xt-k-qo[hkocdh'ltfvd s]5frQo9kd7;k,m5dpkdc]h; xtgmf]k; 3 17/07/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ໂດຍ: ເຂົ້າຈານນໍ້າ ໂດຍ: ມາລິດາ ll- g0f 2 gvqk.9.ljcdhw07eltg|u0v'xt-k-qo * ກ່ອນຈະກ້າວສູ້ການລຶບລ້າງ ຄວາມທຸກຍາກຂອງປະຊາຊົນບ້ານ ໃດໜຶ່ງ ກໍ່ຕໍ່ເມື່ອອຳນາດການປົກ ຄອງຕ້ອງມີຄວາມເຂັ້ມແຂງ, ຮູ້ນຳ ພາຮອບດ້ານ. ຂະນະທີ່ລູກບ້ານກໍ່ຄື ປະຊາຊົນຕ້ອງເປັນເຈົ້າການຕື່ນຕົວ ຈັດຕັ້ງປະຕິບັດຕາມການນຳພາ, ເອົາໃຈໃສ່ສ້າງສາພັດທະນາເສດ ຖະກິດຄອບຄົວ, ມີຄວາມສາມັກຄີ ປອງດອງກັນພາຍໃນບ້ານເຊິ່ງກັນ ແລະ ກັນ. ເໝືອນດັ່ງບ້ານແກ້ງສະ ດອກ ເມືອງປາກຊັນ ແຂວງບໍລິຄຳ ໄຊ ແມ່ນບ້ານໜຶ່ງທີ່ອຳນາດການ ປົກຄອງໄດ້ເອົາໃຈໃສ່ນຳພາປະຊາ ຊົນພາຍໃນບ້ານສ້າງສາພັດທະນາ ເສດຖະກິດ-ສັງຄົມ ໂດຍສະເພາະ ແມ່ນການປູກ-ການລ້ຽງ, ການຄ້າ- ຂາຍທີ່ຖືກຕ້ອງຕາມແນວທາງຂອງ ພັກວາງອອກຈົນໃນທີ່ສຸດກໍ່ເຮັດ ໃຫ້ປະຊາຊົນບ້ານນີ້ ສາມາດລຶບ ລ້າງຄວາມທຸກຍາກໄດ້ 100%. ຕາມການລາຍງານຂອງ ທ່ານ ຈອມເພັດ ມິນາວົງ ນາຍບ້ານແກ້ງ ສະດອກ ໃນກອງປະຊຸມໃຫຍ່ ຄັ້ງທີ VII ຮາກຖານບ້ານເມື່ອບໍ່ດົນມານີ້ ວ່າ: ເປັນເວລາ 5 ປີ ຜ່ານມານີ້, ໄດ້ຕັ້ງໜ້າເອົາໃຈ ໃສ່ຊີ້ນຳ-ນຳພາ ປະຊາຊົນພາຍໃນບ້ານເປັນເຈົ້າ ການໃນການສ້າງສາພັດທະນາ ບ້ານຕົນ ສົ່ງຜົນເຮັດໃຫ້ຫລາຍໜ້າ ວຽກມີຄວາມຄືບໜ້າ ແລະ ປະສົບ ຜົນສຳເລັດຢ່າງເພິ່ງພໍໃຈ. ອັນພົ້ນ ເດັ່ນແມ່ນໄດ້ເຮັດໃຫ້ບ້ານມີຄວາມ ສະຫງົບ, ປະຊາຊົນມີຄວາມສາມັກ ຄີປອງດອງ ເປັນເອກະພາບສູງຕໍ່ ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງບ້ານ ເມືອງວາງອອກ, ພ້ອມນີ້ ກໍ່ເຮັດໃຫ້ ດ້ານເສດຖະກິດຂອງບ້ານມີການ ຂະຫຍາຍຕົວ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການພັດທະ ນາດີຂຶ້ນເລື້ອຍໆ ອັນສາມາດລຶບ ລ້າງຄວາມທຸກຍາກຂອງປະຊາຊົນ ໄດ້ 100%, ສະເລ່ຍລາຍຮັບຂອງ ປະຊາຊົນໄດ້ 7.500.000 ກີບຕໍ່ຄົນ ຕໍ່ປີ. ນອກຈາກນີ້, ຍັງມີກອງທຶນພັດ ທະນາບ້ານ 1,7 ຕື້ກີບ. ໃນນນັ້ນ, ມີສະມາຊິກກອງທຶນຫລາຍກວ່າ 700 ຄົນ. ທ່ານ ຈອມເພັດ ມິນາວົງ ຍັງ ກ່າວຕື່ມວ່າ: ບ້ານຕົນມີປະຊາກອນ ເກືອບ 680 ຄົນ. ໃນນັ້ນ, ຍິງ ຫລາຍກວ່າ 360 ຄົນ, ມີກວ່າ 120 ຫລັງຄາເຮືອນ, ມີຫລາຍກວ່າ 130 ຄອບຄົວ ເຊິ່ງປະຊາຊົນມີມູນເຊື້ອ ທຳການຜະລິດປູກຝັງ-ລ້ຽງສັດ, ມີເນື້ອທີ່ນາປີຫລາຍກວ່າ 180 ເຮັກ ຕາ, ສະມັດຕະພາບການຜະລິດສະ ເລ່ຍ 2,8 ໂຕນຕໍ່ເຮັກຕາ, ຢາງພາ ລາ 211 ເຮັກຕາ ທຽບໃສ່ປີຜ່ານ ມາເພີ່ມຂຶ້ນ 46 ເຮັກຕາ ແລະ ມັນ ຕົ້ນ 15 ເຮັກຕາ. ເປັນເຂົ້າຮ່ວມກອງປະຊຸມ ໃຫຍ່ຄັ້ງທີ VII ຮາກຖານບ້ານແກ້ງ ສະດອກ ໂດຍທ່ານ ວົງສີທອງສີ ອິນທິປັນຍາ ກຳມະການປະຈຳພັກ ແຂວງ ເລຂາຄະນະບໍລິຫານງານ ພັກເມືອງ ເຈົ້າເມືອງປາກຊັນ, ມີ ນາຍບ້ານ, ແຂກຖືກເຊີນ, ພະນັກ ງານກໍ່ສ້າງຮາກຖານ ພ້ອມດ້ວຍ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າ ຮ່ວມ. * ທ່ານ ທອງສີ ເສົາສຸລິພົມ ປະທານຄະນະສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງ 2, ປະທານສະພາປະຊາຊົນແຂວງ ຊຸດທີ II ແຂວງຜົ້ງສາລີ, ໄດ້ໃຫ້ຮູ້ ໂອກາດເຂົ້າຮ່ວມກອງ ປະຊຸມສະ ໄໝສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາຊຸດທີ IX ວ່າ: ສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງ ກໍ່ຄືສະມາຊິກສະພາປະຊາຊົນ ແຂວງ ໄດ້ປະຕິບັດສິດ-ໜ້າທີ່ ຂອງ ຕົນ ຢ່າງເຕັມສ່ວນ ໃນຖານະເປັນ ຕົວແທນແຫ່ງສິດ ແລະ ຜົນປະ ໂຫຍດຂອງປະຊາຊົນ ບັນດາເຜົ່າ ໂດຍໄດ້ເຄື່ອນໄຫວຈັດຕັ້ງຜັນຂະ ຫຍາຍ ແລະ ໂຄສະນາເຜີຍແຜ່ເນື້ອ ໃນຜົນສຳເລັດກອງປະຊຸມສະໄໝ ສາມັນແຕ່ລະຄັ້ງ ຂອງສະພາແຫ່ງ ຊາດ ແລະ ສະພາປະຊາຊົນແຂວງ ຕິດພັນກັບການລົງພົບປະໂອ້ລົມ ກັບພໍ່ແມ່ປະຊາຊົນຜູ້ມີສິດເລືອກ ຕັ້ງ ໄດ້ຈຳນວນ 297 ຈຸດ (ເທົ່າກັບ 66% ຂອງແຜນການ 