lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 06/07/2023 xtgmf]k; ຄະນະບໍລິຫານງານພັກ ຫສປທ... ລັດຖະບານ ຈະເລັ່ງ... ສານປະຊາຊົນສູງສຸດ ຈະ... ຄະນະບໍລິຫານງານພັກກະຊວງ... ຮອງນາຍົກລັດຖະມົນຕີ... ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂອງລັດຖະບານ ໂດຍສະເພາະຢູ່ ຫສປທ ແມ່ນກໍາລັງຂຸ້ນຂ້ຽວຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ແລະ ແຜນພັດທະນາ 5 ປີ ຂອງ ຫສປທ ໄລຍະກາງສະໄໝຜ່ານມາ ຊຶ່ງມີການສະຫລຸບຕີລາຄາການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ຫສປທ ໃນໄລຍະກາງສະໄໝ; ສະຫລຸບ ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ; ຜ່ານຮ່າງບົດສໍາຫລວດການ ນໍາພາລວມຂອງຄະນະບໍລິຫານ ງານພັກ ຫສປທ. ສຳຄັນແມ່ນຈະ ໄດ້ພ້ອມກັນວາງທິດທາງ, ແຜນ ການ ສຳລັບແຕ່ນີ້ຫາທ້າຍສະໄໝ ເພື່ອສືບຕໍ່ສ້າງການຫັນປ່ຽນຢ່າງ ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຂອງ ຫສປທ ຕາມທີ່ໄດ້ກຳນົດໄວ້. ກອງປະຊຸຸມດັ່ງກ່າວໄດ້ດໍາເນີນ ເປັນເວລາ 2 ວັນຄື: ວັນທີ 3 ກໍລະ ກົດ 2023 ກອງປະຊຸມທາບທາມ ຄວາມໄວ້ວາງໃຈຕໍ່ການນໍາພາ ລວມ ແລະ ບຸກຄົນຄະນະບໍລິຫານ ງານພັກ ແລະ ກອງປະຊຸມເປີດ ກວ້າງ, ສ່ວນວັນທີ 4 ກໍລະກົດ 2023 ແມ່ນກອງປະຊຸມພາຍໃນຄະ ນະບໍລິຫານງານພັກ ຫສປທ. ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ ສະແດງຄວາມຊົມເຊີຍຕໍ່ບັນດາສະ ຫາຍໃນຄະນະບໍລິຫານງານພັກ ຫສປທ ທີ່ຮ່ວມແຮງຮ່ວມໃຈນໍາ ພາ-ຊີ້ນໍາເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ເປີດຂຶ້ນ. ພ້ອມນັ້ນ ສະຫາຍກໍຍັງ ໄດ້ເນັ້ນບາງບັນຫາທີ່ສໍາຄັນຕື່ມ ອີກ ເປັນຕົ້ນ ແມ່ນເພີ່ມທະວີການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແລະ ແຜນພັດທະນາ 5 ປີ (20212025) ຂອງ ຫສປທ ຕິດພັນກັບມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ແລະ 2 ວາລະແຫ່ງຊາດໃຫ້ບັນ ລຸຕາມຈຸດປະສົງ ແລະ ລະດັບຄາດ ໝາຍທີ່ວາງໄວ້, ສືບຕໍ່ສຶກສາອົບ ຮົມການເມືອງ-ແນວຄິດ ໃຫ້ແກ່ສະ ມາຊິກພັກ, ພະນັກງານ-ລັດຖະ ກອນ ໃຫ້ມີຄວາມໜັກແໜ້ນ, ອຸ່ນ ອ່ຽນທຸ່ນທ່ຽງ, ຫ້າວຫັນຕໍ່ໜ້າທີ່ ວຽກງານ, ອົດທົນຜ່ານຜ່າຂໍ້ຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ ມີຄວາມເຂັ້ມແຂງ ແລະ ກະທັດຮັດ, ລົງເລິກຕໍ່ກັບ 5 ແຜນພັດທະນາ, 24 ໂຄງການ ແລະ 39 ກິດຈະກໍາ ເພື່ອຈັດລຽງບຸລິມະສິດ, ກໍານົດ ວຽກງານຈຸດສຸມໃນແຕ່ລະດ້ານ, ສືບຕໍ່ປົກປັກຮັກສາ ແລະ ນໍາໃຊ້ ວັດຖຸອຸປະກອນຂອງທໍານຽບປະ ທານປະເທດ ໃຫ້ເກີດປະໂຫຍດສູງ ສຸດ ພ້ອມທັງປັບປຸງລະບົບການຄຸ້ມ ຄອງງົບປະມານ, ການເງິນ ແລະ ກົນໄກການຈັດຊື້-ຈັດຈ້າງ ໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນສູງ; ຖື ເອົາຜົນຂອງການທາບທາມຄວາມ ເຊື່ອໝັັ້ນໄວ້ວາງໃຈ ແລະ ຜົນການ ດໍາເນີນຊີວິດການເມືອງພາຍໃນຄະ ນະບໍລິຫານງານພັກ ຫສປທ ຄັ້ງ ນີ້ ເພື່ອສືບຕໍ່ຍູ້ແຮງວຽກງານປັບ ປຸງພັກ, ກໍ່ສ້າງພະນັກງານ, ວຽກ ງານກວດກາ ແລະ ວຽກງານອົງ ການຈັດຕັ້ງມະຫາຊົນຂອງພັກໃຫ້ ແຂງແຮງ, ຜັນຂະຫຍາຍຈິດໃຈ ຂອງກອງປະຊຸມວຽກງານຈັດຕັັ້ງ ທົ່ວປະເທດ ຄັັ້ງທີ XI ແລະ ກອງ ປະຊຸມວຽກງານກວດກາທົ່ວປະ ເທດ ຄັັ້ງທີ IV ຜ່ານມາ, ສ້າງການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ໃນວຽກງານພັກ-ພະນັກງານ. ຂ່າວ: ຫສປທ ວຽກງານ ຖວທ 5 ປີ ຫັນເປັນອັນ ລະອຽດຕາມຂອບເຂດຄວາມຮັບ ຜິດຊອບຂອງຕົນ ຊຶ່ງສະແດງອອກ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ຖວທ ແລະ ສູ້ຊົນນຳພາການຈັດຕັ້ງປະຕິ ບັດເຂົ້າໃນວຽກງານຕົວຈິງຕາມ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ກະຊວງ ຖວທ. ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງໃນໄລ ຍະຜ່ານມາມີຄວາມຫຍຸ້ງຍາກ ຫລາຍດ້ານທີ່ສົ່ງຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືສະມາຊິກພັກ-ພະນັກງານ ແລະ ການເຄື່ອນໄຫວຂອງຄະນະພັກ ໃນການນຳພາ-ຊີ້ນຳຈັດຕັ້ງປະຕິ ບັດໜ້າທີ່ການເມືອງຂອງຕົນ, ແຕ່ ດ້ວຍຄວາມເອົາໃຈໃສ່ນຳພາຢ່າງ ໃກ້ຊິດຂອງສູນກາງພັກ, ດ້ວຍ ຄວາມຮັບຜິດຊອບສູງຂອງຄະນະ ບໍລິຫານງານພັກກະຊວງ ຖວທ, ຄວາມເປັນເຈົ້າການຂອງຄະນະພັກ ຮາກຖານ, ບັນດາໜ່ວຍພັກຮາກ ຖານ, ສະມາຊິກພັກ, ພະນັກງານ- ລັດຖະກອນທົ່ວກະຊວງເຮັດໃຫ້ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ໄດ້ຮັບຜົນສຳເລັດຫລາຍດ້ານ ເປັນ ຕົ້ນ ສະພາບແນວຄິດການເມືອງ ຂອງພະນັກງານສືບຕໍ່ມີຄວາມໜັກ ແໜ້ນ, ການຈັດຕັ້ງປະຕິບັດໜ້າທີ່ ວຽກງານໄດ້ດຳເນີນ ໄປຕາມ ແຜນ, ຕາມພາລະບົດບາດໄດ້ຈັດຕັ້ງປະ ຕິບັດເປັນປົກກະຕິ. ຄຽງຄູ່ກັນນັ້ນ, ກໍຍັງມີບາງດ້ານທີ່ຈະຕ້ອງໄດ້ສືບ ຕໍ່ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງ ໄດ້ຮັບຟັງຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ເລກທີ 286/ ຄລສພ ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດຳເນີນກອງ ປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ແຕ່ລະຂັ້ນ, ຜ່ານມາດຕະຖານຄະນະບໍລິຫານ ງານພັກກະຊວງ, ສິດ ແລະ ໜ້າທີ່ ຂອງຄະນະພັກ, ຂໍ້ຫ້າມສຳລັບສະ ມາຊິກພັກ; ຮັບຟັງການສະຫລຸບ ລາຍງານການນຳພາຈັດຕັ້ງປະຕິ ບັດມິຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ ຕິດພັນກັບການຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີXIຂອງພັກໃນໄລຍະກາງ ສະໄໝຜ່ານມາ ແລະ ທິດທາງນຳ ພາປະຕິບັດຄາດໝາຍສູ້ຊົນແຕ່ລະ ດ້ານໃນຕໍ່ໜ້າ, ພ້ອມທັງຜ່ານຮ່າງ ບົດສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານ ຖວທ ໃນໄລຍະກາງສະໄໝຜ່ານມາຕິດ ພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດສອງວາລະແຫ່ງຊາດ ແລະ ທິດທາງແຜນການ, ຄາດໝາຍ ສູ້ຊົນແຕ່ລະດ້ານໃນຕໍ່ໜ້າ. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນຊີ້ນຳຕໍ່ ການທາບທາມຢັ່ງຫາງສຽງຄວາມ ເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາ ລວມ ແລະ ບຸກຄົນຄະນະບໍລິຫານ ງານພັກກະຊວງ ໂດຍເນັ້ນໃຫ້ບັນ ດາຜູ້ແທນກອງປະຊຸມຕ້ອງເຂົ້າໃຈ ຖືກຕ້ອງເລິກເຊິ່ງ ແລະ ເຫັນແຈ້ງ ຄວາມສຳຄັນຂອງກອງປະຊຸມພັກ ກາງສະໄໝຂອງຄະນະບໍລິຫານ ງານພັກກະຊວງ ຖວທ ຊຶ່ງການ ທາບ ທາມຄັ້ງນີ້, ເປັນຂອດໜຶ່ງທີ່ສຳ ຄັນຂອງການດຳເນີນຊີວິດການ ເມືອງໃນທົ່ວພັກ, ເປັນຂອດຕັດສິນ ຄົນໃນພັກ, ຈາກການທາບທາມນີ້ ຈະເຫັນໄດ້ຜົນສຳເລັດໃນການນຳ ພາລວມ ກໍຄື ການປະຕິບັດໜ້າທີ່ມີ ຄວາມຮັບຜິດຊອບຂອງບຸກຄົນໃນ ຄະນະນຳນັ້ນ; ເສີມຂະຫຍາຍຜົນ ສຳເລັດໃຫ້ກວ້າງອອກ, ເປັນທ່າ ແຮງເປັນກຳລັງແຮງໃນການນຳ ພາທົ່ວອົງຄະນະພັກ ເພື່ອສ້າງພັກ ບົນພື້ນຖານສ້າງພັກປອດໃສເຂັ້ມ ແຂງ ໜັກແໜ້ນ, ຈາກການທາບ ທາມນີ້ ຈະສ້າງ ແລະ ຍົກສູງໄດ້ ຄວາມເຊື່ອໝັ້ນ ແລະ ສັດທາ ຂອງ ສະມາຊິກພັກ-ພະນັກງານ, ທະ ຫານ, ຕຳຫລວດ ກໍຄື ປະຊາຊົນບັນ ດາເຜົ່າຕໍ່ການນຳພາລວມຂອງຄະ ນະພັກ ກໍຄື ຂອງແຕ່ລະສະຫາຍຢູ່ໃນ ຄະນະພັກ ແລະ ການນຳພາຂອງ ພັກເຮົາ ຕໍ່ພາລະກິດທີ່ພວກເຮົາ ພວມດຳເນີນໃນປັດຈຸບັນ. ພ້ອມນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງໄດ້ສະເໜີໃຫ້ຜູ້ເຂົ້າ ຮ່ວມ ຈົ່ງກຳແໜ້ນຈຸດປະສົງຄາດ ໝາຍຈາກການທາບທາມລວມໝູ່ ແລະ ບຸກຄົນ ຊຶ່ງພົວພັນເຖິງຄຸນລັກ ສະນະ, ມາດຕະຖານດ້ານການ ເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ, ຄວາມຮັບ ຜິດຊອບການເມືອງແບບແຜນການ ນຳພາວິທີເຮັດວຽກຂອງລວມໝູ່ ຄະນະ ແລະ ສະແດງອອກ ຢູ່ໃນ ການປະຕິບັດໜ້າທີ່ ຄວາມຮັບຜິດ ຊອບທີ່ໄດ້ຮັບມອບໝາຍຂອງຄະ ນະ. ພ້ອມນີ້ ຍັງໄດ້ຮຽກຮ້ອງ ໃຫ້ ຄະນະພັກກະຊວງ ຈົ່ງຍົກສູງຄວາມ ຮັບຜິດຊອບທາງດ້ານການເມືອງ ຂອງພະນັກງານສະມາຊິກພັກ ໂດຍສະເພາະຄວາມຮັບຜິດຊອບ ຕໍ່ຕົນເອງ ໃນນາມເປັນພະນັກງານ ຜູ້ໜຶ່ງ, ໃນນາມເປັນສະມາຊິກພັກ, ເປັນພະນັກງານນຳພາຫລັກແຫລ່ງ ແລະ ມີຄວາມຮັບຜິດຊອບຕໍ່ພັກ ຕໍ່ປະເທດຊາດ; ຕ້ອງຮັບຜິດຊອບ ຕໍ່ຜົນໄດ້ຜົນເສຍຂອງຖັນແຖວພະ ນັກງານທີ່ຈະປະຕິບັດໜ້າທີ່ການ ເມືອງ, ຕ້ອງຄິດຫງ່ຳຕຶກຕອງລະ ອຽດຖີ່ຖ້ວນຕໍ່ບັນຫາຢ່າງເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍ ຂອງພັກ, ບົນລະບຽບຫລັກການ ແລະ ກົດໝາຍຕ່າງໆ. ນອກຈາກນີ້, ໃຫ້ຫລີກເວັ້ນການສວຍໃຊ້ການ ທາບທາມນີ້ ເປັນການທັບຖົມໂຈມ ຕີ, ໃສ່ຮ້າຍປ້າຍສີ ການນຳພາລວມ ກໍຄື ຂອງບຸກຄົນຂອງການຈັດຕັ້ງ, ສ້າງຄວາມເຊື່ອມເສຍໃຫ້ແກ່ພັກລັດ, ແກ່ການຈັດຕັ້ງ ແລະ ຕໍ່ບຸກຄົນ. ຂ່າວ: ມະນີທອນພາບ: ເກດສະໜາ ແຕ່ສະພາບການກໍຍັງບໍ່ທັນຜ່ອນ ຄາຍລົງ ເຊິ່ງສາເຫດຕົ້ນຕໍ ທີ່ເກີດ ຂຶ້ນເບື້ອງຕົ້ນແມ່ນເລີ່ມຈາກປັດ ໄຈພາຍນອກ ທີ່ສືບເນື່ອງຈາກຜົນ ກະທົບຈາກການລະບາດຂອງພະ ຍາດໂຄວິດ-19 ແລະ ສະພາບການ ຜັນແປຂອງພາກພື້ນ ແລະ ສາກົນ. ແນວໃດກໍຕາມ ລັດຖະບານຈະເລັ່ງ ໃສ່ຄົ້ນຄວ້າແກ້ໄຂບັນຫາໂຄງສ້າງ ດຸນການຊຳລະລະຫວ່າງປະເທດ ທີ່ຂາດດຸນ ໃຫ້ມີຄວາມສົມດຸນເທື່ອ ລະກ້າວ ໄປຄວບຄູ່ກັນກັບປະຕິບັດ ມາດຕະການສະເພາະໜ້າ ເພື່ອ ຄວບຄຸມຄວາມກົດດັນຂອງອັດຕາ ແລກປ່ຽນ, ພ້ອມທັງຈະສືບຕໍ່ຫັນ ການແລກປ່ຽນເງິນຕາເຂົ້າສູ່ລະ ບົບທະນາຄານ ແລະ ໃຫ້ມີໜ່ວຍບໍ ລິການພຽງພໍ ເພື່ອຮັບໃຊ້ສັງຄົມ ເປັນຕົ້ນ ໜ່ວຍບໍລິການແລກປ່ຽນ, ການແລກປ່ຽນຜ່ານລະບົບເອເລັກ ໂຕຣນິກ, ປັບປຸງຕະຫລາດເງິນຕາ ຕ່າງປະເທດ ລະຫວ່າງທະນາຄານ ທຸລະກິດດ້ວຍກັນພ້ອມນັ້ນ, ຍັງຈະ ເພີ່ມທະວີຄຸ້ມຄອງບັນດາບໍລິສັດ ນຳເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊໍາລະສະສາງການນຳເຂົ້າ, ສົ່ງ-ອອກສິນຄ້າ ຜ່ານລະບົບບັນຊີ ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ໂດຍກຳນົດເຂົ້າເປັນເງື່ອນໄຂ ທີ່ຂາດບໍ່ໄດ້ ສຳລັບການສົ່ງອອກນຳເຂົ້າສິນຄ້າຕໍ່ໄປ ເພື່ອສູ້ຊົນໃຫ້ມີ ເງິນຕາເຂົ້າມາຜ່ານທະນາຄານ ເພີ່ມຂຶ້ນຫລາຍກວ່າ 50% ຂຶ້ນໄປ. ພ້ອມນັ້ນ, ຍັງຈະສືບຕໍ່ບັນດາເປົ້າ ໝາຍທີ່ປັ່ນປ່ວນ, ເກງກຳໄລຈາກ ການແລກປ່ຽນເງິນຕາ ດ້ວຍຮູບ ແບບຕ່າງໆຢ່າງໃກ້ຊິດຖ້າພົບເຫັນ ແມ່ນ ດຳເນີນມາດຕະການຕາມກົດ ໝາຍ ແລະ ຈະຮີບຮ້ອນເລັ່ງທວງບັນ ດາບໍລິສັດທີ່ມີໜີ້ສິນກັບລັດຖະບານ ໃຫ້ຫາແຫລ່ງທຶນມາຊຳລະຕາມ ສັນຍາດັດແກ້ທີ່ໄດ້ເຊັນຮ່ວມກັນ ແລະ ກ່ອນກຳນົດໃນສັນຍາ ເພື່ອ ຊ່ວຍແກ້ໄຂບັນຫາເຄັ່ງຮ້ອນຂອງ ລັດຖະບານ. ສຳລັບມາດຕະການແກ້ໄຂໄລ ຍະກາງ ແລະ ໄລຍະຍາວລັດຖະ ບານຈະສືບຕໍ່ດຳເນີນນະໂຍບາຍ ເງິນຕາ ໄປໃນທິດຮັດກຸມດ້ວຍການ ຄວບຄຸມການຂະຫຍາຍຕົວຂອງ ປະລິມານເງິນ, ທັງບໍ່ສ້າງຄວາມ ກົດດັນຕໍ່ຄວາມຕ້ອງການເງິນຕາ ຕ່າງປະເທດ ອັນຈະເຮັດໃຫ້ອັດຕາ ແລກປ່ຽນອ່ອນຄ່າ ແລະ ຈະສືບຕໍ່ ກຳນົດນະໂຍບາຍແລກປ່ຽນໃນ ທິດທາງທີ່ສາມາດເຮັດໃຫ້ທະນາ ຄານທຸລະກິດ ກຳນົດອັດຕາແລກ ປ່ຽນໄດ້ຍືດຍຸ່ນຫລາຍຂຶ້ນ; ເພີ່ມທະ ວີການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອສ້າງໃຫ້ມີເງິນຕາເຂົ້າມາໃນ ລະບົບຫລາຍຂຶ້ນ ໂດຍເນັ້ນໃຫ້ຄຸ້ມ ຄອງຜູ້ນຳເຂົ້າ-ສົ່ງອອກ ແລະ ຜູ້ມາ ລົງທຶນໂດຍກົງຈາກຕ່າງປະເທດ, ພ້ອມທັງ ຈຳກັດການແລກປ່ຽນເງິນ ຕາຕ່າງປະເທດ ແບບຊະຊາຍບໍ່ຖືກ ກົດໝາຍ. ພ້ອມນີ້ ຈະເພີ່ມທະວີຕິດ ຕາມການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ທີ່ມີການເໜັງຕີງ ແຮງ ໂດຍສະເພາະແມ່ນສິນຄ້າປະ ເພດໝວດສະບຽງອາຫານ,ໝວດ ການຜະລິດກະສິກຳ (ຝຸ່ນ, ອາຫານ ສັດ, ແນວພັນ) ໂດຍລັດຖະບານຈະ ນໍາໃຊ້ມາດຕະການແຊກແຊງລາ ຄາສິນຄ້າ ໂດຍສະເພາະຕໍ່ສິນຄ້າ ອຸປະໂພກ ແລະ ບໍລິໂພກ. ຢ່າງໃດກໍຕາມລັດຖະບານຈະ ຄົ້ນຄວ້າມາດຕະການຕົວຈິງໃນ ການຈຳກັດ ການນຳເຂົ້າສິນຄ້າຟູມ ເຟືອຍ, ການລັກລອບນຳເຂົ້າສິນຄ້າ ທີ່ບໍ່ຖືກຕ້ອງທຸກຮູບແບບ, ລວມທັງ ຄຸ້ມຄອງ, ກວດກາການນໍາເຂົ້າສົ່ງອອກສິນຄ້າ ຢູ່ບັນດາດ່ານຊາຍ ແດນ (ເຂດພາສີ, ທ່າບົກ) ໃຫ້ຖືກ ຕ້ອງຄົບຖ້ວນຜ່ານລະບົບສະເກນ ເນີ, ແກ້ໄຂສະພາບການຄ້າຂາຍ ແບບເສລີ, ຊະຊາຍແບບຜ່ານມາ. ພ້ອມນັ້ນ, ກໍຈະສົ່ງເສີມການສົ່ງ ອອກສິນຄ້າ ແລະ ປູກຈິດສຳນຶກ, ປຸກລະດົມສ້າງຂະບວນການໃຫ້ພົນ ລະເມືອງລາວນິຍົມ ແລະ ຫັນມາ ນຳໃຊ້ສິນຄ້າ ທີ່ຜະລິດຢູ່ພາຍໃນປະ ເທດໃຫ້ຫລາຍຂຶ້ນ, ທັງເປັນການຈຳ ກັດການນຳເຂົ້າສິນຄ້າ ແລະ ຈຳ ກັດການນຳໃຊ້ເງິນຕາຕ່າງປະເທດ ໄປພ້ອມກັນ. ລັດຖະບານຈະດຳເນີນການຕິດ ຕາມ, ກວດກາບັນດາບໍລິສັດ ແລະ ບຸກຄົນທີ່ດຳເນີນທຸລະກິດ ບິດຄອຍ (ເງິນຄຣິບໂຕຣ) ທີ່ບໍ່ຖືກຕ້ອງຕາມ ລະບຽບການ, ສົ່ງເສີມການຜະລິດ ພາຍໃນໃຫ້ແຂງແຮງ ເພື່ອທົດແທນ ການນຳເຂົ້າສິນຄ້າ ຈາກຕ່າງປະ ເທດດ້ວຍການສົ່ງເສີມທາງດ້ານ ນະໂຍບາຍສິນເຊື່ອ ຍົກສະມັດຖະ ພາບການຜະລິດ, ສ້າງໃຫ້ມີຜະລິດ ຕະພັນທີ່ມີຄຸນນະພາບຕາມມາດ ຕະຖານທີ່ຕະຫລາດມີຄວາມຕ້ອງ ການ ແລະ ສ້າງພື້ນຖານໂຄງລ່າງ, ປັບປຸງຍົກລະດັບການບໍລິການ ເພື່ອ ຂົນຂວາຍ, ດຶງດູດນັກທ່ອງທ່ຽວ ຕ່າງໆປະເທດ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ນັບມື້ຫລາຍຂຶ້ນ. ຂ່າວ: ທະນູທອງ, ພາບ: ເກດສະໜາ ໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ຕີລາຄາ ສູງຕໍ່ກັບການປະຕິບັດໜ້າທີ່ຂອງຜູ້ ປະສານງານຂອງອົງການ ສປຊ ຜູ້ທຳອິດ (RC) ພາຍຫລັງມີການ ປັບປຸງລະບົບການພັດທະນາຂອງ ສປຊ (UNDS). ພ້ອມກັນນີ້, ທ່ານ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ຜົນງານຂອງ ນາງ ຊາຣາ ເຊເກັນ ເນສ ໃນການເສີມຂະຫຍາຍການ ຮ່ວມມື, ການສະໜັບສະໜູນຊ່ວຍ ເຫລືອ ເຊິ່ງເປັນການປະກອບສ່ວນ ສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ໃນໄລ ຍະຜ່ານມາ. ພາຍຫລັງການເຂົ້າຢ້ຽມຂ່ຳ ນັບອຳລາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ຕາງໜ້າໃຫ້ລັດຖະບານປະ ດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ຊາຣາ ເຊເກັນເນສ ໂດຍ ມີພະນັກງານຂັ້ນສູງ ຈາກບັນດາ ກະຊວງຂະແໜງການກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອົງການເຄືອ ຂ່າຍ ສປຊ ປະຈຳ ສປປ ລາວ ເຂົ້າ ຮ່ວມເປັນສັກຂີພິຍານໃນການຈັດ ຕັ້ງປະຕິບັດວຽກງານຂອງທ່ານ ຜູ້ປະສານງານອົງການ ສປຊ ປະ ຈຳ ລາວ ແຕ່ປີ 2019 ເປັນຕົ້ນມາ. ໂອກາດນີ້, ທ່ານ ນາງ ຊາຣາ ເຊເກັນເນສ ໄດ້ສະແດງຄວາມຂອບ ໃຈຢ່າງສູງຕໍ່ລັດຖະບານແຫ່ງ ສປປ ລາວ ກໍຄື ກະຊວງການຕ່າງປະ ເທດ ແລະ ບັນດາຂະແໜງການທີ່ ກ່ຽວຂ້ອງ ທີ່ໄດ້ໃຫ້ການຮ່ວມມື,ສະ ໜັບສະໜູນການຊ່ວຍເຫລືອ ແລະ ອຳນວຍຄວາມສະດວກຕະຫລອດ ໄລຍະການປະຕິບັດໜ້າທີ່ວຽກ ງານ ຢູ່ ສປປ ລາວ ຈົນປະສົບຜົນສໍາ ເລັດເປັນຢ່າງດີ, ພ້ອມທັງໃຫ້ຄຳ ໝັ້ນສັນຍາວ່າ ຫ້ອງການຜູ້ປະສານ ງານຂອງອົງການ ສປຊ ປະຈຳ ສປປ ລາວ (UNRCO) ຈະສືບຕໍ່ ໃຫ້ການຮ່ວມມື ແລະ ສະໜັບສະ ໜູນ ສປປ ລາວ ໃນຕໍ່ໜ້າ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ການໂຕ້ຖຽງຂອງຄູ່ຄວາມ, ການ ຕັດສິນດ້ວຍຜູ້ພິພາກສາຜູ້ດຽວ. ຕໍ່ບັນຫາດັ່ງກ່າວ, ທ່ານນາງ ວຽງທອງ ສີພັນດອນ ໃຫ້ຄວາມ ກະຈ່າງແຈ້ງວ່າ: ການພິພາກສາ ຄະດີສົ່ງກັບໄປ-ມາ ເຮັດໃຫ້ຄະດີຊັກ ຊ້າ, ແກ່ຍາວ ແລະ ບໍ່ມີທີ່ສິ້ນສຸດ ເປັນບັນຫາທີ່ສັງຄົມ ໃຫ້ຄວາມສົນ ໃຈ ແລະ ສ່ອງແສງຕໍ່ການຕັດສິນ ຄະດີຂອງສານ ແລະ ການປະຕິບັດ ກົດໝາຍບໍ່ທັນສັກສິດ, ເຂັ້ມງວດ ເຊິ່ງສານປະຊາຊົນສູງສຸດ ໄດ້ຖື ເປັນບັນຫາສຳຄັນ ແລະ ສຸມໃສ່ແກ້ ໄຂ ເປັນຕົ້ນ ໄດ້ຄົ້ນຄວ້າລະບົບການ ດຳເນີນຄະດີ ແລະ ເງື່ອນໄຂການ ປ່ຽນແປງ, ລົບລ້າງສົ່ງຄະດີຄືນໃຫ້ ສານຂັ້ນລຸ່ມພິຈາລະນາຄືນໃໝ່ ໃຫ້ ຊັດເຈນ, ບັນຫາໃດຄວນສົ່ງຄືນ ແລະ ບັນຫາໃດສານຂັ້ນເທິງມີສິດພິ ພາກສາເລີຍໂດຍບໍ່ຕ້ອງສົ່ງຄືນ ເຊິ່ງ ສານຂັ້ນເທິງຕ້ອງອີງໃສ່ເງື່ອນໄຂ ໃຫ້ຖືກຕ້ອງ, ມີຄຳເຫັນທີ່ຈະແຈ້ງ ແລະ ຊັດເຈນທີ່ສຸດ ໃນການສົ່ງຄືນ ໃຫ້ສານຂັ້ນລຸ່ມພິຈາລະນາຄືນໃໝ່. ພ້ອມດຽວກັນນັ້ນ, ຍັງຈະປັບປຸງ ການດຳເນີນຄະດີຢູ່ສານຂັ້ນລຸ່ມ ໃຫ້ເກັບກໍາຂໍ້ມູນຫລັກຖານໃຫ້ຄົບ ຖ້ວນ, ຮອບດ້ານ ແລະ ພາວະວິໄສ, ມີ ລະບຽບການຍື່ນຫລັກຖານໃຫ້ສິ້ນ ສຸດຢູ່ສານຂັ້ນຕົ້ນ, ທຸກຂໍ້ສະເໜີ ແລະ ຂໍ້ມູນຫລັກຖານ ສານຂັ້ນຕົ້ນ ຕ້ອງໄດ້ພິຈາລະນາ ແລະ ມີຄຳເຫັນ ທັງໝົດ. ພ້ອມນັ້ນ, ຍັງຈະປະສານ ສົມທົບກັບພາກສ່ວນກ່ຽວຂ້ອງໃນ ການພິສູດ, ຢັ້ງຢືນ ແລະ ສະໜອງ ຂໍ້ມູນຫລັກຖານໃຫ້ແກ່ສານຢ່າງ ວ່ອງໄວ, ຖືກຕ້ອງ ແລະ ຄົບຖ້ວນ, ຮັບປະກັນບໍ່ໃຫ້ມີການພິສູດ, ຢັ້ງ ຢືນປ່ຽນໄປ-ປ່ຽນມາທີ່ເຮັດໃຫ້ ການຕັດສິນຂອງສານປ່ຽນໄປຕາມ ການພິສູດ. ພ້ອມນີ້, ຍັງຈະສ້າງກົນ ໄກ ສົ່ງເສີມໃຫ້ໂຈດ, ຈຳເລີຍ ແລະ ທະນາຍຄວາມເຂົ້າຮ່ວມໃນການ ດຳເນີນຄະດີແຕ່ສານຂັ້ນລຸ່ມ, ໃຫ້ ມີການໂຕ້ແຍ່ງ, ໂຕ້ຖຽງໃຫ້ລະ ອຽດ, ຈະແຈ້ງ ແລະ ຄົບຖ້ວນກ່ອນ ການຕັດສິນ, ຫລີກລ່ຽງການຍື່ນ ຫລັກຖານ ແລະ ສະເໜີ ຫລັກຖານ ໃໝ່ ຢູ່ສານຂັ້ນເທິງ. ສຳລັບ ການໂຕ້ແຍ່ງກ່ຽວກັບຂໍ້ ມູນຫລັກຖານ ສານປະຊາຊົນສູງ ສຸດ ໄດ້ສ້າງກົນໄກໃຫ້ໂຈດ-ຈຳເລີຍ ໂຕ້ແຍ່ງ ກ່ຽວກັບຫລັກຖານຢ່າງ ລະອຽດ, ຈະແຈ້ງ ແລະ ຄົບຖ້ວນຢູ່ ສານຂັ້ນຕົ້ນ, ກຳນົດໃຫ້ໂຈດ, ຈຳ ເລີຍສະເໜີລາຍການຂໍ້ມູນຫລັກ ຖານທີ່ພົວພັນກັບຄະດີຕໍ່ສານ ເພາະ ຖືວ່າ ເປັນສິດ ແລະ ພັນທະຂອງ ໂຈດ, ຈຳເລີຍ ຕາມມາດຕາ 102 ຂອງກົດໝາຍວ່າດ້ວຍການດໍາເນີນ ຄະດີແພ່ງ. ສ່ວນການເກັບກຳຂໍ້ມູນ ຫລັກຖານສານປະຊາຊົນສູງສຸດ ໄດ້ອອກຄໍາແນະນໍາ 5 ສະບັບ ເພື່ອ ເປັນບ່ອນອີງໃນການປະຕິບັດຢູ່ ສານແຕ່ລະຂັ້ນ. ໃນຂະນະທີ່ການ ໂຕ້ຖຽງຂອງຄູ່ຄວາມຍັງເປັນບັນ ຫາ ທີ່ປະຕິບັດຕົວຈິງ, ຍັງບໍ່ທັນມີປະ ສິດທິພາບເທົ່າທີ່ຄວນ ເຊິ່ງເກີດ ຈາກນິຕິກຳຍັງບໍ່ຄົບຖ້ວນ, ມີຊ່ອງ ວ່າງ, ຄວາມຮັບຜິດຊອບຂອງຜູ້ ພິພາກສາບາງຄົນຍັງບໍ່ສູງ, ບໍ່ໃຫ້ ສິດແກ່ຄູ່ຄວາມໂຕ້ແຍ່ງ-ໂຕ້ຖຽງ, ໂຈດ-ຈໍາເລີຍ, ຜູ້ເຂົ້າຮ່ວມໃນການ ດໍາເນີນຄະດີບາງເລື່ອງຍັງບໍ່ໃຫ້ ຄວາມຮ່ວມມືໃນການປະກອບຂໍ້ ມູນຫລັກຖານ, ມີການປິດບັງ,ຊຸກ ເຊື່ອງ ຫລື ບໍ່ມີຫລັກຖານສະເໜີຕໍ່ ສານ, ຕໍ່ກັບບັນຫາດັ່ງກ່າວ, ສານປະ ຊາຊົນໄດ້ມີມາດຕະການແກ້ໄຂ ເລັ່ງດ່ວນຄື: ສະເໜີປັບປຸງກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ ເພື່ອກຳນົດຫລັກການ, ຂັ້ນຕອນ ແລະ ວິທີການດຳເນີນຄະດີ, ເກັບກຳ ຂໍ້ມູນຫລັກຖານໃຫ້ລະອຽດພ້ອມ ທັງຄົ້ນຄວ້າອອກນິຕິກໍາໃຕ້ກົດ ໝາຍ, ກໍານົດວິທີປະຕິບັດລະອຽດ; ກຳນົດກົນໄກ, ວິທີການໂຕ້ແຍ່ງ ຂອງໂຈດ, ຈໍາເລີຍ ຫລື ບຸກຄົນທີ ສາມ ໂດຍສຸມໃສ່ສ້າງສານຕົວແບບ ໃນການໂຕ້ແຍ່ງ-ໂຕ້ຖຽງກ່ຽວກັບ ເຫດການຂອງຄະດີ, ຂໍ້ມູນຫລັກ ຖານຂອງແຕ່ລະຝ່າຍໃຫ້ຄົບຖ້ວນ, ລະອຽດ, ຈະແຈ້ງ; ຊຸກຍູ້ສານຂັ້ນ ເທິງຕິດຕາມກວດກາການດຳເນີນ ຄະດີຢູ່ສານຂັ້ນລຸ່ມ. ຖ້າພົບເຫັນຜູ້ ພິພາກສາຜູ້ໃດມີການລະເມີດ ຫລື ປະຕິບັດບໍ່ຖືກຕ້ອງ ໃຫ້ຊອກຫາສາ ເຫດ, ຖ້າເຫັນວ່າມີເຈດຕະນາລະ ເມີດຕ້ອງໄດ້ປະຕິບັດວິໄນຢ່າງເຂັ້ມ ງວດ, ຖ້າເຫັນວ່າກົດໝາຍມີຊ່ອງ ຫວ່າງ, ມີການສວຍໃຊ້ ຫລື ປະຕິ ບັດບໍ່ເອກະພາບ ໃຫ້ອອກນິຕິກຳ ອັດຊ່ອງວ່າງ ແລະ ເປັນເຄື່ອງມືປະ ຕິບັດໃຫ້ຖືກຕ້ອງ, ເປັນເອກະພາບ ຢູ່ສານແຕ່ລະຂັ້ນ. ສຳລັບການຕັດສິນດ້ວຍຜູ້ພິ ພາກສາຜູ້ດຽວ ຜ່ານການຈັດຕັ້ງ ປະຕິບັດຢູ່ບັນດາສານເຂດ ໃນໄລ ຍະ 2 ປີເຄິ່ງຜ່ານມາ, ການຕັດສິນ ຄະດີ ໂດຍຜູ້ພິພາກສາຜູ້ດຽວໄດ້ ຫລາຍກວ່າ 500 ເລື່ອ ງ, ພາຍຫລັງ ຕັດສິນຄູ່ຄວາມພໍໃຈ, ບໍ່ຂໍອຸທອນ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ສຳເລັດໄວ້ຂຶ້ນ ເປັນຕົ້ນສານປະຊາ ຊົນເຂດ 4 ນະຄອນຫລວງວຽງຈັນ ສາມາດພິຈາລະນາແກ້ໄຂຄະດີ ໂດຍການຕັດສິນດ້ວຍຜູ້ພິພາກສາ ຜູ້ດຽວ ແຕ່ປີ 2022 ຫາ ເດືອນພຶດ ສະພາ 2023 ຕັດສິນຄະດີແພ່ງໄດ້ ຈຳນວນ 38 ເລື່ອງ, ຄະດີອາຍາ 14 ເລື່ອງ, ບໍ່ມີການຂໍອຸທອນຈັກເລື່ອງ. ຂ່າວ: ທະນູທອງ, ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==