5664

dtly dvog,n v'\n j o xa dfe g0Q kokxu leg]a fc]h ; 80% .8h dkooerk0v'ra d ltstra o c,j py ']k; g8u [.spj g0A ,c0'Iv[fh ko ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 19.07.2023 ປີທີ 22 ສະບັບທີ 5.723 rda xt-k-oq xt8;y fa]k; mu,j du Pflts'k \oA pon K j -,q g-pu dv'xt-,5 ltw\lk,oa gmnvj m u 5 0v'ltrkcs'j -kf -f5 m u IX 1kj 'lf5 .9  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 *ໃນລະບອບການປົກຄອງຂອງພວກສັກດີນາ, ພວກລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່, ແມ່ຍິງລາວບັນດາເຜົ່າດຳລົງຊີວິດຢູ່ໃນ ຄວາມມືດມົນ, ບໍ່ມີອິດສະຫລະພາບ, ພວກເຂົາຖືແມ່ຍິງເປັນຄົນໂງ່ຈ້າ, ຫລ້າຫລັງ, ດູຖູກໝິ່ນປະໝາດ, ບໍ່ມີສິດ, ບໍ່ມີໂອກາດຮ່ຳຮຽນຍົກລະດັບ ຄວາມຮູ້ຄວາມສາມາດ, ຖືກກົດຂີ່ຂົ່ມເຫງ, ຂົ່ມຂືນທຳຊໍາເລົາ, ທຳລາຍ ກຽດສັກສີ ເຮັດໃຫ້ແມ່ຍິງບໍ່ມີບົດບາດໃນດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ລວມທັງບົດບາດຢູ່ໃນຄອບຄົວ; ສະນັ້ນ ເພື່ອປົດ ປ່ອຍຕົນເອງອອກຈາກແອກປົກຄອງດັ່ງກ່າວ ແມ່ຍິງລາວ ບັນເຜົ່າໄດ້ ອຸທິດຊີວິດ, ເລືອດເນື້ອເຫື່ອແຮງ, ສະຕິປັນຍາຄຽງບ່າຄຽງໄຫລ່ກັບເພດ ຊາຍຕໍ່ສູ້ກູ້ຊາດຢ່າງພິລະອາດຫານ. ຍ້ອນເຫັນບົດບາດແມ່ຍິງໃນພາລະ ກິດດັ່ງກ່າວ ພັກຈຶ່ງໄດ້ເອົາໃຈໃສ່ສຶກສາອົບຮົມ, ເຕົ້າໂຮມກຳລັງແຮງ ຂອງແມ່ຍິງ ໂດຍການຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນ ໃນວັນ ທີ 20 ກໍລະກົດ 1955 ຊຶ່ງແມ່ນຕົ້ນກຳເນີດ ຂອງອົງການຈັດຕັ້ງສະ ຫະພັນແມ່ຍິງລາວໃນປັດຈຸບັນ. ໃນສະໄໝຕໍ່ສູ້ກູ້ຊາດ ແມ່ຍິງມີບົດບາດໃນການປຸກລະດົມຂົນຂວາຍ ບັນດາແມ່ຍິງໃນຂອບເຂດທົ່ວປະເທດ ໃຫ້ເຂົ້າຮ່ວມຂະບວນການຕໍ່ສູ້ປົດ dv'xt-5 ,ltw\lk,a o gmn j vmu 5 0v' ltrkcsj '-kf -5 fmu IX va f]q 'fh ;pzq oleg]a f ]a f4t[ko]k; xtfa [s]Podk,y f8trk[ .sh gvdva d7t]k-tm6 f dex6 g9p xt9e]k; 7tot[= ]y sko'kora d sh v';j kdko l6 odk'ra d fegou odv'xt-5 ,dk'ltw\ 3I'\= ,y f8trk[ c]t [= ]y la fgm[9tg]u o xtda owr Ij ;,,n fh ko[= ]y dkomk'dkocrf dt-;'dkog'y oc9h ' dkoglp rklu mu j fy o xu 2023 4h k[+ -e]t 8k,deoq f 9t4n dxa [w\ ltrkcsj '-kf Ia [Iv'gvq k Ij k'dq f\kp 10 lt[a [ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ກໍລະກົດ 2023 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະ ທານສະພາແຫ່ງຊາດ, ບັນດາ ສະມາ ຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມ ໃສ່ພິຈາລະນາ, ປະກອບຄຳຄິດຄຳ ເຫັນຢ່າງກົງໄປກົງມາ ແລະ ລົງຄະ ແນນສຽງຮັບຮອງເອົາຮ່າງກົດ ໝາຍ ຈຳນວນ 10 ສະບັບ ຂອງລັດ ຖະບານ, ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ. ໃນນັ້ນ, ກົດໝາຍ ສະບັບສ້າງຂຶ້ນໃໝ່ 4 ສະບັບ ແລະ ກົດໝາຍສະບັບປັບປຸງ 6 ສະບັບ ຂປລ. ກອງປະຊຸມຄົບຄະນະ ກາງສະໄໝຂອງຄະນະບໍລິຫານ ງານພັກ ຫ້ອງວ່າການສູນກາງພັກ ສະໄໝທີ VII ຈັດຂຶ້ນໃນລະຫວ່າງ *ອີງຕາມມາດຕາ 48 ຂອງກົດໝາຍສະຫະພັນແມ່ຍິງລາວ, ສະ ບັບເລກທີ 31/ ສພຊ, ລົງວັນທີ 23 ກໍລະກົດ 2013 ກຳນົດເອົາວັນທີ 20 ກໍລະກົດ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກລັດຖະການ. ອີງຕາມແຈ້ງການຂອງຫ້ອງວາການສູນກາງພັກ ສະບັບເລກທທີ 1038/ຫສນຍ ລົງວັນທີ 19/07/2017 ກ່ຽວກັບການກຳນົດເອົາວັນທີ 20 ກໍລະກົດ ຂອງທຸກໆປີ ເຊິ່ງເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກລັດຖະການ. ດັ່ງນັ້ນ, ສຳນັກຂ່າວສານປະເທດລາວ, ຄະນະ ບກ ໜັງສືພິມປະ ເທດລາວ ຈຶິິ່ງແຈ້ງມາຍັງທ່ານຜູ້ຈອງ, ຜູ້ອ່ານຊາບວ່າ: ໃນວັນພະຫັດ ວັນທີ 20 ກໍລະກົດ 2023 ຈະບໍ່ໄດ້ຈັດພິມ ແລະ ຈຳໜ່າຍ ໜັງສືພິມ ປະເທດລາວ, ໂດຍຈະສືບຕໍ່ພິມ ແລະ ຈຳໜ່າຍ ໃນວັນສຸກ ທີ 21 ກໍລະກົດ 2023. ໃນໄລຍະພັກທ່ານສາມາດຕິດຕາມຂ່າວສານໄດ້ທາງເວັບໄຊ: www.kpl.gov.la ແລະ ທາງ Facebook: ປະເທດລາວ pathedlao Lao ຕາມປົກກະຕິ. ດັ່ງນັ້ນ ຈຶ່ງແຈ້ງມາເພື່ອຊາບ. ບ.ກ ແຈ້ງພັກ ການພິມ ແລະ ຈຳໜ່າຍໜັງສືພິມ ຂປລ. ໃນວັນທີ 18 ກໍລະກົດ 2023, ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມອໍາລາຂອງ ທ່ານ ນາງ ທອງ ສຸຄຸນເທຍຣີ (THONG Sokuntຂປລ. ໂຮງໝໍມິດຕະພາບ ແລະ ບໍລິສັດ ເທບຈະເລີນ ປະກັນໄພ ຈຳກັດ ເຊັນສັນຍາຮ່ວມມືວ່າດ້ວຍ heary) ເອກອັກຄະລາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກ ກຳປູເຈຍ ປະຈໍາ ສປປ ລາວ, ໃນໂອກາດທີ່ໄດ້ສໍາເລັດ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫລອດໄລຍະ 3 ປີ. ພ້ອມນີ້, ກໍໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະ ພາບໃຫ້ແກ່ທ່ານທູດ ເພື່ອເປັນການ ຊົມເຊີຍ ແລະ ສັນລະເສີນຕໍ່ຜົນງານ ໃນການປະກອບສ່ວນ ເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມລະ ຫວ່າງ ສປປ ລາວ ແລະ ລາຊະອາ ນາຈັກ ກຳປູເຈຍ ຢ່າງມີປະສິດທິຜົນ. ວັນທີ 17-18 ກໍລະກົດ 2023 ທີ່ ຫ້ອງວ່າການສູນກາງພັກ, ໂດຍ ການເປັນປະທານ ແລະ ຊີ້ນຳຂອງ ເຊິ່ງໂດຍລວມແລ້ວ ບັນດາ ສສຊ ແມ່ນເຫັນດີເປັນເອກະພາບຕໍ່ໂຄງ ສ້າງ ແລະ ເນື້ອໃນ ຂອງບັນດາກົດ ໝາຍດັ່ງກ່າວ, ພ້ອມທັງເຫັນວ່າຖືກ ທ່ານ ຈະເລີນ ເຢຍປາວເຮີ ການບໍລິການດ້ານການແພດ ແລະ ປິ່ນປົວສຸຂະພາບ ໃນວັນທີ 18 ຂປລ. ກະຊວງການເງິນອອກ ແຈ້ງການ ເຖິງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຜູ້ໃຊ້ ຫລື ນໍາໃຊ້ ທີ່ດິນ ຢູ່ ສປປ ລາວ ກ່ຽວກັບການ ເສຍພາສີທີ່ດິນ ປະຈຳປີ 2023. ທັງ ນີ້ ກໍເພື່ອເຮັດໃຫ້ການເສຍຄ່າພາສີ ທີ່ດິນ ປະຈຳປີ ໄດ້ຈັດຕັ້ງປະຕິບັດ ທັນຕາມກຳນົດເວລາ ແລະ ມີຄວາມ ເປັນເອກະພາບກັນໃນຂອບເຂດ ທົ່ວປະເທດ, ຖ້າພາກສ່ວນໃດຫາກ ບໍ່ຊໍາລະຕາມກຳນົດ ແມ່ນຈະຖືກ ປັບໃໝ. ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສຳເລັດ ຢ່າງຈົບງາມ ພາຍຫລັງດຳເນີນມາ ແຕ່ວັນທີ 26 ມິຖຸນາ ເຖິງວັນທີ 18 ກໍລະກົດ 2023 ໂດຍການເປັນປະ ທານຂອງ ທ່ານ ໄຊສົມພອນ ພົມວິ ຫານ ປະທານສະພາແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີບັນດາການນຳຂັ້ນ ສູງພັກ, ລັດ, ຄະນະລັດຖະບານ,ສະ ມາຊິກສະພາແຫ່ງຊາດ ແລະ ພະ ນັກງານອາວຸ ໂສບຳນານ ເຂົ້າຮ່ວມ. ທ່ານ ໄຊສົມພອນ ພົມວິຫານ

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 19/07/2023 xtgmf]k; ສະພາແຫ່ງຊາດ ຮັບຮອງ... ກອງປະຊຸມສະໄໝສາມັນ... ລັດຖະບານລາວ... ໃຕ້ການນຳພາຂອງພັກ... ປ່ອຍຊາດ ດ້ວຍຮູບການເບິ່ງແຍງ, ລ້ຽງດູ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວ, ສົ່ງເອກະສານຕ່າງໆໃຫ້ພະນັກງານ, ທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູ, ລຳລຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມ ໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ; ປຸກລະດົມຂົນຂວາຍຊາວໜຸ່ມ, ລູກ, ຫລານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງ ປະຕິບັດວຽກງານແນວຫລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະ ຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ມີແມ່ຍິງຈໍານວນຫລວງ ຫລາຍປະຕິບັດໜ້າທີ່ ເປັນທັງພໍ່ທັງແມ່ໃນເວລາດຽວກັນ, ເຮັດໜ້າທີ່ ປຸກຢ້າວແປງເຮືອນ, ເຮັດໄຮ່, ເຮັດນາ ເພື່ອລ້ຽງດູຄອບຄົວ ແລະ ຜະລິດ ໄວ້ຊ່ວຍແນວໜ້າ, ເປັນເຈົ້າການປົກປັກຮັກສາເຂດນ້ຳແດນດິນອັນແສນ ຮັກ ແລະ ຫວງແຫນຂອງຕົນໄວ້ຢ່າງໝັ້ນຄົງ ດ້ວຍນ້ຳໃຈເສຍສະລະອັນສູງ ສົ່ງ ແລະ ອົງອາດກ້າຫານ. ໃນຂະບວນການດັ່ງກ່າວ ແມ່ຍິງລາວບັນ ດາເຜົ່າ ຈຶ່ງໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ທົ່ວປະເທດ, ມີແມ່ຍິງຈຳນວນຫລວງຫລາຍຖືກຄັດເລືອກເປັນແບບ ຢ່າງທີ່ດີເດັ່ນໃນການປະກອບສ່ວນວຽກງານໃນຂົງເຂດຕ່າງໆ ຊຶ່ງໄດ້ ຮັບການຍ້ອງຍໍຈາກພັກ-ລັດ ຢ່າງສົມກຽດ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງປັດຈຸບັນ; ແມ່ ຍິງລາວໄດ້ເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຜ່ານຂະບວນການດັ່ງກ່າວ ສ້າງ ໃຫ້ແມ່ຍິງລາວໄດ້ຮັບການພັດທະນາໃນທຸກດ້ານ ສາມາດເຂົ້າຮ່ວມ ໃນທຸກຂົງເຂດວຽກງານ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກການຈັດຕັ້ງ ພັກ-ລັດ, ສັງຄົມ ແລະ ຄອບຄົວ. ຕະຫລອດໄລຍະ 68 ປີ ແຫ່ງການສ້າງ ຕັ້ງສະຫະພັນແມ່ຍິງລາວ; ພັກ-ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນງານ ການເຄື່ອນໄຫວຂອງແມ່ຍິງລາວ ແລະ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມພັດທະ ນາແມ່ຍິງໃນທຸກຊົນເຜົ່າ, ສາຂາອາຊີບ, ບໍ່ມີຂົງເຂດໃດ ແລະ ວຽກງານ ໃດທີ່ບໍ່ມີເອື້ອຍນ້ອງແມ່ຍິງໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຄຽງບ່າ ຄຽງໄຫລ່ກັບເພດຊາຍ. ພ້ອມດຽວກັນນັ້ນ, ພັກ-ລັດຖະບານ ກໍໄດ້ສ້າງ ເງື່ອນໄຂ ແລະ ເອື້ອອໍານວຍຄວາມສະດວກໃຫ້ແກ່ແມ່ຍິງລາວບັນດາ ເຜົ່າ ໄດ້ມີໂອກາດໃນການສຶກສາຮໍ່າຮຽນ, ຍົກລະດັບຄວາມຮູ້ດ້ານທິດສະ ດີການເມືອງ, ວິຊາສະເພາະໃນຂະແໜງການຕ່າງໆ ອັນໄດ້ເຮັດໃຫ້ເອື້ອຍ ນ້ອງແມ່ຍິງຈໍານວນບໍ່ໜ້ອຍກາຍເປັນອາຈານສອນ, ເປັນແພດໝໍທີ່ຊໍາ ນານງານ, ກາຍເປັນນັກການເມືອງ, ນັກການທູດ, ນັກວິທະຍາສາດ,ນັກ ປະພັນ, ນັກປະດິດຄິດແຕ່ງ, ນັກສະແດງ, ນັກທຸລະກິດທີ່ດີ ແລະ ເກັ່ງ ນັບມື້ນັບຫລາຍຂຶ້ນ. ພ້ອມດຽວກັນນີ້, ສູນກາງສະຫະພັນແມ່ຍິງ ໄດ້ສືບ ຕໍ່ເອົາໃຈໃສ່ຊີ້ນຳ ນຳພາສະຫະພັນ ແມ່ຍິງລາວ ແຕ່ລະຂັ້ນໃຫ້ເປັນເຈົ້າ ການນຳພາ ປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ແທດເໝາະກັບກົມກອງທັງທ້ອງ ຖິ່ນ. ພ້ອມກັນຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ຕິດພັນກັບການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ແລະ ຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. ເພື່ອສືບຕໍ່ສ້າງຜົນງານໃໝ່ທີ່ໃຫຍ່ຫລວງກວ່າເກົ່ານັ້ນ ແມ່ຍິງລາວບັນ ດາເຜົ່າຕ້ອງໄດ້ສືບຕໍ່ຮັກສາຄຸນທາດການເມືອງໜັກແໜ້ນ, ມີຄຸນສົມ ບັດສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງ ລາວ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວ ແມ່ຍິງ ແລະ ຄອບຄົວ; ຈັດຕັ້ງປະຕິບັດ ຄຳຂວັນ ແລະ ຂໍ້ ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ຢ່າງກວ້າງຂວາງ; ສົ່ງເສີມໃຫ້ແມ່ຍິງໄດ້ຮັບ ການພັດທະນາດ້ານແນວຄິດຈິດໃຈ, ຮ່າງກາຍ, ການສຶກສາ, ວິຊາຊີບ ແລະ ສີມືແຮງງານ ແລະ ໄດ້ຮັບນາມມະຍົດດີເດັ່ນໃນທຸກສາຂາອາຊີບ ເພີ່ມຂຶ້ນ; ສືບຕໍ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງ ແມ່ຍິງ-ເດັກ ນ້ອຍ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບ ຍິງຊາຍ ຢ່າງກວ້າງຂວາງ; ສົ່ງເສີມໃຫ້ແມ່ຍິງໄດ້ຮັບການບັນຈຸ, ສັບຊ້ອນ ເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ໃຫ້ມີຈຳນວນເພີ່ມຂຶ້ນ; ສືບຕໍ່ພົວພັນ ຮ່ວມມືກັບການ ຈັດຕັ້ງແມ່ຍິງປະເທດເພື່ອນມິດ, ປະເທດອາຊຽນ ແລະ ອົງການຈັດຕັ້ງ ສາກົນມີປະສິດທິຜົນຫລາຍຂຶ້ນກວ່າເກົ່າ. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ, ວັນທີ 20 ກໍລະກົດ ຄົບ ຮອບ 68 ຢ່າງສຸດໃຈ ! ໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງຕໍ່ຜົນງານຂອງທ່ານເອກ ອັກຄະລາຊະທູດ ກຳປູເຈຍ ຕະ ຫລອດໄລຍະການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ ນັບແຕ່ວັນທີ 2 ຕຸລາ 2020 ເປັນຕົ້ນມາ, ທີ່ໄດ້ ປະກອບສ່ວນຢ່າງຫ້າວຫັນໃນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະ ຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ກຳປູເຈຍ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນຢ່າງ ບໍ່ຢຸດຢັ້ງ. ທ່ານທູດໄດ້ປະກອບ ສ່ວນຊຸກຍູ້ການເຂົ້າຮ່ວມກອງປະ ຊຸມຕ່າງໆ ແລະ ການແລກປ່ຽນການ ຢ້ຽມຢາມຄະນະຜູ້ແທນຂັ້ນສູງພັກ ແລະ ລັດຖະບານ ຂອງສອງປະ ເທດຢ່າງເປັນປົກກະຕິ, ຊຸກຍູ້ການ ຮ່ວມມືລະຫວ່າງ ກະຊວງທີ່ກ່ຽວ ຂ້ອງຂອງສອງປະເທດ ໃຫ້ຂະ ຫຍາຍຕົວເຂົ້າສູ່ລວງເລິກ ແລະ ສາມາດລົງນາມເອກະສານສຳຄັນ ຮ່ວມກັນໃນຫລາຍສະບັບ ເປັນຕົ້ນ ດ້ານພະລັງງານ, ດ້ານວັດທະນະ ທຳ ແລະ ທ່ອງທ່ຽວ, ດ້ານການສຶກ ສາ, ດ້ານການເງິນ ແລະ ທະນາ ຄານ. ປັດຈຸບັນ, ການຮ່ວມມືດ້ານ ການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວ ລະຫວ່າງ ສອງປະເທດ ແມ່ນມີທ່ວງທ່າທີ່ດີຂຶ້ນ, ການລົງ ທຶນຂອງ ກໍາປູເຈຍ ຢູ່ ສປປ ລາວ ມີມູນຄ່າທັງໝົດ 127 ລ້ານໂດລາ ສະຫະລັດ. ໃນນັ້ນ, ໂຄງການໃຫຍ່ທີ່ ສຸດແມ່ນໂຄງການພັດທະນາແຫລ່ງ ທ່ອງທ່ຽວຄົບວົງຈອນ ແລະ ກາຊີ ໂນແດນສະຫວັນ ມີມູນຄ່າການລົງ ທຶນສູງເຖິງ 110 ລ້ານໂດລາສະ ຫະລັດ; ສະເພາະປີຜ່ານມາມູນຄ່າ ການຄ້າສອງຝ່າຍມີຫລາຍກວ່າ 106 ລ້ານໂດລາສະຫະລັດ, ໃນນັ້ນ ການຊື້-ຂາຍໄຟຟ້າກວມປະມານ 100 ລ້ານໂດລາສະຫະລັດຕໍ່ປີ.ພິ ເສດ, ທ່ານທູດໄດ້ປະກອບສ່ວນ ຢ່າງແຂງແຮງໃນການຊຸກຍູ້ການ ລົງນາມໃນແຜນປະຕິບັດງານຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ແຕ່ປີ 2023-2027 ແລະ ສົນທິສັນຍາວ່າດ້ວຍການກໍາ ນົດຊາຍແດນປະເທດ ລະຫວ່າງ ສອງລັດຖະບານ ລາວ ແລະ ກຳປູ ເຈຍ; ປະກອບສ່ວນຂົນຂວາຍເອົາ ການຊ່ວຍເຫລືອດ້ານມະນຸດສະທຳ ແກ່ ສປປ ລາວ ໃນການຕ້ານພະຍາດ ໂຄວິດ-19 ເປັນຕົ້ນ ການສະໜອງ ວັກຊິນ Sinovac, ອຸປະກອນການ ແພດ ແລະ ອື່ນໆ ເຊິ່ງໄດ້ປະກອບ ສ່ວນສຳຄັນເຂົ້າໃນວຽກງານສາ ທາລະນະສຸກຂອງລາວ ກໍຄືການ ຮັບມືກັບພະຍາດດັ່ງກ່າວ ໃນໄລຍະ ທີ່ມີການແພ່ລະບາດໜັກຢູ່ ສປປ ລາວ. ພ້ອມກັນນີ້, ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານ ແລະ ປະຊາ ຊົນ ກຳປູເຈຍ ທີ່ໄດ້ໃຫ້ການຊ່ວຍ ເຫລືອ ແລະ ການສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆຕະຫລອດ ໄລຍະຜ່ານມາ ເຊິ່ງໄດ້ປະກອບ ສ່ວນສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ. ໃນຂະນະດຽວກັນ, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈເປັນ ຢ່າງສູງຕໍ່ພັກ-ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫລືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫລອດໄລຍະການປະຕິບັດໜ້າ ທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບ ຜົນສໍາເລັດອັນຈົບງາມ, ພ້ອມທັງ ໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຍ້ອງຍໍຊົມເຊີຍ ຜົນງານ ແລະ ປະດັບຫລຽນກາມິດ ຕະພາບອັນມີຄວາມໝາຍສໍາຄັນ ນີ້ ໃຫ້ແກ່ຕົນ ເຊິ່ງເປັນສັນຍະລັກອັນ ມີຄວາມໝາຍຄວາມສໍາຄັນໃນ ການຊຸກຍູ້ສົ່ງເສີມການພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ກຳປູເຈຍ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໃນຕໍ່ໜ້າ. ພ້ອມນີ້, ກໍຢືນຢັນວ່າພາຍ ຫລັງທີ່ກັບຄືນປະເທດ ແລະ ໄປຮັບ ໜ້າທີ່ໃໝ່ແລ້ວ, ທ່ານທູດເອງກໍຈະ ສືບຕໍ່ເຄື່ອນໄຫວຊຸກຍູ້ສົ່ງເສີມການ ພົວພັນຮ່ວມມືລະຫວ່າງ ສອງປະ ເທດ ໃຫ້ນັບມື້ນັບຈະເລີນງອກງາມ ຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດ ສູງສຸດ ມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ. ຂ່າວ:ວຽງສະຫວັນ, ພາບ:ເກດສະໜາ ຕ້ອງ, ຄົບຖ້ວນ, ຮັດກຸມ ແລະ ສາ ມາດນຳໄປຈັດຕັ້ງປະຕິບັດຢ່າງມີ ປະສິດທິພາບ ແລະ ປະສິດທິຜົນໃນ ຕໍ່ໜ້າ. ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ ຖະແຫລງຜົນການພິຈາລະນາຮັບ ຮອງເອົາກົດໝາຍຈໍານວນ 10 ສະ ບັບດັ່ງກ່າວ ເຊິ່ງປະກອບມີກົດໝາຍ ສ້າງໃໝ່ 4 ສະບັບ ຄື: ກົດໝາຍວ່າ ດ້ວຍອາກອນທີ່ດິນ, ກົດໝາຍວ່າ ດ້ວຍເຍົາວະຊົນລາວ, ກົດໝາຍວ່າ ດ້ວຍການຈັດຫາງານ ແລະ ກົດ ໝາຍວ່າດ້ວຍສາທາລະນະສຸກ. ສຳ ລັບກົດໝາຍປັບປຸງ 6 ສະບັບ ປະ ກອບມີ: ກົດໝາຍວ່າດ້ວຍທະນາ ຄານທຸລະກິດ, ກົດໝາຍວ່າດ້ວຍ ສານທະຫານ, ກົດໝາຍວ່າດ້ວຍ ສັດນໍ້າ ແລະ ການປະມົງ, ກົດໝາຍ ວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງເດັກ ແລະ ກົດໝາຍວ່າດ້ວຍ ການພິມຈໍາໜ່າຍ. ການພິຈາລະນາ ແລະ ຮັບຮອງ ເອົາກົດໝາຍ 10 ສະບັບນີ້ ແມ່ນ ຜົນສໍາເລັດທີ່ສໍາຄັນໃນການຈັດຕັ້ງ ປະຕິບັດແຜນການສ້າງ ແລະ ປັບ ປຸງກົດໝາຍ ແຕ່ປີ 2023-2025, ທັງເປັນການປະກອບສ່ວນສໍາຄັນ ໃນການປັບປຸງ ແລະ ເພີ່ມທະວີພາ ຫະນະໃນການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມຂອງປະ ເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນ ຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ; ສະກັດ ກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ ທໍ້ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນສັງຄົມ, ປະກອບສ່ວນໃນການ ສ້າງລັດເຮົາໃຫ້ເປັນລັດປະຊາທິ ປະໄຕ ທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມງວດຂຶ້ນ. ບັນດາກົດໝາຍ ເຫລົ່ານັ້ນ ເຖິງວ່າໄດ້ຮັບຮອງເອົາ ແລ້ວກໍຕາມ ກໍາມາທິການກົດໝາຍ ຍັງຈະໄດ້ສືບຕໍ່ສົມທົບກັບບັນດາກໍາ ມາທິການທີ່ກ່ຽວຂ້ອງຂອງສະພາ ແຫ່ງຊາດ, ຄະນະຮັບຜິດຊອບແຕ່ ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວ ຂ້ອງປັບປຸງ, ຮຽບຮຽງໃຫ້ສໍາເລັດ ສົມບູນ ເພື່ອລາຍງານຄະນະປະຈໍາ ສະພາແຫ່ງຊາດ ກ່ອນສະເໜີທ່ານ ປະທານປະເທດພິຈາລະນາອອກ ລັດຖະດໍາລັດປະກາດໃຊ້ຢ່າງເປັນ ທາງການ ຕາມລະບຽບການທີ່ກໍາ ນົດໄວ້. ພາຍຫລັງກົດໝາຍຈຳນວນ 10 ສະບັບນີ້, ຖືກປະກາດໃຊ້ຢ່າງ ເປັນທາງການຈະເປັນຜົນດີ ແລະ ເປັນບ່ອນອີງທີ່ສຳຄັນ ໃຫ້ແກ່ການ ຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງບັນດາກະຊວງ, ຂະແໜງການ ທີ່ກ່ຽວຂ້ອງ ດຳເນີນໄປຢ່າງໂລ່ງ ລ່ຽນ, ສອດຄ່ອງກັບສະພາບຄວາມ ເປັນຈິງໃນປັດຈຸບັນ ແລະ ແນວທາງ ນະໂຍບາຍທີ່ພັກ, ລັດວາງອອກ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ໄດ້ກ່າວສູນທອນພົດ ປິດກອງປະ ຊຸມ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດ ຕະຫລອດການດຳເນີນກອງປະ ຊຸມສະໄໝສາມັນ ໃນຄັ້ງນີ້ ເຊິ່ງບັນ ດາສະມາຊິກສະພາແຫ່ງຊາດປະ ຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມ ໃສ່ປະກອບຄຳຄິດຄຳເຫັນຢ່າງ ກົງໄປກົງມາ ໃສ່ເນື້ອໃນຂອງບົດ ລາຍງານຕ່າງໆຂອງລັດຖະບານ. ຜ່ານການດຳເນີນກອງປະຊຸມໄດ້ ພິຈາລະນາ-ຮັບຮອງເອົາບົດລາຍ ງານລັດຖະບານກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນເງິນ ຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ລັດຖະ ບານ ໃນການບໍລິຫານ, ບັນຊາ ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ ດ້ວຍການ ວາງມາດຕະການຕ່າງໆ ເຮັດໃຫ້ ເສດຖະກິດສາມາດຂະຫຍາຍຕົວ ໃນລະດັບ 4,8%, ການຊຸກຍູ້ການຜະ ລິດ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງ ອອກໄດ້ມີໜໍ່ແໜງໃໝ່ຈຳນວນໜຶ່ງ, ການເກັບລາຍຮັບມີການເພີ່ມຂຶ້ນ. ແຕ່ກອງປະຊຸມສະເໜີໃຫ້ລັດຖະ ບານເພີ່ມທະວີຄວາມເອົາໃຈໃສ່ແກ້ ໄຂບັນຫາທີ່ສັງຄົມເປັນຫ່ວງເຊັ່ນ: ການແກ້ໄຂບັນຫາເງິນເຟີ້, ອັດຕາ ແລກປ່ຽນເໜັງຕີງແຮງ, ຄ່າຄອງ ຊີບສູງຂຶ້ນ ເຊິ່ງສົ່ງຜົນກະທົບໂດຍ ກົງຕໍ່ຊີວິດການເປັນຢູ່ຂອງພະນັກ ງານ, ທະຫານ, ຕຳຫລວດ ກໍຄືປະ ຊາຊົນບັນດາເຜົ່າ. ພ້ອມທັງແກ້ໄຂ ບັນຫາການຈັດສັນການລົງທຶນ ຂອງລັດໃຫ້ທັນເວລາ, ແກ້ໄຂບັນຫາ ຂອງຄູ, ແພດອາສາສະໝັກ, ບັນ ຫາຄຸນນະພາບການສຶກສາ, ສາທາ ລະນະສຸກ, ສະຫວັດດີການສັງຄົມ, ບັນຫາແຮງງານ, ລວມທັງບັນຫາ ການຂຸດຄົ້ນແຮ່ທາດແບບທົດລອງ ແລະ ອື່ນໆ. ກອງປະຊຸມຍັງໄດ້ພິຈາລະນາ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ການແກ້ໄຂບັນຫາ ຢາເສບຕິດ ເຊິ່ງກອງປະຊຸມເຫັນວ່າ ດ້ວຍຄວາມບຸກບືນ, ສູ້ຊົນຂອງລັດ ຖະບານ ເຮັດໃຫ້ການຈັດຕັ້ງປະຕິ ບັດ 2 ວາລະແຫ່ງຊາດ ໄດ້ຮັບຜົນ ສຳເລັດຫລາຍດ້ານ, ການປະຕິບັດ ວິໄນແຜນການ-ການເງິນຢູ່ຂົງເຂດ ວຽກງານຕ່າງໆມີຄວາມເຂັ້ມງວດ ຂຶ້ນກວ່າເກົ່າ, ການແກ້ໄຂບັນຫາ ຢາເສບຕິດ ໄດ້ເປັນຂະບວນການ ຢ່າງກວ້າງຂວາງ; ກອງປະຊຸມໄດ້ພິ ຈາລະນາ ແລະ ຮັບຮອງເອົາວິໄສ ທັດຮອດປີ 2040 ແລະ ຍຸດທະສາດ ການພັດທະນາແຮ່ທາດຮອດປີ 2030 ເຊິ່ງກອງປະຊຸມຕີລາຄາວ່າ ວິໄສທັດ ແລະ ຍຸດທະສາດດັ່ງກ່າວ ມີຄວາມສຳຄັນດ້ານຍຸດທະສາດລະ ດັບຊາດ, ເປັນການຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເປັນແນວທາງການຈັດຕັ້ງປະ ຕິບັດ, ແນໃສ່ສ້າງການສະສົມທຶນ ຮອນ ເພື່ອຫັນປະເທດໃຫ້ເປັນອຸດ ສາຫະກຳທັນສະໄໝ; ກອງປະຊຸມ ມອບໃຫ້ລັດຖະບານ ເອົາໃຈໃສ່ຄຸ້ມ ຄອງການຂຸດຄົ້ນແຮ່ທາດ ໃນເງື່ອນ ໄຂທີ່ປະເທດເຮົາຍັງມີຂໍ້ຈໍາກັດ ຄວາມຮູ້ດ້ານເຕັກນິກ, ວິຊາການ ດ້ານທໍລະນີສາດ-ແຮ່ທາດ, ກຳນົດ ການຈັດສັນປະເພດແຮ່ທາດທີ່ມີຄຸນ ຄ່າສູງ ແລະ ຫາຍາກ, ການກຳນົດ ເຂດຫວງຫ້າມ, ການແບ່ງເຂດຍຸດ ທະສາດທີ່ຈະຮັກສາໄວ້ຍາວນານ, ຄົ້ນຄວ້າການແບ່ງຂັ້ນພິຈາລະນາ ອະນຸມັດໂຄງການລົງທຶນແຮ່ທາດ ໃຫ້ສອດຄ່ອງກັບສະພາບຕົວຈິງຕື່ມ ເປັນຕົ້ນ ໂຄງການລະດັບໃດຈະ ຕ້ອງໄດ້ຜ່ານການພິຈາລະນາອະນຸ ມັດ ຈາກສະພາແຫ່ງຊາດ, ສະພາປະ ຊາຊົນຂັ້ນແຂວງ ຕາມທີ່ກໍານົດໄວ້ ໃນກົດໝາຍ; ກອງປະຊຸມໄດ້ພິຈາ ລະນາ ແລະ ຮັບຮອງເອົາຍຸດທະ ສາດການປົກປ້ອງສັງຄົມແຫ່ງຊາດ ເຊິ່ງເຫັນວ່າໄລຍະຜ່ານມາ ລັດຖະ ບານໄດ້ມີຄວາມພະຍາຍາມ ຈັດ ຕັ້ງຜັນຂະຫຍາຍແນວທາງນະ ໂຍບາຍຂອງພັກ, ເຮັດໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການປິ່ນ ປົວສຸຂະພາບຂັ້ນພື້ນຖານ, ຜູ້ປະ ກັນຕົນ ແລະ ສະມາຊິກ ໄດ້ຮັບການ ອຸດໜູນຈາກກອງທຶນປະກັນສັງຄົມ ແລະ ກອງທຶນປະກັນສຸຂະພາບໃນ ລະດັບທີ່ແນ່ນອນ; ກອງປະຊຸມໄດ້ພິ ຈາລະນາ ແລະ ຮັບຮອງເອົາວິໄສ ທັດຮອດປີ 2040 ແລະ ຍຸດທະ ສາດການຄຸ້ມຄອງນໍ້າ ແລະ ຊັບພະ ຍາກອນນໍ້າແຫ່ງຊາດ ຮອດປີ 2030 ເຊິ່ງກອງປະຊຸມຕີລາຄາວ່າຍຸດ ທະສາດນີ້, ມີຄວາມສໍາຄັນລະດັບ ຊາດ ເປັນບ່ອນອີງໃນການຄຸ້ມຄອງ ນໍາໃຊ້ນໍ້າ, ຊັບພະຍາກອນນໍ້າ, ການ ປົກປັກຮັກສາ ແລະ ຟື້ນຟູນໍ້າໃຫ້ມີ ຄວາມຍືນຍົງ. ພ້ອມທັງພິຈາລະ ນາຮັບຮອງເອົາການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງ ເຂດຍຸຕິທໍາ 4 ສະບັບ ຄື:ກົດໝາຍ ວ່າດ້ວຍສານປະຊາຊົນ, ກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ, ກົດໝາຍວ່າດ້ວຍອົງການໄອຍະ ການປະຊາຊົນ ແລະ ກົດໝາຍວ່າ ດ້ວຍການດໍາເນີນຄະດີອາຍາ, ກອງ ປະຊຸມຕີລາຄາວ່າສານປະຊາຊົນ ສູງສຸດ ແລະ ອົງການໄອຍະການປະ ຊາຊົນສູງສຸດ ໄດ້ມີຄວາມພະຍາ ຍາມ ໃນການຈັດຕັ້ງປະເມີນຜົນການ ຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຕາມແຜນການທີ່ວາງໄວ້, ສາມາດ ຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະ ຕິບັດກົດໝາຍຂົງເຂດຍຸຕິທຳທັງ 4 ສະບັບ. ພ້ອມນີ້, ຍັງໄດ້ພິຈາລະນາ, ຮັບ ຮອງເອົາການສ້າງ ແລະ ປັບປຸງກົດ ໝາຍ ຈຳນວນ 10 ສະບັບ ເຊິ່ງປະ ກອບມີ ກົດໝາຍສ້າງໃໝ່ 4 ສະ ບັບ ຄື: ກົດໝາຍ ວ່າດ້ວຍວຽກງານ ສາທາລະນະສຸກ, ກົດໝາຍວ່າ ດ້ວຍການຈັດຫາງານ, ກົດໝາຍວ່າ ດ້ວຍອາກອນທີ່ດິນ, ກົດໝາຍວ່າ ດ້ວຍເຍົາວະຊົນລາວ ແລະ ກົດໝາຍ ສະບັບປັບປຸງ 6 ສະບັບ ຄື: ກົດໝາຍ ວ່າດ້ວຍທະນາຄານທຸລະກິດ, ກົດ ໝາຍວ່າດ້ວຍສັດນໍ້າ ແລະ ການ ປະມົງ, ກົດໝາຍວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍການພິມຈໍາໜ່າຍ, ກົດໝາຍວ່າດ້ວຍການປົກປ້ອງ ສິດ ແລະ ຜົນປະໂຫຍດຂອງເດັກ ແລະ ກົດໝາຍວ່າດ້ວຍສານທະ ຫານ; ພ້ອມທັງພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ ແຕ່ກອງປະຊຸມສະໄໝ ສາມັນ ເທື່ອທີ 4 ຫາເທື່ອທີ 5 ແລະ ທິດທາງແຜນການເຄື່ອນໄຫວວຽກ ງານຮອດກອງປະຊຸມສະໄໝສາ ມັນ ເທື່ອທີ 6 ຂອງສະພາ ແຫ່ງຊາດ ຊຸດທີ IX. ຜົນສຳເລັດຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະ ພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນ ການຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີຄັ້ງທີ IX ເຂົ້າສູ່ຊີວິດຕົວ ຈິງ, ແມ່ນໝາກຜົນລວມສູນສະຕິ ປັນຍາ, ສິດປະຊາທິປະໄຕ ກໍຄື ການ ຍົກສູງການຕັດສິນໃຈສູງຂອງລັດ ຖະບານ, ອົງການທີ່ກ່ຽວຂ້ອງໃນ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນໃຫ້ຕົກ ໄປ ເທື່ອລະກ້າວ ເພື່ອພັດທະນາປະ ເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນ ເລື້ອຍໆ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ

xtgmf]k; 3 19/07/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ©“ຍ ຢ່າຕÊ່Ž ©“ຍ ເŒາÊ້ ຈານນໍ້າ ©“ຍ Ë›າະ ວÅນ ,us]kp[aosk mujxt-k-qoz6h,ulyfg]nvd8A' c0;'w-lq,[6o 1kd.sh-j;pcdhw0 xt-k-qo[hkor6dtmt IPoI6h dkozt]yfdtlyde c]t gxaolyo7hk 1k'rk]k pa'gxaomjkcI'cdhw0 7;k,m5dpkd0v'xt-k-oq g,vn 'Iq,j * ທ່ານ ແດງ ປະທຸມທອງ ປະ ທານຄະນະສະມາຊິກສະພາແຫ່ງ ຊາດເຂດເລືອກຕັ້ງທີ 18 ທັງເປັນປະ ທານສະພາປະຊາຊົນ ແຂວງໄຊສົມ ບູນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນ ໂອກາດເຂົ້າຮ່ວມກອງປະຊຸມສະ ໄໝສາມັນເທື່ອທີ 5 ຂອງສະພາ ແຫ່ງຊາດຊຸດທີ IX ວ່າ: ຜ່ານການ ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງ ປະຊຸມແຕ່ລະສະໄໝໃຫ້ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດທົ່ວແຂວງໄຊສົມບູນໄດ້ ທັງໝົດ 76 ຈຸດ, ມີຜູ້ເຂົ້າຮ່ວມຫລາຍ ກວ່າ 4,5 ພັນຄົນ, ຍິງກວ່າ 1,8 ພັນ ຄົນ ແລະ ໄດ້ເກັບກໍາຄໍາສະເໜີຂອງ ຜູ້ມີສິດເລືອກຕັ້ງຫລາຍກວ່າ 100 ຄໍາສະເໜີ. ໃນນັ້ນ, ບາງຄໍາສະເໜີ ຄະນະ ສສຊ-ສສຂ ແລະ ການນໍາ ຂອງເມືອງ ກໍ່ໄດ້ມີການຊີ້ແຈ້ງຕອບ ໃຫ້ຜູ້ມີສິດເລືອກຕັ້ງຈໍານວນໜຶ່ງ. ຂະນະທີ່ອີກຈຳນວນໜຶ່ງແມ່ນໄດ້ ສະເໜີຕໍ່ການນຳແຂວງ ແລະ ສູນ ກາງແລ້ວ. ທ່ານ ແດງ ປະທຸມທອງ ກ່າວຕື່ມ ອີກວ່າ: ການພົບປະຜູ້ມີສິດເລືອກ ຕັ້ງຕິດພັນກັບການຕິດຕາມກວດ ກາ ເຫັນວ່າປະຊາຊົນ ໄດ້ສະເໜີຫາ ລັດຖະບານກໍ່ຄືອົງການປົກຄອງ ແຂວງ ຊ່ວຍແກ້ໄຂຫລາຍບັນຫາ ເຊິ່ງສັງລວມອອກເປັນ 8 ບັນຫາ ທີ່ຕິດພັນກັບຊີວິດການເປັນຢູ່ຕົ້ນ ຕໍຄື: ບັນຫາການຂຸດຄົ້ນແຮ່ທາດ ຕາມດຳລັດ 141/ລບ ແລະ ດຳລັດ 61/ລບ ເປັນຕົ້ນແມ່ນບົດປະເມີນ ຜົນກະທົບສັງຄົມ ແລະ ສິ່ງແວດ ລ້ອມ; ບັນຫາຢາເສບຕິດ, ຂີ້ລັກງັດ ແງະ ແລະ ບັນຫາການດັດສ້າງຜູ້ ຕິດຢາເສບຕິດທີ່ໄດ້ຮັບການປ່ອຍ ຕົວ ແຕ່ກໍ່ບໍ່ສາມາດຢຸດເຊົາຢາເສບ ຕິດໄດ້ຢ່າງຖາວອນ; ບັນຫາການ ຖາງປ່າ, ຈູດປ່າຢ່າງຊະຊາຍ; ໂຮງ ຮຽນ ແລະ ສຸກສາລາຂອງບັນດາ ບ້ານຈຸດ ສຸມຕ່າງໆ ຍັງບໍ່ທັນມີ ແລະ ຈໍານວນທີ່ມີກໍ່ຍັງບໍ່ທັນພຽງພໍກັບ ຄວາມຮຽກຮ້ອງຕ້ອງການ; ການ ກໍ່ສ້າງຖະໜົນຫົນທາງ, ໄຟຟ້າ, ນໍ້າ ປະປາ, ນໍ້າລິນ, ນໍ້າສະອາດໃຊ້ຍັງ ບໍ່ທັນພຽງພໍ; ການແບ່ງດິນ-ແບ່ງ ປ່າ, ກໍານົດເຂດດິນທໍາການຜະລິດ, ປ່າຊົມໃຊ້ ແລະ ປ່າສະຫງວນ ຍັງບໍ່ ທັນຈະແຈ້ງປະຊາຊົນຍັງບຸກລຸກ ຖາງປ່າຈໍານວນຫລາຍ ແລະ ບັນ ຫາອັດຕາເງິນເຟີ້, ນໍ້າມັນເຊື້ອໄຟ ຄ່າຄອງຊີບແພງ. ຢ່າງໃດກໍ່ດີ ເພື່ອເຮັດໃຫ້ຊີວິດ ການເປັນຢູ່ຂອງປະຊາຊົນບັນດາ ເຜົ່າ ໄດ້ຮັບການພັດທະນາຕາມ ຄວາມຕ້ອງການນັ້ນ, ສະມາຊິກສະ ພາແຫ່ງຊາດປະຈໍາເຂດເລືອກຕັ້ງ 18 ກໍ່ຄືສະພາປະຊາຊົນແຂວງໄຊ ສົມບູນ ໄດ້ພະຍາຍາມຊຸກຍູ້ໃຫ້ລັດ ຖະບານກໍ່ຄືອົງການປົກຄອງແຂວງ ໂດຍການຄົ້ນຄວ້າ, ພິຈາລະນາ, ປະ ກອບຄໍາຄິດຄໍາເຫັນ ແລະ ຕິດຕາມ ກວດກາແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງຊາດ ແລະ ຂອງແຂວງສາ ມາດຈັດຕັ້ງປະຕິບັດ ໄດ້ຖືກຕາມ ເປົ້າໝາຍ ກໍ່ຄືການເຮັດໃຫ້ເສດຖະ ກິດ-ສັງຄົມ ແລະ ບັນຫາພື້ນຖານ ໂຄງລ່າງໄດ້ຮັບການປັບປຸງແກ້ໄຂ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນດີຂຶ້ນເທື່ອລະກ້າວ. ສືບຕໍ່ ສົມທົບກັບທຸກພາກສ່ວນທີ່ກ່ຽວ ຂ້ອງໃນການຄົ້ນຄວ້າແກ້ໄຂຄໍາສະ ເໜີຂອງປະຊາຊົນທີ່ສະເໜີມາຍັງ ສະພາປະຊາຊົນແຂວງໃຫ້ມີຄວາມ ລະອຽດເປັນທໍາ ແລະ ວ່ອງໄວ. * ເຖິງວ່າ ລາຄາຢາງພາລາ ຢູ່ ປະເທດເຮົາປີນີ້ ມີລາຄາສູງກວ່າ ຫລາຍປີຜ່ານມາ (ສະເລ່ຍປະມານ 10.000 ກວ່າກີບຕໍ່ກິໂລ) ເຊິ່ງເຮັດ ໃຫ້ປະຊາຊົນຫັນມາປູກຢາງພາລາ ເພີ່ມຂຶ້ນ ເພື່ອຫວັງສ້າງລາຍຮັບເຂ້ົາ ຄອບຄົວຢ່າງເປັນກອບເປັນກຳ. ແຕ່ເມື່ອທຽບໃສ່ອັດຕາເງິນເຟີ້, ລາ ຄາສິນຄ້າອຸປະໂພກ-ບໍລິໂພກ, ລາ ຄານ້ຳມັນທີ່ນັບມື້ສູງຂຶ້ນ ກໍເທົ່າ ກັບລາຄາຢາງພາລາຢູ່ທີ່ 6.0007.000 ກີບຄືຫລາຍປີຜ່ານມາ. ຕໍ່ກັບບັນຫາດັ່ງກ່າວ, ກໍມີຫາງສຽງ ຈາກປະຊາຊົນວ່າ: ຜ່ານມາເຖິງລາ ຄາຢາງພາລາບໍ່ສູງກໍຕາມແຕ່ຖ້າ ຂາຍຢາງພາລາ 1 ກິໂລ ກໍສາມາດ ຊື້ນ້ຳມັນໄດ້ 1 ລິດ, ປັດຈຸບັນຢາງ ພາລາ 1 ກິໂລບໍ່ສາມາດຊື້ໄດ້ແລ້ວ. ແນວໃດກໍ່ດີ, ເຖິງຈະພົບອຸປະສັກ ຫລາຍດ້ານກໍ່ຕາມ, ປະຊາຊົນໃນ ຫລາຍທ້ອງຖິ່ນກໍຍັງສືບຕໍ່ປູກ ແລະ ບົວລະບັດຢາງພາລາຢ່າງເປັນ ເຈົ້າການ ໂດຍສະເພາະຢູ່ເມືອງຮົ່ມ ແຂວງໄຊສົມບູນ ພາກສ່ວນກ່ຽວ ຂ້ອງໄດ້ເອົາໃຈໃສ່ຊຸກຍູ້ປະຊາຊົນ ປາດຢາງພາລາຂາຍເປັນສິນຄ້າ ຢ່າງຕັ້ງໜ້າ ເຊິ່ງໃນໄລຍະ 6 ເດືອນ ຕົ້ນປີນີ້, ປະຊາຊົນເມືອງນີ້ມີລາຍຮັບ ຈາກ ການຂາຍຜົນຜະລິດຢາງພາລາ ຫລາຍກວ່າ 10 ຕື້ກີບ ແລະ ລາຍຮັບ ດັ່ງກ່າວໄດ້ເປັນສ່ວນໜຶ່ງທີ່ສຳຄັນ ໃນການແກ້ໄຂຄວາມທຸກຍາກ, ພັດ ທະນາຊີວິດການເປັນຢູ່ດີຂຶ້ນອີກ ບາດກ້າວໜຶ່ງ. ຈຶ່ງຖືໄດ້ວ່າ ຢາງພາ ລາຍັງເປັນທ່າແຮງຕົ້ນຕໍໃນການ ສ້າງລາຍຮັບໃຫ້ແກ່ປະຊາຊົນ ເມືອງນີ້ ໃຫ້ສາມາດຫລຸດພົ້ນອອກ ຈາກຄວາມທຸກຍາກ. ຕາມການລາຍງານຈາກເຈົ້າ ໜ້າທີ່ຫ້ອງການກະສິກຳ ແລະ ປ່າ ໄມ້ເມືອງຮົ່ມ ໃຫ້ຮູ້ວ່າ: ປັດຈຸບັນນີ້, ຢາງພາລາຢູ່ພາຍໃນເມືອງຮົ່ມ ກໍ່ ແມ່ນອີກສິນຄ້າໜຶ່ງທີ່ເປັນເງື່ອນ ໄຂສຳຄັນຕໍ່ການແກ້ໄຂຄວາມທຸກ ຍາກຂອງປະຊາຊົນລາວບັນດາ ເຜົ່າກໍ່ວ່າໄດ້ ເຊິ່ງສະແດງໃຫ້ເຫັນ ຢ່າງຈະແຈ້ງໃນຫລາຍປີມານີ້ ໂດຍ ສະເພາະ ແມ່ນພາຍຫລັງທີ່ຕົ້ນຢາງ ພາລາຂອງປະຊາຊົນຮອດກຳນົດ ປາດນ້ຳຢາງເປັນສິນຄ້າ ໃນແຕ່ລະ ປີສາມາດສ້າງລາຍຮັບເຂົ້າຄອບ ຄົວຜູ້ປູກຢາງຫລາຍຕື້ກີບຕໍ່ປີ ໂດຍ ອີງ ໃສ່ລາຄາຢາງໃນຕະຫລາດ ໂລກແຕ່ລະປີ. ແນວໃດກໍ່ຕາມ ປັດຈຸ ບັນທົ່ວເມືອງຮົ່ມມີເນື້ອທີ່ປູກຢາງ ພາລາຫລາຍກວ່າ 1,4 ພັນເຮັກຕາ. ຂະນະທີ່ເນື້ອ ທີ່ປາດແລ້ວເກືອບ 290 ເຮັກຕາ, ມີຫລາຍກວ່າ 1,1 ແສນຕົ້ນ ເຊິ່ງໃນໄລຍະ 6 ເດືອນ ຕົ້ນປີ 2023 ນີ້, ໄດ້ເອົາໃຈໃສ່ສົ່ງ ເສີມປະຊາຊົນປາດຢາງພາລາ ຂາຍເປັນສິນຄ້າ ເພື່ອນຳລາຍຮັບ ມາພັດທະນາຊີວິດການເປັນຢູ່ໄດ້ ຜົນຜະລິດກວ່າ 1,1 ພັນໂຕນ. ໃນນັ້ນ, ສະເລ່ຍຂາຍລາຄາ 9.000 ກີບ/ ກິໂລ ແລະ ສ້າງລາຍໄດ້ໃຫ້ປະຊາ ຊົນແລ້ວຫລາຍກວ່າ 10 ຕື້ກີບ. ເຈົ້າໜ້າທີ່ຫ້ອງການກະສິກຳ ແລະ ປ່າໄມ້ຍັງໃຫ້ຮູ້ຕື່ມວ່າ: ໂດຍ ລວມແລ້ວ ສິນຄ້າທີ່ພົ້ນເດັ່ນຂອງ ເມືອງຮົ່ມທີ່ຈະນຳພາປະຊາຊົນ ກ້າວໄປສູ່ການຫລຸດພົ້ນຄວາມທຸກ ຍາກເທື່ອລະກ້າວ ອັນໜຶ່ງກໍ່ແມ່ນ ຜົນຢາງພາລາ ເຊິ່ງສະແດງໃຫ້ເຫັນ ເຖິງດ້ານຊີວິດການເປັນຢູ່ຂອງປະ ຊາຊົນຜູ້ປູກຢາງ ໂດຍສ່ວນໃຫຍ່ ແລ້ວແມ່ນໄດ້ຮັບການປັບປຸງດີຂຶ້ນ ເທື່ອລະກ້າວ ທັງສາມາດຊື້ໄດ້ພາ ຫະນະນ້ອຍ-ໃຫຍ່ມາຮັບໃຊ້ຄອບ ຄົວນັບມື້ເພີ່ມຂຶ້ນ ເມື່ອທຽບໃສ່ ເມື່ອ ກ່ອນ. ນອກຈາກນີ້, ກໍ່ຍັງກໍມີມັນຕົ້ນ, ການປູກໄມ້ໃຫ້ໝາກ (ໝາກກ້ຽງ) ແລະ ໝາກນັດ ແລະ ພືດ ອື່ນໆ... ທ່ານ ບຸນສົງ ເບລ່ຍຢ່າງທໍ່ ອະ ດິດພະນັກງານບຳນາມ ຢູ່ບ້ານນ້ຳ ຄຽນ ເມືອງຮົ່ມ ກໍ່ເປັນອີກຄອບ ຄົວໜຶ່ງທີ່ຖືເອົາການປູກຢາງພາ ລາເປັນສິນຄ້າໃນເນື້ອທີ່ຫລາຍ ກວ່າ 8 ເຮັກຕາ. ໃນນັ້ນ, ໄດ້ປູກ ຢາງພາລາ 8 ພັນກວ່າເບ້ຍ ມາ ແຕ່ປີ 1992 ເປັນຕົ້ນມາ ແລະ ລົງ ທຶນຊື້ເບ້ຍປູກໃນໄລຍະນັ້ນ 