5656

xtgmf]k; 3 07/07/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສຸພາສະຫວັນ ບົດສະເໜີ ໂດຍ: ພຸດທະສອນ ]afdeoqf 9 ,kf8tdko cdhw0ltrk[xt]tdkoIPo c0;'g-dv' gvqk.9.lj75h,7v'05f7Qow,h c]t g7nvj 'xkj 0v'f'q .og0fdl+ kh 'roN 4ko37']kj ' ll- c0;'[=jcdh; pqdl6'[qf[kf cdhw0[aoskmujlqj'zqodtmq[8+xt-k-qo * ທ່ານ ຈອມສີ ລັດຕະນະປັນ ປະ ທານຄະນະສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ໃຫ້ສໍາພາດ ໃນໂອກາດເຂົ້າຮ່ວມ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ ກໍາລັງດໍາເນີນຢູ່ນີ້ວ່າ: ໃນໄລຍະຜ່ານ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ແຂວງບໍ່ແກ້ວ ພວກເຮົາ ໄດ້ເອົາໃຈໃສ່ຍົກສູງປະສິດທິພາບໃນ ການຈັດຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ສູງຂຶ້ນ, ໂດຍສະເພາະແມ່ນ ການປັບປຸງບັນດາພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະກົງຈັກການ ຈັດຕັ້ງພາຍໃນສະພາປະ ຊາຊົນແຂວງ ໃຫ້ຄົບຖ້ວນ, ຈະແຈ້ງຊັດເຈນ ແລະ ສອດຄ່ອງກັບກົດໝາຍ, ສະພາບຕົວ ຈິງຂອງທ້ອງຖິ່ນຕົນ ເພື່ອເປັນບ່ອນ ອີງ ແລະ ເປັນເຄື່ອງມືທີ່ສໍາຄັນໃຫ້ ແກ່ການເຄື່ອນໄຫວວຽກງານສະພາ ປະຊາຊົນແຂວງໃຫ້ມີຄວາມເຂັ້ມແຂງ ແລະ ຜ່ານການການດໍາເນີນກອງປະ ຊຸມສະໄໝສາມັນ ເທື່ອທີ 4 ຂອງ ສະ ພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ II ຜ່ານມາ ແມ່ນໄດ້ນໍາເອົາບັນຫາຕ່າງໆ ເຂົ້າມາຄົ້ນຄວ້າ, ພິຈາລະນາໄດ້ທັງ ໝົດ 22 ບັນຫາ ແລະ ກອງປະຊຸມໄດ້ ພິຈາລະນາ, ຮັບຮອງອອກເປັນມະຕິ ກອງປະຊຸມໄດ້ 13 ສະບັບ. ໃນນີ້, ມີຂໍ້ ຕົກລົງຂອງທ່ານເຈົ້າແຂວງ (ສະບັບ ສ້າງໃໝ່) ຈໍານວນ 3 ສະບັບ ຄື: ຂໍ້ຕົກ ລົງວ່າດ້ວຍການສ້າງ ເມືອງຫ້ວຍຊາຍ ສະອາດ; ຂໍ້ຕົກລົງວ່າດ້ວຍກອງທຶນ ສົ່ງເສີມ ແລະ ພັດທະນາວຽກງານ ກິລາ-ກາຍະກໍາແຂວງ ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ປະຕິບັດ ມາດຕະການຕໍ່ຜູ້ລະເມີດລະບຽບກົດ ໝາຍ ໃນຂົງເຂດກະສິກໍາ-ປ່າໄມ້. ຄຽງ * ທ່ານ ຄໍາພັນ ພະສະແຫວງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຍົກໃຫ້ເຫັນການ ຄຸ້ມຄອງການຂຸດຄົ້ນໄມ້ ແລະ ເຄື່ອງ ປ່າຂອງດົງໃນເຂດກໍ່ສ້າງພື້ນຖານ ໂຄງລ່າງໃນກອງປະຊຸມກອງປະ ຊຸມສະຫລຸບຕີລາຄາການຈັດຕັ້ງ * ໃນໂອກາດຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ໃນ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນມາດຕະ ການແກ້ໄຂສະພາບປະລະການຮຽນ ຂອງນັກຮຽນວ່າ: ໂດຍອີງໃສ່ຜົນການ ສຶກສາຮ່ວມກັບຄູ່ຮ່ວມພັດທະນາ ທີ່ໄດ້ ພິມເຜີຍແຜ່ໃນປີ 2022 ແລະ ຜົນການ ປະເມີນຮ່ວມກັບຄູ່ຮ່ວມພັດທະນາ ໃນ ຕົ້ນປີ 2023, ໄດ້ຍົກໃຫ້ເຫັນສາເຫດ ທີ່ເຮັດໃຫ້ນັກຮຽນປະລະການຮຽນ ປະກອບມີທັງປັດໄຈບຸກຄົນ, ປັດໄຈ ພາຍໃນສະຖານການສຶກສາ ແລະ ປັດໄຈທາງດ້ານເສດຖະກິດ- ສັງຄົມ ຕ່າງໆ, ມີບາງເຂດ, ບາງບ້ານໂຮງ ຮຽນຕັ້ງຢູ່ໄກບ້ານ, ໂຮງຮຽນມັດທະ ຍົມບໍ່ມີຫໍພັກ ໃຫ້ນັກຮຽນທີ່ຢູ່ບ້ານໄກ ແລະ ອື່ນໆ. ຜົນການສຳຫລວດຍັງຍົກໃຫ້ເຫັນ ວ່າ: ການປະລະການຮຽນ ແລະ ການ ຮຽນບໍ່ຈົບຂອງນັກຮຽນສ່ວນຫລາຍ ແມ່ນຢູ່ໃນເຂດຊົນນະບົດ ໂດຍສະ ເພາະພາຍຫລັງການລະບາດ ຂອງພະ ຍາດໂຄວິດ-19 ແລະ ຜົນກະທົບທາງ ດ້ານເສດຖະກິດ-ການເງິນ ເຮັດໃຫ້ພໍ່ ແມ່ຜູ້ປົກຄອງມີຄວາມສາມາດສົ່ງລູກ ໄປຮຽນຫລຸດລົງ, ການສະໜອງການ ສຶກສາໃຫ້ແກ່ເດັກນ້ອຍໃນເກນອາຍຸ ເຂົ້າຮຽນ ໃນແຕ່ລະລະດັບ ແມ່ນໄດ້ພົບ ກັບອຸປະສັກ ເນື່ອງຈາກງົບປະມານ ລົງທຶນໃສ່ຂະແໜງການຫລຸດລົງ, ບັນຫາການຂາດຄູ, ສະພາບການເຂົ້າ ຮຽນໃນແຕ່ລະຊັ້ນຫລຸດລົງ ແລະ ການ ປະລະການຮຽນຂອງນັກຮຽນເພີ່ມ ຂຶ້ນໃນຊັ້ນປະຖົມສຶກສາ ແມ່ນເກີດຂຶ້ນ ນັບແຕ່ປີ 2021 ເປັນຕົ້ນມາ, ໃນຂະ ນະທີ່ການປະລະການຮຽນຂອງນັກ ຮຽນຊັ້ນມັດທະຍົມສຶກສາ ແມ່ນມີລັກ ສະນະສູງຂຶ້ນ ນັບແຕ່ປີ 2017. ເພື່ອແກ້ໄຂສະພາບການດັ່ງກ່າວ ລັດໄດ້ກຳນົດ 9 ມາດຕະການແກ້ໄຂ ດັ່ງນີ້: (1)ຈະໄດ້ເລັ່ງໃສ່ສ້າງກົດໝາຍ ວ່າດ້ວຍສາມັນສຶກສາ ໂດຍລະບຸຈະ ຄູ່ກັນນັ້ນ, ກໍ່ໄດ້ເອົາໃຈໃສ່ ຕິດຕາມການ ປະຕິບັດການລົງຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດ ຢູ່ 3 ເມືອງເປົ້າໝາຍ (ເມືອງຕົ້ນເຜີ້ງ, ເມືອງເມິງ ແລະ ເມືອງ ຜາອຸດົມ ) ເຊິ່ງເຫັນໄດ້ວ່າການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ ມີຄວາມ ຄືບໜ້າຫລາຍເປັນຕົ້ນ: ສາມາດແກ້ໄຂ ໜີ້ສິນພາຍໃນໄດ້ຈໍານວນໜື່ງຕາມ ແຜນອະນຸມັດ, ສາມາດຂຶ້ນທະບຽນຄຸ້ມ ຄອງຫົວໜ່ວຍວິສາຫະກິດ ທົ່ວແຂວງ ໄດ້ຈໍານວນ 1.955 ຫົວໜ່ວຍ, ການຂະ ຫຍາຍລະບົບຄຸ້ມຄອງເກັບລາຍຮັບ ສ່ວຍສາອາກອນແບບ (TaxRis) ໃຫ້ເມືອງຫ້ວຍຊາຍ, ເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫລ່ຽມ ຄໍາ, ການສົ່ງອອກສິນຄ້າທຽບໃສ່ແຜນ ປີປະຕິບັດໄດ້ລື່ນແຜນ 17,47% ແລະ ສາມາດມ້າງລາຍຄະດີຢາເສບຕິດໄດ້ ທັງໝົດ 115 ເລື່ອງ, ມີຜູ້ຖືກຫາ 150 ຄົນ, ຄົນຕ່າງປະເທດ 11 ຄົນ, ຂອງ ກາງທີ່ຢຶດໄດ້ ມີຢາບ້າ 13 ລ້ານກວ່າ ເມັດ, ຢາໄອ໋ 699 ຫໍ່, ເຮໂລອິນ 400 ແທ່ງ, ເຄຕາມີນ 391 ຫໍ່, ລົດໃຫຍ່ 6 ຄັນ, ລົດຈັກ 8 ຄັນ ແລະ ປະເພດອາ ວຸດ ຈໍານວນໜຶ່ງ. ນອກນີ້ຍັງໃຫ້ຄຳປຶກ ສາທາງດ້ານກົດໝາຍ ໃຫ້ແກ່ພົນລະ ເມືອງໄດ້ 81 ຄັ້ງ, ມີ 137 ເທື່ອຄົນ, ຄົ້ນ ຄວ້າ ແລະ ແກ້ໄຂຄໍາສະເໜີ, ຄໍາຮ້ອງ ຂໍຄວາມເປັນທຳຂອງພົນລະເມືອງ ໄດ້ທັງໝົດ 61 ເລື່ອງ ໃນນັ້ນ, ໄດ້ຮັບ ການແກ້ໄຂ 54 ເລື່ອງ, ພວມສືບຕໍ່ແກ້ ໄຂ 7 ເລື່ອງ. ອັນພົ້ນເດັ່ນ ໄດ້ເອົາໃຈໃສ່ ການຊຸກຍູ້ຂະບວນການຜະລິດພາຍໃນ ທົດແທນການນໍາເຂົ້າ ແລະ ເພື່ອສົ່ງ ອອກ, ການແກ້ໄຂບັນຫາການຄ້າຂາຍ ເຖື່ອນ ແລະ ລັກລອບໜີພາສີນໍາເຂົ້າ. ສ່ວນບັນຫາສະພາບພົ້ນເດັ່ນພາຍໃນ ແຂວງ ກໍແມ່ນການຄຸ້ມຄອງນໍາໃຊ້ເງິນ ຕາຕ່າງປະເທດ ແລະ ການສົ່ງເສີມການ ນໍາໃຊ້ເງິນກີບຕິດພັນກັບການສ້າງສະ ຕິຕໍ່ກົດໝາຍ, ການປະກອບສ່ວນຂອງ ສັງຄົມ ໃນການປະຢັດ, ຕ້ານການຟຸມ ເຟືອຍຍັງບໍ່ທັນເຮັດໄດ້ດີ ແລະ ເດັດ ຂາດ. ບັນຫາລະບົບພື້ນຖານໂຄງລ່າງ ເສັັ້ນທາງຄົມມະນາຄົມ-ຂົນສົ່ງ ຈາກ ແຂວງ ຫາ ເມືອງ (ປາກທາ, ຜາອຸດົມ ແລະ ເມືອງເມິງ ) ຍັງບໍ່ທັນສະດວກດີ ທີີ່ ຈະເປັນເງືີ່ອນໄຂເອື້ອອໍານວຍຄວາມ ສະດວກໃນການຂົນສົ່ງສີນຄ້າ-ໂດຍ ສານ, ການທ່ອງທ່ຽວ, ດຶງດູດດ້ານ ການຄ້າ ແລະ ການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ບັນຫາການຈັດສັນ ພູມລໍາເນົາ, ຈັດສັນອາຊີບ, ການພັດ ທະນາສີມືແຮງງານພາຍໃນ ຍັງເຮັດ ແບບລວມໆ ບໍ່ມີຈຸດສຸມບັນຫາເລົ່ານີ້ ແມ່ນສົ່ງຜົນກະທົບ ຕໍ່ການດໍາລົງຊີ ວິດ, ແນວຄິດຈິດໃຈ ຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນ ເປັນຕົ້ນ: ຄ່າຄອງຊີບ, ຄ່າໄຟຟ້າ, ຄ່າ ນໍ້າປະປາ, ນໍ້າມັນເຊື້ອໄຟຖີບຕົວສູງ ຂຶ້ນ ແຕ່ຄ່າເງິນກີບພັດອ່ອນຄ່າລົງຈິ່ງ ຮຽກຮ້ອງໃຫ້ພັກ-ລັດ ການຈັດຕັ້ງແຕ່ ລະຂັ້ນຕ້ອງໄດ້ຮີບຮ້ອນຊອກວິທີແກ້ ໄຂ ຢ່າງເປັນລະບົບ ແລະ ທັນເວລາ. ແນວໃດກໍຕາມ, ວິທີແກ້ໄຂໃນຕໍ່ ຫນ້ານີ້, ກ່ອນອື່ນໝົດ ຕ້ອງເລີ່ມຈາກ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ຖືສໍາຄັນ, ຊີ້ນໍາໂດຍກົງ ແລະ ລົງເລິກ ເຮັດວຽກງານການເມືອງ-ແນວຄິດ ເປັນປົກກະຕິ, ຕໍ່ເນື່ອງ, ບູລະນະລະ ບົບອໍານາດລັດ ຕາມທິດສ້າງລັດປົກ ຄອງດ້ວຍກົດໝາຍໃຫ້ມີປະສິດທິພາບ, ສັກສິດ ຕິດພັນກັບການເສີມຂະຫຍາຍ ສິດເປັນເຈົ້າ ແລະ ມີສ່ວນຮ່ວມຂອງ ປະ ຊາຊົນ, ການປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ ແລະ ເສີມຂະຫຍາຍ ກໍາລັງແຮງຂອງພາກສ່ວນເສດຖະກິດ ແລະ ກໍາລັງແຮງສັງຄົມ ເຂົ້າໃສ່ການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງ ຊາດ ໃຫ້ແຂງແຮງ ພ້ອມທັງເປັນເຈົ້າ ການພົວພັນຮ່ວມມືກັບຕ່າງປະເທດໃນ ແຕ່ລະດ້ານ ເພື່ອຊຸກຍູ້ການເຊື່ອມໂຍງ ແລະ ເຊື່ອມຈອດ ໃນການພັດທະນາ, ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ເພື່ອຍົກສູງຄຸນນະພາບຊີວິດການເປັນ ຢູ່ຂອງທົ່ວສັງຄົມໃຫ້ດີຂຶ້ນ ແລະ ຢືນ ຍົງ. ສໍາລັບສະພາປະຊາຊົນແຂວງ ພວກເຮົາແມ່ນຈະສືບຕໍ່ສຸມໃສ່ຄົ້ນ ຄວ້າ, ປຶກສາຫາລືບັນຫາສໍາຄັນພື້ນ ຖານຂອງແຂວງ ຮ່ວມກັບອົງການປົກ ຄອງແຂວງ ກໍານົດເນື້ອໃນທີ່ຈະນໍາ ເຂົ້າລາຍງານຕໍ່ກອງປະຊຸມສະໄໝ ສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ II ໃຫ້ລະອຽດຖີ່ ຖ້ວນ ສາມາດສ່ອງແສງ ແລະ ຕອບບັນ ຫາຕໍ່ຄວາມຮຽກຮ້ອງຕ້ອງການໃນ ການພັດທະນາ, ການແກ້ໄຂຊີວິດການ ເປັນຂອງສັງຄົມ ໃຫ້ແທດເໝາະກັບສະ ພາບຕົວຈິງໃນໄລຍະໃໝ່. ປະຕິບັດວຽກງານດັ່ງກ່າວເມື່ອບໍ່ ດົນນີ້ວ່າ: ການຄຸ້ມຄອງການຂຸດຄົ້ນ ໄມ້ໃນເຂດກໍ່ສ້າງພື້ນຖານໂຄງລ່າງ ຂອງແຂວງ ແມ່ນມີຄະນະຄຸ້ມຄອງ ສະເພາະ ຊຶ່ງເຮັດໜ້າທີ່ເປັນເສ ບັດໄດ້ 306 ທ່ອນ ບໍລິມາດ 617 ກວ່າແມັດກ້ອນ ເທົ່າກັບ 99,70% ຂອງແຜນການ; ຂຸດຄົ້ນໄມ້ແລວ ທາງເຂດໂຄງການກໍ່ສ້າງທາງ ລຽບຊາຍແດນລາວ-ຫວຽດນາມ ແຂວງເຊກອງໄລຍະທີ I ຊ່ວງທີ 2 ຄວາມຍາວ 55 ກິໂລແມັດ ປະຕິບັດ ໄດ້ 358 ທ່ອນ ບໍລິມາດໄມ້ 985 ກວ່າແມັດກ້ອນ ເທົ່າກັບ 9,50%; ຂຸດຄົ້ນໄມ້ອອກຈາກເຂດນໍ້າຈະ ຖ້ວມ, ເຂດກໍ່ສ້າງເຂື່ອນໄຟຟ້າ ຫ້ວຍລະແງ ແລະ ແລວສາຍສົ່ງໄຟ ຟ້າຫ້ວຍລະແງ ປະຕິບັດໄດ້ 508 ທ່ອນ ບໍລິມາດ 1.333 ກວ່າແມັດ ກ້ອນ ເທົ່າກັບ 99,58%; ຂຸດຄົ້ນ ໄມ້ອອກຈາກເຂດຍົກຍ້າຍຈັດສັນ ບ້ານປາກໄຊ, ບ້ານຖໍ້າເດັ້ງ ແລະ ເຂດຂຸດຄົ້ນຖ່ານຫີນຂອງໂຄງການ ໄຟຟ້າຄວາມຮ້ອນເມືອງກະລືມ ປະຕິບັດໄດ້ 1.170 ທ່ອນ ບໍລິມາດ 2.390 ກວ່າແມັດກ້ອນ ເທົ່າກັບ 66,23% ແລະ ຂຸດຄົ້ນໄມ້ອອກ ຈາກເຂດໂຄງການກໍ່ສ້າງເຂື່ອນໄຟ ຟ້ານໍ້າບີ 1, ນໍ້າບີ 2 ແລະ ນໍ້າບີ 3 ຢູ່ເມືອງດາກຈຶງ ແຂວງເຊກອງ (ໄມ້ເກັບເລັມ) ປະເພດໄມ້ເນື້ອ ແຂງ ແລະ ໄມ້ຄຸ້ມຄອງປະຕິບັດ ໄດ້ 1.549 ຕັບ/ທ່ອນ ບໍລິມາດ 89,599 ແມັດກ້ອນ ເທົ່າກັບ 20,62% ຂອງແຜນການ. ພ້ອມ ນີ້, ຍັງໄດ້ເກັບກູ້ເຄື່ອງປ່າຂອງດົງ (ການກີດຢາງແປກ) ໃນເຂດກໍ່ ສ້າງເຂື່ອນໄຟຟ້ານໍ້າບີໃນເນື້ອທີ່ 760 ເຮັກຕາ. ໃນນີ້, ເຂດກໍ່ສ້າງ ເຂື່ອນ ແລະ ແລວສາຍສົ່ງເນື້ອທີ່ 310 ເຮັກຕາໄດ້ 14 ໂຕນ ແລະ ເຂດນໍ້າຖ້ວມຂອງໂຄງການ ເນື້ອທີ່ 450 ເຮັກຕາໄດ້ 11 ໂຕນ. ນາທິການໃຫ້ການນໍາຂອງແຂວງ ແລະ ການນຳຂອງກະຊວງ ເພື່ອ ປະສານສົມທົບກັບພາກສ່ວນກ່ຽວ ຂ້ອງໃນການຄຸ້ມຄອງຂຸດຄົ້ນໄມ້ ໃຫ້ມີປະສິດທິຜົນ, ຖືກຕ້ອງ, ສອດ ຄ່ອງກັບລະບຽບການ ກໍຄືກົດໝາຍ ວາງອອກ. ໃນນີ້, ຂຸດຄົ້ນໄມ້ແລວ ທາງເຂດໂຄງການກໍ່ສ້າງທາງ ລຽບຊາຍແດນລາວ-ຫວຽດນາມ ຄວາມຍາວ 16 ກິໂລແມັດ ປະຕິ ແຈ້ງກ່ຽວກັບພັນທະ ແລະ ໜ້າທີ່ ຂອງ ພໍ່ແມ່ຜູ້ປົກຄອງໃນການສົ່ງເສີມການ ສຶກສາຂອງລູກ ເປັນຕົ້ນການສຶກສາ ພາກບັງຄັບ; (2) ລົງເຜີຍແຜ່ບັນດາ ນິຕິກໍາຕ່າງໆ ຂອງວຽກງານການສຶກ ສາໃຫ້ນັກຮຽນຜູ້ປົກຄອງໃຫ້ເຂົ້າໃຈ, ສົມທົບກັບອົງການປົກຄອງທ້ອງຖິ່ນ, ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ນັກຮຽນ, ພໍ່ແມ່ຜູ້ປົກ ຄອງ ແລະ ທຸກພາກສ່ວນເພື່ອໃຫ້ຄວາມ ຮ່ວມມື ໃນການປຸກລະດົມຊຸກຍູ້ເອົາ ລູກຫລານ ເຂົ້າຮຽນຕາມເກນອາຍຸ ບໍ່ໃຫ້ມີຜູ້ຕົກຫລົ່ນ; (3) ໂຮງຮຽນສົມ ທົບກັບ ກຸ່ມໂຮງຮຽນ, ຄະນະພັດທະນາ ການສຶກສາຂັ້ນບ້ານ, ສະມາຄົມຜູ້ປົກ ຄອງນັກຮຽນ ເພື່ອຊ່ວຍໃນການຕິດ ຕາມນັກຮຽນທີ່ມີທ່າອ່ຽງຈະອອກ ໂຮງຮຽນ; (4) ສະໜອງປຶ້ມແບບ ຮຽນໃຫ້ພຽງພໍແກ່ນັກຮຽນໃນການ ສຶກສາພາກບັງຄັບ, ມີນະໂຍບາຍໃຫ້ ແກ່ນັກຮຽນທີ່ຂາດທຶນຮອນ ດ້ວຍ ການມອບອຸປະກອນການຮຽນ-ການ ສອນ, ຍົກເວັ້ນຄ່າລົງທະບຽນ ແລະ ຄ່າໃຊ້ຈ່າຍອື່ນໆທີ່ຈໍາເປັນ; (5) ເພີ່ມ ທະວີການລົງແນະນໍາວິຊາຊີບໃຫ້ນັກ ຮຽນຮັບຮູ້ໂອກາດ ແລະ ການວາງແຜນ ສຶກສາຕໍ່ໃນຂັ້ນທີ່ສູງຂຶ້ນ, ສ້າງແຮງ ບັນດານໃຈໃນການຊອກຮູ້ຮໍ່າຮຽນ ໃນລະດັບສູງຂຶ້ນ ແລະ ເລືອກຮຽນສາຍ ວິຊາຊີບ ເພື່ອເປັນທາງເລືອກ ແລະ ສາ ມາດປະກອບອາຊີບ ລ້ຽງຕົນເອງ ແລະ ຄອບຄົວໄດ້; (6) ຊຸກຍູ້ສົ່ງເສີມໃຫ້ຜູ້ ບໍລິຫານການສຶກສາແຕ່ລະຂັ້ນລົງຕິດ ຕາມ ແລະ ຊຸກຍູ້ການຮຽນ-ການສອນ ໃຫ້ປົກກະຕິ, ຄູສອນຕ້ອງໄດ້ເພີ່ມຄວາມ ເຂັ້ມງວດໃນການປະຕິບັດໜ້າທີ່ຂອງ ຕົນ ດ້ວຍຄວາມຮັບຜິດຊອບສູງ; (7) ສ້າງ ແລະ ປັບປຸງສະຖານການສຶກສາ ໃຫ້ມີສະພາບແວດລ້ອມໂຮງຮຽນ ທີ່ ດຶງດູດ ແລະ ເອື້ອອໍານວຍ ໃຫ້ນັກຮຽນ ຢາກມາຮຽນ ສ້າງ ແລະ ຂະຫຍາຍຫໍພັກ ໃຫ້ແກ່ນັກຮຽນທີ່ຢູ່ບ້ານໄກ; (8) ຈັດ ຕັ້ງການບໍາລຸງໃຫ້ແກ່ນັກຮຽນທີ່ມີຜົນ ການຮຽນອ່ອນ (ເພາະນັກຮຽນເຫລົ່າ ນີ້ມີໂອກາດທີ່ຈະປະລະການຮຽນ ສູງ), ສ້າງຄວາມເຂັ້ມແຂງໃຫ້ແກ່ ການສຶກສານອກໂຮງຮຽນ ແລະ ໃຫ້ ບໍລິການ ການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ແກ່ເດັກທີ່ຢູ່ນອກໂຮງຮຽນ ໃນເຂດ ຫ່າງໄກສອກຫລີກ; (9) ໃຫ້ການບໍລິ ການການສຶກສາແກ່ປະຊາຊົນໃນເຂດ ທີ່ມີການຜະລິດເປັນສິນຄ້າຫລາຍ ເປັນຕົ້ນ: ໂຮງຮຽນກິນນອນ, ສາມັນວິ ຊາຊີບ, ໂຮງຮຽນອະນຸບານ, ສະໜອງ ອາຫານທ່ຽງໃນໂຮງຮຽນເພື່ອສ້າງ ເງື່ອນໄຂໃຫ້ຜູ້ປົກຄອງໄດ້ມີເງື່ອນໄຂ ທໍາການຜະລິດ ແລະ ລູກຫລານເຂົາ ເຈົ້າໄດ້ຮຽນເປັນປົກກະຕິ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==