5663

xtgmf]k; 6 18/07/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ 7;owxlezaf 8 05,-a[ .oc0;'zQ'lk]u 7;k,oypq,g4y'8jk'cfo ໂດຍ: ເກີດຂວັນໃຈ ມາລີຈັນສີ * ເປັນເລື່ອງທີ່ເຄີຍໄດ້ຍິນຕະ ຫລອດ ນັບແຕ່ນັ່ງຮຽນຢູ່ຊັ້ນປະຖົມວ່າ ເໜືອສຸດຂອງປະເທດລາວແມ່ນ “ຍອດ ອູ” ເມືອງຍອດອູ ແຂວງຜົ້ງສາລີ ແລະ ໃຕ້ສຸດຂອງປະເທດແມ່ນ “ຫລີຜີຄອນ ພະເພັງ” ເມືອງໂຂງ ແຂວງຈໍາປາສັກ ຖ້າເອົາໄລຍະທາງສອງພາກໂຮມເຂົ້າ ກັນກໍມີຄວາມຍາວເຖິງ 1.000 ກວ່າ ກິໂລແມັດ. ຄັ້ງໜຶ່ງຜູ້ຂຽນອາຍຸໄດ້ພຽງ 8 ປີ ພວມນັ່ງຮຽນຢູ່ຊັ້ນປະຖົມເຄີຍຕັ້ງ ຄວາມຝັນໄວ້ວ່າຖ້າຮຽນຈົບມີອາຊີບ ໝັ້ນຄົງຢາກໄປທ່ຽວທຸກໆແຂວງຂອງ ສປປ ລາວ ເພື່ອຢາກເຫັນຢາກສໍາຜັດ ກັບຜູ້ຄົນ ແລະ ສະຖານທີ່ແປກຕາແຕກ ຕ່າງອອກໄປຈາກຖິ່ນກໍາເນີດແຕ່ຄວາມ ຝັນນັ້ນໄດ້ກາຍເປັນຄວາມຈິງ ເມື່ອ ຜູ້ຂຽນກ້າວຂາເດີນຕາມເສັ້ນທາງສື່ ມວນຊົນ 20 ກວ່າປີກັບ 2 ຂາ ແລະ ປາຍປາກກາໄດ້ນໍາພາໄປຈົນຄົບ 18 ແຂວງ ລວມທັງນະຄອນຫລວງວຽງ ຈັນ. ຄວາມຈິງນັ້ນປະເທດປະເທດລາວ ເຖິງວ່າປະຊາກອນໜ້ອຍມີພຽງ 7 ລ້ານກວ່າຄົນ ແຕ່ຖ້າທຽບໃສ່ເນື້ອທີ່ ຂອງປະເທດເຫັນວ່າກວ້າງໃຫຍ່ໄພ ສານມີເຖິງ 236.000 ກິໂລຕາແມັດ ນັ້ນຄືຈຸດທີ່ເລີ່ມຕົ້ນຄິດໃນໃຈວ່າ ແຕ່ ລະແຂວງແຕ່ລະເມືອງແຕ່ທ້ອງຖິ່ນ ໜ້າຈະມີຄວາມຫລາກຫລາຍ ແລະ * ປັດຈຸບັນປະຕິເສດບໍ່ໄດ້ວ່າຢາ ພື້ນເມືອງລາວ ທີ່ປຸງແຕ່ງ ແລະ ຜະລິດ ໂດຍຄົນລາວເຮົາ ກໍາລັງໄດ້ຮັບຄວາມ ນິຍົມທັງພາຍໃນ ແລະ ຕ່າງປະເທດ ດ້ວຍສັບພະຄຸນສາມາດຕອບໂຈດກັບ ຄວາມຕ້ອງການຂອງສັງຄົມ ໃນການ ປິ່ນປົວພະຍາດຕ່າງໆ ໂດຍບໍ່ມີຜົນຂ້າງ ຄຽງເພາະເຮັດດ້ວຍວັັດຖຸດິບທໍາມະ ຊາດ, ປັດສະຈາກສານເຄມີ ແຕ່ດີຕໍ່ ສຸຂະພາບ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຢາພື້ນ ເມືອງລາວ ມີຊື່ສຽງໂດ່ງດັງນີ້ ເໝືອນ ກັບຢາພື້ນ ເມືອງລາວ ກະທິງທອງ ເປັນ ອີກໜຶ່ງຜະລິດຕະພັນຢາພື້ນເມືອງຂອງ ລາວ ທີ່ຄອງໃຈຜູ້ບໍລິໂພກ. ນາງ ວິໄລວັນ ຈັນທະວົງ ປະຊາຊົນ ບ້ານໂພນສະຫວາດ ເມືອງຈັນທະບູລີ ນະຄອນຫລວງວຽງຈັນເວົ້າສູ່ຟັງ ໃນ ໂອກາດນໍາເອົາຜະລິດຕະພັນ ມາວາງ ສະແດງໃນງານວາງສະແດງເຄື່ອງ ເຮືອນລາວ ປີ 2023 ທີ່ສູນການຄ້າ ລາວໄອເຕັກ (ຕຶກເກົ່າ) ໃນອາທິດຜ່ານ ມາວ່າ: ຜະລິດຕະພັນກະທິງທອງຜະ ລິດ ອອກມາ ແລະ ຈໍາໜ່າຍ ຫລາຍກວ່າ 20 ປີຜ່ານມາ ປັດຈຸບັນ ມີຜະລິດຕະພັນ ກວ່າ 200 ຊະນິດໂດຍແຕ່ລະຊະນິດ ແມ່ນຜະລິດຈາກຢາພື້ນ ເມືອງລາວ ທີ່ ປູກເອງ ແລະ ບາງຊະນິດກໍຮັບຊື້ຈາກ ປະຊາຊົນ ເປັນຕົ້ນ ແມ່ນຂິງ, ໝາກໄມ້ ທໍາມະຊາດ ທີ່ມາເຮັດເປັນນໍ້າໝັກ ເພື່ອ ນໍາມາປຸງແຕ່ງແປຮູບເປັນຜະລິດຕະ ພັນຢາພື້ນເມືອງ ກະທິງທອງ ເຊັ່ນ: ຂິງ ຝຸ່ນປະສົມນໍ້າເຜີ້ງ, ງາຂາວອົບແຫ້ງ, ຊາໝາກຂາມປ້ອມ, ງາດໍາບົດ, ໃບ ໝາກຕໍາແຍ່ອົບແຫ້ງ, ນໍ້າມັນງາຂາວ, ນໍ້າໝັກໝາກຂາມປ້ອມ, ໝາກຍໍ ແລະ ອຶ່ໆອີກຫລາຍໆຊະນິດ ແລະ ແຕ່ລະຊະ ນິດກໍ່ສາມາດຕອບໂຈດຄວາມຕ້ອງ ການຂອງຜູ້ບໍລິໂພກໄດ້ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ຈີນ, ເກົາຫລີ, ຍີ່ປຸ່ນ ຈະນິຍົມປະເພດງາດໍາ, ງາຂາວອົບແຫ້ງ ແລະ ປະເພດຊາ ຕ່າງໆ ທີ່ມີຍອດການສັ່ງຊື້ເພີ່ມຂຶ້ນ ເລື້ອຍໆ ຈຶ່ງເຮັດຜະລິດຕະພັນກາກະ ທິງທອງ ເຕີບໃຫຍ່ຂະຫຍາຍຕົວຢ່າງ ກວ້າງຂວາງ. ນາງ ວິໄລວັນ ເວົ້າຕື່ມວ່າ: ການ ເຂົ້າຮ່ວມການ ວາງສະແດງເຄື່ອງ ເຮືອນລາວ 2023 ເຫັນວ່າບັນຍາກາດ ບໍ່ຄຶກຄື້ນປານໃດ ໃນແຕ່ລະມື້ມວນຊົນ ມາທ່ຽວງານກໍ່ບໍ່ຫລາຍປານໃດ ຈຶ່ງ ເຮັດໃຫ້ການຂາຍສິນຄ້າໃນງານຄັ້ງ ນີ້ມີບັນຍາດກາດງຽບກວ່າປົກກະຕິ ຍ້ອນສະພາບເສດຖະກິດໃນປັດຈຸບັນ ສະນັ້ນ, ຈຶ່ງຢາກສະເໜີ ພັກ-ລັດ ແກ້ໄຂ ບັນຫາດັ່ງກ່າວ ເພື່ອເຮັດໃຫ້ສະພາບ ເສດຖະກິດຂອງປະເທດເຮົາກັບມາມີ ບັນຍາກາດຟົດຟື້ນຄືເກົ່າ. ປັດຈຸບັນ ຢາພື້ນເມືອງກາກະທິງ ທອງ ມີຜະລິດຕະພັນ 200 ກວ່າຊະ ນິດ ຖ້າຫາກທ່ານໃດສົນໃຈ ກໍ່ສາມາດ ຕິດຕໍ່ສອບຖາມ ໄດ້ທີເບີ 020 9950 3067. ກິໂລແມັດ. ທິດຕາເວັນຕົກສ່ຽງໃຕ້ຕິດ ກັບແຂວງອຸດົມໄຊ ມີຄວາມຍາວ 90 ກິໂລແມັດ ແລະ ທິດໃຕ້ຕິດກັບແຂວງ ຫລວງພະບາງ ມີຄວາມຍາວ 99 ກິໂລ ແມັດ ເຊິ່ງມັນໄດ້ກາຍເປັນພື້ນທີ່ຍຸດທະ ສາດສໍາຄັນຂອງປະເທດເຮົາບໍ່ພຽງ ແຕ່ດ້ານການເມືອງເທົ່ານັ້ນຫາກຍັງ ຕິດພັນກັບການພັດທະນາເສດຖະກິດສັງຄົມ, ການຄົມມະນາຄົມ, ການຄ້າ, ການລົງທຶນ, ທ່ອງທ່ຽວ ແລະ ອື່ນໆ. ເມືອງຜົ້ງສາລີ ເປັນເມືອງເອກ ຂອງແຂວງ ເຊິ່ງຕັ້ງຢູ່ເທິງພູສູງວັດ ຈາກໜ້ານໍ້າທະເລ 1.400 ແມັດ ເຮັດ ໃຫ້ແຂວງດັ່ງກ່າວມີອາກາດເຢັນຕະ ຫລອດປີ ແລະ ປຽບຄືດັ່ງສະຫວັນເທິງ ພູດອຍທີ່ມີມູນເຊື້ອເປັນດິນແດນວິລະ ຊົນ ແລະ ດຸໝັ່ນຂະຫຍັນພຽນສອດແຊກ ຄວາມເປັນເອກະລັກຂອງແຕ່ລະຊົນ ເຜົ່າກັບຮີດຄອງປະເພນີ ແລະ ວິຖີດໍາ ລົງຊີວິດແຕກຕ່າງກັນອອກໄປ. ສະນັ້ນ, ຖ້າທ່ານໃດມີແຜນຈະໄປຢ້ຽມຢາມ ແລະ ສໍາຜັດແຂວງຜົ້ງສາລີ ບໍ່ຕ້ອງຄິດ ອຸກໃຈວ່າຈະໄປໃສດີ ແລະ ຢາກເຮັດ ຫຍັງ? ຜູ້ຂຽນໄດ້ໄປສໍາຜັດມາແລ້ວ ແຕ່ມື້ນີ້ຢາກແບ່ງປັນ ແລະ ແນະນໍາໃຫ້ ທ່ານຮູ້ຕໍ່ເພື່ອວ່າຈະໄດ້ໄປທ່ອງທ່ຽວ ຢ່າງມີຄວາມສຸກ ກັບ 8 ສະຖານທີ່ ທ່ອງທ່ຽວບໍ່ຄວນພາດພາຍໃນແຂວງ ຜົ້ງສາລີດັ່ງນີ້: ສວນຊາ 400 ປີເມືອງຜົ້ງສາລີ: ສວນຊາ 400 ປີ ຕັ້ງຢູ່ທີ່ບ້ານກໍແມນ ໄລຍະທາງປະມານ 15 ກິໂລແມັດ ຈາກ ເມືອງຜົ້ງສາລີໄປທາງທິດຕະເວັນຕົກ ເປັນບ້ານນ້ອຍໆ ຂອງຊາວຈີນ ທີ່ອົບ ພະຍົບມາປັກຫລັກສ້າງບ້ານເຮືອນ ເມື່ອຫລາຍຮ້ອຍປີກ່ອນ ແລະ ປູກຊາ ຂາຍຕັ້ງແຕ່ນັ້ນມາຈົນເຖິງປັດຈຸບັນ ສາມາດຜະລິດໄດ້ເຖິງ 60-70 ໂຕນຕໍ່ ປີ ມີໂຮງງານຜະລິດ ແລະ ຫ້ອງເກັບ ຮັກສາຊາໄວ້ເຖິງ 10 ປີ, ຢູ່ໃກ້ກັນຈະ ພົບຕົ້ນຊາອາຍຸເກົ່າ 400 ປີ. ບໍ່ນ້ຳອຸ່ນເມືອງບຸນໃຕ້: ບໍ່ນ້ຳອຸ່ນ ນາ ແຕນ ເປັນບໍ່ນ້ຳທຳມະຊາດ ທີ່ເກີດຂຶ້ນ ຢູ່ໃນປ່າສະຫງວນນ້ຳລານ ເມືອງບຸນ ໃຕ້ ເຊິ່ງຄວາມຮ້ອນຂອງນ້ຳທີ່ນີ້ ສາ ມາດເຮັດໃຫ້ນ້ຳຫ້ວຍ ແຖວນີ້ມີຄວາມ ອຸ່ນ ເປັນບໍລິເວນກວ້າງ, ເປັນສະຖານ ທີ່ຄົນໃນຊຸມຊົນມັກຈະໄປອາບ ເພາະ ຊາວບ້ານເພິ່ນວ່າ ບໍ່ນ້ຳອຸ່ນນີ້ ສາມາດ ປົວພະຍາດ ໂລກໄພໄຂ້ເຈັບ ໂດຍສະ ເພາະແມ່ນໂລກຜິວໜັງໄດ້ດີ, ມີໄລ ຍະທາງ ຫ່າງຈາກເທສະບານແຂວງ 115 ກິໂລແມັດ. ຖ້ຳກະເດືອງເມືອງໃໝ່: ຖ້ຳກະ ເດືອງ ຕັ້ງຢູ່ເມືອງໃໝ່ ບໍ່ໄກພໍເທົ່າໃດ ຈາກເທສະບານເມືອງ, ເປັນຖ້ຳທີ່ມີ ຄວາມສວຍງາມປະດັບໄປດ້ວຍຮູບ ຊົງຂອງຫີນອ່ອນ ທີ່ມີຫລາຍຮູບແບບ ຕາມທຳມະຊາດ, ເໝາະແກ່ການເປີດ ເປັນແຫລ່ງທ່ອງທ່ຽວ ໃຫ້ນັກທ່ອງ ທ່ຽວໄດ້ສຳພັດກັບຄວາມງົດງາມນີ້, ມີໄລຍະທາງຈາກເທສະບານແຂວງ 283 ກິໂລແມັດ ວັດຫລວງອູເໜືອເມືອງຍອດອູ: ວັດຫລວງ ເປັນວັດທີ່ມີຄວາມສວຍ ງາມ ແລະ ໃຫຍ່, ລັກສະນະໂຄງສ້າງ ແມ່ນອອກແບບຂອງເຜົ່າລື້, ພ້ອມທັງ ຫລັງຄາທີ່ມີຮູບແບບໂຄ້ງຕໍ່າ ທີ່ມຸງ ດ້ວຍດິນຂໍທີ່ເຮັດດ້ວຍດິນໜຽວ ແລະ ທາ ສີດ້ວຍສີນ້ຳຄຳ, ທາງຫລັງຖານບ່ອນ ທີ່ພະເຈົ້າປະທັບ ຈະມີແຜ່ນຈາລຶກທີ່ ບອກກ່ຽວກັບ ປະຫວັດຄວາມເປັນມາ ຂອງວັດແຫ່ງນີ້. ວັດນີ້ມີໄລຍະທາງ ຫ່າງຈາກເທສະບານ 158 ກິໂລແມັດ. ຫາດສາເມືອງຜົ້ງສາລີ: ຫາດສາ ເປັນບ້ານນ້ອຍໆ ທີ່ຢູ່ຕິດແມ່ນ້ຳອູ ທີ່ ໄຫລຈາກຕອນເໜືອສຸດ ຂອງປະເທດ ລາວ ທາງຕອນໃຕ້ຂອງຈີນ ໄຫລຜ່ານ ຫາດສາ ແລະ ຜ່ານໄປຍັງເມືອງຂວາ, ເມືອງງອຍ, ໜອງຂຽວ ແລະ ໄຫລໄປ ລົງແມ່ນ້ຳຂອງ ທີ່ບໍລິເວນຖ້ຳປາກອູ ທີ່ ຫລວງພະບາງ ຫາດສາເປັນບ້ານສຳ ຄັນ ໃນອະດີດ ເພາະການເດີນທາງ ໃນ ສະໄໝກ່ອນຕ້ອງອາໄສທາງນ້ຳເປັນ ຫລັກ ແລະ ຕໍ່ໄປເຖິງ ແຂວງຜົ້ງສາລີ. ຫາດສາຢູ່ຫ່າງຈາກເມືອງຜົ້ງສາລີ 20 ກິໂລແມັດ, ຈາກເມືອງຂວາ ຈະຂີ່ລົດ ຕໍ່ໄປຫລວງພະບາງ ອຸດົມໄຊ ກໍໄດ້ ຫລື ຈະຂີ່ເຮືອຕໍ່ໄປເມືອງງອຍ ໄປຫລວງ ພະບາງກໍໄດ້. ທາດວັດຫລວງອູໃຕ້ ເມືອງຍອດອູ: ວັດແຫ່ງນີ້ຖືກສ້າງຂຶ້ນໃນປີ 1445, ສ້າງພ້ອມດຽວກັບວັດສີສະເກດ (ວຽງຈັນ) ແລະ ວັດຊຽງຮູ ແຂວງຢູນ ນານ ສປ ຈີນ, ເຊິ່ງມີຮູບຊົງ ແລະ ລັກ ສະນະຄ້າຍຄືກັນ, ໂຄງສ້າງຂອງຫລັງ ຄາອອກແບບໂດຍນາຍຊ່າງ ທີ່ມີປະ ສົບການ, ແຕ່ລະພາກສ່ວນຂອງຫລັງ ຄາແມ່ນມຸງດ້ວຍດິນຂໍ ທີ່ຜະລິດຈາກ ດິນໜຽວ ທີ່ມີຄວາມທົນທານ ຈົນມາ ເຖິງວັນນີ້. ມີໄລຍະທາງຫ່າງຈາກເທ ສະບານ ແຂວງ 137 ກິໂລແມັດ. ພູຟ້າ ເມືອງຜົ້ງສາລີ : ພູຟ້າ ແມ່ນ ມິ່ງຂັວນຂອງຊາວເມືອງ ເທສະບານ ແຂວງຜົ້ງສາລີ ເປັນພູທີ່ສວຍສົດງົດ ງາມ, ຕັ້ງຢູ່ຕາເວັນອອກສຽງເໜືອ ຂອງຕົວເມືອງຜົ້ງສາລີ; ພູຟ້າມີຄວາມ ສູງວັດຈາກໜ້ານໍ້າທະເລ 1.600 ກວ່າ ແມັດ, ມີຂັ້ນໄດຂຶ້ນ 863 ຂັ້ນ ແລະ ມີ ຄວາມໜ້າສົນໃຈດ້ານຄວາມເຊື່ອ, ມີ ຂະນົບທໍານຽມ, ຮີດຄອງປະເພນີວັດ ທະນະທໍາດີງາມ ແລະ ມີແຫລ່ງທ່ອງ ທ່ຽວທີ່ໜ້າຄົ້ນຫາບໍ່ດ້ອຍກວ່າຊາດ ອື່ນໃນອາຊຽນ. ມື້ນີ້ຜູ້ຂຽນຈະນໍາເອົາສະຖານທີ່ ທ່ອງທ່ຽວ ເຊິ່ງເປັນໜຶ່ງໃນ 18 ແຂວງ ທີ່ໜ້າສົນໃຈ ແລະ ຄວນໄປສໍາຜັດໃຫ້ ໄດ້ມາສະເໜີໃຫ້ທ່ານຜູ້ອ່ານຜູ້ເບິ່ງໄດ້ ຮູ້ແບບຄ້າວໆໂດຍສະເພາະແຂວງຜົ້ງ ສາລີ. ດັ່ງທີ່ຮູ້ ແຂວງຜົ້ງສາລີ, ມີປະຊາ ກອນເກືອບ 2 ແສນຄົນ ຕັ້ງຢູ່ “ເໜືອ ສຸດໃນປະເທດລາວ” ມີຊາຍແດນຕິດ ກັບ 2 ປະເທດຄື: ທິດຕາເວັນອອກຕິດ ກັບ ສສ ຫວຽດນາມ ມີຄວາມຍາວ 320 ກິໂລແມັດ, ທິດຕາເວັນຕົກສ່ຽງເໜືອ ຕິດກັບ ສປ ຈີນ, ມີຄວາມຍາວ 330 ເນື້ອທີ່ທັງໜົດ 200 ເຮັກຕາ. ເປັນພູທີ່ ອຸດົມສົມບູນ ເຕັມໄປດ້ວຍປ່າໄມ້ອັນ ດົກໜາ ແລະ ພືດພັນ. ໜອງກິນນາລີ ເມືອງຜົ້ງສາລີ: ໜອງ ກິນາລີ ເປັນໜອງທີ່ມີປະຫວັດ ຄວາມເປັນມາຍາວນານກັບຄວາມ ເຊື່ອຂອງຄົນທ້ອງຖິ່ນເປັນໜອງທີ່ສັກ ສິດໃນເມື່ອກ່ອນ ເຖິງປັດຈຸບັນຍັງຄົບ ລົບນັບຖື ຂອງຊາວບ້ານໃກ້ຄຽງ, ມີໄລຍະທາງຫ່າງຈາກເທສະບານ ແຂວງ ຂຶ້ນໄປທາງເໜືອ 5 ກິໂລແມັດ. ນອກຈາກນັ້ນ ທ່ານຍັງຈະໄດ້ສໍາຜັດ ວິຖີຊີວິດດັ້ງເດີມຂອງຊົນເຜົ່າຕ່າງໆ ເຊັ່ນ: ການຂັບລຳປະຈຳທ້ອງຖິ່ນດັ່ງນີ້ ຂັບລື້, ຂັບພູຊາງ, ຂັບມົ້ງ ແລະ ຂັບ ເຕີມ, ໄດ້ຢູ່ໃກ້ຊິດ ແລະ ສໍາຜັດສວນຊາ, ກາເຟ, ຝ້າຍ, ຢາສູບ, ຖົ່ວດິນ, ຖົ່ວ ເຫລືອງ, ຖົ່ວຂຽວ. ນອກນີ້ປະຊາຊົນ ຍັງ ຊອກຫາເກັບເຄື່ອງປ່າຂອງດົງເຊັ່ນ: ໝາກແໜ່ງ, ຍານ, ຂີ້ຊີ ແລະ ອື່ນໆ ເຊິ່ງ ທັງໝົດນັ້ນລ້ວນແລ້ວແຕ່ເປັນຄວາມ ບົ່ມຊ້ອນ ແລະ ປະກອບສ່ວນສ້າງທ່າ ແຮງໃຫ້ວຽກງານອຸດສາຫະກໍາທ່ອງ ທ່ຽວບໍ່ພຽງແຕ່ພາຍໃນແຂວງເທົ່ານັ້ນ ຫາກຍັງຈະເຮັດໃຫ້ນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ຈື່ຈໍາປະ ເທດປະເທດລາວ ອີກດ້ວຍ.

RkJQdWJsaXNoZXIy MTc3MTYxMQ==