຍ: ຢ່າຕົ່ງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ln[8+xa[x5';Pd'korafmtok-qoot[qf{ cdhw07;k,m5dpkd0v'xt-k-qo 7egsaoc]dxjPo lqj'glu, dkozt]fy {m]5 tdfy ovh p{dk' ໂດຍ: ຄ້ອງໃໝ່ ປະຊຸມສະພາແຕ່ລະເທື່ອ ໄດ້ມີການ ສະຫລຸບໃຫ້ເຫັນໝາກຜົນ ແລະ ຂອດທີ່ຍັງຄົງຄ້າງການສົ່ງເສີມ ຜະລິດພາຍໃນ, ທຸລະກິດຂະໜາດ ນ້ອຍ-ກາງ. ຂະນະດຽວກັນບັນດາ ຜູ້ແທນ ແລະ ຫາງສຽງສັງຄົມ ກໍ່ມີ ຄວາມເປັນຫ່ວງເປັນໄຍໃນວຽກ ງານດັ່ງກ່າວ, ມີຄວາມມຸ່ງຫວັງຢາກ ໃຫ້ດີຂຶ້ນ, ທັງສະເໜີຫລາກຫລາຍ ວິທີໃນຫລາຍແງ່ມູມ. ນະໂຍບາຍສົ່ງເສີມ ຜ່ານມາໄດ້ ຮັບການຈັດຕັ້ງປະຕິບັດຖືກທິດດີ ພໍສົມຄວນ, ເຫັນໄດ້ໝາກຜົນເປັນ ຮູບປະທໍາ. ເຖິງແນວນັ້ນກໍ່ດີ, ຕາມ ທັດສະນະອັນຫລາກຫລາຍ ເຫັນວ່າ ພວກເຮົາຍັງຈະຕ້ອງໄດ້ເພີ່ມທະວີ ຍິ່ງຂຶ້ນ ໃນການປະຕິບັດຕົວຈິງ ເພື່ອ ສ້າງໃຫ້ເກີດຕົວແບບຜະລິດພາຍ ໃນ, ກໍ່ຄືທຸລະກິດນ້ອຍ-ກາງ ທີ່ມີ ຜົນ ສໍາເລັດມີລັກສະນະຍືນຍົງ, ຫາກ ບໍ່ແມ່ນມາບໍ່ພໍຄາວແລ້ວກໍ່ມະຫັບ ມະຫາຍໄປ. ມີຄໍາເຫັນໜ້າສຶກ ສາ ມາແລກປ່ຽນ ກ່ຽວກັບການສົ່ງເສີມ ຜະລິດທຸລະກິດ, ນອກຈາກດ້ານ ນະໂຍບາຍລວມແລ້ວ ອາດພິຈາລະ ນາບາງດ້ານຄືດັ່ງນີ້: - ການສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍ - ການເຂົ້າເຖິງແຫລ່ງທຶນ - ນະໂຍບາຍດ້ານການຄ້າ-ພາ ສີ-ອາກອນ - ການສ້າງ ແລະພັດທະນາ ຜູ້ປະກອບອາຊີບ-ຜູ້ປະກອບການ - ການບໍລິຫານໃຫ້ຄໍາປຶກສາ ພັດທະນາທຸລະກິດ - ການຮ່ວມມືລະຫວ່າງທຸລະ ກິດ, ວິສາຫະກິດຂະໜາດນ້ອຍກາງ ກັບ ຂະໜາດໃຫຍ່ ແລະ ວິສາ ຫະກິດລົງທຶນຂອງຕ່າງ ປະເທດ - ການເພີ່ມສະມັດຖະພາບການ ຜະລິດ - ການເຂົ້າເຖິງ ແລະ ຂະຫຍາຍ ຕະຫລາດ - ການຮວມກຸ່ມທຸລະກິດ - ສະຖານທີ່ປະກອບກິດຈະການ ການຜະລິດ... - ການສົ່ງເສີມນໍາໃຊ້ເຕັກໂນ ໂລຊີທີ່ກ້າວໜ້າ - ການນໍາໃຊ້ ແລະ ຄຸ້ມຄອງຊັບ ສິນທາງປັນຍາ - ການສະໜອງ ແລະ ເຂົ້າເຖິງ ຂໍ້ມູນຂ່າວສານ. ບັນຫາທີ່ຍົກຂຶ້ນ, ແນ່ນອນພົວ ພັນຫລາຍປັດໄຈ ທີ່ຈະເຮັດໃຫ້ວຽກ ງານສົ່ງເສີມໄດ້ຮັບໝາກຜົນຢ່າງ ພໍໃຈ, ມີຫລາຍວຽກ ແຕ່ລ້ວນແຕ່ ເປັນຕ່ອງໂຕ້, ຖືເບົາດ້ານໃດກໍ່ບໍ່ໄດ້ ເພາະມັນສົ່ງຜົນຕໍ່ກັນ. ໃນສະພາບ ຫຍຸ້ງຍາກຊົ່ວຄາວດ້ານເສດຖະ ກິດ-ການເງິນ...ຫລືບໍ່ວ່າເວລາໃດ ກໍ່ຄວນໃຫ້ການຜະລິດພາຍໃນແຂງ ແຮງ ເພື່ອສ້າງພູມຕ້ານທານໃຫ້ເສດ ຖະກິດຂອງປະເທດບໍ່ໃຫ້ຖືກແຊກ ຊຶມໂດຍງ່າຍ. ປະການສໍາຄັນໜຶ່ງ ກໍ່ຍັງມີການສົ່ງເສີມປະຕິບັດຄ່າ ນິຍົມຊົມໃຊ້ຜົນຜະລິດພາຍໃນ, ຄວາມເປັນເຈົ້າຂອງປະເທດຊາດ, ແມ່ນພັນທະໜ້າທີ່ຂອງທຸກຄົນ. * ເປັນບັ້ງເລກທີ່ບໍ່ງ່າຍ ໃຫ້ແກ້ ມາຕະຫລອດສໍາລັບທຸກພາກສ່ວນ ກ່ຽວຂ້ອງ, ມັນແມ່ນຄວາມຮຽກ ຮ້ອງຕ້ອງການຈໍາເປັນໃນການພັດ ທະນາໃນໄລຍະໃໝ່, ກະແສ ແລະ ທ່າອ່ຽງໂລກ ທຸກປະເທດເຫັນຄວາມ ສໍາຄັນການສົ່ງເສີມທຸລະກິດຂະ ໜາດນ້ອຍ-ກາງ ສ້າງທ່າແຮງພື້ນ ຖານແຂງແຮງຍູ້ດັນການພັດທະນາ ອຸດສາຫະກໍາ ຂັບເຄື່ອນເສດຖະກິດ. ຕະຫລອດໄລຍະຜ່ານມາ, ພາກ ລັດໄດ້ມີນະໂຍບາຍຈະແຈ້ງການ ສົ່ງເສີມການຜະລິດ ແລະ ທຸລະກິດ ຂະໜາດນ້ອຍ-ກາງ ຢ່າງໄດ້ຮັບ ໝາກຜົນ. ເຖິງຢ່າງໃດກໍ່ດີຄວາມ ຮຽກຮ້ອງຕ້ອງການຂອງການພັດ ທະນາ ແມ່ນບໍ່ໄດ້ຢໍ່າເທົ້າ ຫລື ເໜັງ ຕີງແບບຈຶ້ງບ່ອນເກົ່າ. ຜ່ານມາໄດ້ ມີການສະຫລຸບພຶດຕິກໍາແຫ່ງການ ສົ່ງເສີມຜະລິດພາຍໃນ ເຊິ່ງໄດ້ໄປ ຄຽງຄູ່ກັນການສົ່ງເສີມທຸລະກິດ ຂະໜາດ ນ້ອຍ-ກາງ ຍັງເຫັນວ່າມີ ສິ່ງທ້າທາຍຫລາຍຢ່າງພໍສົມຄວນ. ໜຶ່ງໃນບັນຫາທີ່ຖືກຕັ້ງຂຶ້ນແມ່ນ ເລື່ອງຕົ້ນທຶນ ທີ່ເຮັດໃຫ້ສິນຄ້າທີ່ ຜະລິດພາຍໃນຫລາຍອັນບໍ່ສາ ມາດແຂ່ງຂັນດ້ານລາຄາບັນດາ ສິນຄ້ານໍາເຂົ້າປະເພດດຽວກັນ ຫລື ສິນຄ້າທາງເລືອກອື່ນໆ. ຄວາມ ພະຍາຍາມຂອງພາກລັດ ແມ່ນບໍ່ລົດ ລະຕໍ່ບັນຫານີ້, ສະແດງອອກການ * ການລ້ຽງກົບ ກໍເປັນເງື່ອນໄຂ ແລະ ທ່າແຮງທີ່ສຳຄັນໜຶ່ງ ໃຫ້ກັບ ຫລາຍໆຄອບຄົວຈາກການລ້ຽງ ແບບກຸ້ມກິນສູ່ການຈຳໜ່າຍເປັນ ສິນຄ້າ ແລະ ຍັງໄດ້ສ້າງວຽກເຮັດ ງານທຳທີ່ໝັ້ນຄົງອີກດ້ວຍ. ເຊັ່ນ ດຽວກັນກັບ ຄອບຄົວຂອງ ທ່ານ ສຸລິຍາ ຄ່ຽມມະນີຂັນໄຊ ທີ່ໄດ້ຫັນ ມາລ້ຽງກົບ ຈາກການທົດລອງເປັນ ບົດຮຽນສູ່ອາຊີບເສີມທີ່ສ້າງລາຍ ໄດ້ໃຫ້ກັບຄອບຄົວຕື່ມອີກ. ທ່ານ ສຸລິຍາ ຄ່ຽມມະນີຂັນໄຊ ອາຍຸ 43 ປີ, ອາຊີບພະນັກງານ (ຕຳຫລວດ) ປະຈຳການຢູ່ໂຮງ ຮຽນ ປກສ ຊັ້ນຕົ້ນເລກ 6 ແຂວງ ສາລະວັນ, ປັດຈຸບັນຢູ່ບ້ານບຶງໄຊ ເມືອງສາລະວັນ ໄດ້ເລົ່າສູ່ສື່ມວນ ຊົນແຂວງວ່າ: ກ່ອນຈະມາລ້ຽງ ກົບຂາຍ ກໍ່ໄດ້ເຄີຍເຮັດກິດຈະການ ຫລາຍດ້ານ ເຊັ່ນ: ຄ້າຂາຍ, ຮ້ານອາ ຫານ ແລະ ອື່ນໆ ແຕ່ບໍ່ປະສົບຜົນ ສໍາເລັດ ຍິ່ງໄປກວ່ານັ້ນຍັງມີບັນ ຫາໄລຍະພະຍາດໂຄວິດ-19 ແພ່ລະ ບາດ, ຕົນເອງ ແລະຄອບຄົວ ຈຶ່ງໄດ້ ຕັດສິນໃຈຫັນມາລ້ຽງກົບ ເພື່ອກິນ ໃນຄອບຄົວ ໂດຍໃຊ້ເວລາວ່າງຫລັງ ເລີກການນຳພາເມຍ, ລູກຊ່ວຍກັນ ເຮັດ ຊຶ່ງໃນເບື້ອງຕົ້ນໄດ້ໃຊ້ທຶນຕົນ ເອງພຽງ 5 ລ້ານກວ່າກີບ ຊື້ລູກ ຮວກ ຈຳນວນ 5 ແສນໂຕ, ຊື້ຫົວ ອາຫານ ແລະ ອື່ນໆ ຊຶ່ງໄດ້ອະນຸບານ ໃສ່ກະຊັງ ແລະເຮັດຕາມຂັ້ນຕອນ, ບົດຮຽນທີ່ມີ ເພື່ອຈະຄັດພໍ່ແມ່ພັນ. ຫລັງຈາກເຮັດມາໄດ້ໄລຍະໜຶ່ງ ເຫັນໄດ້ວ່າຕົນເອງ, ຄອບຄົວມີ ຄວາມພູມໃຈ, ສາມາດລ້ຽງຄອບ ຄົວ ໄດ້, ໂດຍບໍ່ໄດ້ໃຊ້ແຮງ ງານໜັກ. ຕໍ່ມາຈິ່ງໄດ້ຕັດສິນໃຈບຸກເບີກເນື້ອ ທີ່ ເພີ່ມຂຶ້ນ ຂຸດໜອງນ້ອຍ 2 ໜອງ ເພື່ອລ້ຽງໃຫ້ຫລາຍກວ່າເກົ່າ, ຄັດ ພໍ່ແມ່ພັນໄວ້ ແລະ ສາມາດຂາຍລູກ ກົບ, ກົບນ້ອຍ ໃຫ້ກັບຜູ້ທີ່ຕ້ອງການ, ແມ່ຄ້າຊື້ໄປເຮັດອາຫານ. ຜ່ານການ ຂາຍຫລາຍຊຸດ ຍິ່ງໄດ້ຮັບຄວາມ ຕອບຮັບຈາກສັງຄົມດີຂຶ້ນເລື້ອຍໆ ຍິ່ງເຮັດຫລາຍ ກໍ່ຍິ່ງມີລາຍຮັບ ຫລາຍ, ມີບົດຮຽນ, ປະສົບການໃນ ການເບິ່ງແຍງ, ຮັກສານັບແຕ່ການ ປະສົມພັນ, ອະນຸບານ, ຮັກສາລູກ ຮວກ, ລູກກົບ, ໃຫ້ອາຫານ ແລະ ອື່ນໆ. ປັດຈຸບັນມີແມ່ພັນພໍ່ພັນກົບ 150 ໂຕ, ໃນນັ້ນ: ແມ່ພັນ 100 ໂຕ, ພໍ່ພັນ 50 ໂຕ ການເພາະພັນໄດ້ເລີ່ມ ແຕ່ເດືອນມັງກອນຂອງທຸກໆປີເປັນ ຕົ້ນມາ ແລະ ປີນີ້ຂາຍໄດ້ທັງໝົດ 5 ຊຸດ, ຊຸດໜຶ່ງປະມານ 10.000 ໂຕ ຂາຍໃນລາຄາ ໂຕໜຶ່ງປະມານ 700-1.000 ກີບ ສ້າງລາຍຮັບ ຫລາຍກວ່າ 10 ລ້ານກີບ, ເຖິງວ່າ ລາຍຮັບບໍ່ທັນສູງຕໍ່ກັບການຜະ ລິດຂອງຕົນ, ແຕ່ເຮັດໃຫ້ຄອບຄົວ ມີຫລັກໝັ້ນ, ມີວຽກເຮັດງານທຳ, ມາໃນໄລຍະນີ້ ກໍ່ມີແມ່ຄ້າມາສັ່ງ ຈອງເປັນຈຳນວນຫລາຍ ບໍ່ທັນສາ ມາດສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການ. ນອກຈາກລ້ຽງ ກົບແລ້ວ ຍັງໄດ້ລ້ຽງປາ, ເປັດ, ໄກ່ ແບບປະສົມປະສານໄປຕື່ມອີກ ເພື່ອ ໝູນວຽນ, ສະຫລັບກັນໄປມາສະ ເລ່ຍລາຍຮັບໝົດປີ ປະມານ 40 ລ້ານກວ່າກີບ. ສຳລັບການບົວລະບັດຮັກສາ ແມ່ນໄດ້ເອົາໃຈໃສ່ຕໍ່ກັບການໃຫ້ ອາຫານ, ໂດຍໄດ້ນຳໃຊ້ວັດຖຸດິບ ພາຍໃນທ້ອງຖິ່ນ ເຊັ່ນ: ຜັກຕົບ, ຮຳ, ເຂົ້າປຽນ ແລະ ອື່ນໆ ປະສົມປະ ສານເຂົ້າກັນ, ເພື່ອເປັນການປະຢັດ ຕົ້ນທຶນ, ຈິ່ງເຮັດໃຫ້ຄອບຄົວຂອງ ຕົນ, ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ກາຍເປັນແບບຢ່າງໃຫ້ກັບຄອບ ຄົວອື່ນໆທີ່ຍັງບໍ່ມີອາຊີບທີ່ໝັ້ນ ຄົງ, ກາຍເປັນຄອບຄົວພັດທະນາ ຂອງບ້ານ, ເຮັດໃຫ້ຊີວິດການເປັນ ຢູ່ຂອງຄອບຄົວດີຂຶ້ນເທື່ອລະກ້າວ. * ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ແມ່ນວຽກງານຕົ້ນຕໍ ຂອງພັກ-ລັດຖະບານ ໄດ້ເອົາໃຈໃສ່ ສຸມທຸກທ່າແຮງ ລວມທັງງົບປະ ມານຢ່າງຫລວງຫລາຍເຂົ້າໃນ ການສ້າງສາພັດທະນາເສດຖະ ກິດ-ສັງຄົມ. ພົ້ນເດັ່ນອັນໜຶ່ງກໍ່ ແມ່ນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະ ຊາຊົນບັນດາເຜົ່າໃນຂອບ ເຂດທົ່ວ ປະເທດ ອັນໄດ້ເຮັດໃຫ້ດ້ານຊີວິດ ການເປັນຢູ່ ໄດ້ຮັບການປັບປຸງດີຂຶ້ນ ເປັນ ກ້າວໆ. ຕາມບົດສະຫລຸບຕີລາຄາການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດໄລຍະ 6 ເດືອນຕົ້ນ ແລະ ທິດທາງແຜນ ວຽກຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະບານທີ່ລາຍງານ ໃນ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໄດ້ຊີ້ໃຫ້ເຫັນວ່າ: ລັດຖະບານໄດ້ ເອົາໃຈໃສ່ສືບຕໍ່ປັບປຸງພື້ນຖານ ໂຄງລ່າງທີ່ຈຳເປັນຕິດພັນກັບການ ສົ່ງເສີມ ແລະ ຊຸກຍູ້ການຜະລິດ ເພື່ອ ສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ ເຂດຈຸດສຸມພັດທະນາຕ່າງໆ ລວມ ທັງເຂດຊົນນະບົດ ແລະ ຫ່າງໄກ ສອກຫລີກຈາກແຫລ່ງທຶນຕ່າງໆ ເພື່ອໃຫ້ບັນລຸຄາດໝາຍທີ່ສະພາຮັບ ຮອງໃນ 9 ຕົວຊີ້ບອກ. ໃນນັ້ນ, ມີ 4 ຕົວຊີ້ບອກມີຄວາມຄືບໜ້າດີ, ມີ 2 ຕົວຊີ້ບອກມີຄວາມຄືບໜ້າເປີເຊັນ ຕ່ຳ ແລະ 3 ຕົວຊີ້ບອກບໍ່ທັນມີຂໍ້ ມູນທີ່ຊັດເຈນ. ຢ່າງໃດກໍ່ດີ ຢູ່ໃນ 4 ຕົວຊີ້ບອກມີຄວາມຄືບໜ້າດີ; ໄດ້ສ້າງບ້ານພົ້ນທຸກ 62 ບ້ານ; ສ້າງບ້ານພັດທະນາໄດ້ 77 ບ້ານ; ສ້າງບ້ານໃຫຍ່ເປັນຕົວເມືອງໃນ ຊົນນະບົດໄດ້ 2 ບ້ານ ແລະ ໄດ້ຈັດ ສັນພູມລຳເນົາ ແລະ ບ່ອນຢູ່ອາໄສ ໃຫ້ໝັ້ນຄົງຖາວອນໃຫ້ປະຊາຊົນ ໄດ້ເກືອບ 50 ຄອບຄົວ. ສຳລັບ 2 ຕົວຊີ້ບອກມີຄວາມຄືບໜ້າເປີ ເຊັນຕ່ຳ ໄດ້ສ້າງເມືອງພົ້ນທຸກໄດ້ 4 ເມືອງ ແລະ ສ້າງເມືອງເຂັ້ມແຂງ ຮອບດ້ານໄດ້ 1 ເມືອງ. ຂະນະທີ່ 3 ຕົວຊີ້ບອກບໍ່ມີຂໍ້ມູນຊັດເຈນ, ຄາດ ວ່າທ້າຍປີ ຈະສາມາດລາຍງານ ໄດ້ຄື: ສ້າງຄອບຄົວພົ້ນທຸກ (ມະ ຕິສະພາ 16 ພັນຄອບຄົວ); ສ້າງ ຄອບຄົວພັດທະນາ (ມະຕິສະພາ 20 ພັນຄອບຄົວ) ແລະ ຂະຫຍາຍ ກອງທຶນພັດທະນາບ້ານ ບ້ວງ 500 ລ້ານກີບ ຕໍ່ເມືອງທຸກຍາກຕາມເປົ້າ ໝາຍທີ່ກຳນົດ 12 ບ້ານ. ແນວໃດກໍ່ດີ ສຳລັບໃນຕໍ່ໜ້າ ໂດຍສະເພາະແມ່ນ 6 ເດືອນ ທ້າຍ ປີນີ້, ລັດຖະບານກໍ່ຈະສືບຕໍ່ຍຶດໝັ້ນ ແລະ ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມ ແຕ່ລະດ້ານທີ່ໄດ້ກຳນົດໃນແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ ຕິດພັນກັບການຈັດຕັ້ງປະຕິ ບັດດຳລັດເລກທີ 90\ນຍ ແລະ ບັນ ດາມະຕິຕ່າງໆຂອງພັກ ເພື່ອເຮັດ ໃຫ້ບັນດາຄາດໝາຍບັນລຸຕາມ ແຜນການທີ່ວາງໄວ້ ໂດຍສະເພາະ ແມ່ນດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນທ້າຍ ປີນີ້, ຈະເຮັດໃຫ້ບ້ານພົ້ນທຸກ, ບ້ານ ພັດທະນາ, ເມືອງພົ້ນທຸກ ແລະ ຄອບ ຄົວພັດທະນາມີການເພີ່ມຫລາຍ ຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==