gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 18/07/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** ຂປລ. ຄັງເງິນແຫ່ງຊາດ ຈັດ ຝຶກອົບຮົມກ່ຽວກັບການບໍລິຫານ ແຫລ່ງ ເງິນ ໃຫ້ບັນດາກົມອ້ອມຂ້າງ ກະຊວງການເງິນ ພາຍໃຕ້ທຶນສະ ໜັບສະໜູນຈາກກອງທຶນການ ເງິນສາກົນ (IMF)ໃນອາທິດຜ່ານ ມາ ໂດຍການເປັນປະທານຂອງ ທ່ານ ນາງຍອດ ແພງສົມບັດ ຮອງ ຫົວໜ້າຄັງເງິນ ແຫ່ງຊາດ ແລະ ທ່ານ ໂຈຊິ ຊູຫັດ ຊ່ຽວຊານຈາກ ກອງທຶນການເງິນສາກົນ, ມີສໍາມະ ນາກອນຈາກຄັງເງິນແຫ່ງຊາດ, ຄັງເງິນປະຈໍານະຄອນຫລວງວຽງ ຈັນ, ບັນດາກົມອ້ອມຂ້າງກະຊວງ ການເງິນ ແລະ ກົມບໍລິການທະນາ ຄານແຫ່ງ ສປປ ລາວ ເຂົ້າຮ່ວມ ໂດຍອີງຕາມຍຸດທະສາດພັດທະນາ ການເງິນແຫ່ງລັດຮອດປີ 2025 ໃນຍຸດທະສາດທີ 5 ການພັດທະ ນາການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ໜັກແໜ້ນທາງດ້ານການເມືອງ ແນວຄິດ, ສ້າງພະນັກງານ-ລັດຖະ ກອນຂະແໜງການເງິນໃຫ້ມີຄວາມ ເຂັ້ມແຂງທາງດ້ານວິຊາສະເພາະ, ວິຊາການ, ມີຄວາມສາມາດໃນການ ຄຸ້ມຄອງບໍລິຫານລັດ, ຮູ້ທັນສະພາບ ການຂອງພາກພື້ນ ແລະ ສາກົນ. ທ່ານ ນາງ ຍອດ ແພງສົມບັດ ຮອງຫົວໜ້າຄັງເງິນແຫ່ງຊາດ ໃຫ້ຮູ້ວ່າ: ການຈັດຝຶກອົບຮົມ ໃນຄັ້ງ ນີ້ ເປັນການພັດທະນາຄວາມຮູ້, ຄວາມສາມາດ ແລະ ຮຽນຮູ້ກັບ ສະພາບປ່ຽນແປງໃໝ່ໃນແຕ່ລະ ໄລຍະ ແລະ ເຫັນໄດ້ເຖິງຄວາມຈໍາ ເປັນຂອງວຽກງານພັດທະນາຊັບ ພະຍາກອນມະນຸດຂອງຂະແໜງ ການເງິນ ໂດຍສະເພາະແຜນການ ຝຶກອົບຮົມໃຫ້ພະນັກງານ-ລັດຖະ ກອນຂະແໜງການເງິນ ໃຫ້ມີຄວາມ ຮັບຮູ້, ເຂົ້າໃຈເລິກເຊິ່ງ ທາງດ້ານ ທິດສະດີ ແລະ ພຶດຕິກໍາ ໃນການປະ ຕິບັດວຽກງານວິຊາສະເພາະຂອງ ຕົນ. ຊຸດອົບຮົມໃນຄັ້ງນີ້ສໍາມະນາ ກອນຈະໄດ້ຮຽນຮູ້ເຂົ້າໃຈກ່ຽວກັບ ບັນດາຫົວຂໍ້ທີ່ສໍາຄັນຕ່າງໆ ເປັນຕົ້ນ ສະພາບລວມການບໍລິຫານແຫລ່ງ ເງິນ ແລະ ຮັບຟັງການນຳສະເໜີ ການບໍລິຫານແຫລ່ງເງິນຂອງຄັງ ເງິນແຫ່ງຊາດລາວ ໂດຍສະເພາະ ແມ່ນບັນຫາ ແລະ ທິດທາງແກ້ໄຂ ໃນຕໍ່ໜ້າ, ການຄຸ້ມຄອງແຫລ່ງເງິນ, ການຈັດຕັ້ງປະຕິບັດແຜນງົບປະ ມານ ແລະ ການຄຸ້ມຄອງພັນທະສັນ ຍາ, ສິ່ງກ່ຽວຂ້ອງ, ບັນຫາ ແລະ ສິ່ງທ້າທາຍ, ການສ້າງແຜນແລະ ການຄາດຄະເນແຫລ່ງເງິນ, ການ ໃຫ້ຄໍາແນະນໍາກ່ຽວກັບການຄຸ້ມ ຄອງແຫລ່ງເງິນ ແລະ ວຽກງານ ການບັນຊີ. ນອກຈາກນີ້, ສຳມະນາກອນຈະ ໄດ້ເຮັດກິດຈະກຳເປັນກຸ່ມກ່ຽວກັບ ການກະກຽມສ້າງແຜນ, ການຄາດ ຄະເນກະແສເງິນ, ການໃຫ້ຄໍາແນະ ນໍາໃຫ້ຄະນະປະສານງານໃນການ ຄຸ້ມຄອງແຫລ່ງເງິນ ແລະ ມີກິດຈະ ກຳການ ຖາມ-ຕອບ ລະຫວ່າງວິ ທະຍາກອນ ແລະ ສຳມະນາກອນ ຊຶ່ງວິທະຍາກອນ ທີ່ເປັນຊ່ຽວຊານ IMF ຈະຕອບບັນດາຄໍາຖາມຂອງ ບັນດາຜູ້ເຂົ້າຮ່ວມຝຶກອົບຮົມ, ຕີລາ ຄາຜົນຂອງການຝຶກອົບຮົມຈຸດດີ, ຈຸດອ່ອນ ໃນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງແຫລ່ງເງິນ. ໂອກາດນີ້, ທ່ານ ນາງ ຍອດ ແພງສົມບັດ ຍັງໄດ້ຮຽກຮ້ອງໃຫ້ ສຳມະນາກອນ ເອົາໃຈໃສ່ຄົ້ນຄວ້າ ເຊື່ອມຊຶມ ແລະ ເປັນເຈົ້າການໃນ ການປະກອບຄວາມຄິດ, ແລກ ປ່ຽນບົດຮຽນ, ມີຄໍາຖາມເຈາະຈີ້ມ, ຖາມ- ຕອບບັນຫາທີ່ພົບ ເຫັນຕົວ ຈິງ ໃນການຈັດຕັ້ງປະຕິບັດວຽກ ງານວິຊາສະເພາະຂອງຕົນທີ່ຜ່ານ ມາ ເພື່ອເປັນການແລກປ່ຽນບົດ ຮຽນ, ຊອກຫາວິທີແກ້ໄຂ, ສະເໜີ ແນະນໍາວິທີທາງ, ກຳນົດບັນດາວິທີ ການ, ມາດຕະການໃນການປັບປຸງ ວຽກງານການເງິນ ເພື່ອກ້າວໄປ ເຖິງຄວາມເຂົ້າໃຈທີ່ຈະແຈ້ງ ແລະ ມີຄວາມເປັນເອກະພາບຕໍ່ບັນດາ ບັນຫາທີ່ຍົກຂຶ້ນ ເພື່ອພ້ອມກັນປັບ ປຸງ ແລະ ແກ້ໄຂວຽກງານໃຫ້ນັບມື້ ນັບເຂັ້ມແຂງເປັນກ້າວໆ. ຂ່າວ-ພາບ: ກະຊວງການເງິນ y y [a ofkdq ,vh v,0h k'dt-;'dkog'o gry j u ,7;k,I6 h dko[= ]y skocs]j 'g'o gfa doh vp]k; 9twfh Ia [dkoxq dxh h v'ly fs]kp0B o sq ;|h k7totrq ;ra o8j k'xtgmfl6 odk'ra d 8h voIa [m6 f l vkg,]y dk g0Q k1h P,ve]k ຂປລ. ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳລາຍ ງານໃນກອງປະຊຸມສະໄໝ ສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດ ທີ IX ໃນວັນທີ 14 ກໍລະກົດ 2023 ນີ້ວ່າ: ຮ່າງກົດໝາຍວ່າດ້ວຍການ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງເດັກສະບັບປັບປຸງ, ພາຍຫລັງ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງ ເປັນທາງການຈະເປັນບ່ອນອີງ ສໍາຄັນ ແລະ ສາມາດຊ່ວຍເຫລືອ ເດັກປົກປ້ອງ ແລະ ສົ່ງເສີມການນຳ ໃຊ້ສິດຂອງເດັກໄດ້ທັນກັບສະ ພາບການ, ທັງຈະເປັນບ່ອນອີງພື້ນ ຖານໃນການສ້າງ ແລະ ຄຸ້ມຄອງ ກອງທຶນ ເພື່ອສະໜອງງົບປະມານ ຮັບໃຊ້ເຂົ້າໃນວຽກງານນີ້ເປັນຢ່າງ ດີ. ໃນຂະນະທີ່ການຈັດຕັ້ງປະຕິບັດ ກົດໝາຍສະບັບນຳໃຊ້ປັດຈຸບັນໃນ ໄລຍະຜ່ານມາ ກໍໄດ້ເຮັດໃຫ້ເດັກໄດ້ ຮັບສິດ ແລະ ຜົນປະໂຫຍດຫລາຍ ຂຶ້ນ, ເຮັດໃຫ້ການດຳລົງຊີວິດ, ການມີສ່ວນຮ່ວມ, ການພັດທະນາ ແລະ ການປົກປ້ອງໄດ້ຮັບການພັດ ທະນາຂຶ້ນໄປເລື້ອຍໆ. ທ່ານ ໄພວີ ສີບົວລິພາ ຍັງໄດ້ ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມ ຈຳເປັນ ໃນການປັບປຸງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເນື່ອງຈາກ ຜ່ານການຈັດຕັ້ງປະຕິບັດກົດໝາຍ ດັ່ງກ່າວ ຍັງເຫັນວ່າມີບາງບັນຫາບໍ່ ທັນສອດຄ່ອງກັບສະພາບຕົວຈິງ ໃນປັດຈຸບັນ ເປັນຕົ້ນ ການກໍານົດ ກ່ຽວກັບກອງທຶນ ເພື່ອນໍາໃຊ້ເຂົ້າ ໃນວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກຍັງບໍ່ລະ ອຽດ ແລະ ບໍ່ສາມາດຈັດຕັ້ງປະຕິ ບັດໄດ້ດີ. ພ້ອມກັນນີ້, ຍັງພົບບັນຫາ ກ່ຽວກັບທະບຽນຄອບຄົວຂອງເດັກ ໂດຍສະເພາະແມ່ນການຕັ້ງຊື່ຂອງ ເດັກທີ່ຖືກປະຖິ້ມ ເຊິ່ງກົດໝາຍ ສະບັບປັດຈຸບັນ ບໍ່ໄດ້ກໍານົດວ່າພາກ ສ່ວນໃດຈະເປັນຜູ້ຮັບຜິດຊອບຕໍ່ ກັບບັນຫາດັ່ງກ່າວ ເຮັດໃຫ້ເດັກທີ່ ຖືກປະຖິ້ມຈຳນວນຫລາຍບໍ່ໄດ້ຮັບ ການຈົດທະບຽນຄອບຄົວ ໂດຍສະ ເພາະແມ່ນທະບຽນການເກີດ. ພ້ອມນີ້, ກົດໝາຍສະບັບປັດ ຈຸບັນບໍ່ໄດ້ກຳນົດກ່ຽວກັບທາງ ເລືອກ ໃນການເບິ່ງແຍງລ້ຽງດູເດັກ ທີ່ຕ້ອງໄດ້ຮັບການປົກປ້ອງພິເສດ, ເຮັດໃຫ້ການເບິ່ງແຍງລ້ຽງດູເດັກ ມີຄວາມຫຍຸ້ງຍາກໃນການຈັດຕັ້ງ ປະຕິບັດ; ການປົກປ້ອງ ແລະ ຊ່ວຍ ເຫລືອເດັກແຕ່ລະຂະແໜງການ ຍັງບໍ່ລວມສູນ ໃນການຮວບຮວມ ຂໍ້ມູນຂ່າວສານ ເຮັດໃຫ້ມີຄວາມ ຫຍຸ້ງຍາກໃນການກໍານົດຍຸດທະ ສາດ, ແຜນການ, ແຜນງານກ່ຽວ ກັບວຽກງານປົກປ້ອງສິດ ແລະ ຜົນ ປະໂຫຍດຂອງເດັກ ແລະ ການກໍາ ນົດໂທດທາງອາຍາ ກໍເຫັນວ່າບໍ່ ແທດເໝາະກັບສະພາບການຕົວຈິງ ໃນປັດຈຸບັນ. ຂ່າວ: ທະນູທອງ ຂປລ. ໃນວັນທີ 17 ກໍລະກົດ 2023 ນີ້, ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ໄດ້ຕ້ອນຮັບ ການເຂົ້າຢ້ຽມອຳລາຂອງ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດວິ ສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະ ລັດ ອາເມລິກາ ປະຈໍາ ສປປ ລາວ ໃນໂອກາດທີ່ສໍາເລັດການປະຕິບັດ ໜ້າທີ່ທາງການທູດຢູ່ ສປປ ລາວ. ໂອກາດນີ້, ທ່ານຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມຍິນດີຕ້ອນຮັບ, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ ແລະ ເສີມຂະ ຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອາເມລິກາ ໃຫ້ ນັບມື້ນັບດີຂຶ້ນເລື້ອຍໆ; ສະແດງ ຄວາມຂອບໃຈຕໍ່ການຊ່ວຍເຫລືອ ຂອງລັດຖະບານ ແລະ ປະຊາຊົນ ອາເມລິກາ ທີ່ມີຕໍ່ ສປປ ລາວ ໃນໄລ ຍະຜ່ານມາ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເປັນຕົ້ນ ການລະດົມ ທຶນ ເພື່ອສະໜັບສະໜູນການພັດ ທະນາເສດຖະກິດ-ສັງຄົມຢູ່ ສປປ ລາວ, ສະໜອງທຶນໃຫ້ແກ່ວຽກ ງານສະກັດກັ້ນຢາເສບຕິດ ແລະ ການພັດທະນາການບັງຄັບໃຊ້ກົດ ໝາຍ, ການເກັບກູ້ລະເບີດບໍ່ທັນແຕກ ໃນ ສປປ ລາວ, ວຽກງານສາທາລະ ນະສຸກ, ການສຶກສາ, ສະໜັບສະໜູນ ໂຄງການອະນຸລັກຮັກສາມູນເຊື້ອ ວັດທະນະທຳລາວ ແລະ ໄດ້ມອບວັກ ຊິນຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ. ພ້ອມກັນນີ້, ທ່ານ ປີເຕີ ເຮມອນ ກໍໄດ້ ສະແດງຄວາມຂອບໃຈ ມາຍັງ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ແລະ ຂອບໃຈຕໍ່ລັດຖະ ບານ ສປປ ລາວ ທີ່ໄດ້ເອົາໃຈໃສ່ໃຫ້ ການຮ່ວມມືຊ່ວຍເຫລືອ ໃນການປະ ຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຕະຫລອດໄລຍະເວລາຜ່ານ ມາ ແລະ ສະແດງຄວາມຫວັງວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ ໃຫ້ການຮ່ວມມືແກ່ທ່ານເອກອັກຄະ ລັດຖະທູດ ສະຫະລັດ ອາເມລິ ກາ ຄົນໃໝ່ ທີ່ຈະມາຮັບໜ້າ ທີ່ຕໍ່ໄປເພື່ອ ພ້ອມກັນສືບຕໍ່ຊຸກຍູ້, ສົ່ງເສີມສາຍ ພົວພັນ ຮ່ວມມື ລະຫວ່າງສອງປະ ເທດທີ່ມີມາແລ້ວນັ້ນ ໃຫ້ສືບຕໍ່ໄດ້ ຮັບການຂະຫຍາຍຕົວ ແລະ ເປັນ ຮູບປະທຳຍິ່ງໆຂຶ້ນ. ໃນຕອນທ້າຍ, ຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ທ່ານທູດ ຈົ່ງມີສຸ ຂະພາບເຂັ້ມແຂງ, ປະສົບຜົນສຳ ເລັດໃນ ໜ້າທີ່ວຽກງານໃໝ່ທີ່ໃຫຍ່ ກວ່າເກົ່າຂອງທ່ານ ແລະ ເດີນທາງ ກັບຄືນປະເທດດ້ວຍຄວາມສະຫວັດ ດີພາບ. ພາບ: ເກດສະໜາ ກອງປະຊຸມໂຕະມົນ... ຄຳເຫັນ ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການເປັນເຈົ້າພາບຈັດ ກອງປະຊຸມດັ່ງກ່າວ ຂອງພັກ ຣັດ ເຊຍ ເອກະພາບ, ພ້ອມທັງສະແດງ ການສະໜັບສະໜູນແນວຄິດລິເລີ່ມ ຂອງບັນດາປະເທດ ເພື່ອນມິດທີ່ ກ່ຽວຂ້ອງກັບການພົວພັນແລກປ່ຽນ ລະຫວ່າງບັນດາອະລິຍະທໍາ, ລວມ ທັງແນວຄິດລິເລີ່ມຂອງພັກ ຣັດເຊຍ ເອກະພາບ ໃນຄັ້ງນີ້ ເພື່ອເສີມຂະ ຫຍາຍການແລກປ່ຽນລະຫວ່າງ ບັນດາປະເທດໃນທະວີບ ແລະ ໝູ່ ເກາະຕ່າງໆໃນດ້ານການເມືອງ, ດ້ານເສດຖະກິດ, ວັດທະນະທໍາ-ສັງ ຄົມ, ການສຶກສາ, ວິທະຍາສາດ ແລະ ອື່ນໆ. ພ້ອມນີ້, ສະຫາຍໄດ້ຍົກ ໃຫ້ເຫັນການພັດທະນາອະລິຍະທໍາ ຂອງພາກພື້ນອາຊີ-ປາຊີຟິກ ໃນ ຂອບອາຊຽນ ກໍຄື ອະລິຍະທໍາຂອງ ປະເທດລາວ ທີ່ໄດ້ຮັບການພັດທະ ນາມາແຕ່ສະໄໝບູຮານ ເຊິ່ງຊາດ ລາວເປັນປະເທດໜຶ່ງທີ່ມີເອກະລັກ ສະເພາະ ແລະ ຄວາມອຸດົມສົມບູນ ທາງດ້ານວັດທະນະທຳ; ພັກ ປປ ລາວ ຖືເອົາວັດທະນະທໍາ ເປັນພື້ນ ຖານແຫ່ງການຍືນຍົງຂອງຊາດ, ເປັນໜຶ່ງໃນກຳລັງຊຸກດັນໃຫ້ແກ່ ການຂະຫຍາຍຕົວຂອງເສດຖະ ກິດ-ສັງຄົມ ທັງແມ່ນຈຸດໝາຍຂອງ ການພັດທະນາ. ບົນພື້ນຖານດັ່ງ ກ່າວ, ພັກ ປປ ລາວ ຍົກສູງວຽກ ງານວັດທະນະທໍາ ແລະ ວາງແນວ ທາງນະໂຍບາຍ, ຍຸດທະສາດ ເພື່ອ ອະນຸລັກ, ສົ່ງເສີມ ແລະ ພັດທະນາ ວັດທະນະທໍາຂອງຊາດ, ເສີມຂະ ຫຍາຍຄຸນຄ່າວັດທະນະທຳທີ່ມີລັກ ສະນະຊາດ, ປະຊາຊົນ ແລະ ກ້າວ ໜ້າ ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມຍຸຕິທໍາ, ຄວາມປອງດອງ ພາຍໃນຊາດ, ເຂົ້າຮ່ວມໃນການພັດ ທະນາວັດທະນະທໍາ ກໍຄື ອະລິຍະທໍາ ຂອງພາກພື້ນອາຊີ-ປາຊີຟິກ ແລະ ທະວີບອື່ນໆໃນໂລກໂດຍການອະ ນຸລັກຮັກສາຈິດໃຈ, ຄວາມເປັນ ເອກະລັກຂອງພາກພື້ນ ແລະ ທະວີບ ຕ່າງໆ. ພ້ອມນີ້, ສະຫາຍ ວາລະໄຊ ເລັ່ງສະຫວັດ ຍັງໄດ້ສະແດງຄວາມ ໝາຍໝັ້ນຂອງພັກ ປປ ລາວ ໃນ ການສືບຕໍ່ປຶກສາຫາລື ແລະ ຮ່ວມ ມືກັບບັນດາພັກການເມືອງ, ບັນດາ ປະເທດເພື່ອນມິດ ເພື່ອສົ່ງເສີມ ການພົວພັນແລກປ່ຽນ ລະຫວ່າງ ບັນດາອະລິຍະທໍາຂອງບັນດາປະ ເທດຕ່າງໆ ເພື່ອສັນຕິພາບ, ຄວາມ ໝັ້ນຄົງ, ມິດຕະພາບ, ການຮ່ວມມື ເພື່ອການພັດທະນາ ແລະ ຄວາມຈະ ເລີນຮຸ່ງເຮືອງຂອງບັນດາປະຊາ ຊາດໃນໂລກ.
RkJQdWJsaXNoZXIy MTc3MTYxMQ==