5662

08 xtgmf]k; 37ltok c]t []== dyy ko 17/07/2023 zt]yf8trao Wireless Ultra-Wideband Ij5o.\j0v' Huawei ;k'9e|jkp1jk'gxaomk'dko.oxtgmfdex6g9p ໃນເດືອນກໍລະກົດ 2023, ຫົວເຫວີຍ ໄດ້ນໍສະເໜີ ຜະລິດຕະພັນ Wireless Ultra-Wideband ພະລັງງານສູງຮຸ່ນ ໃໝ່ຂອງ RRU5517t ເປັນຄັ້ງທໍາອິດ ຢູ່ປະເທດກໍາປູເຈຍ, ອຸປະກອນດັ່ງກ່າວ ແມ່ນພາກສ່ວນທີ່ສໍາຄັນໃນປະມວນຜົນ ສັນຍານລະບົບໂທລະສັບເຄື່ອນທີ່ ຫລື Radio Remote Unit(RRU) ເຊິ່ງ ໂມເດວນີ້ ໄດ້ຮວບຮວມເອົາຄື້ນຄວາມ ຖີ່ໃນສາມຍ່ານ ທີ່ໃຊ້ສໍາລັບການຕິດຕໍ່ສື່ ສານໄວ້ຢູ່ໃນອຸປະກອນຕົວດຽວ (ເຊິ່ງ ປົກກະຕິໃນເມື່ອກ່ອນ ອຸປະກອນໜຶ່ງຕົວ ແມ່ນຮອງຮັບໄດ້ພຽງ 1 ຍ່ານຄວາມຖີ່ ເທົ່ານັ້ນ). ສະນັ້ນ, ຈຶ່ງສາມາດຊ່ວຍປະ ຢັດພື້້ນທີ່ອຸປະກອນຂອງສະຖານີຖານ ໂທລະສັບເຄື່ອນທີ່ ໄດ້ເຖິງ 60% ເນື່ອງ ຈາກນໍາໃຊ້ອຸປະກອນພຽງຕົວດຽວ. ນອກຈາກນີ້, ຍັງເປັນການປະສົມ ປະສານຂອງລະບົບລະບາຍຄວາມ ຮ້ອນດ້ວຍອາກາດທາງນອກ ແລະ ມີ ຄວາມຍືດຍຸ່ນໃນການນໍາໃຊ້ພະລັງ ຮ່ວມກັນ ເຊິ່ງຊ່ວຍຫລຸດການໃຊ້ພະລັງ ງານໄດ້ປະມານ 30% ຊ່ວຍໃຫ້ຜູ້ປະ ກອບການດ້ານເຄືອຂ່າຍໂທລະຄົມ ສາ ມາດຍົກລະດັບຄຸນນະພາບຂອງເຄືອ ຂ່າຍ ແລະ ປະຢັດງົບປະມານໃນພາກ ສ່ວນການລົງທຶນຂອງ OPEX. ເນື່ອງຈາກຄວາມຮຽກຮ້ອງຕ້ອງ ການຂອງຜູ້ໃຊ້ງານ ແລະ ເພື່ອເປັນການ ຍົກລະດັບການໃຫ້ບໍລິການດ້ານຄຸນ ນະພາບຂອງເຄືອຂ່າຍໃຫ້ສູງຂຶ້ນ, ຜູ້ໃຫ້ ບໍລິການດ້ານໂທລະຄົມຈຶ່ງຈຳເປັນຕ້ອງ ມີການຂະຫຍາຍສັນຍານເພີ່ມຕື່ມ ເຊິ່ງ ຈະຕ້ອງເພີ່ມອຸປະກອນດັ່ງກ່າວໄປ ພ້ອມ. ຢ່າງໃດກໍຕາມ, ເສົາສັນຍານຢູ່ ສະຖານີຖານ ມີຂໍ້ຈຳກັດດ້ານພື້ນທີ່ ແລະ ຄວາມສາມາດໃນການຮັບນໍ້າໜັກຂອງ ອຸປະກອນສື່ສານ ເຊິ່ງເຮັດໃຫ້ຍາກ ຕໍ່ການຕິດຕັ້ງອຸປະກອນໃໝ່ເພີ່ມຕື່ມ, ຜ່ານມາຜູ້ໃຫ້ບໍລິການເຄືອຂ່າຍຕ້ອງ ໄດ້ຕິດຕັ້ງອຸປະກອນໜຶ່ງຕົວຕໍ່ໜຶ່ງຍ່ານ ຄວາມຖີ່(1.8 GHz, 2.1 GHz ແລະ 2.6 GHz). ແຕ່ຫົວເຫວີຍໄດ້ນໍາ ສະເໜີອຸປະກອນຮຸ່ນໃໝ່ ແລະ ເປັນຮຸ່ນ ທໍາອິດ ທີ່ສາມາດຮວບຮວມຍ່ານຄວາມ ຖີ່ວິທະຍຸສື່ສານທັງສາມຍ່ານ ເຂົ້າໄວ້ໃນ ອຸປະກອນພຽງຕົວດຽວນັ້ນກໍຄື RRU 4T4R (ສົ່ງ 4 ຮັບ 4) ຫົວເຫວີຍ ໄດ້ໃຊ້ນະວັດຕະກໍາ ultra-wide band ຄື້ນຄວາມຖີ່ວິທະຍຸ ແລະ ດ້ວຍ ນະວັດຕະກໍາທີ່ມີວິທີການດ້ານການ ເພີ່ມປະສິດທິພາບການໃຊ້ພະລັງງານ ທີ່ເໝາະສົມທີ່ສຸດ. ໂຊລູຊັນ ທີ່ສາ ມາດຮວບຮວມເອົາ 3 ຄື້ນຄວາມຖີ່ 1.8 GHz+2.1 GHz+2.6 GHz ເຂົ້າ ໄວ້ໃນອຸປະກອນຕົວດຽວນີ້ ສາມາດ ຕອບສະໜອງຄວາມຕ້ອງການ ສໍາ ລັບການນໍາໃຊ້ການຂະຫຍາຍເຄືອຂ່າຍ ໂທລະສັບເຄື່ອນທີ່ໄດ້ເຕັມຮູບແບບ. ອີງຕາມການນໍາໃຊ້ທາງການຄ້າ ຂອງຜູ້ປະກອບການໃນເຂດເອີຣົບ, ultra-wideband RRUs ມີຜົນປະ  KPL  www.kpl.gov.la     ໂຫຍດ ດັ່ງນີ້: ການໃຊ້ງານທີ່ງ່າຍດາຍ: ultrawideband RRUຂອງຫົວເຫວີຍ ຮອງຮັບການປະສານລວມກັນແບບ ສາມຄື້ນຄວາມຖີ່, ຕາມການນຳໃຊ້ທີ່ ຜ່ານມາ RRU ສອງຕົວ ຖືກນຳໃຊ້ສຳ ລັບສອງຄື້ນຄວາມຖີ່, ແຕ່ຫລັງຈາກ ນັ້ນຈໍາເປັນຈະຕ້ອງໃຊ້ RRU ພຽງຕົວ ດຽວ ສຳລັບຄື້ນຄວາມຖີ່ສາມຄື້ນ ເພື່ອ ໃຫ້ໃຊ້ງານໄດ້ຢ່າງງ່າຍດາຍ. ປະສິດທິພາບສູງ ແລະ ປະຫຍັດພະ ລັງງານ: ultra-wideband RRUs ຂອງຫົວເຫວີຍ ເປັນ wideband RRU ທີ່ແທ້ຈິງ. ໂດຍຈະລວມ PA ຂອງຄື້ນ ຄວາມຖີ່ 3 ຄື້ນເຂົ້າກັບກຸ່ມຊັບພະຍາ ກອນການໃຊ້ງານ ແລະ ໃຊ້ການແບ່ງ ປັນພະລັງງານລະຫວ່າງຄື້ນຄວາມຖີ່ 3 ຄື້ນ ທີ່ລະດັບ TTI (Transmission Time Interval). ເມື່ອປຽບທຽບກັບ RRU ຄື້ນຄວາມຖີ່ດ່ຽວຂອງ 3 ຄື້ນ, ການນໍາໃຊ້ພະລັງງານຂອງ ultrawideband RRU ສາມາດຫລຸດລົງ 30% ໃນສະຖານະການທີ່ເຫມາະສົມ. ປະສົບການການໃຊ້ງານທີ່ດີຂຶ້ນ: ດ້ວຍ ການເພີ່ມສະເປັກຂອງເຄືອຂ່າຍ, ultra-wideband RRUs ແລະ ລະ ບົບ SingleCell algorithm ທີ່ເປັນ ເອກະລັກຂອງຫົວເຫວີຍ ສາມາດປະ ສານງານຮອງຮັບໃຫ້ບໍລິການຄື້ນ ຄວາມຖີ່ຕ່ຳ ແລະ ຄື້ນຄວາມຖີ່ກາງໄດ້ ຢ່າງມີປະສິດທິພາບ ແລະ ຮອງການ ຮັບສົ່ງຂໍ້ມູນຈາກເຊວກາງ ໄປຍັງຜູ້ໃຫ້ ບໍລິການຄື້ນຄວາມຖີ່ລະດັບກາງ ເພື່ອ ໃຫ້ສາມາດຮອງຮັບບໍລິມາດການໃຊ້ ງານໄດ້, ຜູ້ໃຫ້ບໍລິການຄື້ນຄວາມຖີ່ຕໍ່າ ແມ່ນຈະມຸ່ງເນັ້ນໃຫ້ກັບການໃຫ້ບໍລິ ການຜູ້ໃຊ້ຢູ່ບໍລິເວນຂອບເຊວ, ຄຸນລັກ ສະນະນີ້ ເພີ່ມຄວາມໄວຂໍ້ມູນຂອງຜູ້ໃຊ້ ຂອບເຊວ 80% ແລະ ເພີ່ມຄວາມຈຸເຄືອ ຂ່າຍໂດຍລວມ 25%. ໃນງານຄັ້ງນີ້, ທ່ານ ຖັງ ເຈີ້ງເຊີງ ຜູ້ອຳນວຍການຝ່າຍຂາຍ wireless solution ຂອງຫົວເຫວີຍ ກໍາປູເຈຍ ໄດ້ກ່າວວ່າ: “ultra-wideband RRU5517t ພະລັງງານສູງຂອງຫົວ ເຫວີຍ ຈະຖືກນໍາໄປໃຊ້ໃນດ້ານການຄ້າ ໃນຊ່ວງໄຕມາດທີ 3 ຂອງປີ 2023 ເຊິ່ງ ຈະຊ່ວຍໃຫ້ຜູ້ປະກອບການໃນປະເທດ ກຳປູເຈຍ ຫລູດພື້ນທີ່ເສົາສັນຍານ, ປັບ ປຸງຄຸນນະພາບຂອງເຄືອຂ່າຍ ແລະ ເພີ່ມ ໂອກາດຄວາມສຳເລັດໃຫ້ກັບທຸລະກິດ, ຖືເປັນການໃຊ້ຜະລິດຕະພັນໃໝ່ນີ້ ໃນ ຂະແໜງການຄ້າຂະໜາດໃຫຍ່ເປັນຄັ້ງ ທຳອິດໃນພາກພື້ນອາຊີປາຊິຟິກ”. ທ່ານຖັງເຈີ້ງເຊີງ, ຜູ້ອຳນວຍການຝ່າຍຂາຍ Wireless solution ຂອງຫົວເຫວີຍກໍາປູເຈຍ ການນຳໃຊ້ແບບລວມເອົາ 3 ຄື້ນຄວາມຖີ່ເປັນ 1 ໂມດູນ ຊ່ວຍຫຼຸດພື້ນທີ່ເສົາສັນຍານໄດ້ຫຼາຍກວ່າ 60%, ນໍ້າໜັກລວມຂອງ RRUs ຫຼຸດລົງ 48% ແລະ ການໃຊ້ພະລັງງານຫຼຸດລົງປະມານ 30%

RkJQdWJsaXNoZXIy MTc3MTYxMQ==