dkoglu ,0tspkp75 o7j k[a ofkok,,tpq f v5 pcoa l3d grn j vIa [.-h .sh cdj dkora fmtokc[[pn opq '16 j s;Pfok, lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 07/07/2023 xtgmf]k; ສະພາແຫ່ງຊາດ ຊຸດທີ... ກະຊວງສາທາລະນະສຸກ... ສະພາແຫ່ງຊາດ ພິຈາລະນາ... ໄລຍະກາງສະໄໝ... 6 ເດືອນຕົ້ນປີ... ຂປລ. ໃນລະຫວ່າງ ວັນທີ 2-3 ກໍລະກົດ 2023, ທີ່ແຂວງນິງບິ່ງ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກ ອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມກອງ ປະຊຸມສາກົນ ກ່ຽວກັບການເສີມ ຂະຫຍາຍຄຸນຄ່າບັນດານາມມະ ຍົດຂອງອົງການອຸຍແນັສໂກ (UNESCO) ເພື່ອຮັບໃຊ້ໃຫ້ແກ່ ການພັດທະນາແບບຍືນຍົງຢູ່ຫວຽດ ນາມ ຊຶ່ງຈັດໂດຍກະຊວງການ ຕ່າງປະເທດຫວຽດນາມ ສົມທົບ ກັບອຳນາດການປົກຄອງແຂວງ ນິງບິ່ງ ແລະ ຄະນະກຳມະການ ແຫ່ງຊາດ UNESCO ຫວຽດ ນາມ ໂດຍມີທ່ານ ຫງວຽນ ວັນ ຮຸ່ງ ກຳມະການສູນກາງພັກ, ລັດຖະມົນ ຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານ ດວານ ມິງ ຫ້ວນ ກຳມະການສູນກາງພັກ, ເລຂາພັກ ແຂວງນິງບິ່ງ, ທ່ານ ຟ້າມ ກວາງ ຫງອກ ຮອງເລຂາພັກແຂວງ, ເຈົ້າ ແຂວງນິງບິ່ງ, ຕາງໜ້າອົງການ UNESCO, ບັນດາສະຖານທູດ ອາຝຣິກາໃຕ້, ນີເຈີເລຍ, ກໍາປູເຈຍ, ອາເມລິກາ, ອິນໂດເນເຊຍ, ໄທ, ອັງ ກິດ. ນອກນີ້ ຍັງມີບັນດາກະຊວງ, ຂະແໜງການ, ຕາງໜ້າຈາກບັນ ດາແຂວງ, ນະຄອນທົ່ວປະເທດທີ່ ມີມໍລະດົກໂລກຂອງອົງການ UNESCO ພ້ອມດ້ວຍນັກຊ່ຽວ ຊານຕ່າງປະເທດ ເຂົ້າຮ່ວມ. ຈຸດປະສົງ ຂອງກອງປະຊຸມຄັ້ງ ນີ້, ເພື່ອພ້ອມກັນປຶກສາຫາລືຮ່ວມ ກັນກ່ຽວກັບບົດຮຽນ, ປະສົບການ ໃນ ການຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າຂອງບັນດານາມມະ ຍົດທາງດ້ານສະຖານທີ່, ປະຫວັດ ສາດ, ວັດທະນະທຳ, ທຳມະຊາດ, ນາມມະທຳ ທີ່ໄດ້ຮັບການຮັບຮອງ ເປັນມຳລະດົກໂລກ ຈາກອົງການ UNESCO. ເພື່ອເຮັດແນວໃດ ເຮັດໃຫ້ການພັດທະນາເສດຖະກິດສັງຄົມ ບໍ່ສົ່ງຜົນຜົນກະທົບຕໍ່ສະ ພາບແວດລ້ອມ ກໍຄື ການຕິດພັນ ຢ່າງແໜ້ນແຟ້ນ ແລະ ກົມກຽວ ລະ ຫວ່າງການພັດທະນາເສດຖະກິດ, ວັດທະນະທຳຮີດຄອງປະເພນີອັນ ດີງາມຂອງປະຊາຊົນ, ຮັກສາໄດ້ ຄວາມເປັນເອກະລັກຄວາມດຸ່ນ ດ່ຽງທາງດ້ານສັງຄົມ ແລະ ການ ຮັກສາສິ່ງແວດລ້ອມໄປຄຽງຄູ່ກັນ. ປັດຈຸບັນ ຫວຽດນາມ ມີ 57 ລາຍການທາງດ້ານຮູບປະທຳ ແລະ ນາມມະທຳ ທີ່ໄດ້ຮັບການຮອງ ຮັບເປັນມໍລະດົກໂລກຈາກອົງການ UNESCO. ກອງປະຊຸມໄດ້ຮັບຟັງການ ແລກປ່ຽນບົດຮຽນ ແລະ ປະສົບປະ ການ ຈາກຊ່ຽວຊານ ແລະ ຕາງໜ້າ ພາກສ່ວນຕ່າງໆ. ຂ່າວ: ສະຖານທູດລາວ ທີ່ຮ່າໂນ້ຍ ຍະ 2 ປີເຄິ່ງ ມີນັກທ່ອງທ່ຽວພາຍ ໃນເກືອບ 3 ລ້ານເທື່ອຄົນ, ນັກທ່ອງ ທ່ຽວສາກົນ 2,6 ລ້ານກວ່າເທື່ອຄົນ ຫລື ເທົ່າກັບ 17% ຂອງແຜນການ (15 ລ້ານກວ່າເທື່ອຄົນ) ສາມາດ ສ້າງລາຍຮັບຈາກນັກທ່ອງທ່ຽວ ພາຍໃນ, ພາກພື້ນ ແລະ ສາກົນນວນ 631 ກວ່າລ້ານໂດລາສະຫະລັດ, ສະເລ່ຍໄລຍະການພັກເຊົາແມ່ນ 7 ວັນ/ຄົນ. ພ້ອມກັນນີ້ກໍໄດ້ປັບປຸງ, ສ້າງ ໂຄງລ່າງພື້ນຖານ ແລະ ສິ່ງອຳນວຍ ຄວາມສະດວກດ້ານການທ່ອງ ທ່ຽວ ເປັນຕົ້ນ ໄດ້ດຳເນີນການກໍ່ ສ້າງເສັ້ນທາງເບຕົງ ຢູ່ດອນເດດດອນຄອນ ເມືອງໂຂງ, ກຳລັງປັບ ກັບສະພາບຕົວຈິງ. ໃນໄລຍະ 2 ປີ ເຄິ່ງຜ່ານມາ, ກະຊວງສາທາລະນະ ສຸກ ໄດ້ມີການຫັນປ່ຽນໃໝ່ທີ່ກ້າວ ໜ້າ ແລະ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ການສະໜອງງົບປະມານ, ການພັດທະນາພື້ນຖານໂຄງລ່າງ, ການປະກອບພາຫະນະ, ອຸປະກອນ ການແພດ, ຢາປົວພະຍາດ ແລະ ອື່ນໆ ເພື່ອຮັບໃຊ້ໃຫ້ແກ່ການບໍລິ ການສຸຂະພາບໃນຂອບເຂດທົ່ວປະ ເທດ. ພ້ອມກັນນັ້ນ, ຍັງໄດ້ເອົາໃຈ ໃສ່ກໍ່ສ້າງ, ສ້ອມແປງບູລະນະຫ້ອງ ການບ່ອນເຮັດວຽກ, ບ່ອນພັກອາ ໄສ, ໂຮງຮຽນ, ໂຮງໝໍ ແລະ ອື່ນໆ ເປັນການສ້າງເງື່ອນໄຂອໍານວຍ ຄວາມສະດວກ ໃຫ້ແກ່ບຸກຄະລາ ກອນແພດໄດ້ເຄື່ອນໄຫວວຽກ ງານວິຊາສະເພາະນັບມື້ນັບດີຂຶ້ນ ເລື້ອຍໆ; ໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ນໍາພາແນວຄິດ, ບໍາ ລຸງກໍ່ສ້າງພະນັກງານ, ຍົກລະດັບ ວິຊາສະເພາະໃຫ້ພະນັກງານວິຊາ ການເຮັດໃຫ້ຖັນແຖວພະນັກງານ ວິຊາການຂະແໜງສາທາລະນະສຸກ ໄດ້ຮັບການພັດທະນາ ແລະ ເຕີບ ໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ມີຄວາມຊໍານິຊໍາ ນານງານດ້ານວິຊາສະເພາະ ພ້ອມ ກັນນັ້ນຍັງໄດ້ຄົ້ນຄວ້າ, ປັບປຸງນິຕິ ກໍາຕ່າງໆ ໃຫ້ສອດຄ່ອງກັບການ ເຄື່ອນໄຫວວຽກງານວິຊາສະເພາະ ໃນສະພາບການໃໝ່; ການແກ້ໄຂ ຊີວິດການເປັນຢູ່ຂອງພະນັກງານລັດຖະກອນໄດ້ເອົາໃຈໃສ່ປຸກລະ ດົມ, ຊຸກຍູ້ບັນດາກົມກອງໃນການ ປູກຝັງລ້ຽງສັດ ມີນໍ້າໃຈປະຢັດມັດ ທະຍັດ ເຮັດໃຫ້ຊີວິດການເປັນຢູ່ ຂອງພະນັກງານ-ລັດຖະກອນມີຄຸນ ນະພາບດີຂຶ້ນເທື່ອລະກ້າວ; ການ ປິ່ນປົວພະຍາດ ຮັກສາສຸຂະພາບ ເປັນວຽກງານໜຶ່ງທີ່ສໍາຄັນ, ໄລຍະ ຜ່ານມາໄດ້ເອົາໃຈໃສ່ປ້ອງກັນ ແລະ ໄກ້ໄຂການແຜ່ລະບາດຂອງພະ ຍາດໂຄວິດ-19 ໄດ້ເປັນຢ່າງດີ ເຊິ່ງສາມາດຄວບຄຸມ ແລະ ເປີດປະ ເທດໄດ້. ໃນກອງປະຊຸມ, ໄດ້ດໍາເນີນການ ທາມທາບຄວາມໄວ້ ວາງໃຈຕໍ່ຄະ ນະພັກກະຊວງສາທາລະນະສຸກ, ດໍາເນີນກອງປະຊຸມກອງປະຊຸມ ກາງສະໄໝເປີດກວ້າງ ແລະ ດໍາເນີນ ຊີວິການເມືອງພາຍໃນຄະນະພັກ ກະຊວງສາທາລະນະສຸກ. ໂອກາດນີ້, ສະຫາຍ ຄໍາພັນ ພົມມະທັດ ໄດ້ມີທິດຊີ້ນໍາຕໍ່ຄະນະ ພັກກະຊວງ, ຜູ້ແທນກອງປະຊຸມຈົ່ງ ເຊີດຊູຄວາມມີນໍາໃຈ ແລະ ຄວາມ ຮັບຜິດຊອບສູງ ເຂົ້າໃນການທາບ ທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ ການນໍາພາລວມ ແລະ ບຸກຄົນໃນ ຄະນະບໍລິຫານງານພັກ. ຈຳນວນ 4 ສະບັບ; ຄົ້ນຄວ້າຕີຄວາມ ໝາຍ ແລະ ອະທິບາຍກົດໝາຍ, ນິ ຕິກຳໃຕ້ກົດໝາຍ 3 ຫົວຂໍ້; ໂຄສະ ນາເຜີຍແຜ່ກົດໝາຍຜ່ານສື່ມວນ ຊົນຂອງສ ະພາແຫ່ງຊາດ, ຊຸກຍູ້ ພາກສ່ວນທີ່ກ່ຽວຂ້ອງລົງໂຄສະ ນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດ ໝາຍ ຢູ່ບັນດາກະຊວງ, ອົງການຈຳ ນວນ 6 ພາກສ່ວນ; ປະເມີນຜົນການ ຈັດຕັ້ງປະຕິບັດກົດໝາຍຂົງເຂດ ຍຸຕິທໍາ 4 ສະບັບ ໃນຈໍານວນ 9 ແຂວງ; ໃຫ້ສັດຕະຍາບັນແກ່ສົນທິ ສັນຍາວ່າດ້ວຍການປົກປ້ອງວັດ ສະດຸນິວເຄລຍ ທາງກາຍະພາບ, ສົນທິສັນຍາວ່າດ້ວຍຊາຍແດນລະ ຫວ່າງລາວ -ກຳປູເຈຍ ເເລະ ຢັ້ງ ຢືນຮັບຊາບຂໍ້ຕົກລົງຂອງອົງການ ແຮງງານສາກົນ (ILO). ນອກຈາກນີ້ ຍັງໄດ້ຕິດຕາມ ກວດກາ ການເຄື່ອນໄຫວວຽກງານ ເຄັ່ງຮ້ອນ ຈຳນວນ 10 ຄັ້ງ ໂດຍສະ ເພາະການຈັດຕັ້ງປະຕິບັດແຜນ ພັດ ທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ, ການປະຕິບັດ ວາລະແຫ່ງຊາດ, ການຊົດເຊີຍຜົນ ກະທົບຈາກໂຄງການລົງທຶນ ແລະ ວຽກງານຮີບດ່ວນຈໍານວນໜຶ່ງ; ໄດ້ຄົ້ນຄວ້າ ແລະ ກະກຽມເນື້ອໃນ ຄຳຊັກຖາມ ສົ່ງໃຫ້ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ດຳເນີນກອງປະຊຸມຮ່ວມລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບ ຄະນະລັດຖະບານ ເພື່ອພິຈາລະນາ ເນື້ອໃນຕ່າງໆ ຈຳນວນ 7 ຫົວຂໍ້. ນອກນັ້ນ, ຍັງໄດ້ຈັດກອງປະຊຸມສໍາ ມະນາວິທະຍາສາດ ເພີ່ມທະວີ ວິທີ ການຄຸ້ມຄອງການລົງ ທຶນຂອງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນ ຈຳນວນ 7 ຫົວຂໍ້; ເກັບກຳສັງ ລວມຄຳສະເໜີຂອງປະຊາຊົນຜ່ານ ໂທລະສັບສາຍດ່ວນກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະ ພາແຫ່ງຊາດ IX ໄດ້ຈຳນວນ 655 ສາຍ; ໄດ້ພິຈາລະນາຄຳຮ້ອງຂໍ ຄວາມເປັນທຳ ແລະ ສົ່ງໃຫ້ພາກ ສ່ວນຕ່າງໆ ຈຳນວນ 304 ເລື່ອງ ເທົ່າກັບ 38,52% ຂອງຄໍາຮ້ອງ ທັງໝົດ ຈໍານວນ 789 ເລື່ອງ; ຕ້ອນ ຮັບ ແລະ ໃຫ້ຄຳປຶກສາແກ່ປະຊາ ຊົນ ໄດ້ຈຳນວນ 136 ຄັ້ງ. ສຳລັບທິດທາງແຜນການ ຮອດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ກ່ຽວກັບວຽກງານນິຕິບັນຍັດ ຈະ ຮຽບຮຽງກົດໝາຍ ຈໍານວນ 10 ສະບັບ ທີ່ຮັບຮອງເອົາຢູ່ກອງປະ ຊຸມ ຄັ້ງນີ້ ເພື່ອສາມາດອອກລັດຖະ ດໍາລັດປະກາດໃຊ້, ກະກຽມຮ່າງ ກົດໝາຍຈຳນວນ 12 ສະບັບ ທີ່ຈະ ນຳເຂົ້າພິຈາລະນາ ຢູ່ກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະ ພາແຫ່ງຊາດ ຊຸດທີ IX; ຄົ້ນຄວ້າ ແລະ ປັບປຸງກົດໝາຍຂົງເຂດສະ ພາແຫ່ງຊາດ ຈໍານວນ 4 ສະບັບ, ປະ ເມີນການຈັດຕັ້ງປະຕິບັດກົດໝາຍ ຂົງເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ 3 ສະບັບ. ພ້ອມນັ້ນ ຈະໄດ້ສຸມໃສ່ຕິດຕາມກວດກາການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2023; ຕິດຕາມກວດກາການຈັດຕັ້ງປະຕິ ບັດໜ້າທີ່ວຽກງານຂອງສານປະ ຊາຊົນສູງສຸດ, ອົງການໄອຍະການ ປະຊາຊົນສູງສຸດ; ຕິດຕາມກວດກາ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ; ຕິດຕາມກວດກາໂຄງການ ລົງທຶນຂະໜາດໃຫຍ່ ທີ່ເຫັນວ່າມີ ຄວາມຫຍຸ້ງຍາກ, ສັບສົນ ຫລື ມີຜົນ ມາຊິກສະພາແແຫ່ງຊາດ ໄດ້ສຸມໃສ່ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດ ໝາຍສະບັບດັ່ງກ່າວ ເພື່ອໃຫ້ມີເນື້ອ ໃນຄົບຖ້ວນສົມບູນ, ຖືກຕ້ອງ ແລະ ສອດຄ່ອງກັບແນວທາງທີ່ພັກ, ລັດ ວາງອອກ. ທ່ານ ສັນຕິພາບ ພົມວິຫານ ໄດ້ ລາຍງານໃຫ້ຮູ້ກ່ຽວກັບສະພາບ ຄວາມເປັນມາ ແລະ ຄວາມຈຳເປັນ ໃນການສ້າງຮ່າງກົດໝາຍວ່າດ້ວຍ ອາກອນທີ່ດິນ ເຊິ່ງການເກັບພາສີທີ່ ດິນຜ່ານມາ ໄດ້ມີນິຕິກໍາສະບັບທໍາ ອິດທີ່ໄດ້ປະກາດໃຊ້ໃນປີ 2000 ຕາມລັດຖະບັນຍັດ ວ່າດ້ວຍພາສີທີ່ ດິນສະບັບເລກທີ 03/ສປປ,ລົງ ວັນທີ 12 ສິງຫາ 2000, ແຕ່ອີງໃສ່ ສະພາບການຂະຫຍາຍຕົວທາງ ດ້ານເສດຖະກິດ-ສັງ ຄົມ, ລັດຖະ ບັນ ຍັດວ່າດ້ວຍພາສີທີ່ດິນ ໄດ້ຮັບການ ຄົ້ນຄວ້າປັບປຸງໃນປີ 2007 ເຊິ່ງ ນຳໃຊ້ມາຮອດປັດຈຸບັນລວມໄດ້ 16 ກວ່າປີ. ຜ່ານການຈັດຕັ້ງປະຕິບັດ ລັດຖະບັນຍັດສະບັບດັ່ງກ່າວເຫັນ ວ່າ ເປັນເຄື່ອງມືນິຕິກຳໜຶ່ງທີ່ສຳຄັນ ໃນການຄຸ້ມຄອງເກັບພາສີທີ່ດິນໃນ ຂອບເຂດທົ່ວປະເທດ, ເປັນແຫລ່ງ ລາຍຮັບ ເຂົ້າງົບປະມານ ແລະ ປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ. ເຖິງຢ່າງໃດກໍຕາມບົດຮຽນທີ່ຖອດ ຖອນໄດ້ໄລຍະຜ່ານມາ ໃນການນໍາ ໃຊ້ລັດຖະບັນຍັດ ວ່າດ້ວຍພາສີທີ່ ດິນເຫັນວ່າການເກັບລາຍຮັບຈາກ ພາສີທີ່ດິນແມ່ນໄດ້ຕໍ່າ, ບໍ່ສອດຄ່ອງ ກັບນິຕິກຳທີ່ໄດ້ມີການປັບປຸງໃໝ່ ແລະ ມີຄວາມຫຍຸ້ງຍາກໃນການຈັດ ຕັ້ງປະຕິບັດ. ສະນັ້ນ, ຈຶ່ງມີຄວາມຈໍາ ເປັນຕ້ອງປັບປຸງຍົກລະດັບລັດຖະ ບັນຍັດດັ່ງກ່າວ ໂດຍຄົ້ນຄວ້າສ້າງ ເປັນກົດໝາຍ ເພື່ອເປັນນິຕິກຳທີ່ ເຂັ້ມງວດ, ຮັດກຸມ ເພື່ອແກ້ໄຂບັນ ຫາຂໍ້ຄົງຄ້າງທີ່ບໍ່ສາມາດຈັດຕັ້ງ ປະຕິບັດໄດ້ໃນໄລຍະຜ່ານມາ, ທັງ ບໍ່ສອດຄ່ອງກັບລະບຽບ ແລະ ກົດ ໝາຍທີ່ກ່ຽວຂ້ອງ. ສຳລັບ ເນື້ອໃນຕົ້ນຕໍຂອງຮ່າງ ກົດໝາຍສະບັບນີ້,ໄດ້ກຳນົດການ ເກັບອາກອນທີ່ດິນ ເປັນອັດຕາແບບ ທຽບຖານບົນພື້ນຖານການຄິດໄລ່ ໂດຍເອົາເນື້ອທີ່ຕອນດິນເປັນຕາ ແມັດ ຄູນກັບລາຄາປະເມີນທີ່ຮັບ ຮອງຈາກສະພາປະຊາຊົນຂັ້ນ ແຂວງແລ້ວຄູນກັບອັດຕາແບບ ທຽບຖານ; ການຄົ້ນຄ້ວາກຳນົດອັດ ຕາອາກອນທີ່ດິນດັ່ງກ່າວ ແມ່ນເພື່ອ ໃຫ້ສອດຄ່ອງກັບຫລັກການສາ ກົນ, ລະດັບການຂະຫຍາຍຕົວທາງ ດ້ານເສດຖະກິດ ຂອງ ສປປ ລາວ (GDP). ນັບແຕ່ປີ 2007 ຮອດປັດ ຈຸບັນ, ລະດັບອັດຕາເງິນເຟີ້, ຂໍ້ມູນ ຄ່າທຳນຽມການນໍາໃຊ້ທີ່ດິນ(ພາສີ ທີ່ດິນ) ທີ່ຈ່າຍຜ່ານທະນາຄານໃນ ໄລຍະຜ່ານມາ, ລາຄາປະເມີນທີ່ດິນ ທີ່ສະພາປະຊາຊົນຂັ້ນແຂວງ, ນະ ຄອນຫລວງຮັບຮອງ ໂດຍແຍກ ປຸງເສັ້ນທາງເຂົ້າອ່າງນໍ້າງື່ມ 1 ແລະ ປັບປຸງສິ່ງອໍານວຍຄວາມສະ ດວກດ້ານການທ່ອງທ່ຽວບໍລິເວນ ໜ້າອ່າງນໍ້າງື່ມ 1, ກຳລັງປັບປຸງ ເສັ້ນທາງເບຕົງເຂົ້າເຖິງນໍ້າຕົກຕາດ ແກ້ງຍຸຍ ຄວາມຍາວ 6 ກິໂລແມັດ ແລະ ສ້າງສິ່ງອຳນວຍຄວາມສະ ດວກດ້ານການທ່ອງທ່ຽວຢູ່ບໍລິ ເວນຕາດແກ້ງຍຸຍ ເມືອງວັງວຽງ, ປັບປຸງເສັ້ນທາງວົງແຫວນເບື້ອງ ເວັນຕົກຂອງສາຍນໍ້າຊອງຍາວ 26 ກິໂລແມັດ ເປັນທາງປູຢາງ 2 ຊັ້ນ, ສ້າງຂົວຂ້າມນ້ຳຊອງ ຍາວ 80 ແມັດ, ກວ້າງ 11 ແມັດ, ກຳລັງປັບ ປຸງສະໜາມເກັບມ້ຽນຂີ້ເຫຍື້ອ ເມືອງວັງວຽງ ແຂວງວຽງຈັນ, ສ່ວນໂຄງລ່າງພື້ນຖານ ແລະ ສິ່ງ ອຳນວຍຄວາມສະດວກດ້ານການ ທ່ອງທ່ຽວ ເຊິ່ງຄາດວ່າຈະສໍາເລັດ ໃນທ້າຍປີ 2023 ນີ້ ໂດຍໄດ້ຮັບການ ສະໜັບສະໜູນຈາກໂຄງການພັດ ທະນາໂຄງລ່າງພື້ນຖານ ເພື່ອສົ່ງ ເສີມການທ່ອງທ່ຽວໄລຍະ 2 ຈາກທະນາຄານພັດທະນາອາຊີ;ໄດ້ ສຳເລັດການສ້າງແຜນຟື້ນຟູການ ທ່ອງທ່ຽວໄລຍະການແພ່ລະບາດ ຂອງພະຍາດໂຄວິດ-19 ສຳລັບປີ 2021-2025, ແຜນພັດທະນາ ການທ່ອງທ່ຽວເມືອງເຟືອງ ສຳລັບ ປີ 2023-2030, ແຜນຕ້ອນຮັບນັກ ທ່ອງທ່ຽວ, ບົດຄົ້ນຄວ້າການທ່ອງ ທ່ຽວແບບກະສິກຳ ຂອງ ສປປ ລາວ ແລະ ສຳເລັດການຮ່າງປຶ້ມບັນຊີ ແຫລ່ງທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມ ແລະ ເຮືອນພັກແຮມ ຂອງ ສປປ ລາວ ແລະ ດຳເນີນການ ປັບປຸງແຜນແມ່ບົດພັດທະນາ ແລະ ຄຸ້ມຄອງຕົວເມືອງທ່ອງທ່ຽວເມືອງ ວັງວຽງ ແຂວງວຽງຈັນ ປີ 20232033; ສໍາເລັດການສ້າງເຄື່ອງ ມືໂຄສະນາການທ່ອງທ່ຽວໃນຮູບ ແບບຕ່າງໆຄື: ແຜ່ນພັບ, QR Code ທີ່ບັນຈຸຂໍ້ມູນ, ຮູບພາບແຫລ່ງທ່ອງ ທ່ຽວໃນການໂຄສະນາການທ່ອງ ທ່ຽວລາວ, ວິດີໂອໂຄສະນາການ ທ່ອງທ່ຽວລາວຄວາມຍາວ 3 ນາທີ ແລະ 5 ນາທີ, ປຶ້ມແນະນຳການນຳ ໃຊ້ເຄື່ອງໝາຍສັນຍະລັກການ ທ່ອງທ່ຽວລາວ ແລະ ປຶ້ມມາດຕະ ຖານສູນຂໍ້ມູນຂ່າວສານການທ່ອງ ທ່ຽວລາວ ເພື່ອສະໜອງໃຫ້ແກ່ນັກ ທ່ອງທ່ຽວ ແລະ ຜູ້ທີ່ສົນໃຈທົ່ວໄປ; ສຳເລັດມອບ-ຮັບອຸປະກອນໂຄງ ການປະກອບວັດຖຸອຸປະກອນເຕັກ ນິກ ດ້ານການສະໜອງຂໍ້ມູນຂ່າວ ສານຈຸດເຊື່ອມຕໍ່ ແລະ ດ່ານສາກົນ ໃຫ້ 17 ແຂວງ ແລະ ນະຄອນຫລວງ ວຽງຈັນ; ສຳເລັດແຜນການຕະ ຫລາດການທ່ອງທ່ຽວ ປະຈຳປີ 2022-2023 ເພື່ອຟື້ນຟູການທ່ອງ ທ່ຽວຈາກການແພ່ລະບາດຂອງ ພະຍາດໂຄວິດ-19, ສ້າງປຶ້ມມາດ ຕະຖານຂໍ້ມູນຂ່າວສານການທ່ອງ ທ່ຽວຂອງ ສປປ ລາວ; ສໍາເລັດ ການລົງເຄື່ອນໄຫວເກັບກຳຂໍ້ມູນ ສຶກສາ-ວິໄຈການຕະຫລາດທ່ອງ ທ່ຽວພາຍໃນ ເພື່ອສົ່ງເສີມລາວທ່ຽວ ລາວທີ່ແຂວງອຸດົມໄຊ, ຫລວງນ້ຳ ທາ ແລະ ແຂວງ ບໍ່ແກ້ວ. ພ້ອມກັນນີ້, ໄດ້ເຂົ້າຮ່ວມງານວາງສະແດງ ທ່ອງທ່ຽວບັນດາປະເທດໃກ້ຄຽງ ແລະ ປະເທດສະມາຊິກອາຊຽນ 7 ຄັ້ງ ແລະ ເຂົ້າຮ່ວມມງານເທສະການ ພາຍໃນຢູ່ແຂວງຕ່າງໆໃນຂອບເຂດ ທົ່ວປະເທດ; ສຳເລັດຈັດສຳມະນາ ກ່ຽວກັບວຽກງານໂຄສະນາ ແລະ ແລະ ກຽມຮ່າງປຶ້ມຄູ່ມືກ່ຽວກັບການ ຕິດຕາມກວດກາ ແລະ ການນໍາໃຊ້ 7 ມາດຕະການສະກັດກັ້ນ ໂດຍສະ ເພາະແມ່ນການຈັບຕົວ, ກັກຕົວ ແລະ ກັກຂັງພາງຄາດວ່າ ຈະໃຫ້ ສຳເລັດໃນທ້າຍປີ 2023 ນີ້ ແລະ ຈະເລີ່ມເຜີຍແຜ່ໃນຕົ້ນປີ 2024. ພ້ອມດຽວກັນນີ້, ຍັງຈັດຝຶກອົບຮົມ ຮ່ວມກັນ ລະຫວ່າງໄອຍະການປະ ຊາຊົນ ແລະ ອົງການສືບສວນ- ສອບສວນ ເພື່ອສ້າງຄວາມເຂັ້ມ ແຂງ ແລະ ຄວາມເປັນເອກະພາບ ໃນ ການຕິດຕາມກວດກາ ແລະ ການ ນຳໃຊ້ 7 ມາດຕະການສະກັດກັ້ນ ໂດຍໃຫ້ຕິດພັນກັບການປະເມີນ ຜົນການຈັດຕັ້ງປະຕິບັດກົດໝາຍ. ພ້ອມນັ້ນ ຍັງຈະຕ້ອງໄດ້ປັບປຸງ ເນື້ອໃນບາງມາດຕາ ຂອງກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະຕ້ອງໄດ້ກຳນົດລະ ອຽດ ກ່ຽວກັບກົນໄກການປະສານ ສົມທົບ ແລະ ກົນໄກການລາຍງານ ໃນການນໍາໃຊ້ 7 ມາດຕະການສະ ກັດກັ້ນ. ຜ່ານການຈັດຕັ້ງປະຕິບັດວຽກ ງານຕົວຈິງ ກໍບໍ່ສາມາດປາສະຈາກ ໄດ້ດ້ານອ່ອນ-ຂໍ້ຄົງຄ້າງ ເຊິ່ງນັບ ທັງຢູ່ຂັ້ນຕອນ ຂອງເຈົ້າໜ້າທີ່ສືບ ສວນ-ສອບສວນ ແລະ ພະນັກງານ ໄອຍະການ ເປັນຕົ້ນ ອອກຄຳສັ່ງກັກ ຂັງພາງໄປແລ້ວແຕ່ຂາດການຕິດ ຕາມກວດກາຄືນ ໂດຍທຳມະດາ ແລ້ວ ສັ່ງກັກຂັງພາງຕໍ່ໄດ້ເທື່ອລະ 2 ຫລື 3 ເດືອນ ແລະ ບໍ່ໃຫ້ເກີນ 6 ເດືອນ ຫລື 1 ປີ ຕາມແຕ່ລະສະຖານ ການກະທໍາຜິດຍ້ອນພວກເຮົາຂາດ ຄວາມເຂັ້ມງວດ ພາໃຫ້ມີການກັກ ຂັງເກີນກໍານົດ ເຮັດໃຫ້ສັງຄົມມີ ຫາງສຽງຈົ່ມວ່າ ຫລື ບາງກໍລະນີ ສັງຄົມມັກຕັ້ງຄຳຖາມ ຫລື ປະເດັນ ຂຶ້ນຕໍ່ເຈົ້າໜ້າທີ່. ຂ່າວ: ທະນູທອງ ອອກເປັນ 4 ປະເພດຖະໜົນຄື: ຖະ ໜົນສາຍຫລັກ, ຖະໜົນເຊື່ອມຕໍ່, ຖະໜົນສາຍແຍກ ແລະ ຖະໜົນດັ້ງ ເດີມ ແນໃສ່ເຮັດໃຫ້ການກັບອາ ກອນທີ່ດິນມີຄວາມສະເໝີພາບຂຶ້ນ ກວ່າເກົ່າ, ຮັບປະກັນການເກັບໃຫ້ມີ ຄວາມໂປ່ງໄສ, ຍຸຕິທຳ, ມີປະສິດທິ ຜົນ ແລະ ສາມາດກວດສອບໄດ້. ທ່ານລັດຖະມົນຕີກະຊວງການ ເງິນ ຍັງໃຫ້ຮູ້ອີກວ່າ: ຜົນໄດ້ຮັບຈາກ ການສ້າງຮ່າງກົດໝາຍວ່າດ້ວຍອາ ກອນທີ່ດິນ ເມື່ອຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະໄດ້ຮັບຜົນປະ ໂຫຍດຫລາຍຢ່າງ ເຊັ່ນ: ມີນິຕິກຳ ເປັນບ່ອນອີງທີ່ໜັກແໜ້ນ, ຈະແຈ້ງ ແລະ ຮັດກຸມຂຶ້ນຕື່ມໃນການເກັບ ອາກອນທີ່ດິນ ແລະ ແກ້ໄຂບັນຫາຂໍ້ ຄົງຄ້າງຕົ້ນຕໍ ທີ່ໄດ້ຍົກຂຶ້ນໃນການ ລາຍງານຂ້າງເທິງ; ເປົ້າໝາຍການ ເກັບອາກອນທີ່ດິນມີຄວາມຊັດເຈນ ຂຶ້ນຫລາຍກວ່າເກົ່າ ໂດຍອີງຕາມ ໃບຕາດິນ ຫລື ເອກະສານຢັ້ງຢືນ ສິດນຳໃຊ້ທີ່ດິນ; ການເກັບອາກອນ ທີ່ດິນມີຄວາມຍຸຕິທຳຂຶ້ນ ໂດຍນໍາໃຊ້ ອັດຕາແບບທຽບຖານ ແລະ ລາຄາ ປະເມີນທີ່ດິນ ເປັນອົງປະກອບພື້ນ ຖານ ໃນການຄິດໄລ່ເກັບອາກອນ; ຊ່ວຍໃນການແກ້ໄຂບັນຫາການ ຈັບຈອງ ຫລື ບຸກລຸກທີ່ດິນບໍ່ຖືກຕ້ອງ ໃຫ້ໄດ້ເສຍອາກອນທີ່ດິນ ແລະ ຖືກດຳເນີນມາດຕະການຕາມກົດ ໝາຍກຳນົດ; ພ້ອມທັງຈະໄດ້ລາຍ ຮັບອາກອນທີ່ດິນເພີ່ມຂຶ້ນ ແລະ ການ ເກັບອາກອນທີ່ດິນ ຈະສອດຄ່ອງ ກັບລະດັບການຂະຫຍາຍຕົວທາງ ດ້ານເສດຖະກິດ-ສັງຄົມ ໃນແຕ່ ລະໄລຍະເຖິງແມ່ນວ່າອັດຕາອາ ກອນບໍ່ມີການປ່ຽນແປງແຕ່ການ ເກັບລາຍຮັບຈະໄດ້ເພີ່ມຂຶ້ນຕາມລະ ດັບ ຂອງການຂະຫຍາຍຕົວທາງ ດ້ານເສດຖະກິດ (ໂດຍອີງໃສ່ລາ ຄາທີ່ມີການປະເມີນທຸກໆ 3 ປີ ຕາມກົດໝາຍວ່າດ້ວຍທີ່ດິນ); ຫັນ ການຄຸ້ມຄອງຈັດເກັບອາກອນທີ່ ດິນ ເປັນລະບົບທີ່ທັນສະໄໝໃຫ້ມີ ຄວາມສະດວກ, ໂປ່ງໄສ ແລະ ສາ ມາດກວດສອບໄດ້; ພັດທະນາລະ ບົບ IT ເຊິ່ງປະກອບມີ ເລກລະຫັດ, ລະບົບຄິດໄລ່ ແລະ ການຊຳລະສະ ສາງຜ່ານຫລາຍຮູບແບບ ເພື່ອອຳ ນວຍຄວາມສະດວກ ໃຫ້ຜູ້ເສຍອາ ກອນທີ່ດິນ ແລະ ຜູ້ມອບອາກອນ ທີ່ດິນ ໄດ້ເຂົ້າເຖິງຂໍ້ມູນ ເພື່ອການ ມອບ ແລະ ຕິດຕາມຜູ້ທີ່ຍັງບໍ່ທັນ ເສຍອາກອນທີ່ດິນໄດ້. ຂ່າວ: ກິດຕາ, ພາບ: ອ່າຍຄຳ ກະທົບຢ່າງຫລວງຫລາຍຕໍ່ການ ພັດທະນາເສດຖະກິດ-ສັງຄົມ ແລະ ຕໍ່ການທຳມາຫາກິນ ຂອງປະຊາຊົນ ແລະ ພິຈາລະນາຄຳຮ້ອງຂໍຄວາມ ເປັນທຳຂອງປະຊາຊົນໃຫ້ໄດ້ 80% ຂຶ້ນໄປ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ສົ່ງເສີມການທ່ອງທ່ຽວພາຍໃນ ເພື່ອດຶງດູດນັກທ່ອງທ່ຽວຕະຫລາດ ເປົ້າໝາຍ. ນອກຈາກນີ້, ໄດ້ສຳເລັດການ ສ້າງບຸກຄະລາກອນ ເປັນຜູ້ປະເມີນ ມາດຕະຖານ LaoSafe ຈຳນວນ ທັງໝົດ 15 ທ່ານ ແລະ ສໍາເລັດ ການປະເມີນ, ອອກໃບຢັ້ງຢືນມາດ ຕະຖານ LaoSafe ໃຫ້ແກ່ພາກ ທຸລະກິດທີ່ຕິດພັນກັບການທ່ອງ ທ່ຽວທັງໝົດ 1.140 ພາກສ່ວນ. ໃນນີ້, ຂະແໜງໂຮງແຮມມີ 107 ແຫ່ງ, ຮ້ານອາຫານ ແລະ ເຄື່ອງດື່ມ ມີ 106 ແຫ່ງ, ພະນັກງານນໍາທ່ຽວ 670 ທ່ານ, ພະນັກງານຂັບລົດ 255 ທ່ານ ແລະ ສາຍການບິນ 2 ແຫ່ງ (ສາຍການບິນລາວ ແລະ ສາຍການບິນລາວເດີນອາກາດ); ສຳເລັດການລົງປະເມີນ ແລະ ຢັ້ງ ຢືນມາດຕະຖານ LaoSafe ໃຫ້ ແກ່ຫົວໜ່ວຍທຸລະກິດບໍລິການໃນ ຂະແໜງການທ່ອງທ່ຽວ 767 ຫົວ ໜ່ວຍ. ໃນນັ້ນ, ໄດ້ຮັບການຢັ້ງຢືນ ມາດຕະຖານ (LaoSafe) ແລ້ວ 594 ຫົວໜ່ວຍ; ສຳເລັດການຝຶກ ອົບຮົມຄູຝຶກ ແລະ ຄູປະເມີນຜົນ ມາດຕະຖານ LaoSafe ຈຳນວນ 21 ທ່ານ, ໄດ້ສຳເລັດຜົນການ ສຳຫລວດການຈ້າງງານ ແລະ ທັກ ສະສີມືແຮງງານ ໃນວິສາຫະກິດ ການທ່ອງທ່ຽວ ແລະ ໂຮງແຮມຢູ່ ສປປ ລາວ. ຂ່າວ: ມະນີທອນ, ພາບ: ເກດສະໜາ ປຶກສາຫາລືແກ້ໄຂບັນຫາຕ່າງໆ ທີ່ເປັນຂໍ້ຄົງຄ້າງ ໂດຍສະເພາະການ ຄົ້ນຄວ້າປຶກສາຫາລືກັນລະອຽດ
RkJQdWJsaXNoZXIy MTc3MTYxMQ==