5664

xtgmf]k; 6 19/07/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d dex6g9p 8A'gxQk xuoU9tfb'f6foadmjv'mjP;.shwfh 4 ]hkod;jk7qo ;fa mtotmedkoo5'j 4 n gvdt]da 0v'7;k,gxoa -kf]k; ໂດຍ: ເກີດຂວັນໃຈ ມາລີຈັນສີ * ປະເທດກໍາປູເຈຍແມ່ນໜຶ່ງໃນ ບັນດາ 10 ປະເທດສະມາຊິກອາ ຊຽນ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1999 ທີ່ມີປະຊາກອນ 16 ລ້ານກວ່າຄົນ, ຖືວ່າມີປະຊາກອນ ຫລາຍກວ່າ ສປປ ລາວ ຫລາຍເທົ່າ ແຕ່ເນື້ອທີ່ຂອງປະເທດນ້ອຍກວ່າ ລາວ ເຊິ່ງມີຊາຍແດນຕິດຈອດກັນ ກັບ 2 ແຂວງໃນພາກໃຕ້ຂອງ ສປປ ລາວ ຄື: ແຂວງຈໍາປາສັກ ແລະ ແຂວງອັດຕະປື. ຫວ່າງບໍ່ດົນມານີ້, ສື່ມວນຊົນ ຂອງກຳປູເຈຍໄດ້ລາຍງານວ່າ: ພາຍຫລັງເປີດປະເທດຂອງຕົນນັ້ນ ສັນຍານການສົ່ງອອກ ແລະ ການ ທ່ອງທ່ຽວມີທ່າອ່ຽງຄຶກຄື້ນ ເຊິ່ງ ພຽງ 5 ເດືອນຂອງປີ 2023 ສາ ມາດສົ່ງອອກສິນຄ້າບັນລຸເຖິງ 9 ຕື້ກວ່າໂດລາ. ໃນນັ້ນ, ສິນຄ້າຕົ້ນຕໍ ແມ່ນປະເພດເຄື່ອງຕັດຫຍິບ, ຜົນ ຜະລິດກະສິກໍາ (ເຂົ້າ, ຢາງພາລາ, ກ້ວຍ, ໝາກມ່ວງŽ) ເຊິ່ງສົ່ງອອກ ໄປປະເທດຈີນ, ຫວຽດນາມ, ໄທ, ຍີ່ປຸ່ນ ແລະ ສະຫະລັດອາເມລິກາ. ແຕ່ເຖິງແນວໃດກໍດີ ອຸດສາຫະກໍາ ທ່ອງທ່ຽວຂອງກໍາປູເຈຍນັ້ນ ຍັງຖື ວ່າເປັນແຫລ່ງລາຍໄດ້ຕົ້ນຕໍຂອງ ປະເທດເຊັ່ນກັນ ເຊິ່ງບໍ່ພຽງແຕ່ສ້າງ ຜົນປະໂຫຍດທາງກົງເທົ່ານັ້ນ ຫາກ ຍັງສົ່ງຜົນປະໂຫຍດທາງອ້ອມ ໂດຍ ສ້າງວຽກເຮັດງານທໍາໃຫ້ປະຊາ ຊົນ, ສ້າງລາຍຮັບໂດຍປະຊາຊົນ ມີສ່ວນຮ່ວມ. ພ້ອມນີ້ ກໍາປູເຈຍ ຕັ້ງ ເປົ້າໝາຍໄວ້ວ່າ: ຈະພະຍາຍາມດຶງ ດູດນັກທ່ອງທ່ຽວ ໃຫ້ 4 ລ້ານກວ່າ ຄົນພາຍໃນປີ 2023. ຈາກປະສົບ ການຜ່ານມາ ພາຍຫລັງລັດຖະບານ ກໍາປູເຈຍ ເປີດປະເທດຢ່າງເປັນ ທາງການ ໃນປີ 2022 ນັ້ນສາມາດ ດຶງນັກທ່ອງທ່ຽວ ໄດ້ເຖິງ 2 ລ້ານ ກວ່າຄົນ ແລະ ສ້າງລາຍຮັບໄດ້ ເຖິງ 1 ຕື້ກວ່າໂດລາ. ດັ່ງທີ່ຮູ້ນໍາກັນວ່າລັດຖະບານ ກໍາປູເຈຍຢືນຢັນວ່າ: ພາກອຸດສາ ຫະກໍາທ່ອງທ່ຽວນັ້ນ ແມ່ນຖານ ລາຍໄດ້ອັນດັບຕົ້ນໆຂອງປະເທດ ເຊິ່ງໄດ້ປະກອບສ່ວນ 3,6% ເຂົ້າ ໃນການເຕີບໂຕຈີດີພີຂອງປະເທດ ໃນປີ 2022. ໃນຕົ້ນປີ 2023 ນີ້, ທ່ານ ທອງຄົນ ລັດຖະມົນຕີຕ່າງ ປະເທດກໍາປູເຈຍ ກໍໄດ້ເດີນທາງມາ ຢ້ຽມຢາມ ສປປ ລາວ ເຊິ່ງມີການ ປຶກສາຫາລື ແລະ ໄດ້ຮ່ວມມືຫລາຍ ຂະແໜງການ ກ່ຽວຂ້ອງ ກັບ ສປປ ລາວ, ໜຶ່ງໃນນັ້ນແມ່ນການຮ່ວມມື ດ້ານການທ່ອງທ່ຽວລະຫວ່າງສອງ ປະເທດ. ໂອກາດດັ່ງກ່າວ, ຝ່າຍກໍາ ປູເຈຍ ກໍໄດ້ມີການລາຍງານວ່າ: ປັດ ຈຸບັນມີນັກທ່ອງທ່ຽວຕ່າງປະເທດ ໄດ້ຫລັງໄຫລເຂົ້າມາທ່ອງທ່ຽວ ກໍາ ປູເຈຍຢ່າງໜາແໜ້ນ ໄດ້ປະກອບ ສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ແລະ ຊຸກຍູ້ການຮ່ວມມື ໃນຂະແໜງການຮອບດ້ານ, ສະ ເພາະປີ 2023 ນີ້ຄາດວ່າຈະດຶງດູດ ນັກທ່ອງທ່ຽວໃຫ້ເຂົ້າມາປະເທດ ເຖິງ 4 ລ້ານກວ່າຄົນ. ໃນນັ້ນນັກ ທ່ອງທ່ຽວຈາກ ສປ ຈີນ ໃຫ້ໄດ້ 800.000-1 ລ້ານຄົນ. ພ້ອມຈະ ຫາຊອກວິທີເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາພັກຜ່ອນ ແລະ ຢູ່ດົນໆສະ ເລ່ຍໃຫ້ໄດ້ 2-3 ຄືນຕໍ່ຄົນເພື່ອດຶງ ດູດເງິນຕາຕ່າງປະເທດ. ກໍາປູເຈຍມີສະຖານທີ່ທ່ອງທ່ຽວ ຍອດນິຍົມທີ່ເປັນມໍລະດົກໂລກ ແລະ ທ້ອງຖິ່ນຫລາຍແຫ່ງທີ່ໜ້າສົນໃຈ ເຊັ່ນ: ນະຄອນວັດ, ຜາສາດບາຍົນ, ຜາສາດຕາພອນຫົມ, ພິພິຕະພັນ ສັງຫານໝູ່ໂຕນເສລົງ, ທົ່ງສັງ ຫານເຊິງເອກ, ບັນເຕີຍສະເຣີຍ, ອັງກໍວັດ, ສວນສາທາລະນະ ແລະ ອື່ນໆ. ປັດຈຸບັນນີ້, ຕາມການລາຍງານ ຂອງເຈົ້າໜ້າທີ່ປະຈໍາດ່ານໜອງ ນົກຂຽນ ຢູ່ຊາຍແດນລາວ-ກໍາປູ ເຈຍວ່າ: ໄດ້ມີຈໍານວນນັກທ່ອງ ທ່ຽວຕ່າງປະເທດເລີ່ມຫລັ່ງໄຫລ ຂ້າມຊາຍແດນ ລາວ-ກໍາເຈຍ ເພື່ອ ໜ້າເຂົ້າ ສປປ ລາວ ໃນນັ້ນບາງກຸ່ມ ມຸ່ງແວ່ນອນແຮມຄືນຢູ່ສະຖານທີ່ ທ່ອງທ່ຽວບ້ານຄອນ-ດອນເດດ, ມຸ່ງໜ້າຫານະຄອນຫລວງວຽງຈັນ ແລະ ນັ່ງລົດໄຟ ລາວ-ຈີນ ໄປເມືອງ ມໍລະດົກໂລກຫລວງພະບາງ ເຊິ່ງ ນັ້ນໄດ້ສົ່ງສັນຍານວ່າ ນັກທ່ອງ ທ່ຽວຕ່າງປະເທດສາມາດ ເດີນ ທາງໄປມາຫາສູ່ກັນສະດວກສະ ບາຍຫລາຍກວ່າເກົ່າ ຍ້ອນພື້ນ ຖານໂຄງລ່າງ ແລະ ສິ່ງອໍານາດ ຄວາມສະດວກໄດ້ຮັບການພັດທະ ນາວ່ອງໄວ. * ເຖິງວ່າການເວລາໄດ້ຜ່ານພົ້ນ ມາຫລາຍຍຸກຫລາຍສະໄໝ ແລະ ມີຫລາຍສິ່ງຫລາຍຢ່າງປ່ຽນແປງ ໄປສູ່ຄວາມກ້າວໜ້າ ໂດຍອາໄສ ເຕັກໂນໂລຊີ, ແຕ່ທັງນີ້ທັງນັ້ນ ສິ່ງ ທີ່ວ່າມີຄວາມທັນສະໄໝ ລ້ວນຢູ່ ບົນພື້ນຖານຈາກອັນເກົ່າໃນອະດີດ ແລະ ສ່ວນໃຫຍ່ແລ້ວ ສັງຄົມທຸກມື້ນີ້ ມີຫລາຍຢ່າງທີ່ໄດ້ມີການປະຕິເສດ, ລົບລ້າງມັນໄປ. ເຖິງຢ່າງໃດກໍດີ, ຍັງມີຫລາຍສິ່ງຫລາຍຢ່າງມີຄວາມ ຈຳເປັນຕ້ອງລຶ້ມຄືນທັງຮຽກຮ້ອງ ໃຫ້ມີການຈື່ຈຳສິ່ງເກົ່າໆທີ່ເປັນພື້ນ ຖານອັນດີ ຊຶ່ງສຸພາສິດບູຮານລາວ -;u fy {;fa mtotme ຮຽບຮຽງໂດຍ: ໄໝຄຳຍ້ອມສິນ ເຮົາເຄີຍເວົ້າວ່າ: hຂອງກິນບໍ່ກິນ ມັນເໜົ່າ ຂອງເກົ່າບໍ່ເລົ່າມັນລືມi. ທັງນີ້, ກໍມີຫລາຍສິ່ງຫລາຍ ຢ່າງຍັງຄົງຮັກສາໄວ້ຈົນ ເຖິງຍຸກ ປັດຈຸບັນນີ້ ແລະ ໜຶ່ງໃນນັ້ນກໍແມ່ນ ເຄື່ອງນຸ່ງຖື ທີ່ເວົ້າກັນວ່າເປັນເອກະ ລັກ ແລະ ຄຽງຄູ່ຢູ່ກັບ ຄົນລາວເຮົາ ໂດຍສະເພາະ hຜ້າຂາວມ້າ ແລະ ສິ້ນi. ແຕ່ເຖິງວ່າມີໃຫ້ເຫັນບໍ່ຫລວງ ບໍ່ຫລາຍປານໃດກໍຕາມ, ໂດຍສະ ເພາະແມ່ນການນຸ່ງຜ້າຂາວມ້າ ແຕ່ ມັນກໍບົ່ງບອກໃຫ້ຮູ້ວ່າ: ຜ້າຂາວມ້າ ຄືອາພອນປະເພດໜຶ່ງທີ່ຕິດພັນກັບ ຄົນລາວ. ທັງນີ້ທັງນັ້ນ, ຢູ່ຫລາຍ ທ້ອງຖິ່ນທາງຊົນນະບົດພວກເຮົາ ມັກໄດ້ເຫັນການນຸ່ງຫົ່ມທັງໃນເວ ລາອາບນ້ຳສະສາງລ້າງສວ່າຍ ຫລື ນຸ່ງນັ່ງຫລິ້ນ ຫລື ນຳໃຊ້ຕາມອັດທະ ຍາໄສໃນແບບສະບັບຂອງຄົນລາວ ເຮົາມາພ້ອມກັນຢ້ອນຍຸກກັບໄປ ເບິ່ງພວກເພິ່ນນຳກັນ. ໃນສະໄໝ ບູຮານນະການ, ຜູ້ຊາຍລາວເຮົາ ເກືອບທຸກຄົນຈົ່ງຜົມສັ້ນ, ນຸ່ງຜ້າ ຂາວມ້າ ຫລື ແພອີ່ໂປ້ຂັດຕ່ຽວບໍ່ ໃສ່ ເກີບ ( ຍ່າງຕີນເປົ່າ ) ທີ່ສຳຄັນ ແມ່ນບໍ່ມັກນຸ່ງເສື້ອ ຊຶ່ງກໍໝາຍເຖິງ ການເຜີຍໜ້າເອິກ. ຂະນະທີ່ຜູ້ຍິງທີ່ ຍັງເປັນຜູ້ສາວກໍນຸ່ງສິ້ນຮັດເອິກ ແລະ ເອົາແພຕຸ້ມເອິກອີກຊ້ອນໜຶ່ງ ພ້ອມທັງບ່ຽງແພສະໄບ. ສ່ວນຜູ້ຍິງ ທີ່ມີລູກມີຜົວແລ້ວ, ກໍນຸ່ງສິ້ນຮັດ ເອິກ, ບາງຄົນກໍເອົາແພຕຸ້ມ ແລະ ກໍມີບາງຄົນບໍ່ຕຸ້ມແພ ຊຶ່ງກໍພຽງແຕ່ ນຸ່ງສິ້ນຮັດເອິກເທົ່ານັ້ນ. ຂະນະ ດຽວກັນ, ຜູ້ສາວແຕ່ຄາວກີ້ກ່ອນ ຈະໄປຫລິ້ນບຸນຕອນແລງ ພວກເພິ່ນ ກໍໄດ້ພາກັນໄປເອົາໃບກາວມາທັບ ແລ້ວຫໍ່ໃສ່ເລັບມືໄວ້ໝົດມື້ໝົດວັນ ແລະ ພໍຮອດຍາມແຕ່ງຕົວຊິໄປບຸນ ຈຶ່ງເອົາອອກ ຊຶ່ງໄດ້ເຮັດໃຫ້ເລັບ ແດງອ່ອງຕ່ອງ. ສ່ວນເລື່ອງຂອງ ແຂ້ວນັ້ນ, ກໍພາກັນໄປເອົາກະໂປະ ໝາກພ້າວ ມາຈູດ ແລະ ເອົາກະເບື້ອງ ໄຫໄພແຕກມາຮອງຮັບເອົາສີດຳ ຈາກກະໂປະໝາກພ້າວ ຈາກນັ້ນ ກໍເອົາໄປທາແຂ້ວ ໂດຍຈະທາແຂ້ວ ພຽງແຕ່ກາງເຄິ່ງໄປຫາປາຍ ແຂ້ວ ຈົນວ່າດຳປີ້ (ແຕ່ເຄິ່ງແຂ້ວໄປຫາ ເຫືອກບໍ່ທາ) ອັນໄດ້ເພີ່ມສະເໜ່ ຄວາມງາມເປັນຢ່າງຍິ່ງ ຊຶ່ງເມື່ອ ຜູ້ບ່າວໄດ້ເຫັນ ກໍຈະມີພະຫຍາມາ ເວົ້າໃສ່ວ່າ: ເຈົ້າຜູ້ແຂ້ວກົກຊົງຊູ້ ເຈົ້າຄືຊິຫລາຍ ເຈົ້າຜູ້ແຂ້ວຂາວ ປາຍຊົງຊູ້ເຈົ້າຄືຊິຖີ່ ເຈົ້າຜູ້ແຂ້ວດໍາ ປີ້ມີຊູ້ແທ້ອີ່ຫລີ ...ເມື່ອເວົ້າເລື່ອງ ແຂ້ວຂອງຄົນລາວສະໄໝບູຮານ ແລ້ວ,ຍັງມີອີກຈຸດໜຶ່ງທີ່ໜ້າສົນໃຈ ໂດຍສະເພາະແມ່ນການຍ້ອມແຂ້ວ ໃຫ້ຈົນດຳປີ້. ທັງນີ້, ພວກເພິ່ນໄດ້ ພາກັນໄປຊື້ແທ່ງຢາຍ້ອມແຂ້ວຈາກ ປະເທດຫວຽດນາມ ຊຶ່ງແທ່ງຢານີ້ ມີຂະໜາດເທົ່າກັບນີ້ວມື, ສີ່ຫລ່ຽມ. ສຳລັບການຍ້ອມນັ້ນແມ່ນຍ້ອມ ພາຍຫລັງກິນເຂົ້າແລງ ຫລື ວ່າບ້ວນ ສົບບ້ວນປາກແລ້ວ ກໍຈະເຂົ້ານອນ, ຂະນະທີ່ການນອນນັ້ນກໍຕ້ອງໄດ້ ນອນຫງາຍໝົດຄືນ ແລະ ກໍຕ້ອງ ນອນຍິ່ງແຂ້ວຈົນຮອດແຈ້ງອັນ ເນື່ອງຈາກໄດ້ເອົາແທ່ງຢາຍ້ອມ ແຂ້ວວາງໄວ້ຢູ່ແຂ້ວນັ້ນເອງ ໂດຍ ພວກເພິ່ນທີ່ຍ້ອມສີແຂ້ວນັ້ນຕ້ອງ ໄດ້ເຮັດແບບນີ້ຕິດຕໍ່ກັນເປັນເວລາ 10 ຄືນເຕັມໆ ເພື່ອໃຫ້ນໍ້າຢາຊຶມ ຕິດແຂ້ວໄດ້ດີ ແລະ ທີ່ສໍາຄັນໃນໄລ ຍະສິບມື້ທີ່ຍ້ອມແຂ້ວນັ້ນ ຈະບໍ່ໄດ້ ກິນເຂົ້າໜຽວ, ບໍ່ໄດ້ກິນອ້ອຍ. ເພາະ ຫຍັງ ກໍເພາະວ່າຢ້ານສີຍ້ອມຈະ ອອກນັ້ນເອງ. ທັງໝົດນັ້ນແມ່ນການສັງລວມ ໂດຍປະມານສໍາລັບວິຖີການດຳລົງ ຊີວິດ, ການນຸ່ງຖື, ການແຕ່ງຕົວ ຂອງຄົນລາວໃນສະໄໝບູຮານ ເຖິງ ວ່າການເວລາໄດ້ຜ່ານພົ້ນມາແລ້ວ ຫລາຍເຊັ່ນຄົນ. ແຕ່ເພື່ອໃຫ້ພວກ ເຮົາທີ່ເປັນລູກຫລານລາວໄດ້ລຳ ລຶກເຖິງສິ່ງທີ່ເປັນພື້ນຖານອັນໂດດ ເດັ່ນ, ບໍ່ທະເຍີທະຍານ, ບໍ່ມຸ່ງການ ຊິ້ນເປືອງເງິນຄຳກຳແກ້ວຂອງ ພວກເພິ່ນ ໂດຍໃຫ້ຄິດວ່າ: ຄົນເຮົາ ທຸກຄົນງາມຢູ່ທີ່ຈິດໃຈຈິດແຫ່ງ ຄວາມໂອບເອື້ອອາທອນ, ໃຈແຫ່ງ ຄວາມໝັ້ນຄົງ ແລະ ການກະທຳຢູ່ ທີ່ຄວາມອ່ອນນ້ອມບໍ່ບັງບຽດ, ບໍ່ ໂກດເຄືອງ ແລະ ທຳລາຍເພື່ອນມະ ນຸດດ້ວຍກັນ. ພວກເຮົາກັນຢູ່. ໃນສະໄໝບູຮານນັ້ນ, ຄົນລາວ ທັງຍິງ-ຊາຍແຕ່ງໂຕແນວໃດ ພວກ

RkJQdWJsaXNoZXIy MTc3MTYxMQ==