xtgmf]k; 3 06/07/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສຸພາສະຫວັນ ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ shv'{lh;,{;yf .orklk]k; lfa oE{lfa xkj sk{]kj ,0u v[g0f ll- c0;'sq;rao gsaos]kp[aosk 8hv'-5dp6h.shvq'dkoxqd7v'c0;'g]aj'cdhw0 * ໃນພາສາລາວເຮົາ ມີຄໍາສັບ ຈໍານວນບໍ່ໜ້ອຍ ມີຄວາມໝາຍ ຄ້າຍກັນ ແລະ ບາງກໍລະນີກໍ່ສາມາດ ໃຊ້ແທນກັນໄດ້ ຊຶ່ງສະຖາບັນວິທະ ຍາສາດສັງຄົມແຫ່ງຊາດ ໄດ້ໃຫ້ ຊື່ຄໍາສັບເຫລົ່ານັ້ນວ່າ “ຄໍາພ້ອງ ຄວາມໝາຍ”. ໃນບົດນີ້ຈຶ່ງນໍາເອົາ ບາງຄໍາມາທົບທວນເຖິງຄວາມ ໝາຍຂອງຄໍາໂດຍດັ້ງເດີມ. ພຶດຕິກໍາຕົວຈິງ ການໃຊ້ພາສາ ລາວ ລ້ວນຢູ່ບົນພື້ນຖານຂອງຫລັກ ການປາກເວົ້າ ແລະ ຂີດຂຽນ, ບາງ ອັນ ເຖິງວ່າບໍ່ທັນສອດຄ່ອງກັນລະ ຫວ່າງພຶດຕິກໍາ ກໍ່ຄືຄວາມຊິນເຄີຍ ຂອງສັງຄົມ ກັບຫລັກການທີ່ຖືກກໍາ ນົດຂຶ້ນ, ແຕ່ກໍ່ເຫັນໄດ້ວ່າມີຄວາມ ຖືກຕ້ອງຊັດເຈນໃນດ້ານຄວາມ ໝາຍ, ຮັບປະກັນໄດ້ການພົວພັນ ຕາມຈຸດປະສົງ. ເຖິງຢ່າງໃດ ກໍ່ຍັງ ມີບາງປະເດັນທີ່ກາຍເປັນຂໍ້ຖົກ ຖຽງ ທັງທາງດ້ານຫລັກການຂຽນ ກໍ່ຄືການໃຊ້ຄໍາທີ່ຜິດພ້ຽນ, ຊອດກະ ຈາ ແລະ ອື່ນໆກໍ່ປາກົດມີ. ຄໍາ: “ຫ້ອງ” ເປັນຄໍານາມ (1) ໝາຍເຖິງ ສ້ວມ, ຕອນ, ບ່ອນຂັ້ນໄວ້ ເປັນສ່ວນໆເອີ້ນຫ້ອງ; (2) ໝາຍ ເຖິງ ແດນ, ຂອບເຂດ, ອານາເຂດ ດັ່ງວ່າ “ມາແຕ່ຫ້ອງ ພູຂາງເຫລັກ ຫລໍ່ ຄັນວ່າແກວ່ງເງືອດຊີ້ມານ ຢ້ານຢ່ອນຂາມ” (ໜັງສືນິທານ ທ້າວຮຸ່ງ). ຄໍາ: “ຫ້ອງ” ຍັງຖືກນໍາໄປປະ ສົມກັບຄໍາອື່ນ ເປັນຮູບຄໍາປະສົມທີ່ ມີຄວາມໝາຍກວ້າງອອກໄປຕື່ມ ດັ່ງ: ຫ້ອງ+ນອນ ເປັນ ຫ້ອງນອນ; ຫ້ອງ + ການ ເປັນ ຫ້ອງການ; ຫ້ອງ + ສະໝຸດ ເປັນ ຫ້ອງສະໝຸດ(ຫ້ອງ ສໍາລັບຈັດຮິບໂຮມຮັກສາໜັງສື ແລະ ປຶ້ມປະເພດຕ່າງໆ); ຫ້ອງ+ ແຖວ ເປັນ ຫ້ອງແຖວ (ໝາຍເຖິງ ອາຄານທີ່ສ້າງເປັນຫ້ອງໆຮຽງ ຕິດກັນ ເອີ້ນ ຕຶກແຖວ ຫລື ຫ້ອງ ແຖວ); ຫ້ອງ+ນໍ້າ ເປັນ ຫ້ອງນໍ້າ (ໝາຍເຖິງ ຫ້ອງຊໍາລະລ້າງສ່ວຍ ຮ່າງກາຍ/ອາບ, ຂັບຖ່າຍ ໜັກເບົາ...) ຄໍາວ່າ: “ສ້ວມ” ເປັນຄໍານາມ ໝາຍເຖິງ ສ່ວນໜຶ່ງຂອງເຮືອນ ຫລື ອາຄານທີ່ອາໄສ, ບ່ອນທີ່ຖືກ ຂັ້ນເປັນຫ້ອງ ຫລື ຫ້ອງບ່ອນຂັ້ນໄວ້, ບ່ອນຢູ່ ບ່ອນນອນທີ່ແອ້ມຂັ້ນໄວ້... ອັນໝາຍເຖິງຫ້ອງ ທີ່ຂັ້ນໄວ້ໃຊ້ສະ ເພາະເປັນບ່ອນນອນ. ເຮືອນລາວ ສະໄໝກ່ອນ ດັ້ງເດີມ ໂດຍທົ່ວໄປ ແບ່ງເປັນບ່ອນໃຊ້ປະໂຫຍດແຕກ ຕ່າງກັນ ຊຶ່ງພື້ນຖານມີຫ້ອງນອນ, ຫ້ອງເປີງ, ຫ້ອງຄົວ, ຊານ, ເຊຍ ດັ່ງ ນີ້ເປັນຕົ້ນ ແຕ່ເມື່ອສັງຄົມມີການ ພັດທະນາ, ຄວາມຮຽກຮ້ອງຕ້ອງ ການໃນຊີວິດຕົວຈິງ ເພື່ອຄວາມ ສະດວກສະບາຍ ແລະ ມີການນໍາ ແບບຈາກການປຸກສ້າງບ່ອນອາ ໄສຈາກຫລາຍວັດທະນະທໍາເຂົ້າ ມາກໍ່ເຮັດໃຫ້ “ເຮືອນ” ກໍ່ຄືບ່ອນ ອາໄສ ມີບ່ອນໃຊ້ປະໂຫຍດອັນຈໍາ ເປັນຄົບຖ້ວນຕາມຄວາມຕ້ອງການ ຊຶ່ງເອົາມາໂຮມໄວ້ໃນຫລັງດຽວ ກັນ ຄືປັດຈຸບັນໃນເຮືອນຫລັງໜຶ່ງ ອັນພື້ນຖານຈະປະກອບມີ ຫ້ອງ ນອນ, ຫ້ອງຮັບແຂກ, ຫ້ອງກິນເຂົ້າ, ຫ້ອງຄົວກິນ, ຫ້ອງນໍ້າ (ມີຫລາຍ ທີ່ລວມມີຫົວວິິດຖ່າຍ, ອ່າງສໍາລັບ ລ້າງໜ້າ, ອາບນໍ້າ...ລວມຢູ່ນໍາ ກັນ). ສ່ວນປະກອບອື່ນໆກໍ່ມີລະ ບຽງດ້ານນອກ ຫລື ອາດມີບ່ອນ ເບີຍລົມ ແລະ ອື່ນໆ ຕາມເງື່ອນໄຂ ດ້ານງົບປະມານກໍ່ສ້າງ. ເມື່ອເວົ້າ ເຖິງຄໍານີ້, ໃນໜັງສືນິທານ ເລື່ອງ ນາງຕັນໄຕ ສະບັບຄົ້ນຄວ້າຮິບໂຮມ ໂດຍ ທ່ານ ມະຫາ ສີລາ ວີຣະວົງ ຈັດພິມປີ ພສ 2500 ຫລື ປີ ຄສ 1957, ມີເນື້ອໃນຕອນໜຶ່ງຊຶ່ງ ເວົ້າ ເຖິງ ພະຍາວີຣະເສນ ໄປລາເມຍ ເພື່ອຈະໄປຢາມອ້າຍ ວ່າ, “...ເມື່ອ ສະເດັດຂຶ້ນໄປເຖິງຜາສາດກໍ່ສະ ເດັດເລີຍໄປສ້ວມ ພະມະເຫສີ ໂດຍ ຕັ້ງພະໄທວ່າ...” ອັນໝາຍເຖິງ ຫ້ອງນອນ ຫລື ບ່ອນນອນຂອງມະ ເຫສີ ນັ້ນເອງ. ຄໍາ: “ວິດ” ເປັນຄໍານາມ ມີເຄົ້າ ມາຈາກພາສາປາລີ ໝາຍເຖິງ ບ່ອນ ຖ່າຍເທຂອງເສດເຫລືອຈາກໄສ້ ພຸງຂອງຄົນ, ບ່ອນຖ່າຍໜັກຖ່າຍ ເບົາ... ອັນໝາຍວ່າ ວິດ ແຕ່ເດີມ ນັ້ນ ເປັນບ່ອນຖ່າຍໜັກ-ເບົາ ປະ ໂຫຍດດຽວ, ຄົນລາວສ້າງຂຶ້ນເປັນ ສະເພາະ ບໍ່ຕິດກັບເຮືອນໃຫຍ່ຫລື ເຮືອນອາໄສຕົ້ນຕໍ, ເປັນຫລັງນ້ອຍ ຢູ່ ໃກ້ເຮືອນ ຫລື ຫ່າງຈາກເຮືອນໃຫຍ່ ຕາມແຕ່ລະເງື່ອນໄຂ ກໍ່ຄືຄວາມ ຕ້ອງການຂອງເຈົ້າຂອງເຮືອນ. ໄລ ຍະຕໍ່ມາ ເພື່ອໃຫ້ສະດວກການໃຊ້ ປະໂຫຍດ, ວິດ ໄດ້ຖືກນໍາເອົາມາ ໂຮມຢູ່ໃນເຮືອນ, ເປັນສ່ວນໜຶ່ງ ຂອງເຮືອນ, ເປັນຫ້ອງສະເພາະມີ ວິດບ່ອນຖ່າຍໜັກ-ເບົາ ຫລື ບໍ່ກໍ່ມີ ເຄື່ອງໃຊ້ສຸຂະພັນແຍກກັນ, ອາບ ນໍ້າ, ຊັກເຄື່ອງ... ຖືເປັນບ່ອນໂຮມ ການໃຊ້ນໍ້າຫລາຍ, ຍົກເວັ້ນອ່າງສໍາ ລັບໃຊ້ເປັນບ່ອນລ້າງຖ້ວຍ. ໃນພຶດ ຕິກໍາຕົວຈິງການໃຊ້ຄໍາກ່ຽວຂ້ອງ ຄວາມໝາຍຄໍາ: “ວິດ”ຂອງສັງຄົມ ລາວໄດ້ຜິດພ້ຽນຄວາມໝາຍໄປ ບາງຄັ້ງຄາວຍ້ອນພວກເຮົາຮັບເອົາ ຄໍາມາຈາກພາສາໃນຕະກຸນດຽວ ກັນ ຈາກການພົວພັນເສດຖະກິດ, ວັດທະນະທໍາ-ສັງຄົມ ຈຶ່ງມີຄໍາ: “ສ້ວມ ຫລື ສ້ວມຖ່າຍ” ເຂົ້າມາໃຊ້ ໃນຄວາມໝາຍດຽວກັບຄໍາ: “ວິດ” ຄວາມໝາຍດັັ້ງເດີມໃນພາສາລາວ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ພັນ, ລວມທັງການຄ້າຂາຍສັດນໍ້າ- ສັດປ່າ ພັນຕ່າງໆຕາມລະບຽບກົດ ໝາຍ. ບັນຫາທີ່ຖືກຕັ້ງຂຶ້ນ ກ່ຽວກັບສັດ ນໍ້າ ກໍ່ຄືສັດປ່າ ເພື່ອບໍ່ໃຫ້ພວກມັນ ສູນພັນ, ສໍາຄັນອັນໜຶ່ງໂດຍອີງໃສ່ ສະພາບເງື່ອນໄຂ ແລະ ຈຸດພິເສດ ການດໍາລົງຊີວິດ ຂອງຄົນລາວ ຄື ເຮົາ ຄວນປ່ຽນແປງພຶດຕິກໍາທີ່ເປັນ ການສ່ຽງເຮັດໃຫ້ສັດນໍ້າ-ສັດປ່າ ສູນພັນ, ເປັນຕົ້ນການຫາປາ-ລ່າ ສັດ ມາເປັນອາຫານໃຊ້ເຄື່ອງມືມີລັກ ສະນະດັບກ້ຽງ, ການຄ້າຂາຍສັດ ນໍ້າ-ສັດປ່າຫາຍາກ, ຫວງຫ້າມ... ການຫາເພື່ອບໍລິໂພກຄອບຄົວ ກໍ່ ອາດຈະບໍ່ພໍເທົ່າໃດ, ແຕ່ດຽວນີ້ກາຍ ເປັນການຫາມາຂາຍ, ໂຕເລັກໂຕ ນ້ອຍ ບໍ່ເລືອກ, ຍາມຖືພາບໍ່ລະເວັ້ນ, ຍາມປາໄຂ່ກໍ່ຫາ ແລະ ຫາແບບບໍ່ມີ ຂອບເຂດຈໍາກັດ, ໄດ້ຫລາຍເທົ່າໃດ ຍິ່ງດີ ເຊິ່ງບັນຫານີ້ກໍ່ມີບາງຄໍາເຫັນ ວ່າເຮົາຍັງຄາຂອດກວດກາຕິດ ຕາມທີ່ດີ? ປ່ອຍປະໃຫ້ຫາຢ່າງ ເສລີ? ຫລາຍປີກ່ອນຜູ້ຂຽນເຄີຍ ອ່ານບົດຂຽນຂອງຊ່ຽວຊານຕ່າງ ປະເທດທ່ານໜຶ່ງຂຽນກ່ຽວກັບ ຄວາມສ່ຽງຂອງການສູນພັນຂອງ ປາບາງຊະນິດໃນນໍ້າຂອງ, ມີບາງ ເນື້ອໃນຈື່ວ່າ ມັນບໍ່ແມ່ນການສ້າງ ເຂື່ອນດອນສະໂຮງ ຫລື ເຂື່ອນອື່ນໆ ເພາະໂຄງການມີການວິພາກຜົນ ກະທົບສິ່ງແວດລ້ອມຢ່າງດີ, ລະບົບ ຂອງເຂື່ອນມີການສ້າງທາງຜ່ານ ຂຶ້ນ-ລ່ອງຂອງປາ, ຄວາມສ່ຽງຕໍ່ ການສູນພັນປາ ຈຸດສໍາຄັນໜຶ່ງ ແມ່ນພຶດຕິກໍາການຫາປາຂອງຄົນ ເຮົາເອງ ເຊິ່ງຄວນປ່ຽນແປງທັງ ແນວຄິດ, ການບໍລິໂພກ ແລະ ການ ນໍາໃຊ້ເຄື່ອງມືຫາປາ. ໝາຍວ່າເວ ລາໃດຄວນຫາ, ຫາສໍ່າໃດ... ສະຫລຸບວ່າ ການອະນຸລັກສັດ ເງື່ອນໄຂຕົວຈິງຂອງເຂດອະນຸ ລັກ... ແຕ່ລະປີຍັງມີການຈັດພິທີ ປ່ອຍສັດນໍ້າ-ສັດປ່າສູ່ແຫລ່ງທໍາມະ ຊາດ ເພື່ອການຂະຫຍາຍພັນ ເຊິ່ງ ການປ່ອຍປາ ແລະ ສັດປ່າ ໄດ້ເປັນ ຂະບວນຟົດຟື້ນໃນທົ່ວ ປະເທດ, ຂະນະດຽວກັນກໍ່ໄດ້ມີການເອົາໃຈ ໃສ່ ໃນວຽກງານໂຄສະນາປຸກລະ ດົມທົ່ວສັງຄົມໃນການອະນຸລັກສັດ ນໍ້າ-ສັດປ່າ ດ້ວຍຫລາຍຮູບການ ແລະ ເນື້ອໃນ. ສໍາຄັນໃນນັ້ນ ກໍ່ແມ່ນ ການປຸກລະດົມປະຕິບັດກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງໃຫ້ເຂັ້ມ ງວດ, ເປັນຕົ້ນການຫາປາ, ການລ່າ ສັດ ແມ່ນເດັດຂາດຫ້າມ ໃນລະດູຂະ ຫຍາຍພັນ, ການຫາປາ ແລະ ສັດ ປ່າເປັນອາຫານທີ່ສ່ຽງຕໍ່ການສູນ ພາບປະກອບ * ໃນໂອກາດເຂົ້າຮ່ວມກອງປະ ຊຸມສະໄໝສາມັນເທື່ອທີ 5 ຂອງ ສະພາແຫ່ງຊາດຊຸດທີ IX ທີ່ພວມ ດໍາເນີນ ໃນປັດຈຸບັນນີ້, ທ່ານ ສີຄໍາ ບຸນມີໄຊ ສະມາຊິກສະພາແຫ່ງຊາດ (ສສຊ), ປະທານສະພາປະຊາຊົນ ແຂວງຫົວພັນ ໄດ້ໃຫ້ສໍາພາດວ່າ: ໂດຍປະຕິບັດຕາມມະຕິ X ຂອງ ອົງ ຄະນະພັກແຂວງຫົວພັນ, ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີຄັ້ງ ທີ IX ຂອງແຂວງ ແລະ ຜ່ານການ ຈັດຕັ້ງປະຕິບັດພາລະບົດບາດຂອງ ຕົນໃນໄລຍະ 6 ເດືອນຕົ້ນປີຜ່ານ ມາ, ໄດ້ເອົາໃຈໃສ່ຊຸກຍູ້ຂະແໜງ ການກ່ຽວຂ້ອງສ້າງນິຕິກຳໃຕ້ ກົດໝາຍເປັນຕົ້ນ ສ້າງຂໍ້ຕົກລົງ ເຈົ້າແຂວງວ່າດ້ວຍກອງທຶນຄວບ ຄຸມ - ສະກັດກັ້ນ ແລະ ຕ້ານຢາ ເສບຕິດແຂວງຫົວພັນ ເພື່ອນໍາເຂົ້າ ຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ແຂວງ, ປະສານສົມທົບກັບອົງການ ປົກຄອງແຂວງ ຈັດກອງປະຊຸມປະ ເມີນ, ຄົ້ນຄວ້າ, ທາບທາມ ກົດໝາຍ ໄດ້ 3 ຄັ້ງ, ຈໍານວນ 13 ສະບັບ, ເຂົ້າ ຮ່ວມຮ່າງທາບທາມກົດໝາຍ ໄດ້ ທັງໝົດ 4 ຄັ້ງ, ຈໍານວນ 4 ສະບັບ, ຄົ້ນຄວ້າຕົກລົງບັນຫາສໍາຄັນພື້ນ ຖານຂອງແຂວງ ຈໍານວນ 10 ບັນ ຫາ ສາມາດຮັບຮອງອອກເປັນມະຕິ ຈໍານວນ 8 ສະບັບ. ໃນນີ້ ວຽກງານ ຂອງແຂວງ 6 ສະບັບ, ນິຕິກໍາໃຕ້ ກົດໝາຍ 1 ສະບັບ, ວຽກງານສະ ພາປະຊາຊົນແຂວງ 1 ສະບັບ ແລະ ດໍາເນີນກອງປະຊຸມປະຈໍາເດືອນ ຂອງຄະນະປະຈໍາສະພາປະຊາຊົນ ແຂວງ, ນອກນີ້ ໄດ້ຄົ້ນຄວ້າພິຈາລະ ນາຕົກລົງບັນຫາສໍາຄັນພື້ນຖານ ຂອງແຂວງ ຕາມການສະເໜີຂອງ ເຈົ້າແຂວງເປັນຕົ້ນ: ການດັດແກ້ ໂຄງການກໍ່ສ້າງ, ການຮັບຮອງເອົາ ອົງການທຽບເທົ່າພະແນກການ, ການຍຸບເລີກອົງການ ແລະ ການ ແຕ່ງຕັ້ງບຸກຄະລາກອນ ອອກເປັນ ມະຕິໄດ້ ຈໍານວນ 7 ສະບັບ, ພ້ອມນີ້ ກໍໄດ້ຕິດຕາມກວດກາການຈັດຕັ້ງ ປະຕິບັດລັດຖະທຳມະນູນ, ກົດ ໝາຍ, ແຜນພັດທະນາເສດຖະກິດ- ສັງຄົມ, ການຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດ, ມະຕິຂອງກອງປະ ຊຸມສະພາແຫ່ງຊາດ, ສະພາປະຊາ ຊົນແຂວງທີ່ໄດ້ຮັບຮອງເອົາ; ຄຽງ ຄູ່ກັບດ້ານພົ້ນເດັ່ນທີ່ກ່າວມານັ້ນ , ກໍຍັງມີບາງບັນຫາທີ່ຕ້ອງໄດ້ຮີບ ຮ້ອນຈັດຕັ້ງປະຕິບັດ ແລະ ແກ້ໄຂ ເປັນຕົ້ນ: ການຈັດຕັ້ງປະຕິບັດ ວາ ລະແຫ່ງຊາດ ວ່າດ້ວຍແກ້ໄຂບັນ ຫາຢາເສບຕິດ ໃນໄລຍະຜ່ານມາຍັງ ເຫັນວ່າບໍ່ທັນເຮັດໄດ້ດີເທົ່າທີ່ຄວນ ເຊັ່ນ: ການເຂົ້າເຖິງຜູ້ເສບ ແລະ ຜູ້ ຂາຍ ທີ່ເປັນລາຍໃຫຍ່ຢູ່ບາງບ່ອນ ຍັງມີການເຊື່ອງອໍາ, ປົກປິດຜູ້ກະທໍາ ຜິດບໍ່ກ້າລາຍງານ, ປະຊາຊົນ ແລະ ຜູ້ປົກຄອງຈຳນວນໜຶ່ງ ບໍ່ທັນໃຫ້ ຄວາມຮ່ວມມືເທົ່າທີ່ຄວນ ຈຶ່ງເຮັດ ໃຫ້ປາກົດການຫຍໍ້ທໍ້ບາງດ້ານມີ ທ່າອ່ຽງເພີ່ມຂຶ້ນເຊັ່ນວ່າ: ການເສບ, ຊື້-ຂາຍຢາເສບຕິດ ແລະ ອື່ນໆ. ສ່ວນ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນຍັງບໍ່ທັນໄດ້ດີ, ບໍ່ເຂັ້ມງວດ, ບໍ່ເດັດຂາດ. ຈັງຫວະການເຕີບໂຕ ທາງດ້ານເສດຖະກິດບໍ່ທັນແຂງ ແຮງເທົ່າທີ່ຄວນ ເປັນຕົ້ນ: ການກໍາ ນົດຖານລາຍຮັບທີ່ໝັ້ນຄົງບໍ່ທັນມີ ຈຸດສຸມ, ການນໍາໃຊ້ 5 ທ່າແຮງ ຂອງແຂວງ ເຂົ້າໃນການພັດທະນາ ເສດຖະກິດ - ສັງຄົມຍັງບໍ່ທັນແຂງ ແຮງ, ການແກ້ໄຂຄວາມທຸກຍາກ ບໍ່ບັນລຸຕາມຄາດໝາຍ ຍັງມີລັກ ສະນະເພີ່ມຂຶ້ນ, ການຄຸ້ມຄອງ, ການນໍາໃຊ້ພື້ນຖານໂຄງລ່າງທີ່ມີ ແລ້ວ ເພື່ອນໍາໃຊ້ໃຫ້ເກີດປະໂຫຍດ ສູງສຸດແກ່ປະຊາຊົນຍັງບໍ່ມີປະສິດ ທິຜົນ, ການສົ່ງເສີມການປູກ ຫຍ້າລ້ຽງສັດໄດ້ຂະຫຍາຍອອກ ຢ່າງກວ້າງຂວາງແຕ່ບໍ່ໄດ້ວາງ ມາດຕະການເຂັ້ມງວດ ໃນການຄຸ້ມ ຄອງເຮັດໃຫ້ປ່າໄມ້ຖືກທໍາລາຍ ໜັກໜ່ວງໂດຍບໍ່ຄໍານຶງເຖິງໄລຍະ ຍາວ; ການຄຸ້ມຄອງບັນດາໂຄງ ການຂຸດຄົ້ນແຮ່ທາດ, ເຂື່ອນໄຟຟ້າ ບໍ່ທັນມີປະສິດທິຜົນ ເຊິ່ງໄດ້ສົ່ງຜົນ ກະທົບຕໍ່ທຳມະຊາດ ແລະ ສັງຄົມ ເປັນຕົ້ນ: ພຶດພັນທັນຍາຫານ,ທີ່ຢູ່ອາ ໄສ, ເຂດທໍາການຜະລິດຂອງປະຊາ ຊົນຖືກທໍາລາຍ, ແມ່ນໍ້າບົກແຫ້ງ, ມີ ສານຜິດເຈືອປົນເຮັດໃຫ້ປາຕາຍ ເປັນຈໍານວນຫລວງຫລາຍ ຢູ່ໃນ ຂອບເຂດໂຄງການຂຸດຄົ້ນ, ປຸງແຕ່ງ ແຮ່ ແລະ ໂຄງການກໍ່ສ້າງເຂື່ອນໄຟ ຟ້າຈຳນວນໜຶ່ງ. ນອກຈາກນັ້ນຍັງ ມີຫລາຍໂຄງການທີ່ສ່ົງຜົນກະທົບ ຕໍ່ທໍາມະຊາດ ແລະ ການດໍາລົງຊີວິດ ຂອງປະຊາຊົນ ເຊິ່ງການຈັດຕັ້ງ ປະຕິບັດບັນດາໂຄງການໃນໄລຍະ ຜ່ານມາເຫັນວ່າ ບໍ່ຖືກຕາມຂັ້ນຕອນ ໂດຍສະເພາະໂຄງການ ທີ່ໄດ້ຮັບ ອະນຸຍາດເຮັດແບບທົດລອງ, ບໍ່ມີ ການສໍາຫລວດ ແລະ ເກັບກໍາຂໍ້ມູນ ຊັດເຈນ, ບໍ່ມີໃບຢັ້ງຢືນຮັບຮອງ ກ່ຽວກັບສິ່ງແວດລ້ອມ, ການຈັດຕັ້ງ ປະຕິບັດບໍ່ໄປຕາມສັນຍາ, ການຄຸ້ມ ຄອງໂຄງການລົງທຶນຂອງລັດ ຈໍາ ນວນໜຶ່ງຍັງບໍ່ທັນສູງ ແລະ ນິຕິກໍາ ກ່ຽວຂ້ອງຍັງບໍ່ທັນຮັດກຸມ ເທົ່າທີ່ ຄວນ, ບາງໂຄງການຈັດຕັ້ງປະຕິ ບັດໄປກ່ອນ ຈຶ່ງປະກອບເອກະສານ ຕາມຫລັງ. ເມື່ອພົບບັນຫາຈິ່ງສະ ເໜີໃຫ້ສະພາປະຊາຊົນຂັ້ນແຂວງ ລົງຕິດຕາມກວດກາ ເຊິ່ງມີຄວາມ ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ. ແນວໃດກໍຕາມ, ໃນຕໍ່ໜ້ານີ້, ຄະ ນະສະມາຊິກສະພາແຫ່ງຊາດ ປະ ຈໍາເຂດເລືອກຕັ້ງກໍຄືຄະນະປະຈໍາ ສະພາປະຊາຊົນແຂວງ ຈະເພີ່ມທະ ວີການປະສານສົມທົບກັບອົງການ ປົກຄອງແຂວງ, ເມືອງ ກໍຄືພາກ ສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າປຶກສາ ຫາລື ແລະ ແກ້ໄຂແຕ່ລະບັນຫາໄປ ຕາມຂັ້ນຕອນ ເພື່ອໃຫ້ມີຄວາມສອດ ຄ່ອງກັບສະພາບຄວາມເປັນຈິງ ຂອງທ້ອງຖິ່ນ ແລະ ຖືກຕ້ອງຕາມ ກົດໝາຍ. ສືບຕໍ່ສະເໜີລັດຖະບານ ອອກນິຕິກຳໃຕ້ກົດໝາຍໃຫ້ຮັດກຸມ, ເຂັ້ມງວດຕື່ມ ໃນການຄຸ້ມຄອງການ ສຳຫລວດ, ຂຸດຄົ້ນ ແລະ ສົ່ງອອກແຮ່ ທາດ, ການສ້າງເຂື່ອນໄຟຟ້າ ທີ່ສົ່ງ ຜົນກະທົບຕໍ່ທຳມະຊາດ ແລະ ສັງ ຄົມ, ເອົາໃຈໃສ່ການໂຄສະນາເຜີຍ ແຜ່ກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້ ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ ແລະ ປຸກລະດົມປະຊາຊົນ ແລະ ສັງຄົມ ໃຫ້ມີສ່ວນຮ່ວມຫລາຍ ຂຶ້ນໃນການຕິດຕາມກວດກາຕາມ ລັດຖະທຳມະນູນ ແລະ ກົດໝາຍ. ນໍ້າ-ສັດປ່າ ແມ່ນສໍາຄັນ ແລະ ມີຄຸນ ຄ່າຕໍ່ການພັດທະນາ, ນອກຈາກຈະ ສ້າງຄວາມອຸດົມສົມບູນໃຫ້ທໍາມະ ຊາດໂດຍກົງ, ຕໍ່ໄປຍັງສາມາດສ້າງ ເປັນແຫລ່ງທ່ອງທ່ຽວ ທີ່ຈະສາ ມາດສ້າງລາຍຮັບ ໃຫ້ປະເທດກໍ່ຄື ຊາວບ້ານໃນເຂດໃຫ້ຄຽງທີ່ໄດ້ມີ ສ່ວນຮ່ວມ ອັນຖືເປັນກະແສການ ພັດທະນາແບບສີຂຽວ-ຍືນຍົງ. ພວກເຮົາຕ້ອງປຸກລະດົມກັນ, ທຸກ ຄົນທີ່ຍັງບໍລິໂພກສັດນໍ້າ-ສັດປ່າ ກໍ່ຈໍາເປັນຕ້ອງຫັນປ່ຽນພຶດຕິກໍາ ທີ່ມີລັກສະນະສົ່ງເສີມການຫາປາລ່າສັດທີ່ສ່ຽງຕໍ່ການສູນພັນຂອງ ສັດນໍ້າ-ສັດປ່າ. * ວັນທີ 13 ກໍລະກົດ ທີ່ຈະມາ ເຖິງບໍ່ດົນ ເປັນວັນສໍາຄັນຫລາຍ ວັນ, ໃນນັ້ນຍັງເປັນວັນອະນຸລັກ ສັດນໍ້າ ແລະ ສັດປ່າ ແຫ່ງຊາດ ເຊິ່ງ ມີຄວາມສໍາຄັນຕໍ່ການຮັກສາພັນ ສັດນໍ້າ-ສັດປ່າ ໃຫ້ດໍາລົງຢູ່ຄຽງຄູ່ ກັບການພັດທະນາ ແລະ ມີຄວາມ ຍືນຍົງ. ກະແສຂອງການພັດທະນາຂອງ ໂລກ ໄດ້ຫລິງເຫັນຄວາມສໍາຄັນ ຄວາມຍືນຍົງ ແລະ ສີຂຽວ. ປະເທດ ລາວເຮົາ ຖືເອົາການຂະຫຍາຍເນື້ອ ທີ່ປ່າໄມ້ໃຫ້ກວມອັດຕາສ່ວນໃຫຍ່ ໃນລະດັບ 70%, ນອກຈາກການ ເພີ່ມເນື້ອທີ່ເຂດສີຂຽວແລ້ວ ໃນຕົວ ຂອງມັນກໍ່ແມ່ນໃຫ້ຊັບພະຍາກອນ ທໍາມະຊາດ ກໍ່ຄືສິ່ງທີ່ມີຊີວິດອຸດົມ ສົມບູນ, ໃນນັ້ນ ກໍ່ລວມທັງສັດນໍ້າສັດປ່າ ບໍ່ໃຫ້ສູນພັນ, ກາຍເປັນມໍ ລະດົກອັນລໍ້າຄ່າໄວ້ໃຫ້ລູກຫລານ ຕໍ່ໄປ. ເວົ້າເຖິງວຽກງານອະນຸລັກ ສັດນໍ້າ-ສັດປ່າ ຢູ່ປະເທດເຮົາ ຕະ ຫລອດໄລຍະຜ່ານມາແມ່ນໄດ້ຮັບ ຄວາມເອົາໃຈໃສ່ ແລະ ປະຕິບັດໄດ້ ດີມີຜົນສໍາເລັດໃນລະດັບໜຶ່ງທີ່ໜ້າ ພໍໃຈ ເຊິ່ງໄດ້ເປັນພື້ນຖານອັນສໍາ ຄັນປະກອບສ່ວນໃຫ້ແກ່ການພັດ ທະນາຕາມທິດສີຂຽວ ແລະ ຍືນຍົງ. ສະແດງອອກ ບັນດາພັນສັດນໍ້າສັດປ່າ ໄດ້ຮັບການອະນຸລັກຮັກສາ ແລະ ຂະຫຍາຍຕື່ມ ຕາມສະພາບ
RkJQdWJsaXNoZXIy MTc3MTYxMQ==