5655

xtgmf]k; 6 06/07/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ 1krNog,nv'9kdr6,xaopk7qo]k; 7v'.9z6h[=]y3rdpk;oko ltg|8j kf0t,fb dk'f'q s;q lk; ໂດຍ: ເກີດຂວັນໃຈ ມາລີຈັນສີ * ມົນສະເໜ່ຂອງພູພຽງບໍລະ ເວນບໍ່ເປັນພຽງຕັ້ງຢູ່ຈຸດສູງທີ່ງາມ ສະຫງ່າໃນຕໍານານຮ່ອງຮອຍພູໄຟ ເກົ່າ ແຕ່ຫາກຍັງປິດບັງ ແລະ ເຊື່ອງ ຊ້ອນຄຸນຄ່າທີ່ເປັນອັນຍະມານີສີ ຂຽວທີ່ໜ້າຄົ້ນຫາຄື: ຕາດເສືອ-ຕາດ ຂະມຶດ ຂຶ້ນແຫລ່ງທ່ອງທ່ຽວມະຫັດ ສະຈັນໃນປ່າສະຫງວນແຫ່ງຊາດ ດົງຫົວສາວ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ. ດັ່ງທີ່ຮູ້ນໍາກັນ, ເມືອງປາກຊ່ອງ ຕັ້ງຢູ່ພາກໃຕ້ຂອງ ສປປ ລາວ ຂຶ້ນ ກັບແຂວງຈໍາປາສັກ ເປັນຈຸດໃຈ ກາງທາງຜ່ານລະຫວ່າງແຂວງ ສາລະວັນ, ເຊກອງ, ອັດຕະປື ແລະ ເຊື່ອມຕໍ່ເຂົ້າເຂດຊາຍຫວຽດນາມ, ກໍາປູເຈຍ ແລະ ໄທ ມັນຈິ່ງກາຍເປັນ ຈຸດໄດ້ປຽບຄູ່ຂະໜານກັບທ່າແຮງ ບົ່ມຊ້ອນຄວາມເປັນເມືອງປາກ ການດໍາລົງຊີວິດຂອງບັນດາຊົນ ເຜົ່າຕ່າງໆ. ພູພຽງບໍລະເວນນີ້ສາມາດວັດ ລະດັບຄວາມສູງຈາກໜ້ານໍ້າທະເລ ໂດຍສະເລ່ຍປະມານ 1.000 ແມັດ1.300 ແມັດ ຈາກໜ້ານໍ້າທະເລ ເຊິ່ງນັ້ນບໍ່ແມ່ນເລື່ອງແປກຈະພົບ ເຫັນ ແລະ ໄດ້ສໍາຜັດອາກາດໜາວ ຕະຫລອດປີ ແຕ່ສິ່ງທີ່ໜ້າແປກໃຈ ແລະ ຕື່ນເຕັ້ນນັ້ນອາດໜີບໍ່ພົ້ນຈຸດ ເດັ່ນ ຂອງບັນດາແຫລ່ງທ່ອງທ່ຽວ ທີ່ເປັນນໍ້າຕົກຕາດເປັນຊັ້ນໆຄ້າຍຄື ຂັ້ນໄດກັບປ່າດອກກຸຫລາບພັນປີ, ພັນໄມ້ພື້ນເມືອງທີ່ສາມາດນໍາມາ ຜະລິດເປັນຢາ ປິ່ນປົວພະຍາດ, ສັດ ສາວາສິ່ງນາໆຊະນິດ ແລະ ຊີວິດ ນາໆພັນແຕກຕ່າງ ຈາກເຂດອື່ນ ທີ່ ເຊື່ອງຊ້ອນໃນປ່າສະຫງວນດົງຫົວ ສາວນັ້ນເອງ. ຄວາມຈິງຕາດເສືອ-ຕາດຂະ ມຶດ ແຫ່ງດັ່ງກ່າວອາດຈະບໍ່ງາມ ປານໃດຖ້າເດີນທາງໄປໃນລະດູ ແລ້ງເພາະສາຍນໍ້າຫ້ວຍທີ່ໄຫລລົງ ມາສູ່ຕາດນັ້ນຂ້ອນຂ້າງມີໜ້ອຍ ແຕ່ພໍ ເມື່ອກ້າວເຂົ້າສູ່ເດືອນກໍລະກົດ ທີ່ມີຝົນຕົກຖີ່ ຂຶ້ນນັ້ນຈະເນລະມິດ ເຮັດໃຫ້ຕາດ ດັ່ງກ່່າວກາຍເປັນບັນ ໄດຂຶ້ນສະຫວັນກໍວ່າໄດ້ເນື່ອງມັນມີ ຄວາມສູງ ເຖິງ 40 ແມັດ ແລະ ມີ ທາງນໍ້າໄຫລລົງເປັນຂັ້ນໄດແຕກ ຕ່າງກັນ. ນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດສ່ວນໃຫຍ່ມັກ ເດີນທາງໄປທ່ອງທ່ຽວໃນໄລຍະ ລະດູຝົນຫລາຍກວ່າຍາມແລ້ງເພາະ ຈະໄດ້ເຫັນປະລິມານນໍ້າຕົກຕາດ ຫລາຍ, ດອກກະຈຽວບານ, ດອກ ກຸຫລາບໝື່ນປີບານ, ດອກເຜີ້ງ ບານ, ເຫັນສັດປ່າອອກຫາກິນ ຫລາຍຂຶ້ນ, ເຫັນວິຖີຊີວິດຂອງຊົນ ເຜົ່າເຮັດການຜະລິດຕະຫລອດໄລ ຍະການເດີນທາງ ແລະ ອື່ນໆ. ຄວາມພິເສດຂອງສະຖານທີ່ ດັ່ງກ່າວ ນັກທ່ອງທ່ຽວຈະຕ້ອງໄດ້ ຂີ່ສະລິງເພື່ອຊົມນ້ຳຕົກດັ່ງກ່າວ ໂດຍຜ່ານນ້ຳຕົກຕັ້ງແຕ່ຊັ້ນເທິງລົງ ຫາຊັ້ນລຸ່ມສຸດ ລວມທັງໝົດ 8 ເສັ້ນ ເມື່ອສິ້ນສຸດກິດຈະກຳດັ່ງກ່າວແລ້ວ ບັນດານັກທ່ອງທ່ຽວຍັງ ຈະນັ່ງ ຫລິ້ນພັກຜ່ອນຕາມເຮືອນຕົ້ນໄມ້ ດື່ມກາເຟສົດຈາກສວນຂອງປະ ຊາຊົນປູກເອງ. ເມື່ອຕົກມາຍາມ ກາງຄືນກໍສາມາດຕັ້ງເຕັ່ນນອນ ແຮມຄືນເພື່ອຊົມດາວ ແລະ ຟັງ ສຽງສັດປ່າຮ້ອງ. ຕາດຂະມຶດ ຕັ້ງຢູ່ບ້ານໜອງ ຫລວງ ເມືອງປາກຊ່ອງ ແຂວງຈຳ ປາສັກ ຫ່າງຈາກເທສະບານເມືອງ ປາກຊ່ອງ ປະມານ 10 ກິໂລແມັດ, ຫ່າງຈາກນະຄອນປາກເຊ 40 ກວ່າກິໂລແມັດ ແລະ ຫ່າງຈາກນະ ຄອນຫລວງວຽງຈັນ 700 ກວ່າກິ ໂລແມັດ. ຊ່ອງທີ່ມີຮ່ອງຮອຍພູໄຟເກົ່າລະ ເບີດແລ້ວ, ອາກາດເຢັນຕະຫລອດ ປີ, ອານາຈັກກາເຟທີ່ມີລົດຊາດເປັນ ເອກະລັກ, ນໍ້າຕົກຕາດອັນລືຊື່ ແລະ * ຄໍ​ລໍາ​ສົ່ງ​ເສີມ​ທຸລະກິດໄດ້ນໍາ​ ສະ​ໜີກ່ຽວກັບຮ້ານອາຫານ ​ແລະ ປະ​ເພດ​ເຄື່ອງ​ດື່ມ​ເປັນຈໍານວນ ຫລາຍຫົວຂໍ້ ເຊິ່ງອາດຈະເຮັດໃຫ້ ທ່ານຜູ້ອ່ານຮູ້ສຶກເບື່ອ ມື້ນີ້ຜູ້ຂຽນ ຈະ​ພາ​ທ່ານ​ມາ​ຮູ້ຈັກຢາ​ພື້ນ​ເມືອງ ປິ່ນປົວພ​ ະຍາດ​ຈາກສູ​ ນສົ່​ ງເ​ສີມກະ ສິກໍາ​ປອດ​ສານພິດ ໂດຍຊື້​ ​ນີ້ຫລາຍ​ ທ່ານ​ອາດ​ເຄີຍ​ເຫັນ​ຜະລິດ​ຕະພັນ​ ຜ່ານ​ມາ​ແລ້ວ ຫລື ບາງ​ທ່ານ​ອາດ​ ຈະເ​ຄີຍກິ​ ນ​ ຈຶ່ງຮູ້ວ່​ າ ສັບພະຄຸ​ ນດ້​ ານ​ ການ​ຢາ​ສາມາດຕອບ​ໂຈດຄວາມ​ ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ ດ້ວຍ​ ຄຸນ​ນະພາ​ບທີ່​ດີ, ມີ​ສິນຄ້າ29 ລາຍ ການ​ ​ແລະ ​ແຕ່​ລະລາຍການ​ກໍ​ສາ ມາດ​ຕອບ​ໂຈດ​ອາການ​ຂອງພະ ຍາດ​ໄດ້ ຈຶ່ງ​ເຮັດ​ໃຫ້​ຢາ​ພື້ນ​ເມືອງ​ ປອດສ​ ານພິ​ ດ​ຍີ່ຫໍ້​ ທອງສິ​ ງຄ​ ອງໃ​ ຈ​ ຜູ້​ບໍລິໂ​ ພ​ກ​ໄດ້​ຫລາຍ​ສີ​ບປີຜ່ານມາ. ນາງ ມະໄ​ລພ​ ອນ ສີຫ​ າເ​ທບ ພະ ນັກງານໂຮງງານ ຄໍາ​ສິງ​ຜະລິດ​ ຕະພັນ​ລາວ ປອດ​ສານພິດເວົ້າສູ່​ ຟັງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ງານວາງ ສະ​ແດງ ກະສິກໍາລາວ​ປີ 2023 ວ່າ: ຕົນ​ມາ​ເຮັດ​ວຽກ​ເປັນ​ພະນັກ ງານປະ​ຈໍາ​ໃນ​ໂຮງງານ ຄຳສິງ ຜະລິດຕະພັນປອດສານຜິດ ​ມາ​ ເປັນ​ເວລາ 2 ປີ​ແລ້ວ ກໍ​ເຫັນ​ວ່າ ຜະລິດ​ຕະພັນ ຂອງໂຮງງານສາ ມາດຕອບໂ​ ຈດກັບຄ​ ວາມຕ້​ ອງການ​ ຂອງ​ຄົ​ນ​ໃນ​ສັງຄົມ​ໄດ້​ເປັນ​ຢ່າງ​ດີ​ ເພາະ​ການ​ຈໍາໜ່າຍຜະລິດ​ຕະພັນ​ ໃນ​ແຕ່​ລະ​ມື້​ກໍ​ເພີ່ມ​ຂຶ້ນ​ເລື້ອຍໆ​ ເຫັນ​ໄດ້​ຈາກການເຂົ້າ​ຮ່ວມ​ງານ​ ວາງສະແ​ ດງ​ກະສິກໍາລ​ າວປ​ ະຈໍ​ າປີ 2023 ລູກ​ຄ້າ​ກໍ​ໃຫ້​ຄວາມ​ສົນ​ໃຈ​ ຢ່າງ​ຫລວງຫລາຍ​ ​ໂດຍ​ສະ​ເພາະ​ ແມ່ນກາເ​ຟ ແ​ ລະ ຊາ​ເຫັດໝື່ນປີ ໄ​ດ້​ ຂາຍ​ດີ​ຂາຍຈົນສາມາດສ້າງຍອດ​ ຂາຍ ​ໄດ້ 2 ລ້ານ​ປາຍ​ໃນ​ແຕ່​ລະມື້. ສໍາລັບ​ຜະລິດ​ຕະພັນ​ທີ່​ນໍາມາ ຈໍາ​ ໜ່າຍຂາຍ​ໃນ​ເທື່ອ​ນີ້ ມີ 29 ລາຍ ການ ເປັນຕົ້​ ນກ​ າເ​ຟ, ຊາເ​ຫັດໝື່ນປີ, ຊາ​ປ້ອງກັ​ ນ​ພະຍາດ​ໂຄ​ວິດ, ຜົງງາ​ ດໍາ, ກາ​ເຟຜັກອີ​ຮຸມ, ກາ​ເຟຫລຸດ​ ຄວາມດັນເ​ລືອດສູ​ ງ ແ​ ລະ ອື່ນໆອີກ​ ຫລາຍ​ຢ່າງ​ເຊິ່ງ​ແຕ່ລະຢ່​ າງ ກໍປົ່​ ວ​ ພະຍາດ​ແຕກ​ຕ່າງ​ກັນ. ນາງ ມະ​ໄລພ​ ອນ ​ເວົ້າ​ຕື່ມ​ວ່າ: ຜະລິດ​ຕະພັນ​ຢາ​ພື້ນ​ເມືອງ​ປອດ​ ສານພິ​ດ ຈາກ​ສູນ​ສົ່ງ​ເສີມ​ກະສິກໍາ​ ປອດ​ສານພິດ​ສາມາດ​ຄອງໃ​ ຈລູກ​ ຄ້າ​ມາ​ໄດ້​ຍາວ​ນານດ້ວຍ​ຄຸນ​ນະ ພາ​ບຂອງ​ສິນຄ້າທີ່​ດີ ​ແລະ ມີ​ຄຸນ​ ນະ ພາ​ບ ​ເມື່ອ​ລູກ​ຄ້າ​ກິນ​ແລ້ວເ​ຫັນ​ ຜົນ​ຈຶ່ງ​ກັບ​ມາ​ຊື້​ຊໍ້າ​ອີກຈໍານວນ​ ຫລາຍ​​ແລະ ຫລາຍທ່​ ານ​ກໍ​ໄດ້​ເປັນ​ ຂາ​ປະຈໍ​ າ​. ສໍາລັບລູກຄ້​ າທ່​ ານ​ ໃ​ ດສົ​ ນໃຈຜະ ລິດ​ຕະພັນຢາ​ພື້ນ​ເມືອງ ​ປອດສານ ພິດ ກໍເ​ຂົ້າໄ​ປເ​ບິ່ງຢູ່​ ສູ​ ນສົ່​ ງເ​ສີມກະສິ ກໍາ​ປອດ​ສານພິດ​ໄດ້ ທີ່​ບ້ານວຽງ ຈະເ​ລີນ ​ເມືອງ​ໄຊເສດຖາ ນະຄ​ ອນ​ ຫລວງ​ວຽງຈັນ ຫລື ຕິດຕໍ່ສອບ​ ຖາມ​ຕື່ມ​ທີ່​ເບີ 020 5565 3819.

RkJQdWJsaXNoZXIy MTc3MTYxMQ==