5662

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 17/07/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** g-a ola opkra fmtok]t[q [75 h ,7v'dkogda [ ]kpIa [7j kmeoP,mk' c[[gvg]a d38ioy d ຂປລ. ໃນກອງປະຊຸມສະໄໝສາ ມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ກໍລະກົດ 2023, ທ່ານ ໄຊຍະເດດ ຜຸຍຍະວົງ ສສຊ ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ໄດ້ກ່າວວ່າ: ກົດ ໝາຍວ່າດ້ວຍທະນາຄານທຸລະກິດ ມີຄວາມສຳຄັນຫລາຍ ທັງເປັນ ບ່ອນ ອີງ ໃນການຄຸ້ມຄອງເສດຖະກິດຕິດ ພັນກັບການຈັດຕັ້ງປະຕິບັດນະໂຍ ບາຍເງິນຕາຂອງ ສປປ ລາວ. ແຕ່ ໃນມາດຕາ 40 ການແລກປ່ຽນເງິນ ຕາ ສະເໜີໃຫ້ລັດຖະບານກຳນົດ ຈະແຈ້ງບັນດາມາດຖານ, ເງື່ອນໄຂ ຂອງທະນາຄານທຸລະກິດທີ່ດຳເນີນ ການແລກປ່ຽນເງິນຕາຕ້ອງຮັບ ປະກັນໃຫ້ສາມາດແລກປ່ຽນເອົາ ເງິນຕາຕ່າງປະເທດ ເພື່ອຊຳລະສະ ສາງສິນຄ້າ ບໍ່ວ່າຈະເປັນວັດຖຸດິບ ກໍຄື ວັດຖຸອຸປະກອນຮັບໃຊ້ການຜະ ລິດ ແລະ ການນຳເຂົ້າ-ສົ່ງອອກສິນ ຄ້າ ຂາຍຍົກ-ຂາຍຍ່ອຍ ຂອງບັນດາ ll- ltg|u]af4t[kocdhw0 mtok7kom5]tdyfmujc]dxjPog'oy 8k ບໍລິສັດ, ລວມທັງຫົວໜ່ວຍທຸລະ ກິດຂະໜາດໃຫຍ່ ກໍຄື ຂະໜາດ ກາງ ແລະ ຂະໜາດນ້ອຍ MSME’s ທີ່ ສປປ ລາວ ມີອັດຕາສ່ວນສູງເຖິງ 99% ຂອງຫົວໜ່ວຍທັງໝົດ. ຢ່າງໃດກໍຕາມ ໃນສະພາບປັດຈຸ ບັນ ພວກເຮົາສາມາດແລກປ່ຽນເອົາ ເງິນກີບໄດ້ແຕ່ແລກປ່ຽນເງິນຕາ ຕ່າງປະເທດບໍ່ໄດ້ ເຊິ່ງເປັນບັນຫາ ທີ່ຕ້ອງໄດ້ຮັບການແກ້ໄຂ ແລະ ຄວນກຳນົດເປັນມາດຖານເງື່ອນ ໄຂໜຶ່ງ ຂອງການດຳເນີນທຸລະກິດ ແລະ ແລກປ່ຽນເງິນຕາ. ທ່ານ ໄຊຍະເດດ ຜຸຍຍະວົງ ຍັງ ໄດ້ສະເໜີໃຫ້ແຍກການດຳເນີນ ທຸລະກິດທະນາຄານ ອອກຈາກກຸ່ມ ບໍລິສັດ ເພື່ອຮັບປະກັນຄວາມໂປ່ງ ໄສ, ຍຸຕິທຳ, ກວດສອບໄດ້ງ່າຍ ເພາະເງິນໃນລະບົບທະນາຄານທຸ ລະກິດ ມີທັງເງິນຈາກທະນາຄານ ແຫ່ງ ສປປ ລາວ ທີ່ທະນາຄານທຸລະ ກິດຢືມມາປ່ອຍກູ້ ແລະ ເງິນຝາກ ຂອງສັງຄົມ ທີ່ໝູນວຽນໃນລະບົບ ທະນາຄານ. ສະນັ້ນ, ຄວນກຳນົດ ໃຫ້ລະອຽດຈະແຈ້ງເຮັດສັງຄົມ ເພີ່ມຄວາມເຊື່ອໝັ້ນຕື່ມບໍ່ຢາກໃຫ້ ທະນາຄານທຸລະກິດ ເປັນຄືກັບທຸ ລະກິດຄອບຄົວທົ່ວໄປ; ພ້ອມນັ້ນ ສະເໜີປັບປຸງມາດຕາ 83 ເພື່ອໃຫ້ ການບໍລິຫານຈັດການທະນາຄານ ທຸລະກິດ ເປັນລັກສະນະມືອາຊີບ, ມີຜູ້ຮັບຜິດຊອບໂດຍກົງຕໍ່ໜ້າກົດ ໝາຍຫາກເກີດກໍລະນີບໍ່ເພິ່ງປາ ຖະໜາກັບທະນາຄານທຸລະກິດ; ການລົ້ມລະລາຍຂອງທະນາຄານທຸ ລະກິດ ໃດໜຶ່ງເປັນບັນຫາໃຫຍ່ຂອງ ປະເທດ ເຊິ່ງຈະສົ່ງຜົນກະທົບໃນວົງ ກວ້າງ ໃຫ້ແກ່ສັງຄົມດ້ວຍເຫດນັ້ນ ຄວນກຳນົດວິທີການແກ້ໄຂໃຫ້ຮັດ ກຸມ. ຕໍ່ກັບການແກ້ໄຂວິກິດຂອງທະ ນາຄານທຸລະກິດໃນມາດຕາ 80 ການແກ້ໄຂທະນາຄານທຸລະກິດທີ່ຢູ່ ໃນພາວະວິກິດສະເໜີໃຫ້ລັດຖະບານ ມີການແຕ່ງຕັ້ງຄະນະກຳມະການ ລະດັບຊາດ ເຊິ່ງປະກອບມີບັນດາກະ ຊວງ/ອົງການທຽບເທົ່າເຂົ້າຮ່ວມ ແນໃສ່ເຮັດໃຫ້ການແກ້ໄຂບັນຫາໄດ້ ຢ່າງຄ່ອງຕົວ ຮັບປະກັນບໍ່ໃຫ້ຜູ້ຝາກ ເງິນອັບປະໂຫຍດ. ຂ່າວ: ກິດຕາ ຂປລ. ຫ້ອງການກະຊວງການ ເງິນ ຮ່ວມກັບບໍລິສັດ ໄຊຍະສິດ ໄອທີ ທີ່ປຶກສາ ຈໍາກັດຜູ້ດຽວເຊັນສັນຍາ ວ່າດ້ວຍການພັດທະນາ ແລະ ຈັດຕັ້ງ ປະຕິບັດລະບົບຄຸ້ມຄອງການເກັບ ລາຍຮັບຄ່າທໍານຽມທາງແບບເອ ເລັກໂຕຣນິກ (RTMS) ໃນອາທິດ ຜ່ານມາໂດຍການຮ່ວມລົງນາມລະ ຫວ່າງ ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ແລະ ທ່ານ ນາງ ຈັນສຸດາ ສີສະຫວັດ ຮອງປະທານ ບໍລິສັດໄຊຍະສິດ ໄອທີ ທີ່ປຶກສາຈໍາກັດ ຜູ້ດຽວ ໂດຍມີພາກ ສ່ວນກ່ຽວຂ້ອງສອງຝ່າຍຮ່ວມເຊັນ ເປັນສັກຄີພະຍານ. ໃນພິທີ, ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາ ກອນ ໄດ້ໃຫ້ຮູ້ວ່າ: ເພື່ອແນໃສ່ຮັບປະ ກັນການເກັບລາຍຮັບລວມສູນໃນ ຂອບເຂດທົ່ວປະເທດ ດ້ວຍການນຳ ໃຊ້ເຄື່ອງມືທັນສະໄໝ ໃຫ້ມີຄວາມ ສະດວກ, ວ່ອງໄວ, ຍຸຕິທຳ, ໂປ່ງໄສ, ສາມາດກວດສອບໄດ້ ແລະ ສະຫລຸບ ລາຍງານໃຫ້ທັນກຳນົດເວລາ, ຄະ ນະຮັບຜິດຊອບການຕັ້ງປະຕິບັດ ໂຄງການ, ຄະນະນຳ ແລະ ຄະນະວິ ຊາການໄດ້ເອົາໃຈໃສ່ເຮັດວຽກ ຮ່ວມກັນໃນການພັດທະນາລະບົບ ຄຸ້ມຄອງການເກັບລາຍຮັບຄ່າທຳ ນຽມທາງແບບເອເລັກໂຕຣນິກ ຊຶ່ງ ໃຊ້ເວລານັບແຕ່ເດືອນ ມິຖຸນາ 2022 ເປັນຕົ້ນມາ ໃນການພັດທະນາລະ ບົບ ແລະ ປັດຈຸບັນ ໄດ້ສຳເລັດການ ຜັນຂະຫຍາຍລະບົບຄຸ້ມຄອງການ ເກັບລາຍຮັບຄ່າທຳນຽມທາງ ແບບເອເລັກໂຕຣນິກ (RTMS) ສ່ວຍສາອາກອນປະຈຳ 18 ແຂວງ, ສ່ວຍສາອາກອນ 148 ເມືອງ, ກອງ ຄຸ້ມຄອງພາຫະນະ ແລະ ການຂັບຂີ່ ໃນຂອບເຂດທົ່ວເທດ ແລະ ພ້ອມທັງ ຊຳລະຜ່ານລະບົບຂອງທະນາຄານ ທຸລະກິດ ໂດຍຜ່ານລະບົບ FinLink. ຜ່ານການຈັດຕັ້ງປະຕິບັດຈັດເກັບ ລາຍຮັບຄ່າທໍານຽມທາງມາຮອດ ປັດຈຸບັນ , ສາມາດຈັດເກັບຄ່າທໍາ ນຽມທາງໄດ້ປະມານ 68,8 ຕື້ກີບ, ຈໍານວນພາຫະນະ 372.159 ຄັນ, ທຽບໃສ່ແຜນການປີ 2023 ໄດ້ 55%. ທ່ານ ອາລຸນຍະເດດ ສະຣິດທິ ລາດ ຜູ້ອໍານວຍການບໍລິສັດ ໄຊ ຍະສິດ ໄອທີ ທີ່ປຶກສາຈໍາກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໃນດ້ານການພັດທະນາ ແລະ ການຈັດຕັ້ງປະຕິບັດຕົວຈິງ, ບໍລິສັດ ໄດ້ພັດທະນາລະບົບຄຸ້ມຄອງ ການຈັດເກັບຄ່າທໍານຽມທາງເອ ເລັກໂຕຣນິກແບບໃໝ່ ສໍາເລັດ ແລະ ຊ່ວຍສະໜັບສະໜູນການຜັນຂະ ຫຍາຍການນໍາໃຊ້ລະບົບດັ່ງກ່າວ ໃນຂອບເຂດທົ່ວປະເທດຮ່ວມກັບ ຄະນະຮັບຜິດຊອບຂອງກະຊວງ ການເງິນ, ໂດຍລະບົບ RTMS ສາ ມາດຮັບຊຳລະຄ່າທໍານຽມທາງ ດ້ວຍ 2 ຮູບແບບຄື: 1. ຊໍາລະຜ່ານ ລະບົບທະນາຄານໂດຍເຊື່ອມຕໍ່ຜ່ານ ລະບົບ FinLINk, 2. ຊໍາລະດ້ວຍ ເງິນສົດຜ່ານລະບົບຄັງເງິນ ແລະ ໄດ້ນໍາໃຊ້ໃບເສຍຄ່າທຳນຽມທາງ 2 ຮູບແບບຄື: ແບບແຜ່ນເຈ້ຍ (ສະ ຕິກເກີ້) ແລະ ແບບເອເລັກໂຕຣນິກ (E-Sticker) ເພື່ອເປັນເອກະສານ ຢັ້ງຢືນຕໍ່ເຈົ້າໜ້າທີ່ຜູ້ຮັບຜິດຊອບ ກວດກາ, ຜູ້ທີ່ນໍາໃຊ້ພາຫະນະສາ ມາດຊໍາລະຄ່າທໍານຽມທາງ ແລະ ຮັບເອົາສະຕິກເກີ້ໃບເສຍຄ່າທໍາ ນຽມທາງ ໄດ້ຢ່າງສະດວກສະບາຍ ໂດຍຜ່ານປ່ອງບໍລິການຂອງບັນດາ ທະນາຄານທີ່ເປັນຕົວແທນ ຫລື ເຂົ້າ ຮ່ວມໂຄງການໃນການຈັດເກັບຄ່າ ທໍານຽມທາງ, ຫ້ອງການຂະແໜງ ສ່ວຍສາອາກອນ, ຫ້ອງການກອງ ຄຸ້ມຄອງພາຫະນະ ແລະ ການຂັບ ຂີ່, ສູນກວດກາເຕັກນິກ ແລະ ຫ້ອງ ການປົກຄອງບ້ານ ໃນຂອບເຂດທົ່ວ ປະເທດ. ອອປສ ມອບຢາປົວ... ສສຊ ສະເໜີລັດຖະບານ... ໄອຍະການປະຊາຊົນສູງສຸດ ແລະ ຕາງໜ້າຮັບໂດຍ ທ່ານ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກົມໃຫຍ່ຕໍາຫລວດ ໂດຍມີ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ. ທ່ານ ບຸນທັນ ບຸນທະວິໄລ ໄດ້ ກ່າວວ່າ: ຢາປິ່ນປົວພະຍາດທີ່ນໍາ ມາມອບຄັ້ງນີ້ ແມ່ນໄດ້ຮັບການ ຊ່ວຍເຫລືອຈາກກຸ່ມບໍລິສັດ ລາວ ພັນທະມິດຟາມາ ກຣຸບ ຈຳກັດ ເຊິ່ງ ປະກອບມີ: ຢາອາລີບູເຟີນ (ແກ້ ປວດ,ຫລຸດໄຂ້), ຢາລິມິວມິກ(ຕ້ານ ອັກເສບ), ຢາປາລາຕາໂມນ (ແກ້ ປວດທົ່ວໄປ, ຫລຸດໄຂ້), ຢາປາລາ ຕາໂມນຄອມພາວ (ແກ້ໄຂ້ຫວັດ), ຢາເມັດຟໍມີນ (ປົວພະຍາດເບົາ ຫວານ), ຢາອາລີຮາຍຊ່າ (ປົວ ຄວາມດັນໃນເລືອດສູງ). ໂອກາດນີ້, ທ່ານ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ກໍໄດ້ກ່າວສະແດງ ຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ກະຊວງການເງິນ... ເປີດເທສະການ... ຄະນະບໍລິຫານ ງານພັກກະຊວງ ການເງິນ ສະໄໝທີ III ໃນວັນ ທີ 15 ກໍລະກົດ 2023 ໂດຍເນັ້ນ ໃຫ້ກະຊວງການເງິນ ສືບຕໍ່ເພິ່ມ ທະວີຄວາມສາມັກຄີພາຍໃນຄະ ນະພັກ, ຄະນະປະຈຳໃຫ້ໜັກແໜ້ນ ແລະ ມີຄວາມເປັນເອກະພາບສູງ, ເປັນໃຈກາງນຳພາເຕົ້າໂຮມຄວາມ ສາມັກຄີ ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໃນທົ່ວ ກະຊວງ ໃຫ້ເປັນປຶກແຜ່ນແໜ້ນໜາ ຍິ່ງຂຶ້ນ; ຄະນະປະຈຳພັກກະຊວງ ຕ້ອງເປັນແບບຢ່າງນຳໜ້າກວ່າໝູ່, ເປັນຫລັກແຫລ່ງທີ່ແຂງແກ່ນ ເພື່ອ ນຳພາເຕົ້າໂຮມຄວາມສາມັກຄີ ພາຍໃນຄະນະບໍລິຫານງານພັກກະ ຊວງ ແລະ ໃຫ້ເປັນກຳລັງແຮງສືບ ຕໍ່ນຳພາທົ່ວອົງຄະນະພັກກະຊວງ ສູ້ຊົນປະຕິບັດບັນດາຄາດໝາຍທີ່ ກຳນົດໄວ້ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກພວກ ສະຫາຍ ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້. ສະຫາຍ ບຸນທອງ ຈິດມະນີ ໄດ້ກ່າວ ອີກວ່າ: ຜົນຂອງການດຳ ເນີນຊີວິດການເມືອງກາງສະໄໝ ຂອງຄະນະບໍລິຫານງານພັກກະ ຊວງການເງິນຄັ້ງນີ້, ຖືເປັນຜົນສຳ ເລັດເບື້ອງຕົ້ນ ຫລື ເປັນຂໍ້ມູນພື້ນ ຖານ ທີີ່ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າສຳ ຫລວດກວດກາຄືນຕົນເອງ ໃຫ້ເລິກ ເຊິ່ງຕື່ມ ອັນໃດມີຈິງ, ອັນໃດບໍ່ມີຈິງ ຫາເກີດຂຶ້ນໃນສັງຄົມເປັນຕົ້ນ ເດັກ ລັກເຄື່ອງ, ການບັງຄັບເດັກດື່ມສິ່ງ ມຶນເມົາ ແລະ ອື່ນໆ ໜ່ວຍງານພິເສດ ດັ່ງກ່າວ ຈະຕ້ອງເຂົ້າເຖິງເດັກນ້ອຍ ເພື່ອຊ່ວຍເຫລືອຢ່າງທັນການ. ຢ່າງ ໃດກໍຕາມກ່ຽວກັບການປົກປ້ອງ ສິດ ແລະ ຜົນປະໂຫຍດຂອງເດັກ ເຫັນວ່າເນື້ອໃນຍັງບໍ່ຈະແຈ້ງຍັງບໍ່ ສະແດງໃຫ້ເຫັນເຖິງມາດຕະການ ຫລື ວິທີການສຳຄັນທີ່ຈະປົກປ້ອງ ສິດຂອງເດັກ, ລວມທັງຜົນປະ ໂຫຍດທີ່ເດັກຈະຮັບ ຈຶ່ງສະເໜີໃຫ້ ພາກສ່ວນກ່ຽວຂ້ອງຄົ້ນຄວ້າເນື້ອ ໃນຕື່ມ ເປັນຕົ້ນເດັກຈະໄດ້ຮັບຜົນປະ ໂຫຍດ ໃນການພັດທະນາທາງຮ່າງ ກາຍ ແລະ ການພັດທະນາທາງສະ ໝອງ ແລະ ອື່ນໆ. ທ່ານ ນາງ ເກສອນ ແສງຍະວົງ ກ່າວອີກວ່າ: ຮ່າງກົດໝາຍວ່າ ດ້ວຍການປົກປ້ອງສິດ ແລະ ຜົນປະ ໂຫຍດຂອງເດັກ ເຫັນວ່າເນື້ອໃນ ຫຍັງບໍ່ທັນເຈາະຈົງ ແລະ ຈະແຈ້ງ, ມີລັກສະນະກ່ຽວພັນກັບຫລາຍໆ ກົດໝາຍ ເຊັ່ນ: ກົດໝາຍປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ທີ່ສະຫະພັນແມ່ຍິງ ລາວ ເປັນຜູ້ຮັບຜິດຊອບ, ກົດໝາຍ ວ່າດ້ວຍທະບຽນຄອບຄົວທີ່ກະຊວງ ພາຍໃນຮັບຜິດຊອບ, ກົດໝາຍວ່າ ເຍົາວະຊົນທີ່ສູນກາງຊາວໜຸ່ມຮັບ ຜິດຊອບ. ພ້ອມກັນນີ້, ສສຊ ຫລາຍ ທ່ານ ຍັງໄດ້ສະເໜີໃຫ້ຄະນະຮັບຜິດຊອບ ຄົ້ນຄວ້າຕື່ມ ກ່ຽວກັບການກຳນົດວັນ ເດັກນ້ອຍແຫ່ງຊາດ ໃສ່ໃນກົດໝາຍ ການປົກປ້ອງສິດ ແລະ ຜົນປະ ໂຫຍດຂອງເດັກ, ມາດຕາ 25 ການ ສຶກສາສຳລັບເດັກທີ່ຕິດເຊື້ອພະ ຍາດຮ້າຍ ແຮງ ເດັກຄວນໄດ້ຮັບການ ປິ່ນປົວຮັກສາ ຈົນຫາຍດີ, ບັນຫາ ການປົກປ້ອງເດັກທີ່ຕິດເຊື້ອໃຫ້ສາ ມາດຢູ່ຮ່ວມກັບສັງຄົມ, ມາດຕາ 32 ທາງເລືອກສຳລັບການເບິ່ງແຍງ ແລະ ລ້ຽງເດັກ ສະເໜີໃຫ້ມີການຄົ້ນ ຄວ້າ, ປັບປຸງໃຫ້ລະອຽດຈະແຈ້ງ ກວ້າງຂວາງໃນທົ່ວໂລກ ແລະ ຍັງ ເປັນທີ່ນິຍົມຫລາຍໃນປະເທດລາວ. ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ມີໂອກາດຮຽນພາສາຈີນຢູ່ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ໃນນາມຕົວແທນຂອງນັກ ສຶກສາທຸກຄົນ, ຂ້າພະເຈົ້າຈະພະຍາ ຍາມຕັ້ງໃຈຮຽນພາສາຈີນ ໃຫ້ດີ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການເພີ່ມທະວີການແລກປ່ຽນ ວັດທະນະທໍລະຫວ່າງລາວ-ຈີນ ແລະ ຮັດ ແໜ້ນ ມິດຕະພາບລະ ຫວ່າງ ສອງປະເທດ. ໂອກາດນີ້, ທ່ານ ນາງ ຫລີຢີ່ຜິງ ຫົວໜ້າ ສູນວັດທະນະທໍາຈີນ ປະຈໍາ ລາວ ໄດ້ ມອບ ຂອງທີ່ລະນຶກດ້ານ ວັດທະນະທຳ ໃຫ້ ແກ່ ນັກຮຽນ ທຸກ ຄົນ ເພື່ອເປັນການສົ່ງກໍາລັງໃຈໃຫ້ ນັກຮຽນ ມີຄວາມພະຍາຍາມຕັ້ງ ໃຈ ຮຽນ ພາສາ ຈີນ ໃຫ້ ດີ, ເພື່ອມີ ສ່ວນຮ່ວມໃນການຊຸກຍູ້ການແລກ ປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນ ລະຫວ່າງ ອາລະຍະທຳລາວຈີນ, ຊຸກຍູ້ການພົວພັນ ລະຫວ່າງ ປະຊາຊົນ ແລະ ການເພີ່ມພູນມິດ ຕະພາບຂອງສອງຊາດ ລາວ-ຈີນ. ນັບ ແຕ່ໄດ້ສ້າງຕັ້ງສູນເປັນຕົ້ນມາ, ສູນໄດ້ຈັດຊຸດອົບຮົມຫ້ອງຮຽນພາ ສາຈີນ 30 ກວ່າຊຸດ, ມີຜູ້ເຂົ້າຮ່ວມ 800 ກວ່າຄົນ ແລະ ໄດ້ຝຶກອົບຮົມ ໃຫ້ສັງຄົມລາວຈຳນວນ ຫລວງ ຫລາຍກາຍເປັນບຸກຄົນທີ່ມີຄວາມຮູ້ ຄວາມສາມາດດ້ານພາສາຈີນ. ຂ່າວ-ພາບ: ສູນວັດທະນະທຳຈີນ ແລະ ມີສູນລ້ຽງເດັກ ເພື່ອຮອງຮັບ ໃນກໍລະນີ ບໍ່ມີຜູ້ເບິ່ງແຍ່ງດູແລເດັກ ໃຫ້ເປັນມາດຕາລະອຽດ ແນໃສ່ສ້າງ ຄວາມສະດວກໃນການຈັດຕັ້ງປະ ຕິບັດ, ມາດຕາ 38 ເດັກກະທຳຜິດ ສະເໜີໃຫ້ກຳນົດຈະແຈ້ງເຖິງວິທີ ການແກ້ໄຂ ຕາມກົດໝາຍວ່າດ້ວຍ ການດຳເນີນຄະດີເດັກ ແລະ ອື່ນໆ, ມາດຕາ 56 ຂໍ້ຫ້າມສຳລັບເດັກສະ ເໜີໃຫ້ຄົ້ນຄວ້າກ່ຽວກັບການໃຫ້ບໍລິ ການຢູ່ຫ້ອງບັນເທີງ, ເຮືອນພັກ, ໂຮງແຮມ, ຮ້ານກິນດື່ມໃນກໍລະນີ ມີເດັກໄປອອກແຮງງານ ຢູ່ສະຖານ ທີ່ດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບກົດ ໝາຍແຮງງານ. ນອກນີ້, ສສຊ ຍັງ ສະເໜີໃຫ້ປັບປຸງຄໍາສັບ ແລະ ປັບປຸງ ບາງເນື້ອໃນ ຢູ່ຫລາຍມາດຕາໃຫ້ຮັດ ກຸມກວ່າເກົ່າ ເຊັ່ນ: ມາດຕາ 1, 2, 4, 7, 10, 11, 18, 19, 21, 22, 24, 29, 36, 37, 45 ແລະ 50. ຂ່າວ: ກິດຕາ ຄະນະພັກ-ຄະນະນຳອົງການໄອຍະ ການປະຊາຊົນສູງສຸດ ທີ່ໄດ້ນຳເອົາ ຢາປິ່ນປົວພະຍາດມາມອບຕໍ່ໃຫ້ ກະຊວງປ້ອງກັນຄວາມສະຫງົບ ແລະ ເຫັນໄດ້ຄວາມສຳຄັນຕໍ່ບັນຫາ ສຸຂະພາບ ເຊິ່ງຢາດັ່ງກ່າວ, ກະຊວງ ປ້ອງກັນຄວາມສະຫງົບຈະໄດ້ຈັດ ແບ່ງໄປຍັງຄ້າຍຄຸມຂັງ-ດັດສ້າງ ເພື່ອປິ່ນປົວພະຍາດໃຫ້ແກ່ຜູ້ຖືກຫາ ແລະ ນັກໂທດ ໃນຂອບເຂດທົ່ວປະ ເທດ ໃຫ້ໄດ້ຢ່າງທົ່ວເຖິງ. ຂ່າວ-ພາບ: ອານຸສັກ ກວາງວັນ ເພື່ອເປັນເຈົ້າການປັບປຸງແກ້ໄຂ ໃຫ້ຕົກໄປ ໂດຍມີການໄຈ້ແຍກໃຫ້ ຈະແຈ້ງວ່າ ອັນໃດເປັນຄວາມຮັບ ຜິດຊອບລວມໝູ່ຄະນະຈະສຸມໃສ່ ແກ້ໄຂແນວໃດ, ອັນໃດ ແມ່ນຄວາມ ຮັບຜິດຊອບການເມືອງ ແລະ ບັນ ຫາສ່ວນຕົວຂອງແຕ່ລະສະຫາຍ ກໍພ້ອມກັນປັບປຸງແກ້ໄຂ (ປ່ຽນ ແປງ) ໃຫ້ໄດ້; ໃຫ້ມີຄວາມເຂົ້າໃຈ ຖືກຕ້ອງ ແລະ ເປັນເອກະພາບຕໍ່ ຜົນຂອງການທາບທາມ ກໍຄື ການ ປະກອບຄຳຄິດຄຳເຫັນຕຳນິສົ່ງ ຂ່າວ ຈາກພະນັກງານຫລັກແຫລ່ງ ທີ່ເຂົ້າຮ່ວມທາບທາມນັ້ນ ຖືວ່າອັນ ນັ້ນ ແມ່ນການສະແດງເຖິງຄວາມ ເປັນຫ່ວງເປັນໄຍຕໍ່ການນຳພາ ລວມຂອງຄະນະພັກ ແລະ ຕໍ່ແຕ່ລະ ສະຫາຍ ໃນຄະນະພັກກະຊວງ, ທັງ ແມ່ນການປະຕິບັດຫລັກການໃຫ້ ຂັ້ນລຸ່ມຕຳນິຕິຊົມ ແລະ ປະກອບ ຄຳເຫັນຕໍ່ຂັ້ນເທິງ ແລະ ຫລັກການ ໃຫ້ມະຫາຊົນເຂົ້າຮ່ວມການປັບ ປຸງກໍ່ສ້າງພັກ ເຊິ່ງມີທັງການປັບປຸງ ກໍ່ສ້າງລວມໝູ່ຄະນະພັກ ແລະ ບຸກ ຄົນໃນຄະນະພັກ; ການປະກອບຄຳ ເຫັນດັ່ງກ່າວ ແມ່ນຄວາມມຸ່ງຫວັງ ຂອງສະມາຊິກພັກທີ່ເປັນພະນັກ ງານຫລັກແຫລ່ງທີ່ຫວັງຢາກຮັກ ສາບົດບາດ ແລະ ຄວາມສາມາດ ນຳພາຂອງຄະນະພັກ ແລະ ຂອງ ແຕ່ລະສະຫາຍ ໃນຄະນະພັກ ເພື່ອ ໃຫ້ບັນດາສະຫາຍສືບຕໍ່ເປັນຫລັກ ແຫລ່ງ-ເປັນແບບຢ່າງ ຫລື ເປັນ ແວ່ນ ແຍ່ງທີ່ໃສແຈ້ງຂອງທົ່ວອົງ ຄະນະພັກຂອງພວກສະຫາຍ.ສະ ນັ້ນ ສະເໜີໃຫ້ບັນດາສະຫາຍນຳ ເອົາການປະກອບຄວາມຄິດຄຳ ເຫັນ ກໍຄື ການຕຳນິສົ່ງຂ່າວນັ້ນ ໄປຄົ້ນຄວ້າ-ຕຶກຕອງເບິ່ງໃຫ້ເລິກ ເຊິ່ງ, ຖີ່ຖ້ວນ, ບໍ່ຖືເບົາເຖິງວ່າຈະ ແມ່ນຫາງສຽງບໍ່ຫລາຍ ພຽງແຕ່ 1-2 ສຽງກໍຕາມ ແຕ່ອາດເປັນບັນ ຫາທີ່ພວມຮຽກຮ້ອງໃຫ້ຕິດຕາມແກ້ໄຂແຕ່ຫົວທີບໍ່ໃຫ້ບານປາຍ ຕໍ່ໄປ, ບໍ່ໃຫ້ເຂົ້າໃຈວ່າເປັນການຫາ ເລື່ອງບໍ່ຈິງໃສ່ຕົວເອງ ແລະ ອື່ນໆ. ນອກຈາກນີ້, ໃຫ້ນຳເອົາຄວາມ ຄິດຄວາມເຫັນທີ່ໝູ່ຄະນະ ແລະ ພະ ນັກງານຫລັກແຫລ່ງ ທີ່ເຂົ້າຮ່ວມ ການທາບທາມຄວາມໄວ້ວາງໃຈ ໄດ້ປະກອບຕໍ່ການນຳພາລວມ ແລະ ການປະກອບຄຳເຫັນ ກໍຄືການສະ ເໜີຂອງແຕ່ລະໜ່ວຍນັ້ນໄປຄົ້ນ ຄວ້າປັບປຸງບົດສຳຫລວດການນຳ ພາລວມຂອງຄະນະພັກ ໃຫ້ເລິກ ເຊິ່ງແທດເຖິງກັບຕົວຈິງຕື່ມ, ພ້ອມ ທັງນຳມາຄົ້ນຄວ້າປຶກສາຫາລື ແລະ ມີມາດຕະການນຳພາ-ຊີ້ນຳແກ້ໄຂ ຕົວຈິງ ໃນແຕ່ລະຂະແໜງການ; ມອບໃຫ້ກົມກວດກາ ແລະ ກົມຈັດ ຕັ້ງ-ພະນັກງານຄົ້ນຄວ້າສະຫລຸບ ສັງລວມຄວາມຄິດຄວາມເຫັນດັ່ງ ກ່າວ ແຕ່ລະບັນຫາເພື່ອໃຫ້ຄະນະ ປະຈຳພັກກະຊວງ ຊີ້ນຳແຕ່ລະພາກ ສ່ວນປັບປຸງແກ້ໄຂຕາມຄວາມຮັບ ຜິດຊອບຂອງແຕ່ລະຂະແໜງການ. ສຳລັບການປະກອບຄຳເຫັນຕໍ່ແຕ່ ລະສະຫາຍນັ້ນ ກໍໃຫ້ບັນດາສະຫາຍ ເອົາໄປຄົ້ນຄວ້າ-ກວດກາຄືນຕົນ ເອງອັນໃດມີຈິງ ກໍໃຫ້ປັບປຸງແກ້ໄຂ ໃຫ້ໄດ້, ອັນໃດບໍ່ຖືກ ຫລື ບໍ່ມີຄວາມ ຈິງ ກໍເອົາເປັນບົດຮຽນ-ເປັນການ ເຕືອນໃຫ້ມີສະຕິ ເພື່ອຫລີກເວັ້ນບໍ່ໃຫ້ ເກີດຂຶ້ນກັບຕົນເອງໃນຕໍ່ໜ້າ. ພາຍຫລັງການດຳເນີນຊີວິດ ການເມືອງເທື່ອນີ້, ໃຫ້ສືບຕໍ່ປັບປຸງ ການນຳພາຂອງຄະນະພັກ ໃຫ້ມີ ວິທະຍາສາດ-ແທດເຖິງກັບຕົວຈິງ ຫລາຍກວ່າເກົ່າ, ນຳພາຢ່າງມີຈຸດ ສຸມ, ແກ້ໄຂບັນຫາຕ່າງໆ ໃຫ້ໄວທັນການ, ເຖິງລະດັບ ແລະ ມີຜົນ ສຳເລັດຢ່າງຂາດຕົວ; ໃຫ້ເບິ່ງຄືນ ການແບ່ງງານ, ແບ່ງຄວາມຮັບຜິບ ຊອບ ນັບທັງການແບ່ງຄະນະປະ ຈຳ ຊີ້ນຳແຕ່ລະຂະແໜງການຍັງມີ ບັນຫາໃດຄວນໄດ້ປັບປຸງໃຫ້ແທດ ເໝາະ ເພື່ອສືບຕໍ່ນຳພາ-ຊີ້ນຳໃຫ້ ແທດເຖິງກວ່າເກົ່າ; ເອົາໃຈໃສ່ປັບ ປຸງແບບແຜນນຳພາ ແລະ ວິທີເຮັດ ວຽກໃຫ້ຖືກຕ້ອງຕາມຫລັກການ ນຳພາຂອງພັກ, ທຸກບັນຫາທີ່ໄດ້ ວາງອອກ-ໄດ້ຕົກລົງເປັນເອກະ ພາບຕ້ອງມີການຈັດຕັ້ງນຳພາປະ ຕິບັດຕົວຈິງ, ມີການຕິດຕາມ-ກວດ ກາ, ຊຸກຍູ້ມີການປະເມີນຜົນເປັນ ປົກກະຕິ ເພື່ອເຫັນໄດ້ອັນທີ່ເຮັດສຳ ເລັດ ແລະ ບັນຫາທີ່ຄົງຄ້າງ ເພື່ອ ປັບປຸງແກ້ໄຂໃຫ້ທັນເວລາ; ການ ນຳພາຂອງຄະນະພັກ, ຄະນະປະຈຳ ຕ້ອງມີຈຸດສຸມ, ອັນໃດຄວນສຸມໃສ່ ນຳພາແກ້ໄຂກ່ອນ ແລະ ແກ້ໄຂ ຕໍ່ໆໄປ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ຈະດຳເນີນໄປເຖິງທ້າຍປີ 2023 ໂດຍມີສາລະຄະດີກວ່າ 50 ເລື່ອງ ທີ່ໄດ້ຮັບການຄັດເລືອກ ແລະ ຈະ ຖືກສາຍໂປທົ່ວໂລກ. ທ່ານ ນາງ ສົມສະນຸກ ພັນທະວົງ, ສິດເກົ່າໂຮງຮຽນ “67” ແຂວງ ກວາງຊີ ໄດ້ ຕາງໜ້ານັກຮຽນ ໃໝ່ ໃນ ຫ້ອງ ຮຽນພາສາຈີນ HSK1 ຊຸດທີ 7 ກ່າວວ່າ: ພາສາຈີນແມ່ນ ໜຶ່ງ ໃນພາສາທີ່ມີການນຳໃຊ້ຢ່າງ

RkJQdWJsaXNoZXIy MTc3MTYxMQ==