5663

lkprq ;ra o,y f8trk[ 7;k,lk,a d7u ry glf c]t dkoIj ;,,n Iv[fh ko ]k;{s;Pfok, \A opn o lxx ]k; Ij;,dv'xt-5,]af4t,qo8u 8jk'xtgmf0v[Ij;,,nc,joE0v'{c,joE7q'7k ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 18.07.2023 ປີທີ 22 ສະບັບທີ 5.722 rda xt-k-oq xt8;y fa]k; mu,j du Pflts'k \oA pon K j -,q g-pu dv'xt-,5 ltw\lk,oa gmnvj m u 5 0v'ltrkcs'j -kf -f5 m u IX 1kj 'lf5 .9  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 * ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະ ລັດສັງຄົມນິຍົມຫວຽດນາມ, ນອກຈາກເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນຍາວເຖິງ 2.340 ກິໂລແມັດແລ້ວ; ສອງປະ ເທດ ຍັງມີມູນເຊື້ອການພົວພັນຮ່ວມມືມາຍາວນານ, ປະຊາຊົນສອງຊາດ ເຄີຍໄປມາຫາສູ່ກັນມາແຕ່ບູຮານ. ໃນໄລຍະຕໍ່ສູ້ກູ້ຊາດ, ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫລ່ ຕໍ່ສູ້ກັບ ສັດຕູໂຕດຽວກັນ, ສາມັກຄີຮັກແພງກັນ ເຂົ້າເມັດຫັກຜັກເສັ້ນໜຶ່ງກໍ່ ແບ່ງປັນກັນກິນ ກາຍເປັນຄວາມຮັກແພງໃກ້ຊິດສະໜິດສະໜົມອັນຫາ ສິ່ງປຽບບໍ່ໄດ້ ຊຶ່ງມູນເຊື້ອດັ່ງກ່າວແມ່ນປະທານໂຮ່ຈີ່ມິງຜູ້ຍິ່ງໃຫຍ່, ປະ ທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ແສນເຄົາລົບຮັກເປັນ ຜູ້ສ້າງຂຶ້ນ, ຖະໜຸຖະໜອມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຕະຫລອດ ມາ. ພາຍຫລັງສອງປະເທດ ລາວ-ຫວຽດນາມ ໄດ້ຮັບການປົດປ່ອຍ ຢ່າງສົມບູນ; ການພົວພັນຮ່ວມມື ກໍ່ຍິ່ງນັບມື້ແໜ້ນແກ່ນ, ກ້າວສູ່ລວງເລິກ ຍິ່ງຂຶ້ນ ແລະ ມີຜົນສຳເລັດໃນຫລາຍດ້ານ; ການແລກປ່ຽນຢ້ຽມຢາມ ຂອງການນຳຂັ້ນສູງຂັ້ນປະມຸກລັດສອງປະເທດ, ການນຳຂັ້ນຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ, ລວມທັງລະດັບວິຊາການ ໄດ້ມີຂຶ້ນຢ່າງ llp] fegou odv'xt-5 , 7q [7totdk'ltw\ 7tot[= ]y sko'kora ddt-;' Ill leg]a fdv'xt-5 ,7q [7totdk'ltw\ ltrkcsj '-kf Ia [Iv'gvq kzq odko 9a f8A 'xt8y [a f 4 dq f\kp 0q 'g0fp5 8y me 7;owxleza f 8 05 ,-a [ .oc0;'zQ 'lk]u 7;k,oy pq ,g4y '8j k'cfo dv'xt-5 ,38t,q odkorq ;ra oc]dxj Po ]ts;j k'xtgmfrkp.omt;u [ c]t \6 j gdkt ]k;{l gdq ks]u c]dxj Po ;a fmtotme fh kovksko ຂປລ. ກອງປະຊຸມຄົບຄະນະ ກາງສະໄໝຂອງຄະນະບໍລິຫານ ງານພັກສູນກາງສະຫະພັນແມ່ ຍິງລາວ ສະໄໝທີ IV ຈັດຂຶ້ນໃນວັນ ທີ 17 ກໍລະກົດ 2023 ໂດຍໃຫ້ກຽດ ຂປລ. ສະພາແຫ່ງຊາດ ໄດ້ພິ ຈາລະນາ ແລະ ຮັບຮອງເອົາຜົນ ການປະເມີນການຈັດຕັ້ງປະຕິບັດ ກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ຄື: ກົດໝາຍວ່າດ້ວຍສານປະຊາ ຊົນ, ກົດໝາຍວ່າດ້ວຍອົງການໄອ ຍະການປະຊາຊົນ, ກົດໝາຍວ່າ ດ້ວຍການດຳເນີນຄະດີແພ່ງ, ກົດ ໝາຍວ່າດ້ວຍການດຳເນີນຄະດີອາ ຍາຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນ ສູງສຸດ ທີ່ໄດ້ລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະ ພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 4 ແລະ 5 ກໍລະກົດ 2023ຜ່ານມາ. ທ່ານ ຄຳແພງ ວິລະພັນ ກຳມະ ຂປລ. ກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ (ຮສສ) ສະໄໝທີ 6 ໄດ້ສຳເລັດ ລົງໃນວັນທີ 14 ກໍລະກົດຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ນາງ ສີໃສ ລືເດດ ມູນສອນ ກຳມະການ ກົມການເມືອງສູນກາງພັກ, ຄະນະເລຂາທິການສູນ ກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ,ໂດຍການເປັນ ປະທານ ຂອງສະຫາຍ ນາງ ໃບຄຳ ຂັດທິຍະ ກຳມະ ການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການ ສັງຄົມ, ມີບັນ ດາຄະນະພັກ ແລະ ສະມາຊິກພັກ ເຂົ້າຮ່ວມ. ສະຫາຍ ນາງ ໃບຄຳ ຂັດທິຍະ ໄດ້ລາຍງານຜົນການ ດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານ ພັກໃນແຕ່ລະບາດກ້າວລວມເຖິງຜົນການທາບທາມ ຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນ ໃນຄະນະບໍລິຫານງານພັກ ຮສສ ຊຶ່ງເຫັນໄດ້ວ່າຄະ ຂປລ. ໃນວັນທີ 16 ກໍລະກົດ 2023 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ນຳພາ ຄະນະຜູ້ແທນລາວເຂົ້າຮ່ວມກອງ ປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າຄົງຄາ ຄັ້ງທີ 12 ທີ່ ບາງກອກປະ ເທດໄທ. ກອງປະຊຸມ, ຈັດຂຶ້ນພາຍ ໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Subrahmanyam Jaishankar, ລັດຖະມົນຕີກະ ຊວງການຕ່າງປະເທດ ອິນເດຍ ເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກຮອງປະ ແລະ ບັນດາປະເທດແມ່ນໍ້າຂອງ ກໍໄດ້ເຂົ້າຮ່ວມກອງປະຊຸມ. ກອງປະຊຸມລັດຖະມົນຕີຕ່າງ ປະເທດ ຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ໄດ້ ຮ່ວມກັນທົບທວນຄືນການຮ່ວມມື ລະຫວ່າງບັນດາປະເທດແມ່ນໍ້າ ຂອງ ແລະ ອິນເດຍ ໃນໄລຍະຜ່ານ ມາ ໂດຍສະເພາະການຈັດຕັ້ງປະຕິ ນະບໍລິຫານງານພັກ ຍັງສຶບຕໍ່ຄວາມໄວ້ວາງໃຈຈາກ ບັນດາສະມາຊິກພັກ. ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍໄດ້ໃຫ້ທິດຊີ້ນໍາ ສະຫາຍ ນາງ ສີໃສ ລືເດດມູນສອນ ການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການຍຸຕິທຳ ໄດ້ ຖະແຫລງຂ່າວ ໃນວັນທີ 17 ກໍລະ ກົດ 2023 ໂດຍໄດ້ຍົກໃຫ້ເຫັນວ່າ: ພາຍຫລັງຮັບຟັງການລາຍງານ ຂອງສານປະຊາຊົນສູງສຸດ, ອົງ ການໄອຍະການປະຊາຊົນສູງສຸດ ແລະ ການປະກອບຄໍາເຫັນຂອງຜູ້ ຕາງໜ້າ ຄະນະປະຈໍາສະພາ ແຫ່ງ ຊາດ ແລະ ປະທານກອງປະຊຸມໄດ້ ເຈາະຈີ້ມ ເພື່ອເປັນບ່ອນອີງໃຫ້ແກ່ ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳຄິດເຫັນດ້ວຍ ບັນຍາກາດຟົດຟື້ນ ແລະ ມີຄວາມ ຮັບຜິດຊອບການເມືອງສູງ ເຊິ່ງມີ ຜູ້ປະກອບຄໍາເຫັນທັງໝົດ ຈໍານວນ 54 ທ່ານ, ຍິງ 8 ທ່ານ; ກອງປະ ຊຸມໄດ້ຕີລາຄາສູງຕໍ່ການຈັດຕັ້ງປະ ຕິບັດກົດໝາຍ 4 ສະບັບດັ່ງກ່າວ ເຫັນວ່າໄດ້ກາຍເປັນນິຕິກໍາພື້ນ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 6  ອ່ານຕໍ່ໜ້າ 6  ອ່ານຕໍ່ໜ້າ 2 ຂປລ. ສະຖາບັນພັດທະນາສີ ມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບມາຄົມແລກປ່ຽນວັດທະ ນະທຳ ແຊລີ້ງ ສ ເກົາຫລີ ຈັດກິດ ຈະກຳແລກປ່ຽນບົດຮຽນ ແລະ ປະສົບການໃນການປຸງແຕ່ງອາ ຫານເກົາຫລີ ລະຫວ່າງ ພໍ່ຄົວຈາກ ສ ເກົາຫລີ ແລະ ພໍ່ຄົວຈາກ ສປປ ລາວ ໃນວັນທີ 14 ກໍລະກົດ ຜ່ານມາ ທີ່ສະຖາບັນພັດທະນາສີມືແຮງງານ ໂດຍມີ ທ່ານ ພົງສະຫວັນ ສຸລິຈັນ ຮອງຫົວໜ້າສະຖາບັນພັດທະນາສີ ມືແຮງງານ ກະຊວງ ຮສສ, ທ່ານ ນາງ ຢູຮັນຊຸກ ປະທານສະມາຄົມ ແລກປ່ຽນວັດທະນະທຳແຊລີ້ງ ຂປລ. ໃນວັນທີ 14 ກໍລະກົດ 2023 ນີ້, ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ, ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະ ຊຸມ ໂຕະມົນ ຜ່ານວີດີໂອທາງໄກ ພາຍໃຕ້ຫົວຂໍ້ “ການພົວພັນແລກ ປ່ຽນລະຫວ່າງ ບັນດາອະລິຍະທຳ: ບັນດາປະເທດຢູ່ພາຍໃນທະວີບ ແລະ ໝູ່ເກາະ” ໂດຍການເປັນເຈົ້າ ພາບຂອງພັກ ຣັດເຊຍເອກະພາບ ໂດຍມີຄະນະຜູ້ແທນຈາກ 4 ພັກ ການເມືອງຄື: ພັກກອມມູນິດຫວຽດ ນາມ, ພັກປະຊາຊົນ ປະຕິວັດລາວ, ພັກປະຊາຊົນກຳປູເຈຍ ແລະ ພັກ ໂກນກາ ຈາກອິນໂດເນເຊຍ ເຂົ້າ ຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນ ໂດຍຖືເປັນກິດຈະກຳໜຶ່ງຂອງແນວ ຄິດລິເລີ່ມ ກຳຈັດກາ (Kamchatka) ເຊິ່ງເປັນ “ເທສະການ ມາຣາທອນ ກ່ຽວກັບວັດທະນະ ທຳ” ຄັ້ງທີ 6. ໃນກອງປະຊຸມ, ຫົວໜ້າຄະນະ ຜູ້ແທນພັກ ປປ ລາວ ໄດ້ປະກອບ ທ່ານ ຄຳແພງ ວິລະພັນ

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 18/07/2023 xtgmf]k; ສສຍລ ດຳເນີນ... ສະພາແຫ່ງຊາດ ຮັບຮອງ... ລາວ-ສ ເກົາຫລີ... ສປປ ລາວ ຮ່ວມ.... ຄະນະບໍລິຫານງານພັກ.... ສາຍພົວພັນມິດຕະພາບ... ເປັນປົກກະຕິ ແລະ ທຸກຂົງເຂດວຽກງານ. ນັ້ນແມ່ນບໍ່ເກີດຂອງການພົວພັນສາ ມັກຄີພິເສດທີ່ກາຍເປັນປັດໄຈຕັດສິນຜົນສຳເລັດ ແລະ ໄຊຊະນະຂອງການປະຕິວັດ ຢູ່ສອງປະເທດຂອງພວກເຮົາ ຊຶ່ງເປັນຕົວແບບທີ່ຫາໄດ້ຍາກໃນການພົວພັນລະ ຫວ່າງຊາດຢູ່ໃນໂລກ, ເປັນສາຍພົວພັນທີ່ຍິ່ງໃຫຍ່, ເລິກເຊິ່ງ, ດູດດື່ມ ແລະ ເປັນ ມໍລະດົກລ້ຳຄ່າຂອງທັງສອງຊາດ ລາວ-ຫວຽດນາມ. ປີ 2022 ຜ່ານມາ ເປັນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງຕໍ່ການພົວພັນ ຮ່ວມມືລະຫວ່າງ ລາວ-ຫວຽດນາມ ເພາະເປັນປີແຫ່ງການມິດຕະພາບ ແລະ ການຮ່ວມມືທີ່ແໜ້ນແກ່ນຍາວນາວຂອງສອງຊາດ. ໂດຍສອງພັກ-ສອງລັດ ພ້ອມ ກັບປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ພ້ອມກັນຈັດຕັ້ງປີສາມັກຄີມິດ ຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ດ້ວຍຫລາຍກິດຈະກຳ ເພື່ອສະ ເຫລີມສະຫລອງວັນສຳຄັນຕ່າງໆຂອງລາວ ແລະ ຫວຽດນາມ. ເວົ້າສະເພາະການ ພົວພັນດ້ານການເມືອງ ກໍຄືການພົວພັນການທູດລະຫວ່າງສອງຝ່າຍ ໄດ້ມີຜົນສຳ ເລັດອັນສະຫງ່າງາມ ໂດຍເວົ້າໄດ້ວ່າບໍ່ມີການພົວພັນຮ່ວມມືສອງຝ່າຍໃດໃນໂລກ ຄືກັບກັບສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໂດຍມີລະດັບການແລກ ປ່ຽນຢ້ຽມຢາມ ລະຫວ່າງການນຳຂັ້ນສູງຢ່າງເນື່ອງນິດລຽນຕິດ, ການພົວພັນ ການທູດສອງຝ່າຍ ແມ່ນອີງໃສ່ມູນເຊື້ອແຕ່ອະດີດຫລາຍທົດສະວັດຜ່ານມາທີ່ ສອງຊາດໄດ້ຮ່ວມກັນຕໍ່ສູ້ຕ້ານສັດຕູໂຕດຽວກັນ, ອີກປັດໄຈໜຶ່ງແມ່ນຄວາມ ເຊື່ອໝັ້ນລະຫວ່າງສອງຝ່າຍທີ່ເລິກເຊິ່ງ ເຮັດໃຫ້ການພົວພັນຮ່ວມມືທາງດ້ານ ການເມືອງ ແລະ ການທູດ ມີການພັດທະນາຢ່າງຈົບງາມ. ການພົວພັນທາງເສດ ຖະກິດ ຍິ່ງເປັນອົງປະກອບສຳຄັນໃນການພົວພັນ ຫວຽດນາມ-ລາວ, ເພາະ ວ່າສອງຊາດມີຄວາມມຸ່ງຫວັງ ແລະ ເປົ້າໝາຍອັນດຽວກັນໃນການສ້າງສາ ພັດທະນາປະເທດຊາດສີວິໄລ ແລະ ນຳເອົາຊີວິດການເປັນຢູ່ທີ່ດີຂຶ້ນມາສູ່ປະ ຊາຊົນທັງສອງຊາດ. ເຖິງແມ່ນວ່າສະພາບແວດລ້ອມຂອງໂລກກໍຄືສາກົນ ໄດ້ຜັນແປໄປຢ່າງໄວວາສັບສົນທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍນາໆປະ ການກໍ່ຕາມ, ແຕ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າກໍ່ໄດ້ເອົາໃຈໃສ່ເພີ່ມ ທະວີສ້າງໃຫ້ການພົວພັນຮ່ວມມືຂອງ ສອງຊາດ ຍິ່ງເພີ່ມພູນຄູນສ້າງໃຫ້ອຸດົມ ສົມບູນ ແລະ ໄດ້ຮັບການປັບປຸງຍົກລະດັບທັງທາງດ້ານປະລິມານ ແລະ ຄຸນນະ ພາບໃຫ້ສູງຂຶ້ນເລື້ອຍໆ. ການຮ່ວມມືນັບມື້ເຂົ້າສູ່ລວງເລິກແທດຕົວຈິງ; ກົນໄກ ແລະ ວິທີການຕ່າງໆແມ່ນນັບມື້ຄ່ອງຕົວຍິ່ງຂຶ້ນ, ການພົວພັນຮ່ວມມື ລະຫວ່າງທ້ອງຖິ່ນ, ຂະແໜງການ ມີປະສິດທິຜົນຫລາຍຂຶ້ນ ແລະ ຂົງເຂດຕ່າງໆນັບມື້ເປີດກວ້າງອອກ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ. ຜ່ານມາ ພັກ, ລັດຖະບານ ແລະ ປະຊາ ຊົນ ຫວຽດນາມອ້າຍນ້ອງ ໄດ້ໃຫ້ການ ຊ່ວຍເຫລືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ທັງການຊ່ວຍເຫລືອປົກ ກະຕິປະຈໍາປີ ກໍຄືການຊ່ວຍເຫລືອໃນຍາມໄພພິບັດຕ່າງໆ ພິເສດແມ່ນການ ຮັບມືກັບພະຍາດໂຄວິດ-19 ຊຶ່ງ ສສ ຫວຽດນາມ ເປັນປະເທດທໍາອິດທີ່ເຂົ້າມາໃຫ້ ການຊ່ວຍເຫລືອແກ່ ສປປ ລາວ ອັນນີ້ແມ່ນສະແດງໃຫ້ເຫັນລັກສະນະພິເສດ ຂອງການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ໄດ້ກາຍເປັນປັດໄຈຊ່ວຍໜູນທີ່ສຳ ຄັນໃຫ້ແກ່ການພັດທະນາປະເທດຊາດຂອງພວກເຮົາ ຊຶ່ງການນຳຂັ້ນສູງຂອງ ສອງປະເທດ ຍາມໃດກໍ່ໄດ້ຊີ້ນຳຢ່າງເຂັ້ມງວດ ໃຫ້ອຳນາດການປົກຄອງຂອງທັງ ສອງຝ່າຍ ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ສອງພື້ນຖານເສດຖະກິດ, ໂດຍສະ ເພາະແມ່ນການເຊື່ອມຕໍ່ໃນພື້ນຖານໂຄງລ່າງ, ການຂົນສົ່ງ, ການຂຸດຄົ້ນ ແລະ ການພັດທະນາພະລັງງານ. ຄຽງຄູ່ກັບການແກ້ໄຂຜ່ານຜ່າບັນດາບັນຫາທີ່ມີຢູ່ ແລ້ວ ເພື່ອເຮັດໃຫ້ການຮ່ວມມືນັບມື້ນັບເລິກເຊິ່ງ, ມີປະສິດທິຜົນ, ແທດເໝາະກັບ ທ່າແຮງຂອງສອງປະເທດ. ປັດຈຸບັນ, ຫວຽດນາມແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການລົງທຶນ ແລະ ເປັນຄູ່ຮ່ວມມືການຄ້າໃຫຍ່ຂອງລາວ. ສ່ວນການຮ່ວມມືດ້ານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ສືບຕໍ່ບັນລຸໝາກຜົນສຳຄັນຫລາຍຢ່າງ, ປະກອບສ່ວນຮັບ ປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມ ປອດໄພຂອງແຕ່ລະປະເທດ. ສອງຝ່າຍສືບຕໍ່ປະສານສົມທົບ ເພື່ອຈັດຕັ້ງປະ ຕິບັດເປັນຢ່າງດີຕາມຂໍ້ຕົກລົງ ກ່ຽວກັບຊາຍແດນທີ່ໄດ້ລົງນາມ, ປ້ອງກັນ ແລະ ແກ້ໄຂການກະທຳລະເມີດຊາຍແດນໂດຍທັນທີ, ປະສານສົມທົບກັນຕໍ່ສູ້ຕ້ານອາດ ຊະຍາກຳຂ້າມຊາດ, ຊຸກຍູ້ການລົງນາມບັນດາຂໍ້ຕົກລົງໃນຂົງເຂດປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ວັດທະນະທຳ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ ໄດ້ສືບຕໍ່ມີໝາກຜົນຢ່າງຕັ້ງໜ້າ. ກ່ຽວກັບການຮ່ວມ ມືຫລາຍຝ່າຍ ນັບແຕ່ເວລາເຂົ້າເປັນສະມາຊິກອາຊຽນ ຫວຽດນາມ ແລະ ລາວ ໄດ້ປະສານງານ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຫລາຍບັນຫາທີ່ໄດ້ ປຶກສາຫາລືຢູ່ໃນບັນດາເວທີປາໄສອາຊຽນ ຊຶ່ງທັງໝົດນັ້ນໄດ້ປະກອບສ່ວນເພີ່ມ ພູນຄູນສ້າງ ແລະ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນ ສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໃຫ້ຈະເລີນງອກງາມ ແລະ ເກີດດອກ ອອກຜົນຫລາຍຂຶ້ນຕື່ມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມສ້າງສັນຕິ ພາບ, ມິດຕະພາບ, ການຮ່ວມມື ແລະ ການເຊື່ອມໂຍງໃນພາກພື້ນ ແລະ ໃນໂລກ ເພື່ອຄວາມສັນຕິສຸກ ແລະ ຄວາມຈະເລີນວັດທະນາຂອງບັນດາປະຊາຊາດ. ການສ້າງຕັ້ງສາຍພົວພັນການທູດ ແລະ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ກາຍເປັນເຫດ ການທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຂອງສອງຊາດ; ການ ພົວພັນດັ່ງກ່າວໄດ້ກາຍເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງ ສອງປະເທດ, ເປັນສາຍພົວພັນທີ່ຫາໄດ້ຍາກໃນການພົວ ພັນສາກົນ ແລະ ໃນໂລກ. ພວກເຮົາຈົ່ງພ້ອມກັນເພີ່ມພູນຄູນສ້າງມູນເຊື້ອສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ! ທານປະເທດ, ໂດຍການເປັນປະ ທານຂອງສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ, ປະທານສູນກາງສະພັນແມ່ຍິງ ລາວ, ມີບັນຄະນະປະຈໍາພັກຄະນະ ພັກ, ສະມາຊິກພັກພາຍໃນສູນກາງ ສະຫະພັນແມ່ຍິງລາວ(ສສຍລ) ເຂົ້າຮ່ວມ. ສະຫາຍ ນາງ ອິນລາວັນ ແກ້ວ ບຸນພັນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມ ຄັ້ງນີ້, ຈະໄດ້ພ້ອມກັນເຊື່ອມຊຶມບັນ ດາມະຕິຄໍາສັ່ງຂອງຄະນະເລຂາທິ ການສູນກາງພັກ, ຄຳແນະນຳວ່າ ດ້ວຍການດຳເນີນກອງປະຊຸມຄົບ ຄະນະກາງສະໄໝ ຂອງຄະນະບໍ ລິຫານງານພັກແຕ່ລະຂັ້ນ, ລວມທັງ ບັນດາຂໍ້ຫ້າມຂອງສະມາຊິກພັກ; ຈະໄດ້ພ້ອມກັນຕີລາຄາ ແລະ ທາບ ທາມຄວາມໄວ້ວາງໃຈຕໍ່ການນໍາ ພາລວມ ແລະ ບຸກຄົນໃນຄະນະພັກ ຂອງສູນກາງສະຫະພັນແມ່ຍິງ ລາວ; ຮັບຟັງການລາຍງານຮ່າງ ບົດສະຫລຸບຕີລາຄາການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ສະ ມາຊິກພັກ ຄັ້ງທີ IV ກາງສະໄໝ ຂອງອົງຄະນະພັກສູນກາງສະຫະ ພັນແມ່ຍິງລາວ ຕິດພັນກັບມະຕິ XI ຂອງພັກ, ການຈັດຕັ້ງປະຕິບັດ ແຜນພັດທະນາແມ່ຍິງລາວ ແລະ ການປະຕິບັດວາລະແຫ່ງຊາດ, ການສ້າງຫັນປ່ຽນຢ່າງແຂງແຮງ ໃນທຸກຂອດພະນັກງານ. ພ້ອມນີ້, ຍັງຈະໄດ້ດຳເນີນກອງປະຊຸມພາຍ ໃນຄະນະບໍລິຫານງານພັກກາງສະ ໄໝ ຂອງສູນກາງສະຫະພັນແມ່ຍິງ ລາວ ເພື່ອສຳຫລວດກວດກາ ແລະ ຕີລາຄາການນຳພາ-ຊີ້ນຳລວມ ຂອງອົງຄະນະພັກ ແລະ ບັນດາສະ ຫາຍໃນຄະນະພັກຕາມພາລະບົດ ບາດ, ສິດ, ໜ້າທີ່ ແລະ ຄວາມຮັບ ຜິດຊອບທີ່ກວມເອົາດ້ານດີທີ່ເປັນ ພື້ນຖານ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາ ເຫດ ແລະ ບົດຮຽນທີ່ຖອດຖອນ ໄດ້ຈາກພຶດຕິກໍາຕົວຈິງຢ່າງພາ ວະວິໄສ. ພ້ອມນີ້, ສະຫາຍ ວຽນທອງ ສິງຄຳພັນ ກຳມະການຄະນະພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກ ງານ, ຄະນະຮັບຜູ້ຊອບຈາກຄະນະ ຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງ ຂອງຄະນະເລຂາທິການສູນກາງ ພັກ ເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການ ດຳເນີນກອງປະຊຸມຄົບຄະນະກາງ ສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ, ຜ່ານມາດຖານຂອງພະ ນັກງານນຳພາ-ຄຸ້ມຄອງ, ສິດ ແລະ ໜ້າທີ່ຂອງຄະນະພັກ, ຂໍ້ຫ້າມສຳ ລັບສະມາຊິກພັກ. ໃນໂອກາດດຽວກັນ, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນ ຕໍ່ການທາບທາມຢັ່ງຫາງສຽງ ຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການ ນຳພາລວມ ແລະ ບຸກຄົນໃນຄະນະ ບໍລິຫານງານພັກ ສູນກາງສະຫະ ພັນແມ່ຍິງລາວ ເພື່ອໃຫ້ພະນັກງານ ຫລັກແຫລ່ງໄດ້ປະກອບຄຳຄິດຄຳ ເຫັນຂອງຕົນ ຕໍ່ຄວາມຮັບຜິດຊອບ ລວມຂອງຄະນະພັກໂດຍສະເພາະ ໃຫ້ລົງເລິກປະກອບຄຳຄິດຄຳເຫັນ ໃຫ້ບັນດາສະຫາຍຄະນະພັກດ້ວຍ ຄວາມຈິງໃຈ ເພື່ອຊ່ວຍປັບປຸງກໍ່ ສ້າງພະນັກງານນຳພາ-ຄຸ້ມຄອງ ຂອງຕົນໃຫ້ມີຄວາມປອດໃສ ເຂັ້ມ ແຂງ, ໜັກແໜ້ນ ຮອບດ້ານ, ການປະ ກອບຄຳຄິດຄຳເຫັນ, ຕຳນິສົ່ງຂ່າວ ເພື່ອຊ່ວຍໃຫ້ພະນັກງານນຳພາຄຸ້ມຄອງ ໄດ້ປັບປຸງປ່ຽນແປງຕົນ ເອງ, ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງ ຄ້າງ ເພື່ອກ້າວຂຶ້ນເຮັດສຳເລັດໜ້າ ທີ່ ທີ່ພັກ-ລັດມອບໝາຍໃຫ້. ຂ່າວ-ພາບ: ໜັງສືພິມປະຊາຊົນ ບັດຖະແຫລງການຮ່ວມກອງປະ ຊຸມລັດຖະມົນຕີຕ່າງປະເທດຂອບ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງ ຄາ ຄັ້ງຜ່ານມາ ແລະ ແຜນປະຕິບັດ ງານແມ່ນໍ້າຂອງ-ແມ່ນໍ້າຄົງຄາໄລ ຍະປີ 2019-2022. ໃນນັ້ນ, ເຫັນ ວ່າໄດ້ມີຫລາຍໂຄງການຮ່ວມມືໄດ້ ຖືກຈັດຕັ້ງປະຕິບັດໃຫ້ເປັນຮູບປະ ທຳ ແລະ ຊ່ວຍປະກອບສ່ວນເຂົ້າໃນ ການສ້າງສາພັດທະນາເສດຖະກິດສັງຄົມ ໃນພາກພື້ນແມ່ນໍ້າຂອງລວມ ທັງ ສປປ ລາວ ກໍໄດ້ມີໂຄງການພັດ ທະນາພື້ນຖານໂຄງລ່າງຂະໜາດ ນ້ອຍທີ່ຖືກອະນຸມັດໃຫ້ຈັດຕັ້ງປະຕິ ບັດຢູ່ລາວຫລາຍກວ່າ 11 ໂຄງ ການ, ມູນຄ່າ 500.000 ກວ່າໂດ ລາສະຫະລັດ. ພ້ອມດຽວກັນນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນວາງທິດທາງແຜນ ການໃນຕໍ່ໜ້າ ໂດຍເນັ້ນໃສ່ການ ຮ່ວມມື ເພື່ອຟື້ນຟູສະພາບເສດຖະ ກິດໃນພາກພື້ນແມ່ນໍ້າຂອງ ໂດຍສະ ເພາະ ພັດທະນານະວັດຕະກຳ ແລະ ເຕັກໂນໂລຊີທັນສະໄໝເຂົ້າໃນ ທຸກຂົງເຂດ, ສົ່ງເສີມບັນດາຈຸນລະ ວິສາຫະກິດ, ຂະໜາດນ້ອຍ ແລະ ກາງ (MSMEs) ແລະ ວິສາຫະ ກິດຂະນ້ອຍ ແລະ ກາງ (SMEs), ຮັດແໜ້ນການຮ່ວມມືໃນການເຊື່ອມ ໂຍງ ແລະ ເຊື່ອມຈອດພາກພື້ນເພື່ອ ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການຈັດຕັ້ງຜັນຂະ ຫຍາຍບັນດາຂົງເຂດບຸລິມະສິດ ຂອງຂອບການຮ່ວມມື ຄື: ການທ່ອງ ທ່ຽວ, ວັດທະນະທຳ, ສຶກສາ, ສາທາ ລະນະສຸກ, ຄົມມະນາຄົມ-ຂົນສົ່ງ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ການສື່ສານ (ICT), ຈຸນລະວິສາ ຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ກະສິກຳ. ກອງປະຊຸມຄັ້ງນີ້, ໄດ້ຮັບຮອງ ເອົາຖະແຫລງການຮ່ວມກອງປະ ຊຸມລັດຖະມົນຕີຕ່າງປະເທດແມ່ ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ແລະ ເອກະສານຊ້ອນທ້າຍຈໍານວນ 2 ສະບັບ ຄື: ເອກະສານແນວຄວາມ ຄິດຕໍ່ປະເທດຮັບຜິດຊອບກົນໄກ ການຮ່ວມມື ແລະ ເອກະສານແນວ ຄວາມຄິດການຮ່ວມມືສະພາທຸລະ ກິດແມ່ນໍ້າຂອງ-ແມ່ນໍ້າຄົງຄາ. ໃນ ໂອກາດດຽວກັນນີ້, ສປປ ລາວ ກໍໄດ້ມອບ-ຮັບການເປັນປະເທດ ປະທານຮ່ວມໃຫ້ແກ່ ສ ມຽນມາ ສືບຕໍ່ເປັນປະທານໝູນວຽນຮ່ວມ ກັບ ອິນເດຍ ຕໍ່ໄປ. ຂອບການຮ່ວມມືແມ່ນໍ້າຂອງແມ່ນໍ້າຄົງຄາ ສ້າງຕັ້ງຂຶ້ນໃນປີ 2000 ໂດຍມີອິນເດຍ ເປັນຄູ່ຮ່ວມພັດ ທະນາ, ກົນໄກການຮ່ວມມືລະດັບ ສູງສຸດ ແມ່ນກອງປະຊຸມລັດຖະມົນ ຕີຕ່າງປະເທດ ໂດຍຈະຖືກຈັດຂຶ້ນ ໃນໄລຍະດຽວກັນກັບກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ໃນທຸກໆປີ ເຊິ່ງກອງປະຊຸມລັດຖະ ມົນຕີແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງປະຖົມມະລຶກ ໄດ້ຈັດຂຶ້ນໃນວັນ ທີ 10 ພະຈິກ 2000, ທີ່ນະຄອນ ຫລວງວຽງຈັນ, ຈຸດປະສົງຂອງ ການຮ່ວມມືແມ່ນເພື່ອເສີມສ້າງ ແລະ ເຊື່ອມໂຍງການຮ່ວມມືກັນໃນດ້ານ ວຽກງານການທ່ອງທ່ຽວ, ວັດທະ ນະທຳ, ສຶກສາ, ສາທາລະນະສຸກ, ຄົມມະນາຄົມ-ຂົນສົ່ງ, ຂໍ້ມູນຂ່າວ ສານ ແລະ ເຕັກໂນໂລຊີການສື່ສານ (ICT), ຈຸນລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ ແລະ ຂະໜາດ ກາງ, ກະສິກຳລວມທັງໂຄງການ ເຫັນຜົນໄວ (Quick Impact Project-QIP) ເຊິ່ງ ອິນເດຍ ສະ ໜັບສະໜູນທຶນຮອນ ຈຳນວນ 1 ລ້ານໂດລາສະຫະລັດ ໃຫ້ແກ່ປະ ເທດແມ່ນໍ້າຂອງທັງໝົດ. ຕໍ່ກອງປະຊຸມຫລາຍບັນຫາສຳຄັນ ໂດຍສະເພາະໃຫ້ສືບຕໍ່ເອົາໃຈໃສ່ ໃນການສຶກສາອົບຮົມການເມືອງແນວຄິດຂອງສະມາຊິກພັກ-ພະນັກ ງານຢ່າງແຂງແຮງ ເພື່ອສ້າງ ຄວາມເຂົ້າໃຈທີ່ຖຶກຕ້ອງ, ເປັນເອກະ ພາບສູງຕໍ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບພັກ, ກົດ ໝາຍ ແລະ ລະບຽບການຂອງລັດ ເພື່ອຍົກສູງບົດບາດການ ນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງ ຄະນະພັກແຕ່ລະຂັ້ນ; ເອົາໃຈໃສ່ໃນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ ເພື່ອກໍ່ສ້າງ ປັບປຸງຕົນເອງ ແລະ ການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງ, ຕິດພັນກັບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກ ຊາດ ແລະ ພັດທະນາແນໃສ່ໃນການ ຍ້ອງຍໍສົ່ງເສີມຄົນດີ, ຄົນເກັ່ງ ເພື່ອ ພ້ອມກັນກ້າວໜ້າ ແລະ ຍົກບົດບາດ ການນໍາພາໃຫ້ມີຄວາມເຂັ້ມແຂງ; ຕັ້ງໜ້າປັບປຸງແບບແຜນກົນໄກເປັນ ອຸປະສັກ ແລະ ກົດໜ່ວງການພັດທະ ນາວຽກງານ ແລະ ການເຄື່ອນໄຫວ, ສັບຊ້ອນຈັດວາງຕໍາແໜ່ງງານພາຍ ໃນແຕ່ລະຂົງເຂດ ໃຫ້ມີຄວາມສອດ ຄ່ອງເໝາະສົມ ຕາມຄວາມຕ້ອງ ການຂອງແຕ່ລະຂົງເຂດວຽກງານ ແລະ ຄວາມຮູ້ຄວາມສາມາດຕົວຈິງ ຂອງສະມາຊິກພັກ-ພະນັກງານ ຮັບປະກັນໃນການຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມໃຫຍ່ອົງຄະ ນະພັກກະຊວງ ແລະ ແຜນພັດທະ ນາວຽກງານແຮງງານ ແລະ ສະ ຫວັດດີການສັງຄົມ ໃຫ້ມີຜົນສໍາເລັດ. ເອົາໃຈໃສ່ເພີ່ມທະວີ ແລະ ລົງເລິກ ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຕາມພາລະບົດບາດ ຂອງຕົນ ໂດຍສະເພາະການສ້າງ ກິດຈະກໍາການເຄື່ອນໄຫວ ແລະ ຂະ ບວນການຕ່າງໆ ໃຫ້ເປັນຮູບປະທໍາ ແລະ ໃຫ້ກາຍເປັນກໍາລັງແຮງໃນ ການຈັດຕັ້ງປະຕິບັດໜ້າທີ່ການ ເມືອງຂອງອົງຄະນະພັກກະຊວງ ໃຫ້ມີຜົນສໍາເລັດ, ເພີ່ມທະວີການ ປັບປຸງແບບແຜນການນໍາພາ ແລະ ວິທີເຮັດວຽກຕາມ 5 ຫລັກການ ແລະ 3 ທິດນໍາຂອງພັກ, ເຮັດວຽກ ຕ້ອງໄປຕາມຫລັກການລວມສູນ ປະຊາທິປະໄຕ, ເພື່ອຖອດຖອນບົດ ຮຽນເຊິ່ງກັນ ແລະ ກັນ; ເຕົ້າໂຮມ ຄວາມສາມັກຄີ ໃຫ້ເປັນປຶກແຜ່ນໃນ ທຸກດ້ານໃຫ້ມີຜົນສໍາເລັດ ແລະ ເພີ່ມທະວີຄຸ້ມຄອງລະບຽບວິໄນ ຢູ່ພາຍໃນການຈັດຕັ້ງຂອງອົງຄະ ນະພັກ ຕິດພັນກັບການສະກັດກັ້ນ, ຕີຖອຍບັນດາປາກົດການຫຍໍ້ທໍ້ ໄປຄຽງຄູ່ກັບການກໍ່ສ້າງຍົກລະ ດັບຄວາມຮູ້, ຄວາມສາມາດໃຫ້ ຖັນແຖວສະມາຊິກພັກ-ພະນັກງານ ເພື່ອເປັນຂໍກຸນແຈໃຫ້ແກ່ໃນການ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ ການເມືອງຢ່າງເປັນລະບົບຕໍ່ເນື່ອງ ແລະ ມີຜົນສໍາເລັດ. ຂໍ້ມູນ-ພາບ: ຂ່າວສານ ຮສສ ຖານສຳຄັນໃຫ້ແກ່ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ບັນດາອົງການທີ່ກ່ຽວຂ້ອງໃນການ ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອປົກປ້ອງ ສິດ, ຜົນປະໂຫຍດຂອງລັດ, ລວມ ໝູ່ ແລະ ຂອງພົນລະເມືອງຕາມທີ່ ກົດໝາຍໄດ້ກໍານົດໄວ້. ຄຽງຄູ່ກັບ ດ້ານດີທີ່ຕັ້ງໜ້າກອງ ປະຊຸມເຫັນວ່າ ມີຫລາຍດ້ານຈະຕ້ອງປັບປຸງ, ແກ້ ໄຂເປັນຕົ້ນການໂຄສະນາເຜີຍແຜ່ ກົດໝາຍຂົງເຂດຍຸຕິທໍາ ທັງ 4 ສະ ບັບ ຍັງບໍ່ທັນກວ້າງຂວາງ, ເລິກເຊິ່ງ ແລະ ທົ່ວເຖິງທຸກເປົ້າ ໝາຍໃນສັງ ຄົມ; ການຜັນຂະຫຍາຍມາດຕາ ຂອງກົດໝາຍທີ່ກໍານົດໃຫ້ອອກ ເປັນນິຕິກໍາໃຕ້ກົດໝາຍຍັງຊັກຊ້າ, ບາງກົດໝາຍການຜັນຂະຫຍາຍ ຍັງບໍ່ທັນສໍາເລັດ; ການປັບປຸງກົງ ຈັກການຈັດຕັ້ງ, ການປະກອບບຸກ ຄະລາກອນ, ການກໍານົດພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງອົງການ ທີ່ຮັບຜິດຊອບດໍາເນີນຄະດີຕາມ ຂະບວນການຍຸຕິທໍາ ຍັງບໍ່ທັນຈະ ແຈ້ງ ແລະ ເປັນລະບົບຄົບຊຸດ, ການ ປະຕິບັດຫລັກການ ແລະ ກົນໄກ ດໍາເນີນຄະດີຈໍານວນໜຶ່ງຍັງບໍ່ທັນ ຄົບຖ້ວນ, ຮອບດ້ານ, ຖືກຕ້ອງ ແລະ ເຂັ້ມງວດຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ; ການຕິດຕາມກວດກາ ແລະ ການປະສານສົມທົບກັນໃນ ການແກ້ໄຂຄະດີ ຂອງບັນດາອົງ ການໃນລະບົບການດຳເນີນຄະດີ ຕາມຂະບວນຍຸຕິທຳ ຍັງບໍ່ທັນແຂງ ແຮງ; ສານປະຊາຊົນ, ສານທະ ຫານແຕ່ລະຂັ້ນຕັດສິນ ແລະ ພິພາກ ສາຄະດີໄປແລ້ວ ແຕ່ຄູ່ຄວາມຍັງຂໍ ອຸທອນ ແລະ ຂໍລົບລ້າງຈຳນວນ ບໍ່ໜ້ອຍ, ຄຳຕັດສິນຂອງສານທີ່ໃຊ້ ໄດ້ຢ່າງເດັດຂາດ ມີຈໍານວນຫລາຍ ແຕ່ການຈັດຕັ້ງປະຕິບັດຍັງຊັກຊ້າ, ບາງກໍລະນີບໍ່ສາມາດຈັດຕັ້ງປະຕິ ບັດໄດ້ຕາມກົດໝາຍ ແລະ ຄໍາຕົກ ລົງຂອງສານ; ກອງປະຊຸມຍັງໄດ້ ຮັບຟັງການຊີ້ແຈງຂອງປະທານ ສານປະຊາຊົນສູງສຸດ ກ່ຽວກັບການ ດຳເນີນຄະດີຂອງສານສາມຂັ້ນຄື: ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ ແລະ ທ່ານຫົວໜ້າອົງການໄອຍະ ການປະຊາຊົນສຸງສຸດ ໄດ້ຊີ້ແຈ້ງ ກ່ຽວກັບການນຳໃຊ້ 7 ມາດຕະການ ສະກັດກັ້ນ ຂອງອົງການສືບສວນ- ສອບສວນ ເຊິ່ງຜ່ານການພິຈາລະ ນາປະກອບຄຳເຫັນ, ກອງປະຊຸມ ໄດ້ເຫັນດີເປັນເອກະພາບຕໍ່ບົດລາຍ ງານ ແລະ ການຊີ້ແຈງຂອງສອງ ອົງການ. ພ້ອມກັນນັ້ນ, ກອງປະຊຸມຍັງ ໄດ້ສະເໜີໃຫ້ສອງອົງການນໍາໄປ ປັບປຸງ ແລະ ແກ້ໄຂໃຫ້ເປັນຮູບປະ ທໍາຫລາຍຂຶ້ນ ເຊັ່ນ: ເພີ່ມທະວີການ ໂຄສະນາເຜີຍແຜ່ກົດໝາຍທັງ 4 ສະບັບດັ່ງກ່າວ ໃຫ້ກວ້າງຂວາງ, ເລິກເຊິ່ງ, ທົ່ວເຖິງ ແລະ ແທດເໝາະ ກັບແຕ່ລະປະເພດ ເປົ້າໝາຍໃນສັງ ຄົມ; ຮີບຮ້ອນປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ຜັນ ຂະຫຍາຍບັນດາມາດຕາຂອງກົດ ໝາຍ ທີ່ກຳນົດໃຫ້ອອກເປັນນິຕິ ກຳໃຕ້ກົດໝາຍລວມທັງບັນດາ ມາດຕາ ຂອງກົດໝາຍທີ່ເຫັນວ່າມີ ຄວາມຈໍາເປັນຕ້ອງໄດ້ຜັນຂະຫຍາຍ ອອກເປັນ ຄໍາສັ່ງ ແລະ ຄໍາແນະນໍາ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງ ປະຕິບັດຕົວຈິງ ໃຫ້ມີຄວາມເປັນ ເອກະພາບ. ສ່ວນມາດຕາຂອງແຕ່ ລະກົດໝາຍ ທີ່ເຫັນວ່າບໍ່ສອດຄ່ອງ ຫລື ຊໍ້າຊ້ອນກັນ ເພື່ອເຮັດໃຫ້ບັນ ດາກົດໝາຍດັ່ງກ່າວມີເນື້ອໃນຄົບ ຖ້ວນ, ຮັດກຸມ, ຈະແຈ້ງ, ສອດຄ່ອງ, ກົມກຽວ ແລະ ສາມາດນໍາໄປຈັດ ຕັ້ງປະຕິບັດໄດ້. ສານປະຊາຊົນສູງ ສຸດ ແລະ ອົງການໄອຍະການປະຊາ ຊົນສູງສຸດ ຕ້ອງເອົາໃຈໃສ່ປັບປຸງ ກົງຈັກການຈັດຕັ້ງແຕ່ລະຂັ້ນ, ບໍາ ລຸງສ້າງພະນັກງານໃຫ້ມີຄຸນທາດ ການເມືອງ, ຄຸນສົມບັດສິນທໍາປະຕິ ວັດ, ຈັນຍາບັນ, ຈັນຍາທໍາໜັກແໜ້ນ ແລະ ສືບຕໍ່ປັບປຸງກົນໄກການດໍາເນີນ ຄະດີໃຫ້ຮັບປະກັນຄວາມຖືກຕ້ອງ, ຮອບດ້ານ, ຄົບຖ້ວນ, ພາວະວິໄສ, ມີຄວາມໂປ່ງໄສ ແລະ ເປັນທໍາ. ພ້ອມທັງຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານ, ສະ ກັດກັ້ນພະຍາດອາດຍາສິດ,ການ ສວຍໃຊ້ໜ້າທີ່ຕໍາແໜ່ງໃນການດໍາ ເນີນຄະດີ ເພື່ອຫາຜົນປະໂຫຍດ ສ່ວນຕົວ, ແກ້ໄຂຫາງສຽງ ແລະ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນ ໃຫ້ເຂັ້ມງວດ ແລະ ເດັດຂາດ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ສ ເກົາຫລີ, ພ້ອມດ້ວຍພໍ່ຄົວ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ພົງສະຫວັນ ສຸລິຈັນ ໄດ້ ໃຫ້ຮູ້ວ່າ: ການຈັດກິດຈະກຳດັ່ງ ກ່າວ, ກໍເພື່ອເປັນການແລກປ່ຽນວັດ ທະນະທຳທາງດ້ານອາຫານລະ ຫວ່າງ ສອງປະເທດລາວ-ເກົາຫລີ, ສາທິດການປຸງແຕ່ງອາຫານ ເກົາ ຫລີ ໂດຍສະເພາະແມ່ນພໍ່ຄົວຂອງ ສະຖາບັນພັດທະນາສີມືແຮງງານ ແລະ ພໍ່ຄົວທີ່ມາຈາກໂຮງແຮມ, ຮ້ານອາຫານທີ່ເປັນຄູ່ຮ່ວມງານ ຂອງສະຖາບັນພັດທະນາສີມືແຮງ ງານ. ນອກຈາກນັ້ນ, ຍັງເປັນແລກ ປ່ຽນບົດຮຽນ, ປະສົບການ ແລະ ເຕັກນິກໃນການປຸງແຕ່ງອາຫານ ເກົາຫລີ ໃຫ້ມີຄວາມແຊບຖືກຕາມ ຫລັກອະນາໄມ. ປັດຈຸບັນ, ສປປ ລາວ ມີຮ້ານອາ ຫານເກົາຫລີ ຫລາຍແຫ່ງ, ບັນດາ ຜູ້ປະກອບການຮ້ານອາຫານກໍໄດ້ ຖືເອົາເມນູອາຫານເກົາຫລີ ປະ ເພດຕ່າງໆ ປັນເມນູຫລັກໃນຮ້ານ ອາຫານຂອງຕົນ ເຊິ່ງການປຸງແຕ່ງ ຢູ່ຕາມຮ້ານອາຫານຕ່າງໆນັ້ນ ອາດ ຈະມີຄວາມແຕກຕ່າງກັນໄປຕາມ ສູດຂອງໃຜລາວ. ສະນັ້ນ, ໃນງານ ຄັ້ງນີ້ພໍ່ຄົວຈາກປະເທດເກົາຫລີ ໄດ້ນຳເອົາອາຫານ 3 ປະເພດມາ ປຸງແຕ່ງ ໃຫ້ໄດ້ຮຽນຮູ້ວິທີການປຸງ ແຕ່ງ ແລະ ຊີມລົດຊາດຂອງແຕ່ລະ ປະເພດເຊັ່ນ: ຊັບແຊ, ຕັອກປຸກກີ້ ແລະ ບູໂປຣກີ້. ຂໍ້ມູນ: ຂ່າວສານ ຮສສ

RkJQdWJsaXNoZXIy MTc3MTYxMQ==