5656

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 07/07/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ອ່ານຕໍ່ສະບັບໜ້າ *** *** ຕໍ່ຈາກສະບັບກ່ອນ *** 7totr;q roa 8kj 'xtgmflo6 dk'rda [qoglAomk'g8u[.spj0tspkp8q; 7q[Iv[ 40 x u ຕະຫລອດໄລຍະ 40 ປີ ຜ່ານ ມາ, ຄະນະພົວພັນຕ່າງປະເທດສູນ ກາງພັກ ໄດ້ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະ ພາບ, ເພື່ອຮອງຮັບການປະຕິບັດ ໜ້າທີ່ການເມືອງໃນແຕ່ລະໄລຍະ, ຄະນະພົວພັນຕ່າງປະເທດສູນກາງ ພັກ ໄດ້ປັບປຸງໂຄງປະກອບການຈັດ ຕັ້ງ ແລະ ພາລະບົດບາດຂອງຕົນ ໂດຍໄດ້ແບ່ງອອກເປັນ 5 ໄລຍະ ຄື: ໄລຍະທີ 1. ແຕ່ປີ 1983 ເຖິງ 1994: ປະຕິບັດຕາມມະຕິຂອງກົມ ການເມືອງສູນກາງພັກ ເລກທີ 18/ກມສພ, ລົງວັນທີ 04 ມິຖຸນາ 1983, ສະຫາຍ ພູນ ສີປະເສີດ ກຳ ມະການກົມການ ເມືອງສູນກາງພັກ ໄດ້ຖືກແຕ່ງຕັ້ງເປັນຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກຜູ້ ທຳອິດ, ທັງເປັນລັດຖະມົນຕີກະ ຊວງການຕ່າງປະເທດ ແລະ ປະຕິ ບັດຕາມມະຕິຕົກລົງຂອງກົມການ ເມືອງສູນກາງພັກ ສະບັບເລກທີ 23/ກມສພ, ລົງວັນທີ 29 ມິຖຸນາ 1983, ກົງຈັກການຈັດຕັ້ງຂອງຄະ ນະພົວພັນຕ່າງປະເທດສູນກາງພັກ ປະກອບມີ 3 ກົມ: ຫ້ອງການ, ກົມ ຄົ້ນຄວ້າສັງລວມການພົວພັນລະ ຫວ່າງ ພັກກັບພັກ ແລະ ກົມຊີ້ນຳ ການເຄື່ອນໄຫວສາກົນຂອງອົງ ການຈັດຕັ້ງມະຫາຊົນ. ໃນທ້າຍປີ 1980 ຫາຕົ້ນຊຸມປີ 1990, ສະພາບການຂອງໂລກມີ ການຜັນແປຢ່າງສັບສົນກ້າວໄປ ເຖິງການລົ້ມສະລາຍ ຂອງ ສ ໂຊ ວຽດ ແລະ ບັນດາປະເທດສັງຄົມນິ ຍົມ ໃນເອີຣົບຕາເວັນອອກອັນໄດ້ ສົ່ງຜົນກະທົບແກ່ຂະບວນການ ກອມມູນິດ ແລະ ກຳມະກອນ ສາ ກົນ, ຂະບວນການກ້າວໜ້າໃນພາກ ພື້ນຕ່າງໆຂອງໂລກ, ເຮັດໃຫ້ການ ພົວພັນລະຫວ່າງ ພັກ-ລັດເຮົາກັບ ບັນດາປະເທດສັງຄົມນິຍົມຫລຸດ ຜ່ອນລົງຫລາຍ. ສະນັ້ນ, ເພື່ອເຮັດ ໃຫ້ການເຄື່ອນໄຫວຂອງຄະນະພົວ ພັນຕ່າງປະເທດສູນກາງພັກ ມີ ຄວາມສອດຄ່ອງກັບສະພາບຕົວ ຈິງ ໃນໄລຍະນັ້ນ, ກົມການເມືອງສູນ ກາງພັກ ຈຶ່ງຕົກລົງໃຫ້ມີການປັບ ປຸງກົງຈັກການຈັດຕັ້ງຄືນໃໝ່ ໂດຍ ຫລຸດຈຳນວນກົມຈາກ 3 ກົມ ໃຫ້ ເຫລືອພຽງກົມດຽວ ທັງຮັບຜິດ ຊອບການພົວພັນດ້ານພັກ ແລະ ອົງ ການຈັດຕັ້ງມະຫາຊົນຕາມມະຕິຕົກ ລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 36/ກມສພ, ລົງ ວັນທີ 28/12/1989; ໄລຍະທີ 2: ແຕ່ປີ 1994-2006: ຕໍ່ໜ້າສະພາບ ການພາກພື້ນ ແລະ ສາກົນມີການ ປ່ຽນແປງຢ່າງວ່ອງໄວ ແລະ ໂດຍ ປະຕິບັດຕາມມະຕິກອງປະຊຸມ ໃຫຍ່ ຄັ້ງທີ V ຂອງພັກ, ກົມການເມືອງ ສູນກາງພັກ ໄດ້ມີມະຕິຕົກລົງສະບັບ ເລກທີ 43/ກມສພ, ລົງວັນທີ 24 ທັນວາ 1994 ວ່າ ດ້ວຍການປັບປຸງ ຄະນະພົວພັນຕ່າງປະເທດສູນກາງ ພັກ ແລະ ຄະນະຄົ້ນຄວ້າວິໄຈການ ເມືອງ ໂດຍໂອນເອົາ 3 ພາກສ່ວນ ເຂົ້າກັນ ຄື: ພາກສ່ວນຄະນະພົວພັນ ຕ່າງປະເທດສູນກາງພັກ, ຄະນະ ກຳມະການ ເພື່ອສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຄະນະຄົ້ນ ຄວ້າວິໄຈການເມືອງ ໂດຍແມ່ນສະ ຫາຍ ສົມສະຫວາດ ເລັ່ງສະຫວັດ ກຳມະການສູນກາງພັກ ໄລຍະນັ້ນ ເປັນຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ, ທັງເປັນລັດຖະ ມົນຕີກະຊວງການຕ່າງປະເທດຈົນ ເຖິງປີ 2006. ໃນໄລຍະນີ້ກົມການ ເມືອງສູນກາງພັກ ໄດ້ອອກມະຕິຕົກ ລົງສະບັບ ເລກທີ 32/ກມສພ, ລົງ ວັນທີ 29/08/1995 ວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະພົວພັນຕ່າງປະເທດສູນກາງ ພັກ ໂດຍປັບປຸງກົງຈັກການຈັດຕັ້ງ ເປັນ 4 ກົມ ຄື: ຫ້ອງການ, ກົມຄົ້ນ ຄວ້າ-ສັງລວມ, ກົມພົວພັນພັກແລະ ກົມພົວພັນຄົນເຊື້ອຊາດລາວ ຢູ່ ຕ່າງປະ ເທດ; ໃນປີ 2002, ກົມ ການ ເມືອງສູນກາງພັກ ໄດ້ມີມະຕິຕົກ ລົງ ສະບັບເລກທີ 97/ກມສພ ວ່າ ດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງຄະນະພົວພັນຕ່າງປະ ເທດສູນກາງພັກ ຊຶ່ງໄດ້ກຳນົດກົງ ຈັກການຈັດຕັ້ງຂອງຄະນະພົວພັນ ຕ່າງປະເທດສູນກາງພັກເພີ່ມຂຶ້ນ ເປັນ 5 ກົມ ຄື: ຫ້ອງການ, ກົມຄົ້ນ ຄວ້າ-ສັງລວມ, ກົມພົວພັນພັກ, ກົມ ພົວພັນສາກົນຂອງອົງການຈັດຕັ້ງ ມະຫາຊົນ ແລະ ກົມພົວພັນຄົນເຊື້ອ ຊາດລາວຢູ່ຕ່າງປະເທດ; ໄລຍະທີ 3: ແຕ່ປີ 2006-2015: ອີງຕາມມະ ຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 78/ກມສພ, ລົງ ວັນທີ 9 ມິຖຸນາ 2006, ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມ ການເມືອງສູນກາງພັກ ໄດ້ຮັບການ ແຕ່ງຕັ້ງເປັນເລຂາຄະນະພັກກະ ຊວງການຕ່າງປະເທດ ແລະ ຄະນະ ພົວພັນຕ່າງປະເທດສູນກາງພັກ, ທັງເປັນຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ແລະ ລັດຖະ ມົນຕີກະຊວງການຕ່າງປະເທດ. ອີງຕາມຂໍ້ກຳນົດຂອງຄະ ນະເລຂາທິການສູນກາງພັກ ວ່າ ດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງຄະນະພົວພັນຕ່າງປະ ເທດຂອງສູນກາງພັກ, ເລກທີ 06/ ຄລສພ, ລົງວັນທີ 30 ກໍລະກົດ 2008, ກົງຈັກການຈັດຕັ້ງຂອງ ຄະນະພົວພັນຕ່າງປະເທດ ໄດ້ປັບ ປຸງໄລຍະນັ້ນຈາກ 5 ກົມ ເຫລືອ ພຽງ 3 ກົມ ຄື: ຫ້ອງການ, ກົມພົວ ພັນພັກ ແລະ ກົມພົວພັນສາກົນ ຂອງອົງການຈັດຕັ້ງມະຫາຊົນ; ໄລຍະທີ 4: ແຕ່ປີ 2015-2020: ຍ້ອນເຫັນໄດ້ການເຕີບໃຫຍ່ຂະ ຫຍາຍຕົວຂອງວຽກງານການຕ່າງ ປະເທດ ໃນເງື່ອນໄຂທີ່ປະເທດເຮົາ ພວມມີການເຊື່ອມໂຍງກັບພາກພື້ນ ແລະ ສາກົນນັບມື້ນັບກວ້າງຂວາງ, ເລິກ ເຊິ່ງບວກກັບບໍລິມາດການຊີ້ ນຳ-ນຳພາຂອງຄະນະພັກຂະແໜງ ການຕ່າງປະເທດນັບມື້ນັບຫລາຍ ຂຶ້ນ, ຄະນະເລຂາທິການສູນກາງພັກ ຈຶ່ງ ໄດ້ຕົກລົງແຍກອົງຄະນະພັກກະ ຊວງການຕ່າງປະເທດ ແລະ ຄະ ນະພົວພັນຕ່າງປະເທດສູນກາງພັກ ອອກເປັນ 2 ອົງຄະນະພັກເອກະ ລາດ ຕາມມະຕິຕົກລົງຂອງຄະນະ ເລຂາທິການສູນກາງພັກ ສະບັບ ເລກທີ 42/ຄລສພ ລົງວັນທີ 4 ພຶດ ສະພາ 2015 ແລະ ຕາມມະຕິຕົກ ລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 08/ກມສພ, ລົງວັນທີ 22 ເມສາ 2015, ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການ ສູນກາງພັກ ໄດ້ຮັບການແຕ່ງຕັ້ງ ເປັນເລຂາຄະນະບໍລິຫານງານພັກ, ຜົນສຳເລັດ.... ລັດຖະບານ, ທ່ານເຈົ້າແຂວງ, ເຈົ້າ ຄອງນະຄອນຫລວງວຽງຈັນ, ຜູ້ ຕາງໜ້າອົງການຈັດຕັ້ງພັກ-ລັດ ທຽບເທົ່າກະຊວງ, ສູນກາງແນວ ລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ, ບັນດາອົງ ການຈັດຕັ້ງມະຫາຊົນ, ອົງການ ກວດກາແຫ່ງລັດ, ອົງການກວດ ສອບແຫ່ງລັດເຂົ້າຮ່ວມແບບເຊິ່ງ ໜ້າ ແລະ ທ່ານເຈົ້າ ແຂວງຈຳນວນ ໜຶ່ງເຂົ້າຮ່ວມຜ່ານລະບົບກອງປະ ຊຸມທາງໄກ. ກອງປະຊຸມໄດ້ພ້ອມກັນຄົ້ນ ຄວ້າ, ປຶກສາຫາລື ແລະ ປະກອບ ຄຳເຫັນຕໍ່ເນື້ອໃນລາຍງານ 2 ວາ ລະໃຫຍ່ຄື: ວາລະທີ 1. ສະຫລຸບຕີ ລາຄາວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນຈຸດສຸມ 6 ເດືອນ ທ້າຍ ປີ 2023 ຂອງລັດຖະບານ ຊຶ່ງວາລະນີ້ ປະກອບມີ 13 ຫົວຂໍ້ ຍ່ອຍ ເປັນຕົ້ນ ສະພາບພົ້ນເດັ່ນການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ; ຄວາມ ຄືບໜ້າໃນການປັບປຸງສະພາບ ແວດລ້ອມການລົງທຶນ; ຄວາມຄືບ ໜ້າໃນການແກ້ໄຂຜົນການກວດ ສອບ; ຄວາມຄືບໜ້າໃນການຈັດຕັ້ງ ການເກັບລາຍຮັບເປັນທັນສະໄໝ; ການແກ້ໄຂບັນຫາເງິນເຟີ້ ແລະ ການຄຸ້ມຄອງອັດຕາແລກປ່ຽນ; ການຄຸ້ມຄອງ ແລະ ແກ້ໄຂບັນຫາ ລາຄາສິນຄ້າ ແລະ ຄ່າບໍລິການທີ່ ແພງຂຶ້ນ; ສະພາບການຜະລິດລະ ດູແລ້ງຜ່ານມາ ແລະ ແຜນການຜະ ລິດລະດູຝົນ 2023 ຕິດພັນກັບມາດ ຕະການຮັບມືກັບໄພແລ້ງ, ການແກ້ ໄຂການບຸກລຸກປ່າໄມ້ ແລະ ໄຟໄໝ້ ປ່າ; ຄວາມຄືບໜ້າໃນການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່; ການ ແກ້ໄຂບັນຫານັກຮຽນຂາດຮຽນ, ຮຽນບໍ່ຈົບ ແລະ ຂາດຄູສອນ;ການ ແກ້ໄຂບັນຫາແຮງງານ ແລະການ ຄົ້ນຄວ້າປັບປຸງອັດຕາຄ່າແຮງງານ ຕ່ຳສຸດ, ການຄຸ້ມຄອງແຮງງານ ລາວ ໄປອອກແຮງງານຢູ່ຕ່າງປະ ເທດ ແລະ ແຮງງານຕ່າງປະເທດ ມາອອກແຮງງານຢູ່ລາວ; ການກະ ກຽມເປີດປີທ່ອງທ່ຽວລາວ 2024 ແລະ ການກະກຽມເປັນປະທານອາ ຊຽນ 2024. ວາລະທີ 2: ສະຫລຸບ ຜົນການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ ແລະ ສະເໜີແຜນວຽກຈຸດ ສຸມ 6 ເດືອນທ້າຍປີ 2023 ຂອງ ລັດຖະບານ. ຜ່ານການປຶກສາຫາລື 2 ວາລະ ດັ່ງກ່າວ, ກອງປະຊຸມໄດ້ເຫັນດີຮັບ ຮອງເອົາບັນດາບົດລາຍງານທັງ ໝົດ ແລະ ມອບໃຫ້ຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີເປັນໃຈ ກາງສົມທົບກັບກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນ ກ່ຽວຂ້ອງ ສັງລວມເອົາບັນດາວຽກ ຈຸດສຸມຂອງທຸກໆວຽກທີ່ໄດ້ລາຍ ງານໃນກອງປະຊຸມເທື່ອນີ້ ແລະ ສັງລວມເອົາບັນດາມາດຕະການທີ່ ສະມາຊິກລັດຖະບານ, ບັນດາທ່ານ ເຈົ້າແຂວງ ແລະ ເຈົ້າຄອງນະຄອນ ຫລວງວຽງຈັນ ໄດ້ສະເໜີນັ້ນເຂົ້າ ເປັນແຜນວຽກຈຸດສຸມ 6 ເດືອນ ທ້າຍປີ 2023 ແລະ ຮ່າງເປັນມະຕິ ຂອງລັດຖະບານ ວ່າດ້ວຍການກຳ ນົດແຜນວຽກຈຸດສຸມ ແລະ ແບ່ງ ຄວາມຮັບຜິດຊອບໃນໄລຍະ 6 ເດືອນທ້າຍປີ. ສຳລັບວຽກຈຸດສຸມ ກ່ຽວກັບການແກ້ໄຂບັນຫາສະ ພາບ ຂາດຄູສອນ ແລະ ການປະລະ ການຮຽນຂອງນັກຮຽນ ນັ້ນແມ່ນ ໃຫ້ຮ່າງເປັນມະຕິສະເພາະເນື່ອງ ຈາກຕິດພັນກັບການປະຕິບັດນະ ໂຍບາຍຕໍ່ພະນັກງານຄູ ຊຶ່ງທັງສອງ ຮ່າງມະຕິດັ່ງກ່າວ ແມ່ນໃຫ້ສຳເລັດ ແລະ ໄດ້ລົງລາຍເຊັນພາຍ ໃນອາ ທິດທີສອງ ຂອງເດືອນກໍລະກົດ 2023 ເພື່ອໃຫ້ຂະແໜງການ ແລະ ທ້ອງຖິ່ນນໍາໄປຈັດຕັ້ງປະຕິບັດ ໂດຍໄວ. ສໍາລັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຂອງລັດຖະ ບານ, ຕົ້ນຕໍແມ່ນຈະໄດ້ສືບຕໍ່ສຸມໃສ່ ສູ້ຊົນຮັກສາສະຖຽນລະພາບທາງ ດ້ານເສດຖະກິດ, ການເງິນ-ເງິນຕາ ໃຫ້ມີຄວາມໝັ້ນທ່ຽງໄປຄຽງຄູ່ ກັບການປະຕິບັດບັນດາຄາດໝາຍ ການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະ ແຫ່ງຊາດ ຕາມການແບ່ງວຽກ ແລະ ແບ່ງຄວາມຮັບຜິດຊອບ,ພ້ອມ ກັນນັ້ນ, ກໍ່ສຸມໃສ່ບັນດາໜ້າວຽກ ຈຸດສຸມຕົວຈິງຈໍານວນໜຶ່ງ ດັ່ງນີ້: ສືບຕໍ່ນໍາພາ-ຊີ້ນໍາການຈັດຕັ້ງປະ ຕິບັດແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງ ຊົນຮອບດ້ານ ດ້ວຍມາດຕະການ ຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເຮັດໃຫ້ກໍາລັງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທຸກຂັ້ນໄດ້ເຄື່ອນ ໄຫວປະຕິບັດໜ້າທີ່ຂອງຕົນຢ່າງ ໜັກແໜ້ນ ແລະ ເຂັ້ມແຂງ, ສາມາດ ຮັບປະກັນສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມ ສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ. ພ້ອມກັນນັ້ນກໍ ເພີ່ມທະວີຄວາມເອົາໃຈໃສ່ໃນວຽກ ງານກໍ່ສ້າງຮາກຖານການເມືອງ ໃຫ້ ໜັກແໜ້ນແລະເຂັ້ມແຂງດີຂຶ້ນ; ສືບຕໍ່ເລັ່ງແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາ ເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະ ເທດໃຫ້ແຂງແຮງ ໂດຍຖືເອົາການ ແກ້ໄຂບັນຫານີ້ ເປັນບູລິມະສິດອັນ ດັບໜຶ່ງ; ສືບຕໍ່ເອົາໃຈໃສ່ຊຸກຍູ້ອັດ ຕາການເຕີບໂຕຂອງລວມຍອດຜະ ລິດພາຍໃນ (GDP) ໃຫ້ບັນລຸຕາມ ຄາດໝາຍ, ຮັບປະກັນການເຕີບໂຕ ຂອງໂຄງປະກອບເສດຖະກິດແຫ່ງ ຊາດ. ພ້ອມນັ້ນ, ກໍໃຫ້ປະຕິບັດບັນດາ ຄາດໝາຍທາງດ້ານເສດຖະກິດສັງຄົມອື່ນໆ ໃຫ້ບັນລຸຕາມຄາດ ໝາຍຂອງມະຕິກອງປະຊຸມສະພາແ ຫ່ງຊາດ; ສຸມໃສ່ການເກັບລາຍຮັບ ຈາກຖານລາຍຮັບທີ່ມີໃນປັດຈຸບັນ ໃຫ້ຄົບຖ້ວນ ໂດຍນຳໃຊ້ເຄື່ອງມື ທັນສະໄໝ, ເປັນລະບົບລວມສູນ ພ້ອມທັງຂຸດຄົ້ນຖານລາຍຮັບໃໝ່ ແລະ ສຸມໃສ່ການເກັບລາຍຮັບອາ ກອນມູນຄ່າເພີ່ມຕາມອັດຕາທີ່ໄດ້ ກໍານົດໄວ້, ຄຽງຄູ່ກັບການເອົາໃຈ ໃສ່ປະຕິບັດລາຍຈ່າຍໃຫ້ເປັນໄປ ຕາມແຜນທັງປະຕິບັດບັນດານິຕິ ກຳກ່ຽວກັບການເພີ່ມທະວີການຄຸ້ມ ຄອງ ແລະ ຕ້ານການຮົ່ວໄຫລຂອງ ລາຍຮັບງົບປະມານລັດ, ການປະ ຢັດ ແລະ ຕ້ານການຟຸມເຟືອຍ, ການ ນໍາໃຊ້ລົດຂອງລັດ ແລະ ອື່ນໆ ທີ່ລັດ ຖະບານວາງອອກ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫລາຍຂຶ້ນ. ເອົາໃຈໃສ່ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃຫ້ມີປະ ສິດທິຜົນ. ໃນນັ້ນ, ສຸມໃສ່ສົ່ງເສີມ ການ ລົງທຶນພາຍໃນ ແລະ ຕ່າງປະ ເທດ ໂດຍນຳໃຊ້ບົດຮຽນ ຈາກປະ ເທດອ້ອມຂ້າງ ເພື່ອດຶງດູດການລົງ ທຶນທີ່ມີຄຸນນະພາບ; ຄຸ້ມຄອງການ ນໍາເຂົ້າທຶນຕົວຈິງຂອງການລົງທຶນ ໃຫ້ຜ່ານທະນາຄານພາຍໃນປະ ເທດ ເພື່ອປະກອບສ່ວນລາຍຮັບເຂົ້າ ງົບປະມານແຫ່ງລັດໃຫ້ເພີ່ມຂຶ້ນ; ແກ້ໄຂບັນຫາການອະນຸມັດພື້ນ ທີ່ ທັບຊ້ອນ ຂອງໂຄງການຂຸດຄົ້ນແຮ່ ທາດ, ການຫລົບຫລົກສັນຍາຂອງ ໂຄງການລົງທຶນ, ການຄ້າງຊຳລະ ຄ່າເຊົ່າ-ສຳປະທານ,ໂຄງການລົງ ທຶນທີ່ບໍ່ມີຕົວຕົນ; ປະເມີນຄືນຜົນ ກະທົບດ້ານເສດຖະກິດ, ສັງຄົມ, ສິ່ງ ແວດລ້ອມ ແລະ ພື້ນທີ່ທຳການຜະ ລິດຂອງປະຊາຊົນ ທີ່ຕິດພັນກັບ ການເຊົ່າສຳປະທານທີ່ດິນ, ພ້ອມກັນ ນັ້ນກໍລົງເລິກປະເມີນຄືນ ໂຄງການ ບໍ່ແຮ່ (ທັງໂຄງການທົດລອງ ແລະ ປົກກະຕິ) ໃຫ້ສຳເລັດພາຍໃນເດືອນ ກໍລະກົດ 2023; ຮີບຮ້ອນຈັດຕັ້ງ ປະຕິບັດບັນດາໂຄງການລົງທຶນ ຂອງລັດ ທີ່ໄດ້ອະນຸມັດ ໃນປີ 2023 ໃຫ້ສຳເລັດໂດຍໄວ ໂດຍສະເພາະ ໂຄງການທີ່ຮັບໃຊ້ການຜະລິດໃນ ໄລຍະລະດູຝົນ ແລະ ການສົ່ງເສີມ ການຜະລິດສິນຄ້າສົ່ງອອກ ເພື່ອ ທົດແທນການນຳເຂົ້າ; ຮີບຮ້ອນຈັດ ສັນໂຄງການລົງທຶນຂອງລັດບ້ວງ ທີ່ຍັງຄ້າງໃຫ້ສຳເລັດໂດຍໄວ; ຄົ້ນ ຄວ້າການແບ່ງຂັ້ນຄຸ້ມຄອງກອງ ທຶນທາງໃຫ້ທ້ອງຖິ່ນເປັນຜູ້ຈັດຕັ້ງ ປະຕິບັດລວມທັງການປະມູນ,ການ ຈັດຊື້-ຈັດຈ້າງ ແລະ ການຕິດຕາມ ກວດກາໂຄງການ; ສືບຕໍ່ປະສານສົມ ທົບຢ່າງກົມກຽວ ລະຫວ່າງລັດຖະ ບານກັບຄະນະປະຈຳ ສະພາແຫ່ງ ຊາດ ໃນການສ້າງແຜນການລົງທຶນ ຂອງລັດ ປີ 2024 ໃຫ້ສຳເລັດຕາມ ກຳນົດເວລາທີ່ກົດໝາຍກຳນົດ; ສຸມໃສ່ກະກຽມສ້າງແຜນພັດທະ ນາເສດຖະກິດ-ສັງຄົມ,ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນ ຕາ ປີ 2024 ຕິດພັນກັບບັນຊີລົງ ທຶນຂອງລັດ ພ້ອມທັງກະກຽມນິ ຕິກໍາແນະນໍາໃນການສ້າງແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ, ບົດແນະນໍາການສ້າງແຜນ ການລົງທຶນລັດ, ໂຄງປະກອບ ແລະ ເພດານການລົງທຶນລັດ ປີ 2024 ເພື່ອນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ. ເລັ່ງຊຸກຍູ້ການອອກໃບຕາດິນ ໃຫ້ໄດ້ຕາມແຜນການພ້ອມທັງປະ ຕິບັດມາດຕະການເດັດຂາດ ເພື່ອ ແກ້ໄຂບັນຫາການລະເມີດກົດໝາຍ ໃນການອອກໃບຕາດິນ, ເອົາໃຈໃສ່ ຄຸ້ມຄອງທີີ່ດິນປ່າໄມ້ ໃຫ້ບັນລຸເປົ້າ ໝາຍຂະຫຍາຍເນື້ອທີ່ປ່າປົກຫຸ້ມ 7 