5661

rhv,daoI=jkIPogvqkc[[czodkofe]q'-u;yf c]t [qfIPovao]E7jk0v'xtmko l5rko5;q' xtgmf]k; 3 14/07/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ໂດຍ: ສຸວັນນະ ໂດຍ: ຢ່າຕົ່ງ ໂດຍ: ມາລິດາ ll- g0f 6 ltg|u.sh]af -j;pcdhw0[aosk mujlqj'zqodtmq[8+dkofe]q'-u;yf0v'xt-k-qo ບົດສະເໜີ dkolqj'{Ia[0= h,6o0jk;lko 7;o7eob's]kpfhko (ເນື່ອງໃນໂອກາດວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ) * ປະທານ ສຸພານຸວົງ ແມ່ນເຊື້ອ ເຈົ້າເປັນໂອລົດຂອງເຈົ້າມະຫາອຸປະ ລາດ ບຸນຄົງ ແລະ ໝ່ອມຄຳອ້ວນ ໄດ້ ຮັບການອົບຮົມສຶກສາເປັນຢ່າງດີທັງ ຮຽນຢູ່ພາຍໃນ ແລະ ຕ່າງປະເທດຢູ່ໃນ ຖານະດັ່ງກ່າວ ປະທານສາມາດດຳ ລົງຊີວິດຢ່າງສະໜຸກສຸກສະບາຍ ໃນ ສັງຄົມ ແຕ່ທ່ານກໍບໍ່ເລືອກເສັ້ນທາງ ນັ້ນ! ໃນຂະນະທີ່ປະເທດຊາດຍັງຖືກ ຮຸກຮານຈາກພວກຈັກກະພັດລ່າເມືອງ ຂຶ້ນ ເຊິ່ງພາຍຫລັງການປະຕິວັດ ເດືອນ ສິງຫາຢູ່ຫວຽດນາມ ໄດ້ຮັບໄຊຊະນະ ປະທານໂຮ່ຈີ່ມິງ ກໍໄດ້ເຊີນປະທານ ສຸພານຸວົງ ທີ່ພວມເຮັດວຽກຢູ່ເມືອງວິນ ໄປນະຄອນຮ່າໂນ້ຍ ເພື່ອພົບປະຫລັງ ຈາກນັ້ນເພິ່ນກໍໄດ້ຮັບການຊ່ອຍເຫລືອ ຈາກ ຜູ້ນຳຫວຽດນາມ ຈັດຕັ້ງກອງທະ ຫານປະສົມ ລາວ-ຫວຽດນາມ ຂຶ້ນຢູ່ ລາວ ເພື່ອດຳເນີນການຕໍ່ສູ້ຕ້ານພວກ ລ່າເມືອງຂຶ້ນຝຣັ່ງ ຍາດເອົາຄວາມເປັນ ເອກະລາດມາໃຫ້ປະຊາຊົນລາວ ການ ພົບປະຄັ້ງນັ້ນໄດ້ສ້າງຄວາມປະທັບໃຈ ຢ່າງເລິກເຊິ່ງທີ່ສຸດ ໃນຊີວິດການເຄື່ອນ ໄຫວປະຕິວັດ ຂອງປະທານສຸພານຸວົງ. ຫລັງຈາກນັ້ນ ປະທານ ສຸພານຸວົງ ກໍໄດ້ ເດີນທາງກັບ ຄືນປະເທດຕາມເສັ້ນທາງ ເລກທີ 9 ເມື່ອຮອດເມືອງເຊໂປນ ແຂວງ ສະຫວັນນະເຂດ ເພິ່ນໄດ້ຮັບການຕ້ອນ ຮັບຢ່າງອົບອຸ່ນຈາກຊາວເມືອງ ແລະ ໃນທີ່ນັ້ນ ປະທານ ສຸພານຸວົງ ໄດ້ກ່າວ ປາໄສຕໍ່ໜ້າຝູງຊົນທີ່ມາເຕົ້າໂຮມກັນ ຢ່າງຫລວງຫລາຍເປັນ ຄັ້ງທຳອິດ ໂດຍ ທ່ານໄດ້ກ່າວວ່າ “ແຜ່ນດິນລາວຕ້ອງ ແມ່ນຄົນລາວ ເປັນເຈົ້າຂອງ ດັ່ງນັ້ນ ພວກເຮົາທຸກຄົນຕ້ອງສາມັກຄີກັນໂຮມ ແຮງກັນຕໍ່ສູ້ກູ້ຊາດອັນແສນຮັກ ຂອງ ພວກເຮົາຄືນມາໃຫ້ໄດ້” ຄຳເວົ້ານີ້ໄດ້ ກາຍເປັນກຳລັງແຮງມະຫາສານປະ ກອບສ່ວນ ເຂົ້າໃນການປຸກລະດົມປະ ຊາຊົນລາວບັນດາເຜົ່າໃຫ້ສາມັກຄີ ກັນລຸກຂຶ້ນຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນ * ໃນໄລຍະສື່ສັງຄົມອອນລາຍແຜ່ ຂະຫຍາຍ, ຫລາຍຄົນໄດ້ເປັນເຈົ້າສໍາ ນັກຂ່າວຂອງຕົນເອງ ໂດຍຕັ້ງຂຶ້ນເອງ, ບໍ່ໄດ້ລົງທະບຽນເປັນສໍານັກງານສື່ໃນ ປະເທດຂອງຕົນ ແລ້ວກໍ່ເຜີຍແຜ່ຂໍ້ ມູນຂ່າວສານຕ່າງໆນາໆ ໂດຍການ ບັນນາທິການເອງ ຕາມທີ່ເຂົ້າໃຈວ່າ ເຮັດໄດ້. ປະກົດການແບບນີ້ມີທຸກປະ ເທດ, ຜູ້ ຮັບຂໍ້ມູນຂ່າວສານຈຶ່ງຕ້ອງນໍາ ໃຫ້ທັນ, ຮອບຮູ້ ຈຶ່ງບໍລິໂພກຂໍ້ມູນໄດ້ ປະໂຫຍດ. ໃນໄລຍະປີມໍ່ໆມານີ້, ໃນຫລາຍກຸ່ມ ວຽກ ແລະ ກຸ່ມຄົນ ໄດ້ມີການຕັ້ງກຸ່ມ ທາງອອນລາຍ, ແບ່ງປັນຂໍ້ມູນ-ຮູບ ພາບ ທີ່ເຫັນວ່າເໝາະສົມກັບກຸ່ມຕົນ ເອງ ເຊິ່ງບາງເທື່ອບາງທີກໍ່ມີ ຫລາຍຄົນ ກໍ່ຍັງງົງໆວ່າເຂົ້າໄປຢູ່ກຸ່ມນັ້ນ ໄດ້ແນວ ໃດ. ໃນການຕັ້ງກຸ່ມອອນລາຍໃຊ້ເຜີຍ ແຜ່-ຮັບຂໍ້ມູນຂ່າວສານຜ່ານໂທລະສັບ ຈຸດປະສົງ ກໍ່ຄົງແມ່ນຢາກໃຫ້ງ່າຍ-ໄວ ໃນການປະສານ-ພົວພັນ-ຕິດຕໍ່ກັນ ເພື່ອໃຫ້ວຽກງານໂລ່ງລ່ຽນດີ. ມາພ້ອມ ຄວາມສະດວກນັ້ນ, ກໍ່ບໍ່ອາດປາສະ ຈາກປະກົດການຄວາມບໍ່ເຂົ້າໃຈໃນ ຈຸດປະສົງການຕັ້ງກຸ່ມ (ໂດຍບໍ່ຂັດກັບ ລະບຽບ-ກົດໝາຍ) ຈຶ່ງມີການເອົາຂໍ້ ມູນຂ່າວສານ-ຮູບພາບ ທີ່ບໍ່ເຂົ້າກັບຈິດ ໃຈການຕັ້ງກຸ່ມລົງເຜີຍແຜ່ ແລະ ບາງ ເທື່ອກໍ່ມີການລົງຂໍ້ມູນຂ່າວສານທີ່ສັບ ສົນປົນເປ ເຮັດໃຫ້ເກີດເຂົ້າຄວາມເຂົ້າ ໃຈທີ່ບໍ່ຖືກຕ້ອງຕໍ່ຂໍ້ມູນຂ່າວສານນັ້ນໆ ກໍ່ມີເປັນໄລຍະໆ. ການຕັ້ງກຸ່ມອອນລາຍ ເພື່ອຕິດ ຕໍ່ສື່ສານ ຖ້າບໍ່ຂັດລະບຽບຫລັກການກໍ່ ແມ່ນດີ, ອັນສໍາຄັນແມ່ນນໍາໃຊ້ໃຫ້ເກີດ ປະໂຫຍດສູງສຸດ ໃນກຸ່ມທີ່ເປັນວົງການ ວຽກລັດວຽກຫລວງ. ການເຜີຍແຜ່ ແລະ ປະສານກໍ່ຄວນ ໃຫ້ເປັນໜ້າເຊື່ອຖື ໄດ້, ຄວນລະມັດລະວັງເປັນພິເສດບັນ ດາເອກະສານ ທີ່ເປັນຄວາມລັບທາງ ການ ຫລື ບໍ່ອາດເຜີຍແຜ່ເປັນວົງກວ້າງ ໄດ້. ເວລາເຜີຍແຜ່ ຫລື ປະສານໄປ ເມື່ອ ເກີດຊ່ອງວ່າງ ພາໃຫ້ເຂົ້າໃຈບໍ່ຖືກຕ້ອງ ຫົວໜ້າກຸ່ມກໍ່ຄວນຮີບຮ້ອນຊີ້ແຈງ, ບໍ່ ຄວນປ່ອຍປະໃຫ້ມີການຖົກຖຽງກັນ ແບບຮູໃຜຮູລາວ. ການໃຊ້ແອັບພະລີເຄຊັນ ຕັ້ງເປັນ ກຸ່ມ ເພື່ອຈຸດປະສົງການປະສານວຽກ ງານໃຫ້ໄວ ມີທັງອັນດີ ແລະ ຕ້ອງລະມັດ ລະວັງ ເຊິ່ງລວມໃນນັ້ນມັນຕິດພັນກັບ ມາລະຍາດໃນການໃຊ້ໂທລະສັບນໍາ ອີກ. ເມື່ອບໍ່ດົນນີ້ ເພື່ອນຜູ້ອ່ານໄດ້ສົ່ງ ຄໍາຄິດເຫັນແລກປ່ຽນເຖິງຜູ້ຂຽນໂດຍ ຍົກໃຫ້ເຫັນວ່າ: ຢູ່ປະເທດໃກ້ຄຽງດ້ານ ຕາເວັນຕົກ ເຂົາເຈົ້າໃຊ້ແອັບພະລີເຄ ຊັນລາຍ ຕັ້ງເປັນກຸ່ມໃນວຽກງານ, ຜູ້ ບັງຄັບບັນຊາເຂົາເຈົ້າບອກວ່າ ໃນໄລ ຍະທໍາອິດເຫັນວ່າມີຜົນດີ, ແຕ່ຕໍ່ມາ, ພ້ອມໆກັບຜົນດີນັ້ນກໍ່ມີສິ່ງຫຍໍ້ທໍ້ເກີດ ຂຶ້ນຕາມມາ ນັ້ນແມ່ນປະກົດການໃນ ເວລາມີລວມ ຫລື ປະຊຸມຜູ້ເຂົ້າຮ່ວມ ສ່ວນຫລາຍພາກັນກົ້ມໜ້າໃສ່ແຕ່ໂທ ລະສັບ, ອ້າງເຫດຜົນວ່າປະສານວຽກ ຫລື ພວມຕິດຕໍ່ກັບຫົວໜ້າ...ເອົາໄປ ເອົາມາຈິດໃຈກອງປະຊຸມບໍ່ໄດ້ຮັບຜົນ ເທົ່າທີ່ຄວນ. ນອກນັ້ນ, ຍັງເກີດມີປະກົດ ການໃຊ້ຄອມພິວເຕີ ກໍ່ຄືເຄື່ອງມືໄອທີ ຂອງລັດຫລິ້ນອິນເຕີແນັດ ເພື່ອປະ ໂຫຍດສ່ວນຕົວໃນໂມງລັດຖະການ... ສະນັ້ນ ຕໍ່ມາທາງການເຂົາເຈົ້າຈຶ່ງອອກ ຄໍາສັ່ງຫ້າມພະນັກງານລັດນໍາໃຊ້ຄອມ ພິວເຕີຫ້ອງການຫລິ້ນລາຍ, ເຟດບຸກ, ອີເມລ... ທີ່ບໍ່ແມ່ນວຽກລວມ ແລະ ມີ ການຕິດຕາມກວດກາກັນຢ່າງເຂັ້ມງວດ ເພື່ອເພີ່ມປະສິດທິຜົນຂອງວຽກງານ. ສ່ວນຢູ່ບ້ານເຮົາ ປະກົດການກົ້ມໜ້າ ໃສ່ໂທລະສັບ ໃນເວລາປະຊຸມກໍ່ພໍມີໃຫ້ ເຫັນແລ້ວ ເຊິ່ງກໍ່ມີຫລາຍຄໍາເຫັນເວົ້າ ວ່າ ຄວນມີການຫັນປ່ຽນໃໝ່ ເພື່ອໃຫ້ ກຽດແກ່ກັນ ແລະ ກັນ ໂດຍສະເພາະ ຕໍ່ຜູ້ບັນຍາຍ. * ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ປະເທດລາວເຮົາມີຄວາມຄວາມອຸດົມ ສົມບູນໄປດ້ວຍຊັບພະຍາກອນທຳມະ ຊາດ ທີ່ເປັນແຫລ່ງທຳມາຫາກິນອັນ ອຸດົມສູມບູນຂອງປະຊາຊົນລາວຢູ່ແຕ່ ລະທ້ອງຖິ່ນ. ເພື່ອເຮັດໃຫ້ຄວາມອຸດົມ ດັ່ງກ່າວມີຄວາມຍືນຍົງຕະຫລອດໄປ ພວກເຮົາທຸກຊັ້ນຄົນ ຕ້ອງເປັນເຈົ້າ ການຮ່ວມກັນປົກປັກຮັກສາສັດນ້ຳ ແລະ ສັດປ່່າກໍ່ຄືປ່າໄມ້ບວກໃສ່ຮ່ວມ ກັນປະກອບສ່ວນປ່ອຍປາລົງສູ່ແຫລ່ງ ນ້ຳສາຍຕ່າງໆ ໃຫ້ບັນລຸຕາມລະດັບ ຄາດໝາຍທີ່ກະຊວງກະສິກຳ ແລະ ປ່າ ໄມ້ ວາງອອກໃນປີນີ້ຫລາຍກວ່າ 62 ລ້ານໂຕໃນທົ່ວປະເທດ. ໃນວັນທີ 13 ກໍລະກົດຂອງທຸກໆປີ ເຊິ່ງເປັນວັນປ່ອຍປາ ແລະ ອະນຸລັກສັດ ນ້ຳ-ສັດປາແຫ່ງຊາດ ໂດຍລັດຖະບານ Ij;,daoxqdxadIadlklafoE c]t lafxjk grnjv7;k,v5fq,lq,[6o mk'me,t-kf ກໍ່ຄືພາກສ່ວນກ່ຽວຂ້ອງໃນຂອບເຂດ ທົ່ວປະເທດ ຈຶ່ງໄດ້ຈັດພິທີປ່ອຍປາ ແລະ ສັດປ່າລົງສູ່ແຫລ່ງນ້ຳທຳມະຊາດ, ປ່າໄມ້ ຢ່າງເປັນຂະບວນຟົດຟື້ນທັງນີ້ກໍ່ ເພື່ອເຮັດໃຫ້ແຫລ່ງນ້ຳ ແລະ ປ່າໄມ້ມີ ຄວາມອຸດົມສົມບູນຂຶ້ນ. ແນວໃດກໍ່ດີ ເພື່ອເຮັດໃຫ້ສິ່ງແວດລ້ອມທາງນ້ຳ ແລະ ທາງບົກມີຄວາມຍືນຍົງຕະຫລອດ ໄປພວກເຮົາຕ້ອງໄດ້ເອົາໃຈໃສ່ ແລະ ປະກອບສ່ວນໃນການປົກປັກຮັກສາ ໂດຍສະເພາະແມ່ນໄລຍະທີ່ສັດນ້ຳສັດປ່າມີການແພ່ພັນໃຫ້ມີການຂະ ຫຍາຍໂຕຫລາຍຂຶ້ນເລື້ອຍໆ. ສຳລັບປີ ນີ້ ກະຊວງກະສິກຳ ແລະ ປ່າໄມ້ກໍ່ວາງ ຄາດໝາຍຊຸກຍູ້ແຕ່ລະທ້ອງຖິ່ນໃນ ຂອບເຂດທົ່ວປະເທດປ່ອຍປາ ໃຫ້ໄດ້ ຫລາຍກວ່າ 60 ລ້ານໂຕ ລົງໃສ່ແຫລ່ງ ນ້ຳທຳມະຊາດເຊັ່ນ: ນ້ຳຂອງ ແລະ ແມ່ ນ້ຳສາຂາ, ອ່າງເກັບນ້ຳເຂື່ອນໄຟຟ້າ ແລະ ອື່ນໆ. ໄລຍະຜ່ານມາ, ລັດຖະບານໄດ້ມີ ແນວທາງນະໂຍບາຍທີ່ເໝາະສົມໃນ ການຄຸ້ມຄອງຊັບພະຍາກອນ ທຳມະ ຊາດ ແລະ ປົກປັກຮັກສາສັດນ້ຳ-ສັດ ປ່າ ໂດຍໄດ້ຜັນຂະຫຍາຍອອກເປັນ ກົດໝາຍວ່າດ້ວຍການອະນຸລັກສັດນ້ຳ ແລະ ສັດປ່າ. ຂະນະດຽວກັນກໍ່ໄດ້ມີ ການສົ່ງເສີມໃຫ້ມີການລ້ຽງ ແລະ ຂະ ຫຍາຍພັນສັດນ້ຳ ແລະ ສັດປ່າ ເພື່ອ ເພີ່ມຈຳນວນສັດດັ່ງກ່າວ ໃຫ້ຫລາຍ ຂຶ້ນ, ໄດ້ດຳເນີນການສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ, ສົ່ງເສີມການ ໃຫ້ຫລຸດຜ່ອນການພັດທະນາເສດຖະ ກິດ ແລະ ການທຳມາຫາກິນທີ່ນຳໃຊ້ ຊັບພະຍາກອນທຳມະຊາດແບບບໍ່ ຍືນ ຍົງ, ຟູມເຟືອຍ ແລະ ກໍ່ໃຫ້ເກີດຜົນກະທົບ ທາງກົງ ແລະ ທາງອ້ອມ, ພ້ອມທັງ ໄດ້ ວາງຄາດໝາຍສູ້ຊົນໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳ ມະຊາດໃຫ້ສາມາດຍົກລະດັບອັດຕາ ຄວາມປົກຫຸ້ມຂອງເນື້ອທີ່ປ່າໄມ້ໃຫ້ ໄດ້ 70% ໃນປີ 2025. ແບບເກົ່າ ແລະ ແບບໃໝ່ໃນເວລາຕໍ່ມາ. ນີ້ແມ່ນຈຸດເລີ່ມຕົ້ນແຫ່ງພາລະກິດ ປະຕິວັດທີ່ຍິ່ງໃຫຍ່ຂອງປະທານ ສຸພາ ນຸວົງ ເປັນບາດລ້ຽວໃຫຍ່ຫລວງທີ່ສຸດ ໃນຊີວິດຂອງເພິ່ນເປັນ ການເປີດສາກ ໄລຍະແຫ່ງການອຸທິດເລືອດເນື້ອເຫື່ອ ແຮງ ແລະ ສະຕິປັນຍາເຂົ້າໃນພາລະ ກິດຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວ ຕ້ານ ພວກລ່າ ເມືອງຂຶ້ນແບບເກົ່າ ແລະ ແບບ ໃໝ່ ປີ 1945 ປະຊາຊົນລາວໄດ້ລຸກຮື ຂຶ້ນຍຶດອຳນາດຢູ່ວຽງຈັນ ແລະ ໄດ້ປະ ກາດສ້າງຕັ້ງລັດຖະບານລາວອິດສະ ຫລະຂຶ້ນ ປະທານ ສຸພານຸວົງ ກໍໄດ້ຮັບ ການແຕ່ງຕັ້ງໃຫ້ເປັນລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ທັງດຳ ລົງຕຳແໜ່ງຜູ້ບັນຊາການສູງສຸດ ຂອງກອງກຳລັງປະກອບອາວຸດອິດ ສະຫລະ ພາຍໃຕ້ການບັນຊາຂອງເພິ່ນ ແມ່ນມີຫລາຍບັ້ນຮົບເດັ່ນ ໃນນັ້ນ ກໍມີ ບັ້ນຮົບປ້ອງ ກັນໂຕເມືອງທ່າແຂກທີ່ລືຊື່ ເມື່ອພວກລ່າເມືອງຂຶ້ນຝຣັ່ງ ກັບຄືນມາ ຮຸກຮານປະເທດເຮົາເປັນຄັ້ງທີສອງ ເຖິງວ່າພວກສັດຕູຈະມີກຳລັງພົນ ພ້ອມ ອາວຸດຍຸດທະພັນຫລາຍກວ່າ ແລະ ທັນ ສະໄໝກວ່າຫລາຍເທົ່າ ພ້ອມທັງໄດ້ຮັບ ການສະໜັບສະໜູນຈາກເຮືອບິນຖິ້ມ ລະເບີດຈຳນວນຫລາຍລຳ ແຕ່ກຳລັງ ປະກອບອາວຸດປະສົມ ລາວ-ຫວຽດ ນາມ ພາຍ ໃຕ້ການບັນຊາ ຂອງປະທານ ສຸພານຸວົງ ກໍໄດ້ສູ້ຮົບຢ່າງພິລະອາດ ຫານຫລາຍວັນ ສົ່ງຜົນໃຫ້ເພິ່ນໄດ້ຮັບ ບາດເຈັບສາຫັດຈິ່ງຍອມໄປປິ່ນປົວ ແລະ ກັບຄືນມາສືບຕໍ່ນຳພາການປະ ຕິວັດຈົນໄດ້ຮັບໄຊຊະນະ. ພາຍຫລັງປະເທດຊາດໄດ້ຮັບການ ປົດປ່ອຍຢ່າງສົມບູນປະທານ ສຸພານຸ ວົງ ກໍໄດ້ຮັບພາລະໜ້າທີ່ໜັກໜ່ວງ ແລະ ຍິ່ງໃຫຍ່ໃນນາມປະທານປະເທດ ທັງເປັນປະທານສະພາ ປະຊາຊົນສູງ ສຸດ ເຊິ່ງທ່ານປະທານ ສຸພານຸວົງ ໄດ້ ເຮັດວຽກຢ່າງໜັກ ຮ່ວມກັບຄະນະນຳ ເພື່ອນຳພາປະເທດຊາດທີ່ຍັງອ່ອນ ນ້ອຍ ແລະ ຖືກສັດຕູບີບຮັດໃນທຸກດ້ານ ໃຫ້ສາມາດຜ່ານຜ່າພາຍຸລົມແດງມາ ໄດ້ ແລະ ເຕີບໃຫຍ່ຂຶ້ນຢ່າງໝັ້ນຄົງເຖິງ ປັດຈຸບັນ. ພາສິດບູຮານລາວເຄີຍສອນ ໄວ້ວ່າ “ເມື່ອໄດ້ກິນເຂົ້າກໍໃຫ້ຄິດເຖິງ ຄຸນນາ ເມື່ອໄດ້ກິນປາ ກໍໄດ້ຄິດເຖິງຄຸນ ນ້ຳ” ພວກເຮົາພະນັກງານສະມາຊິກ ພັກ, ທະຫານ, ຕຳຫລວດ, ກຳມະກອນ ແລະ ປະຊາຊົນ ບັນດາເຜົ່າທີ່ເປັນຜູ້ ສືບ ທອດຄວນສະແດງອອກເຖິງຄວາມ ກະຕັນຍູຮູ້ຄຸນ ໂດຍການຮ່ຳຮຽນເອົາ ແບບຢ່າງການເສຍສະລະຄວາມສຸກ ສ່ວນໂຕ ເພື່ອສ່ວນຮວມນ້ຳໃຈປະຕິ ວັດສຸດກົດສຸດປາຍການດຳລົງຊີວິດ ທີ່ ລຽບງ່າຍປອດໃສຂາວສະອາດ ແລະ ປະຢັດຊັດທ່ຽງຮ່ຳຮຽນເອົານ້ຳໃຈ ພິລະອາດຫານບໍ່ຍອມຈຳນົນຕໍ່ສັດຕູ ແລະ ນ້ຳໃຈອົດທົນພາກພຽນດຸໝັ່ນໃນ ການສຶກສາຮ່ຳຮຽນ ເຖິງແມ່ນຈະຢູ່ໃນ ສະພາບການໃດ ປະທານ ສຸພານຸວົງ ກໍມີ ຄວາມທຸ່ນທ່ຽງມີຫລັກໝັ້ນ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນ ປະ ທານ ສຸພານຸວົງ ຢູ່ໃນດວງໃຈຂອງປະ ຊາຊົນລາວ ເຮົາຕະຫລອດໄປ!. ພາບປະກອບ * ທ່ານ ສົມມາລີ ຄໍາເກັ່ງ ສະມາ ຊິກສະພາແຫ່ງຊາດເຂັດເລືອກຕັ້ງ ທີ 6 ແຂວງຫລວງພະບາງ ສະເໜີ ໃຫ້ລັດຖະບານ, ອົງການປົກຄອງ ແຕ່ລະຂັ້ນມີ ມາດຕະການ ແລະ ວິທີ ການຊ່ວຍເຫລືອປະຊາຊົນ ໃນການ ແກ້ໄຂບັນຫາເງິນເຟີ້, ລາຄານໍ້າມັນ ແລະ ສິນຄ້າທຸກລາຍການຖີບໂຕ ຂື້ນສູງຫລາຍ, ການພັດທະນາຊົນ ນະບົດ, ການຈັດສັນພູມລໍາເນົາຍັງ ຊັກຊ້າ; ເຂດຊົນນະບົດຍັງບໍ່ມີໄຟຟ້າ ຊົມໃຊ້, ຖະໜົນຫົນທາງເຂົ້າຫາ ບ້ານເປ່ເພບໍ່ມີທຶນສ້ອມແປງ. ປະຊາ ຊົນຍັງທຸກຍາກ ແລະ ພົບຄວາມ ຫຍຸ້ງຍາກຫລາຍດ້ານ; ຄູອາສາສະ ໝັກມາຫລາຍປີບໍ່ໄດ້ບັນຈຸເຂົ້າລັດ ຖະກອນ, ໂຮງຮຽນຫລາຍແຫ່ງຄູ ສອນບໍ່ພຽງພໍບາງບ່ອນຂາດຄູ ສອນ, ອັດຕາການເຂົ້າຮຽນແຕ່ລະ ຊັ້ນຮຽນຫລຸດລົງ; ລະບົບການປະ ກັນສຸຂະພາບ ແລະ ການໃຫ້ບໍລິການ ປິ່ນປົວສຸຂະພາບເກີດມີຫາງສຽງ ຫລາຍ; ການນໍາພານໍາໃຊ້ເຕັກນິກວິ ຊາການ, ທຶນຮອນສົ່ງເສີມການຜະ ລິດສິນຄ້າ ຍັງບໍ່ທັນມີຈຸດສຸມ ແລະ ມີບາງສິນຄ້າ ມີຄວາມສ່ຽງບໍ່ມີ ຄວາມໝັ້ນຄົງ; ການກໍານົດເຂດ ການຜະລິດ ແລະ ການວັດແທກ ອອກໃບຕອນດິນປະເພດຕ່າງໆບໍ່ ທັນຈະແຈ້ງ ແລະ ອື່ນໆ. ບັນດາຄຳ ສະເໜີດັ່ງກ່າວ ສສຊ ເຂດ 6 ໄດ້ຮັບ ຈາກຄໍາສະເໜີຜ່ານໂທລະສັບ ສາຍ ດ່ວນ ໂດຍລວມມີທັງໝົດ 38 ຄໍາ ສະເໜີ ທີ່ພົວພັນກັບ 17 ພາກສ່ວນ ເພື່ອນໍາໄປກວດກາຄືນ ແລະ ມີຄໍາ ຊີ້ແຈງຕໍ່ສັງຄົມ. ພ້ອມນີ້, ທ່ານ ສົມມາລີ ຄໍາເກັ່ງ ຍັງຍົກໃຫ້ເຫັນໃນໂອກາດເຂົ້າຮ່ວມ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ວ່າ: ໃນໄລຍະ 6 ເດືອນຜ່ານມາ ໃນນາມ ເປັນຕົວແທນແຫ່ງສິດຜົນປະໂຫຍດ ອັນຊອບທໍາຂອງປະຊາຊົນບັນດາ ເຜົ່າ ສະມາຊິກສະພາແຫ່ງຊາດ ທຸກ ຄົນໄດ້ຕັ້ງໜ້າເຄື່ອນໄຫວຕາມ ສິດໜ້າທີ່ ແລະ ພາລະບົດບາດຂອງ ຕົນ ໃນການຕິດຕາມກວດກາການ ເຄື່ອນໄຫວຂອງອົງການປົກຄອງ ທ້ອງຖິ່ນທຸກຂັ້ນ ແລະ ທຸກຂະແໜງ ການ ໃນການປະຕິບັດໜ້າທີ່ວຽກ ງານດ້ານວິຊາສະເພາະ, ລະບຽບ ກົດໝາຍ ແລະ ຮັບຟັງຄໍາສະເໜີ ຫລື ຂໍ້ຂັດຂ້ອງໝອງໃຈຂອງປະຊາ ຊົນ ຕໍ່ການເຄື່ອນໄຫວຂອງອົງປົກ ຄອງທ້ອງຖິ່ນ ແລະ ຂະແໜງການ ທີ່ເຫັນວ່າ ບໍ່ທັນສອດຄ່ອງ ແລະ ມີ ການລະເມີດກົດໝາຍ. ວຽກງານ ຕິດຕາມກວດກາ ໄດ້ຮັບຄໍາຮ້ອງທຸກ ຈາກປະຊາຊົນແຂວງ ທັງໝົດ 34 ເລື່ອງ, ໄດ້ຄົ້ນຄວ້າແຈ້ງຕອບແລ້ວ 9 ເລື່ອງ ແລະ ສົ່ງໃຫ້ພາກສ່ວນ ກ່ຽວຂ້ອງຈໍານວນ 24 ເລື່ອງ. ປັດຈຸ ບັນຄະນະກໍາມະການຍຸຕິທໍາ ແລະ ປກຊ, ປກສ ກໍາລັງຄົ້ນຄວ້າ 1 ເລື່ອງ, ພິຈາລະນາຕົກລົງບັນຫາສໍາຄັນໆ ຂອງແຂວງ ໄດ້ 3 ມະຕິ ແລະ ອື່ນໆ ໄດ້ຕັ້ງໜ້າລົງໄປພົບປະຜູ້ມີສິດ ເລືອກຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດ ແລະ ເນື້ອໃນສໍາຄັນຕ່າງໆ ຂອງ ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງປະຊາຊົນແຂວງ ຊຸດທີ II ໄດ້ ທັງໝົດ 56 ຈຸດກວມເອົາ 53 ບ້ານ, ມີ 4 ພະແນກ ແລະ 3 ສໍາ ນັກເມືອງ ມີຜູ້ມີສິດເລືອກຕັ້ງເຂົ້າ ຮ່ວມທັງໝົດ 4.989 ຄົນ, ຍິງ 2.246 ຄົນ. ຜ່ານການລົງພົບປະ ຜູ້ມີສິດເລືອກຕັ້ງຢູ່ແຕ່ລະບ່ອນ ສສຊ ຍັງໄດ້ຮັບຟັງຄໍາຄິດຄໍາເຫັນ ແລະ ຂໍ້ສະເຫນີ 187 ຄໍາສະເໜີ, ໃນນີ້ ໄດ້ຊີ້ ແຈງກັບທີ່ 116 ຄໍາສະ ເໜີ; ສ່ວນ 71 ຄໍາສະເໜີ ແມ່ນໄດ້ ສົ່ງໃຫ້ພະແນກ ການທີ່ກ່ຽວຂ້ອງ ຄົ້ນຄວ້າ, ແກ້ໄຂ ແລະ ມີຄໍາຕອບຕໍ່ ປະຊາຊົນ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==