dt-;'lkmk]totl5 d fegou odv'xt-5 , 7q [7tot[= ]y sko'kora d dk'ltw\ ltrkcsj '-kf -5 fmu IX 8u ]k7k dkog7n j vows;;Pd'kow]ptzj ko,k ltrkcsj '-kf ry 9k]tok Ij k'dq f\kp;j kfh ;pvkdvomu j fy o ]a fdeoq f 9 ,kf8tdkocdh w0ltrk[xt]tdkoIPo w]ptdk'ltw\ ;Pdmj v'mj P;,u s]kpzq o'korQ ogfa j o zq oleg]a fdv'xt-5 ,]a f4t[ko gxu fd;h k' 7A 'mu I xu 2023 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 07.07.2023 ປີທີ 22 ສະບັບທີ 5.715 rda xt-k-oq xt8;y fa]k; mu,j du Pflts'k \oA pon K j -,q g-pu dv'xt-,5 ltw\lk,oa gmnvj m u 5 0v'ltrkcs'j -kf -f5 m u IX 1kj 'lf5 .9 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 3 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ຂປລ. ຕອນບ່າຍວັນທີ 5 ກໍລະ ກົດ 2023 ໃນວາລະກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະ ພາແຫ່ງຊາດ ຊຸດທີ IX, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານ ສະພາແຫ່ງຊາດ ໄດ້ສະເໜີບົດລາຍ ງານການເຄື່ອນໄຫວວຽກງານແຕ່ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຫາເທື່ອທີ 5 ແລະ ທິດທາງແຜນ ການຮອດກອງປະຊຸມສະໄໝສາ ມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX. ຫລັງຈາກນັ້ນບັນດາສະ ມາຊິກສະພາແຫ່ງ (ສສຊ) ກໍໄດ້ ປະກອບຄໍາຄິດຄຳເຫັນໃສ່ບົດລາຍ ງານດັ່ງກ່າວທັງນີ້ ເພື່ອເປັນການ ຕີລາຄາຄືນຜົນສຳເລັດຂອງການ ທ່ານ ນາງ ສູນທອນ ໄຊຍະຈັກ ທ່ານ ສັນຕິພາບ ພົມວິຫານ ດ້ານ ໃນການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ຊຸດທີ IX ເປັນຕົ້ນ ໄດ້ສຳເລັດການຮຽບຮຽງ ກົດໝາຍ 12 ສະບັບ ທີ່ຮັບຮອງເອົາ ຢູ່ປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ໄດ້ປະກາດໃຊ້ຢ່າງເປັນທາງ ການ; ນຳພາສ້າງ ແລະ ປັບປຸງສໍາ ເລັດໂດຍພື້ນຖານການກະກຽມ ຮ່າງກົດໝາຍ ຈໍານວນ 10 ສະບັບ ທີ່ຈະນຳເຂົ້າພິຈາລະນາຮັບຮອງຢູ່ ກອງປະຊຸມສະໄໝສາມັນ ເທື່ອ ທີ 5 ຂອງສະພາແຫ່ງຊາດ ຊຸດທີ IX; ຄົ້ນຄວ້າ ແລະ ກະກຽມປັບປຸງ ກົດໝາຍຂົງເຂດສະພາແຫ່ງຊາດ ຂປລ. ໃນຕອນເຊົ້າວັນທີ 6 ກໍ ລະກົດ 2023, ກອງປະຊຸມສະໄໝ ສາມັນເທື່ອທີ 5 ຂອງສະພາແຫ່ງ ຊາດຊຸດທີ IX ໄດ້ເຂົ້າສູ່ວາລະການ ຄົ້ນຄວ້າພິຈາລະນາຮ່າງກົດໝາຍ ວ່າດ້ວຍອາກອນທີ່ດິນ (ສ້າງໃໝ່) ເຊິ່ງສະເໜີໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ. ຮ່າງກົດໝາຍສະບັບນີ້ ປະກອບມີ 9 ພາກ, 4 ໝວດ, 48 ມາດຕາ; ຫລັງຈາກນັ້ນ, ບັນດາສະ ພາບປະກອບ ພາບປະກອບ 6 gfn vo8Q oxu vvxl vvd7ela j '9a [8q ; 1.610 lt[a [ ຂປລ. ຕາມການລາຍງານຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວ ໜ້າອົງການໄອຍະການປະຊາຊົນ ສູງສຸດ(ອອປສ) ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ IX ໃຫ້ຮູ້ວ່າ: ໃນໄລ ຍະ 6 ເດືອນ ຕົ້ນປີ 2023 ນີ້, ອອປສ ໄດ້ອອກຄຳສັ່ງຈັບຕົວ 1.610 ສະບັບ, ອອກຄຳສັ່ງກັກຂັງພາງ 5.483 ສະບັບ, ກວດຄົ້ນເຄຫະສະ ຖານ 391 ເລື່ອງ, ຢຶດ ຫລື ອາຍັດ ຊັບ 12 ເລື່ອງ, ອອກຄຳສັ່ງປ່ອຍ ຕົວພາງ 404 ສະບັບ ແລະ ອອກ ຄຳສັ່ງປ່ອຍຕົວກ່ອນກຳນົດ 179 ສະບັບ. ທ່ານ ໄຊຊະນະ ໂຄດພູທອນ ໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການນຳ ໃຊ້ກົດໝາຍວ່າດ້ວຍການດຳເນີນ ຄະດີອາຍາ ແລະ ການດຳເນີນຄະ ດີຕ່າງໆ ມີປະສິດທິພາບ ແລະ ປະ ສິດທິຜົນ, ອອປສ ຈະໃຊ້ກົນໄກປະ ສານງານ ລະຫວ່າງ ອົງການໄອຍະ ການປະຊາຊົນ ແລະ ອົງການສືບ ສວນ-ສອບສວນ ເປັນເວທີໃນການ ຂປລ. ກອງປະຊຸມຄົບຄະນະບໍລິຫານງານພັກກາງ ສະໄໝທີ IX ຂອງອົງຄະນະພັກ ກະຊວງສາທາລະ ນະສຸກ ໄຂຂຶ້ນໃນວັນທີ 5 ກໍລະກົດ 2023 ທີ່ນະຄອນ ຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ສະຫາຍ ຄໍາພັນ ພົມມະທັດ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງ ພັກ, ເລຂາທິການສູນກາງພັກ, ປະທານຄະນະກວດ ກາສູນກາງພັກ, ມີສະຫາຍ ດຣ ບຸນແຝ ງ ພູມມະໄລສິດ ກໍາມະການສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີ ກະຊວງສາທາລະນະສຸກ, ສະຫາຍ ວິໄລວັນ ບຸດດາຄໍາ ກໍາມະການພັກສໍາຮອງສູນກາງພັກ, ຮອງປະທານ ກວດກາສູນກາງພັກ ພ້ອມດ້ວຍຄະນະທີມງານຈາກ ຄະນະຈັດຕັ້ງສູນກາງພັກ, ມີຮອງເລຂາຄະນະພັກ, ຄະ ນະປະຈໍາພັກ, ກໍາມະການຄະນະພັກ, ຄະນະພັກຮາກ ຖານ, ຄະນະໜ່ວຍພັກຮາກຖານ ເຂົ້າຮ່ວມ. ສະຫາຍ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ກອງປະຊຸມກາງສະໄໝໃນຄັ້ງນີ້, ມີຄວາມໝາຍສໍາຄັນ ຍິ່ງ, ເພາະມັນເປັນການສໍາຫລວດກວດກາຄືໝາກ ຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ ເຄິ່ງສະ ໄໝ ຂອງກອງປະຊຸມໃຫຍ່ຜ່ານມາຢ່າງພາວະວິໄສ ແລະ ຖືກຕ້ອງ ຈັດຕັ້ງປະຕິບັດວຽກງານໃນດ້ານ ຕ່າງໄລຍະຜ່ານມາ. ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ຍົກໃຫ້ເຫັນຜົນສຳເລັດຫລາຍ ຂປລ. ສະຫາຍ ນາງ ສວນສະ ຫວັນ ວິຍະເກດ ກຳມະການສູນກາງ ພັກ, ເລຂາຄະນະພັກກະຊວງ, ລັດ ຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານການຈັດຕັ້ງ ປະຕິບັດວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວກາງ ສະໄໝ 2021-2023 ໃນກອງປະ ຊຸມຄົບຄະນະກາງສະໄໝ ຂອງຄະ ນະບໍລິຫານງານພັກກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະໄໝທີ V ໃນວັນທີ 5 ກໍລະກົດ 2023 ວ່າ: ໃນໄລຍະກາງ ສະໄໝການຈັດຕັ້ງປະຕິບັດວຽກ ງານວຽກງານທ່ອງທ່ຽວມີຜົນສຳ ເລັດ ແລະ ພົ້ນເດັ່ນຫລາຍດ້ານ, ໄລ ຂປລ. ຕອນບ່າຍວັນທີ 6 ກໍລະ ກົດ 2023 ນີ້, ທ່ານ ນາງທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ, ຜູ້ປະຕິບັດ ໜ້າທີ່ໂຄສົກລັດຖະບານ ໄດ້ຖະ ແຫລ່ງຜົນສຳເລັດກອງປະຊຸມລັດ ຖະບານເປີດກວ້າງຄັ້ງທີ I ປີ 2023 ວ່າ: ກອງປະຊຸມໄຂຂຶ້ນໃນຕອນ ເຊົ້າວັນທີ 4 ແລະ ອັດລົງໃນຕອນ ເຊົ້າວັນທີ 6 ກໍລະກົດ 2023 ທີ່ຫໍ ປະຊຸມແຫ່ງຊາດ, ນະຄອນຫລວງ ວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອ ງນາຍົກລັດຖະມົນຕີ, ສະມາຊິກ
dkoglu ,0tspkp75 o7j k[a ofkok,,tpq f v5 pcoa l3d grn j vIa [.-h .sh cdj dkora fmtokc[[pn opq '16 j s;Pfok, lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 07/07/2023 xtgmf]k; ສະພາແຫ່ງຊາດ ຊຸດທີ... ກະຊວງສາທາລະນະສຸກ... ສະພາແຫ່ງຊາດ ພິຈາລະນາ... ໄລຍະກາງສະໄໝ... 6 ເດືອນຕົ້ນປີ... ຂປລ. ໃນລະຫວ່າງ ວັນທີ 2-3 ກໍລະກົດ 2023, ທີ່ແຂວງນິງບິ່ງ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກ ອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມກອງ ປະຊຸມສາກົນ ກ່ຽວກັບການເສີມ ຂະຫຍາຍຄຸນຄ່າບັນດານາມມະ ຍົດຂອງອົງການອຸຍແນັສໂກ (UNESCO) ເພື່ອຮັບໃຊ້ໃຫ້ແກ່ ການພັດທະນາແບບຍືນຍົງຢູ່ຫວຽດ ນາມ ຊຶ່ງຈັດໂດຍກະຊວງການ ຕ່າງປະເທດຫວຽດນາມ ສົມທົບ ກັບອຳນາດການປົກຄອງແຂວງ ນິງບິ່ງ ແລະ ຄະນະກຳມະການ ແຫ່ງຊາດ UNESCO ຫວຽດ ນາມ ໂດຍມີທ່ານ ຫງວຽນ ວັນ ຮຸ່ງ ກຳມະການສູນກາງພັກ, ລັດຖະມົນ ຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານ ດວານ ມິງ ຫ້ວນ ກຳມະການສູນກາງພັກ, ເລຂາພັກ ແຂວງນິງບິ່ງ, ທ່ານ ຟ້າມ ກວາງ ຫງອກ ຮອງເລຂາພັກແຂວງ, ເຈົ້າ ແຂວງນິງບິ່ງ, ຕາງໜ້າອົງການ UNESCO, ບັນດາສະຖານທູດ ອາຝຣິກາໃຕ້, ນີເຈີເລຍ, ກໍາປູເຈຍ, ອາເມລິກາ, ອິນໂດເນເຊຍ, ໄທ, ອັງ ກິດ. ນອກນີ້ ຍັງມີບັນດາກະຊວງ, ຂະແໜງການ, ຕາງໜ້າຈາກບັນ ດາແຂວງ, ນະຄອນທົ່ວປະເທດທີ່ ມີມໍລະດົກໂລກຂອງອົງການ UNESCO ພ້ອມດ້ວຍນັກຊ່ຽວ ຊານຕ່າງປະເທດ ເຂົ້າຮ່ວມ. ຈຸດປະສົງ ຂອງກອງປະຊຸມຄັ້ງ ນີ້, ເພື່ອພ້ອມກັນປຶກສາຫາລືຮ່ວມ ກັນກ່ຽວກັບບົດຮຽນ, ປະສົບການ ໃນ ການຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າຂອງບັນດານາມມະ ຍົດທາງດ້ານສະຖານທີ່, ປະຫວັດ ສາດ, ວັດທະນະທຳ, ທຳມະຊາດ, ນາມມະທຳ ທີ່ໄດ້ຮັບການຮັບຮອງ ເປັນມຳລະດົກໂລກ ຈາກອົງການ UNESCO. ເພື່ອເຮັດແນວໃດ ເຮັດໃຫ້ການພັດທະນາເສດຖະກິດສັງຄົມ ບໍ່ສົ່ງຜົນຜົນກະທົບຕໍ່ສະ ພາບແວດລ້ອມ ກໍຄື ການຕິດພັນ ຢ່າງແໜ້ນແຟ້ນ ແລະ ກົມກຽວ ລະ ຫວ່າງການພັດທະນາເສດຖະກິດ, ວັດທະນະທຳຮີດຄອງປະເພນີອັນ ດີງາມຂອງປະຊາຊົນ, ຮັກສາໄດ້ ຄວາມເປັນເອກະລັກຄວາມດຸ່ນ ດ່ຽງທາງດ້ານສັງຄົມ ແລະ ການ ຮັກສາສິ່ງແວດລ້ອມໄປຄຽງຄູ່ກັນ. ປັດຈຸບັນ ຫວຽດນາມ ມີ 57 ລາຍການທາງດ້ານຮູບປະທຳ ແລະ ນາມມະທຳ ທີ່ໄດ້ຮັບການຮອງ ຮັບເປັນມໍລະດົກໂລກຈາກອົງການ UNESCO. ກອງປະຊຸມໄດ້ຮັບຟັງການ ແລກປ່ຽນບົດຮຽນ ແລະ ປະສົບປະ ການ ຈາກຊ່ຽວຊານ ແລະ ຕາງໜ້າ ພາກສ່ວນຕ່າງໆ. ຂ່າວ: ສະຖານທູດລາວ ທີ່ຮ່າໂນ້ຍ ຍະ 2 ປີເຄິ່ງ ມີນັກທ່ອງທ່ຽວພາຍ ໃນເກືອບ 3 ລ້ານເທື່ອຄົນ, ນັກທ່ອງ ທ່ຽວສາກົນ 2,6 ລ້ານກວ່າເທື່ອຄົນ ຫລື ເທົ່າກັບ 17% ຂອງແຜນການ (15 ລ້ານກວ່າເທື່ອຄົນ) ສາມາດ ສ້າງລາຍຮັບຈາກນັກທ່ອງທ່ຽວ ພາຍໃນ, ພາກພື້ນ ແລະ ສາກົນນວນ 631 ກວ່າລ້ານໂດລາສະຫະລັດ, ສະເລ່ຍໄລຍະການພັກເຊົາແມ່ນ 7 ວັນ/ຄົນ. ພ້ອມກັນນີ້ກໍໄດ້ປັບປຸງ, ສ້າງ ໂຄງລ່າງພື້ນຖານ ແລະ ສິ່ງອຳນວຍ ຄວາມສະດວກດ້ານການທ່ອງ ທ່ຽວ ເປັນຕົ້ນ ໄດ້ດຳເນີນການກໍ່ ສ້າງເສັ້ນທາງເບຕົງ ຢູ່ດອນເດດດອນຄອນ ເມືອງໂຂງ, ກຳລັງປັບ ກັບສະພາບຕົວຈິງ. ໃນໄລຍະ 2 ປີ ເຄິ່ງຜ່ານມາ, ກະຊວງສາທາລະນະ ສຸກ ໄດ້ມີການຫັນປ່ຽນໃໝ່ທີ່ກ້າວ ໜ້າ ແລະ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ການສະໜອງງົບປະມານ, ການພັດທະນາພື້ນຖານໂຄງລ່າງ, ການປະກອບພາຫະນະ, ອຸປະກອນ ການແພດ, ຢາປົວພະຍາດ ແລະ ອື່ນໆ ເພື່ອຮັບໃຊ້ໃຫ້ແກ່ການບໍລິ ການສຸຂະພາບໃນຂອບເຂດທົ່ວປະ ເທດ. ພ້ອມກັນນັ້ນ, ຍັງໄດ້ເອົາໃຈ ໃສ່ກໍ່ສ້າງ, ສ້ອມແປງບູລະນະຫ້ອງ ການບ່ອນເຮັດວຽກ, ບ່ອນພັກອາ ໄສ, ໂຮງຮຽນ, ໂຮງໝໍ ແລະ ອື່ນໆ ເປັນການສ້າງເງື່ອນໄຂອໍານວຍ ຄວາມສະດວກ ໃຫ້ແກ່ບຸກຄະລາ ກອນແພດໄດ້ເຄື່ອນໄຫວວຽກ ງານວິຊາສະເພາະນັບມື້ນັບດີຂຶ້ນ ເລື້ອຍໆ; ໄດ້ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ນໍາພາແນວຄິດ, ບໍາ ລຸງກໍ່ສ້າງພະນັກງານ, ຍົກລະດັບ ວິຊາສະເພາະໃຫ້ພະນັກງານວິຊາ ການເຮັດໃຫ້ຖັນແຖວພະນັກງານ ວິຊາການຂະແໜງສາທາລະນະສຸກ ໄດ້ຮັບການພັດທະນາ ແລະ ເຕີບ ໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ມີຄວາມຊໍານິຊໍາ ນານງານດ້ານວິຊາສະເພາະ ພ້ອມ ກັນນັ້ນຍັງໄດ້ຄົ້ນຄວ້າ, ປັບປຸງນິຕິ ກໍາຕ່າງໆ ໃຫ້ສອດຄ່ອງກັບການ ເຄື່ອນໄຫວວຽກງານວິຊາສະເພາະ ໃນສະພາບການໃໝ່; ການແກ້ໄຂ ຊີວິດການເປັນຢູ່ຂອງພະນັກງານລັດຖະກອນໄດ້ເອົາໃຈໃສ່ປຸກລະ ດົມ, ຊຸກຍູ້ບັນດາກົມກອງໃນການ ປູກຝັງລ້ຽງສັດ ມີນໍ້າໃຈປະຢັດມັດ ທະຍັດ ເຮັດໃຫ້ຊີວິດການເປັນຢູ່ ຂອງພະນັກງານ-ລັດຖະກອນມີຄຸນ ນະພາບດີຂຶ້ນເທື່ອລະກ້າວ; ການ ປິ່ນປົວພະຍາດ ຮັກສາສຸຂະພາບ ເປັນວຽກງານໜຶ່ງທີ່ສໍາຄັນ, ໄລຍະ ຜ່ານມາໄດ້ເອົາໃຈໃສ່ປ້ອງກັນ ແລະ ໄກ້ໄຂການແຜ່ລະບາດຂອງພະ ຍາດໂຄວິດ-19 ໄດ້ເປັນຢ່າງດີ ເຊິ່ງສາມາດຄວບຄຸມ ແລະ ເປີດປະ ເທດໄດ້. ໃນກອງປະຊຸມ, ໄດ້ດໍາເນີນການ ທາມທາບຄວາມໄວ້ ວາງໃຈຕໍ່ຄະ ນະພັກກະຊວງສາທາລະນະສຸກ, ດໍາເນີນກອງປະຊຸມກອງປະຊຸມ ກາງສະໄໝເປີດກວ້າງ ແລະ ດໍາເນີນ ຊີວິການເມືອງພາຍໃນຄະນະພັກ ກະຊວງສາທາລະນະສຸກ. ໂອກາດນີ້, ສະຫາຍ ຄໍາພັນ ພົມມະທັດ ໄດ້ມີທິດຊີ້ນໍາຕໍ່ຄະນະ ພັກກະຊວງ, ຜູ້ແທນກອງປະຊຸມຈົ່ງ ເຊີດຊູຄວາມມີນໍາໃຈ ແລະ ຄວາມ ຮັບຜິດຊອບສູງ ເຂົ້າໃນການທາບ ທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ ການນໍາພາລວມ ແລະ ບຸກຄົນໃນ ຄະນະບໍລິຫານງານພັກ. ຈຳນວນ 4 ສະບັບ; ຄົ້ນຄວ້າຕີຄວາມ ໝາຍ ແລະ ອະທິບາຍກົດໝາຍ, ນິ ຕິກຳໃຕ້ກົດໝາຍ 3 ຫົວຂໍ້; ໂຄສະ ນາເຜີຍແຜ່ກົດໝາຍຜ່ານສື່ມວນ ຊົນຂອງສ ະພາແຫ່ງຊາດ, ຊຸກຍູ້ ພາກສ່ວນທີ່ກ່ຽວຂ້ອງລົງໂຄສະ ນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດ ໝາຍ ຢູ່ບັນດາກະຊວງ, ອົງການຈຳ ນວນ 6 ພາກສ່ວນ; ປະເມີນຜົນການ ຈັດຕັ້ງປະຕິບັດກົດໝາຍຂົງເຂດ ຍຸຕິທໍາ 4 ສະບັບ ໃນຈໍານວນ 9 ແຂວງ; ໃຫ້ສັດຕະຍາບັນແກ່ສົນທິ ສັນຍາວ່າດ້ວຍການປົກປ້ອງວັດ ສະດຸນິວເຄລຍ ທາງກາຍະພາບ, ສົນທິສັນຍາວ່າດ້ວຍຊາຍແດນລະ ຫວ່າງລາວ -ກຳປູເຈຍ ເເລະ ຢັ້ງ ຢືນຮັບຊາບຂໍ້ຕົກລົງຂອງອົງການ ແຮງງານສາກົນ (ILO). ນອກຈາກນີ້ ຍັງໄດ້ຕິດຕາມ ກວດກາ ການເຄື່ອນໄຫວວຽກງານ ເຄັ່ງຮ້ອນ ຈຳນວນ 10 ຄັ້ງ ໂດຍສະ ເພາະການຈັດຕັ້ງປະຕິບັດແຜນ ພັດ ທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ, ການປະຕິບັດ ວາລະແຫ່ງຊາດ, ການຊົດເຊີຍຜົນ ກະທົບຈາກໂຄງການລົງທຶນ ແລະ ວຽກງານຮີບດ່ວນຈໍານວນໜຶ່ງ; ໄດ້ຄົ້ນຄວ້າ ແລະ ກະກຽມເນື້ອໃນ ຄຳຊັກຖາມ ສົ່ງໃຫ້ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ດຳເນີນກອງປະຊຸມຮ່ວມລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບ ຄະນະລັດຖະບານ ເພື່ອພິຈາລະນາ ເນື້ອໃນຕ່າງໆ ຈຳນວນ 7 ຫົວຂໍ້. ນອກນັ້ນ, ຍັງໄດ້ຈັດກອງປະຊຸມສໍາ ມະນາວິທະຍາສາດ ເພີ່ມທະວີ ວິທີ ການຄຸ້ມຄອງການລົງ ທຶນຂອງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນ ຈຳນວນ 7 ຫົວຂໍ້; ເກັບກຳສັງ ລວມຄຳສະເໜີຂອງປະຊາຊົນຜ່ານ ໂທລະສັບສາຍດ່ວນກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະ ພາແຫ່ງຊາດ IX ໄດ້ຈຳນວນ 655 ສາຍ; ໄດ້ພິຈາລະນາຄຳຮ້ອງຂໍ ຄວາມເປັນທຳ ແລະ ສົ່ງໃຫ້ພາກ ສ່ວນຕ່າງໆ ຈຳນວນ 304 ເລື່ອງ ເທົ່າກັບ 38,52% ຂອງຄໍາຮ້ອງ ທັງໝົດ ຈໍານວນ 789 ເລື່ອງ; ຕ້ອນ ຮັບ ແລະ ໃຫ້ຄຳປຶກສາແກ່ປະຊາ ຊົນ ໄດ້ຈຳນວນ 136 ຄັ້ງ. ສຳລັບທິດທາງແຜນການ ຮອດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ກ່ຽວກັບວຽກງານນິຕິບັນຍັດ ຈະ ຮຽບຮຽງກົດໝາຍ ຈໍານວນ 10 ສະບັບ ທີ່ຮັບຮອງເອົາຢູ່ກອງປະ ຊຸມ ຄັ້ງນີ້ ເພື່ອສາມາດອອກລັດຖະ ດໍາລັດປະກາດໃຊ້, ກະກຽມຮ່າງ ກົດໝາຍຈຳນວນ 12 ສະບັບ ທີ່ຈະ ນຳເຂົ້າພິຈາລະນາ ຢູ່ກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະ ພາແຫ່ງຊາດ ຊຸດທີ IX; ຄົ້ນຄວ້າ ແລະ ປັບປຸງກົດໝາຍຂົງເຂດສະ ພາແຫ່ງຊາດ ຈໍານວນ 4 ສະບັບ, ປະ ເມີນການຈັດຕັ້ງປະຕິບັດກົດໝາຍ ຂົງເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ 3 ສະບັບ. ພ້ອມນັ້ນ ຈະໄດ້ສຸມໃສ່ຕິດຕາມກວດກາການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2023; ຕິດຕາມກວດກາການຈັດຕັ້ງປະຕິ ບັດໜ້າທີ່ວຽກງານຂອງສານປະ ຊາຊົນສູງສຸດ, ອົງການໄອຍະການ ປະຊາຊົນສູງສຸດ; ຕິດຕາມກວດກາ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ; ຕິດຕາມກວດກາໂຄງການ ລົງທຶນຂະໜາດໃຫຍ່ ທີ່ເຫັນວ່າມີ ຄວາມຫຍຸ້ງຍາກ, ສັບສົນ ຫລື ມີຜົນ ມາຊິກສະພາແແຫ່ງຊາດ ໄດ້ສຸມໃສ່ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດ ໝາຍສະບັບດັ່ງກ່າວ ເພື່ອໃຫ້ມີເນື້ອ ໃນຄົບຖ້ວນສົມບູນ, ຖືກຕ້ອງ ແລະ ສອດຄ່ອງກັບແນວທາງທີ່ພັກ, ລັດ ວາງອອກ. ທ່ານ ສັນຕິພາບ ພົມວິຫານ ໄດ້ ລາຍງານໃຫ້ຮູ້ກ່ຽວກັບສະພາບ ຄວາມເປັນມາ ແລະ ຄວາມຈຳເປັນ ໃນການສ້າງຮ່າງກົດໝາຍວ່າດ້ວຍ ອາກອນທີ່ດິນ ເຊິ່ງການເກັບພາສີທີ່ ດິນຜ່ານມາ ໄດ້ມີນິຕິກໍາສະບັບທໍາ ອິດທີ່ໄດ້ປະກາດໃຊ້ໃນປີ 2000 ຕາມລັດຖະບັນຍັດ ວ່າດ້ວຍພາສີທີ່ ດິນສະບັບເລກທີ 03/ສປປ,ລົງ ວັນທີ 12 ສິງຫາ 2000, ແຕ່ອີງໃສ່ ສະພາບການຂະຫຍາຍຕົວທາງ ດ້ານເສດຖະກິດ-ສັງ ຄົມ, ລັດຖະ ບັນ ຍັດວ່າດ້ວຍພາສີທີ່ດິນ ໄດ້ຮັບການ ຄົ້ນຄວ້າປັບປຸງໃນປີ 2007 ເຊິ່ງ ນຳໃຊ້ມາຮອດປັດຈຸບັນລວມໄດ້ 16 ກວ່າປີ. ຜ່ານການຈັດຕັ້ງປະຕິບັດ ລັດຖະບັນຍັດສະບັບດັ່ງກ່າວເຫັນ ວ່າ ເປັນເຄື່ອງມືນິຕິກຳໜຶ່ງທີ່ສຳຄັນ ໃນການຄຸ້ມຄອງເກັບພາສີທີ່ດິນໃນ ຂອບເຂດທົ່ວປະເທດ, ເປັນແຫລ່ງ ລາຍຮັບ ເຂົ້າງົບປະມານ ແລະ ປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ. ເຖິງຢ່າງໃດກໍຕາມບົດຮຽນທີ່ຖອດ ຖອນໄດ້ໄລຍະຜ່ານມາ ໃນການນໍາ ໃຊ້ລັດຖະບັນຍັດ ວ່າດ້ວຍພາສີທີ່ ດິນເຫັນວ່າການເກັບລາຍຮັບຈາກ ພາສີທີ່ດິນແມ່ນໄດ້ຕໍ່າ, ບໍ່ສອດຄ່ອງ ກັບນິຕິກຳທີ່ໄດ້ມີການປັບປຸງໃໝ່ ແລະ ມີຄວາມຫຍຸ້ງຍາກໃນການຈັດ ຕັ້ງປະຕິບັດ. ສະນັ້ນ, ຈຶ່ງມີຄວາມຈໍາ ເປັນຕ້ອງປັບປຸງຍົກລະດັບລັດຖະ ບັນຍັດດັ່ງກ່າວ ໂດຍຄົ້ນຄວ້າສ້າງ ເປັນກົດໝາຍ ເພື່ອເປັນນິຕິກຳທີ່ ເຂັ້ມງວດ, ຮັດກຸມ ເພື່ອແກ້ໄຂບັນ ຫາຂໍ້ຄົງຄ້າງທີ່ບໍ່ສາມາດຈັດຕັ້ງ ປະຕິບັດໄດ້ໃນໄລຍະຜ່ານມາ, ທັງ ບໍ່ສອດຄ່ອງກັບລະບຽບ ແລະ ກົດ ໝາຍທີ່ກ່ຽວຂ້ອງ. ສຳລັບ ເນື້ອໃນຕົ້ນຕໍຂອງຮ່າງ ກົດໝາຍສະບັບນີ້,ໄດ້ກຳນົດການ ເກັບອາກອນທີ່ດິນ ເປັນອັດຕາແບບ ທຽບຖານບົນພື້ນຖານການຄິດໄລ່ ໂດຍເອົາເນື້ອທີ່ຕອນດິນເປັນຕາ ແມັດ ຄູນກັບລາຄາປະເມີນທີ່ຮັບ ຮອງຈາກສະພາປະຊາຊົນຂັ້ນ ແຂວງແລ້ວຄູນກັບອັດຕາແບບ ທຽບຖານ; ການຄົ້ນຄ້ວາກຳນົດອັດ ຕາອາກອນທີ່ດິນດັ່ງກ່າວ ແມ່ນເພື່ອ ໃຫ້ສອດຄ່ອງກັບຫລັກການສາ ກົນ, ລະດັບການຂະຫຍາຍຕົວທາງ ດ້ານເສດຖະກິດ ຂອງ ສປປ ລາວ (GDP). ນັບແຕ່ປີ 2007 ຮອດປັດ ຈຸບັນ, ລະດັບອັດຕາເງິນເຟີ້, ຂໍ້ມູນ ຄ່າທຳນຽມການນໍາໃຊ້ທີ່ດິນ(ພາສີ ທີ່ດິນ) ທີ່ຈ່າຍຜ່ານທະນາຄານໃນ ໄລຍະຜ່ານມາ, ລາຄາປະເມີນທີ່ດິນ ທີ່ສະພາປະຊາຊົນຂັ້ນແຂວງ, ນະ ຄອນຫລວງຮັບຮອງ ໂດຍແຍກ ປຸງເສັ້ນທາງເຂົ້າອ່າງນໍ້າງື່ມ 1 ແລະ ປັບປຸງສິ່ງອໍານວຍຄວາມສະ ດວກດ້ານການທ່ອງທ່ຽວບໍລິເວນ ໜ້າອ່າງນໍ້າງື່ມ 1, ກຳລັງປັບປຸງ ເສັ້ນທາງເບຕົງເຂົ້າເຖິງນໍ້າຕົກຕາດ ແກ້ງຍຸຍ ຄວາມຍາວ 6 ກິໂລແມັດ ແລະ ສ້າງສິ່ງອຳນວຍຄວາມສະ ດວກດ້ານການທ່ອງທ່ຽວຢູ່ບໍລິ ເວນຕາດແກ້ງຍຸຍ ເມືອງວັງວຽງ, ປັບປຸງເສັ້ນທາງວົງແຫວນເບື້ອງ ເວັນຕົກຂອງສາຍນໍ້າຊອງຍາວ 26 ກິໂລແມັດ ເປັນທາງປູຢາງ 2 ຊັ້ນ, ສ້າງຂົວຂ້າມນ້ຳຊອງ ຍາວ 80 ແມັດ, ກວ້າງ 11 ແມັດ, ກຳລັງປັບ ປຸງສະໜາມເກັບມ້ຽນຂີ້ເຫຍື້ອ ເມືອງວັງວຽງ ແຂວງວຽງຈັນ, ສ່ວນໂຄງລ່າງພື້ນຖານ ແລະ ສິ່ງ ອຳນວຍຄວາມສະດວກດ້ານການ ທ່ອງທ່ຽວ ເຊິ່ງຄາດວ່າຈະສໍາເລັດ ໃນທ້າຍປີ 2023 ນີ້ ໂດຍໄດ້ຮັບການ ສະໜັບສະໜູນຈາກໂຄງການພັດ ທະນາໂຄງລ່າງພື້ນຖານ ເພື່ອສົ່ງ ເສີມການທ່ອງທ່ຽວໄລຍະ 2 ຈາກທະນາຄານພັດທະນາອາຊີ;ໄດ້ ສຳເລັດການສ້າງແຜນຟື້ນຟູການ ທ່ອງທ່ຽວໄລຍະການແພ່ລະບາດ ຂອງພະຍາດໂຄວິດ-19 ສຳລັບປີ 2021-2025, ແຜນພັດທະນາ ການທ່ອງທ່ຽວເມືອງເຟືອງ ສຳລັບ ປີ 2023-2030, ແຜນຕ້ອນຮັບນັກ ທ່ອງທ່ຽວ, ບົດຄົ້ນຄວ້າການທ່ອງ ທ່ຽວແບບກະສິກຳ ຂອງ ສປປ ລາວ ແລະ ສຳເລັດການຮ່າງປຶ້ມບັນຊີ ແຫລ່ງທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມ ແລະ ເຮືອນພັກແຮມ ຂອງ ສປປ ລາວ ແລະ ດຳເນີນການ ປັບປຸງແຜນແມ່ບົດພັດທະນາ ແລະ ຄຸ້ມຄອງຕົວເມືອງທ່ອງທ່ຽວເມືອງ ວັງວຽງ ແຂວງວຽງຈັນ ປີ 20232033; ສໍາເລັດການສ້າງເຄື່ອງ ມືໂຄສະນາການທ່ອງທ່ຽວໃນຮູບ ແບບຕ່າງໆຄື: ແຜ່ນພັບ, QR Code ທີ່ບັນຈຸຂໍ້ມູນ, ຮູບພາບແຫລ່ງທ່ອງ ທ່ຽວໃນການໂຄສະນາການທ່ອງ ທ່ຽວລາວ, ວິດີໂອໂຄສະນາການ ທ່ອງທ່ຽວລາວຄວາມຍາວ 3 ນາທີ ແລະ 5 ນາທີ, ປຶ້ມແນະນຳການນຳ ໃຊ້ເຄື່ອງໝາຍສັນຍະລັກການ ທ່ອງທ່ຽວລາວ ແລະ ປຶ້ມມາດຕະ ຖານສູນຂໍ້ມູນຂ່າວສານການທ່ອງ ທ່ຽວລາວ ເພື່ອສະໜອງໃຫ້ແກ່ນັກ ທ່ອງທ່ຽວ ແລະ ຜູ້ທີ່ສົນໃຈທົ່ວໄປ; ສຳເລັດມອບ-ຮັບອຸປະກອນໂຄງ ການປະກອບວັດຖຸອຸປະກອນເຕັກ ນິກ ດ້ານການສະໜອງຂໍ້ມູນຂ່າວ ສານຈຸດເຊື່ອມຕໍ່ ແລະ ດ່ານສາກົນ ໃຫ້ 17 ແຂວງ ແລະ ນະຄອນຫລວງ ວຽງຈັນ; ສຳເລັດແຜນການຕະ ຫລາດການທ່ອງທ່ຽວ ປະຈຳປີ 2022-2023 ເພື່ອຟື້ນຟູການທ່ອງ ທ່ຽວຈາກການແພ່ລະບາດຂອງ ພະຍາດໂຄວິດ-19, ສ້າງປຶ້ມມາດ ຕະຖານຂໍ້ມູນຂ່າວສານການທ່ອງ ທ່ຽວຂອງ ສປປ ລາວ; ສໍາເລັດ ການລົງເຄື່ອນໄຫວເກັບກຳຂໍ້ມູນ ສຶກສາ-ວິໄຈການຕະຫລາດທ່ອງ ທ່ຽວພາຍໃນ ເພື່ອສົ່ງເສີມລາວທ່ຽວ ລາວທີ່ແຂວງອຸດົມໄຊ, ຫລວງນ້ຳ ທາ ແລະ ແຂວງ ບໍ່ແກ້ວ. ພ້ອມກັນນີ້, ໄດ້ເຂົ້າຮ່ວມງານວາງສະແດງ ທ່ອງທ່ຽວບັນດາປະເທດໃກ້ຄຽງ ແລະ ປະເທດສະມາຊິກອາຊຽນ 7 ຄັ້ງ ແລະ ເຂົ້າຮ່ວມມງານເທສະການ ພາຍໃນຢູ່ແຂວງຕ່າງໆໃນຂອບເຂດ ທົ່ວປະເທດ; ສຳເລັດຈັດສຳມະນາ ກ່ຽວກັບວຽກງານໂຄສະນາ ແລະ ແລະ ກຽມຮ່າງປຶ້ມຄູ່ມືກ່ຽວກັບການ ຕິດຕາມກວດກາ ແລະ ການນໍາໃຊ້ 7 ມາດຕະການສະກັດກັ້ນ ໂດຍສະ ເພາະແມ່ນການຈັບຕົວ, ກັກຕົວ ແລະ ກັກຂັງພາງຄາດວ່າ ຈະໃຫ້ ສຳເລັດໃນທ້າຍປີ 2023 ນີ້ ແລະ ຈະເລີ່ມເຜີຍແຜ່ໃນຕົ້ນປີ 2024. ພ້ອມດຽວກັນນີ້, ຍັງຈັດຝຶກອົບຮົມ ຮ່ວມກັນ ລະຫວ່າງໄອຍະການປະ ຊາຊົນ ແລະ ອົງການສືບສວນ- ສອບສວນ ເພື່ອສ້າງຄວາມເຂັ້ມ ແຂງ ແລະ ຄວາມເປັນເອກະພາບ ໃນ ການຕິດຕາມກວດກາ ແລະ ການ ນຳໃຊ້ 7 ມາດຕະການສະກັດກັ້ນ ໂດຍໃຫ້ຕິດພັນກັບການປະເມີນ ຜົນການຈັດຕັ້ງປະຕິບັດກົດໝາຍ. ພ້ອມນັ້ນ ຍັງຈະຕ້ອງໄດ້ປັບປຸງ ເນື້ອໃນບາງມາດຕາ ຂອງກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະຕ້ອງໄດ້ກຳນົດລະ ອຽດ ກ່ຽວກັບກົນໄກການປະສານ ສົມທົບ ແລະ ກົນໄກການລາຍງານ ໃນການນໍາໃຊ້ 7 ມາດຕະການສະ ກັດກັ້ນ. ຜ່ານການຈັດຕັ້ງປະຕິບັດວຽກ ງານຕົວຈິງ ກໍບໍ່ສາມາດປາສະຈາກ ໄດ້ດ້ານອ່ອນ-ຂໍ້ຄົງຄ້າງ ເຊິ່ງນັບ ທັງຢູ່ຂັ້ນຕອນ ຂອງເຈົ້າໜ້າທີ່ສືບ ສວນ-ສອບສວນ ແລະ ພະນັກງານ ໄອຍະການ ເປັນຕົ້ນ ອອກຄຳສັ່ງກັກ ຂັງພາງໄປແລ້ວແຕ່ຂາດການຕິດ ຕາມກວດກາຄືນ ໂດຍທຳມະດາ ແລ້ວ ສັ່ງກັກຂັງພາງຕໍ່ໄດ້ເທື່ອລະ 2 ຫລື 3 ເດືອນ ແລະ ບໍ່ໃຫ້ເກີນ 6 ເດືອນ ຫລື 1 ປີ ຕາມແຕ່ລະສະຖານ ການກະທໍາຜິດຍ້ອນພວກເຮົາຂາດ ຄວາມເຂັ້ມງວດ ພາໃຫ້ມີການກັກ ຂັງເກີນກໍານົດ ເຮັດໃຫ້ສັງຄົມມີ ຫາງສຽງຈົ່ມວ່າ ຫລື ບາງກໍລະນີ ສັງຄົມມັກຕັ້ງຄຳຖາມ ຫລື ປະເດັນ ຂຶ້ນຕໍ່ເຈົ້າໜ້າທີ່. ຂ່າວ: ທະນູທອງ ອອກເປັນ 4 ປະເພດຖະໜົນຄື: ຖະ ໜົນສາຍຫລັກ, ຖະໜົນເຊື່ອມຕໍ່, ຖະໜົນສາຍແຍກ ແລະ ຖະໜົນດັ້ງ ເດີມ ແນໃສ່ເຮັດໃຫ້ການກັບອາ ກອນທີ່ດິນມີຄວາມສະເໝີພາບຂຶ້ນ ກວ່າເກົ່າ, ຮັບປະກັນການເກັບໃຫ້ມີ ຄວາມໂປ່ງໄສ, ຍຸຕິທຳ, ມີປະສິດທິ ຜົນ ແລະ ສາມາດກວດສອບໄດ້. ທ່ານລັດຖະມົນຕີກະຊວງການ ເງິນ ຍັງໃຫ້ຮູ້ອີກວ່າ: ຜົນໄດ້ຮັບຈາກ ການສ້າງຮ່າງກົດໝາຍວ່າດ້ວຍອາ ກອນທີ່ດິນ ເມື່ອຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະໄດ້ຮັບຜົນປະ ໂຫຍດຫລາຍຢ່າງ ເຊັ່ນ: ມີນິຕິກຳ ເປັນບ່ອນອີງທີ່ໜັກແໜ້ນ, ຈະແຈ້ງ ແລະ ຮັດກຸມຂຶ້ນຕື່ມໃນການເກັບ ອາກອນທີ່ດິນ ແລະ ແກ້ໄຂບັນຫາຂໍ້ ຄົງຄ້າງຕົ້ນຕໍ ທີ່ໄດ້ຍົກຂຶ້ນໃນການ ລາຍງານຂ້າງເທິງ; ເປົ້າໝາຍການ ເກັບອາກອນທີ່ດິນມີຄວາມຊັດເຈນ ຂຶ້ນຫລາຍກວ່າເກົ່າ ໂດຍອີງຕາມ ໃບຕາດິນ ຫລື ເອກະສານຢັ້ງຢືນ ສິດນຳໃຊ້ທີ່ດິນ; ການເກັບອາກອນ ທີ່ດິນມີຄວາມຍຸຕິທຳຂຶ້ນ ໂດຍນໍາໃຊ້ ອັດຕາແບບທຽບຖານ ແລະ ລາຄາ ປະເມີນທີ່ດິນ ເປັນອົງປະກອບພື້ນ ຖານ ໃນການຄິດໄລ່ເກັບອາກອນ; ຊ່ວຍໃນການແກ້ໄຂບັນຫາການ ຈັບຈອງ ຫລື ບຸກລຸກທີ່ດິນບໍ່ຖືກຕ້ອງ ໃຫ້ໄດ້ເສຍອາກອນທີ່ດິນ ແລະ ຖືກດຳເນີນມາດຕະການຕາມກົດ ໝາຍກຳນົດ; ພ້ອມທັງຈະໄດ້ລາຍ ຮັບອາກອນທີ່ດິນເພີ່ມຂຶ້ນ ແລະ ການ ເກັບອາກອນທີ່ດິນ ຈະສອດຄ່ອງ ກັບລະດັບການຂະຫຍາຍຕົວທາງ ດ້ານເສດຖະກິດ-ສັງຄົມ ໃນແຕ່ ລະໄລຍະເຖິງແມ່ນວ່າອັດຕາອາ ກອນບໍ່ມີການປ່ຽນແປງແຕ່ການ ເກັບລາຍຮັບຈະໄດ້ເພີ່ມຂຶ້ນຕາມລະ ດັບ ຂອງການຂະຫຍາຍຕົວທາງ ດ້ານເສດຖະກິດ (ໂດຍອີງໃສ່ລາ ຄາທີ່ມີການປະເມີນທຸກໆ 3 ປີ ຕາມກົດໝາຍວ່າດ້ວຍທີ່ດິນ); ຫັນ ການຄຸ້ມຄອງຈັດເກັບອາກອນທີ່ ດິນ ເປັນລະບົບທີ່ທັນສະໄໝໃຫ້ມີ ຄວາມສະດວກ, ໂປ່ງໄສ ແລະ ສາ ມາດກວດສອບໄດ້; ພັດທະນາລະ ບົບ IT ເຊິ່ງປະກອບມີ ເລກລະຫັດ, ລະບົບຄິດໄລ່ ແລະ ການຊຳລະສະ ສາງຜ່ານຫລາຍຮູບແບບ ເພື່ອອຳ ນວຍຄວາມສະດວກ ໃຫ້ຜູ້ເສຍອາ ກອນທີ່ດິນ ແລະ ຜູ້ມອບອາກອນ ທີ່ດິນ ໄດ້ເຂົ້າເຖິງຂໍ້ມູນ ເພື່ອການ ມອບ ແລະ ຕິດຕາມຜູ້ທີ່ຍັງບໍ່ທັນ ເສຍອາກອນທີ່ດິນໄດ້. ຂ່າວ: ກິດຕາ, ພາບ: ອ່າຍຄຳ ກະທົບຢ່າງຫລວງຫລາຍຕໍ່ການ ພັດທະນາເສດຖະກິດ-ສັງຄົມ ແລະ ຕໍ່ການທຳມາຫາກິນ ຂອງປະຊາຊົນ ແລະ ພິຈາລະນາຄຳຮ້ອງຂໍຄວາມ ເປັນທຳຂອງປະຊາຊົນໃຫ້ໄດ້ 80% ຂຶ້ນໄປ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ສົ່ງເສີມການທ່ອງທ່ຽວພາຍໃນ ເພື່ອດຶງດູດນັກທ່ອງທ່ຽວຕະຫລາດ ເປົ້າໝາຍ. ນອກຈາກນີ້, ໄດ້ສຳເລັດການ ສ້າງບຸກຄະລາກອນ ເປັນຜູ້ປະເມີນ ມາດຕະຖານ LaoSafe ຈຳນວນ ທັງໝົດ 15 ທ່ານ ແລະ ສໍາເລັດ ການປະເມີນ, ອອກໃບຢັ້ງຢືນມາດ ຕະຖານ LaoSafe ໃຫ້ແກ່ພາກ ທຸລະກິດທີ່ຕິດພັນກັບການທ່ອງ ທ່ຽວທັງໝົດ 1.140 ພາກສ່ວນ. ໃນນີ້, ຂະແໜງໂຮງແຮມມີ 107 ແຫ່ງ, ຮ້ານອາຫານ ແລະ ເຄື່ອງດື່ມ ມີ 106 ແຫ່ງ, ພະນັກງານນໍາທ່ຽວ 670 ທ່ານ, ພະນັກງານຂັບລົດ 255 ທ່ານ ແລະ ສາຍການບິນ 2 ແຫ່ງ (ສາຍການບິນລາວ ແລະ ສາຍການບິນລາວເດີນອາກາດ); ສຳເລັດການລົງປະເມີນ ແລະ ຢັ້ງ ຢືນມາດຕະຖານ LaoSafe ໃຫ້ ແກ່ຫົວໜ່ວຍທຸລະກິດບໍລິການໃນ ຂະແໜງການທ່ອງທ່ຽວ 767 ຫົວ ໜ່ວຍ. ໃນນັ້ນ, ໄດ້ຮັບການຢັ້ງຢືນ ມາດຕະຖານ (LaoSafe) ແລ້ວ 594 ຫົວໜ່ວຍ; ສຳເລັດການຝຶກ ອົບຮົມຄູຝຶກ ແລະ ຄູປະເມີນຜົນ ມາດຕະຖານ LaoSafe ຈຳນວນ 21 ທ່ານ, ໄດ້ສຳເລັດຜົນການ ສຳຫລວດການຈ້າງງານ ແລະ ທັກ ສະສີມືແຮງງານ ໃນວິສາຫະກິດ ການທ່ອງທ່ຽວ ແລະ ໂຮງແຮມຢູ່ ສປປ ລາວ. ຂ່າວ: ມະນີທອນ, ພາບ: ເກດສະໜາ ປຶກສາຫາລືແກ້ໄຂບັນຫາຕ່າງໆ ທີ່ເປັນຂໍ້ຄົງຄ້າງ ໂດຍສະເພາະການ ຄົ້ນຄວ້າປຶກສາຫາລືກັນລະອຽດ
xtgmf]k; 3 07/07/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສຸພາສະຫວັນ ບົດສະເໜີ ໂດຍ: ພຸດທະສອນ ]afdeoqf 9 ,kf8tdko cdhw0ltrk[xt]tdkoIPo c0;'g-dv' gvqk.9.lj75h,7v'05f7Qow,h c]t g7nvj 'xkj 0v'f'q .og0fdl+ kh 'roN 4ko37']kj ' ll- c0;'[=jcdh; pqdl6'[qf[kf cdhw0[aoskmujlqj'zqodtmq[8+xt-k-qo * ທ່ານ ຈອມສີ ລັດຕະນະປັນ ປະ ທານຄະນະສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ໃຫ້ສໍາພາດ ໃນໂອກາດເຂົ້າຮ່ວມ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ ກໍາລັງດໍາເນີນຢູ່ນີ້ວ່າ: ໃນໄລຍະຜ່ານ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ແຂວງບໍ່ແກ້ວ ພວກເຮົາ ໄດ້ເອົາໃຈໃສ່ຍົກສູງປະສິດທິພາບໃນ ການຈັດຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ສູງຂຶ້ນ, ໂດຍສະເພາະແມ່ນ ການປັບປຸງບັນດາພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະກົງຈັກການ ຈັດຕັ້ງພາຍໃນສະພາປະ ຊາຊົນແຂວງ ໃຫ້ຄົບຖ້ວນ, ຈະແຈ້ງຊັດເຈນ ແລະ ສອດຄ່ອງກັບກົດໝາຍ, ສະພາບຕົວ ຈິງຂອງທ້ອງຖິ່ນຕົນ ເພື່ອເປັນບ່ອນ ອີງ ແລະ ເປັນເຄື່ອງມືທີ່ສໍາຄັນໃຫ້ ແກ່ການເຄື່ອນໄຫວວຽກງານສະພາ ປະຊາຊົນແຂວງໃຫ້ມີຄວາມເຂັ້ມແຂງ ແລະ ຜ່ານການການດໍາເນີນກອງປະ ຊຸມສະໄໝສາມັນ ເທື່ອທີ 4 ຂອງ ສະ ພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ II ຜ່ານມາ ແມ່ນໄດ້ນໍາເອົາບັນຫາຕ່າງໆ ເຂົ້າມາຄົ້ນຄວ້າ, ພິຈາລະນາໄດ້ທັງ ໝົດ 22 ບັນຫາ ແລະ ກອງປະຊຸມໄດ້ ພິຈາລະນາ, ຮັບຮອງອອກເປັນມະຕິ ກອງປະຊຸມໄດ້ 13 ສະບັບ. ໃນນີ້, ມີຂໍ້ ຕົກລົງຂອງທ່ານເຈົ້າແຂວງ (ສະບັບ ສ້າງໃໝ່) ຈໍານວນ 3 ສະບັບ ຄື: ຂໍ້ຕົກ ລົງວ່າດ້ວຍການສ້າງ ເມືອງຫ້ວຍຊາຍ ສະອາດ; ຂໍ້ຕົກລົງວ່າດ້ວຍກອງທຶນ ສົ່ງເສີມ ແລະ ພັດທະນາວຽກງານ ກິລາ-ກາຍະກໍາແຂວງ ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ປະຕິບັດ ມາດຕະການຕໍ່ຜູ້ລະເມີດລະບຽບກົດ ໝາຍ ໃນຂົງເຂດກະສິກໍາ-ປ່າໄມ້. ຄຽງ * ທ່ານ ຄໍາພັນ ພະສະແຫວງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຍົກໃຫ້ເຫັນການ ຄຸ້ມຄອງການຂຸດຄົ້ນໄມ້ ແລະ ເຄື່ອງ ປ່າຂອງດົງໃນເຂດກໍ່ສ້າງພື້ນຖານ ໂຄງລ່າງໃນກອງປະຊຸມກອງປະ ຊຸມສະຫລຸບຕີລາຄາການຈັດຕັ້ງ * ໃນໂອກາດຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ໃນ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນມາດຕະ ການແກ້ໄຂສະພາບປະລະການຮຽນ ຂອງນັກຮຽນວ່າ: ໂດຍອີງໃສ່ຜົນການ ສຶກສາຮ່ວມກັບຄູ່ຮ່ວມພັດທະນາ ທີ່ໄດ້ ພິມເຜີຍແຜ່ໃນປີ 2022 ແລະ ຜົນການ ປະເມີນຮ່ວມກັບຄູ່ຮ່ວມພັດທະນາ ໃນ ຕົ້ນປີ 2023, ໄດ້ຍົກໃຫ້ເຫັນສາເຫດ ທີ່ເຮັດໃຫ້ນັກຮຽນປະລະການຮຽນ ປະກອບມີທັງປັດໄຈບຸກຄົນ, ປັດໄຈ ພາຍໃນສະຖານການສຶກສາ ແລະ ປັດໄຈທາງດ້ານເສດຖະກິດ- ສັງຄົມ ຕ່າງໆ, ມີບາງເຂດ, ບາງບ້ານໂຮງ ຮຽນຕັ້ງຢູ່ໄກບ້ານ, ໂຮງຮຽນມັດທະ ຍົມບໍ່ມີຫໍພັກ ໃຫ້ນັກຮຽນທີ່ຢູ່ບ້ານໄກ ແລະ ອື່ນໆ. ຜົນການສຳຫລວດຍັງຍົກໃຫ້ເຫັນ ວ່າ: ການປະລະການຮຽນ ແລະ ການ ຮຽນບໍ່ຈົບຂອງນັກຮຽນສ່ວນຫລາຍ ແມ່ນຢູ່ໃນເຂດຊົນນະບົດ ໂດຍສະ ເພາະພາຍຫລັງການລະບາດ ຂອງພະ ຍາດໂຄວິດ-19 ແລະ ຜົນກະທົບທາງ ດ້ານເສດຖະກິດ-ການເງິນ ເຮັດໃຫ້ພໍ່ ແມ່ຜູ້ປົກຄອງມີຄວາມສາມາດສົ່ງລູກ ໄປຮຽນຫລຸດລົງ, ການສະໜອງການ ສຶກສາໃຫ້ແກ່ເດັກນ້ອຍໃນເກນອາຍຸ ເຂົ້າຮຽນ ໃນແຕ່ລະລະດັບ ແມ່ນໄດ້ພົບ ກັບອຸປະສັກ ເນື່ອງຈາກງົບປະມານ ລົງທຶນໃສ່ຂະແໜງການຫລຸດລົງ, ບັນຫາການຂາດຄູ, ສະພາບການເຂົ້າ ຮຽນໃນແຕ່ລະຊັ້ນຫລຸດລົງ ແລະ ການ ປະລະການຮຽນຂອງນັກຮຽນເພີ່ມ ຂຶ້ນໃນຊັ້ນປະຖົມສຶກສາ ແມ່ນເກີດຂຶ້ນ ນັບແຕ່ປີ 2021 ເປັນຕົ້ນມາ, ໃນຂະ ນະທີ່ການປະລະການຮຽນຂອງນັກ ຮຽນຊັ້ນມັດທະຍົມສຶກສາ ແມ່ນມີລັກ ສະນະສູງຂຶ້ນ ນັບແຕ່ປີ 2017. ເພື່ອແກ້ໄຂສະພາບການດັ່ງກ່າວ ລັດໄດ້ກຳນົດ 9 ມາດຕະການແກ້ໄຂ ດັ່ງນີ້: (1)ຈະໄດ້ເລັ່ງໃສ່ສ້າງກົດໝາຍ ວ່າດ້ວຍສາມັນສຶກສາ ໂດຍລະບຸຈະ ຄູ່ກັນນັ້ນ, ກໍ່ໄດ້ເອົາໃຈໃສ່ ຕິດຕາມການ ປະຕິບັດການລົງຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດ ຢູ່ 3 ເມືອງເປົ້າໝາຍ (ເມືອງຕົ້ນເຜີ້ງ, ເມືອງເມິງ ແລະ ເມືອງ ຜາອຸດົມ ) ເຊິ່ງເຫັນໄດ້ວ່າການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ ມີຄວາມ ຄືບໜ້າຫລາຍເປັນຕົ້ນ: ສາມາດແກ້ໄຂ ໜີ້ສິນພາຍໃນໄດ້ຈໍານວນໜື່ງຕາມ ແຜນອະນຸມັດ, ສາມາດຂຶ້ນທະບຽນຄຸ້ມ ຄອງຫົວໜ່ວຍວິສາຫະກິດ ທົ່ວແຂວງ ໄດ້ຈໍານວນ 1.955 ຫົວໜ່ວຍ, ການຂະ ຫຍາຍລະບົບຄຸ້ມຄອງເກັບລາຍຮັບ ສ່ວຍສາອາກອນແບບ (TaxRis) ໃຫ້ເມືອງຫ້ວຍຊາຍ, ເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫລ່ຽມ ຄໍາ, ການສົ່ງອອກສິນຄ້າທຽບໃສ່ແຜນ ປີປະຕິບັດໄດ້ລື່ນແຜນ 17,47% ແລະ ສາມາດມ້າງລາຍຄະດີຢາເສບຕິດໄດ້ ທັງໝົດ 115 ເລື່ອງ, ມີຜູ້ຖືກຫາ 150 ຄົນ, ຄົນຕ່າງປະເທດ 11 ຄົນ, ຂອງ ກາງທີ່ຢຶດໄດ້ ມີຢາບ້າ 13 ລ້ານກວ່າ ເມັດ, ຢາໄອ໋ 699 ຫໍ່, ເຮໂລອິນ 400 ແທ່ງ, ເຄຕາມີນ 391 ຫໍ່, ລົດໃຫຍ່ 6 ຄັນ, ລົດຈັກ 8 ຄັນ ແລະ ປະເພດອາ ວຸດ ຈໍານວນໜຶ່ງ. ນອກນີ້ຍັງໃຫ້ຄຳປຶກ ສາທາງດ້ານກົດໝາຍ ໃຫ້ແກ່ພົນລະ ເມືອງໄດ້ 81 ຄັ້ງ, ມີ 137 ເທື່ອຄົນ, ຄົ້ນ ຄວ້າ ແລະ ແກ້ໄຂຄໍາສະເໜີ, ຄໍາຮ້ອງ ຂໍຄວາມເປັນທຳຂອງພົນລະເມືອງ ໄດ້ທັງໝົດ 61 ເລື່ອງ ໃນນັ້ນ, ໄດ້ຮັບ ການແກ້ໄຂ 54 ເລື່ອງ, ພວມສືບຕໍ່ແກ້ ໄຂ 7 ເລື່ອງ. ອັນພົ້ນເດັ່ນ ໄດ້ເອົາໃຈໃສ່ ການຊຸກຍູ້ຂະບວນການຜະລິດພາຍໃນ ທົດແທນການນໍາເຂົ້າ ແລະ ເພື່ອສົ່ງ ອອກ, ການແກ້ໄຂບັນຫາການຄ້າຂາຍ ເຖື່ອນ ແລະ ລັກລອບໜີພາສີນໍາເຂົ້າ. ສ່ວນບັນຫາສະພາບພົ້ນເດັ່ນພາຍໃນ ແຂວງ ກໍແມ່ນການຄຸ້ມຄອງນໍາໃຊ້ເງິນ ຕາຕ່າງປະເທດ ແລະ ການສົ່ງເສີມການ ນໍາໃຊ້ເງິນກີບຕິດພັນກັບການສ້າງສະ ຕິຕໍ່ກົດໝາຍ, ການປະກອບສ່ວນຂອງ ສັງຄົມ ໃນການປະຢັດ, ຕ້ານການຟຸມ ເຟືອຍຍັງບໍ່ທັນເຮັດໄດ້ດີ ແລະ ເດັດ ຂາດ. ບັນຫາລະບົບພື້ນຖານໂຄງລ່າງ ເສັັ້ນທາງຄົມມະນາຄົມ-ຂົນສົ່ງ ຈາກ ແຂວງ ຫາ ເມືອງ (ປາກທາ, ຜາອຸດົມ ແລະ ເມືອງເມິງ ) ຍັງບໍ່ທັນສະດວກດີ ທີີ່ ຈະເປັນເງືີ່ອນໄຂເອື້ອອໍານວຍຄວາມ ສະດວກໃນການຂົນສົ່ງສີນຄ້າ-ໂດຍ ສານ, ການທ່ອງທ່ຽວ, ດຶງດູດດ້ານ ການຄ້າ ແລະ ການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ບັນຫາການຈັດສັນ ພູມລໍາເນົາ, ຈັດສັນອາຊີບ, ການພັດ ທະນາສີມືແຮງງານພາຍໃນ ຍັງເຮັດ ແບບລວມໆ ບໍ່ມີຈຸດສຸມບັນຫາເລົ່ານີ້ ແມ່ນສົ່ງຜົນກະທົບ ຕໍ່ການດໍາລົງຊີ ວິດ, ແນວຄິດຈິດໃຈ ຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນ ເປັນຕົ້ນ: ຄ່າຄອງຊີບ, ຄ່າໄຟຟ້າ, ຄ່າ ນໍ້າປະປາ, ນໍ້າມັນເຊື້ອໄຟຖີບຕົວສູງ ຂຶ້ນ ແຕ່ຄ່າເງິນກີບພັດອ່ອນຄ່າລົງຈິ່ງ ຮຽກຮ້ອງໃຫ້ພັກ-ລັດ ການຈັດຕັ້ງແຕ່ ລະຂັ້ນຕ້ອງໄດ້ຮີບຮ້ອນຊອກວິທີແກ້ ໄຂ ຢ່າງເປັນລະບົບ ແລະ ທັນເວລາ. ແນວໃດກໍຕາມ, ວິທີແກ້ໄຂໃນຕໍ່ ຫນ້ານີ້, ກ່ອນອື່ນໝົດ ຕ້ອງເລີ່ມຈາກ ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ຖືສໍາຄັນ, ຊີ້ນໍາໂດຍກົງ ແລະ ລົງເລິກ ເຮັດວຽກງານການເມືອງ-ແນວຄິດ ເປັນປົກກະຕິ, ຕໍ່ເນື່ອງ, ບູລະນະລະ ບົບອໍານາດລັດ ຕາມທິດສ້າງລັດປົກ ຄອງດ້ວຍກົດໝາຍໃຫ້ມີປະສິດທິພາບ, ສັກສິດ ຕິດພັນກັບການເສີມຂະຫຍາຍ ສິດເປັນເຈົ້າ ແລະ ມີສ່ວນຮ່ວມຂອງ ປະ ຊາຊົນ, ການປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ ແລະ ເສີມຂະຫຍາຍ ກໍາລັງແຮງຂອງພາກສ່ວນເສດຖະກິດ ແລະ ກໍາລັງແຮງສັງຄົມ ເຂົ້າໃສ່ການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງ ຊາດ ໃຫ້ແຂງແຮງ ພ້ອມທັງເປັນເຈົ້າ ການພົວພັນຮ່ວມມືກັບຕ່າງປະເທດໃນ ແຕ່ລະດ້ານ ເພື່ອຊຸກຍູ້ການເຊື່ອມໂຍງ ແລະ ເຊື່ອມຈອດ ໃນການພັດທະນາ, ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ ເພື່ອຍົກສູງຄຸນນະພາບຊີວິດການເປັນ ຢູ່ຂອງທົ່ວສັງຄົມໃຫ້ດີຂຶ້ນ ແລະ ຢືນ ຍົງ. ສໍາລັບສະພາປະຊາຊົນແຂວງ ພວກເຮົາແມ່ນຈະສືບຕໍ່ສຸມໃສ່ຄົ້ນ ຄວ້າ, ປຶກສາຫາລືບັນຫາສໍາຄັນພື້ນ ຖານຂອງແຂວງ ຮ່ວມກັບອົງການປົກ ຄອງແຂວງ ກໍານົດເນື້ອໃນທີ່ຈະນໍາ ເຂົ້າລາຍງານຕໍ່ກອງປະຊຸມສະໄໝ ສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ II ໃຫ້ລະອຽດຖີ່ ຖ້ວນ ສາມາດສ່ອງແສງ ແລະ ຕອບບັນ ຫາຕໍ່ຄວາມຮຽກຮ້ອງຕ້ອງການໃນ ການພັດທະນາ, ການແກ້ໄຂຊີວິດການ ເປັນຂອງສັງຄົມ ໃຫ້ແທດເໝາະກັບສະ ພາບຕົວຈິງໃນໄລຍະໃໝ່. ປະຕິບັດວຽກງານດັ່ງກ່າວເມື່ອບໍ່ ດົນນີ້ວ່າ: ການຄຸ້ມຄອງການຂຸດຄົ້ນ ໄມ້ໃນເຂດກໍ່ສ້າງພື້ນຖານໂຄງລ່າງ ຂອງແຂວງ ແມ່ນມີຄະນະຄຸ້ມຄອງ ສະເພາະ ຊຶ່ງເຮັດໜ້າທີ່ເປັນເສ ບັດໄດ້ 306 ທ່ອນ ບໍລິມາດ 617 ກວ່າແມັດກ້ອນ ເທົ່າກັບ 99,70% ຂອງແຜນການ; ຂຸດຄົ້ນໄມ້ແລວ ທາງເຂດໂຄງການກໍ່ສ້າງທາງ ລຽບຊາຍແດນລາວ-ຫວຽດນາມ ແຂວງເຊກອງໄລຍະທີ I ຊ່ວງທີ 2 ຄວາມຍາວ 55 ກິໂລແມັດ ປະຕິບັດ ໄດ້ 358 ທ່ອນ ບໍລິມາດໄມ້ 985 ກວ່າແມັດກ້ອນ ເທົ່າກັບ 9,50%; ຂຸດຄົ້ນໄມ້ອອກຈາກເຂດນໍ້າຈະ ຖ້ວມ, ເຂດກໍ່ສ້າງເຂື່ອນໄຟຟ້າ ຫ້ວຍລະແງ ແລະ ແລວສາຍສົ່ງໄຟ ຟ້າຫ້ວຍລະແງ ປະຕິບັດໄດ້ 508 ທ່ອນ ບໍລິມາດ 1.333 ກວ່າແມັດ ກ້ອນ ເທົ່າກັບ 99,58%; ຂຸດຄົ້ນ ໄມ້ອອກຈາກເຂດຍົກຍ້າຍຈັດສັນ ບ້ານປາກໄຊ, ບ້ານຖໍ້າເດັ້ງ ແລະ ເຂດຂຸດຄົ້ນຖ່ານຫີນຂອງໂຄງການ ໄຟຟ້າຄວາມຮ້ອນເມືອງກະລືມ ປະຕິບັດໄດ້ 1.170 ທ່ອນ ບໍລິມາດ 2.390 ກວ່າແມັດກ້ອນ ເທົ່າກັບ 66,23% ແລະ ຂຸດຄົ້ນໄມ້ອອກ ຈາກເຂດໂຄງການກໍ່ສ້າງເຂື່ອນໄຟ ຟ້ານໍ້າບີ 1, ນໍ້າບີ 2 ແລະ ນໍ້າບີ 3 ຢູ່ເມືອງດາກຈຶງ ແຂວງເຊກອງ (ໄມ້ເກັບເລັມ) ປະເພດໄມ້ເນື້ອ ແຂງ ແລະ ໄມ້ຄຸ້ມຄອງປະຕິບັດ ໄດ້ 1.549 ຕັບ/ທ່ອນ ບໍລິມາດ 89,599 ແມັດກ້ອນ ເທົ່າກັບ 20,62% ຂອງແຜນການ. ພ້ອມ ນີ້, ຍັງໄດ້ເກັບກູ້ເຄື່ອງປ່າຂອງດົງ (ການກີດຢາງແປກ) ໃນເຂດກໍ່ ສ້າງເຂື່ອນໄຟຟ້ານໍ້າບີໃນເນື້ອທີ່ 760 ເຮັກຕາ. ໃນນີ້, ເຂດກໍ່ສ້າງ ເຂື່ອນ ແລະ ແລວສາຍສົ່ງເນື້ອທີ່ 310 ເຮັກຕາໄດ້ 14 ໂຕນ ແລະ ເຂດນໍ້າຖ້ວມຂອງໂຄງການ ເນື້ອທີ່ 450 ເຮັກຕາໄດ້ 11 ໂຕນ. ນາທິການໃຫ້ການນໍາຂອງແຂວງ ແລະ ການນຳຂອງກະຊວງ ເພື່ອ ປະສານສົມທົບກັບພາກສ່ວນກ່ຽວ ຂ້ອງໃນການຄຸ້ມຄອງຂຸດຄົ້ນໄມ້ ໃຫ້ມີປະສິດທິຜົນ, ຖືກຕ້ອງ, ສອດ ຄ່ອງກັບລະບຽບການ ກໍຄືກົດໝາຍ ວາງອອກ. ໃນນີ້, ຂຸດຄົ້ນໄມ້ແລວ ທາງເຂດໂຄງການກໍ່ສ້າງທາງ ລຽບຊາຍແດນລາວ-ຫວຽດນາມ ຄວາມຍາວ 16 ກິໂລແມັດ ປະຕິ ແຈ້ງກ່ຽວກັບພັນທະ ແລະ ໜ້າທີ່ ຂອງ ພໍ່ແມ່ຜູ້ປົກຄອງໃນການສົ່ງເສີມການ ສຶກສາຂອງລູກ ເປັນຕົ້ນການສຶກສາ ພາກບັງຄັບ; (2) ລົງເຜີຍແຜ່ບັນດາ ນິຕິກໍາຕ່າງໆ ຂອງວຽກງານການສຶກ ສາໃຫ້ນັກຮຽນຜູ້ປົກຄອງໃຫ້ເຂົ້າໃຈ, ສົມທົບກັບອົງການປົກຄອງທ້ອງຖິ່ນ, ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ນັກຮຽນ, ພໍ່ແມ່ຜູ້ປົກ ຄອງ ແລະ ທຸກພາກສ່ວນເພື່ອໃຫ້ຄວາມ ຮ່ວມມື ໃນການປຸກລະດົມຊຸກຍູ້ເອົາ ລູກຫລານ ເຂົ້າຮຽນຕາມເກນອາຍຸ ບໍ່ໃຫ້ມີຜູ້ຕົກຫລົ່ນ; (3) ໂຮງຮຽນສົມ ທົບກັບ ກຸ່ມໂຮງຮຽນ, ຄະນະພັດທະນາ ການສຶກສາຂັ້ນບ້ານ, ສະມາຄົມຜູ້ປົກ ຄອງນັກຮຽນ ເພື່ອຊ່ວຍໃນການຕິດ ຕາມນັກຮຽນທີ່ມີທ່າອ່ຽງຈະອອກ ໂຮງຮຽນ; (4) ສະໜອງປຶ້ມແບບ ຮຽນໃຫ້ພຽງພໍແກ່ນັກຮຽນໃນການ ສຶກສາພາກບັງຄັບ, ມີນະໂຍບາຍໃຫ້ ແກ່ນັກຮຽນທີ່ຂາດທຶນຮອນ ດ້ວຍ ການມອບອຸປະກອນການຮຽນ-ການ ສອນ, ຍົກເວັ້ນຄ່າລົງທະບຽນ ແລະ ຄ່າໃຊ້ຈ່າຍອື່ນໆທີ່ຈໍາເປັນ; (5) ເພີ່ມ ທະວີການລົງແນະນໍາວິຊາຊີບໃຫ້ນັກ ຮຽນຮັບຮູ້ໂອກາດ ແລະ ການວາງແຜນ ສຶກສາຕໍ່ໃນຂັ້ນທີ່ສູງຂຶ້ນ, ສ້າງແຮງ ບັນດານໃຈໃນການຊອກຮູ້ຮໍ່າຮຽນ ໃນລະດັບສູງຂຶ້ນ ແລະ ເລືອກຮຽນສາຍ ວິຊາຊີບ ເພື່ອເປັນທາງເລືອກ ແລະ ສາ ມາດປະກອບອາຊີບ ລ້ຽງຕົນເອງ ແລະ ຄອບຄົວໄດ້; (6) ຊຸກຍູ້ສົ່ງເສີມໃຫ້ຜູ້ ບໍລິຫານການສຶກສາແຕ່ລະຂັ້ນລົງຕິດ ຕາມ ແລະ ຊຸກຍູ້ການຮຽນ-ການສອນ ໃຫ້ປົກກະຕິ, ຄູສອນຕ້ອງໄດ້ເພີ່ມຄວາມ ເຂັ້ມງວດໃນການປະຕິບັດໜ້າທີ່ຂອງ ຕົນ ດ້ວຍຄວາມຮັບຜິດຊອບສູງ; (7) ສ້າງ ແລະ ປັບປຸງສະຖານການສຶກສາ ໃຫ້ມີສະພາບແວດລ້ອມໂຮງຮຽນ ທີ່ ດຶງດູດ ແລະ ເອື້ອອໍານວຍ ໃຫ້ນັກຮຽນ ຢາກມາຮຽນ ສ້າງ ແລະ ຂະຫຍາຍຫໍພັກ ໃຫ້ແກ່ນັກຮຽນທີ່ຢູ່ບ້ານໄກ; (8) ຈັດ ຕັ້ງການບໍາລຸງໃຫ້ແກ່ນັກຮຽນທີ່ມີຜົນ ການຮຽນອ່ອນ (ເພາະນັກຮຽນເຫລົ່າ ນີ້ມີໂອກາດທີ່ຈະປະລະການຮຽນ ສູງ), ສ້າງຄວາມເຂັ້ມແຂງໃຫ້ແກ່ ການສຶກສານອກໂຮງຮຽນ ແລະ ໃຫ້ ບໍລິການ ການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ແກ່ເດັກທີ່ຢູ່ນອກໂຮງຮຽນ ໃນເຂດ ຫ່າງໄກສອກຫລີກ; (9) ໃຫ້ການບໍລິ ການການສຶກສາແກ່ປະຊາຊົນໃນເຂດ ທີ່ມີການຜະລິດເປັນສິນຄ້າຫລາຍ ເປັນຕົ້ນ: ໂຮງຮຽນກິນນອນ, ສາມັນວິ ຊາຊີບ, ໂຮງຮຽນອະນຸບານ, ສະໜອງ ອາຫານທ່ຽງໃນໂຮງຮຽນເພື່ອສ້າງ ເງື່ອນໄຂໃຫ້ຜູ້ປົກຄອງໄດ້ມີເງື່ອນໄຂ ທໍາການຜະລິດ ແລະ ລູກຫລານເຂົາ ເຈົ້າໄດ້ຮຽນເປັນປົກກະຕິ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==