0% ເພື່ອປົກປັກຮັກສາສິ່ງແວດ ລ້ອມທໍາມະຊາດ, ຄວາມສົມດຸນ ຂອງລະບົບນິເວດ, ຮັກສາແຫລ່ງ ນໍ້າ ສໍາລັບການຜະລິດກະສິກໍາ, ການ ຜະລິດກະແສໄຟຟ້າຂອງເຂື່ອນ ຕ່າງໆ; ເລັ່ງສໍາຫລວດ ແລະ ກຳນົດ ຂອບເຂດສະຫງວນທີ່ດິນປະເພດ ຕ່າງໆ ແລະ ເຂດຮັກສາແຫລ່ງນໍ້າ ໃຫ້ຊັດເຈນ, ພ້ອມນັ້ນກໍໃຫ້ຮີບຮ້ອນ ກວດກາຄືນບັນຫາການບຸກລຸກ, ການຖາງປ່າແບບບໍ່ຖືກຕ້ອງ ໃນ ໄລຍະຜ່ານມາ ແລະ ມີມາດຕະການ ລົງໂທດຕໍ່ຜູ້ກະທໍາຜິດຢ່າງເຂັ້ມ ງວດ; ສຸມໃສ່ຄົ້ນຄວ້າມາດຕະການ ແລະ ວິທີແກ້ໄຂບັນຫາການຂາດ ແຄນແຮງງານພາຍໃນປະເທດ, ຕິດຕາມກວດກາບັນດາບໍລິສັດຈັດ ຫາງານ ແລະ ບຸກຄົນທີ່ເຄື່ອນໄຫວ ເອົາແຮງງານລາວໄປຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ; ສຸມໃສ່ ການແກ້ໄຂບັນຫາສະພາບຂາດຄູ ສອນ ແລະ ການປະລະການຮຽນ ຂອງນັກຮຽນ ຊຶ່ງມາດຕະການລະ ອຽດນັ້ນມອບໃຫ້ຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີສົມທົບ ກັບກະຊວງສຶກສາທິການ ແລະ ກິລາ ຮ່າງເປັນມະຕິສະເພາະຂອງລັດ ຖະບານອອກ ໂດຍກຳນົດແຈ້ງນະ ໂຍບາຍ, ມາດຕະການ ແລະ ການ ແບ່ງຄວາມຮັບຜິດຊອບໃນການປະ ຕິບັດແຕ່ລະວຽກໃຫ້ຊັດເຈນ; ສືບ ຕໍ່ເອົາໃຈໃສ່ຕິດຕາມເຝົ້າລະວັງ ສະພາບດິນຟ້າອາກາດ, ໄພທຳມະ ຊາດ, ໄພພິບັດ ແລະ ການລະບາດ ຂອງພະຍາດ ໂດຍສະເພາະຊ່ວງ ລະດູຝົນ ເພື່ອຫລີກລ່ຽງຜົນກະທົບ ຕໍ່ການພັດທະນາເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ໃນນີ້, ປັບປຸງບັນດາລະບົບປ້ອງກັນ ແລະ ລະບາຍນ້ຳ (ປະຕູນ້ຳ, ຄູກັ້ນ ນ້ຳ) ຢູ່ລຽບຕາມແຄມແມ່ນ້ຳ ຈຸດທີ່ ມີຄວາມສ່ຽງ, ພ້ອມທັງສ້ອມແປງ ຄືນບັນດາຕາຝັ່ງເຈື່ອນ ແລະ ສະຖາ ນີຈັກສູບນ້ຳຊົນລະປະທານ, ຄຸ້ມ ຄອງບໍລິຫານຈັດການນ້ຳໃນອ່າງ ເກັບນ້ຳຊົນລະປະທານ ແລະ ຢູ່ຕາມ ເຂື່ອນໄຟຟ້າໃຫ້ຢູ່ໃນລະດັບທີ່ເໝາະ ສົມ ແລະ ຮັບປະກັນດ້ານເຕັກນິກ, ສ້າງລະບົບລະບາຍນໍ້າ ເພື່ອອວ່າຍ ແລວນ້ຳອອກຈາກພື້ນທີ່ການຜະ ລິດ ໃນເຂດທົ່ງພຽງໃຫຍ່; ເອົາ ໃຈໃສ່ຕິດຕາມເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງ ພະຍາດຕາມລະດູການແຕ່ຫົວທີເປັນ ຕົ້ນໄຂ້ຍຸງລາຍ, ຖອກທ້ອງ ແລະ ອື່ນໆ. ສຳລັບການແພ່ລະບາດ ຂອງພະຍາດໂຄວິດ-19 ເຖິງວ່າ ອົງການອະນາໄມໂລກຈະປະກາດ ວ່າໂຄວິດ-19 ບໍ່ເປັນໄພຂົ່ມຂູ່ດ້ານ ສາທາລະນະສຸກແລ້ວກໍຕາມ, ແຕ່ ໃຫ້ສືບຕໍ່ຕິດຕາມເຝົ້າລະວັງຢ່າງ ໃກ້ຊິດ; ເອົາໃຈໃສ່ການຄຸ້ມຄອງ ແລະ ນຳໃຊ້ສື່ສັງຄົມອອນລາຍໃຫ້ມີ ປະສິດທິຜົນສູງ, ສົ່ງເສີມການນຳ ໃຊ້ຂໍ້ມູນຂ່າວສານຢ່າງມີສະຕິ; ສຸມ ໃສ່ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກ ລົງ, ສັນຍາ ແລະ ສົນທິສັນຍາທີ່ ລາວ ເຮົາໄດ້ລົງນາມ ແລະ ເປັນພາຄີໂດຍ ສະເພາະແຜນການຮ່ວມມືກັບປະ ເທດເພື່ອນມິດໃຫ້ເປັນຮູບປະທຳ; ສືບຕໍ່ເຄື່ອນໄຫວການຕ່າງປະເທດ ຢ່າງມີໄຫວພິບ ແລະ ທັນກັບສະພາບ ການຕາມທິດທາງການທູດປ້ອງ ກັນເຫດແບບບຸກທະລຸສ້າງການ ຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານ; ເອົາໃຈໃສ່ຕິດ ຕາມສະພາບການຂອງໂລກຢ່າງ ໃກ້ຊິດ ເພື່ອມີທັດສະນະ ແລະມາດ ຕະການຮັບມືແຕ່ຫົວທີ ແລະ ທັນ ການ; ສຸມໃສ່ກະກຽມຄວາມພ້ອມ ຮອບດ້ານໃນການເປັນເຈົ້າພາບ ກອງປະຊຸມອາຊຽນ ໃນປີ 2024. ເພື່ອໃຫ້ທິດທາງວຽກຈຸດສຸມ ກໍຄື ການຈັດຕັ້ງຜັນຂະຫຍາຍແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ ແລະ ແຜນເງິນ ຕາຕິດພັນກັບການປະຕິບັດ 2 ວາ ລະແຫ່ງຊາດ ທ້າຍປີ 2023 ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງເປັນຮູບ ປະທໍາ, ທ່ານນາຍົກລັດຖະມົນຕີໄດ້ ຮຽກຮ້ອງບັນດາສະມາຊິກລັດຖະ ບານ, ເຈົ້າແຂວງ ແລະ ທ່ານເຈົ້າ ຄອງນະຄອນຫລວງວຽງຈັນ ຕ້ອງ ໄດ້ຫັນເປັນແຜນປະຕິບັດງານລະ ອຽດ, ມີຄາດໝາຍຊັດເຈນ, ມີ ການແບ່ງຄວາມຮັບຜິດຊອບໃຫ້ ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະ ຂັ້ນໃນແຕ່ລະໄລຍະໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບ ຄວາມເປັນຈິງ ຂອງແຕ່ລະບ່ອນ ໃນການຈັດຕັ້ງປະຕິບັດແຕ່ລະວຽກ ໃຫ້ແທດເໝາະກັບຕົວຈິງ ແລະ ໄດ້ ຮັບຜົນສຳເລັດເປັນກ້າວໆ. ພ້ອມ ນັ້ນ, ກໍຕ້ອງຍົກສູງຄວາມຮັບຜິດ ຊອບ ແລະ ຄວາມເປັນເຈົ້າການໃນ ການຈັດຕັ້ງປະຕິບັດໜ້າທີ່ໃຫ້ສູງ ກວ່າເກົ່າ; ຮຽກຮ້ອງອົງການແນວ ລາວສ້າງຊາດ, ສະຫະພັນນັກຮົບ ເກົ່າແຫ່ງຊາດລາວ ແລະ ອົງການ ຈັດຕັ້ງມະຫາຊົນແຕ່ລະຂັ້ນເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວ ຄິດ ໃຫ້ພົນລະເມືອງ ແລະ ສະມາ ຊິກພັກ-ພະນັກງານຂອງຕົນໃຫ້ ຮັບຮູ້ ແລະ ເຂົ້າໃຈເຖິງສະພາບ ການຕົວຈິງ ແລະ ຄວາມພະຍາຍາມ ຂອງລັດຖະບານໃນການ ແກ້ໄຂບັນ ຫາເສດຖະກິດ ຕິດພັນກັບການແກ້ ໄຂບັນຫາເຄັ່ງຮ້ອນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

RkJQdWJsaXNoZXIy MTc3MTYxMQ==