5 ປີ), ມີ 299 ບ້ານ ເທົ່າກັບ 57% ຂອງຈຳ ນວນບ້ານໃນທົ່ວແຂວງ, ມີຈໍານວນ ຜູ້ເຂົ້າຮ່ວມ 33.358 ຄົນ, ຍິງ 14.762 ຄົນ. ຜ່ານການເຄື່ອນໄຫວ ແລະ ພົບປະປະຊາຊົນ, ການລົງ ຕິດຕາມກວດກາການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມ ຂອງແຂວງເຮັດໃຫ້ພະນັກ ງານການນໍາແຂວງ, ເມືອງ, ພະນັກ ງານ-ລັດຖະກອນ, ທະຫານ, ຕຳ ຫລວດ, ພະນັກງານບໍານານ, ແພດ ໝໍ, ຄູອາຈານ ແລະ ພໍ່ແມ່ປະຊາ ຊົນບັນດາເຜົ່າ ໄດ້ເຊື່ອມຊຶມ ແລະ ມີຄວາມຮັບຮູ້ເຂົ້າໃຈ ຕໍ່ພາລະ ບົດບາດຂອບເຂດສິດ, ໜ້າທີ່ຂອງ ອົງການນິຕິບັນຍັດ ໄດ້ຫລາຍຂຶ້ນ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນບັນ ດາເຜົ່າ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຕາມ ແນວທາງນະໂຍບາຍອັນຖືກຕ້ອງ ຂອງພັກ, ຮັບຮູ້ ແລະ ເຂົ້າໃຈແຈ້ງ ຕໍ່ສິດ ແລະ ພັນທະຂອງພົນລະເມືອງ ຕາມລັດຖະທຳມະນູນທີ່ໄດ້ກຳນົດ; ໄດ້ຮັບຟັງການປະກອບຄວາມ ເຫັນ, ຂໍ້ຂ້ອງໃຈ ແລະ ຄວາມມຸ່ງມາດ ປາຖະໜາ ຂອງຜູ້ມີສິດເລືອກຕັ້ງ ທີ່ສະເໜີໃຫ້ພັກ-ລັດຖະບານ, ອົງ ການປົກຄອງແຂວງ ນຳໄປຄົ້ນ ຄວ້າ ແລະ ປັບປຸງແກ້ໄຂເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານໃຫ້ ໄດ້ຮັບປະສິດທິພາບ, ປະສິດທິຜົນ ແລະ ນຳຜົນປະໂຫຍດລວມສູງສຸດ ມາໃຫ້ປະຊາຊົນຢ່າງແທ້ຈິງພ້ອມ ດຽວກັນກໍໄດ້ ຄົ້ນຄວ້າສ້າງແຜນ ການເຄື່ອນໄຫວການຕິດຕາມກວດ ກາ ຮ່ວມກັບຄະນະທີມງານຂອງ ສະພາແຫ່ງຊາດ ທີ່ມາເຄື່ອນໄຫວ ຕິດຕາມກວດກາ ບັນດາໂຄງການ ແລະ ການຈັດຕັ້ງປະຕິບັດວຽກງານ ຢູ່ແຂວງຜົ້ງສາລີ ຈຳນວນ 8 ຄັ້ງ; ເຄື່ອນໄຫວເກັບຂໍ້ມູນ, ສະພາບການ ຕໍ່ກັບບັນຫາສະເໜີ, ຄໍາຮ້ອງຂໍ ຄວາມເປັນທຳຂອງປະຊາຊົນ ແຂວງ ແລະ ບັນຫາຜົນກະທົບຈາກ ໂຄງການພັດທະນາ ໄດ້ຈຳນວນ 5 ຄັ້ງ; ຕິດຕາມກວດກາຊຸກຍູ້ ອົງ ການປົກຄອງແຂວງ ແລະ ພາກ ສ່ວນກ່ຽວຂ້ອງ ເພື່ອຮັບການລາຍ ງານຊີ້ແຈງ ບັນດາບັນຫາ, ຄຳສະ ເໜີ ຜ່ານໂທລະສັບສາຍດ່ວນໃນໄລ ຍະດໍາເນີນກອງປະຊຸມສະໄໝສາ ມັນຂອງສະພາແຫ່ງຊາດ ແລະ ສະ ພາປະຊາຊົນແຂວງ ຈຳນວນ 18 ຂໍ ສະເໜີ ແລະ ຄົ້ນຄວ້າສັງລວມບັນດາ ຄຳສະເໜີຂອງປະຊາຊົນ ໃນບັ້ນ ລົງຈັດຕັ້ງຜັນຂະຫຍາຍເນື້ອໃນຜົນ ສຳເລັດຂອງກອງປະຊຸມແຕ່ລະຄັ້ງ ທີ່ພົວພັນເຖິງຂັ້ນແຂວງ, ພາກສ່ວນ ກ່ຽວຂ້ອງ ຈຳນວນ 211 ຂໍ້ສະເໜີ ແລະ ໄດ້ນໍາສົ່ງໃຫ້ອົງການປົກຄອງ ແຂວງ, ພາກສ່ວນກ່ຽວຂ້ອງຄົ້ນ ຄວ້າພິຈາລະນາແກ້ໄຂ ແລ້ວຈຳ ນວນ 153 ຂໍ້; ຍັງຄ້າງຈຳນວນ 58 ຂໍ້, ໄດ້ຮັບ ແລະ ຄົ້ນຄວ້າຄຳຮ້ອງ ຂໍຄວາມເປັນທຳຂອງປະຊາຊົນ ທີ່ສະເໜີຫາສະພາປະຊາຊົນ ແຂວງ 41 ເລື່ອງ, ໄດ້ຄົ້ນຄວ້າພິຈາລະນາ ແລ້ວ 30 ເລື່ອງ, ຍັງຄ້າງ ແລະ ພວມກຳລັງຄົ້ນຄວ້າ 11 ເລື່ອງ. ຂອງທ່ານ ທອງສີ ເວົ້າຕື່ມວ່າ: ພາຍຫລັງທີ່ໄດ້ຮັບຄໍາສະເໜີຈາກ ປະຊາຊົນ ກໍບໍ່ໄດ້ນິ້ງນອນໃຈ ເພື່ອ ແກ້ໄຂບັນຫາຄໍາະເໜີສົມທົບກັບ ຄະນະປະຈຳສະພາປະຊາຊົນ ແຂວງ ຊີ້ນຳບັນດາຄະນະກຳມະ ການ ແລະ ກົງຈັກ ຕໍ່ຄະນະປະຈຳ ສະພາປະຊາຊົນແຂວງສ້າງຕັ້ງຂຶ້ນ ໃນການຄົ້ນຄວ້າ, ວິເຄາະວິໄຈ, ເກັບກໍາຂໍ້ມູນໃຫ້ລະອຽດເລິກເຊິ່ງ ເພື່ອແນໃສ່ເຮັດໃຫ້ການຄົ້ນຄວ້າ ແລະ ພິຈາລະນາຕົກລົງບັນຫາ ທີ່ສຳຄັນຂອງທ້ອງຖິ່ນ ມີຄວາມ ເປັນທໍາ, ສອດຄ່ອງຕາມລະບຽບ ກົດໝາຍຮັບປະກັນເຖິງຜົນສຳເລັດ ແລະ ປະສິດທິຜົນ, ຄະນະປະຈໍາ ສະພາປະຊາຊົນແຂວງ, ສະມາຊິກ ສະພາປະຊາຊົນແຂວງ ຕ້ອງຍົກສູງ ຄວາມເປັນເຈົ້າການໃນການຄົ້ນ ຄວ້າ, ພິຈາລະນາ ແລະ ຕົກລົງບັນ ຫາທີ່ສຳຄັນຂອງທ້ອງຖິ່ນ, ເຂົ້າ ຮ່ວມເຄື່ອນໄຫວຕິດຕາມກວດກາ ແຕ່ຫົວທີ ຕໍ່ກັບອົງການປົກຄອງ ແຂວງ ເພື່ອເປັນການເກັບກໍາສັງ ລວມບັນດາຂໍ້ມູນຕ່າງໆ ເຂົ້າໃນ ການປະກອບຄຳຄິດຄຳເຫັນ, ຂໍ້ສະເໜີ ແລະ ມາດຕະການຈັດຕັ້ງ ປະຕິບັດ ໃຫ້ອົງການປົກຄອງແຂວງ ຄົ້ນຄວ້າແກ້ໄຂ ທັນກັບສະພາບການ ຢ່າງເປັນປົກກະຕິ, ເພື່ອຮັບປະ ກັນເຖິງສິດ ແລະ ຜົນປະໂຫຍດລວມ ຂອງປະຊາຊົນ ຢ່າງແທ້ຈິງ; ຕ້ອງ ເປັນເຈົ້າການໃນການປະສານສົມ ທົບກັບອົງການປົກຄອງແຂວງ ໃນການກະກຽມເນື້ອໃນທີ່ຈະນໍາ ສະເໜີຄະນະປະຈຳສະພາປະຊາ ຊົນ ແຂວງ ຄົ້ນຄວ້າພິຈາລະນາ ໃຫ້ ຄວາມຖືກຕ້ອງສອດຄ່ອງຕາມລະ ບຽບການ ເພື່ອເຮັດໃຫ້ວຽກງານ ບໍລິຫານລັດຂັ້ນທ້ອງຖິ່ນ ໃຫ້ມີ ຄວາມໂລ່ງລ່ຽນ ແລະ ໄດ້ຮັບປະ ສິດທິຜົນສູງກວ່າເກົ່າ, ກຳນົດຈຸດ, ບ້ານເປົ້າໝາຍ ແລະ ກຳແໜ້ນບັນ ດາແນວທາງ, ນະໂຍບາຍຂອງພັກລັດ, ບັນດາເນື້ອໃນມະຕິ, ແຜນດໍາ ເນີນງານ, ບົດແນະນຳ ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍ ໂຄສະ ນາເຜີຍແຜ່ເນື້ອໃນມະຕິກອງປະ ຊຸມສະໄໝສາມັນຂອງສະພາ ແຫ່ງ ຊາດຊຸດທີ IX ແລະ ສະພາປະ ຊາຊົນຂັ້ນແຂວງ ຊຸດທີ II ຂອງບັນ ດາທ່ານສະມາຊິກສະພາແຫ່ງ ຊາດ, ສະພາປະຊາຊົນແຂວງ ທີ່ລົງ ໄປແຕ່ລະເຂດເລືອກຕັ້ງຂັ້ນເມືອງ ແມ່ນເປັນປັດໄຈຕັດສິນພື້ນຖານທໍາ ອິດ ສາມາດເຮັດໃຫ້ພໍ່ແມ່ປະຊາຊົນ ເຂົ້າໃຈແນວທາງນະໂຍບາຍຂອງ ພັກ-ລັດ ແລະ ພ້ອມທັງເຂົ້າຮ່ວມ ໃນຂະບວນການຈັດຕັ້ງປະຕິບັດ ວຽກງານໃຫ້ໄດ້ຮັບຜົນສໍາເລັດ ຕາມທິດທາງລວມຂອງນະໂຍບາຍ ຂອງພັກ-ລັດ ເທື່ອລະກ້າວ, ໃນນາມສະມາຊິກສະພາແຫ່ງ ຊາດ ໃນຖານະເປັນຕົວແທນ ຢາກ ຝາກເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ທົ່ວ ປະເທດ ເວົ້າລວມ ເວົ້າສະເພາະ ກໍ່ຄືປະຊາຊົນບັນດາເຜົ່າ ພາຍໃນ ແຂວງຜົ້ງສາລີ ສືບຕໍ່ໃຫ້ການສະ ໜັບສະໜູນ ແລະ ເປັນເຈົ້າການປະ ກອບສ່ວນເຂົ້າຮ່ວມ ແລະ ຊຸກຍູ້ ໃນການຈັດຕັ້ງປະຕິບັດວຽກງານ ຂອງສະພາປະຊາຊົນແຂວງ ໃຫ້ ໄດ້ຮັບຜົນສຳເລັດໄປເທື່ອລະກ້າວ ແລະ ໃຫ້ອົງການປົກຄອງແຂວງ, ບັນດາພະແນກການ ເປັນເຈົ້າການ ໃນການຄົ້ນຄວ້າ, ຊອກຫາມາດ ຕະການ, ວິທີການຈັດຕັ້ງປະຕິບັດ ແລະ ແກ້ໄຂບັນດາຂໍສະເໜີຂອງ ປະຊາຊົນ ທີ່ສະເໜີຜ່ານສະພາ ປະຊາຊົນແຂວງ ໃຫ້ທັນກັບໄລຍະ ເວລາ ແລະ ສອດຄ່ອງຕາມລະບຽບ ການທີ່ກົດໝາຍກໍານົດໄວ້. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==