leg]a fdv'xt-5 ,7q [7totdk'ltw\ 0v'7tot[=]ysko'korad slop ltw\mu V 7totz6hcmo]k; Ij;,dv'xt-5,]af4t,qo8u 8jk'xtgmfvk-Po da[76jIj;,g9]t9kvk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 17.07.2023 ປີທີ 22 ສະບັບທີ 5.721 rda xt-k-oq xt8;y fa]k; mu,j du Pflts'k \oA pon K j -,q g-pu dv'xt-,5 ltw\lk,oa gmnvj m u 5 0v'ltrkcs'j -kf -f5 m u IX 1kj 'lf5 .9 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 dkooe0A ol6 '0v' lxx ]k; lq j 'lko ltcf'7;k,-q ,g-u pg4y '76 j Ij ;,8ec|j ' ltrkcsj '-kf ry 9k]tokIj k'dq f\kp ;j kfh ;pdkoxq dxh v'ly f c]t zq oxt3spf0v'gfa d ltrkcsj '-kf ry 9k]tokIj k' dq f\kp;j kfh ;pdkory ,9e|j kp ຂປລ. ອົງການໄອຍະການປະ ຊາຊົນສູງສຸດ (ອອປສ) ມອບຢາ ປິ່ນປົວພະຍາດໃຫ້ກະຊວງປ້ອງກັນ ຄວາມສະຫງົບລວມມູນຄ່າ 800 ຂປລ. ໃນກອງປະຊຸມສະໄໝສາ ມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ກໍລະກົດ 2023 ນີ້ ໂດຍການເປັນປະທານ ຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ ໄດ້ຂຶ້ນສະເໜີຮ່າງ ກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກສະບັບ ປັບປຸງ ເພື່ອໃຫ້ບັນດາສະມາຊິກສະ ພາແຫ່ງຊາດ ໄດ້ຄົ້ນຄວ້າປະກອບ ຄຳຄິດເຫັນໃຫ້ມີເນື້ອໃນຄົບຖ້ວນ ແລະ ຮັດກຸມກວ່າເກົ່າ, ທັງສາມາດ ນ້ຳໃຊ້ໄດ້ຢ່າງມີປະສິດທິຜົນ ເຊິ່ງ ຮ່າງກົດໝາຍສະບັບນີ້, ປະກອບມີ ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມ ຊົມເຊີຍ ເຖິງ ທ່ານ ເປດເຕຣິ ອໍໂປ ນາຍົກລັດຖະມົນຕີ ແຫ່ງ ສາທາລະ ນະລັດ ແຟງລັງ ເນື່ອງໃນໂອກາດ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາ ແໜ່ງ ເປັນນາຍົກລັດຖະມົນຕີ ຄົນໃໝ່ ແຫ່ງ ສາທາລະນະລັດ ແຟງລັງ. ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດ ທີ່ທ່ານໄດ້ຮັບການເລືອກ ຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີ ຄົນໃໝ່ ແຫ່ງ ສາທາລະ ນະລັດ ແຟງລັງ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມ ປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງທ່ານ. ຂ້າພະເຈົ້າຫວັງວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານ ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ສອງລັດຖະບານພວກເຮົາ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການ ຮ່ວມມືເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນທົ່ວໂລກ. ສະຫາຍ ກິແກ້ວ ໄຂຄໍາພິທູນ ຂປລ. ກອງປະຊຸມຄົບຄະນະກາງ ສະໄໝຂອງ ຄະນະບໍລິຫານງານພັກ ຫ້ອງ ວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ສະໄໝທີ V ສໍາເລັດໃນຕອນ ບ່າຍ ວັນທີ 13 ກໍລະກົດ 2023 ໂດຍໃຫ້ ກຽດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການ ກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ມີສະຫາຍ ອາລຸນໄຊ ສູນນະ ລາດ ກໍາມະການສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີຄະນະບໍລິຫານງານພັກ,ພ້ອມ ດ້ວຍສະມາຊິກພັກ, ພະນັກງານທີ່ມີຕໍາ ແໜ່ງບໍລິຫານຂັ້ນຮອງຫົວໜ້າພະແນກ ຂຶ້ນໄປເຂົ້າຮ່ວມຮັບຟັງການໂອ້ລົມ. ໃນວາລະກອງປະຊຸມ, ສະຫາຍ ຄໍາລາ ທ່ານ ສະເຫລີມໄຊ ກົມມະສິດ (ຜູ້ທີ 6 ແຕ່ຊ້າຍຫາຂວາ) ທ່ານ ໄພວີ ສີບົວລິພາ 13 ພາກ, 11 ໝວດ, 82 ມາດຕາ. ໃນນັ້ນ ໄດ້ປັບປຸງ 2 ພາກ, 1 ໝວດ, 38 ມາດຕາ, ເພີ່ມໃໝ່ 5 ພາກ, 2 ຂປລ. ໃນກອງປະຊຸມສະໄໝສາ ມັນເທືອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ກໍລະກົດ 2023 ນີ້ໂດຍການເປັນປະທານ ຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ວັນສີ ກົວມົວ ຮອງລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ ໄດ້ຂຶ້ນສະ ເໜີຮ່າງກົດໝາຍ ວ່າດ້ວຍການພິມ ຈຳໜ່າຍ ສະປັບປັບປຸງ ເພື່ອໃຫ້ບັນ ດາສະມາຊິກສະພາແຫ່ງຊາດສຸມ ໃສ່ປະກອບຄຳເຫັນໃສ່ບາງໝວດ, ບາງມາດຕາ ທີ່ເຫັນວ່າເນື້ອໃນ ຍັງ ບໍ່ທັນຄົບຖ້ວນ, ຮັດກຸມເພື່ອນຳໄປ ປັບປຸງແກ້ໄຂ ເຮັດໃຫ້ຮ່າງກົດໝາຍ ທ່ານ ວັນສີ ກົວມົວ ສະບັບນີ້, ຄົບຖ້ວນ, ສົມບູນສາມາດ ນຳໄປຈັດຕັ້ງປະຕິບັດຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ. vvxl ,v[1kxq ;rtpkf .sh dt-;'xh v'da o7;k,lts'[q ກວ່າລ້ານກີບ ໃນວັນທີ 13 ກໍລະກົດ 2023, ມອບໂດຍ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການ ll- ltg|u ]a f4t[ko grj u ,,kf8tdko xq dxh v'ly f c]t zq oxt3spf0v'gfa d ຂປລ. ໃນວັນທີ 14 ກໍລະກົດ 2023 ນີ້, ພາຍຫລັງທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງ ຍຸຕິທຳ ໄດ້ຂຶ້ນສະເໜີຮ່າງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນ ປະໂຫຍດຂອງເດັກສະບັບປັບປຸງ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວໃນຫລາຍ ບັນຫາສຳຄັນຕິດພັນກັບການປົກ ປ້ອງສິດ ແລະ ຜົນປະໂຫຍດຂອງ ເດັກ ໃນ ສປປ ລາວ ເພື່ອເຮັດໃຫ້ກົດ ໝາຍສະບັບນີ້ມີເນື້ອໃນຄົບຖ້ວນ, ສົມບູນ ສາມາດນຳໄປຈັດຕັ້ງປະຕິ ບັດໃຫ້ສອດຄ່ອງກັບສະພາບຄວາມ ເປັນຈິງໃນປັດຈຸບັນ ກໍຄື ເຮັດໃຫ້ ເດັກນ້ອຍ ໃນ ສປປ ລາວໄດ້ຮັບການ ປົກປ້ອງ ແລະ ໄດ້ຮັບຜົນປະໂຫຍດ ດ້ານຕ່າງໆຢ່າງເປັນຮູບປະທຳ. ທ່ານ ນາງ ເກສອນ ແສງຍະວົງ ສສຊ ປະຈຳເຂດເລືອກຕັ້ງທີ 3 ແຂວງຫລວງນໍ້າທາ ໄດ້ມີຄຳເຫັນ ສະເໜີໃຫ້ລັດຖະບານ ກໍຄື ຂະແໜງ ການທີ່ກ່ຽວຂ້ອງ ແຕ່ງຕັ້ງໜ່ວຍ ງານພິເສດ ຫລື ມີສາຍດ່ວນ ໃນການ ຊ່ວຍເຫລືອເດັກໃນກໍລະນີມີບັນຫາ ທີ່ພົວພັນກັບເດັກສາມາດໃຫ້ການ ບໍລິການຊ່ວຍເຫລືອໄດ້ຕະຫລອດ 24 ຊົ່ວໂມງ ຍົກຕົວຢ່າງ: ຖ້າມີບັນ ຂປລ. ສູນ ວັດທະນະທໍາ ຈີນ ປະຈໍາ ສປປ ລາວ ຈັດເທສະການ ສາລະຄະດີຈີນຫົວຂໍ້ “ໜຶ່ງແລວ ໜຶ່ງ ເສັ້ນທາງ” ແລະ ພິທີເປີດຫ້ອງຮຽນ ພາສາຈີນ HSK1 ຊຸດທີ 7 ເພື່ອ ສະເຫລີມສະຫລອງຂໍ້ລິເລີ່ມ “ໜຶ່ງ ແລວ ໜຶ່ງເສັ້ນທາງ” ຄົບຮອບ 10 ປີ. ສະເພາະຢູ່ສູນວັດທະນະທຳແມ່ນ ໄດ້ສາຍສາລະຄະດີຕອນ “ທາງ ລົດໄຟລາວ-ຈີນ” ໂດຍໄດ້ຕິດຕາມ ເລື່ອງລາວຂອງຕົວລະຄອນໃນ ການກໍ່ສ້າງເສັ້ນທາງລົດໄຟລາວຈີນ, ໃນວິດີໂອໄດ້ເລົ່າເຖິງວິທີການ ສ້າງໂຄງການຂະໜາດໃຫຍ່ຂອງ ທາງລົດໄຟ ລາວ-ຈີນ ແລະ ຄວາມ ຫຍຸ້ງຍາກທີ່ເກີດຂຶ້ນໃນໄລຍະກໍ່ ສ້າງ, ເນັ້ນໃສ່ການສະທ້ອນເຖິງອິດ gxu fgmltdkolk]t7tfu 9u o |b j 'c]; |b j 'glA omk' “ “ ທິພົນ ແລະ ຄວາມສໍາຄັນໃນການກໍ່ ສ້າງຂອງໂຄງການນີ້. ກະຊວງວັດທະນະທະ ແລະ ທ່ອງທ່ຽວ, ກະຊວງການຕ່າງປະ ເທດ, ສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບສູນກາງຈີນ ຮ່ວມ ກັນຈັດກິດຈະກຳ “ເທລະການສາ ລະຄະດີຈີນ” ຫົວຂໍ້ “ໜຶ່ງແລວໜຶ່ງ ເສັ້ນທາງ ຂຶ້ນໃນເດືອນກຸມພາ ແລະ ຂປລ. ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ ປະຈໍາການຄະນະ ເລຂາທິການສູນກາງພັກ, ວັນ ຈັນທະລາວັນ ຮອງເລຂາຄະນະບໍລິຫານ ງານພັກ, ຮອງລັດ ຖະມົນຕີ, ຮອງຫົວໜ້າ ຫສນຍ ຮອງປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ຕໍ່ ກອງ ປະຊຸມ ຄົບຄະນະກາງສະໄໝຂອງ ສະຫາຍ ບຸນທອງ ຈິດມະນີ (ຊ້າຍ) dt-;'dkog'o 8h v'gru j ,mt;u 7;k,lk,a d7u rkp.o 7totra d.sh |a dc|h o ,u 7;k,gxa ogvdtrk[l6 ' y
lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 17/07/2023 xtgmf]k; ສຳເລັດກອງປະຊຸມ... ຄະນະຜູ້ແທນລາວ... ສະພາແຫ່ງຊາດ...ປົກປ້ອງສິິດ... ສະພາແຫ່ງຊາດ...ການພິມຈຳ... ການນຳຂັ້ນສູງ... ຂປລ. ວັນທີ 13 ກໍລະກົດ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ພ້ອມດ້ວຍ ຄະນະໄດ້ເຂົ້າຮ່ວມກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ເຊິ່ງປະ ກອບດ້ວຍ: ກອງປະຊຸມລັດຖະມົນ ຕີຕ່າງປະເທດອາຊຽນ-ອົດສະຕຣາ ລີ, ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ-ຈີນ, ກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ-ສ ອາ ເມລິກາ, ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ-ຍີ່ປຸ່ນ, ກອງ ປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ ເກົາຫລີ, ກອງປະຊຸມລັດ ຖະມົນຕີຕ່າງປະເທດ ອາຊຽນ-ອິນ ເດຍ, ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ນິວຊີແລນ, ກອງ ປະຊຸມລັດຖະມົນຕີຕ່າງປະເທດອາ ຊຽນ-ສະຫະພາບເອີຣົບ (ອີຢູ), ກອງປະຊຸມລັດຖະມົນຕີຕ່າງປະ ເທດ ອາຊຽນ-ການາດາ, ກອງປະ ຊຸມລັດຖະມົນຕີຕ່າງປະເທດອາ ຊຽນ-ຣັດເຊຍ, ກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ-ອັງກິດ ແລະ ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນບວກສາມ ຄັ້ງທີ 24 ຕາມລໍາດັບ. ໃນນາມ ສປປ ລາວ ເປັນປະ ເທດປະສານງານການພົວພັນອາ ຊຽນ-ອົດສະຕຣາລີ, ທ່ານ ຮອງນາ ຍົກລັດຖະມົນຕີ ສະເຫລີມໄຊ ກົມມະ ສິດ ໄດ້ເປັນປະທານກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ-ອົດ ສະຕຣາລີ ຮ່ວມກັບ ທ່ານ ນາງ ເພັນນີ ວອງ (Penny Wong)ລັດ ຖະມົນຕີຕ່າງປະເທດອົດສະຕຣາ ລີ. ກອງປະຊຸມໄດ້ຕີລາຄາສູງຕໍ່ ຄວາມຄືບໜ້າຂອງການຈັດຕັ້ງຜັນ ຂະຫຍາຍການເປັນຄູ່ຮ່ວມຍຸດທະ ສາດຮອບດ້ານອາຊຽນ-ອົດສະ ຕຣາລີ ໂດຍຜ່ານການຈັດຕັ້ງປະຕິ ບັດເອກະສານຊ້ອນທ້າຍຂອງແຜນ ປະຕິບັດງານ ອາຊຽນ-ອົດສະຕຣາ ລີ(2020-2024) ແລະ ຂໍ້ລິເລີ່ມ “ອົດສະຕຣາລີ ເພື່ອອະນາຄົດຂອງ ໄດ້ລາຍງານຜົນການດໍາເນີນຊີວິດ ການເມືອງພາຍໃນຄະນະບໍລິຫານ ງານພັກ ໃນແຕ່ລະບາດກ້າວລວມ ເຖິງຜົນການທາບທາມຄວາມໄວ້ ວາງໃຈຕໍ່ການນໍາພາລວມ ແລະ ບຸກ ຄົນ ຄະນະບໍລິຫານງານພັກ ຫສນຍ ເຊິ່ງເຫັນໄດ້ວ່າ ບັນດາສະຫາຍຄະ ນະບໍລິຫານງານພັກ ຍັງສືບຕໍ່ໄດ້ ຮັບຄວາມໄວ້ວາງໃຈຈາກບັນດາ ສະມາຊິກພັກ ແລະ ຈັດຢູ່ໃນປະ ເພດແຂງ. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍຕີລາຄາສູງຕໍ່ຜົນ ງານທີ່ຄະນະພັກ-ຄະນະນຳ ຫສນຍ ຍາດມາໄດ້ ຈາກການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ. ເຖິງວ່າຕະ ຫລອດໄລຍະ 2 ປີເຄິ່ງຜ່ານມາສະ ພາບສາກົນ, ພາກພື້ນ ແລະ ພາຍໃນ ປະເທດຈະຜະເຊີນໜ້າອຸປະສັກ ແລະ ສິ່ງທ້າທາຍທີ່ໃຫຍ່ຫລວງ ຫລາຍປະການ ໂດຍສະເພາະຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ຜົນກະທົບຈາກການແພ່ ລະບາດພະຍາດໂຄວິດ-19, ໄພພິ ບັດທາງທໍາມະຊາດ ແລະ ການລະ ບາດຂອງພະຍາດຕ່າງໆ, ແຕ່ດ້ວຍ ຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງ ບັນດາສະຫາຍຄະນະພັກ ທີ່ໄດ້ຕັ້ງ ໜ້ານຳພາຊຸກຍູ້ແຕ່ລະພາກສ່ວນ ສ້າງຂະບວນການຜັນຂະຫຍາຍ ດ້ວຍການຫັນເປັນແຜນງານ,ໂຄງ ການອັນລະອຽດ;ໄດ້ປັບປຸງແບບ ແຜນວິທີເຮັດວຽກຕາມທິດ 3 ຫັນ ຂອງ ຫສນຍ, ຄວາມສາມັກຄີພາຍ ໃນຖັນແຖວສະມາຊິກພັກ, ພະນັກ ງານໄດ້ຮັບການປັບປຸງດີຂຶ້ນ; ປະຕິ ບັດນະໂຍບາຍຕ່າງໆຕໍ່ສະມາຊິກ- ພະນັກງານຢ່າງສອດຄ່ອງ ແລະ ສົມເຫດສົມຜົນ; ສຸມໃສ່ນຳພາຊີ້ນຳ ການປະຕິບັດວຽກງານວິຊາສະ ເພາະ ກໍຄືໜ້າທີ່ການເມືອງທີ່ຖືກ ມອບໝາຍ ແລະ ອື່ນໆ ດ້ວຍຄວາມ ເປັນເຈົ້າການ. ຍ້ອນແນວນັ້ນ, ຈຶ່ງ ເຮັດໃຫ້ບັນດາອົງການຈັດຕັ້ງພັກ, ລັດ ແລະ ມະຫາຊົນຂອງ ຫສນຍ ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີຄວາມສະຫງົບ, ສະມາຊິກພັກພະນັກງານມີຄວາມຕັ້ງໜ້າກະຕືລື ລົ້ນ ແລະ ຫ້າວຫັນໃນການປະຕິບັດ ໜ້າທີ່ການເມືອງ ກໍຄື ໜ້າທີ່ວິຊາສະ ເພາະຂອງຕົນສາມາດຍາດໄດ້ຮັບ ຜົນສຳເລັດເປັນຢ່າງດີ. ພ້ອມກັນນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ຍັງໄດ້ເນັ້ນໜັກໃຫ້ຄະ ນະບໍລິຫານງານພັກ ຫສນຍ ແລະ ຜູ້ເຂົ້າຮ່ວມກອງປະຊຸມສືບຕໍ່ເອົາໃຈ ໃສ່ຕື່ມບາງບັນຫາເປັນຕົ້ນຜົນຂອງ ການດໍາເນີນຊີວິດການເມືອງເທືີ່ອ ນີ້ ຖືເປັນຜົນສໍາເລັດທີ່ສຳຄັນຫລາຍ, ເປັນຂໍ້ມູນພື້ນຖານສືບຕໍ່ຄົ້ນຄວ້າ, ສໍາຫລວດກວດກາຄືນຕົນເອງອັນ ໃດມີຄວາມຈິງ, ອັນໃດບໍ່ມີຄວາມ ຈິງ ເພື່ອເປັນເຈົ້າການປັບປຸງແກ້ ໄຂໃຫ້ຕົກໄປ ໂດຍມີການໄຈ້ແຍກ ໃຫ້ຈະແຈ້ງວ່າອັນໃດເປັນຄວາມ ຮັບຜິດຊອບລວມຂອງໝູ່ຄະນະ, ຈຸດສຸມໃນການແກ້ໄຂ, ອັນໃດເປັນ ຄວາມຮັບຜິດຊອບການເມືອງ ແລະ ບັນຫາສ່ວນຕົວຂອງແຕ່ລະສະ ຫາຍທີ່ຕ້ອງປັບປຸງແກ້ໄຂປ່ຽນ ແປງໃຫ້ໄດ້; ໃຫ້ມີຄວາມເຂົ້າໃຈຖືກ ຕ້ອງ ແລະ ເປັນເອກະພາບຕໍ່ຜົນຂອງ ການທາບທາມ ກໍຄືການປະກອບ ຄໍາຄິດເຫັນຕໍານິສົົ່ງຂ່າວຈາກສະ ມາຊິກພັກ, ພະນັກງານຫລັກແຫລ່ງ ທີ່ເຂົ້າຮ່ວມທາບທາມນັັ້ນຖືວ່າ ແມ່ນການສະແດງເຖິງຄວາມເປັນ ຫ່ວງເປັນໄຍ ຕໍ່ການນໍາພາລວມ ຂອງຄະນະພັກ ແລະ ແຕ່ລະສະຫາຍ ໃນຄະນະພັກ, ທັງແມ່ນການປະຕິ ບັດຫລັກການໃຫ້ຂັັ້ນລຸ່ມຕໍານິ, ປະ ກອບຄໍາເຫັນຕໍ່ຂັັ້ນເທິງ ແລະ ຫລັກ ການໃຫ້ມະຫາຊົນເຂົ້າຮ່ວມການ ປັບປຸງກໍ່ສ້າງພັກ, ຄະນະພັກ ແລະ ບຸກຄົນໃນຄະນະພັກ ເພື່ອໃຫ້ບັນດາ ສະຫາຍສືບຕໍ່ເປັນຫລັກແຫລ່ງ, ເປັນແບບຢ່າງ, ເປັນແວ່ນແຍງທີ່ໃສ ແຈ້ງທົ່ວອົງຄະນະພັກ; ໃຫ້ນໍາເອົາ ຄໍາຄິດເຫັນຕໍ່ການນໍາພາລວມ ແລະ ຕໍ່ແຕ່ລະສະຫາຍນັ້ນ ໄປຄົ້ນຄວ້າ ປັບປຸງບົດນໍາພາລວມຂອງຄະນະ ພັກໃຫ້ເລິກເຊິ່ງຕື່ມ. ສໍາລັບການປະ ກອບຄໍາເຫັນຕໍ່ແຕ່ລະສະຫາຍນັ້ນ ກໍໃຫ້ນຳໄປປັບປຸງແກ້ໄຂ, ອັນໃດບໍ່ ຖືກ ຫລື ບໍ່ມີຄວາມຈິງກໍ່ເອົາເປັນບົດ ຮຽນ, ເປັນການເຕືອນໃຫ້ມີສະຕິ ເພື່ອຫລີກລ່ຽງບໍ່ໃຫ້ເກີດຂຶ້ນກັບຕົນ ເອງໃນຕໍ່ໜ້າ; ພາຍຫລັງດໍາເນີນຊີ ວິດການເມືອງເທື່ອນີ້ໃຫ້ສືບຕໍ່ປັບ ປຸງການນໍາພາ ແລະ ວິທີເຮັດວຽກ ຂອງຄະນະພັກໃຫ້ມີວິທະຍາສາດ, ຖືກຕ້ອງຕາມຫລັກການ ນໍາພາຂອງ ພັກ, ແທດເຖິງກັບຕົວຈິງຫລາຍ ກວ່າເກົ່າ, ນໍາພາຢ່າງມີຈຸດສຸມ, ແກ້ ໄຂບັນຫາຕ່າງໆໃຫ້ໄວ, ທັນການ ແລະ ມີຜົນສໍາເລັດຢ່າງຂາດຕົວ; ທຸກ ບັນຫາທີ່ໄດ້ວາງອອກ ແລະ ຈັດ ຕັ້ງນໍາພາປະຕິບັດຕ້ອງມີການຕິດ ຕາມ, ກວດກາ, ຊຸກຍູ້ ແລະ ປະເມີນ ຜົນຢ່າງເປັນປົກກະຕິ ເພື່ອເຫັນໄດ້ ອັນທີ່ສໍາເລັດ ແລະ ຄົງຄ້າງເພື່ອປັບ ປຸງແກ້ໄຂໃຫ້ທັນເວລາ; ຕ້ອງປັບ ປຸງ ແລະ ເພີ່ມທະວີຄວາມສາມັກຄີ ພາຍໃນຄະນະພັກ, ຄະນະປະຈໍາພັກ ໃຫ້ໜັກແໜ້ນ ແລະ ມີຄວາມເປັນ ເອກະພາບສູງ, ເປັນໃຈກາງນໍາພາ ເຕົ້າໂຮມຄວາມສາມັກຄີໃນຖັນແຖວ ສະມາຊິກພັກ-ພະນັກງານໃຫ້ເປັນ ປຶກແຜ່ນແໜ້ນໜາຍິ່ງຂຶ້ນ; ຄະນະ ປະຈໍາພັກຕ້ອງເປັນແບບຢ່າງນໍາ ໜ້າກວ່າໝູ່ໃນທຸກດ້ານ, ເປັນຫລັກ ແຫລ່ງທີ່ແຂງແກ່ນ, ຍົກສູງນ້ຳໃຈ ເສຍສະລະ, ເດັດດ່ຽວຜ່ານຜ່າອຸປະ ສັກ ແລະ ຄວາມຫຍຸ້ງຍາກຕ່າງໆ ເພື່ອນໍາພາທົົ່ວອົງຄະນະພັກສູ້ຊົນ ປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນ ຂອງຕົນໃຫ້ບັນລຸຄາດໝາຍທີ່ວາງ ໄວ້; ສືບຕໍ່ຕິດຕາມ, ເກັບກຳສະພາບ ການເມືອງແນວຄິດຂອງສະມາຊິກ ພັກ-ພະນັກງານ, ຖືເອົາວຽກງານ ການເມືອງແນວຄິດ “ເປັນຄືສະ ໜາມຮົບໜຶ່ງ” ໂດຍເລີ່ມຈາກຫັນ ປ່ຽນດ້ານທັດສະນະ, ແນວຄິດ ດ້ວຍການຫັນວິທີຄິດແບບເກົ່າໄປ ສູ່ການປະດິດສ້າງໃໝ່; ແຂ່ງຂັນ ກັນພັດທະນາຢູ່ໃນຕົວບຸກຄົນ ຫລື ໝູ່ຄະນະ; ສ້າງແນວຄິດຕໍ່ສູ້ປົກປ້ອງ ແນວທາງຂອງພັກ, ເປັນເຈົ້າການ ຕອບໂຕ້ຕໍ່ບັນດາຖ້ອຍທໍານອງບິດ ເບືອນ, ການໂຄສະນາທັບຖົມໂຈມ ຕີຂອງອິດທິກຳລັງປໍລະປັກ ໂດຍສະ ເພາະທາງສື່ສັງຄົມອອນລາຍ; ຕ້ານ ແນວຄິດເອື່ອຍອີງ, ແນວຄິດຄອງ ຄອຍ, ຮັກສາເດີມ, ອັດຕະວິໄສ, ອາດຍາສິດ, ທັງໃຫ້ຮູ້ແກ້ໄຂຈຸດ ອ່ອນ, ຂໍ້ຂາດຕົກບົກຜ່ອງ-ຂໍ້ຄົງ ຄ້າງຕ່າງໆໃຫ້ທັນການ. ບັນຫາສໍາ ຄັນ, ຕ້ອງເຮັດວຽກງານນໍາພາແນວ ຄິດຂອງສະມາຊິກພັກ, ພະນັກງານ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີ ຄວາມໜັກແໜ້ນ ແລະ ມີຄວາມເຂົ້າ ໃຈຕໍ່ກັບສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ພ້ອມກັນສູ້ຊົນຜ່ານຜ່າດ້ວຍການປະ ຕິບັດໜ້າທີ່ການເມືອງຂອງຕົນຢ່າງ ຕັ້ງໜ້າ; ສືບຕໍ່ເພີ່ມທະວີການປັບປຸງ ການຈັດຕັ້ງໃຫ້ປອດໃສ, ໜັກແໜ້ນ, ເຂັ້ມແຂງ, ແທດເໝາະກັບເງື່ອນໄຂ ໃນສະພາບແວດລ້ອມ ໃໝ່ ແລະ ສາ ມາດປະຕິບັດສຳເລັດໜ້າທີ່ການ ເມືອງຂອງຕົນ; ປະຕິບັດສິດອໍານາດ ຖືກຕ້ອງຕາມກົດໝາຍ ແລະ ລະ ບຽບການຕ່າງໆທີ່ວາງອອກຢ່າງ ເຂັ້ມງວດ. ສຳລັບວຽກ ຫສນຍ ແມ່ນໃຫ້ ສືບຕໍ່ເພີ່ມທະວີການນຳພາ-ຊີ້ນຳ ການປະຕິບັດພາລະບົດບາດຂອງ ຕົນຕາມຄຳຂວັນ 3 ດີ (ເປັນເສນາ ທິການທີ່ດີ, ປະສານງານດີ ແລະ ບໍລິ ການຮັບໃຊ້ດີ), ຕາມທິດ 3 ຫັນຄື: ຫັນປ່ຽນຈາກແນວຄິດຄອງຄອຍ, ລໍຖ້າຄຳສັ່ງ, ລັງເລໄປສູ່ຄວາມເປັນ ເຈົ້າການກວ່າເກົ່າ; ຫັນປ່ຽນຈາກ ການເຮັດວຽກບໍ່ມີແຜນການທີ່ຮັດ ກຸມໄປສູ່ການເຮັດວຽກຢ່າງມີລະ ບົບ, ມີລະບອບ, ມີລະບຽບ, ມີຈຸດ ສຸມ ແລະ ຄາດໝາຍທີ່ຊັດເຈນ; ຫັນປ່ຽນ ຈາກລະບົບເຮັດວຽກມີຫລາຍຂັ້ນ ຫລາຍຂອດໄປສູ່ລະບົບການເຮັດ ວຽກທີ່ສະດວກ, ວ່ອງໄວ, ຖືກຕ້ອງ ແລະ ທັນສະໄໝກວ່າເກົ່າ ເພື່ອຮັບ ປະກັນຄວາມຖືກຕ້ອງ ແລະ ໂປ່ງໄສ ໃຫ້ແກ່ລັດຖະບານ ກໍຄື ນາຍົກ-ບັນ ດາຮອງນາຍົກລັດຖະມົນຕີໃນການ ພິຈາລະນາຕົກລົງແລະ ຕັດສິນບັນ ຫາຢ່າງມີປະສິດທິພາບ ແລະ ນໍາຜົນ ປະໂຫຍດມາສູ່ປະເທດຊາດ. ຂ່າວ-ພາບ: ກົມປະຊາສໍາພັນ, ຫສນຍ ອາຊຽນ” (Aus4ASEAN Futures). ພ້ອມນີ້, ກອງປະຊຸມຍັງໄດ້ ເຫັນດີຮ່ວມກັນໃນການເລີ່ມຮ່າງ ແຜນປະຕິບັດງານ ອາຊຽນ-ອົດສະ ຕຣາລີ ສະບັບໃໝ່ (2025-2029) ເພື່ອຈັດຕັ້ງຜັນຂະຫຍາຍຄູ່ຮ່ວມ ຍຸດທະສາດຮອບດ້ານອາຊຽນອົດສະຕຣາລີ. ພິເສດ, ສອງຝ່າຍ ໄດ້ເຫັນດີຈັດກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄໝພິເສດ ເພື່ອສະເຫລີມສະຫລອງ 50 ປີ ແຫ່ງການພົວພັນຮ່ວມມືອາຊຽນອົດສະຕຣາລີ ໃນວັນທີ 4-6 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ. ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ-ອິນເດຍ ໄດ້ຮັບຮອງ ເອົາເອກະສານຊ້ອນທ້າຍຂອງ ແຜນປະຕິບັດງານອາຊຽນ-ອິນເດຍ (2021-2025) ເພື່ອຈັດຕັ້ງຜັນ ຂະຫຍາຍການເປັນຄູ່ຮ່ວມຍຸດທະ ສາດຮອບດ້ານ ລະຫວ່າງ ອາຊຽນ ແລະ ອິນເດຍ ແນໃສ່ສົ່ງເສີມການ ພົວພັນຮ່ວມມືອາຊຽນ-ອິນເດຍ ໃນ ອະນາຄົດ. ນອກນັ້ນ, ກອງປະຊຸມ ໄດ້ຊຸກຍູ້ການຈັດຕັ້ງປະຕິບັດບັນ ດາ ໂຄງການຮ່ວມມືດ້ານການເຊື່ອມ ຈອດຕ່າງໆ ໃຫ້ເປັນຮູບປະທໍາເປັນ ຕົ້ນ ໂຄງການທາງດ່ວນສາມຝ່າຍ ອິນເດຍ-ມຽນມາ-ໄທ ແລະ ການຂະ ຫຍາຍທາງດ່ວນດັ່ງກ່າວເພື່ອເຊື່ອມ ຕໍ່ມາຍັງ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ ໃຫ້ສໍາເລັດໂດຍໄວ. ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ-ນິວຊີແລນ ໄດ້ຮັບ ຮອງເອົາຖະແຫລງການຮ່ວມ ອາ ຊຽນ-ນິວຊີແລນ ວ່າດ້ວຍການຮ່ວມ ມືພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ (AOIP) ແລະ ໄດ້ຊຸກຍູ້ໃຫ້ເລັ່ງລັດຂະບວນ ການພາຍໃນ ເພື່ອໃຫ້ສາມາດລົງ ນາມອານຸສັນຍາ ສະບັບທີ 2 ເພື່ອຍົກ ລະດັບການຄ້າເສລີ ອາຊຽນ-ອົດ ສະຕຣາລີ-ນິວຊີແລນ (AANZFTA) ພາຍໃນປີນີ້. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ລັດເຊຍ ໄດ້ທົບ ທວນຄືນການພົວພັນຮ່ວມມືອາ ຊຽນ-ລັດເຊຍ ໃນໄລຍະ 1 ປີ ທີ່ຜ່ານ ມາ ກໍຄື ຄວາມຄືບໜ້າຂອງການຈັດ ຕັ້ງປະຕິບັດແຜນປະຕິບັດງານ ຮອບດ້ານ ເພື່ອຈັດຕັ້ງຜັນຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດອາ ຊຽນ-ລັດເຊຍ(2021-2025). ພິເສດ, ສອງຝ່າຍໄດ້ຮັບຮອງເອົາຖະ ແຫລງການຮ່ວມ ເນື່ອງໃນໂອກາດ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມ ຍຸດທະສາດລະຫວ່າງອາຊຽນ ແລະ ລັດເຊຍ ແລະ ຍິນດີຕໍ່ຂໍ້ສະເໜີຂອງ ລັດເຊຍ ເພື່ອຈັດບັນດາກິດກະກໍາ ສະເຫລີມສະຫລອງໃນໂອກາດສໍາ ຄັນດັ່ງກ່າວ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີຮ່ວມກັນກໍານົດທິດທາງ ການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ ບັນດາຂົງເຂດບຸລິມະສິດ ເປັນຕົ້ນ ການຄ້າ-ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຊີ, ການທ່ອງທ່ຽວ, ການສຶກສາ ແລະ ຂົງເຂດອື່ນໆທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນ. ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ-ຈີນ ໄດ້ຕີລາຄາສູງຕໍ່ ຄວາມຄືບໜ້າຂອງການຈັດຕັ້ງປະ ຕິບັດແຜນປະຕິບັດງານ ເພື່ອຈັດຕັ້ງ ຜັນຂະຫຍາຍການເປັນຄູ່ຮ່ວມຍຸດ ທະສາດ ອາຊຽນ-ຈີນ ແລະ ເອກະ ສານຊ້ອນທ້າຍ ເພື່ອເສີມຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດຮອບ ດ້ານອາຊຽນ-ຈີນ. ໃນໂອກາດນີ້, ສອງຝ່າຍໄດ້ຮັບຮອງເອົາຖະແຫລງ ການຮ່ວມກ່ຽວກັບການເຂົ້າເປັນພາ ຄີສົນທິສັນຍາໄມຕີຈິດ ແລະ ການ ຮ່ວມມືໃນອາຊີຕາເວັນອອກສ່ຽງ ໃຕ້ ໃນໂອກາດຄົບຮອບ 20 ປີ ຂອງ ສປ ຈີນ ແລະ ລະບຽບການ ເພື່ອເລັ່ງ ລັດການເຈລະຈາກົດແຫ່ງການປະ ພຶດ ຫລື ຊີໂອຊີ ຢ່າງມີປະສິດທິພາບ ແລະ ມີເນື້ອໃນ. ກອງປະຊຸມໄດ້ຮັບ ຊາບຄວາມຄືບໜ້າຂອງການເຈລະ ຈາບັນດາຖະແຫລງການຮ່ວມທີ່ ຈະຮັບຮອງເອົາຢູ່ໃນກອງປະຊຸມ ສຸດຍອດ ອາຊຽນ-ຈີນ ຄັ້ງທີ 26 ໃນເດືອນກັນຍາ 2023 ນີ້. ພ້ອມນີ້, ກອງປະຊຸມ ຍັງໄດ້ສະແດງຄວາມ ຊົມເຊີຍຕໍ່ຜົນສໍາເລັດຂອງການເຈ ລະຈາຊີໂອຊີ ຮອບທີ່ສອງ, ລວມ ທັງຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດຖະແຫລງການແຫ່ງການ ປະພຶດຂອງບັນດາຝ່າຍຢູ່ທະເລຈີນ ໃຕ້ ຫລື ດີໂອຊີ. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ຍີ່ປຸ່ນ ໄດ້ເຫັນດີ ດ້ານຫລັກການ ເພື່ອຮັບຮອງເອົາຖະ ແຫລງການຮ່ວມ ວ່າດ້ວຍການສ້າງ ຕັ້ງຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຍີ່ປຸ່ນ ໃນໂອກາດກອງປະ ຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 26 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2023. ພ້ອມນີ້, ກອງປະຊຸມໄດ້ເຫັນ ດີເຮັດວຽກຮ່ວມກັນ ເພື່ອກະກຽມໃຫ້ ແກ່ກອງປະຊຸມສຸດຍອດສະເຫລີມ ສະຫລອງການພົວພັນຮ່ວມມືອາ ຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແຫ່ງມິດ ຕະພາບ ແລະ ການຮ່ວມມື ຊຶ່ງຈະ ຈັດຂຶ້ນໃນວັນທີ 16-18 ທັນວາ 2023, ທີ່ໂຕກຽວ, ຍີ່ປຸ່ນ. ກອງປະຊຸມລັດຖະມົນຕີຕ່າງປະ ເທດ ອາຊຽນ-ສ. ເກົາຫລີ ໄດ້ສະ ແດງຄວາມຍິນດີຕໍ່ແຜນຂອງ ສ ເກົາຫລີ ເພື່ອເພີ່ມການປະກອບ ສ່ວນງົບປະມານ ເປັນເງິນຈໍານວນ 48 ລ້ານໂດລາສະຫະລັດ ເຂົ້າໃນບັນ ດາກອງທຶນການຮ່ວມມືອາ ຊຽນ-ສ ເກົາຫລີ ຈົນຮອດປີ 2027 ແນໃສ່ ຈັດຕັ້ງປະຕິບັດບັນດາແຜນການ ຮ່ວມມືໃນຕໍ່ໜ້າ ພາຍໃຕ້ຂໍ້ລິເລີ່ມ ວ່າດ້ວຍຄວາມສາມັກຄີ ເກົາຫລີ- ອາຊຽນ(KASI). ພ້ອມນີ້, ອາຊຽນ ໄດ້ເຫັນດີຕໍ່ການສະເໜີຂອງ ສ ເກົາຫລີ ເພື່ອຍົກລະດັບການພົວພັນ ການຮ່ວມມືອາຊຽນ-ສ ເກົາຫລີ ຂຶ້ນ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນໂອກາດກອງປະຊຸມສຸດຍອດ ອາ ຊຽນ-ສ ເກົາຫລີ ຄັ້ງທີ 24 ທີ່ຈະ ຈັດຂຶ້ນໃນເດືອນກັນຍາ 2023. ກອງປະຊຸມລັດຖະມົນຕີຕ່າງປະ ເທດ ອາຊຽນ-ອີຢູ ໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ຖະແຫລງການຜູ້ນໍາຮ່ວມຂອງກອງ ປະຊຸມສຸດຍອດສະເຫລີມສະຫລອງ ການພົວພັນອາຊຽນ-ອີຢູ ຄົບຮອບ 45 ປີ ໃນທ້າຍປີ 2022 ທີ່ຜ່ານມາ ແລະ ໄດ້ເຫັນດີຮັດແໜ້ນການຮ່ວມມື ໃນຂົງເຂດການເຊື່ອມຈອດພາກ ພື້ນ, ການຄ້າ, ການລົງທຶນ, ການໄປ ມາຫາສູ່ກັນລະຫວ່າງປະຊາຊົນ, ສິ່ງແວດລ້ອມ ແລະ ການປ່ຽນແປງ ດິນຟ້າອາກາດ. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ອັງກິດ ໄດ້ທົບທວນ ຄືນການຮ່ວມມືອາຊຽນ-ອັງກິດ ໃນ ໄລຍະ 1 ປີທີ່ຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນປະຕິບັດ ງານການຮ່ວມມືອາຊຽນ-ອັງກິດ (2022-2026) ແລະ ໄດ້ຊຸກຍູ້ໃຫ້ ສືບຕໍ່ການຈັດຕັ້ງປະຕິບັດແຜນປະຕິ ບັດງານດັ່ງກ່າວ ຢ່າງມີປະສິດຕິ ພາບ ແລະ ຄົບຖ້ວນ ໂດຍເນັ້ນໃສ່ຂົງ ເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການພັດທະນາພື້ນຖານໂຄງລ່າງ, ການເຊື່ອມຈອດ, ການສຶກສາ ແລະ ການໄປມາ ຫາສູ່ກັນລະຫວ່າງປະ ຊາຊົນຂອງສອງພາກພື້ນ. ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ-ການາດາ ໄດ້ເຫັນ ດີຈັດກອງປະຊຸມສຸດຍອດອາຊຽນ- ການາດາ ໃນເດືອນກັນຍາ 2023, ລວມທັງການປະກາດການຍົກລະ ດັບການພົວພັນຮ່ວມມືອາຊຽນການາດາ ຂຶ້ນເປັນຄູ່ຮ່ວມຍຸດທະ ສາດ ໃນໂອກາດກອງປະຊຸມດັ່ງ ກ່າວ. ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ) ຄັ້ງທີ 24 ໄດ້ ທົບທວນຄືນການຮ່ວມມືໃນຂອບ ອາຊຽນບວກສາມ ໃນໄລຍະຜ່ານ ມາ ແລະ ຊຸກຍູ້ການຈັດຕັ້ງຜັນຂະ ຫຍາຍແຜນວຽກການຮ່ວມມືອາ ຊຽນບວກສາມ ສໍາລັບໄລຍະ 2023- 2027 ຢ່າງມີປະສິດທິພາບ ແລະ ຄົບ ຖ້ວນ. ກອງປະຊຸມໄດ້ຕີລາຄາສູງຕໍ່ ໝາກຜົນຂອງການຮ່ວມມືພາຍໃຕ້ ຂອບອາຊຽນບວກສາມ ໃນຖານະທີ່ ເປັນເວທີການຮ່ວມມືທີ່ສໍາຄັນ ຂອງພາກພື້ນ ເພື່ອຮັບມືກັບສິ່ງທ້າ ທາຍຕ່າງໆເຊັ່ນ: ພະຍາດລະບາດ, ວິກິດການທາງການເງິນ, ຄວາມ ໝັ້ນຄົງທາງດ້ານສະບຽງອາຫານ ແລະ ອື່ນໆ. ພ້ອມນີ້, ຍັງເຫັນດີໃຫ້ມີ ການຮ່ວມມືໃນດ້ານການພັດທະນາ ລົດໄຟຟ້າໃນພາກພື້ນອີກດ້ວຍ. ໃນວັນດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍ ກັບລັດຖະມົນຕີຕ່າງປະເທດ ນອກ ແວ ແລະ ລັດຖະມົນຕີຕ່າງປະເທດ ອີຢູ ຕື່ມອີກ. ໝວດ, 37 ມາດຕາ, ໂຮມເຂົ້າ 2 ມາດຕາ, ຮັກສາໄວ້ 3 ມາດຕາ ແລະ ຕັດອອກ 44 ມາດຕາ. ທ່ານ ໄພວີ ສີບົວລິພາ ໄດ້ໃຫ້ ຮູ້ວ່າ: ຮ່າງກົດໝາຍປັບປຸງສະບັບ ດັ່ງກ່າວ, ພາຍຫລັງຖືກຮັບຮອງ ຈາກສະພາແຫ່ງຊາດແລ້ວຈະເປັນ ຜົນດີຫລາຍດ້ານຕໍ່ເດັກ ເປັນຕົ້ນ ຈະ ເປັນບ່ອນອີງທີ່ສໍາຄັນຕໍ່ກັບວຽກ ງານການປົກປ້ອງສິດ ແລະ ຜົນປະ ໂຫຍດຂອງເດັກໃນ ສປປ ລາວ, ທັງເປັນບ່ອນອີງພື້ນຖານໃນການ ສ້າງ ແລະ ຄຸ້ມຄອງກອງທຶນ ເພື່ອ ສະໜອງງົບປະມານຮັບໃຊ້ເຂົ້າໃນ ວຽກງານປົກປ້ອງສິດ ແລະ ຜົນປະ ໂຫຍດຂອງເດັກ, ເປັນບ່ອນອີງທີ່ຈະ ແຈ້ງໃນການປະຕິບັດໜ້າທີ່ຄວາມ ຮັບຜິດຊອບຂອງແຕ່ລະພາກສ່ວນ ໃນການປົກປ້ອງສິດ ແລະ ຜົນປະ ໂຫຍດຂອງເດັກ ແລະ ຈະເປັນນິຕິ ກຳທີ່ເປັນບ່ອນອີງ ໃນການກໍານົດ ກົນໄກການປະສານງານກ່ຽວກັບ ການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງເດັກທີ່ເປັນລະບົບ, ສາມາດ ຊ່ວຍເຫລືອເດັກທີ່ຕ້ອງການປົກ ປ້ອງພິເສດ ແລະ ສົ່ງເສີມການນຳ ໃຊ້ສິດຂອງເດັກ ໄດ້ທັນກັບສະ ພາບການ. ກົດໝາຍວ່າດ້ວຍການປົກປ້ອງ ສິດ ແລະ ຜົນປະໂຫຍດຂອງເດັກ ສະບັບປີ 2006 ທີ່ນຳໃຊ້ໃນປັດຈຸ ບັນ ມີ 8 ພາກ, 18 ໝວດ, 93 ມາດ ຕາ, ເປັນກົດໝາຍ ທີ່ມີຄວາມສຳຄັນ ຕໍ່ກັບວຽກງານສິດທິເດັກທີ່ ສປປ ລາວ ໄດ້ເຂົ້າເປັນພາຄີໃນສົນທິສັນ ຍາວ່າດ້ວຍສິດທິເດັກ ເນື່ອງຈາກ ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ, ຕິດຕາມ, ກວດກາການ ຈັດຕັ້ງປະຕິບັດວຽກງານປົກປ້ອງ ສິດ ແລະ ຜົນປະໂຫຍດຂອງເດັກ. ສຳລັບການຈັດຕັ້ງປະຕິບັດກົດ ໝາຍດັ່ງກ່າວ, ໃນໄລຍະຜ່ານມາ ເຮັດໃຫ້ເດັກໄດ້ຮັບສິດ ແລະ ຜົນປະ ໂຫຍດຫລາຍຂຶ້ນ ເປັນຕົ້ນ ການດຳ ລົງຊີວິດ, ການມີສ່ວນຮ່ວມ, ການ ພັດທະນາ ແລະ ການປົກປ້ອງພ້ອມ ນັ້ນ, ຂະແໜງການທີ່ກ່ຽວ ຂ້ອງຂັ້ນ ສູນກາງ ແລະ ທ້ອງຖິ່ນໄດ້ເອົາໃຈ ໃສ່ໃນການເກັບກຳສະຖິຕິ, ການສະ ໜອງ ແລະ ຢັ້ງຢືນຄວາມຖືກ ຕ້ອງ ຂອງຂໍ້ມູນ, ທັງມີກົນໄກການປະ ສານງານ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກແຕ່ຂັ້ນ ສູນກາງລົງຮອດທ້ອງຖິ່ນ. ພ້ອມກັນ ນີ້, ຍັງຊ່ວຍຫລຸດປະລິມານຂອງຄະ ດີກ່ຽວກັບການກະທໍາຜິດຂອງເດັກ ເພື່ອບໍ່ໃຫ້ຄະດີດັ່ງກ່າວ ຖືກສັ່ງຟ້ອງ ຂຶ້ນສານຫລາຍເກີນໄປ. ຂ່າວ: ທະນູທອງ,ພາບ: ຂັນໄຊ ທ່ານ ວັນສີ ກົວມົວ ໄດ້ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການພິມຈຳໜ່າຍ ເປັນເຄື່ອງມືທີ່ສຳຄັນ ໃນການຈັດ ຕັ້ງປະຕິບັດວຽກງານການພິມຈຳ ໜ່າຍ ໃຫ້ມີຄວາມສະດວກເປັນ ເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ, ສາມາດຄຸ້ມຄອງການ ເຄື່ອນໄຫວວຽກງານການພິມຈຳ ໜ່າຍໄດ້ຢ່າງຮັດກຸມຫລາຍຂຶ້ນ, ສັງຄົມກໍມີຄວາມຮັບຮູ້ ແລະ ເຂົ້າໃຈ ການຄຸ້ມຄອງວຽກງານການພິມ ຈຳໜ່າຍ ດ້ວຍກົດໝາຍນັບມື້ຫລາຍ ຂຶ້ນ ເຊິ່ງສະແດງອອກຂົງເຂດການ ພິມ ແລະ ຈຳໜ່າຍມີການຂະຫຍາຍ ຕົວ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ຮ່າງກົດໝາຍວ່າດ້ວຍການພິມ ຈຳໜ່າຍ ສະບັບປັບປຸງປະກອບມີ X ພາກ, 8 ໝວດ, 74 ມາດຕາ, ພາຍຫລັງຖືກຮັບຮອງ ແລະ ປະ ກາດໃຊ້ຈະເປັນການປະຕິບັດມະຕິ 25/ກມສພ, ໃນຄາດໝາຍສູ້ຊົນ ແລະ ໜ້າທີ່ຕົ້ນຕໍ ຂອງວຽກງານວັດ ທະນະທຳຊຸມປີຕໍ່ໜ້າ, ທັງເປັນການ ຊຸກຍູ້ ແລະ ເສີມຂະຫຍາຍບົດບາດ ວຽກງານການພິມຈຳໜ່າຍໃນ ການຮັບໃຊ້ສັງຄົມ ໃຫ້ພົ້ນເດັ່ນ, ມີ ບາດກ້າວຂະຫຍາຍຕົວເຂັ້ມແຂງ ແລະ ໜັກແໜ້ນກວ່າເກົ່າ, ເຮັດໃຫ້ ເນື້ອໃນກົດໝາຍມີຄວາມອຸດົມສົມ ບູນ, ລະອຽດຈະແຈ້ງຂຶ້ນ, ເຂົ້າໃຈ ງ່າຍໃນທາງປະຕິບັດ ແລະ ຕອບສະ ໜອງທັນກັບສະພາບການຂະ ຫຍາຍຕົວຂອງເສດຖະກິດ-ສັງ ຄົມ ໃນປັດຈຸບັນ ແລະ ອະນາຄົດ,ທັງ ເປັນເຄື່ອງມື ແລະ ເປັນບ່ອນອີງໃນ ການເຄື່ອນໄຫວວຽກງານການພິມ ຈຳໜ່າຍໃນທົ່ວປະເທດໃຫ້ມີປະສິດ ທິພາບ, ປະສິດທິຜົນສູງນຳໃຊ້ເຂົ້າ ໃນການຈັດຕັ້ງ ແລະ ການເຄື່ອນ ໄຫວ, ການຄຸ້ມຄອງ, ຕິດຕາມກວດ ກາວຽກງານການພິມຈຳໜ່າຍ ເພື່ອປົກປ້ອງ, ສົ່ງເສີມ ແລະ ພັດທະ ນາວຽກງານການພິມຈຳໜ່າຍໃຫ້ ດີຂຶ້ນກວ່າເກົ່າ. ຂ່າວ: ທະນູທອງ, ພາບ: ເກດສະໜາ ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມ ແຂງ, ພະລານາໄມສົມບູນ ແລະ ປະ ສົບຜົນສໍາເລັດທຸກປະການໃນໜ້າທີ່ ອັນສູງສົ່ງຂອງທ່ານ. ໃນໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງຕ່າງປະເທດ ແຫ່ງສາທາລະ ນະລັດປະຊາທິປະໄຕ ປະຊາຊົນ ລາວ ກໍໄດ້ສົ່ງສານສະແດງຄວາມ ຊົມເຊີຍເຖິງ ທ່ານ ນາງ ອີລີນາ ວອດໂທເນັນ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສາທາລະ ນະລັດ ແຟງລັງ ເນື່ອງໃນໂອກາດ ໄດ້ຮັບການເລືອກຕັ້ງ ໃຫ້ດຳລົງຕຳ ແໜ່ງເປັນລັດຖະມົນຕີກະຊວງ ການຕ່າງປະເທດ ຄົນໃໝ່ ຂອງ ແຟງລັງ ເຊັ່ນດຽວກັນ.
RkJQdWJsaXNoZXIy MTc3MTYxMQ==