5655

7tot[= ]y sko'kora ddt-;' 4;m fegou odv'xt-5 ,7q [7totdk'ltw\ Iv'okpq d]a f4t,q o8u ,v[s]Podk ,y f8trk[.sh z6 h xtlko'ko lx- xt9e]k; ll- ltg|u ]a f4t[koxt8y [a f 0t[;odkop5 8y me.sh 3xj 'wl lkoxt-k-q ol6 'l5 f 9tln [8+ cdh w0 dkofegouo7tfu;jv'w; c]t p58yme sq ;|h k vvxl -U c9' [k'[a oskmu j ll- ,u 7;k,lq o.9 1krN og,n v' 9kdr6 ,xa opk 0v'7q o]k; 7v'.9z6 h [= ]y 3rdpk;ok, 7tot[= ]y sko'kora d slxm fegou odv'xt-5 ,7q [7totdk'ltw\ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 06.07.2023 ປີທີ 22 ສະບັບທີ 5.714 rda xt-k-oq xt8;y fa]k; mu,j du Pflts'k \oA pon K j -,q g-pu dv'xt-,5 ltw\lk,oa gmnvj m u 5 0v'ltrkcs'j -kf -f5 m u IX 1kj 'lf5 .9  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 6 ທານປະເທດ ໂດຍມີສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການ ເມືອງສູນກາງພັກ, ຮອງປະທານ ປະເທດ ແຫ່ງ ສປປ ລາວ, ມີບັນດາ ສະຫາຍຄະນະພັກ, ຄະນະໜ່ວຍ ພັກ, ສະມາຊິກພັກ, ໜ່ວຍງານວິຊາ ການຈາກຄະນະກວດກາສູນກາງ ພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຫ້ອງວ່າການສູນກາງພັກເຂົ້າຮ່ວມ. ໂອກາດດັ່ງກ່າວ ສະຫາຍ ນາງ ເຂັມມະນີ ພົນເສນາ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກ, ຫົວໜ້າ ຫສປທ ໄດ້ຍົກ ໃຫເຫັນວ່າ: ກອງປະຊຸມຄັ້ງນີ້ໄດ້ ເປີດຂຶ້ນທ່າມກາງບັນຍາກາດທີ່ທົ່ວ ພັກ, ທົ່ວລັດກໍາລັງສຸມໃສ່ຈັດຕັ້ງປະ ຂປລ. ລັດຖະບານໄດ້ກຳນົດ ຫລາຍມາດຕະການ ທີ່ຈະສຸມໃສ່ແກ້ ໄຂບັນຫາອັດຕາເງິນເຟີ້, ການອ່ອນ ຄ່າຂອງເງິນກີບ, ການຜັນຜວນ ຂອງອັດຕາແລກປ່ຽນ ແລະ ການ ເພີ່ມຂຶ້ນຂອງລາຄາສິນຄ້າໂດຍໄດ້ ກຳນົດເປັນມາດຕະການຄົບຊຸດ ທີ່ ເປັນລະບົບ ແລະ ໄດ້ແບ່ງຄວາມຮັບ ຜິດຊອບໃນການແກ້ໄຂຢ່າງຮີບ ດ່ວນ ເປັນຕົ້ນ ມາດຕະການແກ້ໄຂ ໃນສະເພາະໜ້າ,ໃນໄລຍະກາງ ແລະ ໄລຍະຍາວ ເພື່ອເຮັດໃຫ້ເສດ ຖະກິດ-ການເງິນ ກໍຄື ເຮັດໃຫ້ການ ຂປລ. ໃນວາລະກອງປະຊຸມສະ ໄໝສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນວັນທີ 5 ກໍລະກົດ 2023 ໂດຍການເປັນປະ ທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ຂປລ. ພິທີເຊັນສັນຍາການຮ່ວມ ມືພັດທະນານຳໃຊ້ລາຍເຊັນເອ ເລັກໂຕຣນິກ (Certificate Authority/Digital Signature) ໃນການຄຸ້ມຄອງງົບປະມານແຫ່ງ ລັດ (ລາຍຮັບ-ລາຍຈ່າຍ) ລະ ຫວ່າງສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ ສານ ແລະ ກົມເຕັກໂນໂລຊີຂໍ້ມູນ ຂ່າວສານການເງິນກະຊວງການ ເງິນ ຈັດຂຶ້ນໃນວັນທີ 4 ກໍລະກົດ 2023 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດກະ ຊວງເຕັກໂນໂລຊີ ແລະ ການສື່ສານ ຂປລ. ກອງປະຊຸມຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ (ຖວທ) ສະໄໝທີ V ແລະ ທາບທາມຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກກະຊວງໄຂຂຶ້ນ ໃນ ຂປລ. ວັນທີ 5 ກໍລະກົດ 2023 ນີ້, ທ່ານນາງ ວຽງທອງ ສີພັນດອນ ຂປລ. ໃນວັນທີ 5 ກໍລະກົດ 2023, ທີ່ກະຊວງການຕ່າງປະ ເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດໄດ້ໃຫ້ ກຽດຕ້ອນຮັບ ແລະ ປະດັບຫລຽນ ກາມິດຕະພາບ ໃຫ້ແກ່ ທ່ານ ນາງ ຊາຣາ ເຊເກັນເນສ (Ms. Sara Sekkenes), ຜູ້ປະສານງານຂອງ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໃນໂອກາດສຳເລັດການ ປະຕິບັດໜ້າທີ່ຢູ່ ສປປ ລາວ. ຂປລ.ໃນວັນທີ 5 ກໍລະກົດ 2023, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາ ສະຫາຍ ນາງ ປານີ ຢາທໍ່ຕູ້ ຂປລ. ກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານ ງານພັກ ຫ້ອງວ່າການສໍານັກງານ ປະທານປະເທດ (ຫສປທ) ສະໄໝ ທີ I ໄດ້ເປີດຂຶ້ນ ລະຫວ່າງວັນທີ 3-4 ກໍລະກົດ 2023 ທີ່ທໍານຽບປະ ຜັນຜວນຂອງອັດຕາແລກປຽນ, ອັດຕາເງິນເຟີ້ ຂອງ ສປປ ລາວ ກັບ ເຂົ້າສູ່ສະພາບປົກກະຕິໂດຍໄວ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານໃນ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ກໍລະກົດ 2023 ນີ້ວ່າ: ໃນໄລຍະຜ່ານມາລັດຖະບານ ໄດ້ ສຸມໃສ່ໃນການແກ້ໄຂບັນຫາດັ່ງ ກ່າວ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດ ຊອບໃນການແກ້ໄຂຢ່າງຕັ້ງໜ້າ ສະຫາຍ ກິແກ້ວ ໄຂຄຳພິທູນ ວັນທີ 5 ກໍລະກົດ 2023 ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳ ວຽກງານປົກຄອງວັດທະນະທຳ-ສັງຄົມ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງ ພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,ມີຜູ້ ຕາງໜ້າຈາກຫ້ອງການສູນກາງພັກ, ຄະນະຈັດຕັ້ງ ສູນກາງພັກ, ຄະນະກວດກາສູນກາງພັກ ແລະ ຮອງ ເລຂາ, ບັນດາຄະນະປະຈຳພັກ, ຄະນະພັກຮາກ ຖານ ແລະ ຄະນະໜ່ວຍພັກອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ. ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ ກ່າວວ່າ: ຕະຫລອດໄລຍະສອງປີເຄິ່ງຜ່ານມາຄະ ນະບໍລິຫານງານພັກກະຊວງ ຖວທ ໄດ້ເອົາໃຈໃສ່ ຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຈັດຕັ້ງປະຕິບັດ ແຜນພັດທະນາ ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ ຊີ້ແຈງ, ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳເນີນຄະ ດີແພ່ງ ໃນໄລຍະຜ່ານມາທີ່ ສສຊ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໃນ ຫລາຍບັນຫາສຳຄັນ ເປັນຕົ້ນການ ພິພາກສາຄະດີ ສົ່ງກັບໄປ-ມາ ເຮັດ ໃຫ້ຄະດີຊັກຊ້າ, ແກ່ຍາວ ແລະ ບໍ່ມີທີ່ ສິ້ນສຸດ, ການໂຕ້ແຍ່ງກ່ຽວກັບຂໍ້ມູນ ຫລັກຖານ, ການພິສູດຫລັກຖານ, ທ່ານ ໄຊຊະນະ ໂຄດພູທອນ ຊົນສູງສຸດ (ອອປສ) ໄດ້ຊີ້ແຈງ ບາງປະເດັນທີ່ ສສຊ ມີຄວາມສົນໃຈ ແລະ ຊັກຖາມ ໃນວາລະກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະ ພາແຫ່ງຊາດ ຊຸດທີ IX ໂດຍສະ ເພາະກ່ຽວກັບບັນຫາການດຳເນີນ ຄະດີຢາເສບຕິດ ເຊັ່ນ: ນໍ້າກະທ່ອມ, ຢາສູບໄຟຟ້າ ແລະ ປຸ່ມເປົ້າອັດແກັສ, ລວມທັງວຽກງານກວດກາທົ່ວໄປ ແລະ ອື່ນໆ ເຊິ່ງເປັນບັນຫາທີ່ສຳຄັນ ທີ່ຈະຕ້ອງໄດ້ເລັ່ງປັບປຸງແກ້ໄຂແນ ໃສ່ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳເຫັນ ໃສ່ບົດລາຍງານຂອງສານປະຊາ ຊົນສູງສຸດ ແລະ ອົງການໄອຍະການ ປະຊາຊົນສູງສຸດ ກ່ຽວກັບການປະ ເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍສານປະຊາຊົນ, ກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ, ກົດໝາຍວ່າດ້ວຍອົງການໄອຍະ ການປະຊາຊົນ ແລະ ກົດໝາຍວ່າ ດ້ວຍການດໍາເນີນຄະດີອາຍາ ເຊິ່ງ ໂດຍລວມແລ້ວ ແມ່ນເຫັນດີເປັນ ເອກກະພາບຕໍ່ບັນດາເນື້ອໃນຂອງ ບົດລາຍງານດັ່ງກ່າວ, ແຕ່ບັນດາ g-a ola opkdkoIj ;,,n ra fmtok oe.-h ]kpg-a ogvg]a d38ioy d .odko75 h ,7v''[q xt,ko ]a f4t[ko 9tg]a j 'cdh w0 va f8kg'og2U c]t ]k7kly o7h k y

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 06/07/2023 xtgmf]k; ຄະນະບໍລິຫານງານພັກ ຫສປທ... ລັດຖະບານ ຈະເລັ່ງ... ສານປະຊາຊົນສູງສຸດ ຈະ... ຄະນະບໍລິຫານງານພັກກະຊວງ... ຮອງນາຍົກລັດຖະມົນຕີ... ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂອງລັດຖະບານ ໂດຍສະເພາະຢູ່ ຫສປທ ແມ່ນກໍາລັງຂຸ້ນຂ້ຽວຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ແລະ ແຜນພັດທະນາ 5 ປີ ຂອງ ຫສປທ ໄລຍະກາງສະໄໝຜ່ານມາ ຊຶ່ງມີການສະຫລຸບຕີລາຄາການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ຫສປທ ໃນໄລຍະກາງສະໄໝ; ສະຫລຸບ ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ; ຜ່ານຮ່າງບົດສໍາຫລວດການ ນໍາພາລວມຂອງຄະນະບໍລິຫານ ງານພັກ ຫສປທ. ສຳຄັນແມ່ນຈະ ໄດ້ພ້ອມກັນວາງທິດທາງ, ແຜນ ການ ສຳລັບແຕ່ນີ້ຫາທ້າຍສະໄໝ ເພື່ອສືບຕໍ່ສ້າງການຫັນປ່ຽນຢ່າງ ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຂອງ ຫສປທ ຕາມທີ່ໄດ້ກຳນົດໄວ້. ກອງປະຊຸຸມດັ່ງກ່າວໄດ້ດໍາເນີນ ເປັນເວລາ 2 ວັນຄື: ວັນທີ 3 ກໍລະ ກົດ 2023 ກອງປະຊຸມທາບທາມ ຄວາມໄວ້ວາງໃຈຕໍ່ການນໍາພາ ລວມ ແລະ ບຸກຄົນຄະນະບໍລິຫານ ງານພັກ ແລະ ກອງປະຊຸມເປີດ ກວ້າງ, ສ່ວນວັນທີ 4 ກໍລະກົດ 2023 ແມ່ນກອງປະຊຸມພາຍໃນຄະ ນະບໍລິຫານງານພັກ ຫສປທ. ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ ສະແດງຄວາມຊົມເຊີຍຕໍ່ບັນດາສະ ຫາຍໃນຄະນະບໍລິຫານງານພັກ ຫສປທ ທີ່ຮ່ວມແຮງຮ່ວມໃຈນໍາ ພາ-ຊີ້ນໍາເຮັດໃຫ້ກອງປະຊຸມຄັ້ງນີ້ ໄດ້ເປີດຂຶ້ນ. ພ້ອມນັ້ນ ສະຫາຍກໍຍັງ ໄດ້ເນັ້ນບາງບັນຫາທີ່ສໍາຄັນຕື່ມ ອີກ ເປັນຕົ້ນ ແມ່ນເພີ່ມທະວີການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແລະ ແຜນພັດທະນາ 5 ປີ (20212025) ຂອງ ຫສປທ ຕິດພັນກັບມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ແລະ 2 ວາລະແຫ່ງຊາດໃຫ້ບັນ ລຸຕາມຈຸດປະສົງ ແລະ ລະດັບຄາດ ໝາຍທີ່ວາງໄວ້, ສືບຕໍ່ສຶກສາອົບ ຮົມການເມືອງ-ແນວຄິດ ໃຫ້ແກ່ສະ ມາຊິກພັກ, ພະນັກງານ-ລັດຖະ ກອນ ໃຫ້ມີຄວາມໜັກແໜ້ນ, ອຸ່ນ ອ່ຽນທຸ່ນທ່ຽງ, ຫ້າວຫັນຕໍ່ໜ້າທີ່ ວຽກງານ, ອົດທົນຜ່ານຜ່າຂໍ້ຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ ມີຄວາມເຂັ້ມແຂງ ແລະ ກະທັດຮັດ, ລົງເລິກຕໍ່ກັບ 5 ແຜນພັດທະນາ, 24 ໂຄງການ ແລະ 39 ກິດຈະກໍາ ເພື່ອຈັດລຽງບຸລິມະສິດ, ກໍານົດ ວຽກງານຈຸດສຸມໃນແຕ່ລະດ້ານ, ສືບຕໍ່ປົກປັກຮັກສາ ແລະ ນໍາໃຊ້ ວັດຖຸອຸປະກອນຂອງທໍານຽບປະ ທານປະເທດ ໃຫ້ເກີດປະໂຫຍດສູງ ສຸດ ພ້ອມທັງປັບປຸງລະບົບການຄຸ້ມ ຄອງງົບປະມານ, ການເງິນ ແລະ ກົນໄກການຈັດຊື້-ຈັດຈ້າງ ໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນສູງ; ຖື ເອົາຜົນຂອງການທາບທາມຄວາມ ເຊື່ອໝັັ້ນໄວ້ວາງໃຈ ແລະ ຜົນການ ດໍາເນີນຊີວິດການເມືອງພາຍໃນຄະ ນະບໍລິຫານງານພັກ ຫສປທ ຄັ້ງ ນີ້ ເພື່ອສືບຕໍ່ຍູ້ແຮງວຽກງານປັບ ປຸງພັກ, ກໍ່ສ້າງພະນັກງານ, ວຽກ ງານກວດກາ ແລະ ວຽກງານອົງ ການຈັດຕັ້ງມະຫາຊົນຂອງພັກໃຫ້ ແຂງແຮງ, ຜັນຂະຫຍາຍຈິດໃຈ ຂອງກອງປະຊຸມວຽກງານຈັດຕັັ້ງ ທົ່ວປະເທດ ຄັັ້ງທີ XI ແລະ ກອງ ປະຊຸມວຽກງານກວດກາທົ່ວປະ ເທດ ຄັັ້ງທີ IV ຜ່ານມາ, ສ້າງການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ໃນວຽກງານພັກ-ພະນັກງານ. ຂ່າວ: ຫສປທ ວຽກງານ ຖວທ 5 ປີ ຫັນເປັນອັນ ລະອຽດຕາມຂອບເຂດຄວາມຮັບ ຜິດຊອບຂອງຕົນ ຊຶ່ງສະແດງອອກ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ຖວທ ແລະ ສູ້ຊົນນຳພາການຈັດຕັ້ງປະຕິ ບັດເຂົ້າໃນວຽກງານຕົວຈິງຕາມ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ກະຊວງ ຖວທ. ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງໃນໄລ ຍະຜ່ານມາມີຄວາມຫຍຸ້ງຍາກ ຫລາຍດ້ານທີ່ສົ່ງຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືສະມາຊິກພັກ-ພະນັກງານ ແລະ ການເຄື່ອນໄຫວຂອງຄະນະພັກ ໃນການນຳພາ-ຊີ້ນຳຈັດຕັ້ງປະຕິ ບັດໜ້າທີ່ການເມືອງຂອງຕົນ, ແຕ່ ດ້ວຍຄວາມເອົາໃຈໃສ່ນຳພາຢ່າງ ໃກ້ຊິດຂອງສູນກາງພັກ, ດ້ວຍ ຄວາມຮັບຜິດຊອບສູງຂອງຄະນະ ບໍລິຫານງານພັກກະຊວງ ຖວທ, ຄວາມເປັນເຈົ້າການຂອງຄະນະພັກ ຮາກຖານ, ບັນດາໜ່ວຍພັກຮາກ ຖານ, ສະມາຊິກພັກ, ພະນັກງານ- ລັດຖະກອນທົ່ວກະຊວງເຮັດໃຫ້ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ໄດ້ຮັບຜົນສຳເລັດຫລາຍດ້ານ ເປັນ ຕົ້ນ ສະພາບແນວຄິດການເມືອງ ຂອງພະນັກງານສືບຕໍ່ມີຄວາມໜັກ ແໜ້ນ, ການຈັດຕັ້ງປະຕິບັດໜ້າທີ່ ວຽກງານໄດ້ດຳເນີນ ໄປຕາມ ແຜນ, ຕາມພາລະບົດບາດໄດ້ຈັດຕັ້ງປະ ຕິບັດເປັນປົກກະຕິ. ຄຽງຄູ່ກັນນັ້ນ, ກໍຍັງມີບາງດ້ານທີ່ຈະຕ້ອງໄດ້ສືບ ຕໍ່ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງ ໄດ້ຮັບຟັງຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ເລກທີ 286/ ຄລສພ ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດຳເນີນກອງ ປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ແຕ່ລະຂັ້ນ, ຜ່ານມາດຕະຖານຄະນະບໍລິຫານ ງານພັກກະຊວງ, ສິດ ແລະ ໜ້າທີ່ ຂອງຄະນະພັກ, ຂໍ້ຫ້າມສຳລັບສະ ມາຊິກພັກ; ຮັບຟັງການສະຫລຸບ ລາຍງານການນຳພາຈັດຕັ້ງປະຕິ ບັດມິຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ ຕິດພັນກັບການຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີXIຂອງພັກໃນໄລຍະກາງ ສະໄໝຜ່ານມາ ແລະ ທິດທາງນຳ ພາປະຕິບັດຄາດໝາຍສູ້ຊົນແຕ່ລະ ດ້ານໃນຕໍ່ໜ້າ, ພ້ອມທັງຜ່ານຮ່າງ ບົດສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານ ຖວທ ໃນໄລຍະກາງສະໄໝຜ່ານມາຕິດ ພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດສອງວາລະແຫ່ງຊາດ ແລະ ທິດທາງແຜນການ, ຄາດໝາຍ ສູ້ຊົນແຕ່ລະດ້ານໃນຕໍ່ໜ້າ. ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນຊີ້ນຳຕໍ່ ການທາບທາມຢັ່ງຫາງສຽງຄວາມ ເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາ ລວມ ແລະ ບຸກຄົນຄະນະບໍລິຫານ ງານພັກກະຊວງ ໂດຍເນັ້ນໃຫ້ບັນ ດາຜູ້ແທນກອງປະຊຸມຕ້ອງເຂົ້າໃຈ ຖືກຕ້ອງເລິກເຊິ່ງ ແລະ ເຫັນແຈ້ງ ຄວາມສຳຄັນຂອງກອງປະຊຸມພັກ ກາງສະໄໝຂອງຄະນະບໍລິຫານ ງານພັກກະຊວງ ຖວທ ຊຶ່ງການ ທາບ ທາມຄັ້ງນີ້, ເປັນຂອດໜຶ່ງທີ່ສຳ ຄັນຂອງການດຳເນີນຊີວິດການ ເມືອງໃນທົ່ວພັກ, ເປັນຂອດຕັດສິນ ຄົນໃນພັກ, ຈາກການທາບທາມນີ້ ຈະເຫັນໄດ້ຜົນສຳເລັດໃນການນຳ ພາລວມ ກໍຄື ການປະຕິບັດໜ້າທີ່ມີ ຄວາມຮັບຜິດຊອບຂອງບຸກຄົນໃນ ຄະນະນຳນັ້ນ; ເສີມຂະຫຍາຍຜົນ ສຳເລັດໃຫ້ກວ້າງອອກ, ເປັນທ່າ ແຮງເປັນກຳລັງແຮງໃນການນຳ ພາທົ່ວອົງຄະນະພັກ ເພື່ອສ້າງພັກ ບົນພື້ນຖານສ້າງພັກປອດໃສເຂັ້ມ ແຂງ ໜັກແໜ້ນ, ຈາກການທາບ ທາມນີ້ ຈະສ້າງ ແລະ ຍົກສູງໄດ້ ຄວາມເຊື່ອໝັ້ນ ແລະ ສັດທາ ຂອງ ສະມາຊິກພັກ-ພະນັກງານ, ທະ ຫານ, ຕຳຫລວດ ກໍຄື ປະຊາຊົນບັນ ດາເຜົ່າຕໍ່ການນຳພາລວມຂອງຄະ ນະພັກ ກໍຄື ຂອງແຕ່ລະສະຫາຍຢູ່ໃນ ຄະນະພັກ ແລະ ການນຳພາຂອງ ພັກເຮົາ ຕໍ່ພາລະກິດທີ່ພວກເຮົາ ພວມດຳເນີນໃນປັດຈຸບັນ. ພ້ອມນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງໄດ້ສະເໜີໃຫ້ຜູ້ເຂົ້າ ຮ່ວມ ຈົ່ງກຳແໜ້ນຈຸດປະສົງຄາດ ໝາຍຈາກການທາບທາມລວມໝູ່ ແລະ ບຸກຄົນ ຊຶ່ງພົວພັນເຖິງຄຸນລັກ ສະນະ, ມາດຕະຖານດ້ານການ ເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ, ຄວາມຮັບ ຜິດຊອບການເມືອງແບບແຜນການ ນຳພາວິທີເຮັດວຽກຂອງລວມໝູ່ ຄະນະ ແລະ ສະແດງອອກ ຢູ່ໃນ ການປະຕິບັດໜ້າທີ່ ຄວາມຮັບຜິດ ຊອບທີ່ໄດ້ຮັບມອບໝາຍຂອງຄະ ນະ. ພ້ອມນີ້ ຍັງໄດ້ຮຽກຮ້ອງ ໃຫ້ ຄະນະພັກກະຊວງ ຈົ່ງຍົກສູງຄວາມ ຮັບຜິດຊອບທາງດ້ານການເມືອງ ຂອງພະນັກງານສະມາຊິກພັກ ໂດຍສະເພາະຄວາມຮັບຜິດຊອບ ຕໍ່ຕົນເອງ ໃນນາມເປັນພະນັກງານ ຜູ້ໜຶ່ງ, ໃນນາມເປັນສະມາຊິກພັກ, ເປັນພະນັກງານນຳພາຫລັກແຫລ່ງ ແລະ ມີຄວາມຮັບຜິດຊອບຕໍ່ພັກ ຕໍ່ປະເທດຊາດ; ຕ້ອງຮັບຜິດຊອບ ຕໍ່ຜົນໄດ້ຜົນເສຍຂອງຖັນແຖວພະ ນັກງານທີ່ຈະປະຕິບັດໜ້າທີ່ການ ເມືອງ, ຕ້ອງຄິດຫງ່ຳຕຶກຕອງລະ ອຽດຖີ່ຖ້ວນຕໍ່ບັນຫາຢ່າງເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍ ຂອງພັກ, ບົນລະບຽບຫລັກການ ແລະ ກົດໝາຍຕ່າງໆ. ນອກຈາກນີ້, ໃຫ້ຫລີກເວັ້ນການສວຍໃຊ້ການ ທາບທາມນີ້ ເປັນການທັບຖົມໂຈມ ຕີ, ໃສ່ຮ້າຍປ້າຍສີ ການນຳພາລວມ ກໍຄື ຂອງບຸກຄົນຂອງການຈັດຕັ້ງ, ສ້າງຄວາມເຊື່ອມເສຍໃຫ້ແກ່ພັກລັດ, ແກ່ການຈັດຕັ້ງ ແລະ ຕໍ່ບຸກຄົນ. ຂ່າວ: ມະນີທອນພາບ: ເກດສະໜາ ແຕ່ສະພາບການກໍຍັງບໍ່ທັນຜ່ອນ ຄາຍລົງ ເຊິ່ງສາເຫດຕົ້ນຕໍ ທີ່ເກີດ ຂຶ້ນເບື້ອງຕົ້ນແມ່ນເລີ່ມຈາກປັດ ໄຈພາຍນອກ ທີ່ສືບເນື່ອງຈາກຜົນ ກະທົບຈາກການລະບາດຂອງພະ ຍາດໂຄວິດ-19 ແລະ ສະພາບການ ຜັນແປຂອງພາກພື້ນ ແລະ ສາກົນ. ແນວໃດກໍຕາມ ລັດຖະບານຈະເລັ່ງ ໃສ່ຄົ້ນຄວ້າແກ້ໄຂບັນຫາໂຄງສ້າງ ດຸນການຊຳລະລະຫວ່າງປະເທດ ທີ່ຂາດດຸນ ໃຫ້ມີຄວາມສົມດຸນເທື່ອ ລະກ້າວ ໄປຄວບຄູ່ກັນກັບປະຕິບັດ ມາດຕະການສະເພາະໜ້າ ເພື່ອ ຄວບຄຸມຄວາມກົດດັນຂອງອັດຕາ ແລກປ່ຽນ, ພ້ອມທັງຈະສືບຕໍ່ຫັນ ການແລກປ່ຽນເງິນຕາເຂົ້າສູ່ລະ ບົບທະນາຄານ ແລະ ໃຫ້ມີໜ່ວຍບໍ ລິການພຽງພໍ ເພື່ອຮັບໃຊ້ສັງຄົມ ເປັນຕົ້ນ ໜ່ວຍບໍລິການແລກປ່ຽນ, ການແລກປ່ຽນຜ່ານລະບົບເອເລັກ ໂຕຣນິກ, ປັບປຸງຕະຫລາດເງິນຕາ ຕ່າງປະເທດ ລະຫວ່າງທະນາຄານ ທຸລະກິດດ້ວຍກັນພ້ອມນັ້ນ, ຍັງຈະ ເພີ່ມທະວີຄຸ້ມຄອງບັນດາບໍລິສັດ ນຳເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊໍາລະສະສາງການນຳເຂົ້າ, ສົ່ງ-ອອກສິນຄ້າ ຜ່ານລະບົບບັນຊີ ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ໂດຍກຳນົດເຂົ້າເປັນເງື່ອນໄຂ ທີ່ຂາດບໍ່ໄດ້ ສຳລັບການສົ່ງອອກນຳເຂົ້າສິນຄ້າຕໍ່ໄປ ເພື່ອສູ້ຊົນໃຫ້ມີ ເງິນຕາເຂົ້າມາຜ່ານທະນາຄານ ເພີ່ມຂຶ້ນຫລາຍກວ່າ 50% ຂຶ້ນໄປ. ພ້ອມນັ້ນ, ຍັງຈະສືບຕໍ່ບັນດາເປົ້າ ໝາຍທີ່ປັ່ນປ່ວນ, ເກງກຳໄລຈາກ ການແລກປ່ຽນເງິນຕາ ດ້ວຍຮູບ ແບບຕ່າງໆຢ່າງໃກ້ຊິດຖ້າພົບເຫັນ ແມ່ນ ດຳເນີນມາດຕະການຕາມກົດ ໝາຍ ແລະ ຈະຮີບຮ້ອນເລັ່ງທວງບັນ ດາບໍລິສັດທີ່ມີໜີ້ສິນກັບລັດຖະບານ ໃຫ້ຫາແຫລ່ງທຶນມາຊຳລະຕາມ ສັນຍາດັດແກ້ທີ່ໄດ້ເຊັນຮ່ວມກັນ ແລະ ກ່ອນກຳນົດໃນສັນຍາ ເພື່ອ ຊ່ວຍແກ້ໄຂບັນຫາເຄັ່ງຮ້ອນຂອງ ລັດຖະບານ. ສຳລັບມາດຕະການແກ້ໄຂໄລ ຍະກາງ ແລະ ໄລຍະຍາວລັດຖະ ບານຈະສືບຕໍ່ດຳເນີນນະໂຍບາຍ ເງິນຕາ ໄປໃນທິດຮັດກຸມດ້ວຍການ ຄວບຄຸມການຂະຫຍາຍຕົວຂອງ ປະລິມານເງິນ, ທັງບໍ່ສ້າງຄວາມ ກົດດັນຕໍ່ຄວາມຕ້ອງການເງິນຕາ ຕ່າງປະເທດ ອັນຈະເຮັດໃຫ້ອັດຕາ ແລກປ່ຽນອ່ອນຄ່າ ແລະ ຈະສືບຕໍ່ ກຳນົດນະໂຍບາຍແລກປ່ຽນໃນ ທິດທາງທີ່ສາມາດເຮັດໃຫ້ທະນາ ຄານທຸລະກິດ ກຳນົດອັດຕາແລກ ປ່ຽນໄດ້ຍືດຍຸ່ນຫລາຍຂຶ້ນ; ເພີ່ມທະ ວີການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອສ້າງໃຫ້ມີເງິນຕາເຂົ້າມາໃນ ລະບົບຫລາຍຂຶ້ນ ໂດຍເນັ້ນໃຫ້ຄຸ້ມ ຄອງຜູ້ນຳເຂົ້າ-ສົ່ງອອກ ແລະ ຜູ້ມາ ລົງທຶນໂດຍກົງຈາກຕ່າງປະເທດ, ພ້ອມທັງ ຈຳກັດການແລກປ່ຽນເງິນ ຕາຕ່າງປະເທດ ແບບຊະຊາຍບໍ່ຖືກ ກົດໝາຍ. ພ້ອມນີ້ ຈະເພີ່ມທະວີຕິດ ຕາມການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ທີ່ມີການເໜັງຕີງ ແຮງ ໂດຍສະເພາະແມ່ນສິນຄ້າປະ ເພດໝວດສະບຽງອາຫານ,ໝວດ ການຜະລິດກະສິກຳ (ຝຸ່ນ, ອາຫານ ສັດ, ແນວພັນ) ໂດຍລັດຖະບານຈະ ນໍາໃຊ້ມາດຕະການແຊກແຊງລາ ຄາສິນຄ້າ ໂດຍສະເພາະຕໍ່ສິນຄ້າ ອຸປະໂພກ ແລະ ບໍລິໂພກ. ຢ່າງໃດກໍຕາມລັດຖະບານຈະ ຄົ້ນຄວ້າມາດຕະການຕົວຈິງໃນ ການຈຳກັດ ການນຳເຂົ້າສິນຄ້າຟູມ ເຟືອຍ, ການລັກລອບນຳເຂົ້າສິນຄ້າ ທີ່ບໍ່ຖືກຕ້ອງທຸກຮູບແບບ, ລວມທັງ ຄຸ້ມຄອງ, ກວດກາການນໍາເຂົ້າສົ່ງອອກສິນຄ້າ ຢູ່ບັນດາດ່ານຊາຍ ແດນ (ເຂດພາສີ, ທ່າບົກ) ໃຫ້ຖືກ ຕ້ອງຄົບຖ້ວນຜ່ານລະບົບສະເກນ ເນີ, ແກ້ໄຂສະພາບການຄ້າຂາຍ ແບບເສລີ, ຊະຊາຍແບບຜ່ານມາ. ພ້ອມນັ້ນ, ກໍຈະສົ່ງເສີມການສົ່ງ ອອກສິນຄ້າ ແລະ ປູກຈິດສຳນຶກ, ປຸກລະດົມສ້າງຂະບວນການໃຫ້ພົນ ລະເມືອງລາວນິຍົມ ແລະ ຫັນມາ ນຳໃຊ້ສິນຄ້າ ທີ່ຜະລິດຢູ່ພາຍໃນປະ ເທດໃຫ້ຫລາຍຂຶ້ນ, ທັງເປັນການຈຳ ກັດການນຳເຂົ້າສິນຄ້າ ແລະ ຈຳ ກັດການນຳໃຊ້ເງິນຕາຕ່າງປະເທດ ໄປພ້ອມກັນ. ລັດຖະບານຈະດຳເນີນການຕິດ ຕາມ, ກວດກາບັນດາບໍລິສັດ ແລະ ບຸກຄົນທີ່ດຳເນີນທຸລະກິດ ບິດຄອຍ (ເງິນຄຣິບໂຕຣ) ທີ່ບໍ່ຖືກຕ້ອງຕາມ ລະບຽບການ, ສົ່ງເສີມການຜະລິດ ພາຍໃນໃຫ້ແຂງແຮງ ເພື່ອທົດແທນ ການນຳເຂົ້າສິນຄ້າ ຈາກຕ່າງປະ ເທດດ້ວຍການສົ່ງເສີມທາງດ້ານ ນະໂຍບາຍສິນເຊື່ອ ຍົກສະມັດຖະ ພາບການຜະລິດ, ສ້າງໃຫ້ມີຜະລິດ ຕະພັນທີ່ມີຄຸນນະພາບຕາມມາດ ຕະຖານທີ່ຕະຫລາດມີຄວາມຕ້ອງ ການ ແລະ ສ້າງພື້ນຖານໂຄງລ່າງ, ປັບປຸງຍົກລະດັບການບໍລິການ ເພື່ອ ຂົນຂວາຍ, ດຶງດູດນັກທ່ອງທ່ຽວ ຕ່າງໆປະເທດ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ນັບມື້ຫລາຍຂຶ້ນ. ຂ່າວ: ທະນູທອງ, ພາບ: ເກດສະໜາ ໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ຕີລາຄາ ສູງຕໍ່ກັບການປະຕິບັດໜ້າທີ່ຂອງຜູ້ ປະສານງານຂອງອົງການ ສປຊ ຜູ້ທຳອິດ (RC) ພາຍຫລັງມີການ ປັບປຸງລະບົບການພັດທະນາຂອງ ສປຊ (UNDS). ພ້ອມກັນນີ້, ທ່ານ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ຜົນງານຂອງ ນາງ ຊາຣາ ເຊເກັນ ເນສ ໃນການເສີມຂະຫຍາຍການ ຮ່ວມມື, ການສະໜັບສະໜູນຊ່ວຍ ເຫລືອ ເຊິ່ງເປັນການປະກອບສ່ວນ ສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ໃນໄລ ຍະຜ່ານມາ. ພາຍຫລັງການເຂົ້າຢ້ຽມຂ່ຳ ນັບອຳລາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ຕາງໜ້າໃຫ້ລັດຖະບານປະ ດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ຊາຣາ ເຊເກັນເນສ ໂດຍ ມີພະນັກງານຂັ້ນສູງ ຈາກບັນດາ ກະຊວງຂະແໜງການກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອົງການເຄືອ ຂ່າຍ ສປຊ ປະຈຳ ສປປ ລາວ ເຂົ້າ ຮ່ວມເປັນສັກຂີພິຍານໃນການຈັດ ຕັ້ງປະຕິບັດວຽກງານຂອງທ່ານ ຜູ້ປະສານງານອົງການ ສປຊ ປະ ຈຳ ລາວ ແຕ່ປີ 2019 ເປັນຕົ້ນມາ. ໂອກາດນີ້, ທ່ານ ນາງ ຊາຣາ ເຊເກັນເນສ ໄດ້ສະແດງຄວາມຂອບ ໃຈຢ່າງສູງຕໍ່ລັດຖະບານແຫ່ງ ສປປ ລາວ ກໍຄື ກະຊວງການຕ່າງປະ ເທດ ແລະ ບັນດາຂະແໜງການທີ່ ກ່ຽວຂ້ອງ ທີ່ໄດ້ໃຫ້ການຮ່ວມມື,ສະ ໜັບສະໜູນການຊ່ວຍເຫລືອ ແລະ ອຳນວຍຄວາມສະດວກຕະຫລອດ ໄລຍະການປະຕິບັດໜ້າທີ່ວຽກ ງານ ຢູ່ ສປປ ລາວ ຈົນປະສົບຜົນສໍາ ເລັດເປັນຢ່າງດີ, ພ້ອມທັງໃຫ້ຄຳ ໝັ້ນສັນຍາວ່າ ຫ້ອງການຜູ້ປະສານ ງານຂອງອົງການ ສປຊ ປະຈຳ ສປປ ລາວ (UNRCO) ຈະສືບຕໍ່ ໃຫ້ການຮ່ວມມື ແລະ ສະໜັບສະ ໜູນ ສປປ ລາວ ໃນຕໍ່ໜ້າ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ການໂຕ້ຖຽງຂອງຄູ່ຄວາມ, ການ ຕັດສິນດ້ວຍຜູ້ພິພາກສາຜູ້ດຽວ. ຕໍ່ບັນຫາດັ່ງກ່າວ, ທ່ານນາງ ວຽງທອງ ສີພັນດອນ ໃຫ້ຄວາມ ກະຈ່າງແຈ້ງວ່າ: ການພິພາກສາ ຄະດີສົ່ງກັບໄປ-ມາ ເຮັດໃຫ້ຄະດີຊັກ ຊ້າ, ແກ່ຍາວ ແລະ ບໍ່ມີທີ່ສິ້ນສຸດ ເປັນບັນຫາທີ່ສັງຄົມ ໃຫ້ຄວາມສົນ ໃຈ ແລະ ສ່ອງແສງຕໍ່ການຕັດສິນ ຄະດີຂອງສານ ແລະ ການປະຕິບັດ ກົດໝາຍບໍ່ທັນສັກສິດ, ເຂັ້ມງວດ ເຊິ່ງສານປະຊາຊົນສູງສຸດ ໄດ້ຖື ເປັນບັນຫາສຳຄັນ ແລະ ສຸມໃສ່ແກ້ ໄຂ ເປັນຕົ້ນ ໄດ້ຄົ້ນຄວ້າລະບົບການ ດຳເນີນຄະດີ ແລະ ເງື່ອນໄຂການ ປ່ຽນແປງ, ລົບລ້າງສົ່ງຄະດີຄືນໃຫ້ ສານຂັ້ນລຸ່ມພິຈາລະນາຄືນໃໝ່ ໃຫ້ ຊັດເຈນ, ບັນຫາໃດຄວນສົ່ງຄືນ ແລະ ບັນຫາໃດສານຂັ້ນເທິງມີສິດພິ ພາກສາເລີຍໂດຍບໍ່ຕ້ອງສົ່ງຄືນ ເຊິ່ງ ສານຂັ້ນເທິງຕ້ອງອີງໃສ່ເງື່ອນໄຂ ໃຫ້ຖືກຕ້ອງ, ມີຄຳເຫັນທີ່ຈະແຈ້ງ ແລະ ຊັດເຈນທີ່ສຸດ ໃນການສົ່ງຄືນ ໃຫ້ສານຂັ້ນລຸ່ມພິຈາລະນາຄືນໃໝ່. ພ້ອມດຽວກັນນັ້ນ, ຍັງຈະປັບປຸງ ການດຳເນີນຄະດີຢູ່ສານຂັ້ນລຸ່ມ ໃຫ້ເກັບກໍາຂໍ້ມູນຫລັກຖານໃຫ້ຄົບ ຖ້ວນ, ຮອບດ້ານ ແລະ ພາວະວິໄສ, ມີ ລະບຽບການຍື່ນຫລັກຖານໃຫ້ສິ້ນ ສຸດຢູ່ສານຂັ້ນຕົ້ນ, ທຸກຂໍ້ສະເໜີ ແລະ ຂໍ້ມູນຫລັກຖານ ສານຂັ້ນຕົ້ນ ຕ້ອງໄດ້ພິຈາລະນາ ແລະ ມີຄຳເຫັນ ທັງໝົດ. ພ້ອມນັ້ນ, ຍັງຈະປະສານ ສົມທົບກັບພາກສ່ວນກ່ຽວຂ້ອງໃນ ການພິສູດ, ຢັ້ງຢືນ ແລະ ສະໜອງ ຂໍ້ມູນຫລັກຖານໃຫ້ແກ່ສານຢ່າງ ວ່ອງໄວ, ຖືກຕ້ອງ ແລະ ຄົບຖ້ວນ, ຮັບປະກັນບໍ່ໃຫ້ມີການພິສູດ, ຢັ້ງ ຢືນປ່ຽນໄປ-ປ່ຽນມາທີ່ເຮັດໃຫ້ ການຕັດສິນຂອງສານປ່ຽນໄປຕາມ ການພິສູດ. ພ້ອມນີ້, ຍັງຈະສ້າງກົນ ໄກ ສົ່ງເສີມໃຫ້ໂຈດ, ຈຳເລີຍ ແລະ ທະນາຍຄວາມເຂົ້າຮ່ວມໃນການ ດຳເນີນຄະດີແຕ່ສານຂັ້ນລຸ່ມ, ໃຫ້ ມີການໂຕ້ແຍ່ງ, ໂຕ້ຖຽງໃຫ້ລະ ອຽດ, ຈະແຈ້ງ ແລະ ຄົບຖ້ວນກ່ອນ ການຕັດສິນ, ຫລີກລ່ຽງການຍື່ນ ຫລັກຖານ ແລະ ສະເໜີ ຫລັກຖານ ໃໝ່ ຢູ່ສານຂັ້ນເທິງ. ສຳລັບ ການໂຕ້ແຍ່ງກ່ຽວກັບຂໍ້ ມູນຫລັກຖານ ສານປະຊາຊົນສູງ ສຸດ ໄດ້ສ້າງກົນໄກໃຫ້ໂຈດ-ຈຳເລີຍ ໂຕ້ແຍ່ງ ກ່ຽວກັບຫລັກຖານຢ່າງ ລະອຽດ, ຈະແຈ້ງ ແລະ ຄົບຖ້ວນຢູ່ ສານຂັ້ນຕົ້ນ, ກຳນົດໃຫ້ໂຈດ, ຈຳ ເລີຍສະເໜີລາຍການຂໍ້ມູນຫລັກ ຖານທີ່ພົວພັນກັບຄະດີຕໍ່ສານ ເພາະ ຖືວ່າ ເປັນສິດ ແລະ ພັນທະຂອງ ໂຈດ, ຈຳເລີຍ ຕາມມາດຕາ 102 ຂອງກົດໝາຍວ່າດ້ວຍການດໍາເນີນ ຄະດີແພ່ງ. ສ່ວນການເກັບກຳຂໍ້ມູນ ຫລັກຖານສານປະຊາຊົນສູງສຸດ ໄດ້ອອກຄໍາແນະນໍາ 5 ສະບັບ ເພື່ອ ເປັນບ່ອນອີງໃນການປະຕິບັດຢູ່ ສານແຕ່ລະຂັ້ນ. ໃນຂະນະທີ່ການ ໂຕ້ຖຽງຂອງຄູ່ຄວາມຍັງເປັນບັນ ຫາ ທີ່ປະຕິບັດຕົວຈິງ, ຍັງບໍ່ທັນມີປະ ສິດທິພາບເທົ່າທີ່ຄວນ ເຊິ່ງເກີດ ຈາກນິຕິກຳຍັງບໍ່ຄົບຖ້ວນ, ມີຊ່ອງ ວ່າງ, ຄວາມຮັບຜິດຊອບຂອງຜູ້ ພິພາກສາບາງຄົນຍັງບໍ່ສູງ, ບໍ່ໃຫ້ ສິດແກ່ຄູ່ຄວາມໂຕ້ແຍ່ງ-ໂຕ້ຖຽງ, ໂຈດ-ຈໍາເລີຍ, ຜູ້ເຂົ້າຮ່ວມໃນການ ດໍາເນີນຄະດີບາງເລື່ອງຍັງບໍ່ໃຫ້ ຄວາມຮ່ວມມືໃນການປະກອບຂໍ້ ມູນຫລັກຖານ, ມີການປິດບັງ,ຊຸກ ເຊື່ອງ ຫລື ບໍ່ມີຫລັກຖານສະເໜີຕໍ່ ສານ, ຕໍ່ກັບບັນຫາດັ່ງກ່າວ, ສານປະ ຊາຊົນໄດ້ມີມາດຕະການແກ້ໄຂ ເລັ່ງດ່ວນຄື: ສະເໜີປັບປຸງກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ ເພື່ອກຳນົດຫລັກການ, ຂັ້ນຕອນ ແລະ ວິທີການດຳເນີນຄະດີ, ເກັບກຳ ຂໍ້ມູນຫລັກຖານໃຫ້ລະອຽດພ້ອມ ທັງຄົ້ນຄວ້າອອກນິຕິກໍາໃຕ້ກົດ ໝາຍ, ກໍານົດວິທີປະຕິບັດລະອຽດ; ກຳນົດກົນໄກ, ວິທີການໂຕ້ແຍ່ງ ຂອງໂຈດ, ຈໍາເລີຍ ຫລື ບຸກຄົນທີ ສາມ ໂດຍສຸມໃສ່ສ້າງສານຕົວແບບ ໃນການໂຕ້ແຍ່ງ-ໂຕ້ຖຽງກ່ຽວກັບ ເຫດການຂອງຄະດີ, ຂໍ້ມູນຫລັກ ຖານຂອງແຕ່ລະຝ່າຍໃຫ້ຄົບຖ້ວນ, ລະອຽດ, ຈະແຈ້ງ; ຊຸກຍູ້ສານຂັ້ນ ເທິງຕິດຕາມກວດກາການດຳເນີນ ຄະດີຢູ່ສານຂັ້ນລຸ່ມ. ຖ້າພົບເຫັນຜູ້ ພິພາກສາຜູ້ໃດມີການລະເມີດ ຫລື ປະຕິບັດບໍ່ຖືກຕ້ອງ ໃຫ້ຊອກຫາສາ ເຫດ, ຖ້າເຫັນວ່າມີເຈດຕະນາລະ ເມີດຕ້ອງໄດ້ປະຕິບັດວິໄນຢ່າງເຂັ້ມ ງວດ, ຖ້າເຫັນວ່າກົດໝາຍມີຊ່ອງ ຫວ່າງ, ມີການສວຍໃຊ້ ຫລື ປະຕິ ບັດບໍ່ເອກະພາບ ໃຫ້ອອກນິຕິກຳ ອັດຊ່ອງວ່າງ ແລະ ເປັນເຄື່ອງມືປະ ຕິບັດໃຫ້ຖືກຕ້ອງ, ເປັນເອກະພາບ ຢູ່ສານແຕ່ລະຂັ້ນ. ສຳລັບການຕັດສິນດ້ວຍຜູ້ພິ ພາກສາຜູ້ດຽວ ຜ່ານການຈັດຕັ້ງ ປະຕິບັດຢູ່ບັນດາສານເຂດ ໃນໄລ ຍະ 2 ປີເຄິ່ງຜ່ານມາ, ການຕັດສິນ ຄະດີ ໂດຍຜູ້ພິພາກສາຜູ້ດຽວໄດ້ ຫລາຍກວ່າ 500 ເລື່ອ ງ, ພາຍຫລັງ ຕັດສິນຄູ່ຄວາມພໍໃຈ, ບໍ່ຂໍອຸທອນ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ສຳເລັດໄວ້ຂຶ້ນ ເປັນຕົ້ນສານປະຊາ ຊົນເຂດ 4 ນະຄອນຫລວງວຽງຈັນ ສາມາດພິຈາລະນາແກ້ໄຂຄະດີ ໂດຍການຕັດສິນດ້ວຍຜູ້ພິພາກສາ ຜູ້ດຽວ ແຕ່ປີ 2022 ຫາ ເດືອນພຶດ ສະພາ 2023 ຕັດສິນຄະດີແພ່ງໄດ້ ຈຳນວນ 38 ເລື່ອງ, ຄະດີອາຍາ 14 ເລື່ອງ, ບໍ່ມີການຂໍອຸທອນຈັກເລື່ອງ. ຂ່າວ: ທະນູທອງ, ພາບ: ເກດສະໜາ

