gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 06/07/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ອ່ານຕໍ່ສະບັບໜ້າ *** 7totr;q roa 8kj 'xtgmflo6 dk'rda [qoglAomk'g8u[.spj0tspkp8q; 7q[Iv[ 40 x u ຂປລ. ຄະນະພົວພັນຕ່າງປະ ເທດສູນກາງພັກ (ມີຕົວອັກສອນ ຫຍໍ້ ຄຕພ) ເປັນອົງການຈັດຕັ້ງ ໜຶ່ງຂອງພັກ ຂຶ້ນກັບຄະນະບໍລິ ຫານງານສູນກາງພັກ, ມີຖານະ ທຽບເທົ່າຄະນະຂອງພັກ ຂັ້ນສູນ ກາງ, ມີພາລະບົດບາດເປັນເສນາ ທິການໃຫ້ຄະນະບໍລິຫານງານສູນ ກາງພັກ, ກົມການເມືອງສູນກາງ ພັກ ແລະ ຄະນະເລຂາທິການສູນ ກາງພັກ ໃນການຄົ້ນຄວ້າແຜນຍຸດ ທະສາດ, ແນວທາງນະໂຍບາຍການ ພົວພັນຕ່າງປະເທດຂອງພັກ; ຕາງ ໜ້າສູນກາງພັກ ໃນການພົວພັນ ຮ່ວມມືກັບພັກການເມືອງຂອງຕ່າງ ປະເທດ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ຕາມການມອບໝາຍ ຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງ ພັກ, ພ້ອມທັງເປັນເຈົ້າການຊີ້ນໍາ, ຄຸ້ມຄອງການເຄື່ອນໄຫວວຽກງານ ພົວພັນຕ່າງປະເທດຂອງອົງການ ຈັດຕັ້ງພັກ ແລະ ການທູດປະຊາຊົນ ໃຫ້ມີຄວາມເປັນເອກະພາບ ໂດຍ ຜ່ານປະຕູດຽວ. ບົນເສັ້ນທາງແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ພັກ ປະຊາຊົນ ປະຕິວັດລາວ, ວຽກ ງານຕ່າງປະເທດຂອງພັກ ໄດ້ຜ່ານ ວິວັດທະນາການທາງດ້ານປະຫວັດ ສາດອັນສໍາຄັນ ທີ່ຕິດພັນກັບຂະ ບວນ ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ໃນການຕໍ່ສູ້ກູ້ຊາດ ຈົນຮອດໄລຍະປົດປ່ອຍຊາດ ໃນປີ 1975 ກໍຄື ໄລຍະແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ໃນໄລຍະນັ້ນ, ອົງການທີ່ ເຮັດວຽກງານຕ່າງປະເທດທັງສາຍ ພັກ ແລະ ສາຍລັດໄດ້ລວມສູນຢູ່ບ່ອນ ດຽວນັ້ນຄື: ຫ້ອງການຕໍ່ສູ້ການ ເມືອງ ແລະ ຕ່າງປະເທດຂອງແນວ ລາວຮັກຊາດ ທີ່ມີສໍານັກງານຕັ້ງຢູ່ ເມືອງວຽງໄຊ, ແຂວງຫົວພັນ. ພາຍຫລັງປະເທດຊາດໄດ້ຮັບ ການສະຖາປະນາເປັນສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2 ທັນວາ 1975, ພັກ ປະຊາຊົນປະຕິວັດລາວ ໄດ້ຮັບການ ເສີມຂະຫຍາຍການພົວພັນຕ່າງ ປະເທດດ້ານພັກ ແລະ ການທູດປະ ຊາຊົນຕິດພັນກັບການທູດເສດຖະ ກິດ ແລະ ວັດທະນະທໍາ-ສັງຄົມ ໂດຍມອບໝາຍໃຫ້ກະຊວງການ ຕ່າງປະເທດຮັບຜິດຊອບວຽກງານ ການຕ່າງປະເທດດ້ານລັດ ແລະ ເນື່ອງຈາກການພົວພັນຕ່າງປະ ເທດຂອງພັກ ແລະ ລັດເຮົານັບມື້ ນັບ ເປີດກວ້າງ, ຈຶ່ງມີຄວາມຈຳເປັນ ໃຫ້ມີການສ້າງຕັ້ງຄະນະຮັບຜິດ ຊອບການພົວພັນຕ່າງປະເທດຂອງ ພັກຂຶ້ນຕ່າງຫາກ. ດັ່ງນັ້ນ, ກົມການ ເມືອງສູນກາງພັກ ຈຶ່ງມີມະຕິຕົກລົງ ສະບັບເລກທີ 18/ກມສພ, ລົງ ວັນທີ 04 ມິຖຸນາ 1983 ວ່າດ້ວຍ ການແຕ່ງຕັ້ງຄະນະນຳຄະນະພົວ ພັນຕ່າງປະເທດສູນກາງພັກ ໂດຍ ແມ່ນ ສະຫາຍ ພູນ ສີປະເສີດ ກໍາມະ ການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະ ເທດ, ທັງເປັນຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ແລະ ໄດ້ ອອກກົດລະບຽບ ຂອງຄະນະພົວ ພັນຕ່າງປະເທດສູນກາງພັກ ສະ ບັບທໍາອິດ ເລກທີ 23/ກມສພ, ລົງ ວັນທີ 29 ມິຖຸນາ 1983. Iv']a f4t,q o8u dt-;'dko8j k'xtgmf 8h voIa [z6 h 8k'|h k UNDP xt9e]k;7q o.\j ຂປລ. ໃນວັນທີ 30 ມິຖຸນາ 2023 ຜ່ານມາ, ທ່ານ ໂພໄຊ ໄຂ ຄໍາພິທູນ ຮອງລັດຖະມົນຕີກະຊວງ ການຕ່າງປະເທດໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍ ແຕ່ງຕັ້ງຂອງ ທ່ານ ນາງ ມາຕິເນີ ເທີເຣີ (Ms. Martine Therer) ເພື່ອມາເປັນຜູ້ຕາງໜ້າຄົນໃໝ່ອົງ ການສະຫະປະຊາຊາດ ເພື່ອການ ພັດທະນາ (United Nations Development Programme ຫລື UNDP) ປະຈໍາ ສປປ ລາວ. ໃນໂອກາດດັ່ງກ່າວ,ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມ ຍິນດີຕ້ອນຮັບ, ພ້ອມທັງສະແດງ ຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ສາຍພົວພັນທີ່ດີ ແລະ ການຮ່ວມມື ຊ່ວຍເຫລືອຂອງອົງການ UNDP ຢູ່ ສປປ ລາວ ໃນໄລຍະຜ່ານມາ. ໃນນັ້ນ, ທ່ານ ຮອງລັດຖະມົນຕີກະ ຊວງການຕ່າງປະເທດຍັງໄດ້ສະ ແດງຄວາມເຊື່ອໝັ້ນວ່າພາຍໃຕ້ ການນໍາພາຂອງຜູ້ຕາງໜ້າອົງການ UNDP ປະຈໍາ ສປປ ລາວ ຄົນ ໃໝ່ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນ ແກ່ ສປປ ລາວ ໃນວຽກງານການພັດທະ ນາທີ່ສອດຄ່ອງກັບວຽກງານບຸລິ ມະສິດຕ່າງໆຂອງລັດຖະບານດັ່ງ ທີ່ໄດ້ກໍານົດໄວ້ຢູ່ໃນແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຫ່ງ ຊາດໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງ ປະຕິບັດບັນດາກິດຈະກໍາ ແລະ ໂຄງ ການຕ່າງໆ ກໍຄື ຍຸດທະສາດການ ຮ່ວມມື ລະຫວ່າງ ລັດຖະບານ ແລະ ອົງການ UNDP ປະຈໍາ ສປປ ລາວ ໃນແຕ່ລະໄລຍະ. ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກໍຮຽກຮ້ອງໃຫ້ ອົງການ UNDP ປະຈໍາ ສປປ ລາວ ສືບຕໍ່ປະກອບສ່ວນ ແລະ ສະໜັບ ສະໜູນຄວາມພະຍາຍາມຂອງລັດ ຖະບານ ໃນການຈັດຕັ້ງປະຕິບັດ ບຸລິມະສິດ ການພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍການພັດ ທະນາແບບຍືນຍົງ ແລະ ວາລະການ ພັດທະນາອື່ນໆ ຂອງສາກົນລວມ ໄປເຖິງຊຸກຍູ້ຄວາມໝາຍໝັ້ນຂອງ ລັດຖະບານ ໃນຂະບວນການກະ ກຽມເພື່ອຫລຸດພົ້ນອອກຈາກສະຖາ ນະພາບປະເທດ ດ້ອຍພັດທະນາໃນ ອະນາຄົດ. ໃນໂອກາດດຽວກັນ, ທ່ານ ນາງ ມາຕິເນີ ເທີເຣີ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນຂອງທ່ານຮອງລັດຖະມົນ ຕີກະຊວງການຕ່າງປະເທດ ແລະ ສະແດງຄວາມປິຕິທີ່ ລັດຖະບານ ແຫ່ງ ສປປ ລາວ ໄດ້ອະນຸມັດຮັບ ເອົາທ່ານ ເພື່ອມາປະຕິບັດໜ້າທີ່ອັນ ສູງສົ່ງຂອງຕົນຢູ່ ສປປ ລາວ. ພ້ອມ ທັງໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍຄື ອົງການ UNDP ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມື ກັບລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານ ຕ່າງໆທີ່ສະໜັບສະໜູນໃຫ້ແກ່ການ ບັນລຸບັນດາບຸລິມະສິດດ້ານການ ພັດທະນາຂອງ ສປປ ລາວ ຢ່າງ ຕັ້ງໜ້າ. ໃນຕອນທ້າຍ, ທ່ານຮອງລັດ ຖະມົນຕີ ກະຊວງການ ຕ່າງປະເທດ ກໍແຈ້ງໃຫ້ຜູ້ຕາງໜ້າຄົນໃໝ່ອົງ ການ UNDP ຊາບວ່າ: ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບ ສະໜູນ ແລະ ຮ່ວມມືກັບອົງການ ດັ່ງກ່າວ ໃນການຈັດຕັ້ງປະຕິບັດບັນ ດາແຜນວຽກຢູ່ ສປປ ລາວ ພ້ອມ ທັງອວຍພອນໃຫ້ຜູ້ຕາງໜ້າຄົນໃໝ່ ຈົ່ງປະສົບຜົນສໍາເລັດໃນການປະຕິ ບັດໜ້າທີ່ຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້. ສສຊ ສະເໜີລັດຖະບານ... ເຊັນສັນຍາການຮ່ວມມື... ຫົວໜ້າ ອອປສ ຊີ້ແຈງ... ສສຊ ຫລາຍເຂດເລືອກຕັ້ງໄດ້ສະເໜີ ໃຫ້ລັດຖະບານ ກໍຄື ຂະແໜງການ ທີ່ກ່ຽວຂ້ອງສືບຕໍ່ປັບປຸງຫລາຍ ບັນຫາສຳຄັນ ເພື່ອເຮັດໃຫ້ຂະບວນ ຍຸຕິທຳ ກໍຄືການປະຕິບັດກົດໝາຍ ທັງ 4 ສະບັບ ໃນຂົງເຂດຕຸລາການ ມີຄວາມສັກສິດ, ຖືກຕ້ອງ ແລະ ມີ ຄວາມໂປ່ງໄສ. ທ່ານ ບຸນສອນ ເພັດດາວັນ ສສຊ ປະຈຳເຂດເລືອກຕັ້ງ 10 ແຂວງ ວຽງຈັນ ໄດ້ສະແດງຄວາມເຫັນຕໍ່ ການປະເມີນການຈັດຕັ້ງປະຕິບັດ ກົດໝາຍດັ່ງກ່າວ ເຊິ່ງໃນໄລຍະ ຕໍ່ກັບບັນຫາດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ກົດໝາຍວ່າດ້ວຍ ຢາເສບຕິດ ແລະ ກົດໝາຍອາຍາ ຍັງບໍ່ທັນໄດ້ກຳນົດຈະແຈ້ງ ແຕ່ ການ ປະຕິບັດຕົວຈິງເຫັນວ່າມີຄວາມ ຫຍຸ້ງຍາກ ແລະ ມີຫລາຍບັນຫາທີ່ ເກີດຂຶ້ນ. ສະນັ້ນ, ອອປສ ຈຶ່ງໄດ້ ອອກຄຳສັ່ງ ເຖິງບັນດາອົງການໄອ ຍະການປະຈຳທ້ອງຖິ່ນ ໃນຂອບ ເຂດທົ່ວປະເທດ ເພື່ອເຂັ້ມງວດ ແລະ ເດັດຂາດໃນການດຳເນີນຄະດີ. ປັດ ຈຸບັນໄດ້ຮັບການລາຍງານວ່າບາງ ທ້ອງຖິ່ນ, ບາງແຂວງສາມາດຈັດ ຕັ້ງປະຕິບັດໄດ້ດີແຕ່ກໍຍັງມີບາງ ແຂວງ, ບາງທ້ອງຖິ່ນ ຍັງບໍ່ສາ ມາດປະຕິບັດໄດ້. ເພື່ອແກ້ໄຂບັນຫາ ທີ່ເຄັ່ງຮ້ອນດັ່ງກ່າວ ພາຍຫລັງທີ່ ສຳເລັດກອງປະຊຸມຄັ້ງນີ້, ອອປສ ຈະນຳເອົາບັນຫາໄປຄົ້ນຄວ້າ ແລະ ຫັນເປັນນິຕິກຳ, ຄຳສັ່ງ, ຄຳແນະນຳ ເພື່ອເປັນເຄື່ອງມືອັນລະອຽດ ໃນ ການຈັດຕັ້ງປະຕິບັດທົ່ວປະເທດ. ສຳລັບການປະຕິບັດພາລະບົດ ບາດໃນການຕິດຕາມກວດກາທົ່ວ ໄປ ແມ່ນວຽກງານໜຶ່ງທີ່ສໍາຄັນ ຂອງອົງການໄອຍະການປະຊາ ຊົນ ໃນການຕິດຕາມກວດກາການ ປະຕິບັດກົດໝາຍ ໃນທົ່ວສັງຄົມ, ແຕ່ການຈັດຕັ້ງປະຕິບັດຕົວຈິງໃຫ້ ມີຜົນສຳເລັດນັ້ນເຫັນວ່າບໍ່ແມ່ນ ເລື່ອງງ່າຍປານໃດ ເພາະເປັນພາລະ ບົດບາດທີ່ກວ້າງຂວາງ ແລະ ພົວ ພັນກັບຫລາຍຂົງເຂດວຽກງານ. ຕະຫລອດໄລຍະ 33 ປີ ນັບແຕ່ມື້ ສ້າງຕັ້ງອົງການໄອຍະການປະຊາ ຊົນສູງສຸດ, ຄະນະພັກ-ຄະນະນໍາ ໃນ ແຕ່ລະໄລຍະມີຄວາມພະຍາຍາມ ໃນການບຸກທະລຸວຽກງານ ດັ່ງກ່າວ ແລະໄດ້ຈັດຕັ້ງປະຕິບັດຢ່າງຕັ້ງ ໜ້າແຕ່ຍັງບໍ່ທັນເຮັດໄດ້ຢ່າງແຂງ ແຮງ ເປັນຕົ້ນ ກົນໄກການປະສານ ງານ ລະຫວ່າງພາກສ່ວນຕ່າງໆກັບ ອົງການໄອຍະການປະຊາຊົນ ແຕ່ ສູນກາງຮອດທ້ອງຖິ່ນຍັງຢູ່ໃນ ຂອບເຂດຈຳກັດ. ສະນັ້ນ ເພື່ອເຮັດ ໃຫ້ເຂົ້າເຖິງການຕິດຕາມກວດກາ ການປະຕິບັດກົດໝາຍ ຂອງບັນດາ ກະຊວງຂະແໜງການຕ້ອງມີກົນ ໄກປະສານ, ຄວາມສາມາດຂອງພະ ນັກງານ ທີ່ຍັງມີຈໍາກັດທາງດ້ານປະ ລິມານ ແລະ ຄຸນນະພາບ, ຍັງບໍ່ທັນ ເປັນເຈົ້າການ ໃນການປະຕິບັດພາ ລະບົດບາດຢ່າງເຕັມສ່ວນ. ປັດຈຸ ບັນຢູ່ກົງຈັກອົງການໄອຍະການ ປະຊາຊົນຂັ້ນທ້ອງຖິ່ນຍັງບໍ່ທັນມີ ຂະແໜງຕິດຕາມກວດກາທົ່ວໄປ ສະເພາະ ແລະ ປົນຢູ່ນຳຂະແໜງ ການອື່ນ ຍ້ອນຈຳນວນບຸກຄະລາ ກອນມີຈຳກັດ; ຄວາມຮັບຮູ້ ແລະ ເຂົ້າໃຈຂອງປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ, ພັກ, ລັດຈຳ ນວນບໍ່ໜ້ອຍຍັງບໍ່ທັນ ເຂົ້າໃຈເລິກ ແລະ ກວ້າງຂວາງ ເທົ່າທີ່ຄວນ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ການເຊັນສັນຍາຮ່ວມມືຄັ້ງນີ້, ເພື່ອຮ່ວມກັນສຶກສາ, ພັດທະນາ, ຕິດຕັ້ງ ແລະ ນໍາໃຊ້ລາຍເຊັນເອເລັກ ໂຕຣນິກ ຂອງສູນອິນເຕີເນັດ ແຫ່ງ ຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າໃນການຄຸ້ມຄອງ ງົບປະມານແຫ່ງລັດ(ລາຍຮັບລາຍຈ່າຍ) ຂອງກະຊວງການເງິນ ເປັນຕົ້ນ ລະບົບແຈ້ງພາສີປະຕູ ດຽວແຫ່ງຊາດ (ASYCUDA, NSWA+) ຂອງກົມພາສີ, ລະບົບ ຂໍ້ມູມຂ່າວສານຄຸ້ມຄອງລາຍຮັບ ບົດສະຫລຸບລາຍງານການເງິນບັນຊີຂອງບໍລິສັດ/ຫົວໜ່ວຍທຸລະ ກິດ ແລະ ໃບແຈ້ງມອບອາກອນ ຂອງກົມສ່ວຍສາອາກອນ (Tax RIS), ລະບົບຄຸ້ມຄອງຄັງເງິນ ແຫ່ງຊາດໃນການອອກໃບອະນຸມັດ ລາຍຈ່າຍງົບປະມານໃບຄໍາສັ່ງ ຈ່າຍເງິນ, ໃບຖອນເງິນຂອງກົມ ງົບປະມານແຫ່ງລັດ (RTIS, GFIS+) ແລະ ລະບົບຄຸ້ມຄອງ ເອກະສານແບບເອເລັກໂຕຣນິກ (iOffice) ເພື່ອຫລຸດຜ່ອນຂັ້ນຕອນ ໃນການດຳເນີນເອກະສານແບບ ເຈ້ຍ, ສົ່ງເສີມການສົ່ງຮັບເອກະ ສານແບບເອເລັກໂຕຣນິກ ຜ່ານ ທາງອອນລາຍໃຫ້ຮັບປະກັນຄວາມ ຖືກຕ້ອງ, ປອດໄພ ແລະ ວ່ອງໄວ, ເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນວຽກງານການຫັນເປັນ ທັນສະໄໝຂອງຂະແໜງການເງິນ, ທັງເປັນການຊຸກຍູ້ສົ່ງເສີມການຈັດ ເກັບລາຍຮັບເພີ່ມ ແລະ ຄຸ້ມຄອງ ການຮົ່ວໄຫລຂອງລາຍຈ່າຍຕາມ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ຕື່ມອີກ. ທ່ານ ວິໄລທອງ ສຸດທະວິໄລ ໄດ້ໃຫ້ຮູ້ວ່າ: ການຮ່ວມມືພັດທະນາ ນຳໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນລະບົບຄຸ້ມຄອງງົບປະມານ ແຫ່ງລັດ ຂອງກະຊວງການເງິນ ໃນທາມກາງທີ່ແຕ່ລະຂະແໜງ ການກຳລັງຂຸ້ນຂ້ຽວຈັດຕັ້ງປະຕິ ບັດວາລະແຫ່ງຊາດ ເພື່ອແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ໃຫ້ປາກົດຜົນເປັນຈິງ, ກະ ຊວງການເງິນໄດ້ສຸມໃສ່ພັດທະນາ ຍົກລະດັບລະບົບຄຸ້ມຄອງງົບປະ ມານແຫ່ງລັດ(ລາຍຮັບ-ລາຍ ຈ່າຍ) ໃຫ້ເປັນດີຈິຕອນເທື່ອລະ ກ້າວໂດຍສະເພາະລວມສູນການ ຊຳລະພາສີ-ອາກອນ, ຄ່າທຳນຽມ, ຄ່າບໍລິການ ແລະ ເບີກຈ່າຍຜ່ານລະ ບົບທະນາຄານ, ເຊື່ອມຕໍ່ລະບົບພາຍ ໃນ ກະຊວງການເງິນ ແລະ ຂະແໜງ ການທີ່ກ່ຽວຂ້ອງໃນການຄຸ້ມຄອງ, ວິເຄາະ ແລະ ວິໄຈຂໍ້ມູນລາຍຮັບໄປ ຄຽງຄູ່ກັບການຫລຸດຜ່ອນຂັ້ນ ຕອນ, ປັບປຸງກົນໄກການຈັດຕັ້ງປະ ຕິບັດວຽກງານໃຫ້ກະທັດຮັດ, ມີ ຄວາມສະດວກ, ວ່ອງໄວ ແລະ ມີ ຄວາມໂປ່ງໄສ. ພ້ອມນັ້ນ, ທ່ານ ມີນາໄຊ ພິລາວົງ ຫົວໜ້າ ສູນອິນເຕີເນັດແຫ່ງຊາດ ໄດ້ໃຫ້ຮູ້ກ່ຽວກັບຄວາມສຳຄັນ ແລະ ຄວາມຈຳເປັນ ໃນການນຳໃຊ້ ລາຍເຊັນເອເລັກໂຕຣນິກໃນຍຸກ ການພັດທະນາເສດຖະກິດດີຈິ ຕອນ, ພ້ອມທັງຍົກໃຫ້ເຫັນເຖິງການ ພັດທະນາດັ່ງກ່າວ ແມ່ນສອດຄ່ອງ ກັບວິໄສທັດການພັດທະນາເສດຖະ ກິດດີຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດ ການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 10 ປີ(20212030), ແຜນພັດທະນາເສດຖະກິດ ດີຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ທີ່ສະພາແຫ່ງ ຊາດ ໄດ້ຮັບຮອງ ແລະ ລັດຖະບານ ໄດ້ປະກາດນໍາໃຊ້. ຂ່າວ: ກະຊວງການເງິນ ຜ່ານການຕິດຕາມກ່ຽວກັບນິຕິກຳ ແລະ ພຶດຕິກຳຕ່າງໆ ເຫັນວ່າຍັງມີ ບາງບັນຫາທີ່ຕ້ອງໄດ້ຮັບການປັບ ປຸງ ແລະ ແກ້ໄຂເຊັ່ນ: ວຽກງານໂຄ ສະນາກົດໝາຍໃຫ້ແກ່ປະຊາຊົນ ໃນຂອບເຂດທົ່ວປະເທດຍັງຈັດຕັ້ງ ປະຕິບັດໄດ້ໜ້ອຍ ໂດຍສະເພາະ ການເຜີຍແຜ່ກົດໝາຍ, ບັນດາມະຕິ, ສຳສັ່ງຕ່າງໆ ຢູ່ເຂດຫ່າງໄກສອກ ຫລີກ, ກົນໄກການປະສານງານ ບາງຄັ້ງບາງຄະດີມີການພົວພັນ ກັບຫລາຍພາກສ່ວນເຮັດໃຫ້ບໍ່ ຈອດກັນ ພາໃຫ້ເກີດຫາງສຽງຂອງ ປະຊາຊົນ ວ່າການຕັດສິນຄະດີຊັກ ຊ້າແກ່ຍາວ. ນອກຈາກນີ້, ບຸກຄະ ລາກອນທີ່ເຮັດວຽກດັ່ງກ່າວ ຢູ່ບັນ ດາທ້ອງຖິ່ນ ມີຈຳກັດ, ບໍ່ພຽງພໍເຮັດ ໃຫ້ການຕັດສິນຄະດີຊັກຊ້າ, ການ ຜັນຂະຫຍາຍກົດໝາຍຂອງອົງ ການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດທີ່ສາ ມາດສ້າງເປັນນິຕິກຳຖ້າທຽບໃສ່ ແຂວງວຽງຈັນ ຍັງມີໜ້ອຍ, ການ ຫັນເປັນນິຕິກຳຂັ້ນແຂວງເຫັນວ່າ ຍັງຈັດຕັ້ງປະຕິບັດບໍ່ໄດ້ດີເທົ່າທີ່ ຄວນ, ຂະບວນການກວດກາຍັງບໍ່ ແຂງແຮງເທົ່າທີ່ຄວນ. ຈຶ່ງສະເໜີ ໃຫ້ສອງອົງການເພີ່ມງົບປະມານ ແລະ ອຸປະກອນການເຮັດວຽກຢູ່ ຂັ້ນທ້ອງຖິ່ນໃຫ້ຫລາຍຂຶ້ນ, ທັງມີ ການລົງທຶນໃສ່ໂຄງລ່າງພື້ນຖານ ເປັນຕົ້ນ ບ່ອນຕັດສິນຄະດີ ແລະ ສະ ຖານທີ່ຮັກສາຂອງກາງ. ທ່ານ ສົມໄຊ ສີຫາຈັກ ສະມາ ຊິກສະພາແຫ່ງຊາດ ເຂດ 15 ແຂວງ ຈຳປາສັກ ກ່າວວ່າ: ໃນໄລຍະຜ່ານ ມາການປະຕິບັດກົດໝາຍໃນຂົງ ເຂດຍຸຕິທຳ 4 ສະບັບນີ້ ແມ່ນຍັງບໍ່ ທັນມີການປະເມີນຢ່າງລະອຽດ ເທົ່າທີ່ຄວນ ແຕ່ສິ່ງທີ່ພົບເຫັນວ່າ ບາງມາດຕາຂອງກົດໝາຍມີອັນ ສອດຄ່ອງ ແລະ ຍັງບໍ່ທັນສອດຄ່ອງ ທີ່ຄວນຈະນຳໄປສູ່ການຄົ້ນຄວ້າພິ ຈາລະນາ ເພື່ອປັບແກ້ໄຂຕື່ມ. ສຳ ລັບການພິຈາລະນາດຳເນີນຄະດີ ຂອງສານ ເຫັນວ່າສັງຄົມໃຫ້ຄວາມ ສົນໃຈຫລາຍ ເຊິ່ງເປັນບັນຫາທີ່ພົ້ນ ເດັ່ນ ແລະ ເປັນບັນຫາທີ່ຊຳເຮື້ອມາ ຫລາຍປີ ເປັນຕົ້ນ ການພິຈາລະນາ ຂອງສານບໍ່ທັນຍຸຕິທຳເທົ່າທີ່ຄວນ, ຊັກຊ້າແກ່ຍາວ ເຊິ່ງບາງຄະດີແກ່ ຍາວຮອດ 5 ປີ, 10 ປີ, 15 ປີ. ຜ່ານ ການຕິດຕາມກວດກາສາມາດພົບ ເຫັນສອງສາເຫດຫລັກທີ່ພາໃຫ້ ການແກ້ໄຂຄະດີຊັກຊ້າ ຄື: ການຄົ້ນ ຄວ້າພິຈາລະນາການເກັບກັບຂໍ້ມູນ ຫລັກຖານບໍ່ຄົບຖ້ວນ, ຮອບດ້ານ ແລະ ບໍ່ພາວະວິໄສ ແລະ ເນື້ອໃນ ບາງກົດໝາຍຍັງບໍ່ທັນຮັດກຸມເຮັດ ໃຫ້ການຕັດສິນຄະດີຊັກຊ້າ ແລະ ແກ່ຍາວ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ກ່ຽວກັບພາລະບົດບາດຕິດຕາມ ກວດກາທົ່ວໄປຂອງອົງການໄອ ຍະການປະຊາຊົນ; ເນື່ອງຈາກກົດ ໝາຍກຳນົດພາລະບົດບາດນີ້ ກວ້າງຂວາງເກີນໄປ ແລະ ຍັງມີລັກ ສະນະຊ້ຳຊ້ອນກັນກັບພາກສ່ວນ ອື່ນ ທີ່ເຮັດໜ້າທີ່ກວດກາເຮັດໃຫ້ມີ ຄວາມຫຍຸ້ງຍາກໃນການປະຕິບັດ. ສະນັ້ນ, ເພື່ອແກ້ໄຂບັນຫາຫຍຸ້ງ ຍາກຂອງວຽກງານຕິດຕາມກວດ ກາທົ່ວໄປ, ອອປສ ໄດ້ເປັນເອກະ ພາບກຳນົດ 5 ວຽກ ຈຸດສຸມຄື: ການຕິດຕາມກວດກາທົ່ວໄປ; ການ ຕິດຕາມກວດກາ ການດໍາເນີນຄະ ດີປົກຄອງ; ການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ; ການຕິດຕາມ ກວດກາສະຖິຕິອາ ຊະຍາກຳ ພ້ອມທັງວິເຄາະວິໄຈ ອາຊະ ຍາກຳໄປພ້ອມ ແລະການຕິດ ຕາມກວດກາການອອກນິຕິກຳ ຂອງບັນດາກະຊວງ, ອົງການຈັດ ຕັ້ງຕ່າງໆ. ນອກຈາກນີ້, ຍັງໄດ້ ອອກຄຳສັ່ງເລກທີ 016/ອອປສ ເຖິງອົງການໄອຍະການປະຊາຊົນ ແຂວງ ເພື່ອໃຫ້ປະສານສົມທົບ ແລະ ຂໍທິດຊີ້ນຳ ຈາກບັນດາທ່ານເຈົ້າ ແຂວງ ຫລື ເລຂາພັກແຂວງ ເພື່ອ ເປັນໃຈກາງປະສານສົມທົບ ແລະ ຊຸກຍູ້ບັນດາຂະແໜງການທີ່ກ່ຽວ ຂ້ອງ ໄດ້ສົ່ງນິຕິກຳໃຫ້ແກ່ອົງການ ໄອຍະການປະຊາຊົນເພື່ອຕິດຕາມ ກວດກາ ເຊິ່ງໄດ້ທົດລອງເຮັດຢູ່ ເມືອງລ້ອງຊານ, ແຂວງໄຊສົມບູນ ເຫັນວ່າມີຜົນສຳເລັດ ໂດຍສະເພາະ ໄດ້ຕິດຕາມກວດກາການອອກນິຕິ ກຳຕ່າງໆຂອງ 25 ບ້ານພາຍໃນ ເມືອງລ້ອງຊານ ມີຄວາມຖືກຕ້ອງ ແລະເປັນເອກະພາບກັນ. ນອກຈາກ ນັ້ນ, ຍັງໄດ້ຫັນເອົາພະນັກງານ ຂັ້ນ ກົມ ລົງໄປຕິດຕາມຊຸກຍູ້ວຽກງານ ຕິດຕາມກວດກາທົ່ວໄປ ຢູ່ຂັ້ນທ້ອງ ຖິ່ນ ເປັນຕົ້ນແຂວງສະຫວັນນະເຂດ, ສາລະວັນ, ຄຳມ່ວນ, ບໍລິຄຳໄຊ, ຫົວພັນ ແລະ ແຂວງຊຽງຂວາງ ເພື່ອໃຫ້ອົງການໄອຍະການປະຊາ ຊົນທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດພາ ລະບົດບາດຕິດຕາມກວດກາທົ່ວ ໄປໄດ້ຢ່າງແຂງແຮງ. ເພື່ອແກ້ໄຂ ບັນຫາດັ່ງກ່າວ ໃນຕໍ່ໜ້າ ອອປສ ຈະ ຄົ້ນຄວ້າສ້າງກົນໄກ ປະສານສົມ ທົບກັບ ສໍານັກງານຫ້ອງວ່າການ ນາຍົກລັດຖະມົນຕີ, ກະຊວງ, ຂະ ແໜງການ, ອົງການປົກຄອງທ້ອງ ຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ກ່ຽວກັບການຕິດຕາມກວດກາທົ່ວ ໄປ ໃຫ້ສຳເລັດ; ສືບຕໍ່ສ້າງຄວາມ ເຂົ້າໃຈເປັນເອກະພາບກັບພາກ ສ່ວນທີ່ກ່ຽວຂ້ອງໃຫ້ແຂງແຮງ ກວ່າເກົ່າດ້ວຍຮູບການ ແລະ ວິທີ ການລົງເລິກ; ສືບຕໍ່ສ້າງ ແລະ ປັບ ປຸງນິຕິກໍາໃຕ້ກົດໝາຍ ຈຳນວນໜຶ່ງ ເພື່ອເປັນເຄື່ອງມືໃນການຈັດຕັ້ງ ປະຕິບັດ ເປັນຕົ້ນ ແມ່ນຄູ່ມືກ່ຽວກັບ ວຽກງານຕິດຕາມກວດກາທົ່ວໄປ ແລະ ການປ້ອງກັນອາຊະຍາກຳ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ແລະ ທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວ ສານການເງິນ ກະຊວງການເງິນ ໂດຍມີ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນ ໂລຊີ ແລະ ການສື່ສານ ແລະ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະ ມົນຕີກະຊວງການເງິນ, ມີຫົວໜ້າ ຫ້ອງການ, ຄະນະກົມ, ຄະນະພະ ແນກທັງສອງກະຊວງ ແລະ ພາກ
RkJQdWJsaXNoZXIy MTc3MTYxMQ==