ໂລແມັດ/ວົງຈອນ, ຕາຂ່າຍ 0,23Kv ຄວາມຍາວ 1,65 ກິໂລແມັດ/ ວົງຈອນ ແລະ ລະບົບຕາຂ່າຍ 0,4 Kv ຄວາມຍາວ 427,76 ກິໂລແມັດ/ ວົງຈອນ. ທ່ານ ຂັນຕີ ສີລະວົງສາ ໃຫ້ຮູ້ຕື່ມ ວ່າ: ໃນຕໍ່ໜ້າແຂວງ ກໍຄືຂະແໜງ ການກ່ຽວຂ້ອງ ຈະສືບຕໍ່ຂະຫຍາຍ ຕາຂ່າຍໄຟຟ້າອອກສູ່ຊົນນະບົດ ຫ່າງໄກສອກຫລີກ ແລະ ບ່ອນທີ່ມີ ເງື່ອນໄຂ ເພື່ອໃຫ້ປະຊາຊົນໄດ້ຊົມ ໃຊ້ໄຟຟ້າລະບົບຖາວອນຢ່າງທົ່ວ ເຖິງໃນທົ່ວແຂວງ; ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງ ເຂື່ອນໄຟຟ້າ ທີ່ໄດ້ຜ່ານຂັ້ນຕອນ ການສຳຫລວດ ແລະ ກໍາລັງກໍ່ສ້າງ ໃຫ້ສໍາເລັດ ເພື່ອຜະລິດ ແລະ ຈໍາ ໜ່າຍກະແສໄຟຟ້າຕາມແຜນທີ່ກໍາ ນົດໄວ້. ຕື່ມວ່າ: ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດສັງຄົມ 5 ປີ 2020-2024 ຂອງເມືອງທຸລະຄົມ ແຂວງວຽງຈັນ ວາງອອກ ກໍຄືທິດທາງວຽກງານ ຈຸດສຸມຂອງຫ້ອງການກະສິກໍາແລະ ປ່າໄມ້ ເມືອງກໍານົດໄວ້, ດັ່ງນັ້ນ ຄະ ນະນໍາຂອງຫ້ອງການດັ່ງກ່າວໄດ້ ເອົາໃຈໃສ່ເຄື່ອນໄຫວວຽກງານ ຕາມຂອບເຂດສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ ໂດຍມີ ຄວາມເອກະພາບສູງແຕ່ຫົວທີໃນ ການນໍາເອົາແຜນການທີ່ວາງໄວ້ ລົງໄປຈັດຕັ້ງປະຕິບັດ ເພື່ອປະກອບ ສ່ວນຮອງຮັບການຜະລິດສະບຽງ ອາຫານສໍາລັບບໍລິໂພກ ແລະ ຂາຍ ເປັນສິນຄ້າ ໂດຍລົງສົມທົບກັບກຸ່ມ ບ້ານ, ອົງການປົກຄອງບ້ານ, ສະ ມາຊິກກຸ່ມການຜະລິດ, ປະຊາຊົນ ກໍຄືກະສິກອນຢູ່ບັນດາບ້ານ. ພ້ອມນີ້ ໄດ້ກະກຽມຄວາມພ້ອມ ເຂົ້າສູ່ການຜະລິດເຂົ້ານາປີຕິດພັນ ກັບການປູກພືດລະດູຝົນ ເປັນຕົ້ນ ຫ້າງຫາກະກຽມແນວພັນ, ພາຫະ ນະການຜະລິດ, ກໍາລັງແຮງງານ ການຜະລິດ, ຝຸ່ນ, ອຸປະກອນຮັບໃຊ້, ຊຸກຍູ້ສ້ອມແປງປັບປຸງລະບົບຊົນລະ ປະທານ, ອອກແຮງງານລວມລວງ ຄອງອະນາໄມແລວນໍ້າ ແລະ ປັດໄຈ ພື້ນຖານສໍາຄັນອື່ນໆ. ຄາເຮືອນ ກວມເອົາ 87,95% ຂອງ ຫລັງຄາເຮືອນທັງໝົດ. ປັດຈຸບັນ ແຂວງເຊກອງ ມີແຫລ່ງ ຜະລິດພະລັງງານໄຟຟ້າທີ່ດໍາເນີນ ການຜະລິດແລ້ວ 3 ແຫ່ງຄື: ເຂື່ອນ ໄຟຟ້າຫ້ວຍລໍາພັນໃຫຍ່, ເຂື່ອນໄຟ ຟ້າເຊກະໝານ 3 ແລະ ເຂື່ອນໄຟຟ້າ ຫ້ວຍລໍາພັນຕອນລຸ່ມ ສາມາດຜະລິດ ພະລັງງານໄຟຟ້າໄດ້ 2.241,5 ກິໂລ ວັດໂມງ. ພ້ອມນີ້, ຍັງມີໂຄງການທີ່ ດໍາເນີນການກໍ່ສ້າງ ແລະ ໃກ້ຈະ ສໍາເລັດຄື: ເຂື່ອນໄຟຟ້ານໍ້າອີມູນ ມີກໍາລັງຕິດຕັ້ງ 133 ເມກາວັດ, ເຂື່ອນໄຟຟ້າຫ້ວຍລະແງມີກໍາລັງ ຕິດຕັ້ງ 60 ເມກາວັດ ແລະ ໂຄງການ ກໍ່ສ້າງໄຟຟ້າພະລັງງານລົມ ມີກໍາ ລັງຕິດຕັ້ງ 600 ເມກາວັດ. ພ້ອມນີ້, ມີຕາຂ່າຍໄຟຟ້າຄວາມຍາວທັງໝົດ 1.407,69 ກິໂລແມັດ/ວົງຈອນໃນ ນີ້, ຕາຂ່າຍ 22 Kv ຄວາມຍາວ 948,39 ກິໂລແມັດ/ວົງຈອນ, ຕາ ຂ່າຍ 12,7 Kv ຄວາມຍາວ 29,89 ກິ 07 xtgmf]k; gsfdko{dkorfaa mtok 10/07/2023 rkluxt9efhkolkdqo0q;,yf8trk[ 3 9t9afgda[ ]kpIa[m5d]kpdko8k,dqf\kp grnjv8hkodkoIqj;ws] xt-k-qo c0;'g-dv' wfh-q,.-h w22hkc]h;d;, 87,95% svh 'dkolkmk]totld5 xkd]kp gxfu 0t[;odko dkome]kpcs]'j crrj oa |vooE{p'5 ]kp ຂ່າວ: ດາວປະດິດ ເສດຖາລາດ, ພາບ: ບົວໄລ ໄຊຍະວົງ ຂປລ. ຕາມການລາຍງານຂອງ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າ ແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນໄລຍະຜ່ານມາ ພະລັງງານ ແລະ ບໍ່ແຮ່ແຂວງ ກໍຄືລັດວິສາຫະກິດ ໄຟຟ້າລາວ ສາຂາເຊກອງ ໄດ້ເອົາໃຈ ໃສ່ຂະຫຍາຍລະບົບຕາຂ່າຍໄຟຟ້າ ອອກສູ່ຊົນນະບົດເຂດຫ່າງໄກສອກ ຫລີກບ່ອນທີ່ມີເງື່ອນໄຂ, ຊຶ່ງປັດ ຈຸບັນ ມີຕາຂ່າຍໄຟຟ້າຖາວອນ ເຂົ້າເຖິງບ້ານ 162 ບ້ານ ກວມເອົາ 81,41% ແລະ ມີຫລັງຄາເຮືອນ ທີ່ໄດ້ໃຊ້ໄຟຟ້າແລ້ວ 18.876 ຫລັງ ຂປລ. ເພື່ອຕ້ານການຮົ່ວໄຫລທຸກ ລາຍຮັບເຂົ້າງົບປະມານ ຕາມຄໍາສັ່ງ ເລກທີ 18/ນຍ ວ່າດ້ວຍການເພີ່ມ ທະວີຄຸ້ມຄອງ ແລະ ຕ້ານການຮົ່ວ ໄຫລຂອງລາຍຮັບງົບປະມານແຫ່ງ ລັດ ແລະ ການປະຕິບັດບັດວາລະ ແຫ່ງຊາດ, ພາສີປະຈໍາດ່ານສາກົນ ຂົວມິດຕະພາບ 3 ຈະພ້ອມກັນຈັດ ເກັບລາຍຮັບທຸກລາຍການທີ່ມີ ຕາມ ກົດໝາຍ ແລະ ນິຕິກໍາ ກໍານົດໄວ້ໃຫ້ ຄົບຖ້ວນ ແລະ ທັນເວລາ, ອັດຕັນ ທຸກຊ່ອງຫວ່າງທີ່ມີການຮົ່ວໄຫລ, ປະສານສົມທົບທຸກພາກສ່ວນທີ່ ກ່ຽວຂ້ອງໃຫ້ຄວາມຮ່ວມມື, ຊ່ວຍ ເຫລືອອໍານວຍຄວາມສະດວກໃຫ້ຜູ້ ປະກອບການທີ່ມາໃຊ້ບໍລິການດ່ານ ໃຫ້ຫລາຍຂຶ້ນ, ສ້າງຖານຂໍ້ມູນ, ແຫລ່ງຂ່າວລັກລອບ ຫລື ລະເມີດ ກົດໝາຍວ່າດ້ວຍພາສີ ແລະ ນິຕິກໍາ ຢູ່ພາຍໃນດ່ານໃຫ້ມີຄວາມຊັດເຈນ, ປະຕິບັດຕາມການຊີ້ນໍາຈາກການ ຈັດຕັ້ງທີ່ກ່ຽວຂ້ອງທຸກຂັ້ນ ໃນແຕ່ ລະໄລຍະຢ່າງເຂັ້ມງວດ. ທ່ານ ບຸນທະນົງສັກ ເທບພາ ລັກ ຫົວໜ້າດ່ານພາສີສາກົນຂົວ ມິດຕະພາບ 3 ແຂວງຄໍາມ່ວນໄດ້ ກ່າວຕໍ່ຜູ້ສື່ຂ່າວທ້ອງຖິ່ນ ໃນວັນທີ 6 ກໍລະກົດ 2023 ວ່າ: ການຈັດຕັ້ງ ປະຕິບັດແຜນການຈັດເກັບລາຍຮັບ ໃນໄລຍະ 6 ເດືອນຕົ້ນປີ 2023 ໂດຍ ພື້ນຖານແລ້ວ ດ້ານຂໍ້ສະດວກໃນ ການຈັດຕັ້ງປະຕິບັດ ແມ່ນຍ້ອນມີ ນິຕິກໍາ, ກົດໝາຍຈາກສາຍຕັ້ງກະ ຊວງການເງິນ, ກົມພາສີເປັນບ່ອນ ອີງທີ່ໜັກແໜ້ນ, ອີກດ້ານໜຶ່ງກໍ ຍ້ອນມີການນໍາພາ-ຊີ້້ນໍາຢ່າງໃກ້ຊິດ ຈາກຄະນະນໍາທີ່ກ່ຽວຂ້ອງ ໃນການ ແກ້ໄຂວຽກງານໃຫ້ມີຄວາມສໍາເລັດ ທັນກັບເວລາ, ມີພື້ນຖານໂຄງລ່າງ ສະຖານທີ່ເຮັດວຽກທີ່ເໝາະສົມ ແລະ ມີເຄື່ອງມືທັນສະໄໝ ເພື່ອຮັບໃຊ້ ເຂົ້າໃນວຽກງານວິຊາສະເພາະໃຫ້ມີ ຄວາມວ່ອງໄວ, ສ່ວນດ້ານຂໍ້ຫຍຸ້ງ ຍາກສ່ວນຫລາຍແມ່ນ ໃນເວລາ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ການຜະລິດເຂົ້າ ນາປີ ປະຈໍາປີ 2023 ທົ່ວເມືອງທຸລະ ຄົມ ແຂວງວຽງຈັນ ໄດ້ວາງແຜນ ການໄວ້ 9.165 ເຮັກຕາ, ຄາດຄະເນ ຜົນຜະລິດໃຫ້ໄດ້ 41.242.5 ໂຕນ, ເຊິ່ງປັດຈຸບັນການຈັດຕັ້ງປະຕິບັດ ຂອງຫລາຍບ້ານມີຄວາມຄືບໜ້າໃນ ລະດັບທີ່ດີ ຕາມແຜນການກໍານົດໄວ້, ໃນນັ້ນ ຕົກກ້າໄດ້ 70%, ປັກດໍາໄດ້ 5.499 ເຮັກຕາ ເທົ່າກັບ 60%, ນາດໍາ 916.5 ເຮັກຕາ, ນາຫວ່ານ, ນາຢອດ 4.582 ເຮັກຕາ ໂດຍນໍາ ໃຊ້ແນວພັນປັບປຸງ 100% ເຊັ່ນ: TDK8, TDK11 ແລະ ເຊບັ້ງໄຟ 4. ຄຽງຄູ່ກັນນັ້ນ, ສໍາລັບການປູກພືດ ລະດູຝົນຂຶ້ນແຜນການໄວ້ 2.297.6 ເຮັກຕາ, ຄາດຄະເນຜົນຜະລິດ 17.984 ໂຕນ, ປະຕິບັດໄດ້ແລ້ວ 1.250 ເຮັກຕາ, ເທົ່າກັບ 54.4% ເດັ່ນກວ່າໝູ່ແມ່ນ ການປູກມັນຕົ້ນ, ກ້ວຍ, ສາລີຫວານ, ສາລີແຂງ ແລະ ພືດຜັກຢູ່ເຂດລ້ອງງື່ມ ແລະ ເຂດ ສະຖານີຊົນລະກະເສດນໍ້າມັງ 3. ຂະແໜງກ່ຽວຂ້ອງຂອງພະແນກ ກະສິກໍາ ແລະ ປ່າໄມ້ ເມືອງ ໃຫ້ຮູ້ ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ຫ້ອງການສາ ທາລະນະສຸກເມືອງປາກລາຍ ແຂວງ ໄຊຍະບູລີ ເປີດຂະບວນການອະນາ ໄມ ທຳລາຍແຫລ່ງແພ່ພັນໜອນ ນໍ້າ-ຍຸງລາຍ ເພື່ອເປັນການຕ້ານ ແລະ ສະກັດກັ້ນການແພ່ລະບາດໄຂ້ ຍຸງລາຍ ໃນທ້າຍອາທິດຜ່ານມາທີ່ ບ້ານຫ້ວຍໄຮ ເມືອງປາກລາຍ ໂດຍ ການເຂົ້າຮ່ວມຂອງທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງປາກລາຍ, ມີຄະນະຫ້ອງການສາທາລະນະສຸກ ເມືອງ, ອຳນວຍການໂຮງໝໍເມືອງ, ມີແພດໝໍ, ພະຍາບານ ແລະ ພໍ່ແມ່ ປະຊາຊົນລວມທັງສາມອົງການຈັດ ຕັ້ງຂອງບ້ານເຂົ້າຮ່ວມ. ທ່ານ ບຸນພະລັງ ວິໄລສັກ ຮອງ ເຈົ້າເມືອງປາກລາຍ ໄດ້ຊີ້ນຳໃຫ້ທຸກ ພາກສ່ວນ ຕ້ອງຊ່ວຍກັນເປັນເຈົ້າ ການໃນການນຳພາ-ຊີ້ນໍາ ແລະ ໃຫ້ ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍການ ນໍາໃຊ້ ມາດຕະການທີ່ສຳຄັນ, ຫັນ ເອົາການມີສ່ວນຮ່ວມ ແລະ ເປັນເຈົ້າ ການຂອງບຸກຄົນ, ຄອບຄົວ ໃນການ ປະຕິບັດຫລັກການ 5ປ ແລະ ສິ່ງ ສຳຄັນຖ້າມີຄົນເປັນໄຂ້ ໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ, ຫ້າມ ບໍ່ໃຫ້ໄປກວດຕາມຄຣີນິກ ຫລື ຊື້ຢາ ມາກິນເອງ ຫລື ປິ່ນປົວຕົນເອງຢູ່ ບ້ານ ໂດຍການໃສ່ນໍ້າທະເລ ເພາະ ອາດຈະພາໃຫ້ມີອາການສົນ ແລະ ເປັນສາເຫດໃຫ້ເສຍຊີວິດໄດ້. ການ ຮ່ວມມືຂອງພໍ່ແມ່ປະຊາຊົນ ໂດຍ ສະເພາະແມ່ນ ການເຮັດອະນາໄມ ສະຖານທີ່ ທີ່ຢູ່ອາໄສ ແລະ ເຮືອນ ຊານບ້ານຊ່ອງໃຫ້ສະອາດ ເພື່ອປ້ອງ ການການແພ່ພັນຂອງຍຸງ, ເຊິ່ງເປັນ ວິທີໜຶ່ງທີ່ຊ່ວຍໃນການຫລຸດໂອກາດ ໃນການລະບາດຂອງພະຍາດໄຂ້ຍຸງ ດັ່ງກ່າວໄດ້. ຄົນເຈັບທີ່ເປັນໄຂ້ຍຸງ ລາຍ ສະແດງອອກຫລາຍຮູບແບບ ຂ່າວ-ພາບ: ສັນຍາ ຂ່າວ: ມະນີວັນ ໂດຍສະເພາະຮູບແບບທີ່ເປັນອັນຕະ ລາຍເຖິງຊ໊ອກ ຫລື ອາການເລືອດ ໄຫລ ຮ້າຍແຮງກວ່ານັ້ນສາມາດ ພາໃຫ້ເສຍຊີວິດໄດ້ຢ່າງໄວ ຖ້າບໍ່ ໄດ້ຮັບການປິ່ນປົວທີ່ຖືກຕ້ອງ ແລະ ທັນການ. ທ່ານ ບຸນພະລັງ ວິໄລສັກ ຍັງ ໄດ້ຮຽກຮ້ອງເຖິງປະຊາຊົນ ທຸກ ຄົນເອົາໃຈໃສ່ເຮັດອະນາໄມ ແລະ ຮັກສາຄວາມສະອາດບ້ານເຮືອນ ຂອງຕົນ ລວມໄປເຖິງການປະຕິບັດ ມາດຕະການປ້ອງກັນການແພ່ພັນ ຂອງຍຸງລາຍຂອງ 5ປ ແລະ ທີ່ສຳ ຄັນຕ້ອງນອນໃນມຸ້ງທຸກໆຄັ້ງ. ຖ້າມີອາການໄຂ້ສູງ, ເຈັບຫົວ, ປວດເບົ້າຕາ, ກ້າມຊີ້ນ, ບໍ່ຢາກອາ ຫານ, ປວດຮາກ/ຮາກ, ໜ້າຕາແດງ ແລະ ມີຜື່ນຕາມຕົນໂຕ ຄວນໄປພົບ ແພດ ຫ້າມບໍ່ໃຫ້ຊື້ຢາມາກິນເອງ ແລະ ທາງໂຮງໝໍຂອງພວກເຮົາກໍ ໄດ້ສ້າງຂະບວນການຕ່າງໆ ເພື່ອ ໂຄສະນາໃຫ້ພໍ່ແມ່ປະຊາຊົນ ເອົາໃຈ ໃສ່ເຮັດອະນາໄມ, ຮັກສາຄວາມ ສະອາດບ້ານເຮືອນຂອງຕົນ ເພື່ອ ປ້ອງກັນພະຍາດໄຂ້ເລືອດອອກ ລວມໄປເຖິງການປະຕິບັດມາດຕະ ການປ້ອງກັນການແພ່ພັນຂອງຍຸງ ລາຍ (5ປ). g,nv'm5]t7q, ;k'czodkozt]yf g0Qkokxu.shwfh 9.000 d;jkgIad8k ມີຄວາມຂັດຂ້ອງດ້ານກະແສໄຟ ຟ້າ (ໄຟຟ້າດັບ) ເຊິ່ງເຮັດໃຫ້ລະບົບ ການເຮັດວຽກເຄື່ອງມືບໍ່ສາມາດ ຕອບສະໜອງໃນການປ້ອນຂໍ້ມູນ ຕ່າງໆ ລວມເຖິງລະບົບສັນຍານ ທາງອິນເຕີເນັດ ກໍມີຄວາມຂັດຂ້ອງ ທີ່ສ້າງຄວາມຫຍຸ້ງຍາກໃຫ້ການບໍລິ ການຊັກຊ້າ. ການຈັດເກັບລາຍຮັບເຂົ້າງົບ ປະມານຂອງແຂວງຄຳມ່ວນໃນປີ 2023 ຕາມແຜນການທີ່ໄດ້ຮັບ ມອບໝາຍແມ່ນ 602 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 281 ຕື້ກວ່າກີບ ເທົ່າກັບ 46,07% ຂອງແຜນການປີ, ຖ້າທຽບໃສ່ໄລ ຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 60,99% ເຊິ່ງລາຍຮັບສ່ວນຫລາຍ ແມ່ນໄດ້ມາຈາກການນໍາເຂົ້າສິນຄ້າ ປະເພດນໍ້າມັນເຊື້ອໄຟ ໂດຍມີອັດ ຕາການເພີ່ມຂຶ້ນ 40%, ປະເພດສິນ ຄ້ານໍາເຂົ້າເພື່ອສົ່ງອອກຕໍ່ເພີ່ມຂຶ້ນ 38% ແລະ ປະເພດລາຍຮັບຈາກຄ່າ ທໍານຽມຕ່າງໆ(ຄັງແຮ) ເພີ່ມຂຶ້ນ 452,65%. ທ່ານຫົວໜ້າດ່ານພາສີປະຈໍາຂົວ ມິດຕະພາບ 3 ກ່າວຕື່ມວ່າ: ເພື່ອ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ທິດທາງແຜນການໃນຕໍ່ໜ້າບັນລຸ ຕາມຕົວເລກຄາດໝາຍ ທີ່ຂັ້ນເທິງ ວາງໄວ້ ທາງຄະນະພວກເຮົາ ຈະ ສືບຕໍ່ເຮັດວຽກການເມືອງແນວຄິດ ກັບເຈົ້າໜ້າທີ່ພະນັກງານພາສີປະຈໍາ ດ່ານ ພ້ອມກັນເປັນເຈົ້າການໃນການ ຈັດເກັບລາຍຮັບເຂົ້າງົບປະມານໃຫ້ ໄດ້ຕາມແຜນ ແລະ ລື່ນແຜນທີ່ກໍາ ນົດໄວ້, ແນະນໍາໃຫ້ຄວາມເຂົ້າໃຈຕໍ່ ຜູ້ປະກອບການ ຫລື ຜູ້ທີ່ມາບໍລິການ ຜ່ານດ່ານ, ຜູ້ແຈ້ງພາສີທົ່ວໄປ ໃຫ້ມີ ຄວາມເຂົ້າໃຈຕໍ່ລະບົບການນໍາໃຊ້ ເຄື່ອງມືທີ່ທັນສະໄໝ ເພື່ອຮັບປະກັນ ຄວາມວ່ອງໄວ ແລະ ຖືກຕ້ອງຕາມ ລະບຽບກົດໝາຍ.
RkJQdWJsaXNoZXIy MTc3MTYxMQ==