1 ລ້ານ ກວ່າກີບ. ການປູກຢາງພາລາກໍ່ພົບ ຄວາມຫຍຸ້ງຍາກບາງໄລຍະ ໂດຍ ສະເພາະແມ່ນຕອນຫາກໍ່ປູກຕົ້ນ ຢາງຍັງນ້ອຍ ເຊິ່ງໄລຍະນີ້ກໍ່ມີຄ ວາມຫຍຸ້ງຍາກແດ່ ໂດຍສະເພາະ ການປ້ອງກັນບໍ່ໃຫ້ສັດລ້ຽງເຂົ້າ ໄປທຳລາຍຕົ້ນຢາງ ຕ້ອງໄດ້ລ້ອມ ຮົ້ວຕິດພັນກັບການເອົາໃຈໃສ່ບົວ ລະບັດ ເສຍຫຍ້າບໍ່ໃຫ້ຮົກເຮື້ອ. ການ ປູກຢາງກໍ່ໃຊ້ເວລາປະມານ 7 ປີ ຈຶ່ງ ສາມາດປາດນ້ຳຢາງພາລາຂາຍ ໄດ້. ແນວໃດກໍ່ດີມາຮອດປັດຈຸບັນ ການປາດນ້ຳຢາງພາລາຂາຍໃນ ເດືອນໆໜຶຶ່ງສາມາດສ້າງລາຍຮັບ ເຂົ້າຄອບຄົວສະເລ່ຍປະມານ 10 ລ້ານກີບ. ສຳລັບປີຜ່ານມາຄອບຄົວ ມີລາຍຮັບຈາກປາດຢາງຂາຍເປັນ ສິນຄ້າສະເລ່ຍປະມານ 120 ລ້ານ ກີບ. * ໃນບໍ່ດົນມານີ້, ໂຄງການ ສົ່ງ ເສີມ ແລະ ສ້າງຄວາມເຂັ້ມແຂງໃນ ການຜະລິດກະສິກຳ ແລະ ຕະຫລາດ ຊຸມຊົນ ໄດ້ສືບຕໍ່ຈັດຝຶກອົບຮົມກ່ຽວ ກັບເຕັກນິກການລ້ຽງປາ ແລະ ລ້ຽງ ໄກ່ ໃຫ້ປະຊາຊົນບ້ານພູກະທະ ເມືອງຮົ່ມ ແຂວງໄຊສົມບູນ ສຸມໃສ່ ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາ ຊົນບ້ານດັ່ງກ່າວ ປະກອບອາຊີບ ຢ່າງໝັ້ນຄົງໃນອະນາຄົດ. ທ່ານ ນາງ ພັນສະໄໝ ພົມມີໄຊ, ອາຈານສອນ ຈາກຄະນະວິທະຍາ ສາດປ່າໄມ້, ມະຫາວິທະຍາໄລ ແຫ່ງຊາດ, ຜູ້ປະສານງານໂຄງ ການສົ່ງເສີມ ແລະ ສ້າງຄວາມເຂັ້ມ ແຂງ ໃນການຜະລິດກະສິກຳ ແລະ ຕະຫລາດຊຸມຊົນ ບ້ານພູກະທະ, ເມືອງຮົ່ມ, ແຂວງໄຊສົມບູນ ໄດ້ໃຫ້ ຮູ້ວ່າ: ການສືບຕໍ່ຈັດຝຶກອົບຮົມໃຫ້ ແກ່ຄອບຄົວທຸກຍາກບ້ານພູກະທະ ໃນຄັ້ງນີ້ ແມ່ນເພື່ອຢາກເສີມສ້າງ ຄວາມອາດສາມາດ ແລະ ອາຊີບທີ່ ໝັ້ນຄົງ ໃຫ້ແກ່ປະຊາຊົນຢູ່ຊົນ ນະບົດ ໃຫ້ມີການພັດທະນາດີຂຶ້ນ ໂດຍສະເພາະແມ່ນການຫັນການ ຜະລິດແບບດັ່ງເດີມ, ປະຖົມປະ ຖານ, ຜະລິດແບບທຳມະຊາດ, ພໍ ຢູ່ພໍກິນໄປສູ່ການຜະລິດແບບນຳ ໃຊ້ເຕັກນິກວິທະຍາສາດ, ທັນສະ ໄໝ, ຜະລິດໃຫ້ໄດ້ຫລາຍກາຍເປັນ ສິນຄ້າປ້ອນຕະຫລາດ ເພື່ອສ້າງ ລາຍຮັບໃຫ້ແກ່ຄອບຄົວ ແລະ ກ້າວ ໄປສູ່ການມີຢູ່ມີິກິນ ທັງຫລຸດພົ້ນ ອອກຈາກຄວາມທຸກຍາກເທື່ອລະ ກ້າວ. ເປົ້າໝາຍຂອງໂຄງການດັ່ງ ກ່າວນີ້ ແມ່ນເລັ່ງໃສ່ຄອບຄົວທຸກ ຍາກພາຍໃນບ້ານພູກະທະ ເຊິ່ງມີ ທັງໝົດ 8 ຄອບຄົວ. ແຕ່ຢ່າງໃດກໍ່ ຕາມ, ພວກເຮົາຍັງໄດ້ເປີດກວ້າງ ໃຫ້ຄອບຄົວອື່ນໆພາຍໃນບ້ານທີ່ ສົນໃຈຢາກເຂົ້າຮ່ວມໂຄງການ ເພື່ອ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ກວ່າເກົ່າ ກໍ່ສາມາດເຂົ້າຮ່ວມໄດ້, ເຊິ່ງກໍ່ມີຄອບຄົວທີ່ສົນໃຈ ເຂົ້າຮ່ວມ ການຝຶກອົບຮົມໃນຄັ້ງນີ້ຫລາຍກວ່າ 20 ຄອບຄົວ. ທ່ານ ນາງ ພັນສະໄໝ ພົມມີໄຊ ຍັງກ່າວຕື່ມວ່າ: ການຝຶກອົບຮົມ ການລ້ຽງປາ ແລະ ລ້ຽງໄກ່ ໃນຄັ້ງ ນີ້, ມີອາຈານສອນຈາກ ຄະນະກະ ເສດສາດ, ມະຫາວິທະຍາໄລແຫ່ງ ຊາດ ເປັນຄູຝຶກ ເຊິ່ງປະກອບດ້ວຍ: ທ່ານນາງ ມະລາວັນ ຈິດຕະວົງ ແລະ ທ່ານ ລັດສະໝີ ສຸລິວົງສາ. ນອກນີ້, ຍັງມີພະນັກງານຈາກຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຮົ່ມເຂົ້າຮ່ວມ. ການ ຝຶກອົບຮົມດັ່ງກ່າວ ແມ່ນມີທັງການ ສອນພາກທິດສະດີ ແລະ ພາກປະຕິ ບັດຕົວຈິງ ເພື່ອເຮັດໃຫ້ປະຊາຊົນຜູ້ ເຂົ້າຮ່ວມກຳໄດ້ດ້ານເຕັກນິກການ ລ້ຽງ, ການປ້ອງກັນພະຍາດຕ່າງໆ ແລະ ຜະລິດອາຫານເສີມ (ໂດຍໃຊ້ ວັດຖຸດິບທີ່ມີພາຍໃນບ້ານ) ໃຫ້ແກ່ ປາ ແລະ ໄກ່ຢ່າງຖືກວິທີ. ນອກຈາກ ການຈັດຝຶກອົບຮົມດັ່ງກ່າວແລ້ວ, ທາງໂຄງການ ຍັງໄດ້ມອບອຸປະກອນ ການລ້ຽງ ແລະ ແນວພັນປາດຸກ 4.000 ໂຕໃຫ້ແກ່ຄອບຄົວຕົວແບບ. ໃນຕົ້ນປີຜ່ານມາ, ທາງໂຄງ ການກໍ່ໄດ້ຈັດຝຶກອົບຮົມກ່ຽວກັບ ການປັບປຸງດິນ ໂດຍການເຮັດຝຸ່ນ ທຳມະຊາດ, ການເຮັດນ້ຳໝັກຊີວະ ພາບ ແລະ ການສ້າງເຮືອນຮົ່ມສຳ ລັບການປູກຜັກ ໃຫ້ແກ່ປະຊາຊົນ ບ້ານພູກະທະ ມາກ່ອນໜ້ານີ້ແລ້ວ. ນອກຈາກນີ້, ໂຄງການດັ່ງກ່າວຍັງ ໄດ້ສ້າງ ແລະ ມອບຕະຫລາດໃຫ້ ແກ່ບ້ານພູກະທະ ເພື່ອເປັນບ່ອນຈຳ ໜ່າຍ ແລະ ຊື້-ຂາຍສິນຄ້າ ໂດຍສະ ເພາະແມ່ນສິນຄ້າກະສິກຳທີ່ເປັນ ຜົນຜະລິດຂອງປະຊາຊົນພາຍໃນ ບ້ານພູກະທະເອງ ເພື່ອປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ ແລະ ເປັນຊ່ອງທາງໃນການເຂົ້າເຖິງ ການຄ້ຳປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າຂອງ ປະຊາຊົນ ບ້ານພູກະທະ ແລະ ບ້ານ ໃກ້ຄຽງ ເຊິ່ງຈະໄດ້ເປີດໃນມໍ່ໆນີ້. ໂຄງການສົ່ງເສີມ ແລະ ສ້າງ ຄວາມເຂັ້ມແຂງໃນການຜະລິດກະ ສິກຳ ແລະ ຕະຫລາດຊຸມຊົນ ບ້ານ ພູກະທະ ເມືອງຮົ່ມ ແຂວງໄຊສົມ ບູນ ແມ່ນໂຄງການທີ່ໄດ້ຮັບທຶນສະ ໜັບສະໜູນຈາກກອງທຶນສິ່ງແວດ ລ້ອມໂລກ ແຜນງານໂຄງການຂະ ໜາດນ້ອຍ (SG1, G&F 6N%1).

RkJQdWJsaXNoZXIy MTc3MTYxMQ==