ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ທ່ານ ນາງ ບົວ ຈັນພັນທະວົງ ກໍາມະການພັກແຂວງ ຫົວໜ້າພະແນກ ຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ມາເຄື່ອນໄຫວຊຸກຍູ້ວຽກງານ ຮອບດ້ານຢູ່ຫ້ອງການ ຖວທ ເມືອງ ປາກລາຍ ເພື່ອຕີລາຄາຄືນການ ຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງວຽກງານ ຖວທ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2023 ຂອງ ເມືອງປາກລາຍ. ທ່ານ ສົມພອນ ລາດມົນຕີ ຫົວໜ້າຫ້ອງການ ຖວທ ເມືອງ ປາກລາຍໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດ ການເຄື່ອນໄຫວ ວຽກງານຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ ໃນໄລຍະ ຜ່ານມາ ພ້ອມນີ້ກໍໄດ້ມີການປຶກສາ ຫາລືແລກປ່ຽນຄໍາຄິດຄໍາເຫັນ ໃສ່ ແຕ່ລະວຽກ ແຕ່ລະໜ່ວຍງານຂອງ ຫ້ອງການ ເພື່ອພ້ອມກັນຊອກໃຫ້ ເຫັນດ້ານດີທີ່ເປັນບົດຮຽນ ດ້ານ ອ່ອນຂໍ້ຄົງຄ້າງ ເພື່ອພ້ອມກັນປັບປຸງ ແລະຫາວິທີການແກ້ໄຂເປັນຕົ້ນ ແມ່ນການຄຸ້ມຄອງບັນດາເຮືອນພັກ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ ຕ່າງໆພາຍໃນເມືອງເພື່ອກຽມ ຄວາມພ້ອມໃນການຕ້ອນຮັບ ໃຫ້ແກ່ ການທ່ອງທ່ຽວ, ເອົາໃຈໃສ່ໃນການ ພັດທະນາດ້ານວຽກ ງານສື່ສານ ມວນຊົນ ເພື່ອກະຈາຍຂ່າວສານ ດ້ວຍຫລາຍຮູບຫລາຍສີ ເພື່ອແນ່ໃສ່ ເຮັດໃຫ້ວຽກງານ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຢູ່ ພາຍໃນເມືອງ ປາກລາຍ ໄດ້ຮັບການ ພັດທະນາດີຂຶ້ນໄປເລື້ອຍໆ. ໂອກາດນີ້, ທ່ານ ນາງ ບົວຈັນ ພັນທະວົງ ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ຂອງ ຖວທ ເມືອງ ທີ່ຍາດມາໄດ້ໃນໄລຍະ ຜ່ານມາ ພ້ອມທັງ ຮຽກຮ້ອງໃຫ້ ພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມ ສາມັກຄີເປັນປຶກແຜນແໜ້ນໜາ, ໃຫ້ຄະນະຫ້ອງການເອົາໃຈໃສ່ສຶກ ສາອົບຮົມການເມືອງແນວຄິດ ໃຫ້ ພະນັກງານພາຍໃນຫ້ອງການຢ່າງ ເປັນປົກກະຕິ-ຕໍ່ເນື່ອງ ໃຫ້ກໍາໄດ້ ແນວທາງນະໂຍບາຍຂອງພັກ, ລະ ບຽບກົດໜາຍຂອງລັດ, ບັນດານິຕິ ກໍາ, ທີ່ກ່ຽວຂ້ອງກັບວຽກຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ເອົາໃຈໃສ່ຄຸ້ມຄອງວຽກງານຕ່າງໆ ຮັບປະກັນວຽກງານ ຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໄດ້ ຮັບການຈັດຕັ້ງປະຕິບັດດີຂຶ້ນ. 07 xtgmf]k; gsfdko{dkorfaa mtok 17/07/2023 9exklad xjvpxk7nol6jcs]j'me,t-kf Iv'g9Qkc0;'7e,j;o 8hvoIa[ 7totz6hcmo 9kd]k-tvkok9adwm g9Qkc0;'g-dv' 8hvoIa[Iv' xtmkolkoxt-k-qoc0;'d;k'ok, ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາທີ່ຫ້ອງວ່າການແຂວງເຊ ກອງ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າ ແຂວງເຊກອງ ໄດ້ຕ້ອນຮັບ ທ່ານ ຮວິນ ວັນ ຟູ ຮອງປະທານສານປະຊາ ຊົນແຂວງກວາງນາມ ສສ ຫວຽດ ນາມ ພ້ອມຄະນະເຂົ້າຢ້ຽມຢາມ ແລະ ພົບປະໃນໂອກາດເດີນທາງມາ ເຂົ້າຮ່ວມກອງປະຊຸມພົບປະແລກ ປ່ຽນຖອດຖອນບົດຮຽນ ກັບສານປະ ຊາຊົນແຂວງເຊກອງ ປະຈໍາປີ ໃນ ລະຫວ່າງວັນທີ 13-14 ກໍລະກົດນີ້. ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ກໍໄດ້ກ່າວສະແດງຄວາມ ຕ້ອນຮັບ ແລະ ຕີລາຄາສູງຕໍ່ການ ມາຢ້ຽມຢາມ ແລະ ເຮັດວຽກຂອງ ປະທານ ຮວິນ ວັນ ຟູ ພ້ອມຄະນະ ໃນຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ຢ່າງຍິ່ງ, ເປັນການຢັ້ງຢືນ ແລະ ປະ ກອບສ່ວນເຂົ້າໃນການເພີ່ມທະວີຮັດ ແໜ້ນ, ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ, ຫວຽດນາມ-ລາວ ກໍຄື ແຂວງເຊກອງ ແລະ ແຂວງກວາງ ນາມໃຫ້ເຂົ້າສູ່ລວງເລິກ ແລະ ແໜ້ນ ແຟ້ນຍິ່ງຂຶ້ນ. ຕະຫລອດໄລຍະຜ່ານ ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ຄະນະນຳແຂວງ ຄຳມ່ວນ, ເຊິ່ງນຳໂດຍ ທ່ານ ແກ້ວອຸ ດອນ ບຸດສິງຂອນ ຮອງເຈົ້າແຂວງໆ ຄໍາມ່ວນ, ທ່ານ ດຣ. ແກ່ນຈັນ ທອງ ສະຫວັດ ຫົວໜ້າພະແນກສາທາ ລະນະສຸກແຂວງ, ທ່ານ ດຣ. ແກ້ວ ອຸດົມ ລອດທໍາມະວົງ ຜູ້ອໍານວຍ ການໂຮງໝໍແຂວງ ຕ້ອນຮັບຄະນະ ຜູ້ແທນຈາກສໍານັກພະລາຊະວັງ ມະຫາວິທະຍາໄລມະຫິດົນ ແລະ ສະຖາບັນພະບໍຣົມລາຊະນົກ ຂອງ ລາຊະອານາຈັກໄທ ນຳໂດຍທ່ານ ອະທິປັດ ໂຣດຈະນະໄພບູນ ກົງສູນ ໃຫຍ່ແຫ່ງ ລາຊະອານາຈັກໄທ ປະ ຈໍາແຂວງສະຫວັນນະເຂດ ພ້ອມ ດ້ວຍຄະນະ ໃນທ້າຍອາທິດຜ່ານມາ ທີ່ໂຮງໝໍແຂວງຄໍາມ່ວນ. ຈຸດປະສົງ ການມາຢ້ຽມຢາມ ຂອງຄະນະຜູ້ແທນສໍານັກພະລາຊະ ວັງມະຫາວິທະຍາໄລມະຫິດົນ ແລະ ສະຖາບັນພະບໍຣົມລາຊະນົກຂອງ ລາຊອານາຈັກໄທໃນຄັ້ງນີ້ ກໍເພື່ອ ຈະດໍາເນີນໂຄງການຕິດຕາມຜົນ ການຈັດຝຶກອົບຮົມເຕັກໂນໂລຊີ ທາງການແພດ ແລະ ສາທາລະນະ ສຸກສໍາລັບບຸກຄະລາກອນທາງການ ແພດຈາກ ສປປ ລາວລະຫວ່າງ ວັນທີ 10-13 ກໍລະກົດ2023 ຢູ່ແຂວງຄໍາມ່ວນ ແລະ ແຂວງສະ ຫວັນນະເຂດເພື່ອນໍາໄປພັດທະນາ ຫລັກສູດຝຶກອົບຮົມ ແລະ ພັດທະ ນາບຸກຄະລາກອນທາງການແພດ ແລະ ສາທາລະນະສຸກປີ 2024- 2028 ໃຫ້ເກີດປະສິດທິພາບ ແລະ ປະ ໂຫຍດສູງສຸດແກ່ປະຊາຊົນຂອງ ສອງປະເທດ. ພ້ອມກັນນີ້ ກໍເພື່ອເປັນ ການເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ໄທ ໂດຍສະເພາະແມ່ນການ ຊ່ວຍເຫລືອທາງດ້ານອຸປະກອນ ການແພດ ແລະ ການຍົກລະດັບຂີດ ຄວາມສາມາດດ້ານບຸກຄະລາກອນ ຂອງພະນັກງານແພດ-ໝໍຢູ່ໂຮງ ໝໍແຂວງຄໍາມ່ວນ ເພື່ອຮອງຮັບກັບ ການພັດທະນາທາງດ້ານເສດຖະ ກິດ-ສັງຄົມຂອງແຂວງໃນສະເພາະ ໜ້າ ແລະ ຍາວນານ. ທ່ານ ດຣ. ແກ້ວອຸດົມ ລອດທໍາ ມະວົງ ໄດ້ກ່າວສະແດງຄວາມຕ້ອນ ຮັບຄະນະດັ່ງກ່າວ ທີ່ໄດ້ເດີນທາງ ມາຢ້ຽມຢາມໂຮງໝໍແຂວງຄໍາມ່ວນ ໃນຄັ້ງນີ້. ພ້ອມທັງໄດ້ຍົກໃຫ້ເຫັນ ເຖິງປະຫວັດຄວາມເປັນມາ ແລະ ວິໄສທັດຂອງໂຮງໝໍແຂວງຄໍາມ່ວນ ລວມເຖິງຈຸດພິເສດ ແລະ ທີ່ຕັ້ງ ແຂວງຕະຫລອດເຖິງໂຄງຮ່າງການ ຈັດຕັ້ງ , ໂຄງປະກອບດ້ານການຈັດ ຈໍານວນພົນຂອງໂຮງໝໍແຂວງ, ແນວທາງພັດທະນາໂຮງໝໍແຂວງ, ລະບົບການປິ່ນປົວທົ່ວໄປ, ການປະ ເມີນຄຸນນະພາບ 5 ດີ 1 ພໍໃຈ, ຜົນງານ ພົ້ນເດັ່ນທີ່ຜ່ານມາ ແລະ ແຜນພັດທະ ນາໃນຕໍ່ໜ້າ. ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກໃຫ້ຮູ້ວ່າ:ພະແນກກ ະສິກຳ ແລະປ່າໄມ້ແຂວງຮ່ວມກັບຄະນະ ພັກ-ອົ ງການປົກຄອງນ ະຄອນປາກ ເຊ ໄດ້ຈັດພິທີປ່ອຍປາ ຂຶ້ນຢູ່ແມ່ ນໍ້າເຊໂດນ ບໍລິເວນທ່າວັດຫລວງ ນະ ຄອນປາກເຊ ເນື່ອງໃນໂອກາດ ສະເຫລີມສະຫລອງວັນອະນຸລັກສັດ ນ້ຳ-ສັດປ່າແລະວັນປ່ອຍປາແຫ່ງ ຊາດ ຄົບຮອບ18 ປີ( 13/7/2005 - 13/7/2023) ແລະ ວັນຄ້າຍວັນ ເກີດ ປະທານສຸພາ ນຸວົງ ຄົບຮອບ 114ປີ(13/7/1909-13/7/2023) ພ້ອມກັນນີ້, ກໍເພື່ອເປັນການຊຸກຍູ້ ສົ່ງເສີມການອະນຸລັກສັດນໍ້າ -ສັດ ປ່າ ແລະຄືນຄວາມອຸດົມສົມບູນໃຫ້ ແກ່ທຳມະຊາດ ທັງເປັນການປຸກ ລະດົມ, ປຸກຈິດສຳນຶກໃຫ້ທົ່ວປວງ ຊົນ ຫັນມາອະນຸລັກ ແລະ ເຫັນ ຄຸນຄ່າຂອງສັດນໍ້າ-ສັດປ່າ, ປ່າໄມ້ ແລະ ທຳມະຊາດ ເຊິ່ງແມ່ນພັນທະ ຂອງປວງຊົນທັງຊາດ.ປາ ທີ່ນຳມາ ປ່ອຍໃນຄັ້ງນີ້ ແມ່ນປາປາກຈໍານວນ 150.000ກວ່າໂຕແລະໃນປີ2023 ນີ້ແຂວງຈໍາປາສັກຈະປ່ອຍປາຄືນ ສູ່ທໍາມະຊາດ ໃຫ້ໄດ້3 ລ້ານໂຕ. ທ່ານບົວລີເພັດສົງຄາມໄດ້ລາຍງານ ການກະກຽມພ້ອມໃນການຈັດພິທີ ປ່ອຍປາ ພ້ອມທັງລາຍງານຄວາມ ເປັນມາ ຂອງວັງສະຫງວນປາກນໍ້າ ເຊໂດນ ແລະທົບທວນລະບຽບໃນ ການຄຸ້ມຄອງ- ປົກປັກຮັກສາໃນໄລ ຍະທີ່ຜ່ານມາ. ພ້ອມທັງຍົກໃຫ້ເຫັນ ການກະກຽມດ້ານຕ່າງໆ ເປັນຕົ້ນ ດ້ານນິຕິກໍາ, ກົນໄກ,ວິທີການ ແລະ ແຜນຈັດຕັ້ງປະຕິບັດ ເຊັ່ນ: ຂໍ້ຕົກລົງ, ຂໍ້ກໍານົດ ແລະ ລະບຽບການ ໃນການ ຄຸ້ມຄອງປົກປັກຮັກສາວັງສະຫງວນ ແຫ່ງນີ້ໄດ້ມີການກວດກາ, ທົບທວນ ປັບປຸງ ໃຫ້ມີຄວາມເໝາະສົມຂຶ້ນ ລວມທັງການເຜີຍແຜ່, ສຶກສາອົບ ຮົມ, ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ປະ ຊາຊົນ, ຄອບຄົວພະນັກງານ, ທະ ຫານ- ຕໍາຫລວດ ໃນຂອບເຂດບ້ານ ກ່ຽວຂ້ອງ ໃຫ້ພ້ອມກັນປະຕິບັດກົດ ໝາຍ ແລະ ລະບຽບການວາງອອກ ຂ່າວ: ກ່າ ຄຸດທະວົງສັກ ຂ່າວ-ພາບ: ທູນທອງໃຈ sq;|hkrtcod 4;m c0;'-5dp6h ;Pd'koIv[fhko 4;m 16jg,nv'xkd]kp ໃນພິທີຕາງໜ້າຄະນະຜູ້ແທນສໍາ ນັກພະລາຊະວັງມະຫາວິທະຍາໄລ ມະຫິດົນ ແລະ ສະຖາບັນພະບໍລົມ ລາຊະນົກຂອງລາຊະອານາຈັກ ໄທ ກໍໄດ້ມີຄໍາຄິດແລກປ່ຽນຕໍ່ການ ພົວພັນຮ່ວມມືໃນໄລຍະຜ່ານມາ ເປັນຕົ້ນແມ່ນການຊຸກຍູ້ສົ່ງເສີມ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ພະ ນັກງານແພດໝໍຂອງໂຮງໝໍແຂວງ ຄໍາມ່ວນ ໃນແຕ່ລະຂະແໜງ ເພື່ອ ຍົກລະດັບຂີດຄວາມສາມາດໃນ ການບໍລິການປິ່ນປົວຄົນໄຂ້ໃຫ້ດີຍິ່ງ ຂຶ້ນ ໂດຍສະເພາະໂຄງການສ່ວນ ພະອົງສົມເດັດພະກະນິດຖາທິລາດ ເຈົ້າ ກົມສົມເດັດພະເທບພະລັດ ຕະນະລາຊະສຸດາ ສະຍາມບໍລົມມະ ລາຊະກຸມາຣີ. ໃນໂອກາດນີ້ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ກ່າວສະແດງຄວາມ ຂອບໃຈມາຍັງທຸກພາກສ່ວນ ຂອງ ລາຊະນາອາຈັກໄທ ທີ່ໄດ້ໃຫ້ການ ຊ່ວຍເຫລືອດ້ວຍດີຕະຫລອດມາ. ພ້ອມກັນນີ້, ກໍໄດ້ຢໍ້າເຖິງມິດຕະ ພາບສາຍພົວພັນຮ່ວມມືອັນດີ ຖານ ບ້ານໃກ້ເຮືອນຄຽງ ແລະ ມີການ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍ ໃນໄລຍະຜ່ານມານີ້ທາງພາກລັດ, ອົງການຊ່ວຍເຫລືອ ລວມເຖິງບຸກ ຄົນ ແລະ ນິຕິບຸກຄົນຂອງປະເທດ ໄທ ກໍໄດ້ໃຫ້ການຊ່ວຍເຫລືອແຂວງ ຄໍາມ່ວນເຂົ້າໃນການພັດທະນາພື້ນ ຖານໂຄງລ່າງເປັນຈໍານວນບໍ່ໜ້ອຍ ເປັນຕົ້ນຂົງເຂດສາທາລະນະສຸກ ເຊິ່ງເປັນການປະກອບສ່ວນອັນສໍາ ຄັນ ແລະ ເປັນການສ້າງເງື່ອນໄຂອໍາ ນວຍຄວາມສະດວກເຂົ້າໃນວຽກ ງານປິ່ນປົວບໍລິການຄົນໄຂ້ໃຫ້ໄດ້ ຮັບໝາກຜົນທີ່ເພິ່ງພໍໃຈ ແລະ ຫວັງ ວ່າໃນຕໍ່ໜ້າທັງສອງຝ່າຍຈະໄດ້ສືບ ຕໍ່ຮັດແໜ້ນສາຍພົວພັນຮ່ວມມື, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນເພື່ອຜົນ ປະໂຫຍດ ແລະ ເພື່ອຄວາມຜາສຸກ ຂອງປະຊາຊົນສອງຊາດລາວ-ໄທ. ຢ່າງເຂັ້ມງວດ; ກະກຽມສ້າງຕັ້ງຄະ ນະກໍາມະການຄຸ້ມຄອງການປະມົງ ປະຈໍາພື້ນທີ່ແຫລ່ງນໍ້າ (ວັງສະ ຫງວນ) ຄືນໃໝ່ ເພື່ອເຮັດໜ້າທີ່ສ້າງ ແຜນການຄຸ້ມຄອງ, ປົກປັກຮັກສາ, ເຜີຍແຜ່, ສຶກສາອົບຮົມ, ຕິດຕາມ, ກວດກາ ແລະດໍາເນີນມາດຕະການ ອັນຈໍາເປັນ ເພື່ອສະກັດກັ້ນຜົນກະທົບ ຕໍ່ສັດນໍ້າ ເຊິ່ງເກີດຈາກການຫາປາ, ການທໍາລາຍຖິ່ນທີ່ຢູ່ອາໄສ, ບ່ອນ ວາງໄຂ່ ແລະ ແຫລ່ງອາຫານຂອງ ສັດນໍ້າ ໃນເຂດວັງສະຫງວນ ໃຫ້ກັບ ມາມີຄວາມອຸດົມສົມບູນຄືທີ່ຜ່ານມາ. ໂອກາດນີ້, ທ່ານ ວິໄລວົງ ບຸດດາ ຄຳ ໄດ້ຍົກໃຫ້ເຫັນປະຫວັດ,ການ ເຄື່ອນໄຫວ,ຜົນງານ,ບຸນຄຸນ,ຄຸນ ງາມຄວາມດີ ຂອງປະທານສຸພານຸ ວົງ ຜູ້ນໍາທີ່ເຄົາລົບຮັກຂອງປວງ ຊົນລາວທັງຊາດ ພ້ອມທັງຍົກໃຫ້ ເຫັນຄວາມໝາຍສໍາຄັນຂອງວັນ ອະນຸລັກສັດນໍ້າ - ສັດປ່າ ແລະວັ ນ ປ່ອຍປາແຫ່ງຊາດ ພ້ອມທັງຮຽກ ຮ້ອງໃຫ້ທຸກພາກສ່ວນໃນທົ່ວສັງຄົມ ຈົ່ງພ້ອມກັນສຸມໃສ່ປະຕິບັດໜ້າທີ່ສຳ ຄັນ ໃນການປູກຈິດສຳນຶກໃຫ້ແກ່ ນັກຮຽນ, ນັກສຶກສາ,ພະນັ ກງານ, ທະຫ ານ, ຕຳຫ ລວດ ແລະ ປະຊ າຊົ ນ ບັນດາເຜົ່າ ໃຫ້ມີສ່ວນຮ່ວມ, ເປັນ ເຈົ້າກ ານໃນກ ານປົ ກປັ ກຮັ ກສ າ, ອະ ນຸລັກຊັບພ ະຍາກອນປ່າໄມ້, ຢຸດບໍລິ ໂພກ, ຢຸດລ່າ, ຢຸດຄ້າຂາຍປາ, ສັດນໍ້າ ແລະ ສັດປ່າ ປະເພດຫວງ ຫ້າມ ທີ່ຫາຍາກ ແລະ ໃກ້ຈະສູນພັນ . ພ້ອມກັນສຸມໃສ່ສະກັດກັ້ນ ກຸ່ມຄົນ ທີ່ຫາປາແບບດັບສູນ ເຊັ່ນ: ການ ຕັນທາງຂຶ້ນ - ລົງຂອງປາ ຕາມ ຮູນໍ້າແຫລ່ງນໍ້າທຳມະຊາດ ດ້ວຍ ວິທີການເຮັດຫລີ່, ຈິບ, ລວງຂັງ , ລອບ, ໂຕ່ງ, ມອງຕາຖີ່, ນໍາໃຊ້ ອາວຸດ, ລະເບີດ, ທາດເບື່ອ, ສານ ເຄມີ, ໃຊ້ໄຟຟ້າຊ໊ອດ ແລະ ເຄື່ອງມື ອື່ນໆ ທີ່ມີລັກສະນະດັບສູນເພື່ອໃຫ້ ມີໄວ້ຕະຫລອດໄປຈົນເຖິງເຊັ່ນລູກ ເຊັ່ນຫ ລານ.ພ້ອມນີ້, ໃຫ້ຖືເອົາການ ລ້ຽງ, ການຂະຫຍາຍພັນ, ຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ, ພັດທະນາ ປາ,ສັດນໍ້າ - ສັດປ່າ ໃຫ້ມີຄວາມ ອຸດົມສົມບູນ ແລະ ຍືນຍົງ. ມາ ແຂວງເຊກອງ ແລະ ແຂວງ ກວາງນາມ ໄດ້ມີການພົວພັນຮ່ວມ ມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນ ຫລາຍຂົງເຂດວຽກງານ ເປັນຕົ້ນ ວຽກງານການສຶກສາ, ສາທາລະນະ ສຸກ, ກະສິກໍາ, ປກຊ-ປກສ ແລະ ອື່ນໆ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນສອງ ແຂວງໃຫ້ດີຂຶ້ນ. ທ່ານ ຮວິນ ວັນ ຟູ ກໍໄດ້ສະແດງ ຄວາມຂອບໃຈຕໍ່ທ່ານເຈົ້າແຂວງ ກໍຄືການນໍາແຂວງ ແລະ ສານປະ ຊາຊົນແຂວງເຊກອງ ທີ່ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ຊຶ່ງການມາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊກອງຄັ້ງນີ້ ແມ່ນເພື່ອເຂົ້າ ຮ່ວມກອງປະຊຸມພົບປະ ແລະ ແລກ ປ່ຽນຖອດຖອນບົດຮຽນລະຫວ່າງ ສານປະຊາຊົນແຂວງກວາງນາມ ສສ ຫວຽດນາມ ແລະສານປະ ຊາຊົນແຂວງເຊກອງ ສປປ ລາວ ຕາມບົດບັນທຶກຊ່ວຍຈໍາທີ່ໄດ້ເຊັນ ຮ່ວມກັນໃນເດືອນທັນວາ 2012.
RkJQdWJsaXNoZXIy MTc3MTYxMQ==