lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 19/07/2023 xtgmf]k; ສະພາແຫ່ງຊາດ ຮັບຮອງ... ກອງປະຊຸມສະໄໝສາມັນ... ລັດຖະບານລາວ... ໃຕ້ການນຳພາຂອງພັກ... ປ່ອຍຊາດ ດ້ວຍຮູບການເບິ່ງແຍງ, ລ້ຽງດູ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວ, ສົ່ງເອກະສານຕ່າງໆໃຫ້ພະນັກງານ, ທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູ, ລຳລຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມ ໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ; ປຸກລະດົມຂົນຂວາຍຊາວໜຸ່ມ, ລູກ, ຫລານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງ ປະຕິບັດວຽກງານແນວຫລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະ ຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ມີແມ່ຍິງຈໍານວນຫລວງ ຫລາຍປະຕິບັດໜ້າທີ່ ເປັນທັງພໍ່ທັງແມ່ໃນເວລາດຽວກັນ, ເຮັດໜ້າທີ່ ປຸກຢ້າວແປງເຮືອນ, ເຮັດໄຮ່, ເຮັດນາ ເພື່ອລ້ຽງດູຄອບຄົວ ແລະ ຜະລິດ ໄວ້ຊ່ວຍແນວໜ້າ, ເປັນເຈົ້າການປົກປັກຮັກສາເຂດນ້ຳແດນດິນອັນແສນ ຮັກ ແລະ ຫວງແຫນຂອງຕົນໄວ້ຢ່າງໝັ້ນຄົງ ດ້ວຍນ້ຳໃຈເສຍສະລະອັນສູງ ສົ່ງ ແລະ ອົງອາດກ້າຫານ. ໃນຂະບວນການດັ່ງກ່າວ ແມ່ຍິງລາວບັນ ດາເຜົ່າ ຈຶ່ງໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ທົ່ວປະເທດ, ມີແມ່ຍິງຈຳນວນຫລວງຫລາຍຖືກຄັດເລືອກເປັນແບບ ຢ່າງທີ່ດີເດັ່ນໃນການປະກອບສ່ວນວຽກງານໃນຂົງເຂດຕ່າງໆ ຊຶ່ງໄດ້ ຮັບການຍ້ອງຍໍຈາກພັກ-ລັດ ຢ່າງສົມກຽດ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງປັດຈຸບັນ; ແມ່ ຍິງລາວໄດ້ເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຜ່ານຂະບວນການດັ່ງກ່າວ ສ້າງ ໃຫ້ແມ່ຍິງລາວໄດ້ຮັບການພັດທະນາໃນທຸກດ້ານ ສາມາດເຂົ້າຮ່ວມ ໃນທຸກຂົງເຂດວຽກງານ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກການຈັດຕັ້ງ ພັກ-ລັດ, ສັງຄົມ ແລະ ຄອບຄົວ. ຕະຫລອດໄລຍະ 68 ປີ ແຫ່ງການສ້າງ ຕັ້ງສະຫະພັນແມ່ຍິງລາວ; ພັກ-ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນງານ ການເຄື່ອນໄຫວຂອງແມ່ຍິງລາວ ແລະ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມພັດທະ ນາແມ່ຍິງໃນທຸກຊົນເຜົ່າ, ສາຂາອາຊີບ, ບໍ່ມີຂົງເຂດໃດ ແລະ ວຽກງານ ໃດທີ່ບໍ່ມີເອື້ອຍນ້ອງແມ່ຍິງໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຄຽງບ່າ ຄຽງໄຫລ່ກັບເພດຊາຍ. ພ້ອມດຽວກັນນັ້ນ, ພັກ-ລັດຖະບານ ກໍໄດ້ສ້າງ ເງື່ອນໄຂ ແລະ ເອື້ອອໍານວຍຄວາມສະດວກໃຫ້ແກ່ແມ່ຍິງລາວບັນດາ ເຜົ່າ ໄດ້ມີໂອກາດໃນການສຶກສາຮໍ່າຮຽນ, ຍົກລະດັບຄວາມຮູ້ດ້ານທິດສະ ດີການເມືອງ, ວິຊາສະເພາະໃນຂະແໜງການຕ່າງໆ ອັນໄດ້ເຮັດໃຫ້ເອື້ອຍ ນ້ອງແມ່ຍິງຈໍານວນບໍ່ໜ້ອຍກາຍເປັນອາຈານສອນ, ເປັນແພດໝໍທີ່ຊໍາ ນານງານ, ກາຍເປັນນັກການເມືອງ, ນັກການທູດ, ນັກວິທະຍາສາດ,ນັກ ປະພັນ, ນັກປະດິດຄິດແຕ່ງ, ນັກສະແດງ, ນັກທຸລະກິດທີ່ດີ ແລະ ເກັ່ງ ນັບມື້ນັບຫລາຍຂຶ້ນ. ພ້ອມດຽວກັນນີ້, ສູນກາງສະຫະພັນແມ່ຍິງ ໄດ້ສືບ ຕໍ່ເອົາໃຈໃສ່ຊີ້ນຳ ນຳພາສະຫະພັນ ແມ່ຍິງລາວ ແຕ່ລະຂັ້ນໃຫ້ເປັນເຈົ້າ ການນຳພາ ປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ແທດເໝາະກັບກົມກອງທັງທ້ອງ ຖິ່ນ. ພ້ອມກັນຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ຕິດພັນກັບການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ແລະ ຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. ເພື່ອສືບຕໍ່ສ້າງຜົນງານໃໝ່ທີ່ໃຫຍ່ຫລວງກວ່າເກົ່ານັ້ນ ແມ່ຍິງລາວບັນ ດາເຜົ່າຕ້ອງໄດ້ສືບຕໍ່ຮັກສາຄຸນທາດການເມືອງໜັກແໜ້ນ, ມີຄຸນສົມ ບັດສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງ ລາວ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວ ແມ່ຍິງ ແລະ ຄອບຄົວ; ຈັດຕັ້ງປະຕິບັດ ຄຳຂວັນ ແລະ ຂໍ້ ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ຢ່າງກວ້າງຂວາງ; ສົ່ງເສີມໃຫ້ແມ່ຍິງໄດ້ຮັບ ການພັດທະນາດ້ານແນວຄິດຈິດໃຈ, ຮ່າງກາຍ, ການສຶກສາ, ວິຊາຊີບ ແລະ ສີມືແຮງງານ ແລະ ໄດ້ຮັບນາມມະຍົດດີເດັ່ນໃນທຸກສາຂາອາຊີບ ເພີ່ມຂຶ້ນ; ສືບຕໍ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງ ແມ່ຍິງ-ເດັກ ນ້ອຍ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບ ຍິງຊາຍ ຢ່າງກວ້າງຂວາງ; ສົ່ງເສີມໃຫ້ແມ່ຍິງໄດ້ຮັບການບັນຈຸ, ສັບຊ້ອນ ເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ໃຫ້ມີຈຳນວນເພີ່ມຂຶ້ນ; ສືບຕໍ່ພົວພັນ ຮ່ວມມືກັບການ ຈັດຕັ້ງແມ່ຍິງປະເທດເພື່ອນມິດ, ປະເທດອາຊຽນ ແລະ ອົງການຈັດຕັ້ງ ສາກົນມີປະສິດທິຜົນຫລາຍຂຶ້ນກວ່າເກົ່າ. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ, ວັນທີ 20 ກໍລະກົດ ຄົບ ຮອບ 68 ຢ່າງສຸດໃຈ ! ໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງຕໍ່ຜົນງານຂອງທ່ານເອກ ອັກຄະລາຊະທູດ ກຳປູເຈຍ ຕະ ຫລອດໄລຍະການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ ນັບແຕ່ວັນທີ 2 ຕຸລາ 2020 ເປັນຕົ້ນມາ, ທີ່ໄດ້ ປະກອບສ່ວນຢ່າງຫ້າວຫັນໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະ ຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ກຳປູເຈຍ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນຢ່າງ ບໍ່ຢຸດຢັ້ງ. ທ່ານທູດໄດ້ປະກອບ ສ່ວນຊຸກຍູ້ການເຂົ້າຮ່ວມກອງປະ ຊຸມຕ່າງໆ ແລະ ການແລກປ່ຽນການ ຢ້ຽມຢາມຄະນະຜູ້ແທນຂັ້ນສູງພັກ ແລະ ລັດຖະບານ ຂອງສອງປະ ເທດຢ່າງເປັນປົກກະຕິ, ຊຸກຍູ້ການ ຮ່ວມມືລະຫວ່າງ ກະຊວງທີ່ກ່ຽວ ຂ້ອງຂອງສອງປະເທດ ໃຫ້ຂະ ຫຍາຍຕົວເຂົ້າສູ່ລວງເລິກ ແລະ ສາມາດລົງນາມເອກະສານສຳຄັນ ຮ່ວມກັນໃນຫລາຍສະບັບ ເປັນຕົ້ນ ດ້ານພະລັງງານ, ດ້ານວັດທະນະ ທຳ ແລະ ທ່ອງທ່ຽວ, ດ້ານການສຶກ ສາ, ດ້ານການເງິນ ແລະ ທະນາ ຄານ. ປັດຈຸບັນ, ການຮ່ວມມືດ້ານ ການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວ ລະຫວ່າງ ສອງປະເທດ ແມ່ນມີທ່ວງທ່າທີ່ດີຂຶ້ນ, ການລົງ ທຶນຂອງ ກໍາປູເຈຍ ຢູ່ ສປປ ລາວ ມີມູນຄ່າທັງໝົດ 127 ລ້ານໂດລາ ສະຫະລັດ. ໃນນັ້ນ, ໂຄງການໃຫຍ່ທີ່ ສຸດແມ່ນໂຄງການພັດທະນາແຫລ່ງ ທ່ອງທ່ຽວຄົບວົງຈອນ ແລະ ກາຊີ ໂນແດນສະຫວັນ ມີມູນຄ່າການລົງ ທຶນສູງເຖິງ 110 ລ້ານໂດລາສະ ຫະລັດ; ສະເພາະປີຜ່ານມາມູນຄ່າ ການຄ້າສອງຝ່າຍມີຫລາຍກວ່າ 106 ລ້ານໂດລາສະຫະລັດ, ໃນນັ້ນ ການຊື້-ຂາຍໄຟຟ້າກວມປະມານ 100 ລ້ານໂດລາສະຫະລັດຕໍ່ປີ.ພິ ເສດ, ທ່ານທູດໄດ້ປະກອບສ່ວນ ຢ່າງແຂງແຮງໃນການຊຸກຍູ້ການ ລົງນາມໃນແຜນປະຕິບັດງານຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ແຕ່ປີ 2023-2027 ແລະ ສົນທິສັນຍາວ່າດ້ວຍການກໍາ ນົດຊາຍແດນປະເທດ ລະຫວ່າງ ສອງລັດຖະບານ ລາວ ແລະ ກຳປູ ເຈຍ; ປະກອບສ່ວນຂົນຂວາຍເອົາ ການຊ່ວຍເຫລືອດ້ານມະນຸດສະທຳ ແກ່ ສປປ ລາວ ໃນການຕ້ານພະຍາດ ໂຄວິດ-19 ເປັນຕົ້ນ ການສະໜອງ ວັກຊິນ Sinovac, ອຸປະກອນການ ແພດ ແລະ ອື່ນໆ ເຊິ່ງໄດ້ປະກອບ ສ່ວນສຳຄັນເຂົ້າໃນວຽກງານສາ ທາລະນະສຸກຂອງລາວ ກໍຄືການ ຮັບມືກັບພະຍາດດັ່ງກ່າວ ໃນໄລຍະ ທີ່ມີການແພ່ລະບາດໜັກຢູ່ ສປປ ລາວ. ພ້ອມກັນນີ້, ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານ ແລະ ປະຊາ ຊົນ ກຳປູເຈຍ ທີ່ໄດ້ໃຫ້ການຊ່ວຍ ເຫລືອ ແລະ ການສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆຕະຫລອດ ໄລຍະຜ່ານມາ ເຊິ່ງໄດ້ປະກອບ ສ່ວນສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ. ໃນຂະນະດຽວກັນ, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈເປັນ ຢ່າງສູງຕໍ່ພັກ-ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫລືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫລອດໄລຍະການປະຕິບັດໜ້າ ທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບ ຜົນສໍາເລັດອັນຈົບງາມ, ພ້ອມທັງ ໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຍ້ອງຍໍຊົມເຊີຍ ຜົນງານ ແລະ ປະດັບຫລຽນກາມິດ ຕະພາບອັນມີຄວາມໝາຍສໍາຄັນ ນີ້ ໃຫ້ແກ່ຕົນ ເຊິ່ງເປັນສັນຍະລັກອັນ ມີຄວາມໝາຍຄວາມສໍາຄັນໃນ ການຊຸກຍູ້ສົ່ງເສີມການພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ກຳປູເຈຍ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໃນຕໍ່ໜ້າ. ພ້ອມນີ້, ກໍຢືນຢັນວ່າພາຍ ຫລັງທີ່ກັບຄືນປະເທດ ແລະ ໄປຮັບ ໜ້າທີ່ໃໝ່ແລ້ວ, ທ່ານທູດເອງກໍຈະ ສືບຕໍ່ເຄື່ອນໄຫວຊຸກຍູ້ສົ່ງເສີມການ ພົວພັນຮ່ວມມືລະຫວ່າງ ສອງປະ ເທດ ໃຫ້ນັບມື້ນັບຈະເລີນງອກງາມ ຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດ ສູງສຸດ ມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ. ຂ່າວ:ວຽງສະຫວັນ, ພາບ:ເກດສະໜາ ຕ້ອງ, ຄົບຖ້ວນ, ຮັດກຸມ ແລະ ສາ ມາດນຳໄປຈັດຕັ້ງປະຕິບັດຢ່າງມີ ປະສິດທິພາບ ແລະ ປະສິດທິຜົນໃນ ຕໍ່ໜ້າ. ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ ຖະແຫລງຜົນການພິຈາລະນາຮັບ ຮອງເອົາກົດໝາຍຈໍານວນ 10 ສະ ບັບດັ່ງກ່າວ ເຊິ່ງປະກອບມີກົດໝາຍ ສ້າງໃໝ່ 4 ສະບັບ ຄື: ກົດໝາຍວ່າ ດ້ວຍອາກອນທີ່ດິນ, ກົດໝາຍວ່າ ດ້ວຍເຍົາວະຊົນລາວ, ກົດໝາຍວ່າ ດ້ວຍການຈັດຫາງານ ແລະ ກົດ ໝາຍວ່າດ້ວຍສາທາລະນະສຸກ. ສຳ ລັບກົດໝາຍປັບປຸງ 6 ສະບັບ ປະ ກອບມີ: ກົດໝາຍວ່າດ້ວຍທະນາ ຄານທຸລະກິດ, ກົດໝາຍວ່າດ້ວຍ ສານທະຫານ, ກົດໝາຍວ່າດ້ວຍ ສັດນໍ້າ ແລະ ການປະມົງ, ກົດໝາຍ ວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງເດັກ ແລະ ກົດໝາຍວ່າດ້ວຍ ການພິມຈໍາໜ່າຍ. ການພິຈາລະນາ ແລະ ຮັບຮອງ ເອົາກົດໝາຍ 10 ສະບັບນີ້ ແມ່ນ ຜົນສໍາເລັດທີ່ສໍາຄັນໃນການຈັດຕັ້ງ ປະຕິບັດແຜນການສ້າງ ແລະ ປັບ ປຸງກົດໝາຍ ແຕ່ປີ 2023-2025, ທັງເປັນການປະກອບສ່ວນສໍາຄັນ ໃນການປັບປຸງ ແລະ ເພີ່ມທະວີພາ ຫະນະໃນການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມຂອງປະ ເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນ ຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ; ສະກັດ ກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ ທໍ້ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນສັງຄົມ, ປະກອບສ່ວນໃນການ ສ້າງລັດເຮົາໃຫ້ເປັນລັດປະຊາທິ ປະໄຕ ທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມງວດຂຶ້ນ. ບັນດາກົດໝາຍ ເຫລົ່ານັ້ນ ເຖິງວ່າໄດ້ຮັບຮອງເອົາ ແລ້ວກໍຕາມ ກໍາມາທິການກົດໝາຍ ຍັງຈະໄດ້ສືບຕໍ່ສົມທົບກັບບັນດາກໍາ ມາທິການທີ່ກ່ຽວຂ້ອງຂອງສະພາ ແຫ່ງຊາດ, ຄະນະຮັບຜິດຊອບແຕ່ ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວ ຂ້ອງປັບປຸງ, ຮຽບຮຽງໃຫ້ສໍາເລັດ ສົມບູນ ເພື່ອລາຍງານຄະນະປະຈໍາ ສະພາແຫ່ງຊາດ ກ່ອນສະເໜີທ່ານ ປະທານປະເທດພິຈາລະນາອອກ ລັດຖະດໍາລັດປະກາດໃຊ້ຢ່າງເປັນ ທາງການ ຕາມລະບຽບການທີ່ກໍາ ນົດໄວ້. ພາຍຫລັງກົດໝາຍຈຳນວນ 10 ສະບັບນີ້, ຖືກປະກາດໃຊ້ຢ່າງ ເປັນທາງການຈະເປັນຜົນດີ ແລະ ເປັນບ່ອນອີງທີ່ສຳຄັນ ໃຫ້ແກ່ການ ຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງບັນດາກະຊວງ, ຂະແໜງການ ທີ່ກ່ຽວຂ້ອງ ດຳເນີນໄປຢ່າງໂລ່ງ ລ່ຽນ, ສອດຄ່ອງກັບສະພາບຄວາມ ເປັນຈິງໃນປັດຈຸບັນ ແລະ ແນວທາງ ນະໂຍບາຍທີ່ພັກ, ລັດວາງອອກ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ໄດ້ກ່າວສູນທອນພົດ ປິດກອງປະ ຊຸມ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດ ຕະຫລອດການດຳເນີນກອງປະ ຊຸມສະໄໝສາມັນ ໃນຄັ້ງນີ້ ເຊິ່ງບັນ ດາສະມາຊິກສະພາແຫ່ງຊາດປະ ຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມ ໃສ່ປະກອບຄຳຄິດຄຳເຫັນຢ່າງ ກົງໄປກົງມາ ໃສ່ເນື້ອໃນຂອງບົດ ລາຍງານຕ່າງໆຂອງລັດຖະບານ. ຜ່ານການດຳເນີນກອງປະຊຸມໄດ້ ພິຈາລະນາ-ຮັບຮອງເອົາບົດລາຍ ງານລັດຖະບານກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນເງິນ ຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ລັດຖະ ບານ ໃນການບໍລິຫານ, ບັນຊາ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ດ້ວຍການ ວາງມາດຕະການຕ່າງໆ ເຮັດໃຫ້ ເສດຖະກິດສາມາດຂະຫຍາຍຕົວ ໃນລະດັບ 4,8%, ການຊຸກຍູ້ການຜະ ລິດ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງ ອອກໄດ້ມີໜໍ່ແໜງໃໝ່ຈຳນວນໜຶ່ງ, ການເກັບລາຍຮັບມີການເພີ່ມຂຶ້ນ. ແຕ່ກອງປະຊຸມສະເໜີໃຫ້ລັດຖະ ບານເພີ່ມທະວີຄວາມເອົາໃຈໃສ່ແກ້ ໄຂບັນຫາທີ່ສັງຄົມເປັນຫ່ວງເຊັ່ນ: ການແກ້ໄຂບັນຫາເງິນເຟີ້, ອັດຕາ ແລກປ່ຽນເໜັງຕີງແຮງ, ຄ່າຄອງ ຊີບສູງຂຶ້ນ ເຊິ່ງສົ່ງຜົນກະທົບໂດຍ ກົງຕໍ່ຊີວິດການເປັນຢູ່ຂອງພະນັກ ງານ, ທະຫານ, ຕຳຫລວດ ກໍຄືປະ ຊາຊົນບັນດາເຜົ່າ. ພ້ອມທັງແກ້ໄຂ ບັນຫາການຈັດສັນການລົງທຶນ ຂອງລັດໃຫ້ທັນເວລາ, ແກ້ໄຂບັນຫາ ຂອງຄູ, ແພດອາສາສະໝັກ, ບັນ ຫາຄຸນນະພາບການສຶກສາ, ສາທາ ລະນະສຸກ, ສະຫວັດດີການສັງຄົມ, ບັນຫາແຮງງານ, ລວມທັງບັນຫາ ການຂຸດຄົ້ນແຮ່ທາດແບບທົດລອງ ແລະ ອື່ນໆ. ກອງປະຊຸມຍັງໄດ້ພິຈາລະນາ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ການແກ້ໄຂບັນຫາ ຢາເສບຕິດ ເຊິ່ງກອງປະຊຸມເຫັນວ່າ ດ້ວຍຄວາມບຸກບືນ, ສູ້ຊົນຂອງລັດ ຖະບານ ເຮັດໃຫ້ການຈັດຕັ້ງປະຕິ ບັດ 2 ວາລະແຫ່ງຊາດ ໄດ້ຮັບຜົນ ສຳເລັດຫລາຍດ້ານ, ການປະຕິບັດ ວິໄນແຜນການ-ການເງິນຢູ່ຂົງເຂດ ວຽກງານຕ່າງໆມີຄວາມເຂັ້ມງວດ ຂຶ້ນກວ່າເກົ່າ, ການແກ້ໄຂບັນຫາ ຢາເສບຕິດ ໄດ້ເປັນຂະບວນການ ຢ່າງກວ້າງຂວາງ; ກອງປະຊຸມໄດ້ພິ ຈາລະນາ ແລະ ຮັບຮອງເອົາວິໄສ ທັດຮອດປີ 2040 ແລະ ຍຸດທະສາດ ການພັດທະນາແຮ່ທາດຮອດປີ 2030 ເຊິ່ງກອງປະຊຸມຕີລາຄາວ່າ ວິໄສທັດ ແລະ ຍຸດທະສາດດັ່ງກ່າວ ມີຄວາມສຳຄັນດ້ານຍຸດທະສາດລະ ດັບຊາດ, ເປັນການຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເປັນແນວທາງການຈັດຕັ້ງປະ ຕິບັດ, ແນໃສ່ສ້າງການສະສົມທຶນ ຮອນ ເພື່ອຫັນປະເທດໃຫ້ເປັນອຸດ ສາຫະກຳທັນສະໄໝ; ກອງປະຊຸມ ມອບໃຫ້ລັດຖະບານ ເອົາໃຈໃສ່ຄຸ້ມ ຄອງການຂຸດຄົ້ນແຮ່ທາດ ໃນເງື່ອນ ໄຂທີ່ປະເທດເຮົາຍັງມີຂໍ້ຈໍາກັດ ຄວາມຮູ້ດ້ານເຕັກນິກ, ວິຊາການ ດ້ານທໍລະນີສາດ-ແຮ່ທາດ, ກຳນົດ ການຈັດສັນປະເພດແຮ່ທາດທີ່ມີຄຸນ ຄ່າສູງ ແລະ ຫາຍາກ, ການກຳນົດ ເຂດຫວງຫ້າມ, ການແບ່ງເຂດຍຸດ ທະສາດທີ່ຈະຮັກສາໄວ້ຍາວນານ, ຄົ້ນຄວ້າການແບ່ງຂັ້ນພິຈາລະນາ ອະນຸມັດໂຄງການລົງທຶນແຮ່ທາດ ໃຫ້ສອດຄ່ອງກັບສະພາບຕົວຈິງຕື່ມ ເປັນຕົ້ນ ໂຄງການລະດັບໃດຈະ ຕ້ອງໄດ້ຜ່ານການພິຈາລະນາອະນຸ ມັດ ຈາກສະພາແຫ່ງຊາດ, ສະພາປະ ຊາຊົນຂັ້ນແຂວງ ຕາມທີ່ກໍານົດໄວ້ ໃນກົດໝາຍ; ກອງປະຊຸມໄດ້ພິຈາ ລະນາ ແລະ ຮັບຮອງເອົາຍຸດທະ ສາດການປົກປ້ອງສັງຄົມແຫ່ງຊາດ ເຊິ່ງເຫັນວ່າໄລຍະຜ່ານມາ ລັດຖະ ບານໄດ້ມີຄວາມພະຍາຍາມ ຈັດ ຕັ້ງຜັນຂະຫຍາຍແນວທາງນະ ໂຍບາຍຂອງພັກ, ເຮັດໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການປິ່ນ ປົວສຸຂະພາບຂັ້ນພື້ນຖານ, ຜູ້ປະ ກັນຕົນ ແລະ ສະມາຊິກ ໄດ້ຮັບການ ອຸດໜູນຈາກກອງທຶນປະກັນສັງຄົມ ແລະ ກອງທຶນປະກັນສຸຂະພາບໃນ ລະດັບທີ່ແນ່ນອນ; ກອງປະຊຸມໄດ້ພິ ຈາລະນາ ແລະ ຮັບຮອງເອົາວິໄສ ທັດຮອດປີ 2040 ແລະ ຍຸດທະ ສາດການຄຸ້ມຄອງນໍ້າ ແລະ ຊັບພະ ຍາກອນນໍ້າແຫ່ງຊາດ ຮອດປີ 2030 ເຊິ່ງກອງປະຊຸມຕີລາຄາວ່າຍຸດ ທະສາດນີ້, ມີຄວາມສໍາຄັນລະດັບ ຊາດ ເປັນບ່ອນອີງໃນການຄຸ້ມຄອງ ນໍາໃຊ້ນໍ້າ, ຊັບພະຍາກອນນໍ້າ, ການ ປົກປັກຮັກສາ ແລະ ຟື້ນຟູນໍ້າໃຫ້ມີ ຄວາມຍືນຍົງ. ພ້ອມທັງພິຈາລະ ນາຮັບຮອງເອົາການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງ ເຂດຍຸຕິທໍາ 4 ສະບັບ ຄື:ກົດໝາຍ ວ່າດ້ວຍສານປະຊາຊົນ, ກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ, ກົດໝາຍວ່າດ້ວຍອົງການໄອຍະ ການປະຊາຊົນ ແລະ ກົດໝາຍວ່າ ດ້ວຍການດໍາເນີນຄະດີອາຍາ, ກອງ ປະຊຸມຕີລາຄາວ່າສານປະຊາຊົນ ສູງສຸດ ແລະ ອົງການໄອຍະການປະ ຊາຊົນສູງສຸດ ໄດ້ມີຄວາມພະຍາ ຍາມ ໃນການຈັດຕັ້ງປະເມີນຜົນການ ຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຕາມແຜນການທີ່ວາງໄວ້, ສາມາດ ຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະ ຕິບັດກົດໝາຍຂົງເຂດຍຸຕິທຳທັງ 4 ສະບັບ. ພ້ອມນີ້, ຍັງໄດ້ພິຈາລະນາ, ຮັບ ຮອງເອົາການສ້າງ ແລະ ປັບປຸງກົດ ໝາຍ ຈຳນວນ 10 ສະບັບ ເຊິ່ງປະ ກອບມີ ກົດໝາຍສ້າງໃໝ່ 4 ສະ ບັບ ຄື: ກົດໝາຍ ວ່າດ້ວຍວຽກງານ ສາທາລະນະສຸກ, ກົດໝາຍວ່າ ດ້ວຍການຈັດຫາງານ, ກົດໝາຍວ່າ ດ້ວຍອາກອນທີ່ດິນ, ກົດໝາຍວ່າ ດ້ວຍເຍົາວະຊົນລາວ ແລະ ກົດໝາຍ ສະບັບປັບປຸງ 6 ສະບັບ ຄື: ກົດໝາຍ ວ່າດ້ວຍທະນາຄານທຸລະກິດ, ກົດ ໝາຍວ່າດ້ວຍສັດນໍ້າ ແລະ ການ ປະມົງ, ກົດໝາຍວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍການພິມຈໍາໜ່າຍ, ກົດໝາຍວ່າດ້ວຍການປົກປ້ອງ ສິດ ແລະ ຜົນປະໂຫຍດຂອງເດັກ ແລະ ກົດໝາຍວ່າດ້ວຍສານທະ ຫານ; ພ້ອມທັງພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ ແຕ່ກອງປະຊຸມສະໄໝ ສາມັນ ເທື່ອທີ 4 ຫາເທື່ອທີ 5 ແລະ ທິດທາງແຜນການເຄື່ອນໄຫວວຽກ ງານຮອດກອງປະຊຸມສະໄໝສາ ມັນ ເທື່ອທີ 6 ຂອງສະພາ ແຫ່ງຊາດ ຊຸດທີ IX. ຜົນສຳເລັດຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະ ພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນ ການຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີຄັ້ງທີ IX ເຂົ້າສູ່ຊີວິດຕົວ ຈິງ, ແມ່ນໝາກຜົນລວມສູນສະຕິ ປັນຍາ, ສິດປະຊາທິປະໄຕ ກໍຄື ການ ຍົກສູງການຕັດສິນໃຈສູງຂອງລັດ ຖະບານ, ອົງການທີ່ກ່ຽວຂ້ອງໃນ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນໃຫ້ຕົກ ໄປ ເທື່ອລະກ້າວ ເພື່ອພັດທະນາປະ ເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນ ເລື້ອຍໆ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ
RkJQdWJsaXNoZXIy MTc3MTYxMQ==