xtgmf]k; 3 19/07/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ©ຍ ຢ່າຕÊ່ ©ຍ ເາÊ້ ຈານນໍ້າ ©ຍ Ëາະ ວÅນ ,us]kp[aosk mujxt-k-qoz6h,ulyfg]nvd8A' c0;'w-lq,[6o 1kd.sh-j;pcdhw0 xt-k-qo[hkor6dtmt IPoI6h dkozt]yfdtlyde c]t gxaolyo7hk 1k'rk]k pa'gxaomjkcI'cdhw0 7;k,m5dpkd0v'xt-k-oq g,vn 'Iq,j * ທ່ານ ແດງ ປະທຸມທອງ ປະ ທານຄະນະສະມາຊິກສະພາແຫ່ງ ຊາດເຂດເລືອກຕັ້ງທີ 18 ທັງເປັນປະ ທານສະພາປະຊາຊົນ ແຂວງໄຊສົມ ບູນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນ ໂອກາດເຂົ້າຮ່ວມກອງປະຊຸມສະ ໄໝສາມັນເທື່ອທີ 5 ຂອງສະພາ ແຫ່ງຊາດຊຸດທີ IX ວ່າ: ຜ່ານການ ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງ ປະຊຸມແຕ່ລະສະໄໝໃຫ້ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດທົ່ວແຂວງໄຊສົມບູນໄດ້ ທັງໝົດ 76 ຈຸດ, ມີຜູ້ເຂົ້າຮ່ວມຫລາຍ ກວ່າ 4,5 ພັນຄົນ, ຍິງກວ່າ 1,8 ພັນ ຄົນ ແລະ ໄດ້ເກັບກໍາຄໍາສະເໜີຂອງ ຜູ້ມີສິດເລືອກຕັ້ງຫລາຍກວ່າ 100 ຄໍາສະເໜີ. ໃນນັ້ນ, ບາງຄໍາສະເໜີ ຄະນະ ສສຊ-ສສຂ ແລະ ການນໍາ ຂອງເມືອງ ກໍ່ໄດ້ມີການຊີ້ແຈ້ງຕອບ ໃຫ້ຜູ້ມີສິດເລືອກຕັ້ງຈໍານວນໜຶ່ງ. ຂະນະທີ່ອີກຈຳນວນໜຶ່ງແມ່ນໄດ້ ສະເໜີຕໍ່ການນຳແຂວງ ແລະ ສູນ ກາງແລ້ວ. ທ່ານ ແດງ ປະທຸມທອງ ກ່າວຕື່ມ ອີກວ່າ: ການພົບປະຜູ້ມີສິດເລືອກ ຕັ້ງຕິດພັນກັບການຕິດຕາມກວດ ກາ ເຫັນວ່າປະຊາຊົນ ໄດ້ສະເໜີຫາ ລັດຖະບານກໍ່ຄືອົງການປົກຄອງ ແຂວງ ຊ່ວຍແກ້ໄຂຫລາຍບັນຫາ ເຊິ່ງສັງລວມອອກເປັນ 8 ບັນຫາ ທີ່ຕິດພັນກັບຊີວິດການເປັນຢູ່ຕົ້ນ ຕໍຄື: ບັນຫາການຂຸດຄົ້ນແຮ່ທາດ ຕາມດຳລັດ 141/ລບ ແລະ ດຳລັດ 61/ລບ ເປັນຕົ້ນແມ່ນບົດປະເມີນ ຜົນກະທົບສັງຄົມ ແລະ ສິ່ງແວດ ລ້ອມ; ບັນຫາຢາເສບຕິດ, ຂີ້ລັກງັດ ແງະ ແລະ ບັນຫາການດັດສ້າງຜູ້ ຕິດຢາເສບຕິດທີ່ໄດ້ຮັບການປ່ອຍ ຕົວ ແຕ່ກໍ່ບໍ່ສາມາດຢຸດເຊົາຢາເສບ ຕິດໄດ້ຢ່າງຖາວອນ; ບັນຫາການ ຖາງປ່າ, ຈູດປ່າຢ່າງຊະຊາຍ; ໂຮງ ຮຽນ ແລະ ສຸກສາລາຂອງບັນດາ ບ້ານຈຸດ ສຸມຕ່າງໆ ຍັງບໍ່ທັນມີ ແລະ ຈໍານວນທີ່ມີກໍ່ຍັງບໍ່ທັນພຽງພໍກັບ ຄວາມຮຽກຮ້ອງຕ້ອງການ; ການ ກໍ່ສ້າງຖະໜົນຫົນທາງ, ໄຟຟ້າ, ນໍ້າ ປະປາ, ນໍ້າລິນ, ນໍ້າສະອາດໃຊ້ຍັງ ບໍ່ທັນພຽງພໍ; ການແບ່ງດິນ-ແບ່ງ ປ່າ, ກໍານົດເຂດດິນທໍາການຜະລິດ, ປ່າຊົມໃຊ້ ແລະ ປ່າສະຫງວນ ຍັງບໍ່ ທັນຈະແຈ້ງປະຊາຊົນຍັງບຸກລຸກ ຖາງປ່າຈໍານວນຫລາຍ ແລະ ບັນ ຫາອັດຕາເງິນເຟີ້, ນໍ້າມັນເຊື້ອໄຟ ຄ່າຄອງຊີບແພງ. ຢ່າງໃດກໍ່ດີ ເພື່ອເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນບັນດາ ເຜົ່າ ໄດ້ຮັບການພັດທະນາຕາມ ຄວາມຕ້ອງການນັ້ນ, ສະມາຊິກສະ ພາແຫ່ງຊາດປະຈໍາເຂດເລືອກຕັ້ງ 18 ກໍ່ຄືສະພາປະຊາຊົນແຂວງໄຊ ສົມບູນ ໄດ້ພະຍາຍາມຊຸກຍູ້ໃຫ້ລັດ ຖະບານກໍ່ຄືອົງການປົກຄອງແຂວງ ໂດຍການຄົ້ນຄວ້າ, ພິຈາລະນາ, ປະ ກອບຄໍາຄິດຄໍາເຫັນ ແລະ ຕິດຕາມ ກວດກາແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງຊາດ ແລະ ຂອງແຂວງສາ ມາດຈັດຕັ້ງປະຕິບັດ ໄດ້ຖືກຕາມ ເປົ້າໝາຍ ກໍ່ຄືການເຮັດໃຫ້ເສດຖະ ກິດ-ສັງຄົມ ແລະ ບັນຫາພື້ນຖານ ໂຄງລ່າງໄດ້ຮັບການປັບປຸງແກ້ໄຂ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນດີຂຶ້ນເທື່ອລະກ້າວ. ສືບຕໍ່ ສົມທົບກັບທຸກພາກສ່ວນທີ່ກ່ຽວ ຂ້ອງໃນການຄົ້ນຄວ້າແກ້ໄຂຄໍາສະ ເໜີຂອງປະຊາຊົນທີ່ສະເໜີມາຍັງ ສະພາປະຊາຊົນແຂວງໃຫ້ມີຄວາມ ລະອຽດເປັນທໍາ ແລະ ວ່ອງໄວ. * ເຖິງວ່າ ລາຄາຢາງພາລາ ຢູ່ ປະເທດເຮົາປີນີ້ ມີລາຄາສູງກວ່າ ຫລາຍປີຜ່ານມາ (ສະເລ່ຍປະມານ 10.000 ກວ່າກີບຕໍ່ກິໂລ) ເຊິ່ງເຮັດ ໃຫ້ປະຊາຊົນຫັນມາປູກຢາງພາລາ ເພີ່ມຂຶ້ນ ເພື່ອຫວັງສ້າງລາຍຮັບເຂ້ົາ ຄອບຄົວຢ່າງເປັນກອບເປັນກຳ. ແຕ່ເມື່ອທຽບໃສ່ອັດຕາເງິນເຟີ້, ລາ ຄາສິນຄ້າອຸປະໂພກ-ບໍລິໂພກ, ລາ ຄານ້ຳມັນທີ່ນັບມື້ສູງຂຶ້ນ ກໍເທົ່າ ກັບລາຄາຢາງພາລາຢູ່ທີ່ 6.0007.000 ກີບຄືຫລາຍປີຜ່ານມາ. ຕໍ່ກັບບັນຫາດັ່ງກ່າວ, ກໍມີຫາງສຽງ ຈາກປະຊາຊົນວ່າ: ຜ່ານມາເຖິງລາ ຄາຢາງພາລາບໍ່ສູງກໍຕາມແຕ່ຖ້າ ຂາຍຢາງພາລາ 1 ກິໂລ ກໍສາມາດ ຊື້ນ້ຳມັນໄດ້ 1 ລິດ, ປັດຈຸບັນຢາງ ພາລາ 1 ກິໂລບໍ່ສາມາດຊື້ໄດ້ແລ້ວ. ແນວໃດກໍ່ດີ, ເຖິງຈະພົບອຸປະສັກ ຫລາຍດ້ານກໍ່ຕາມ, ປະຊາຊົນໃນ ຫລາຍທ້ອງຖິ່ນກໍຍັງສືບຕໍ່ປູກ ແລະ ບົວລະບັດຢາງພາລາຢ່າງເປັນ ເຈົ້າການ ໂດຍສະເພາະຢູ່ເມືອງຮົ່ມ ແຂວງໄຊສົມບູນ ພາກສ່ວນກ່ຽວ ຂ້ອງໄດ້ເອົາໃຈໃສ່ຊຸກຍູ້ປະຊາຊົນ ປາດຢາງພາລາຂາຍເປັນສິນຄ້າ ຢ່າງຕັ້ງໜ້າ ເຊິ່ງໃນໄລຍະ 6 ເດືອນ ຕົ້ນປີນີ້, ປະຊາຊົນເມືອງນີ້ມີລາຍຮັບ ຈາກ ການຂາຍຜົນຜະລິດຢາງພາລາ ຫລາຍກວ່າ 10 ຕື້ກີບ ແລະ ລາຍຮັບ ດັ່ງກ່າວໄດ້ເປັນສ່ວນໜຶ່ງທີ່ສຳຄັນ ໃນການແກ້ໄຂຄວາມທຸກຍາກ, ພັດ ທະນາຊີວິດການເປັນຢູ່ດີຂຶ້ນອີກ ບາດກ້າວໜຶ່ງ. ຈຶ່ງຖືໄດ້ວ່າ ຢາງພາ ລາຍັງເປັນທ່າແຮງຕົ້ນຕໍໃນການ ສ້າງລາຍຮັບໃຫ້ແກ່ປະຊາຊົນ ເມືອງນີ້ ໃຫ້ສາມາດຫລຸດພົ້ນອອກ ຈາກຄວາມທຸກຍາກ. ຕາມການລາຍງານຈາກເຈົ້າ ໜ້າທີ່ຫ້ອງການກະສິກຳ ແລະ ປ່າ ໄມ້ເມືອງຮົ່ມ ໃຫ້ຮູ້ວ່າ: ປັດຈຸບັນນີ້, ຢາງພາລາຢູ່ພາຍໃນເມືອງຮົ່ມ ກໍ່ ແມ່ນອີກສິນຄ້າໜຶ່ງທີ່ເປັນເງື່ອນ ໄຂສຳຄັນຕໍ່ການແກ້ໄຂຄວາມທຸກ ຍາກຂອງປະຊາຊົນລາວບັນດາ ເຜົ່າກໍ່ວ່າໄດ້ ເຊິ່ງສະແດງໃຫ້ເຫັນ ຢ່າງຈະແຈ້ງໃນຫລາຍປີມານີ້ ໂດຍ ສະເພາະ ແມ່ນພາຍຫລັງທີ່ຕົ້ນຢາງ ພາລາຂອງປະຊາຊົນຮອດກຳນົດ ປາດນ້ຳຢາງເປັນສິນຄ້າ ໃນແຕ່ລະ ປີສາມາດສ້າງລາຍຮັບເຂົ້າຄອບ ຄົວຜູ້ປູກຢາງຫລາຍຕື້ກີບຕໍ່ປີ ໂດຍ ອີງ ໃສ່ລາຄາຢາງໃນຕະຫລາດ ໂລກແຕ່ລະປີ. ແນວໃດກໍ່ຕາມ ປັດຈຸ ບັນທົ່ວເມືອງຮົ່ມມີເນື້ອທີ່ປູກຢາງ ພາລາຫລາຍກວ່າ 1,4 ພັນເຮັກຕາ. ຂະນະທີ່ເນື້ອ ທີ່ປາດແລ້ວເກືອບ 290 ເຮັກຕາ, ມີຫລາຍກວ່າ 1,1 ແສນຕົ້ນ ເຊິ່ງໃນໄລຍະ 6 ເດືອນ ຕົ້ນປີ 2023 ນີ້, ໄດ້ເອົາໃຈໃສ່ສົ່ງ ເສີມປະຊາຊົນປາດຢາງພາລາ ຂາຍເປັນສິນຄ້າ ເພື່ອນຳລາຍຮັບ ມາພັດທະນາຊີວິດການເປັນຢູ່ໄດ້ ຜົນຜະລິດກວ່າ 1,1 ພັນໂຕນ. ໃນນັ້ນ, ສະເລ່ຍຂາຍລາຄາ 9.000 ກີບ/ ກິໂລ ແລະ ສ້າງລາຍໄດ້ໃຫ້ປະຊາ ຊົນແລ້ວຫລາຍກວ່າ 10 ຕື້ກີບ. ເຈົ້າໜ້າທີ່ຫ້ອງການກະສິກຳ ແລະ ປ່າໄມ້ຍັງໃຫ້ຮູ້ຕື່ມວ່າ: ໂດຍ ລວມແລ້ວ ສິນຄ້າທີ່ພົ້ນເດັ່ນຂອງ ເມືອງຮົ່ມທີ່ຈະນຳພາປະຊາຊົນ ກ້າວໄປສູ່ການຫລຸດພົ້ນຄວາມທຸກ ຍາກເທື່ອລະກ້າວ ອັນໜຶ່ງກໍ່ແມ່ນ ຜົນຢາງພາລາ ເຊິ່ງສະແດງໃຫ້ເຫັນ ເຖິງດ້ານຊີວິດການເປັນຢູ່ຂອງປະ ຊາຊົນຜູ້ປູກຢາງ ໂດຍສ່ວນໃຫຍ່ ແລ້ວແມ່ນໄດ້ຮັບການປັບປຸງດີຂຶ້ນ ເທື່ອລະກ້າວ ທັງສາມາດຊື້ໄດ້ພາ ຫະນະນ້ອຍ-ໃຫຍ່ມາຮັບໃຊ້ຄອບ ຄົວນັບມື້ເພີ່ມຂຶ້ນ ເມື່ອທຽບໃສ່ ເມື່ອ ກ່ອນ. ນອກຈາກນີ້, ກໍ່ຍັງກໍມີມັນຕົ້ນ, ການປູກໄມ້ໃຫ້ໝາກ (ໝາກກ້ຽງ) ແລະ ໝາກນັດ ແລະ ພືດ ອື່ນໆ... ທ່ານ ບຸນສົງ ເບລ່ຍຢ່າງທໍ່ ອະ ດິດພະນັກງານບຳນາມ ຢູ່ບ້ານນ້ຳ ຄຽນ ເມືອງຮົ່ມ ກໍ່ເປັນອີກຄອບ ຄົວໜຶ່ງທີ່ຖືເອົາການປູກຢາງພາ ລາເປັນສິນຄ້າໃນເນື້ອທີ່ຫລາຍ ກວ່າ 8 ເຮັກຕາ. ໃນນັ້ນ, ໄດ້ປູກ ຢາງພາລາ 8 ພັນກວ່າເບ້ຍ ມາ ແຕ່ປີ 1992 ເປັນຕົ້ນມາ ແລະ ລົງ ທຶນຊື້ເບ້ຍປູກໃນໄລຍະນັ້ນ 1 ລ້ານ ກວ່າກີບ. ການປູກຢາງພາລາກໍ່ພົບ ຄວາມຫຍຸ້ງຍາກບາງໄລຍະ ໂດຍ ສະເພາະແມ່ນຕອນຫາກໍ່ປູກຕົ້ນ ຢາງຍັງນ້ອຍ ເຊິ່ງໄລຍະນີ້ກໍ່ມີຄ ວາມຫຍຸ້ງຍາກແດ່ ໂດຍສະເພາະ ການປ້ອງກັນບໍ່ໃຫ້ສັດລ້ຽງເຂົ້າ ໄປທຳລາຍຕົ້ນຢາງ ຕ້ອງໄດ້ລ້ອມ ຮົ້ວຕິດພັນກັບການເອົາໃຈໃສ່ບົວ ລະບັດ ເສຍຫຍ້າບໍ່ໃຫ້ຮົກເຮື້ອ. ການ ປູກຢາງກໍ່ໃຊ້ເວລາປະມານ 7 ປີ ຈຶ່ງ ສາມາດປາດນ້ຳຢາງພາລາຂາຍ ໄດ້. ແນວໃດກໍ່ດີມາຮອດປັດຈຸບັນ ການປາດນ້ຳຢາງພາລາຂາຍໃນ ເດືອນໆໜຶຶ່ງສາມາດສ້າງລາຍຮັບ ເຂົ້າຄອບຄົວສະເລ່ຍປະມານ 10 ລ້ານກີບ. ສຳລັບປີຜ່ານມາຄອບຄົວ ມີລາຍຮັບຈາກປາດຢາງຂາຍເປັນ ສິນຄ້າສະເລ່ຍປະມານ 120 ລ້ານ ກີບ. * ໃນບໍ່ດົນມານີ້, ໂຄງການ ສົ່ງ ເສີມ ແລະ ສ້າງຄວາມເຂັ້ມແຂງໃນ ການຜະລິດກະສິກຳ ແລະ ຕະຫລາດ ຊຸມຊົນ ໄດ້ສືບຕໍ່ຈັດຝຶກອົບຮົມກ່ຽວ ກັບເຕັກນິກການລ້ຽງປາ ແລະ ລ້ຽງ ໄກ່ ໃຫ້ປະຊາຊົນບ້ານພູກະທະ ເມືອງຮົ່ມ ແຂວງໄຊສົມບູນ ສຸມໃສ່ ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາ ຊົນບ້ານດັ່ງກ່າວ ປະກອບອາຊີບ ຢ່າງໝັ້ນຄົງໃນອະນາຄົດ. ທ່ານ ນາງ ພັນສະໄໝ ພົມມີໄຊ, ອາຈານສອນ ຈາກຄະນະວິທະຍາ ສາດປ່າໄມ້, ມະຫາວິທະຍາໄລ ແຫ່ງຊາດ, ຜູ້ປະສານງານໂຄງ ການສົ່ງເສີມ ແລະ ສ້າງຄວາມເຂັ້ມ ແຂງ ໃນການຜະລິດກະສິກຳ ແລະ ຕະຫລາດຊຸມຊົນ ບ້ານພູກະທະ, ເມືອງຮົ່ມ, ແຂວງໄຊສົມບູນ ໄດ້ໃຫ້ ຮູ້ວ່າ: ການສືບຕໍ່ຈັດຝຶກອົບຮົມໃຫ້ ແກ່ຄອບຄົວທຸກຍາກບ້ານພູກະທະ ໃນຄັ້ງນີ້ ແມ່ນເພື່ອຢາກເສີມສ້າງ ຄວາມອາດສາມາດ ແລະ ອາຊີບທີ່ ໝັ້ນຄົງ ໃຫ້ແກ່ປະຊາຊົນຢູ່ຊົນ ນະບົດ ໃຫ້ມີການພັດທະນາດີຂຶ້ນ ໂດຍສະເພາະແມ່ນການຫັນການ ຜະລິດແບບດັ່ງເດີມ, ປະຖົມປະ ຖານ, ຜະລິດແບບທຳມະຊາດ, ພໍ ຢູ່ພໍກິນໄປສູ່ການຜະລິດແບບນຳ ໃຊ້ເຕັກນິກວິທະຍາສາດ, ທັນສະ ໄໝ, ຜະລິດໃຫ້ໄດ້ຫລາຍກາຍເປັນ ສິນຄ້າປ້ອນຕະຫລາດ ເພື່ອສ້າງ ລາຍຮັບໃຫ້ແກ່ຄອບຄົວ ແລະ ກ້າວ ໄປສູ່ການມີຢູ່ມີິກິນ ທັງຫລຸດພົ້ນ ອອກຈາກຄວາມທຸກຍາກເທື່ອລະ ກ້າວ. ເປົ້າໝາຍຂອງໂຄງການດັ່ງ ກ່າວນີ້ ແມ່ນເລັ່ງໃສ່ຄອບຄົວທຸກ ຍາກພາຍໃນບ້ານພູກະທະ ເຊິ່ງມີ ທັງໝົດ 8 ຄອບຄົວ. ແຕ່ຢ່າງໃດກໍ່ ຕາມ, ພວກເຮົາຍັງໄດ້ເປີດກວ້າງ ໃຫ້ຄອບຄົວອື່ນໆພາຍໃນບ້ານທີ່ ສົນໃຈຢາກເຂົ້າຮ່ວມໂຄງການ ເພື່ອ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ກວ່າເກົ່າ ກໍ່ສາມາດເຂົ້າຮ່ວມໄດ້, ເຊິ່ງກໍ່ມີຄອບຄົວທີ່ສົນໃຈ ເຂົ້າຮ່ວມ ການຝຶກອົບຮົມໃນຄັ້ງນີ້ຫລາຍກວ່າ 20 ຄອບຄົວ. ທ່ານ ນາງ ພັນສະໄໝ ພົມມີໄຊ ຍັງກ່າວຕື່ມວ່າ: ການຝຶກອົບຮົມ ການລ້ຽງປາ ແລະ ລ້ຽງໄກ່ ໃນຄັ້ງ ນີ້, ມີອາຈານສອນຈາກ ຄະນະກະ ເສດສາດ, ມະຫາວິທະຍາໄລແຫ່ງ ຊາດ ເປັນຄູຝຶກ ເຊິ່ງປະກອບດ້ວຍ: ທ່ານນາງ ມະລາວັນ ຈິດຕະວົງ ແລະ ທ່ານ ລັດສະໝີ ສຸລິວົງສາ. ນອກນີ້, ຍັງມີພະນັກງານຈາກຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຮົ່ມເຂົ້າຮ່ວມ. ການ ຝຶກອົບຮົມດັ່ງກ່າວ ແມ່ນມີທັງການ ສອນພາກທິດສະດີ ແລະ ພາກປະຕິ ບັດຕົວຈິງ ເພື່ອເຮັດໃຫ້ປະຊາຊົນຜູ້ ເຂົ້າຮ່ວມກຳໄດ້ດ້ານເຕັກນິກການ ລ້ຽງ, ການປ້ອງກັນພະຍາດຕ່າງໆ ແລະ ຜະລິດອາຫານເສີມ (ໂດຍໃຊ້ ວັດຖຸດິບທີ່ມີພາຍໃນບ້ານ) ໃຫ້ແກ່ ປາ ແລະ ໄກ່ຢ່າງຖືກວິທີ. ນອກຈາກ ການຈັດຝຶກອົບຮົມດັ່ງກ່າວແລ້ວ, ທາງໂຄງການ ຍັງໄດ້ມອບອຸປະກອນ ການລ້ຽງ ແລະ ແນວພັນປາດຸກ 4.000 ໂຕໃຫ້ແກ່ຄອບຄົວຕົວແບບ. ໃນຕົ້ນປີຜ່ານມາ, ທາງໂຄງ ການກໍ່ໄດ້ຈັດຝຶກອົບຮົມກ່ຽວກັບ ການປັບປຸງດິນ ໂດຍການເຮັດຝຸ່ນ ທຳມະຊາດ, ການເຮັດນ້ຳໝັກຊີວະ ພາບ ແລະ ການສ້າງເຮືອນຮົ່ມສຳ ລັບການປູກຜັກ ໃຫ້ແກ່ປະຊາຊົນ ບ້ານພູກະທະ ມາກ່ອນໜ້ານີ້ແລ້ວ. ນອກຈາກນີ້, ໂຄງການດັ່ງກ່າວຍັງ ໄດ້ສ້າງ ແລະ ມອບຕະຫລາດໃຫ້ ແກ່ບ້ານພູກະທະ ເພື່ອເປັນບ່ອນຈຳ ໜ່າຍ ແລະ ຊື້-ຂາຍສິນຄ້າ ໂດຍສະ ເພາະແມ່ນສິນຄ້າກະສິກຳທີ່ເປັນ ຜົນຜະລິດຂອງປະຊາຊົນພາຍໃນ ບ້ານພູກະທະເອງ ເພື່ອປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ ແລະ ເປັນຊ່ອງທາງໃນການເຂົ້າເຖິງ ການຄ້ຳປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າຂອງ ປະຊາຊົນ ບ້ານພູກະທະ ແລະ ບ້ານ ໃກ້ຄຽງ ເຊິ່ງຈະໄດ້ເປີດໃນມໍ່ໆນີ້. ໂຄງການສົ່ງເສີມ ແລະ ສ້າງ ຄວາມເຂັ້ມແຂງໃນການຜະລິດກະ ສິກຳ ແລະ ຕະຫລາດຊຸມຊົນ ບ້ານ ພູກະທະ ເມືອງຮົ່ມ ແຂວງໄຊສົມ ບູນ ແມ່ນໂຄງການທີ່ໄດ້ຮັບທຶນສະ ໜັບສະໜູນຈາກກອງທຶນສິ່ງແວດ ລ້ອມໂລກ ແຜນງານໂຄງການຂະ ໜາດນ້ອຍ (SG1, G&F 6N%1).
RkJQdWJsaXNoZXIy MTc3MTYxMQ==