5661

08 xtgmf]k; 37ltok c]t []= dy ko 14/07/2023 lxx ]k; leg]afdkoxt-klerao fb'f6fdko]q'mbo16joy7q, v5flkstdevaflt]yptvk-u{3x8kllkdqo c0;'7e,j;o muj lx 9uo ໃນວັນທີ 3-6 ກໍລະກົດ 2023, ກອງ ປະຊຸມປະຊາສໍາພັນການລົງທຶນ ແລະ ພິທີເຊັນບົດບັນທຶກການຮ່ວມມືລົງທຶນ ຢູ່ນິຄົມອຸດສາຫະກໍາອັດສະລິຍະອາຊີ- ໂປຕາສສາກົນ ແຂວງຄໍາມ່ວນ ສປປ ລາວ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ນະຄອນ ກວາງໂຈວ ສປຈີນ ເຊິ່ງເປັນເຈົ້າພາບ ໂດຍ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ອໍານາດການປົກຄອງແຂວງຄໍາ ມ່ວນ ສປປ ລາວ. ກອງປະຊຸມປະຊາສໍາ ພັນການລົງທຶນຄັ້ງນີ້, ແມ່ນກອງປະ ຊຸມປະຊາສໍາພັນດຶງດູດການລົງທຶນໃນ ຂະແໜງອຸດສາຫະຂະໜາດໃຫຍ່ຄັ້ງທໍາ ອິດທີ່ລັດຖະບານລາວຈັດຂຶ້ນຢູ່ຕ່າງ ປະເທດ ເຊິ່ງແຕກຕ່າງຈາກກອງປະຊຸມ ປະຊາສໍາພັນ ການລົງທຶນກໍ່ສ້າງພື້ນ ຖານໂຄງລ່າງທີ່ລັດຖະບານລາວ ຈັດ ຂຶ້ນໃນຄັ້ງກ່ອນ. ກອງປະຊຸມໄດ້ແບ່ງອອກເປັນ 3 ວາ ລະຄື: ວາລະປະຊຸມເຈລະຈາລະດັບສູງ ລະຫວ່າງລັດຖະບານ ແລະ ວິສາຫະກິດ, ວາລະປຶກສາຫາລືປະຊາສຳພັນການ ລົງທຶນຂອງບໍລິສັດ ແລະ ວາລະພິທີ ເຊັນບົດບັນທຶກການຮ່ວມມືລົງທຶນ ໂດຍ ລັດຖະບານ ໄດ້ຖືເອົານິຄົມອຸດສາຫະ ກໍາອັດສະລິຍະອາຊີໂປຕາສສາກົນ ເປັນເຂດພັດທະນາລະດັບສູງໃໝ່. ບັນດາຜູ້ເຂົ້າຮ່ວມໃນງານປະກອບ ມີຫລາຍ 100 ບໍລິສັດ, ນັກລົງທຶນ ແລະ ອົງກອນການເງິນຕ່າງໆທີ່ມີຊື່ສຽງໃນ ສປຈີນ ເຂົ້າຮ່ວມ ເຊິ່ງໄດ້ສະແດງໃຫ້ ທົ່ວໂລກເຫັນເຖິງທ່າແຮງການພັດທະ ນາຂອ ສປປລາວ. ການຈັດກອງປະຊຸມ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງມີປະ ສິດທິພາບ ແລະ ມີປະສິດທິຜົນສູງ, ໄດ້ສໍາເລັດການລົງນາມຈໍານວນ 10 ໂຄງການ, ລວມູນຄ່າການລົງ ທຶນ 835 ລ້ານໂດລາ ຫລື ທຽບເທົ່າ 15.100 ຕື້ກີບ. ໃນນັ້ນ, ລວມມີບັນດາ ໂຄງການທີ່ກ່ຽວຂ້ອງກັບຕ່ອງໂສ້ອຸດ ສາຫະກຳເຊັ່ນ: ໂຄງການຄລໍອັນຄາໄລ (DIMPSBMLBMJ), ໂຄງການປຸງແຕ່ງໂບຣ ມິນ, ໂຄງການແບດເຕີຣີກະແສວາເນ ດຽມ/ສັງກະສີໂບຣມິນ 7BOBEJVN/ [JODCSPNJOF ແລະ ໂຄງການອຸດ ສາຫະກໍາທີ່ພົ້ນເດັ່ນ ເຊັ່ນ: ວິທະຍາສາດ ຊີວະພາບວິທະຍາ ແລະ ການຜະລິດອັດ ສະລິຍະ ເຊິ່ງຄາດວ່າເມື່ອບັນດາໂຄງ ການທັງໝົດສຳເລັດ ລວມຍອດມູນ ຄ່າຜົນຜະລິດຂອງໂຄງການຈະສູງເກີນ 2 ຕື້ໂດລາ ຫລື ທຽບເທົ່າ36.200 ຕື້ກີບ. ໂດຍອີງຕາມທິດຊີ້ນໍາຂອງພັກ, ລັດຖະບານ ແລະ ສະພາແຫ່ງຊາດກ່ຽວ ກັບການຮັກສາສະຖຽນລະພາບຂອງ ເສດຖະກິດ, ດຶງດູດການລົງທຶນຈາກ ຕ່າງປະເທດ, ສ້າງລາຍຮັບເງິນຕາ ຕ່າງປະເທດ, ທົດແທນການນຳເຂົ້າ, ນີ້ເປັນການຈັດຕັ້ງປະຕິບັດແລະເປັນ ອີກບາດກ້າວໜຶ່ງ ແຫ່ງການພັດທະນາ ເສດຖະກິດຂອງປະເທດລາວ. ການແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ, ເປີດປະຕູສູ່ພາຍນອກແລະການ ພັດທະນາແມ່ນເປົ້າໝາຍສຳຄັນເພື່ອແນ ໃສ່ແກ້ໄຂບັນຫາການພັດທະນາເສດ ຖະກິດຂອງປະເທດລາວໃນປັດຈຸບັນ ຢ່າງມີປະສິດທິຜົນ ເຊັ່ນ: ໄພເງິນເຟີ້, ເງິນກີບອ່ອນຄ່າ ແລະ ຄັງສຳຮອງເງິນ ຕາຕ່າງປະເທດບໍ່ພຽງພໍ. ໃນກອງປະ ຊຸມ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງແຂວງຄໍາມ່ວນ, ທ່ານ (VP #BJDIVO ປະທານບໍລິສັດອາຊີ-ໂປ ຕາສສາກົນຈໍາກັດ, ພ້ອມດ້ວຍກຸ່ມຜູ້ບໍລິ ຫານລະດັບສູງໄດ້ລົງເລິກປຶກສາຫາລື ກ່ຽວກັບການລົງທຶນ ແລະ ການພັດທະ ນາເສດຖະກິດ ໂດຍສະເພາະແມ່ນການ ພັດທະນາອຸດສາຫະກໍາຢູ່ປະເທດລາວ. ທ່ານ (VP #BJDIVO ກ່າວວ່າ: ຄວາມຫຍຸ້ງຍາກດ້ານເສດຖະກິດທີ່ ສປປລາວ ກຳລັງຜະເຊີນໜ້າໃນປັດ ຈຸບັນເປັນພຽງຊົ່ວຄາວເທົ່ານັ້ນ, ການ ພັດທະນາເປັນວິທີທາງແກ້ໄຂທີ່ດີທີ່ສຸດ, ພຽງແຕ່ຕ້ອງຮັກສານະໂຍບາຍເປີດປະ ຕູສູ່ພາຍນອກຢ່າງມີສະຖຽນລະພາບ, ຂໍ້ໄດ້ປຽບຂອງປະເທດລາວຈະດຶງດູດ ການລົງທຶນນັບມື້ນັບຫລາຍຂຶ້ນ, ທຸກບັນ ຫາສາມາດແກ້ໄຂໄດ້ ແລະ ບໍລິສັດອາ ຊີ-ໂປຕາສສາກົນ ມີຄວາມຍິນດີເປັນ ຢ່າງສູງໃນການຮ່ວມມືຊ່ວຍເຫລືອ. ປະເທດລາວ ມີທ່າໄດ້ປຽບຂອງຊັບ ພະຍາກອນທຳມະຊາດ, ພະລັງງານ ໄຟຟ້າ, ແຮງງານ ແລະ ຕະຫລາດໂດຍ ລັດຖະບານລາວ ຖືເອົານິຄົມອຸດສາຫະ ກໍາອັດສະລິຍະອາຊີ-ໂປຕາສສາກົນ ເປັນເວທີໃນການປະຊາສໍາພັນດຶງດູດ ການລົງທຶນຕ່າງປະເທດ ເຊິ່ງໄດ້ຮັບ ຄວາມສົນໃຈຢ່າງຫລວງຫລາຍ ຈາກ ບັນດານັກທຸລະກິດຈີນ, ນັກລົງທຶນຈີນ ແລະ ອົງກອນການເງິນ. ຂ້າພະເຈົ້າສະເໜີໃຫ້ລັດຖະບານລາວ ຖືເອົາກາລະໂອກາດນີ້ ເພື່ອຊຸກຍູ້ໃຫ້ນັກ ລົງທຶນຈີນໄປລົງທຶນຢູ່ປະເທດລາວ, ນຳໃຊ້ທ່າໄດ້ປຽບຂອງລາວ ເພື່ອເຊື່ອມ ໂຍງກັບຕະຫລາດໂລກ ແລະ ຊຸກຍູ້ການ ພັດທະນາເສດຖະກິດຂອງລາວ ໃຫ້ມີ ຄວາມເຂັ້ມແຂງ ແລະ ໝັ້ນຄົງ. ປັດຈຸບັນ, ບັນດາວິສາຫະກິດຈີນ ຫລາຍແຫ່ງມີຄວາມເຕັມໃຈຮ່ວມມືລົງ ທຶນໃນຂົງເຂດອຸດສາຫະກຳອະໂປຕາສ ຂອງນິຄົມອຸດສາຫະກໍາອັດສະລິຍະອາ ຊີ-ໂປຕາສສາກົນ ເຊິ່ງເປັນການຜະລິດ ທົດແທນການນໍາເຂົ້າ ແລະ ສ້າງລາຍ ຮັບເງິນຕາຕ່າງປະເທດໂດຍການສົ່ງ ອອກ, ເປັນການເພີ່ມຄັງສຳຮອງເງິນ ຕາຕ່າງປະເທດສ້າງລາຍຮັບໃຫ້ປະຊາ ຊົນ, ແກ້ໄຂບັນຫາທີ່ຜະເຊີນໃນປັດຈຸບັນ ເພື່ອການພັດທະນາໃນອະນາຄົດຂອງ ສປປ ລາວ. ທ່ານ ມະໄລທອງ ກົມມະສິດ ແລະ ທ່ານ ວັນໄຊ ພອງສະຫວັນ ເຫັນດີຕໍ່ກັບ ຂໍ້ສະເໜີຂອງ ທ່ານ (VP #BJDIVO. ທ່ານມະໄລທອງກົມມະສິດກ່າວວ່າ: ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດໃນປັດຈຸບັນ ຢູ່ປະເທດລາວ, ຕ້ອງພັດທະນາເສດຖະກິດແລະ ເຮັດ ໃຫ້ເສດຖະກິດມີການແຂ່ງຂັນໄດ້. ຂ້າພະເຈົ້າສະໜັບສະໜູນແນວຄວາມ ຄິດທີ່ວ່າ: “ບໍ່ມີກະສິກຳບໍ່ມີສະຖຽນລະ ພາບ, ບໍ່ມີອຸດສາຫະກຳບໍ່ມີຄວາມເຂັ້ມ ແຂງ, ບໍ່ມີການຄ້າບໍ່ມີຄວາມຮັ່ງມີ”, ຈຶ່ງ ຈຳເປັນຕ້ອງຊຸກຍູ້ອຸດສາຫະກຳໃຫ້ເປັນ ເສົາຫລັກສຳຄັນໃນການພັດທະນາ, ສົ່ງ ເສີມການຜະລິດອຸດສາຫະກໍາປຸງແຕ່ງ ທົດແທນການນໍາເຂົ້າ ແລະ ສ້າງລາຍ ຮັບເງິນຕາຕ່າງປະເທດໂດຍການສົ່ງ ອອກ. ລັດຖະບານລາວຈະສ້າງສະພາບ ແວດລ້ອມການລົງທຶນໃຫ້ຢ່າງເປີດ ກວ້າງ ແລະ ຮອບດ້ານ ເພື່ອດຶງດູດວິສາ ຫະກິດຈາກຕ່າງປະເທດ ເຂົ້າມາລົງທຶນ ຢູ່ລາວ ໃຫ້ຫລາຍຂຶ້ນ ແລະ ສະໜັບສະ ໜູນໃຫ້ການພັດທະນາວິສາຫະກິດຂອງ ພວກເຂົາມີຄວາມເຂັ້ມແຂງ, ຄຽງ ຄູ່ກັບການພັດທະນາເສດຖະກິດລາວ ໃຫ້ມີຄວາມເຂັ້ມແຂງ ຕີລາຄາຕໍ່ກັບ ນະໂຍບາຍສົ່ງເສີມການລົງທຶນເພື່ອ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງ ການລົງທຶນຕ່າງປະເທດ. ເພື່ອໃຫ້ນັກລົງທຶນມີຄວາມເຂົ້າໃຈປະ ເທດລາວຫລາຍຂຶ້ນ, ທ່ານ ມະໄລທອງ ກົມມະສິດ, ທ່ານ ວັນໄຊ ພອງສະຫວັນ ແລະ ບໍລິສັດອາຊີ-ໂປຕາສສາກົນໄດ້ ເຊື້ອເຊີນບັນດາບໍລິສັດລົງທຶນຂອງ ຈີນ ແລະອົງກອນການເງິນສາກົນເຂົ້າ ຮ່ວມກອງປະຊຸມພົບປະສົນທະນາໃນ ຄັ້ງນີ້ ໂດຍປິ່ນອ້ອມການເລັ່ງຊຸກຍູ້ການ ກໍ່ສ້າງໂຄງການ, ເລັ່ງປັບຕົວເຂົ້າກັບ ການພັດທະນາຂອງລາວ, ສະໜອງນະ ໂຍບາຍສະໜັບສະໜູນ ແລະ ແນວທາງ ຕ່າງໆ, ສຶກສາຄົ້ນຄວ້າຄວາມຕ້ອງການ ຂອງວິສາຫະກິດທີ່ຈະເຂົ້າມາລົງທຶນ ໃນນິຄົມອຸດສາຫະກໍາ, ໃຫ້ຄໍາຕອບ ລະອຽດກ່ຽວກັບບັນຫາສໍາຄັນຕ່າງໆ ດ້ານແນວທາງນະໂຍບາຍ, ທ່າໄດ້ ປຽບຂອງຊັບພະຍາກອນທຳມະຊາດ, ການພັດທະນາອຸດສາຫະກໍາ ແລະ ບັນ ຫາທີ່ສົນໃຈຕ່າງໆ. ກອງປະຊຸມໄດ້ຮັບ ການຕີລາຄາສູງຈາກບັນດາແຂກເຂົ້າ ຮ່ວມ ແລະ ໄດ້ເພີ່ມທະວີຄວາມໄວ້ເນື້ອ ເຊື່ອໃຈໃຫ້ແກ່ບັນດາວິສາຫະກິດຈີນ ເພື່ອເຂົ້າມາລົງທຶນຢູ່ສປປລາວ. ທ່ານ ມະໄລທອງ ກົມມະສິດ ກ່າວໃນ ກອງປະຊຸມວ່າ: ເຖິງວ່າປັດຈຸບັນ ເສດ ຖະກິດໂລກຈະຕົກຢູ່ໃນສະພາບຖົດ ຖອຍກໍຕາມ, ແຕ່ອັດຕາການເຕີບໂຕ ເສດຖະກິດຂອງສປປ ລາວ ຍັງຢູ່ 4,8%. ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນ ທາງ” ແລະ ຂອບການຮ່ວມມື“ແມ່ນ້ຳ ລ້ານຊ້າງແມ່ນ້ຳຂອງ”, ການນໍາຂອງ ສອງປະເທດ ເອົາໃຈໃສ່ຢ່າງຕັ້ງໜ້າ ຮ່ວມກັນປັບປຸງກົນໄກການຮ່ວມມືຢ່າງ ຮອບດ້ານ, ສະໜັບສະໜູນນັກລົງທຶນ ຈີນເຂົ້າມາລົງທຶນໃນຂົງເຂດຕ່າງໆ ເປັນຕົ້ນບໍ່ແຮ່, ອຸດສາຫະກໍາ, ກະສິກໍາ, ການທ່ອງທ່ຽວ, ການຂົນສົ່ງ ແລະ ອື່ນໆ; ຫວັງວ່າໂດຍຜ່ານເວທີນິຄົມອຸດ ສາຫະກໍາອັດສະລິຍະອາຊີ-ໂປຕາສ ສາກົນນີ້, ຈະສາມາດດຶງດູດນັກລົງທຶນ ໄດ້ຫລາຍຂຶ້ນ. ທ່ານ ວັນໄຊ ພອງສະຫວັນ ໄດ້ແນະ ນໍາກ່ຽວກັບທ່າແຮງຂອງແຂວງຄໍາ ມ່ວນ ໂດຍມີ 3 ທ່າແຮງຫລັກຄື: ພະ ລັງງານບໍ່ແຮ່, ກະສິກໍາປ່າໄມ້ ແລະ ການ ບໍລິການທ່ອງທ່ຽວ. ທ່ານໄດ້ກ່າວວ່າ: ບໍລິສັດອາຊີ-ໂປ ຕາສສາກົນ ເປັນບໍລິສັດ ທີ່ມີການພັດ ທະນາຢ່າງວ່ອງໄວ ແລະ ມີຄຸນນະພາບ ເຊິ່ງກວມເອົາອັດຕາສ່ວນການລົງທຶນ ຕ່າງປະເທດຫລາຍທີ່ສຸດຢູ່ແຂວງຄຳ ມ່ວນ, ເຂດນິຄົມອຸດສາຫະກຳອາຊີໂປ ຕາສສາກົນ ມີແນວໂນ້ມການພັດທະນາ ຢ່າງກວ້າງໄກ, ແຂວງຄຳມ່ວນຍິນດີ ຕ້ອນຮັບບັນດາວິສາຫະກິດຈີນເຂົ້າມາ ລົງທຶນ ແລະ ຍິນດີໃຫ້ການສະໜັບສະ ໜູນອຳນວຍຄວາມສະດວກຢ່າງເຕັມ ສ່ວນ ຮູບແບບຂອງນິຄົມອຸດສາຫະກຳ ຊ່ວຍດຶງດູດການລົງທຶນໄດ້ຢ່າງຊັດ ເຈນ ແລະ ເຊື່ອມໂຍງລະບົບຕ່ອງໂສ້ອຸດ ສາຫະກຳໂລກ. ໃນເວລາ 17:00 ໂມງຂອງວັນດຽວ ກັນ, ກອງປະຊຸມປະຊາສໍາພັນການ ລົງທຶນແລະ ພິທີເຊັນບົດບັນທຶກການ ຮ່ວມມືລົງທຶນຢູ່ນິຄົມອຸດສາຫະກໍາອັດ ສະລິຍະອາຊີ-ໂປຕາສສາກົນໄດ້ໄຂ ຂຶ້ນຢ່າງເປັນທາງການໂດຍມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະ ຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ແຂວງຄໍາມ່ວນ, ທ່ານ ໄຊຊະນະ ສິດທິ ພອນ ຮອງປະທານຄະນະກໍາມະການ ຮ່ວມມືລາວ-ຈີນ, ທ່ານ ສົມຈິດ ອິນທະ ມິດ ທີ່ປຶກສາສະພາການຄ້າ ແລະ ອຸດ ສາຫະກໍາແຫ່ງຊາດລາວ, ທ່ານ (VP #BJDIVO ປະທານບໍລິສັດອາຊີໂປຕາສ ສາກົນ ຈໍາກັດ, ທ່ານ $IFO+JOH ຮອງ ເຈົ້ານະຄອນຮ່ວຍຮວາ ສປ ຈີນ, ທ່ານ 8BOH XJBPLBOH ປະທານສະ ມາຄົມອຸດສາຫະກໍາປະຢັດພະລັງງານ ແລະ ການຜະລິດສະອາດ ສປ ຈີນ ແລະ ທ່ານ 8BOH XJBPGFOH ປະທານ ສະມາຄົມເກືອອະນົງຄະທາດ ສປ ຈີນ, ມີບັນດາການນໍາຂັ້ນສູນກາງ, ການ ນໍາແຂວງຄໍາມ່ວນ, ທ່ານ ຂວັນໃຈ ອ່ຽມສຸດທິ ທີ່ປຶກສາສະຖານທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານນາງ ວັນເພັງ ໄຊສົມພູ ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳກວາງໂຈວ ສປ ຈີນ, ຄະນະບໍລິຫານຂອງອາຊີ-ໂປຕາສສາ ກົນ, ມີບັນດາວິສາຫະກິດທີ່ຈະເຂົ້າປະ ຈໍານິຄົມ, ວິສາຫະກິດທີ່ມີເຈດຈໍານົງລົງ ທຶນ, ອົງກອນລົງທຶນ, ອົງກອນການ ເງິນຫລາຍປະເທດ ແລະ ຜູ້ຊ່ຽວຊານ ຕ່າງໆລວມທັງໝົດ 300 ກວ່າຄົນ ເຂົ້າຮ່ວມງານຍິ່ງໃຫຍ່ຄັ້ງນີ້. ໃນໄລຍະເລີ່ມຕົ້ນພິທິ, ອາຊີ-ໂປ ຕາສສາກົນ ໄດ້ຈັດສະແດງໃຫ້ເຫັນ ກ່ຽວກັບການວາງແຜນນິຄົມອຸດສາ ຫະກໍາອັດສະລິຍະ, ສະພາບການກໍ່ສ້າງ ແລະ ດໍາເນີນກິດຈະການ, ຮູບພາບ ການວາງແຜນນິຄົມອຸດສາຫະກໍາທີ່ ສວຍງາມ ແລະ ທັນສະໄໝ, ການກໍ່ສ້າງ ໂຄງການທີ່ກໍາລັງຄຶກຄື້ນ, ສະພາບ ການຜະລິດທີ່ບໍ່ມີເວລາວ່າງແຕ່ເປັນ ລະບຽບ, ສາຍການຜະລິດທີ່ມີມາດ ຕະຖານວິຊາສະເພາະ, ຊຸດປະກອບນິ ຄົມອຸດສາຫະກໍາທີ່ສົມບູນແບບ ແລະ ຮູບພາບອື່ນໆ ໄດ້ສະແດງໃຫ້ເຫັນແນວ ໂນ້ມການພັດທະນາອັນເຂັ້ມແຂງຂອງ ນິຄົມອຸດສາຫະກໍາທີ່ເລີ່ມຈາກສູນ, ຈາກນ້ອຍຫາໃຫຍ່ ແລະ ຈາກໃຫຍ່ຫາ ເຂັ້ມແຂງ. ໃນພິທິລົງນາມ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາ ຫະກໍາ ແລະ ການຄ້າໄດ້ເຊື້ອເຊີນ ບັນດານັກທຸລະກິດ ແລະ ນັກລົງທຶນ ສປຈີນ. ທ່ານກ່າວວ່າ: ປະເທດລາວ ແລະ ປະເທດຈີນເປັນປະເທດເພື່ອນ ບ້ານທີ່ມີສາຍພູ ແລະສາຍນໍ້າຕິດຈອດ ກັນ, ປັດຈຸບັນ ສປ ຈີນ ໄດ້ກາຍເປັນ ປະເທດທີ່ລົງທຶນໃຫຍ່ທີ່ສຸດຂອງລາວ, ທັງສອງຝ່າຍມີທ່າແຮງພັດທະນາອຸດ ສາຫະກໍາ ແລະ ກະສິກໍາທັນສະໄໝ ໂດຍ ບົນພື້ນຖານຫລັກການຮ່ວມປະດິດ ສ້າງ, ຮ່ວມແບ່ງປັນ ແລະ ຮ່ວມຜົນປະ ໂຫຍດອຸດສາຫະກໍາແຮ່ທາດ ແລະ ເຄມີຖືກກໍານົດເປັນ 1 ໃນ 8 ອຸດສາຫະ ກໍາບູລິມະສິດໃນແຜນພັດທະນາອຸດສາ ຫະກໍາປຸງແຕ່ງປີ 2021-2025 ຂອງ ສປປ ລາວ, ແຂວງຄໍາມ່ວນ ຖືກກໍານົດ ເປັນ 1 ໃນ 5 ຈຸດສູນກາງພັດທະນາເສດ ຖະກິດຂອງປະເທດ, ທັງໝົດນີ້ລ້ວນແຕ່ ເປັນການສະໜັບສະໜູນທີ່ແຂງແກ່ນ ໃນການກໍ່ສ້າງນິຄົມອຸດສາຫະກໍາ ໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນ. ລັດຖະບານລາວຈະໃຫ້ການ ສະໜັບສະໜູນຢ່າງເຕັມສ່ວນຕໍ່ ການພັດທະນານິຄົມອຸດສາຫະກໍາ, ຫວັງຢ່າງຍິ່ງວ່າພາຍໃຕ້ການເຂົ້າຮ່ວມ ກໍ່ສ້າງຂອງທຸກຝ່າຍ, ນິຄົມອຸດສາ ຫະກໍາຈະກາຍເປັນໜຶ່ງໃນຕົວແບບທີ່ ດີ ໃນການພັດທະນາອຸດສາຫະກໍາປຸງ ແຕ່ງແຮ່ທາດແບບຄົບວົງຈອນ, ປະ ກອບສ່ວນເຂົ້າສ້າງລາຍຮັບແກ່ງົບ ປະມານແຫ່ງຊາດ, ພັດທະນາທ້ອງຖິ່ນ ແລະ ສ້າງຊື່ສຽງໃຫ້ແກ່ອຸດສາຫະກໍາບໍ່ ແຮ່ລາວ. ທ່ານ ວັນໄຊ ພອງສະຫວັນ ໄດ້ຕີລາ ຄາສູງຕໍ່ຄວາມສໍາຄັນ ຂອງນິຄົມອຸດສາ ຫະກໍາໝູນວຽນອັດສະລິຍະອາຊີ-ໂປ ຕາສສາກົນ ໂດຍທ່ານໄດ້ກ່າວວ່າ: ນິຄົມ ອຸດສາຫະກໍາດັ່ງກ່າວ ເປັນການພັດ ທະນາຊັບພະຍາກອນແບບນະວັດຕະ ກໍາໃໝ່, ຈະຊ່ວຍທ້ອງຖິ່ນສ້າງລະບົບ ອຸດສາຫະກໍາທີ່ສົມບູນ ເຊິ່ງມີບົດ ບາດສໍາຄັນທີ່ສຸດຕໍ່ການພັດທະນາເສດ ຖະກິດຂອງແຂວງຄໍາມ່ວນ ກໍຄືຂອງ ສປປ ລາວ. ແຂວງຄໍາມ່ວນ ຈະອີງໃສ່ 3 ທ່າແຮງໂດຍຖືເອົານິຄົມອຸດສາຫະ ກໍາໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນ ເປັນໃຈກາງພັດທະນາ, ປັບປຸງ ການເຊື່ອມໂຍງບັນດາວິສາຫະກິດ ຈີນທີ່ມີຄຸນນະພາບ, ບົນພື້ນຖານການ ເຄົາລົບຂໍ້ກໍານົດກົດໝາຍ ແລະ ລະ ບຽບການຂອງລາວ, ຊຸກຍູ້ການລົງ ທຶນທີ່ອໍານວຍຄວາມສະດວກ, ວ່ອງໄວ, ໂປ່ງໄສ ແລະ ຍຸຕິທໍາ, ສ້າງສະພາບແວດ ລ້ອມການລົງທຶນທີ່ປອດໄພ ແລະ ເຊື່ອ ໝັ້ນໄດ້, ຍິນດີຕ້ອນຮັບບັນດາວິສາຫະ ກິດລົງທຶນເຂົ້າມາຮ່ວມກັນພັດທະນາ ແລະ ເສີມຂະຫຍາຍຕະຫØ າດຢູ່ແຂວງ ຄໍາມ່ວນ, ສືບຕໍ່ສ້າງຕ່ອງໂສ້ອຸດສາຫະ ກໍາຂະໜາດໃຫຍ່ແລະ ເຂັ້ມແຂງ, ສ້າງ ຕົວແບບການຮ່ວມມືເສດຖະກິດລາວຈີນ, ບັນລຸຮູບແບບໃໝ່ຂອງການພັດ ທະນາແບບຫລາຍຝ່າຍແລະ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ທ່ານ .B :JOHKVO ອໍານວຍການບໍ ລິສັດອາຊີ-ໂປຕາສສາກົນ ຈໍາກັດ ໄດ້ ກ່າວວ່າ: ອາຊີ-ໂປຕາສສາກົນ ໄດ້ກາຍ ເປັນວິສາຫະກິດຝຸ່ນໂປຕາສລະດັບສາ ກົນ ທີ່ມີຊັບພະຍາກອເກືອໂປຕາສ ຫລາຍທີ່ສຸດໃນອາຊີ, ມີຂະໜາດ ໃຫຍ່ທີ່ສຸດໃນອາຊີອາຄະເນ ແລະ ມີ ການຜະລິດທີ່ໄວທີ່ສຸດໃນໂລກ ເຊິ່ງ ເບື້ອງຫລັງຂອງຄວາມສໍາເລັດ “ຄວາມ ໄວຂອງອາຊີ-ໂປຕາສ” ແລະ “ຕໍານານ ຂອງລາວ” ແມ່ນມາຈາກການສະໜັບ ສະໜູນ ແລະ ການຊີ້ນໍາຢ່າງໃກ້ຊິດ ຂອງລັດຖະບານລາວ. ໃນນາມເປັນ ໂຄງການສັນຍະລັກຂອງການຮ່ວມ ມືລະຫວ່າງພາກລັດ ແລະ ວິສາຫະກິດ ຈີນ, ນິຄົມອຸດສາຫະກໍາໄດ້ລວມເອົາ ການກໍ່ສ້າງຫັນເປັນອຸດສາຫະກໍາ, ຫັນ ເປັນຕົວເມືອງ ແລະ ຫັນກະສິກໍາເປັນ ທັນສະໄໝ, ພ້ອມທັງຊຸກຍູ້ຂະແໜງ ການບໍລິການເລັ່ງການພັດທະນາ, ຄຽງ ຄູ່ກັບການເພີ່ມທະວີຢ່າງແຮງຄວາມ ອາດສາມາດ ພັດທະນາຕົນເອງແບບ ຍືນຍົງຂອງບັນດາວິສາຫະກິດ, ຊຸກຍູ້ ສປປ ລາວໃນການປະກອບສ້າງອຸດ ສາຫະກໍາທົດແທນການນໍາເຂົ້າ ແລະ ການສົ່ງອອກເພື່ອສ້າງລາຍຮັບເງິນຕາ ຕ່າງປະເທດ, ຢູ່ໃນດິນແດນທີ່ອຸດົມ ສົມບູນ ສໍາລັບການລົງທຶນທີ່ມີການ ພັດທະນາຢ່າງວ່ອງໄວຂອງລາວນີ້, ພວກຂ້າພະເຈົ້າມີຄວາມໝັ້ນໃຈໃນ ການເພີ່ມທະວີ ປະກອບສ່ວນເຂົ້າໃນ ການຮ່ວມມືລາວ-ຈີນ. ທ່ານ 5POH :POHIFOH ຮອງອໍາ ນວຍການບໍລິສັດອາຊີ-ໂປຕາສສາ ກົນ ແລະ ຜູ້ຮັບຜິດຊອບຖານການຜະ ລິດຝຸ່ນໂປຕາສຢູ່ລາວ ໄດ້ແນະນໍາສະ ພາບການພັດທະນາໃນນິຄົມອຸດສາຫະ ກໍາວ່າ: ນິຄົມອຸດສາຫະກໍາໝູນວຽນອັດ ສະລິຍະອາຊີ-ໂປຕາສສາກົນ ໄດ້ດຳ ເນີນຢູ່ແຂວງຄໍາມ່ວນສປປ ລາວ, ອີງໃສ່ ທ່າແຮງທີ່ເປັນເອກະລັກດ້ານຊັບພະ ຍາກອນ, ພະລັງງານ, ຕະຫລາດ,ຕົ້ນທຶນ ແລະອື່ນໆ, ເປີດກວ້າງເຕົ້າໂຮມບັນດາ ວິສາຫະກິດຊັ້ນນໍາຈາກທົ່ວໂລກ ເຂົ້າ ມາປະຈໍານິຄົມ, ຮູບແບບການພັດທະນາ ເປັນກຸ່ມອຸດສາຫະກໍາ ຈະສົ່ງຜົນສະ ທ້ອນທາງການຮ່ວມມືອຸດສາຫະກໍາທີ່ ເຂັ້ມແຂງ. ນິຄົມອຸດສາຫະກໍາແບ່ງເປັນ 3 ພາກສ່ວນໃຫຍ່ຄື: ເຂດອຸດສາຫະ ກໍາຝຸ່ນໂປຕາສ, ເຂດອຸດສາຫະກໍາອະ ໂປຕາສ ແລະ ເຂດຕົວເມືອງອາຊີ-ໂປ ຕາສ ເຊິ່ງກວມເນື້ອທີ່ດິນທັງໝົດ 2.000 ເຮັກຕາ, ຄາດຄະເນການລົງ ທຶນທັງໝົດຈະບັນລຸເຖິງ 4,31 ຕື້ໂດ ລາ. ປັດຈຸບັນ, ຍັງຢູ່ໃນໄລຍະສົ່ງເສີມ ແລະ ດຶງດູດການລົງທຶນ, ຄາດຄະເນໃນ ທ້າຍປີ 2026 ຈະສໍາເລັດວຽກງານ ກໍ່ສ້າງໂຄງການໄລຍະກາງ ເຊິ່ງລວມ ມີການກໍ່ສ້າງເຂດອຸດສາຫະກໍາເຄມີ ເກືອ ທີ່ຕິດພັນກັບຂະໜາດໂຄງການ ຝຸ່ນໂປຕາສ 5 ລ້ານໂຕນ; ທ້າຍປີ 2028 ຈະສໍາເລັດວຽກງານກໍ່ສ້າງໂຄງການ ທັງໝົດ. ໃນອະນາຄົດ, ຈະສືບຕໍ່ດຶງ ດູດນັກລົງທຶນ, ເພີ່ມທະວີການໝູນໃຊ້ ຊັບພະຍາກອນແບບໝູນວຽນຂອງ ອຸດສາຫະກໍາຕົ້ນນໍ້າ ແລະ ປາຍນໍ້າ, ສ້າງລະບົບນິເວດຕ່ອງໂສ້ອຸດສາຫະກໍາ ຢ່າງຮອບດ້ານ, ຮ່ວມກັນກັບລັດຖະ ບານລາວ ເພື່ອຊຸກຍູ້ການພັດທະນາ ການຫັນອຸດສາຫະກໍາທັນສະໄໝ, ການ ຫັນກະສິກໍາທັນສະໄໝ ແລະ ການຫັນ ເປັນຕົວເມືອງ. ທ່ານ $BP -JYJBOH ປະທານບໍລິສັດ ເຫິງກວງຮຸ້ນສ່ວນ ຈໍາກັດ ໄດ້ຕາງໜ້າ ບັນດາວິສາຫະກິດທີ່ເຊັນບົດບັນ ທຶກ ການຮ່ວມມືລົງທຶນຄັ້ງນີ້ ປະກອບ ຄໍາເຫັນວ່າ: ໂຄງການຄລໍອັນຄາໄລ (DIMPSBMLBMJ) ໃນນິຄົມອຸດສາຫະ ກໍາໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນ ເປັນໂຄງການລົງທຶນຕ່າງປະ ເທດແຫ່ງທໍາອິດຂອງບໍລິສັດ, ປັດຈຸ ບັນ ການກໍ່ສ້າງໂຄງການຄລໍອັນຄາໄລ ເນື້ອເຫຍື່ອໄອອອນ (JPO NFNCSBOF DIMPSBMLBMJ) ຂະໜາດ30.000 ໂຕນ/ປີໄລຍະທີ1 ກໍາລັງເລັ່ງຄວາມ ຄືບໜ້າ ແລະ ຈະສໍາເລັດໃນທ້າຍເດືອນ 9 ປີນີ້. ໃນອະນາຄົດ, ບໍລິສັດຈະຕັ້ງ ຖານການຜະລິດຢູ່ລາວ, ດ້ານໜຶ່ງ ແມ່ນຖືເອົາຕ່ອງໂສ້ອຸດສາຫະກໍາໃນນິ ຄົມເປັນພື້ນຖານ, ກໍ່ສ້າງໂຄງການທີ່ມີ ທ່າແຮງ ເຊັ່ນ: ໂຊດຽມ, ແມັກນີຊຽມ, ຊູນຟູຣິກ, ຄລໍຣິນ ແລະ ອຸດສາຫະກໍາ ເຄມີອື່ນໆ. ອີກດ້ານໜຶ່ງແມ່ນກໍາແໜ້ນກາລະ ໂອກາດແຫ່ງປະຫວັດສາດ, ກໍ່ສ້າງໂຄງ ການປຸຍເຄມີ ແລະ ຢາປາບສັດຕູພືດ ຈໍານວນໜຶ່ງ, ຊຸກຍູ້ການພັດທະນາກະສິ ກໍາໄປສູ່ອຸດສາຫະກໍາຂອງລາວ, ຮັບພາ ລະໜ້າທີ່ຄວາມຮັບຜິດຊອບດ້ານສັງ ຄົມ. ພາຍໃຕ້ຂໍ້ລິເລີີ່ມ“ໜຶ່ງແລວໜຶ່ງເສັ້ນ ທາງ” ອີງໃສ່ຂໍ້ໄດ້ປຽບດ້ານຊັບພະຍາ ກອນທໍາມະຊາດທີ່ອຸດົມສົມບູນ ແລະ ສະພາບແວດລ້ອມການລົງທຶນທີ່ດີ ຂອງປະເທດລາວ, ເພິ່ງພາອາໄສເວທີນິ ຄົມອຸດສາຫະກໍໝູນວຽນອັດສະລິຍະອາ ຊີໂປຕາສສາກົນ ເພື່ອບັນລຸຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຍຸດ ທະສາດການພັດທະນາຢູ່ຕ່າງປະເທດ ຂອງບໍລິສັດ ແລະ ການພັດທະນາເສດ ຖະກິດ ແລະ ສັງຄົມຂອງ ສປປ ລາວ. ໂຄງການທີ່ເຊັນບົດບັນທຶກການ ຮ່ວມມືລົງທຶນຄັ້ງນີ້, ມີແນວໂນ້ມອຸດ ສາຫະກໍາທີ່ຊັດເຈນ ເຊິ່ງລວມມີໂຄງ ການອຸດສາຫະກໍາທັນສະໄໝທີ່ເປັນອຸດ ສາຫະກໍາຕົ້ນນໍ້າ ແລະ ປາຍນໍ້າ ເປັນ ຕົ້ນໂຄງການໂບຣມິນ (#SPNJOF), ໂຊ ດຽມຄລໍເຣດ, ຄລໍອັນຄາໄລ, ອາຊິດນິ ຕຣິກ, ເກືອອຸດສາຫະກໍາ, ແຄນຊຽມຄາ ໄບ/17$ແລະອື່ນໆ,ພ້ອມທັງໂຄງການ ກະສິກໍາທັນສະໄໝ ເປັນຕົ້ນໂຄງການ ປູກເຂົ້າ ແລະ ອື່ນໆ, ໂຄງການທີ່ກ່ຽວ ຂ້ອງກັບການພັດທະນາໝູນໃຊ້ຊັບພະ ຍາກອນ ແລະ ການຜະລິດອັດສະລິຍະ. ການເຊັນບົດບັນທຶກການຮ່ວມມືລົງ ທຶນຢ່າງເປັນທາງການ ທີ່ຕິດພັນຂອງວິ ສາຫະກິດເປັນຄວາມສໍາເລັດບາດກ້າວ ໜຶ່ງຂອງຕ່ອງໂສ້ອຸດສາຫະກໍາ ແລະເປັນ ກໍາລັງແຮງໃໝ່ໃຫ້ແກ່ການສ້າງສປປ ລາວເປັນບ່ອນຮອງຮັບການຍົກຍ້າຍ ຕ່ອງໂສ້ອຸດສາຫະກໍາຈາກທົ່ວໂລກ. ພາຍໃຕ້ການເອົາໃຈໃສ່ຊີ້ນຳນຳພາ ຢ່າງຕັ້ງໜ້າຂອງພັກ ແລະ ລັດຖະບານ ລາວໃນການສ້າງສະພາບແວດລ້ອມ ການລົງທຶນທີ່ປອດໄພ ແລະ ເຊື່ອໝັ້ນໄດ້ ໂດຍຖືຮູບແບບນິຄົມອຸດສາຫະກໍາທີ່ ຕາງໜ້າໂດຍນິຄົມອຸດສາຫະກໍາໝູນ ວຽນອັດສະລິຍະອາຊີ-ໂປຕາສສາກົນ ຈະກາຍເປັນເຂດພັດທະນາລະດັບ ສູງໃໝ່ ທີ່ຊຸກຍູ້ການພັດທະນາອຸດສາຫະ ກໍາຂອງລາວ. ໃນນາມເປັນເວທີພົ້ນເດັ່ນ ຂອງການລວບລວມຊັບພະຍາກອນ ຊັ້ນນໍາ, ພາຍໃຕ້ການຮ່ວມຊຸກຍູ້ລະ ຫວ່າງລັດຖະບານລາວ ແລະ ອາຊີ-ໂປ ຕາສສາກົນ, ນິຄົມອຸດສາຫະກໍາຈະສືບ ຕໍ່ດຶງດູດການລົງທຶນ, ເສີມຂະຫຍາຍຂະ ໜາດ, ຖືເອົາວິສາຫະກິດທີ່ດີເປັນ ເຄື່ອງຈັກໃນການພັດທະນາ, ນໍາໃຊ້ ການປະຊາສໍາພັນການລົງທຶນທີ່ຊັດ ເຈນຂອງຕ່ອງໂສ້ອຸດສາຫະກໍາເພື່ອ ສົ່ງເສີມໃຫ້ ສປປ ລາວ ພັດທະນາ ເສດຖະກິດຢ່າງມີຄຸນນະພາບສູງ.

RkJQdWJsaXNoZXIy MTc3MTYxMQ==