gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 14/07/2023 xtgmf]k; 4 3]d c]t gsfdko ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ 7totde,tdkowvptdko xt-k-q ol6 'l5 f gxu fdv'xt-5 ,ltw\lk,a ogmn j vmu 8 ສະພາແຫ່ງຊາດ ພິຈາລະນາ... ຜູ້ປະກອບການທຸລະກິດ... ພະນັກງານຫລັກແຫລ່ງ... ທົ່ວປະເທດ ພ້ອມກັນ... ຂປລ. ພິທີເປີດຊຸດຮຽນທິດສະດີ ການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະ ມາຊິກພັກ-ພະນັກງານຫລັກແຫລ່ງ ແລະ ພະນັກງານສືບທອດອ້ອມ ຂ້າງກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນທີ 13 ກໍລະກົດ2023 ໂດຍການເຂົ້າຮ່ວມຂອງສະຫາຍ ໂພສີ ແກ້ວມະນີວົງ ຄະນະປະຈໍາ ພັກ, ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ສະຫາຍ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງ ແລະ ສໍາ ມະນາກອນ 40 ສະຫາຍ, ຍິງ 21 ສະຫາຍ ເຂົ້າຮ່ວມ. ຈຸດປະສົງຂອງການຈັດຕັ້ງບໍາ ລຸງທິດສະດີການເມືອງຄັ້ງນີ້, ເພື່ອ ຍົກລະດັບຄວາມຮູ້, ຄວາມສາມາດ ດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງ ນະໂຍບາຍຂອງພັກ, ການຄຸ້ມຄອງ ຂອງລັດ, ເຮັດໃຫ້ຜູ້ເຂົ້າຮ່ວມມີແນວ ຄິດທັດສະນະຫລັກໝັ້ນຊົນຊັ້ນກຳ ມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການ ນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມ ການ ກໍຄື ພາລະກິດປ່ຽນແປງໃໝ່ ຢ່າງມີຫລັກການຂອງພັກ,ມີຄຸນ ສົມບັດສິນທຳປະຕິວັດ, ມີຄວາມ ຈົງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາ ຊົນ, ມີຄວາມຫ້າວຫັນເປັນແບບ ຢ່າງໃນທຸກວຽກງານທີ່ຕົນຮັບຜິດ ຊອບ, ສ້າງພະນັກງານ-ລັດຖະ ກອນໃຫ້ມີຄຸນທາດການເມືອງຢ່າງ ໜັກແໜ້ນ, ມີລະດັບຄວາມສາມາດ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິ ຂປລ. ເນື່ອງໃນໂອກາດວັນອະ ນຸລັກສັດນໍ້າ-ສັດປ່າ ວັນທີ 13 ກໍລະ ກົດ 2023 , ບັນດາຂະແໜງການຢູ່ ສູນກາງ ແລະ ທ້ອງຖິ່ນ ໄດ້ພ້ອມກັນ ປ່ອຍປາ ແລະ ສັດນໍ້າ-ສັດປ່າຄືນສູ່ ທຳມະຊາດ ໂດຍໃນປີນີ້ທົ່ວປະເທດ ຕັ້ງເປົ້າຈະປ່ອຍໃຫ້ໄດ້ 62 ລ້ານໂຕ. ສຳລັບການສະຫລອງວັນອະນຸ ລັກສັດນໍ້າ-ສັດປ່າ ໃນປີນີ້ບັນດາ ແຂວງຕ່າງໆທົ່ວປະເທດ ແມ່ນຈັດ ພິທີປ່ອຍປາລົງສູ່ແຫລ່ງນໍ້າທຳມະ ຊາດຕ່າງໆ ເລີ່ມແຕ່ທ້າຍເດືອນ ມິຖຸນາ ຜ່ານມາ ໂດຍເນັ້ນໃສ່ແນວ ພັນປ່າພື້ນເມືອງເຊັ່ນ: ປາປາກ, ປາໄນ, ປາເກັດແລບ...