lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 14/07/2023 xtgmf]k; ຄະນະບໍລິຫານງານພັກ ຄະນະ... ການນຳຂັ້ນສູງ ຕ້ອນຮັບ... ຮສສ ຊີ້ແຈງ... ຄະນະບໍລິຫານງານພັກ ກະຊວງ... ໄຂກອງປະຊຸມຄົບຄະນະ.... ກິລາກາຍະກຳລາວ.... ໃນໂອກາດສະເຫລີມສະຫລອງວັນສໍາຄັນຕ່າງໆຂອງຊາດ. ຍ້ອນເຫັນ ໄດ້ຄວາມສຳຄັນຂອງວຽກງານກິລາກາຍະກຳ ພັກ-ລັດ ຈຶ່ງໄດ້ສຸມໃສ່ສະ ໜອງງົບປະມານຈຳນວນມະຫາສານເຂົ້າໃນການພັດທະນາພື້ນຖານ ໂຄງລ່າງດ້ານກິລາເປັນຕົ້ນ: ສ້າງກົດໝາຍວ່າດ້ວຍກິລາກາຍຍະກຳ ຂຶ້ນ ເພື່ອຫັນການຄຸ້ມຄອງວຽກງານດັ່ງກ່າວເຂົ້າສູ່ລະບຽບກົດໝາຍ, ສ້າງສະໜາມກິລາແຫ່ງຊາດ ທີ່ທັນສະໄໝຄົບວົງຈອນໄດ້ມາດຕະຖານ ສາກົນຫລາຍແຫ່ງ, ສ້າງບຸກກະລາກອນດ້ານກິລາໃຫ້ມີຄວາມສາມາດ ເທົ່າທຽມກັບລະດັບສາກົນ ແລະ ເພື່ອໃຫ້ວຽກງານກິລາມີການພັດທະນາ ຢ່າງຕໍ່ເນື່ອງ ທັງເຮັດໃຫ້ທົ່ວສັງຄົມມີສ່ວນຮ່ວມໃນການພັດທະນາພັກລັດ ກໍໄດ້ມີນະໂຍບາຍໃຫ້ພາກສ່ວນເອກະຊົນ, ຫົວໜ່ວຍທຸລະກິດເຂົ້າ ມີສ່ວນຮ່ວມ ໂດຍການສ້າງສະໂມສອນກິລາແຕ່ລະປະເພດ, ສ້າງສະ ໜາມກິລາ ແລະ ອື່ນໆ ໂດຍເປັນການສະແດງໃຫ້ເຫັນວ່າ ຍາມໃດກິ ລາກໍ່ໃກ້ຊິດຕິດພັນກັບຄົນລາວ ແລະ ປວງຊົນລາວ ມີໜ້າທີ່ໃນການພັດ ທະນາສົ່ງເສີມໃຫ້ວົງການກິລາລາວກ້າວໜ້າທັນສະໄໝ ໄດ້ມາດຕະຖານ ສາກົນ. ຜ່ານການຊຸກຍູ້ສົ່ງເສີມດັ່ງກ່າວ ກໍເຫັນວ່າ ວົງການກິລາລາວ ມີການພັດທະນາຢ່າງຕໍ່ເນື່ອງ ສະແດງອອກຄື: ນັກກິລາລາວຫລາຍປະເທດ ໄດ້ເຂົ້າຮ່ວມແຂ່ງຂັນໃນລະດັບສາກົນ ແລະ ພາກພື້ນຫລາຍຄັ້ງ, ຫລາຍຄັ້ງ ກໍສາມາດສ້າງຜົນງານດີເດັ່ນ ແລະ ນຳຊື່ສຽງໃຫ້ແກ່ປະເທດຊາດ. ຂະບວນກິລາ-ກາຍະກຳ ມີບົດບາດສຳຄັນ ໃນການເຄື່ອນໄຫວສ້າງບັນ ຍາກາດເບີກບານມ່ວນຊື່ນ, ເຮັດໃຫ້ສຸຂະພາບແຂງແຮງດີ, ມີຄວາມສາມັກ ຄີໃນຖັນແຖວພະນັກງານ, ທະຫານ ແລະ ຕຳຫລວດຕະຫລອດຮອດພໍ່ແມ ປະຊາຊົນບັນດາເຜົ່າ. ນອກຈາກນັ້ນ, ກິລາບາງປະເພດຍັງໄດ້ມີການເຄື່ອນ ໄຫວແຂ່ງຂັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ທັງນີ້ ເພື່ອຍາດ ແຍ່ງການຮ່ວມມື, ການຊ່ວຍເຫລືອທາງດ້ານວິຊາການ ພ້ອມທັງຍົກລະ ດັບຄວາມຮູ້ຄວາມສາມາດໃຫ້ພະນັກງານໃນວົງການກິລາລາວ ໄດ້ມີການ ພັດທະນາ. ຊົມເຊີຍວັນສ້າງຕັ້ງກິລາກາຍະກຳແຫ່ງຊາດລາວ, 57 ປີ ກິລາກາຍະ ກຳລາວກ້າວຂຶ້ນ! ຂາທິການສູນກາງພັກ, ຮອງປະ ທານປະເທດ, ພາຍໃຕ້ການເປັນປະ ທານ ຂອງສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງ, ເລຂາຄະນະບໍລິຫານງານພັກ, ລັດ ຖະມົນຕີກະຊວງການເງິນ, ມີຄະນະ ພັກກະຊວງ, ບັນດາສະຫາຍຄະນະ ປະຈໍາພັກ, ກໍາມະການຄະນະບໍລິ ຫານງານພັກ ກະຊວງການເງິນ, ມີບັນດາສະຫາຍ ເລຂາຄະນະພັກ ຮາກຖານ, ເລຂາໜ່ວຍພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ສະຫາຍ ສັນຕິພາບ ພົມວິຫານ ໄດ້ກ່າວວ່າ: ການດຳເນີນຊີວິດການ ເມືອງກາງສະໄໝ ແມ່ນເພື່ອສຳ ຫລວດກວດກາຕີລາຄວາມຮັບຜິດ ຊອບລວມຂອງຮາກຖານພັກແຕ່ລະ ຂັ້ນ ກໍຄື ຄວາມຮັບຜິດຊອບຂອງສະ ຫາຍຄະນະພັກ ໃນການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະ ຊວງການເງິນ ໂດຍມີການວິເຄາະ, ໄຈ້ແຍກຢ່າງເລິກເຊິ່ງການເຄື່ອນ ໄຫວນຳພາຕົວຈິງ ເພື່ອໃຫ້ເຫັນອັນ ດີ-ຜົນງານ, ອັນອ່ອນຄົງຄ້າງຂອງ ຄະນະພັກ ແລະ ບຸກຄົນໃນຄະນະ ໃນໄລຍະ 2 ປີ ທີ່ຜ່ານມາ, ເປັນບ່ອນ ອີງພື້ນຖານໃຫ້ແກ່ການປັບປຸງແກ້ ໄຂ ໃນຊຸມປີທ້າຍສະໄໝເພື່ອສືບຕໍ່ ກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານ ການເມືອງ, ເອກະພາບທາງດ້ານ ແນວຄິດ, ເຂັ້ມແຂງທາງດ້ານການ ຈັດຕັ້ງ ແລະ ມີແບບແຜນນຳພາວິທີເຮັດວຽກ ທີ່ຖືກຕ້ອງ ແລະ ເຂັ້ມ ງວດ. ການດຳເນີນຊີວິດການເມືອງ ຄັ້ງນີ້, ແນໃສ່ກະຕຸ້ນໃຫ້ການຈັດຕັ້ງ ພັກ, ບຸກຄົນຄະນະພັກ ຍົກສູງຄວາມ ຮັບຜິດຊອບໃນການຈັດຕັ້ງປະຕິ ບັດໜ້າທີ່ການເມືອງ, ປຸກລະດົມຂະ ບວນການສ້າງການຫັນປ່ຽນຢ່າງ ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບການ ຍົກສູງຄວາມສາມາດໃນການນຳ ພາ, ຄວາມເປັນແບບຢ່າງນຳໜ້າ, ຄວາມສາມັກຄີເປັນເອກະພາບ, ຄວາມເປັນເຈົ້າການຕັ້ງໜ້າບຸກບືນ ເຮັດແທ້ທຳຈິງ ແລະ ຍົກສູງຄວາມ ຮັບຜິດຊອບຂອງຄະນະພັກໃນການ ຄົ້ນຄວ້າ ແລະ ແກ້ໄຂບັນຫາຕ່າງໆ ຕິດພັນກັບຂະແໜງການເງິນ. ໃນວາລະກອງປະຊຸມ ກໍໄດ້ດຳ ເນີນການທາບທາມຄວາມໄວ້ວາງ ໃຈຕໍ່ການນຳພາລວມ ແລະ ບຸກ ຄົນຄະນະບໍລິຫານງານພັກ. ຈາກ ນັ້ນ, ຜູ້ເຂົ້າຮ່ວນກໍໄດ້ປະກອບຄຳຄິດ ຄຳເຫັນ ໃສ່ຮ່າງບົດສະຫລຸບການ ນຳພາ-ຊີ້ນຳຮອບດ້ານໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ III ຂອງອົງຄະນະພັກກະຊວງ ການເງິນກາງສະໄໝ (20212023) ແລະ ທິດທາງທ້າຍສະໄໝ (2023- 2025), ຮ່າງບົດສະຫລຸບ ການຈັດຕັ້ງປະຕິບັດແຜນພັດທະ ນາຂະແໜງການເງິນກາງສະໄໝ (2021-2023) ແລະ ທິດທາງ ທ້າຍສະໄໝ( 2023- 2025). ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄຳເຫັນວ່າ: ການທາບ ທາມ ແລະ ປະກອບຄຳເຫັນຕໍ່ຄະນະ ພັກຄັ້ງນີ້, ເປັນການເປີດກວ້າງປະ ຊາທິປະໄຕພາຍໃນພັກ ໂດຍສະເພາະ ພາຍໃນພະນັກງານຫລັກແຫລ່ງ ຂອງອົງຄະນະພັກກະຊວງການເງິນ ເພື່ອໃຫ້ປະກອບຄວາມເຫັນຕໍ່ຄວາມ ຮັບຜິດຊອບລວມ ກໍຄືຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງແຕ່ ລະສະຫາຍໃນຄະ ນະພັກ ແນໃສ່ປັບ ປຸງຄະນະພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີຄວາມ ເປັນເອກະພາບສູງ ເພື່ອສືບຕໍ່ເປັນ ຫລັກແຫລ່ງນຳພາປະຕິບັດມະ ຕິກອງປະຊຸມໃຫຍ່ຂອງພັກ ກໍຄື ກອງປະຊຸມໃຫຍ່ ຂອງອົງຄະນະພັກ ພວກສະຫາຍ ໃຫ້ບັນລຸຕາມລະດັບ ຄາດໝາຍທີ່ວາງໄວ້ເຊິ່ງການປະ ກອບຄຳເຫັນຂອງບັນດາສະຫາຍ ທີ່ເຂົ້າຮ່ວມການທາບທາມຄວາມ ໄວ້ວາງໃຈຕໍ່ຄະນະບໍ ລິຫານງານພັກ ໃນຄັ້ງນີ້ ເປັນເນື້ອໃນສຳຄັນໃຫ້ແກ່ ການດຳເນີນຊີວິດການເມືອງ ສຳ ຫລວດກວດກາກາງສະໄໝພາຍ ໃນຄະນະພັກໃຫ້ມີເນື້ອໃນກວ້າງ ຂວາງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອປັບປຸງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບ ແຜນການດຳລົງຊີວິດ, ແບບແຜນ ນຳພາ ແລະ ວິທີເຮັດວຽກຂອງແຕ່ ລະສະຫາຍ ໃນຄະນະພັກໃຫ້ຖືກ ຕ້ອງ, ໜັກແໜ້ນ, ຮັບປະກັນຄວາມ ເປັນແບບຢ່າງຂອງຄະນະພັກ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ຮ່ວມກັບກະຊວງການຈ້າງງານ ແລະ ແຮງງານ ແຫ່ງ ສ ເກົາຫລີ ນັບ ແຕ່ປີ 2016 ເປັນຕົ້ນມາ ໂດຍໄດ້ ຈັດສົ່ງແຮງງານລາວໄປເຮັດວຽກ ຢູ່ ສ ເກົາຫລີ ໄດ້ຈໍານວນ 1.468 ຄົນ ຍິງ 153 ຄົນ. ອີງຕາມບົດບັນທຶກຄວາມເຂົ້າ ໃຈ ທີ່ສອງລັດຖະບານໄດ້ລົງນາມ ຮ່ວມກັນນັ້ນ, ຄ່າທຳນຽມສອບ ເສັງໄປເຮັດວຽກຢູ່ ສ ເກົາຫລີ ຕາມ ລະບົບດັ່ງກ່າວແມ່ນເກັບ 28 ໂດລາ ສະຫະລັດ/ຄົນ ຊຶ່ງກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ຈະຕ້ອງໄດ້ໂອນເງິນດັ່ງກ່າວໄປໃຫ້ ສ ເກົາຫລີ ເປັນສະກຸນເງິນໂດລາສະ ຫະລັດ ເທົ່ານັ້ນ ໂດຍຜ່ານກະຊວງ ການເງິນຕາມລະບຽບການ ແລະ ໄດ້ຈັດຕັ້ງປະຕິບັດຄືກັນກັບ 15 ປະ ເທດອື່ນໆ ທີ່ຈັດສົ່ງແຮງງານໄປ ເຮັດວຽກຢູ່ ສ ເກົາຫລີ. ສະນັ້ນ, ເພື່ອເປັນການແກ້ໄຂ ບັນຫາການນໍາໃຊ້ເງິນຕາຕ່າງປະ ເທດ ຢູ່ພາຍໃນປະເທດ, ກົມການຈັດ ຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ກຳນົດ ທິດທາງແກ້ໄຂຕໍ່ໜ້າ ໂດຍຈະໄດ້ປຶກ ສາຫາລືກັບກະຊວງການເງິນ ແລະ ບັນດາທະນາຄານຕ່າງໆເພື່ອຊອກ ຫາຊ່ອງທາງແກ້ໄຂ ແລະ ອຳນວຍ ຄວາມສະດວກຕໍ່ວຽກງານດັ່ງກ່າວ ຖ້າຈະເກັບຄ່າທຳນຽມສອບເສັງ ເປັນສະກຸນເງິນກີບ. ຂໍ້ມູນ: ຂ່າວສານ ຮສສ ກໍາມະການສູນກາງພັກ, ຮອງຫົວ ໜ້າຄະນະຈັດຕັ້ງສູນກາງພັກ ແລະ ຜູ້ຕາງໜ້າຈາກຫ້ອງວ່າການສູນ ກາງພັກ, ບັນດາສະຫາຍຄະນະບໍລິ ຫານງານພັກ ຫສນຍ, ຄະນະພັກ ຮາກຖານ, ຄະນະໜ່ວຍພັກຮາກ ຖານ, ສະມາຊິກພັກສົມບູນທີ່ມີຕຳ ແໜ່ງຮອງຫົວໜ້າກົມຂຶ້ນໄປພາຍ ໃນອົງຄະນະພັກ ຫສນຍ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈະດໍາເນີນໃນ ລະຫວ່າງ ວັນທີ 12-14 ກໍລະກົດ 2023 ເຊິ່ງມີ 3 ວາລະໃຫຍ່ ຄື: ວາ ລະທີ 1: ປະຊຸມທາບທາມຄວາມ ໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກ ຫສນຍ ສະໄໝທີ V; ວາລະທີ 2: ປະຊຸມເປີດກວ້າງຄົບຄະນະກາງ ສະໄໝ ແລະ ວາລະທີ 3: ກອງປະ ຊຸມດໍາເນີນຊີວິດການເມືອງພາຍ ໃນຄະນະບໍລິຫານງານພັກ ຫສນຍ. ໂອກາດນີ້, ສະຫາຍ ເລຂາຄະນະ ບໍລິຫານງານພັກ ຫສນຍ ໄດ້ມີຄຳ ເຫັນກ່າວເປີດກອງປະຊຸມຢ່າງເປັນ ທາງການ ໂດຍຍົກໃຫ້ຄວາມເອົາ ໃຈໃສ່ໃນການນຳພາ-ຊີ້ນຳຂອງ ອົງຄະນະພັກ ຫສນຍ ໃນການ ນຳເອົາທຸກມະຕິ, ຄຳສັ່ງຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນກັບການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ,ມະຕິ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງ ຄະນະພັກ ຫສນຍ ມາເຜີຍແຜ່ດ້ວຍ ຫລາຍຮູບການ, ວິທີການ ແລະ ຜັນ ຂະຫຍາຍອອກເປັນຫລາຍນິຕິກຳ. ພ້ອມກັນນີ້, ອົງຄະນະພັກ ຫສນຍ ໄດ້ຜັນຂະຫຍາຍເນື້ອໃນການສ້າງ ການຫັນປ່ຽນ, ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານຕາມມະຕິ XI ຂອງ ພັກມາເປັນ 3 ຫັນ ຂອງ ຫສນຍ ຄື: ຫັນປ່ຽນຈາກແນວຄິດ ລໍຖ້າຄຳສັ່ງ ໃຫ້ເປັນເຈົ້າຕົນເອງ; ຫັນປ່ຽນຈາກ ການເຮັດວຽກບໍ່ມີຈຸດສຸມບໍ່ມີແບບ ແຜນບໍ່ມີຄາດໝາຍໄປສູ່ວິທະຍາ ສາດທີ່ມີຈຸດສຸມມີແບບແຜນມີຄາດ ໝາຍ ແລະ ຫັນປ່ຽນຈາກລະບົບ ເຮັດວຽກມີຫລາຍຂອດຂັ້ນໄປສູ່ລະ ບົບການເຮັດວຽກທີ່ສະດວກ, ວ່ອງ ໄວ, ຖືກຕ້ອງ ແລະ ທັນສະໄໝກວ່າ ເກົ່າ ເພື່ອສືບຕໍ່ກໍ່ສ້າງພັກ ແລະ ຍົກ ສູງຄວາມສາມາດ, ຄວາມເປັນແບບ ຢ່າງ ແລະ ລັກສະນະນຳໜ້າຂອງ ພັກ, ທັງຍົກສູງຄຸນນະພາບການປະ ຕິບັດພາລະບົດບາດ 3 ດີ ຂອງ ຫສນຍ ຢ່າງຕັ້ງໜ້າ ຄື: ເປັນເສນາທິ ການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີເຮັດໃຫ້ມີບັນຍາ ກາດໃໝ່ ມີການຫັນປ່ຽນທີ່ຕັ້ງໜ້າ, ກົນໄກຄ່ອງຕົວ, ວ່ອງໄວ ແລະ ຮັດ ກຸມຂຶ້ນ. ສະນັ້ນ ກອງປະຊຸມຄັ້ງນີ້ຈະ ໄດ້ທົບທວນ ແລະ ຕີລາຄາຄືນໝາກ ຜົນຂອງການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນ ໃນໄລຍະຜ່ານມາ, ທັງສືບຕໍ່ປະຕິ ບັດທິດທາງ, ໜ້າທີ່ໃນທ້າຍສະໄໝ. ສຳລັບການກະກຽມດຳເນີນກອງ ປະຊຸມກາງສະໄໝນີ້ ອົງຄະນະພັກ ຫສນຍ ໄດ້ເອົາໃຈໃສ່ນຳພາຈັດຕັ້ງ ເຊື່ອມຊຶມເອກະສານຕ່າງໆ ທີ່ຕິດ ພັນກັບການ ດຳເນີນກອງປະຊຸມ ກາງສະໄໝຂອງບັນດາກະຊວງອົງການ ແລະ ອົງການປົກຄອງທ້ອງ ຖິ່ນ ໃຫ້ບັນດາສະຫາຍສະມາຊິກ ພັກ ພາຍໃນ ຫສນຍ ທັງໝົດ ໄດ້ຮັບ ຮູ້ ແລະ ເຂົ້າໃຈເປັນເອກະພາບກັນ, ມີການແບ່ງຄວາມຮັບຜິດຊອບໃຫ້ ບັນດາສະຫາຍໃນຄະນະບໍລິຫານ ງານພັກ ແຕ່ຫົວທີ ແລ້ວດຳເນີນການ ຕາມຂັ້ນຕອນ ແລະ ລະບຽບການ ທີ່ກຳນົດໄວ້. ພິເສດບັນດາຮາກຖານ ພັກ ແລະ 3 ອົງ ການຈັດຕັ້ງມະຫາ ຊົນຂອງທົ່ວອົງຄະນະພັກ ຫສນຍ ລວມທັງອົງການກາແດງລາວ ໄດ້ສໍາເລັດບັ້ນດໍາເນີນກອງປະຊຸມ ກາງສະໄໝຂອງຕົນ ແລະ ໄດ້ຮັບ ຜົນສໍາເລັດຕາມລະດັບຄາດໝາຍ ທີ່ວາງໄວ້. ໃນກອງປະຊຸມ, ສະຫາຍຮອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງຄະນະເລຂາທິ ການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງ ກອນ 2023 ວ່າດ້ວຍການດໍາເນີນ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ ລະຂັ້ນ, ຜ່ານມາດຕະຖານລວມຂອງ ພະນັກງານນຳພາ-ຄຸ້ມຄອງ, ມາດ ຕະຖານສະເພາະ, ສິດ ແລະ ໜ້າທີ່ ຂອງຄະນະບໍລິຫານງານພັກ, ຂໍ້ ຫ້າມສຳລັບສະມາຊິກພັກ. ກ່ອນດຳເນີນການທາບທາມ ຄວາມໄວ້ວາງໃຈຕໍ່ການນໍາພາ ລວມ ແລະ ບຸກຄົນ ໃນຄະນະບໍລິຫານ ງານພັກ ຫສນຍ ສະໄໝທີ V ຢ່າງ ເປັນທາງການ, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາຕໍ່ການດໍາເນີນກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນ, ລວມທັງ ຈຸດປະສົງ ແລະ ເປົ້າໝາຍໃນການດຳເນີນກອງ ປະຊຸມຄັ້ງນີ້. ອັນສຳຄັນ, ສະຫາຍ ໄດ້ຮຽກຮ້ອງຜູ້ເຂົ້າຮ່ວມ ໂດຍສະ ເພາະ ຜູ້ແທນແຕ່ລະສະຫາຍຕ້ອງ ມີສະຕິໃນການໃຊ້ສິດຂອງຕົນຢ່າງ ເປັນເຈົ້າການ, ບໍ່ໃຫ້ຫລົງເຊື່ອການ ໂຄສະນາຊັກຊວນຂອງຜູ້ອື່ນ ກໍຄື ກຸ່ມ ຄົນບໍ່ຫວັງດີ ດ້ວຍຮູບການຕ່າງໆ ຕໍ່ການນຳພາລວມ ກໍຄື ຕໍ່ບຸກຄົນໃນ ຄະນະບໍລິຫານງານພັກ ຫສນຍ; ຕ້ອງຍົກສູງຄວາມເປັນເຈົ້າຕົນ ເອງ, ເຊື່ອໝັ້ນຕົນເອງ, ມີຄວາມເປັນ ເອກະລາດທາງດ້ານແນວຄິດ, ຈິດ ຕະນາການ ເພື່ອກັ່ນຕອງ, ສ່ອງ ແສງ-ສົ່ງຂ່າວ; ຕຳນິຕິຊົມ ເພື່ອນ ສະຫາຍ ໃນຄະນະບໍລິຫານງານພັກ ໃຫ້ມີລັກສະນະສ້າງສັນ, ຖືກກັບ ຄວາມຈິງ; ທຸກບັນຫາທີ່ຜູ້ແທນສ່ອງ ແສງ ຫລື ສົ່ງຂ່າວ ຕ້ອງມີຄວາມ ເປັນຈິງ ແລະ ກວດສອບໄດ້; ຄະນະ ຮັບຜິດຊອບການທາບທາມຕ້ອງ ໄດ້ເອົາໃຈໃສ່ສັງລວມຄຳຄິດເຫັນ ໃຫ້ໄປຕາມຄວາມຈິງ, ບໍ່ຕື່ມບໍ່ແຖມ, ດຳເນີນຖືກຕ້ອງຕາມລະບຽບຫລັກ ການ ກໍ່ຄື ຄໍາສັ່ງຂອງພັກທີ່ກຳນົດ ໄວ້ ຢ່າງເຂັ້ມງວດ. ນອກຈາກນັ້ນ, ສະຫາຍຍັງໄດ້ຮຽກຮ້ອງບັນດາສະ ຫາຍຜູ້ແທນກອງປະຊຸມຕ້ອງໄດ້ ເອົາໃຈໃສ່ຄົ້ນຄິດຢ່າງຖີ່ຖ້ວນ, ຮອບ ຄອບ, ບໍ່ຟ້າວຟັ່ງ, ບໍ່ມະລຸມມະລ້ວຍ, ຕ້ອງພິຈາລະນາບັນຫາຕ່າງໆ ດ້ວຍຄວາມຮັບຜິດຊອບດ້ານການ ເມືອງສູງ, ພ້ອມກັນປະກອບສ່ວນ ເຮັດໃຫ້ກອງປະຊຸມຄັ້ງນີ້ດຳເນີນ ໄປຕາມວາລະ, ມີຜົນສຳເລັດຕາມ ຈຸດປະສົງ ແລະ ລະດັບຄາດໝາຍທີ່ ວາງໄວ້. ຈາກນັ້ນ, ຜູ້ເຂົ້າຮ່ວມກອງ ປະຊຸມກໍໄດ້ດຳເນີນການປ່ອນບັດ ທາບທາມລົງຄະແນນສຽງຄວາມ ໄວ້ວາງໃຈການນຳພາລວມ ແລະ ບຸກຄົນ ໃນຄະນະບໍລິຫານງານພັກ ຫສນຍ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ວ່າ: ກອງປະຊຸມຄົບຄະນະກາງສະ ໄໝ ຂອງຄະນະບໍລິຫານງານພັກ ຄະນະພົວພັນຕ່າງປະເທດສູນກາງ ພັກ ໃນຄັ້ງນີ້, ແມ່ນເຫດການໆເມືອງ ທີ່ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ທັງແມ່ນຄວາມຈຳເປັນພາວະວິໄສ ແລະ ຄວາມຮຽກຮ້ອງຕ້ອງການ ເພື່ອ ພ້ອມກັນສະຫລຸບຕີລາຄາການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ອົງຄະນະພັກຄະນະພົວພັນຕ່າງປະ ເທດສູນກາງພັກ, ຕິດພັນກັບການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ IX ແລະ ການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ. ຕະ ຫລອດໄລຍ ະກາງສະໄໝທີ່ຜ່ານ ມາ, ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ພ້ອມທັງ ຄົ້ນຄວ້າກຳນົດທິດທາງແຜນການ ໃນທ້າຍສະໄໝ, ແນໃສ່ເຮັດໃຫ້ການ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ມີປະສິດທິພາບ ແລະ ປະສິດທິຜົນ, ບັນລຸຜົນສຳເລັດຕາມລະດັບຄາດ ໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ, ກໍໄດ້ທາບທາມຄວາມໄວ້ວາງໃຈຕໍ່ ການນຳພາລວມ ຂອງຄະນະບໍລິ ຫານງານພັກຄະນະພົວພັນຕ່າງ ປະເທດສູນກາງພັກ ແລະ ຕໍ່ບຸກຄົນ ໃນຄະນະບໍລິຫານງານພັກ ເພື່ອ ເປັນການກວດກາຄືນຄວາມຮັບຜິດ ຊອບໜ້າທີ່ການເມືອງ, ເສີມຂະ ຫຍາຍດ້ານຕັ້ງໜ້າ ແລະ ປັບປຸງແກ້ ໄຂດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອຍົກ ສູງຄວາມສາມາດນຳພາ ແລະ ລັກສະນະນໍາໜ້າຂອງຄະນະພັກ ໃຫ້ດີຂຶ້ນ. ໃນໂອກາດດັ່ງກ່າວ, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳ ເຫັນຊີ້ນຳໃຫ້ບັນດາຜູ້ແທນກອງ ປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບ ຂອງຕົນເຂົ້າໃນການທາບທາມ ຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການ ນຳພາລວມ ແລະ ບຸກຄົນໃນຄະນະ ບໍລິຫານງານພັກ ຢ່າງພາວະວິໄສ, ຖືກຕ້ອງຕາມຄວາມເປັນຈິງ, ຢຶດ ໝັ້ນຕາມຫລັກການ, ກົດລະບຽບ ແລະ ທັດສະນະຂອງພັກຢ່າງຖືກ ຕ້ອງ. ພ້ອມທັງໄດ້ເນັ້ນໜັກໃຫ້ແຕ່ ລະສະຫາຍ ໃນຄະນະບໍລິຫານງານ ພັກຄະນະພົວພັນຕ່າງປະເທດສູນ ກາງພັກ ຈົ່ງໄດ້ຍົກສູງຄວາມຮັບຜິດ ຊອບໃນການສືບຕໍ່ເອົາໃຈໃສ່ນຳ ພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກ ງານໃຫ້ມີການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມຈິດໃຈຊີ້ນຳຂອງມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ. ຂປລ. ວັນທີ 13 ກໍລະກົດ 2023 ນີ້, ສະຫາຍ ບຸນທອງ ຈິດມະນີ ກຳ ມະການກົມການເມືອງສູນກາງ ພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ, ຮອງປະທານ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງສະ ຫາຍ ທ່າຍ ແທງ ກຸ໋ຍ ກໍາມະການ ສູນກາງພັກ, ເລຂາພັກແຂວງປະ ທານສະພາປະຊາຊົນແຂວງ, ຫົວ ໜ້າຄະນະຜູ້ແທນສະພາແຫ່ງຊາດ ແຂວງເຫງະອານ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫລວງ ວຽງຈັນ ສປປ ລາວ. ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ນະ ຄອນຫລວງວຽງຈັນ ຂອງສະຫາຍ ທ່າຍ ແທງ ກຸ໋ຍ ພ້ອມຄະນະ ໃນ ຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງ ຄວາມສໍາຄັນທີ່ພັກ-ລັດ ກໍຄືອໍານາດ ການປົກຄອງແຂວງເຫງະອານ ທີ່ມີຕໍ່ສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ- ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະນະຄອນຫລວງວຽງ ຈັນ ແລະ ແຂວງເຫງະອານ, ທັງເປັນ ການສືບຕໍ່ຮັດແໜ້ນການຮ່ວມມືລະ ຫວ່າງສອງນະຄອນ/ແຂວງ, ປະ ກອບສ່ວນເຂົ້າໃນການເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ. ພ້ອມນີ້, ຍັງໄດ້ສະເໜີໃຫ້ນະຄອນ ຫລວງວຽງຈັນ ແລະ ແຂວງເຫງະ ອານມີການແລກປ່ຽນຄະນະຜູ້ແທນ ຂັ້ນສູງໄປມາຫາສູ່ກັນ ແລະ ໃຫ້ມີ ການແລກປ່ຽນຂໍ້ມູນຂ່າວສານໃນ ຂະແໜງການຕ່າງໆ ຂອງສອງຝ່າຍ ໂດຍສະເພາະວຽກງານການກໍ່ສ້າງ ພັກ, ວຽກງານຮາກຖານ,ວຽກງານ ຄຸ້ມຄອງບຸກຄະລາກອນ ແລະ ສະ ເໜີ ໃຫ້ມີການຮ່ວມມືດ້ານການຄ້າການລົງທຶນ, ວຽກງານການທ່ອງ ທ່ຽວ, ວຽກງານການສຶກສາ ແລະ ວຽກງານການຄຸ້ມຄອງຕົວເມືອງ. ໂອກາດນີ້,ສະຫາຍທ່າຍແທ່ງກຸ໋ຍ ໄດ້ຕາງໜ້າຄະນະສະແດງຄວາມ ຂອບໃນມາຍັງ ສະຫາຍ ບຸນທອງ ຈິດມະນີ ທີ່ໃຫ້ການຕ້ອນຮັບອັນ ອົບອຸ່ນໃນຄັ້ງນີ້, ພ້ອງທັງແຈ້ງໃຫ້ ຊາບເຖິງຈຸປະສົງ ໃນການມາຢ້ຽມ ຢາມ ແລະ ເຮັດວຽກຢູ່ນະຄອນ ຫລວງວຽງຈັນ ໃນຄັ້ງນີ້. ໃນມື້ດຽວກັນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ເຂົ້າຢ້ຽມຂ່ຳນັບ ສະຫາຍ ທ່າຍ ແທງ ກຸ໋ຍ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະ ຊາຊົນແຂວງ, ຫົວໜ້າຄະນະຜູ້ແທນ ສະພາແຫ່ງຊາດ ແຂວງເຫງະອານ ສສ ຫວຽດນາມ ພ້ອມຄະນະ ເຊັ່ນ ດຽວກັນ. ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຕ້ອນ ຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ສະ ຫາຍ ທ່າຍ ແທງ ກຸ໋ຍ ທີ່ເດີນທາງ ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດປະ ຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະນະ ຄອນຫລວງວຽງຈັນ ແລະ ແຂວງ ເຫງະອານ, ທັງເປັນການສືບຕໍ່ຮັດ ແໜ້ນການຮ່ວມມື ລະຫວ່າງນະ ຄອນຫລວງວຽງຈັນ ແລະ ແຂວງ ເຫງະອານ ເຂົ້າໃນການປະກອບ ສ່ວນເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນ ນານ ໄດ້ຮັບການເສີມຂະຫຍາຍຢ່າງ ບໍ່ຢຸດຢັ້ງໄປສູ່ລວງເລິກ ແລະ ລວງ ກວ້າງໃນທຸກຂົງເຂດວຽກງານ. ໃນໂອກາດດຽວກັນ, ສະຫາຍ ທ່າຍ ແທງ ກຸ໋ຍ ກໍໄດ້ສະແດງຄວາມ ຂອບໃຈຕໍ່ ສະຫາຍ ສອນໄຊ ສີພັນ ດອນ ທີ່ໃຫ້ຮັບອັນອົບອຸ່ນ, ພ້ອມທັງ ຖືໂອກາດນີ້, ລາຍງານຈຸດປະສົງ ຂອງການຂອງການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ ແມ່ນໄດ້ເຮັດວຽກຮ່ວມກັບຄະນະ ພັກນະຄອນຫລວງວຽງຈັນ. ຂໍ້ມູນບ: ຫ້ອງວ່າການສູນກາງພັກ+ ຂ່າວ: ກິດຕາ, ພາບ: ແສງຈັນ
RkJQdWJsaXNoZXIy MTc3MTYxMQ==