xtgmf]k; 6 14/07/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d s;Pfok, 8yfvaofa[xtgmfmuj|hkmjP; 16jrkdrNovk-Po oda ]'q mob 8kj 'xtgmf soa mfy -vdskgovN mxj u d6 8oQ w,dh oy \kd .o]k;s]kp0oB ໂດຍ: ສາວບ້ານໂນນ ໂດຍ: ເກີດຂວັນໃຈ ມາລີຈັນສີ * ເມື່ອບໍ່ດົນນີ້ໜັງສືພິມ InEepenEent ຂອງອັງກິດ ໄດ້ຈັດອັນ ດັບຫວຽດນາມໃນບັນຊີລາຍຊື່ 7 ປະເທດທີ່ໜ້າທ່ຽວຊົມໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໂດຍຍົກ ໃຫ້ເຫັນສະຖານທີ່ນັກທ່ອງທ່ຽວ ນິຍົມໄປທີ່ສຸດແມ່ນ ເມືອງໂຮຍອັນ ເຊິ່ງເປັນເມືອງບູຮານທີ່ມີຮອງ ຮອຍສະຖາປັດຕະຍະກຳຂອງຝຮັ່ງ ຄົງຢູ່ ແລະ ໄດ້ຮັບການບູລະນະຮັກ ສາໄວ້ ເປັນຢ່າງດີ, ມີຄວາມສວຍ ງາມ, ມີຮ່ອງນໍ້າ ແລະ ວັດທີ່ເກົ່າແກ່ ຫລາຍຮ້ອຍປີ. ນອກຈາກນີ້, ບັນດາສະຖານທີ່ ທ່ອງທ່ຽວ ທາງທຳມະຊາດ ກໍໄດ້ຮັບ ຊີ ປະຈຳປີ 2023. ໂດຍນະຄອນ ຫລວງຮ່າໂນຍ ໄດ້ຮັບສົມຍານາມ ເປັນນະຄອນແຫ່ງອະລິຍະທຳພັນ ປີ ທີ່ມີຄວາມສວຍງາມເກົ່າແກ່ສະ ຫງ່າງາມ, ປະສົມປະສານກັບຍຸກ ສະໄໝໄດ້ຢ່າງກົມກືນ. ນອກຈາກ ນີ້, ວັດທະນະທຳດ້ານການກິນດື່ມ ທີ່ມີຄວາມເປັນເອກະລັກພິເສດ ກໍສາມາດດຶງດູດຄວາມສົນໃຈຂອງ ນັກທ່ອງທ່ຽວ ໂດຍສະເພາະແມ່ນ ອາຫານການກິນ ແລະ ເຄື່ອງດື່ມ ທີ່ສືບທອດມາແຕ່ບູຮານ ເຊັ່ນ: ເຝີ, ເຂົ້າຈີ່, ເຂົ້າປຸ້ນຊີ້ນປີ້ງ, ກາເຟ, ບັນ ກວັນ....ສ່ວນນະຄອນເຫວ້ ເປັນນະ ຄອນຫລວງເກົ່າແກ່ ທີ່ຍັງຄົງຮັກ ສາ ແລະ ອະນຸລັກຮັກສາບັນດາສະ ຖາປັດຕະຍະກຳອັນຍິ່ງໃຫຍ່ ລວມ ເຖິງຜົນງານສິລະປະທີ່ສວຍສົດ ງົດງາມ ດ້ວຍຄຸນຄ່າປະຫວັດສາດ ແລະ ວັດທະນະທຳພິເສດ. ດ້ວຍຈຸດພິເສດດ້ານການທ່ອງ ທ່ຽວດັ່ງກ່າວ ໃນແຕ່ລະປີຈຳນວນ ນັກທ່ອງທ່ຽວທີ່ໄປທ່ຽວປະເທດ ຫວຽດນາມ ຈຶ່ງນັບມື້ເພີ່ມຂຶ້ນ. ໃນ ນັ້ນ ສະເພາະນັກທ່ອງທ່ຽວລາວ ໄປ ຫວຽດນາມໄດ້ເພີ່ມຂຶ້ນຢ່າງວ່ອງ ໄວໃນເຄິ່ງຕົ້ນປີ 2023 ດ້ວຍອັດ ຕາເຕີບໂຕສູງເຖິງ 117 , ຢືນອັນ ດັບທີ 3 ກ່ຽວກັບລະດັບຈຳນວນນັກ ທ່ອງທ່ຽວສາກົນໄປຫວຽດນາມ, ຖັດມາແມ່ນກຳປູເຈຍ (338 ) ແລະ ອິນເດຍ (236 ). ບັນດາ ສະຖານທີ່ທີ່ນັກທ່ອງທ່ຽວຕ່າງປະ ເທດ ນິຍົມໄປທ່ຽວຫວຽດນາມ ແມ່ນນະຄອນແຄມທະເລທາງ ພາກ ກາງ ຄື: ນະຄອນດາໜັງ, ເມືອງ ເກົ່າໂຮຍອານ, ດາຫລາດ, ຍາຈ່າງ, ຫວູງເຕົ່າ, ຟູ໋ກວກ. ການເພີ່ມຂຶ້ນ ຂອງຈຳນວນນັກທ່ອງທ່ຽວ ສາກົນ ແມ່ນສະແດງໃຫ້ເຫັນວ່າຂະແໜງ ທ່ອງທ່ຽວຫວຽດນາມພວມຟື້ນຟູ ພາຍຫລັງການລະບາດຂອງພະ ຍາດໂຄວິດ-19. ຄວາມນິຍົມພໍສົມຄວນຈາກນັກ ທ່ອງທ່ຽວເປັນຕົ້ນ: ເຊີນດົງຢູ່ ແຂວງ ກວາງບິ່ງ ເຊິ່ງມີຖ້ຳໃຫຍ່ທີ່ສຸດໃນ ໂລກ, ຫງູແຮ່ງເຊີນ ຢູ່ດ່ານັ້ງ ແລະ ດອນຊາຍຢູ່ມຸຍແນແຂວງບິ່ງທ້ວນ. ໃນຂະດຽວ ກັນນະຄອນຫລວງຮ່າ ໂນ້ຍ ແລະ ນະຄອນເຫວ້ ຍັງຖືກຈັດ ອັນດັບ 10 ນະຄອນ ແຖວໜ້າອາ * ສປ ຈີນເປີດໄຟຂຽວໃຫ້ ສປປ ລາວ ໄດ້ສິດສົ່ງພືດກະສິກໍາໄປຕະຫລາດ ຈີນ 10 ກວ່າລາຍການ ໃນນັ້ນມີມັນ ຕົ້ນ, ຖົ່ວ, ສາລີ, ໝາກເດືອຍ ແລະ ພືດ ຜັກອື່ນໆ ຂະນະທີ່ ຜູ້ປະກອບການປູກ ໝາກມີ້ ແລະ ຖົ່ວລຽນລາວຕັ້ງເປົ້າວ່າ ຈະສົ່ງອອກໝາກມີ້ໄປຕະຫລາດຈີນ ຕົ້ນປີ 2024 ນີ້. ສປປ ລາວ ແມ່ນໜຶ່ງ ໃນ 10 ປະເທດສະມາຊິກທີ່ພວມສົນ ໃຈເປັນພິເສດໃນການປູກໝາກຖົ່ວ ລຽນ ແລະ ໝາກມີ້ ສົ່ງໄປຕະຫລາດ ຕ່າງປະເທດ ພາຍຫລັງຄວາມຕ້ອງ ການທີ່ມີທ່າອ່ຽງເພີ່ມຂຶ້ນແບບກ້າວ ກະໂດດ. ດັ່ງທີ່ຮູ້ນໍາກັນ ສປປ ລາວ ໄດ້ເລີ່ມ ປູກຖົ່ວລຽນມາແຕ່ປີ 1915 ໂດຍ ແມ່ນພັນພື້ນເມືອງທີ່ນໍາເຂົ້າມາທົດ ລອງປູກໃນພາກໃຕ້ ຂອງ ສປປ ລາວ ໂດຍສະເພາະໃນເຂດເມືອງປາກຊ່ອງ ແຂວງຈໍາປາສັກ ແຕ່ເມື່ອເວລາຜ່ານ ໄປຈົນເຖິງປັດຈຸບັນນີ້ ໝາກຖົ່ວລຽນ ແລະ ໝາກມີ້ ກາຍເປັນຂຸມຊັບສີຂຽວ ເຊິ່ງບໍ່ພຽງແຕ່ປະເທດລາວ ໃຫ້ຄວາມ ສົນໃຈຢາກປູກຕົ້ນໄມ້ຊະນິດດັ່ງກ່າວ ບັນດາຊາດອາຊຽນກໍແຂ່ງຂັນກັນຢ່າງ ເປັນຂະບວນເປັນຕົ້ນແມ່ນໄທ, ຫວຽດ ນາມ, ມາເລເຊຍ, ອິນໂດເນເຊຍ, ຟິ ລິບປິນ ແລະ ກໍາປູເຈຍ. ຕາມການ ລາຍງານຂອງໜັງສືພິມບາງກອກ ໂຟດ ແລະ ເດີເນຊັນ ເປີດເຜີຍຫວ່າງ ບໍ່ດົນມານີ້ວ່າ: ປະເທດໄທຍັງຄອງອັນ ດັບໜຶ່ງໃນອາຊຽນ ທີ່ເປັນຜູ້ສົ່ງອອກ ຖົ່ວລຽນໄປຕ່າງປະເທດ. ປີ 2023 ນີ້ຄາດວ່າໄທ ຈະສົ່ງອອກຖົ່ວລຽນ ໄດ້ເຖິງ 700.000 ໂຕນ, ມູນຄ່າ ຫລາຍຕື້ໂດລາ, ສະເລ່ຍ 80 ຂອງ ຕະຫລາດຖົ່ວລຽນໃນອາຊຽນ, ຮອງ ລົງມາແມ່ນຫວຽດນາມ 4 ແລະ ທີ່ເຫລືອແມ່ນສະມາຊິກອາຊຽນນັ້ນ ເອງ, ໂດຍສ່ວນໃຫຍ່ຂອງຕະຫລາດ ຖົ່ວລຽນແມ່ນຈະສົ່ງໄປປະເທດຈີນ ຜ່ານເສັ້ນທາງລົດໄຟ ລາວ-ຈີນ. ນັບ ແຕ່ປີ 2018-2019 ເປັນຕົ້ນມາ, ມີ ນັກລົງທຶນຕ່າງປະເທດໂດຍສະເພາະ ຈີນ ແລະ ຫວຽດນາມ ໄດ້ເຂົ້າມາທາບ ທາມເນື້ອທີ່ປູກໝາກຖົ່ວລຽນ ມີທ່າ ອ່ຽງເພີ່ມຂຶ້ນຢ່າງກວ້າງຂວາງ ໃນ ສປປ ລາວ ຍ້ອນເຫດໄດ້ລາຄາສູງ, ບໍ່ທໍາລາຍສິ່ງແວດລ້ອມ, ອາຍຸຂອງ ຕົ້ນຖົ່ວລຽນຍືນຍົງເຖິງ 50-70 ປີ, ເມື່ອຕົ້ນຖົ່ວລຽນໃຫຍ່ແລ້ວຈະບໍ່ໄດ້ ບົວລະບັດຍາກ ແລະ ອື່ນໆ, ໂດຍມີການ ຄາດຄະແນວ່າເນື້ອທີ່ປູກຖົ່ວລຽນໃນ ສປປ ລາວໜ້າຈະມີສູງ 1.000 ກວ່າ ເຮັກຕາ ໃນນັ້ນມີທັງຄົນລາວເອງເປັນ ເຈົ້າຂອງ ແລະ ຕ່າງປະເທດ. ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ນັກທຸລະກິດປູກໝາກຖົ່ວລຽນ-ປູກ ໝາກມີ້ ໄດ້ເປີດເຜີຍວ່າ: ຕົນເອງຄິດຖືກ ແລ້ວໃນການຕັດສິນໃຈຕັດຕົ້ນກ້ວຍ ຖິ້ມ ແລະ ຢຸດປູກກ້ວຍ ເຖິງແມ່ນມັນຈະ ສ້າງລາຍໄດ້ ແຕ່ລະປີບໍ່ໜ້ອຍກໍຕາມ ແຕ່ຫາກຄິດແບບວິທະຍາສາດ ແລະ ເບິ່ງກວ້າງແນມໄກນັ້ນເຫັນວ່າການ ປູກຖົ່ວລຽນ ແລະ ໝາກມີ້ ຈະເປັນ ຂຸມ ຊັບທີ່ຍືນຍົງຍາວນານກວ່າປູກກ້ວຍ ເພາະອາຍຸຂອງມັນ ຈະສາມາດຢູ່ນໍາ ເຖິງ 30-70 ປີ ແລະ ໃຫ້ຜົນຜະລິດແນ່ ນອນກວ່າການປູກຖົ່ວລຽນ ແລະ ໝາກ ມີ້ ອາດລໍາບາກໃນການເບິ່ງແຍງ, ບົວ ລະບັດ ແລະ ເອົາໃຈໃສ່ເປັນພິເສດແຕ່ ຫາກເມື່ອມັນໃຫຍ່ຂຶ້ນ ກໍບໍ່ຈໍາເປັນຕ້ອງ ເຮັດທຸກຢ່າງພຽງແຕ່ເບິ່ງແຍງ ແລະ ຕິດຕາມສັດຕູພືດ, ຫົດນໍ້າ, ໃຫ້ຝຸ່ນ ມັນ, ຕົກແຕ່ງກິ່ງງ່າເທົ່ານັ້ນ. ປັດຈຸບັນ ນີ້ຕົນ ເອງໄດ້ນໍາໃຊ້ເນື້ອທີ່ທັງໝົດ 300 ກວ່າເຮັກຕາ. ໃນນັ້ນ, ປູກໝາກ ຖົ່ວລຽນ 100 ເຮັກຕາ, ໝາກມີ້ 100 ກວ່າເຮັກຕາ ແລະເນື້ອທີ່ເຫລືອຍັງສືບ ຕໍ່ປູກໄປເລື້ອຍໆ. ແຕ່ໝາກຖົ່ວລຽນ ແລະ ໝາກມີ້ ທີ່ນໍາມາປູກໃນສວນຂອງ ພວກເຮົາ ໄດ້ເນັ້ນແຕ່ແນວພັນສະເພາະ ເທົ່ານັ້ນ ຕົວຢ່າງໝາກມີ້ ມີ 2 ຊະນິດ ຄື: ແດງສຸລິຍາ (ໝາກມີ້ຂັ່ງ) ແລະ ທະວາຍປີດຽວ. ສ່ວນ ໝາກຖົ່ວລຽນ ແມ່ນ ພັນໝອນທອງ ເທົ່ານັ້ນ ແລະ ຄາດ ວ່າຕົ້ນປີ 2024 ນີ້ຈະສົ່ງອອກໝາກມີ້ ໄປປະເທດຈີນກ່ອນໝູ່ ປະມານຫລາຍ ຮ້ອຍໂຕນ, ສ່ວນໝາກຖົ່ວລຽນ ຈະ ສົ່ງອອກປີ 2025. ສໍາລັບການຂົນສົ່ງ ຄາດວ່າຈະໃຊ້ເສັ້ນທາງລົດໄຟລາວຈີນເພາະມັນສະດວກສະບາຍກວ່າ, ປະຢັດເວລາ, ປະຢັດຕົ້ນທຶນຂົນສົ່ງ, ເຮັດໃຫ້ໝາກໄມ້ມີຄວາມສົດກວ່າຂົນ ສົ່ງທາງລົດ, ເຮືອກໍາປັ່ນ ແລະ ອື່ນໆ.
RkJQdWJsaXNoZXIy MTc3MTYxMQ==