ເພື່ອແນໃສ່ ຄືນຄວາມອຸດົມສົມບູນໃຫ້ແຫລ່ງ ນໍ້າທຳມະຊາດ. ໃນນັ້ນ, ສະເພາະຢູ່ ແຂວງວຽງຈັນ ໄດ້ປ່ອຍປາໃນວັນ ທີ 13 ກໍລະກົດ ໂດຍການໃຫ້ກຽດ ເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິ ດຳພາ ເຈົ້າແຂວງວຽງຈັນ ໂດຍໄດ້ ປ່ອຍປາ 30 ພັນກວ່າໂຕລົງ ສູ່ ແຫລ່ງນໍ້າທຳມະຊາດ ຊຶ່ງໄດ້ຮັບ ການສະໜອງລູກປາ ຈາກສູນຜະ ລິດແນວພັນປາແຂວງວຽງຈັນ. ໃນທຸກພາກສ່ວນທັງພາກລັດ ແລະ ເອກະຊົນ ທົ່ວແຂວງວຽງຈັນໄດ້ ຂປລ. ການຄວບຄຸມ ແລະ ອານຸ ຍາດອອກປ້າຍໂຄສະນາຢູ່ພາຍ ໃນ ເມືອງໄຊທານີ ຍັງພົບຫລາຍບັນຫາ ເນື່ອງຈາກມີຜູ້ປະກອບການທຸລະ ກິດຈຳນວນຫລາຍ ຍັງບໍ່ເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືໃນການແຈ້ງ ດຳເນີນການຂໍຂຶ້ນປ້າຍໂຄສະນາ ນຳພາກສ່ວນຮັບຜິດຊອບວຽກ ງານດ້ານປ້າຍຂອງຫ້ອງການຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ເມືອງເຮັດໃຫ້ ມີປ້າຍໂຄສະນາຕິດຕັ້ງບໍ່ເປັນລະ ບຽບ, ຕິດຕັ້ງຊະຊາຍ,ປ້າຍບໍ່ມີເຈົ້າ ຂອງ, ມີການລັກຕິດຕັ້ງປ້າຍໂຄ ສະນາ, ປ້າຍບໍ່ໄດ້ມາດຕະຖານຕາມ ກຳນົດ ແລະ ບໍ່ຖືກຕ້ອງຕາມຫລັກ ການໃຊ້ພາສາລາວ ເຊິ່ງຈະພົບເຫັນ ຕາມເສັ້ນທາງໂດຍສະເພາະຖະໜົນ ໄກສອນ ພົມວິຫານ, ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 13 ໃຕ້) ອີງຕາມການເກັບກຳຂໍ້ມູນຂອງ ຫ້ອງການ ຖວທ ເມືອງໄຊທານີ ເຫັນວ່າມີພຽງ 58 ປ້າຍໂຄສະນາ ທົ່ວເມືອງ ທີ່ໄດ້ດຳເນີນການແຈ້ງ ຂຶ້ນທະບຽນປ້າຍຖືກຕ້ອງຕາມ ລະບຽບ. ໃນວັນທີ 13 ກໍລະກົດ 2023 ນີ້, ທ່ານ ຄູນມີ ລາດຊະພົນ ຫົວໜ້າ ຫ້ອງການຖະແຫລງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວເມືອງ ໄຊທານີ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກ ຂ່າວສານປະເທດລາວ ກ່ຽວກັບ ການຄວບຄຸມປ້າຍ ແລະ ອານຸຍາດ ການອອກປ້າຍໂຄສະນາພາຍໃນ ເມືອງໄຊທານີວ່າ: ຕໍ່ບັນຫາດັ່ງ ກ່າວ, ໄລຍະຜ່ານມາເຈົ້າເມືອງ ໄຊທານີ ກໍໄດ້ອອກຂໍ້ຕົກລົງເລກ ທີ 454/ຈມ,ຊທນ ລົງວັນທີ 27 ມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ສັດນ້ຳ ແລະ ການປະມົງ ສະບັບປັບ ປຸງ ເພື່ອໃຫ້ສະມາຊິກສະພາແຫ່ງ ຊາດ ປະກອບຄຳເຫັນໃສ່ຮ່າງກົດ ໝາຍດັ່ງກ່າວ ໃຫ້ມີເນື້ອໃນຄົບ ຖ້ວນ, ສົມບູນ, ຮັດກຸມ ແລະ ສາມາດ ນຳໄປຈັດຕັ້ງປະຕິບັດຢ່າງມີປະສິດ ທິພາບ ແລະ ປະສິດທິຜົນພາຍຫລັງ ຖືກຮັບຮອງ ຈາກສະພາແຫ່ງຊາດ. ທ່ານ ເພັດ ພົມພິພັກ ລາຍງານ ໃຫ້ຮູ້ວ່າ: ຮ່າງກົດໝາຍວ່າດ້ວຍ ສັດນໍ້າ ແລະ ການປະມົງ ໄດ້ມີການ ປັບປຸງມາຈາກກົດໝາຍວ່າດ້ວຍ ການປະມົງ ສະບັບປັດຈຸບັນ ເຊິ່ງມີ 10 ພາກ, 10 ໝວດ, 72 ມາດຕາ ໂດຍແຍກເອົາວຽກງານສັດນໍ້າ ຈາກກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ມາຢູ່ກັບກົດໝາຍວ່າດ້ວຍ ການປະມົງ ເພື່ອໃຫ້ສອດຄ່ອງກັບ ສະພາບການຄຸ້ມຄອງຂອງປະເທດ ເຮົາໃນປັດຈຸບັນ ແລະ ໃນຕໍ່ໜ້າ, ພ້ອມທັງສອດຄ່ອງກັບການພົວພັນ ຮ່ວມມືກັບພາກພື້ນ ແລະ ອົງການ ຈັດຕັ້ງສາກົນ ທີ່ກ່ຽວຂ້ອງໄດ້ດີ ກວ່າເກົ່າ. ສະນັ້ນ, ຮ່າງກົດໝາຍວ່າ ດ້ວຍສັດນໍ້າ ແລະ ການປະມົງສະ ບັບປັບປຸງນີ້ ປະກອບມີ 11 ພາກ, 11 ໝວດ ແລະ 99 ມາດຕາ ເຊິ່ງ ມີການປັບປຸງທັງໝົດ 40 ມາດຕາ, ເພີ່ມໃໝ່ 57 ມາດຕາ ແລະ ຮັກສາ ໄວ້ 2 ມາດຕາ. ຜ່ານການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍການປະມົງ ໃນໄລຍະ ຜ່ານມາເຫັນວ່າ ປະເທດເຮົາມີ ເຄື່ອງມືທີ່ສຳຄັນໃນການຄຸ້ມຄອງ ວຽກງານສັດນໍ້າ ແລະ ການປະມົງ ຢ່າງມີປະສິດທິພາບ, ປະສິດທິຜົນ ເຮັດໃຫ້ການຜະລິດ ແລະ ສະໜອງ ສັດນໍ້າຂອງຊາດມີການເຕີບໃຫຍ່ ຂະຫຍາຍຕົວສາມາດປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ- ສັງຄົມແຫ່ງຊາດ ແລະ ສ້າງລາຍຮັບ ໃຫ້ແກ່ປະຊາຊົນເພີ່ມຂຶ້ນໃນ ແຕ່ລະ ປີຢ່າງຕໍ່ເນື່ອງ. ແຕ່ເຖິງຢ່າງໃດກໍ ຕາມອີງໃສ່ສະພາບການພັດທະນາ, ການຂະຫຍາຍຕົວທາງດ້ານເສດ ຖະກິດ-ສັງຄົມ ແລະ ການພົວພັນ ຮ່ວມມືກັບພາກພື້ນ ແລະ ສາກົນ ໃນປັດຈຸບັນທີ່ນັບມື້ນັບມີການປ່ຽນ ແປງ ຢ່າງໄວວາ; ສະນັ້ນ, ຈຶ່ງເຫັນ ວ່ານິຕິກໍາດັ່ງກ່າວໄດ້ມີເນື້ອໃນ ບາງດ້ານຍັງບໍ່ສອດຄ່ອງກັບສະ ພາບຄວາມເປັນຈິງໃນປັດຈຸບັນ ເຊິ່ງ ເຮັດໃຫ້ເກີດມີຂໍ້ຈຳກັດໃນການ ຄຸ້ມຄອງວຽກງານສັດນໍ້າ ແລະ ການປະມົງ ໃນໄລຍະໃໝ່. ພາຍຫລັງຮ່າງກົດໝາຍວ່າ ດ້ວຍສັດນໍ້າ ແລະ ການປະມົງໄດ້ຖືກ ຮັບຮອງ ແລະ ປະກາດໃຊ້ແລ້ວຈະ ເປັນບ່ອນອີງທາງດ້ານນິຕິກຳທີ່ ໜັກແໜ້ນໃນການຄຸ້ມຄອງວຽກ ງານສັດນໍ້າ ແລະ ການປະມົງຂອງ ເຈົ້າໜ້າທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ, ທັງສ້າງຄວາມເຊື່ອ ໝັ້ນໃຫ້ແກ່ສັງຄົມ, ບຸກຄົນ, ນິຕິບຸກ ຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ກັບການເຄື່ອນໄຫວກິດຈະການ ດ້ານການລ້ຽງ, ການຫາ ແລະ ປຸງ ແຕ່ງສັດນໍ້າໃຫ້ສູງຂຶ້ນ. ພ້ອມທັງຈະ ເຮັດໃຫ້ການຄຸ້ມຄອງສັດນໍ້າ ແລະ ການປະມົງຖືກຕ້ອງ, ເປັນທຳ,ໂປ່ງ ໄສ, ລວມສູນ, ເປັນເອກະພາບມີປະ ສິດທິພາບ ແລະ ປະສິດທິຜົນດີຂຶ້ນ. ປອດອາວຸດນິວ ເຄລຍ ອາຊີຕາເວັນ ອອກສ່ຽງໃຕ້ ໂດຍການເປັນປະ ທານຂອງ ທ່ານ ນາງ ເÓັດໂນ ມາຊູດີ ລັດຖະມົນຕີ ຕ່າງປະເທດອິນ ໂດເນເຊຍ ແລະ ມີບັນດາລັດຖະມົນ ຕີຕ່າງປະເທດອາຊຽນເຂົ້າຮ່ວມ. ພ້ອມນີ້, ລັດຖະມົນຕີຕ່າງປະເທດ ຂອງ ຕີມໍແລັດສະເຕ ກໍໄດ້ເຂົ້າຮ່ວມ ໃນຖານະປະເທດສັງເກດການ, ກອງປະຊຸມໄດ້ທົບທວນຄືນຄວາມ ຄືບໜ້າຂອງການຈັດຕັ້ງປະຕິບັດ ແຜນງານ ຂອງສົນທິສັນຍາເຂດ ປອດອາວຸດນິວເຄລຍອາຊີຕາເວັນ ອອກສ່ຽງໃຕ້ (2023-2027) ແລະ ປຶກສາຫາລືກ່ຽວກັບການລົງ ນາມອະນຸສັນຍາຂອງສົນທິສັນຍາ ດັ່ງກ່າວ ໂດຍປະເທດທີ່ມີອາວຸດນິວ ເຄລຍຄອບຄອງ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງລັດຖະມົນຕີຕ່າງປະເທດ ອາຊຽນ ແລະ ຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນວ່າ ດ້ວຍສິດທິມະນຸດ(ໄອຈາ) ໃນໂອ ກາດນີ້, ລັດຖະມົນຕີຕ່າງປະເທດ ອາຊຽນ ໄດ້ຮັບຟັງການລາຍງານ ຄວາມຄືບໜ້າຂອງການຈັດຕັ້ງປະ ພ້ອມທັງຈະເຮັດໃຫ້ສັດນໍ້າ ແລະ ຜະລິດຕະພັນສັດນໍ້າຂອງ ສປປ ລາວ ມີຄຸນນະພາບ ແລະ ມີຄວາມປອດ ໄພສູງຂຶ້ນ. ຂ່າວ: ທະນູທອງ ພາບ: ຂັນໄຊ ບັດຕາມແນວທາງນະໂຍບາຍຂອງ ພັກ ໃຫ້ເກີດດອກອອກຜົນຢ່າງແທ້ ຈິງ ແນໃສ່ເຮັດໃຫ້ພະນັກງານ- ລັດ ຖະກອນມີຄວາມຮູ້ສົມຄູ່ທາງດ້ານ ທິດສະດີ ແລະ ພຶດຕິກຳ, ນຳໃຊ້ ຄວາມຮູ້ດັ່ງກ່າວ ເຂົ້າໃນວຽກງານ ຂອງຕົນຮັບຜິດຊອບໃຫ້ມີປະສິດທິ ພາບສູງຂຶ້ນ. ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນຄັ້ງນີ້, ຈະດຳເນີນໄປຮອດ ວັນທີ 12 ຕຸລາ2023 ໂດຍຜູ້ເຂົ້າ ຮ່ວມຈະໄດ້ຄົ້ນຄວ້າຮໍ່າຮຽນ 7 ກຸ່ມ ວິຊາ ແລະ ຂຽນບົດທົບທວນຈົບ ຂັ້ນ ລວມທັງໝົດ 55 ບົດ, 420 ຊົ່ວ ໂມງ, ປະກອບມີກຸ່ມວິຊາປັດຊະຍາ ມາກ-ເລນິນ, ເສດຖະສາດການ ເມືອງມາກ-ເລນິນ, ລັດທິສັງຄົມນິ ຍົມວິທະຍາສາດ, ແນວຄິດໄກສອນ ພົມວິຫານ, ພື້ນຖານການຄຸ້ມຄອງ ບໍລິຫານລັດ, ປະຫວັດສາດພັກ ແລະ ກໍ່ສ້າງພັກ. ນອກຈາກນີ້, ສໍາມະນາ ກອນຍັງຈະໄດ້ໄປທັດສະນະສຶກສາ ພາຍໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງ, ເຄື່ອນໄຫວກິດ ຈະກຳຕ່າງໆ ຕື່ມອີກ. ສະຫາຍ ໂພສີ ແກ້ວມະນີວົງ ໄດ້ກ່າວວ່າ: ຍ້ອນຄວາມເຊື່ອໝັ້ນ ແລະ ມຸ່ງຫວັງຢາກຊຸກຍູ້ສົ່ງເສີມ ໃຫ້ບັນດາສະຫາຍກາຍເປັນພະນັກ ງານຫົວຈັກຫລັກແຫລ່ງ, ສືບທອດ ປ່ຽນແທນ, ຊີ້ນໍາບັນຊາໃນຂະແໜງ ການວຽກງານຕ່າງໆຢູ່ໃນກົມ, ກອງທີ່ຕົນສັງກັດຢູ່. ສະນັ້ນ, ການ ຈັດຕັ້ງຈຶ່ງໄດ້ຄັດຈ້ອນເລືອກເຟັ້ນ ເອົາພວກສະຫາຍ ເຂົ້າຮ່ວມໃນຊຸດ ຮຽນຄັ້ງນີ້ ເຊິ່ງມັນໄດ້ເປັນຂີດໝາຍ ຢັ້ງຢືນໃຫ້ເຫັນວ່າ ພັກ-ລັດ ແລະ ການຈັດຕັ້ງພ້ອມແລ້ວທີ່ຈະປະ ກອບຄວາມຮູ້ ແລະ ຄວາມພ້ອມ ທາງດ້ານທິດສະດີການເມືອງແນວຄິດໃຫ້ແກ່ພວກສະຫາຍ ເພື່ອ ຈະໄດ້ເກັບກຳບົດຮຽນໄປໝູນໃຊ້ ໃຫ້ຖືກຕ້ອງເຂົ້າໃນການປະຕິບັດ ໜ້າທີ່ການເມືອງຂອງຕົນໄດ້ເປັນ ຢ່າງດີໃນອະນາຄົດ, ໃຫ້ມີຜົນປະ ໂຫຍດຕໍ່ການຈັດຕັ້ງຕໍ່ພັກ-ລັດ, ຕໍ່ ປະເທດຊາດ ແລະ ປະຊາຊົນ. ພ້ອມ ນີ້ ສະຫາຍຍັງໄດ້ຮຽກຮ້ອງແລະ ແນະນຳໃຫ້ສຳມະນາກອນຈົ່ງຕັ້ງ ອົກຕັ້ງໃຈເຂົ້າຮ່ວມການຮຽນຊຸດ ນີ້ຢ່າງເປັນປົກກະຕິ ເພື່ອຕິດຕາມ ເກັບກໍາເອົາບົດຮຽນ, ຄວາມຮູ້ ແລະ ພຶດຕິກໍາຕົວຈິງຈາກຄູ-ອາຈານ ທີ່ຖ່າຍທອດໃຫ້ຢ່າງເຕັມເມັດເຕັມ ໜ່ວຍ, ເປັນລະບົບຕໍ່ເນື່ອງເລິກ ເຊິ່ງເຖິງຖອງ ເພື່ອເປັນພື້ນຖານ ຄວາມຮູ້ໃຫ້ແກ່ຕົນເອງ ໃນການນໍາ ໃຊ້ເຂົ້າໃນວຽກງານຕົວຈິງໃຫ້ໄດ້ ຮັບຜົນດີ. ມິຖຸນາ 2023 ວ່າດ້ວຍການແຕ່ງ ຕັ້ງຄະນະກໍາມະການຈັດສັນຄວາມ ບໍ່ເປັນລະບຽບຮຽບຮ້ອຍ, ຢູ່ເຂດສະ ຫງວນທາງ, ການແກ້ໄຂປ້າຍ ແລະ ການຂາຍເຄື່ອງຊະຊາຍຕາມ ເສັ້ນທາງພາຍໃນ ເມືອງໄຊທານີ ໂດຍອີງຕາມກົດໝາຍວ່າດ້ວຍ ທາງຫລວງ ສະບັບເລກທີ 24/ ສພຊ, ລົງວັນທີ 12 ທັນວາ 2021 ແລະ ກົດໝາຍວ່າດ້ານຜັງເມືອງ ສະບັບເລກທີ 03/99/ສພຊ, ລົງ ວັນທີ 03 ເມສາ 1999, ກົດໝາຍ ວ່າດ້ວຍປ້າຍ ສະບັບເລກທີ 50/ນຊ, ລົງວັນທີ 21 ມິຖຸນາ 2018, ອີງ ຕາມຄຳສັ່ງແນະນໍາ ສະບັບເລກທີ 010/ຈນວ, ລົງວັນທີ 13 ກັນຍາ 2013 ວ່າດ້ວຍການຄຸ້ມຄອງ ຄວາມເປັນລະບຽບຮຽບຮ້ອຍ ໃນ ການຈາລະຈອນຕາມເສັ້ນທາງ, ການຄຸ້ມຄອງການປຸກສ້າງສ້ອມ ແປງ ແລະ ການຕິດຕັ້ງປ້າຍໂຄສະ ນາຕ່າງໆ ໃນນະຄອນຫລວງວຽງ ຈັນ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ. ເພື່ອເຄື່ອນໄຫວຕິດຕາມກວດກາ ແລະ ແກ້ໄຂ. ພ້ອມນີ້, ທ່ານຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ຍັງໃຫ້ຮູ້ຕື່ມ ກ່ຽວກັບບັນຫາຫາງສຽງທາງ ສື່ສັງຄົມອອນລາຍ ທີ່ຄະນະກໍາມະ ການຈັດສັນຄວາມບໍ່ເປັນລະບຽບ ຮຽບຮ້ອຍ, ຢູ່ເຂດສະຫງວນທາງ, ການແກ້ໄຂປ້າຍ ແລະ ການຂາຍ ເຄື່ອງຊະຊາຍຕາມເສັ້ນທາງພາຍ ໃນ ເມືອງໄຊທານີ ໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງລົງກວດກາ ປ້າຍທີ່ບໍ່ຖືກຕ້ອງຕາມຖະໜົນໄກ ພ້ອມກັນປະກອບສ່ວນປ່ອຍປາສູ່ ແຫລ່ງນໍ້າທຳມະຊາດ ບໍ່ຕໍ່າກວ່າ 2 ລ້ານໂຕ. ອັນໄດ້ປະກອບສ່ວນ ເຮັດໃຫ້ແຫລ່ງນໍ້າຕ່າງໆມີຄວາມອຸ ດົມຍິ່ງຂຶ້ນ. ພ້ອມດຽວກັນ ຢູ່ແຂວງ ໄຊຍະບູລີ ກໍມີແຜນສູ້ຊົນປ່ອຍປາ ໃຫ້ໄດ້ 52 ລ້ານໂຕ. ໃນນີ້, ໄດ້ປ່ອຍ ກ່ອນວັນທີ 13 ກໍລະກົດ2023 ຈໍາ ນວນ 20 ລ້ານກວ່າໂຕ, ປ່ອຍໃນ ວັນທີ 13 ກໍລະກົດ 2023 ນີ້ຈຳ ນວນ 1 ລ້ານກວ່າໂຕ, ມີ 40 ຈຸດໃນ ທົ່ວແຂວງ ແລະ ຈະປ່ອຍຫລັງວັນທີ 13 ກໍລະກົດ 2023 ຈຳນວນ 30 ລ້ານກວ່າໂຕ. ຢູ່ແຂວງອັດຕະປື ໃນ ປີນີ້ແມ່ນມີແຜນປ່ອຍປາ ຈຳນວນ 4 ລ້ານກວ່າໂຕ ລົງຢູ່ແຫລ່ງນໍ້າ ທຳມະຊາດ, ວັງສະຫງວນຢູ່ບັນດາ ເມືອງ ທົ່ວແຂວງ. ສ່ວນຢູ່ແຂວງ ສະຫວັນນະເຂດ ອຳນາດການປົກ ຄອງແຂວງ ໄດ້ຈັດພິທີປ່ອຍປາ 2 ພັນກວ່າໂຕ ລົງສູ່ໜອງລວມຂອງ ຫ້ອງວ່າການແຂວງ; ຂະນະທີ່ຢູ່ ເມືອງອຸທຸມພອນ ກໍໄດ້ປ່ອຍປາຈຳ ນວນ 30 ພັນກວ່າໂຕເຊັ່ນດຽວກັນ. ນອກຈາກປ່ອຍປາ ແລ້ວພາກ ສ່ວນຕ່າງໆທີ່ມີເງື່ອນໄຂຍັງປ່ອຍ ສັດປ່າ ຈຳນວນໜຶ່ງຄືນສູ່ແຫລ່ງ ທຳມະຊາດ ເພື່ອເປັນການປະກອບ ສ່ວນ ແລະ ຄືນຄວາມອຸດົມສົມບູນ ໃຫ້ກັບທໍາມະຊາດ ແລະ ພ້ອມກັນ ອະນຸລັກ, ປົກປັກຮັກສາສັດນ້ຳ-ສັດ ປ່າ ເຮັດໃຫ້ຊັບພະຍາກອນທຳມະ ຊາດ, ຊີວະນາໆພັນອັນລ້ຳຄ່າດັ່ງ ກ່າວ ໄດ້ຢູ່ຄຽງຄູ່ກັບພວກເຮົານີ້ຕະ ຫລອດໄປ. ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງຄະນະກໍາມະການໄອ ຍະການປະຊາຊົນສູງສຸດ ຊຸດທີ II ຈັດ ຂຶ້ນໃນວັນທີ 13 ກໍລະກົດ 2023 ໂດຍການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົົງ ການໄອຍະການປະຊາຊົນສູງສຸດ, ປະ ທານຄະນະກຳມະການໄອຍະການ ປະຊາຊົນສູງສຸດ, ມີຮອງປະທານ, ຄະ ນະກຳມະການ ແລະ ກອງເລຂາຄະ ນະກໍາມະການໄອຍະການປະຊາຊົນ ສູງສຸດ ເຂົ້າຮ່ວມ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ພ້ອມກັນປຶກສາຫາລື, ປະກອບຄວາມ ເຫັນຕໍ່ກັບບັນຫາທີ່ພົ້ນເດັ່ນ ເປັນຕົ້ນ ການປັບປຸງພາລະບົດບາດວຽກງານ ຫ້ອງການໃຫ້ຄຳປຶກສາ; ການປ່ຽນ ແປງໃໝ່ໃນລະບົບອົງການໄອຍະ ການປະຊາຊົນ; ປັບປຸງຂໍ້ຕົກລົງຂອງ ຫົວໜ້າອົງການໄອຍະການປະຊາຊົນ ສູງສຸດວ່າດ້ວຍພະນັກງານໄອຍະການ ປະຊາຊົນ ແລະ ສະເໜີເປັນກົດໝາຍ ໃນຕໍ່ໜ້າ; ການສ້າງຕັ້ງຫ້ອງການໄອ ຕໍ່ຈາກໜ້າ ການນຳຂັ້ນສູງ... ສອນ ພົມວິຫານ, ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 13 ໃຕ້ ເຫັນວ່າ ມີການໃຊ້ພາສາລາວບໍ່ຖືກ ຕ້ອງຕາມທີ່ກຳນົດ ແລະ ຕິດຕັ້ງປ້າຍ ຊະຊາຍຢູ່ໃນເຂດສະຫງວນທາງ. ສະນັ້ນ, ທາງໜ່ວຍງານທີ່ກ່ຽວຂ້ອງ ໄດ້ໃຫ້ປັບປ່ຽນຄຳເວົ້າຄືນ ໃໝ່ທີ່ຖືກ ຕ້ອງ, ພ້ອມແນະນຳໃຫ້ຊາວຄ້າ ຂາຍເຂົ້າໄປຂາຍຢູ່ສະຖານທີ່ທີ່ມີ ການຈັດສັນໄວ້ແລ້ວ ເພື່ອຄວາມປອດ ໄພ ແລະ ເປັນລະບຽບຮຽບຮ້ອຍ. ສະນັ້ນ, ຝາກເຖິງບັນດາຮ້ານ ຄ້າ ແລະ ຜູ້ປະກອບການດຳເນີນທຸກ ລະກິດທີ່ຈະມີການໂຄສະນາດ້ານ ປ້າຍ ຫລື ການເຮັດປ້າຍ ແມ່ນຢາກ ໃຫ້ເຂົ້າມາຜ່ານນຳພາກສ່ວນທີ່ຮັບ ຜິດຊອບວຽກດັ່ງກ່າວ ໂດຍຕົງວ່າ ຖືກຕ້ອງຕາມລະບຽບກຳນົດໄວ້ ບ່ໍ. ທັງນີ້, ກໍເພື່ອຮັບປະກັນບໍ່ໃຫ້ມີ ຄວາມຜິດພາດດ້ານການໃຊ້ພາ ສາລາວ, ຮັບປະກັນໄດ້ມາດ ຕະຖານ ການຕິດຕັ້ງ, ຄວາມເປັນລະບຽບ ຮຽບຮ້ອຍຕາມເສັ້ນທາງ ແລະ ສະ ຖານທີ່ຕ່າງໆພາຍໃນເມືອງ, ທັງ ເປັນສ້າງຂະບວນການຕ້ອນຮັບ ການເປັນເຈົ້າພາບຈັດກອງປະຊຸມ ທ່ອງທ່ຽວອາຊຽນຂອງ ສປປ ລາວ ໃນປີ 2024, ທັງເຮັດໃຫ້ເມືອງ ໄຊທານີ ມີຄວາມເປັນລະບຽບຮຽບ ຮ້ອຍ, ມີຄວາມສະອາດຈົບງາມ, ເປັນເມືອງທີ່ໜ້າຢູ່, ຮັບປະກັນ ຄວາມປອດໄພໃນການສັນຈອນ,ບໍ່ ມີສິ່ງກີດຂວາງ, ບໍ່ຂາຍຊະຊາຍ ຕາມແຄມທາງ ຫລື ນຳໃຊ້ເຂດສະ ຫງວນຂອງທາງເປັນບ່ອນຄ້າຂາຍ. ຂ່າວ-ພາບ: ວຽງສະຫວັນ ຕິບັດແຜນວຽກ 5 ປີຂອງໄອຈາ (2021-2025) ໃນວຽກງານ ການສົ່ງເສີມ ແລະ ປົກປ້ອງສິດທິມະ ນຸດໃນພາກພື້ນ. ໃນຕອນບ່າຍ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສືບຕໍ່ນໍາພາຄະນະຜູ້ ແທນລາວ ເຂົ້າຮ່ວມກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນຄັ້ງ ທີ 56 ເຊິ່ງກອງປະຊຸມໄດ້ປຶກສາ ຫາລືກ່ຽວກັບການເສີມສ້າງປະຊາ ຄົມອາຊຽນ ແລະ ການຈັດຕັ້ງປະ ຕິບັດເອກະສານອາຊຽນກ່ຽວກັບ ອິນໂດ-ປາຊີຟິກ ແລະ ໄດ້ຮັບຊາບ ຄວາມຄືບໜ້າການຈັດຕັ້ງປະຕິບັດ ບັນດາບຸລິມະສິດ ສໍາລັບການເປັນ ປະທານ ອາຊຽນຂອງອິນໂດເນເຊຍ ໃນປີ 2023. ລັດຖະມົນຕີຕ່າງປະ ເທດອາຊຽນ ຍັງໄດ້ຮັບຮອງເອົາ ຖະແຫລງການຮ່ວມຂອງກອງປະ ຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 56. ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ແຈ້ງໃຫ້ກອງປະຊຸມ ຊາບກ່ຽວກັບການກະກຽມກອງ ປະຊຸມສໍາຄັນຕ່າງໆ ທີ່ຈະຈັດໃນປີ 2024 ພາຍໃຕ້ການເປັນປະທານອາ ຊຽນ ຂອງ ສປປ ລາວ. ໃນມື້ດຽວກັນ,ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍ ກັບລັດຖະມົນຕີຕ່າງ ປະເທດ ສສ ຫວຽດນາມ ແລະ ບÓູໄນ ດາÓູຊາ ລາມ ເພື່ອປຶກສາຫາລືກ່ຽວກັບການ ພົວພັນຮ່ວມມືສອງຝ່າຍ. ຍະການປະຊາຊົນເຂດປະຈຳເມືອງ ເພີ່ມຕື່ມ 5-7 ເຂດ ພາຍໃນປີ 2023; ການປະຕິບັດນະໂຍບາຍຕໍ່ພະນັກງານ ໄອຍະການປະຊາຊົນ; ປຶກສາກ່ຽວ ກັບພາລະບົດບາດການຕິດຕາມກວດ ກາການດຳເນີນຄະດີແພ່ງ ແລະ ການ ສັ່ງຟ້ອງຜູ້ຖືກຫາຂຶ້ນສານໂດຍກົງ. ໂອກາດນີ້, ທ່ານປະທານກອງ ປະຊຸມໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນໜັກ ໃຫ້ຄະນະກຳມະການໄອຍະການປະ ຊາຊົນສູງສຸດ ຕ້ອງເພີ່ມທະວີຄວາມ ເອົາໃຈໃສ່ໃນການຄົ້ນຄວ້າ, ເຊື່ອມ ຊຶມ ແລະ ກຳແໜ້ນເນື້ອໃນຈິດໃຈຜົນຂອງ ກອງປະຊຸມ ແລະ ບັນດາແຜນວຽກ ຈຸດສຸມໃນໄຕມາດ III ປີ 2023 ຢ່າງ ເລິກເຊິ່ງ, ຫັນເປັນອັນລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນ ຈິງ. ນອກນັ້ນ, ກໍຕ້ອງເພີ່ມທະວີໃນ ການນຳພາ-ຊີ້ນຳຂອງຄະນະກຳມະ ການໄອຍະການປະຊາຊົນສູງສຸດຢ່າງ ມີຈຸດສຸມແທດເຖິງຕໍ່ການປະຕິບັດໜ້າ ທີ່ວຽກງານຂອງສະມາຊິກພັກ ແລະ ພະນັກງານ, ເອົາໃຈໃສ່ຕິດຕາມ,ຊຸກ ຍູ້ບັນດາວຽກງານປິ່ນອ້ອມ, ສິ່ງເອື້ອ ອຳນວຍຄວາມສະດວກໃຫ້ແກ່ການ ເຄື່ອນໄຫວວຽກງານໃຫ້ດີ ແລະ ທັນ ເວລາ ເພື່ອເຮັດໃຫ້ການດຳເນີນຄະດີ ໄປຕາມກົດໝາຍ ແລະ ລະບຽບຫລັກ ການ, ຮັບປະກັນໃຫ້ການດຳເນີນຄະດີ ໄປຕາມຂະບວນການຍຸຕິທຳ, ສັງຄົມ ມີຄວາມສະຫງົບ ແລະ ມີຄວາມເປັນ ລະບຽບຮຽບຮ້ອຍ. ຂ່າວ-ພາບ: ຈະເລີນສິນ
RkJQdWJsaXNoZXIy MTc3MTYxMQ==