ll- xtdv[7egsa o.lj Ij k' dq f\kp;j kfh ;pgpq k;t-q o]k; ໃນວັນທີ 7 ກໍລະກົດ 2023 ນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານປົກຄອງ ວັດທະນະທຳ-ສັງຄົມ ໄດ້ໂອ້ລົມຕໍ່ກອງປະຊຸມໂດຍ ສະຫາຍໄດ້ເນັ້ນວຽກງານຈຸດສຸມຈໍານວນໜຶ່ງແຕ່ ນີ້ ຫາໄລຍະທ້າຍສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ໄລຍະທ້າຍສະໄໝຂອງກອງປະຊຸມ ໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອສ້າງການ ຫັນປ່ຽນຢ່າງ ແຂງແຮງ, ເລິກເຊິ່ງ, ຮອບດ້ານ, ກາຍ ເປັນຂະບວນການຟົດຟື້ນ ແລະ ເຂົ້າສູ່ຊີວິດການ ເມືອງຕົວຈິງ ໃນທົ່ວຂະແໜງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ. ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ເນັ້ນວ່າ: ຜົນ ຂອງການດໍາເນີນຊີວິດການເມືອງເທື່ອນີ້ຖືເປັນ ຜົນສໍາເລັດ xu 2023 mq j ;xtgmf 9txj vpxk{ la foE{la fxj k.sh wfh 62 ]h ko38 g,n v'lu 37f8t[v' gxu f0t[;ovtokw, me]kpcs]j 'crj ra o|vooE{p5 ']kp dP,lts]v';a olh k'8A 'vq 'dko9a f8A ' ltstra oc,j py ']k; 7q [Iv[ 68 xu ;y lkstdy fs;Pfok, ]q 'mb o37'dko rt]a ''ko]q , 16 j lxx ]k; ll- xtdv[7egsa o.lj Ij k'dq f\kp;j kfh ;pvkdvomu j fy o Iv'okpq d]a f4t,q o8u goA o[k';Pd95 fl5 , lh k'dkosa oxj Po1j k'c0'cI'.o0tc|' 4;m ltrkcsj '-kf ry 9k]tok Ij k'dq f\kp;j kfh ;pgpq k;t-q o]k; zq oleg]a frQ ogfa j odkog7n j vows; ;Pd'ko0v'ltrkcsj '-kf -5 fmu IX ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 10.07.2023 ປີທີ 22 ສະບັບທີ 5.716 rda xt-k-oq xt8;y fa]k; mu,j du Pflts'k \oA pon K j -,q g-pu dv'xt-,5 ltw\lk,oa gmnvj m u 5 0v'ltrkcs'j -kf -f5 m u IX 1kj 'lf5 .9 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 3 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 6 ກໍລະກົດ 2023 ຂອງການດໍາເນີນກອງປະ ຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນພາກ ເຊົ້າເປັນການຄົ້ນຄວ້າ, ປະກອບ ຄໍາເຫັນຂອງສະມາຊິກສະພາແຫ່ງ ຂປລ. ໃນກອງປະຊຸມສະໄໝສາ ມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ກໍລະກົດ 2023 ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ມອນໄຊ ລາວມົວຊົງ ເລຂາ ຄະນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນ ປະຕິວັດລາວ ໄດ້ສະ ເໜີຮ່າງກົດໝາຍວ່າດ້ວຍເຍົາວະ ຊົນລາວ (ສ້າງໃໝ່) ເຊິ່ງປະກອບ 11 ພາກ, 5 ໝວດ, 72 ມາດຕາ. ຫລັງຈາກນັ້ນ, ບັນດາສະມາຊິກ ສະພາແແຫ່ງຊາດ ກໍໄດ້ສຸມໃສ່ປະ ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຂປລ. ສູນກາງສະຫະພັນແມ່ຍິງ ລາວ ກະກຽມຈັດຫລາຍກິດຈະກຳ ເພື່ອສະເຫລີມສະຫລອງວັນສ້າງ ຕັ້ງອົງການຈັດຕັ້ງສ ະຫະພັນແມ່ຍິງ ລາວ ຄົບຮອບ 68 ປີ (20 ກໍລະກົດ 1955-20 ກໍລະກົດ 2023) ເປັນ ຕົ້ນ ການສ້າງຂະບວນການຂອງ ສະຫະພັນແມ່ຍິງລາວແຕ່ລະຂັ້ນ, ຈັດສຳມະນາ, ປາຖະກະຖາ, ຈັດ ງານຕະຫລາດນັດວາງສະແດງສິນ ຂປລ. ໃນປີ 2023 ນີ້, ຂະແໜງ ກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບ ຄະນະພັກ, ອົງການປົກຄອງທ້ອງ ຖິ່ນທົ່ວປະເທດ ກະກຽມແຜນການ ສະຫາຍ ກິແກ້ວ ໄຂຄຳພິທູນ ຊາດ(ສສຊ) ໃສ່ຮ່າງກົດໝາຍວ່າ ດ້ວຍອາກອນທີ່ດິນ (ສ້າງໃໝ່) ທີ່ສະເໜີໂດຍ ທ່ານ ສັນຕິພາບພົມ ວິຫານ ລັດຖະມົນຕີກະຊວງການ ເງິນ ເຊິ່ງບັນດາ ສສຊ ໄດ້ຜັດປ່ຽນ ກັນຂຶ້ນປະກອບຄໍາເຫັນ ໂດຍສະ ເພາະມາດຕາທີ 13 ພື້ນຖານການ ຄິດໄລ່ອາກອນທີ່ດິນ, ມາດຕາ 14 ອັດຕາອາກອນທີ່ດິນ, ມາດຕາ 31 ອົງການຄຸ້ມຄອງວຽກງານທີ່ດິນ ແລະ ອື່ນໆ. ທ່ານ ຄຳປະສິດ ເທບວົງສາ ສສຊ ປະຈຳເຂດເລືອກຕັ້ງ 16 ແຂວງເຊກອງ ສະເໜີໃຫ້ປ່ຽນຊື່ ຈາກກົດໝາຍວ່າດ້ວຍອາກອນທີ່ ດິນ ມາເປັນກົດໝາຍວ່າດ້ວຍພາສີ ອາກອນທີ່ດິນ ແລະ ສິ່ງປຸກສ້າງ ທ່ານ ມອນໄຊ ລາວມົວຊົງ ກອບຄຳຄິດຄຳເຫັນໃສ່ຮ່າງກົດ ໝາຍສະບັບດັ່ງກ່າວ ເພື່ອໃຫ້ມີເນື້ອ ຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວ ກ່ຽວກັບຜົນສໍາ ເລັດການພິຈາລະນາຮັບຮອງເອົາ ການເຄື່ອນໄຫວວຽກງານນັບແຕ່ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 4 ຫາ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະວຽກງານພົ້ນ ເດັ່ນດ້ານນິຕິບັນຍັດແມ່ນສໍາເລັດ ການປັບປຸງ, ຮຽບຮຽງກົດໝາຍຈໍາ ນວນ 12 ສະບັບ ແລະ ໄດ້ນຳສະເໜີ ປະທານປະເທດ ອອກລັດຖະດໍາລັດ ປະກາດໃຊ້ຕາມກົດໝາຍກຳນົດ, ໃນນີ້ກົດໝາຍສ້າງໃໝ່ 3 ສະບັບ ທ່ານນາງ ສູນທອນ ໄຊຍະຈັກ ຂປລ. ໃນວັນທີ 5 ກໍລະກົດ 2023, ທ່ານ ນາງ ສູນທອນ ໄຊຍະ ທ່ານ ເພັດ ພົມພິພັກ ແລະ ຂະບວນການປ່ອຍປາ, ສັດນໍ້າ ແລະ ສັດປ່າ ເພື່ອຄືນຄວາມອຸດົມ ສົມບູນສູ່ທໍາມະຊາດ ແລະ ລົງສູ່ ແຫລ່ງນໍ້າຕ່າງໆ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ- ສັດປ່າແຫ່ງຊາດ 13 ກໍລະກົດ 2023 ໂດຍມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 62 ລ້ານໂຕ. ທ່ານ ເພັດ ພົມພິພັກ ລັດຖະມົນ ຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນ ທີ 7 ກໍລະກົດ 2023 ນີ້ວ່າ: ວັນທີ 13 ກໍລະກົດເປັນວັນທີ່ພັກ ແລະ ລັດ ຖະບານ ໄດ້ກໍານົດເປັນວັນປ່ອຍປາ ທ່ານນາງ ສິລິກິດ ບຸບຜາ ໃນຄົບຖ້ວນສົມບູນ, ຖືກຕ້ອງ, ເພື່ອ ກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການ ຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມ ຄອງ, ການຕິດຕາມກວດກາການ ປົກປ້ອງ, ການສົ່ງເສີມ ແລະ ການ ພັດທະນາເຍົາວະຊົນລາວໃຫ້ກາຍ ເປັນໜໍ່ແໜງຜູ້ສືບທອດທີ່ດີຂອງ ຊາດ. ທ່ານ ມອນໄຊ ລາວມົວຊົງ ໄດ້ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດ ໝາຍວ່າດ້ວຍເຍົາວະຊົນລາວ ເຊິ່ງ
lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 10/07/2023 xtgmf]k; ສສຊ ປະກອບຄຳເຫັນ..ອາກອນ... ສະພາແຫ່ງຊາດ ພິຈາລະນາ... ເມືອງສີໂຄດ... ຮອງນາຍົກລັດຖະມົນຕີ... ກຽມສະຫລອງ... ຂປລ. ການນຳ ແລະ ພາກສ່ວນ ທີ່ກ່ຽວຂ້ອງເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເປີດຂະ ບວນການອະນາໄມທຳລາຍແຫລ່ງ ແພ່ພັນໜອນນໍ້າຍຸງລາຍ ທີ່ວັດທົ່ງ ປົ່ງ ໃນວັນທີ 8 ກໍລະກົດ 2023, ຕາມການລາຍງານການລະບາດ ຂອງພະຍາດໄຂ້ຍຸງລາຍທົ່ວເມືອງ ສີໂຄດຕະບອງໃຫ້ຮູ້ວ່າເລ່ີມແຕ່ ຕົ້ນປີ 2023 ຈົນມາຮອດວັນທີ 4 ກໍລະກົດ 2023 ມີກໍລະນີຕິດເຊື້ອ ທັງໜົດ 125 ກໍລະນີ ແລະ ບໍ່ມີ ກໍລະນີເສຍຊິວິດ. ເຂົ້າຮ່ວມໃນຂະ ບວນຄັ້ງນີ້, ມີທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ, ທ່ານ ທະວີໄຊ ເໜົາຊົມພູ ເຈົ້າເມືອງສີໂຄດຕະ ບອງ, ທ່ານ ນາງ ອຳພອຍ ສີອັກຄະ ວົງ ຮອງປະທານສະພານະຄອນ ຫລວງວຽງຈັນ, ມີຫົວໜ້າຫ້ອງ ການ , ກົມ, ພະແນກສາທາລະນະສູກ ນະຄອນຫລວງວຽງຈັນ, ສູນ, ນາຍ ບ້ານ 60 ບ້ານ ທົ່ວເມືອງສີໂຄດ, ອສບ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. ໃນພິທີ, ທ່ານລັດຖະມົນຕີກະ ຊວງສາທາລະນະສຸກໄດ້ຮຽກ ຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຕິດ ຕາມຊຸກຍູ້ຢ່າງໃກ້ຊິດຕໍ່ວຽກງານ ສະກັດກັ້ນ ແລະ ຄວບຄຸມພະຍາດ ໄຂ້ຍຸງລາຍໂດຍການປະຕິບັດ 5ປ ເປັນຫລັກ, ພ້ອມທັງຝາກເຖິງພໍ່ ແມ່ປະຊາຊົນວ່າ ເວລາເປັນໄຂ້, ບໍ່ ສະບາຍໃຫ້ຮີບໄປກວດ ແລະ ປິ່ນ ປົວຢູ່ໂຮງໜໍລັດໃກ້ບ້ານ, ຫ້າມບໍ່ໃຫ້ ໄປກວດ ແລະ ປິ່ນປົວຕາມຫ້ອງ ກວດພະຍາດເອກະຊົນ ຫລື ປິ່ນປົວ ດ້ວຍຕົນເອງ ຫລື ປິ່ນປົວຄົນໃນ ຄອບຄົວຕາມລຳພັງເພາະອາດຈະ ພາໃຫ້ມີອາການສົນ ແລະ ອາດຈະ ເສຍຊິວິດໄດ້. ຂ່າວ-ພາບ: ສູນຂ່າວສານການແພດ ສຸຂະສຶກສາ ປີ 2023 ທົ່ວປະເທດ... ເບື້ອງຕົ້ນ, ເປັນຂໍ້ມູນພື້ນຖານທີ່ ຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ສຳຫລວດ ກວດກາຄືນຕົນເອງອັນໃດມີຈິງ, ອັນໃດບໍ່ມີ ເພື່ອເປັນເຈົ້າການປັບ ປຸງແກ້ໄຂໃຫ້ຕົກໄປ ໂດຍມີການ ໄຈ້ແຍກໃຫ້ຈະແຈ້ງວ່າອັນໃດເປັນ ຄວາມຮັບຜິດຊອບລວມຂອງໝູ່ ຄະນະ, ຈຸດສຸມແກ້ໄຂແນວໃດ, ອັນ ໃດເປັນຄວາມຮັບຜິດຊອບການ ເມືອງ ແລະ ບັນຫາສ່ວນຕົວຂອງ ແຕ່ລະສະຫາຍຕ້ອງປັບປຸງແກ້ໄຂ (ປ່ຽນແປງ) ໃຫ້ໄດ້. ພ້ອມກັນນີ້, ໃຫ້ມີຄວາມເຂົ້າໃຈຖືກຕ້ອງ ແລະ ເປັນເອກະພາບຕໍ່ຜົນຂອງການ ທາບທາມ ກໍຄື ການປະກອບຄຳຄິດ ເຫັນຕຳນິສົ່ງຂ່າວຈາກພະນັກງານ ຫລັກແຫລ່ງທີ່ເຂົ້າຮ່ວມທາບທາມ ນັ້ນ ຖືວ່າອັນນັ້ນແມ່ນການສະແດງ ເຖິງຄວາມເປັນຫ່ວງເປັນໄຍຕໍ່ ການນຳພາລວມຂອງຄະນະພັກ ແລະ ແຕ່ລະສະຫາຍໃນຄະນະພັກ, ທັງແມ່ນການປະຕິບັດຫລັກການ ໃຫ້ຂັ້ນລຸ່ມຕຳນິ, ປະກອບຄຳເຫັນ ຕໍ່ຂັ້ນເທິງ ແລະ ຫລັກການໃຫ້ມະ ຫາຊົນເຂົ້າຮ່ວມການປັບປຸງກໍ່ສ້າງ ພັກ ທັງເປັນການປັບປຸງກໍ່ສ້າງ ລວມໝູ່ຄະນະພັກ ແລະ ບຸກຄົນໃນ ຄະນະພັກ; ໃຫ້ບັນດາສະຫາຍນຳ ເອົາຄຳຄິດເຫັນທີ່ໝູ່ຄະນະ ແລະ ພະນັກງານຫລັກແຫລ່ງ ທີ່ເຂົ້າ ຮ່ວມການທາບທາມຄວາມໄວ້ວາງ ໃຈໄດ້ປະກອບຄຳຄິດເຫັນຕໍ່ການ ນຳພາລວມ ແລະ ຕໍ່ແຕ່ລະສະຫາຍ ນັ້ນໄປຄົ້ນຄວ້າປັບປຸງບົດນຳພາ ລວມຂອງຄະນະພັກໃຫ້ເລິກເຊິ່ງ ຕື່ມ,ໃຫ້ບັນດາສະຫາຍເອົາໄປປັບ ປຸງແກ້ໄຂ, ອັນໃດບໍ່ຖືກ ຫລື ບໍ່ມີ ຄວາມຈິງກໍເອົາເປັນບົດຮຽນ, ເປັນ ການເຕືອນໃຫ້ມີສະຕິ ເພື່ອຫລີກ ເວັ້ນບໍ່ໃຫ້ເກີດຂຶ້ນກັບຕົນເອງໃນ ຕໍ່ໜ້າ; ໃຫ້ບັນດາສະຫາຍສືບຕໍ່ປັບ ປຸງການນໍາພາຂອງຄະນະພັກ ໃຫ້ມີວິທະຍາສາດ, ແທດເຖິງກັບ ຕົວຈິງຫລາຍກວ່າເກົ່າ, ນຳພາຢ່າງ ມີຈຸດສຸມ, ແກ້ໄຂບັນຫາຕ່າງໆໃຫ້ ໄວ, ທັນການ, ເຖິງລະດັບ ແລະ ມີຜົນ ສຳເລັດຢ່າງຂາດຕົວ, ປັບປຸງແບບ ແຜນນຳພາ ແລະ ວິທີເຮັດວຽກໃຫ້ ຖືກຕ້ອງຕາມຫລັກການນຳພາຂອງ ພັກ, ທຸກບັນຫາທີ່ໄດ້ວາງອອກ ແລະ ຈັດຕັ້ງນໍາພາປະຕິບັດຕ້ອງມີ ການຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນເປັນປົກກະຕິເພື່ອເຫັນ ໄດ້ອັນທີ່ສຳເລັດ ແລະ ຄົງຄ້າງເພື່ອ ປັບປຸງແກ້ໄຂໃຫ້ທັນເວລາ. ພ້ອມນີ້, ຕ້ອງປັບປຸງ ແລະ ເພີ່ມທະວີຄວາມ ສາມັກຄີພາຍໃນຄະນະພັກ, ຄະ ນະປະຈຳພັກໃຫ້ໜັກແໜ້ນ ແລະ ມີຄວາມເປັນເອກະພາບສູງ, ເປັນໃຈ ກາງນຳພາເຕົ້າໂຮມຄວາມສາມັກ ຄີໃນຖັນແຖວສະມາຊິກພັກ, ພະນັກ ງານໃຫ້ເປັນປຶກແຜ່ນແໜ້ນໜາຍິ່ງ ຂຶ້ນ, ຄະນະປະຈຳພັກຕ້ອງເປັນແບບ ຢ່າງນໍາໜ້າກວ່າໝູ່, ເປັນຫລັກ ແຫລ່ງທີ່ແຂງແກ່ນ ເພື່ອນຳພາທົ່ວ ອົງຄະນະພັກ ສູ້ຊົນປະຕິບັດບັນດາ ຄາດໝາຍທີ່ກຳນົດໄວ້ໃນມະຕິກອງ ປະຊຸມໃຫຍ່ຂັ້ນຂອງຕົນໃຫ້ບັນລຸ ຕາມຄາດໝາຍທີ່ວາງໄວ້; ສືບຕໍ່ຕິດ ຕາມ, ເກັບກຳສະພາບການເມືອງ ແນວຄິດຂອງສະມາຊິກພັກ, ພະນັກ ງານທັງສຸມໃສ່ການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງ. ໃນນັ້ນ, ໃຫ້ຖືເອົາວຽກງານການ ເມືອງແນວຄິດ “ເປັນຄືສະໜາມຮົບ ໜຶ່ງ” ໂດຍເລີ່ມຈາກຫັນປ່ຽນດ້ານ ທັດສະນະ, ແນວຄິດດ້ວຍການຫັນ ວິທີຄິດແບບເກົ່າໄປສູ່ການປະດິດ ສ້າງໃໝ່, ແຂ່ງຂັນກັນພັດທະນາຢູ່ ໃນຕົວບຸກຄົນ ແລະ ໝູ່ຄະນະ, ສ້າງ ແນວຄິດຕໍ່ສູ້ປົກປ້ອງແນວທາງ ຂອງພັກ, ເປັນເຈົ້າການຕອບໂຕ້ຕໍ່ ບັນດາຖ້ອຍທໍານອງບິດເບືອນ, ການໂຄສະນາທັບຖົມໂຈມຕີຂອງ ອິດທິກຳລັງປໍລະປັກ ໂດຍສະເພາະ ແມ່ນທາງສື່ສັງຄົມອອນລາຍ, ຕ້ານ ແນວຄິດເອື່ອຍອີງ, ແນວຄິດຄອງ ຄອຍ, ຮັກສາເດີມ, ອາດຍາສິດທັງ ໃຫ້ຮູ້ແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ, ຂໍ້ ຄົງຄ້າງຕ່າງໆໃຫ້ທັນການ. ນອກຈາກນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງເນັ້ນໃຫ້ສືບຕໍ່ຄົ້ນ ຄວ້າປັບປຸງກົງຈັກການຈັດຕັ້ງໂດຍ ກໍານົດພາລະບົດບາດ, ຕຳແໜ່ງ ງານ, ແຜນກໍ່ສ້າງພະນັກງານຂອງ ການຈັດຕັ້ງແຕ່ລະຂັ້ນໃຫ້ຈະແຈ້ງ ຊັດເຈນ ແລະ ແທດຕົວຈິງ ທັງຮັບປະ ກັນໂຄງປະກອບດ້ານອາຍຸ, ເພດ, ເຜົ່າ, ຕາມທິດກະທັດຮັດ ແລະ ມີປະ ສິດທິພາບ, ກົງຈັກແຕ່ລະຂັ້ນຕ້ອງ ຮັບຜິດຊອບຫລາຍວຽກງານ ແລະ ບຸກຄົນຕ້ອງເຮັດວຽກຫລາຍໜ້າທີ່, ທັງຮັບປະກັນບໍ່ໃຫ້ມີການຊໍ້າຊ້ອນ, ມີການຕິດຕາມກວດກາການປະຕິ ບັດໜ້າທີ່ວິຊາສະເພາະຂອງພະນັກ ງານ ເປັນປົກກະຕິ; ການປັບປຸງ ການຈັດຕັ້ງໃຫ້ດໍາເນີນໄປຄຽງຄູ່ກັບ ການແກ້ໄຂປາກົດການຫຍໍ້ທໍ້ໃນກົມ ກອງ. ໃນນັ້ນ ໃຫ້ເອົາໃຈໃສ່ສ້າງ, ປັບ ປຸງນິຕິກຳທີ່ກ່ຽວຂ້ອງກັບລະບອບ, ລະບຽບການ, ກົນໄກກວດກາ-ຄຸ້ມ ຄອງການປະຕິບັດໜ້າທີ່ຂອງພະ ນັກງານ ແຕ່ລະຂັ້ນໃຫ້ຮັດກຸມ ເພື່ອ ເປັນເງື່ອນໄຂ, ບ່ອນອີງໃຫ້ພະນັກ ງານປັບປຸງຕົນເອງ, ເສີມຂະຫຍາຍ ຫົວຄິດປະດິດສ້າງ, ຮັບປະກັນ ປົກປ້ອງພະນັກງານທີ່ກ້າຄິດ, ກ້າ ເຮັດ ເພື່ອຜົນປະໂຫຍດລວມພ້ອມ ນັ້ນ, ກໍຕ້ອງເດັດຂາດແກ້ໄຂສະ ມາຊິກພັກ ທີ່ເສຍທາດຂາດຄຸນ, ຂາດສະຕິຮັບຜິດຊອບຕໍ່ໜ້າທີ່, ຂາດຄວາມເປັນແບບຢ່າງໃນການ ດຳລົງຊີວິດ, ລະເມີດວິໄນພັກ ແລະ ກົດໝາຍຂອງລັດອອກຈາກ ການຈັດຕັ້ງດ້ວຍມາດຕະການຕົວ ຈິງຢ່າງເດັດຂາດ ແລະ ທັນການ; ເອົາໃຈໃສ່ດຳເນີນການຕິດຕາມ ກວດກາ (ການກວດກາລະຫວ່າງ ຂັ້ນເທິງກັບຂັ້ນລຸ່ມ, ການຈັດຕັ້ງຕໍ່ ບຸກຄົນ ແລະກວດກາຕາມຂະແໜງ ການ) ໃຫ້ເປັນປົກກະຕິ, ເຂັ້ມງວດ, ການແກ້ໄຂຜົນຂອງການກວດກາ ຕ້ອງທັນການ, ເດັດຂາດ ແລະ ສັກ ສິດ; ປະກົດການຫຍໍ້ທໍ້ໃນກົງຈັກ, ຖັນແຖວສະມາຊິກພັກ, ພະນັກງານ ຕ້ອງແກ້ໄຂຢ່າງເຖິງຖອງ. ສຳລັບວຽກງານຖະແຫລງ ຂ່າວ-ສື່ມວນຊົນ ແລະ ວຽກງານ ທ່ອງທ່ຽວ ແມ່ນໃຫ້ບັນດາສະຫາຍ ສືບຕໍ່ປະຕິບັດໜ້າທີ່ຕາມພາລະບົດ ບາດໃຫ້ມີປະສິດທິຜົນ ແລະ ນໍາຜົນ ປະໂຫຍດມາສູ່ປະເທດຊາດ ແລະ ເຊື່ອໝັ້ນວ່າ ບັນດາສະຫາຍຈະພ້ອມ ກັນສືບຕໍ່ເສີມຂະຫຍາຍຈຸດດີ ກໍຄື ດ້ານຕັ້ງໜ້າຂອງຕົນ ແລະ ເປັນ ເຈົ້າການປັບປຸງແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງຂອງຕົນ ໃຫ້ມີການຫັນ ປ່ຽນດີຂຶ້ນຕື່ມ, ຕັ້ງໜ້າບຸກບືນເຮັດ ແທ້ທໍາຈິງ ລົງເຖິງກົມກອງຮາກ ຖານ ເພື່ອນຳພາ, ແນະນໍາໃຫ້ບັນດາ ການຈັດຕັ້ງຢູ່ຮາກຖານ ມີການພັດ ທະນາຕົນເອງດີຂຶ້ນ ແລະ ເຂັ້ມແຂງ ຂຶ້ນຢ່າງບໍ່ຢຸດຢັ້ງ. ຂ່າວ: ມະນີທອນ,ພາບ: ເກດສະໜາ ເນື່ອງຈາກວ່າເນື້ອໃນຂອງກົດ ໝາຍດັ່ງກ່າວ ໄດ້ເວົ້າເຖິງການປຸກ ສ້າງຫລາຍສົມຄວນ. ນອກນີ້ ຍັງສະ ເໜີໃຫ້ເພີ່ມກຳນົດເວລາໃນການ ເສຍພັນທະອາກອນ ສຳລັບເຂດ ຫ່າງໄກສອກຫລີກ ຈາກ 15 ວັນ ມາເປັນ 30 ວັນ ຍົກຕົວຢ່າງ: ໃນ ແຂວງເຊກອງ ໂດຍສະເພາະເຂດທີ່ ຢູ່ຫ່າງໄກສອກຫລີກການເດີນທາງ ໄປ-ມາ ແມ່ນມີຄວາມຫຍຸ້ງຍາກ ສົມຄວນ. ພ້ອມນີ້ ຍັງໄດ້ແລກປ່ຽນ ຄວາມຄິດເຫັນ ໃນມາດຕາ 18 ການສົ່ງເງິນຄືນທີ່ດິນອາກອນໃນ ກໍລະນີທີ່ເຈົ້າໜ້າທີ່ຫາກຄິດໄລ່ຜິດ ພາດ; ສະເໜີໃຫ້ກຳນົດເວລາໃນ ການສົ່ງຄືນຢ່າງຈະແຈ້ງ ແລະ ຄວນຄິດໄລ່ດອກເບ້ຍໃຫ້ກັບເຈົ້າ ຂອງກຳມະສິດ ເນື່ອງຈາກວ່າດິນ ບາງເຂດ ກໍມີມູນຄ່າສູງ. ພ້ອມທັງ ສະແດງຄວາມບໍ່ເຫັນດີໃນມາດຕາ 45 ມາດຕະການປັບໃໝບໍ່ເສຍອາ ກອນທີ່ດິນປີທີ 1 ປັບໃໝ 30% ຂອງຈຳນວນອາກອນຕ້ອງເສຍໃນ ປີນັ້ນ, ບໍ່ເສຍອາກອນທີ່ດິນປີທີ 2 ປັບໃໝ 50% ຂອງຈຳນວນອາ ກອນຕ້ອງເສຍໃນປີນັ້ນກໍລະນີບໍ່ ເສຍອາກອນທີ່ດິນ 3 ປີຕິດຕໍ່ກັນຈະ ເສຍສິດ ຈະບໍ່ມີສິດໃນການນຳໃຊ້ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ ດິນ ເຊິ່ງຈະເຮັດໃຫ້ປະຊາຊົນເຂົ້າ ໃຈຜິດວ່າລັດຖະບານຢາກຈະໄດ້ ດິນຂອງປະຊາຊົນພາໃຫ້ເກີດມີ ຫາງສຽງບໍ່ດີໃນສັງຄົມເກີດຂຶ້ນ. ສະນັ້ນ, ລັດຖະບານຕ້ອງເບິ່ງຄືນ ກ່ຽວກັບການເສຍພັນທະອາກອນ ວ່າ ມີຄວາມສະດວກ ແລະ ຫຍຸ້ງຍາກ ໃນການຊຳລະຜ່ານລະບົບເອເລັກ ໂຕຣນິກ ແລະ ລະບົບບັນຊີຜ່ານທະ ນາຄານ. ສິ່ງສຳຄັນຕ້ອງມີການ ເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ຫລາຍຂຶ້ນ ເນື່ອງຈາກວ່າຍັງມີຄົນ ຈຳນວນຫລາຍທີ່ຍັງບໍ່ຮູ້ກ່ຽວກັບ ກົດໝາຍດັ່ງກ່າວ ໂດຍສະເພາະໃນ ການຢຶດກຳມະສິດທີ່ດິນຄືນ, ທັງນີ້ ກໍເພື່ອຜົນປະໂຫຍດອັນຊອບທຳ ຂອງປະຊາຊົນ. ທ່ານ ນາງວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ ໄດ້ສະໜັບສະໜູນໃນການ ສ້າງກົດໝາຍວ່າດ້ວຍອາກອນທີ່ ດິນ ເຊິ່ງເປັນແຫລ່ງລາຍຮັບໜຶ່ງ ທີ່ໝັ້ນຄົງທີ່ສາມາດແກ້ບັນຫາປັດ ຈຸບັນທີ່ເຮົາກຳລັງຜະເຊີນຢູ່, ກົດ ໝາຍດັ່ງກ່າວ ໄດ້ຕິດພັນກັບກະ ຊວງຊັບພະຍາກອ ນ ແລະ ສິ່ງແວດ ລ້ອມ, ຕ້ອງສູ້ຊົນເຮັດໃບຕາດິນໃຫ້ ໄດ້ຕາມແຜນການທີ່ກຳນົດໄວ້, ພ້ອມທັງສະເໜີໃຫ້ລັດຖະບານເພີ່ມ ງົບປະມານເຂົ້າໃນຂະແໜງການ ກ່ຽວຂ້ອງໃນການອອກໃບຕາດິນ ເພື່ອຈະເຮັດໃຫ້ການເກັບອາກອນ ທີ່ດິນມີຜົນສຳເລັດທັງປະລິມານ ແລະ ຄຸນນະພາບ. ນອກຈາກນີ້, ຍັງ ໄດ້ຊັກຖາມກ່ຽວກັບຄວາມແໜ້ນ ໜາຂອງຖານຂໍ້ມູນດາຕາໃນດິນ ແຕ່ລະຕອນ ຖ້າຫາກມີຖານຂໍ້ມູນທີ່ ແໜ້ນໜາ ກໍຈະສະດວກສະບາຍໃນ ການອອກແບບການເກັບໃບຕາດິນ ສຳລັບດິນຂອງປະຊາຊົນ, ດິນຜະ ລິດກະສິກຳ, ດິນທີ່ມີການຜະລິດ ສິນຄ້າ, ທັງນີ້ ກໍເພື່ອບໍ່ໃຫ້ສົ່ງຜົນກະ ທົບຕໍ່ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ທັງ ເປັນການຊຸກຍູ້ສົ່ງເສີມໃຫ້ມີການ ຜະລິດພາຍໃນຫລຸດຜ່ອນການນໍ້າ ເຂົ້າສິນຄ້າ. ຂ່າວ: ກິດຕາ,ພາບ: ອ່າຍຄຳ ປັດຈຸບັນເຍົາວະຊົນລາວ ມີຈໍານວນ 553.688 ຄົນ, ຍິງ 285.912 ຄົນ, ເປັນເຍົາວະຊົນທັນວາ 398.292 ຄົນ, ຍິງ 210.034 ຄົນ. ໃນນີ້, ຍັງ ມີເຍົາວະຊົນລາວ ທີ່ຍັງບໍ່ແມ່ນສະ ມາຊິກຂອງການຈັດຕັ້ງເຍົາວະ ຊົນທັນວາ ຈໍານວນ 155.396 ຄົນ, ຍິງ 75.878 ຄົນ; ເດັກນ້ອຍລາວ ນັບມື້ນັບເພີ່ມຂຶ້ນ ແລະ ຍັງມີເຍົາ ວະຊົນລາວ ຈຳນວນບໍ່ໜ້ອຍທີ່ບໍ່ທັນ ໄດ້ຮັບການຄຸ້ມຄອງ, ປົກປ້ອງ, ສົ່ງ ເສີມ ແລະ ພັດທະນາຢ່າງເປັນລະ ບົບ ເຊິ່ງເປັນຊ່ອງວ່າງໃຫ້ກຸ່ມຄົນບໍ່ ຫວັງດີ ຈຳນວນໜຶ່ງສວຍໂອກາດ ນໍາເອົາຄ່ານິຍົມທີ່ບໍ່ຖືກຕ້ອງ, ບໍ່ ສອດຄ່ອງກັບກົດໝາຍ, ວັດທະນະ ທໍາ, ຮີດຄອງປະເພນີອັນດີງາມມາ ເບື່ອເມົາເຍົາວະຊົນລາວ ເຮັດໃຫ້ ຕິດຢາເສບຕິດ, ຂີ້ລັກ, ສິ່ງລາມົກ ອານາຈານ ແລະ ຕົກເປັນເຫຍື່ອ ຂອງການຄ້າມະນຸດ. ດ້ວຍສາເຫດ ນີ້ ຈຶ່ງພາໃຫ້ເກີດມີປະກົດການຫຍໍ້ ທໍ້ໃນສັງຄົມ, ປັດຈຸບັນການຈັດຕັ້ງ ຂອງລັດ, ການຈັດຕັ້ງສັງຄົມ, ບຸກ ຄົນ, ນິຕິບຸກຄົນຍັງບໍ່ທັນມີນິຕິກຳ ທີ່ເປັນບ່ອນອີງໃນການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາ ເຍົາວະຊົນລາວ. ຮ່າງກົດໝາຍສະບັບນີ້, ມີຫລາຍ ເນື້ອໃນທີ່ສຳຄັນ ໂດຍໄດ້ກໍານົດ ຜົນປະໂຫຍດໃຫ້ແກ່ເຍົາວະຊົນ ລາວ ແຕ່ລະປະເພດ ເພື່ອໃຫ້ມີໂອ ກາດໄດ້ຮັບທຶນການສຶກສາ, ຍົກລະ ດັບຄວາມຮູ້, ຄວາມສາມາດເຂົ້າ ຮ່ວມກິດຈະກຳທາງສັງຄົມ, ທັງໄດ້ ຮັບການປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງເຍົາວະຊົນ ລາວ ໃນກໍລະນີທີ່ຖືກລະເມີດ ແລະ ນະໂຍບາຍອື່ນໆ ຕາມກົດໝາຍແລະ ລະບຽບການທີ່ກ່ຽວຂ້ອງ. ພ້ອມ ນັ້ນ ໄດ້ກຳນົດໃຫ້ລັດ, ການຈັດຕັ້ງ, ສັງຄົມ, ບຸກຄົນ, ນິຕິບຸກຄົນແລະ ຄອບຄົວໄດ້ມີສ່ວນຮ່ວມເຂົ້າໃນ ການສົ່ງເສີມເຍົາວະຊົນລາວ; ໄດ້ ກໍານົດເຍົາວະຊົນລາວ ອອກເປັນ 9 ປະເພດ ເພື່ອໃຫ້ມີຄວາມສະດວກ ໃນການປົກປ້ອງ, ສົ່ງເສີມ ແລະ ພັດທະນາເຍົາວະຊົນລາວ ໃຫ້ກາຍ ເປັນໜໍ່ແໜງທີ່ດີຂອງຊາດ ແລະ ເປັນຮຸ່ນຄົນສືບທອດທີ່ມີຄວາມ ໝາຍສໍາຄັນ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນ ອະນາຄົດ. ຖ້າກົດໝາຍວ່າດ້ວຍເຍົາວະຊົນ ລາວ ສະບັບນີ້, ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າ ຈະມີນິຕິ ກຳທີ່ສຳຄັນເປັນເຄື່ອງມືໃຫ້ແກ່ ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ໃນການຄຸ້ມຄອງ ແລະ ນຳພາ ການເຄື່ອນໄຫວວຽກງານເຍົາວະ ຊົນລາວ; ການຈັດຕັ້ງເຍົາວະຊົນທັນ ວາມີສິດແລະໜ້າທີ່ຈະແຈ້ງໃນການ ປົກປ້ອງ, ສົ່ງເສີມ ແລະ ພັດທະນາ ເຍົາວະຊົນລາວ ຕາມທີ່ໄດ້ກຳນົດ ໄວ້ ໃນກົດໝາຍສະບັບນີ້; ການຈັດ ຕັ້ງລັດ, ສັງຄົມ, ບຸກຄົນ, ນິຕິບຸກຄົນ ແລະ ຄອບຄົວມີສ່ວນຮ່ວມໃນການ ປົກປ້ອງ, ສົ່ງເສີມ ແລະ ພັດທະນາ ເຍົາວະຊົນລາວແຕ່ລະປະເພດ; ເຍົາ ວະຊົນລາວ ຈະໄດ້ຮັບການປົກ ປ້ອງ, ສົ່ງເສີມ, ພັດທະນາ ແລະເປັນ ການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໃຫ້ຫລຸດລົງເທື່ອລະ ກ້າວ; ເຮັດໃຫ້ສາກົນໄດ້ຮັບຮູ້, ເຂົ້າ ໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການປົກປ້ອງ, ການສົ່ງເສີມ ແລະ ພັດທະນາເຍົາ ວະຊົນລາວ. ຂ່າວ: ກິດຕາ, ພາບ: ຂັນໄຊ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງ ຊາດ ຊຶ່ງໄດ້ເລີ່ມແຕ່ປີ 1997 ເປັນ ຕົ້ນມາ ແລະ ໃນປີນີ້ແມ່ນຄົບຮອບ 26 ປີ. ໃນແຕ່ລະປີ ພວກເຮົາກໍໄດ້ ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອ ປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄື ທົ່ວສັງ ຄົມ ໃຫ້ເຫັນຄວາມສໍາຄັນຂອງການ ອະນຸລັກສັດນໍ້າ-ສັດປ່າ ແນໃສ່ເພີ່ມ ຄວາມອຸດົມສົມບູນ ໃຫ້ກັບທໍາມະ ຊາດ ປົກປັກຮັກສາລະບົບນິເວດໃຫ້ ມີຄວາມສົມດູນ ແລະ ຍືນຍົງ. ພ້ອມ ດຽວກັນນີ້, ກໍເພື່ອຈາລຶກບຸນຄຸນ ຄຸນງາມຄວາມດີ ແລະ ຜົນງານອັນ ໃຫຍ່ຫລວງຂອງປະທານ ສຸພານຸວົງ ທີ່ອຸທິດຕົນໃຫ້ແກ່ພາລະກິດແຫ່ງ ການຕໍ່ສູ້ກູ້ຊາດ ກໍຄື ການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດຂອງພວກເຮົາ. ໃນປີຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບບັນດາອົງ ການປົກຄອງທ້ອງຖິ່ນໃນຂອບເຂດ ທົ່ວປະເທດ ຈັດກິດຈະກໍາໃນວັນ ປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດ ປ່າແຫ່ງຊາດ ໂດຍມີປະຊາຊົນ, ພໍ່ ຄ້າຊາວຂາຍ, ຜູ້ປະກອບການລວມ ທັງອົງການຈັດຕັ້ງສາກົນທີ່ກ່ຽວ ຂ້ອງເຂົ້າຮ່ວມ ແລະ ໃຫ້ການສະໜັບ ສະໜູ ນແນວພັນປາ, ແນວພັນ ສັດນໍ້າ ແລະ ສັດປ່າ ຢ່າງເປັນຂະບວນຟົດ ຟື້ນ ຊຶ່ງຈໍານວນປາ ແລະ ສັດນໍ້າທີ່ ໄດ້ ປ່ອຍທັງໝົດ 61,3 ລ້ານໂຕ. ນອກ ນັ້ນຍັງໄດ້ປ່ອຍສັດປ່າປະເພດນົກ, ສັດເລືອຄານ ແລະ ສັດປະເພດອື່ນໆ ຄືນສູ່ທໍາມະຊາດຈໍານວນ 200 ກວ່າ ໂຕ ແລະ ໃນປີນີ້, ຄາດໝາຍແມ່ນ ຈະປ່ອຍປາ ແລະ ສັດນໍ້າໃຫ້ໄດ້ທັງ ໝົດ 62 ລ້ານໂຕ. ປັດຈຸບັນ, ທົ່ວປະເທດມີສູນ, ສະ ຖານີທີ່ຜະລິດລູກປາຂອງລັດຈໍາ ນວນ 53 ແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນ ຫລາຍກວ່າ 130 ແຫ່ງ ແລະ ການຜະລິດລູກປາແບບ ຄອບຄົວມີ 352 ແຫ່ງ, ສາມາດສະ ໜອງແນວພັນປາ ໃຫ້ສັງຄົມໄດ້ ໂດຍພື້ນຖານ ຈໍານວນ 383 ລ້ານ ໂຕ (ສະໜອງໄດ້ 72% ຂອງແຜນ ການ), ມີຟາມລ້ຽງສັດປ່າ, ສູນ ຂະຫຍາຍພັນສັດປ່າຫລາຍກວ່າ 10 ແຫ່ງ. ບັນດາສູນດັ່ງກ່າວໄດ້ຄົ້ນ ຄວ້າທົດລອງລ້ຽງ ແລະ ຂະຫຍາຍ ພັນສັດປ່າ ແລະ ປາພື້ນເມືອງໄດ້ ຫລາຍຊະນິດ, ທົ່ວປະເທດມີວັງສະ ຫງວນປາ ຈໍານວນ 1.050 ກວ່າ ວັງ. ໃນນັ້ນ, ມີຄະນະຄຸ້ມຄອງວັງ ສະຫງວນແລ້ວ 819 ວັງ ແລະ ມີເຂດອະນຸລັກພັນສັດປ່າແຫ່ງຊາດ 1 ເຂດ. ທ່ານລັດຖະມົນຕີກະຊວງກະ ສິກຳ ແລະ ປ່າໄມ້ຍັງໃຫ້ຮູ້ອີກວ່າ: ສປປ ລາວ ເປັນປະເທດ ໜຶ່ງທີ່ອຸດົມ ຮັ່ງມີເຕັມໄປດ້ວຍຊັບພະຍາກອນ ທໍາມະຊາດຊັບໃນດິນສິນໃນນໍ້າ, ມີຊະນິດພັນສັດປ່າຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງ ຫລາຍກວ່າ 500 ຊະນິດ ໂດຍສະ ເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງມັ່ງ, ປາບຶກ, ປາຂ່າ ແລະ ສັດປ່າ ຊະນິດອື່ນໆ. ສັດດັ່ງກ່າວແມ່ນມີ ຄວາມສໍາຄັນຕໍ່ການຮັກສາຄວາມ ອຸດົມສົມບູນຂອງຊັບພະຍາກອນ ປ່າໄມ້, ຄວາມສົມດຸນຂອງລະບົບນິ ເວດໃນທໍາມະຊາດ, ເປັນມໍລະດົກ ທາງທໍາມະຊາດອັນລໍ້າຄ່າຂອງ ຊາດລາວເຮົາ, ຈົ່ງພ້ອມກັນຮ່ວມ ແຮງຮ່ວມໃຈເຂົ້າໃສ່ການພັດທະ ນາ, ຄຸ້ມຄອງ, ອະນຸລັກຮັກສາສັດ ນໍ້າ ແລະ ສັດປ່າ ໃຫ້ຫລາຍຂຶ້ນແນ ໃສ່ເພີ່ມຄວາມອຸດົມສົມບູນທາງ ດ້ານຊະນິດພັນ ແລະ ຈໍານວນປະຊາ ກອນຂອງສັດນໍ້າ ແລະ ສັດປ່າ ທີ່ ເປັນມໍລະດົກທາງທໍາມະຊາດ ຂອງ ຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດຮອດເຊັ່ນ ລູກເຊັ່ນຫລານຂອງພວກເຮົາຕະ ຫລອດໄປ. ຂໍ້ມູນ-ພາບ: ນາງພັດ ຄ້າກະສິກຳ-ຫັດຖະກຳທີ່ເປັນສີ ໄມ້ລາຍມືຂອງແມ່ຍິງ ແລະ ຂອງ ທ້ອງຖິ່ນ, ກິດຈະກຳຕິດພັນກັບ ການອະນຸລັກຮັກສາ ແລະ ສົ່ງເສີມ ວັດທະນະທໍາອັນດີງາມຂອງຊາດ ຂອງແມ່ຍິງລາວ, ສົມທົບກັບພາກ ສ່ວນກ່ຽວຂ້ອງຈັດຂະບວນການບໍ ລິຈາກເລືອດ ເພື່ອຊ່ວຍເຫລືອສັງ ຄົມ ແລະ ຈັດຕັ້ງການຢ້ຽມຢາມພະ ນັກງານປະຕິວັດອາວຸໂສບຳນານ, ອະດີດການນໍາເພດຍິງ ຕາມຄວາມ ເໝາະສົມ ແລະ ເງື່ອນໄຂຕົວຈິງ. ໃນວັນທີ 7 ກໍລະກົດ 2023 ນີ້, ທ່ານນາງ ສິລິກິດ ບຸບຜາ ຮອງປະ ທານຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ (ສສຍລ) ໄດ້ຖະແຫລງຂ່າວກ່ຽວກັບ ການກະ ກຽມສະເຫລີມສະຫລອງວັນສ້າງ ຕັ້ງອົງການຈັດຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 68 ປີ ຕໍ່ສື່ມວນ ຊົນວ່າ: ວັນທີ 20 ກໍລະກົດຂອງ ທຸກໆປີ ສູນກາງສະຫະພັນແມ່ຍິງ ລາວ, ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າໃນທົ່ວ ປະເທດ ໄດ້ພ້ອມໃຈກັນເຂົ້າຮ່ວມສະ ເຫລີມສະຫລອງວັນສ້າງຕັ້ງອົງ ການຈັດຕັ້ງສະຫະພັນແມ່ຍິງລາວ ເຊິ່ງເປັນອົງການຈັດຕັ້ງມະຫາຊົນ ໜຶ່ງ ໃນລະບົບການເມືອງຂອງລະ ບອບປະຊາທິປະໄຕປະຊາຊົນທີ່ ພັກເປັນຜູ້ໃຫ້ກຳເນີດ, ຝຶກຝົນຫລໍ່ ຫລອມ ແລະ ຊຸກຍູ້ສົ່ງເສີມ ເພື່ອໃຫ້ ແມ່ຍິງໄດ້ເຮັດໜ້າທີ່ໃນການເປັນ ຕົວແທນແຫ່ງສິດຜົນປະໂຫຍດອັນ ຊອບທຳຂອງແມ່ຍິງ-ເດັກນ້ອຍຕິດ ພັນກັບການສຶກສາອົບຮົມເຕົ້າໂຮມ ຄວາມສາມັກຄີ ແລະ ເສີມຂະຫຍາຍ ສິດເປັນເຈົ້າຂອງແມ່ຍິງລາວ, ປະ ກອບສ່ວນເຂົ້າໃນພາລະກິດປະຕິ ວັດ ກໍຄື ພາລະກິດພັດທະນາແມ່ຍິງ, ເອົາໃຈໃສ່ປະຕິບັດສິດສະເໝີພາບ ຍິງ-ຊາຍ ແລະ ປົກປັກຮັກສາມູນ ເຊື້ອທີ່ເປັນເອກະລັກຂອງແມ່ຍິງ ລາວ ໃນໄລຍະໃໝ່. ສຳລັບສູນກາງສະຫະພັນແມ່ ຍິ ງລາວ ໃນວັນທີ 14 ກໍລະກົດ 2023 ແມ່ນຈະໄດ້ຮັບຟັງການໂອ້ລົມໃຫ້ ທິດຊີ້ນຳຂອງການນຳຂັ້ນສູງພາຍ ໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມ ແຂງໃຫ້ແມ່ຍິງທາງດ້ານເສດຖະ ກິດໃນໄລຍະໃໝ່” ແລະ ກິດຈະກຳ ອື່ນໆ ທີ່ສູນການຮ່ວມມື ແລະ ຝຶກ ອົບຮົມລາວ-ຍີ່ປຸ່ນ (ICTC) ໂດຍ ຮ່ວມກັບສະມາຄົມນັກທຸລະກິດຍິງ ແລະ ສະມາຄົມຫັດຖະກຳລາວ; ວັນທີ 21 ກໍລະກົດ 2023 ສ້າງ ຂະບວນການບໍລິຈາກເລືອດ ເພື່ອ ຊ່ວຍເຫລືອສັງຄົມ ຮ່ວມກັບສູນ ເລືອດແຫ່ງຊາດອົງການກາແດງ ລາວ ພາຍໃຕ້ຄໍາຂວັນ “68 ປີ ມີໄຊ ໃຫ້ເລືອດ ໃຫ້ຊີວິດ” ທີ່ສູນການຄ້າ ລາວ-ໄອເຕັກ ຈະເລີ່ມແຕ່ 8:00 ໂມງ ຫາ 16:00 ໂມງ; ໃນໄລຍະສະ ເຫລີມສະຫລອງວັນສຳຄັນດັ່ງກ່າວ ສູນກາງສະຫະພັນແມ່ຍິງລາວ ເຊີນຊວນທຸກພາກສ່ວນ ນຳພາສະ ມາຊິກສະຫະພັນແມ່ຍິງລາວ-ແມ່ ຍິງລາວບັນດາເຜົ່າ ເອົາໃຈໃສ່ສຶກ ສາອົບຮົມລູກຫລານ, ເຂົ້າຢ້ຽມ ຊົມຫໍມູນເຊື້ອແມ່ຍິງລາວທີ່ສູນອົບ ຮົມແມ່ຍິງລາວ ແລະ ຫ້ອງສິນ ສາຍໄໝ ຢູ່ບ້ານຊຽງຍືນໃນໂມງລັດ ຖະການ. ໂອກາດນີ້ ທ່ານນາງ ສິລິກິດ ບຸບຜາ ໄດ້ຕາງໜ້າໃຫ້ຄະນະສະ ຫະພັນແມ່ຍິງທຸກຂັ້ນສະມາຊິກສະ ຫະພັນແມ່ຍິງ ແມ່ຍິງລາວບັນດາ ເຜົ່າ ຂໍສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການນໍາພັກສະ ພາແຫ່ງຊາດ ແລະ ລັດຖະບານ ເຊິ່ງຍາມໃດກໍເອົາໃຈໃສ່ສ້າງທຸກ ເງື່ອນໄຂໃຫ້ແກ່ການເຕົ້າໂຮມ ຄວາມສາມັກຄີສຶກສາອົບຮົມບໍາ ລຸງສ້າງສະມາຊິກສະຫະພັນແມ່ຍິງ ລາວ ບັນດາເຜົ່າໃຫ້ມີຄວາມເຕີບ ໃຫຍ່ຂະຫຍາຍຕົວໃນທຸກດ້ານທັງ ສ້າງຄວາມເຊື່ອໝັ້ນ ແລະ ຖືສໍາຄັນຕໍ່ ບົດບາດຂອງແມ່ຍິງໃນການເຂົ້າ ຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ; ຂໍຝາກຄໍາອວຍ ພອນ ແລະ ຢື້ຢາມຖາມຂ່າວອັນສະ ໜິດສະໜົມ ຂອງຄະນະສະຫະພັນ ແມ່ຍິງທຸກຂັ້ນ ໄປເຖິງແມ່ຍິງລາວ ບັນດາເຜົ່າໃນທົ່ວປະເທດຈົ່ງພ້ອມ ກັນຝຶກຝົນຫລໍ່ຫລອມຕົນເອງຍົກ ສູງຄວາມຮູ້ຄວາມສາມາດ, ບຸກໜ້າ ບືນຕົວ ປະກອບສ່ວນໃນການຈັດ ຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດ, ແຜນພັດທະ ນາແມ່ຍິງແຫ່ງຊາດໃຫ້ສໍາເລັດຜົນ, ພ້ອມກັນຈັດຕັ້ງປະຕິບັດຄຳຂວັນ ຊົມເຊີຍວັນສ້າງຕັ້ງອົງການຈັດ ຕັ້ງສະຫະພັນແມ່ຍິງລາວ 20 ກໍລະ ກົດ 1955-20 ກໍລະກົດ 2023 ຄົບຮອບ 68 ປີຢ່າງສຸດໃຈກໍຄືຂໍ້ ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດ ທະນາດີ ແລະ ສ້າງຄອບຄົວດີ ເຊິ່ງ ເປັນການປະກອບສ່ວນສໍາຄັນໃນ ການພັດທະນາຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ ເຮັດໃຫ້ ຖານະບົດບາດຂອງແມ່ຍິງລາວ ສູງຂຶ້ນຕື່ມທັງພາຍໃນ ແລະ ເວທີ ສາກົນ. ຂ່າວ: ວຽງສະຫວັນ,ພາບ: ອ່າຍຄຳ
RkJQdWJsaXNoZXIy MTc3MTYxMQ==