xtgmf]k; 3 06/07/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສຸພາສະຫວັນ ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ shv'{lh;,{;yf .orklk]k; lfa oE{lfa xkj sk{]kj ,0u v[g0f ll- c0;'sq;rao gsaos]kp[aosk 8hv'-5dp6h.shvq'dkoxqd7v'c0;'g]aj'cdhw0 * ໃນພາສາລາວເຮົາ ມີຄໍາສັບ ຈໍານວນບໍ່ໜ້ອຍ ມີຄວາມໝາຍ ຄ້າຍກັນ ແລະ ບາງກໍລະນີກໍ່ສາມາດ ໃຊ້ແທນກັນໄດ້ ຊຶ່ງສະຖາບັນວິທະ ຍາສາດສັງຄົມແຫ່ງຊາດ ໄດ້ໃຫ້ ຊື່ຄໍາສັບເຫລົ່ານັ້ນວ່າ “ຄໍາພ້ອງ ຄວາມໝາຍ”. ໃນບົດນີ້ຈຶ່ງນໍາເອົາ ບາງຄໍາມາທົບທວນເຖິງຄວາມ ໝາຍຂອງຄໍາໂດຍດັ້ງເດີມ. ພຶດຕິກໍາຕົວຈິງ ການໃຊ້ພາສາ ລາວ ລ້ວນຢູ່ບົນພື້ນຖານຂອງຫລັກ ການປາກເວົ້າ ແລະ ຂີດຂຽນ, ບາງ ອັນ ເຖິງວ່າບໍ່ທັນສອດຄ່ອງກັນລະ ຫວ່າງພຶດຕິກໍາ ກໍ່ຄືຄວາມຊິນເຄີຍ ຂອງສັງຄົມ ກັບຫລັກການທີ່ຖືກກໍາ ນົດຂຶ້ນ, ແຕ່ກໍ່ເຫັນໄດ້ວ່າມີຄວາມ ຖືກຕ້ອງຊັດເຈນໃນດ້ານຄວາມ ໝາຍ, ຮັບປະກັນໄດ້ການພົວພັນ ຕາມຈຸດປະສົງ. ເຖິງຢ່າງໃດ ກໍ່ຍັງ ມີບາງປະເດັນທີ່ກາຍເປັນຂໍ້ຖົກ ຖຽງ ທັງທາງດ້ານຫລັກການຂຽນ ກໍ່ຄືການໃຊ້ຄໍາທີ່ຜິດພ້ຽນ, ຊອດກະ ຈາ ແລະ ອື່ນໆກໍ່ປາກົດມີ. ຄໍາ: “ຫ້ອງ” ເປັນຄໍານາມ (1) ໝາຍເຖິງ ສ້ວມ, ຕອນ, ບ່ອນຂັ້ນໄວ້ ເປັນສ່ວນໆເອີ້ນຫ້ອງ; (2) ໝາຍ ເຖິງ ແດນ, ຂອບເຂດ, ອານາເຂດ ດັ່ງວ່າ “ມາແຕ່ຫ້ອງ ພູຂາງເຫລັກ ຫລໍ່ ຄັນວ່າແກວ່ງເງືອດຊີ້ມານ ຢ້ານຢ່ອນຂາມ” (ໜັງສືນິທານ ທ້າວຮຸ່ງ). ຄໍາ: “ຫ້ອງ” ຍັງຖືກນໍາໄປປະ ສົມກັບຄໍາອື່ນ ເປັນຮູບຄໍາປະສົມທີ່ ມີຄວາມໝາຍກວ້າງອອກໄປຕື່ມ ດັ່ງ: ຫ້ອງ+ນອນ ເປັນ ຫ້ອງນອນ; ຫ້ອງ + ການ ເປັນ ຫ້ອງການ; ຫ້ອງ + ສະໝຸດ ເປັນ ຫ້ອງສະໝຸດ(ຫ້ອງ ສໍາລັບຈັດຮິບໂຮມຮັກສາໜັງສື ແລະ ປຶ້ມປະເພດຕ່າງໆ); ຫ້ອງ+ ແຖວ ເປັນ ຫ້ອງແຖວ (ໝາຍເຖິງ ອາຄານທີ່ສ້າງເປັນຫ້ອງໆຮຽງ ຕິດກັນ ເອີ້ນ ຕຶກແຖວ ຫລື ຫ້ອງ ແຖວ); ຫ້ອງ+ນໍ້າ ເປັນ ຫ້ອງນໍ້າ (ໝາຍເຖິງ ຫ້ອງຊໍາລະລ້າງສ່ວຍ ຮ່າງກາຍ/ອາບ, ຂັບຖ່າຍ ໜັກເບົາ...) ຄໍາວ່າ: “ສ້ວມ” ເປັນຄໍານາມ ໝາຍເຖິງ ສ່ວນໜຶ່ງຂອງເຮືອນ ຫລື ອາຄານທີ່ອາໄສ, ບ່ອນທີ່ຖືກ ຂັ້ນເປັນຫ້ອງ ຫລື ຫ້ອງບ່ອນຂັ້ນໄວ້, ບ່ອນຢູ່ ບ່ອນນອນທີ່ແອ້ມຂັ້ນໄວ້... ອັນໝາຍເຖິງຫ້ອງ ທີ່ຂັ້ນໄວ້ໃຊ້ສະ ເພາະເປັນບ່ອນນອນ. ເຮືອນລາວ ສະໄໝກ່ອນ ດັ້ງເດີມ ໂດຍທົ່ວໄປ ແບ່ງເປັນບ່ອນໃຊ້ປະໂຫຍດແຕກ ຕ່າງກັນ ຊຶ່ງພື້ນຖານມີຫ້ອງນອນ, ຫ້ອງເປີງ, ຫ້ອງຄົວ, ຊານ, ເຊຍ ດັ່ງ ນີ້ເປັນຕົ້ນ ແຕ່ເມື່ອສັງຄົມມີການ ພັດທະນາ, ຄວາມຮຽກຮ້ອງຕ້ອງ ການໃນຊີວິດຕົວຈິງ ເພື່ອຄວາມ ສະດວກສະບາຍ ແລະ ມີການນໍາ ແບບຈາກການປຸກສ້າງບ່ອນອາ ໄສຈາກຫລາຍວັດທະນະທໍາເຂົ້າ ມາກໍ່ເຮັດໃຫ້ “ເຮືອນ” ກໍ່ຄືບ່ອນ ອາໄສ ມີບ່ອນໃຊ້ປະໂຫຍດອັນຈໍາ ເປັນຄົບຖ້ວນຕາມຄວາມຕ້ອງການ ຊຶ່ງເອົາມາໂຮມໄວ້ໃນຫລັງດຽວ ກັນ ຄືປັດຈຸບັນໃນເຮືອນຫລັງໜຶ່ງ ອັນພື້ນຖານຈະປະກອບມີ ຫ້ອງ ນອນ, ຫ້ອງຮັບແຂກ, ຫ້ອງກິນເຂົ້າ, ຫ້ອງຄົວກິນ, ຫ້ອງນໍ້າ (ມີຫລາຍ ທີ່ລວມມີຫົວວິິດຖ່າຍ, ອ່າງສໍາລັບ ລ້າງໜ້າ, ອາບນໍ້າ...ລວມຢູ່ນໍາ ກັນ). ສ່ວນປະກອບອື່ນໆກໍ່ມີລະ ບຽງດ້ານນອກ ຫລື ອາດມີບ່ອນ ເບີຍລົມ ແລະ ອື່ນໆ ຕາມເງື່ອນໄຂ ດ້ານງົບປະມານກໍ່ສ້າງ. ເມື່ອເວົ້າ ເຖິງຄໍານີ້, ໃນໜັງສືນິທານ ເລື່ອງ ນາງຕັນໄຕ ສະບັບຄົ້ນຄວ້າຮິບໂຮມ ໂດຍ ທ່ານ ມະຫາ ສີລາ ວີຣະວົງ ຈັດພິມປີ ພສ 2500 ຫລື ປີ ຄສ 1957, ມີເນື້ອໃນຕອນໜຶ່ງຊຶ່ງ ເວົ້າ ເຖິງ ພະຍາວີຣະເສນ ໄປລາເມຍ ເພື່ອຈະໄປຢາມອ້າຍ ວ່າ, “...ເມື່ອ ສະເດັດຂຶ້ນໄປເຖິງຜາສາດກໍ່ສະ ເດັດເລີຍໄປສ້ວມ ພະມະເຫສີ ໂດຍ ຕັ້ງພະໄທວ່າ...” ອັນໝາຍເຖິງ ຫ້ອງນອນ ຫລື ບ່ອນນອນຂອງມະ ເຫສີ ນັ້ນເອງ. ຄໍາ: “ວິດ” ເປັນຄໍານາມ ມີເຄົ້າ ມາຈາກພາສາປາລີ ໝາຍເຖິງ ບ່ອນ ຖ່າຍເທຂອງເສດເຫລືອຈາກໄສ້ ພຸງຂອງຄົນ, ບ່ອນຖ່າຍໜັກຖ່າຍ ເບົາ... ອັນໝາຍວ່າ ວິດ ແຕ່ເດີມ ນັ້ນ ເປັນບ່ອນຖ່າຍໜັກ-ເບົາ ປະ ໂຫຍດດຽວ, ຄົນລາວສ້າງຂຶ້ນເປັນ ສະເພາະ ບໍ່ຕິດກັບເຮືອນໃຫຍ່ຫລື ເຮືອນອາໄສຕົ້ນຕໍ, ເປັນຫລັງນ້ອຍ ຢູ່ ໃກ້ເຮືອນ ຫລື ຫ່າງຈາກເຮືອນໃຫຍ່ ຕາມແຕ່ລະເງື່ອນໄຂ ກໍ່ຄືຄວາມ ຕ້ອງການຂອງເຈົ້າຂອງເຮືອນ. ໄລ ຍະຕໍ່ມາ ເພື່ອໃຫ້ສະດວກການໃຊ້ ປະໂຫຍດ, ວິດ ໄດ້ຖືກນໍາເອົາມາ ໂຮມຢູ່ໃນເຮືອນ, ເປັນສ່ວນໜຶ່ງ ຂອງເຮືອນ, ເປັນຫ້ອງສະເພາະມີ ວິດບ່ອນຖ່າຍໜັກ-ເບົາ ຫລື ບໍ່ກໍ່ມີ ເຄື່ອງໃຊ້ສຸຂະພັນແຍກກັນ, ອາບ ນໍ້າ, ຊັກເຄື່ອງ... ຖືເປັນບ່ອນໂຮມ ການໃຊ້ນໍ້າຫລາຍ, ຍົກເວັ້ນອ່າງສໍາ ລັບໃຊ້ເປັນບ່ອນລ້າງຖ້ວຍ. ໃນພຶດ ຕິກໍາຕົວຈິງການໃຊ້ຄໍາກ່ຽວຂ້ອງ ຄວາມໝາຍຄໍາ: “ວິດ”ຂອງສັງຄົມ ລາວໄດ້ຜິດພ້ຽນຄວາມໝາຍໄປ ບາງຄັ້ງຄາວຍ້ອນພວກເຮົາຮັບເອົາ ຄໍາມາຈາກພາສາໃນຕະກຸນດຽວ ກັນ ຈາກການພົວພັນເສດຖະກິດ, ວັດທະນະທໍາ-ສັງຄົມ ຈຶ່ງມີຄໍາ: “ສ້ວມ ຫລື ສ້ວມຖ່າຍ” ເຂົ້າມາໃຊ້ ໃນຄວາມໝາຍດຽວກັບຄໍາ: “ວິດ” ຄວາມໝາຍດັັ້ງເດີມໃນພາສາລາວ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ພັນ, ລວມທັງການຄ້າຂາຍສັດນໍ້າ- ສັດປ່າ ພັນຕ່າງໆຕາມລະບຽບກົດ ໝາຍ. ບັນຫາທີ່ຖືກຕັ້ງຂຶ້ນ ກ່ຽວກັບສັດ ນໍ້າ ກໍ່ຄືສັດປ່າ ເພື່ອບໍ່ໃຫ້ພວກມັນ ສູນພັນ, ສໍາຄັນອັນໜຶ່ງໂດຍອີງໃສ່ ສະພາບເງື່ອນໄຂ ແລະ ຈຸດພິເສດ ການດໍາລົງຊີວິດ ຂອງຄົນລາວ ຄື ເຮົາ ຄວນປ່ຽນແປງພຶດຕິກໍາທີ່ເປັນ ການສ່ຽງເຮັດໃຫ້ສັດນໍ້າ-ສັດປ່າ ສູນພັນ, ເປັນຕົ້ນການຫາປາ-ລ່າ ສັດ ມາເປັນອາຫານໃຊ້ເຄື່ອງມືມີລັກ ສະນະດັບກ້ຽງ, ການຄ້າຂາຍສັດ ນໍ້າ-ສັດປ່າຫາຍາກ, ຫວງຫ້າມ... ການຫາເພື່ອບໍລິໂພກຄອບຄົວ ກໍ່ ອາດຈະບໍ່ພໍເທົ່າໃດ, ແຕ່ດຽວນີ້ກາຍ ເປັນການຫາມາຂາຍ, ໂຕເລັກໂຕ ນ້ອຍ ບໍ່ເລືອກ, ຍາມຖືພາບໍ່ລະເວັ້ນ, ຍາມປາໄຂ່ກໍ່ຫາ ແລະ ຫາແບບບໍ່ມີ ຂອບເຂດຈໍາກັດ, ໄດ້ຫລາຍເທົ່າໃດ ຍິ່ງດີ ເຊິ່ງບັນຫານີ້ກໍ່ມີບາງຄໍາເຫັນ ວ່າເຮົາຍັງຄາຂອດກວດກາຕິດ ຕາມທີ່ດີ? ປ່ອຍປະໃຫ້ຫາຢ່າງ ເສລີ? ຫລາຍປີກ່ອນຜູ້ຂຽນເຄີຍ ອ່ານບົດຂຽນຂອງຊ່ຽວຊານຕ່າງ ປະເທດທ່ານໜຶ່ງຂຽນກ່ຽວກັບ ຄວາມສ່ຽງຂອງການສູນພັນຂອງ ປາບາງຊະນິດໃນນໍ້າຂອງ, ມີບາງ ເນື້ອໃນຈື່ວ່າ ມັນບໍ່ແມ່ນການສ້າງ ເຂື່ອນດອນສະໂຮງ ຫລື ເຂື່ອນອື່ນໆ ເພາະໂຄງການມີການວິພາກຜົນ ກະທົບສິ່ງແວດລ້ອມຢ່າງດີ, ລະບົບ ຂອງເຂື່ອນມີການສ້າງທາງຜ່ານ ຂຶ້ນ-ລ່ອງຂອງປາ, ຄວາມສ່ຽງຕໍ່ ການສູນພັນປາ ຈຸດສໍາຄັນໜຶ່ງ ແມ່ນພຶດຕິກໍາການຫາປາຂອງຄົນ ເຮົາເອງ ເຊິ່ງຄວນປ່ຽນແປງທັງ ແນວຄິດ, ການບໍລິໂພກ ແລະ ການ ນໍາໃຊ້ເຄື່ອງມືຫາປາ. ໝາຍວ່າເວ ລາໃດຄວນຫາ, ຫາສໍ່າໃດ... ສະຫລຸບວ່າ ການອະນຸລັກສັດ ເງື່ອນໄຂຕົວຈິງຂອງເຂດອະນຸ ລັກ... ແຕ່ລະປີຍັງມີການຈັດພິທີ ປ່ອຍສັດນໍ້າ-ສັດປ່າສູ່ແຫລ່ງທໍາມະ ຊາດ ເພື່ອການຂະຫຍາຍພັນ ເຊິ່ງ ການປ່ອຍປາ ແລະ ສັດປ່າ ໄດ້ເປັນ ຂະບວນຟົດຟື້ນໃນທົ່ວ ປະເທດ, ຂະນະດຽວກັນກໍ່ໄດ້ມີການເອົາໃຈ ໃສ່ ໃນວຽກງານໂຄສະນາປຸກລະ ດົມທົ່ວສັງຄົມໃນການອະນຸລັກສັດ ນໍ້າ-ສັດປ່າ ດ້ວຍຫລາຍຮູບການ ແລະ ເນື້ອໃນ. ສໍາຄັນໃນນັ້ນ ກໍ່ແມ່ນ ການປຸກລະດົມປະຕິບັດກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງໃຫ້ເຂັ້ມ ງວດ, ເປັນຕົ້ນການຫາປາ, ການລ່າ ສັດ ແມ່ນເດັດຂາດຫ້າມ ໃນລະດູຂະ ຫຍາຍພັນ, ການຫາປາ ແລະ ສັດ ປ່າເປັນອາຫານທີ່ສ່ຽງຕໍ່ການສູນ ພາບປະກອບ * ໃນໂອກາດເຂົ້າຮ່ວມກອງປະ ຊຸມສະໄໝສາມັນເທື່ອທີ 5 ຂອງ ສະພາແຫ່ງຊາດຊຸດທີ IX ທີ່ພວມ ດໍາເນີນ ໃນປັດຈຸບັນນີ້, ທ່ານ ສີຄໍາ ບຸນມີໄຊ ສະມາຊິກສະພາແຫ່ງຊາດ (ສສຊ), ປະທານສະພາປະຊາຊົນ ແຂວງຫົວພັນ ໄດ້ໃຫ້ສໍາພາດວ່າ: ໂດຍປະຕິບັດຕາມມະຕິ X ຂອງ ອົງ ຄະນະພັກແຂວງຫົວພັນ, ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີຄັ້ງ ທີ IX ຂອງແຂວງ ແລະ ຜ່ານການ ຈັດຕັ້ງປະຕິບັດພາລະບົດບາດຂອງ ຕົນໃນໄລຍະ 6 ເດືອນຕົ້ນປີຜ່ານ ມາ, ໄດ້ເອົາໃຈໃສ່ຊຸກຍູ້ຂະແໜງ ການກ່ຽວຂ້ອງສ້າງນິຕິກຳໃຕ້ ກົດໝາຍເປັນຕົ້ນ ສ້າງຂໍ້ຕົກລົງ ເຈົ້າແຂວງວ່າດ້ວຍກອງທຶນຄວບ ຄຸມ - ສະກັດກັ້ນ ແລະ ຕ້ານຢາ ເສບຕິດແຂວງຫົວພັນ ເພື່ອນໍາເຂົ້າ ຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ແຂວງ, ປະສານສົມທົບກັບອົງການ ປົກຄອງແຂວງ ຈັດກອງປະຊຸມປະ ເມີນ, ຄົ້ນຄວ້າ, ທາບທາມ ກົດໝາຍ ໄດ້ 3 ຄັ້ງ, ຈໍານວນ 13 ສະບັບ, ເຂົ້າ ຮ່ວມຮ່າງທາບທາມກົດໝາຍ ໄດ້ ທັງໝົດ 4 ຄັ້ງ, ຈໍານວນ 4 ສະບັບ, ຄົ້ນຄວ້າຕົກລົງບັນຫາສໍາຄັນພື້ນ ຖານຂອງແຂວງ ຈໍານວນ 10 ບັນ ຫາ ສາມາດຮັບຮອງອອກເປັນມະຕິ ຈໍານວນ 8 ສະບັບ. ໃນນີ້ ວຽກງານ ຂອງແຂວງ 6 ສະບັບ, ນິຕິກໍາໃຕ້ ກົດໝາຍ 1 ສະບັບ, ວຽກງານສະ ພາປະຊາຊົນແຂວງ 1 ສະບັບ ແລະ ດໍາເນີນກອງປະຊຸມປະຈໍາເດືອນ ຂອງຄະນະປະຈໍາສະພາປະຊາຊົນ ແຂວງ, ນອກນີ້ ໄດ້ຄົ້ນຄວ້າພິຈາລະ ນາຕົກລົງບັນຫາສໍາຄັນພື້ນຖານ ຂອງແຂວງ ຕາມການສະເໜີຂອງ ເຈົ້າແຂວງເປັນຕົ້ນ: ການດັດແກ້ ໂຄງການກໍ່ສ້າງ, ການຮັບຮອງເອົາ ອົງການທຽບເທົ່າພະແນກການ, ການຍຸບເລີກອົງການ ແລະ ການ ແຕ່ງຕັ້ງບຸກຄະລາກອນ ອອກເປັນ ມະຕິໄດ້ ຈໍານວນ 7 ສະບັບ, ພ້ອມນີ້ ກໍໄດ້ຕິດຕາມກວດກາການຈັດຕັ້ງ ປະຕິບັດລັດຖະທຳມະນູນ, ກົດ ໝາຍ, ແຜນພັດທະນາເສດຖະກິດ- ສັງຄົມ, ການຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດ, ມະຕິຂອງກອງປະ ຊຸມສະພາແຫ່ງຊາດ, ສະພາປະຊາ ຊົນແຂວງທີ່ໄດ້ຮັບຮອງເອົາ; ຄຽງ ຄູ່ກັບດ້ານພົ້ນເດັ່ນທີ່ກ່າວມານັ້ນ , ກໍຍັງມີບາງບັນຫາທີ່ຕ້ອງໄດ້ຮີບ ຮ້ອນຈັດຕັ້ງປະຕິບັດ ແລະ ແກ້ໄຂ ເປັນຕົ້ນ: ການຈັດຕັ້ງປະຕິບັດ ວາ ລະແຫ່ງຊາດ ວ່າດ້ວຍແກ້ໄຂບັນ ຫາຢາເສບຕິດ ໃນໄລຍະຜ່ານມາຍັງ ເຫັນວ່າບໍ່ທັນເຮັດໄດ້ດີເທົ່າທີ່ຄວນ ເຊັ່ນ: ການເຂົ້າເຖິງຜູ້ເສບ ແລະ ຜູ້ ຂາຍ ທີ່ເປັນລາຍໃຫຍ່ຢູ່ບາງບ່ອນ ຍັງມີການເຊື່ອງອໍາ, ປົກປິດຜູ້ກະທໍາ ຜິດບໍ່ກ້າລາຍງານ, ປະຊາຊົນ ແລະ ຜູ້ປົກຄອງຈຳນວນໜຶ່ງ ບໍ່ທັນໃຫ້ ຄວາມຮ່ວມມືເທົ່າທີ່ຄວນ ຈຶ່ງເຮັດ ໃຫ້ປາກົດການຫຍໍ້ທໍ້ບາງດ້ານມີ ທ່າອ່ຽງເພີ່ມຂຶ້ນເຊັ່ນວ່າ: ການເສບ, ຊື້-ຂາຍຢາເສບຕິດ ແລະ ອື່ນໆ. ສ່ວນ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນຍັງບໍ່ທັນໄດ້ດີ, ບໍ່ເຂັ້ມງວດ, ບໍ່ເດັດຂາດ. ຈັງຫວະການເຕີບໂຕ ທາງດ້ານເສດຖະກິດບໍ່ທັນແຂງ ແຮງເທົ່າທີ່ຄວນ ເປັນຕົ້ນ: ການກໍາ ນົດຖານລາຍຮັບທີ່ໝັ້ນຄົງບໍ່ທັນມີ ຈຸດສຸມ, ການນໍາໃຊ້ 5 ທ່າແຮງ ຂອງແຂວງ ເຂົ້າໃນການພັດທະນາ ເສດຖະກິດ - ສັງຄົມຍັງບໍ່ທັນແຂງ ແຮງ, ການແກ້ໄຂຄວາມທຸກຍາກ ບໍ່ບັນລຸຕາມຄາດໝາຍ ຍັງມີລັກ ສະນະເພີ່ມຂຶ້ນ, ການຄຸ້ມຄອງ, ການນໍາໃຊ້ພື້ນຖານໂຄງລ່າງທີ່ມີ ແລ້ວ ເພື່ອນໍາໃຊ້ໃຫ້ເກີດປະໂຫຍດ ສູງສຸດແກ່ປະຊາຊົນຍັງບໍ່ມີປະສິດ ທິຜົນ, ການສົ່ງເສີມການປູກ ຫຍ້າລ້ຽງສັດໄດ້ຂະຫຍາຍອອກ ຢ່າງກວ້າງຂວາງແຕ່ບໍ່ໄດ້ວາງ ມາດຕະການເຂັ້ມງວດ ໃນການຄຸ້ມ ຄອງເຮັດໃຫ້ປ່າໄມ້ຖືກທໍາລາຍ ໜັກໜ່ວງໂດຍບໍ່ຄໍານຶງເຖິງໄລຍະ ຍາວ; ການຄຸ້ມຄອງບັນດາໂຄງ ການຂຸດຄົ້ນແຮ່ທາດ, ເຂື່ອນໄຟຟ້າ ບໍ່ທັນມີປະສິດທິຜົນ ເຊິ່ງໄດ້ສົ່ງຜົນ ກະທົບຕໍ່ທຳມະຊາດ ແລະ ສັງຄົມ ເປັນຕົ້ນ: ພຶດພັນທັນຍາຫານ,ທີ່ຢູ່ອາ ໄສ, ເຂດທໍາການຜະລິດຂອງປະຊາ ຊົນຖືກທໍາລາຍ, ແມ່ນໍ້າບົກແຫ້ງ, ມີ ສານຜິດເຈືອປົນເຮັດໃຫ້ປາຕາຍ ເປັນຈໍານວນຫລວງຫລາຍ ຢູ່ໃນ ຂອບເຂດໂຄງການຂຸດຄົ້ນ, ປຸງແຕ່ງ ແຮ່ ແລະ ໂຄງການກໍ່ສ້າງເຂື່ອນໄຟ ຟ້າຈຳນວນໜຶ່ງ. ນອກຈາກນັ້ນຍັງ ມີຫລາຍໂຄງການທີ່ສ່ົງຜົນກະທົບ ຕໍ່ທໍາມະຊາດ ແລະ ການດໍາລົງຊີວິດ ຂອງປະຊາຊົນ ເຊິ່ງການຈັດຕັ້ງ ປະຕິບັດບັນດາໂຄງການໃນໄລຍະ ຜ່ານມາເຫັນວ່າ ບໍ່ຖືກຕາມຂັ້ນຕອນ ໂດຍສະເພາະໂຄງການ ທີ່ໄດ້ຮັບ ອະນຸຍາດເຮັດແບບທົດລອງ, ບໍ່ມີ ການສໍາຫລວດ ແລະ ເກັບກໍາຂໍ້ມູນ ຊັດເຈນ, ບໍ່ມີໃບຢັ້ງຢືນຮັບຮອງ ກ່ຽວກັບສິ່ງແວດລ້ອມ, ການຈັດຕັ້ງ ປະຕິບັດບໍ່ໄປຕາມສັນຍາ, ການຄຸ້ມ ຄອງໂຄງການລົງທຶນຂອງລັດ ຈໍາ ນວນໜຶ່ງຍັງບໍ່ທັນສູງ ແລະ ນິຕິກໍາ ກ່ຽວຂ້ອງຍັງບໍ່ທັນຮັດກຸມ ເທົ່າທີ່ ຄວນ, ບາງໂຄງການຈັດຕັ້ງປະຕິ ບັດໄປກ່ອນ ຈຶ່ງປະກອບເອກະສານ ຕາມຫລັງ. ເມື່ອພົບບັນຫາຈິ່ງສະ ເໜີໃຫ້ສະພາປະຊາຊົນຂັ້ນແຂວງ ລົງຕິດຕາມກວດກາ ເຊິ່ງມີຄວາມ ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ. ແນວໃດກໍຕາມ, ໃນຕໍ່ໜ້ານີ້, ຄະ ນະສະມາຊິກສະພາແຫ່ງຊາດ ປະ ຈໍາເຂດເລືອກຕັ້ງກໍຄືຄະນະປະຈໍາ ສະພາປະຊາຊົນແຂວງ ຈະເພີ່ມທະ ວີການປະສານສົມທົບກັບອົງການ ປົກຄອງແຂວງ, ເມືອງ ກໍຄືພາກ ສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າປຶກສາ ຫາລື ແລະ ແກ້ໄຂແຕ່ລະບັນຫາໄປ ຕາມຂັ້ນຕອນ ເພື່ອໃຫ້ມີຄວາມສອດ ຄ່ອງກັບສະພາບຄວາມເປັນຈິງ ຂອງທ້ອງຖິ່ນ ແລະ ຖືກຕ້ອງຕາມ ກົດໝາຍ. ສືບຕໍ່ສະເໜີລັດຖະບານ ອອກນິຕິກຳໃຕ້ກົດໝາຍໃຫ້ຮັດກຸມ, ເຂັ້ມງວດຕື່ມ ໃນການຄຸ້ມຄອງການ ສຳຫລວດ, ຂຸດຄົ້ນ ແລະ ສົ່ງອອກແຮ່ ທາດ, ການສ້າງເຂື່ອນໄຟຟ້າ ທີ່ສົ່ງ ຜົນກະທົບຕໍ່ທຳມະຊາດ ແລະ ສັງ ຄົມ, ເອົາໃຈໃສ່ການໂຄສະນາເຜີຍ ແຜ່ກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້ ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ ແລະ ປຸກລະດົມປະຊາຊົນ ແລະ ສັງຄົມ ໃຫ້ມີສ່ວນຮ່ວມຫລາຍ ຂຶ້ນໃນການຕິດຕາມກວດກາຕາມ ລັດຖະທຳມະນູນ ແລະ ກົດໝາຍ. ນໍ້າ-ສັດປ່າ ແມ່ນສໍາຄັນ ແລະ ມີຄຸນ ຄ່າຕໍ່ການພັດທະນາ, ນອກຈາກຈະ ສ້າງຄວາມອຸດົມສົມບູນໃຫ້ທໍາມະ ຊາດໂດຍກົງ, ຕໍ່ໄປຍັງສາມາດສ້າງ ເປັນແຫລ່ງທ່ອງທ່ຽວ ທີ່ຈະສາ ມາດສ້າງລາຍຮັບ ໃຫ້ປະເທດກໍ່ຄື ຊາວບ້ານໃນເຂດໃຫ້ຄຽງທີ່ໄດ້ມີ ສ່ວນຮ່ວມ ອັນຖືເປັນກະແສການ ພັດທະນາແບບສີຂຽວ-ຍືນຍົງ. ພວກເຮົາຕ້ອງປຸກລະດົມກັນ, ທຸກ ຄົນທີ່ຍັງບໍລິໂພກສັດນໍ້າ-ສັດປ່າ ກໍ່ຈໍາເປັນຕ້ອງຫັນປ່ຽນພຶດຕິກໍາ ທີ່ມີລັກສະນະສົ່ງເສີມການຫາປາລ່າສັດທີ່ສ່ຽງຕໍ່ການສູນພັນຂອງ ສັດນໍ້າ-ສັດປ່າ. * ວັນທີ 13 ກໍລະກົດ ທີ່ຈະມາ ເຖິງບໍ່ດົນ ເປັນວັນສໍາຄັນຫລາຍ ວັນ, ໃນນັ້ນຍັງເປັນວັນອະນຸລັກ ສັດນໍ້າ ແລະ ສັດປ່າ ແຫ່ງຊາດ ເຊິ່ງ ມີຄວາມສໍາຄັນຕໍ່ການຮັກສາພັນ ສັດນໍ້າ-ສັດປ່າ ໃຫ້ດໍາລົງຢູ່ຄຽງຄູ່ ກັບການພັດທະນາ ແລະ ມີຄວາມ ຍືນຍົງ. ກະແສຂອງການພັດທະນາຂອງ ໂລກ ໄດ້ຫລິງເຫັນຄວາມສໍາຄັນ ຄວາມຍືນຍົງ ແລະ ສີຂຽວ. ປະເທດ ລາວເຮົາ ຖືເອົາການຂະຫຍາຍເນື້ອ ທີ່ປ່າໄມ້ໃຫ້ກວມອັດຕາສ່ວນໃຫຍ່ ໃນລະດັບ 70%, ນອກຈາກການ ເພີ່ມເນື້ອທີ່ເຂດສີຂຽວແລ້ວ ໃນຕົວ ຂອງມັນກໍ່ແມ່ນໃຫ້ຊັບພະຍາກອນ ທໍາມະຊາດ ກໍ່ຄືສິ່ງທີ່ມີຊີວິດອຸດົມ ສົມບູນ, ໃນນັ້ນ ກໍ່ລວມທັງສັດນໍ້າສັດປ່າ ບໍ່ໃຫ້ສູນພັນ, ກາຍເປັນມໍ ລະດົກອັນລໍ້າຄ່າໄວ້ໃຫ້ລູກຫລານ ຕໍ່ໄປ. ເວົ້າເຖິງວຽກງານອະນຸລັກ ສັດນໍ້າ-ສັດປ່າ ຢູ່ປະເທດເຮົາ ຕະ ຫລອດໄລຍະຜ່ານມາແມ່ນໄດ້ຮັບ ຄວາມເອົາໃຈໃສ່ ແລະ ປະຕິບັດໄດ້ ດີມີຜົນສໍາເລັດໃນລະດັບໜຶ່ງທີ່ໜ້າ ພໍໃຈ ເຊິ່ງໄດ້ເປັນພື້ນຖານອັນສໍາ ຄັນປະກອບສ່ວນໃຫ້ແກ່ການພັດ ທະນາຕາມທິດສີຂຽວ ແລະ ຍືນຍົງ. ສະແດງອອກ ບັນດາພັນສັດນໍ້າສັດປ່າ ໄດ້ຮັບການອະນຸລັກຮັກສາ ແລະ ຂະຫຍາຍຕື່ມ ຕາມສະພາບ

RkJQdWJsaXNoZXIy MTc3MTYxMQ==