5656

xtgmf]k; 6 07/07/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ,kg]g-p gxaoz6h]q'mbo8jk'xtgmf vaofa[mu 5 .o]k; rP' 5 gfnvo8Qoxu 2023 s;Pfok, fb'f6foadmjv'mjP; wfh 4 ]hkod;jk7qo ຮຽບຮຽງໂດຍ: ຄົນເມືອງໃຕ້ * ບັນດາ 10 ປະເທດສະມາຊິກ ຍອມຮັບວ່າການແພ່ລະບາດຂອງ ພະຍາດໂຄວິດ-19 ເປັນໄລຍະ 2 ປີກວ່ານັ້ນໄດ້ສົ່ງຜົນກະທົບຮອບ ດ້ານຕໍ່ການພັດທະນາເສດຖະກິດສັງຄົມ ແລະ ການແກ້ໄຂຄວາມທຸກ ຍາກພາຍໃນອາຊຽນໂດຍສະເພາະ ການປິດປະເທດນັ້ນໄດ້ສົ່ງຜົນກະ ທົບໂດຍກົງຕໍ່ພາກອຸດສາຫະກໍາ ທ່ອງທ່ຽວທີ່ເປັນຖານສ້າງລາຍ ຮັບອັນດັບຕົ້ນໆຂອງແຕ່ລະຊາດ ອາຊຽນ. ແຕ່ພໍເມື່ອບັນດາຊາດອາ * ສປປ ລາວ ແມ່ນໜຶ່ງໃນບັນ ດາ 10 ປະເທດສະມາຊິກອາຊຽນ ທີ່ເປັນຄູ່ຮ່ວມມືສໍາຄັນກັບປະເທດ ມາເລເຊຍໃນໄລຍະຕະຫລອດ 57 ປີຜ່ານມາ ເຖິງປັດຈຸບັນເຫັນວ່າ ການລົງທຶນຂອງ ມາເລເຊຍ ຢູ່ ສປປ ລາວ ມີ 46 ໂຄງການ, ລວມມູນຄ່າ 924 ລ້ານໂດລາສະຫະລັດ ໃນນັ້ນ ປະກອບມີຂະແໜງການສໍາຄັນດັ່ງ ນີ້: ພະລັງງານໄຟຟ້າ, ອຸດສາຫະກຳ ປຸງແຕ່ງໄມ້, ການກໍ່ສ້າງ, ການເງິນ ແລະ ທະນາຄານ, ການບໍລິການ ໂຮງແຮມ, ບໍ່ແຮ່ ແລະ ກະສິກໍາ ເຊິ່ງໄດ້ຖືກຈັດເປັນອັນດັບທີ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ. ດັ່ງທີ່ຮູ້ນໍາກັນວ່າ: ສປປ ລາວ ຫາກໍສໍາເລັດ ແລະ ເປີດໃຫ້ບໍລິການ ເສັ້ນທາງລົດໄຟ ລາວ-ຈີນ ໃນທ້າຍ ປີ 2021 ຜ່ານມາ ເຊິ່ງນັ້ນເຮັດໃຫ້ ສປປ ລາວ ກ້າວຂຶ້ນເປັນຜູ້ນໍາການ ພັດທະນາເສັ້ນທາງລົດໄຟເຊື່ອມ ໂຍງເຊື່ອມຈອດລະຫວ່າງອາຊຽນ, ສປ ຈີນ, ຕາເວັນອອກກາງ ແລະ ເອີ ຣົບ ແລະ ຄາດວ່າຈະກາຍເປັນປະຕູ ອາຊຽນໃນອະນາຄົດອັນໄດ້ນີ້. ນອກຈາກນັ້ນໄທກໍໄດ້ຕົກລົງເຂົ້າ ຮ່ວມ ແລະ ຈັດຕັ້ງປະຕິບັດດໍາເນີນ ໂຄງການພັດທະນາເສັ້ນທາງລົດໄຟ ເຊື່ອມຕໍ່ ສປປ ລາວ, ຈີນ, ໄທ ແລະ ຄາດວ່າຈະພັດທະນາເຂົ້າຫາປະ ເທດມາ ເລເຊຍ, ສິງກະໂປ ແລະ ຊາດ ອື່ນໆໃນອະນາຄົດຢ່າງໜ້າສົນໃຈ. ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບ ທ່ານ ອັນວາ ອິບບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນ ສູງ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນວັນ ທີ 26-27 ມິຖຸນາ 2023 ເພື່ອສືບ ຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາ ຍາວນານ ລະຫວ່າງ ສປປ ລາວ ແລະ ມາເລເຊຍ. ໃນກອງປະຊຸມພົບປະ, ສອງ ຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມາເລ ເຊຍ ຕະຫລອດໄລຍະ 57 ປີ ຜ່ານ ມາໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາເຂົ້າສູ່ລວງກວ້າງ ແລະ ລວງເລິກ, ສະແດງອອກໃນການ ພົບປະແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ລະຫວ່າງການ ນຳຂັ້ນສູງສອງປະເທດ ຢ່າງເປັນ ປົກກະຕິ ແລະ ໃຫ້ການສະໜັບສະ ໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ, ຫລາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ. ໃນໄລຍະການຢ້ຽມຢາມຄັ້ງນີ້ ເຫັນວ່າ ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການຮ່ວມມືດ້ານເສດຖະກິດ ເປັນ ຕົ້ນ ດ້ານການຄ້າ-ການລົງທຶນ ຂອງ ສອງປະເທດ ລາວ-ມາເລເຊຍ ທີ່ມີ ທ່າຂະຫຍາຍຕົວຢ່າງຕໍ່ເນື່ອງເຊິ່ງ ໃນປີ 2022 ສາມາດບັນລຸໄດ້ 241 ລ້ານ ກວ່າໂດລາສະຫະລັດ ຫລື ເພີ່ມ ຂຶ້ນ 68,65% (ປີ 2021 ມີມູນຄ່າ 75 ລ້ານກວ່າໂດລາສະຫະລັດ); ຄຽງຄູ່ກັນນີ້ສອງຝ່າຍ ເຫັນວ່າເງື່ອນ ໄຂ ແລະ ຄວາມສາມາດໃນການສົ່ງ ເສີມການຮ່ວມມືທາງດ້ານການຄ້າ ລະຫວ່າງກັນຍັງມີຫລາຍທ່າແຮງ ໂດຍສະເພາະການສົ່ງເສີມການ ຜະລິດເປັນສິນຄ້າ, ການເຊື່ອມໂຍງ ການຄ້າກັບປະເທດທີ 3 ແລະ ພາກ ພື້ນອື່ນໆ​ເຊິ່ງ ມາເລເຊຍ ມີຕະຫລາດ ທີ່ກວ້າງຂວາງ ແລະ ສາມາດເປັນ ທ່າແຮງໃນການຊ່ວຍສະໜັບສະ ໜູນຂະບວນການຕ່າງໆໃຫ້ຂັບ ເຄື່ອນໄປຢ່າງມີປະສິດທິຜົນ. ປັດຈຸ ບັນການລົງທຶນຂອງ ມາເລເຊຍ ຢູ່ ສປປ ລາວ ມີ 46 ໂຄງການ, ລວມ ມູນຄ່າ 924 ລ້ານໂດລາສະຫະລັດ ກວມເອົາຫລາຍຂະແໜງການ ເປັນ ຕົ້ນ ພະລັງງານໄຟຟ້າ, ອຸດສາຫະ ກຳປຸງແຕ່ງໄມ້, ການກໍ່ສ້າງ, ການ ເງິນ ແລະ ທະນາຄານ, ການບໍລິ ການໂຮງແຮມ, ບໍ່ແຮ່ ແລະ ກະສິກໍາ ເຊິ່ງໄດ້ຖືກຈັດເປັນອັນດັບ 5 ຂອງ ການລົງທຶນຕ່າງປະເທດຢູ່ ສປປ ລາວ. ພ້ອມນີ້້, ສອງຝ່າຍ ກໍ່ໄດ້ຕີ ລາຄາສູງຕໍ່ການຮ່ວມມືດ້ານພະລັງ ງານ, ໃນນີ້ ໄດ້ມີການຮ່ວມມືທາງ ດ້ານພະລັງງານທົດແທນທີ່ສະອາດ​ ເປັນຂະແໜງການຕົ້ນຕໍຂອງການ ພົວພັນຮ່ວມມືລະຫວ່າງສອງປະ ເທດ ລາວ-ມາເລເຊຍ, ໃນນີ້ຝ່າຍ ລາວ ໄດ້ສະເໜີໃຫ້ສືບຕໍ່ປຶກສາຫາລື ເພື່ອຍົກລະດັບກຳລັງການຊື້-ຂາຍ ພະລັງງານໄຟຟ້າ ຈາກ 300 ເມກາ ວັດ (mw) ຂຶ້ນເປັນ 500 ເມກາວັດ (mw) ໃນຕໍ່ໜ້າ; ລັດຖະບານມາ ເລເຊຍ ຍັງໄດ້ໃຫ້ການຊ່ວຍເຫລືອ ດ້ານການພັດທະນາຊັບພະຍາກອນ ມະນຸດຢູ່ ສປປ ລາວ ໂດຍຜ່ານໂຄງ ການຮ່ວມມືດ້ານວິຊາການຂອງ ມາເລເຊຍ ເຊິ່ງນັບແຕ່ປີ 1991 - 2023 ໄດ້ສະໜອງທຶນການສຶກສາ ທັງໝົດ 1.690 ທຶນ ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນອັນສໍາຄັນໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ. ສຳລັບທິດທາງການຮ່ວມມືໃນ ຕໍ່ໜ້າ, ສອງຝ່າຍ ເຫັນດີເປັນເອກະ ພາບສືບຕໍ່ຊຸກຍູ້ໃຫ້ມີການພົບປະ ແລກປ່ຽນຂອງການນຳຂັ້ນສູງ ພັກ-ລັດ ຢ່າງເປັນປົກກະຕິ, ສືບຕໍ່ ຈັດຕັ້ງປະຕິບັດບັນດາໂຄງການ ຮ່ວມມືທີ່ໄດ້ລົງນາມແລ້ວນັ້ນ ໃຫ້ ເປັນຮູບປະທຳ ແລະ ມີຜົນສຳເລັດ ສູງຂຶ້ນ, ຊຸກຍູ້ການໄປມາຫາສູ່ກັນ ຂອງປະຊາຊົນສອງປະເທດ, ປັດຈຸ ບັນ ສອງຝ່າຍ ແມ່ນພວມກະກຽມ ເປີດຄືນໃໝ່ຖ້ຽວບິນປົກກະຕິຈາກ ກົວລາລຳເປີ - ນະຄອນຫລວງວຽງ ຈັນ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ບັນດານັກລົງທຶນ ແລະ ນັກ ທ່ອງທ່ຽວ ໃຫ້ມີການພົວພັນໄປມາ ຫາສູ່ກັນຫລາຍຂຶ້ນ ແລະ ອື່ນໆ. ພາຍຫລັງສຳເລັດພິທີພົບປະ ທາງການລະຫວ່າງ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ແລະ ມາເລ ເຊຍ ກໍໄດ້ເຂົ້າຮ່ວມເປັນສັກຂີພິ ຍານການລົງນາມເອກະສານຮ່ວມ ມືນຳກັນ ຈໍານວນ 2 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືດ້ານລົດໄຟ ແລະ 2) ບົດບັນທຶກການຮ່ວມມື ລະຫວ່າງ ດ່ານສາກົນສິນຄ້າ ທ່າບົກທ່ານາ ແລ້ງ ແລະ ກຸ່ມບໍລິສັດ Mutiara Perlis Sdn Bhd (MPSB), ພ້ອມທັງເປັນສັກຂິພິຍານການແລກ ປ່ຽນເອກະສານຮ່ວມມືທີ່ໄດ້ສຳ ເລັດການລົງນາມແລ້ວ ຈຳນວນ 2 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າ ໃຈວ່າດ້ວຍການຮ່ວມມືດ້ານພະລັງ ງານ ແລະ 2) ໜັງສືແຈ້ງເຈດຈຳນົງ ວ່າດ້ວຍການຮ່ວມມືສຶກສາ ແລະ ຄົ້ນຄວ້າຄວາມເປັນໄປໄດ້ດ້ານພະ ລັງງານ ໃນ ສປປ ລາວ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິ ສັດ TNB Power Generation. ຊຽນໄດ້ມີການປະກາດເປີດປະເທດ ຢ່າງເປັນທາງການນັບແຕ່ປີ 2022 ເປັນຕົ້ນມາ ເຫັນພາກອຸດສາຫະກໍາ ທ່ອງທ່ຽວພາຍໃນອາຊຽນມີບັນ ຍາກາດຄຶກຄື້ນ ເຊິ່ງສົ່ງຜົນດີຕໍ່ຂະ ແໜງການຕ່າງໆປິ່ນອ້ອມ. ມື້ນີ້, ຜູ້ຂຽນຂໍນຳເອົາຂໍ້ມູນ ຈາກເວັບໄຊຂອງຫວຽດນາມໃນ ພາກສາພາອັງກິດ ມານໍາສະເໜີ ໂດຍມີຂໍ້ມູນທີ່ໜ້າສົນໃຈຄື: ພຽງ 5 ເດືອນຕົ້ນປີ 2023, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ ເກືອບ 4,6 ລ້ານຄົນ, ເພີ່ມຂຶ້ນ 19 ເທົ່າເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ. ໃນນັ້ນສະເພາະພຶດ ສະພາປີ 2023 ຜ່ານມາ, ຫວຽດ ນາມໄດ້ຕ້ອນຮັບນັກທ່ອງທ່ຽວສາ ກົນປະມານ 916.300 ຄົນ, ເພີ່ມຂຶ້ນ 6,9% ເມື່ອທຽບໃສ່ເດືອນກ່ອນ. ຢ່າງໃດກໍ່ຕາມ, ມັນຍັງສູງກວ່າ 6,7 ເທົ່າຂອງໄລຍະດຽວກັນຂອງປີ 2022 ຜ່ານມາ. ເຖິງວ່າອັດຕາການ ເຕີບໂຕຂອງນັກທ່ອງທ່ຽວສາກົນ ໃນ 5 ເດືອນຕົ້ນປີ 2023 ເປັນທີ່ ໜ້າສົນໃຈ; ແຕ່ວ່າຈໍານວນນັກທ່ອງ ທ່ຽວໂດຍລວມມີພຽງ 63% ຂອງ ຕົວເລກທີ່ບັນທຶກໄວ້ໃນໄລຍະດຽວ ກັນຂອງປີ 2019, ກ່ອນໂຄວິດ-19. ຕາມຂໍ້ມູນກ່ຽວກັບຕະຫລາດການ ທ່ອງທ່ຽວເຫັນວ່າຈຳນວນນັກທ່ອງ ທ່ຽວສາກົນເຂົ້າຫວຽດນາມ ເກືອບ 4,6 ລ້ານເທື່ອຄົນໃນ 5 ເດືອນຕົ້ນ 2023 ປີ ໃນນັ້ນ ນັກທ່ອງທ່ຽວຈາກ ທະວີບອາຊີແມ່ນສືບຕໍ່ຂະຫຍາຍຕົວ ພົ້ນເດັ່ນກວ່າທະວີບອື່ນໆ ແລະ ຍັງ ເປັນຕະຫລາດທ່ອງທ່ຽວອັນດັບ ໜຶ່ງ ໂດຍສະເພາະ ສ ເກົາຫລີ ຍັງ ຄົງແມ່ນຕະຫລາດໃຫຍ່ທີ່ສຸດຂອງ ຫວຽດນາມ ໂດຍມີຈໍານວນນັກທ່ອງ ທ່ຽວ ເກົາຫລີ ເຖິງ 1,3 ລ້ານຄົນ. ປັດຈຸບັນນີ້, ເຖິງແມ່ນວ່າຈຳນວນ ນັກທ່ອງທ່ຽວ ສ ເກົາຫລີ ເຂົ້າມາ ຢ້ຽມຢາມຫວຽດນາມໃນເດືອນພຶດ ສະພາ ຜ່ານມາໄດ້ຫລຸດລົງ 4,6% ເມື່ອທຽບໃສ່ເດືອນເມສາປີ 2023, ແຕ່ຍັງເຫັນວ່າຈໍານວນສູງກວ່າຕະ ຫລາດອື່ນໆໃນອາຊີຕາເວັນອອກ ສ່ຽງເໜືອຫລາຍເທົ່າ ໂດຍສະເພາະ ສູງກວ່າຕະຫລາດ ຈີນ 3,3 ເທົ່າ, ສູງ ກວ່າຕະຫລາດໄຕ້ຫວັນ 5,2 ເທົ່າ, ແລະ ສູງກວ່າຕະຫລາດຍີ່ປຸ່ນ 6,5 ເທົ່າ. ພ້ອມດຽວກັນນີ້, ກໍເຫັນວ່າ ສປ ຈີນ ຍັງເປັນຕະຫລາດໃຫຍ່ອັນ ດັບສອງທີ່ມີນັກທ່ອງທ່ຽວເຂົ້າມາ ຢ້ຽມຢາມ ສສຫວຽດນາມ ເຖິງ 398.000 ກວ່າຄົນ, ເພີ່ມຂຶ້ນ 31% ເມື່ອທຽບໃສ່ເດືອນກ່ອນ.

RkJQdWJsaXNoZXIy MTc3MTYxMQ==